ພຣະບິດາ ແລະ ພຣະບຸດ
ຈຸດໃຈກາງຂອງຫລັກທຳຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ ແລະ ອຳນາດຂອງພຣະກິດຕິຄຸນທີ່ຊ່ອຍໃຫ້ລອດ ແມ່ນເພື່ອຈະໄດ້ເຂົ້າໃຈກ່ຽວກັບພຣະບິດາ ແລະ ພຣະບຸດ.
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າມີຄວາມກະຕັນຍູທີ່ໄດ້ມາກ່າວກັບທ່ານໃນຕອນບ່າຍມື້ນີ້ ຂອງກອງປະຊຸມໃຫຍ່ສາມັນທີ່ດົນຈົນ!
ໃນການກ່າວກ່ຽວກັບຫົວຂໍ້ທີ່ຂ້າພະເຈົ້າຄິດວ່າສັກສິດຫລາຍທີ່ສຸດ, ທຳອິດ ຂ້າພະເຈົ້າຈຶ່ງຂໍສະແດງຄວາມກະຕັນຍູຕໍ່ຊາວຄຣິດສະຕຽນທັງຫລາຍຕະຫລອດທຸກຍຸກທຸກສະໄໝ, ຮ່ວມທັງບັນພະບຸລຸດຂອງຂ້າພະເຈົ້າເຈົ້າທີ່ເປັນຊາວໂປເທັດສະຕັນຄົນຝະຣັ່ງ ແລະ ຊາວກາໂຕລິກຄົນອຽກລັງ. ເປັນຍ້ອນສັດທາ ແລະ ການນະມັດສະການຂອງພຣະເຈົ້າຂອງເຂົາເຈົ້າ, ຫລາຍຄົນໄດ້ສະລະຕຳແໜ່ງ, ຊັບສິນ, ແລະ ແມ່ນແຕ່ຊີວິດ ຂອງເຂົາເຈົ້າໃນການປ້ອງກັນພຣະເຈົ້າ ແລະ ສັດທາຂອງເຂົາເຈົ້າ.1
ໃນຖານະທີ່ເປັນໄພ່ພົນຍຸກສຸດທ້າຍ ແລະ ເປັນຄຣິດສະຕຽນ, ສ່ວນຫລາຍແລ້ວເຮົາຈະມີສັດທາທີ່ເຂັ້ມແຂງ ແລະ ເລິກຊຶ້ງໃນພຣະເຈົ້າ ພຣະບິດານິລັນດອນ ແລະ ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ. ການອຸທິດຕົນຕໍ່ພຣະເຈົ້າເປັນສິ່ງສັກສິດ ແລະ ສ່ວນຕົວຕະຫລອດມາລະຫວ່າງເຮົາແຕ່ລະຄົນກັບພຣະຜູ້ສ້າງຂອງເຮົາ.
ການສະແຫວງຫາຊີວິດນິລັນດອນ ເປັນການສະແຫວງຫາທີ່ຈະເຂົ້າໃຈວ່າ ພຣະເຈົ້າເປັນໃຜ ແລະ ເພື່ອເຮົາຈະໄດ້ກັບຄືນໄປຢູ່ນຳພຣະອົງ. ພຣະຜູ້ຊ່ອຍໃຫ້ລອດໄດ້ອະທິຖານຫາພຣະບິດາຂອງພຣະອົງວ່າ, “ນີ້ແມ່ນຊີວິດນິລັນດອນ ຄືພວກເຂົາຮູ້ຈັກພຣະອົງເປັນພຣະເຈົ້າທ່ຽງແທ້ແຕ່ອົງດຽວ ແລະ ຮູ້ຈັກພຣະເຢຊູຄຣິດຜູ້ທີ່ພຣະອົງໃຊ້ມາ.”2
ເຖິງແມ່ນຈະເຂົ້າໃຈຕາມການປະກາດນີ້ໂດຍພຣະຜູ້ຊ່ອຍໃຫ້ລອດ, ແຕ່ການຄິດກ່ຽວກັບທຳມະຊາດຂອງພຣະບິດາ ແລະ ພຣະບຸດ ຕະຫລອດທົ່ວສັດຕະວັດ ແລະ ໃນບັນດາມະນຸດຢ່າງຫລວງຫລາຍ ແມ່ນບໍ່ສອດຄ່ອງກັບຄຳສອນຂອງພຣະຄຳພີທີ່ສັກສິດ.
ເຮົາຍອມຮັບວ່າ ຈຸດໃຈກາງຂອງຫລັກທຳຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ ແລະ ອຳນາດຂອງພຣະກິດຕິຄຸນທີ່ຊ່ອຍໃຫ້ລອດ ແມ່ນເພື່ອຈະໄດ້ເຂົ້າໃຈກ່ຽວກັບພຣະບິດາ ແລະ ພຣະບຸດ.3
ສິ່ງສຳຄັນຂອງຫລັກທຳຂັ້ນພື້ນຖານຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ ໄດ້ຖືກຢືນຢັນໂດຍພາບທີ່ມາໃຫ້ເຫັນຂອງສາດສະດາໂຈເຊັບ ສະມິດ ໃນປີ 1820. ສາດສະດາໄດ້ຂຽນວ່າ: “ຂ້າພະເຈົ້າໄດ້ເຫັນສອງພຣະອົງປະທັບຢືນຢູ່ໃນອາກາດຊື່ຫົວຂອງຂ້າພະເຈົ້າ. ຄວາມສະຫວ່າງ ແລະ ລັດສະໝີພາບຂອງທັງສອງພຣະອົງນັ້ນເກີນກວ່າທີ່ຈະພັນລະນາໄດ້. ອົງໜຶ່ງໄດ້ຮັບສັ່ງກັບຂ້າພະເຈົ້າ ໂດຍເອີ້ນຊື່ຂອງຂ້າພະເຈົ້າ ແລະ ຊີ້ພຣະຫັດໄປຫາອີກອົງໜຶ່ງ ແລະ ກ່າວວ່າ—ນີ້ຄືບຸດທີ່ຮັກຂອງເຮົາ. ຈົ່ງຟັງທ່ານ!”4
ປະສົບການຂອງໂຈເຊັບຕອນເປັນໜຸ່ມ, ຕິດຕາມດ້ວຍພາບທີ່ມາໃຫ້ເຫັນ ແລະ ການເປີດເຜີຍວ່າ ພຣະເຈົ້າມີຈິງ; ພຣະບິດາ ແລະ ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ, ເປັນສອງພຣະອົງທີ່ແຕກຕ່າງກັນ; ມະນຸດໄດ້ຖືກສ້າງຂຶ້ນໃນລັກສະນະຂອງພຣະເຈົ້າ; ພຣະບິດາເທິງສະຫວັນຂອງເຮົາເປັນພຣະບິດາຂອງພຣະເຢຊູຄຣິດແທ້ໆ; ພຣະເຈົ້າໄດ້ເປີດເຜີຍພຣະອົງເອງຕໍ່ມະນຸດສະເໝີມາ; ພຣະເຈົ້າຢູ່ໃກ້ສະເໝີ ແລະ ສົນໃຈກັບເຮົາ; ແລະ ພຣະອົງຕອບຄຳອະທິຖານຂອງເຮົາ.
ເຖິງແມ່ນການປະກົດທີ່ຄ້າຍຄືກັນນີ້ຂອງພຣະບິດາ ແລະ ພຣະບຸດໃນພຣະຄຳພີທີ່ສັກສິດ ໄດ້ເກີດຂຶ້ນພຽງເລັກນ້ອຍເທົ່ານັ້ນ, ແຕ່ຄວາມຈິງທີ່ບໍ່ເປັນໜ້າເຊື່ອຂອງພາບທີ່ມາໃຫ້ເຫັນຄັ້ງທຳອິດ ແມ່ນສອດຄ່ອງກັບເຫດການອື່ນໆທີ່ໄດ້ຖືກບັນທຶກໄວ້ຢູ່ໃນພຣະຄຳພີທີ່ສັກສິດ.
ໃນພັນທະສັນຍາໃໝ່, ຕົວຢ່າງ, ເຮົາອ່ານປະຈັກພະຍານສຸດທ້າຍຂອງສະເຕຟາໂນ ກ່ອນລາວຖືກສັງຫານ. ລາວໄດ້ເວົ້າວ່າ: “ເບິ່ງແມ, ຂ້າພະເຈົ້າເຫັນທ້ອງຟ້າໄຂອອກ, ແລະ ເຫັນບຸດມະນຸດກຳລັງຢືນຢູ່ທີ່ກ້ຳຂວາມືຂອງພຣະເຈົ້າ.”5
ໃນຕອນທີ່ໄດ້ເຫັນພາບນິມິດອັນຍິ່ງໃຫຍ່ຢູ່ເກາະປາໂມດ, ອັກຄະສາວົກໂຢຮັນໄດ້ເຫັນ “ອົງພຣະຜູ້ເປັນເຈົ້າຜູ້ຊົງລິດທານຸພາບສູງສຸດ”6 ແລະ ລູກແກະຂອງພຣະເຈົ້ານຳອີກ, ຜູ້ “ໄດ້ໄຖ່ພວກເຮົາ … ດ້ວຍໂລຫິດ [ຂອງພຣະອົງ].”7
ໃນພຣະຄຳພີມໍມອນ, ຄຳສອນຂອງພຣະບິດາ ແລະ ພຣະບຸດເປັນປະຈັກພະຍານຢ່າງສະຫງ່າຜ່າເຜີຍຮ່ວມກັບພຣະຄຣິສຕະທຳຄຳພີທີ່ສັກສິດ. ພຣະຄຳພີມໍມອນໄດ້ບັນທຶກການມາຢ້ຽມຢາມຂອງພຣະຜູ້ຊ່ອຍໃຫ້ລອດຕໍ່ຊາວນີໄຟ, ຊຶ່ງທັງໄດ້ຍິນສຸລະສຽງຂອງພຣະບິດາ, ກ່າວກັບຊາວນີໄຟປະມານ 2,500 ຄົນ, ແນະນຳຜູ້ຄົນໃຫ້ຮູ້ຈັກພຣະຄຣິດທີ່ຟື້ນຄືນຊີວິດ ດັ່ງນີ້: “ຈົ່ງເບິ່ງ ເຈົ້າຈົ່ງຟັງບຸດທີ່ຮັກຂອງເຮົາເຖີດ, ຜູ້ເຮົາພໍໃຈຫລາຍ, ຜູ້ທີ່ສັນລະເສີນພຣະນາມຂອງເຮົາ—ຈົ່ງຟັງທ່ານ.”8
ຢູ່ໃນພຣະທຳສີ່ເຫລັ້ມ, ພຣະຄຣິດພຣະອົງເອງໄດ້ກ່າວເຖິງພຣະບິດາຂອງພຣະອົງຢູ່ໃນສະຫວັນ 160 ເທື່ອ, ລະຫວ່າງການມາຢ້ຽມຢາມຊາວນີໄຟສາມມື້, ດັ່ງທີ່ມີບັນທຶກໄວ້ຢູ່ໃນພຣະຄຳພີມໍມອນ, ພຣະອົງໄດ້ກ່າວເຖິງພຣະບິດາຂອງພຣະອົງ 122 ເທື່ອ.
ຍົກຕົວຢ່າງ, ໃນພຣະທຳມັດທາຍ, ພຣະເຢຊູກ່າວວ່າ, “ບໍ່ແມ່ນວ່າທຸກຄົນທີ່ເອີ້ນເຮົາວ່າ, ພຣະອົງເຈົ້າ, ພຣະອົງເຈົ້າ, ແລ້ວຈະເຂົ້າໄປໃນອານາຈັກຂອງພຣະເຈົ້າ; ເຂົ້າໄດ້ແຕ່ຜູ້ທີ່ປະຕິບັດຕາມນ້ຳພຣະໄທຂອງພຣະບິດາຂອງເຮົາ ຜູ້ຊົງສະຖິດຢູ່ໃນສະຫວັນ.”9
ໃນພຣະທຳໂຢຮັນ, ພຣະອົງໄດ້ເປັນພະຍານວ່າ, “ພຣະບຸດຈະເຮັດສິ່ງໜຶ່ງສິ່ງໃດໂດຍຕົນເອງບໍ່ໄດ້, ນອກຈາກໄດ້ເຫັນ ພຣະບິດາ ເຮັດ.”10
ແລະ ໃນພຣະທຳລູກາ, ພຣະອົງໄດ້ຮ້ອງຂຶ້ນວ່າ, “ພຣະບິດາເຈົ້າເອີຍ, ລູກຂໍມອບຈິດວິນຍານຂອງລູກໄວ້ໃນກຳມືຂອງພຣະອົງ.”11
ທຸກເທື່ອທີ່ພຣະຜູ້ເປັນເຈົ້າຂອງເຮົາກ່າວເຖິງພຣະບິດາເທິງສະຫວັນຂອງພຣະອົງ, ພຣະອົງໄດ້ກ່າວດ້ວຍຄວາມຄາລະວະ ແລະ ຄວາມອ່ອນນ້ອມ.
ໃນການກ່າວສິ່ງນີ້, ຂ້າພະເຈົ້າຫວັງວ່າຈະບໍ່ມີຄົນເຂົ້າໃຈຜິດ. ພຣະເຢຊູຄຣິດເປັນພຣະເຢໂຮວາຜູ້ຍິ່ງໃຫຍ່, ເປັນພຣະເຈົ້າແຫ່ງອິດສະຣາເອນ, ເປັນພຣະເມຊີອາຜູ້ໄດ້ຖືກສັນຍາໄວ້, ແລະ ເພາະການຊົດໃຊ້ອັນເປັນນິດຂອງພຣະອົງ, ພຣະອົງຈຶ່ງໄດ້ເປັນພຣະຜູ້ຊ່ອຍໃຫ້ລອດຂອງເຮົາ ແລະ ພຣະຜູ້ໄຖ່ຂອງໂລກ. ໂປໂລໄດ້ກ່າວກ່ຽວກັບພຣະອົງວ່າ, “ແລ້ວກໍຈະເປັນຄາວສຸດທ້າຍ, ຄືເມື່ອພຣະຄຣິດຈະມີໄຊເໜືອວິນຍານທຸກດວງທີ່ປົກຄອງໂລກເໜືອສິດອຳນາດ ແລະ ອານຸພາບທັງສິ້ນ.”12
ໃນຄ່ຳຄືນກ່ອນການຊົດໃຊ້ຂອງພຣະຜູ້ຊ່ອຍໃຫ້ລອດ, ພຣະອົງໄດ້ອ້ອນວອນຕໍ່ພຣະບິດາຂອງພຣະອົງເພື່ອຄົນອື່ນ. ພຣະອົງໄດ້ກ່າວວ່າ:
“ຂ້ານ້ອຍອະທິຖານບໍ່ແມ່ນແຕ່ສຳລັບພວກເຂົາ [ອີກປະການໜຶ່ງ, ພວກສາວົກຂອງພຣະອົງ] ເທົ່ານັ້ນ, ແຕ່ສຳລັບຄົນທັງຫລາຍທີ່ວາງໃຈເຊື່ອຟັງຂ້ານ້ອຍເພາະຖ້ອຍຄຳຂອງພວກເຂົາ;
“ໂອ້, ພຣະບິດາເຈົ້າເອີຍ, ຂໍໂຜດໃຫ້ພວກເຂົາຮ່ວມເຂົ້າກັນ ເປັນອັນໜຶ່ງ ໃນເຮົາທັງສອງດ້ວຍເທີ້ນ, ດັ່ງພຣະອົງສະຖິດຢູ່ໃນຂ້ານ້ອຍ ແລະ ຂ້ານ້ອຍຢູ່ໃນພຣະອົງ, ຂໍໃຫ້ພວກເຂົາ ເປັນອັນໜຶ່ງ ອັນດຽວກັນ: ເພື່ອໂລກຈະເຊື່ອວ່າແມ່ນພຣະອົງນັ້ນແຫລະທີ່ໃຊ້ຂ້ານ້ອຍມາ.
“ຂ້ານ້ອຍມອບກຽດຕິຍົດຢ່າງດຽວກັນກັບທີ່ພຣະອົງໃຫ້ຂ້ານ້ອຍນັ້ນແກ່ພວກເຂົາ; ເພື່ອພວກເຂົາຈະເປັນອັນໜຶ່ງອັນດຽວກັນ ເໝືອນດັ່ງພຣະອົງກັບຂ້ານ້ອຍເປັນອັນໜຶ່ງອັນດຽວກັນ.”13
ພຣະບິດາ ແລະ ພຣະບຸດເປັນສອງພຣະອົງທີ່ແຕກຕ່າງກັນ, ແຕ່ທັງສອງເປັນໜຶ່ງໃນອຳນາດ ແລະ ຈຸດປະສົງ. ຄວາມເປັນໜຶ່ງຂອງສອງພຣະອົງບໍ່ໄດ້ຖືກເກັບໄວ້ສຳລັບພວກພຣະອົງເທົ່ານັ້ນ; ແຕ່ພວກພຣະອົງປາດຖະໜາການເປັນໜຶ່ງຄືກັນນັ້ນໃຫ້ທຸກຄົນທີ່ຈະຕິດຕາມ ແລະ ເຊື່ອຟັງພຣະບັນຍັດດ້ວຍຄວາມອຸທິດຕົນ.
ຜູ້ສະແຫວງຫາພຣະເຈົ້າຢ່າງພາກພຽນສາມາດກາຍເປັນຜູ້ທີ່ຄຸ້ນເຄີຍກັບພຣະບິດາ ແລະ ພຣະບຸດໄດ້ແນວໃດ? ພຣະຜູ້ຊ່ອຍຂອງເຮົາໄດ້ສັນຍາວ່າ, “ແຕ່ຜູ້ຊ່ອຍຄືພຣະວິນຍານບໍລິສຸດ, ... ຈະສັ່ງສອນພວກເຈົ້າທຸກສິ່ງ.”14
ໃນພຣະຄຳພີມໍມອນ, ຕອນນີໄຟກ່າວເຖິງຄຳສອນຂອງພຣະຄຣິດ, ໄດ້ປະກາດວ່າ ພຣະວິນຍານບໍລິສຸດ ເປັນ “ພະຍານເຖິງພຣະບິດາ ແລະ ພຣະບຸດ.”15
ເປັນຄວາມຈິງທີ່ວ່າ ບາງຄົນອາດຮູ້ສຶກເຖິງອຳນາດ ຫລື ອິດທິພົນຂອງພຣະວິນຍານບໍລິສຸດເປັນບາງຄັ້ງ, ອີງຕາມພຣະປະສົງຂອງພຣະຜູ້ເປັນເຈົ້າ, ບໍ່ວ່າບຸກຄົນນັ້ນຈະນັບຖືສາດສະໜາໃດກໍຕາມ. ແຕ່ຂອງປະທານອັນເຕັມສ່ວນຂອງພຣະວິນຍານບໍລິສຸດຈະມາເຖິງຫລັງຈາກບຸກຄົນທີ່ມີ “ໃຈທີ່ຊອກຊ້ຳ ແລະ ວິນຍານທີ່ສຳນຶກຜິດ,”16 ຜູ້ຊຶ່ງໄດ້ຮັບບັບຕິສະມາ ແລະ ຂອງປະທານແຫ່ງພຣະວິນຍານບໍລິສຸດ17 ເທົ່ານັ້ນ ໂດຍການວາງມື. ພິທີການເຫລົ່ານີ້ ແລະ ອື່ນໆອາດຖືກກະທຳພຽງແຕ່ພາຍໃຕ້ການຊີ້ນຳ ແລະ ອຳນາດຂອງຖານະປະໂລຫິດຂອງພຣະເຈົ້າ. ກ່ຽວກັບເລື່ອງນີ້ ເຮົາໄດ້ຖືກສອນວ່າ:
“ແລະ ຖານະປະໂລຫິດດັ່ງກ່າວທີ່ສູງກວ່າການປະຕິບັດພຣະກິດຕິຄຸນ ແລະ ຖືຂໍກະແຈແຫ່ງຄວາມລຶກລັບຂອງອານາຈັກ, ແມ່ນແຕ່ຂໍກະແຈແຫ່ງຄວາມຮູ້ຂອງພຣະເຈົ້າ.
“ສະນັ້ນ, ໃນພິທີການດັ່ງກ່າວ, ອຳນາດຂອງຄວາມເປັນເໝືອນພຣະເຈົ້າຈະສະແດງໃຫ້ປະຈັກ.”18
ດ້ວຍຄວາມເຂົ້າໃຈນີ້, ຄຳສອນຂອງພຣະບິດາ ແລະ ພຣະບຸດເປັນຄຳສອນກ່ຽວກັບຄອບຄົວນິລັນດອນ. ມະນຸດທຸກຄົນເຄີຍໄດ້ມີຊີວິດຢູ່ມາກ່ອນເປັນວິນຍານນຳບິດາມານດາໃນສະຫວັນ,19 ນຳພຣະຄຣິດທີ່ເປັນບຸດຜູ້ທຳອິດຂອງພຣະບິດາ ໃນຄອບຄົວສະຫວັນນີ້.20
ເຮົາກໍເປັນເຊັ່ນນັ້ນຄືກັນ. ເຮົາເປັນລູກໆຂອງພຣະບິດາເທິງສະຫວັນ.
ປະທານເອສະຣາ ແທັບ ເບັນສັນ ໄດ້ກ່າວທຳນາຍວ່າ, “ບໍ່ມີສິ່ງໃດເຮັດໃຫ້ເຮົາແປກໃຈຫລາຍກວ່າຕອນເຮົາຜ່ານຜ້າມ່ານໄປຫາອີກເບື້ອງໜຶ່ງ ແລະ ຮູ້ວ່າເຮົາຮູ້ຈັກພຣະບິດາ [ຜູ້ສະຖິດໃນສະຫວັນ] ຫລາຍຂະໜາດໃດ ແລະ ຮູ້ຈັກວ່າພຣະພັກຂອງພຣະອົງເປັນແບບໃດ.”21
ຂ້າພະເຈົ້າໄດ້ຮຽນຮູ້ວ່າ ມັນເປັນໄປໄດ້ທີ່ຈະຕິດຕໍ່ໃນພາສາຂອງມະນຸດ ກ່ຽວກັບສິ່ງທີ່ໄດ້ຖືກເຮັດໃຫ້ປະຈັກພຽງແຕ່ໂດຍຜ່ານພຣະວິນຍານບໍລິສຸດ ແລະ ອຳນາດຂອງພຣະເຈົ້າເທົ່ານັ້ນ. ໃນພຣະວິນຍານນີ້ແຫລະ ທີ່ຂ້າພະເຈົ້າໃຫ້ຖ້ອຍຄຳ ແລະ ເປັນພະຍານຢ່າງໜັກແໜ້ນເຖິງຄວາມເປັນຈິງ, ການປະທັບຢູ່ໃກ້, ແລະ ຄຸນງາມຄວາມດີຂອງພຣະບິດານິລັນດອນ ແລະ ພຣະບຸດທີ່ສັກສິດຂອງພຣະອົງ, ພຣະເຢຊູຄຣິດ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.