ອຳນາດຂອງຖານະປະໂລຫິດທີ່ຢູ່ໃນຕົວຂອງຊາຍໜຸ່ມ
ຖານະປະໂລຫິດທີ່ຢູ່ໃນຕົວຂອງຊາຍໜຸ່ມກໍມີພະລັງຫລາຍຂະໜາດ ດັ່ງທີ່ຖານະປະໂລຫິດທີ່ຢູ່ໃນຕົວຊາຍຜູ້ໃຫຍ່ ເມື່ອຖືກນຳໃຊ້ໃນຄວາມຊອບທຳ.
ໃນປີ 1878 ຈອດ ແອັຟ ຣິເຈີດ ພໍ່ຕູ້ທວດຂອງຂ້າພະເຈົ້າ ໄດ້ມີອາຍຸ 17 ປີ. ຕາມບາງກໍລະນີ ໃນວັນເວລານັ້ນ ເພິ່ນຖືກແຕ່ງຕັ້ງໃຫ້ເປັນແອວເດີແລ້ວ. ວັນອາທິດວັນໜຶ່ງ ແມ່ຂອງເພິ່ນຮ້ອງຄາງດ້ວຍຄວາມເຈັບປວດທີ່ຮ້າຍແຮງ. ເພາະວ່າພໍ່ຂອງເພິ່ນບໍ່ໄດ້ຢູ່ທີ່ນັ້ນ, ອະທິການ ແລະ ອີກສາມສີ່ຄົນ ຖືກເຊື້ອເຊີນມາໃຫ້ພອນເພິ່ນ, ແຕ່ເພິ່ນບໍ່ໄດ້ຮັບຄວາມບັນເທົາເລີຍ. ສະນັ້ນ, ເພິ່ນໄດ້ຂໍໃຫ້ລູກຊາຍຂອງເພິ່ນ ໃຫ້ພອນເພິ່ນ. ພໍ່ຕູ້ທວດໄດ້ບັນທຶກລົງໃນປຶ້ມບັນທຶກສ່ວນຕົວວ່າ, “ຂະນະທີ່ຂ້າພະເຈົ້າໄດ້ຮ້ອງໄຫ້ ເພາະ ຄວາມເຈັບປວດຂອງແມ່ ແລະ ໜ້າທີ່ມອບໝາຍທີ່ຈະໃຫ້ພອນແມ່ ທີ່ຂ້າພະເຈົ້າບໍ່ເຄີຍໄດ້ປະຕິບັດມາກ່ອນ, ຂ້າພະເຈົ້າໄດ້ເຂົ້າໄປອີກຫ້ອງໜຶ່ງ ບ່ອນທີ່ຂ້າພະເຈົ້າໄດ້ຮ້ອງໄຫ້ ແລະ ອະທິຖານ.”
ເມື່ອເພິ່ນສະຫງົບອາລົມໄດ້ ເພິ່ນໄດ້ວາງມືເທິງຫົວຂອງແມ່ ແລະ ໄດ້ມອບພອນທີ່ລຽບງ່າຍໃຫ້ແມ່. ຕໍ່ມາ ເພິ່ນໄດ້ສັງເກດເຫັນວ່າ, “ແມ່ຂອງຂ້າພະເຈົ້າໄດ້ເຊົາຄາງ ແລະ ໄດ້ຮັບຄວາມບັນເທົາ ຈາກຄວາມທຸກທໍລະມານ ຂະນະທີ່ມືຂອງຂ້າພະເຈົ້າຍັງຢູ່ເທິງຫົວຂອງເພິ່ນ.” ແລ້ວເພິ່ນໄດ້ບັນທຶກການສັງເກດເຫັນເຖິງຄວາມເຂົ້າໃຈທີ່ສຳຄັນສຸດນີ້ ໄວ້ໃນປຶ້ມບັນທຶກສ່ວນຕົວຂອງເພິ່ນ. ເພິ່ນໄດ້ກ່າວ ແລະ ໄດ້ຮູ້ສຶກສະເໝີວ່າ ຕົ້ນເຫດທີ່ແມ່ຂອງເພິ່ນບໍ່ໄດ້ຮັບຄວາມບັນເທົາຈາກພອນຂອງອະທິການ ບໍ່ໄດ້ເປັນເພາະພຣະຜູ້ເປັນເຈົ້າບໍ່ໄດ້ໃຫ້ກຽດຕໍ່ພອນຂອງອະທິການ ແຕ່ເປັນເພາະພຣະຜູ້ເປັນເຈົ້າໄດ້ຮັກສາພອນອັນນີ້ໄວ້ໃຫ້ຊາຍໜຸ່ມຄົນໜຶ່ງ, ເພື່ອຈະສອນບົດຮຽນໃຫ້ລາວ ວ່າຖານະປະໂລຫິດທີ່ຢູ່ໃນຕົວຂອງຊາຍໜຸ່ມກໍມີພະລັງຫລາຍຂະໜາດ ດັ່ງທີ່ຖານະປະໂລຫິດທີ່ຢູ່ໃນຕົວຊາຍຜູ້ໃຫຍ່ ເມື່ອຖືກນຳໃຊ້ໃນຄວາມຊອບທຳ.
ຄ່ຳຄືນນີ້, ຂ້າພະເຈົ້າຢາກກ່າວເຖິງອຳນາດນັ້ນ. ເຖິງແມ່ນວ່າ ຂ້າພະເຈົ້າຈະອ້າງເຖິງປະທານຂອງກຸ່ມມັກຄະນາຍົກ, ຫລັກທຳທີ່ຖືກສົນທະນາກໍກ່ຽວຂ້ອງກັບຊາວໜຸ່ມຂອງຖານະປະໂລຫິດແຫ່ງອາໂຣນ ແລະ ຜູ້ນຳຂອງເຂົາເຈົ້າ, ຮ່ວມທັງປະທານຂອງກຸ່ມຄູສອນ ແລະ ຜູ້ລອງປະທານຂອງກຸ່ມປະໂລຫິດດ້ວຍ.
ຕອນໄດ້ຮັບໃຊ້ເປັນປະທານເຜີຍແຜ່, ຂ້າພະເຈົ້າໄດ້ສັງເກດເຫັນວ່າ ຄວາມສາມາດຂອງບັນດາຊາຍໜຸ່ມ ທາງຝ່າຍວິນຍານ ແລະ ການນຳພານັ້ນ ມີຫລາຍຂຶ້ນໃນຊ່ວງເວລາທີ່ເຂົາເຈົ້າຮັບໃຊ້ຢູ່. ຖ້າຫາກເຮົາສາມາດຄຳນວນລະດັບຄວາມສາມາດທາງຝ່າຍວິນຍານ ແລະ ການນຳພາຕະຫລອດເວລາ ທີ່ເຂົາເຈົ້າຢູ່ໃນຖານະປະໂລຫິດ ແລະ ການເຜີຍແຜ່ນັ້ນ, ບາງທີ່ການຄຳນວນອາດຈະເປັນແບບທີ່ເຫັນຢູ່ໃນຮູບອະທິ ບາຍນີ້. ຂ້າພະເຈົ້າເຊື່ອວ່າ ຢ່າງນ້ອຍກໍມີສາມປັດໃຈ ທີ່ເປັນພາກສ່ວນຕໍ່ຄວາມຈະເລີນເຕີບໂຕ ທີ່ມີ ຫລາຍໃນປີທີ່ເຂົາເຈົ້າຢູ່ໃນການເຜີຍແຜ່: (1) ເຮົາໄວ້ວາງໃຈຊາຍໜຸ່ມເຫລົ່ານີ້ຫລາຍກວ່າແຕ່ກ່ອນ, (2) ເຮົາມີຄວາມຄາດຫວັງສູງ ແຕ່ດ້ວຍຄວາມຮັກຈາກເຂົາເຈົ້າ, ແລະ (3) ເຮົາອົບຮົມ ແລະ ອົບຮົມເຂົາເຈົ້າຄືນອີກ ເພື່ອວ່າເຂົາເຈົ້າຈະສາມາດສຳເລັດຄວາມຄາດຫວັງເຫລົ່ານັ້ນດ້ວຍຄວາມດີເລີດ.
ບາງຄົນອາດຖາມຢ່າງສົມຄວນວ່າ, “ເປັນຫຍັງຈຶ່ງບໍ່ສາມາດໃຊ້ຫລັກທຳດຽວກັນນີ້ກັບປະທານຂອງກຸ່ມມັກຄະນາຍົກ?” ຖ້າຫາເຮັດສິ່ງນັ້ນໄດ້, ບາງທີຄວາມຈະເລີນເຕີບໂຕທາງຝ່າຍວິນຍານຈະເລີ່ມຕົ້ນໄວກວ່ານັ້ນ ແລະ ເປັນແບບນີ້. ຈັກນ້ອຍໜຶ່ງ, ຂ້າພະເຈົ້າຂໍກ່າວເຖິງວິທີທີ່ຫລັກທຳເຫລົ່ານີ້ກ່ຽວຂ້ອງກັບປະທານ ຂອງກຸ່ມມັກຄະນາຍົກແນວໃດ.
ທຳອິດ—ຄວາມໄວ້ວາງໃຈ. ເຮົາສາມາດໄວ້ວາງໃຈປະທານຂອງກຸ່ມມັກຄະນາຍົກ ດ້ວຍໜ້າທີ່ຮັບຜິດຊອບ. ພຣະຜູ້ເປັນເຈົ້າເຮັດແບບນັ້ນແນ່ນອນ—ດັ່ງທີ່ໄດ້ສະແດງໃຫ້ເຫັນໂດຍຄວາມເຕັມພຣະໄທຂອງພຣະອົງ ທີ່ຈະມອບຂໍກະແຈໃຫ້ແກ່ເຂົາເຈົ້າ, ທີ່ໝາຍເຖິງສິດທິທີ່ຈະເປັນປະທານຄວບຄຸມ ແລະ ຊີ້ນຳວຽກງານໃນກຸ່ມຂອງເຂົາເຈົ້າ. ເພື່ອເປັນຫລັກຖານຂອງຄວາມໄວ້ວາງໃຈນີ້, ເຮົາເອີ້ນປະທານຂອງກຸ່ມມັກຄະນາຍົກ ໂດຍການເປີດເຜີຍ, ບໍ່ໄດ້ຂຶ້ນຢູ່ກັບວ່າ ຄົນໃດໄດ້ຢູ່ໃນກຸ່ມນີ້ນານກວ່າໝູ່ໝົດ ຫລື ປັດໃຈອື່ນໆທີ່ຄ້າຍຄືກັນນີ້. ຜູ້ນຳທຸກໆຄົນໃນສາດສະໜາຈັກນີ້, ຮ່ວມທັງປະທານຂອງກຸ່ມມັກຄະນາຍົກ, ມີສິດທິທີ່ຈະຮູ້, ແລະ ຄວນຈະຮູ້, ວ່າເຂົາຖືກເອີ້ນໂດຍການເປີດເຜີຍ. ຄວາມແນ່ໃຈນີ້ ຊ່ອຍເຂົາໃຫ້ຮູ້ວ່າພຣະເຈົ້າ ທັງໄວ້ວາງໃຈ ແລະ ສະໜັບສະໜູນເຂົາ.
ຄຸນລັກສະນະທີສອງ ແລະ ສາມນັ້ນກ່ຽວພັນກັນດີ—ຄວາມຄາດຫວັງສູງ ແລະ ການອົບຮົມທີ່ຈະສຳເລັດມັນໄດ້. ຂ້າພະເຈົ້າໄດ້ຮຽນບົດຮຽນທີ່ດີຢ່າງໜຶ່ງ ໃນສະໜາມເຜີຍແຜ່: ໂດຍທົ່ວໄປແລ້ວ ຄວາມພະຍາຍາມຂອງຜູ້ສອນສາດສະໜາ ຈະມີຫລາຍຂຶ້ນ ຫລື ນ້ອຍລົງ ມາກົງກັບລະດັບຄວາມຄາດຫວັງ ຂອງປະທານເຜີຍແຜ່. ຖ້າຫາກວ່າເຂົາເຈົ້າຖືກຄາດຫວັງພຽງແຕ່ໃຫ້ດຳເນີນການປະຊຸມຂອງກຸ່ມ ແລະ ໄປຮ່ວມການປະຊຸມຂອງຄະນະກຳມະການຝ່າຍອະທິການຂອງຊາວໜຸ່ມ, ແລ້ວເຂົາເຈົ້າກໍຈະເຮັດພຽງເທົ່ານັ້ນ. ແຕ່ທ່່ານທີ່ເປັນຜູ້ນຳສາມາດຊ່ອຍໃຫ້ເຂົາເຈົ້າມີມະໂນພາບທີ່ດີກວ່ານັ້ນ—ມະໂນພາບຂອງພຣະຜູ້ເປັນເຈົ້າ. ແລະ ເພາະເຫດໃດມະໂນພາບຈຶ່ງສຳຄັນຫລາຍແທ້ໆ? ເພາະວ່າ ເມື່ອມີມະໂນພາບຫລາຍຂຶ້ນ ແລ້ວ ຄວາມຕັ້ງໃຈກໍຈະມີຫລາຍຂຶ້ນ.
ສິດທິ ທີ່ຈະໄດ້ຮັບການເປີດເຜີຍ ເປັນພາກສ່ວນທຳມະດາຂອງການເອີ້ນທຸກໆຢ່າງໃນສາດສະໜາຈັກນີ້. ສະນັ້ນ, ປະທານຂອງກຸ່ມມັກຄະນາຍົກເຫລົ່ານີ້ ຈຳເປັນຕ້ອງຮູ້ວ່າ ເຂົາເຈົ້າມີສິດທິທີ່ຈະໄດ້ຮັບການເປີດເຜີຍເຖິງການອອກໄປຊ່ອຍກູ້ຊີວິດຂອງຄົນທີ່ຫລົງທາງໄປ, ແລະ ສິດທິທີ່ຈະໄດ້ຮັບການເປີດເຜີຍທີ່ຈະອົບຮົມສະມາຊິກໃນກຸ່ມກ່ຽວກັບໜ້າທີ່ຂອງເຂົາເຈົ້າ.
ຜູ້ນຳທີ່ສະຫລາດ ຈະສັ່ງສອນຫລັກທຳເຫລົ່ານັ້ນໃຫ້ແກ່ປະທານຂອງກຸ່ມມັກຄະນາຍົກ ທີ່ຈະຊ່ອຍໃນການໄດ້ຮັບການເປີດເຜີຍ. ລາວອາດຈະສອນເຂົາເຖິງຄຳສັນຍາທີ່ແຈ້ງຊັດຈາກພຣະຜູ້ເປັນເຈົ້າ ວ່າຖ້າຫາກເຮົາຈະທູນຖາມ, ເຮົາຈະໄດ້ຮັບການເປີດເຜີຍຕື່ມໃສ່ການເປີດເຜີຍ (ເບິ່ງ D&C 42:61). ພຣະຜູ້ເປັນເຈົ້າກະລຸນາຫລາຍ ໃນການປະທານການເປີດເຜີຍ. ພຣະອົງໄດ້ເຕືອນໃຈໂຈເຊັບ ສະມິດ ແລະ ອໍລິເວີ ຄາວເດີຣີ ວ່າ, ສ່ວນຫລາຍເມື່ອເຂົາເຈົ້າໄດ້ທູນຖາມພຣະອົງ ເຂົາເຈົ້າກໍໄດ້ຮັບຄຳແນະນຳ ຈາກພຣະວິນຍານຂອງພຣະອົງ (ເບິ່ງ D&C 6:14). ແລະ ມັນກໍສາມາດເປັນແບບດຽວກັນກັບພວກເຈົ້າ ປະທານຂອງກຸ່ມມັກຄະນາຍົກ. ພຣະຜູ້ເປັນເຈົ້າຮັກພວກເຈົ້າ ແລະ ປະສົງຈະເປີດຄວາມຄິດ ແລະ ພຣະປະສົງຂອງພຣະອົງໃຫ້ແກ່ພວກເຈົ້າ. ພວກເຈົ້າຈະວາດພາບໄດ້ບໍວ່າ ພຣະຜູ້ເປັນເຈົ້າມີບັນຫາທີ່ພຣະອົງບໍ່ສາມາດແກ້ໄຂໄດ້? ຂ້າພະເຈົ້າເຮັດບໍ່ໄດ້. ເພາະວ່າພວກເຈົ້າມີສິດຈະໄດ້ຮັບການເປີດເຜີຍ, ພຣະອົງສາມາດຊ່ອຍພວກເຈົ້າແກ້ໄຂບັນຫາທຸກຢ່າງ ທີ່ພວກເຈົ້າມີໃນບົດບາດຂອງພວກເຈົ້າ ທີ່ເປັນປະທານຂອງກຸ່ມຂອງພວກເຈົ້າ ພຽງແຕ່ພວກເຈົ້າຈະສະແຫວງຫາຄວາມຊ່ອຍເຫລືອຂອງພຣະອົງເທົ່ານັ້ນ.
ພວກທ່ານຜູ້ນຳທີ່ປະເສີດ ອາດສອນປະທານຂອງກຸ່ມມັກຄະນາຍົກ ວ່າການເປີດເຜີຍບໍ່ໄດ້ເປັນສິ່ງທີ່ມາໃຊ້ແທນວຽກງານໜັກ ແລະ ຄວາມພະຍາຍາມສ່ວນຕົວ. ຄັ້ງໜຶ່ງ ປະທານໄອຣິງ ໄດ້ຖາມປະທານແຮໂຣນ ບີ ລີ ວ່າ, “ຂ້າພະເຈົ້າຈະໄດ້ຮັບການເປີດເຜີຍແນວໃດ?” ປະທານລີ ໄດ້ຕອບວ່າ, “ຖ້າຫາກທ່ານຢາກໄດ້ຮັບການເປີດເຜີຍ, ກໍໃຫ້ສຶກສາ ແລະ ວິເຄາະສະພາບການນັ້ນ.”1 ຜູ້ນຳທີ່ສະຫລາດ ອາດຈະສົນທະນາກັບປະທານຂອງກຸ່ມມັກຄະນາຍົກ ເຖິງວຽກງານທາງວິນຍານບາງຢ່າງ ທີ່ເຂົາອາດເຮັດໃນການຕຽມ ທີ່ຈະແນະນຳທີ່ປຶກສາຂອງເຂົາ. ລາວອາດຈຳເປັນຕ້ອງຖາມ ແລະ ຕອບຄຳຖາມດັ່ງຕໍ່ໄປນີ້: ຄົນໃດຈະເປັນຕົວຢ່າງທີ່ດີ ທີ່ຈະສາມາດໃຫ້ກຳລັງໃຈ ແລະ ດົນໃຈຊາຍໜຸ່ມຄົນອື່ນ? ຫລື ຄົນໃດຈະຮູ້ສຶກໄວ ເຖິງຄວາມຕ້ອງການຂອງຜູ້ຄົນ ທີ່ປະເຊີນການທ້າທາຍພິເສດ?
ແລະ ໃນທີ່ສຸດ ຜູ້ນຳທີ່ສະຫລາດຄົນນີ້ອາດສອນລາວ ວິທີທີ່ຈະຮັບຮູ້ ແລະ ປະຕິບັດຕາມການເປີດເຜີຍ ເມື່ອມັນມີມາ. ເຮົາອາໄສຢູ່ໃນໂລກທີ່ເຕັມໄປດ້້ວຍການກະທຳທີ່ວ່ອງໄວ ແລະ ຕື່ນເຕັ້ນ, ບ່ອນທີ່ມີແສງໄຟເຫລື້ອມແມບໆ ແລະ ສຽງທີ່ດັງກ້ອງອຶກກະທຶກ ທີ່ເປັນເລື່ອງທຳມະດາ. ແຕ່ຊາຍໜຸ່ມຄົນນີ້ຕ້ອງຮູ້ວ່າ ນີ້ເປັນວິທີທາງຂອງໂລກ, ບໍ່ແມ່ນວິທີທາງຂອງພຣະຜູ້ເປັນເຈົ້າ. ພຣະຜູ້ຊ່ອຍໃຫ້ລອດໄດ້ປະສູດໃນຄອກສັດ ທີ່ບໍ່ມີໃຜຮູ້ຈັກ, ພຣະອົງໄດ້ປະຕິບັດການກະທຳທີ່ສະຫງ່າງາມ ທີ່ບໍ່ມີຫຍັງມາປຽບທຽບໄດ້ ໃນຄວາມສະຫງົບງຽບໃນສວນແຫ່ງໜຶ່ງ, ແລະ ໂຈເຊັບໄດ້ຮັບພາບທີ່ມາໃຫ້ເຫັນຄັ້ງທຳອິດ ໃນປ່າທີ່ງຽບສະຫງົບ. ຄຳຕອບຂອງພຣະຜູ້ເປັນເຈົ້າຈະມາໃນສຽງແຜ່ວເບົາ—ຄວາມຮູ້ສຶກຂອງຄວາມສະຫງົບສຸກ ແລະ ການປອບໂຍນ, ການປະທັບໃຈໃຫ້ເຮັດສິ່ງທີ່ດີ, ເປັນຄວາມເຂົ້າໃຈ—ບາງເທື່ອຄວາມຄິດເໝືອນເມັດພືດນ້ອຍໆ ຖ້າຫາກຖືກໄຕ່ຕອງ ແລະ ປະຕິບັດຕໍ່ດ້ວຍຄວາມຄາລະວະ ກໍຈະສາມາດກາຍເປັນເໝືອນດັ່ງຕົ້ນໄມ້ໃຫຍ່ ທີ່ມີຢູ່ເທິງໂລກນີ້. ບາງເທື່ອຄວາມປະທັບໃຈ ຫລື ຄວາມຄິດເຫລົ່ານີ້ ອາດເຮັດໃຫ້ພວກເຈົ້າ ປະທານຂອງກຸ່ມມັກຄະນາຍົກທັງຫລາຍ ຢາກແນະນຳໃຫ້ເປັນທີ່ປຶກສາ ແລະ ສະເໜີໜ້າທີ່ມອບໝາຍ ໃຫ້ຊາຍໜຸ່ມຄົນໜຶ່ງ ຜູ້ທີ່ໃນເວລານີ້ບໍ່ເຂັ້ມແຂງກໍໄດ້.
ເມື່ອຫລາຍປີກ່ອນ ຕອນຂ້າພະເຈົ້າໄດ້ຮັບໃຊ້ໃນຝ່າຍປະທານສະເຕກ, ຝ່າຍປະທານໄດ້ຮູ້ສຶກກະຕຸ້ນໃຫ້ເອີ້ນຊາຍຄົນດີຄົນໜຶ່ງໃຫ້ເປັນສະໝຽນຂອງສະເຕກ. ຕອນນັ້ນລາວໄດ້ມີບັນຫາຊົ່ວຄາວໃນການໄປໂບດເປັນປະຈຳ. ເຖິງຢ່າງໃດກໍຕາມ, ພວກຂ້າພະເຈົ້າໄດ້ຮູ້ວ່າ ຖ້າຫາກລາວໄດ້ຍອມຮັບການເອີ້ນນັ້ນ, ລາວຈະເຮັດວຽກນັ້ນ ໃຫ້ໄດ້ດີຍອດຍ້ຽມແທ້.
ພວກຂ້າພະເຈົ້າໄດ້ສະເໜີການເອີ້ນນັ້ນ, ແຕ່ລາວໄດ້ຕອບວ່າ, “ບໍ່, ຂ້ອຍຄິດວ່າຂ້ອຍເຮັດບໍ່ໄດ້ດອກ.”
ແລ້ວ ຂ້າພະເຈົ້າໄດ້ຮັບຄວາມປະທັບໃຈ. ຂ້າພະເຈົ້າໄດ້ກ່າວວ່າ, “ເອີ, ສະນັ້ນ ຂ້ອຍຄິດວ່າ ສະເຕກ ກະເລັນແດວ ກໍຈະບໍ່ມີສະໝຽນແລ້ວແຫລະ.”
ລາວຕົກໃຈ ແລະ ໄດ້ຕອບວ່າ, “ເຈົ້າເວົ້າຫຍັງເກາະ? ເຈົ້າຕ້ອງມີສະໝຽນສະເຕກ.”
ຂ້າພະເຈົ້າໄດ້ຕອບວ່າ, “ບັດນີ້ ເຈົ້າຢາກໃຫ້ພວກເຮົາເອີ້ນຄົນ ອື່ນມາຮັບໃຊ້ເປັນສະໝຽນສະເຕກບໍ ໃນເມື່ອພຣະຜູ້ເປັນເຈົ້າ ໄດ້ກະຕຸ້ນໃຫ້ພວກເຮົາເອີ້ນເຈົ້າ?”
“ເອີ ຕົກລົງ, ຂ້ອຍຈະຮັບເອົາການເອີ້ນນີ້,” ລາວໄດ້ເວົ້າ.
ແລະ ລາວກໍໄດ້ເຮັດຕາມນັ້ນ. ບໍ່ມີພຽງແຕ່ຊາຍຜູ້ໃຫຍ່ຫລາຍຄົນເທົ່ານັ້ນ, ແຕ່ຊາຍໜຸ່ມຫລາຍຄົນນຳອີກ ຜູ້ທີ່ຈະຕອບຮັບຕໍ່ການເອີ້ນ ເມື່ອເຂົາເຈົ້າຮູ້ວ່າ ພຣະຜູ້ເປັນເຈົ້າເປັນຜູ້ທີ່ເອີ້ນເຂົາເຈົ້າ ແລະວ່າພຣະຜູ້ເປັນເຈົ້ານັ້ນເອງທີ່ຕ້ອງການເຂົາເຈົ້າ.
ຕໍ່ໄປທ່ານສາມາດບອກໃຫ້ປະທານຂອງກຸ່ມມັກຄະນາຍົກຄົນນີ້ຮູ້ວ່າ ຄວາມຄາດຫວັງໜຶ່ງທີ່ພຣະຜູ້ເປັນເຈົ້າ ປະສົງຈາກລາວ ກໍແມ່ນໃຫ້ອອກໄປຊ່ອຍກູ້ຊີວິດຂອງຄົນທີ່ຫລົງທາງ, ຮ່ວມທັງສະມາຊິກທີ່ບໍ່ເຂັ້ມແຂງ ແລະ ຜູ້ທີ່ບໍ່ໄດ້ເປັນສະມາຊິກ. ພຣະຜູ້ເປັນເຈົ້າໄດ້ປະກາດເຖິງພາລະກິດທີ່ສຳຄັນສຸດຂອງພຣະອົງໃນພຣະຄຳເຫລົ່ານີ້ວ່າ: “ດ້ວຍວ່າບຸດມະນຸດໄດ້ມາໂຜດເອົາຜູ້ທີ່ຫລົງເສຍໄປແລ້ວນັ້ນໃຫ້ພົ້ນ (ມັດທາຍ 18:11). ຖ້າວ່າມັນເປັນລະດັບຄວາມສຳຄັນຂອງພຣະຜູ້ຊ່ອຍໃຫ້ລອດ ທີ່ຈະອອກໄປຊ່ອຍກູ້ຊີວິດທີ່ຫລົງທາງໄປ, ຖ້າວ່າມັນເປັນລະດັບຄວາມສຳຄັນຂອງປະທານທອມມັສ ແອັສ ມອນສັນ ທີ່ຈະເຮັດສິ່ງນີ້, ດັ່ງທີ່ໄດ້ສະແດງໃຫ້ເຫັນຕະຫລອດຊີວິດຂອງເພິ່ນ, ມັນບໍ່ຄວນເປັນລະດັບຄວາມສຳຄັນຂອງຜູ້ນຳທຸກໆຄົນ, ຂອງປະທານຂອງກຸ່ມມັກຄະນາຍົກທຸກໆຄົນ ໃນສາດສະໜາຈັກນີ້ຄືກັນບໍ? ຈຸດໃຈກາງທີ່ ສຳຄັນຂອງການເປັນຜູ້ນຳຂອງເຮົາ, ທີ່ເປັນພາກສ່ວນທີ່ສຳຄັນຂອງການປະຕິບັດສາດສະໜາກິດຂອງເຮົາ, ຄວນເປັນຄວາມຕັ້ງໃຈທີ່ກະຕືລືລົ້ນ, ທີ່ຊຸກຍູ້ ແລະ ບໍ່ລົດລະທີ່ໃຫ້ອອກໄປຕາມຫາຄົນທີ່ຫລົງທາງໄປ ແລະ ນຳເຂົາເຈົ້າກັບຄືນມາ.
ຊາຍໜຸ່ມຄົນໜຶ່ງ ຜູ້ທີ່ສະມາຊິກໃນກຸ່ມຂອງລາວໄດ້ມາຢ້ຽມຢາມໄດ້ກ່າວວ່າ: “ມັນໄດ້ເປັນເລື່ອງທີ່ປະຫລາດໃຈແທ້ມື້ນີ້ ເມື່ອ ... 30 ຄົນໄດ້ມາບ້ານຂອງຂ້ານ້ອຍ. ... ມັນໄດ້ເຮັດໃຫ້ຂ້ານ້ອຍຢາກໄປໂບດດຽວນີ້ເລີຍ.” ຄົນໜຸ່ມຈະສາມາດປະຕິເສດຄວາມຮັກ ແລະ ຄວາມເອົາໃຈໃສ່ແບບນັ້ນໄດ້ແນວໃດ?
ຂ້າພະເຈົ້າຕື່ນເຕັ້ນ ເມື່ອຂ້າພະເຈົ້າໄດ້ຍິນເລື່ອງລາວຫລາຍເລື່ອງຂອງບັນດາປະທານຂອງກຸ່ມມັກຄະນາຍົກ ຜູ້ທີ່ໄດ້ມີຄວາມເຂົ້າໃຈແບບນີ້ ແລະ ເປັນບາງຄັ້ງບາງຄາວກໍພວມສອນບົດຮຽນທັງໝົດ ຫລື ພາກສ່ວນໜຶ່ງຂອງບົດຮຽນໃນການປະຊຸມຂອງກຸ່ມຂອງພວກເຂົາຢູ່. ເມື່ອຫລາຍອາທິດທີ່ຜ່ານມາ ຂ້າພະເຈົ້າໄດ້ໄປຮ່ວມຫ້ອງຮຽນກຸ່ມມັກຄະນາຍົກ. ຊາຍໜຸ່ມຄົນໜຶ່ງອາຍຸ 12 ປີ ໄດ້ສອນບົດຮຽນກ່ຽວກັບ ການຊົດໃຊ້ເປັນເວລາ 25 ນາທີ. ລາວໄດ້ເລີ່ມໂດຍການຖາມເພື່ອນມັກຄະນາຍົກຂອງລາວວ່າພວກເຂົາໄດ້ຄິດວ່າການຊົດໃຊ້ນັ້ນຄືຫຍັງ. ແລ້ວລາວໄດ້ແບ່ງປັນຂໍ້ພຣະຄຳພີທີ່ມີຄວາມໝາຍ ແລະ ໄດ້ຖາມຄຳຖາມທີ່ເຮັດໃຫ້ຄິດ, ຊຶ່ງພວກເຂົາໄດ້ຕອບ. ເຖິງຢ່າງໃດກໍຕາມ, ເມື່ອໄດ້ຮູ້ວ່າຍັງມີເວລາຫລາຍກວ່າສິ່ງທີ່ຈະສອນໃນບົດຮຽນ, ລາວໄດ້ມີປັນຍາພໍ ແລະ ບາງທີຈາກຄຳສອນຂອງພໍ່ລາວ ວ່າໃຫ້ຖາມຜູ້ນຳທີ່ຢູ່ທີ່ນັ້ນວ່າເຂົາເຈົ້າຖືກຖາມຄຳຖາມໃດແດ່ ກ່ຽວກັບການຊົດໃຊ້ ຕອນເປັນຜູ້ສອນສາດສະໜາ ແລະ ວ່າເຂົາເຈົ້າໄດ້ຕອບຄຳຖາມເຫລົ່ານັ້ນແນວໃດ. ແລ້ວລາວໄດ້ສະຫລຸບບົດຮຽນດ້ວຍປະຈັກພະຍານຂອງລາວ. ຂ້າພະເຈົ້າໄດ້ນັ່ງຟັງລາວດ້ວຍຄວາມປະຫລາດໃຈຫລາຍ. ຂ້າພະເຈົ້າໄດ້ຄິດໃນໃຈວ່າ, “ເຮົາຈຳບໍ່ໄດ້ວ່າເຄີຍໄດ້ສອນ ພາກສ່ວນທີ່ສຳຄັນຂອງບົດຮຽນຕອນເປັນຊາຍໜຸ່ມຂອງຖານະປະໂລຫິດແຫ່ງອາໂຣນເລີຍ.” ເຮົາສາມາດຍົກລະດັບຄວາມຄາດຫວັງ ແລະ ຄວາມເຂົ້າໃຈໃຫ້ສູງຂຶ້ນສຳລັບຊາຍໜຸ່ມເຫລົ່ານີ້ ແລະ ພວກເຂົາກໍຈະຕອບຮັບ.
ພວກທ່ານຜູ້ນຳທັງຫລາຍຈະດົນໃຈບັນດາປະທານຂອງກຸ່ມມັກຄະນາຍົກໄດ້ດີທີ່ສຸດ ເມື່ອພວກທ່ານປ່ອຍ ໃຫ້ພວກເຂົານຳພາ, ແລະ ບໍ່ຮຽກຮ້ອງໃຫ້ພວກເຂົາ ມາໃຫ້ຄວາມສົນໃຈພວກທ່ານ. ພວກທ່ານໄດ້ຂະຫຍາຍການເອີ້ນຂອງພວກທ່ານດີທີ່ສຸດ ບໍ່ແມ່ນເມື່ອພວກທ່ານ ສອນບົດຮຽນທີ່ດີເລີດ ແຕ່ເມື່ອພວກທ່ານຊ່ອຍພວກເຂົາໃຫ້ສອນບົດຮຽນທີ່ດີເລີດ; ບໍ່ແມ່ນເມື່ອພວກທ່ານຊ່ອຍຄົນໃດຄົນໜຶ່ງ ແຕ່ເມື່ອພວກທ່ານຊ່ອຍໃຫ້ພວກເຂົາເປັນຜູ້ທີ່ເຮັດດັ່ງນັ້ນ.
ມີຄຳເກົ່າແກ່ທີ່ກ່າວກັນວ່າ: ຢ່າຟ້າວທໍ້ຖອຍກ່ອນທີ່ຈະໄດ້ບັນລຸຄວາມສາມາດຂອງຕົນ. ໃນທຳນອງດຽວກັນນີ້ ຂ້າພະເຈົ້າຢາກຈະກ່າວຕໍ່ຜູ້ນຳທີ່ເປັນຜູ້ໃຫຍ່ວ່າ, ຢ່າຟ້າວຫາການປົດຈາກການເອີ້ນຂອງພວກທ່ານກ່ອນໄດ້ບັນລຸຄວາມສາມາດຂອງພວກທ່ານໃນຖານະຜູ້ນຳຂອງຊາວໜຸ່ມ. ຂໍໃຫ້ສອນຊາວໜຸ່ມຂອງເຮົາໃນທຸກໆໂອກາດ; ຂໍໃຫ້ສອນພວກເຂົາໃຫ້ຕຽມແຜນການການປະຊຸມ, ວິທີທີ່ຈະດຳເນີນການປະຊຸມດ້ວຍກຽດສັກສີ ແລະ ຄວາມເມດຕາ, ວິທີທີ່ຈະຊ່ອຍກູ້ຊີວິດຂອງຄົນໃດຄົນໜຶ່ງ, ວິທີທີ່ຈະຕຽມ ແລະ ສອນບົດຮຽນທີ່ໄດ້ໃຫ້ການດົນໃຈ, ແລະ ວິທີທີ່ຈະໄດ້ຮັບການເປີດເຜີຍ. ສິ່ງນີ້ຈະເປັນວິທີທີ່ທ່ານວັດແທກຄວາມສຳເລັດຂອງທ່ານ ໂດຍການເປັນຜູ້ນຳ ແລະ ຄວາມເປັນທາງຝ່າຍວິນຍານ ທີ່ທ່ານໄດ້ຊ່ອຍໃຫ້ເປັນພາກສ່ວນເລິກໆ ໃນຄວາມຄິດ ແລະ ຄວາມຮູ້ສຶກຂອງຊາຍໜຸ່ມເຫລົ່ານີ້.
ຖ້າຫາກພວກເຈົ້າ ປະທານຂອງກຸ່ມມັກຄະນາຍົກ ຈະຂະຫຍາຍການເອີ້ນຂອງພວກເຈົ້າ, ພວກເຈົ້າຈະໄດ້ ເປັນເຄື່ອງມືໃນພຣະຫັດຂອງພຣະເຈົ້າ, ແມ່ນແຕ່ໃນເວລານີ້, ເພາະວ່າຖານະປະໂລຫິດທີ່ຢູ່ໃນຕົວຂອງຊາຍໜຸ່ມກໍມີພະລັງຫລາຍຂະໜາດດັ່ງທີ່ຖານະປະໂລຫິດທີ່ຢູ່ໃນຕົວຂອງຊາຍຜູ້ໃຫຍ່ ເມື່ອຖືກນຳໃຊ້ໃນຄວາມຊອບທຳ. ແລະແລ້ວ, ເມື່ອພວກເຈົ້າເຮັດພັນທະສັນຍາຂອງພຣະວິຫານ ແລະ ກາຍເປັນຜູ້ສອນສາດສະໜາ ແລະ ຜູ້ນຳໃນອະນາຄົດຂອງສາດສະໜາຈັກນີ້, ພວກເຈົ້າຈະຮູ້ວິທີທີ່ຈະໄດ້ຮັບການເປີດເຜີຍ, ວິທີທີ່ຈະຊ່ອຍຊີວິດຂອງຄົນຄົນໜຶ່ງ, ແລະ ວິທີທີ່ຈະສອນຄຳສອນຂອງອານາຈັກດ້ວຍອຳນາດ ແລະ ສິດອຳນາດ. ແລ້ວພວກເຈົ້າຈະໄດ້ກາຍເປັນຊາວໜຸ່ມຂອງລຸ້ນຄົນທີ່ສູງສົ່ງ. ຂ້າພະເຈົ້າເປັນພະຍານເຖິງສິ່ງນີ້ ໃນພຣະນາມຂອງພຣະເຢຊູຄຣິດ, ອົງທີ່ເປັນພຣະຜູ້ຊ່ອຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງໂລກ, ອາແມນ.