ຢືນຢູ່ຢ່າງໝັ້ນຄົງໃນສະຖານທີ່ສັກສິດ
ການຢືນຢູ່ດ້ວຍຄວາມເຊື່ອຟັງ ແລະ ໝັ້ນຄົງໃນຄຳສອນຂອງພຣະເຈົ້າຂອງເຮົາ, ເຮົາໄດ້ຢືນຢູ່ໃນສະຖານທີ່ສັກສິດ, ເພາະຄຳສອນຂອງພຣະອົງນັ້ນສັກສິດ ແລະ ຈະບໍ່ປ່ຽນແປງ.
ອ້າຍນ້ອງທັງຫລາຍ, ຖືວ່າເປັນກຽດຢ່າງຍິ່ງທີ່ຂ້າພະເຈົ້າໄດ້ມາຮ່ວມກັບຜູ້ດຳລົງຖານະປະໂລຫິດທີ່ມີກຽດຂອງພຣະຜູ້ເປັນເຈົ້າ. ເຮົາມີຊີວິດຢູ່ໃນວັນເວລາສຸດທ້າຍ, ໃນ “ວັນເວລາທີ່ລຳບາກຢ່າງຮ້າຍແຮງ.”1 ໃນຖານະທີ່ເປັນຜູ້ດຳລົງຖານະປະໂລຫິດ, ເຮົາມີໜ້າທີ່ຮັບຜິດຊອບທີ່ຈະຢືນຢູ່ຢ່າງໝັ້ນຄົງ ໂດຍເອົາຄວາມເຊື່ອເປັນສິ່ງປ້ອງກັນລູກສອນໄຟທັງໝົດຂອງຜູ້ຮ້າຍ. ເຮົາເປັນຕົວຢ່າງໃຫ້ແກ່ໂລກ, ປົກປ້ອງສິດທິ ແລະ ອິດສະລະພາບທີ່ພຣະເຈົ້າໄດ້ປະທານໃຫ້. ເຮົາຢືນປົກປ້ອງບ້ານເຮືອນ ແລະ ຄອບຄົວຂອງເຮົາ.
ຕອນຂ້າພະເຈົ້າເຂົ້າຢູ່ມັດທະຍົມ, ຂ້າພະເຈົ້າໄດ້ໄປຫລິ້ນ ເບສະບອລ໌ ຢູ່ຕ່າງເມືອງ. ພໍ່ຂອງຂ້າພະເຈົ້າໄດ້ສັງເກດເຫັນວ່າ ຕອນຂ້າພະເຈົ້າຂີ່ລົດເມກັບບ້ານວ່າ ຂ້າພະເຈົ້າໄດ້ຍິນ ແລະ ໄດ້ເຫັນການປະພຶດບໍ່ດີ ຊຶ່ງບໍ່ສອດຄ່ອງກັບມາດຕະຖານຂອງພຣະກິດຕິຄຸນ. ໃນການເປັນນັກແຕ້ມທີ່ຊຳນານ, ເພິ່ນໄດ້ນັ່ງລົງ ແລະ ແຕ້ມຮູບນັກຮົບຄົນໜຶ່ງ—ຜູ້ສາມາດປົກປ້ອງຫໍປາສາດ ແລະ ອານາຈັກໄດ້.
ໃນຂະນະທີ່ເພິ່ນແຕ້ມ ແລະ ອ່ານຈາກພຣະຄຳພີ, ຂ້າພະຈົ້າໄດ້ຮຽນວິທີທີ່ຈະເປັນຜູ້ດຳລົງຖານະປະໂລຫິດທີ່ຊື່ສັດ—ເພື່ອປ້ອງກັນ ແລະ ປົກປ້ອງອານາຈັກຂອງພຣະເຈົ້າ. ຖ້ອຍຄຳຕໍ່ໄປນີ້ຂອງອັກຄະສາວົກໂປໂລ ໄດ້ເປັນສິ່ງນຳພາຂ້າພະເຈົ້າ:
“ເຫດສະນັ້ນຈົ່ງຮັບເອົາຍຸດທະພັນຄົບຊຸດ ຊຶ່ງມາຈາກພຣະເຈົ້າ ເພື່ອເຈົ້າທັງຫລາຍຈະສາມາດຕໍ່ຕ້ານໃນວັນຊົ່ວຮ້າຍນັ້ນ ແລະ ເມື່ອເຮັດແລ້ວຈະຢູ່ຢ່າງ ໝັ້ນ ຄົງໄດ້.
“ເຫດສະນັ້ນຈົ່ງຍຶດ ໝັ້ນ ເອົາຄວາມຈິງຄາດແອວໄວ້ ເອົາຄວາມຊອບທຳເປັນເຄື່ອງປ້ອງກັນເອິກໄວ້;
“ເອົາຄວາມຕຽມພ້ອມຝ່າຍຂ່າວປະເສີດເລື່ອງສັນຕິສຸກມາສຸບໃສ່ຕີນ;
“ພ້ອມກັບສິ່ງທັງໝົດນີ້, ຈົ່ງຍົກເອົາຄວາມເຊື່ອເປັນສິ່ງປ້ອງກັນ, ດ້ວຍສິ່ງປ້ອງກັນນັ້ນເຈົ້າທັງຫລາຍຈະສາມາດດັບລູກສອນໄຟທັງໝົດຂອງຜູ້ຮ້າຍນັ້ນໃຫ້ມອດເສຍ.
“ຈົ່ງເອົາຄວາມພົ້ນເປັນເຄື່ອງຄຽນປ້ອງກັນຫົວໄວ້, ແລະ ຈົ່ງຖືພຣະແສງຂອງພຣະວິນຍານ ຄືພຣະທຳຂອງພຣະເຈົ້າ.”2
ອ້າຍນ້ອງທັງຫລາຍ, ຖ້າຫາກເຮົາຊື່ສັດໃນຖານະປະໂລຫິດ, ເຄື່ອງປ້ອງກັນນີ້ຈະຖືກມອບໃຫ້ແກ່ເຮົາເປັນຂອງປະທານຈາກພຣະເຈົ້າ. ເຮົາຕ້ອງການເຄື່ອງປ້ອງກັນນີ້!
ຊາຍໜຸ່ມທັງຫລາຍ, ພໍ່ ແລະ ພໍ່ຕູ້ຂອງພວກເຈົ້າບໍ່ເຄີຍໄດ້ປະເຊີນກັບການລໍ້ລວງດັ່ງທີ່ພວກເຈົ້າປະເຊີນຢູ່ໃນຕອນນີ້. ພວກເຈົ້າມີຊີວິດຢູ່ໃນຍຸກສຸດທ້າຍ. ຖ້າຫາກພໍ່ຂອງພວກເຈົ້າຢາກມີບັນຫາ, ເພິ່ນຕ້ອງໄດ້ໄປຊອກຫາມັນ. ບໍ່ເປັນແນວນັ້ນອີກແລ້ວ! ທຸກວັນນີ້ການລໍ້ລວງຊອກຫາພວກເຈົ້າ! ຈົ່ງຈື່ຈຳໄວ້ເດີ້! ຊາຕານຢາກໄດ້ພວກເຈົ້າ, ແລະ ບາບກໍຢູ່ທີ່ປະຕູເຮືອນ.3 ພວກເຈົ້າຈະຕ້ານທານກັບຍຸດທະວິທີຂອງມັນໄດ້ແນວໃດ? ຈົ່ງໃສ່ເຄື່ອງປ້ອງກັນຄົບຊຸດຂອງພຣະເຈົ້າ.
ຂໍໃຫ້ຂ້າພະເຈົ້າສອນພວກເຈົ້າຈາກປະສົບການອີກຢ່າງໜຶ່ງຂອງຊີວິດຂອງຂ້າພະເຈົ້າ:
ໃນເດືອນມັງກອນ ປີ 1982, ຂ້າພະເຈົ້າໄດ້ກ່າວປາໄສຢູ່ກອງປະຊຸມຂອງນັກສຶກສາຢູ່ມະຫາວິທະຍາໄລ ບີວາຍຢູ ໃນເມືອງໂພຣໂວ, ລັດຢູທາ. ຂ້າພະເຈົ້າໄດ້ເຊື້ອເຊີນນັກຮຽນໃຫ້ວາດພາບເຫັນຕຶກໂບດຢູ່ໃກ້ແທ່ນປາໄສບ່ອນນັ້ນ, ແລະ ໂລກຢູ່ປະມານສອງສາມບາດກ້າວຈາກຕຶກນັ້ນ. ສິ່ງນີ້ເປັນຕົວແທນໃຫ້ແກ່ “ໄລຍະຄວາມຫ່າງໄກລະຫວ່າງໂລກ ແລະ ມາດຕະຖານຂອງສາດສະໜາຈັກ” ຕອນຂ້າພະເຈົ້າໄດ້ເຂົ້າໂຮງຮຽນຢູ່ວິທະຍາໄລ. ແລ້ວໃນຂະນະທີ່ຢືນຢູ່ຕໍ່ໜ້ານັກຮຽນ 30 ປີ ຫລັງຈາກນັ້ນ, ຂ້າພະເຈົ້າໄດ້ຍົກມືຂຶ້ນໃນທຳນອງດຽວກັນ ແລະ ໄດ້ອະທິບາຍວ່າ, ມາດຕະຖານຂອງໂລກ ແລະ ສາດສະໜາຈັກໄດ້ອອກຫ່າງໄກກັນຫລາຍ; [ມັນໄດ້ອອກໄປໄກ; ຈົນຫລຽວບໍ່ເຫັນອີກ;] ມັນອອກໄປໄກຈາກຕຶກຫລັງນັ້ນ [ໄກຈົນອ້ອມໂລກ]. ... ສິ່ງທີ່ເຮົາ ແລະ ລູກຫລານຂອງເຮົາຕ້ອງຈື່ຈຳແມ່ນວ່າ ສາດສະໜາຈັກຍັງເໝືອນເດີມ, [ມັນຍັງຕັ້ງຢູ່ບ່ອນເກົ່າ, ແຕ່] ໂລກໄດ້ຍ້າຍອອກໄກ—ຄວາມກວ້າງໄກ [ນັບມື້ນັບ] ຂະຫຍາຍອອກໄປເລື້ອຍໆ … ດັ່ງນັ້ນ, ຈົ່ງລະວັງ. ຖ້າພວກເຈົ້າຕັດສິນການກະທຳຂອງພວກເຈົ້າ ແລະ ມາດຕະຖານຂອງສາດສະໜາຈັກຕາມການເປັນຢູ່ຂອງໂລກ ແລະ ຕາມການດຳເນີນຂອງມັນ, ແລ້ວພວກເຈົ້າຈະພົບເຫັນຕົວເອງວ່າບໍ່ໄດ້ຢູ່ໃນບ່ອນທີ່ພວກເຈົ້າຄວນຢູ່.”4
ແຕ່ກ່ອນ ຂ້າພະເຈົ້າບໍ່ສາມາດຕວງໄດ້ວ່າ ໂລກນີ້ຈະຍ້າຍໄປໄກໄວຫລາຍປານໃດຈາກພຣະເຈົ້າ; ເປັນໄປບໍ່ໄດ້ທີ່ຈະເຂົ້າໃຈວ່າ ພຣະເຈົ້າໄດ້ປະທານຄຳສອນ, ຫລັກທຳ, ແລະ ພຣະບັນຍັດໃຫ້. ແຕ່ມາດຕະຖານຂອງພຣະຄຣິດ ແລະ ສາດສະໜາຈັກຂອງພຣະອົງຈະບໍ່ເຄື່ອນຍ້າຍ. ດັ່ງທີ່ພຣະອົງໄດ້ກ່າວ ຄວາມຈິງຈະ ດຳລົງຢູ່ ຕະຫລອດການ ແລະ ຕະຫລອດໄປ.”5 ເມື່ອເຮົາເຂົ້າໃຈ ແລະ ຮັບຮູ້ສິ່ງນີ້, ເຮົາຈະຕຽມພ້ອມທີ່ຈະປະເຊີນກັບຄວາມກົດດັນ, ຄວາມເຍາະເຍີ້ຍ, ແລະ ຄວາມແຍກຊັ້ນຂອງສັງຄົມ ທີ່ມາຈາກໂລກ ແລະ ບາງຄົນທີ່ເອີ້ນຕົວເອງວ່າເພື່ອນ.
ພວກເຮົາສ່ວນຫລາຍຈະຮູ້ບາງຄົນຜູ້ເວົ້າວ່າ, “ຖ້າເຈົ້າຢາກເປັນເພື່ອນຂ້ອຍ, ເຈົ້າຕ້ອງນັບຖືສິ່ງທີ່ຂ້ອຍນັບຖື.” ເພື່ອນທີ່ແທ້ຈິງ ຈະບໍ່ຂໍໃຫ້ເຮົາເລືອກລະຫວ່າງພຣະກິດຕິຄຸນ ແລະ ການເປັນເພື່ອນ. ຂ້າພະເຈົ້າຂໍຕອບໂດຍຖ້ອຍຄຳຂອງໂປໂລທີ່ວ່າ, “ເຈົ້າຈົ່ງຫລີກໜີເສຍຈາກຄົນເຊັ່ນນັ້ນ.”6 ເພື່ອນທີ່ແທ້ຈິງຈະຊຸກຍູ້ເຮົາໃຫ້ຢູ່ໃນເສັ້ນທາງທີ່ຄັບແຄບ.
ການຢູ່ໃນເສັ້ນທາງແຫ່ງພັນທະສັນຍາ, ພຣະບັນຍັດ ແລະ ພິທີການຂອງພຣະກິດຕິຄຸນ ຈະປົກປ້ອງ ແລະ ຕຽມເຮົາໃຫ້ເຮັດວຽກງານຂອງພຣະເຈົ້າຢູ່ໃນໂລກນີ້. ເມື່ອເຮົາຮັກສາພຣະວາຈາແຫ່ງປັນຍາ, ເຮົາໄດ້ປົກປ້ອງອຳເພີໃຈຂອງເຮົາຈາກການຕິດສິ່ງເສບຕິດດັ່ງເຊັ່ນ ສຸລາ, ຢາເສບຕິດ, ແລະ ຢາດູດ. ເມື່ອເຮົາຈ່າຍເງິນສ່ວນສິບ, ສຶກສາພຣະຄຳພີ, ຮັບບັບຕິສະມາ ແລະ ຮັບການຢືນຢັນ, ດຳລົງຊີວິດໃນທາງທີ່ຈະມີພຣະວິນຍານບໍລິສຸດສະຖິດຢູ່ເປັນເພື່ອນ, ຮັບສິນລະລຶກຢ່າງມີຄ່າຄວນ, ຮັກສາກົດພົມມະຈັນ, ຕຽມທີ່ຈະຮັບເອົາຖານະປະໂລຫິດແຫ່ງເມນຄີເສເດັກ, ແລະ ເຮັດພັນທະສັນຍາທີ່ສັກສິດຢູ່ໃນພຣະວິຫານ, ແລ້ວເຮົາກໍຕຽມພ້ອມແລ້ວທີ່ຈະຮັບໃຊ້.
ຢູ່ໃນພຣະວິຫານ ເຮົາຕຽມ ແລະ ສັນຍາທີ່ຈະຮັກສາກົດແຫ່ງການອຸທິດຕົນ. ຊາຍໜຸ່ມທີ່ມີຄ່າຄວນ ຈະດຳລົງຊີວິດຕາມກົດນີ້ ໂດຍການສະແຫວງຫາການເອີ້ນ—ເປັນການຈ່າຍສ່ວນສິບດ້ວຍການຮັບໃຊ້ເຜີຍແຜ່ເຕັມເວລາສອງປີ. ການເສຍສະລະນັ້ນຈະເພີ່ມຄວາມເຂັ້ມແຂງໃຫ້ແກ່ເຂົາເຈົ້າ ທີ່ຈະກ້າວໄປສູ່ພັນທະສັນຍາທີ່ສູງກວ່າໃນຊີວິດ—ສຳລັບຫລາຍຄົນ, ມັນຈະເປັນການຜະນຶກເຂົ້າກັນໃນພຣະວິຫານເປັນຄອບຄົວນິລັນດອນ.
ເມື່ອເຮົາກ້າວເດີນຕໍ່ໄປໃນເສັ້ນທາງທີ່ຄັບແຄບ, ເຮົາໄດ້ເພີ່ມຄວາມເຂັ້ມແຂງທາງວິນຍານ—ເຂັ້ມແຂງໃນການໃຊ້ອຳເພີໃຈຂອງເຮົາທີ່ຈະເຮັດເພື່ອຕົນເອງ. ສຳລັບຊາຍໜຸ່ມ ແລະ ຍິງໜຸ່ມ, ການເຕີບໂຕນີ້ຈະຊ່ອຍເຫລືອ ເມື່ອເຂົາເຈົ້າຮຽນຄຳສອນ ແລະ ແບ່ງປັນປະຈັກພະຍານຂອງເຂົາເຈົ້າຜ່ານຫລັກສູດໃໝ່ຢູ່ໃນອິນເຕີແນັດ, ຊື່ວ່າ Come, Follow Me.
ນອກເໜືອຈາກນັ້ນ, ຈົ່ງໃຊ້ອຳເພີໃຈຂອງພວກເຈົ້າເພື່ອພັດທະນາຄຸນສົມບັດຂອງຕົນ. ເມື່ອພວກເຈົ້າພົບເຫັນຂອງປະທານ ແລະ ພອນສະຫວັນຂອງພວກເຈົ້າ, ຈົ່ງຈື່ຈຳໄວ້ວ່າ ພໍ່ແມ່ ແລະ ຜູ້ໃຫ້ຄຳແນະນຳສາມາດຊ່ອຍເຫລືອພວກເຈົ້າໄດ້, ແຕ່ພວກເຈົ້າຕ້ອງປ່ອຍໃຫ້ພຣະວິນຍານຊີ້ນຳພວກເຈົ້າ. ຈົ່ງເລືອກ ແລະ ກະທຳເພື່ອຕົວເອງ. ຈົ່ງລະດົມໃຈຕົນເອງ. ວາງແຜນສຳລັບຊີວິດຂອງພວກເຈົ້າ, ຮ່ວມທັງການສຶກສາ ຫລື ການຝຶກຝົນວິຊາອາຊີບ. ຈົ່ງຊອກຫາຄວາມສົນໃຈ ແລະ ຄວາມຊຳນານ. ເຮັດວຽກງານ ແລະ ການເປັນຄົນກຸ້ມຕົນເອງ. ຈົ່ງຕັ້ງເປົ້າໝາຍ, ເອົາຊະນະຄວາມຜິດພາດ, ຮຽນຮູ້ຈາກປະສົບການ, ແລະ ສຳເລັດສິ່ງທີ່ພວກເຈົ້າໄດ້ເລີ່ມຕົ້ນ.
ຢູ່ໃນເສັ້ນທາງ, ຈົ່ງແນ່ໃຈວ່າໃຫ້ມີສ່ວນຮ່ວມໃນຄອບຄົວ, ກຸ່ມໂຄຣຳ, ຫ້ອງຮຽນ, ແລະ ກິດຈະກຳຂອງຊາວໜຸ່ມ. ໃຫ້ມ່ວນຊື່ນກັບການຫລິ້ນສະໜຸກນຳກັນ. ຜ່ານປະສົບການເຫລົ່ານີ້ ພວກເຈົ້າຈະນັບຖື ແລະ ຮູ້ບຸນຄຸນກັບຂອງປະທານແຫ່ງພຣະວິນຍານ ແລະ ຄຸນລັກສະນະນິລັນດອນຂອງກັນແລະກັນ, ຊຶ່ງມີຢູ່ໃນບຸດ ແລະ ທິດາຂອງພຣະເຈົ້າ.
ເໜືອສິ່ງອື່ນໝົດ, ໃຫ້ມີສັດທາໃນພຣະຜູ້ຊ່ອຍໃຫ້ລອດ! ຢ່າສູ່ຢ້ານ! ເມື່ອເຮົາດຳລົງຊີວິດຕາມພຣະກິດຕິຄຸນຢ່າງພາກພຽນ, ແລ້ວເຮົາຈະເຂັ້ມແຂງຂຶ້ນໃນພຣະຜູ້ເປັນເຈົ້າ. ດ້ວຍພະລັງຂອງພຣະອົງ ເຮົາຈະສາມາດປະຕິເສດຄົນທີ່ຕໍ່ຕ້ານພຣະຄຣິດ ຜູ້ກ່າວວ່າ, “ຈົ່ງກິນ, ຈົ່ງດື່ມ, ຈົ່ງມ່ວນຊື່ນເຖີດ,” ເພາະພຣະເຈົ້າ “ຈະຍອມແກ່ການກະທຳບາບເລັກໜ້ອຍ [ຂອງເຈົ້າ]; ... ບໍ່ມີອັນຕະລາຍແນວໃດໃນການເຮັດສິ່ງນີ້ ..., ເພາະມື້ອື່ນພວກເຮົາກໍຈະຕາຍແລ້ວ.”7 ໃນພະລັງຂອງພຣະຜູ້ເປັນເຈົ້າ, ເຮົາຈະສາມາດຢືນຕ້ານທານກັບປັດຊະຍາ ຫລື ຄວາມເຊື່ອທີ່ປະຕິເສດພຣະຜູ້ຊ່ອຍໃຫ້ລອດ ແລະ ຂັດກັບແຜນແຫ່ງຄວາມສຸກນິລັນດອນ ແລະ ຍິ່ງໃຫຍ່ສຳລັບລູກໆທຸກຄົນຂອງພຣະເຈົ້າ.
ເຮົາບໍ່ໄດ້ຖືກອະນຸຍາດໃຫ້ຕໍ່ລອງກ່ຽວກັບເງື່ອນໄຂຂອງແຜນແຫ່ງນິລັນດອນ. ພວກເຈົ້າຈື່ຈຳເນເຫມີຢາໄດ້ບໍ່ ຜູ້ຄວບຄຸມການສ້າງກຳແພງເມືອງເພື່ອປ້ອງກັນເມືອງເຢຣູຊາເລັມ? ມີຄົນຢາກໃຫ້ລາວລົງໄປພົບເຂົາ ແລະ ຢາກໃຫ້ລາວປະຖິ້ມຕຳແໜ່ງຂອງລາວ, ແຕ່ເນເຫມີຢາໄດ້ປະຕິເສດ. ລາວບໍ່ອ່ອນຂໍ້; ລາວພຽງເວົ້າວ່າ, “ຂ້າພະເຈົ້າກຳລັງເຮັດວຽກທີ່ສຳຄັນ ແລະ ຂ້າພະເຈົ້າໄປທີ່ນັ້ນບໍ່ໄດ້. ຂ້າພະເຈົ້າຈະບໍ່ຍອມຢຸດວຽກ. ... ”8
ບາງເທື່ອເຮົາຈະຖືກນິນທາ, ແຕ່ເຮົາກໍຕ້ອງ “ສູ້ທົນ” ເພາະການຍຶດໝັ້ນໃນມາດຕະຖານຂອງພຣະເຈົ້າ ແລະ ການເຮັດວຽກງານຂອງພຣະອົງ. ຂ້າພະເຈົ້າເປັນພະຍານວ່າ ເຮົາບໍ່ຕ້ອງຢ້ານ ຖ້າຫາກເຮົາຍຶດໝັ້ນຢູ່ໃນຄຳສອນຂອງພຣະອົງ. ຜູ້ຄົນອາດເຂົ້າໃຈຜິດ, ອາດວິຈານ, ແລະ ອາດກ່າວຫາ, ແຕ່ເຮົາບໍ່ໄດ້ຢູ່ຄົນດຽວ. ພຣະຜູ້ຊ່ອຍໃຫ້ລອດໄດ້ “ຖືກໝິ່ນປະໝາດ ແລະ ຖືກຜູ້ຄົນປະຕິເສດ.”9 ມັນເປັນສິດທິພິເສດຂອງເຮົາທີ່ຈະຢືນຢູ່ກັບພຣະອົງ!
ກົງກັນຂ້າມ, ການຢືນຢູ່ຢ່າງໝັ້ນຄົງ ບາງເທື່ອໝາຍເຖິງການຫລີກເວັ້ນ ແລະ ແມ່ນແຕ່ການໜີຈາກໂລກ. ພຣະຜູ້ຊ່ອຍໃຫ້ລອດໄດ້ປະກາດວ່າ, “ອ້າຍຊາຕານ, ຈົ່ງໜີໄປໄກຈາກເຮົາ.”10 ໂຢເຊັບໃນປະເທດເອຢິບ ໄດ້ແລ່ນໜີຈາກການລໍ້ລວງຂອງເມຍຂອງໂປຕີຟາ,11 ແລະ ລີໄຮໄດ້ໜີຈາກເຢຣູຊາເລັມ ແລະ ພາຄອບຄົວຂອງເພິ່ນເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ.12
ຈົ່ງແນ່ໃຈວ່າ ສາດສະດາທັງຫລາຍທີ່ມີຊີວິດກ່ອນເຮົາ ໄດ້ຢືນຢູ່ຢ່າງໝັ້ນຄົງໃນວັນເວລາຂອງພວກເພິ່ນ:
ນີໄຟໄດ້ປະຕິບັດວຽກງານທີ່ແປກປະຫລາດຂອງພຣະຜູ້ເປັນເຈົ້າ ເຖິງແມ່ນຊາຕານຈະຕໍ່ຕ້ານ ແລະ ເລມັນ ແລະ ເລມູເອນ, ພວກອ້າຍຂອງເພິ່ນ ໄດ້ຂົ່ມເຫັງກໍຕາມ.13
ອະບີນາໄດໄດ້ເປັນພະຍານເຖິງພຣະຄຣິດ ເຖິງແມ່ນຖືກສົງໄສ, ດູຖູກ, ແລະ ຖືກສັງຫານ.14
ນັບຮົບໜຸ່ມ 2,000 ຄົນ ໄດ້ປົກປ້ອງຄອບຄົວຂອງພວກເຂົາຕ້ານກັບຜູ້ທີ່ກຽດຊັງຄຸນຄ່າຂອງພຣະກິດຕິຄຸນ.15
ໂມໂຣໄນໄດ້ຍົກປ້າຍເສລີພາບຂຶ້ນ ເພື່ອຮັກສາຄອບຄົວ ແລະ ເສລີພາບຂອງຜູ້ຄົນຂອງເພິ່ນ.16
ຊາມູເອນໄດ້ຢືນຢູ່ເທິງກຳແພງ ແລະ ໄດ້ທຳນາຍກ່ຽວກັບການສະເດັດມາຂອງພຣະຄຣິດ, ໃນຂະນະທີ່ເພິ່ນຖືກແກວ່ງກ້ອນຫີນ ແລະ ຖືກຍິງລູກທະນູໃສ່.17
ສາດສະດາໂຈເຊັບ ສະມິດ ໄດ້ຟື້ນຟູພຣະກິດຕິຄຸນຂອງພຣະຜູ້ຊ່ອຍໃຫ້ລອດຄືນມາໃໝ່, ໄດ້ຜະນຶກປະຈັກພະຍານຂອງເພິ່ນໄວ້ດ້ວຍເລືອດຂອງເພິ່ນ.18
ແລະ ຜູ້ບຸກເບີກຊາວມໍມອນໄດ້ຢືນຢູ່ຢ່າງໝັ້ນຄົງເມື່ອປະເຊີນກັບການຕໍ່ຕ້ານຢ່າງຮ້າຍແຮງ ແລະ ທຸກຍາກລຳບາກ, ໃນການຕິດຕາມສາດສະດາຂອງເຂົາເຈົ້າ ເພື່ອເດີນທາງໄປຕັ້ງຖິ່ນຖານຢູ່ພາກຕາເວັນຕົກ.
ຜູ້ຮັບໃຊ້ທີ່ດີເລີດ ແລະ ໄພ່ພົນຂອງພຣະເຈົ້າ ສາມາດຢືນຢູ່ຢ່າງໝັ້ນຄົງ ເພາະວ່າເຂົາເຈົ້າໄດ້ຢືນຢູ່ກັບພຣະຜູ້ຊ່ອຍໃຫ້ລອດ. ໃຫ້ເຮົາມາພິຈາລະນາກັນກ່ຽວກັບວິທີທີ່ພຣະຜູ້ຊ່ອຍໃຫ້ລອດຢືນຢູ່ຢ່າງໝັ້ນຄົງແນວໃດ:
ໃນໄວເຍົາ, ພຣະເຢຊູໄດ້ຊ່ອຍບິດາຂອງພຣະອົງເຮັດທຸລະກິດ, ສັ່ງສອນພຣະກິດຕິຄຸນໃຫ້ພວກນັກປາດອາຈານຢູ່ໃນພຣະວິຫານ.19 ຕະຫລອດການປະຕິບັດສາດສະໜາກິດຂອງພຣະອົງ, ພຣະອົງໄດ້ບັນລຸວຽກງານຂອງຖານະປະໂລຫິດ—ການສອນ, ການປິ່ນປົວ, ການຮັບໃຊ້, ແລະ ການໃຫ້ພອນ ແລະ ຊ່ອຍຊູຄົນອື່ນ. ເມື່ອເໝາະສົມ, ພຣະອົງໄດ້ຢືນຢູ່ຢ່າງກ້າຫານຕ້ານກັບຄວາມຊົ່ວຮ້າຍ, ແມ່ນແຕ່ການຊຳລະພຣະວິຫານ.20 ພຣະອົງຍັງໄດ້ຢືນຢູ່ສຳລັບຄວາມຈິງນຳອີກ—ບໍ່ວ່າຈະເປັນດ້ວຍວາຈາ ຫລື ດ້ວຍຄວາມງຽບທີ່ເປັນກຽດ. ເມື່ອຫົວໜ້າພວກປະໂລຫິດໄດ້ກ່າວຫາພຣະອົງຢູ່ຕໍ່ໜ້າກາຢະຟາ, ພຣະເຢຊູໄດ້ປະຕິເສດຢ່າງສະຫລາດ ແລະ ດ້ວຍຄວາມກ້າຫານ ຕໍ່ການກ່າວຫາເທັດ ແລະ ກໍໄດ້ມິດງຽບຢູ່.21
ໃນສວນເຄັດເຊມາເນ, ພຣະຜູ້ຊ່ອຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາບໍ່ໄດ້ຖອຍໄປຈາກການດື່ມຈາກຈອກອັນຂົ່ມຂື່ນຂອງການຊົດໃຊ້.22 ແລະ ຕອນຢູ່ເທິງໄມ້ກາງແຂນ ພຣະອົງໄດ້ຮັບທຸກທໍລະມານອີກ ເພື່ອເຮັດຕາມພຣະປະສົງຂອງພຣະບິດາຂອງພຣະອົງ, ຈົນໃນທີ່ສຸດພຣະອົງສາມາດກ່າວອອກມາໄດ້ວ່າ, “ສຳເລັດແລ້ວ.”23 ພຣະອົງໄດ້ອົດທົນຈົນເຖິງທີ່ສຸດ. ໃນການຕອບຕໍ່ຄວາມເຊື່ອຟັງຂອງພຣະຜູ້ຊ່ອຍໃຫ້ລອດ ໃນການຢືນຢູ່ຢ່າງໝັ້ນຄົງ, ພຣະບິດາເທິງສະຫວັນໄດ້ປະກາດວ່າ, “ຈົ່ງເບິ່ງ ເຈົ້າຈົ່ງຟັງບຸດທີ່ຮັກຂອງເຮົາເຖີດ, ຜູ້ເຮົາພໍໃຈຫລາຍ, ຜູ້ທີ່ສັນລະເສີນພຣະນາມຂອງເຮົາ.”24
ອ້າຍນ້ອງທີ່ຮັກແພງໃນຖານະປະໂລຫິດ, ຂໍໃຫ້ເຮົາຈົ່ງສັນລະເສີນພຣະນາມຂອງພຣະເຈົ້າ ໂດຍການຢືນຢູ່ຢ່າງໝັ້ນຄົງກັບພຣະຜູ້ຊ່ອຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ. ຂ້າພະເຈົ້າຂໍເປັນພະຍານພິເສດວ່າ ພຣະອົງຊົງພຣະຊົນຢູ່ ແລະ ວ່າເຮົາ “ຖືກເອີ້ນໃຫ້ຮັບຕຳແໜ່ງອັນສັກສິດ”25 ເພື່ອມີສ່ວນຮ່ວມໃນວຽກງານຂອງພຣະອົງ. ຈົ່ງຢືນຢູ່ໃນສະຖານທີ່ສັກສິດ, ແລະ ບໍ່ຫວັ່ນໄຫວ.”26 ການຢືນຢູ່ດ້ວຍຄວາມເຊື່ອຟັງ ແລະ ໝັ້ນຄົງໃນຄຳສອນຂອງພຣະເຈົ້າຂອງເຮົາ, ເຮົາໄດ້ຢືນຢູ່ໃນສະຖານທີ່ສັກສິດ, ເພາະຄຳສອນຂອງພຣະອົງນັ້ນສັກສິດ ແລະ ຈະບໍ່ປ່ຽນແປງທ່າມກາງສາຍລົມຂອງສັງຄົມ ແລະ ການເມືອງໃນວັນເວລາຂອງເຮົາ. ຂ້າພະເຈົ້າຂໍປະກາດ ດັ່ງອັກຄະສາວົກໂປໂລ ໄດ້ປະກາດວ່າ, “ຈົ່ງເຝົ້າລະວັງໃຫ້ດີ, ຈົ່ງຢືນຢູ່ຢ່າງໝັ້ນຄົງໃນຄວາມເຊື່ອ, [ປະພຶດ] ແບບບຸລຸດ, [ແລະ] ເຂັ້ມແຂງ.”27 ນີ້ຄືຄຳອະທິຖານອັນແຮງກ້າຂອງຂ້າພະເຈົ້າສຳລັບທ່ານ, ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.