ຄວາມສະຫງົບສ່ວນຕົວ: ລາງວັນແຫ່ງຄວາມຊອບທຳ
ແມ່ນແຕ່ຕອນຊີວິດໄດ້ຮັບການທົດລອງ, ເປັນເພາະການຊົດໃຊ້ຂອງພຣະຜູ້ຊ່ອຍໃຫ້ລອດ ແລະ ພຣະຄຸນຂອງພຣະອົງ, ການດຳລົງຊີວິດທີ່ຊອບທຳຈະໄດ້ຮັບລາງວັນດ້ວຍຄວາມສະຫງົບ.
ປະສົບການບໍ່ດົນມານີ້ໄດ້ເຮັດໃຫ້ຂ້າພະເຈົ້າຄິດກ່ຽວກັບຫລັກທຳແຫ່ງຄວາມສະຫງົບ ແລະ ໂດຍສະເພາະບົດບາດຂອງພຣະເຢຊູຄຣິດໃນການຊ່ອຍເຫລືອເຮົາແຕ່ລະຄົນໃຫ້ໄດ້ຮັບຄວາມສະຫງົບສ່ວນຕົວທີ່ຍາວນານ.
ເຫດການສອງຢ່າງທີ່ໄດ້ເກີດຂຶ້ນໃນສອງສາມເດືອນຜ່ານມານີ້ໄດ້ປະທັບໃຈຂ້າພະເຈົ້າຫລາຍ. ຢ່າງໜຶ່ງ, ຂ້າພະເຈົ້າໄດ້ກ່າວຢູ່ໃນພິທີສົ່ງສະການຂອງນາງເອມະລີ ພາກເກີ, ອາຍຸຫົກປີ ຜູ້ໄດ້ຖືກຍິງພ້ອມກັບຄົນອື່ນໆ 25 ຄົນ, ລວມທັງເດັກນ້ອຍ 19 ຄົນ, ຢູ່ເມືອງນິວທາວ, ລັດຄອນເນຕິກັດ. ຂ້າພະເຈົ້າມີຄວາມໂສກເສົ້ານຳຄອບຄົວຂອງນາງ ແລະ ຮູ້ວ່າຫລາຍຄົນບໍ່ມີຄວາມສະຫງົບ. ຂ້າພະເຈົ້າໄດ້ພົບເຫັນຄວາມເຂັ້ມແຂງ ແລະ ສັດທາໃນພໍ່ແມ່ຂອງນາງ, ຣໍເບີດ ແລະ ອາລິສາ ພາກເກີດ.
ຢ່າງທີສອງ, ຂ້າພະເຈົ້າໄດ້ພົບກັບສະມາຊິກທີ່ຊື່ສັດຂອງສາດສະໜາຈັກຫລາຍພັນຄົນຢູ່ປະເທດໄອໂວຣີ ໂຄດ ໃນເມືອງອາບີຈານ.1 ປະເທດທີ່ເວົ້າພາສາຝຣັ່ງ ຢູ່ພາກຕາເວັນຕົກຂອງທະວີບອາຟຣິການີ້ ໄດ້ປະເຊີນກັບຄວາມຫຍຸ້ງຍາກເລື່ອງເສດຖະກິດ, ຖືກກຸ່ມທະຫານໂຄ່ນລົ້ມລັດຖະບານ, ແລະ ມີສົງຄາມກາງເມືອງສອງເທື່ອຮ່ວມທັງໃນປີ 2011. ແຕ່ຂ້າພະເຈົ້າຮູ້ສຶກສະຫງົບຢູ່ໃນທ່າມກາງເຂົາເຈົ້າ.
ເຫດການຕ່າງໆມັກຈະລັກເອົາຄວາມສະຫງົບໄປ ແລະ ເຮັດໃຫ້ເຮົາຄິດຢ້ານກົວ.
ມີໃຜແດ່ທີ່ສາມາດລືມເຫດການໂຈມຕີທີ່ໄດ້ເກີດຂຶ້ນໃນວັນທີ 11 ເດືອນກັນຍາ, ປີ 2001, ໃນຫລາຍບ່ອນຂອງສະຫະລັດອາເມຣິກາ? ເຫດການເຊັ່ນນັ້ນເຕືອນເຮົາວ່າ ຄວາມສະຫງົບ ແລະ ຄວາມປອດໄພໄດ້ຖືກທຳລາຍຢ່າງວ່ອງໄວປານໃດ.
ລູກຊາຍກົກຂອງຂ້າພະເຈົ້າ ແລະ ພັນລະຍາຂອງລາວ ຜູ້ຖືພາລູກຄົນທຳອິດຂອງເຂົາເຈົ້າ, ໄດ້ອາໄສຢູ່ປະມານສາມຊອຍຈາກສູນກາງແລກປ່ຽນທົ່ວໂລກຢູ່ເມືອງນິວຢອກ ຕອນຍົນລຳທຳອິດບິນໄປຕຳຕຶກຫລັງທີ່ຕັ້ງຢູ່ທາງເໜືອ. ເຂົາເຈົ້າໄດ້ຂຶ້ນໄປເທິງຫລັງຄາຂອງຕຶກບ່ອນທີ່ເຂົາເຈົ້າອາໄສຢູ່ ແລະ ເກີດມີຄວາມຢ້ານກົວຫລາຍທີ່ໄດ້ເຫັນເຫດການນັ້ນ ຊຶ່ງເຂົາເຈົ້າໄດ້ຄິດວ່າເປັນອຸປະຕິເຫດເທົ່ານັ້ນ. ແລ້ວເຂົາເຈົ້າໄດ້ຫລຽວເຫັນຍົນອີກລຳໜຶ່ງບິນມາຕຳເອົາຕຶກທີ່ຕັ້ງຢູ່ທາງໃຕ້. ແລ້ວເຂົາເຈົ້າຮູ້ວ່າ ມັນບໍ່ໄດ້ເປັນອຸປະຕິເສດ ແລະ ສົ້ນເບື້ອງລຸ່ມຂອງເກາະແມນແຮັດທັນ ກຳລັງຖືກໂຈມຕີ. ເມື່ອຕຶກຫລັງທີ່ຢູ່ທາງໃຕ້ພັງລົງ, ເຮືອນຫ້ອງແຖວຂອງເຂົາເຈົ້າຖືກຖ້ວມໄປດ້ວຍຝຸ່ນດິນ ເຮັດໃຫ້ສົ້ນເບື້ອງລຸ່ມຂອງເກາະນັ້ນມືດຕຶບ.
ໂດຍທີ່ສັບສົນກ່ຽວກັບສິ່ງທີ່ເຂົາເຈົ້າໄດ້ເຫັນ ແລະ ເປັນຫ່ວງກັບການໂຈມຕີຕໍ່ໄປ, ເຂົາເຈົ້າຈຶ່ງໄດ້ໄປຫາບ່ອນປອດໄພ ແລະ ແລ້ວເຂົາເຈົ້າໄດ້ເດີນທາງໄປຫາຕຶກສະເຕກຢູ່ແມນແຮັດທັນ ທີ່ ລິງກອນ ເຊັນເຕີ. ເມື່ອເຂົາເຈົ້າໄປເຖິງ, ເຂົາເຈົ້າໄດ້ພົບເຫັນຫລາຍສິບຄົນຜູ້ອາໄສຢູ່ເບື້ອງລຸ່ມຂອງແມນແຮັດທັນ ກໍໄດ້ຕັດສິນໃຈໄປເຕົ້າໂຮມກັນຢູ່ຕຶກສະເຕກຄືກັນ. ເຂົາເຈົ້າໄດ້ໂທຫາຂ້າພະເຈົ້າບອກໃຫ້ຮູ້ວ່າເຂົາເຈົ້າຢູ່ບ່ອນໃດ. ຂ້າພະເຈົ້າໄດ້ສະບາຍໃຈຂຶ້ນທີ່ເຂົາເຈົ້າປອດໄພ ແຕ່ບໍ່ໄດ້ແປກໃຈເມື່ອເຂົາເຈົ້າບອກວ່າເຂົາເຈົ້າຢູ່ບ່ອນໃດ. ການເປີດເຜີຍຂອງຍຸກສຸດທ້າຍສອນວ່າ ສະເຕກຂອງສີໂອນເປັນບ່ອນຫລົບໄພຈາກພະຍຸ, ແລະ ຈາກພຣະພິໂລດເມື່ອມັນຈະຖອກເທລົງມາໂດຍສຸດພະລັງເທິງທັງແຜ່ນດິນໂລກ.2
ເຂົາເຈົ້າບໍ່ສາມາດກັບຄືນໄປບ້ານເປັນເວລາອາທິດເຄິ່ງ ແລະ ໂສກເສົ້າຫລາຍກັບການສູນເສຍຄົນຢ່າງຫລວງຫລາຍ, ແຕ່ເຂົາເຈົ້າບໍ່ໄດ້ເສຍຫາຍແບບຖາວອນ.
ໃນການຄິດໄຕ່ຕອງກ່ຽວກັບເຫດການເຫລົ່ານີ້, ຂ້າພະເຈົ້າມີຄວາມປະທັບໃຈຫລາຍກັບຄຳສອນ ທີ່ບອກເຖິງຄວາມແຕກຕ່າງລະຫວ່າງຄວາມສະຫງົບສຸກຂອງໂລກ ແລະ ຄວາມສະຫງົບສຸກສ່ວນຕົວ.3
ໃນຕອນພຣະຜູ້ຊ່ອຍໃຫ້ລອດປະສູດ, ເຫລົ່າທູດສະຫວັນໄດ້ຮ້ອງເພງສັນລະເສີນພຣະເຈົ້າ ແລະ ໄດ້ປະກາດວ່າ, “ລັດສະໝີຈົ່ງມີແກ່ພຣະເຈົ້າໃນສະຫວັນທີ່ສູງສຸດ, ແລະ ທີ່ແຜ່ນດິນໂລກຈົ່ງມີ ສັນຕິສຸກ, ແກ່ມະນຸດທັງປວງ.”4
ເຖິງຢ່າງໃດກໍຕາມ, ເຫດການທີ່ໜ້າເສົ້າສະຫລົດໃຈກໍໄດ້ເກີດຂຶ້ນຫລັງຈາກການປະສູດຂອງພຣະບຸດຂອງພຣະເຈົ້າ, ກະສັດເຮໂຣດໄດ້ສັ່ງໃຫ້ຂ້າພວກເດັກນ້ອຍທັງໝົດຢູ່ໃນເມືອງເບັດເລເຮັມ.5
ອຳເພີໃຈເປັນສິ່ງສຳຄັນຕໍ່ແຜນແຫ່ງຄວາມສຸກ. ມັນອະນຸຍາດໃຫ້ມີຄວາມຮັກ, ການເສຍສະລະ, ການເຕີບໂຕຂອງບຸກຄົນ, ແລະ ປະສົບການສຳລັບຄວາມກ້າວໜ້ານິລັນດອນຂອງເຮົາ. ອຳເພີໃຈນີ້ກໍຍັງອະນຸຍາດໃຫ້ມີຄວາມເຈັບປວດ ແລະ ຄວາມທຸກທໍລະມານຢູ່ໃນຊີວິດມະຕະນຳອີກ, ແມ່ນແຕ່ຫລາຍສິ່ງທີ່ເຮົາບໍ່ເຂົ້າໃຈ ແລະ ການເລືອກອັນຮ້າຍກາດຂອງຄົນອື່ນ. ສົງຄາມຢູ່ໃນສະຫວັນແມ່ນກ່ຽວກັບອຳເພີໃຈເລື່ອງສິນທຳຂອງເຮົາ ແລະ ມັນສຳຄັນທີ່ຈະເຂົ້າໃຈການປະຕິບັດສາດສະໜາກິດຢູ່ເທິງແຜ່ນດິນໂລກຂອງພຣະຜູ້ຊ່ອຍໃຫ້ລອດ.
ດັ່ງທີ່ມີບັນຍາຍໄວ້ຢູ່ໃນບົດທີ 10 ຂອງພຣະທຳມັດທາຍ, ພຣະຜູ້ຊ່ອຍໃຫ້ລອດໄດ້ແນະນຳອັກຄະສາວົກສິບສອງ ແລະ ຮັບຮູ້ວ່າພາລະກິດຂອງພຣະອົງບໍ່ແມ່ນເພື່ອນຳຄວາມສະຫງົບມາສູ່ໂລກ. ອັກຄະສາວົກໄດ້ຖືກບອກວ່າ ໃຫ້ປະຄວາມສະຫງົບໄວ້ໃນບ້ານເຮືອນທີ່ດີບ່ອນທີ່ເຂົາເຈົ້າໄປຢ້ຽມຢາມ ແຕ່ໄດ້ເຕືອນເຂົາເຈົ້າວ່າ ເຂົາເຈົ້າ “ຢູ່ໃນທ່າມກາງຝູງໝາໄນ ... [ແລະ] ຄົນທັງປວງຈະກຽດຊັງພວກເຈົ້າເພາະເຫັນແກ່ນາມຂອງເຮົາ: ແຕ່ຜູ້ໃດທີ່ທົນໄດ້ຈົນເຖິງທີ່ສຸດ ຜູ້ນັ້ນຈະໄດ້ລອດພົ້ນ.”6 ການປະກາດທີ່ສຳຄັນຢູ່ໃນຂໍ້ທີ 34 ມີຄຳວ່າ: “ຢ່າຄິດວ່າເຮົານຳຄວາມສະຫງົບມາສູ່ໂລກ.”7 ເຫັນໄດ້ຢ່າງແຈ້ງຊັດວ່າ ຄວາມສະຫງົບທົ່ວໂລກບໍ່ເຄີຍມີໃນຊ່ວງໄລຍະການປະຕິບັດສາດສະໜາກິດຂອງພຣະຄຣິດ, ແລະ ໃນເວລານີ້ກໍບໍ່ມີ.
ໃນຄຳແນະນຳຂອງພຣະຜູ້ເປັນເຈົ້າຕໍ່ Doctrine and Covenants, ຫລັກທຳທີ່ສຳຄັນຫລາຍຢ່າງໄດ້ຖືກສອນ. ໂດຍທີ່ມີຄວາມນັບຖືຕໍ່ຄົນທີ່ບໍ່ກັບໃຈ, ພຣະວິນຍານຂອງພຣະອົງ (ພຣະວິນຍານຂອງພຣະຄຣິດ), ຊຶ່ງໄດ້ຖືກມອບໃຫ້ແກ່ມະນຸດທຸກຄົນທີ່ມາສູ່ໂລກ,8 ຈະບໍ່ພະຍາຍາມກັບມະນຸດຕະຫລອດໄປ.9 ພ້ອມນີ້, ສັນຕິສຸກຈະຖືກເອົາໄປຈາກແຜ່ນດິນໂລກ.10 ບັນດາສາດສະດາໄດ້ປະກາດວ່າ ຄວາມສະຫງົບໄດ້ຖືກເອົາໄປຈາກໂລກແທ້ໆ.11 ລູຊິເຟີຍັງບໍ່ໄດ້ຖືກມັດໄວ້ ແລະ ຍັງໃຊ້ອຳນາດຢູ່ໃນໂລກນີ້ຢູ່.12
ຄວາມປາດຖະໜາທີ່ຊອບທຳຂອງຄົນດີຢູ່ໃນທຸກແຫ່ງຫົນ ແມ່ນເພື່ອຄວາມສະຫງົບຢູ່ໃນໂລກສະເໝີມາ. ເຮົາບໍ່ເຄີຍລົດລະໃນການບັນລຸເປົ້າໝາຍນີ້. ແຕ່ປະທານໂຈເຊັບ ແອັຟ ສະມິດ ໄດ້ສອນວ່າ, “ວິນຍານແຫ່ງຄວາມສະຫງົບ ແລະ ຄວາມຮັກບໍ່ສາມາດມາສູ່ໂລກນີ້ ... ເວັ້ນເສຍແຕ່ມະມຸດຈະໄດ້ຮັບຄວາມຈິງຂອງພຣະເຈົ້າ ແລະ ຂ່າວສານຂອງພຣະເຈົ້າ ..., ແລະ ຮັບຮູ້ອຳນາດຂອງພຣະອົງ ແລະ ສິດອຳນາດແຫ່ງສະຫວັນເສຍກ່ອນ.”13
ເຮົາຫວັງ ແລະ ອະທິຖານຢ່າງຕັ້ງໃຈສຳລັບຄວາມສະຫງົບທົ່ວໂລກ, ແຕ່ໃນບົດບາດຂອງເຮົາເປັນສ່ວນຕົວ ແລະ ເປັນຄອບຄົວ ທີ່ເຮົາຈະປະສົບຄວາມສະຫງົບເປັນລາງວັນທີ່ໄດ້ສັນຍາໄວ້ສຳລັບຄວາມຊອບທຳ. ຄວາມສະຫງົບນີ້ເປັນຂອງປະທານທີ່ໄດ້ສັນຍາໄວ້ຂອງພາລະກິດ ແລະ ການເສຍສະລະຊົດໃຊ້ຂອງພຣະຜູ້ຊ່ອຍໃຫ້ລອດ.
ຫລັກທຳນີ້ໄດ້ມີຢູ່ໜ້ອຍໜຶ່ງໃນ Doctrine and Covenants ທີ່ວ່າ: ຈົ່ງຮຽນຮູ້ວ່າ ຄົນທີ່ເຮັດວຽກງານແຫ່ງຄວາມຊອບທຳຈະໄດ້ຮັບລາງວັນຂອງເຂົາ, ແມ່ນແຕ່ສັນຕິສຸກໃນໂລກນີ້ ແລະ ຊີວິດນິລັນດອນໃນໂລກທີ່ຈະມາເຖິງ.”14
ປະທານຈອນ ເທເລີ ໄດ້ສອນວ່າ ຄວາມສະຫງົບບໍ່ໄດ້ເປັນສິ່ງທີ່ປາດຖະໜາເທົ່ານັ້ນ, ແຕ່ “ມັນເປັນຂອງປະທານຂອງພຣະເຈົ້າ.”15
ຄວາມສະຫງົບທີ່ຂ້າພະເຈົ້າກ່າວເຖິງນັ້ນ ບໍ່ພຽງແຕ່ເປັນຄວາມສະຫງົບພຽງຊົ່ວຄາວເທົ່ານັ້ນ. ມັນເປັນຄວາມສຸກອັນເລິກຊຶ້ງ ແລະ ເປັນຄວາມພໍໃຈທາງວິນຍານທີ່ຍາວນານ.16
ປະທານຮີເບີ ເຈ ກະແຣນ ໄດ້ບັນຍາຍເຖິງຄວາມສະຫງົບຂອງພຣະຜູ້ຊ່ອຍໃຫ້ລອດໃນທາງນີ້: “ຄວາມສະຫງົບຂອງພຣະອົງຈະບັນເທົາຄວາມທຸກທໍລະມານຂອງເຮົາ, ປິ່ນປົວຫົວໃຈທີ່ເຈັບປວດ, ຍົກຄວາມກຽດຊັງອອກໄປ, ສ້າງຄວາມຮັກໃນຕົວເຮົາສຳລັບເພື່ອນມະນຸດຈົນວ່າຈິດວິນຍານຂອງເຮົາເຕັມໄປດ້ວຍຄວາມສະຫງົບ ແລະ ຄວາມສຸກ.”17 ໃນການໄປພົບກັບພໍ່ແມ່ຂອງນາງເອມະລີ ພາກເກີ, ຂ້າພະເຈົ້າໄດ້ເຫັນວ່າ ຄວາມສະຫງົບຂອງພຣະຜູ້ຊ່ອຍໃຫ້ລອດໄດ້ບັນເທົາຄວາມທຸກທໍລະມານຂອງເຂົາເຈົ້າ ແລະ ຊ່ອຍປິ່ນປົວຫົວໃຈທີ່ເຈັບປວດຂອງເຂົາເຈົ້າ. ເຫັນໄດ້ວ່າ ບໍ່ດົນຫລັງຈາກການສັງຫານນັ້ນ, ບະລາເດີ ພາກເກີ ໄດ້ກ່າວໃຫ້ອະໄພຄາດຕະກອນ. ດັ່ງທີ່ປະທານກະແຣນໄດ້ກ່າວ, ຄວາມສະຫງົບຂອງພຣະຜູ້ຊ່ອຍໃຫ້ລອດ ສາມາດ “ຍົກຄວາມກຽດຊັງອອກໄປໄດ້.” ການພິພາກສາເປັນຂອງພຣະຜູ້ເປັນເຈົ້າ.
ໄພ່ພົນຂອງພຣະເຈົ້າຢູ່ປະເທດໄອໂວຣີ ໂຄດ, ໃນຊ່ວງໄລຍະສົງຄາມກາງເມືອງ, ໄດ້ພົບຄວາມສະຫງົບໂດຍການເອົາໃຈໃສ່ຕໍ່ພຣະກິດຕິຄຸນຂອງພຣະເຢຊູຄຣິດ ໂດຍສະເພາະການເນັ້ນໜັກເລື່ອງປະຫວັດຄອບຄົວ ແລະ ວຽກງານຂອງພຣະວິຫານສຳລັບບັນພະບຸລຸດຂອງເຂົາເຈົ້າ.18
ເຮົາທຸກຄົນກໍຢາກມີຄວາມສະຫງົບ. ຄວາມສະຫງົບບໍ່ແມ່ນຄວາມປອດໄພ ຫລື ການບໍ່ມີສົງຄາມ, ບໍ່ມີຄວາມຮຸນແຮງ, ບໍ່ມີການປະທະ, ແລະ ບໍ່ມີການໂຕ້ຖຽງກັນເທົ່ານັ້ນ. ຄວາມສະຫງົບມາຈາກການທີ່ຮູ້ວ່າພຣະຜູ້ຊ່ອຍໃຫ້ລອດຮູ້ວ່າເຮົາເປັນໃຜ, ແລະ ຮູ້ວ່າເຮົາມີສັດທາໃນພຣະອົງ, ແລະ ຮັກສາພຣະບັນຍັດຂອງພຣະອົງ, ໂດຍສະເພາະໃນທ່າມກາງການທົດລອງ ແລະ ໄພພິບັດອັນຮ້າຍແຮງ. ຄຳຕອບຂອງພຣະຜູ້ເປັນເຈົ້າຕໍ່ສາດສະດາໂຈເຊັບ ສະມິດ ຢູ່ໃນຄຸກລີເບີຕີ ໄດ້ໃຫ້ຄວາມປອບໂຍນແກ່ຈິດໃຈຂອງເພິ່ນ ດັ່ງນີ້:
ສັນຕິສຸກຈົ່ງມີແກ່ຈິດວິນຍານຂອງເຈົ້າ; ຄວາມທຸກຍາກລຳບາກຂອງເຈົ້າ ແລະ ຄວາມທຸກທໍລະມານຂອງເຈົ້າຈະເປັນຢູ່ພຽງຊົ່ວຄາວ;
ແລະ ຈາກນັ້ນ, ຖ້າຫາກເຈົ້າອົດທົນມັນໄດ້ດີ, ພຣະເຈົ້າຈະຍົກເຈົ້າຂຶ້ນສູ່ເບື້ອງບົນ.19
ຈື່ໄດ້ບໍວ່າ “ພຣະເຈົ້າບໍ່ໄດ້ເປັນຜູ້ກໍ່ຄວາມວຸ້ນວາຍ ແຕ່ເປັນຜູ້ສ້າງຄວາມສະຫງົບສຸກ.”20 ເພາະຄົນໃດທີ່ປະຕິເສດພຣະເຈົ້າ, ຈະບໍ່ມີຄວາມສະຫງົບ. ເຮົາທຸກຄົນໄດ້ມີສ່ວນຮ່ວມໃນກອງປະຊຸມມະຫາສານຢູ່ໃນສະຫວັນທີ່ໄດ້ປະທານອຳເພີໃຈເລື່ອງສິນທຳໃຫ້, ໂດຍທີ່ຮູ້ວ່າ ຈະປະເຊີນກັບຄວາມເຈັບປວດໃນຊ່ວງມະຕະ ແລະ ແມ່ນແຕ່ໄພພິບັດອັນຮ້າຍແຮງ ເພາະການໃຊ້ອຳເພີໃຈໃນທາງທີ່ຜິດ. ເຮົາເຂົ້າໃຈວ່າ ສິ່ງນີ້ຈະເຮັດໃຫ້ເຮົາໃຈຮ້າຍ, ສັບສົນ, ແລະ ຢ້ານກົວ. ແຕ່ເຮົາກໍຍັງຮູ້ວ່າ ການຊົດໃຊ້ຂອງພຣະຜູ້ຊ່ອຍໃຫ້ລອດຈະເອົາຊະນະ ແລະ ທົດແທນສຳລັບຄວາມບໍ່ຍຸດຕິທຳທັງໝົດຂອງຊີວິດມະຕະ ແລະ ນຳຄວາມສະຫງົບມາໃຫ້. ແອວເດີ ແມຣິອອນ ດີ ແຮ໊ງສ໌ ໄດ້ຕິດຖ້ອຍຄຳຂອງ ອູໂກ ເບທີ ໄວ້ຢູ່ເທິງຝາຫ້ອງຂອງເພິ່ນ ມີຄຳວ່າ “ການທີ່ຈະເຊື່ອໃນພຣະເຈົ້າເປັນການຮູ້ວ່າ ກົດທັງໝົດຈະຍຸດຕິທຳ, ແລະ ຈະມີຄວາມປະຫລາດໃຈ.”21
ແມ່ນຫຍັງຄືແຫລ່ງຂອງຄວາມສະຫງົບ? ຫລາຍຄົນສະແຫວງຫາຄວາມສະຫງົບໃນວິທີທາງຂອງໂລກ, ຊຶ່ງບໍ່ເຄີຍ ແລະ ຈະບໍ່ເຄີຍສຳເລັດຜົນ. ຄວາມສະຫງົບບໍ່ໄດ້ມາເຖິງໂດຍການມີຄວາມລ້ຳລວຍ, ອຳນາດ, ຫລື ຄວາມໂດ່ງດັງ.22 ຄວາມສະຫງົບບໍ່ໄດ້ມາເຖິງໃນການສະແຫວງຫາຄວາມລື້ນເລີງ, ສິ່ງບັນເທີງ, ຫລື ການພັກຜ່ອນຢ່ອນອາລົມ. ທຸກສິ່ງຢ່າງນີ້ບໍ່ສາມາດ, ແມ່ນແຕ່ໄດ້ຮັບຢ່າງຫລວງຫລາຍ, ສ້າງຄວາມສຸກ ຫລື ຄວາມສະຫງົບທີ່ຍືນຍົງໄດ້.
ເພງສວດຂອງເອມມາ ລູ ໄທນີ ໄດ້ຖາມຄຳຖາມທີ່ເໝາະສົມ ດັ່ງນີ້: “ເຮົາຈະຊອກຫາຄວາມສະຫງົບໄດ້ຢູ່ໃສ? ຄວາມສະຫງົບຂອງເຮົາຢູ່ໃສ ເມື່ອແຫລ່ງອື່ນເຊົາປິ່ນປົວເຮົາ?”23 ຄຳຕອບຄື ພຣະຜູ້ຊ່ອຍໃຫ້ລອດ, ຜູ້ເປັນແຫລ່ງ ແລະ ເປັນຜູ້ສ້າງຄວາມສະຫງົບ. ພຣະອົງເປັນ “ອົງສັນຕິລາດ.”24
ເຮົາຈະຢູ່ໃກ້ພຣະຜູ້ຊ່ອຍໃຫ້ລອດໄດ້ແນວໃດ? ການຖ່ອມຕົວລົງຕໍ່ພຣະພັກຂອງພຣະເຈົ້າ, ການອະທິຖານສະເໝີ, ການກັບໃຈຈາກບາບ, ການລົງໄປໃນນ້ຳແຫ່ງການບັບຕິສະມາດ້ວຍຫົວໃຈທີ່ຊອກຊ້ຳ ແລະ ວິນຍານທີ່ສຳນຶກຜິດ, ແລະ ການກາຍເປັນສານຸສິດທີ່ແທ້ຈິງຂອງພຣະເຢຊູຄຣິດ ເປັນຕົວຢ່າງຂອງຄວາມຊອບທຳແທ້ໆ ຊຶ່ງລາງວັນແມ່ນຄວາມສະຫງົບອັນຍາວນານ.25 ຫລັງຈາກກະສັດເບັນຢາມິນ ໄດ້ກ່າວຂ່າວສານທີ່ໜັກແໜ້ນຂອງເພິ່ນເຖິງການຊົດໃຊ້ຂອງພຣະຄຣິດແລ້ວ, ຝູງຊົນໄດ້ລົ້ມລົງຢູ່ກັບພື້ນດິນ. “ພຣະວິນຍານຂອງພຣະຜູ້ເປັນເຈົ້າກໍໄດ້ສະເດັດມາເທິງພວກເຂົາ, ແລະ ພວກເຂົາກໍເຕັມໄປດ້ວຍຄວາມສຸກ, ໂດຍທີ່ໄດ້ຮັບການປົດບາບຂອງພວກເຂົາ, ແລະ ໂດຍ ຄວາມສະຫງົບໃນຈິດສຳນຶກ, ເພາະສັດທາອັນຍິ່ງໃຫຍ່ທີ່ພວກເຂົາມີຢູ່ໃນພຣະເຢຊູຄຣິດ.”26 ການກັບໃຈ ແລະ ການດຳລົງຊີວິດທີ່ຊອບທຳ ຈະນຳ ຄວາມສະຫງົບໃນຈິດສຳນຶກ ມາໃຫ້ເຮົາ, ຊຶ່ງສຳຄັນຕໍ່ຄວາມພໍໃຈ.27 ເມື່ອມີການລະເມີດທີ່ຮ້າຍແຮງ, ກໍຈຳເປັນທີ່ຈະຕ້ອງສາລະພາບກ່ອນຈະມີຄວາມສະຫງົບໄດ້.28 ບາງທີ ບໍ່ມີສິ່ງໃດທີ່ປຽບທຽບກັບຄວາມສະຫງົບທີ່ມາເຖິງຈາກການຍົກບາບອັນໜັກໜ່ວງໃຫ້ແກ່ພຣະຜູ້ເປັນເຈົ້າ ແລະ ຮຽກຮ້ອງເອົາພອນແຫ່ງການຊົດໃຊ້. ດັ່ງເພງສວດທີ່ນິຍົມຮ້ອງກັນ ບອກວ່າ, “ເຮົາຈະວາງຄວາມໜັກໜ່ວງໄວ້ທີ່ພຣະບາດຂອງພຣະອົງ ແລະ ຮ້ອງເພງດ້ວຍຄວາມສຸກ.”29
ຫົວໃຈຂອງຂ້າພະເຈົ້າປິຕິຍິນດີ ເມື່ອຂ້າພະເຈົ້າຮັບຮູ້ວ່າ ໃນວັນເວລາຂອງເຮົາ ຊາຍໜຸ່ມ, ຍິ່ງໜຸ່ມ, ແລະ ຜູ້ອາວຸໂສຫລາຍສິບພັນຄົນ ໄດ້ຕອບຮັບການເອີ້ນເປັນອັກຄະທູດຂອງພຣະຜູ້ເປັນເຈົ້າ ພຣະຜູ້ຊ່ອຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ. ເຂົາເຈົ້າໄດ້ນຳພຣະກິດຕິຄຸນແຫ່ງຄວາມສະຫງົບທີ່ໄດ້ຮັບການຟື້ນຟູໄປສູ່ໂລກ, ໄປໃຫ້ເທື່ອລະຄົນ ແລະ ເທື່ອລະຄອບຄົວ—ວຽກງານແຫ່ງຄວາມຊອບທຳທີ່ຈະນຳຄວາມສະຫງົບມາໃຫ້ລູກໆຂອງພຣະບິດາເທິງສະຫວັນ.
ສາດສະໜາຈັກເປັນບ່ອນຫລົບໄພ ບ່ອນທີ່ຜູ້ຕິດຕາມພຣະຄຣິດພົບຄວາມສະຫງົບ. ຄົນໜຸ່ມບາງຄົນຢູ່ໃນໂລກນີ້ເວົ້າວ່າ ເຂົາເຈົ້າເປັນຄົນມີສິນທຳ ແຕ່ບໍ່ເຄັ່ງຄັດເລື່ອງສາດສະໜາ. ການເປັນຄົນມີສິນທຳເປັນບາດກ້າວເລີ່ມຕົ້ນທີ່ດີ. ເຖິງຢ່າງໃດກໍຕາມ, ແມ່ນຢູ່ໃນສາດສະໜາຈັກທີ່ເຮົາຜູກມິດ, ຖືກສອນ, ແລະ ຖືກລ້ຽງດູດ້ວຍພຣະຄຳຂອງພຣະເຈົ້າ. ສຳຄັນກວ່ານັ້ນ ແມ່ນສິດອຳນາດຂອງຖານະປະໂລຫິດຢູ່ໃນສາດສະໜາຈັກທີ່ຈັດຫາພິທີການທີ່ສັກສິດ ແລະ ພັນທະສັນຍາທີ່ຜູກມັດຄອບຄົວເຂົ້າກັນ ແລະ ເຮັດໃຫ້ເຮົາມີຄ່າຄວນທີ່ຈະກັບຄືນໄປຫາພຣະເຈົ້າ ພຣະບິດາ ແລະ ພຣະເຢຊູຄຣິດ ໃນອານາຈັກຊັ້ນສູງ. ພິທີການເຫລົ່ານີ້ຈະນຳຄວາມສະຫງົບມາໃຫ້ ເພາະວ່າມັນກ່ຽວພັນກັບພັນທະສັນຍານຳພຣະຜູ້ເປັນເຈົ້າ.
ພຣະວິຫານເປັນບ່ອນທີ່ພິທີການທີ່ສັກສິດຫລາຍຢ່າງເຫລົ່ານີ້ຖືກຈັດຂຶ້ນ ແລະ ເປັນແຫລ່ງໃຫ້ຄວາມສະຫງົບຈາກໂລກ. ຜູ້ທີ່ທ່ຽວຊົມພຣະວິຫານ ຫລື ມີສ່ວນຮ່ວມໃນການເປີດຊົມພຣະວິຫານ ກໍຈະຮູ້ສຶກເຖິງຄວາມສະຫງົບນີ້ຄືກັນ. ຂ້າພະເຈົ້າຍັງຈື່ປະສົບການໜຶ່ງໄດ້ດີ ຊຶ່ງເປັນການເປີດຊົມ ແລະ ການອຸທິດພຣະວິຫານ ຊູວາ ຟີຈີ. ຕອນນັ້ນມີການເດີນຂະບວນປະທ້ອງຝ່າຍລັດຖະບານ, ເຖິງຂັ້ນມີການຈູດເຜົາບາງສິ່ງ ແລະ ທຳລາຍຕົວເມືອງຊູວາ, ມີການຍຶດເອົາຕຶກລັດຖະສະພາ ແລະ ກັກສະມາຊິກສະພາເປັນຕົວປະກັນ. ປະເທດຟີຈີຕົກຢູ່ໃນການຄວບຄຸມຂອງໜ່ວຍກອງທັບ. ກອງທັບຟີຈີໄດ້ອະນຸຍາດໃຫ້ຜູ້ຄົນຈຳນວນໜຶ່ງມາທ່ຽວຊົມພຣະວິຫານ ແລະ ອະນຸຍາດສະມາຊິກພຽງເລັກນ້ອຍໃຫ້ມາຮ່ວມການອຸທິດພຣະວິຫານ. ສະມາຊິກສ່ວນຫລາຍບໍ່ໄດ້ຖືກຮັບເຊີນ ເນື່ອງດ້ວຍຄວາມເປັນຫ່ວງເລື່ອງຄວາມປອດໄພ. ເປັນພຣະວິຫານແຫ່ງດຽວເທົ່ານັ້ນທີ່ນອກເໜືອໄປຈາກພຣະວິຫານນາວູທີ່ຕົກຢູ່ໃນສະພາບອັນຫຍຸ້ງຍາກ.
ຄົນໜຶ່ງທີ່ໄດ້ຖືກເຊື້ອເຊີນໄປຊົມພຣະວິຫານເປັນຜູ້ຍິງຄົນອິນເດຍ, ສະມາຊິກຄົນໜຶ່ງໃນຝ່າຍຜູ້ແທນ ຜູ້ເຄີຍໄດ້ຖືກກັກໄວ້ເປັນຕົວປະກັນ ແລະ ໄດ້ຖືກປ່ອຍໄປເພາະເປັນຜູ້ຍິງ.
ຢູ່ໃນຫ້ອງຊັ້ນສູງ, ປາດສະຈາກຄວາມຫຍຸ້ງຍາກຂອງໂລກ, ນາງໄດ້ຮ້ອງໄຫ້ໃນຂະນະທີ່ນາງສະແດງຄວາມຮູ້ຂອງນາງເຖິງຄວາມສະຫງົບທີ່ມາສູ່ນາງ. ນາງຮູ້ສຶກວ່າພຣະວິນຍານບໍລິສຸດໄດ້ມາສະຖິດຢູກັບນາງ ແລະ ເປັນພະຍານຕໍ່ນາງເຖິງສະພາບອັນສັກສິດຂອງພຣະວິຫານ.
ພຣະຜູ້ຊ່ອຍໃຫ້ລອດເປັນແຫລ່ງຂອງຄວາມສະຫງົບທີ່ແທ້ຈິງ. ແມ່ນແຕ່ຕອນຊີວິດໄດ້ຮັບການທົດລອງ, ເປັນເພາະການຊົດໃຊ້ຂອງພຣະຜູ້ຊ່ອຍໃຫ້ລອດ ແລະ ພຣະຄຸນຂອງພຣະອົງ, ການດຳລົງຊີວິດທີ່ຊອບທຳຈະໄດ້ຮັບລາງວັນດ້ວຍຄວາມສະຫງົບ. ຢູ່ໃນຫ້ອງພິເສດທີ່ຈັດງານລ້ຽງປັດສະຄາ, ພຣະຜູ້ຊ່ອຍໃຫ້ລອດໄດ້ສັນຍາກັບອັກຄະສາວົກຂອງພຣະອົງວ່າ ເຂົາເຈົ້າຈະມີ “ພຣະຜູ້ປອບໂຍນ, ຊຶ່ງເປັນພຣະວິນຍານບໍລິສຸດ” ສະຖິດຢູ່ນຳ ແລະ ໄດ້ກ່າວຖ້ອຍຄຳທີ່ສຳຄັນວ່າ: “ສັນຕິສຸກຂອງເຮົາທີ່ເຮົາມອບໃຫ້ພວກເຈົ້າ, ສັນຕິສຸກທີ່ເຮົາໃຫ້ ບໍ່ຄືສັນຕິສຸກທີ່ໂລກໃຫ້.”30 ແລ້ວກ່ອນການອະທິຖານໄກ່ເກ່ຍຂອງພຣະອົງ: “ເຮົາບອກເລື່ອງນີ້ແກ່ເຈົ້າທັງຫລາຍເພື່ອພວກເຈົ້າຈະມີຄວາມສະຫງົບສຸກໃນເຮົາ ໃນໂລກນີ້ພວກເຈົ້າຈະມີຄວາມທຸກລຳບາກ ແຕ່ຈົ່ງຊື່ນໃຈເທາະ ຝ່າຍເຮົາໄດ້ຊະນະໂລກແລ້ວ.”31
ອີລາຍຊາ ອາ ສະໂນ ໄດ້ຂຽນຂໍ້ຄວາມດັ່ງຕໍ່ໄປນີ້ຢ່າງສວຍງາມວ່າ:
ຈົ່ງຍົກໃຈຂຶ້ນ ແລະ ສັນລະເສີນພຣະເຈົ້າ;
ຢ່າໃຫ້ຄວາມປິຕິຍິນດີເຫືອດຫາຍ,
ເຖິງແມ່ນຈະມີຄວາມທຸກຍາກລຳບາກ,
ພຣະຄຣິດກ່າວວ່າ, “ໃນເຮົາ ເຈົ້າຈະມີຄວາມສະຫງົບ.”32
ຂ້າພະເຈົ້າຂໍເປັນພະຍານ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.