ບ້ານ: ໂຮງຮຽນແຫ່ງຊີວິດ
ບົດຮຽນອື່ນໆ ແມ່ນຮຽນຮູ້ຢູ່ໃນບ້ານ—ບ່ອນທີ່ສາມາດກາຍເປັນເໝືອນສະຫວັນໃນໂລກນີ້.
ມີພໍ່ແມ່ບາງຄົນມັກແກ້ຕົວສຳລັບຄວາມຜິດທີ່ເຄີຍເຮັດຢູ່ບ້ານ ໂດຍກ່າວວ່າສາເຫດທີ່ເຮັດຜິດແມ່ນເພາະບໍ່ມີໂຮງຮຽນສຳລັບການເປັນພໍ່ແມ່.
ທີ່ຈິງແລ້ວ ກໍມີໂຮງຮຽນແບບນີ້ ແລະ ມັນສາມາດເປັນໂຮງຮຽນດີເລີດ. ໂຮງຮຽນນີ້ເອີ້ນວ່າ ບ້ານ.
ເມື່ອຂ້າພະເຈົ້າຄິດເຖິງເລື່ອງອະດີດ ຂ້າພະເຈົ້າຈື່ຈຳສິ່ງທີ່ໄດ້ເຄີຍປະສົບການມາກັບພັນລະຍາຂອງຂ້າພະເຈົ້າ. ຂະນະທີ່ຂ້າພະເຈົ້າເລົ່າຄວາມຊົງຈຳດັ່ງກ່າວນີ້ໃຫ້ທ່ານຟັງ ທ່ານອາດຈື່ຈຳປະສົບການຂອງທ່ານເອງ ທັງສຸກ ແລະ ເສົ້າ; ເຮົາຮຽນຮູ້ຈາກປະສົບການທຸກຢ່າງ.
1. ພຣະວິຫານເປັນບ່ອນສຳຄັນ
ຫລັງຈາກໄດ້ກັບຈາກການເປັນຜູ້ສອນສາດສະໜາແລ້ວ ຂ້າພະເຈົ້າພົບຍິງສາວທີ່ສວຍງາມຄົນໜຶ່ງ ຜູ້ມີຜົມດຳຍາວໆ ໄປຮອດແອວ. ນາງມີຕາໃຫຍ່ສີເໝືອນນ້ຳເຜິ້ງ ແລະ ຍິ້ມຫວານໆ. ນາງຈັບຕາຈັບໃຈຂ້າພະເຈົ້າຕັ້ງແຕ່ວິນາທີທີ່ຂ້າພະເຈົ້າໄດ້ເຫັນນາງເປັນເທື່ອທຳອິດ.
ພັນລະຍາຂອງຂ້າພະເຈົ້າໄດ້ຕັ້ງເປົ້າໝາຍທີ່ຈະແຕ່ງງານໃນພຣະວິຫານ ເຖິງແມ່ນວ່າໃນຕອນນັ້ນ ພຣະວິຫານທີ່ໃກ້ທີ່ສຸດຕ້ອງເດີນທາງໄກກວ່າ 4,000 ໄມ (6,400 ກິໂລແມັດ).
ພິທີການແຕ່ງງານຕາມກົດໝາຍຂອງພວກເຮົາກໍມີທັງຄວາມສຸກ ແລະ ຄວາມເສົ້າ ເພາະການແຕ່ງງານຂອງພວກເຮົາມີວັນໝົດອາຍຸ. ເຈົ້າໜ້າທີ່ໄດ້ເວົ້າຄຳວ່າ, “ຂ້າພະເຈົ້າປະກາດວ່າທ່ານເປັນສາມີພັນລະຍາກັນ” ແລ້ວຕິດຕາມດ້ວຍຄຳວ່າ, “ຈົນຮອດມື້ຕາຍ.”
ດ້ວຍການເສຍສະລະ, ພວກເຮົາໄດ້ຊື້ປີ້ຍົນ ໄປພຣະວິຫານເມຊາຢູ່ລັດອາຣິໂຊນາ.
ໃນພຣະວິຫານ, ໃນຂະນະທີ່ເຮົານັ່ງຄຸເຂົ່າລົງທີ່ແທ່ນບູຊາ ຜູ້ຮັບໃຊ້ທີ່ໄດ້ຮັບອະນຸຍາດໄດ້ກ່າວຄຳທີ່ຂ້າພະເຈົ້າຢາກໄດ້ຍິນ ຊຶ່ງປະກາດວ່າເຮົາເປັນສາມີພັນລະຍາສຳລັບການເວລາ ແລະ ຕະຫລອດຊົ່ວນິລັນດອນ.
ເພື່ອນຄົນໜຶ່ງໄດ້ພາພວກເຮົາໄປໂຮງຮຽນວັນອາທິດ. ໃນການປະຊຸມນັ້ນລາວໄດ້ຢືນຂຶ້ນ ແລະ ແນະນຳພວກເຮົາຕໍ່ຄົນໃນຫ້ອງ. ຕອນການປະຊຸມສິ້ນສຸດລົງ ຊາຍຄົນໜຶ່ງໄດ້ມາຫາຂ້າພະເຈົ້າ ແລະ ຈັບມືຖາມສະບາຍດີກັນ, ໄດ້ວາງເງິນໃບຊາວໃນມືຂອງຂ້າພະເຈົ້າ. ອີກບໍ່ດົນມີຊາຍອີກຄົນໜຶ່ງມາຈັບມື ແລະ ສິ່ງທີ່ເຮັດໃຫ້ຂ້າພະເຈົ້າແປກໃຈແມ່ນ ລາວກໍໄດ້ວາງເງິນໃນມືຂອງຂ້າພະເຈົ້າຄືກັນ. ຂ້າພະເຈົ້າໄດ້ຫລຽວຫາພັນລະຍາທີ່ຢູ່ຟາກຫ້ອງ ແລະ ຮ້ອງຂຶ້ນວ່າ, “ບະລັນກີ ນ້ອງຈັບມືກັບທຸກຄົນເດີ້!”
ບໍ່ດົນ ພວກເຮົາກໍໄດ້ມີເງິນພໍສຳລັບຄ່າປີ້ຍົນກັບເມືອປະເທດກົວເຕມະລາ.
ໃນລັດສະໝີພາບຊັ້ນສູງມີສະຫວັນ ຫລື ລະດັບສາມຊັ້ນ;
ແລະ ເພື່ອຈະໄດ້ບັນລຸເຖິງຊັ້ນສູງສຸດ ພວກເຮົາຕ້ອງເຂົ້າສູ່ລະບຽບຖານະປະໂລຫິດດັ່ງກ່າວນີ້.”1
2. ການຜິດຖຽງກັນ ຕ້ອງມີສອງຄົນ
ພັນລະຍາຂອງຂ້າພະເຈົ້າມີຄຳຂວັນຂໍ້ໜຶ່ງແມ່ນ “ການຜິດຖຽງກັນ ຕ້ອງມີສອງຄົນ ແລະ ເຮົາຊິບໍ່ແມ່ນຄົນໜຶ່ງໃນນັ້ນ.”
ພຣະຜູ້ເປັນເຈົ້າເຄີຍບັນຍາຍຢ່າງແຈ່ມແຈ້ງເຖິງລັກສະນະທີ່ຄວນຊີ້ນຳການກະທຳຂອງເຮົານຳຄົນອື່ນ. ສິ່ງດັ່ງກ່າວນີ້ຄືການຊັກຊວນ, ຄວາມອົດກັ້ນ, ຄວາມສຸພາບອ່ອນນ້ອມ, ຄວາມອ່ອນໂຍນ, ແລະ ຄວາມຮັກທີ່ບໍ່ມີມານຍາ.2
ການຂົ່ມເຫັງໃນຄອບຄົວແມ່ນສິ່ງທີ່ບໍ່ເກີດຂຶ້ນຫລາຍຄືເກົ່າໃນສັງຄົມບາງແຫ່ງ ແລະ ເຮົາກໍດີໃຈນຳ. ແຕ່ເຮົາຍັງບໍ່ໄດ້ກວາດລ້າງການຂົ່ມເຫັງທາງດ້ານອາລົມ. ຄວາມເຈັບຊ້ຳທີ່ເກີດຈາກການຂົ່ມເຫັງແບບນີ້ຢູ່ໃນຄວາມຊົງຈຳຂອງເຮົາ ກໍທຳຮ້າຍບຸກຄະລິກຂອງເຮົາໄດ້, ມັນກໍ່ໃຫ້ເກີດຄວາມກຽດຊັງໃນໃຈໄດ້, ມັນເຮັດໃຫ້ຕົວເອງຕ່ຳໃຈໄດ້, ແລະ ມັນເຮັດໃຫ້ເຮົາເຕັມໄປໂດຍຄວາມຢ້ານກົວໄດ້.
ການມີສ່ວນຮ່ວມໃນພິທີການແຕ່ງງານຊັ້ນສູງນັ້ນແມ່ນຍັງບໍ່ພຽງພໍ. ເຮົາຕ້ອງດຳລົງຊີວິດແບບຊັ້ນສູງນຳອີກ.
3. ເດັກນ້ອຍທີ່ຮ້ອງເພງເປັນຜູ້ທີ່ສຸກໃຈ
ນີ້ຄືຄຳຂວັນອີກຂໍ້ໜຶ່ງທີ່ພັນລະຍາຂອງຂ້າພະເຈົ້າມັກກ່າວເລື້ອຍໆ.
ພຣະຜູ້ຊ່ອຍໃຫ້ລອດເຂົ້າໃຈຄວາມສຳຄັນຂອງເພງສັກສິດ; ຫລັງຈາກພຣະອົງໄດ້ສະຫລອງງານປັດສະຄາຮ່ວມກັບພວກສາວົກຂອງພຣະອົງແລ້ວ, ພຣະຄຳພີບອກວ່າ, “ແລ້ວພວກເຂົາກໍຮ້ອງເພງສັນລະເສີນບົດໜຶ່ງ ແລະ ພາກັນອອກໄປຍັງພູໝາກກອກເທດ.”3
ແລະ ໂດຍກ່າວຜ່ານທາງສາດສະດາໂຈເຊັບ ສະມິດ, ພຣະອົງໄດ້ກ່າວວ່າ ຈິດວິນຍານຂອງພຣະອົງເບີກບານໃນເພງຈາກໃຈ ແທ້ຈິງແລ້ວ ເພງຈາກຄົນຊອບທຳເປັນຄຳສວດອ້ອນວອນຕໍ່ພຣະອົງ ແລະ ຈະໄດ້ຮັບຕອບດ້ວຍພອນເທິງຫົວຂອງພວກເຂົາ.4
ຊ່າງປະທັບໃຈແທ້ໆ ທີ່ໄດ້ຍິນເພງຂອງເດັກນ້ອຍທີ່ພໍ່ແມ່ໄດ້ສອນເຂົາຮ້ອງເພງ “ເຮົາເປັນລູກຂອງພຣະເຈົ້າ.”5
4. ຂ້ອຍຢາກໃຫ້ເຈົ້າກອດຂ້ອຍ
ຄຳແບບ “ຂ້ອຍຮັກເຈົ້າ” “ຂອບໃຈຫລາຍໆ” ແລະ “ຂໍໂທດ” ກໍແມ່ນການປອບໂຍນໃຫ້ຈິດໃຈ. ຄຳແບບນີ້ປ່ຽນນ້ຳຕາເປັນຄວາມສຸກ. ມັນໃຫ້ຄວາມປອບໂຍນແກ່ຈິດໃຈທີ່ເສົ້າໂສກ ແລະ ຢືນຢັນຄວາມຮູ້ສຶກແຫ່ງຄວາມຮັກໃນໃຈເຮົາ. ເຊັ່ນດຽວກັບຕົ້ນໄມ້ຈະຫ່ຽວແຫ້ງ ຖ້າຫາກມັນຂາດນ້ຳທີ່ສຳຄັນ, ຄວາມຮັກກໍຄືກັນ ຈະອ່ອນແອ ແລະ ຕາຍໄປ ເມື່ອເຮົາຂາດຖ້ອຍຄຳ ແລະ ການປະຕິບັດແຫ່ງຄວາມຮັກດັ່ງກ່າວ.
ຂ້າພະເຈົ້າຈືຈຳວັນເວລາທີ່ເຮົາເຄີຍສົ່ງຈົດໝາຍຮັກຜ່ານທາງໄປສະນີ ຫລື ເກັບເງິນໄວ້ເພື່ອໂທຫາຄົນຮັກ ຫລື ຈະແຕ່ງກາບກອນກ່ຽວກັບຄວາມຮັກໃສ່ເຈ້ຍ.
ໃນສະໄໝນີ້ ສິ່ງນີ້ຟັງຄືເປັນປະຫວັດສາດໄປແລ້ວ!
ໃນວັນເວລານີ້ເລື່ອງເທັກໂນໂລຈີຊ່ອຍພວກເຮົາເຮັດສິ່ງອັດສະຈັນໃຈ. ການສົ່ງຂໍ້ຄວາມຮັກ ແລະ ຄວາມກະຕັນຍູໂດຍທາງໂທລະສັບແມ່ນງ່າຍທີ່ສຸດ! ຊາວໜຸ່ມເຮັດເລື້ອຍໆ. ຂ້າພະເຈົ້າຢາກຮູ້ວ່າ ເຮົາຍັງເຮັດແບບນີ້ ແລະ ການກະທຳທີ່ສວຍງາມອື່ນໆຢູ່ບໍ ຫລັງຈາກເຮົາໄດ້ສ້າງຄອບຄົວແລ້ວ. ເມື່ອບໍ່ດົນມານີ້ ຂ້າພະເຈົ້າໄດ້ຮັບຂໍ້ຄວາມໃນມືຖືຈາກພັນລະຍາ ມີຄວາມວ່າ: “ການກອດເໝືອນສະຫວັນ, ການຈູບເໝືອນຕະເວັນ, ແລະ ຄ່ຳຄືນເໝືອນດວງຈັນ. ແມ່ນວັນແສນສຸກ, ນ້ອງຮັກອ້າຍ.”
ເມື່ອໃດທີ່ຂ້າພະເຈົ້າຮັບຂໍ້ຄວາມແບບນີ້ ຂ້າພະເຈົ້າຈະຮູ້ສຶກເໝືອນຢູ່ໃນສະຫວັນ.
ພຣະບິດາເທິງສະຫວັນຂອງເຮົາເປັນຕົວຢ່າງທີ່ສົມບູນແບບໃນການສະແດງຄວາມຮັກ. ເມື່ອພຣະອົງໄດ້ແນະນຳພຣະບຸດຂອງພຣະອົງ, ພຣະອົງໄດ້ໃຊ້ຄຳທີ່ວ່າ: “ນີ້ຄືບຸດທີ່ຮັກຂອງເຮົາ. ເຮົາພໍໃຈນຳເພິ່ນຫລາຍ.”6
5. ຂ້າພະເຈົ້າຮັກພຣະຄຳພີມໍມອນພ້ອມດ້້ວຍພຣະຜູ້ຊ່ອຍໃຫ້ລອດຂອງຂ້າພະເຈົ້າ, ພຣະເຢຊູຄຣິດ.
ຂ້າພະເຈົ້າເຕັມປ່ຽມໄປດ້ວຍຄວາມຮູ້ສຶກຕອນທີ່ຂ້າພະເຈົ້າເຫັນພັນລະຍາອ່ານພຣະຄຳພີມໍມອນທຸກມື້. ເມື່ອນາງອ່ານ, ຂ້າພະເຈົ້າສາມາດຮູ້ສຶກເຖິງປະຈັກພະຍານຂອງນາງເມື່ອເຫັນຄວາມສຸກໃນໃບໜ້ານາງ ຂະນະທີ່ນາງອ່ານຂໍ້ຄວາມທີ່ເປັນພະຍານເຖິງພາລະກິດຂອງພຣະຜູ້ຊ່ອຍໃຫ້ລອດ.
ພຣະຜູ້ຊ່ອຍໃຫ້ລອດໄດ້ກ່າວຖ້ອຍຄຳທີ່ສະຫລາດດັ່ງນີ້: “ພວກທ່ານຄົ້ນຫາໃນພຣະຄຳພີ ເພາະຄິດວ່າຈະພົບຊີວິດອັນຕະຫລອດໄປເປັນນິດ. ແມ່ນພຣະຄຳພີນີ້ແຫລະທີ່ເປັນພະຍານໃຫ້ເຮົາ.”7
ຂໍ້ນີ້ດົນໃຈຂ້າພະເຈົ້າໃຫ້ຖາມຫລານຊື່ ຣາແຄ້ວ ຊຶ່ງຫາກໍຮຽນອ່ານວ່າ “ຫລານຈະວ່າຈັ່ງໃດກ່ຽວກັບການຕັ້ງເປົ້າໝາຍວ່າ ຊິອ່ານພຣະຄຳພີມໍມອນ?”
ຫລານຕອບວ່າ “ແຕ່ພໍ່ຕູ້ເອີຍ, ມັນຍາກ. ມັນເປັນປື້ມໃຫຍ່.”
ແລ້ວຂ້າພະເຈົ້າຂໍໃຫ້ນາງອ່ານໜ້າໜຶ່ງໃຫ້ຟັງ. ຂ້າພະເຈົ້າໄດ້ຕັ້ງໂມງໃສ່ລາວ. ຂ້າພະເຈົ້າເວົ້າວ່າ “ໜ້າໜຶ່ງໃຊ້ສາມນາທີ ແລະ ພຣະຄຳພີມໍມອນໃນພາສາສະເປນມີຢູ່ 642 ໜ້າ, ສະນັ້ນທັງໝົດຕ້ອງໃຊ້ 1,926 ນາທີ.”
ອັນນີ້ອາດເຮັດໃຫ້ນາງຢ້ານຫລາຍອີກ ສະນັ້ນຂ້າພະເຈົ້າໄດ້ຫານເລກນັ້ນໂດຍ 60 ນາທີ ແລ້ວບອກຫລານວ່າ ພຽງແຕ່ຕ້ອງໃຊ້ 32 ຊົ່ວໂມງເທົ່ານັ້ນ—ໜ້ອຍກວ່າມື້ຄຶ່ງ!
ແລ້ວນາງໄດ້ເວົ້າວ່າ “ຄືມາງ່າຍແທ້, ພໍ່ຕູ້.”
ໃນທີ່ສຸດນາງຣາແຄ້ວ, ອ້າຍລາວຊື່ ເອສເຕບານ, ແລະ ຫລານເຮົາອີກຫລາຍຄົນໄດ້ໃຊ້ເວລາຫລາຍກວ່ານີ້ ເພາະມັນເປັນປື້ມທີ່ຕ້ອງອ່ານໂດຍມີວິນຍານແຫ່ງການອະທິຖານ ແລະ ສະມາທິ.
ຂະນະທີ່ພວກເຮົາຮຽນທີ່ຈະເບີກບານໃນພຣະຄຳພີ, ພວກເຮົາຈະປະກາດເໝືອນຄົນແຕ່ງເພງສັນລະເສີນວ່າ: “ລົດຊາດແຫ່ງພຣະຄຳຫວານຊື່ນເທົ່າໃດນໍ! ຫວານກວ່ານ້ຳເຜີ້ງຢູ່ໃນປາກຂອງເຮົາ!”8
6. ການຮູ້ຈັກພຣະຄຳພີເທົ່ານັ້ນແມ່ນບໍ່ພຽງພໍ; ເຮົາຕ້ອງດຳລົງຊີວິດຕາມມັນນຳອີກ
ຂ້າພະເຈົ້າຈື່ໄດ້ຕອນທີ່ເປັນຜູ້ສອນສາດສະໜາ ແລະ ໂດຍທີ່ຄົ້ນຫາພຣະຄຳພີຢ່າງພາກພຽນ, ຂ້າພະເຈົ້າຄິດວ່າຮູ້ທັງໝົດແລ້ວ. ໃນລະຫວ່າງຕອນເປັນແຟນກັນ, ນາງບະລັນກີ ກັບຂ້າພະເຈົ້າໄດ້ສຶກສາພຣະຄຳພີນຳກັນ. ຂ້າພະເຈົ້າໄດ້ໃຊ້ຄຳໝາຍເຫດ ແລະ ຂໍ້ອ້າງອີງຕ່າງໆ ເພື່ອແບ່ງປັນຄວາມຮູ້ເລື່ອງພຣະກິດຕິຄຸນນຳນາງ. ຫລັງຈາກພວກເຮົາໄດ້ແຕ່ງງານກັນ, ຂ້າພະເຈົ້າຮັບຮູ້ວ່າ ຂ້າພະເຈົ້າໄດ້ຮຽນຈາກພັນລະຍາ: ຂ້າພະເຈົ້າອາດໄດ້ພະຍາຍາມ ສອນ ພຣະກິດຕິຄຸນໃຫ້ນາງ, ແຕ່ນາງໄດ້ສອນຂ້າພະເຈົ້າໃຫ້ ດຳລົງຊີວິດ ຕາມມັນ.
ຕອນທີ່ພຣະຜູ້ຊ່ອຍໃຫ້ລອດໄດ້ຈົບການເທດສະໜາທີ່ໂນນພູ ພຣະອົງໄດ້ໃຫ້ຄຳແນະນຳສະຫລາດດັ່ງຕໍ່ໄປນີ້: “ຈັ່ງຊັ້ນແຫລະຜູ້ໃດກໍຕາມທີ່ຍິນຖ້ອຍຄຳເຫລົ່ານີ້ຂອງເຮົາແລ້ວ, ແລະ ປະຕິບັດຕາມ ກໍເປັນດັ່ງຄົນສະຫລາດທີ່ປຸກເຮືອນໃສ່ເທິງດານຫີນ.”9
ຜູ້ໃດທີ່ຮັກສາຫລັກທຳແຫ່ງອານາຈັກຊັ້ນສູງຕາມທີ່ພົບເຫັນຢູ່ໃນພຣະຄຳພີຜູ້ນັ້ນຈະໃຫ້ການປອບໂຍນແກ່ຄົນທີ່ເປັນທຸກໃຈ. ຜູ້ນັ້ນຈະນຳຄວາມສຸກໄປໃຫ້ຄົນທີ່ອຸກອັ່ງ, ໃຫ້ການຊີ້ນຳຄົນທີ່ຫລົງທາງ, ໃຫ້ສັນຕິສຸກແກ່ຄົນທີ່ກັງວົນ, ແລະ ໃຫ້ການຊີ້ນຳທີ່ແນ່ນອນແກ່ຄົນທີ່ຊອກຫາຄວາມຈິງ.
ສະຫລຸບແລ້ວ:
-
ພຣະວິຫານເປັນບ່ອນສຳຄັນ.
-
ການຜິດຖຽງກັນ ຕ້ອງມີສອງຄົນ, ແລະ ເຮົາຊິບໍ່ແມ່ນຄົນໜຶ່ງໃນນັ້ນ.
-
ເດັກນ້ອຍທີ່ຮ້ອງເພງເປັນຜູ້ທີ່ສຸກໃຈ.
-
ຂ້ອຍຢາກໃຫ້ເຈົ້າກອດຂ້ອຍ.
-
ຂ້າພະເຈົ້າຮັກພຣະຄຳພີມໍມອນພ້ອມດ້້ວຍພຣະຜູ້ຊ່ອຍໃຫ້ລອດຂອງຂ້າພະເຈົ້າ, ພຣະເຢຊູຄຣິດ.
-
ການຮູ້ຈັກພຣະຄຳພີເທົ່ານັ້ນແມ່ນບໍ່ພຽງພໍ; ເຮົາຕ້ອງດຳລົງຊີວິດຕາມມັນນຳອີກ.
ບົດຮຽນເຫລົ່ານີ້ ແລະ ບົດຮຽນອື່ນໆ ແມ່ນຮຽນຮູ້ຢູ່ໃນບ້ານ—ບ່ອນທີ່ສາມາດກາຍເປັນເໝືອນສະຫວັນໃນໂລກນີ້.10 ຂ້າພະເຈົ້າຂໍເປັນພະຍານວ່າ ພຣະກິດຕິຄຸນຂອງພຣະເຢຊູຄຣິດພ້ອມດ້ວຍແຜນຂອງພຣະບິດາເທິງສະຫວັນຂອງເຮົາ ຈະຊີ້ທາງທີ່ໝັ້ນຄົງໃນຊີວິດນີ້ ພ້ອມທັງຄຳສັນຍາແຫ່ງຊີວິດນິລັນດອນ, ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.