ໜ້າທີ່ປະຕິບັດທີ່ສັກສິດຂອງພວກເຈົ້າ
ພວກເຈົ້າໄດ້ຮັບອຳນາດ, ແລະ ສິດອຳນາດ, ແລະ ໜ້າທີ່ອັນສັກສິດທີ່ຈະປະຕິບັດຕອນພວກເຈົ້າໄດ້ຮັບການແຕ່ງຕັ້ງຕໍ່ຖານະປະໂລຫິດ.
ຄວາມສຸກຂອງການປະຕິບັດ
ຊາຍໜຸ່ມຂອງຖານະປະໂລຫິດແຫ່ງອາໂຣນ, ພວກເຈົ້າເປັນບຸດທີ່ຮັກຂອງພຣະເຈົ້າ, ແລະ ພຣະອົງມີວຽກງານທີ່ຍິ່ງໃຫຍ່ໃຫ້ພວກເຈົ້າເຮັດ. ໃນການບັນລຸວຽກງານນີ້, ພວກເຈົ້າຕ້ອງເຮັດໜ້າທີ່ອັນສັກສິດຂອງພວກເຈົ້າ, ນັ້ນຄືການປະຕິບັດຕໍ່ຄົນອື່ນ.1
ການປະຕິບັດໝາຍຄວາມວ່າແນວໃດ? ໃຫ້ພວກເຈົ້າຄິດກ່ຽວກັບຄຳຖາມຂໍ້ນີ້ ໃນຂະນະທີ່ຂ້າພະເຈົ້າເລົ່າເລື່ອງໜຶ່ງກ່ຽວກັບນາງໄຊ ຈອນສັນ ໃຫ້ພວກເຈົ້າຟັງ.
ປີແລ້ວນີ້ ຕອນນາງໄຊໄປເຂົ້າໂຮງຮຽນອຸດົມ, ນາງໄດ້ຖືກຂົ່ມເຫັງ. ນາງໄດ້ຖືກປະຕິບັດຕໍ່ຢ່າງໂຫດຮ້າຍ, ຖືກຊຸກ, ແລະ ຖືກຫົວຂວັນຕອນນາງຍ່າງໄປຫ້ອງຮຽນ—ນັກຮຽນບາງຄົນໄດ້ໂຍນຂີ້ເຫຍື້ອໃສ່ນາງ. ພວກເຈົ້າອາດເຄີຍໄດ້ເຫັນບາງຄົນຖືກປະຕິບັດຕໍ່ຢ່າງໂຫດຮ້າຍເຊັ່ນນີ້ຄືກັນ.
ສຳລັບຫລາຍຄົນ, ປີໄວລຸ້ນເປັນໄລຍະທີ່ເປົ່າປ່ຽວດຽວດາຍ ແລະ ໜ້າຢ້ານກົວ. ບໍ່ຈຳເປັນຕ້ອງເປັນເຊັ່ນນັ້ນ. ໂຊກດີສຳລັບນາງໄຊ, ທີ່ມີຊາຍໜຸ່ມຢູ່ໂຮງຮຽນຜູ້ເຂົ້າໃຈຄວາມໝາຍຂອງການປະຕິບັດ.
ແມ່ຂອງນາງໄຊໄດ້ຂໍຄວາມຊ່ອຍເຫລືອຈາກນາຍຄູຢູ່ໂຮງຮຽນໃຫ້ຢຸດການຂົ່ມເຫັງນັ້ນ, ແຕ່ກໍບໍ່ໄດ້ຜົນ. ແລ້ວແມ່ຂອງນາງໄຊໄດ້ຕິດຕໍ່ຫາທ້າວຄາເຊິນ ໂຈນສ໌, ຜູ້ດຳລົງຖານະປະໂລຫິດແຫ່ງອາໂຣນ ແລະ ເປັນ ຄວດເຕີແບັກ ໃນທີມຟຸດບອລ໌. ນາງໄດ້ຂໍໃຫ້ລາວຊ່ອຍນາງຊອກຫາຄົນທີ່ຂົ່ມເຫັງນາງໄຊ.
ທ້າວຄາເຊິນໄດ້ຕົກລົງທີ່ຈະຊ່ອຍເຫລືອ, ແຕ່ໃນໃຈ ລາວຄິດວ່າ ລາວຄົງເຮັດໄດ້ພຽງແຕ່ຊອກຫາຜູ້ຂົ່ມເຫັງນາງເທົ່ານັ້ນ. ພຣະວິນຍານໄດ້ກະຕຸ້ນລາວໃຫ້ຊ່ອຍນາງໄຊໃຫ້ຮູ້ສຶກເຖິງຄວາມຮັກ.
ທ້າວຄາເຊິນໄດ້ຂໍໃຫ້ໝູ່ກິລາຂອງລາວຮ່ວມມືກັບລາວເພື່ອປະຕິບັດຕໍ່ນາງໄຊ. ເຂົາເຈົ້າໄດ້ຊວນນາງໄປນັ່ງກິນເຂົ້ານຳເຂົາເຈົ້າຕອນກິນເຂົ້າສວຍ. ເຂົາເຈົ້າໄດ້ຍ່າງໄປສົ່ງນາງຢູ່ຫ້ອງ. ບໍ່ເປັນເລື່ອງແປກເລີຍ, ໂດຍທີ່ມີທີມກິລາເປັນເພື່ອນໃກ້ຊິດກັບນາງ, ບໍ່ມີໃຜກ້າຂົ່ມເຫັງນາງໄຊອີກ.
ມັນເປັນຍາມທີ່ຕື່ນເຕັ້ນຫລາຍສຳລັບທີມຟຸດບອລ໌. ເຖິງແມ່ນເປັນປີທີ່ໜ້າຕື່ນເຕັ້ນ ແລະ ຊະນະຕະຫລອດ, ແຕ່ຊາຍໜຸ່ມເຫລົ່ານັ້ນບໍ່ໄດ້ລືມນາງໄຊ. ເຂົາເຈົ້າໄດ້ເຊື້ອເຊີນນາງໄປຮ່ວມທີມ ຫລັງຈາກການແຂ່ງຂັນກິລາ. ນາງໄຊຮູ້ສຶກໄດ້ຮັບຄວາມຮັກ ແລະ ມີຄວາມສຳຄັນ. ນາງຮູ້ສຶກປອດໄພ. ນາງດີໃຈຫລາຍ.
ທີມຟຸດບອລ໌ໄດ້ຊະນະຕະຫລອດຈົນຂຶ້ນເຖິງຂັ້ນແຂ່ງຂັນອັນດັບສຸດຍອດປະຈຳລັດ. ແຕ່ສິ່ງທີ່ສຳຄັນກວ່າການແຂ່ງຂັນໄດ້ເກີດຂຶ້ນຢູ່ທີ່ໂຮງຮຽນຂອງເຂົາເຈົ້າ. ຕົວຢ່າງຂອງຊາຍໜຸ່ມເຫລົ່ານັ້ນໄດ້ຊຸກຍູ້ນັກຮຽນຄົນອື່ນໆໃຫ້ເປີດອົກເປີດໃຈ, ແລະ ສ້າງມິດຕະພາບ. ບັດນີ້ ເຂົາເຈົ້າໄດ້ປະຕິບັດຕໍ່ກັນດ້ວຍຄວາມດີ ແລະ ດ້ວຍຄວາມນັບຖື.
ສຳນັກງານສື່ຂ່າວທົ່ວປະເທດໄດ້ຮູ້ເຖິງສິ່ງທີ່ຊາຍໜຸ່ມເຫລົ່ານັ້ນໄດ້ເຮັດ ແລະ ໄດ້ຖ່າຍທອດເລື່ອງຂອງເຂົາເຈົ້າຕະຫລອດທົ່ວປະເທດ. ມັນໄດ້ເລີ່ມຕົ້ນຈາກການປະຕິບັດຕໍ່ຄົນໜຶ່ງ ແລ້ວສິ່ງນັ້ນໄດ້ດົນໃຈຄົນອື່ນໆຫລາຍພັນຄົນໃຫ້ເຮັດເຊັ່ນດຽວກັນ.
ແມ່ຂອງນາງໄຊໄດ້ເອີ້ນຊາຍໜຸ່ມເຫລົ່ານັ້ນວ່າ “ທູດສະຫວັນປອມຕົວ.” ທ້າວຄາເຊິນ ແລະ ໝູ່ເພື່ອນຂອງລາວໄດ້ບອກວ່າ ນາງໄຊໄດ້ເປັນພອນໃຫ້ແກ່ຊີວິດຂອງເຂົາເຈົ້າ ຫລາຍກວ່າທີ່ເຂົາເຈົ້າໄດ້ເປັນພອນໃຫ້ແກ່ນາງ. ສິ່ງນັ້ນຈະເກີດຂຶ້ນເມື່ອພວກເຈົ້າບໍ່ຄິດກ່ຽວກັບຕົນເອງ ແລະ ຮັບໃຊ້ຄົນອື່ນ—ພວກເຈົ້າຮູ້ຈັກຕົນເອງ.2 ພວກເຈົ້າຈະປ່ຽນແປງ ແລະ ເຕີບໂຕຂຶ້ນໃນວິທີທີ່ເປັນໄປບໍ່ໄດ້ໃນວິທີອື່ນ. ຊາຍໜຸ່ມເຫລົ່ານັ້ນໄດ້ປະສົບກັບຄວາມສຸກນຳການປະຕິບັດ ແລະ ໄດ້ຊອກຫາໂອກາດທີ່ຈະເປັນພອນໃຫ້ແກ່ຄົນອື່ນຕື່ມອີກ. ເຂົາເຈົ້າຕື່ນເຕັ້ນທີ່ຈະໄດ້ອອກໄປປະຕິບັດຫລາຍກວ່າເກົ່າ ເມື່ອເຂົາເຈົ້າອອກໄປເຜີຍແຜ່ເປັນຜູ້ສອນສາດສະໜາເຕັມເວລາ.3
ຄວາມຕ້ອງການ ແລະ ໜ້າທີ່
ມີຫລາຍພັນຄົນທີ່ເປັນຄືກັນກັບນາງໄຊ ຈອນສັນ ຢູ່ຕະຫລອດທົ່ວໂລກ—ຜູ້ທີ່ຢາກຮູ້ສຶກເຖິງຄວາມຮັກຂອງພຣະບິດາເທິງສະຫວັນ. ເຂົາເຈົ້າຢູ່ໃນໂຮງຮຽນຂອງພວກເຈົ້າ, ຢູ່ໃນກຸ່ມໂຄຣຳຂອງພວກເຈົ້າ, ແລະ ແມ່ນແຕ່ຢູ່ໃນຄອບຄົວຂອງພວກເຈົ້າ. ພວກເຈົ້າອາດຄິດພໍ້ບາງຄົນໄດ້ໄວ. ບາງຄົນກໍມີຄວາມຕ້ອງການທີ່ເຫັນໄດ້ຍາກ. ຕາມຄວາມຈິງແລ້ວ ທຸກຄົນທີ່ພວກເຈົ້າຮູ້ ສາມາດໄດ້ຮັບພອນຈາກການປະຕິບັດຂອງພວກເຈົ້າ. ພຣະຜູ້ເປັນເຈົ້າເພິ່ງພາພວກເຈົ້າໃຫ້ເອື້ອມອອກໄປຫາເຂົາເຈົ້າ.
ພວກເຈົ້າບໍ່ຈຳເປັນຕ້ອງເປັນນັກຫລິ້ນກິລາທີ່ໂດ່ງດັງ ກ່ອນຈະສາມາດປະຕິບັດຕໍ່ຄົນອື່ນ. ພວກເຈົ້າໄດ້ຮັບອຳນາດ, ແລະ ສິດອຳນາດ, ແລະ ໜ້າທີ່ອັນສັກສິດທີ່ຈະປະຕິບັດຕອນພວກເຈົ້າໄດ້ຮັບການແຕ່ງຕັ້ງຕໍ່ຖານະປະໂລຫິດ. ປະທານເຈັມ ອີ ຟາວ ໄດ້ສອນວ່າ, “ຖານະປະໂລຫິດເປັນສິດອຳນາດທີ່ມອບໝາຍໃຫ້ມະນຸດ ເພື່ອ ປະຕິບັດ ໃນພຣະນາມຂອງພຣະເຈົ້າ.”4 ຖານະປະໂລຫິດແຫ່ງອາໂຣນມີຂໍກະແຈຂອງການປະຕິບັດຂອງເຫລົ່າທູດ.5
ເມື່ອພວກເຈົ້າຮັກລູກໆຂອງພຣະອົງ, ພຣະບິດາເທິງສະຫວັນຈະນຳພາພວກເຈົ້າ ແລະ ທູດຂອງພຣະອົງຈະຊ່ອຍເຫລືອພວກເຈົ້າ.6 ພວກເຈົ້າຈະໄດ້ຮັບອຳນາດເພື່ອໃຫ້ພອນແກ່ຊີວິດຂອງຜູ້ຄົນ ແລະ ເພື່ອກູ້ຈິດວິນຍານ.
ພຣະເຢຊູຄຣິດເປັນຕົວຢ່າງຂອງພວກເຈົ້າ. ພຣະອົງ “ບໍ່ໄດ້ມາເພື່ອໃຫ້ຄົນຮັບໃຊ້ຕົນ, ແຕ່ມາເພື່ອຮັບໃຊ້.”7 ການປະຕິບັດໝາຍເຖິງການທີ່ຈະຮັກ ແລະ ດູແລຄົນອື່ນ. ມັນໝາຍເຖິງການສະໜອງຄວາມຕ້ອງການທາງຮ່າງກາຍ ແລະ ທາງວິນຍານຂອງຄົນອື່ນ. ເວົ້າງ່າຍໆ, ມັນໝາຍເຖິງການເຮັດສິ່ງທີ່ພຣະຜູ້ຊ່ອຍໃຫ້ລອດຈະເຮັດ ຖ້າຫາກພຣະອົງປະທັບຢູ່ທີ່ນັ້ນ.
ຄອບຄົວຂອງພວກເຈົ້າ
ໃຫ້ເລີ່ມຕົ້ນຢູ່ໃນບ້ານເຮືອນຂອງພວກເຈົ້າ. ມັນເປັນບ່ອນທີ່ພວກເຈົ້າສາມາດປະຕິບັດສິ່ງທີ່ສຳຄັນທີ່ສຸດ.8
ພວກເຈົ້າຢາກທົດລອງບາງສິ່ງທີ່ໜ້າສົນໃຈບໍ? ເມື່ອພວກເຈົ້າໄດ້ຍິນແມ່ຂໍໃຫ້ພວກເຈົ້າເຮັດບາງສິ່ງຢູ່ໃນບ້ານ, ໃຫ້ເວົ້າແນວນີ້ “ຂອບໃຈເດີ້ແມ່ ທີ່ຢາກໃຫ້ລູກຊ່ອຍເຫລືອ, ລູກເຕັມໃຈທີ່ຈະຊ່ອຍ.” ແລ້ວໃຫ້ເບິ່ງທ່າທີຂອງແມ່. ບາງຄົນໃນພວກເຈົ້າອາດຕ້ອງໄດ້ຮຽນວິທີປະຖົມພະຍາບານໄວ້ລ່ວງໜ້າກ່ອນ. ພວກເຈົ້າອາດເຮັດໃຫ້ແມ່ເປັນລົມ. ຫລັງຈາກພວກເຈົ້າຊ່ອຍເພິ່ນໃຫ້ຟື້ນສະຕິ, ແລ້ວພວກເຈົ້າຈະເຫັນວ່າ ຄວາມສຳພັນຂອງພວກເຈົ້ານັ້ນແໜ້ນແຟ້ນຂຶ້ນກວ່າເກົ່າ ແລະ ພຣະວິນຍານຈະມີເພີ່ມຫລາຍຂຶ້ນຢູ່ໃນບ້ານເຮືອນຂອງພວກເຈົ້າ.
ນັ້ນເປັນວິທີໜຶ່ງທີ່ຈະປະຕິບັດຕໍ່ຄອບຄົວຂອງພວກເຈົ້າ; ມັນມີຫລາຍສິ່ງອື່ນອີກ. ພວກເຈົ້າໄດ້ປະຕິບັດເມື່ອພວກເຈົ້າເວົ້າຈາອ່ອນຫວານກັບຄົນໃນຄອບຄົວ. ພວກເຈົ້າໄດ້ປະຕິບັດເມື່ອພວກເຈົ້ານັບຖືອ້າຍເອື້ອຍນ້ອງຂອງພວກເຈົ້າຄືກັບວ່າເປັນໝູ່ຮັກໝູ່ແພງ.
ບາງທີ ສິ່ງທີ່ສຳຄັນທີ່ສຸດ, ພວກເຈົ້າໄດ້ປະຕິບັດເມື່ອພວກເຈົ້າຊ່ອຍເຫລືອພໍ່ເຮັດໜ້າທີ່ຂອງເພິ່ນ ໃນຖານະທີ່ເພິ່ນເປັນຫົວໜ້ານຳພາທາງວິນຍານຢູ່ໃນຄອບຄົວ. ຈົ່ງສະໜັບສະໜູນການສັງສັນໃນຄອບຄົວ, ການອະທິຖານເປັນຄອບຄົວ, ແລະ ການສຶກສາພຣະຄຳພີເປັນຄອບຄົວ. ຈົ່ງເຮັດພາກສ່ວນຂອງພວກເຈົ້າເພື່ອໃຫ້ແນ່ໃຈວ່າ ພຣະວິນຍານຈະມາສະຖິດຢູ່ໃນບ້ານເຮືອນຂອງພວກເຈົ້າ. ສິ່ງນີ້ຈະເພີ່ມຄວາມເຂັ້ມແຂງໃຫ້ແກ່ພໍ່ ໃນບົດບາດຂອງເພິ່ນ ແລະ ຕຽມພວກເຈົ້າເປັນພໍ່ໃນອະນາຄົດ. ຖ້າຫາກພວກເຈົ້າບໍ່ມີພໍ່ຢູ່ບ້ານ, ພວກເຈົ້າຈະມີໜ້າທີ່ຮັບຜິດຊອບທີ່ຈະປະຕິບັດຕໍ່ຄອບຄົວຫລາຍກວ່ານັ້ນ.
ກຸ່ມໂຄຣຳຂອງພວກເຈົ້າ
ພວກເຈົ້າຍັງມີໜ້າທີ່ ທີ່ຈະປະຕິບັດຢູ່ໃນກຸ່ມໂຄຣຳຂອງພວກເຈົ້ານຳອີກ.
ຖານະປະໂລຫິດກຳລັງຂະຫຍາຍອອກໄປຢ່າງກວ້າງໄກທົ່ວໂລກ. ຫລາຍຄົນໃນພວກເຈົ້າໄດ້ເຮັດຕາມຄຳຮຽກຮ້ອງຂອງປະທານມອນສັນ ໃຫ້ຊ່ອຍກູ້. ໃນວັນເວລານີ້ກໍມີຜູ້ດຳລົງຖານະປະໂລຫິດທີ່ເຂັ້ມແຂງຫລາຍກວ່າທີ່ຜ່ານມາໃນປະຫວັດສາດຂອງສາດສະໜາຈັກ. ແຕ່ກໍຍັງມີຫລາຍຄົນທີ່ບໍ່ເຂັ້ມແຂງ ແລະ ຕ້ອງການຄວາມຊ່ອຍເຫລືອຈາກພວກເຈົ້າ.
ເດືອນມິຖຸນາປີແລ້ວນີ້, ຕອນຈັດຕັ້ງສາຂາໃໝ່ຢູ່ເມືອງແບງກາລໍ, ປະເທດອິນເດຍ, ມີຊາຍໜຸ່ມຄົນດຽວ. ລາວຊື່ ກະແລດວິນ ຢູ່ໃນການປະຊຸມຖານະປະໂລຫິດ ທີ່ຫາກໍໄດ້ຖືກແຕ່ງຕັ້ງໃຫ້ເປັນມັກຄະນາຍົກ.
ທ້າວກະແລດວິນ, ພ້ອມດ້ວຍປະທານຫ້ອງຊາຍໜຸ່ມ ແລະ ປະທານສາຂາ, ໄດ້ເລີ່ມຕົ້ນໂທຫາຊາຍໜຸ່ມຄົນອື່ນໆທີ່ບໍ່ເຂັ້ມແຂງ ແລະ ໄດ້ໄປຢ້ຽມຢາມເຂົາເຈົ້າ. ບໍ່ດົນຈາກນັ້ນ, ຊາຍໜຸ່ມຄົນທີສອງຊື່ ແຊມໂຍ, ໄດ້ເລີ່ມຕົ້ນມາໂບດອີກ.
ທຸກອາທິດ ທ້າວກະແລດວິນ ແລະ ທ້າວແຊມໂຍໄດ້ໂທໄປຫາຄົນທີ່ບໍ່ໄດ້ມາໂບດ ແລະ ໄດ້ບອກເຂົາເຈົ້າກ່ຽວກັບສິ່ງທີ່ເຂົາເຈົ້າໄດ້ຮຽນ. ເຂົາເຈົ້າຍັງໄດ້ໂທໄປຫາ ຫລື ໄປຢ້ຽມຢາມຄົນເຫລົ່ານັ້ນໃນວັນເກີດຂອງເຂົາເຈົ້ານຳອີກ. ແລ້ວຊາຍໜຸ່ມທີ່ບໍ່ເຂັ້ມແຂງໄດ້ກາຍເປັນເພື່ອນຂອງເຂົາເຈົ້າເທື່ອລະຄົນ ແລະ ໄດ້ຮັບເອົາການເຊື້ອເຊີນໃຫ້ມາໂບດ, ແລະ ໄປຮ່ວມປະຊຸມກັບກຸ່ມຂອງເຂົາເຈົ້າ, ແລະ ໃນທີ່ສຸດ ກໍໄດ້ປະຕິບັດຕໍ່ຄົນອື່ນໆ. ປະຈຸບັນນີ້, ຊາຍໜຸ່ມຢູ່ໃນສາຂາເຂັ້ມແຂງໝົດທຸກຄົນ.
ພຣະຄຳພີສອນວ່າ ກຸ່ມໂຄຣຳຂອງຖານະປະໂລຫິດແຫ່ງອາໂຣນຈະຕ້ອງນັ່ງນຳກັນ ເພື່ອປະຊຸມ ແລະ ຮຽນຮູ້—ຫລື ເພື່ອສ້າງສັນ ແລະ ເພີ່ມຄວາມເຂັ້ມແຂງ—ໃຫ້ແກ່ກັນແລະກັນ.9 ພວກເຈົ້າຈະຮຽນຮູ້ ໃນຂະນະທີ່ພວກເຈົ້າສອນຄວາມຈິງຂອງພຣະກິດຕິຄຸນ, ແບ່ງປັນປະສົບການທາງວິນຍານ, ແລະ ສະແດງປະຈັກພະຍານ. ຫລັກສູດສຳລັບຊາວໜຸ່ມຈະສົ່ງເສີມການປະຕິບັດຕໍ່ກັນຢູ່ໃນກຸ່ມໂຄຣຳ, ແຕ່ສິ່ງນີ້ຈະເກີດຂຶ້ນໄດ້ພຽງແຕ່ເມື່ອສະມາຊິກທຸກຄົນໃນກຸ່ມຮູ້ສຶກໄດ້ຮັບຄວາມຮັກ ແລະ ນັບຖື. ບໍ່ຄວນມີການເວົ້າເຍາະເຍີ້ຍ ແລະ ເວົ້າຢອກຫລິ້ນລະຫວ່າງການປະຊຸມຂອງກຸ່ມໂຄຣຳ—ໂດຍສະເພາະຕອນແບ່ງປັນຄວາມຮູ້ສຶກຢູ່ໃນໃຈ. ຝ່າຍປະທານກຸ່ມຕ້ອງເປັນຜູ້ນຳພາ ເພື່ອໃຫ້ແນ່ໃຈວ່າ ການປະຊຸມຂອງກຸ່ມໂຄຣຳເປັນບ່ອນປອດໄພສຳລັບທຸກຄົນທີ່ມາຮ່ວມ.
ອັກຄະສາວົກໂປໂລ ໄດ້ແນະນຳວ່າ, “ຢ່າໃຫ້ຄຳຫຍາບຊ້າອອກຈາກປາກຂອງເຈົ້າຈັກເທື່ອ, ແຕ່ໃຫ້ໃຊ້ຄຳເວົ້າອັນດີທີ່ຈະຊ່ອຍຊູໃຫ້ຈະເລີນຂຶ້ນ.”10
ຜູ້ດຳລົງຖານະປະໂລຫິດບໍ່ຄວນໃຊ້ຄຳຫຍາບຊ້າ ຫລື ພາສາສົກກະປົກ. ເຂົາບໍ່ຄວນດູຖູກ ຫລື ທຳຮ້າຍຄົນອື່ນ. ເຂົາຕ້ອງສ້າງສັນ ແລະ ເພີ່ມຄວາມເຂັ້ມແຂງໃຫ້ແກ່ຄົນອື່ນ. ນີ້ຄືການປະຕິບັດທີ່ງ່າຍໆ ແຕ່ມີພະລັງ.
ຕະຫລອດເວລາ
ວຽກງານຂອງການປະຕິບັດບໍ່ແມ່ນພຽງແຕ່ກັບພິທີການ ຫລື ໄປສອນປະຈຳບ້ານ ຫລື ຊ່ອຍໃນໂຄງການເປັນບາງຄັ້ງເທົ່ານັ້ນ. ເຮົາເປັນຊາຍຂອງຖານະປະໂລຫິດສະເໝີ—ບໍ່ແມ່ນພຽງແຕ່ໃນວັນອາທິດເທົ່ານັ້ນ ຕອນເຮົານຸ່ງເສື້ອຂາວ ແລະ ໃສ່ກາລະວັດ. ເຮົາມີໜ້າທີ່ ທີ່ຈະປະຕິບັດໃນບ່ອນໃດກໍຕາມທີ່ເຮົາຢູ່. ການປະຕິບັດບໍ່ແມ່ນບາງສິ່ງທີ່ເຮົາເຮັດເທົ່ານັ້ນ—ມັນບອກໃຫ້ຮູ້ວ່າເຮົາເປັນໃຜນຳອີກ.
ຈົ່ງປະຕິບັດທຸກມື້. ໂອກາດມີຢູ່ອ້ອມຂ້າງພວກເຈົ້າ. ຈົ່ງຊອກຫາມັນ. ຈົ່ງທູນຂໍໃຫ້ພຣະຜູ້ເປັນເຈົ້າຊ່ອຍພວກເຈົ້າໃຫ້ເຫັນໂອກາດເຫລົ່ານັ້ນ. ພວກເຈົ້າຈະພົບມັນໃນການຮັບໃຊ້ເລັກນ້ອຍ ແລະ ຈິງໃຈ ເພື່ອຊ່ອຍຄົນອື່ນໃຫ້ຕິດຕາມພຣະເຢຊູຄຣິດ.11
ໃນຂະນະທີ່ພວກເຈົ້າພະຍາຍາມໃຫ້ມີຄ່າຄວນຕໍ່ພຣະວິນຍານ, ພວກເຈົ້າຈະຮູ້ຈັກຕອນທີ່ພວກເຈົ້າຖືກກະຕຸ້ນໃຫ້ປະຕິບັດ. ເມື່ອພວກເຈົ້າເຮັດຕາມ, ພວກເຈົ້າຈະໄດ້ຮັບຫລາຍຂຶ້ນ, ແລະ ໂອກາດ ແລະ ຄວາມສາມາດຂອງພວກເຈົ້າທີ່ຈະປະຕິບັດ ຈະຂະຫຍາຍອອກກວ້າງ.
ເພື່ອນໜຸ່ມຂອງຂ້າພະເຈົ້າ, ຂ້າພະເຈົ້າເປັນພະຍານວ່າ ພວກເຈົ້າໄດ້ຮັບສິດອຳນາດ ແລະ ອຳນາດຂອງຖານະປະໂລຫິດແຫ່ງອາໂຣນທີ່ຍິ່ງໃຫຍ່ ເພື່ອປະຕິບັດໃນພຣະນາມຂອງພຣະເຈົ້າ.
ຂ້າພະເຈົ້າເປັນພະຍານວ່າ ເມື່ອພວກເຈົ້າເຮັດ, ພວກເຈົ້າຈະເປັນເຄື່ອງມືໃນພຣະຫັດຂອງພຣະເຈົ້າ ເພື່ອຊ່ອຍເຫລືອຄົນອື່ນ. ຊີວິດຂອງພວກເຈົ້າຈະດີຂຶ້ນ ແລະ ມີຄວາມໝາຍຫລາຍກວ່າເກົ່າ. ພວກເຈົ້າຈະເຂັ້ມແຂງກວ່າເກົ່າເພື່ອຕ້ານທານກັບສິ່ງຊົ່ວຮ້າຍ. ພວກເຈົ້າຈະມີຄວາມສຸກທີ່ແທ້ຈິງ—ອັນທີ່ພຽງແຕ່ຜູ້ຕິດຕາມພຣະເຢຊູຄຣິດທີ່ແທ້ຈິງເທົ່ານັ້ນຈະໄດ້ຮັບ.
ຂໍໃຫ້ພວກເຈົ້າຈົ່ງປະສົບກັບຄວາມສຸກໃນການບັນລຸໜ້າທີ່ອັນສັກສິດຂອງການປະຕິບັດຂອງພວກເຈົ້າ, ຂ້າພະເຈົ້າອະທິຖານໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.