ເຮົາຄືທິດາຂອງພຣະບິດາເທິງສະຫວັນຂອງເຮົາ
ໃນຖານະທິດາຂອງພຣະເຈົ້າ, ເຮົາແຕ່ລະຄົນມີລັກສະນະສະເພາະຕົວ ແລະ ແຕກຕ່າງກັນໃນສະຖານະການ ແລະ ປະສົບການຂອງເຮົາ. ແຕ່ພາກສ່ວນຂອງເຮົານັ້ນກໍສຳຄັນ—ເພາະວ່າເຮົາສຳຄັນ.
ທຸກໆອາທິດ, ຍິງໜຸ່ມຕະຫລອດທົ່ວໂລກທ່ອງຊ້ຳຄຳຂວັນຂອງອົງການຍິງໜຸ່ມ. ບໍ່ວ່າຈະເປັນພາສາໃດໆກໍຕາມ, ທຸກເທື່ອທີ່ຂ້າພະເຈົ້າໄດ້ຍິນຄຳນີ້ທີ່ວ່າ: “ເຮົາຄືທິດາຂອງພຣະບິດາເທິງສະຫວັນຂອງເຮົາ, ຜູ້ທີ່ຮັກເຮົາ, ແລະ ເຮົາຮັກພຣະອົງ,”1 ພຣະວິນຍານຈະຢືນຢັນຕໍ່ຈິດວິນຍານຂອງຂ້າພະເຈົ້າ ວ່າມັນຈິງ. ມັນບໍ່ພຽງແຕ່ເປັນການຢືນຢັນເຖິງເອກະລັກຂອງເຮົາເທົ່ານັ້ນ—ວ່າ ເຮົາເປັນໃຜ—ແຕ່ມັນຍັງເປັນຄວາມຮັບຮູ້ວ່າ ເຮົາເປັນຂອງໃຜ. ເຮົາຄືທິດາຂອງອົງທີ່ສູງສົ່ງ!
ໃນທຸກໆປະເທດ ແລະ ທຸກໆທະວີບ, ຂ້າພະເຈົ້າໄດ້ພົບບັນດາຍິງໜຸ່ມທີ່ໝັ້ນໃຈ, ຊ່າງເວົ້າຈາ, ເຕັມໄປດ້ວຍຄວາມສະຫວ່າງ, ສຸພາບຮຽບຮ້ອຍໂດຍວຽກງານໜັກ ແລະ ການທົດລອງ, ໂດຍມີສັດທາທີ່ບໍລິສຸດ ແລະ ລຽບງ່າຍ. ເຂົາເຈົ້າມີຄຸນນະທຳ. ເຂົາເຈົ້າຮັກສາພັນທະສັນຍາ ຜູ້ທີ່ຈະ “ຢືນເປັນພະຍານຂອງພຣະເຈົ້າໃນທຸກເວລາ ແລະ ໃນທຸກສິ່ງ, ແລະ ໃນທຸກບ່ອນ.”2 ເຂົາເຈົ້າຮູ້ວ່າ ເຂົາເຈົ້າເປັນໃຜ ແລະ ວ່າເຂົາເຈົ້າມີບົດບາດອັນສຳຄັນໃນການສ້າງສາອານາຈັກຂອງພຣະເຈົ້າ.
ຕອນຂ້າພະເຈົ້າຮຽນຢູ່ມະຫາວິທະຍາໄລ, ຂ້າພະເຈົ້າໄດ້ເປັນສະມາຊິກຂອງນັກຟ້ອນພື້ນເມືອງສາກົນຂອງ ບີວາຍຢູ. ລະດູຮ້ອນໜຶ່ງ, ກຸ່ມຂອງພວກເຮົາໄດ້ມີສິດພິເສດໄປທ່ຽວຊົມເຂດເຜີຍແຜ່ສາດສະໜາທີ່ເອີຣົບ. ນີ້ໄດ້ເປັນລະດູຮ້ອນທີ່ລຳບາກສຳລັບຂ້າພະເຈົ້າ ເພາະວ່າພໍ່ຂອງຂ້າພະເຈົ້າໄດ້ເສຍຊີວິດໄປຢ່າງກະທັນຫັນເມື່ອສອງສາມເດືອນກ່ອນນັ້ນ. ຕອນພວກເຮົາໄດ້ຢູ່ທີ່ປະເທດສະກາດແລນ, ຂ້າພະເຈົ້າໄດ້ຮູ້ສຶກເປົ່າປ່ຽວດຽວດາຍ ແລະ ທໍ້ຖອຍໃຈຫລາຍ. ພວກເຮົາໄດ້ຟ້ອນທີ່ຕຶກໂບດຄືນນັ້ນ, ແລະ ແລ້ວຫລັງຈາກການສະແດງ, ພວກເຮົາໄດ້ໄປບ້ານຄະນະເຜີຍແຜ່ທີ່ຢູ່ຖັດໄປ. ຂະນະທີ່ຂ້າພະເຈົ້າໄດ້ຍ່າງຕາມທາງໄປ, ຂ້າພະເຈົ້າໄດ້ເຫັນຫີນກ້ອນໜຶ່ງທີ່ຖືກວາງໄວ້ໃນສວນທີ່ສວຍງາມໃກ້ປະຕູບ້ານ. ຢູ່ເທິງຫີນກ້ອນນັ້ນ ຂ້າພະເຈົ້າໄດ້ອ່ານຖ້ອຍຄຳທີ່ວ່າ, “ບໍ່ວ່າທ່ານຈະຢູ່ທີ່ໃດກໍຕາມ, ໃຫ້ປະຕິບັດບົດບາດຂອງທ່ານໃຫ້ດີທີ່ສຸດ.” ໃນວິນາທີນັ້ນ ຖ້ອຍຄຳເຫລົ່ານັ້ນໄດ້ເຮັດໃຫ້ຂ້າພະເຈົ້າຮູ້ສຶກຊາບຊຶ້ງ, ແລະ ຂ້າພະເຈົ້າໄດ້ຮູ້ສຶກວ່າ ອຳນາດຂອງສະຫວັນໄດ້ເອື້ອມອອກມາ ແລະ ໃຫ້ຂ່າວສານແກ່ຂ້າພະເຈົ້າ. ຂ້າພະເຈົ້າໄດ້ຮູ້ວ່າພຣະບິດາເທິງສະຫວັນ ທີ່ຮັກຮູ້ຈັກຂ້າພະເຈົ້າ. ຂ້າພະເຈົ້າໄດ້ຮູ້ສຶກວ່າບໍ່ໂດດດ່ຽວ. ຂ້າພະເຈົ້າໄດ້ຢືນຮ້ອງໄຫ້ຢູ່ໃນສວນນັ້ນ. “ບໍ່ວ່າທ່ານຈະຢູ່ທີ່ໃດກໍຕາມ, ໃຫ້ປະຕິບັດບົດບາດຂອງທ່ານໃຫ້ດີທີ່ສຸດ.” ປະໂຫຍກທີ່ລຽບງ່າຍນັ້ນໄດ້ເຮັດໃຫ້ຂ້າພະເຈົ້າມີມະໂນພາບໃໝ່ວ່າ ພຣະບິດາເທິງສະຫວັນຮູ້ຈັກຂ້າພະເຈົ້າ ແລະ ມີແຜນສຳລັບຊີວິດຂອງຂ້າພະເຈົ້າ, ແລະ ພຣະວິນຍານທີ່ຂ້າພະເຈົ້າຮູ້ສຶກໄດ້ຊ່ອຍຂ້າພະເຈົ້າໃຫ້ເຂົ້າໃຈວ່າ ບົດບາດຂອງຂ້າພະເຈົ້ານັ້ນສຳຄັນ.
ຕໍ່ຈາກນັ້ນ, ຂ້າພະເຈົ້າໄດ້ຮຽນຮູ້ວ່າຄັ້ງໜຶ່ງ ຖ້້ອຍຄຳນີ້ກໍໄດ້ໃຫ້ກຳລັງໃຈສາດສະດາ ເດວິດ ໂອ ມິກເຄ ຕອນເພິ່ນໄດ້ຮັບໃຊ້ເປັນຜູ້ສອນສາດສະໜາໜຸ່ມ ທີ່ປະເທດສະກາດແລນຄືກັນ. ເພິ່ນໄດ້ເຫັນມັນຢູ່ເທິງກ້ອນຫີນທີ່ຕຶກແຫ່ງໜຶ່ງ ໃນເວລາທີ່ເພິ່ນມີຄວາມທໍ້ຖອຍໃຈໃນຊີວິດ ແລະ ໃນໄລຍະການເຜີຍແຜ່ຂອງເພິ່ນ, ແລະ ຖ້ອຍຄຳເຫລົ່ານັ້ນໄດ້ມີອິດທິພົນຕໍ່ເພິ່ນ. ຫລາຍປີຕໍ່ມາ, ເມື່ອຕຶກນັ້ນຖືກມ້າງລົງ, ເພິ່ນໄດ້ຈັດຫາທາງທີ່ຈະໄດ້ຫີນກ້ອນນັ້ນ ແລະ ໄດ້ເອົາມັນມາວາງໄວ້ໃນສວນ ຢູ່ທີ່ບ້ານຄະນະເຜີຍແຜ່ນັ້ນເອງ.3
ໃນຖານະທິດາຂອງພຣະເຈົ້າ, ເຮົາແຕ່ລະຄົນມີລັກສະນະສະເພາະຕົວ ແລະ ແຕກຕ່າງກັນ ໃນສະຖານະການ ແລະ ປະສົບການຂອງເຮົາ. ແຕ່ພາກສ່ວນຂອງເຮົານັ້ນກໍສຳຄັນ—ເພາະວ່າ ເຮົາ ສຳຄັນ. ສ່ວນບໍລິຈາກທີ່ໃຫ້ການລ້ຽງດູ, ການສັ່ງສອນ, ແລະ ການດູແລຂອງເຮົາແຕ່ລະວັນສຳລັບຄົນອື່ນ ອາດປະກົດວ່າບໍ່ຕື່ນເຕັ້ນ, ບໍ່ສຳຄັນ, ຍາກ, ແລະ ບາງເທື່ອກໍເປັນການເສຍກຽດ, ແຕ່ເມື່ອເຮົາຈື່ຈຳປະໂຫຍກທຳອິດໃນຄຳຂວັນຂອງໂຄງການຍິງໜຸ່ມນັ້ນ ທີ່ວ່າ—“ພວກເຮົາຄືທິດາຂອງພຣະບິດາເທິງສະຫວັນຂອງເຮົາ, ຜູ້ທີ່ຮັກເຮົາ.”—ມັນຈະເຮັດໃຫ້ມີຄວາມແຕກຕ່າງຫລາຍ ໃນຄວາມສຳພັນ ແລະ ໃນການຕອບຮັບຂອງເຮົາ.
ເມື່ອບໍ່ດົນມານີ້ ແມ່ຜູ້ປະເສີດຂອງຂ້າພະເຈົ້າ, ອາຍຸ 92 ປີ ໄດ້ເສຍຊີວິດໄປ. ເພິ່ນໄດ້ໄປຈາກຊີວິດມະຕະນີ້ໄປ ເໝືອນດັ່ງທີ່ເພິ່ນໄດ້ດຳລົງຊີວິດຢູ່—ຢ່າງງຽບໆ. ຊີວິດຂອງເພິ່ນບໍ່ໄດ້ເປັນດັ່ງທີ່ເພິ່ນໄດ້ວາງແຜນເອົາໄວ້. ສາມີຂອງເພິ່ນ, ພໍ່ຂອງຂ້າພະເຈົ້າ, ໄດ້ເສຍຊີວິດໄປຕອນເພິ່ນມີອາຍຸໄດ້ 45 ປີ, ປະເພິ່ນໄວ້ກັບລູກສາມຄົນ—ຂ້າພະເຈົ້າ ແລະ ນ້ອງຊາຍສອງຄົນ. ຈາກນັ້ນ ເພິ່ນໄດ້ເປັນແມ່ໝ້າຍ 47 ປີ. ເພິ່ນໄດ້ລ້ຽງດູຄອບຄົວຂອງພວກເຮົາໂດຍການສອນໂຮງຮຽນໃນຕອນກາງເວັນ ແລະ ສອນປີອາໂນໃນຕອນກາງຄືນ. ເພິ່ນໄດ້ດູແລພໍ່ຜູ້ສູງອາຍຸຂອງເພິ່ນ, ພໍ່ຕູ້ຂອງຂ້າພະເຈົ້າ, ຜູ້ທີ່ອາໄສຢູ່ໃນບ້ານຖັດໄປນັ້ນ. ເພິ່ນໄດ້ເຮັດໃຫ້ແນ່ໃຈໄດ້ວ່າພວກເຮົາແຕ່ລະຄົນໄດ້ຮັບການສຶກສາທີ່ມະຫາວິທະຍາໄລ. ຕາມຄວາມເປັນຈິງແລ້ວ, ເພິ່ນໄດ້ຢືນຢັນເລື່ອງນີ້ ເພື່ອວ່າພວກເຮົາຈະໄດ້ເປັນ “ຜູ້ມີສ່ວນບໍລິຈາກ.” ແລະ ເພິ່ນບໍ່ເຄີຍຈົ່ມເລີຍ. ເພິ່ນໄດ້ຮັກສາພັນທະສັນຍາຂອງເພິ່ນ, ແລະ ເພາະວ່າເພິ່ນໄດ້ເຮັດດັ່ງນັ້ນ, ເພິ່ນຈຶ່ງໄດ້ຮຽກຮ້ອງອຳນາດຈາກສະຫວັນມາອວຍພອນໃຫ້ບ້ານຂອງພວກເຮົາ ແລະ ບາງເທື່ອໃຫ້ສົ່ງສິ່ງອັດສະຈັນລົງມາດ້ວຍ. ເພິ່ນໄດ້ເພິ່ງພາອາໄສອຳນາດແຫ່ງການອະທິຖານ, ຖານະປະໂລຫິດ, ແລະ ຄຳສັນຍາແຫ່ງພັນທະສັນຍາ. ເພິ່ນໄດ້ຊື່ສັດໃນການຮັບໃຊ້ຂອງເພິ່ນຕໍ່ພຣະຜູ້ເປັນເຈົ້າ. ຄວາມອຸທິດຕົນທີ່ໝັ້ນຄົງຂອງເພິ່ນໄດ້ຄ້ຳຊູພວກເຮົາ, ລູກໆຂອງເພິ່ນ. ເພິ່ນມັກຈະກ່າວຊ້ຳຂໍ້ພຣະຄຳພີນີ້: ພຣະຜູ້ເປັນເຈົ້າ, ຖືກຜູກມັດເມື່ອພວກເຮົາເຮັດຕາມສິ່ງທີ່ພຣະອົງກ່າວ; ແຕ່ເມື່ອພວກເຮົາບໍ່ເຮັດຕາມສິ່ງທີ່ພຣະອົງກ່າວ, ແລ້ວພວກເຮົາກໍບໍ່ມີຄຳສັນຍາ.”4 ນັ້ນຄືຄຳຂວັນຂອງເພິ່ນ, ແລະ ເພິ່ນກໍໄດ້ຮູ້ວ່າມັນຈິງ. ເພິ່ນໄດ້ເຂົ້າໃຈຄວາມໝາຍຂອງການເປັນຜູ້ຮັກສາພັນທະສັນຍາ. ໂລກບໍ່ໄດ້ເຄີຍຮັບຮູ້ເພິ່ນເລີຍ. ເພິ່ນບໍ່ຢາກໄດ້ມັນເລີຍ. ເພິ່ນໄດ້ເຂົ້າໃຈວ່າເພິ່ນເປັນໃຜ ແລະ ເປັນຂອງໃຜ—ທິດາຂອງພຣະເຈົ້າ. ແທ້ຈິງແລ້ວ, ອາດສາມາດກ່າວໄດ້ວ່າ ແມ່ຂອງພວກຂ້າພະເຈົ້າໄດ້ປະຕິບັດບົດບາດຂອງເພິ່ນໄດ້ດີທີ່ສຸດ.
ຄັ້ງໜຶ່ງ ປະທານກໍດອນ ບີ ຮິງລີ ໄດ້ກ່າວກ່ຽວກັບສະຕີ ແລະ ຜູ້ເປັນແມ່ວ່າ:
“ເຮົາບໍ່ຕ້ອງລືມເລີຍເຖິງຄວາມເຂັ້ມແຂງຂອງສະຕີ. ... ແມ່ນແມ່ນັ້ນເອງທີ່ມີ ອິດທິພົນຕໍ່ຊີວິດຂອງລູກຂອງພວກນາງໂດຍກົງ. ... ແມ່ນແມ່ນັ້ນເອງທີ່ລ້ຽງດູ. ແມ່ນແມ່ນັ້ນເອງທີ່ຊ່ອຍໃຫ້ພວກເຂົາເຕີບໂຕໃນວິທີທາງຂອງພຣະຜູ້ເປັນເຈົ້າ. ອິດທິພົນຂອງພວກນາງນັ້ນແມ່ນຈຳເປັນທີ່ສຸດ. ...
“... ພວກນາງເປັນຜູ້ສ້າງຊີວິດ. ພວກນາງເປັນຜູ້ລ້ຽງດູເດັກ. ພວກນາງເປັນຄູສອນຂອງຍິງໜຸ່ມ. ພວກນາງເປັນຄູ່ຄອງທີ່ຂາດບໍ່ໄດ້. ພວກນາງເປັນຜູ້ຮ່ວມງານຂອງເຮົາໃນການສ້າງສາອານາຈັກຂອງພຣະເຈົ້າ. ບົດບາດຂອງພວກນາງຍິ່ງໃຫຍ່ພຽງໃດ, ສ່ວນບໍລິຈາກຂອງພວກນາງປະເສີດພຽງໃດ. ພວກນາງເພີ່ມຄຸນນະພາບໃຫ້ແກ່ຊີວິດຫລາຍພຽງໃດ.”5
ສະນັ້ນ ພໍ່ແມ່ຈະສອນໃຫ້ລູກສາວຮູ້ຈັກເຖິງຄວາມສູງສັກ ແລະ ຄວາມຈິງນິລັນດອນ ວ່ານາງເປັນທິດາຂອງພຣະເຈົ້າໄດ້ແນວໃດ? ເຮົາຈະຊ່ອຍນາງໃຫ້ກ້າວອອກໄປຈາກໂລກ ແລະ ກ້າວເຂົ້າໄປໃກ້ອານາຈັກຂອງພຣະເຈົ້າໄດ້ແນວໃດ?
ໃນໂລກທີ່ສິນທຳນັບມື້ນັບມີໜ້ອຍລົງ, ຍິງໜຸ່ມຕ້ອງການສະຕີ ແລະ ບຸລຸດທີ່ຈະ “ຢືນເປັນພະຍານຂອງພຣະເຈົ້າໃນທຸກເວລາ ແລະ ໃນທຸກສິ່ງ, ແລະ ໃນທຸກບ່ອນ.” ສິ່ງນີ້ບໍ່ເຄີຍສຳຄັນຫລາຍໄປກວ່າໃນເວລານີ້. ຍິງໜຸ່ມຕ້ອງການແມ່ ແລະ ຕ້ອງການຄູ ຜູ້ຈະເປັນຕົວຢ່າງຂອງການເປັນສະຕີຜູ້ບໍລິສຸດ. ແມ່, ຄວາມສຳພັນຂອງພວກທ່ານກັບລູກສາວຂອງທ່ານນັ້ນ ມີຄວາມສຳຄັນຫລາຍທີ່ສຸດ, ແລະ ຕົວຢ່າງຂອງທ່ານກໍຄືກັນ. ວິທີທີ່ທ່ານຮັກ ແລະ ໃຫ້ກຽດພໍ່ຂອງນາງ, ຖານະປະໂລຫິດຂອງລາວ, ແລະ ບົດບາດແຫ່ງສະຫວັນ ຂອງລາວ ຈະຖືກສະແດງໃຫ້ເຫັນ ແລະ ບາງທີຈະຖືກຂະຫຍາຍໃນທ່າທາງ ແລະ ການປະພຶດຂອງລູກສາວຂອງທ່ານ.
ບົດບາດທີ່ເຮົາຕ້ອງ “ປະຕິບັດໃຫ້ດີທີ່ສຸດ” ນັ້ນຄືຫຍັງ? ໃບການປະກາດຕໍ່ໂລກກໍແຈ່ມແຈ້ງດີ ວ່າ:
“ໃນແຜນຂອງພຣະເຈົ້ານັ້ນແມ່ນວ່າ, ພໍ່ຈະເປັນຜູ້ນຳພາຄອບຄົວດ້ວຍຄວາມຮັກ ແລະ ດ້ວຍຄວາມຊອບທຳ ແລະ ມີໜ້າທີ່ຮັບຜິດຊອບທີ່ຈະຈັດຫາສິ່ງທີ່ຈຳເປັນຕ່າງໆ ແລະ ປົກປັກຮັກສາຄອບຄົວຂອງຕົນ. ຜູ້ເປັນແມ່ມີໜ້າທີ່ຮັບຜິດຊອບຕົ້ນຕໍທີ່ຈະລ້ຽງດູລູກເຕົ້າ. ໃນໜ້າທີ່ຮັບຜິດຊອບອັນສັກສິດນີ້, ພໍ່ແມ່ຕ້ອງໄດ້ຊ່ອຍກັນແລະກັນ ແລະ ເປັນຫຸ້ນສ່ວນທີ່ເທົ່າທຽມກັນ. ...
“ພວກເຮົາຂໍເຕືອນວ່າ ຜູ້ໃດທີ່ລະເມີດກົດພົມມະຈັນ, ຜູ້ໃດທີ່ທຳຮ້າຍລູກເມຍ, ຫລື ຜູ້ໃດທີ່ບໍ່ເຮັດໜ້າທີ່ຮັບຜິດຊອບຂອງຕົນໃນການລ້ຽງດູຄອບຄົວ ຈະຖືກຕັດສິນໃສ່ໂທດຢູ່ຕໍ່ພຣະພັກຂອງພຣະເຈົ້າໃນມື້ໜຶ່ງ.”6
ໃນສັງຄົມທີ່ຂາດສິນທຳຂອງວັນເວລາຂອງສາດສະດາມໍມອນ, ເພິ່ນໄດ້ໂສກເສົ້າ ອາໄລ ທີ່ສິ່ງອັນເປັນທີ່ຮັກ ແລະ ມີຄ່າທີ່ສຸດເໜືອກວ່າທຸກສິ່ງ—ຊຶ່ງຄືພົມມະຈັນ ແລະ ຄວາມບໍລິສຸດ ຖືກເອົາໄປຈາກພວກສະຕີ.7
ອີກເທື່ອໜຶ່ງ, ຂ້າພະເຈົ້າຂໍຮຽກຮ້ອງອີກວ່າ ໃຫ້ກັບຄືນມາສູ່ຄຸນນະທຳ. ຄຸນນະທຳເປັນພະລັງ ແລະ ອຳນາດຂອງທິດາຂອງພຣະເຈົ້າ. ໂລກຈະເປັນແບບໃດຖ້າຫາກວ່າຄຸນນະທຳ—ແບບແຜນຂອງຄວາມນຶກຄິດ ແລະ ການປະພຶດຕາມມາດຕະຖານຂອງສິນທຳທີ່ສູງກວ່າ, ຮ່ວມທັງພົມມະຈັນ8—ຖືກນຳມາໃຊ້ຢູ່ໃນສັງຄົມຂອງເຮົາອີກ ວ່າເປັນຫລັກທຳທີ່ມີຄ່າທີ່ສຸດເໜືອທຸກສິ່ງ? ຖ້າຫາກຄວາມອະທຳ, ຮູບພາບລາມົກ, ແລະ ການທຳຮ້າຍມີໜ້ອຍລົງ, ແລ້ວຈະມີການແຕ່ງງານທີ່ແຕກສະຫລາຍ, ຊີວິດທີ່ແຕກສະຫລາຍ, ແລະ ຫົວໃຈທີ່ແຕກສະຫລາຍນ້ອຍລົງບໍ? ສື່ສານມວນຊົນຈະສາມາດຍົກລະດັບຈິດໃຈ ແລະ ເຮັດໃຫ້ສາມາດໄດ້ບໍ ແທນທີ່ຈະເຮັດໃຫ້ທິດາຂອງພຣະເຈົ້າເປັນສິ່ງຂອງ ແລະ ເສຍກຽດສັກສີ? ຖ້າ ມະນຸດທຸກໆຄົນເຂົ້າໃຈຄວາມສຳຄັນຂອງຖ້ອຍຄຳ ທີ່ວ່າ “ເຮົາຄືທິດາຂອງພຣະບິດາເທິງສະຫວັນຂອງເຮົາ,” ແລ້ວສະຕີຈະຖືກນັບຖື ແລະ ປະຕິບັດຕໍ່ແນວໃດ?
ເມື່ອຫລາຍປີກ່ອນ, ຕອນທີ່ສູນກາງປະຊຸມໃຫຍ່ນີ້ກຳລັງຖືກສ້າງ ແລະ ໃກ້ຈະສຳເລັດ, ຂ້າພະເຈົ້າໄດ້ເຂົ້າມາໃນອາຄານສັກສິດນີ້ ໃນຂັ້ນລະບຽງ ໃສ່ໝວກປ້ອງກັນ ແລະ ແວ່ນຕາປະກັນໄພ, ພ້ອມທີ່ຈະດູດພົມ ທີ່ສາມີຂອງຂ້າພະເຈົ້າໄດ້ຊ່ອຍປູ. ບ່ອນທີ່ເວທີປາໄສຕັ້ງຢູ່ໃນເວລານີ້ ໄດ້ເປັນບ່ອນທີ່ລົດຕັກເຕີໄດ້ຍົກຍ້າຍຂີ້ດິນ, ແລະ ອາຄານນີ້ມີຂີ້ຝຸ່ນໜາຕຶບ, ເມື່ອມັນໄດ້ຕົກລົງຢູ່ພຶ້ນ, ມັນກໍໄດ້ຕົກລົງໃສ່ພົມໃໝ່ນັ້ນດ້ວຍ. ໜ້າທີ່ຂອງຂ້າພະເຈົ້າແມ່ນດູດພົມ. ສະນັ້ນຂ້າພະເຈົ້າໄດ້ດູດພົມນັ້ນ, ດູດແລ້ວ ດູດອີກ. ຫລັງຈາກສາມມື້, ຈັກດູດພົມນ້ອຍຂອງຂ້າພະເຈົ້ານັ້ນກໍໄດ້ຕາຍ ໃຊ້ການບໍ່ໄດ້ເລີຍ!
ຕອນບ່າຍ ກ່ອນກອງປະຊຸມໃຫຍ່ສາມັນຄັ້ງທຳອິດຖືກຈັດຂຶ້ນໃນອາຄານທີ່ສວຍງາມແຫ່ງນີ້, ສາມີຂອງຂ້າພະເຈົ້າໄດ້ໂທຫາຂ້າພະເຈົ້າ. ລາວກຳລັງຈະປູພົມແຜ່ນສຸດທ້າຍ—ຢູ່ກ້ອງແທ່ນປາໄສແຫ່ງປະຫວັດສາດນີ້ເອງ.
ລາວໄດ້ຖາມວ່າ, “ອ້າຍຄວນຂຽນພຣະຄຳພີຂໍ້ໃດໃສ່ຂ້າງຫລັງຂອງພົມແຜ່ນນີ້?”
ແລະ ຂ້າພະເຈົ້າໄດ້ເວົ້າວ່າ, “ໂມໄຊຢາ 18:9: ‘ຢືນເປັນພະຍານຂອງພຣະເຈົ້າໃນທຸກເວລາ ແລະ ໃນທຸກສິ່ງ, ແລະ ໃນທຸກບ່ອນ.’”
ໃນໂລກທີ່ທ້າທາຍຫລາຍແທ້ໆນີ້, ນັ້ນຄືສິ່ງທີ່ຂ້າພະເຈົ້າເຫັນຍິງໜຸ່ມ ແລະ ສະຕີໃນສາດສະໜາຈັກນີ້ກຳລັງເຮັດຢູ່. ພວກນາງເປັນອິດທິພົນສຳລັບຄວາມດີງາມ. ພວກນາງບໍລິສຸດ ແລະ ເປັນຕົວຢ່າງ, ສະຫລຽວສະຫລາດ ແລະ ດຸໝັ່ນ. ພວກນາງກຳລັງເຮັດຄວາມແຕກຕ່າງ ເພາະວ່າພວກນາງ ເປັນຄົນ ແຕກຕ່າງ. ພວກນາງເຮັດພາກສ່ວນຂອງຕົນໄດ້ດີຫລາຍ.
ເມື່ອຫລາຍປີກ່ອນ, ຕອນຂ້າພະເຈົ້າໄດ້ດູດພົມນີ້—ພະຍາຍາມທີ່ຈະປະຕິບັດບົດບາດນ້ອຍໆຂອງຂ້າພະເຈົ້າໃຫ້ດີທີ່ສຸດ—ຂ້າພະເຈົ້າບໍ່ໄດ້ຮູ້ເລີຍວ່າມື້ໜຶ່ງ ຂ້າພະເຈົ້າຈະໄດ້ມາຢືນຢູ່ທີ່ນີ້ດ້ວຍໃຫ້ຕີນຂອງຂ້າພະເຈົ້າແຕະຕ້ອງພົມທີ່ຢູ່ກ້ອງແທ່ນປາໄສນີ້.
ມື້ນີ້ໃນຖານະທິດາຂອງພຣະເຈົ້າ, ຂ້າພະເຈົ້າຢືນເປັນພະຍານວ່າ ພຣະອົງຊົງພຣະຊົນຢູ່. ພຣະເຢຊູຄືພຣະຄຣິດ. ພຣະອົງເປັນພຣະຜູ້ໄຖ່ຂອງເຮົາ. ແມ່ນຜ່ານການເສຍສະລະຊົດໃຊ້, ອັນບໍ່ມີຂອບເຂດຂອງພຣະອົງນັ້ນ ທີ່ມື້ໜຶ່ງ ຂ້າພະເຈົ້າຈະກັບຄືນໄປຢູ່ກັບພຣະອົງ—ຖືກພິສຸດແລ້ວ, ບໍລິສຸດ, ແລະ ຖືກຜະນຶກເຂົ້າກັບຄອບຄົວນິລັນດອນ. ຂ້າພະເຈົ້າຈະສັນລະເສີນພຣະອົງຕະຫລອດໄປ ສຳລັບສິດທິພິເສດຂອງການເປັນສະຕີ, ເປັນພັນລະຍາ, ແລະ ເປັນແມ່. ຂ້າພະເຈົ້າເປັນພະຍານວ່າ ເຮົາຖືກນຳພາໂດຍສາດສະດາ ຂອງພຣະເຈົ້າ, ຄື ປະທານ ທອມມັສ ແອັສ ມອນສັນ, ແລະ ຮູ້ສຶກບຸນຄຸນຕໍ່ສຸພາບບຸລຸດຜູ້ຊອບທຳ, ທີ່ອຳນາດແຫ່ງຖານະປະໂລຫິດຂອງເຂົາເຈົ້າເປັນພອນໃຫ້ແກ່ຊີວິດຂອງຂ້າພະເຈົ້າ. ແລະ ຂ້າພະເຈົ້າຈະຮູ້ສຶກບຸນຄຸນຕະຫລອດໄປ ສຳລັບພະລັງທີ່ຂ້າພະເຈົ້າໄດ້ຮັບ ຜ່ານອຳນາດແຫ່ງການຊົດໃຊ້ອັນເປັນນິດຂອງພຣະຜູ້ຊ່ອຍໃຫ້ລອດ ໃນຂະນະທີ່ຂ້າພະເຈົ້າພະຍາຍາມຕໍ່ໄປ ທີ່ຈະ “ປະຕິບັດບົດບາດຂອງ [ຂ້າພະເຈົ້າ] ໃຫ້ດີທີ່ສຸດ.” ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.