ພວກເຮົາເຊື່ອໃນການເປັນຄົນບໍລິສຸດ
ການເຊື່ອຟັງຕໍ່ກົດພົມມະຈັນ ຈະເພີ່ມຄວາມສຸກໃຫ້ແກ່ເຮົາໃນຄວາມເປັນມະຕະນີ້ ແລະ ຊ່ອຍເຮົາໃຫ້ກ້າວໜ້າໄປສູ່ນິລັນດອນ.
ຂ່າວສານຂອງຂ້າພະເຈົ້າແມ່ນຈະໃຫ້ຄຳຕອບແກ່ຄຳຖາມກ່ຽວກັບຄວາມສຳຄັນທາງວິນຍານ: ເປັນຫຍັງກົດພົມມະຈັນຈຶ່ງສຳຄັນຫລາຍແທ້? ຂ້າພະເຈົ້າອະທິຖານວ່າພຣະວິນຍານບໍລິສຸດຈະຢືນຢັນຄວາມຈິງຂອງຫລັກທຳທີ່ຂ້າພະເຈົ້າຈະເນັ້ນໜັກ.
ແຜນແຫ່ງຄວາມສຸກຂອງພຣະບິດາ
ຄວາມສຳຄັນນິລັນດອນຂອງພົມມະຈັນສາມາດເຂົ້າໃຈພຽງແຕ່ພາຍໃນແຜນແຫ່ງຄວາມສຸກຂອງພຣະບິດາເທິງສະຫວັນສຳລັບລູກໆຂອງພຣະອົງ. “ມະນຸດທຸກຄົນ—ຊາຍ ແລະ ຍິງ—ໄດ້ຖືກສ້າງຂຶ້ນ ຕາມຮູບຮ່າງລັກສະນະຂອງພຣະເຈົ້າ. ເຮົາແຕ່ລະຄົນກໍເປັນບຸດ ຫລື ທິດາທາງວິນຍານທີ່ຮັກຫອມຂອງບິດາມານດາແຫ່ງສະຫວັນ, ແລະ … ມີຄຸນງາມຄວາມດີໃນຕົວ ແລະ ມີຈຸດໝາຍປາຍທາງ” (“ຄອບຄົວ: ການປະກາດຕໍ່ໂລກ,” Ensign or Liahona, Nov. 2010, 129). ຊາຍ ແລະ ຍິງທຸກຄົນເຄີຍໄດ້ອາໄສຢູ່ນຳພຣະເຈົ້າເປັນລູກໆທາງວິນຍານຂອງພຣະອົງ ກ່ອນມາສູ່ໂລກມະຕະ. ແຜນຂອງພຣະບິດາໄດ້ອະນຸຍາດໃຫ້ບຸດ ແລະ ທິດາທາງວິນຍານຂອງພຣະອົງມາຮັບເອົາຮ່າງກາຍທີ່ມີເນື້ອໜັງ, ມີປະສົບການໃນໂລກ, ແລະ ກ້າວໄປໜ້າສູ່ຄວາມສູງສົ່ງ.
ຄວາມສຳຄັນຂອງຮ່າງກາຍທີ່ມີເນື້ອໜັງ
ຮ່າງກາຍທີ່ມີເນື້ອໜັງຂອງເຮົາອະນຸຍາດໃຫ້ເຮົາສາມາດມີປະສົບການທີ່ກວ້າງໄກ, ເລິກຊຶ້ງ, ແລະ ໜັກແໜ້ນ ທີ່ເຮົາບໍ່ສາມາດມີໃນໂລກກ່ອນເກີດ. ດັ່ງນັ້ນ, ຄວາມສຳພັນຂອງເຮົານຳຄົນອື່ນ, ຄວາມສາມາດຂອງເຮົາທີ່ຈະຮັບຮູ້ ແລະ ປະພຶດຕາມຄວາມຈິງ, ຕາມຄວາມສາມາດຂອງເຮົາທີ່ຈະເຊື່ອຟັງຫລັກທຳ ແລະ ພິທີການຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ ຈະຂະຫຍາຍອອກກວ້າງໄກຜ່ານຮ່າງກາຍທີ່ມີເນື້ອໜັງຂອງເຮົາ. ໃນຂະນະທີ່ເຮົາຢູ່ໃນຄວາມເປັນມະຕະ, ເຮົາຈະປະສົບກັບຄວາມອ່ອນນ້ອມ, ຄວາມຮັກ, ຄວາມເມດຕາ, ຄວາມສຸກ, ຄວາມໂສກເສົ້າ, ຄວາມຜິດຫວັງ, ຄວາມເຈັບປວດ, ແລະ ແມ່ນແຕ່ການທ້າທາຍທາງຮ່າງກາຍທີ່ຈຳກັດ ໃນເສັ້ນທາງທີ່ຕຽມເຮົາສຳລັບນິລັນດອນ. ເມື່ອຈະເວົ້າຢ່າງລຽບງ່າຍແລ້ວ, ມີບົດຮຽນຫລາຍຢ່າງທີ່ເຮົາຕ້ອງຮຽນຮູ້ ແລະ ປະສົບການ, ດັ່ງທີ່ພຣະຄຳພີໄດ້ບັນຍາຍໄວ້ທີ່ວ່າ, “ອີງຕາມເນື້ອໜັງ” (1 ນີໄຟ 19:6; ແອວມາ 7:12–13).
ອຳນາດແຫ່ງການໃຫ້ກຳເນີດ
ຫລັງຈາກແຜ່ນດິນໂລກໄດ້ຖືກສ້າງຂຶ້ນ, ອາດາມໄດ້ຖືກວາງໄວ້ຢູ່ໃນສວນເອເດນ. ເຖິງຢ່າງໃດກໍຕາມ, ສິ່ງທີ່ສຳຄັນທີ່ສຸດ, ພຣະເຈົ້າໄດ້ກ່າວວ່າ ບໍ່ເປັນການສົມຄວນທີ່ຜູ້ຊາຍຕ້ອງຢູ່ໂດດດ່ຽວ (ເບິ່ງ Moses 3:18; ເບິ່ງ ປະຖົມມະການ 2:18) ນຳອີກ. ແລະ ເອວາໄດ້ກາຍເປັນພັນລະຍາຂອງອາດາມ ແລະ ເປັນຜູ້ຊ່ອຍຂອງລາວ. ຄວາມປະສົມພິເສດລະຫວ່າງວິນຍານ, ຮ່າງກາຍ, ຄວາມຄິດ, ແລະ ຄວາມຮູ້ສຶກຂອງຜູ້ຊາຍ ແລະ ຜູ້ຍິງ ແມ່ນຈຳເປັນຫລາຍຕໍ່ການດຳເນີນແຜນແຫ່ງຄວາມສຸກ. “ຜູ້ຍິງຕ້ອງເພິ່ງຜູ້ຊາຍ ແລະ ຜູ້ຊາຍກໍຕ້ອງເພິ່ງຜູ້ຍິງ, ຢູ່ໃນພຣະຜູ້ເປັນເຈົ້າ” (1 ໂກຣິນໂທ 11:11). ຜູ້ຊາຍ ແລະ ຜູ້ຍິງແມ່ນຖືກຄາດຫວັງໃຫ້ຮຽນ, ເພີ່ມຄວາມເຂັ້ມແຂງ, ເປັນພອນ, ແລະ ເຮັດໃຫ້ຕ່າງຝ່າຍສົມບູນ.
ການທີ່ຊີວິດຕະມະໄດ້ຖືກສ້າງຂຶ້ນເປັນສິ່ງທີ່ສະຫວັນໄດ້ກຳນົດໄວ້ແລ້ວ. “ພຣະບັນຍັດຂໍ້ທຳອິດ … ພຣະເຈົ້າໄດ້ປະທານຄວາມສາມາດໃຫ້ອາດາມ ແລະ ເອວາ ເພື່ອໃຫ້ເປັນພໍ່ແມ່ໃນຖານະທີ່ເປັນສາມີ ແລະ ພັນລະຍາ” (Ensign or Liahona, Nov. 2010, 129). ພຣະບັນຍັດທີ່ໃຫ້ມີລູກເຕົ້າມາກຫລາຍຍັງໃຊ້ກັນຢູ່ໃນເວລານີ້. ດັ່ງນັ້ນ, ການແຕ່ງງານລະຫວ່າງຊາຍ ແລະ ຍິງ ຈຶ່ງເປັນຊ່ອງທາງທີ່ອະນຸມັດໃຫ້ເຮັດ ຊຶ່ງຜ່ານການນັ້ນວິນຍານຢູ່ໃນໂລກກ່ອນເກີດຈະສາມາດມາສູ່ຄວາມເປັນມະຕະ. ການບໍ່ຮ່ວມເພດກ່ອນແຕ່ງງານ ແລະ ການຊື່ສັດຕໍ່ການແຕ່ງງານ ຈະປົກປ້ອງຊ່ອງທາງທີ່ສັກສິດນີ້.
ອຳນາດຂອງການໃຫ້ກຳເນີດເປັນຄວາມສຳຄັນທາງວິນຍານ. ການໃຊ້ອຳນາດນີ້ໃນທາງທີ່ຜິດຈະທຳລາຍແຜນຂອງພຣະບິດາເທິງສະຫວັນ ແລະ ການເປັນຢູ່ແຫ່ງຄວາມມະຕະຂອງເຮົາ. ພຣະບິດາເທິງສະຫວັນຂອງເຮົາ ແລະ ພຣະບຸດທີ່ຮັກຂອງພຣະອົງເປັນພຣະຜູ້ສ້າງ ແລະ ໄດ້ປະທານພາກສ່ວນໜຶ່ງຂອງອຳນາດແຫ່ງການສ້າງຂອງພວກພຣະອົງໃຫ້ເຮົາແຕ່ລະຄົນ. ຄຳແນະນຳສະເພາະສຳລັບການນຳໃຊ້ຄວາມສາມາດໃຫ້ກຳເນີດເປັນພາກສ່ວນທີ່ສຳຄັນໃນແຜນຂອງພຣະບິດາ. ຄວາມຮູ້ສຶກຂອງເຮົາ ແລະ ການໃຊ້ອຳນາດອັນສູງສົ່ງນັ້ນ ຈະສະທ້ອນຕໍ່ຄວາມສຸກໃນຄວາມເປັນມະຕະ ແລະ ຈຸດໝາຍປາຍທາງຂອງເຮົາໃນນິລັນດອນ.
ແອວເດີ ດາລິນ ເອັຈ ໂອກສ໌ ໄດ້ອະທິບາຍວ່າ:
“ອຳນາດແຫ່ງການໃຫ້ກຳເນີດເປັນອຳນາດທີ່ສູງສົ່ງທີ່ສຸດຂອງພຣະເຈົ້າທີ່ໄດ້ມອບໃຫ້ແກ່ລູກໆຂອງພຣະອົງ. ການໃຊ້ມັນແມ່ນຖືກບັນຊາໃນພຣະບັນຍັດຂໍ້ທຳອິດ, ແຕ່ກໍມີພຣະບັນຍັດທີ່ສຳຄັນຂໍ້ອື່ນໆອີກທີ່ຖືກສັ່ງຫ້າມບໍ່ໃຫ້ເຮັດ. ສິ່ງທີ່ເຮົາເນັ້ນໜັກຢູ່ໃນກົດພົມມະຈັນແມ່ນຖືກອະທິບາຍໂດຍຄວາມເຂົ້າໃຈຂອງເຮົາກ່ຽວກັບຈຸດປະສົງຂອງອຳນາດການໃຫ້ກຳເນີດຂອງເຮົາໃນການບັນລຸແຜນຂອງພຣະເຈົ້າ. …
“ການໃຊ້ອຳນາດຂອງການໃຫ້ກຳເນີດນອກການແຕ່ງງານຈະເປັນການເຮັດບາບໃນຫລາຍລະດັບທີ່ລົດຄຸນຄ່າ ແລະ ເສື່ອມຊາມຕໍ່ລັກສະນະອັນສູງສົ່ງຂອງຊາຍ ແລະ ຍິງ” (“The Great Plan of Happiness,” Ensign, Nov. 1993, 74).
ມາດຕະຖານເລື່ອງສິນທຳທາງເພດ
ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍມີມາດຕະຖານດຽວທີ່ບໍ່ປ່ຽນແປງເລື່ອງສິນທຳທາງເພດ: ຄວາມສຳພັນທາງເພດທີ່ຖືກຕ້ອງແມ່ນລະຫວ່າງຊາຍ ແລະ ຍິງໃນການແຕ່ງງານທີ່ລະບຸໄວ້ໃນແຜນຂອງພຣະເຈົ້າ. ຄວາມສຳພັນເຊັ່ນນັ້ນບໍ່ແມ່ນພຽງແຕ່ຢາກຮູ້ຢາກເຫັນ, ເປັນສິ່ງລະບາຍກາມມະລົມ, ຫລື ເປັນການຢ່ອນອາລົມ ຫລື ການບັນເທີງ ທີ່ຈະສະແຫວງຫາແບບເຫັນແກ່ຕົວ. ມັນບໍ່ແມ່ນໄຊຊະນະທີ່ຕ້ອງບັນລຸ ຫລື ເປັນການກະທຳທີ່ຕ້ອງປະຕິບັດ. ແຕ່ໃນຊີວິດມະຕະ ມັນເປັນການສະແດງອອກຢ່າງໜຶ່ງໃນທາງທີ່ສູງສົ່ງຕາມທຳມະຊາດ ແລະ ຕາມຄວາມສາມາດໃນທາງທີ່ສົ່ງເສີມຄວາມຮູ້ສຶກ ແລະ ການຜູກພັນທາງວິນຍານລະຫວ່າງສາມີ ແລະ ພັນລະຍາ. ເຮົາເປັນຜູ້ໄດ້ຮັບອຳເພີໃຈເລື່ອງສິນທຳ ແລະ ຖືກບົ່ງໄວ້ຕາມມໍລະດົກແຫ່ງສະຫວັນຂອງເຮົາໃນຖານະທີ່ເປັນລູກໆຂອງພຣະເຈົ້າ—ແລະ ບໍ່ແມ່ນເພາະການປະພຶດທາງເພດ ຫລື ເພາະການປະພຶດຂອງສະໄໝໃໝ່, ຫລື ທິດສະດີຂອງໂລກ.
ທຳມະຊາດຂອງມະນຸດ
ໃນບາງລະດັບ, ທຳມະຊາດຂອງມະນຸດດັ່ງທີ່ກະສັດເບັນຢາມິນໄດ້ບັນຍາຍໄວ້ ແມ່ນມີຢູ່ໃນຕົວເຮົາແຕ່ລະຄົນ (ເບິ່ງ ໂມໄຊຢາ 3:19). ທຳມະຊາດຂອງຊາຍ ແລະ ຍິງຄືການບໍ່ກັບໃຈ, ກາມມະລົມ ແລະ ກິເລດຕັນຫາ (ເບິ່ງ ໂມໄຊຢາ 16:5; ແອວມາ 42:10; Moses 5:13), ຄືການເອົາໃຈ ແລະ ເຮັດເກີນຂອບເຂດ, ຄືຄວາມຈອງຫອງ ແລະ ຄວາມເຫັນແກ່ຕົວ. ປະທານສະເປັນເຊີ ດັບເບິນຢູ ຄິມໂບ ໄດ້ສອນວ່າ, “‘ທຳມະຊາດຂອງມະນຸດ’ ຄືການເປັນ ‘ຄົນຂອງໂລກ’ ຜູ້ໄດ້ປ່ອຍໃຫ້ກາມມະລົມບັງຄັບຈິດໃຈຂອງເຂົາ” (“Ocean Currents and Family Influences,” Ensign, Nov. 1974, 112).
ກົງກັນຂ້າມ, “ຄົນຂອງພຣະຄຣິດ” (ຮີລາມັນ 3:29) ຈະຄວບຄຸມກິເລດຕັນຫາທຸກຢ່າງ (ເບິ່ງ ແອວມາ 38:12), ຈະບໍ່ເຮັດເກີນຂອບເຂດ ແລະ ຢັບຢັ້ງ, ແລະ ເມດຕາກະລຸນາ ແລະ ບໍ່ເຫັນແກ່ຕົວ. ຊາຍ ແລະ ຍິງຂອງພຣະຄຣິດຈະຍຶດໝັ້ນຢູ່ທີ່ພຣະຄຳຂອງພຣະເຈົ້າ, ຈະປະຕິເສດຕົນເອງ ແລະ ແບກໄມ້ກາງແຂນຂອງພຣະອົງ (ເບິ່ງ ມັດທາຍ 16:24; ມາຣະໂກ 8:34; ລູກາ 9:23; D&C 56:2), ແລະ ກ້າວເດີນຕໍ່ໄປໃນທາງທີ່ຄັບແຄບແຫ່ງຄວາມຊື່ສັດ, ເຊື່ອຟັງ, ແລະ ອຸທິດຕົນຕໍ່ພຣະຜູ້ຊ່ອຍໃຫ້ລອດ ແລະ ພຣະກິດຕິຄຸນຂອງພຣະອົງ.
ໃນຖານະທີ່ເປັນບຸດ ແລະ ທິດາຂອງພຣະເຈົ້າ, ເຮົາມີຄວາມສາມາດສູງສົ່ງຈາກພຣະອົງ. ແຕ່ໃນເວລານີ້ ເຮົາມີຊີວິດຢູ່ໃນໂລກທີ່ເສື່ອມໂຊມ. ທາດທີ່ເຮົາຖືກສ້າງຂຶ້ນຕາມທຳມະຊາດຈະເສື່ອມໂຊມລົງ ແລະ ຈະປະເຊີນກັບບາບ, ຄວາມເສື່ອມຊາມ, ແລະ ຄວາມຕາຍ. ດັ່ງນັ້ນ, ການຕົກຂອງອາດາມ ແລະ ຜົນສະທ້ອນທາງວິນຍານ ແລະ ທາງໂລກຈຶ່ງສະທ້ອນຕໍ່ເຮົາຫລາຍທີ່ສຸດກັບຮ່າງກາຍທີ່ມີເນື້ອໜັງຂອງເຮົາ. ແຕ່ເຮົາມີສອງພາກສ່ວນ, ເພາະວິນຍານຂອງເຮົາເປັນພາກສ່ວນນິລັນດອນ ແລະ ຢູ່ໃນຮ່າງກາຍທີ່ເປັນເນື້ອໜັງ ຊຶ່ງຂຶ້ນກັບຄວາມເສື່ອມໂຊມ. ດັ່ງທີ່ພຣະເຢຊູໄດ້ກ່າວຢ່າງໜັກແໜ້ນຕໍ່ອັກຄະສາວົກເປໂຕວ່າ, “ຈິດໃຈພ້ອມແລ້ວຢູ່ກໍຈິງ, ແຕ່ຮ່າງກາຍກໍອ່ອນແຮງ” (ມັດທາຍ 26:41).
ລັກສະນະທີ່ແທ້ຈິງຂອງການທົດສອບຄວາມເປັນມະຕະສາມາດສະຫລຸບໄດ້ໃນຄຳຖາມດັ່ງຕໍ່ໄປນີ້: ເຮົາຈະຍອມຕໍ່ບາບຂອງທຳມະຊາດຂອງມະນຸດບໍ, ຫລື ເຮົາຈະຍອມຕໍ່ການຊັກຈູງຂອງພຣະວິນຍານບໍລິສຸດ ແລະ ປະຖິ້ມທຳມະຊາດຂອງມະນຸດ ແລະ ກາຍມາເປັນໄພ່ພົນຂອງພຣະເຈົ້າໂດຍການຊົດໃຊ້ຂອງອົງພຣະຄຣິດ (ເບິ່ງ ໂມໄຊຢາ 3:19)? ນີ້ຄືການທົດສອບ. ຄວາມຢາກ, ຄວາມປາດຖະໜາ, ຄວາມໂນ້ມອຽງ, ການກະຕຸ້ນຂອງທຳມະຊາດຂອງມະນຸດທຸກຢ່າງ ອາດເອົາຊະນະໄດ້ຜ່ານທາງການຊົດໃຊ້ຂອງພຣະເຢຊູຄຣິດ. ເຮົາມາຢູ່ໃນໂລກນີ້ເພື່ອພັດທະນາຄຸນສົມບັດທີ່ຈະເປັນເໝືອນດັ່ງພຣະເຈົ້າ ແລະ ເພື່ອຄວບຄຸມກິເລດຕັນຫາທາງເນື້ອໜັງທັງໝົດ.
ເຈດຕະນາຂອງຄູ່ສັດຕູ
ແຜນຂອງພຣະບິດາແມ່ນໄດ້ອອກແບບໄວ້ເພື່ອຊີ້ບອກທາງໃຫ້ແກ່ລູກໆຂອງພຣະອົງ, ເພື່ອຊ່ອຍເຂົາເຈົ້າໃຫ້ມີຄວາມສຸກ, ແລະ ເພື່ອນຳເຂົາເຈົ້າກັບຄືນຫາພຣະອົງດ້ວຍຄວາມປອດໄພໃນຮ່າງກາຍທີ່ສູງສົ່ງ ແລະ ຟື້ນຄືນຊີວິດແລ້ວ. ພຣະບິດາເທິງສະຫວັນປະສົງໃຫ້ເຮົາຢູ່ນຳກັນໃນຄວາມສະຫວ່າງ ແລະ ເຕັມໄປດ້ວຍຄວາມຫວັງ. ກົງກັນຂ້າມ, ລູຊິເຟີໄດ້ອອກແຮງເພື່ອເຮັດໃຫ້ບຸດ ແລະ ທິດາຂອງພຣະເຈົ້າສັບສົນ ແລະ ບໍ່ມີຄວາມສຸກ ແລະ ກີດກັ້ນຄວາມກ້າວໜ້ານິລັນດອນຂອງເຂົາ. ຈຸດປະສົງທີ່ແທ້ຈິງຂອງບິດາແຫ່ງຄວາມຕົວະຄື ຢາກໃຫ້ເຮົາທຸກຄົນ “ເສົ້າສະຫລົດໃຈຄືກັນກັບມັນ” (2 ນີໄຟ 2:27). ລູຊິເຟີຢາກໃຫ້ເຮົາຢູ່ຄົນດຽວໃນຄວາມມືດ ແລະ ສິ້ນຫວັງ.
ຊາຕານໄດ້ທຳງານຢ່າງບໍ່ລົດລະເພື່ອບິດເບືອນພາກສ່ວນທີ່ສຳຄັນໃນແຜນຂອງພຣະບິດາ. ມັນບໍ່ມີຮ່າງກາຍ, ແລະ ຄວາມກ້າວໜ້ານິລັນດອນຂອງມັນໄດ້ຖືກຄວບຄຸມ. ດັ່ງເຊັ່ນສາຍນ້ຳທີ່ຖືກຕັນດ້ວຍເຄື່ອນ, ຄວາມກ້າວໜ້ານິລັນດອນຂອງຄູ່ສັດຕູກໍເໝືອນກັນ ເພາະມັນບໍ່ມີຮ່າງກາຍ. ເພາະມັນໄດ້ທໍລະຍົດ, ລູຊິເຟີຈຶ່ງບໍ່ໄດ້ຮັບພອນໃນໂລກມະຕະ ແລະ ປະສົບການທັງໝົດໃນໂລກເພາະບໍ່ມີຮ່າງກາຍທີ່ມີເນື້ອໜັງ ແລະ ກະດູກ. ມັນບໍ່ສາມາດຮຽນຮູ້ບົດຮຽນທີ່ຜູ້ມີຮ່າງກາຍທີ່ມີເນື້ອໜັງເທົ່ານັ້ນສາມາດຮຽນຮູ້. ມັນກຽດຊັງຄວາມຈິງຂອງການຟື້ນຄືນຊີວິດຂອງມະນຸດທັງປວງ. ຄວາມໝາຍໜຶ່ງທີ່ມີພະລັງທີ່ສຸດຂອງຄຳວ່າ ຈິບຫາຍ ໄດ້ສະແດງອອກໃນຄວາມເປັນໄປບໍ່ໄດ້ຂອງມັນທີ່ຈະກາຍເປັນເໝືອນດັ່ງພຣະບິດາເທິງສະຫວັນ.
ເພາະການມີຮ່າງກາຍທີ່ມີເນື້ອໜັງເປັນສິ່ງສຳຄັນທີ່ສຸດໃນແຜນແຫ່ງຄວາມສຸກຂອງພຣະບິດາ ແລະ ການພັດທະນາທາງວິນຍານຂອງເຮົາ, ສະນັ້ນລູຊິເຟີຈຶ່ງພະຍາຍາມຢ່າງໜັກເພື່ອຢາກໃຫ້ເຮົາໃຊ້ຮ່າງກາຍຂອງເຮົາໃນທາງທີ່ບໍ່ເໝາະສົມ. ສິ່ງກົງກັນຂ້າມກັບນິລັນvດອນແມ່ນ ຄູ່ສັດຕູມີຄວາມໂສກເສົ້າທີ່ສຸດ ເພາະວ່າມັນບໍ່ມີຮ່າງກາຍທີ່ມີເນື້ອໜັງ, ມັນໄດ້ຍົວະຍົງເຮົາໃຫ້ຮັບເອົາຄວາມໂສກເສົ້າຂອງມັນຜ່ານການໃຊ້ຮ່າງກາຍຂອງເຮົາໃນທາງທີ່ບໍ່ເໝາະສົມ. ດັ່ງນັ້ນ ມັນຈຶ່ງໃຊ້ເຄື່ອງມືທີ່ມັນບໍ່ສາມາດມີ ເພື່ອລໍ້ລວງເຮົາໃຫ້ລົງໄປສູ່ຄວາມພິນາດທາງວິນຍານ.
ການລະເມີດກົດພົມມະຈັນເປັນບາບທີ່ຮ້າຍແຮງ ແລະ ເປັນການໃຊ້ຮ່າງກາຍໃນທາງທີ່ບໍ່ຖືກຕ້ອງ. ຕໍ່ຄົນທີ່ຮູ້ຈັກ ແລະ ເຂົ້າໃຈແຜນແຫ່ງຄວາມລອດ, ການທຳລາຍຮ່າງກາຍເປັນການກະບົດ (ເບິ່ງ ໂມໄຊຢາ 2:36–37; D&C 64:34–35) ແລະ ເປັນການປະຕິເສດລັກສະນະທີ່ແທ້ຈິງຂອງເຮົາໃນຖານະທີ່ເປັນບຸດ ແລະ ທິດາຂອງພຣະເຈົ້າ. ເມື່ອເຮົາເບິ່ງຂ້າມຜ່ານຄວາມເປັນມະຕະ ແລະ ໄປຫານິລັນດອນ, ມັນງ່າຍຫລາຍທີ່ຈະເຫັນໄດ້ວ່າ ການເປັນເພື່ອນແບບປອມແປງທີ່ຄູ່ສັດຕູໄດ້ສະເໜີແກ່ເຮົາແມ່ນ ຊົ່ວຄາວ ແລະ ເປົ່າປ່ຽວ.
ພອນຂອງການເປັນຄົນບໍລິສຸດ
ແອວມາໄດ້ສັ່ງສອນຊິບລັນລູກຊາຍຂອງເພິ່ນວ່າ ລາວຄວນ “ຄວບຄຸມກິເລດຕັນຫາທັງໝົດ [ຂອງລາວ], ເພື່ອ [ລາວ] ຈະເຕັມໄປດ້ວຍຄວາມຮັກ” (ແອວມາ 38:12). ການຄວບຄຸມທຳມະຊາດຂອງມະນຸດໃນແຕ່ລະຄົນ ຈະເຮັດໃຫ້ເຮົາມີຄວາມຮູ້ສຶກທີ່ດີກວ່າ, ເລິກຊຶ້ງກວ່າ, ແລະ ມີຄວາມຮັກທີ່ຍືນຍົງກວ່າຕໍ່ພຣະເຈົ້າ ແລະ ຕໍ່ລູກໆຂອງພຣະອົງ. ຄວາມຮັກເພີ່ມທະວີຂຶ້ນຜ່ານການຄວບຄຸມຄວາມຊອບທຳ ແລະ ຫລຸດນ້ອຍລົງຜ່ານການປ່ອຍຕົວໃຫ້ກັບການເຮັດແບບບໍ່ຄິດ.
ປະທານແມນຣິອອນ ຈີ ຣອມນີ ໄດ້ປະກາດວ່າ:
“ຂ້າພະເຈົ້າບໍ່ຮູ້ຈັກພອນໃດທີ່ແຮງກ້າຫລາຍໄປກວ່າຄຳສັນຍາເຫລົ່ານັ້ນຕໍ່ຄວາມບໍລິສຸດ ແລະ ຄຸນນະທຳ. ພຣະເຢຊູຄຣິດໄດ້ບອກເຖິງລາງວັນພິເສດສຳລັບຄຸນນະທຳຕ່າງໆ ແຕ່ສະຫງວນຄວາມຍິ່ງໃຫຍ່ທີ່ສຸດໄວ້, ສຳລັບຄົນທີ່ບໍລິສຸດໃນໃຈ, ‘ເພາະວ່າຜູ້ນັ້ນ,’ ພຣະອົງກ່າວ, ‘ຈະໄດ້ເຫັນພຣະເຈົ້າ’ (ມັດທາຍ 5:8). ເຂົາບໍ່ພຽງແຕ່ຈະໄດ້ເຫັນພຣະຜູ້ເປັນເຈົ້າເທົ່ານັ້ນ, ແຕ່ເຂົາຈະຮູ້ສຶກວ່າໄດ້ຄືນບ້ານສູ່ທີ່ປະທັບຂອງພຣະອົງ.
“ແລະ … ພຣະຜູ້ຊ່ອຍໃຫ້ລອດໄດ້ສັນຍາວ່າ ເມື່ອຄຸນນະທຳປະດັບຄວາມນຶກຄິດຂອງເຮົາຢ່າງບໍ່ເສື່ອມຄາຍ; ແລ້ວເມື່ອນັ້ນຄວາມໝັ້ນໃຈຂອງເຮົາຈະແຂງແກ່ນຂຶ້ນໃນທີ່ປະທັບຂອງພຣະເຈົ້າ (ເບິ່ງ D&C 121:45)” (“Trust in the Lord,” Ensign, May 1979, 42).
ເຮົາຍັງຖືກສັນຍາວ່າ, ເມື່ອເຮົາສະແຫວງຫາເສັ້ນທາງແຫ່ງຄຸນນະທຳນັ້ນ, ແລ້ວພຣະວິນຍານບໍລິສຸດຈະເປັນເພື່ອນຂອງເຮົາສະເໝີ (ເບິ່ງ D&C 121:46). ດັ່ງນັ້ນ, ການດຳລົງຊີວິດຕາມກົດພົມມະຈັນຈະນຳພອນອັນຍິ່ງໃຫຍ່ທີ່ສຸດບາງຢ່າງມາໃຫ້ຊາຍ ແລະ ຍິງຢູ່ໃນໂລກມະຕະນີ້: ເໝາະສົມກັບຄວາມໝັ້ນໃຈທາງວິນຍານຢູ່ຕໍ່ໜ້າຄອບຄົວ, ໝູ່ເພື່ອນ, ແລະ ຄົນໃນໂບດ, ແລະ ໃນທີ່ສຸດ ຕໍ່ພຣະຜູ້ຊ່ອຍໃຫ້ລອດ. ຄວາມປາດຖະໜາທີ່ຈະເປັນພາກສ່ວນຈະບັນລຸໄດ້ໃນຄວາມຊອບທຳ ໃນຂະນະທີ່ເຮົາເດີນໄປໃນຄວາມສະຫວ່າງ ແລະ ຄວາມຫວັງ.
ຫລັກທຳແຫ່ງການກັບໃຈ
ບາງຄົນໃນພວກທ່ານທີ່ໄດ້ຍິນຂ່າວສານນີ້ຕ້ອງກັບໃຈຈາກບາບເລື່ອງເພດ ຫລື ບາບອື່ນໆ. ພຣະຜູ້ຊ່ອຍໃຫ້ລອດມັກຖືກກ່າວເຖິງວ່າເປັນຜູ້ປິ່ນປົວທີ່ຍິ່ງໃຫຍ່, ແລະ ຕຳແໜ່ງນີ້ມີຄວາມສຳຄັນທາງເຄື່ອງໝາຍ ແລະ ຄວາມໝາຍ. ເຮົາທຸກຄົນເຄີຍໄດ້ປະສົບກັບຄວາມເຈັບປວດທາງຮ່າງກາຍມາແລ້ວ. ເມື່ອເຮົາເຈັບປວດທາງຮ່າງກາຍ ຫລື ມີບາດແຜ, ເຮົາຈະຊອກຫາວິທີບັນເທົາ ແລະ ດີໃຈທີ່ມີຢາແກ້ບັນເທົາຄວາມເຈັບປວດ. ໃຫ້ເຮົາມາຄິດວ່າ ບາບເປັນບາດແຜທາງວິນຍານ ທີ່ເຮັດໃຫ້ເຮົາຮູ້ສຶກຜິດ ຫລື ດັ່ງທີ່ແອວມາໄດ້ກ່າວວ່າ, “ສຳນຶກຜິດຂອງຈິດວິນຍານ” (ແອວມາ 42:18). ວິນຍານຮູ້ສຶກຜິດ ແລະ ຮ່າງກາຍ ຮັບຄວາມເຈັບປວດ—ເປັນການເຕືອນບອກເຖິງສິ່ງອັນຕະລາຍ ແລະ ການປົກປ້ອງຈາກການເຮັດຄວາມຜິດຫລາຍກວ່າເກົ່າ. ຈາກການຊົດໃຊ້ຂອງພຣະຜູ້ຊ່ອຍໃຫ້ລອດທີ່ເປັນຢາຂີ້ເຜິ້ງ ສາມາດປິ່ນປົວບາດແຜທາງວິນຍານຂອງເຮົາ ແລະ ກຳຈັດຄວາມຮູ້ສຶກຜິດໄດ້. ເຖິງຢ່າງໃດກໍຕາມ, ຢາຂີ້ເຜິ້ງນີ້ສາມາດຊ່ອຍໄດ້ພຽງແຕ່ເມື່ອເຮົານຳໃຊ້ຫລັກທຳແຫ່ງສັດທາໃນອົງພຣະເຢຊູຄຣິດ, ການກັບໃຈ, ແລະ ການເຊື່ອຟັງສະເໝີເທົ່ານັ້ນ. ຜົນຂອງການກັບໃຈທີ່ຈິງຈັງຄືຄວາມສະຫງົບໃນຈິດສຳນຶກ, ຄວາມປອບໂຍນ, ຄວາມປິ່ນປົວ ແລະ ການຟື້ນຟູທາງວິນຍານ.
ອະທິການ ຫລື ປະທານສາຂາຂອງທ່ານກໍເປັນຜູ້ປິ່ນປົວທາງວິນຍານຄືກັນ ທີ່ໄດ້ຮັບອະນຸຍາດໃຫ້ຊ່ອຍເຫລືອທ່ານເພື່ອກັບໃຈ ແລະ ປິ່ນປົວ. ຈົ່ງຈື່ຈຳໄວ້ວ່າ ຂອບເຂດ ແລະ ຄວາມຈິງຈັງເລື່ອງການກັບໃຈຂອງທ່ານ ຈະຕ້ອງໃຫ້ສົມກັບສະພາບ ແລະ ຄວາມຮ້າຍແຮງຂອງບາບຂອງທ່ານ—ໂດຍສະເພາະສຳລັບໄພ່ພົນຍຸກສຸດທ້າຍຜູ້ຢູ່ພາຍໃຕ້ພັນທະສັນຍາທີ່ສັກສິດ. ບາດແຜທາງວິນຍານທີ່ຮ້າຍແຮງຈະຮຽກຮ້ອງການປິ່ນປົວທີ່ເປັນເວລາດົນນານກ່ອນຈະຫາຍດີ.
ຄຳສັນຍາ ແລະ ປະຈັກພະຍານ
ຄຳສອນທີ່ຂ້າພະເຈົ້າໄດ້ບັນຍາຍຜ່ານມາອາດຟັງຄືວ່າເກົ່າແກ່ ແລະ ລ້າສະໄໝແລ້ວສຳລັບຫລາຍຄົນຢູ່ໃນໂລກນີ້ ທີ່ນັບມື້ນັບເຍາະເຍີ້ຍຄວາມສັກສິດຂອງການໃຫ້ກຳເນີດ ແລະ ລົດຄຸນຄ່າຂອງຊີວິດຂອງມະນຸດ. ແຕ່ຄວາມຈິງຂອງພຣະຜູ້ເປັນເຈົ້າບໍ່ໄດ້ຖືກດັດແປງໂດຍຄວາມນິຍົມ, ຊົມຊອບ, ຫລື ຄວາມຄິດຄວາມເຫັນຂອງສັງຄົມ. ຂ້າພະເຈົ້າສັນຍາວ່າ ການເຊື່ອຟັງຕໍ່ກົດພົມມະຈັນ ຈະເພີ່ມຄວາມສຸກໃຫ້ແກ່ເຮົາໃນຄວາມເປັນມະຕະນີ້ ແລະ ຊ່ອຍເຮົາໃຫ້ກ້າວໜ້າໄປສູ່ນິລັນດອນ. ພົມມະຈັນ ແລະ ຄຸນນະທຳໄດ້ເປັນ ແລະ ຈະ “ເປັນທີ່ຮັກ ແລະ ມີຄ່າທີ່ສຸດເໜືອກວ່າທຸກສິ່ງ” ສະເໝີໄປ (ໂມໂຣໄນ 9:9). ຂ້າພະເຈົ້າຂໍເປັນພະຍານໃນພຣະນາມອັນສັກສິດຂອງອົງພຣະເຢຊູຄຣິດເຈົ້າ, ອາແມນ.