ຄວາມຫວັງໃນຄວາມສະຫວ່າງຂອງພຣະເຈົ້າ
ໃນຂະນະທີ່ເຮົາສະແຫວງຫາທີ່ຈະເພີ່ມຄວາມຮັກຂອງເຮົາຕໍ່ພຣະເຈົ້າ ແລະ ພະຍາຍາມຮັກເພື່ອນບ້ານຂອງເຮົາ, ຄວາມສະຫວ່າງຂອງພຣະກິດຕິຄຸນຈະອ້ອມຮອບເຮົາ ແລະ ຍົກເຮົາຂຶ້ນ.
ທາງເຂົ້າສູ່ຄວາມສະຫວ່າງ
ຂ້າພະເຈົ້າມີຮູບໃບໜຶ່ງຢູ່ຫ້ອງການທີ່ຂ້າພະເຈົ້າທະນຸຖະໜອມ ຊື່ວ່າ ທາງເຂົ້າສູ່ຄວາມສະຫວ່າງ. ເພື່ອນຄົນໜຶ່ງຂອງຂ້າພະເຈົ້າຄົນເດັນມາກ ຊື່ ໂຢຮານ ເບັນທິນ ໄດ້ແຕ້ມຮູບແຜ່ນນັ້ນ. ເພິ່ນເປັນປະທານສະເຕກຄົນທຳອິດຢູ່ເມືອງໂຄເປັນຮາເກັນ, ປະເທດເດັນມາກ.
ຮູບນັ້ນເປັນຫ້ອງມືດ ແລະ ມີປະຕູເປີດໄປຫາຄວາມສະຫວ່າງ. ມັນເປັນໜ້າສົນໃຈຫລາຍຕໍ່ຂ້າພະເຈົ້າທີ່ເຫັນຄວາມສະຫວ່າງສ່ອງເຂົ້າມາໃນຄວາມມືດຜ່ານທາງປະຕູ ແຕ່ບໍ່ໄດ້ເຮັດໃຫ້ຫ້ອງນັ້ນແຈ້ງສະຫວ່າງໝົດທຸກບ່ອນ—ແຈ້ງແຕ່ບ່ອນຢູ່ໃກ້ປະຕູເທົ່ານັ້ນ.
ຕໍ່ຂ້າພະເຈົ້າແລ້ວ, ຄວາມມືດ ແລະ ຄວາມສະຫວ່າງຢູ່ໃນຮູບແຜ່ນນັ້ນເປັນຄຳອຸປະມາກ່ຽວກັບຊີວິດ. ມັນເປັນສະພາບຂອງເຮົາໃນຊ່ວງມະຕະ ທີ່ບາງເທື່ອຈະຮູ້ສຶກວ່າເຮົາຖືກອ້ອມຮອບໄປດ້ວຍຄວາມມືດ. ເຮົາອາດສູນເສຍຄົນທີ່ເຮົາຮັກໄປ; ລູກອອກນອກທາງ; ໝໍບອກວ່າເຮົາເປັນໂລກພະຍາດ; ມີບັນຫານຳລ້າການ ແລະ ມີຄວາມສົງໃສ ຫລື ຢ້ານກົວ; ຫລື ເຮົາອາດຮູ້ສຶກເປົ່າປ່ຽວດຽວດາຍ ແລະ ຂາດຄວາມຮັກ.
ເຖິງແມ່ນເຮົາອາດຮູ້ສຶກທໍ້ຖອຍໃຈຢູ່ໃນສະພາບການໃນປະຈຸບັນກໍຕາມ, ແຕ່ພຣະເຈົ້າສັນຍາທີ່ຈະປະທານຄວາມຫວັງໃນຄວາມສະຫວ່າງຂອງພຣະອົງ—ພຣະອົງສັນຍາທີ່ຈະເຍືອງທາງໃຫ້ເຮົາ ແລະ ຊ່ອຍນຳພາເຮົາອອກໄປຈາກຄວາມມືດ.
ຫ້ອງທີ່ເຕັມໄປດ້ວຍຄວາມມືດ
ຂ້າພະເຈົ້າຈະເລົ່າເລື່ອງໜຶ່ງກ່ຽວກັບຍິງຄົນໜຶ່ງຜູ້ໄດ້ເຕີບໂຕຂຶ້ນຢູ່ໃນຫ້ອງທີ່ເຕັມໄປດ້ວຍຄວາມມືດ—ຂ້າພະເຈົ້າຈະເອີ້ນນາງວ່າ ເຈນ.
ນັບແຕ່ຕອນນາງເຈນມີອາຍຸໄດ້ສາມປີ, ນາງຖືກຂ້ຽນຕີ, ຖືກດູຖູກ, ແລະ ຖືກຂົ່ມເຫັງ. ນາງຖືກຂູ່ເຂັນ ແລະ ຖືກເຍາະເຍີ້ຍ. ທຸກເຊົ້າທີ່ນາງຕື່ນຂຶ້ນ ນາງບໍ່ຮູ້ວ່າ ນາງຈະເອົາຊີວິດລອດບໍ່ໃນມື້ນັ້ນ. ຜູ້ຄົນທີ່ຄວນປົກປ້ອງນາງ ເປັນຄົນທີ່ເຮັດໃຫ້ນາງໄດ້ຮັບຄວາມເຈັບປວດ ຫລື ປ່ອຍໃຫ້ຖືກຂົ່ມເຫັງມາຕະຫລອດ.
ໃນການປົກປ້ອງຕົນເອງ, ນາງເຈນໄດ້ຮຽນທີ່ຈະເຊົາຮູ້ສຶກ. ນາງບໍ່ມີຄວາມຫວັງທີ່ຈະໄດ້ຮັບການຊ່ອຍກູ້, ສະນັ້ນ ນາງຈຶ່ງບໍ່ສົນໃຈກັບຄວາມຮ້າຍກາດ. ບໍ່ມີຄວາມສະຫວ່າງຢູ່ໃນຊີວິດຂອງນາງ, ສະນັ້ນນາງຈຶ່ງຍອມຮັບຄວາມມືດນັ້ນ. ດ້ວຍຄວາມມຶນຊາຈາກການປະເຊີນກັບຄວາມຊົ່ວຮ້າຍມາຕະຫລອດ, ນາງຈຶ່ງຍອມຮັບວ່າ ທຸກນາທີ ຈະເປັນນາທີສຸດທ້າຍສຳລັບນາງ.
ແລ້ວຕອນນາງມີອາຍຸໄດ້ 18 ປີ, ນາງເຈນໄດ້ພົບເຫັນສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ. ຄວາມສຸກ ແລະ ຄວາມຫວັງຂອງພຣະກິດຕິຄຸນທີ່ໄດ້ຟື້ນຟູຄືນມາໃໝ່ ໄດ້ຊຶມເຂົ້າໄປໃນຫົວໃຈຂອງນາງ, ແລະ ນາງໄດ້ຮັບເອົາການເຊື້ອເຊີນໃຫ້ຮັບບັບຕິສະມາ. ເປັນເທື່ອທຳອິດ, ທີ່ຄວາມສະຫວ່າງໄດ້ເຂົ້າສູ່ຊີວິດຂອງນາງ, ແລະ ນາງໄດ້ເຫັນເສັ້ນທາງທີ່ສະຫວ່າງຢູ່ຕໍ່ໜ້ານາງ. ນາງໄດ້ອອກຈາກຄວາມມືດ ແລະ ຕັດສິນໃຈໄປເຂົ້າໂຮງຮຽນຢູ່ບ່ອນຫ່າງໄກຈາກຜູ້ຂົ່ມເຫັງນາງ. ໃນທີ່ສຸດນາງໄດ້ຮູ້ສຶກເປັນອິດສະລະຈາກສະພາບການທີ່ມືດມົວ ແລະ ຊົ່ວຮ້າຍ—ເປັນອິດສະລະທີ່ຈະຊື່ນຊົມກັບຄວາມສະຫງົບທີ່ຫວານຊື່ນ ແລະ ການປິ່ນປົວທີ່ໜ້າອັດສະຈັນໃຈຂອງພຣະຜູ້ຊ່ອຍໃຫ້ລອດ.
ເຖິງຢ່າງໃດກໍຕາມ, ຫລາຍປີຈາກນັ້ນ, ຫລັງຈາກຄົນທີ່ຂົ່ມເຫັງນາງໄດ້ຕາຍໄປ, ອີກເທື່ອໜຶ່ງ ອາດີດອັນໜ້າຢ້ານກົວໄດ້ກັບມາຫລອກຫລອນນາງອີກ. ຄວາມໂສກເສົ້າ ແລະ ຄວາມຄຽດແຄ້ນໄດ້ທຳລາຍແສງສະຫວ່າງອັນປະເສີດທີ່ນາງໄດ້ພົບໃນພຣະກິດຕິຄຸນ. ນາງຮູ້ວ່າ ຖ້າຫາກນາງປ່ອຍໃຫ້ຄວາມມືດຄວບຄຸມນາງ, ແລ້ວຜູ້ທີ່ໄດ້ທຳຮ້າຍນາງຈະເປັນຜູ້ຊະນະ.
ນາງໄດ້ສະແຫວງຫາຄຳແນະນຳ ແລະ ຄວາມຊ່ອຍເຫລືອຈາກທ່ານໝໍ ແລະ ເລີ່ມຕົ້ນຮັບຮູ້ວ່າ, ສຳລັບນາງແລ້ວ, ເສັ້ນທາງທີ່ດີທີ່ສຸດສຳລັບການປິ່ນປົວແມ່ນທີ່ຈະເຂົ້າໃຈ ແລະ ຍອມຮັບວ່າຄວາມມືດມີຈິງ—ແຕ່ບໍ່ໃຫ້ໃຊ້ຊີວິດຢູ່ໃນນັ້ນ. ເພາະວ່າ ຕາມທີ່ນາງຮູ້ໃນຕອນນີ້, ຄວາມສະຫວ່າງກໍມີຈິງຄືກັນ—ແລະ ນັ້ນເປັນບ່ອນທີ່ນາງເລືອກທີ່ຈະໃຊ້ຊີວິດ.
ເປັນເພາະຄວາມມືດໃນອາດີດຂອງນາງ, ຈຶ່ງເປັນເລື່ອງງ່າຍສຳລັບນາງເຈນທີ່ຈະຄິດແກ້ແຄ້ນ, ຄຽດແຄ້ນ, ຫລື ໂຫດຮ້າຍ. ແຕ່ນາງບໍ່ໄດ້ເປັນແບບນັ້ນ. ນາງບໍ່ຍອມຕໍ່ຄວາມຮູ້ສຶກທີ່ຈະຂະຫຍາຍຄວາມມືດ ໂດຍການບໍ່ຍອມປ່ອຍຄວາມຄຽດແຄ້ນ, ຄວາມເຈັບປວດ; ຫລື ການເຍາະເຍີ້ຍຖາກຖາງອອກມາ. ກົງກັນຂ້າມ, ນາງໄດ້ຍຶດໝັ້ນຢູ່ໃນຄວາມຫວັງທີ່ວ່າ ພຣະເຈົ້າຈະປິ່ນປົວນາງ. ນາງໄດ້ເລືອກເປັນແຫລ່ງໃຫ້ຄວາມສະຫວ່າງ ແລະ ອຸທິດຊີວິດເພື່ອຊ່ອຍເຫລືອຄົນອື່ນ. ການຕັດສິນໃຈນີ້ເຮັດໃຫ້ນາງເຊົາຄິດເລື່ອງອາດີດ ແລະ ກ້າວເຂົ້າສູ່ອະນາຄົດທີ່ແຈ່ມໃສ.
ນາງໄດ້ກາຍເປັນນາຍຄູ, ແລະ ໃນເວລານີ້, ຫລາຍສິບປີຕໍ່ມາ, ຄວາມຮັກຂອງນາງໄດ້ເປັນອິດທິພົນໃຫ້ແກ່ຊີວິດຂອງເດັກນ້ອຍຫລາຍຮ້ອຍຄົນ, ຊ່ອຍເຫລືອເຂົາເຈົ້າໃຫ້ຮູ້ວ່າ ເຂົາເຈົ້າມີຄ່າ, ວ່າເຂົາເຈົ້າສຳຄັນ. ນາງໄດ້ກາຍເປັນຜູ້ຊ່ອຍເຫລືອຄົນທີ່ອ່ອນແອ, ຄົນທີ່ຖືກຂົ່ມເຫັງ, ແລະ ຄົນທີ່ທໍ້ຖອຍໃຈ. ນາງເສີມສ້າງ, ເພີ່ມຄວາມເຂັ້ມແຂງ, ແລະ ດົນໃຈທຸກຄົນທີ່ຢູ່ອ້ອມຮອບນາງ.
ນາງເຈນໄດ້ຮຽນຮູ້ວ່າ ການປິ່ນປົວມາເຖິງ ເມື່ອເຮົາຍ້າຍໜີຈາກຄວາມມືດ ແລະ ເດີນເຂົ້າໄປຫາຄວາມຫວັງຂອງຄວາມສະຫວ່າງ. ເປັນເພາະນາງໄດ້ນຳໃຊ້ ສັດທາ, ຄວາມຫວັງ, ແລະ ຄວາມໃຈບຸນ, ນາງເຈນບໍ່ພຽງແຕ່ປ່ຽນແປງຊີວິດຂອງນາງເທົ່ານັ້ນ, ແຕ່ນາງໄດ້ປ່ຽນແປງຊີວິດຂອງຫລາຍຄົນນຳອີກ.
ຄວາມສະຫວ່າງຈະແນບສະນິດຢູ່ກັບຄວາມສະຫວ່າງ
ອາດມີບາງຄົນໃນບັນດາພວກທ່ານທີ່ຮູ້ສຶກກະທົບກະເທືອນໂດຍຄວາມມືດ. ທ່ານອາດຮູ້ສຶກມີຄວາມໜັກໜ່ວງເພາະຄວາມເປັນຫ່ວງ, ຢ້ານກົວ, ແລະ ສົງໃສ. ຕໍ່ທ່ານ ແລະ ຕໍ່ພວກເຮົາທຸກຄົນ, ຂ້າພະເຈົ້າຂໍກ່າວຄວາມຈິງທີ່ດີເລີດ ແລະ ແນ່ນອນວ່າ: ຄວາມສະຫວ່າງຂອງພຣະເຈົ້າມີຈິງ. ມັນມີໃຫ້ສຳລັບທຸກຄົນ! ມັນໃຫ້ຊີວິດແກ່ທຸກສິ່ງ.1 ມັນມີອຳນາດທີ່ຈະບັນເທົາຄວາມເຈັບປວດຂອງບາດແຜແຫ່ງຄວາມມືດ. ມັນສາມາດເປັນຢາຂີ້ເຜິ້ງສຳລັບຄວາມເປົ່າປ່ຽວດຽວດາຍ ແລະ ຄວາມປ່ວຍໂຊຂອງຈິດວິນຍານຂອງເຮົາ. ໃນຄວາມທໍ້ຖອຍໃຈອັນໜັກໜ່ວງ, ມັນສາມາດໃຫ້ຄວາມຫວັງທີ່ແຈ່ມໃສ. ມັນສາມາດສ່ອງແສງເຂົ້າໄປເຖິງບ່ອນເລິກທີ່ສຸດຂອງຄວາມໂສກເສົ້າ. ມັນສາມາດເຍືອງທາງໃຫ້ເຮົາ ແລະ ນຳພາເຮົາຜ່ານຜ່າຄືນອັນມືດມົວໄປສູ່ມື້ໃໝ່ທີ່ແຈ່ມໃສ.
ນີ້ແມ່ນພຣະວິນຍານຂອງພຣະເຢຊູຄຣິດ, ຊຶ່ງໃຫ້ຄວາມສະຫວ່າງແກ່ມະນຸດທຸກຄົນທີ່ມາສູ່ໂລກ.”2
ເຖິງຢ່າງໃດກໍຕາມ, ໜ້ອຍໜັກໜ້ອຍໜາຄວາມສະຫວ່າງທາງວິນຍານຈະມາເຖິງຜູ້ທີ່ພຽງແຕ່ນັ່ງຢູ່ໃນຄວາມມືດເທົ່ານັ້ນ ເພື່ອລໍຖ້າໃຫ້ຄົນອື່ນມາເປີດໄຟໃຫ້. ຕ້ອງໃຊ້ສັດທາທີ່ຈະເປີດຕາເຮົາເພື່ອຫລຽວເບິ່ງຄວາມສະຫວ່າງຂອງພຣະຄຣິດ. ຄວາມສະຫວ່າງທາງວິນຍານບໍ່ສາມາດເຫັນໄດ້ດ້ວຍຕາທຳມະດາ. ພຣະເຢຊູໄດ້ສອນວ່າ, ເຮົາຄືຄວາມສະຫວ່າງຊຶ່ງສ່ອງແສງຢູ່ໃນຄວາມມືດ, ແລະ ຄວາມມືດບໍ່ເຂົ້າໃຈມັນເລີຍ.3 ເພາະ “ມະນຸດທີ່ມີຈິດໃຈທຳມະດາຈະຮັບສິ່ງເຫລົ່ານັ້ນ ຊຶ່ງເປັນຂອງພຣະວິນຍານຂອງພຣະເຈົ້າກໍບໍ່ໄດ້, ເພາະພວກເຂົາເຫັນວ່າ ສິ່ງເຫລົ່ານີ້ເປັນເລື່ອງໂງ່ສຳລັບຕົນ ແລະ ບໍ່ສາມາດເຂົ້າໃຈເພາະວ່າ ທີ່ຈະເຂົ້າໃຈສິ່ງເຫລົ່ານັ້ນໄດ້ ກໍຕ້ອງອາໄສພຣະວິນຍານ.”4
ສະນັ້ນ ເຮົາຈະເປີດຕາໃຫ້ມີຄວາມຫວັງຕໍ່ຄວາມສະຫວ່າງຂອງພຣະເຈົ້າໄດ້ແນວໃດ?
ທຳອິດ, ໃຫ້ເລີ່ມຕົ້ນຈາກບ່ອນທີ່ທ່ານຢູ່.
ເປັນສິ່ງປະເສີດແທ້ໆບໍທີ່ຮູ້ວ່າ ເຮົາບໍ່ຈຳເປັນຕ້ອງດີພ້ອມທຸກຢ່າງ ກ່ອນຈະປະສົບກັບພອນ ແລະ ຂອງປະທານຂອງພຣະບິດາເທິງສະຫວັນ? ເຮົາບໍ່ຈຳເປັນຕ້ອງລໍຖ້າຈົນເຮົາດີພ້ອມທຸກຢ່າງ ກ່ອນຈະຮັບເອົາພອນຂອງພຣະເຈົ້າ. ຕາມຄວາມຈິງແລ້ວ, ປະຕູສະຫວັນຈະເປີດອອກ ແລະ ພອນຂອງສະຫວັນຈະຖືກຖອກເທລົງມາເທິງເຮົາ ທັນທີທີ່ເຮົາກ້າວອອກໄປສູ່ຄວາມສະຫວ່າງ.
ບ່ອນທີ່ເໝາະສົມທີ່ສຸດທີ່ຈະເລີ່ມຕົ້ນ ແມ່ນບ່ອນທີ່ທ່ານຢູ່ໃນຕອນນີ້. ມັນບໍ່ສຳຄັນວ່າທ່ານເໝາະສົມຫລືບໍ່ ຫລື ທ່ານຈະຊ້າກວ່າຄົນອື່ນຫລາຍປານໃດ. ທັນທີທີ່ທ່ານເລີ່ມຕົ້ນສະແຫວງຫາພຣະບິດາເທິງສະຫວັນ, ໃນນາທີນັ້ນເອງ, ຄວາມຫວັງຕໍ່ຄວາມສະຫວ່າງຂອງພຣະອົງຈະເລີ່ມຕົ້ນສ່ອງແສງ, ເຮັດໃຫ້ມີຊີວິດຊີວາ, ແລະ ຍົກຈິດວິນຍານຂອງທ່ານຂຶ້ນ.5 ຄວາມມືດອາດບໍ່ສະຫລາຍໄປໃນທັນທີ, ດັ່ງທີ່ຄວາມມືດຈະຍອມແພ້ຕໍ່ແສງອາລຸນ, ຄວາມສະຫວ່າງກໍຈະເກີດຂຶ້ນຢ່າງແນ່ນອນ.
ສອງ, ຫັນຫົວໃຈໄປຫາພຣະຜູ້ເປັນເຈົ້າ.
ຈົ່ງຍົກຈິດວິນຍານຂອງທ່ານຂຶ້ນໃນການອະທິຖານ ແລະ ອະທິບາຍສິ່ງທີ່ທ່ານຮູ້ສຶກຕໍ່ພຣະບິດາເທິງສະຫວັນ. ໃຫ້ຮັບຮູ້ຄວາມຂາດຕົກບົກພ່ອງຂອງທ່ານ. ຈົ່ງບອກຄວາມຮູ້ສຶກໃນໃຈຂອງທ່ານ ແລະ ສະແດງຄວາມກະຕັນຍູ. ປ່ອຍໃຫ້ພຣະອົງຮູ້ເຖິງການທົດລອງທີ່ທ່ານກຳລັງປະເຊີນຢູ່. ຈົ່ງອ້ອນວອນໃນພຣະນາມຂອງພຣະຄຣິດຂໍໃຫ້ພຣະອົງໃຫ້ກຳລັງແກ່ທ່ານ ແລະ ສົ່ງເສີມທ່ານ. ທູນຂໍໃຫ້ຫູຂອງທ່ານເປີດອອກ, ເພື່ອວ່າທ່ານຈະໄດ້ຍິນສຸລະສຽງຂອງພຣະອົງ. ທູນຂໍໃຫ້ຕາຂອງທ່ານເປີດອອກ, ເພື່ອວ່າທ່ານຈະໄດ້ເຫັນຄວາມສະຫວ່າງຂອງພຣະອົງ.
ສາມ, ເດີນໄປໃນຄວາມສະຫວ່າງ.
ພຣະບິດາເທິງສະຫວັນຂອງທ່ານຮູ້ວ່າ ທ່ານຈະເຮັດຄວາມຜິດ. ພຣະອົງຮູ້ວ່າ ທ່ານຈະສະດຸດລົ້ມ—ບາງທີຫລາຍເທື່ອ. ສິ່ງນີ້ເຮັດໃຫ້ພຣະອົງໂສກເສົ້າ, ແຕ່ພຣະອົງຮັກທ່ານ. ພຣະອົງບໍ່ປາດຖະໜາທີ່ຈະທຳລາຍຄວາມຫວັງຂອງທ່ານ. ກົງກັນຂ້າມ, ພຣະອົງປາດຖະໜາທີ່ຈະຍົກທ່ານຂຶ້ນ ແລະ ໃຫ້ທ່ານກາຍເປັນຄົນທີ່ທ່ານໄດ້ຖືກຫວັງໃຫ້ເປັນ.
ໃນການບັນລຸສິ່ງນີ້, ພຣະອົງໄດ້ສົ່ງພຣະບຸດຂອງພຣະອົງມາສູ່ໂລກນີ້ ເພື່ອເຍືອງທາງ ແລະ ສະແດງໃຫ້ເຮົາຮູ້ຈັກຂ້າມສະດຸດໄປຢ່າງປອດໄພ. ພຣະອົງໄດ້ປະທານພຣະກິດຕິຄຸນໃຫ້ເຮົາ, ຊຶ່ງສອນວິທີທາງຂອງສານຸສິດ. ພຣະກິດຕິຄຸນສອນເຮົາໃນສິ່ງທີ່ເຮົາຄວນຮູ້, ແລະ ເຮັດ, ແລະ ເປັນ ເພື່ອຈະເດີນໄປໃນຄວາມສະຫວ່າງຂອງພຣະອົງ, ຕິດຕາມພຣະບາດຂອງພຣະບຸດທີ່ຮັກຂອງພຣະອົງ, ພຣະຜູ້ຊ່ອຍໃຫ້ລອດຂອງເຮົາໄປ.
ຄວາມສະຫວ່າງຈະເອົາຊະນະຄວາມມືດ
ແມ່ນແລ້ວ, ເຮົາຈະເຮັດຄວາມຜິດ.
ແມ່ນແລ້ວ, ເຮົາຈະພາດພັ້ງ.
ແຕ່ໃນຂະນະທີ່ເຮົາສະແຫວງຫາທີ່ຈະເພີ່ມຄວາມຮັກຂອງເຮົາຕໍ່ພຣະເຈົ້າ ແລະ ພະຍາຍາມຮັກເພື່ອນບ້ານຂອງເຮົາ, ຄວາມສະຫວ່າງຂອງພຣະກິດຕິຄຸນຈະອ້ອມຮອບເຮົາ ແລະ ຍົກເຮົາຂຶ້ນ. ຄວາມມືດຈະສະຫລາຍໄປຢ່າງແນ່ນອນ, ເພາະວ່າມັນບໍ່ສາມາດຢູ່ປົນກັບຄວາມສະຫວ່າງ. ເມື່ອເຮົາເຂົ້າໃກ້ພຣະເຈົ້າ, ພຣະອົງຈະເຂົ້າໃກ້ເຮົາຄືກັນ.6 ແລ້ວເທື່ອລະເລັກເທື່ອລະໜ້ອຍ, ຄວາມຫວັງໃນຄວາມສະຫວ່າງຂອງພຣະເຈົ້າຈະເຕີບໂຕຂຶ້ນໃນເຮົາ, ຄວາມສະຫວ່າງນັ້ນຈະຮຸ່ງແຈ້ງຫລາຍຂຶ້ນໄປເລື້ອຍໆຈົນເຖິງວັນທີ່ສົມບູນ.”7
ຕໍ່ທຸກຄົນຜູ້ຮູ້ສຶກວ່າຕົນເດີນໄປໃນຄວາມມືດ, ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ເພິ່ງພາຄຳສັນຍາອັນແນ່ນອນທີ່ພຣະຜູ້ຊ່ອຍໃຫ້ລອດໄດ້ກ່າວກັບມະນຸດວ່າ: “ເຮົານີ້ແຫລະເປັນຄວາມສະຫວ່າງຂອງໂລກ ຜູ້ທີ່ຕາມເຮົາມາຈະມີຄວາມສະຫວ່າງແຫ່ງຊີວິດ ແລະ ຈະບໍ່ເດີນຢູ່ໃນຄວາມມືດຈັກເທື່ອ.”8
ຄວາມສະຫວ່າງໃນອາຟຣິກາ
ຫລາຍປີກ່ອນ, ພັນລະຍາຂອງຂ້າພະເຈົ້າ, ແຮຣີແອດ, ແລະ ຂ້າພະເຈົ້າໄດ້ມີປະສົບການທີ່ໜ້າຊົງຈຳ ໃນການໄດ້ເຫັນຄຳສັນຍາບັນລຸຄວາມສຳເລັດ. ພວກເຮົາໄດ້ໄປອາຟຣິກາພາກຕາເວັນຕົກ, ເປັນດິນແດນທີ່ສວຍງາມ ບ່ອນທີ່ສາດສະໜາຈັກກຳລັງເຕີບໂຕ ແລະ ໄພ່ພົນຍຸກສຸດທ້າຍກໍໜ້າຮັກຫລາຍ. ເຖິງຢ່າງໃດກໍຕາມ, ອາຟຣິກາພາກຕາເວັນຕົກກໍມີການທ້າທາຍຫລາຍຢ່າງ. ໂດຍສະເພາະ, ຂ້າພະເຈົ້າໂສກເສົ້າກັບຄວາມທຸກຍາກລຳບາກຂອງເຂົາເຈົ້າ. ຢູ່ໃນຕົວເມືອງມີຜູ້ຄົນຢ່າງຫລວງຫລາຍຂາດວຽກເຮັດງານທຳ, ແລະ ຄອບຄົວກໍລຳບາກຫລາຍໃນການຫາລ້ຽງຊີບ ແລະ ຫາຄວາມປອດໄພ. ຂ້າພະເຈົ້າໂສກເສົ້າທີ່ຮູ້ວ່າ ສະມາຊິກທີ່ມີຄ່າຂອງສາດສະໜາຈັກດຳລົງຊີວິດແບບຂາດເຂີນເຊັ່ນນັ້ນ. ແຕ່ຂ້າພະເຈົ້າໄດ້ຮຽນຮູ້ອີກວ່າ ສະມາຊິກທີ່ດີເລີດເຫລົ່ານັ້ນໄດ້ຊ່ອຍກັນ ເພື່ອແບ່ງເບົາພາລະອັນໜັກໜ່ວງຂອງກັນແລະກັນ.
ແລ້ວພວກເຮົາໄດ້ໄປເຖິງຕຶກໂບດຂອງພວກເຮົາຢູ່ໃນເມືອງໃຫຍ່ແຫ່ງໜຶ່ງ. ແທນທີ່ຈະເຫັນຜູ້ຄົນທີ່ເຕັມໄປດ້ວຍຄວາມໜັກໜ່ວງ ແລະ ອ້ອມຮອບໄປດ້ວຍຄວາມມືດ, ແຕ່ພວກເຮົາໄດ້ເຫັນຜູ້ຄົນທີ່ຊື່ນບານ ເຕັມໄປດ້ວຍຄວາມສະຫວ່າງ! ຄວາມສຸກທີ່ເຂົາເຈົ້າຮູ້ສຶກຕໍ່ພຣະກິດຕິຄຸນໄດ້ຂະຫຍາຍໄປທົ່ວ ແລະ ເຊີດຊູວິນຍານຂອງພວກເຮົາ. ເຂົາເຈົ້າໄດ້ສະແດງຄວາມຮັກທີ່ຖ່ອມຕົນຕໍ່ພວກເຮົາ. ຮອຍຍິ້ມຂອງເຂົາເຈົ້າແມ່ນຈິງຈັງ ແລະ ເຮັດໃຫ້ພວກເຮົາເບີກບານໃຈນຳ.
ບໍ່ເຄີຍມີຕອນໃດທີ່ຂ້າພະເຈົ້າໄດ້ເຫັນຜູ້ຄົນມີຄວາມສຸກຫລາຍໄປກວ່າຜູ້ຄົນເຫລົ່ານັ້ນຢູ່ໃນໂລກນີ້. ເຖິງແມ່ນວ່າໄພ່ພົນຂອງພຣະເຈົ້າທີ່ແສນດີເຫລົ່ານັ້ນຖືກອ້ອມຮອບໄປດ້ວຍຄວາມຫຍຸ້ງຍາກ ແລະ ການທົດລອງ, ແຕ່ເຂົາເຈົ້າຍັງເຕັມໄປດ້ວຍຄວາມສະຫວ່າງ!
ກອງປະຊຸມໄດ້ເລີ່ມຕົ້ນ, ແລະ ຂ້າພະເຈົ້າກໍໄດ້ເລີ່ມຕົ້ນກ່າວຄຳປາໄສ. ແຕ່ບໍ່ດົນໄຟໄດ້ດັບໄປ, ແລະ ພວກເຮົາໄດ້ຢູ່ໃນຄວາມມືດ.
ຊົ່ວໄລຍະໜຶ່ງ ຂ້າພະເຈົ້າບໍ່ສາມາດຫລຽວເຫັນຄົນທີ່ມາຮ່ວມປະຊຸມ, ແຕ່ຂ້າພະເຈົ້າສາມາດຫລຽວເຫັນ ແລະ ຮູ້ສຶກຮອຍຍິ້ມອັນແຈ່ມໃສ ແລະ ສວຍງາມຂອງເຂົາເຈົ້າ. ໂອ້, ຂ້າພະເຈົ້າຮັກຜູ້ຄົນທີ່ດີເລີດເຫລົ່ານັ້ນຫລາຍ!
ຕຶກໂບດຍັງເຕັມໄປດ້ວຍຄວາມມືດຢູ່, ແລະ ຂ້າພະເຈົ້າກໍໄດ້ນັ່ງຢູ່ໃກ້ພັນລະຍາລໍຖ້າໃຫ້ໄຟຮຸ່ງຂຶ້ນອີກ. ໃນຂະນະທີ່ພວກເຮົານັ່ງລໍຖ້າຢູ່ນັ້ນ, ບາງສິ່ງທີ່ໜ້າອັດສະຈັນໃຈໄດ້ເກີດຂຶ້ນ.
ສອງສາມຄົນໄດ້ເລີ່ມຕົ້ນຮ້ອງເພງສວດ. ແລ້ວຄົນອື່ນໆໄດ້ຮ້ອງຕາມ. ແລະ ຫລາຍຂຶ້ນໄປເລື້ອຍໆ. ບໍ່ດົນ, ສຽງທີ່ມ່ວນອອນຊອນຮ້ອງປະສານກັນ ກະຈາຍຈົນເຕັມຕຶກໂບດ.
ສະມາຊິກເຫລົ່ານັ້ນຂອງສາດສະໜາຈັກບໍ່ຕ້ອງການປຶ້ມເພງສວດ; ເຂົາເຈົ້າຮູ້ຈັກທຸກຄຳຢູ່ໃນເນື້ອເພງທີ່ເຂົາເຈົ້າກຳລັງຮ້ອງ. ແລ້ວເຂົາເຈົ້າໄດ້ຮ້ອງຫລາຍເພງຕິດຕໍ່ກັນ ດ້ວຍພະລັງ ແລະ ຄວາມຮູ້ສຶກທີ່ສຳພັດຈິດວິນຍານຂອງຂ້າພະເຈົ້າ.
ໃນທີ່ສຸດ, ໄຟກໍຮຸ່ງຂຶ້ນ ແລະ ສ່ອງແສງໄປທົ່ວຫ້ອງ. ແຮຣີແອດ ແລະ ຂ້າພະເຈົ້າໄດ້ຫລຽວເບິ່ງໜ້າກັນ, ໂດຍມີນ້ຳຕາໄຫລອາບແກ້ມ.
ຢູ່ໃນຄວາມມຶດອັນຕຶບໜານັ້ນ, ໄພ່ພົນທີ່ສວຍງາມ ແລະ ແສນດີຂອງພຣະເຈົ້າ ໄດ້ເປັນຄວາມສະຫວ່າງໃຫ້ຕຶກໂບດ ແລະ ຈິດວິນຍານຂອງພວກເຮົາ.
ມັນເປັນປະສົບການທີ່ປະທັບໃຈຫລາຍສຳລັບພວກເຮົາ—ອັນທີ່ ແຮຣີແອດ ແລະ ຂ້າພະເຈົ້າຈະບໍ່ມີວັນລືມ.
ຈົ່ງມາຫາຄວາມສະຫວ່າງ
ແມ່ນແລ້ວ, ບາງຄັ້ງຊີວິດຂອງເຮົາອາດເບິ່ງຄືວ່າຖືກສຳພັດ ຫລື ຖືກຫຸ້ມຫໍ່ດ້ວຍຄວາມມືດ. ບາງເທື່ອຄວາມມືດທີ່ອ້ອມຮອບເຮົາຢູ່ ປະກົດວ່າໂຫດຮ້າຍ, ໜ້າທໍ້ຖອຍໃຈ, ແລະ ໜ້າຢ້ານກົວ.
ຫົວໃຈຂອງຂ້າພະເຈົ້າໂສກເສົ້າສຳລັບຄວາມໂສກເສົ້າທີ່ຫລາຍຄົນໃນພວກທ່ານປະເຊີນຢູ່, ສຳລັບຄວາມເຈັບປວດຂອງຄວາມເປົ່າປ່ຽວດຽວດາຍ ແລະ ຄວາມຢ້ານກົວທີ່ເຮັດໃຫ້ທ່ານເມື່ອຍເພຍ.
ເຖິງຢ່າງໃດກໍຕາມ, ຂ້າພະເຈົ້າຂໍເປັນພະຍານວ່າ ຄວາມຫວັງຂອງເຮົາແມ່ນຢູ່ໃນພຣະເຢຊູຄຣິດ! ພຣະອົງເປັນຄວາມຈິງ, ບໍລິສຸດ, ແລະ ເປັນທາງເຂົ້າໄປສູ່ຄວາມສະຫວ່າງອັນສູງສົງ.
ຂ້າພະເຈົ້າເປັນພະຍານວ່າ ດ້ວຍພຣະຄຣິດ, ຄວາມມືດຈະຊະນະບໍ່ໄດ້. ຄວາມມືດຈະບໍ່ຊະນະຄວາມສະຫວ່າງຂອງພຣະຄຣິດ.
ຂ້າພະເຈົ້າເປັນພະຍານວ່າ ຄວາມມືດບໍ່ສາມາດຢູ່ໃນຄວາມສະຫວ່າງຂອງພຣະບຸດຂອງພຣະເຈົ້າທີ່ຊົງພຣະຊົນຢູ່!
ຂ້າພະເຈົ້າເຊື້ອເຊີນທ່ານແຕ່ລະຄົນໃຫ້ເປີດໃຈຕໍ່ພຣະອົງ. ຈົ່ງສະແຫວງຫາພຣະອົງຜ່ານການສຶກສາ ແລະ ການອະທິຖານ. ຈົ່ງມາຫາສາດສະໜາຈັກຂອງພຣະອົງ, ແມ່ນແຕ່ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ. ຈົ່ງຮຽນຮູ້ກ່ຽວກັບພຣະອົງ ແລະ ພຣະກິດຕິຄຸນຂອງພຣະອົງ, ມີສ່ວນຮ່ວມຢ່າງແຂງຂັນ, ຊ່ອຍຊຶ່ງກັນແລະກັນ, ແລະ ຮັບໃຊ້ພຣະເຈົ້າຂອງເຮົາດ້ວຍຄວາມຊື່ນຊົມ.
ອ້າຍເອື້ອຍນ້ອງທັງຫລາຍ, ແມ່ນແຕ່ຈາກຄ່ຳຄືນທີ່ມືດມົວ, ພຣະຜູ້ຊ່ອຍໃຫ້ລອດຂອງໂລກຈະນຳພາທ່ານໄປຫາຄວາມສະຫວ່າງຂອງຍາມເຊົ້າທີ່ຈະສ່ອງແສງຢ່າງແນ່ນອນໃນຊີວິດຂອງທ່ານ.
ເມື່ອທ່ານເດີນໄປດ້ວຍຄວາມຫວັງໃນຄວາມສະຫວ່າງຂອງພຣະເຈົ້າ, ທ່ານຈະພົບເຫັນຄວາມເຫັນອົກເຫັນໃຈ, ຄວາມຮັກ, ແລະ ຄຸນງາມຄວາມດີຂອງພຣະບິດາເທິງສະຫວັນທີ່ແສນຮັກ, “ໃນ [ພຣະອົງ] ບໍ່ມີຄວາມມືດເລີຍ.”9 ຂ້າພະເຈົ້າເປັນພະຍານເຖິງສິ່ງນີ້ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.