ພຣະຜູ້ຊ່ອຍໃຫ້ລອດປະສົງຈະໃຫ້ອະໄພ
ພຣະຜູ້ເປັນເຈົ້າຮັກເຮົາ ແລະ ປະສົງໃຫ້ເຮົາເຂົ້າໃຈຄວາມເຕັມພຣະໄທຂອງພຣະອົງທີ່ຈະໃຫ້ອະໄພ.
ໃນລະຫວ່າງເວລາການປະຕິບັດສາດສະໜາກິດຂອງພຣະຜູ້ຊ່ອຍໃຫ້ລອດຢູ່ເທິງໂລກ ຫລາຍຄົນໄດ້ຕິດຕາມພຣະອົງ, ຮ່ວມທັງພວກທຳມະຈານ ແລະ ພວກຟາຣິຊາຍ, ທີ່ “ມາແຕ່ທຸກບ້ານ ຈາກແຂວງຄາລີເລ, ... ຢູດາຍ, ແລະ ກຸງເຢຣູຊາເລັມ.”1 ຄົນອຳມະພາດຄົນໜຶ່ງທີ່ຢູ່ເທິງຕຽງ ຜູ້ທີ່ປາດຖະໜາຈະໄດ້ຮັບການປິ່ນປົວ ຖືກພາມາທີ່ຊຸມນຸມໃຫຍ່ນັ້ນ, ແຕ່ເມື່ອບໍ່ສາມາດພາລາວເຂົ້າໃກ້ພຣະຜູ້ຊ່ອຍໃຫ້ລອດ ເພາະມີຄົນຫລາຍ, ໝູ່ເພື່ອນຂອງລາວຈຶ່ງໄດ້ເອົາລາວຂຶ້ນໄປເທິງຫລັງຄາເຮືອນ ບ່ອນທີ່ ພຣະຜູ້ຊ່ອຍໃຫ້ລອດປະທັບຢູ່ ແລະ ຢ່ອນລາວລົງ. ເມື່ອໄດ້ເຫັນການສະແດງເຖິງສັດທາດັ່ງນີ້, ໂດຍມີຈຸດປະສົງທີ່ຍິ່ງໃຫຍ່ ທີ່ຜູ້ຟັງຂອງພຣະອົງຍັງບໍ່ທັນຮູ້ເທື່ອ, ພຣະຜູ້ຊ່ອຍໃຫ້ລອດໄດ້ປະກາດວ່າ, “ເພື່ອນເອີຍ, ການບາບຂອງເຈົ້າໄດ້ຮັບອະໄພແລ້ວ.”2
ສິ່ງນີ້ຕ້ອງໄດ້ເຮັດໃຫ້ຊາຍຄົນນັ້ນຕົກໃຈແນ່ນອນ, ແລະ ເຖິງແມ່ນວ່າຂໍ້ພຣະຄຳພີບໍ່ໄດ້ກ່າວເຖິງປະຕິກິລິຍາຂອງລາວກໍຕາມ, ແຕ່ລາວອາດສົງໄສຖ້າຫາກວ່າພຣະຜູ້ຊ່ອຍໃຫ້ລອດເຂົ້າໃຈແທ້ໆບໍວ່າ ເປັນຫຍັງລາວໄດ້ມາ.
ພຣະຜູ້ຊ່ອຍໃຫ້ລອດໄດ້ຮູ້ວ່າ ຫລາຍຄົນໄດ້ຕິດຕາມພຣະອົງ ເພາະສິ່ງອັດສະຈັນ ອັນຍິ່ງໃຫຍ່ຂອງພຣະອົງ. ພຣະອົງໄດ້ປ່ຽນນ້ຳໃຫ້ເປັນເຫລົ້າອະງຸ່ນ,3 ໄດ້ຂັບໄລ່ຜີປີສາດໃຫ້ອອກໄປ,4 ໄດ້ປິ່ນປົວລູກຊາຍຂອງເຈົ້ານາຍຄົນໜຶ່ງ,5 ຄົນຂີ້ທູດ,6 ແມ່ເຖົ້າ (ແມ່ຂອງເມຍ) ຂອງເປໂຕ,7 ແລະ ອີກຫລາຍຄົນ.8
ແຕ່ກັບຜູ້ຊາຍອຳມະພາດຄົນນີ້, ພຣະຜູ້ເປັນເຈົ້າໄດ້ເລືອກຈະໃຫ້ຫລັກຖານພະຍານ ພ້ອມທັງແກ່ສານຸສິດ ແລະ ຜູ້ທີ່ບໍ່ເຊື່ອ ເຖິງບົດບາດພິເສດຂອງພຣະອົງ ໃນຖານະພຣະຜູ້ຊ່ອຍໃຫ້ລອດຂອງໂລກ. ເມື່ອໄດ້ຍິນພຣະຄຳຂອງພຣະຜູ້ຊ່ອຍໃຫ້ລອດ, ພວກທຳມະຈານ ແລະ ພວກຟາຣິຊາຍໄດ້ເລີ່ມໃຫ້ເຫດຜົນໃນບັນດາເຂົາເຈົ້າເອງ, ໂດຍກ່າວຄຳໝິ່ນປະໝາດຢ່າງໂງ່ຈ້າ ໃນຂະນະທີ່ລົງຄວາມເຫັນວ່າ ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ສາມາດໃຫ້ອະໄພບາບໄດ້. ໂດຍທີ່ຮູ້ຄວາມນຶກຄິດຂອງເຂົາເຈົ້າ, ພຣະຜູ້ຊ່ອຍໃຫ້ລອດຈຶ່ງໄດ້ກ່າວຕໍ່ເຂົາເຈົ້າວ່າ:
“ເປັນຫຍັງພວກທ່ານຈຶ່ງຄິດເຊັ່ນນັ້ນ?
“ອັນໃດງ່າຍກວ່າທີ່ຈະເວົ້າວ່າ, ການບາບຂອງເຈົ້າໄດ້ຮັບອະໄພແລ້ວ; ຫລື ຈະເວົ້າວ່າ, ຈົ່ງລຸກຂຶ້ນ ແລະ ຍ່າງໄປ?”9
ໂດຍບໍ່ໄດ້ລໍຖ້າຄຳຕອບຂອງເຂົາເຈົ້າ, ພຣະຜູ້ຊ່ອຍໃຫ້ລອດໄດ້ກ່າວຕໍ່ໄປວ່າ: “ແຕ່ເຮົາຢາກພິສູດໃຫ້ພວກທ່ານເຫັນວ່າ ບຸດມະນຸດມີສິດອຳນາດ ຢູ່ເທິງແຜ່ນດິນໂລກນີ້ ທີ່ຈະອະໄພການບາບໃຫ້ມະນຸດ, [ແລ້ວພຣະອົງຈຶ່ງໄດ້ຫັນໜ້າໄປກ່່່າວກັບຊາຍອຳມະພາດວ່າ], ເຮົາສັ່ງໃຫ້ເຈົ້າລຸກຂຶ້ນ, ຍົກເອົາທີ່ນອນຂອງ ເຈົ້າ ແລະ ເມືອເຮືອນສາ.”10 ແລະ ລາວກໍໄດ້ເຮັດດັ່ງນັ້ນ!
ໂດຍການຫາຍດີທາງຮ່າງກາຍທີ່ມະຫັດສະຈັນນີ້, ພຣະຜູ້ຊ່ອຍໃຫ້ລອດໄດ້ຢືນຢັນຕໍ່ເຮົາທຸກຄົນເຖິງຄວາມຈິງທາງຝ່າຍວິນຍານທີ່ມີພະລັງອັນຍິ່ງໃຫຍ່ທີ່ບໍ່ມີບ່ອນສິ້ນສຸດວ່າ: ບຸດມະນຸດໃຫ້ອະໄພບາບ!
ເຖິງແມ່ນວ່າຜູ້ທີ່ເຊື່ອທັງຫລາຍ ຍອມຮັບຄວາມຈິງນີ້, ສິ່ງທີ່ບໍ່ເປັນທີ່ຍອມຮັບໄດ້ງ່າຍຄື ຄວາມຈິງທີ່ເປັນຄູ່ອັນສຳຄັນ ທີ່ວ່າ: ພຣະຜູ້ຊ່ອຍໃຫ້ລອດໃຫ້ອະໄພບາບ “ຢູ່ເທິງໂລກ,” ແລະ ບໍ່ແມ່ນພຽງແຕ່ໃນຕອນຕັດສິນຄັ້ງສຸດທ້າຍເທົ່ານັ້ນ. ພຣະອົງບໍ່ໄດ້ໃຫ້ຂໍ້ແກ້ຕົວແກ່ເຮົາ ໃນ ເລື່ອງບາບຂອງເຮົາ.11 ພຣະອົງບໍ່ໄດ້ອະນຸຍາດໃຫ້ເຮົາກັບຄືນໄປຫາບາບຕ່າງໆໃນອະດີດ.12 ແຕ່ເມື່ອເຮົາກັບໃຈ ແລະ ເຊື່ອຟັງພຣະກິດຕິຄຸນຂອງພຣະອົງ, ພຣະອົງຈະໃຫ້ອະໄພເຮົາ.13
ໃນການໃຫ້ອະໄພນີ້ ເຮົາເຫັນອຳນາດແຫ່ງການເຮັດໃຫ້ສາມາດ ແລະ ການໄຖ່ຂອງການຊົດໃຊ້ ຖືກນຳໃຊ້ຢ່າງປອງດອງ ແລະ ຢ່າງມີເມດຕາກະລຸນາ. ຖ້າຫາກເຮົາໃຊ້ສັດທາໃນອົງພຣະເຢຊູຄຣິດ, ອຳນາດທີ່ເຮັດໃຫ້ສາມາດຂອງການຊົດໃຊ້ຂອງພຣະອົງ ຈະເຮັດໃຫ້ເຮົາ ເຂັ້ມແຂງ ໃນເວລາທີ່ເຮົາມີຄວາມຕ້ອງການ,14 ແລະ ອຳນາດແຫ່ງການໄຖ່ຂອງພຣະອົງຈະ ຊຳລະ ໃຫ້ເຮົາສະອາດ ເມື່ອເຮົາ [ປະຖິ້ມ] ທຳມະຊາດຂອງມະນຸດ.”15 ສິ່ງນີ້ ຈະນຳຄວາມຫວັງມາສູ່ທຸກຄົນ, ໂດຍສະເພາະຜູ້ທີ່ຮູ້ສຶກວ່າ ຄວາມອ່ອນແອຂອງມະນຸດທີ່ເກີດຂຶ້ນຄືນອີກນັ້ນ ແມ່ນເກີນກວ່າຄວາມເຕັມພຣະໄທຂອງພຣະຜູ້ຊ່ອຍໃຫ້ລອດທີ່ຈະຊ່ອຍເຫລືອ ແລະ ຊ່ອຍໃຫ້ລອດ.
ໃນການຈັດຫາໂອກາດເພື່ອໃຫ້ພຣະຜູ້ຊ່ອຍໃຫ້ລອດໃຫ້ຄວາມແຈ່ມແຈ້ງແກ່ເຮົາ,16 ເທື່ອໜຶ່ງ ເປໂຕໄດ້ສອບຖາມວ່າ ລາວຄວນໃຫ້ອະໄພພີ່ນ້ອງຂອງລາວຈັກເທື່ອ ແລະ ແລ້ວໄດ້ທູນຖາມວ່າ, “ເຖິງເຈັດເທື່ອບໍ?” ແນ່ນອນວ່ານັ້ນຈະພຽງພໍ. ແຕ່ຄຳຕອບຂອງພຣະຜູ້ຊ່ອຍໃຫ້ລອດ ໄດ້ເປີດທາງໃຫ້ເຮົາເຂົ້າໃຈພຣະໄທທີ່ມີເມດຕາຂອງ ພຣະອົງ ວ່າ: “ບໍ່, ບໍ່ແມ່ນເຈັດເທື່ອ: ແຕ່ເຈັດສິບເທື່ອຄູນເຈັດ.”17
ພຣະຜູ້ເປັນເຈົ້າຮັກເຮົາ ແລະ ປະສົງໃຫ້ເຮົາເຂົ້າໃຈຄວາມເຕັມພຣະໄທຂອງພຣະອົງທີ່ຈະໃຫ້ອະໄພ. ຫລາຍກວ່າ 20 ໂອກາດໃນພຣະຄຳພີ Doctrine and Covenants, ພຣະຜູ້ເປັນເຈົ້າໄດ້ບອກຜູ້ທີ່ພຣະອົງໄດ້ກ່າວຕໍ່ວ່າ, ບາບຂອງເຂົາເຈົ້າໄດ້ຮັບການໃຫ້ອະໄພແລ້ວ ຫລືວ່າໃນຖ້ອຍຄຳທີ່ຄ້າຍຄືກັນນີ້.18 ໃນຈຳນວນເຄິ່ງໜຶ່ງຂອງໂອກາດເຫລົ່ານັ້ນ, ພຣະຄຳຂອງພຣະຜູ້ເປັນເຈົ້າ ແມ່ນກ່າວຕໍ່ສາດສະດາໂຈເຊັບ ສະມິດ ໂດຍສະເພາະ, ບາງເທື່ອກໍກ່າວເຖິງເພິ່ນຄົນດຽວ, ບາງເທື່ອກໍກ່າວເຖິງຄົນອື່ນດ້ວຍ.19 ພຣະຄຳທຳອິດເຫລົ່ານີ້ ຖືກບັນຖຶກໄວ້ໃນປີ 1830, ພຣະຄຳສຸດທ້າຍຖືກບັນທຶກໄວ້ ໃນປີ 1843. ສະນັ້ນ, ເປັນເວລາຫລາຍປີ, ພຣະຜູ້ເປັນເຈົ້າໄດ້ບອກໂຈເຊັບ ຊ້ຳແລ້ວຊ້ຳອີກວ່າ, ບາບຂອງເພິ່ນໄດ້ຮັບການໃຫ້ອະໄພແລ້ວ.
ເຖິງແມ່ນວ່າໂຈເຊັບບໍ່ໄດ້ເຮັດບາບທີ່ຮ້າຍແຮງ ຫລື ສາຫັດ,20 ມັນກໍຈະດີສຳລັບເຮົາ ທີ່ຈະຈື່ຈຳໄວ້ວ່າ ດ້ວຍຂໍ້ຍົກເວັ້ນສອງສາມຂໍ້, “ເຈັດສິບເທື່ອຄູນເຈັດ” ຂອງພຣະຜູ້ເປັນເຈົ້ານັ້ນ ບໍ່ໄດ້ຈຳກັດຕໍ່ການໃຫ້ອະໄພ ອີງຕາມຄວາມຮ້າຍແຮງຂອງບາບເທົ່ານັ້ນ.
ເມື່ອໄດ້ກ່າວຕໍ່ພວກແອວເດີທີ່ໄດ້ເຕົ້າໂຮມກັນຢູ່ເມືອງເຄີດແລນ, ພຣະຜູ້ເປັນເຈົ້າໄດ້ກ່າວວ່າ ພຣະອົງປະສົງຈະໃຫ້ເຂົາເຈົ້າເອົາຊະນະໂລກ; ດັ່ງນັ້ນ ພຣະອົງຈະມີຄວາມເມດຕາສົງສານເຂົາເຈົ້າ.21 ພຣະຜູ້ເປັນເຈົ້າຮູ້ຈັກຄວາມອ່ອນແອຂອງເຮົາ ແລະ ຜົນສະທ້ອນນິລັນດອນຂອງ “ໂລກ” ທີ່ມີຕໍ່ບັນດາຊາຍ ແລະ ຍິງທີ່ບໍ່ດີພ້ອມ.22 ຄຳທີ່ວ່າ ດັ່ງນັ້ນ ໃນຂໍ້ນີ້ ເປັນຄຳຢືນຢັນຂອງພຣະອົງວ່າ ໃນທີ່ສຸດ ພຽງແຕ່ຄວາມເມດຕາສົງສານຂອງພຣະອົງເທົ່ານັ້ນ ທີ່ເຮົາອາດຈະ “ເອົາຊະນະໂລກໄດ້.” ຄວາມເມດຕາສົງສານນັ້ນຖືກສະແດງໃຫ້ປະຈັກແນວໃດ? ຕໍ່ບັນດາແອວເດີກຸ່ມດຽວກັນນີ້ ໃນເມືອງເຄີດແລນ ພຣະອົງໄດ້ກ່າວວ່າ, ພຣະອົງໄດ້ໃຫ້ອະໄພບາບຂອງເຂົາເຈົ້າ ແລ້ວ.23ພຣະຜູ້ຊ່ອຍໃຫ້ລອດປະສົງຈະໃຫ້ອະໄພ.
ບໍ່ມີຄົນໃດຈຳເປັນຕ້ອງຄາດຄິດໄດ້ວ່າ ການໃຫ້ອະໄພນີ້ຈະເກີດຂຶ້ນໄດ້ປາດສະຈາກການກັບໃຈ. ແນ່ນອນ, ພຣະຜູ້ເປັນເຈົ້າໄດ້ປະກາດວ່າ, ພຣະອົງຜູ້ເປັນພຣະຜູ້ເປັນເຈົ້າຈະໃຫ້ອະໄພບາບແກ່ຜູ້ຄົນທີ່ສາລະພາບ ບາບຂອງເຂົາເຈົ້າຕໍ່ພຣະພັກຂອງພຣະອົງ ແລະ ທູນຂໍການໃຫ້ອະໄພ, ແລະ ແລ້ວພຣະອົງໄດ້ຕື່ມເງື່ອນໄຂຕັກເຕືອນວ່າ, ຜູ້ທີ່ບໍ່ໄດ້ເຮັດບາບຈົນເຖິງຄວາມຕາຍ.24 ເຖິງແມ່ນວ່າພຣະຜູ້ເປັນເຈົ້າ ບໍ່ເບິ່ງບາບດ້ວຍລະດັບການຍິນຍອມແມ່ນແຕ່ນ້ອຍທີ່ສຸດ,25 ແຕ່ພຣະອົງຍັງແບ່ງແຍກຄວາມ ຮ້າຍແຮງຂອງບາບບາງຢ່າງ. ພຣະອົງກຳນົດວ່າ ຈະບໍ່ມີການໃຫ້ອະໄພສຳລັບການ “ເວົ້າໝິ່ນປະໝາດຕໍ່ສູ້ພຣະວິນຍານບໍລິສຸດ.”26 ພຣະອົງປະກາດເຖິງຄວາມຮ້າຍແຮງຂອງການຄາດຕະກຳ27 ແລະ ເນັ້ນໜັກເຖິງຄວາມຮ້າຍແຮງຂອງບາບທາງເພດ ດັ່ງເຊັ່ນ ການຫລິ້ນ ຊູ້.28 ດ້ວຍການເຮັດບາບທາງເພດຊ້ຳແລ້ວຊ້ຳອີກ ພຣະອົງໄດ້ເຮັດໃຫ້ເປັນທີ່ຮູ້ກັນເຖິງຄວາມຍາກລຳບາກທີ່ຈະເພີ່ມທະວີຂຶ້ນ ທີ່ຈະໄດ້ຮັບການໃຫ້ອະໄພຈາກພຣະອົງ.29 ແລະ ພຣະອົງໄດ້ກ່າວວ່າ ຄົນທີ່ເຮັດບາບຕໍ່ຄວາມສະຫວ່າງທີ່ຍິ່ງໃຫຍ່ກວ່າ ຈະໄດ້ຮັບການກ່າວໂທດທີ່ໃຫຍ່ຫລວງກວ່າ.30 ແຕ່, ໃນຄວາມເມດຕາປານີຂອງພຣະອົງ, ພຣະອົງອະນຸຍາດໃຫ້ມີການປັບປຸງໄປຕາມເວລາ ແທນທີ່ຈະຮຽກຮ້ອງຄວາມດີພ້ອມໃນທັນທີທັນໃດ. ແມ່ນແຕ່ກັບການເຮັດບາບທັງຫລາຍ ທີ່ເປັນຜົນສະທ້ອນຂອງຄວາມອ່ອນແອຂອງຊີວິດມະຕະ, ຂະນະທີ່ເຮົາກັບໃຈເລື້ອຍໄປ ແລະ ສະແຫວງຫາການໃຫ້ ອະໄພຈາກພຣະອົງ, ພຣະອົົງຈະໃຫ້ອະໄພ, ເທື່ອແລ້ວເທື່ອອີກ.31
ເພາະຍ້ອນສິ່ງນີ້, ເຮົາທຸກຄົນ, ຮ່ວມທັງຜູ້ທີ່ກຳລັງດີ້ນລົນ ທີ່ຈະເອົາຊະນະພຶດຕິກຳທີ່ຕິດແສດ ດັ່ງເຊັ່ນ ການໃຊ້ຂອງເສບຕິດ ແລະ ໜັງສືລາມົກ ແລະ ທຸກຄົນທີ່ຢູ່ໃກ້ຊິດເຂົາເຈົ້າ, ສາມາດຮູ້ໄດ້ວ່າພຣະຜູ້ເປັນເຈົ້າຈະຮັບຮູ້ຄວາມພະຍາຍາມທີ່ຊອບທຳຂອງເຮົາ ແລະ ຈະໃຫ້ອະໄພເຮົາດ້ວຍຄວາມຮັກ ເມື່ອການກັບໃຈນັ້ນສົມບູນຄົບຖ້ວນ, ຈົນເຖິງ “ເຈັດສິບເທື່ອຄູນເຈັດ.” ແຕ່ນີ້ບໍ່ໄດ້ໝາຍຄວາມວ່າ ເຮົາອາດຈະກັບຄືນໄປເຮັດບາບນັ້ນ ຢ່າງເຕັມໃຈ ປາດສະຈາກການຖືກລົງໂທດ.32
ພຣະຜູ້ເປັນເຈົ້າສົນໃຈໃນເລື່ອງຫົວໃຈຂອງເຮົາສະເໝີ,33 ແລະ ການອ້າງເຖິງສັດທາຈອມປອມບໍ່ໄດ້ໃຫ້ການຮັບຮອງບາບ.34 ໃນຍຸກສະໄໝນີ້ ພຣະຜູ້ເປັນເຈົ້າໄດ້ເຕືອນຜູ້ຮັບໃຊ້ຂອງພຣະອົງຄົນໜຶ່ງເຖິງການອ້າງເຫດຜົນດັ່ງກ່າວໂດຍການປະກາດວ່າ, ໃຫ້ [ລາວ] ລະອາຍພັກພວກນີໂກລາຍຕັນ ແລະ ຄວາມໜ້າກຽດຊັງລັບໆທັງໝົດຂອງເຂົາເຈົ້າ.35 ພວກນີໂກລາຍຕັນເປັນນິກາຍທາງສາດສະໜາໂບຮານ ທີ່ໄດ້ອ້າງວ່າ ເຂົາເຈົ້າໄດ້ຮັບອະນຸຍາດໃຫ້ເຮັດບາບທາງເພດ ໂດຍອາໄສພຣະຄຸນຂອງພຣະຜູ້ເປັນເຈົ້າ.36 ສິ່ງນີ້ບໍ່ໄດ້ເປັນຄວາມພໍພຣະໄທຕໍ່ພຣະຜູ້ເປັນເຈົ້າ.37 ຄວາມເມດຕາສົງສານ ແລະ ພຣະຄຸນຂອງພຣະອົງ ຈະບໍ່ໃຫ້ຂໍ້ແກ້ຕົວແກ່ເຮົາ ເມື່ອໃຈຂອງເຮົາບໍ່ອີ່ມ .... [ແລະ ເຮົາ] ບໍ່ເຊື່ອຟັງຄວາມຈິງ, ແຕ່ມີຄວາມພໍໃຈໃນຄວາມບໍ່ຊອບທຳ.”38 ແທ້ຈິງແລ້ວ, ຫລັງຈາກ ໄດ້ເຮັດທຸກສິ່ງທຸກຢ່າງທີ່ເຮົາສາມາດເຮັດໄດ້,39 ຄວາມເມດຕາສົງສານ ແລະ ພຣະຄຸນຂອງພຣະອົງເປັນວິທີທາງທີ່ “ໃນຂັ້ນຕອນຂອງເວລາ”40 ເຮົາຈະເອົາຊະນະໂລກໄດ້ ຜ່ານອຳນາດ ທີ່ເຮັດໃຫ້ສາມາດຂອງການຊົດໃຊ້. ໂດຍການສະແຫວງຫາຂອງປະທານທີ່ລ້ຳຄ່ານີ້, ຢ່າງຖ່ອມຕົນ “ສິ່ງທີ່ອ່ອນແອນັ້ນ ກັບມາເຂັ້ມແຂງສຳລັບ [ເຮົາ],”41 ແລະ ໂດຍຄວາມເຂັ້ມແຂງ ຂອງພຣະອົງ, ເຮົາຈະຖືກເຮັດໃຫ້ສາມາດ ເພື່ອເຮັດສິ່ງທີ່ເຮົາຈະບໍ່ສາມາດເຮັດໄດ້ດ້ວຍຕົວເຮົາເອງ.
ພຣະຜູ້ເປັນເຈົ້າເບິ່ງຄວາມສະຫວ່າງທີ່ເຮົາໄດ້ຮັບ,42 ຄວາມປາດຖະໜາຂອງໃຈເຮົາ,43 ແລະ ການກະທຳຂອງເຮົາ,44 ແລະ ເມື່ອເຮົາກັບໃຈ ແລະ ສະແຫວງຫາການໃຫ້ອະໄພຂອງພຣະອົງ, ພຣະອົງຈະໃຫ້ອະໄພ. ເມື່ອເຮົາພິຈາລະນາຊີວິດຂອງເຮົາເອງ ແລະ ຊີວິດຂອງຜູ້ຄົນທີ່ເຮົາຮັກ ແລະ ຄົນທີ່ເຮົາຮູ້ຈັກ, ເຮົາຄວນຈະເຕັມໃຈໃຫ້ອະໄພຕົວເຮົາເອງ ແລະ ຜູ້ອື່ນຢ່າງເທົ່າທຽມກັນດ້ວຍ.45
ປຶ້ມ ຈົ່ງສອນພຣະກິດຕິຄຸນຂອງເຮົາ ກ່າວເຖິງຄວາມຍາກລຳບາກໃນການເອົາຊະນະພຶດຕິກຳທີ່ຕິດແສດ ແລະ ຊຸກຍູ້ຜູ້ນຳຖານະປະໂລຫິດ ແລະ ສະມາຊິກວ່າ “ບໍ່ໃຫ້ຕົກໃຈ ຫລື ທໍ້ຖອຍໃຈ” ຖ້າຫາກວ່າຜູ້ສົນໃຈ ຫລື ສະມາຊິກໃໝ່ຍັງດີ້ນລົນຢູ່ກັບບັນຫາດັ່ງກ່າວ. ແທ້ຈິງແລ້ວ, ເຮົາຖືກແນະນຳໃຫ້ “ສະແດງຄວາມໝັ້ນໃຈນຳຄົນນັ້ນ ແລະ ບໍ່ໃຫ້ຕັດສິນ ... (ຖືວ່າ) ມັນເປັນການໝູນກັບທີ່ອະທິບາຍໄດ້ ແລະ ຊົ່ວຄາວ.”46 ເຮົາຈະປະຕິບັດນ້ອຍໄປກວ່ານີ້ບໍ ກັບລູກໆ ຫລື ສະມາຊິກໃນຄອບຄົວຂອງເຮົາເອງ ຜູ້ທີ່ດີ້ນລົນຢູ່ກັບບັນຫາທີ່ຄ້າຍຄືກັນນີ້, ຜູ້ທີ່ໄດ້ຫລົງທາງໄປຊົ່ວຄາວໜຶ່ງຈາກເສັ້ນທາງແຫ່ງຄວາມຊອບທຳ? ແນ່ນອນວ່າ ເຂົາເຈົ້າຄວນຈະໄດ້ຮັບຄວາມໝັ້ນຄົງ, ຄວາມອົດທົນ, ແລະ ຄວາມຮັກ ແລະ ແນ່ນອນວ່າ ທັງການໃຫ້ອະໄພຂອງເຮົາດ້ວຍ.
ໃນກອງປະຊຸມໃຫຍ່ສາມັນ ເມື່ອເດືອນຕຸລາທີ່ຜ່ານມານີ້, ປະທານມອນສັນ ໄດ້ແນະນຳວ່າ:
“ເຮົາຕ້ອງຄິດວ່າ ຄົນເຫລົ່ານັ້ນສາມາດປ່ຽນໄດ້. ເຂົາເຈົ້າສາມາດຖິ້ມໃຈເກົ່າ. ເຂົາເຈົ້າສາມາດກັບໃຈຈາກການລ່ວງລະເມີດ. ...
“... ເຮົາສາມາດຊ່ອຍເຂົາເຈົ້າໃຫ້ເອົາຊະນະຄວາມອ່ອນແອຂອງເຂົາເຈົ້າ. ເຮົາຕ້ອງພັດທະນາຄວາມສາມາດທີ່ຈະເຫັນຜູ້ຊາຍ ບໍ່ແມ່ນ ດັ່ງທີ່ເຂົາເຈົ້າເປັນຢູ່ໃນຕອນນີ້ ແຕ່ດັ່ງທີ່ເຂົາເຈົ້າຈະເປັນຄົນແບບໃດ.”47
ໃນກອງປະຊຸມຂອງສາດສະໜາຈັກໃນຕອນເລີ່ມຕົ້ນ, ທີ່ຄ້າຍຄືກັນກັບກອງປະຊຸມໃຫຍ່ສາມັນນີ້, ພຣະຜູ້ເປັນເຈົ້າໄດ້ບອກສະມາຊິກວ່າ:
ເຂົາເຈົ້າສະອາດ, ແຕ່ບໍ່ທັງໝົດ; ...
ເພາະ ເນື້ອໜັງທັງປວງ ເສື່ອມຊາມຕໍ່ພຣະອົງ. ...
ຕາມຈິງແລ້ວ ບາງຄົນໄດ້ເຮັດຜິດຕໍ່ພຣະອົງ, ແຕ່ພຣະອົງຈະມີເມດຕາຕໍ່ຄວາມອ່ອນແອ ຂອງເຂົາເຈົ້າ.48
ຂ່າວສານຂອງພຣະອົງກໍເໝືອນເດີມໃນທຸກວັນນີ້.
ພຣະບິດາເທິງສະຫວັນຂອງເຮົາຮູ້ສິ່ງທີ່ເຮົາກຳລັງປະເຊີນຢູ່, ວ່າເຮົາທຸກຄົນເຮັດບາບ ແລະ “ຫ່າງໄກຈາກພຣະເຈົ້າ”49 ເທື່ອແລ້ວເທື່ອອີກ. ພຣະອົງ “ຈະຮັບເອົາຄວາມບົກພ່ອງຂອງມະນຸດ ເພື່ອ ພຣະອົງຈະຮູ້ຈັກ ທີ່ຈະຊ່ອຍເຫລືອຜູ້ຄົນຂອງພຣະອົງ ຕາມຄວາມບົກພ່ອງຂອງພວກເຂົາ.”50 ພຣະບຸດຂອງພຣະອົງສອນເຮົາໃຫ້ “ສວດອ້ອນວອນສະເໝີ ເພື່ອ ບໍ່ ໃຫ້ [ເຮົາ] ເຂົ້າຢູ່ໃນການລໍ້ລວງ.”51 ເຮົາຖືກບອກໃຫ້ “ເອີ້ນຫາພຣະອົງເພື່ອ ຄວາມເມດຕາ; ເພາະພຣະອົງມີອະນຸພາບທີ່ຈະຊ່ອຍໃຫ້ລອດ.”52 ພຣະອົງບັນຊາໃຫ້ເຮົາກັບໃຈ53 ແລະ ໃຫ້ອະໄພ.54 ແລະ ເຖິງແມ່ນວ່າ ການກັບໃຈບໍ່ເປັນເລື່ອງງ່າຍ, ເມື່ອເຮົາພະຍາຍາມສຸດຫົວໃຈຂອງເຮົາ ທີ່ຈະເຊື່ອຟັງພຣະກິດຕິຄຸນຂອງພຣະອົງ, ພຣະອົງໃຫ້ຄຳສັນຍານີ້ວ່າ ຕາມຄວາມຈິງ ແລ້ວ ພຣະອົງກ່າວກັບພວກເຮົາ, ເຖິງແມ່ນວ່າ [ພວກເຮົາ] ມີບາບ, ແຕ່ອຸທອນຂອງພຣະອົງຍັງເຕັມໄປດ້ວຍຄວາມເມດຕາຕໍ່ [ພວກເຮົາ]. ພຣະອົງຈະບໍ່ຂັບໄລ່ [ພວກເຮົາ] ໃຫ້ອອກໄປ; ແລະ ໃນວັນແຫ່ງພຣະພິໂລດຂອງພຣະອົງ ພຣະອົງຈະລະນຶກເຖິງຄວາມເມດຕາ.55 ພຣະຜູ້ຊ່ອຍໃຫ້ລອດປະສົງຈະໃຫ້ອະໄພ.
ແຕ່ລະອາທິດ ນັກຮ້ອງປະສານສຽງມໍມອນ ແທໂບແນໂກ ເລີ່ມການຖ່າຍທອດທີ່ດົນໃຈດ້ວຍຖ້ອຍຄຳທີ່ເຊີດຊູຂອງເພງສວດທີ່ຄຸ້ນເຄີຍຂອງ ວິວລຽມ ດັບເບິນຢູ ແຟວສ໌ ຊື່ “Gently Raise the Sacred Strain.” ຖ້ອຍຄຳທີ່ບໍ່ຄຸ້ນເຄີຍ ແຕ່ເປັນທີ່ປອບໂຍນ ແມ່ນຖ້ອຍຄຳທີ່ຢູ່ໃນຂໍ້ທີສີ່ ທີ່ວ່າ:
ພຣະເຈົ້າຊົງສັກສິດ.
ຊອບທຳ ພຣະຄຳ ມີຄ່າມະຫາສານ: ...
ກັບໃຈເນົານານ;
ແມ່ນແຕ່ບາບທ່ານແດງສ່ານພຽງໃດ,
ໂອ້, ກັບໃຈ, ພຣະຈະຍົກໂທດ.56
ຂ້າພະເຈົ້າເຊື້ອເຊີນທ່ານໃຫ້ຈື່ຈຳ ແລະ ເຊື່ອໃນພຣະຄຳຂອງພຣະຜູ້ເປັນເຈົ້າ ແລະ ໃຫ້ໃຊ້ສັດທາໃນພຣະອົງໄປສູ່ການກັບໃຈ.57 ພຣະອົງຮັກທ່ານ. ພຣະອົງປະສົງຈະໃຫ້ອະໄພ. ຂ້າພະເຈົ້າເປັນພະຍານໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.