ສີ່ຕຳແໜ່ງ
ຂ້າພະເຈົ້າຢາກແນະນຳຕຳແໜ່ງສີ່ຢ່າງ ... ທີ່ອາດຈະຊ່ອຍເຮົາໃຫ້ຮັບຮູ້ບົດບາດສ່ວນຕົວຂອງເຮົາໃນແຜນນິລັນດອນຂອງພຣະເຈົ້າ ແລະ ຄວາມສາມາດຂອງເຮົາ ໃນຖານະຜູ້ດຳລົງຖານະປະໂລຫິດ.
ອ້າຍນ້ອງ ແລະ ເພື່ອນທີ່ຮັກແພງ, ຫົວໃຈຂອງຂ້າພະເຈົ້າ ເຕັມໄປດ້ວຍຄວາມກະຕັນຍູ ແລະ ຄວາມສຸກທີ່ໄດ້ຢູ່ກັບພວກທ່ານ. ຂ້າພະເຈົ້າສັນລະເສີນທ່ານ ບັນດາພໍ່ ແລະ ພໍ່ຕູ້ ຜູ້ທີ່ໄດ້ພາລູກ ແລະ ຫລານຊາຍມານຳ. ຂ້າພະເຈົ້າຂໍສະແດງຄວາມຍິນດີຕໍ່ພວກເຈົ້າ ຊາຍໜຸ່ມຜູ້ທີ່ໄດ້ເລືອກມາທີ່ນີ້ ໃນມື້ນີ້. ນີ້ເປັນສະຖານທີ່ຖືກຕ້ອງທີ່ທ່ານຈະຢູ່. ຂ້າພະເຈົ້າຫວັງວ່າ ທ່ານຈະສາມາດຮູ້ສຶກເຖິງຄວາມເປັນອ້າຍນ້ອງ ທີ່ຜູກພັນເຮົາເຂົ້າກັນ, ແລະ ຂ້າພະເຈົ້າອະທິຖານວ່າໃນທີ່ນີ້, ໃນບັນດາອ້າຍນ້ອງຂອງທ່ານ, ທ່ານຈະພົບເຫັນການເປັນພາກສ່ວນ, ການສະໜັບສະໜູນ, ແລະ ມິດຕະພາບ.
ເຮົາ ຜູ້ຊາຍທັງຫລາຍ ບາງເທື່ອຈະແນະນຳຕົວເອງຕາມຕຳແໜ່ງຂອງເຮົາ. ຫລາຍຄົນໃນພວກເຮົາມີຫລາຍຕຳແໜ່ງ, ແລະ ແຕ່ລະອັນກ່າວເຖິງສິ່ງທີ່ສຳຄັນກ່ຽວກັບເອກະລັກຂອງເຮົາ. ຍົກຕົວຢ່າງ, ຕຳແໜ່ງບາງຢ່າງບັນຍາຍເຖິງບົດບາດຂອງເຮົາໃນຄອບຄົວ, ດັ່ງເຊັ່ນ ລູກຊາຍ, ອ້າຍນ້ອງ, ສາມີ, ແລະ ພໍ່. ອີກຕຳແໜ່ງອື່ນບັນຍາຍເຖິງອາຊີບຂອງເຮົາໃນໂລກ, ດັ່ງເຊັ່ນ, ທ່ານໝໍ, ທະຫານ, ຫລື ຊ່າງທີ່ຊຳນານ. ແລະ ບາງຢ່າງຈະບັນຍາຍເຖິງຕຳແໜ່ງຂອງເຮົາໃນສາດສະໜາຈັກ.
ຄືນນີ້ ຂ້າພະເຈົ້າຢາກແນະນຳຕຳແໜ່ງສີ່ຢ່າງ ທີ່ຂ້າພະເຈົ້າເຊື່ອວ່າກ່ຽວຂ້ອງກັບຜູ້ດຳລົງຖານະປະໂລຫິດທຸກຄົນ ຕະຫລອດທົ່ວໂລກ—ຕຳແໜ່ງທີ່ອາດຈະຊ່ອຍເຮົາໃຫ້ຮັບຮູ້ບົດບາດສ່ວນຕົວຂອງເຮົາໃນແຜນນິລັນດອນຂອງພຣະເຈົ້າ ແລະ ຄວາມສາມາດຂອງເຮົາໃນຖານະຜູ້ດຳລົງຖານະປະໂລຫິດ ໃນສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ.
ບຸດຂອງພຣະບິດາເທິງສະຫວັນ
ຕຳແໜ່ງໜຶ່ງທີ່ກຳນົດຄວາມໝາຍຂອງເຮົາທຸກຄົນ, ໃນວິທີທາງພື້ນຖານທີ່ສຸດ, ຄື ບຸດຂອງພຣະບິດາເທິງສະຫວັນ. ບໍ່ວ່າເຮົາຈະເປັນຫຍັງ ຫລື ເຮັດຫຍັງໃນຊີວິດຂອງເຮົາ, ເຮົາຕ້ອງບໍ່ລືມຈັກເທື່ອວ່າ ເຮົາເປັນລູກໆທາງວິນຍານຂອງພຣະເຈົ້າແທ້ໆ. ເຮົາເປັນລູກຂອງພຣະອົງ ກ່ອນເຮົາໄດ້ລົງມາຢູ່ເທິງໂລກນີ້, ແລະ ເຮົາຈະເປັນລູກໆຂອງພຣະອົງຕະຫລອດຊົ່ວນິລັນດອນ. ຄວາມຈິງພື້ນຖານນີ້ຄວນປ່ຽນແປງວິທີທີ່ເຮົາເຫັນຕົວເຮົາເອງ, ເຫັນອ້າຍເອື້ອຍນ້ອງຂອງເຮົາ, ແລະ ແມ່ນແຕ່ວິທີທີ່ເຮົາເຫັນຊີວິດນັ້ນເອງ.
ໜ້າເສຍດາຍ, ບໍ່ມີຄົນໃດໃນພວກເຮົາທີ່ດຳລົງຊີວິດໃຫ້ສົມບູນຕາມທີ່ທຸກສິ່ງຢ່າງທີ່ຕຳແໜ່ງນີ້ອ້າງເຖິງ, “ດ້ວຍວ່າທຸກຄົນໄດ້ເຮັດບາບ ແລະ ຫ່າງໄກຈາກພຣະເຈົ້າຜູ້ທີ່ຊ່ອຍເຂົາ.”1
ບາງເທື່ອມັນສາມາດເປັນການທໍ້ຖອຍໃຈ ທີ່ຈະຮູ້ຄວາມໝາຍຂອງການເປັນບຸດຂອງພຣະເຈົ້າ ແລະ ແລ້ວບໍ່ສາມາດເຮັດໃຫ້ໄດ້ສົມກຽດ. ມານມັກຈະສວຍໂອກາດເອົາຄວາມຮູ້ສຶກບໍ່ດີພໍເຫລົ່ານີ້. ຊາຕານຢາກໃຫ້ທ່ານເຫັນຕົວທ່ານເອງຕາມບາບຂອງທ່ານ ແທນທີ່ຈະເຫັນຄວາມສາມາດແຫ່ງສະຫວັນຂອງທ່ານ. ອ້າຍນ້ອງທັງຫລາຍ, ຢ່າຟັງມັນເລີຍ.
ເຮົາທຸກຄົນເຄີຍເຫັນເດັກນ້ອຍຮຽນຍ່າງ. ເຂົາຈະຍ່າງໄປຕາມບາດກ້າວນ້ອຍໆ ແລະ ໂຊເຊໄປມາ. ເຂົາຈະລົ້ມລົງ. ເຮົາຈະຮ້າຍເຂົາບໍ ໃນຄວາມພະຍາຍາມນີ້? ບໍ່ເລີຍ. ພໍ່ຄົນໃດຈະລົງໂທດເດັກນ້ອຍທີ່ສະດຸດລົ້ມ? ເຮົາຈະໃຫ້ກຳລັງໃຈ, ເຮົາຈະຕົບມືໃຫ້, ແລະ ເຮົາຈະຍົກຍ້ອງ, ເພາະວ່າດ້ວຍທຸກໆບາດກ້າວ ນ້ອຍໆ, ເດັກຄົນນັ້ນກຳລັງກາຍເປັນເໝືອນດັ່ງພໍ່ແມ່ຂອງເຂົາ.
ບັດນີ້, ອ້າຍນ້ອງທັງຫລາຍ, ເມື່ອປຽບທຽບໃສ່ກັບຄວາມດີພ້ອມຂອງພຣະເຈົ້າແລ້ວ, ເຮົາມະນຸດກໍບໍ່ໄດ້ດີໄປກວ່າເດັກນ້ອຍທີ່ຍ່າງໂຊເຊໄປມານັ້ນຫລາຍປານໃດ. ແຕ່ພຣະບິດາເທິງສະຫວັນທີ່ຮັກຂອງເຮົາປະສົງໃຫ້ເຮົາກາຍເປັນເໝືອນດັ່ງພຣະອົງ, ແລະ, ອ້າຍນ້ອງທີ່ຮັກທັງຫລາຍ, ສິ່ງນີ້ຄວນເປັນເປົ້າໝາຍ ນິລັນດອນຂອງເຮົາຄືກັນ. ພຣະເຈົ້າເຂົ້າໃຈວ່າ ເຮົາຈະບໍ່ກາຍເປັນເໝືອນດັ່ງພຣະອົງໃນທັນທີທັນໃດ ແຕ່ໂດຍການຍ່າງໄປເທື່ອລະບາດກ້າວ.
ຂ້າພະເຈົ້າບໍ່ເຊື່ອໃນພຣະເຈົ້າ ອົງທີ່ຈະຈັດກົດ ແລະ ຂໍ້ພຣະບັນຍັດຂຶ້ນພຽງແຕ່ລໍຖ້າໃຫ້ເຮົາລົ້ມເຫລວ ເພື່ອວ່າພຣະອົງຈະລົງໂທດເຮົາ. ຂ້າພະເຈົ້າເຊື່ອໃນພຣະບິດາເທິງສະຫວັນ ອົງທີ່ຮັກ ແລະ ຫ່ວງໃຍ ແລະ ປິຕິຍິນດີໃນຄວາມພະຍາຍາມຂອງເຮົາທີ່ຈະກ້າວໄປໜ້າ ແລະ ກາຍເປັນເໝືອນດັ່ງພຣະອົງ. ແມ່ນແຕ່ເມື່ອເຮົາເຮັດຜິດພາດໄປ, ພຣະອົງຈະຊຸກຍູ້ເຮົາບໍ່ໃຫ້ທໍ້ຖອຍໃຈ—ບໍ່ໃຫ້ຍອມແພ້ຈັກເທື່ອ ຫລື ແລ່ນໜີໄປຈາກໜ້າທີ່ຮັບຜິດຊອບຂອງເຮົາ—ແຕ່ໃຫ້ມີກຳລັງໃຈຂຶ້ນ, ມີສັດທາ, ແລະ ພະຍາຍາມຕໍ່ໄປ.
ພຣະບິດາໃນສະຫວັນຂອງເຮົາ ສອນລູກໆຂອງພຣະອົງ ແລະ ສົ່ງຄວາມຊ່ອຍເຫລືອທີ່ມອງບໍ່ເຫັນ ຈາກສະຫວັນເລື້ອຍໆ ເພື່ອມາຊ່ອຍຜູ້ທີ່ປາດຖະໜາຈະຕິດຕາມພຣະຜູ້ຊ່ອຍໃຫ້ລອດ.
ສານຸສິດຂອງພຣະເຢຊູຄຣິດ
ແລະ ນີ້ຈະນຳເຮົາມາສູ່ຕຳແໜ່ງຕໍ່ໄປ ທີ່ເຮົາທຸກຄົນມີຄືກັນ: ທຸກຄົນທີ່ພະຍາຍາມຈະຕິດຕາມພຣະຄຣິດ ຢ່າງເອົາຈິງເອົາຈັງ ກໍຖືກເອີ້ນວ່າ ສານຸສິດ. ເຖິງແມ່ນວ່າ ເຮົາຮັບຮູ້ວ່າບໍ່ມີຄົນໃດໃນບັນດາພວກເຮົາທີ່ດີພ້ອມ, ເຮົາຈະບໍ່ໃຊ້ຄວາມຈິງນີ້ ເພື່ອເປັນຂໍ້ແກ້ຕົວ ທີ່ຈະຫລຸດຄວາມຄາດຫວັງຂອງເຮົາໃຫ້ຕ່ຳລົງ, ທີ່ຈະດຳລົງຊີວິດຕ່ຳກວ່າສິດພິເສດຂອງເຮົາ, ທີ່ຈະເລື່ອນວັນແຫ່ງການກັບໃຈຂອງເຮົາ, ຫລື ປະຕິເສດທີ່ຈະກ້າວໜ້າກາຍເປັນຄົນທີ່ດີກວ່າ, ທີ່ດີພ້ອມຫລາຍຂຶ້ນ, ເປັນຜູ້ຕິດຕາມທີ່ສຸພາບຮຽບຮ້ອຍຂອງພຣະອາຈານ ແລະ ກະສັດຂອງເຮົາຫລາຍຂຶ້ນ.
ຂໍໃຫ້ຈຳໄວ້ວ່າ ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ບໍ່ໄດ້ຖືກຈັດຕັ້ງຂຶ້ນມາສຳລັບບັນດາຊາຍ ແລະ ຍິງທີ່ດີພ້ອມທຸກຢ່າງ ຫລື ຜູ້ທີ່ບໍ່ຖືກກະທົບກະເທືອນໂດຍການລໍ້ລວງ, ແຕ່ມັນຖືກຈັດຕັ້ງຂຶ້ນມາສຳລັບຜູ້ຄົນດັ່ງທ່ານ ແລະ ຂ້າພະເຈົ້າແທ້ໆ. ແລະ ມັນຖືກຈັດຕັ້ງຂຶ້ນເທິງດານຫີນຂອງພຣະຜູ້ໄຖ່ຂອງເຮົາ, ອົງພຣະເຢຊູຄຣິດ,2 ຊຶ່ງຜ່ານການຊົດໃຊ້ຂອງພຣະອົງ ເຮົາສາມາດເປັນຄົນສະອາດໄດ້ ແລະ ກາຍເປັນ “ພີ່ນ້ອງຮ່ວມພົນລະເມືອງ ... ໃນຄອບຄົວຂອງພຣະເຈົ້າ.”3
ປາດສະຈາກການຊົດໃຊ້ຂອງພຣະເຢຊູຄຣິດ, ຊີວິດຈະບໍ່ມີຄວາມໝາຍ ຂາດຄວາມຫວັງ ຫລື ອະນາຄົດ. ດ້ວຍການຊົດໃຊ້, ຊີວິດເປັນສິ່ງທີ່ເບີກບານ, ເປັນການເດີນທາງທີ່ດົນໃຈຂອງຄວາມຈະເລີນເຕີບໂຕ ແລະ ການພັດທະນາ ທີ່ນຳໄປສູ່ຊີວິດນິລັນດອນ ໃນທີ່ປະທັບຂອງພຣະບິດາເທິງສະຫວັນຂອງເຮົາ.
ແຕ່ເຖິງແມ່ນວ່າ ການຊົດໃຊ້ມີເຈດຕະນາຈະຊ່ອຍໃຫ້ເຮົາທຸກຄົນກາຍເປັນເໝືອນດັ່ງພຣະຄຣິດຫລາຍຂຶ້ນກໍຕາມ, ມັນບໍ່ໄດ້ມີເຈດຕະນາຈະເຮັດໃຫ້ເຮົາເປັນເໝືອນກັນທຸກຄົນ. ບາງເທື່ອເຮົາ ຄິດຜິດໄປວ່າ ນິໄສໃຈຄໍທີ່ແຕກຕ່າງຈາກຂອງເຮົານັ້ນເປັນບາບ. ເຮົາສາມາດເຮັດຜິດໄປໃນການຄິດວ່າ ເພາະຄົນອື່ນແຕກຕ່າງ ໄປຈາກຕົວເຮົາ, ມັນຕ້ອງໝາຍຄວາມວ່າ ເຂົາເຈົ້າບໍ່ເຮັດໃຫ້ພຣະເຈົ້າພໍພຣະໄທ. ຄວາມຄິດແບບນີ້ເຮັດໃຫ້ບາງຄົນເຊື່ອວ່າ ສາດສະໜາຈັກຢາກຈະເຮັດໃຫ້ສະມາຊິກທຸກຄົນ ກາຍເປັນເໝືອນກັນທັງໝົດ, ວ່າແຕ່ລະຄົນຄວນມີຮູບລັກສະນະ, ຮູ້ສຶກ, ຄິດ, ແລະ ປະພຶດ ຄືກັບສະມາຊິກຄົນອື່ນໆ. ສິ່ງນີ້ຈະກົງກັນ ຂ້າມກັບປັນຍາຂອງພຣະເຈົ້າ, ອົງທີ່ໄດ້ສ້າງມະນຸດທຸກຄົນ ໃຫ້ແຕກຕ່າງຈາກອ້າຍນ້ອງຂອງເຂົາ, ບຸດທຸກຄົນໃຫ້ແຕກຕ່າງຈາກພໍ່ຂອງເຂົາ. ແມ່ນແຕ່ຝາແຝດກໍຍັງບໍ່ຄືກັນໃນນິໄສໃຈຄໍ ແລະ ເອກະລັກທາງວິນຍານຂອງເຂົາເຈົ້າ.
ມັນຍັງກົງກັນຂ້າມກັບເຈດຕະນາ ແລະ ຈຸດປະສົງຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ, ຊຶ່ງຮັບຮູ້ ແລະ ປົກປ້ອງອຳເພີໃຈທາງສິນທຳ—ພ້ອມທັງຜົນທີ່ຕາມມາຢ່າງຫລວງຫລາຍ ແລະ ສຳຄັນ—ຂອງລູກໆແຕ່ລະຄົນ ແລະ ທຸກຄົນຂອງພຣະເຈົ້າ. ໃນການເປັນສານຸສິດຂອງພຣະເຢຊູຄຣິດ, ເຮົາເປັນນ້ຳໜຶ່ງໃຈດຽວກັນໃນປະຈັກພະຍານຂອງເຮົາ ເຖິງພຣະກິດຕິຄຸນທີ່ໄດ້ຮັບການຟື້ນຟູ ແລະ ຄຳໝັ້ນສັນຍາຂອງເຮົາທີ່ຈະຮັກສາພຣະບັນຍັດຂອງພຣະເຈົ້າ. ແຕ່ເຮົາກໍແຕກຕ່າງກັນໃນການເລືອກດ້ານວັດທະນະທຳ, ສັງຄົມ, ແລະ ການເມືອງຂອງເຮົາ.
ສາດສະໜາຈັກເຂັ້ມແຂງຂຶ້ນເມື່ອເຮົາສວຍໂອກາດເອົາຄວາມແຕກຕ່າງນີ້ ແລະ ຊຸກຍູ້ກັນແລະກັນ ໃຫ້ພັດທະນາ ແລະ ໃຊ້ພອນສະຫວັນຂອງເຮົາ ທີ່ຈະໃຫ້ກຳລັງໃຈ ແລະ ເສີມກຳລັງໃຫ້ແກ່ເພື່ອນສານຸສິດຂອງເຮົາ.
ອ້າຍນ້ອງທັງຫລາຍ, ການເປັນສານຸສິດ ເປັນການເດີນທາງຕິດຕາມພຣະຜູ້ຊ່ອຍໃຫ້ລອດຂອງເຮົາຕະຫລອດຊີວິດ. ໃນເສັ້ນທາງອັນສົມທຽບຂອງເຮົາກັບພຣະຊົນຊີບຂອງພຣະຄຣິດຈາກເມືອງເບັດເລເຮັມໄປເຖິງໂຄລະໂຄທາ, ເຮົາຈະມີໂອກາດຫລາຍເທື່ອທີ່ຈະເຊົາດຳລົງຊີວິດຂອງການເປັນສານຸສິດ. ບາງ ເທື່ອມັນຈະເບິ່ງຄືວ່າຊີວິດນັ້ນຈະລຳບາກເກີນກວ່າທີ່ເຮົາຈະປາດຖະໜາ. ແຕ່ໃນຖານະທີ່ເປັນບຸລຸດຂອງຖານະປະໂລຫິດ, ເຮົາຕ້ອງມີຄວາມກ້າຫານທີ່ຈະຕິດຕາມພຣະຜູ້ໄຖ່ຂອງເຮົາ, ແມ່ນແຕ່ເມື່ອການທົດລອງໃນຊີວິດນັ້ນ ເບິ່ງຄືວ່າຍາກເກີນທົນ.
ດ້ວຍທຸກບາດກ້າວທີ່ເຮົາກ້າວຕິດຕາມພຣະບຸດຂອງພຣະອົງໄປ, ເຮົາອາດໄດ້ຮັບການເຕືອນໃຈ ທີ່ວ່າເຮົາຍັງບໍ່ດີພ້ອມເທື່ອ. ແຕ່ໃຫ້ເຮົາເປັນສານຸສິດທີ່ໝັ້ນຄົງ ແລະ ຊື່ສັດ. ເຮົາບໍ່ຄວນທໍ້ຖອຍ. ເຮົາຄວນຮັກສາພັນທະສັນຍາຂອງເຮົາຢ່າງຊື່ສັດ. ໃຫ້ເຮົາມອງຫາພຣະຜູ້ວິງວອນແທນ ແລະ ພຣະຜູ້ໄຖ່ຂອງເຮົາສະເໝີ ຂະນະທີ່ເຮົາກ້າວໄປຫາພຣະອົງ, ແຕ່ລະບາດກ້າວທີ່ບໍ່ດີພ້ອມຕໍ່ໆກັນໄປ.
ຜູ້ປິ່ນປົວຈິດວິນຍານ
ອ້າຍນ້ອງທັງຫລາຍ, ຖ້າເຮົາຕິດຕາມອົງພຣະເຢຊູຄຣິດ ດ້ວຍຄວາມຈິງໃຈ, ເຮົາຕ້ອງຍອມຮັບຕຳແໜ່ງທີສາມນີ້ ຄື: ຜູ້ປິ່ນປົວຈິດວິນຍານ. ເຮົາຜູ້ໄດ້ຮັບການແຕ່ງຕັ້ງຕໍ່ຖານະປະໂລຫິດຂອງພຣະເຈົ້າ ກໍຖືກເອີ້ນໃຫ້ປິ່ນປົວຄົນອື່ນ.”4
ມັນເປັນວຽກງານຂອງເຮົາທີ່ຈະເສີມສ້າງ, ສ້ອມແປງ, ເສີມກຳລັງ, ເຊີດຊູ, ແລະ ເຮັດໃຫ້ຫາຍດີ. ໜ້າທີ່ມອບໝາຍຂອງເຮົາ ແມ່ນຈະຕິດຕາມຕົວຢ່າງຂອງພຣະຜູ້ຊ່ອຍໃຫ້ລອດ ແລະ ເອື້ອມອອກໄປຫາຜູ້ທີ່ທົນທຸກ. ເຮົາ “ຈະເປັນທຸກກັບຄົນທີ່ເປັນທຸກ ... ແລະ ຈະປອບໃຈຄົນທີ່ຕ້ອງການຄວາມປອບໃຈ.”5 ເຮົາຈະພັນບາດແຜໃຫ້ຜູ້ທີ່ຖືກບາດເຈັບ. ເຮົາຈະ “ຊ່ອຍເຫລືອຄົນອ່ອນແອ, ຍົກມືທີ່ເມື່ອຍລ້າ, ແລະ ໃຫ້ກຳລັງຫົວເຂົ່າທີ່ ອ່ອນເພຍ.”6
ໃນຖານະຄູສອນປະຈຳບ້ານ, ເຮົາເປັນຜູ້ປິ່ນປົວ. ໃນຖານະຜູ້ນຳຂອງຖານະປະໂລຫິດ, ເຮົາເປັນຜູ້ປິ່ນປົວ. ໃນຖານະຜູ້ເປັນພໍ່, ເປັນລູກຊາຍ, ເປັນອ້າຍນ້ອງ, ແລະ ເປັນສາມີ, ເຮົາຄວນເປັນຜູ້ປິ່ນປົວທີ່ຍຶດໝັ້ນຄຳສັນຍາ ແລະ ອຸທິດຕົນ. ໃນມືເບື້ອງໜຶ່ງເຮົາຖືຂວດນ້ຳມັນສັກສິດສຳລັບໃຫ້ພອນຄົນປ່ວຍ; ໃນມືອີກເບື້ອງໜຶ່ງເຮົາຖືເຂົ້າຈີ່ເພື່ອລ້ຽງຄົນຫິວໂຫຍ ແລະ ໃນໃຈເຮົານຳພຣະຄຳອັນສະຫງົບສຸກຂອງພຣະເຈົ້າໄປໃຫ້, “ຊຶ່ງປິ່ນປົວຈິດວິນຍານທີ່ຖືກບາດເຈັບ.”7
ນີ້ເປັນໜ້າທີ່ຮັບຜິດຊອບຕົ້ນຕໍ ແລະ ສຳຄັນທີ່ສຸດຂອງເຮົາ ໃນການເປັນຜູ້ດຳລົງຖານະປະໂລຫິດ—ແລະ ມັນກໍກ່ຽວຂ້ອງກັບຜູ້ດຳລົງຖານະປະໂລຫິດແຫ່ງອາໂຣນ ແລະ ແຫ່ງເມນຄີເສເດັກດ້ວຍ. ພຣະກິດຕິຄຸນທີ່ຟື້ນຟູຂອງພຣະເຢຊູຄຣິດເປັນພອນໃຫ້ແກ່ຊີວິດຄົນ ບໍ່ພຽງແຕ່ເມື່ອເຮົາເຊື່ອມັນ—ແຕ່ແຮ່ງຫລາຍກວ່ານັ້ນ ເມື່ອເຮົາປະຕິບັດຕາມມັນ. ສ່ວນບຸກຄົນກໍຖືກເຊີດຊູ ແລະ ຄອບຄົວກໍຖືກເຮັດໃຫ້ເຂັ້ມແຂງຂຶ້ນເມື່ອເຂົາເຈົ້າດຳລົງຊີວິດຕາມຫລັກທຳພຣະກິດຕິຄຸນ. ມັນເປັນສິດທິພິເສດ ແລະ ໜ້າທີ່ຮັບຜິດຊອບຂອງເຮົາ ບໍ່ພຽງແຕ່ຈະເວົ້າສິ່ງທີ່ຖືກຕ້ອງ, ແຕ່ທີ່ຈະເຮັດສິ່ງທີ່ຖືກຕ້ອງນັ້ນອີກດ້ວຍ.
ພຣະຜູ້ຊ່ອຍໃຫ້ລອດເປັນຜູ້ເຮັດສິ່ງອັດສະຈັນ. ພຣະອົງເປັນຜູ້ປິ່ນປົວທີ່ຍິ່ງໃຫຍ່. ພຣະອົງເປັນຕົວຢ່າງຂອງເຮົາ, ເປັນຄວາມສະຫວ່າງ, ແມ່ນແຕ່ໃນເວລາທີ່ມືດມົນທີ່ສຸດ, ແລະ ພຣະອົງສະແດງໃຫ້ເຮົາເຫັນເສັ້ນທາງທີ່ຖືກຕ້ອງ.
ຂໍໃຫ້ເຮົາຈົ່ງຕິດຕາມພຣະອົງ. ຂໍໃຫ້ເຮົາຈົ່ງບັນລຸບົດບາດຂອງເຮົາ ແລະ ກາຍເປັນຜູ້ປິ່ນປົວ ໂດຍການຮັບໃຊ້ພຣະເຈົ້າ ແລະ ເພື່ອນມະນຸດຂອງເຮົາ.
ທາຍາດຂອງຊີວິດນິລັນດອນ
ຕຳແໜ່ງທີສີ່ ທີ່ເຮົາທຸກຄົນມີດ້ວຍກັນ ຈະນຳເຮົາກັບຄືນໄປຫາຕຳແໜ່ງທີໜຶ່ງໃນລາຍຊື່ຕຳແໜ່ງຂອງເຮົາ. ໃນຖານະບຸດຂອງພຣະບິດາເທິງສະຫວັນຂອງເຮົາ, ເຮົາເປັນ ຜູ້ຮັບມູນມໍລະດົກ ທຸກຢ່າງທີ່ພຣະອົງມີ.
“ພຣະວິນຍານຂອງພຣະເຈົ້າຮ່ວມເປັນພະຍານກັບວິນຍານຂອງພວກເຮົາ ປະກາດວ່າ ພວກເຮົາເປັນລູກຂອງພຣະເຈົ້າ:
“ແລະ ຖ້າເຮົາທັງຫລາຍເປັນບຸດແລ້ວ, ເຮົາກໍເປັນຜູ້ຮັບມູນມໍລະດົກຈາກພຣະເຈົ້າ, ແລະ ເປັນຜູ້ຮ່ວມຮັບມູນມໍລະດົກກັບພຣະຄຣິດ; ຖ້າແມ່ນເຮົາທັງຫລາຍໄດ້ທົນທຸກທໍລະມານດ້ວຍກັນກັບພຣະອົງນັ້ນ ພວກເຮົາກໍຈະໄດ້ຮັບສະຫງ່າລາສີກັບພຣະອົງເໝືອນກັນ.”8
ຂໍໃຫ້ຄິດເບິ່ງດູ, ອ້າຍນ້ອງທີ່ຮັກທັງຫລາຍ. ເຮົາເປັນຜູ້ຮ່ວມຮັບມູນມໍລະດົກກັບພຣະຄຣິດ!
ສະນັ້ນ ມັນສົມຄວນບໍ ທີ່ພວກເຮົາຫລາຍໆຄົນ ຈະໃຊ້ເວລາ, ຄວາມຄິດ, ຊັບສິນ, ແລະ ກຳລັງທີ່ມີຄ່າຫລາຍຂອງເຮົາ ໃນການສະແຫວງຫາຊື່ສຽງໂດ່ງດັງ ຫລື ສິ່ງຂອງທາງໂລກ ຫລື ການມີເຄື່ອງອີເລັກທຣອນນິກທີ່ໃໝ່ສຸດ ແລະ ຄັກທີ່ສຸດ?
ພຣະຜູ້ເປັນເຈົ້າໄດ້ປະທານຄຳສັນຍາແຫ່ງສະຫວັນໃຫ້ແກ່ເຮົາວ່າ ເພາະຜູ້ໃດທີ່ຊື່ສັດຕໍ່ການໄດ້ຮັບຖານະປະໂລຫິດທັງສອງຢ່າງນີ້, ... ແລະ ຂະຫຍາຍການເອີ້ນຂອງຕົນ, ... [ຈະ] ຮັບເອົາພຣະຜູ້ເປັນເຈົ້າ, ພຣະຜູ້ເປັນເຈົ້າໄດ້ກ່າວ; ... ແລະ ຄົນໃດທີ່ຮັບເອົາພຣະອົງ ກໍຮັບເອົາພຣະບິດາຂອງພຣະອົງ; ... ສະນັ້ນ ທຸກສິ່ງທີ່ພຣະບິດາຂອງພຣະອົງມີ ຈະຖືກມອບໃຫ້ແກ່ເຂົາ.9
ຂ້າພະເຈົ້າຄິດບໍ່ໄດ້ ເຖິງທຸກສິ່ງທີ່ຄຳສັນຍານີ້ໝາຍເຖິງ. ແຕ່ຂ້າພະເຈົ້າຮູ້ວ່າມັນປະເສີດ, ມັນສັກສິດ, ມັນເປັນຊົ່ວນິລັນດອນ, ແລະ ມັນກຸ້ມຄ່າພຽງໃດກັບຄວາມພະຍາຍາມຂອງເຮົາໃນຊີວິດນີ້.
ເມື່ອຮູ້ສິ່ງນີ້ແລ້ວ, ເຮົາຈະບໍ່ເຕັມໃຈ ແລະ ມີຄວາມສຸກໃນການມີສ່ວມຮ່ວມ ໃນການຮັບໃຊ້ພຣະຜູ້ເປັນເຈົ້າ ແລະ ເພື່ອນມະນຸດ ແລະ ບັນລຸໜ້າທີ່ຂອງເຮົາໃນຖານະປະໂລຫິດຂອງພຣະເຈົ້າໄດ້ແນວໃດ?
ນີ້ເປັນວຽກງານທີ່ສູງສົ່ງທີ່ສຸດ ທີ່ຈະທ້າທາຍເຮົາໃນທຸກໆວິທີທາງ ແລະ ຮຽກຮ້ອງໃຫ້ເຮົາໃຊ້ຄວາມສາມາດຂອງເຮົາທັງໝົດ. ເຮົາປາດຖະໜາຈະໄດ້ຮັບພອນ ແລະ ການຊີ້ນຳຈາກສະຫວັນບໍ? ແລ້ວ ຂໍໃຫ້ເຮົາຈົ່ງເລີ່ມເຮັດວຽກ ແລະ ເອົາຄວາມພະຍາຍາມຂອງເຮົາໃສ່ກັບວຽກງານທີ່ສຳຄັນນີ້, ອຸດົມການທີ່ຍິ່ງໃຫຍ່ໄປກວ່າພວກເຮົາເອງ!
ການຮັບໃຊ້ພຣະເຈົ້າ ແລະ ເພື່ອນມະນຸດຂອງເຮົາຈະທ້າທາຍເຮົາ ແລະ ປ່ຽນແປງເຮົາໃຫ້ເປັນຄົນທີ່ຍິ່ງໃຫຍ່ກວ່າທີ່ເຮົາເຄີຍໄດ້ຄິດວ່າຈະເປັນໄປໄດ້.
ບາງທີ ທ່ານອາດຄິດວ່າບໍ່ມີໃຜຕ້ອງການທ່ານ, ວ່າທ່ານຖືກມອງຂ້າມໄປ ຫລື ບໍ່ເປັນທີ່ຕ້ອງການ, ວ່າທ່ານບໍ່ສຳຄັນ.
ຂ້າພະເຈົ້າເສຍໃຈແທ້ໆ ຖ້າຫາກຜູ້ດຳລົງຖານະປະໂລຫິດຄົນໃດຮູ້ສຶກແບບນີ້. ແນ່ນອນວ່າ ທ່ານບໍ່ໄດ້ຖືກມອງຂ້າມໄປ ຫລື ບໍ່ເປັນທີ່ຕ້ອງການ ໂດຍພຣະບິດາເທິງສະຫວັນຂອງທ່ານ. ພຣະອົງຮັກທ່ານ. ແລະ ຂ້າພະເຈົ້າບອກທ່ານດ້ວຍຄວາມແນ່ນອນວ່າ ສາດສະໜາຈັກຂອງທ່ານຕ້ອງການທ່ານ.
ທ່ານບໍ່ຮູ້ບໍວ່າ “ພຣະເຈົ້າໄດ້ເລືອກເອົາສິ່ງທີ່ໂລກຖືວ່າໂງ່ ເພື່ອໃຫ້ຄົນສະຫລາດ [ຖືກອັບອາຍ]; ແລະ ພຣະອົງໄດ້ເລືອກເອົາສິ່ງທີ່ໂລກຖືວ່າອ່ອນກຳລັງ ເພື່ອໃຫ້ຄົນມີກຳລັງ [ຖືກອັບອາຍ]”?10
ບາງທີມັນກໍຈິງທີ່ວ່າເຮົາອ່ອນກຳລັງ. ບາງທີເຮົາກໍບໍ່ສະຫລາດ ຫລື ມີກຳລັງ. ແຕ່ເມື່ອພຣະເຈົ້າເຮັດວຽກຜ່ານຕົວເຮົາ, ບໍ່ມີຄົນໃດ ຫລື ສິ່ງໃດສາມາດຕໍ່ຕ້້ານເຮົາໄດ້.11
ເພາະເຫດນີ້ທ່ານຈຶ່ງເປັນທີ່ຕ້ອງການ. ທ່ານມີການບໍລິຈາກພິເສດຂອງທ່ານເອງ, ແລະ ພຣະເຈົ້າສາມາດຂະຫຍາຍການບໍລິຈາກນັ້ນໄດ້ ໃນວິທີທາງຍິ່ງໃຫຍ່. ຄວາມສາມາດຂອງທ່ານ ທີ່ຈະບໍລິຈາກ ບໍ່ໄດ້ຂຶ້ນຢູ່ກັບການເອີ້ນຂອງທ່ານໃນສາດສະໜາຈັກ. ໂອກາດຂອງທ່ານທີ່ຈະຮັບໃຊ້ນັ້ນແມ່ນບໍ່ມີທີ່ຈຳກັດ. ຖ້າວ່າທ່ານບໍ່ມີສ່ວນຮ່ວມໃນວຽກງານຂອງພຣະເຈົ້າ, ຂ້າພະເຈົ້າຂໍຊຸກຍູ້ທ່ານໃຫ້ມີສ່ວນຮ່ວມນັ້ນ.
ບໍ່ຕ້ອງຖ້າການເອີ້ນໃດໜຶ່ງໂດຍສະເພາະ ກ່ອນທ່ານຈະມີສ່ວນຮ່ວມຢ່າງເຕັມທີ່ ໃນການເສີມສ້າງອານາຈັກຂອງພຣະເຈົ້າ. ໃນຖານະຜູ້ດຳລົງຖານະປະໂລຫິດ, ທ່ານກໍໄດ້ຖືກເອີ້ນໃຫ້ມາຫາວຽກງານແລ້ວ. ຂໍໃຫ້ສຶກສາພຣະຄຳຂອງພຣະເຈົ້າທຸກໆມື້, ອະທິຖານຫາພຣະບິດາເທິງສະຫວັນທຸກໆມື້, ປະຕິບັດຕາມຫລັກທຳຂອງພຣະກິດຕິຄຸນທີ່ຟື້ນຟູແລ້ວ, ຂອບພຣະໄທພຣະເຈົ້າ, ແລະ ທູນຂໍການຊີ້ນຳຂອງພຣະອົງ. ແລ້ວໃຫ້ດຳລົງຊີວິດຕາມສິ່ງທີ່ທ່ານຮຽນຮູ້, ທຳອິດໃນບ້ານເຮືອນຂອງທ່ານ ແລະ ໃນທຸກໆສະພາບການໃນຊີວິດຂອງທ່ານດ້ວຍ.
ໃນວົງດົນຕີປະສານສຽງຂອງພຣະຜູ້ເປັນເຈົ້າ, ທ່ານມີບົດບາດສະເພາະຂອງທ່ານ—ທີ່ຈະຂັບຮ້ອງ. ຖ້າທ່ານບໍ່ບັນເລງບົດບາດຂອງທ່ານ, ແນ່ນອນວ່າວົງດົນຕີກໍຈະບັນເລງຕໍ່ໄປ. ແຕ່ຖ້າທ່ານລຸກຂຶ້ນ ແລະ ເຂົ້າຮ່ວມວົງດົນຕີ ແລະ ປ່ອຍໃຫ້ອຳນາດຂອງພຣະເຈົ້າເຮັດວຽກຜ່ານຕົວທ່ານ, ແລ້ວທ່ານຈະເຫັນວ່າ “ປະຕູສະຫວັນ” ໄຂອອກ, ແລະ ພຣະອົງຈະ “ຖອກເທພະພອນທຸກໆຊະນິດມາຍັງໝູ່ເຈົ້າ.”12 ຈົ່ງບັນລຸຄວາມສາມາດຂອງທ່ານ ໃນຖານະບຸດຂອງພຣະເຈົ້າ, ແລະ ແລ້ວທ່ານຈະສາມາດເປັນອິດທິພົນທີ່ດີໃນຄອບຄົວຂອງທ່ານ, ໃນບ້ານເຮືອນ, ໃນຊຸມຊົນ, ໃນປະເທດຂອງທ່ານ, ແລະ ແມ່ນແຕ່ໃນໂລກດ້ວຍ.
ແລະ ໃນຂັ້ນຕອນນີ້, ຂະນະທີ່ທ່ານ “ເສຍຊີວິດ [ຂອງທ່ານ]” ໃນການຮັບໃຊ້ຄົນອື່ນ,13 ທ່ານຈະຈະເລີນເຕີບໂຕ ແລະ ພັດທະນາຈົນກວ່າທ່ານຈະບັນລຸ “ຄວາມສົມບູນຂອງພຣະຄຣິດຢ່າງເຕັມຂະໜາດ.”14 ແລ້ວທ່ານພ້ອມຈະໄດ້ຮັບມູນມໍລະດົກ, ຮ່ວມກັບພຣະຄຣິດ, ທຸກສິ່ງທີ່ພຣະບິດາມີ.
ທ່ານສຳຄັນຕໍ່ພຣະເຈົ້າ
ອ້າຍນ້ອງທີ່ຮັກແພງ, ເພື່ອນຮັກທັງຫລາຍຂອງຂ້າພະເຈົ້າ, ທ່ານສຳຄັນ. ທ່ານເປັນທີ່ຮັກ. ທ່ານເປັນທີ່ຕ້ອງການ. ວຽກງານນີ້ຈິງ. ຖານະປະໂລຫິດທີ່ທ່ານມີສິດໄດ້ດຳລົງຢູ່ ແມ່ນຂອງພຣະເຈົ້າແທ້ໆ.
ຂ້າພະເຈົ້າອະທິຖານວ່າ ຂະນະທີ່ທ່ານຄິດໄຕ່ຕອງເຖິງຕຳແໜ່ງທັງຫລາຍຂອງຜູ້ດຳລົງຖານະປະໂລຫິດທີ່ມີຄຸນຄ່າດີພໍ, ທ່ານຈະຄົ້ນພົບວ່າ ທ່ານມີຄວາມຊ່ອຍເຫລືອຈາກສະຫວັນ, ທີ່ຈະຊ່ອຍທ່ານໃຫ້ກ້າວໄປໜ້າ ສູ່ມູນມໍລະດົກທີ່ຍິ່ງໃຫຍ່ ທີ່ພຣະບິດາເທິງສະຫວັນຂອງທ່ານໄດ້ຈັດໄວ້ໃຫ້ທ່ານ. ຂ້າພະເຈົ້າຝາກພອນນີ້ໄວ້ໃຫ້ທ່ານ ແລະ ປະຈັກພະຍານຂອງຂ້າພະເຈົ້າ ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.