ການເຊື່ອຟັງນຳພອນມາໃຫ້
ຄວາມຮູ້ແຈ້ງເຖິງຄວາມຈິງ ແລະ ຄຳຕອບຕໍ່ຄຳຖາມມາສູ່ເຮົາເມື່ອເຮົາເຊື່ອຟັງຕໍ່ພຣະບັນຍັດຂອງພຣະເຈົ້າ.
ອ້າຍເອື້ອຍນ້ອງທີ່ຮັກແພງ, ຂ້າພະເຈົ້າດີໃຈຫລາຍທີ່ໄດ້ມາຮ່ວມກັບທ່ານໃນເຊົ້າມື້ນີ້. ຂ້າພະເຈົ້າຂໍໃຫ້ທ່ານມີສັດທາ ແລະ ອະທິຖານເພື່ອຂ້າພະເຈົ້າ ໃນຂະນະທີ່ຂ້າພະເຈົ້າກ່າວກັບທ່ານໃນຕອນນີ້.
ຕະຫລອດທຸກຍຸກທຸກສະໄໝ, ຊາຍ ແລະ ຍິງ ໄດ້ສະແຫວງຫາຄວາມຮູ້ແຈ້ງ ແລະ ຄວາມເຂົ້າໃຈກ່ຽວກັບຊີວິດມະຕະ ແລະ ສະຖານທີ່ຂອງເຂົາ ແລະ ຈຸດປະສົງໃນຊີວິດ, ທັງຊອກຫາຄວາມສະຫງົບ ແລະ ຄວາມສຸກນຳອີກ. ເຮົາທຸກຄົນສະແຫວງຫາສິ່ງດັ່ງກ່າວນັ້ນ.
ຄວາມຮູ້ແຈ້ງ ແລະ ຄວາມເຂົ້າໃຈນີ້ມີໃຫ້ມະນຸດທຸກຄົນ. ມັນບັນຈຸຄວາມຈິງຊຶ່ງເປັນນິລັນດອນ. ໃນ Doctrine and Covenants section 1, verse 39, ເຮົາອ່ານວ່າ: ພຣະຜູ້ເປັນເຈົ້າຄື ພຣະເຈົ້າ, ແລະ ພຣະວິນຍານໄດ້ເປັນພະຍານ, ແລະ ພະຍານນັ້ນເປັນຄວາມຈິງ, ແລະ ຄວາມຈິງຈະດຳລົງ ຢູ່ຕະຫລອດການ ແລະ ຕະຫລອດໄປ.
ນັກກະວີຄົນໜຶ່ງໄດ້ຂຽນວ່າ:
ເຖິງແມ່ນຟ້າສະຫວັນຈະຈາກໄປ ແລະ ໂລກຈະແຕກສະຫລາຍ,
ແຕ່ຄວາມຈິງເຖິງທຸກສິ່ງທີ່ມີຢູ່, ຈະທົນໄດ້,
ນິລັນດອນ, ບໍ່ປ່ຽນແປງ, ຕະຫລອດການ.1
ບາງຄົນອາດຖາມວ່າ, “ເຮົາຈະຊອກຫາຄວາມຈິງໄດ້ຢູ່ໃສ, ແລະ ເຮົາຈະຮູ້ຈັກມັນໄດ້ແນວໃດ?” ໃນການເປີດເຜີຍທີ່ໄດ້ມອບໃຫ້ແກ່ສາດສະດາໂຈເຊັບ ສະມິດ ທີ່ເມືອງເຄີດແລນ, ລັດໂອໄຮໂອ, ໃນເດືອນພຶດສະພາ ປີ 1833, ພຣະຜູ້ເປັນເຈົ້າໄດ້ກ່າວວ່າ:
ຄວາມຈິງຄືຄວາມຮູ້ແຈ້ງເຖິງສິ່ງທີ່ເປັນຢູ່, ແລະ ດັ່ງທີ່ໄດ້ເປັນມາ, ແລະ ດັ່ງທີ່ຈະເປັນ. ...
ພຣະວິນຍານແຫ່ງຄວາມຈິງແມ່ນມາຈາກພຣະເຈົ້າ. ...
ແລະ ບໍ່ມີມະນຸດຄົນໃດຈະໄດ້ຮັບຄວາມສົມບູນ ຍົກເວັ້ນແຕ່ເຂົາໄດ້ຮັກສາພຣະບັນຍັດຂອງພຣະອົງ.
ຄົນທີ່ຮັກສາພຣະບັນຍັດຂອງ [ພຣະເຈົ້າ] ຈະໄດ້ຮັບຄວາມຈິງ ແລະ ຄວາມສະຫວ່າງ, ຈົນກວ່າເຂົາຈະໄດ້ຮັບກຽດຕິຍົດໃນຄວາມຈິງ ແລະ ຮູ້ທຸກສິ່ງທັງປວງ.”2
ຊ່າງເປັນຄຳສັນຍາທີ່ສຳຄັນແທ້ໆ! ຄົນທີ່ຮັກສາພຣະບັນຍັດຂອງ [ພຣະເຈົ້າ] ຈະໄດ້ຮັບຄວາມຈິງ ແລະ ຄວາມສະຫວ່າງ, ຈົນກວ່າເຂົາຈະໄດ້ຮັບກຽດຕິຍົດໃນຄວາມຈິງ ແລະ ຮູ້ທຸກສິ່ງທັງປວງ.
ໃນເວລານີ້ຕອນຄວາມສົມບູນຂອງພຣະກິດຕິຄຸນໄດ້ຖືກຟື້ນຟູຄືນມາໃໝ່, ບໍ່ຈຳເປັນທີ່ທ່ານ ຫລື ຂ້າພະຈົ້າຈະຂັບເຮືອໄປໃນທະເລ ຫລື ເດີນທາງແບບບໍ່ຮູ້ທິດຮູ້ທາງ ເພື່ອຊອກຫາຄວາມຈິງ. ພຣະບິດາເທິງສະຫວັນທີ່ແສນຮັກຂອງເຮົາໄດ້ຈັດທິດທາງ ແລະ ສິ່ງນຳພາໃຫ້ເຮົາແລ້ວ—ນັ້ນຄື ການເຊື່ອຟັງ. ຄວາມຮູ້ແຈ້ງເຖິງຄວາມຈິງ ແລະ ຄຳຕອບຕໍ່ຄຳຖາມມາສູ່ເຮົາເມື່ອເຮົາເຊື່ອຟັງຕໍ່ພຣະບັນຍັດຂອງພຣະເຈົ້າ.
ເຮົາຮຽນທີ່ຈະເຊື່ອຟັງຕະຫລອດຊີວິດຂອງເຮົາ. ເລີ່ມຕົ້ນເມື່ອເຮົາຍັງນ້ອຍ, ຜູ້ທີ່ດູແລເຮົາໄດ້ຈັດຕັ້ງສິ່ງຊີ້ນຳ ແລະ ກົດເພື່ອຄວາມປອດໄພຂອງເຮົາ. ຊີວິດຈະງ່າຍຂຶ້ນສຳລັບເຮົາທຸກຄົນ ຖ້າຫາກເຮົາຈະເຊື່ອຟັງກົດເຫລົ່ານັ້ນຢ່າງເຄັ່ງຄັດ. ເຖິງຢ່າງໃດກໍຕາມ, ຫລາຍຄົນໃນພວກເຮົາຈະຮຽນຜ່ານປະສົບການຈາກການເປັນຄົນເຊື່ອຟັງ.
ຕອນຂ້າພະເຈົ້າຍັງນ້ອຍ, ໃນລະດູແລ້ງທຸກປີ ຈາກເດືອນກໍລະກົດ ຈົນເຖິງເດືອນກັນຍາ, ຄອບຄົວຂອງຂ້າພະເຈົ້າຈະໄປພັກຢູ່ເຮືອນປ່າຂອງພວກເຮົາທີ່ ວິວຽນ ພາກ ໃນຫຸບເຂົາໂພຣໂວ ຢູ່ໃນລັດຢູທາ.
ເພື່ອນຮັກຄົນໜຶ່ງຂອງຂ້າພະເຈົ້າທີ່ຫລິ້ນນຳກັນໃນຫຸບເຂົານັ້ນ ຊື່ວ່າ ແດນນີ ລາເຊິນ; ຄອບຄົວຂອງລາວກໍມີເຮືອນຢູ່ທີ່ ວິວຽນ ພາກ ຄືກັນ. ທຸກມື້ ລາວກັບຂ້າພະເຈົ້າໄດ້ພາກັນເລາະຫລິ້ນ, ໄປຕຶກເບັດຢູ່ໃນຫ້ວຍ ແລະ ຕາມແມ່ນ້ຳ, ຫາເກັບກ້ອນຫີນ ແລະ ຊັບສົມບັດອື່ນໆ, ຍ່າງທ່ຽວຫລິ້ນໃນປ່າ, ປີນພູ, ແລະ ໃຊ້ເວລານຳກັນດ້ວຍຄວາມຊື່ນຊົມ.
ເຊົ້າມື້ໜຶ່ງ, ແດນນີ ກັບ ຂ້າພະເຈົ້າໄດ້ລົມກັນວ່າຢາກດັງໄຟຝີງກັບໝູ່ເພື່ອນຄົນອື່ນໆ. ພວກເຮົາພຽງແຕ່ຕ້ອງໄດ້ທຳຄວາມສະອາດບ່ອນທີ່ພວກເຮົາຈະເຕົ້າໂຮມກັນ. ຫຍ້າໃນເດືອນມິຖຸນາຢູ່ໃນທົ່ງເຫລືອງແຫ້ງ ແລະ ຄົມ, ເຮັດໃຫ້ພວກເຮົາບໍ່ສາມາດກໍ່ໄຟ. ແລ້ວພວກເຮົາໄດ້ພາກັນພະຍາຍາມດຶງກໍຫຍ້າທີ່ສູງອອກ, ຄິດວ່າຈະແປງໃຫ້ເປັນວົງກົມໃຫຍ່. ພວກເຮົາໄດ້ດຶງຫຍ້າຢ່າງແຮງ ຈົນສຸດຄວາມສາມາດ, ແຕ່ສ່ວນທີ່ຂາດອອກມາ ແມ່ນປາຍຫຍ້າເທົ່ານັ້ນ. ພວກເຮົາຄິດວ່າ ຖ້າຫາກພວກເຮົາເຮັດແນວນັ້ນ ຄົງໃຊ້ເວລາໝົດມື້, ແລະ ພວກເຮົາກໍຮູ້ສຶກວ່າຕົນເອງເມື່ອຍແລ້ວ.
ແລ້ວ ຂ້າພະເຈົ້າໄດ້ຄິດຫາທາງ ຕາມຄວາມຄິດຂອງເດັກນ້ອຍອາຍຸແປດປີ. ຂ້າພະເຈົ້າໄດ້ເວົ້າກັບແດນນີວ່າ, “ພວກເຮົາພຽງແຕ່ຈູດຫຍ້າເຫລົ່ານີ້. ພວກເຮົາພຽງແຕ່ ຈູດ ມັນໃຫ້ເປັນວົງເທົ່ານັ້ນ!” ລາວກໍເຫັນດ້ວຍ, ແລະ ຂ້າພະເຈົ້າໄດ້ແລ່ນໄປເອົາໄມ້ຂີດໄຟຢູ່ເຮືອນ.
ຖ້າຫາກທ່ານຄິດວ່າ ຕອນອາຍຸແປດປີ ພວກເຮົາໄດ້ຖືກອະນຸຍາດໃຫ້ໃຊ້ໄມ້ຂີດໄຟ, ຂ້າພະເຈົ້າຂໍບອກໃຫ້ແຈ່ມແຈ້ງວ່າ ແດນນີກັບຂ້າພະເຈົ້າບໍ່ສາມາດໃຊ້ໄມ້ຂີດໄຟຖ້າບໍ່ມີຜູ້ໃຫຍ່ຢູ່ນຳ. ເຮົາທັງສອງເຄີຍໄດ້ຖືກເຕືອນແລ້ວກ່ຽວກັບຄວາມອັນຕະລາຍຂອງໄຟ. ເຖິງຢ່າງໃດກໍຕາມ, ຂ້າພະເຈົ້າຮູ້ວ່າຄອບຄົວຂອງຂ້າພະເຈົ້າໄດ້ເກັບໄມ້ຂີດໄຟຢູ່ບ່ອນໃດ, ແລະ ພວກເຮົາຕ້ອງໄດ້ຈູດຫຍ້າເຮັດເປັນເດີ່ນ. ໂດຍທີ່ບໍ່ຄິດແນວໃດອີກ, ຂ້າພະເຈົ້າໄດ້ແລ່ນໄປເຮືອນ ແລະ ຈັບເອົາໄມ້ຂີດໄຟ, ໂດຍທີ່ເບິ່ງວ່າ ບໍ່ມີໃຜເຫັນຂ້າພະເຈົ້າ. ຂ້າພະເຈົ້າໄດ້ເຊື່ອງມັນໄວ້ຢູ່ໃນຖົງທັນທີ.
ຂ້າພະເຈົ້າໄດ້ແລ່ນກັບໄປຫາແດນນີ, ຕື່ນເຕັ້ນທີ່ຮູ້ວ່າ ສິ່ງທີ່ຢູ່ໃນຖົງຂອງຂ້າພະເຈົ້າສາມາດແກ້ໄຂບັນຫາຂອງພວກເຮົາໄດ້. ຂ້າພະເຈົ້າຄິດວ່າ ໄຟຈະໄໝ້ບ່ອນທີ່ພວກເຮົາຢາກໃຫ້ມັນໄໝ້ເທົ່ານັ້ນ ແລະ ມັນຈະມອດເອງ.
ຂ້າພະເຈົ້າໄດ້ຂູດໄມ້ຂີດໄຟໃສ່ກ້ອນຫີນ ແລະ ຈູດຫຍ້າໃນເດືອນມິຖຸນານັ້ນ. ມັນລຸກຂຶ້ນເປັນໄຟຄືກັນກັບວ່າ ມັນຖືກລາດດ້ວຍນ້ຳມັນ. ທຳອິດແດນນີກັບຂ້າພະເຈົ້າກໍພາກັນຕື່ນເຕັ້ນຫລາຍທີ່ສຸດ ໃນຂະນະທີ່ພວກເຮົາເບິ່ງຫຍ້າຖືກໄຟໄໝ້, ແຕ່ບໍ່ດົນ ກໍເຫັນໄດ້ວ່າ ໄຟບໍ່ໄດ້ດັບລົງດ້ວຍຕົວມັນເອງ. ພວກເຮົາພາກັນຢ້ານກົວ ແລະ ບໍ່ສາມາດຈະດັບໄຟນັ້ນໄດ້. ແປວໄຟໄດ້ລາມໄປຕາມລົມ ຂຶ້ນໄປເທິງພູ, ຊຶ່ງຈະທຳລາຍຕົ້ນແປກ, ແລະ ທຸກສິ່ງຢູ່ໃນເສັ້ນທາງຂອງມັນ.
ໃນທີ່ສຸດ ພວກເຮົາບໍ່ຮູ້ວ່າຈະເຮັດແນວໃດ ນອກຈາກແລ່ນໄປໃຫ້ຄົນອື່ນມາຊ່ອຍເຫລືອ. ບໍ່ດົນທັງຊາຍ ແລະ ຍິງຢູ່ທີ່ ວິວຽນ ພາກ ໄດ້ພະຍາຍາມດັບໄຟດ້ວຍຖົງກະສອບປຽກ. ຫລັງຈາກຫລາຍຊົ່ວໂມງ ແປວໄຟບ່ອນສຸດທ້າຍໄດ້ດັບມອດໄປ. ຕົ້ນແປກທີ່ເກົ່າແກ່ໄດ້ຖືກຮັກສາໄວ້, ທັງບ້ານເຮືອນນຳອີກ ຊຶ່ງເກືອບຖືກເຜົາຜານດ້ວຍໄຟ.
ແດນນີກັບຂ້າພະເຈົ້າໄດ້ຮຽນບົດຮຽນທີ່ຍາກຫລາຍຢ່າງ ແຕ່ບົດຮຽນທີ່ສຳຄັນໃນມື້ນັ້ນ—ສ່ວນໃຫຍ່ແລ້ວ ແມ່ນຄວາມສຳຄັນຂອງການເຊື່ອຟັງ.
ມີຂໍ້ກຳນົດ ແລະ ກົດໝາຍ ເພື່ອຊ່ອຍໃຫ້ເຮົາປອດໄພທາງຮ່າງກາຍ. ເຊັ່ນດຽວກັນນັ້ນ, ພຣະຜູ້ເປັນເຈົ້າໄດ້ຈັດການນຳພາ ແລະ ພຣະບັນຍັດໄວ້ ເພື່ອຊ່ອຍໃຫ້ເຮົາປອດໄພທາງວິນຍານ ເພື່ອວ່າເຮົາຈະປະສົບຄວາມສຳເລັດໃນຊ່ວງມະຕະນີ້ ແລະ ໃນທີ່ສຸດກັບຄືນໄປຫາພຣະບິດາເທິງສະຫວັນຂອງເຮົາ.
ຫລາຍສັດຕະວັດກ່ອນ, ໃນລຸ້ນທີ່ເຮັດຕາມປະເພນີຂອງການເຜົາສັດຖະຫວາຍ, ຊາມູເອນໄດ້ປະກາດຢ່າງກ້າຫານວ່າ: “ເຊື່ອຟັງພຣະອົງ ກໍດີກວ່າຖະຫວາຍແກະໂຕດີທີ່ສຸດເປັນເຄື່ອງບູຊາແກ່ພຣະອົງ.”3
ໃນຍຸກນີ້, ພຣະຜູ້ເປັນເຈົ້າໄດ້ເປີດເຜີຍຕໍ່ສາດສະດາໂຈເຊັບ ສະມິດ ວ່າພຣະອົງຮຽກຮ້ອງຫົວໃຈ ແລະ ຈິດໃຈທີ່ເຕັມໃຈ; ແລະ ຄົນທີ່ເຕັມໃຈ ແລະ ເຊື່ອຟັງ ຈະໄດ້ຢູ່ດີກິນດີຢູ່ໃນແຜ່ນດິນ ສີໂອນໃນຍຸກສຸດທ້າຍນີ້.”4
ສາດສະດາທັງຫລາຍ, ໃນສະໄໝໂບຮານ ແລະ ໃນປະຈຸບັນ, ຮູ້ວ່າການເຊື່ອຟັງເປັນສິ່ງສຳຄັນຕໍ່ຄວາມລອດຂອງເຮົາ. ນີໄຟໄດ້ປະກາດວ່າ, “ເຮົາຈະໄປ ແລະ ເຮັດສິ່ງທີ່ພຣະຜູ້ເປັນເຈົ້າບັນຊາ.”5 ເຖິງແມ່ນຄົນອື່ນຈະຫວັ່ນໄຫວໃນສັດທາ ແລະ ການເຊື່ອຟັງຂອງເຂົາ, ແຕ່ນີໄຟບໍ່ເຄີຍຫລົດລະທີ່ຈະເຮັດສິ່ງທີ່ພຣະຜູ້ເປັນເຈົ້າໄດ້ຂໍຮ້ອງຈາກລາວ. ຫລາຍລຸ້ນຄົນໄດ້ຮັບພອນເພາະຜົນນັ້ນ.
ເລື່ອງລາວກ່ຽວກັບອັບຣາຮາມ ແລະ ອີຊາກ ເປັນເລື່ອງລາວທີ່ດົນໃຈເຖິງການເຊື່ອຟັງ. ຄົງເປັນເລື່ອງຫຍຸ້ງຍາກ ແລະ ເຈັບປວດຫລາຍສຳລັບອັບຣາຮາມ, ໃນການເຊື່ອຟັງຕໍ່ຄຳສັ່ງຂອງພຣະເຈົ້າ, ຕອນເພິ່ນໄດ້ພາອີຊາກ ລູກຊາຍທີ່ແສນຮັກຂອງເພິ່ນໄປຫາແຄວ້ນໂມລິຢາ ເພື່ອຖະຫວາຍລາວແດ່ພຣະອົງ. ໃຫ້ເຮົາຄິດເບິ່ງດູວ່າ ອັບຣາຮາມຄົງເຈັບປວດໃຈຫລາຍຂະໜາດໃດ ໃນຂະນະທີ່ເພິ່ນເດີນທາງໄປຫາສະຖານທີ່ເພິ່ນໄດ້ຖືກສັ່ງໃຫ້ໄປຫາ? ແນ່ນອນ ຮ່າງກາຍຂອງເພິ່ນຄົງເຕັມໄປດ້ວຍຄວາມເຈັບປວດ ແລະ ຈິດໃຈຂອງເພິ່ນເຕັມໄປດ້ວຍຄວາມທຸກທໍລະມານ ໃນຂະນະທີ່ເພິ່ນໄດ້ຈັບມັດອີຊາກ, ວາງລາວລົງໄວ້ໃນແທ່ນບູຊາ, ແລະ ຍົກມີດຂຶ້ນພ້ອມທີ່ຈະຂ້າລາວ. ດ້ວຍສັດທາທີ່ບໍ່ຫວັ່ນໄຫວ ແລະ ໄວ້ວາງໃຈທີ່ສຸດໃນພຣະຜູ້ເປັນເຈົ້າ, ເພິ່ນໄດ້ເຮັດຕາມຄຳສັ່ງຂອງພຣະຜູ້ເປັນເຈົ້າ. ແລ້ວການປະກາດທີ່ອັດສະຈັນໃຈໄດ້ມາເຖິງ ບອກວ່າ: “ຢ່າທຳຮ້າຍ ຫລື ເຮັດຫຍັງແກ່ເດັກຊາຍນີ້. ບັດນີ້ເຮົາຮູ້ແລ້ວວ່າເຈົ້າເຊື່ອຟັງ ແລະ ຢຳເກງພຣະເຈົ້າຢູ່ສະເໝີ, ດ້ວຍວ່າ ເຈົ້າບໍ່ໄດ້ຫວງລູກຊາຍຄົນດຽວຂອງເຈົ້າໄວ້ຈາກພຣະອົງ.”6
ອັບຣາຮາມໄດ້ຖືກທົດລອງ ແລະ ທົດສອບ, ແລະ ເປັນເພາະຄວາມຊື່ສັດ ແລະ ການເຊື່ອຟັງຂອງເພິ່ນ, ພຣະຜູ້ເປັນເຈົ້າຈຶ່ງໄດ້ສັນຍາກັບເພິ່ນວ່າ: “ເຮົາໄດ້ອວຍພອນເຊື້ອສາຍຂອງເຈົ້າ. ເຮົາຈະເຮັດສິ່ງທັງໝົດນີ້ເພາະເຈົ້າເຊື່ອຟັງຄຳສັ່ງຂອງເຮົາ.”7
ເຖິງແມ່ນວ່າເຮົາບໍ່ໄດ້ຖືກຂໍໃຫ້ພິສູດການເຊື່ອຟັງຂອງເຮົາໃນແບບທີ່ເປັນຕາຢ້ານ ແລະ ຫົວໃຈວາຍນັ້ນ, ແຕ່ເຮົາກໍຖືກສັ່ງໃຫ້ເຊື່ອຟັງຄືກັນ.
ປະທານໂຈເຊັບ ແອັຟ ສະມິດ ໄດ້ປະກາດໃນເດືອນຕຸລາ ປີ 1873 ວ່າ, “ການເຊື່ອຟັງເປັນກົດຂໍ້ທຳອິດຂອງສະຫວັນ.”8
ປະທານກໍດອນ ບີ ຮິງລີ ໄດ້ກ່າວວ່າ, “ຄວາມສຸກຂອງໄພ່ພົນຍຸກສຸດທ້າຍ, ຄວາມສະຫງົບຂອງໄພ່ພົນຍຸກສຸດທ້າຍ, ຄວາມກ້າວໜ້າຂອງໄພ່ພົນຍຸກສຸດທ້າຍ, ຄວາມຈະເລີນຮຸ່ງເຮືອງຂອງໄພ່ພົນຍຸກສຸດທ້າຍ, ແລະ ຄວາມລອດນິລັນດອນ ແລະ ຄວາມສູງສົ່ງຂອງຜູ້ຄົນເຫລົ່ານີ້ ແມ່ນຂຶ້ນຢູ່ກັບການເຊື່ອຟັງຕໍ່ຄຳແນະນຳຂອງ ... ພຣະເຈົ້າ.”9
ການເຊື່ອຟັງເປັນລັກສະນະຂອງສາດສະດາທັງຫລາຍ; ມັນໃຫ້ຄວາມເຂັ້ມແຂງ ແລະ ຄວາມຮູ້ແຈ້ງ ແກ່ພວກເພິ່ນໃນທຸກຍຸກທຸກສະໄໝ. ມັນສຳຄັນຕໍ່ເຮົາທີ່ຈະຮູ້ວ່າ, ເຮົາຄືກັນ, ສາມາດໄດ້ຮັບແຫລ່ງແຫ່ງຄວາມເຂັ້ມແຂງ ແລະ ຄວາມຮູ້ແຈ້ງເຫລົ່ານີ້. ມັນມີໃຫ້ເຮົາແຕ່ລະຄົນໃນເວລານີ້ ເມື່ອເຮົາເຊື່ອຟັງຕໍ່ພຣະບັນຍັດຂອງພຣະເຈົ້າ.
ຕະຫລອດມາ ຂ້າພະເຈົ້າເຄີຍໄດ້ຮູ້ຫລາຍຄົນທີ່ຊື່ສັດ ແລະ ເຊື່ອຟັງ. ຂ້າພະເຈົ້າໄດ້ຮັບພອນຫລາຍ ແລະ ໄດ້ຮັບການດົນໃຈຈາກເຂົາເຈົ້າ. ຂ້າພະເຈົ້າຈະກ່າວເຖິງສອງຄົນທີ່ເປັນເຊັ່ນນັ້ນ.
ທ່ານວໍເທີ ຄຣໍສ໌ ເປັນສະມາຊິກທີ່ຈິງຈັງຄົນໜຶ່ງຂອງສາດສະໜາຈັກ ຜູ້ພ້ອມດ້ວຍຄອບຄົວ ໄດ້ອາໄສຢູ່ປະເທດທີ່ເຄີຍເອີ້ນວ່າເຢຍລະມັນຕາເວັນອອກ ຫລັງຈາກສົງຄາມໂລກຄັ້ງທີສອງ. ເຖິງແມ່ນໄດ້ປະເຊີນກັບຄວາມຫຍຸ້ງຍາກຫລາຍທີ່ສຸດ ເພາະຂາດເສລີພາບໃນຕອນນັ້ນ, ບະລາເດີ ຄຣໍສ໌ ຍັງຮັກ ແລະ ຮັບໃຊ້ພຣະເຈົ້າຢູ່. ລາວໄດ້ຊື່ສັດຕໍ່ການມອບໝາຍ ແລະ ໄດ້ເຮັດໜ້າທີ່ຂອງລາວໃຫ້ສຳເລັດ.
ຊາຍອີກຄົນໜຶ່ງຊື່ ໂຢຮານ ເດັນໂດເຟີ, ເປັນຄົນຂອງປະເທດຮຸ່ງກາຣີໂດຍກຳເນີດ, ໄດ້ປ່ຽນໃຈເຫລື້ອມໃສເຂົ້າໃນສາດສະໜາຈັກຢູ່ປະເທດເຢຍລະມັນ ແລະ ໄດ້ຮັບບັບຕິສະມາໃນປີ 1911 ຕອນມີອາຍຸ 17 ປີ. ບໍ່ດົນຈາກນັ້ນ ລາວໄດ້ກັບໄປປະເທດຮຸ່ງກາຣີ. ຫລັງຈາກສົງຄາມໂລກຄັ້ງທີສອງ, ລາວໄດ້ເຫັນວ່າ ລາວຖືກຄຸມຂັງແບບທາງອ້ອມຢູ່ໃນປະເທດຂອງລາວເອງ, ຢູ່ເມືອງ ດີເບຣເຊັນ. ເສລີພາບໄດ້ຖືກເອົາໄປຈາກປະຊາຊົນຂອງປະເທດຮຸ່ງກາຣີຄືກັນ.
ບະລາເດີ ວໍເທີ ຄຣໍສ໌, ຜູ້ບໍ່ຮູ້ຈັກ ບະລາເດີ ເດັນໂດເຟີ, ໄດ້ຖືກມອບໝາຍໃຫ້ເປັນຄູສອນປະຈຳບ້ານຂອງລາວ ແລະ ໃຫ້ໄປຢ້ຽມຢາມເປັນປະຈຳ. ບະລາເດີ ຄຣໍສ໌ ໄດ້ໂທໄປຫາຄູ່ສອນຂອງລາວ ເວົ້າວ່າ, “ພວກເຮົາໄດ້ຖືກມອບໝາຍໃຫ້ໄປຢ້ຽມຢາມບະລາເດີ ໂຢຮານ ເດັນໂດເຟີ. ເຈົ້າມີເວລາໄປກັບຂ້ອຍບໍ່ອາທິດນີ້ ເພື່ອນຳຂ່າວສານພຣະກິດຕິຄຸນໄປໃຫ້ລາວ?” ແລ້ວລາວໄດ້ເວົ້າຕື່ມວ່າ, “ບະລາເດີ ເດັນໂດເຟີ ອາໄສຢູ່ປະເທດຮຸ່ງກາຣີ.”
ຄູ່ສອນທີ່ຕົກໃຈຂອງລາວໄດ້ຖາມວ່າ, “ພວກເຮົາຈະໄປຕອນໃດ?”
“ມື້ອື່ນ,” ບະລາເດີ ຄຣໍສ໌ ໄດ້ຕອບ.
“ມື້ໃດພວກເຮົາຈະກັບມາ?” ຄູ່ສອນຂອງລາວໄດ້ຖາມ.
ບະລາເດີ ຄຣໍສ໌ ໄດ້ຕອບວ່າ, “ໂອ້, ປະມານໜຶ່ງອາທິດ—ຖ້າພວກເຮົາ ກັບ ມາໄດ້.”
ຄູສອນປະຈຳບ້ານສອງຄົນໄດ້ອອກເດີນທາງໄປຢ້ຽມຢາມບະລາເດີ ເດັນໂດເຟີ, ໂດຍການເດີນທາງໄປທາງລົດໄຟ ແລະ ລົດເມ ຈາກພາກເໜືອຂອງປະເທດເຢຍລະມັນ ໄປຫາເມືອງດີເບຣເຊັນ, ປະເທດຮຸ່ງກາຣີ—ເປັນການເດີນທາງອັນຍາວໄກ. ບະລາເດີ ເດັນໂດເຟີ ບໍ່ໄດ້ມີຄູສອນປະຈຳບ້ານນັບແຕ່ກ່ອນສົງຄາມໂລກ. ບັດນີ້, ເມື່ອລາວໄດ້ເຫັນຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າ, ລາວເຕັມໄປດ້ວຍຄວາມກະຕັນຍູ ທີ່ເຂົາເຈົ້າໄດ້ມາຫາລາວ. ທຳອິດ ລາວປະຕິເສດບໍ່ຍອມຈັບມືເຂົາເຈົ້າ. ແຕ່ລາວໄດ້ເຂົ້າໄປໃນຫ້ອງນອນຂອງລາວ ແລະ ຈັບເອົາກັບນ້ອຍຢູ່ຕູ້ນ້ອຍທີ່ມີເງິນສ່ວນສິບໃນນັ້ນ ຊຶ່ງລາວໄດ້ເກັບໄວ້ເປັນເວລາຫລາຍປີອອກມາ. ລາວໄດ້ມອບເງິນສ່ວນສິບໃຫ້ແກ່ຄູສອນປະຈຳບ້ານຂອງລາວ, ແລະ ເວົ້າວ່າ, “ບັດນີ້ ຂ້ອຍໄດ້ເຮັດຕາມພຣະບັນຍັດຂອງພຣະຜູ້ເປັນເຈົ້າແລ້ວ. ບັດນີ້ ຂ້ອຍຮູ້ສຶກວ່າມີຄ່າຄວນທີ່ຈະຈັບມືຂອງຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າ!” ຕໍ່ມາບະລາເດີ ຄຣໍສ໌ ໄດ້ບອກຂ້າພະເຈົ້າວ່າ ລາວໄດ້ຖືກສຳພັດເກີນກວ່າຈະກ່າວອອກມາໄດ້ ທີ່ຈະຄິດວ່າອ້າຍນ້ອງທີ່ຊື່ສັດຄົນນີ້, ຜູ້ບໍ່ໄດ້ຕິດຕໍ່ກັບສາດສະໜາຈັກເປັນເວລາຫລາຍປີ, ຍັງເຊື່ອຟັງ ແລະ ເກັບທ້ອນເງິນສ່ວນສິບຈຳນວນສິບເປີເຊັນຂອງລາວໄວ້. ລາວໄດ້ເກັບມັນໄວ້ ໂດຍທີ່ບໍ່ຮູ້ວ່າ ລາວຈະມີໂອກາດມອບມັນໃຫ້ພຣະຜູ້ເປັນເຈົ້າຫລືບໍ່.
ບາລາເດີ ວໍເທີ ຄຣໍສ໌ ໄດ້ເສຍຊີວິດໄປເມື່ອເກົ້າປີກ່ອນ ຕອນລາວມີອາຍຸໄດ້ 94 ປີ. ລາວໄດ້ຮັບໃຊ້ຢ່າງຊື່ສັດ ແລະ ເຊື່ອຟັງຕະຫລອດຊີວິດຂອງລາວ ແລະ ໄດ້ໃຫ້ການດົນໃຈແກ່ຂ້າພະເຈົ້າ ແລະ ທຸກຄົນທີ່ຮູ້ຈັກລາວ. ເມື່ອຖືກຂໍໃຫ້ບັນລຸການມອບໝາຍ, ລາວບໍ່ເຄີຍຖາມ, ລາວບໍ່ເຄີຍຈົ່ມ, ແລະ ລາວບໍ່ເຄີຍຫາຂໍ້ແກ້ຕົວ.
ອ້າຍເອື້ອຍນ້ອງຂອງຂ້າພະເຈົ້າ, ການທົດສອບທີ່ຍິ່ງໃຫຍ່ທີ່ສຸດຢູ່ໃນຊີວິດນີ້ແມ່ນການເຊື່ອຟັງ. ພຣະຜູ້ເປັນເຈົ້າໄດ້ກ່າວວ່າ ພຣະອົງຈະພິສູດເຮົາໂດຍວິທີນີ້, ເພື່ອເບິ່ງວ່າເຮົາຈະເຮັດທຸກສິ່ງທັງປວງສິ່ງໃດກໍຕາມທີ່ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງເຮົາຈະບັນຊາເຮົາຫລືບໍ່.”10
ພຣະຜູ້ຊ່ອຍໃຫ້ລອດໄດ້ປະກາດວ່າ ເພາະວ່າຜູ້ຄົນທັງປວງທີ່ຢາກມີພອນຈາກມືຂອງພຣະອົງ ຈະປະຕິບັດຕາມກົດຊຶ່ງໄດ້ກຳນົດໄວ້ສຳລັບພອນນັ້ນ, ແລະ ເງື່ອນໄຂໃນນັ້ນ, ດັ່ງທີ່ໄດ້ແຕ່ງຕັ້ງໄວ້ແລ້ວແຕ່ກ່ອນການວາງຮາກຖານຂອງໂລກ.”11
ບໍ່ມີຕົວຢ່າງອື່ນໃດທີ່ດີເດັ່ນໄປກວ່າການເຊື່ອຟັງຂອງພຣະຜູ້ຊ່ອຍໃຫ້ລອດຂອງເຮົາ. ໂປໂລໄດ້ກ່າວເຖິງພຣະອົງດັ່ງນີ້:
“ເຖິງແມ່ນພຣະອົງເປັນພຣະບຸດກໍຍັງຮຽນຮູ້ທີ່ຈະນ້ອມ ຍອມເຊື່ອຟັງໂດຍຄວາມທຸກລຳບາກ;
“ເມື່ອພຣະເຈົ້າໄດ້ບັນດານໃຫ້ພຣະບຸດເຖິງທີ່ສຳເລັດແລ້ວ, ພຣະບຸດນັ້ນຈຶ່ງໄດ້ເກີດເປັນຕົ້ນກຳເນີດແຫ່ງຄວາມລອດພົ້ນອັນຕະຫລອດໄປເປັນນິດແກ່ຄົນທັງປວງທີ່ເຊື່ອຟັງພຣະອົງ.”12
ພຣະຜູ້ຊ່ອຍໃຫ້ລອດໄດ້ສະແດງຄວາມຮັກທີ່ແທ້ຈິງຕໍ່ພຣະເຈົ້າໂດຍການດຳລົງຊີວິດແບບດີພ້ອມທຸກຢ່າງ, ໂດຍການໃຫ້ກຽດແກ່ພາລະກິດທີ່ສັກສິດຂອງພຣະອົງ. ພຣະອົງບໍ່ເຄີຍອວດດີ. ພຣະອົງບໍ່ເຄີຍທະນົງຕົວ. ພຣະອົງບໍ່ເຄີຍຫັກຫລັງ. ພຣະອົງຖ່ອມຕົນ. ພຣະອົງຈິງຈັງ. ພຣະອົງເຊື່ອຟັງ.
ເຖິງແມ່ນພຣະອົງໄດ້ຖືກລໍ້ລວງໂດຍອາຈານແຫ່ງຄວາມຂີ້ຕົວະ, ແມ່ນແຕ່ມານ, ເຖິງແມ່ນທາງຮ່າງກາຍຈະອ່ອນແອຈາກການຖືສິນອົດເຂົ້າເປັນເວລາ 40 ມື້ ແລະ 40 ຄືນ ແລະ ຫິວໂຫຍຫລາຍ, ແຕ່ເມື່ອມານສະເໜີມອບສິ່ງທີ່ໜ້າຫລົງໄຫລຕໍ່ພຣະເຢຊູ, ພຣະອົງໄດ້ໃຫ້ຕົວຢ່າງທີ່ສູງສົ່ງແກ່ເຮົາ ໂດຍການປະຕິເສດບໍ່ໜີໄປຈາກສິ່ງທີ່ພຣະອົງຮູ້ວ່າເປັນສິ່ງທີ່ຖືກຕ້ອງ.13
ຕອນໄດ້ປະເຊີນກັບຄວາມທຸກທໍລະມານຢູ່ໃນສວນເຄັດເຊມາເນ, ບ່ອນທີ່ພຣະອົງໄດ້ອົດທົນກັບຄວາມເຈັບປວດອັນແສນສາຫັດ ຈົນວ່າເຫື່ອຂອງພຣະອົງເກີດເປັນເໝືອນເລືອດໄຫລຢາດລົງດິນເປັນເມັດໃຫຍ່,”14 ພຣະອົງໄດ້ເປັນຕົວຢ່າງຂອງການເປັນພຣະບຸດທີ່ເຊື່ອຟັງ ໂດຍກ່າວວ່າ, “ພຣະບິດາເຈົ້າເອີຍ, ຖ້າເປັນຄວາມປະສົງຂອງພຣະອົງແລ້ວ ຂໍໃຫ້ຈອກແຫ່ງຄວາມທົນທຸກທໍລະມານນີ້ເລື່ອນໄປຈາກລູກທ້ອນ, ແຕ່ຢ່າງໃດກໍດີ ຂໍຢ່າໃຫ້ເປັນໄປຕາມຄວາມປະສົງຂອງລູກ ແຕ່ຂໍໃຫ້ເປັນໄປຕາມຄວາມປະສົງຂອງພຣະບິດາເຈົ້າເທີ້ນ.”15
ເຊັ່ນດຽວກັບພຣະຜູ້ຊ່ອຍໃຫ້ລອດໄດ້ແນະນຳອັກຄະສາວົກລຸ້ນເດີມຂອງພຣະອົງ, ພຣະອົງກໍໄດ້ແນະນຳທ່ານ ແລະ ຂ້າພະເຈົ້າຄືກັນວ່າ: “ຈົ່ງຕາມເຮົາມາ.”16 ເຮົາພ້ອມແລ້ວບໍທີ່ຈະເຊື່ອຟັງ?
ຄວາມຮູ້ແຈ້ງທີ່ເຮົາສະແຫວງຫາ, ຄຳຕອບທີ່ເຮົາຢາກໄດ້ຮັບ, ແລະ ຄວາມເຂັ້ມແຂງທີ່ເຮົາປາດຖະໜາໃນເວລານີ້ ເພື່ອຈະສາມາດປະເຊີນກັບການທ້າທາຍຢູ່ໃນໂລກທີ່ສັບສົນ ແລະ ປ່ຽນແປງນີ້ ສາມາດເປັນຂອງເຮົາໄດ້ ເມື່ອເຮົາເຕັມໃຈທີ່ຈະເຊື່ອຟັງຕໍ່ພຣະບັນຍັດຂອງພຣະຜູ້ເປັນເຈົ້າ. ຂ້າພະເຈົ້າຂໍກ່າວຢ້ຳພຣະຄຳຂອງພຣະຜູ້ເປັນເຈົ້າອີກເທື່ອໜຶ່ງ ທີ່ວ່າ: ຄົນທີ່ຮັກສາພຣະບັນຍັດຂອງ [ພຣະເຈົ້າ] ຈະໄດ້ຮັບຄວາມຈິງ ແລະ ຄວາມສະຫວ່າງ, ຈົນກວ່າເຂົາຈະໄດ້ຮັບກຽດຕິຍົດໃນຄວາມຈິງ ແລະ ຮູ້ທຸກສິ່ງທັງປວງ.”17
ນີ້ແມ່ນຄຳອະທິຖານທີ່ຖ່ອມຕົນຂອງຂ້າພະເຈົ້າ ວ່າເຮົາຈະໄດ້ຮັບພອນຢ່າງຫລວງຫລາຍທີ່ໄດ້ສັນຍາໄວ້ສຳລັບຜູ້ທີ່ເຊື່ອຟັງ. ໃນພຣະນາມຂອງພຣະເຢຊູຄຣິດ, ພຣະຜູ້ເປັນເຈົ້າ ແລະ ພຣະຜູ້ຊ່ອຍໃຫ້ລອດຂອງເຮົາ, ອາແມນ.