ມາເຖີດ, ບຸດທັງຫລາຍຂອງພຣະເຈົ້າ
ຂໍໃຫ້ເຮົາແຕ່ລະຄົນ ຈົ່ງຄົ້ນຄວ້າພຣະຄຳພີຢ່າງພາກພຽນ, ຈົ່ງວາງແຜນຊີວິດຂອງທ່ານດ້ວຍຈຸດປະສົງ, ຈົ່ງສອນດ້ວຍປະຈັກພະຍານ, ແລະ ຈົ່ງຮັບໃຊ້ພຣະຜູ້ເປັນເຈົ້າດ້ວຍຄວາມຮັກ.
ສອງເທື່ອຕໍ່ປີ ສູນກາງປະຊຸມທີ່ສວຍງາມນີ້ເບິ່ງຄືກ່າວກັບເຮົາດ້ວຍສຽງທີ່ເຊື້ອເຊີນວ່າ, “ມາເຖີດ, ບຸດທັງຫລາຍຂອງພຣະເຈົ້າ ຜູ້ໄດ້ຮັບຖານະປະໂລຫິດ.”1 ມີຄວາມຮູ້ສຶກພິເສດທີ່ຂະຫຍາຍໄປທົ່ວກອງປະຊຸມຖານະປະໂລຫິດຂອງສາດສະໜາຈັກ.
ຄ່ຳຄືນນີ້ ມີອ້າຍນ້ອງຫລາຍພັນຄົນຕະຫລອດທົ່ວໂລກທີ່ກຳລັງຮັບໃຊ້ພຣະຜູ້ເປັນເຈົ້າໃນຖານະຜູ້ສອນສາດສະໜາ. ດັ່ງທີ່ຂ້າພະເຈົ້າໄດ້ກ່າວໃນມື້ເຊົ້ານີ້, ຕອນນີ້ເຮົາມີຜູ້ສອນສາດສະໜາຫລາຍກວ່າ 65,000 ຄົນ ຢູ່ໃນສະໜາມເຜີຍແຜ່, ມີຫລາຍພັນຄົນຕື່ມອີກທີ່ເຕັມໃຈຈະເຂົ້າໄປໃນສູນຝຶກອົບຮົມ ຫລື ໄດ້ສົ່ງໃບສະໝັກໄປແລ້ວ. ພວກເຮົາຮັກ ແລະ ຍ້ອງຍໍຜູ້ທີ່ເຕັມໃຈຮັບໃຊ້ດ້ວຍຄວາມກະຕືລືລົ້ນ.
ພຣະຄຳພີທີ່ສັກສິດບໍ່ໄດ້ບັນຈຸການປະກາດໃດທີ່ກ່ຽວພັນ, ໜ້າທີ່ໃດທີ່ຜູກມັດ, ຄຳແນະນຳໃດທີ່ເຈາະຈົງ ຫລາຍໄປກວ່າຄຳແນະນຳຂອງພຣະຜູ້ເປັນເຈົ້າທີ່ຟື້ນຄືນຊີວິດແລ້ວ ເມື່ອພຣະອົງໄດ້ປະກົດຢູ່ໃນແຂວງຄາລີເລ ຕໍ່ພວກສາວົກສິບເອັດຄົນຂອງພຣະອົງ. ພຣະອົງໄດ້ກ່າວວ່າ:
“ເຫດສະນັ້ນ ແລ້ວພວກເຈົ້າຈົ່ງໄປ ຈົ່ງເຮັດໃຫ້ຄົນທຸກຊາດເປັນລູກສິດໃຫ້ເຂົາຮັບບັບຕິສະມາໃນພຣະນາມແຫ່ງພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດ:
“ສັ່ງສອນເຂົາໃຫ້ຖືຮັກສາທຸກໆສິ່ງທີ່ເຮົາໄດ້ສັ່ງພວກເຈົ້າໄວ້ແລ້ວນັ້ນ, ນີ້ແຫລະ ເຮົາຢູ່ກັບເຈົ້າທັງຫລາຍທຸກໆວັນຈົນສິ້ນໂລກນີ້.”2
ພຣະບັນຍັດຈາກສະຫວັນ, ພ້ອມດ້ວຍຄຳສັນຍາອັນຮຸ່ງເຫລື້ອມນີ້ ເປັນສິ່ງນຳພາເຮົາໃນເວລານີ້ ດັ່ງທີ່ມັນໄດ້ເປັນໃນວັນເວລາຂອງພຣະເຢຊູຄຣິດ. ວຽກງານເຜີຍແຜ່ເປັນສິ່ງບົ່ງບອກເຖິງລັກສະນະຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ. ດັ່ງທີ່ເຄີຍເປັນມາ; ແລະ ກໍຈະເປັນເຊັ່ນນີ້ໄປຕະຫລອດ. ສາດສະດາໂຈເຊັບ ສະມິດ ໄດ້ປະກາດວ່າ, “ໃນທຸກສິ່ງທີ່ໄດ້ກ່າວມາແລ້ວ, ໜ້າທີ່ສຳຄັນທີ່ສຸດຄືການສັ່ງສອນພຣະກິດຕິຄຸນ.”3
ພາຍໃນສອງປີສັ້ນໆ, ຜູ້ສອນສາດສະໜາເຕັມເວລາທັງໝົດທີ່ກຳລັງຮັບໃຊ້ຢູ່ໃນກອງທັບທີ່ມີກຽດຂອງພຣະເຈົ້າ ຈະສອນສຳເລັດ ແລະ ກັບຄືນບ້ານຫາຄົນທີ່ເຂົາເຈົ້າຮັກ. ສຳລັບພວກແອວເດີ, ຜູ້ຈະໄປແທນເຂົາເຈົ້າ ແມ່ນມີຢູ່ໃນທີ່ນີ້ ໃນຕຳແໜ່ງຖານະປະໂລຫິດແຫ່ງອາໂຣນ. ຊາຍໜຸ່ມທັງຫລາຍ, ພວກເຈົ້າຕຽມພ້ອມແລ້ວບໍ? ພວກເຈົ້າເຕັມໃຈທີ່ຈະເຮັດວຽກງານບໍ? ພວກເຈົ້າຕຽມພ້ອມແລ້ວບໍທີ່ຈະຮັບໃຊ້?
ໃນທາງທີ່ດີທີ່ສຸດ, ວຽກງານເຜີຍແຜ່ຈະປ່ຽນແບບແຜນຂອງການດຳລົງຊີວິດຂອງບຸກຄົນ. ມັນຮຽກຮ້ອງເວລາ, ການອຸທິດຕົນ, ການເສຍສະລະ ແລະ ການອະທິຖານຢ່າງຈິງຈັງຫລາຍທີ່ສຸດ. ຜົນສະທ້ອນກໍຄື ການຮັບໃຊ້ຂອງຜູ້ສອນສາດສະໜາທີ່ອຸທິດຕົນ ຈະນຳຄວາມສຸກນິລັນດອນມາໃຫ້, ຊຶ່ງດຳເນີນຕໍ່ໄປຕະຫລອດຊ່ວງມະຕະ ແລະ ໄປເຖິງນິລັນດອນ.
ການທ້າທາຍຂອງເຮົາຄື ຕ້ອງເປັນຜູ້ຮັບໃຊ້ທີ່ມີປະສິດທິພາບກວ່າໃນສວນອະງຸ່ນຂອງພຣະຜູ້ເປັນເຈົ້າ. ສິ່ງນີ້ແມ່ນສຳລັບເຮົາທຸກຄົນ, ບໍ່ວ່າຈະມີອາຍຸເທົ່າໃດກໍຕາມ, ແລະ ບໍ່ແມ່ນສຳລັບຜູ້ທີ່ກຳລັງຕຽມຕົວທີ່ຈະຮັບໃຊ້ເປັນຜູ້ສອນສາດສະໜາເຕັມເວລາເທົ່ານັ້ນ, ເພາະເຮົາທຸກຄົນໄດ້ຖືກສັ່ງໃຫ້ແບ່ງປັນພຣະກິດຕິຄຸນຂອງພຣະຄຣິດ.
ຂ້າພະເຈົ້າຂໍແນະນຳແບບແຜນຢ່າງໜຶ່ງທີ່ຈະຊ່ອຍໃຫ້ເຮົາບັນລຸຜົນສຳເລັດ: ໜຶ່ງ, ຈົ່ງຄົ້ນຄວ້າພຣະຄຳພີຢ່າງພາກພຽນ ສອງ, ຈົ່ງວາງແຜນຊີວິດຂອງທ່ານດ້ວຍຈຸດປະສົງ (ແລະ, ຂ້າພະເຈົ້າຂໍຕື່ມ, ຈົ່ງວາງແຜນຊີວິດຂອງທ່ານບໍ່ວ່າທ່ານຈະມີອາຍຸເທົ່າໃດກໍຕາມ); ສາມ, ຈົ່ງສອນດ້ວຍປະຈັກພະຍານ; ແລະ ສີ່, ຈົ່ງຮັບໃຊ້ພຣະຜູ້ເປັນເຈົ້າດ້ວຍຄວາມຮັກ.
ໃຫ້ເຮົາພິຈາລະນາແບບແຜນແຕ່ລະຢ່າງເຫລົ່ານີ້.
ໜຶ່ງ, ຈົ່ງຄົ້ນຄວ້າພຣະຄຳພີຢ່າງພາກພຽນ.
ພຣະຄຳພີເປັນພະຍານເຖິງພຣະເຈົ້າ ແລະ ບັນຈຸຖ້ອຍຄຳແຫ່ງຊີວິດນິລັນດອນ. ມັນກາຍເປັນພື້ນຖານຂອງຂ່າວສານຂອງເຮົາ.
ສິ່ງສຳຄັນໃນຫລັກສູດຂອງສາດສະໜາຈັກແມ່ນພຣະຄຳພີທີ່ສັກສິດ, ໂຄງການ, ແລະ ການປະສານງານຜ່ານການຮ່ວມໄມ້ຮ່ວມມື. ເຮົາໄດ້ຖືກຊຸກຍູ້ໃຫ້ສຶກສາພຣະຄຳພີທຸກມື້ດ້ວຍຕົວເອງ ແລະ ກັບຄອບຄົວຂອງເຮົາ.
ຂ້າພະເຈົ້າຂໍກ່າວເຖິງສິ່ງໜຶ່ງທີ່ເຮົາທຸກຄົນສາມາດນຳໃຊ້ໄດ້ໃນຊີວິດ. ຢູ່ໃນພຣະຄຳພີມໍມອນ, ບົດທີ 17 ໃນໜັງສືຂອງແອວມາ, ເຮົາໄດ້ອ່ານເລື່ອງລາວກ່ຽວກັບຄວາມສຸກຂອງແອວມາຕອນເພິ່ນໄດ້ພົບກັບພວກລູກຊາຍຂອງໂມໄຊຢາ ແລະ ເຫັນເຂົາເຈົ້າຍຶດໝັ້ນຢູ່ໃນອຸດົມການແຫ່ງຄວາມຈິງ. ບັນທຶກໄດ້ບອກເຮົາວ່າ “ເຂົາເຈົ້າໄດ້ໝັ້ນຄົງໃນຄວາມຮູ້ເລື່ອງຄວາມຈິງ; ເພາະເຂົາເຈົ້າເປັນຄົນມີຄວາມເຂົ້າໃຈຢ່າງເລິກຊຶ້ງ ແລະ ເຂົາເຈົ້າໄດ້ຄົ້ນຄວ້າພຣະຄຳພີຢ່າງພາກພຽນ, ເພື່ອເຂົາເຈົ້າຈະໄດ້ຮູ້ຈັກພຣະຄຳຂອງພຣະເຈົ້າ.
“ແຕ່ນີ້ຍັງບໍ່ໝົດ; ເຂົາເຈົ້າຍອມຕົນໃນການອະທິຖານ, ແລະ ການຖືສິນອົດເຂົ້າຫລາຍທີ່ສຸດ; ດັ່ງນັ້ນ ເຂົາເຈົ້າຈຶ່ງມີວິນຍານແຫ່ງການທຳນາຍ, ແລະ ວິນຍານແຫ່ງການເປີດເຜີຍຢູ່ນຳ, ແລະ ເວລາເຂົາເຈົ້າສິດສອນ, ເຂົາເຈົ້າກໍສິດສອນດ້ວຍອຳນາດ ແລະ ສິດອຳນາດຂອງພຣະເຈົ້າ.”4
ອ້າຍນ້ອງທັງຫລາຍ, ຈົ່ງຄົ້ນຄວ້າພຣະຄຳພີດ້ວຍຄວາມພາກພຽນ.
ສ່ວນປະກອບທີສອງ: ວາງແຜນຊີວິດຂອງທ່ານດ້ວຍຈຸດປະສົງ.
ບາງທີບໍ່ມີຊາວໜຸ່ມລຸ້ນໃດທີ່ເຄີຍປະເຊີນກັບການຕ້ອງໄດ້ຕັດສິນໃຈຫລາຍເທົ່າກັບຊາວໜຸ່ມໃນເວລານີ້. ຕ້ອງມີການຕຽມພ້ອມສຳລັບໂຮງຮຽນ, ການເຜີຍແຜ່, ແລະ ການແຕ່ງງານ. ສຳລັບບາງຄົນ, ຈະຮ່ວມດ້ວຍການເຂົ້າຮ່ວມກອງທັບທະຫານ.
ການຕຽມໄປເຜີຍແຜ່ແມ່ນເລີ່ມຕົ້ນແຕ່ຕອນຍັງນ້ອຍ. ນອກເໜືອໄປຈາກການຕຽມທາງວິນຍານແລ້ວ, ພໍ່ແມ່ທີ່ສະຫລາດຈະຊ່ອຍເຫລືອທາງດ້ານການເງິນ ເພື່ອວ່າລູກຊາຍຈະໄດ້ເລີ່ມຕົນເກັບທ້ອນເງິນຄຳແຕ່ຍັງນ້ອຍ. ຈະເປັນການດີທີ່ຈະຊຸກຍູ້ລູກໃຫ້ຮຽນພາສາອື່ນອີກ ເພື່ອວ່າຖ້າຈຳເປັນ, ເຂົາຈະສາມາດໃຊ້ພາສາທີ່ຮຽນມານັ້ນ. ແລ້ວວັນທີ່ສຳຄັນນັ້ນໄດ້ມາເຖິງ ເມື່ອອະທິການ ແລະ ປະທານສະເຕກເຊື້ອເຊີນຊາຍໜຸ່ມໃຫ້ໄປພົບ. ຄວາມມີຄ່າຄວນຈະຖືກພິຈາລະນາ; ການແນະນຳຜູ້ສອນສາດສະໜາຈະຖືກປະກອບໃຫ້ສຳເລັດ.
ບໍ່ມີເວລາໃດທີ່ຄອບຄົວຈະມີຄວາມຕື່ນເຕັ້ນຫລາຍໄປກວ່າການລໍຖ້າຈົດໝາຍທີ່ສົ່ງມາຈາກ 47 East South Temple, Salt Lake City, Utah. ເມື່ອໄດ້ຮັບຈົດໝາຍ, ຈະຮູ້ສຶກຢາກຮູ້ຢາກເຫັນຫລາຍທີ່ສຸດ, ແລ້ວຈະມີການອ່ານຈົດໝາຍນັ້ນ. ສ່ວນຫລາຍແລ້ວບ່ອນທີ່ຖືກສົ່ງໄປສອນຈະຢູ່ຫ່າງໄກຈາກບ້ານ. ບໍ່ວ່າຈະເປັນບ່ອນໃດກໍຕາມ, ຜູ້ສອນສາດສະໜາທີ່ຕຽມພ້ອມ ແລະ ເຊື່ອຟັງ ຈະກ່າວວ່າ: “ເຮົາຈະໄປ.”
ແລ້ວຈະເລີ່ມຕົ້ນຕຽມສຳລັບການໄປເຜີຍແຜ່. ຊາຍໜຸ່ມທັງຫລາຍ, ຂ້າພະເຈົ້າຫວັງວ່າພວກເຈົ້າຈະຮູ້ບຸນຄຸນຕໍ່ການເສຍສະລະຂອງພໍ່ແມ່ທີ່ໄດ້ເຮັດເພື່ອພວກເຈົ້າ ເພື່ອວ່າພວກເຈົ້າຈະສາມາດຮັບໃຊ້. ການອອກແຮງງານຂອງພວກເພິ່ນຈະຄ້ຳຊູພວກເຈົ້າ, ສັດທາຂອງພວກເພິ່ນຈະໃຫ້ກຳລັງໃຈແກ່ພວກເຈົ້າ, ຄຳອະທິຖານຂອງພວກເພິ່ນຈະເຊີດຊູພວກເຈົ້າຂຶ້ນ. ການເຜີຍແຜ່ເປັນວຽກງານຂອງຄອບຄົວ. ເຖິງແມ່ນຈະຢູ່ໄກກັນຢູ່ຟາກຟ້າ, ແຕ່ຫົວໃຈກໍຍັງເປັນໜຶ່ງ.
ຊາຍໜຸ່ມທັງຫລາຍ, ເມື່ອພວກເຈົ້າວາງແຜນກ່ຽວກັບຊີວິດຂອງພວກເຈົ້າ, ຈົ່ງຈື່ຈຳວ່າໂອກາດເຜີຍແຜ່ຂອງພວກເຈົ້າບໍ່ແມ່ນຕອນທີ່ພວກເຈົ້າເຜີຍແຜ່ເປັນທາງການເທົ່ານັ້ນ. ສຳລັບຜູ້ທີ່ຮັບໃຊ້ຢູ່ໃນກອງທັບທະຫານ, ເວລານັ້ນກໍຄວນເປັນໂອກາດຄືກັນ. ແຕ່ລະປີຊາຍໜຸ່ມຜູ້ຮັບໃຊ້ປະເທດຊາດ ຈະນຳບາງຄົນເຂົ້າມາສູ່ອານາຈັກຂອງພຣະເຈົ້າ ໂດຍການໃຫ້ກຽດແກ່ຖານະປະໂລຫິດຂອງເຂົາເຈົ້າ, ດຳລົງຊີວິດຕາມພຣະບັນຍັດຂອງພຣະເຈົ້າ, ແລະ ສອນພຣະຄຳແຫ່ງສະຫວັນຂອງພຣະຜູ້ເປັນເຈົ້າໃຫ້ແກ່ຄົນອື່ນ.
ຢ່າມອງຂ້າມສິດທິພິເສດຂອງພວກເຈົ້າທີ່ຈະເປັນຜູ້ສອນສາດສະໜາໃນຂະນະທີ່ພວກເຈົ້າເຂົ້າໂຮງຮຽນ. ຕົວຢ່າງຂອງພວກເຈົ້າໃນຖານະທີ່ເປັນໄພ່ພົນຍຸກສຸດທ້າຍຈະຖືກສັງເກດເບິ່ງ, ປະເມີນ, ແລະ ບາງເທື່ອ ຖືກຮຽນແບບ.
ອ້າຍນ້ອງທັງຫລາຍ, ບໍ່ວ່າທ່ານຈະມີອາຍຸຫລາຍໜ້ອຍເທົ່າໃດ, ບໍ່ວ່າສະພາບການຂອງທ່ານຈະເປັນແນວໃດກໍຕາມ, ຂ້າພະເຈົ້າຂໍແນະນຳທ່ານໃຫ້ ຕຽມສຳລັບຊີວິດດ້ວຍຈຸດປະສົງ.
ບັດນີ້ ສ່ວນປະກອບຢ່າງທີສາມ: ຈົ່ງສອນດ້ວຍປະຈັກພະຍານ.
ຈົ່ງເຊື່ອຟັງຕໍ່ຄຳແນະນຳຂອງອັກຄະສາວົກເປໂຕ ຜູ້ໄດ້ຊັກຊວນວ່າ: “ຈົ່ງມີໃຈພ້ອມຢູ່ສະເໝີ ເພື່ອພວກເຈົ້າຈະສາມາດຕອບແກ້ຕົວໄດ້ຕໍ່ທຸກຄົນທີ່ຖາມພວກເຈົ້າວ່າ ເຈົ້າມີເຫດຜົນປະການໃດ.”5 ຈົ່ງເປີດປາກ ແລະ ເປັນພະຍານເຖິງທຳມະຊາດອັນຈິງແທ້ຂອງຝ່າຍພຣະເຈົ້າ. ຈົ່ງປະກາດເປັນພະຍານກ່ຽວກັບພຣະຄຳພີມໍມອນ. ຈົ່ງບອກຄວາມຈິງອັນຮຸ່ງເຫລື້ອມ ແລະ ສວຍງາມທີ່ມີຢູ່ໃນແຜນແຫ່ງຄວາມລອດ.
ຕອນຂ້າພະເຈົ້າໄດ້ຮັບໃຊ້ເປັນປະທານເຜີຍແຜ່ຢູ່ປະເທດການາດາຫລາຍກວ່າ 50 ປີມາແລ້ວ, ຜູ້ສອນສາດສະໜາໜຸ່ມຄົນໜຶ່ງທີ່ມາຈາກເມືອງນ້ອຍ ໄດ້ງຶດງໍ້ກັບຄວາມໃຫຍ່ໂຕຂອງເມືອງໂທຣອນໂທ. ລາວເປັນຄົນເຕ້ຍ ແຕ່ປະຈັກພະຍານຂອງລາວໃຫຍ່ສູງ. ບໍ່ດົນຫລັງຈາກລາວໄດ້ມາເຖິງ, ພ້ອມດ້ວຍຄູ່ສອນຂອງລາວ, ລາວໄດ້ໄປຢ້ຽມຢາມທ່ານແອວເມີ ໂພແລນ ຢູ່ເມືອງໂອຊາວາ, ແຂວງອອນແທຣິໂອ, ປະເທດການາດາ. ໂດຍທີ່ຮູ້ສຶກອີດູຕົນໃນຄ່ຳຄືນທີ່ໜາວເຢັນ ແລະ ຫິມະຕົກ ທີ່ເຂົາເຈົ້າໄດ້ໄປເລາະເຄາະປະຕູ, ທ່ານໂພແລນ ໄດ້ເຊື້ອເຊີນເຂົາເຈົ້າໃຫ້ເຂົ້າໄປໃນເຮືອນຂອງລາວ. ເຂົາເຈົ້າໄດ້ແຈ້ງຂ່າວສານຂອງເຂົາເຈົ້າ. ລາວບໍ່ສົນໃຈ. ບໍ່ດົນລາວກໍໄດ້ບອກໃຫ້ເຂົາເຈົ້າອອກໄປຈາກເຮືອນຂອງລາວ ແລະ ບໍ່ໃຫ້ກັບຄືນໄປອີກ. ຖ້ອຍຄຳສຸດທ້າຍທີ່ລາວໄດ້ບອກຜູ້ສອນສາດສະໜາໃນຂະນະທີ່ເຂົາເຈົ້າຢູ່ນອກປະຕູເຮືອນຂອງລາວ ເປັນແບບຮ້າຍໆວ່າ: “ພວກເຈົ້າບອກຂ້ອຍບໍ່ໄດ້ວ່າ ພວກເຈົ້າເຊື່ອວ່າ ໂຈເຊັບ ສະມິດ ເປັນສາດສະດາຂອງພຣະເຈົ້າແທ້ໆ ແມ່ນບໍ!”
ປະຕູໄດ້ປິດ. ພວກແອວເດີໄດ້ຍ່າງໄປຕາມທາງ. ແອວເດີໃໝ່ ໄດ້ເວົ້າກັບຄູ່ສອນຂອງລາວວ່າ: “ແອວເດີ, ພວກເຮົາບໍ່ໄດ້ຕອບທ່ານໂພແລນ. ລາວເວົ້າວ່າພວກເຮົາບໍ່ເຊື່ອວ່າໂຈເຊັບ ສະມິດ ເປັນສາດສະດາ. ໃຫ້ພວກເຮົາກັບໄປສະແດງປະຈັກພະຍານຕໍ່ລາວເທາະ.” ທຳອິດຄູ່ສອນຂອງລາວບໍ່ຢາກກັບຄືນໄປ, ແຕ່ແລ້ວໄດ້ຕັດສິນໃຈກັບຄືນໄປ. ເຂົາເຈົ້າມີຄວາມຢ້ານກົວໃນຂະນະທີ່ເຂົາເຈົ້າຍ່າງກັບຄືນໄປຫາປະຕູທີ່ເຂົາເຈົ້າຖືກປະຕິເສດ. ເຂົາເຈົ້າໄດ້ເຄາະປະຕູ, ໜ້າຕໍ່ໜ້າກັບທ່ານໂພແລນ, ໄດ້ຟັງລາວເວົ້າໃຫ້ຢ່າງເຈັບປວດ, ແລ້ວດ້ວຍພຣະວິນຍານ, ຜູ້ສອນສາດສະໜາໃໝ່ຜູ້ບໍ່ມີປະສົບການໄດ້ສະແດງປະຈັກພະຍານວ່າ: “ທ່ານໂພແລນ, ທ່ານໄດ້ເວົ້າວ່າ ພວກຂ້ານ້ອຍບໍ່ເຊື່ອວ່າໂຈເຊັບ ສະມິດ ເປັນສາດສະດາຂອງພຣະເຈົ້າ. ຂ້ານ້ອຍເປັນພະຍານຕໍ່ທ່ານວ່າ ໂຈເຊັບ ເປັນ ສາດສະດາ. ເພິ່ນ ໄດ້ ແປພຣະຄຳພີມໍມອນ. ເພິ່ນໄດ້ເຫັນພຣະເຈົ້າ ພຣະບິດາ ແລະ ພຣະເຢຊູ ພຣະບຸດ. ຂ້ານ້ອຍຮູ້.”
ບໍ່ດົນຈາກນັ້ນ, ທ່ານໂພແລນ, ຕອນນີ້ ບະລາເດີ ໂພແລນ, ໄດ້ຢືນຢູ່ໃນການປະຊຸມຖານະປະໂລຫິດ ແລະ ໄດ້ປະກາດວ່າ: “ຄືນນັ້ນຂ້າພະເຈົ້ານອນບໍ່ຫລັບ. ຢູ່ໃນຫູຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້ຍິນຄຳວ່າ: ‘ໂຢເຊັບ ສະມິດ ເປັນສາດສະດາຂອງພຣະເຈົ້າ. ຂ້ານ້ອຍຮູ້. ຂ້ານ້ອຍຮູ້. ຂ້ານ້ອຍຮູ້.’ ມື້ຕໍ່ມາ ຂ້າພະເຈົ້າໄດ້ໂທໄປຫາຜູ້ສອນສາດສະໜາ ຂໍໃຫ້ເຂົາເຈົ້າກັບຄືນມາ. ຂ່າວສານຂອງເຂົາເຈົ້າ ພ້ອມດ້ວຍປະຈັກພະຍານຂອງເຂົາເຈົ້າ, ໄດ້ປ່ຽນຊີວິດຂອງຄອບຄົວຂອງຂ້າພະເຈົ້າ.” ອ້າຍນ້ອງທັງຫລາຍ, ຈົ່ງສອນຄວາມຈິງດ້ວຍປະຈັກພະຍານ.
ຂໍ້ທີສີ່ ແລະ ສ່ວນປະກອບຢ່າງສຸດທ້າຍຄືທີ່ຈະ ຮັບໃຊ້ພຣະຜູ້ເປັນເຈົ້າດ້ວຍຄວາມຮັກ. ບໍ່ມີສິ່ງໃດສາມາດທົດແທນຄວາມຮັກໄດ້. ຜູ້ສອນສາດສະໜາທີ່ມີປະສິດທິພາບ ຈະຮັກຄູ່ສອນຂອງຕົນ, ຮັກຫົວໜ້າຜູ້ສອນສາດສະໜາ, ແລະ ຮັກຄົນທີ່ເຂົາເຈົ້າສອນ. ຢູ່ໃນພາກທີສີ່ຂອງ Doctrine and Covenants, ພຣະຜູ້ເປັນເຈົ້າໄດ້ຕັ້ງເງື່ອນໄຂສຳລັບຜູ້ປະຕິບັດສາດສະໜາຈັກ. ໃຫ້ເຮົາມາພິຈາລະນານຳກັນຈັກສອງສາມຂໍ້:
ພຣະຜູ້ເປັນເຈົ້າໄດ້ກ່າວວ່າ ຜູ້ທີ່ເລີ່ມຕົ້ນໃນການຮັບໃຊ້ພຣະເຈົ້າ, ໃຫ້ຮັບໃຊ້ພຣະອົງດ້ວຍສຸດໃຈ, ດ້ວຍສຸດພະລັງ, ສຸດຄວາມຄິດ ແລະ ສຸດກຳລັງຂອງເຂົາເຈົ້າ, ເພື່ອວ່າເຂົາເຈົ້າຈະຢືນຢ່າງປາດສະຈາກຂໍ້ຕຳນິຢູ່ຕໍ່ພຣະພັກຂອງພຣະເຈົ້າໃນວັນສຸດທ້າຍ. ...
ແລະ ສັດທາ, ຄວາມຫວັງ, ຄວາມໃຈບຸນ ແລະ ຄວາມຮັກ, ເພາະການທີ່ເຫັນແກ່ລັດສະໝີພາບຂອງພຣະເຈົ້າແຕ່ຢ່າງດຽວ, ຍ່ອມເຮັດໃຫ້ເຂົາເຈົ້າເໝາະສົມກັບວຽກງານ.
ໃຫ້ຈື່ຈຳສັດທາ, ຄຸນງາມຄວາມດີ, ຄວາມຮູ້, ຄວາມຢັບຢັ້ງຕົນ, ຄວາມອົດທົນ, ຄວາມກະລຸນາສັນອ້າຍນ້ອງ, ຄວາມເປັນເໝືອນພຣະເຈົ້າ, ຄວາມໃຈບຸນ, ຄວາມຖ່ອມຕົວ, ຄວາມພາກພຽນ.6
ຫວັງວ່າທຸກຄົນທີ່ໄດ້ຍິນສຽງຂອງຂ້າພະເຈົ້າ ຈະຖາມຕົນເອງວ່າ “ໃນເວລານີ້, ເຮົາໄດ້ເພີ່ມພູນສັດທາ, ໃນຄຸນນະທຳ, ຄວາມຮູ້, ການເປັນດັ່ງພຣະເຈົ້າ, ຄວາມຮັກບໍ?”
ຜ່ານການອຸທິດຕົນຂອງທ່ານຢູ່ໃນບ້ານ ແລະ ນອກບ້ານ, ຜູ້ຄົນທີ່ທ່ານຊ່ອຍກູ້ອາດເປັນຄົນທີ່ທ່ານຮັກຫລາຍທີ່ສຸດ.
ຫລາຍປີກ່ອນເພື່ອນຮັກຂອງຂ້າພະເຈົ້າຊື່ ຄະເຣກ ຊັດແບຣີ ແລະ ແມ່ຂອງລາວຊື່, ເພີລ໌, ໄດ້ມາຫາຂ້າພະເຈົ້າທີ່ຫ້ອງການກ່ອນທີ່ທ້າວຄະເຣກ ຈະອອກໄປເຜີຍແຜ່ສາດສະໜາຢູ່ ອົດສະຕາລີ ມຽວບູນ. ທ່ານເຟຣດ ຊັດແບຣີ, ພໍ່ຂອງທ້າວຄະເຣກ, ບໍ່ໄດ້ມານຳ. ຊາວຫ້າປີກ່ອນນັ້ນ, ແມ່ຂອງທ້າວຄະເຣກ ໄດ້ແຕ່ງງານກັບທ່ານເຟຣດ, ຜູ້ບໍ່ສົນໃຈກັບສາດສະໜາຈັກ, ແລະ ກໍບໍ່ໄດ້ເປັນສະມາຊິກ.
ທ້າວຄະເຣກໄດ້ບອກຂ້າພະເຈົ້າເຖິງຄວາມຮັກອັນເລິກຊຶ້ງຂອງລາວຕໍ່ພໍ່ແມ່ຂອງລາວ ແລະ ຫວັງວ່າ, ໃນມື້ໜຶ່ງ, ພໍ່ຂອງລາວຈະຖືກສຳພັດໂດຍພຣະວິນຍານ ແລະ ເປີດໃຈຕໍ່ພຣະກິດຕິຄຸນຂອງພຣະເຢຊູຄຣິດ. ຂ້າພະເຈົ້າໄດ້ອະທິຖານຂໍການດົນໃຈ. ການດົນໃຈໄດ້ມາເຖິງ, ແລະ ຂ້າພະເຈົ້າໄດ້ກ່າວຕໍ່ທ້າວຄະເຣກ ວ່າ, “ຈົ່ງຮັບໃຊ້ພຣະຜູ້ເປັນເຈົ້າດ້ວຍສຸດໃຈຂອງເຈົ້າ. ຈົ່ງເຊື່ອຟັງຕໍ່ການເອີ້ນທີ່ສັກສິດຂອງເຈົ້າ. ແຕ່ລະອາທິດໃຫ້ຂຽນຈົດໝາຍຫາພໍ່ແມ່; ແລະ ບາງເທື່ອ, ກໍໃຫ້ຂຽນຫາພໍ່ເປັນພິເສດ, ແລະ ບອກໃຫ້ເພິ່ນຮູ້ວ່າ ເຈົ້າຮັກເພິ່ນຫລາຍຂະໜາດໃດ, ແລະ ບອກເພິ່ນວ່າເປັນຫຍັງເຈົ້າຈຶ່ງມີຄວາມກະຕັນຍູຫລາຍທີ່ໄດ້ເປັນລູກຂອງເພິ່ນ.” ລາວໄດ້ຂອບໃຈຂ້າພະເຈົ້າ ແລະ ໄດ້ອອກຈາກຫ້ອງການຂອງຂ້າພະເຈົ້າ ໄປກັບແມ່ຂອງລາວ.
ຂ້າພະເຈົ້າບໍ່ໄດ້ເຫັນແມ່ຂອງທ້າວຄະເຣກ ປະມານ 18 ເດືອນ, ເມື່ອເພິ່ນມາຫາຫ້ອງການຂອງຂ້າພະເຈົ້າ ແລະ ດ້ວຍນ້ຳຕາ, ໄດ້ເວົ້າກັບຂ້າພະເຈົ້າວ່າ, “ເກືອບເຖິງສອງປີແລ້ວນັບແຕ່ທ້າວຄະເຣກໄດ້ໄປເຜີຍແຜ່. ລາວໄດ້ຂຽນຈົດໝາຍຫາພວກເຮົາທຸກອາທິດ. ບໍ່ດົນນີ້, ສາມີຂອງຂ້ອຍ, ເຟຣດ, ໄດ້ຂຶ້ນກ່າວປະຈັກພະຍານເປັນເທື່ອທຳອິດຢູ່ໂບດ ແລະ ເຮັດໃຫ້ຂ້ອຍ ແລະ ທຸກຄົນຕົກຕະລຶງ ເມື່ອໄດ້ຍິນລາວປະກາດວ່າ ລາວໄດ້ຕັດສິນໃຈທີ່ຈະກາຍເປັນສະມາຊິກຂອງສາດສະໜາຈັກ. ລາວໄດ້ເວົ້າວ່າ ລາວກັບຂ້ອຍຈະໄປ ອົດສະຕາລີ ເພື່ອໄປຫາທ້າວຄະເຣກ ກ່ອນລາວຈະຈົບສອນສາດສະໜາ ເພື່ອວ່າທ່ານເຟຣດຈະໄດ້ເປັນຜູ້ຮັບບັບຕິສະມາຂອງທ້າວເຄຣກຄົນສຸດທ້າຍ ຕອນລາວເປັນຜູ້ສອນສາດສະໜາເຕັມເວລາ.”
ບໍ່ມີຜູ້ສອນສາດສະໜາຄົນໃດທີ່ພູມໃຈຫລາຍໄປກວ່າທ້າວເຄຣກ ຊັດເບີຣີ ເມື່ອຕອນຢູ່ປະເທດອົດສະຕາຣີ ທີ່ຫ່າງໄກ, ລາວໄດ້ຊ່ອຍພໍ່ຂອງລາວລົງສູ່ນ້ຳເລິກພຽງແອວ ແລະ ໄດ້ຍົກມືຂວາຂອງລາວຂຶ້ນຕັ້ງສາກ, ກ່າວຖ້ອຍຄຳທີ່ສັກສິດນີ້: “ຟຣີເດຣິກ ຊາລ໌ ຊັດເບີຣີ, ໂດຍໄດ້ຮັບອຳນາດມອບໝາຍຈາກພຣະເຢຊູຄຣິດ, ຂ້າພະເຈົ້າໃຫ້ບັບຕິສະມາທ່ານໃນພຣະນາມຂອງພຣະບິດາ, ແລະ ຂອງພຣະບຸດ, ແລະ ຂອງພຣະວິນຍານບໍລິສຸດ.”
ຄວາມຮັກໄດ້ຮັບໄຊຊະນະຂອງມັນ. ຈົ່ງຮັບໃຊ້ພຣະເຈົ້າດ້ວຍຄວາມຮັກ.
ອ້າຍນ້ອງທັງຫລາຍ, ຂໍໃຫ້ເຮົາແຕ່ລະຄົນ ຈົ່ງຄົ້ນຄວ້າພຣະຄຳພີຢ່າງພາກພຽນ, ຈົ່ງວາງແຜນຊີວິດຂອງທ່ານດ້ວຍຈຸດປະສົງ, ຈົ່ງສອນດ້ວຍປະຈັກພະຍານ, ແລະ ຈົ່ງຮັບໃຊ້ພຣະຜູ້ເປັນເຈົ້າດ້ວຍຄວາມຮັກ.
ຜູ້ລ້ຽງຈິດວິນຍານທີ່ດີພ້ອມທຸກຢ່າງ, ຜູ້ສອນສາດສະໜາທີ່ໄຖ່ມະນຸດ ໄດ້ໃຫ້ຄວາມແນ່ນອນໃຈແກ່ເຮົາວ່າ:
ຖ້າຫາກເຮົາຕ້ອງອອກແຮງຕະຫລອດວັນເວລາຂອງເຮົາ ໃນການປ່າວປະກາດການກັບໃຈແກ່ຜູ້ຄົນພວກນີ້, ແລະ ນຳຈິດວິນຍານດວງໜຶ່ງມາຫາພຣະອົງ, ຄວາມປິຕິຍິນດີຂອງເຮົາຈະຍິ່ງໃຫຍ່ພຽງໃດນຳເຂົາໃນອານາຈັກຂອງພຣະບິດາຂອງພຣະອົງ!
ແລະ ບັດນີ້, ຖ້າຫາກເຮົາຈະມີຄວາມປິຕິຍິນດີຫລາຍພຽງນັ້ນນຳຈິດວິນຍານດວງໜຶ່ງທີ່ເຮົາໄດ້ນຳມາຫາພຣະອົງ ໃນອານາຈັກຂອງພຣະບິດາຂອງພຣະອົງ, ແລ້ວເຮົາຈະມີຄວາມປິຕິຍິນດີຫລາຍພຽງໃດຖ້າຫາກເຮົາໄດ້ນຳຈິດວິນຍານຫລາຍດວງມາຫາພຣະອົງ!7
ຕໍ່ຜູ້ທີ່ໄດ້ກ່າວຖ້ອຍຄຳເຫລົ່ານັ້ນ, ຂ້າພະເຈົ້າຂໍປະກາດເປັນພະຍານວ່າ: ພຣະອົງເປັນພຣະບຸດຂອງພຣະເຈົ້າ, ພຣະຜູ້ໄຖ່ຂອງເຮົາ, ແລະ ພຣະຜູ້ຊ່ອຍໃຫ້ລອດຂອງເຮົາ.
ຂ້າພະເຈົ້າອະທິຖານວ່າ ເຮົາຈະຕອບຮັບຄຳເຊື້ອເຊີນອັນອ່ອນຫວານຂອງພຣະອົງ ທີ່ວ່າ, “ຈົ່ງຕິດຕາມເຮົາມາ.”8 ໃນພຣະນາມອັນສັກສິດຂອງພຣະອົງ—ແມ່ນແຕ່ພຣະເຢຊູຄຣິດ ພຣະຜູ້ເປັນເຈົ້າ—ອາແມນ.