ການແຕ່ງງານ: ຈົ່ງເບິ່ງ ແລະ ຮຽນເອົາ
ຄຳສັນຍາຂອງພຣະຜູ້ເປັນເຈົ້າໄດ້ຖືກປະທານໃຫ້ຄົນທີ່ເຮັດຕາມແບບແຜນຂອງຊີວິດທີ່ຈະສ້າງຄວາມສຳພັນຂອງການແຕ່ງງານທີ່ມີຄວາມສຸກ ແລະ ຄວາມສັກສິດ.
ໃນຕອນແລງມື້ໜຶ່ງຫລາຍປີກ່ອນ, ພັນລະຍາຂອງຂ້າພະເຈົ້າກັບຂ້າພະເຈົ້າໄດ້ໄປກິນເຂົ້າແລງນຳລູກຊາຍ ແລະ ຄອບຄົວຂອງລາວຢູ່ບ້ານຂອງເຂົາເຈົ້າ. ມັນເປັນຄ່ຳຄືນທຳມະດາສຳລັບຄອບຄົວທີ່ມີລູກນ້ອຍ: ມີສຽງດັງອຶກກະທຶກ ແລະ ມ່ວນຊື່ນຫລາຍ. ບໍ່ດົນຫລັງຈາກກິນເຂົ້າແລ້ວ, ຫລານສາວນ້ອຍອາຍຸສີ່ປີ, ນາງແອນນາ, ແລະ ຂ້າພະເຈົ້າຍັງນັ່ງຢູ່ໂຕະກິນເຂົ້າ. ໂດຍທີ່ຮູ້ວ່າ ຂ້າພະເຈົ້າສົນໃຈກັບນາງຫລາຍ, ນາງຈຶ່ງໄດ້ລຸກຢືນຂຶ້ນເທິງຕັ່ງ ແລະ ຈ້ອງມອງເບິ່ງຂ້າພະເຈົ້າ. ເມື່ອແນ່ໃຈວ່າ ຂ້າພະເຈົ້າຫລຽວເບິ່ງນາງ, ນາງໄດ້ເວົ້າວ່າ, “ຈົ່ງເບິ່ງ ແລະ ຮຽນເອົາ.” ແລ້ວນາງໄດ້ເຕັ້ນ ແລະ ຮ້ອງເພງໃຫ້ຂ້າພະເຈົ້າເບິ່ງ ແລະ ຟັງ.
ຄຳແນະນຳຂອງນາງແອນນາ ທີ່ວ່າ “ຈົ່ງເບິ່ງ ແລະ ຮຽນເອົາ” ເປັນສະຕິປັນຍາຈາກປາກຂອງເດັກນ້ອຍ. ເຮົາ ສາມາດ ຮຽນຫລາຍສິ່ງຫລາຍຢ່າງໂດຍການເບິ່ງ ແລ້ວໄຕ່ຕອງກ່ຽວກັບສິ່ງທີ່ເຮົາໄດ້ເຫັນ ແລະ ຮູ້ສຶກ. ໃນທຳນອງນີ້, ຂ້າພະເຈົ້າຂໍແບ່ງປັນຫລັກທຳສອງສາມຢ່າງທີ່ຂ້າພະເຈົ້າໄດ້ສັງເກດເຫັນໂດຍການເບິ່ງ ແລະ ຮຽນຈາກການແຕ່ງງານທີ່ດີເດັ່ນ ແລະ ຊື່ສັດ. ຫລັກທຳເຫລົ່ານີ້ໄດ້ເຮັດໃຫ້ການແຕ່ງງານເຂັ້ມແຂງຂຶ້ນ ແລະ ເພິ່ງພໍໃຈ ຊຶ່ງສອດຄ່ອງກັບຫລັກທຳແຫ່ງສະຫວັນ. ຂ້າພະຈົ້າຂໍເຊື້ອເຊີນທ່ານໃຫ້ເບິ່ງ ແລະ ຮຽນເອົາ ນຳຂ້າພະເຈົ້າ.
ທຳອິດ, ຂ້າພະເຈົ້າໄດ້ສັງເກດເຫັນວ່າ ການແຕ່ງງານທີ່ມີຄວາມສຸກທີ່ສຸດ ແມ່ນເມື່ອທັງສາມີ ແລະ ພັນລະຍາຖືຄວາມສຳພັນຂອງເຂົາເຈົ້າຄືກັບວ່າເປັນໄຂ່ມຸກທີ່ມີລາຄາແພງທີ່ສຸດ, ເປັນຊັບສົມບັດທີ່ກຸ້ມຄ່າຊົ່ວນິລັນດອນ. ທັງສອງໄດ້ໜີຈາກພໍ່ແມ່ຂອງຕົນ, ແລະ ໄດ້ເລີ່ມຕົ້ນສ້າງຄອບຄົວໃໝ່ທີ່ກ້າວໜ້າໄປສູ່ນິລັນດອນ. ເຂົາເຈົ້າເຂົ້າໃຈວ່າ ເຂົາເຈົ້າເດີນໄປໃນເສັ້ນທາງອັນສູງສົ່ງ. ເຂົາເຈົ້າຮູ້ວ່າບໍ່ມີຄວາມສຳພັນອື່ນໃດທີ່ສາມາດນຳຄວາມສຸກມາໃຫ້ເຂົາເຈົ້າໄດ້, ບໍ່ສາມາດນຳຄວາມດີງາມ, ຫລື ຫລໍ່ຫລອມເຂົາເຈົ້າໄດ້ດີກວ່ານັ້ນ. ຈົ່ງເບິ່ງ ແລະ ຮຽນເອົາ: ຕ່າງຝ່າຍຖືວ່າການແຕ່ງງານຂອງຕົນມີຄ່າປະເສີດເລີດລ້ຳ.
ຕໍ່ໄປ, ສັດທາ. ການແຕ່ງງານທີ່ລາບລື້ນແມ່ນຖືກສ້າງຂຶ້ນເທິງຮາກຖານແຫ່ງສັດທາຂອງອົງພຣະເຢຊູຄຣິດເຈົ້າ ແລະ ເຊື່ອຟັງຕໍ່ຄຳສອນຂອງພຣະອົງ.1 ຂ້າພະເຈົ້າໄດ້ສັງເກດເຫັນສາມີພັນລະຍາທີ່ເຮັດໃຫ້ການແຕ່ງງານມີຄ່າທີ່ສຸດ ຈະເຮັດຕາມແບບແຜນແຫ່ງສັດທາ: ເຂົາເຈົ້າໄປປະຊຸມສິນລະລຶກ ແລະ ປະຊຸມອື່ນໆໃນລະຫວ່າງອາທິດ, ຈັດການສັງສັນໃນຄອບຄົວ, ອະທິຖານ ແລະ ສຶກສາພຣະຄຳພີນຳກັນ ແລະ ເປັນສ່ວນຕົວ, ແລະ ຈ່າຍເງິນສ່ວນສິບຢ່າງຊື່ສັດ. ເຂົາເຈົ້າສະແຫວງຫາທີ່ຈະເຊື່ອຟັງ ແລະ ເປັນຄົນດີ. ເຂົາເຈົ້າບໍ່ຄິດວ່າ ພຣະບັນຍັດເປັນສິ່ງທີ່ເຂົາເຈົ້າສາມາດເລືອກເຮັດຕາມໃຈຊອບ.
ສັດທາເປັນຮາກຖານຂອງຄຸນນະທຳທີ່ເຮັດໃຫ້ການແຕ່ງງານເຂັ້ມແຂງ. ການເພີ່ມຄວາມເຂັ້ມແຂງໃຫ້ແກ່ສັດທາ ຈຶ່ງເພີ່ມຄວາມເຂັ້ມແຂງໃຫ້ແກ່ການແຕ່ງງານ. ສັດທາຈະເຕີບໂຕຂຶ້ນ ເມື່ອເຮົາຮັກສາພຣະບັນຍັດ, ແລະ ຄວາມປອງດອງ, ແລະ ຄວາມສຸກໃນການແຕ່ງງານຂອງເຂົາເຈົ້າກໍຈະເຕີບໂຕຂຶ້ນຄືກັນ. ດັ່ງນັ້ນ, ການຮັກສາພຣະບັນຍັດຈຶ່ງເປັນພື້ນຖານໃຫ້ແກ່ການແຕ່ງງານທີ່ເຂັ້ມແຂງຊົ່ວນິລັນດອນ. ຈົ່ງເບິ່ງ ແລະ ຮຽນເອົາ: ສັດທາໃນອົງພຣະຜູ້ເປັນເຈົ້າເປັນຮາກຖານຂອງການແຕ່ງງານທີ່ມີຄວາມສຸກນິລັນດອນ.
ສາມ, ການກັບໃຈ. ຂ້າພະເຈົ້າໄດ້ຮຽນຮູ້ວ່າ ການແຕ່ງງານທີ່ມີຄວາມສຸກແມ່ນອີງຕໍ່ຂອງປະທານແຫ່ງການກັບໃຈ ຊຶ່ງເປັນພາກສ່ວນທີ່ສຳຄັນຂອງການແຕ່ງງານທີ່ດີ. ສາມີພັນລະຍາທີ່ສະຫລາດຈະກວດກາເບິ່ງຕົນເອງສະເໝີ ແລະ ເຮັດຕາມຂັ້ນຕອນຂອງການກັບໃຈ ແລະ ດັດແປງໃຫ້ການແຕ່ງງານດີຂຶ້ນກວ່າເກົ່າ. ການກັບໃຈຊ່ອຍສ້າງຄວາມປອງດອງ ແລະ ຄວາມສະຫງົບ.
ຄວາມຖ່ອມຕົນເປັນສິ່ງສຳຄັນຕໍ່ການກັບໃຈ. ຄວາມຖ່ອມຕົນເປັນການບໍ່ເຫັນແກ່ຕົວ; ບໍ່ບັນຊາ ຫລື ເປັນໃຫຍ່ ແຕ່ຄວາມຖ່ອມຕົນເປັນການຕອບດ້ວຍຄວາມອ່ອນຫວານ2 ແລະ ຟັງດ້ວຍຄວາມເຂົ້າໃຈ, ບໍ່ແມ່ນການພິສູດ. ຄວາມຖ່ອມຕົນເປັນການຮັບຮູ້ວ່າບໍ່ມີໃຜສາມາດປ່ຽນແປງຄົນອື່ນ, ແຕ່ດ້ວຍສັດທາ, ຄວາມພະຍາຍາມ, ແລະ ຄວາມຊ່ອຍເຫລືອຈາກພຣະເຈົ້າ, ເຮົາ ສາມາດມີຄວາມປ່ຽນແປງອັນຍິ່ງໃຫຍ່ໃນໃຈ ຂອງເຮົາເອງໄດ້.3 ການປະສົບກັບຄວາມປ່ຽນແປງອັນຍິ່ງໃຫຍ່ໃນໃຈຈະເຮັດໃຫ້ເຮົາປະພຶດຕໍ່ຄົນອື່ນ, ໂດຍສະເພາະຕໍ່ຄູ່ແຕ່ງງານຂອງເຮົາ, ດ້ວຍຄວາມອ່ອນໂຍນ.4 ຄວາມຖ່ອມຕົນໝາຍຄວາມວ່າທັງສາມີ ແລະ ພັນລະຍາຈະສະແຫວງຫາພອນ, ຄວາມຊ່ອຍເຫລືອ, ແລະ ຍົກກັນແລະກັນຂຶ້ນ, ຄິດກ່ຽວກັບຄົນອື່ນກ່ອນໃນການຕັດສິນໃຈທຸກຢ່າງ. ຈົ່ງເບິ່ງ ແລະ ຮຽນເອົາ: ການກັບໃຈ ແລະ ຄວາມຖ່ອມຕົນເປັນສິ່ງເສີມສ້າງການແຕ່ງງານທີ່ມີຄວາມສຸກ.
ສີ່, ຄວາມນັບຖື. ຂ້າພະເຈົ້າໄດ້ສັງເກດເຫັນວ່າ ການແຕ່ງງານທີ່ລາບລື້ນ ແລະ ມີຄວາມສຸກ, ແມ່ນສາມີ ແລະ ພັນລະຍາຕ້ອງມີຄວາມນັບຖືກັນວ່າເປັນຫຸ້ນສ່ວນທີ່ເທົ່າທຽມກັນ. ການໃຊ້ສິດບໍ່ວ່າຢູ່ໃນສະຖານທີ່ໃດ ຫລື ໃນເວລາໃດ ຊຶ່ງສາມີນັບຖືພັນລະຍາວ່າ ຢູ່ໃຕ້ເຂົາ ເປັນສິ່ງທີ່ບໍ່ຖືກຕ້ອງຕໍ່ກົດແຫ່ງສະຫວັນ ແລະ ແທນນັ້ນ ຄວນເຮັດຕາມຫລັກທຳ ແລະ ແບບແຜນຂອງການປະພຶດທີ່ຖືກຕ້ອງ.
ສາມີ ແລະ ພັນລະຍາໃນຊີວິດແຕ່ງງານທີ່ລາບລື້ນຈະຕັດສິນໃຈແບບເປັນເອກກະສັນ, ແຕ່ລະຝ່າຍຈະມີສ່ວນຮ່ວມຢ່າງເຕັມທີ່ ແລະ ມີປາກມີສຽງທີ່ເທົ່າທຽມກັນ.5 ທັງສອງຈະເອົາໃຈໃສ່ຕໍ່ບ້ານເຮືອນ ແລະ ຊ່ອຍເຫລືອຊຶ່ງກັນແລະກັນໃນໜ້າທີ່ຮັບຜິດຊອບຂອງເຂົາເຈົ້າ.6 ການແຕ່ງງານຂອງເຂົາເຈົ້າແມ່ນຂຶ້ນກັບການຮ່ວມໄມ້ຮ່ວມມື, ບໍ່ແມ່ນການຕໍ່ລອງ. ການກິນເຂົ້າແລງນຳກັນ ແລະ ເວລາສຳລັບຄອບຄົວຫລັງຈາກນັ້ນ ກາຍເປັນຈຸດສຳຄັນໃນແຕ່ລະມື້ຂອງເຂົາເຈົ້າ ແລະ ເປັນຜົນຈາກຄວາມພະຍາຍາມໃຫ້ດີທີ່ສຸດຂອງເຂົາເຈົ້າ. ເຂົາເຈົ້າຈະປິດສິ່ງບັນເທີງ ແລະ ບໍ່ສົນໃຈກັບຄວາມສຸກສ່ວນຕົວ ເພື່ອຈະໄດ້ຊ່ອຍເຫລືອວຽກງານໃນບ້ານ. ຕາມທີ່ເປັນໄປໄດ້, ເຂົາເຈົ້າຈະອ່ານປຶ້ມກັບລູກໆທຸກຄືນ ແລະ ຊ່ອຍເອົາລູກເຂົ້ານອນ. ເຂົາເຈົ້າຈະເຂົ້ານອນພ້ອມກັນ. ຕາມທີ່ໜ້າທີ່ ແລະ ສະພາບການອຳນວຍ, ສາມີ ແລະ ພັນລະຍາຈະທຳງານນຳກັນໃນວຽກງານທີ່ສຳຄັນທີ່ສຸດ—ນັ້ນຄື ວຽກງານຢູ່ໃນບ້ານເຮືອນຂອງເຮົາເອງ.
ບ່ອນໃດທີ່ມີຄວາມນັບຖື, ບ່ອນນັ້ນຈະມີຄວາມແຈ່ມແຈ້ງ, ຊຶ່ງເປັນພາກສ່ວນສຳຄັນໃນການແຕ່ງງານທີ່ລາບລື້ນ. ບໍ່ມີຄວາມລັບໃນການແຕ່ງງານອີງຕາມຄວາມນັບຖື ແລະ ຄວາມແຈ່ມແຈ້ງ. ສາມີ ແລະ ພັນລະຍາຈະຕັດສິນໃຈໃນທຸກຢ່າງນຳກັນເລື່ອງການເງິນ, ແລະ ທັງສອງຈະຮູ້ເຫັນນຳກັນ.
ຄວາມຈົງຮັກພັກດີເປັນຄວາມນັບຖື. ບັນດາສາດສະດາສອນວ່າ ຄູ່ແຕ່ງງານທີ່ປະສົບຄວາມສຳເລັດ ຈະເປັນຄົນ “ຈົງຮັກພັກດີ” ຕໍ່ກັນແລະກັນແທ້ໆ.7 ເຂົາເຈົ້າຈະໃຊ້ສື່ສານມວນຊົນໃຫ້ມີຄ່າຄວນເຕັມທີ່ໃນທຸກໆວິທີ. ເຂົາເຈົ້າບໍ່ມີຄວາມລັບໃນການໃຊ້ອິນເຕີແນັດ. ເຂົາເຈົ້າຈະຮູ້ຕົວລະຫັດລັບເຂົ້າອິນເຕີແນັດຂອງກັນແລະກັນ. ເຂົາເຈົ້າຈະບໍ່ເບິ່ງຮູບພາບຂອງຄົນອື່ນ ຜູ້ທີ່ຈະເຮັດໃຫ້ຄູ່ແຕ່ງງານຂອງຕົນຂາດຄວາມເຊື່ອໝັ້ນ. ເຂົາເຈົ້າຈະບໍ່ເຮັດສິ່ງໃດ ຫລື ກ່າວສິ່ງໃດ ທີ່ປະກົດວ່າບໍ່ເໝາະສົມ, ບໍ່ວ່າຈະເປັນແບບຫລຽວເຫັນ ຫລື ແຕະຕ້ອງໄດ້. ຈົ່ງເບິ່ງ ແລະ ຮຽນເອົາ: ການແຕ່ງງານທີ່ດີເລີດ ແມ່ນເຕັມໄປດ້ວຍຄວາມນັບຖື, ຄວາມແຈ່ມແຈ້ງ, ແລະ ຄວາມຈົງຮັກພັກດີ.
ຫ້າ, ຄວາມຮັກ. ການແຕ່ງງານທີ່ມີຄວາມສຸກທີ່ສຸດ ທີ່ຂ້າພະເຈົ້າເຄີຍເຫັນມາ ຈະກະຈາຍຄວາມເຊື່ອຕໍ່ພຣະບັນຍັດຂໍ້ທີ່ມີຄວາມສຸກທີ່ສຸດ—ນັ້ນຄື ຈົ່ງຢູ່ນຳກັນໃນຄວາມຮັກ.”8 ໃນການກ່າວຕໍ່ຜູ້ເປັນສາມີ, ພຣະຜູ້ເປັນຈົ້າໄດ້ບັນຊາວ່າ, ຈົ່ງຮັກເມຍຂອງພວກເຈົ້າດ້ວຍສຸດໃຈຂອງພວກເຈົ້າ, ແລະ ຈະແນບສະນິດຢູ່ກັບນາງ ແລະ ບໍ່ມີຄົນອື່ນອີກ.”9 ປຶ້ມຄູ່ມືຂອງສາດສະໜາຈັກສອນວ່າ: “ຄຳວ່າ ແນບສະນິດ ໝາຍເຖິງການອຸທິດຕົນທັງໝົດ ແລະ ຊື່ສັດຕໍ່ບາງຄົນ. ຄູ່ແຕ່ງງານຈະແນບສະນິດຕໍ່ພຣະເຈົ້າ ແລະ ຕໍ່ກັນແລະກັນໂດຍການຮັບໃຊ້ ແລະ ຮັກຊຶ່ງກັນແລະກັນ ແລະ ໂດຍການຮັກສາພັນທະສັນຍາ ແລະ ຊື່ສັດຕໍ່ກັນ ແລະ ຕໍ່ພຣະເຈົ້າແທ້ໆ. … ທັງສາມີ ແລະ ພັນລະຍາ ໄດ້ລະຄວາມເປັນໂສດຂອງຕົນ ແລະ ເຮັດໃຫ້ການແຕ່ງງານຂອງເຂົາເຈົ້າເປັນສິ່ງສຳຄັນອັນດັບແລກຂອງເຂົາເຈົ້າ. … ເຂົາເຈົ້າຈະບໍ່ໃຫ້ຄົນໃດ ຫລື ສິ່ງໃດມີຄວາມສຳຄັນກວ່າ … ການຮັກສາພັນທະສັນຍາທີ່ເຂົາເຈົ້າໄດ້ເຮັດນຳພຣະເຈົ້າ ແລະ ນຳກັນແລະກັນ.”10 ຈົ່ງເບິ່ງ ແລະ ຮຽນເອົາ: ຄູ່ແຕ່ງງານທີ່ປະສົບຄວາມສຳເລັດ ຈະຮັກ ແລະ ອຸທິດຕົນທັງໝົດໃຫ້ກັນແລະກັນ.
ກໍຍັງມີການແຕ່ງງານທີ່ບໍ່ມີຄວາມສຸກດັ່ງທີ່ປາດຖະໜາ, ມີຜູ້ບໍ່ເຄີຍແຕ່ງງານ, ມີຜູ້ເຄີຍຢ່າຮ້າງ, ແລະ ມີພໍ່ ຫລື ແມ່ທີ່ລ້ຽງລູກດ້ວຍຕົວຄົນດຽວ, ຫລື ມີເຫດຜົນຢ່າງອື່ນໆທີ່ບໍ່ສາມາດແຕ່ງງານເທື່ອ. ສະພາບການດັ່ງກ່າວສາມາດເປັນການທ້າທາຍ ແລະ ເຈັບປວດໃຈ, ແຕ່ມັນບໍ່ເປັນຊົ່ວນິລັນດອນ. ຕໍ່ຜູ້ທີ່ຕົກຢູ່ໃນສະພາບການດັ່ງກ່າວ ຜູ້ທີ່ໄດ້ເຮັດທຸກສິ່ງທຸກຢ່າງທີ່ຢູ່ໃນອຳນາດ11 [ພວກທ່ານ] ຢ່າງເບີກບານມ່ວນຊື່ນ ອົດສາສູ້, ຂໍໃຫ້ສະຫວັນຈົ່ງປະທານພອນໃຫ້ພວກທ່ານ. ຈົ່ງສະແຫວງຫາການສ້າງຄອບຄົວນິລັນດອນ, ຮ່ວມທັງໂດຍການພະຍາຍາມ ຫລື ໂດຍການຕຽມຕົວທີ່ຈະເປັນຄູ່ແຕ່ງງານທີ່ມີຄ່າຄວນ. ຈົ່ງຮັກສາພຣະບັນຍັດ, ແລະ ໄວ້ວາງໃຈໃນພຣະຜູ້ເປັນເຈົ້າ ແລະ ຄວາມຮັກທີ່ດີພ້ອມທຸກຢ່າງຂອງພຣະອົງສຳລັບທ່ານ. ມື້ໜຶ່ງພອນແຫ່ງຄຳສັນຍາທຸກຢ່າງກ່ຽວກັບການແຕ່ງງານຈະເປັນຂອງທ່ານ.12
ຖ້ອຍຄຳໜຶ່ງທີ່ຫວານຊື່ນທີ່ສຸດຢູ່ໃນພຣະຄຳພີມໍມອນ ກ່າວວ່າ, “ແລະ ພວກເຂົາໄດ້ແຕ່ງງານກັນ, ແລະ ຍົກໃຫ້ແຕ່ງງານກັນ, ແລະ ໄດ້ຮັບພອນຫລາຍປະການຕາມຄຳສັນຍາ ຊຶ່ງພຣະຜູ້ເປັນເຈົ້າໄດ້ກະທຳໄວ້ກັບພວກເຂົາ.”13 ຄຳສັນຍາຂອງພຣະຜູ້ເປັນເຈົ້າໄດ້ຖືກປະທານໃຫ້ຄົນທີ່ເຮັດຕາມແບບແຜນຂອງຊີວິດທີ່ຈະສ້າງຄວາມສຳພັນຂອງການແຕ່ງງານທີ່ມີຄວາມສຸກ ແລະ ຄວາມສັກສິດ. ພອນເຊັ່ນນັ້ນເປັນຜົນທີ່ໜ້າຊື່ນຊົມ ແລະ ເປັນດັ່ງທີ່ຄາດໝາຍໄວ້ ຂອງການດຳລົງຊີວິດທີ່ຊື່ສັດຕາມພຣະກິດຕິຄຸນຂອງພຣະເຢຊູຄຣິດ.
ຂ້າພະເຈົ້າມີຄວາມກະຕັນຍູຫລາຍສຳລັບ ແຄຕີ້ ພັນລະຍາທີ່ແສນດີຂອງຂ້າພະເຈົ້າ ຜູ້ຊຶ່ງຂ້າພະເຈົ້າຮັກຫລາຍທີ່ສຸດ.
ການແຕ່ງງານເປັນຂອງປະທານຈາກພຣະເຈົ້າ ທີ່ປະທານໃຫ້ແກ່ເຮົາ; ຄຸນນະພາບຂອງການແຕ່ງງານຂອງເຮົາເປັນຂອງຂວັນທີ່ເຮົາປະທານໃຫ້ແກ່ພຣະອົງ. ຂ້າພະເຈົ້າຂໍເປັນພະຍານເຖິງແຜນທີ່ຍອດຍ້ຽມຂອງພຣະບິດາເທິງສະຫວັນທີ່ແສນຮັກຂອງເຮົາ, ຊຶ່ງໃຫ້ໂອກາດສຳລັບການແຕ່ງງານທີ່ດີເລີດນິລັນດອນ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.