ຖ້ອຍຄຳທີ່ເຮົາກ່າວ
ວິທີທີ່ເຮົາກ່າວກັບລູກໆ ແລະ ຖ້ອຍຄຳທີ່ເຮົາໃຊ້ສາມາດຊຸກຍູ້ ແລະ ເຊີດຊູເຂົາ ແລະ ສາມາດເພີ່ມຄວາມເຂັ້ມແຂງໃຫ້ແກ່ສັດທາຂອງເຂົາ.
ບໍ່ດົນມານີ້ ພໍ່ໜຸ່ມຄົນໜຶ່ງໄດ້ຮູ້ເຖິງການຕາຍຂອງນາຍຄູຊັ້ນປໍສອງທີ່ດີຂອງລາວ. ໃນການລະລຶກເຖິງເພິ່ນ, ລາວໄດ້ຂຽນວ່າ: “ໃນຄວາມຮູ້ສຶກ ແລະ ປະສົບການທັງໝົດທີ່ຂ້າພະເຈົ້າຈື່ໄດ້, ສິ່ງທີ່ຂ້າພະເຈົ້າຄິດອອກໄດ້ແມ່ນ ‘ການປອບໂຍນ.’ ເພິ່ນອາດໄດ້ສອນຂ້າພະເຈົ້າໃຫ້ຮູ້ຈັກຂຽນອ່ານ, ຫລັກໄວຍະກອນ, ເລກ, ແຕ່ຍິ່ງໄປກວ່ານັ້ນ ເພິ່ນໄດ້ສອນຂ້າພະເຈົ້າໃຫ້ຮູ້ຈັກຮັກການເປັນເດັກ. ຢູ່ໃນຫ້ອງຂອງເພິ່ນ, ການຂຽນຜິດເລັກໆນ້ອຍໆນັ້ນບໍ່ເປັນຫຍັງ; ‘ພວກເຮົາຊິພະຍາຍາມຕໍ່ໄປ,’ ເພິ່ນເວົ້າ. ບໍ່ເປັນຫຍັງທີ່ຈະເຮັດສິ່ງຂອງຕົກ ຫລື ຈີກ ຫລື ຂີດ; ‘ພວກເຮົາຊິສ້ອມແປງມັນ ແລະ ເກັບມ້ຽນມັນ,’ ເພິ່ນເວົ້າ. ບໍ່ເປັນຫຍັງທີ່ຈະພະຍາຍາມ, ບໍ່ເປັນຫຍັງທີ່ຈະໄຝ່ຝັນ, ແລະ ບໍ່ເປັນຫຍັງທີ່ຈະຊື່ນຊົມກັບສິ່ງທີ່ເດັກນ້ອຍເຫັນວ່າເປັນສິ່ງທີ່ໜ້າຕື່ນເຕັ້ນ.”
ອິດທິພົນທີ່ຍິ່ງໃຫຍ່ທີ່ສຸດທີ່ບຸກຄົນສາມາດມີໃນໂລກນີ້ ຄືການມີອິດທິພົນຕໍ່ເດັກນ້ອຍ. ຄວາມເຊື່ອຂອງເດັກນ້ອຍ ແລະ ຄ່າຄວນຂອງເຂົາຈະຖືກຫລໍ່ຫລອມຕອນເຂົາຍັງນ້ອຍ. ທຸກຄົນທີ່ໄດ້ຍິນສຽງຂອງຂ້າພະເຈົ້າມີພະລັງທີ່ຈະຊ່ອຍໃຫ້ເດັກນ້ອຍມີຄວາມໝັ້ນໃຈໃນຕົວເຂົາເອງໄດ້ ແລະ ເພີ່ມສັດທາຂອງເຂົາໃນພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດ ຜ່ານຖ້ອຍຄຳທີ່ເຂົາເຈົ້າກ່າວ.
ໃນ ຮີລາມັນ ບົດທີ 5 ເຮົາອ່ານວ່າ, “ແລະ ບັດນີ້, ຈົ່ງຈື່ໄວ້, ລູກຂອງພໍ່, ຈົ່ງຈື່ໄວ້ວ່າ ລູກຈະຕ້ອງສ້າງຮາກຖານຂອງລູກເທິງດານຫີນຂອງພຣະຜູ້ໄຖ່ຂອງພວກເຮົາ, ຄື ພຣະຄຣິດ, ພຣະບຸດຂອງພຣະເຈົ້າ.”1
ນີ້ຄື ຄຳເວົ້າ ຂອງຮີລາມັນ ທີ່ໄດ້ສອນພວກລູກຊາຍຂອງເພິ່ນ. ແລະ ເຮົາອ່ານຕໍ່ວ່າ: “ແລະ ພວກເພິ່ນໄດ້ຈື່ຈຳ ຄຳເວົ້າ; ຂອງເພິ່ນ; ແລະ … ພວກເພິ່ນຈຶ່ງໄດ້ອອກໄປ ... ເພື່ອຈະໄດ້ສິດສອນພຣະຄຳຂອງພຣະເຈົ້າໃຫ້ແກ່ບັນດາຜູ້ຄົນ.”2
ເຖິງແມ່ນພວກລູກຊາຍຂອງຮີລາມັນໄດ້ຖືກຂົ່ມເຫັງ ແລະ ຖືກຈັບເຂົ້າຄຸກ, ແຕ່ຖ້ອຍຄຳທີ່ເຂົາເຈົ້າໄດ້ຍິນບໍ່ໄດ້ເຮັດໃຫ້ເຂົາເຈົ້າທໍ້ຖອຍໃຈ. ເຂົາເຈົ້າຖືກປົກປ້ອງ ແລະ ຖືກອ້ອມຮອບດ້ວຍເລົາໄຟ. ແລ້ວມີສຽງມາເຖິງເຂົາເຈົ້າ, ກ່າວກັບນາຍຍາມວ່າ:
“ເຈົ້າຈົ່ງກັບໃຈ, ແລະ ຢ່າພະຍາຍາມທຳລາຍຜູ້ຮັບໃຊ້ຂອງເຮົາອີກຕໍ່ໄປ. ...
“... ບໍ່ແມ່ນສຽງຟ້າຮ້ອງ, ທັງບໍ່ແມ່ນສຽງກຶກກ້ອງ, ແຕ່ວ່າມັນເປັນສຽງອ່ອນຫວານຂອງຄວາມນິ້ມນວນຢ່າງແຈ່ມແຈ້ງ, ຄ້າຍຄືກັບວ່າເປັນສຽງຊື່ມໃສ່ຫູ, ແລະ ມັນໄດ້ສຽບແທງເຂົ້າໄປໃນຈິດວິນຍານທຸກດວງ.”3
ເຮົາສາມາດຮຽນຮູ້ຈາກສຸລະສຽງຈາກສະຫວັນ. ມັນບໍ່ໄດ້ເປັນສຽງດັງ, ສຽງຮ້າຍ, ຫລື ສຽງສັ່ງການ; ມັນເປັນສຽງອັນອ່ອນໂຍນ, ໃຫ້ຄຳແນະນຳຢ່າງໜັກແໜ້ນ ໃນຂະນະທີ່ໃຫ້ຄວາມຫວັງ.
ວິທີທີ່ເຮົາກ່າວກັບລູກໆ ແລະ ຖ້ອຍຄຳທີ່ເຮົາໃຊ້ສາມາດຊຸກຍູ້ ແລະ ເຊີດຊູເຂົາ ແລະ ສາມາດເພີ່ມຄວາມເຂັ້ມແຂງໃຫ້ແກ່ສັດທາຂອງເຂົາ ເພື່ອໃຫ້ເຂົາຢູ່ໃນເສັ້ນທາງກັບໄປຫາພຣະບິດາເທິງສະຫວັນ. ເຂົາໄດ້ມາສູ່ໂລກນີ້ ພ້ອມແລ້ວທີ່ຈະຮັບຟັງ.
ຕົວຢ່າງຂອງເດັກທີ່ຟັງແມ່ນເຫັນຢູ່ໃນຮ້ານຂາຍຜ້າບ່ອນໜຶ່ງ. ຢູ່ໃນຮ້ານນັ້ນມີຜູ້ມາເລາະຊື້ສິ່ງຂອງຫລາຍຄົນ ແລະ ກໍມີແມ່ຄົນໜຶ່ງຜູ້ຕື່ນຕົກໃຈ ທີ່ລູກຊາຍຂອງນາງໄດ້ຫາຍໄປ. ທຳອິດ, ນາງໄດ້ເອີ້ນຊື່ຂອງລາວ “ຄອນເນີ,” ໃນແບບທີ່ຮ້ອນຮົນ ໃນຂະນະທີ່ຍ່າງອ້ອມຮອບຮ້ານ. ເມື່ອເວລາຜ່ານໄປ, ສຽງຂອງນາງດັງແຮງຂຶ້ນກວ່າເກົ່າແບບເປັນຫ່ວງຫລາຍທີ່ສຸດ. ບໍ່ດົນກໍມີຄົນບອກໃຫ້ເຈົ້າໜ້າທີ່ຮັກສາຄວາມສະຫງົບຮູ້ຈັກ, ແລະ ທຸກຄົນໃນຮ້ານນັ້ນກໍໄດ້ພາກັນຊ່ອຍຊອກຫາເດັກຄົນນັ້ນ. ຫລາຍນາທີໄດ້ຜ່ານໄປ ແຕ່ກໍຊອກບໍ່ເຫັນ. ແມ່ຂອງທ້າວຄອນເນີ, ຍິ່ງເປັນຫ່ວງຫລາຍຂຶ້ນ, ແລະ ໄດ້ເອີ້ນຊື່ລູກຊາຍແຮງຂຶ້ນກວ່າເກົ່າ ຫລາຍໆເທື່ອ.
ລູກຄ້າຄົນໜຶ່ງ, ຫລັງຈາກໄດ້ກ່າວອະທິຖານໃນໃຈແລ້ວ, ນຶກໄດ້ວ່າບາງທີທ້າວຄອນເນີອາດເກີດມີຄວາມຢ້ານກົວເພາະນ້ຳສຽງຂອງແມ່ທີ່ຮ້ອງຊື່ຂອງລາວແບບຕົກອົກຕົກໃຈ. ລູກຄ້າຄົນນັ້ນໄດ້ເວົ້າສິ່ງນີ້ໃຫ້ລູກຄ້າອີກຄົນໜຶ່ງຟັງຜູ້ໄດ້ຊ່ອຍຊອກ, ແລະ ເຂົາເຈົ້າໄດ້ພາກັນວາງແຜນຢ່າງໜຶ່ງ. ເຂົາເຈົ້າຈະພາກັນຍ່າງໄປຕາມຮ່ອມໂຕະຜ້າແບບງຽບໆ ແລະ ເວົ້າວ່າ, “ຄອນເນີ, ຖ້າຫາກເຈົ້າໄດ້ຍິນສຽງຂ້ອຍ, ໃຫ້ເຈົ້າຕອບວ່າ, ‘ຂ້ອຍຢູ່ນີ້ເດ້.’” ແລະ ເຂົາເຈົ້າໄດ້ຍ່າງໄປຢ່າງຊ້າໆ ມຸ້ງໜ້າໄປທາງຫລັງຮ້ານ, ເວົ້າຄຳເກົ່ານັ້ນ, ແລ້ວກໍເປັນຕາມທີ່ເວົ້າໄວ້, ເຂົາເຈົ້າໄດ້ຍິນສຽງເວົ້າຄ່ອຍໆອອກມາວ່າ, “ຂ້ອຍຢູ່ນີ້ເດ້.” ທ້າວຄອນເນີໄດ້ລີ້ຢູ່ລະຫວ່າງຫລືບກໍ້ຜ້າຢູ່ກ້ອງໂຕະ. ແມ່ນສຽງທີ່ອ່ອນຫວານນັ້ນທີ່ເຮັດໃຫ້ທ້າວຄອນເນີຄິດຢາກຕອບ.
ຈົ່ງອະທິຖານເພື່ອຈະໄດ້ຮູ້ເຖິງຄວາມຕ້ອງການຂອງລູກ
ໃນການກ່າວຕໍ່ໃຈຂອງລູກ, ເຮົາຕ້ອງຮູ້ຈັກຄວາມຕ້ອງການຂອງເດັກກ່ອນ. ຖ້າຫາກເຮົາອະທິຖານເພື່ອຈະໄດ້ຮູ້ຈັກຄວາມຕ້ອງການເຫລົ່ານັ້ນ, ແລ້ວຖ້ອຍຄຳທີ່ເຮົາກ່າວອາດມີພະລັງຫລາຍທີ່ຈະເຂົ້າເຖິງໃຈຂອງເຂົາ. ຄວາມພະຍາຍາມຂອງເຮົາຈະຂະຫຍາຍກວ້າງ ເມື່ອເຮົາສະແຫວງຫາການຊີ້ນຳຂອງພຣະວິນຍານບໍລິສຸດ. ພຣະຜູ້ເປັນເຈົ້າໄດ້ກ່າວວ່າ:
ໃຫ້ກ່າວຄວາມຄິດທີ່ພຣະອົງຈະເອົາໃສ່ໃນໃຈຂອງເຮົາ, …
ເພາະມັນຈະຖືກມອບໃຫ້ເຮົາໃນຊົ່ວໂມງນັ້ນເອງ, ແທ້ຈິງແລ້ວ, ໃນເວລານັ້ນເອງ, ສິ່ງທີ່ເຮົາຈະກ່າວ.”4
ຕ້ອງປິດ ແລະ ຟັງດ້ວຍຄວາມຮັກ
ໜ້າເສຍໃຈທີ່ມີສິ່ງລົບກວນຫລາຍຢ່າງຢູ່ໃນໂລກທີ່ກີດກັນລູກໆຈາກການໄດ້ຍິນຖ້ອຍຄຳທີ່ສົ່ງເສີມ ທີ່ສາມາດຫລໍ່ຫລອມເຂົາ.
ດຣ ນຽວ ຮາຟອນ, ຜູ້ຈັດການຢູ່ມະຫາວິທະຍາໄລ ລອສ໌ແອງເຈີລິສ໌ ຄາລິຟໍເນຍ (UCLA) ຝ່າຍແພດພະຍາບານເດັກ, ຄອບຄົວ, ແລະ ຊຸມຊົນ ໄດ້ກ່າວເຖິງກໍລະນີ “ພໍ່ແມ່ທີ່ບໍ່ເອົາໃຈໃສ່ກັບລູກ.” ຕໍ່ໄປນີ້ແມ່ນຕົວຢ່າງໜຶ່ງກ່ຽວກັບເດັກນ້ອຍອາຍຸ 18 ເດືອນກັບພໍ່ແມ່ຂອງເຂົາ:
“‘ລູກຊາຍຂອງເຂົາເຈົ້າເບິ່ງຄືວ່າມີຄວາມສຸກ, ເຂັ້ມແຂງ ແລະ ມີສ່ວນຮ່ວມ, ຊື່ນຊົມກັບການກິນເຂົ້ານຳພໍ່ແມ່. ... ໃນທ້າຍການກິນເຂົ້າ, ແມ່ໄດ້ລຸກຂຶ້ນ ແລະ ໄດ້ອອກໄປເຮັດບາງສິ່ງ, ປະໃຫ້ພໍ່ເບິ່ງລູກ.’
“ຜູ້ເປັນພໍ່ … ໄດ້ເລີ່ມຕົ້ນອ່ານຂໍ້ຄວາມຢູ່ໃນມືຖື ຂະນະທີ່ລູກຊາຍຢາກໃຫ້ພໍ່ສົນໃຈກັບລາວ ແລະ ໄດ້ໂຍນອາຫານໃສ່ພໍ່. ແລ້ວພໍ່ໄດ້ຫລຽວເບິ່ງລູກ, ແລະ ເວົ້າລົມກັບລາວ. ບໍ່ດົນ, ລາວໄດ້ເບິ່ງວິດີໂອຢູ່ໃນມືຖືຂອງລາວກັບລູກ ຈົນກວ່າເມຍຂອງລາວໄດ້ກັບຄືນມາ.
“... [ດຣ] ຮາຟອນ ໄດ້ສັງເກດເຫັນແສງເຍືອງທາງຂອງເດັກທີ່ຈະດັບໄປ, ຄວາມຂາດສຳພັນລະຫວ່າງພໍ່ແມ່ກັບລູກ.”5
ຄຳຕອບຕໍ່ຄຳອະທິຖານຂອງເຮົາ ເຖິງວິທີທີ່ຈະສະໜອງຄວາມຕ້ອງການຂອງລູກໆ ແມ່ນຕ້ອງປິດສິ່ງບັນເທີງ. ເວລາຂອງໂອກາດທີ່ມີຄ່າ ທີ່ຈະຢູ່ກັບ ແລະ ເວົ້າລົມກັບລູກຈະສູນເສຍໄປເມື່ອເຮົາຫຍຸ້ງຢູ່ກັບສິ່ງທີ່ລົບກວນຕ່າງໆ. ເປັນຫຍັງຈຶ່ງບໍ່ຢາກເລືອກເອົາເວລາທຸກມື້ທີ່ຈະປິດສິ່ງບັນເທີງ ແລະ ຢູ່ຫລິ້ນນຳກັນ? ພຽງແຕ່ປິດທຸກສິ່ງໄວ້. ເມື່ອທ່ານເຮັດແນວນີ້, ບ້ານເຮືອນຂອງທ່ານຈະເບິ່ງຄືວ່າງຽບຫລາຍໃນຕອນທຳອິດ; ທ່ານອາດຮູ້ສຶກວ່າບໍ່ຈັກຊິເຮັດແນວໃດ ຫລື ເວົ້າແນວໃດ. ແລ້ວ, ເມື່ອທ່ານໃຫ້ຄວາມສົນໃຈທັງໝົດແກ່ລູກໆຂອງທ່ານ, ແລ້ວການສົນທະນາຈະເລີ່ມຕົ້ນ, ແລະ ທ່ານຈະສາມາດຊື່ນຊົມກັບການເວົ້າລົມນຳກັນ.
ໃຫ້ຂຽນເພື່ອຊັກຊວນລູກໆຂອງເຮົາ
ເຮົາຍັງສາມາດເປັນອິດທິພົນໃຫ້ແກ່ລູກໆຂອງເຮົານຳອີກ ຜ່ານຖ້ອຍຄຳທີ່ເຮົາຂຽນເຖິງເຂົາ. ນີໄຟຂຽນວ່າ, “ເພາະພວກເຮົາເຮັດການຢ່າງພາກພຽນທີ່ຈະບັນທຶກ ແລະ ຈະຊັກຊວນລູກຫລານຂອງພວກເຮົາ ແລະ ພີ່ນ້ອງຂອງພວກເຮົາອີກໃຫ້ເຊື່ອໃນພຣະຄຣິດ ແລະ ໃຫ້ທຳຕົນປອງດອງກັບພຣະເຈົ້າ ເພາະພວກເຮົາຮູ້ວ່າ ຫລັງຈາກພວກເຮົາເຮັດທຸກຢ່າງໄດ້ແລ້ວ ໂດຍພຣະຄຸນພວກເຮົາຈຶ່ງລອດ.”6
ປະທານທອມມັສ ແອັສ ມອນສັນ ໄດ້ແບ່ງປັນປະສົບການຂອງຊາຍຄົນໜຶ່ງຊື່ ເຈ ເຮສ໌, ເປັນນັກຂັບຍົນ ທີ່ໄດ້ຖືກຍິງຕົກຢູ່ຫວຽດນາມເໜືອໃນປີ 1960 ດັ່ງນີ້: “ເປັນເວລາສອງປີ ຄອບຄົວຂອງລາວບໍ່ຮູ້ວ່າ ລາວຕາຍ ຫລື ຍັງມີຊີວິດຢູ່. ໃນທີ່ສຸດຜູ້ຄຸມຂັງລາວຢູ່ ຮາໂນ້ຍໄດ້ອະນຸຍາດໃຫ້ລາວຂຽນຈົດໝາຍຫາຄອບຄົວ, ແຕ່ອະນຸຍາດໃຫ້ຂຽນພຽງ 25 ຄຳເທົ່ານັ້ນ.” ປະທານມອນສັນໄດ້ຖາມວ່າ: “ທ່ານ ແລະ ຂ້າພະເຈົ້າຈະເວົ້າຫຍັງກັບຄອບຄົວ ຖ້າເຮົາຕົກຢູ່ໃນສະຖານະການດຽວກັນນັ້ນ—ໂດຍທີ່ບໍ່ໄດ້ເຫັນຄອບຄົວຫລາຍກວ່າສອງປີ ແລະ ບໍ່ຮູ້ວ່າເຮົາຈະເຫັນເຂົາເຈົ້າອີກຫລືບໍ່? ໂດຍທີ່ຢາກເຮັດບາງຢ່າງທີ່ຄອບຄົວເຂົ້າໃຈ ເພື່ອເຂົາເຈົ້າຈະໄດ້ເຊື່ອວ່າຈົດໝາຍສະບັບນັ້ນມາຈາກລາວ, ແລະ ກໍຢາກໃຫ້ຄຳແນະນຳທີ່ມີຄ່າແກ່ເຂົາເຈົ້ານຳອີກ, ບະລາເດີ ເຮສ໌ ໄດ້ຂຽນ [ຖ້ອຍຄຳດັ່ງຕໍ່ໄປນີ້]: ‘ສິ່ງເຫລົ່ານີ້ສຳຄັນ: ການແຕ່ງງານໃນພຣະວິຫານ, ການໄປສອນສາດສະໜາ, ການສຶກສາທີ່ວິທະຍາໄລ, ການກ້າວເດີນໄປໜ້າ, ການຕັ້ງເປົ້າໝາຍ, ການຂຽນປະຫວັດ, ການຖ່າຍຮູບເປັນຄອບຄົວປີລະສອງເທື່ອ.’”7
ທ່ານຈະຂຽນຫຍັງແດ່ເຖິງລູກໆຖ້າຫາກທ່ານອະນຸຍາດໃຫ້ຂຽນຫລາຍສຸດພຽງແຕ່ 25 ຄຳເທົ່ານັ້ນ?
ພໍ່ໜຸ່ມທີ່ຂ້າພະເຈົ້າໄດ້ກ່າວເຖິງນັ້ນ, ຜູ້ໄດ້ຂຽນຄຳທີ່ລະລຶກກ່ຽວກັບນາຍຄູຊັ້ນປໍສອງຂອງລາວ, ຕອນນີ້ກຳລັງລ້ຽງດູລູກສາວນ້ອຍທີ່ໜ້າຮັກຄົນໜຶ່ງ. ລາວຮູ້ສຶກວ່າສະຫວັນໄວ້ວາງໃຈລາວ. ເມື່ອນາງເຕີບໂຕຂຶ້ນ, ອະນາຄົດຂອງນາງຈະເປັນແນວໃດ? ລາວຈະກ່າວຖ້ອຍຄຳໃດຈຶ່ງຈະຝັງຢູ່ໃນໃຈຂອງນາງ? ຄຳໃດຈະໃຫ້ກຳລັງໃຈນາງ, ເຊີດຊູນາງ, ແລະ ຊ່ອຍນາງໃຫ້ຢູ່ໃນເສັ້ນທາງ? ມັນຈະສ້າງຄວາມແຕກຕ່າງບໍ ຖ້າຫາກລາວໃຊ້ເວລາທີ່ຈະບອກນາງວ່າ, “ເຈົ້າແມ່ນລູກຂອງພຣະເຈົ້າ”? ນາງຈະຈື່ບໍ່ໃນມື້ໜຶ່ງວ່າ ພໍ່ຂອງນາງມັກເວົ້າວ່າ, “ພໍ່ຮັກທຸກສິ່ງກ່ຽວກັບລູກ”?
ນັ້ນບໍ່ໄດ້ເປັນສິ່ງທີ່ພຣະບິດາເທິງສະຫວັນກ່າວຕໍ່ພຣະບຸດຂອງພຣະອົງບໍ ແລະ ຕໍ່ເຮົາທຸກຄົນ ເມື່ອພຣະອົງກ່າວວ່າ, “ທ່ານຜູ້ນີ້ເປັນບຸດທີ່ຮັກຂອງເຮົາ” ແລ້ວ ໄດ້ກ່າວຕື່ມວ່າ, “ເຮົາພໍໃຈນຳເພິ່ນຫລາຍ”?8
ຂໍໃຫ້ຖ້ອຍຄຳທີ່ເຮົາກ່າວກັບລູກ ແລະ ສິ່ງທີ່ເຮົາຂຽນເຖິງລູກຂອງເຮົາ ສະແດງເຖິງຄວາມຮັກຂອງພຣະບິດາເທິງສະຫວັນທີ່ມີຕໍ່ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ, ແລະ ຕໍ່ເຮົາ. ແລ້ວຂໍໃຫ້ເຮົາຈົ່ງຢຸດເພື່ອຮັບຟັງ, ເພາະວ່າເດັກນ້ອຍສາມາດເວົ້າສິ່ງທີ່ຍິ່ງໃຫຍ່ ແລະ ໜ້າອັດສະຈັນ. ຂ້າພະເຈົ້າກ່າວສິ່ງນີ້ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.