ເພື່ອຈະມີຄວາມສະຫງົບສຸກຢູ່ທີ່ບ້ານ
ພອນທີ່ຍິ່ງໃຫຍ່ຢ່າງໜຶ່ງທີ່ເຮົາສາມາດມອບໃຫ້ໂລກໄດ້ ແມ່ນອຳນາດຂອງບ້ານເຮືອນ ທີ່ມີພຣະຄຣິດເປັນຈຸດໃຈກາງທີ່ສຳຄັນ ບ່ອນທີ່ພຣະກິດຕິຄຸນຖືກສັ່ງສອນ, ບ່ອນທີ່ພັນທະສັນຍາຖືກຮັກສາ, ແລະ ບ່ອນທີ່ເຕັມໄປດ້ວຍຄວາມຮັກຢ່າງຫລວງຫລາຍ.
ສຽງດັງກ້ອງທັງຫລາຍຈາກໂລກທີ່ເຮົາອາໄສຢູ່ ບອກເຮົາວ່າ ເຮົາຄວນດຳລົງຊີວິດໃນວິທີທາງທີ່ຕື່ນເຕັ້ນວ່ອງໄວ. ມີຫລາຍສິ່ງຫລາຍຢ່າງທີ່ຕ້ອງເຮັດ ແລະ ໃຫ້ສຳເລັດ. ແຕ່, ໃນສ່ວນເລິກໆໃນຕົວເຮົາແຕ່ລະຄົນ ຍັງມີຄວາມຕ້ອງການ ທີ່ຈະມີສະຖານທີ່ລີ້ໄພ ບ່ອນທີ່ເຮົາຈະສາມາດພັກຜ່ອນ ແລະ ພັກຟື້ນ ເພື່ອຈະຕຽມຕົວເຮົາເອງສຳລັບຄວາມກົດດັນໃນອະນາຄົດ.
ສະຖານທີ່ທີ່ດີທີ່ສຸດສຳລັບຄວາມສະຫງົບສຸກນັ້ນ ແມ່ນຢູ່ພາຍໃນບ້ານເຮືອນຂອງເຮົາເອງ, ບ່ອນທີ່ເຮົາໄດ້ເຮັດສຸດຄວາມສາມາດ ທີ່ຈະເຮັດໃຫ້ອົງພຣະເຢຊູຄຣິດເປັນຈຸດໃຈກາງທີ່ສຳຄັນຂອງທຸກສິ່ງ.
ບາງຄອບຄົວມີພໍ່ທີ່ເປັນຜູ້ດຳລົງຖານະປະໂລຫິດທີ່ມີຄຸນຄ່າດີພໍ ແລະ ມີແມ່ຜູ່ທີ່ຊື່ສັດ ແລະ ອຸທິດຕົນ ທັງສອງນຳພາດ້ວຍກັນໃນຄວາມຊອບທຳ. ມີອີກຫລາຍຄອບຄົວ ທີ່ມີສະພາບການທີ່ແຕກຕ່າງກັນ. ບໍ່ວ່າສະຖານະການຂອງທ່ານຈະເປັນແບບໃດກໍຕາມ, ທ່ານກໍສາມາດຍຶດຖືເອົາອົງພຣະເຢຊູຄຣິດ ໃຫ້ເປັນຈຸດໃຈກາງທີ່ສຳຄັນຂອງຄອບຄົວ ແລະ ຊີວິດຂອງທ່ານໄດ້, ເພາະພຣະອົງຄືແຫລ່ງຂອງຄວາມສະຫງົບສຸກ ທີ່ແທ້ຈິງໃນຊີວິດນີ້.
ໃຫ້ແນ່ໃຈວ່າ ການເລືອກທຸກຢ່າງທີ່ທ່ານເລືອກ, ບໍ່ວ່າຈະເປັນຝ່າຍໂລກ ຫລື ຝ່າຍວິນຍານ, ແມ່ນຂຶ້ນຢູ່ກັບສິ່ງທີ່ພຣະຜູ້ຊ່ອຍໃຫ້ລອດປະສົງໃຫ້ທ່ານເຮັດ. ເມື່ອພຣະອົງເປັນຈຸດໃຈກາງທີ່ສຳຄັນໃນບ້ານເຮືອນຂອງທ່ານ, ທີ່ນັ້ນຈະມີຄວາມສະຫງົບສຸກ ແລະ ຄວາມສະຫງົບງຽບ. ທີ່ນັ້ນຈະມີວິນຍານຂອງຄວາມປອດໄພທີ່ຈະເຕັມຢູ່ໃນບ້ານເຮືອນ, ແລະ ທຸກຄົນທີ່ອາໄສຢູ່ທີ່ນັ້ນຈະຮູ້ສຶກເຖິງມັນໄດ້.
ພໍ່ແມ່ບໍ່ໄດ້ເປັນພຽງຜູ້ຄົນທີ່ຕ້ອງເຮັດຕາມຄຳແນະນຳນີ້, ເຖິງແມ່ນວ່າມັນເປັນບົດບາດຂອງເຂົາເຈົ້າທີ່ຈະນຳພາ. ເດັກນ້ອຍກໍສາມາດມີໜ້າທີ່ຮັບຜິດຊອບໃນການພັດທະນາຄວາມພະຍາຍາມເຮັດໃຫ້ພຣະຄຣິດເປັນຈຸດໃຈກາງທີ່ສຳຄັນໃນບ້ານເຮືອນ. ມັນກໍສຳຄັນທີ່ພໍ່ແມ່ຈະສອນລູກໆໃຫ້ຮັບຮູ້ວ່າ ການກະທຳຂອງພວກເຂົາມີຜົນສະທ້ອນຕໍ່ແຕ່ລະຄົນທີ່ອາໄສຢູ່ໃນບ້ານຫລັງນັ້ນ. ເດັກນ້ອຍທີ່ຖືກສອນໃຫ້ຮັບຜິດຊອບຕໍ່ການກະທຳຂອງພວກເຂົາ, ບໍ່ວ່າຈະເປັນການກະທຳທີ່ຊອບທຳຫລືບໍ່, ກໍຈະເຕີບໂຕກາຍມາເປັນປະຊາຊົນທີ່ໄວ້ໃຈໄດ້ໃນອານາຈັກຂອງພຣະເຈົ້າ.
ຂ້າພະເຈົ້າແນ່ໃຈວ່າ ທ່ານສາມາດຊີ້ບອກໄດ້ ເຖິງຫລັກທຳພື້ນຖານທີ່ຈະເຮັດໃຫ້ພຣະຜູ້ຊ່ອຍໃຫ້ລອດ ເປັນຈຸດໃຈກາງທີ່ສຳຄັນຂອງບ້ານຂອງທ່ານ. ຄຳແນະນຳຂອງສາດສະດາທີ່ໃຫ້ມີການອະທິຖານເປັນສ່ວນຕົວ ແລະ ເປັນຄອບຄົວ, ມີການສຶກສາພຣະຄຳພີເປັນສ່ວນຕົວ ແລະ ເປັນຄອບຄົວທຸກໆມື້, ແລະ ມີການສັງສັນໃນຄອບຄົວທຸກໆທິດນັ້ນ ເປັນສ່ວນປະກອບທີ່ສຳຄັນ ໃນການສ້າງບ້ານເຮືອນທີ່ມີພຣະຄຣິດ ເປັນຈຸດໃຈກາງທີ່ສຳຄັນ. ປາດສະຈາກການກະທຳທີ່ສະໝ່ຳສະເໝີນີ້ ມັນກໍຍາກທີ່ຈະພົບເຫັນຄວາມສະຫງົບສຸກທີ່ເພິ່ງປາດຖະໜາ ແລະ ຈຳເປັນນີ້ພ້ອມທັງການລີ້ໄພຈາກໂລກດ້ວຍ.
ຂໍໃຫ້ເຊື່ອຟັງຕໍ່ຄຳສອນຂອງສາດສະດາທີ່ພຣະຄຣິດປະສົງໃຫ້ທ່ານເຮັດຕາມ. ຢ່າຫາທາງແກ້ຕົວໄປຈາກຄວາມສຸກໃນອະນາຄົດ ໂດຍການເດີນໄປຕາມທາງລັດ ແທນທີ່ຈະນຳໃຊ້ຫລັກທຳພຣະກິດຕິຄຸນທີ່ເຊື່ອຖືໄດ້ນີ້. ຂໍໃຫ້ຈຳໄວ້ວ່າ: ເລື່ອງເລັກໆນ້ອຍໆຈະນຳໄປສູ່ເລື່ອງທີ່ຍິ່ງໃຫຍ່. ການກະທຳທີ່ບໍ່ສະຫລາດ ຫລື ການລະເລີຍທີ່ເບິ່ງຄືວ່າບໍ່ສຳຄັນນັ້ນ ສາມາດນຳໄປສູ່ບັນຫາທີ່ໃຫຍ່ໂຕໄດ້. ສຳຄັນໄປກວ່ານັ້ນຄື, ນິໄສທີ່ລຽບງ່າຍ ແລະ ສະໝ່ຳສະເໝີຈະນຳໄປສູ່ຊີວິດທີ່ເຕັມໄປດ້ວຍພອນຢ່າງຫລວງຫລາຍ.
ພວກເຈົ້າ ເດັກນ້ອຍໃນຫ້ອງປະຖົມໄວ, ພວກເຈົ້າຊາຍໜຸ່ມ ແລະ ຍິງໜຸ່ມໃນໂຄງການຊາວໜຸ່ມ, ແລະ ຜູ້ສອນສາດສະໜາທີ່ຊື່ສັດໝັ້ນຄົງ ທີ່ກຳລັງຮັບໃຊ້ຢູ່ໃນເວລານີ້ ກໍພວມເຮັດຫລາຍສິ່ງຫລາຍຢ່າງທີ່ມີປະສິດທິພາບຫລາຍກວ່າທີ່ຂ້າພະເຈົ້າສາມາດເຮັດໄດ້ຕອນມີອາຍຸສ່ຳພວກເຈົ້າ. ໃນຊີວິດກ່ອນເກີດ ພວກເຈົ້າໄດ້ພິສູດຕົວເອງວ່າ ຊື່ສັດ, ເຊື່ອຟັງ, ແລະ ບໍລິສຸດ. ຢູ່ທີ່ນັ້ນ, ພວກເຈົ້າໄດ້ເຮັດວຽກໜັກເພື່ອພັດທະນາພອນສະຫວັນ ແລະ ຄວາມສາມາດທີ່ຈະຕຽມຕົວເອງມາປະເຊີນຊີວິດມະຕະດ້ວຍຄວາມກ້າຫານ, ດ້ວຍສັກສີ, ກຽດຕິຍົດ, ແລະ ດ້ວຍຄວາມສຳເລັດ.
ເມື່ອບໍ່ດົນມານີ້ ພວກເຈົ້າໄດ້ລົງມາສູ່ຊີວິດມະຕະ ພ້ອມດ້ວຍຄວາມສາມາດທີ່ສະຫງ່າງາມ ແລະ ຄວາມເປັນໄປໄດ້ທີ່ບໍ່ມີວັນສິ້ນສຸດເຫລົ່ານັ້ນ. ແຕ່ຍັງມີອັນຕະລາຍທີ່ເປັນຈິງໃນສະພາບແວດລ້ອມ ທີ່ຢູ່ອ້ອມຂ້າງພວກເຈົ້າ. ຄວາມເປັນໄປໄດ້ ແລະ ຄວາມສາມາດທີ່ຍິ່ງໃຫຍ່ ສາມາດຖືກຈຳກັດ ຫລື ຖືກທຳລາຍໄດ້ ຖ້າຫາກພວກເຈົ້າຍອມຕໍ່ສິ່ງສົກກະປົກ ທີ່ມານໄດ້ດົນໃຈຂືຶ້ນມາ ທີ່ຢູ່ອ້ອມຂ້າງພວກເຈົ້າ. ເຖິງຢ່າງໃດກໍຕາມ, ມານຈະເອົາຊະນະພຣະຜູ້ຊ່ອຍໃຫ້ລອດບໍ່ໄດ້. ຊາຕາກຳຂອງມານໄດ້ຖືກຊີ້ຂາດແລ້ວ. ມັນຮູ້ວ່າມັນຜ່າຍແພ້, ແຕ່ມັນຍັງຢາກທຳລາຍຫລາຍຕໍ່ຫລາຍຄົນ ເທົ່າທີ່ມັນສາມາດເຮັດໄດ້. ມັນຈະພະຍາຍາມທຳລາຍຄວາມດີງາມ ແລະ ຄວາມສາມາດຂອງພວກເຈົ້າ ໂດຍການຂູດຮີດຄວາມອ່ອນແອຂອງພວກເຈົ້າ. ຂໍໃຫ້ຢູ່ໃນຝ່າຍຂອງພຣະຜູ້ເປັນເຈົ້າ, ແລະ ແລ້ວພວກເຈົ້າຈະຊະນະທຸກໆເທື່ອ.
ພວກເຈົ້າອາໄສຢູ່ໃນໂລກ ບ່ອນທີ່ເຄື່ອງເທັກໂນໂລຈີກ້າວໄປ ໜ້າຢ່າງວ່ອງໄວຫລາຍທີ່ສຸດ. ມັນເປັນເລື່ອງຍາກສຳລັບຄົນລຸ້ນຂອງພະເຈົ້າ ທີ່ຈະນຳທັນຄວາມເປັນໄປໄດ້ເຫລົ່ານີ້. ມັນຂຶ້ນຢູ່ກັບວ່າເຄື່ອງເທັກໂນໂລຈີຖືກນຳໃຊ້ແນວໃດ, ຄວາມກ້າວໜ້າເຫລົ່ານີ້ກໍສາມາດເປັນພອນ ຫລື ເປັນບັນຫາທີ່ກີດກັ້ນໄດ້. ເຄື່ອງເທັກໂນໂລຈີ, ເມື່ອຖືກເຂົ້າໃຈ ແລະ ນຳໃຊ້ເພື່ອຈຸດປະສົງທີ່ຊອບທຳ, ບໍ່ຈຳເປັນຕ້ອງເປັນພິດໄພ ແຕ່ຈະເປັນການເພີ່ມພູນຕໍ່ການສື່ສານທາງວິນຍານ.
ຍົກຕົວຢ່າງ, ເຮົາຫລາຍຄົນມີເຄື່ອງມື ອີເລັກທຣອນນິກສ່ວນຕົວ ທີ່ເອົາໃສ່ໄວ້ໃນຖົງຂອງເຮົາໄດ້. ໜ້ອຍໜັກໜ້ອຍໜາ ທີ່ເຮົາຈະບໍ່ມີມັນຢູ່ດ້ວຍ; ເຮົາຈະໃຊ້ມັນຫລາຍໆເທື່ອແຕ່ລະມື້. ແຕ່ໜ້າເສຍດາຍ, ທີ່ເຄື່ອງມືນີ້ສາມາດເປັນແຫລ່ງຂອງຄວາມສົກກະປົກ ແລະ ການເສຍເວລາໄດ້. ແຕ່, ເມື່ອນຳໃຊ້ດ້ວຍລະ ບຽບວິໄນ, ເຄື່ອງເທັກໂນໂລຈີນີ້ສາມາດເປັນເຄື່ອງມືຂອງການປົກປ້ອງຈາກສິ່ງຊົ່ວຮ້າຍທີ່ສັງຄົມໄດ້ສ້າງຂຶ້ນມາກໍໄດ້.
ເມື່ອບໍ່ຫລາຍປີມານີ້ ໃຜຈະຄາດຄິດໄດ້ວ່າ ພຣະຄຳພີມາດຕະຖານ ແລະ ຂ່າວສານຂອງກອງປະຊຸມໃຫຍ່ສາມັນຕະຫລອດຫລາຍປີທີ່ຜ່ານມາ ຈະເອົາໃສ່ໄວ້ໃນຖົງຂອງທ່ານໄດ້. ພຽງແຕ່ມີມັນຢູ່ໃນຖົງຂອງທ່ານຈະປົກປ້ອງທ່ານບໍ່ໄດ້, ແຕ່ການສຶກສາ, ການໄຕ່ຕອງ, ແລະ ການຟັງມັນ ໃນຊ່ວງເວລາທີ່ງຽບສະງັດແຕ່ລະມື້ ຈະເພີ່ມພູນການສື່ສານຂອງທ່ານຜ່ານພຣະວິນຍານ.
ຂໍໃຫ້ສະຫລາດ ໃນວິທີທີ່ທ່ານນຳໃຊ້ເທັກໂນໂລຈີໃນຊີວິດຂອງທ່ານ. ໃຫ້ໝາຍຂໍ້ພຣະຄຳພີທີ່ສຳຄັນໄວ້ ໃນເຄື່ອງເທັກໂນໂລຈີຂອງທ່ານ ແລະ ອ້າງເຖິງຂໍ້ເຫລົ່ານັ້ນເລື້ອຍໆ. ຖ້າຫາກພວກເຈົ້າ ຄົນໜຸ່ມ ຈະທົບທວນຂໍ້ພຣະຄຳພີເລື້ອຍໆ ເທົ່າທີ່ພວກເຈົ້າສົ່ງຂໍ້ຄວາມ, ໃນບໍ່ດົນພວກເຈົ້າຈະໄດ້ທ່ອງຈຳ ຂໍ້ພຣະຄຳພີ ເປັນຫລາຍຮ້ອຍຂໍ້ໄດ້. ຂໍ້ພຣະຄຳພີເຫລົ່ານີ້ຈະກາຍເປັນແຫລ່ງຂອງການດົນໃຈທີ່ມີພະລັງ ແລະ ການຊີ້ນຳຫລາຍແທ້ໆ ຈາກພຣະວິນຍານບໍລິສຸດ ໃນເວລາທີ່ພວກເຈົ້າຕ້ອງການ.
ການເຮັດສຸດຄວາມສາມາດຂອງເຮົາ ທີ່ຈະເຊື້ອເຊີນອິດທິພົນທີ່ອ່ອນໂຍນ, ທີ່ນຳພາຂອງພຣະວິນຍານບໍລິສຸດ ໃຫ້ເຂົ້າມາສູ່ຊີວິດຂອງເຮົາ ແມ່ນຈຳເປັນຫລາຍໃນຄວາມພະຍາຍາມຂອງເຮົາ ທີ່ຈະເຮັດໃຫ້ພຣະຜູ້ຊ່ອຍໃຫ້ລອດເປັນຈຸດໃຈກາງທີ່ສຳຄັນໃນບ້ານເຮືອນຂອງເຮົາ. ການກະທຳຢ່າງເຊື່ອຟັງຕາມການກະຕຸ້ນເຫລົ່ານັ້ນ ຈະເສີມກຳລັງໃຫ້ເຮົາຫລາຍຂຶ້ນ.
ຄວາມສະຫງົບສຸກທີ່ຫລວງຫລາຍຈະມາເຖິງ ເມື່ອທ່ານຮວມຄວາມພະຍາຍາມຂອງທ່ານທີ່ຈະເຊື່ອຟັງ ເຂົ້າກັບການຮັບໃຊ້ຄົນອື່ນທີ່ຢູ່ອ້ອມຂ້າງທ່ານ. ຄົນເປັນຈຳນວນຫລວງຫລາຍຜູ້ທີ່ເຫັນວ່າພອນສະຫວັນຂອງເຂົາເຈົ້າບໍ່ພຽງພໍ ກໍໃຊ້ພອນສະຫວັນນັ້ນ ເພື່ອເປັນພອນໃຫ້ແກ່ຊີວິດຂອງຜູ້ຄົນ ທີ່ຢູ່ອ້ອມຂ້າງເຂົາເຈົ້າ ຢ່າງຖ່ອມຕົນ ແລະ ຢ່າງເພື່ອແຜ່. ຄວາມເຫັນແກ່ຕົວເປັນຕົ້ນເຫດຂອງຄວາມຊົ່ວຮ້າຍຫລາຍຢ່າງ. ຢາແກ້ຄວາມຊົ່ວຮ້າຍນັ້ນແມ່ນເຫັນໄດ້ໃນຕົວຢ່າງຂອງຊີວິດຂອງພຣະຜູ້ຊ່ອຍໃຫ້ລອດ. ພຣະອົງໄດ້ສະແດງໃຫ້ເຮົາເຫັນວິທີທີ່ຈະເອົາໃຈໃສ່ຕໍ່ຊີວິດຂອງເຮົາໃນການຮັບໃຊ້ຄົນອື່ນຢ່າງບໍ່ເຫັນແກ່ຕົວ.
ຂ້າພະເຈົ້າໄດ້ຮຽນຮູ້ຄວາມຈິງ ທີ່ໄດ້ເກີດຂຶ້ນຊ້ຳແລ້ວຊ້ຳອີກ ໃນຊີວິດຂອງຂ້າພະເຈົ້າເລື້ອຍໆ ຈົນຂ້າພະເຈົ້າໄດ້ຮັບຮູ້ມັນວ່າ ເປັນກົດທີ່ແນ່ນອນ. ມັນອະທິບາຍເຖິງວິທີທີ່ຄວາມເຊື່ອຟັງ ແລະ ການຮັບໃຊ້ນັ້ນພົວພັນກັບອຳນາດຂອງພຣະເຈົ້າ. ເມື່ອເຮົາເຊື່ອຟັງຕໍ່ພຣະບັນຍັດຂອງພຣະຜູ້ເປັນເຈົ້າ ແລະ ຮັບໃຊ້ ລູກໆຂອງພຣະອົງຢ່າງບໍ່ເຫັນແກ່ຕົວ, ຜົນສະທ້ອນທຳມະຊາດ ກໍແມ່ນອຳນາດຈາກພຣະເຈົ້າ: ອຳນາດທີ່ຈະເຮັດໃຫ້ໄດ້ຫລາຍກວ່າທີ່ເຮົາຈະເຮັດໄດ້ດ້ວຍຕົວເຮົາເອງ. ຄວາມເຂົ້າໃຈ, ພອນສະຫວັນ, ຄວາມສາມາດຂອງເຮົາ ຖືກຂະຫຍາຍ ເພາະເຮົາໄດ້ຮັບພະລັງ ແລະ ອຳນາດຈາກພຣະຜູ້ເປັນເຈົ້າ. ອຳນາດ ຂອງພຣະອົງເປັນສ່ວນປະກອບທີ່ສຳຄັນສຸດ ໃນການສ້າງສາບ້ານເຮືອນທີ່ເຕັມໄປດ້ວຍຄວາມສະຫງົບສຸກ.
ເມື່ອທ່ານໃຫ້ພຣະຜູ້ຊ່ອຍໃຫ້ລອດເປັນຈຸດໃຈກາງທີ່ສຳຄັນໃນບ້ານເຮືອນຂອງທ່ານ, ມັນຈະກາຍເປັນບ່ອນລີ້ໄພ ບໍ່ພຽງແຕ່ສຳລັບຄອບຄົວຂອງທ່ານເອງເທົ່ານັ້ນ ແຕ່ສຳລັບໝູ່ເພື່ອນ ຜູ້ອາໄສຢູ່ໃນສະພາບການທີ່ຍາກລຳບາກຫລາຍດ້ວຍ. ເຂົາເຈົ້າຈະຖືກຊັກຈູງມາສູ່ຄວາມສະຫງົບທີ່ເຂົາເຈົ້າຮູ້ສຶກຢູ່ໃນບ້ານຂອງທ່ານ. ໃຫ້ຕ້ອນຮັບໝູ່ເພື່ອນເຫລົ່ານີ້ເຂົ້າມາໃນບ້ານເຮືອນຂອງທ່ານ. ເຂົາເຈົ້າຈະຈະເລີນເຕີບໂຕ ແລະ ກ້າວໜ້າຢູ່ໃນສະພາບແວດລ້ອມ ທີ່ມີພຣະຄຣິດເປັນຈຸດໃຈກາງທີ່ສຳຄັນ. ໃຫ້ເປັນມິດກັບໝູ່ເພື່ອນຂອງລູກໆຂອງທ່ານ. ຂໍໃຫ້ເປັນຕົວຢ່າງທີ່ຄູ່ຄວນໃຫ້ແກ່ເຂົາເຈົ້າ.
ພອນທີ່ຍິ່ງໃຫຍ່ຢ່າງໜຶ່ງທີ່ເຮົາສາມາດມອບໃຫ້ໂລກໄດ້ ແມ່ນອຳນາດຂອງບ້ານເຮືອນ ທີ່ມີພຣະຄຣິດເປັນຈຸດໃຈກາງທີ່ສຳຄັນ ບ່ອນທີ່ພຣະກິດຕິຄຸນຖືກສັ່ງສອນ, ບ່ອນທີ່ພັນທະສັນຍາຖືກຮັກສາ, ແລະ ບ່ອນທີ່ເຕັມໄປດ້ວຍຄວາມຮັກຢ່າງຫລວງຫລາຍ.
ເມື່ອຫລາຍປີກ່ອນ, ຫລັງຈາກການຢ້ຽມຢາມເຂດເຜີຍແຜ່, ຈີນີນ, ພັນລະຍາຂອງຂ້າພະເຈົ້າ ໄດ້ບອກຂ້າພະເຈົ້າກ່ຽວກັບແອວເດີຄົນໜຶ່ງທີ່ນາງໄດ້ພົບ. ຈີນີນ ໄດ້ຖາມເຖິງຄອບຄົວຂອງລາວ. ນາງຕົກໃຈເມື່ອແອວເດີຄົນນັ້ນໄດ້ຕອບວ່າ ລາວບໍ່ມີຄອບຄົວ. ລາວໄດ້ອະທິບາຍຕື່ມອີກວ່າ ຕອນລາວເກີດມາ ແມ່ຂອງລາວໄດ້ມອບລາວໃຫ້ລັດຖະບານລ້ຽງດູ. ລາວໄດ້ໃຊ້ຊີວິດໃນໄວເຍົາຂອງລາວ ອາໄສຢູ່ບ້ານພໍ່ແມ່ລ້ຽງຫລາຍບ່ອນ. ລາວໄດ້ຮັບພອນຕອນເປັນໄວລຸ້ນ ທີ່ໄດ້ພົບພຣະກິດຕິຄຸນ. ຫວອດທີ່ເປັນຄອບຄົວທີ່ຮັກໄດ້ຊ່ອຍລາວໃຫ້ມີໂອກາດອອກໄປຮັບໃຊ້ເຜີຍແຜ່.
ຕໍ່ມາ ຈີນີນ ໄດ້ຖາມພັນລະຍາຂອງປະທານເຜີຍແຜ່ກ່ຽວກັບແອວເດີທີ່ດີຄົນນັ້ນ. ນາງໄດ້ຮຽນຮູ້ວ່າ ເມື່ອສອງສາມເດືອນກ່ອນນັ້ນ ແອວເດີຄົນນັ້ນໄດ້ໄປພັກຢູ່ທີ່ບ້ານຂອງປະທານເຜີຍແຜ່ ເນື່ອງຈາກການເຈັບໄຂ້. ໃນລະຫວ່າງເວລານັ້ນ ແອວເດີຄົນນັ້ນ ໄດ້ເຂົ້າຮ່ວມກັບເຂົາເຈົ້າໃນການສັງສັນໃນຄອບຄົວ. ກ່ອນລາວໄດ້ກັບອອກໄປທີ່ສະໜາມເຜີຍແຜ່, ລາວໄດ້ຖາມປະທານເຜີຍແຜ່ ຖ້າວ່າລາວຈະສາມາດມາພັກຢູ່ບ້ານຂອງປະທານເຜີຍແຜ່ອີກຈັກສອງສາມມື້ ຕອນລາວຈົບຈາກການເຜີຍແຜ່ຂອງລາວ. ລາວຢາກມີໂອກາດສັງເກດເຫັນວ່າ ການປະຕິບັດຂອງຄອບຄົວທີ່ມີພຣະຄຣິດເປັນຈຸດໃຈກາງທີ່ສຳຄັນນັ້ນເປັນແບບໃດ.
ຂໍໃຫ້ເຮັດທຸກສິ່ງທີ່ທ່ານສາມາດເຮັດໄດ້ ເພື່ອໃຫ້ມີບ້ານດັ່ງກ່າວ. ຂໍໃຫ້ເອື້ອມອອກໄປຊ່ອຍຜູ້ຄົນທີ່ຕົກຢູ່ໃນສະພາບການທີ່ທຸກຍາກລຳບາກ. ຂໍໃຫ້ເປັນເພື່ອນທີ່ແທ້ຈິງ. ມິດຕະພາບທີ່ທົນທານດັ່ງກ່າວ ຈະຊ່ອຍຄົນອື່ນ ໃຫ້ອົດທົນຕໍ່ຄວາມຍາກລຳບາກ ແລະ ເຮັດໃຫ້ຊີວິດມີຄວາມຊື່ນບານຂຶ້ນ. ມິດຕະພາບບໍ່ຄວນເປັນແຫລ່ງທີ່ຈະມານຳໃຊ້ເພື່ອຫາຜົນປະໂຫຍດສ່ວນຕົວ ແຕ່ຄວນເປັນສົມບັດທີ່ຮູ້ຄຸນຄ່າ ແລະ ຖືກແບ່ງປັນ. ຈົ່ງຕ້ອນຮັບຜູ້ຄົນໃຫ້ເຂົ້າມາໃນບ້ານຂອງທ່ານ ຜູ້ທີ່ຕ້ອງການການເສີມກຳລັງ ໂດຍການຢູ່ໃນບ້ານທີ່ມີພຣະຄຣິດເປັນຈຸດໃຈກາງທີ່ສຳຄັນ.
ຂ້າພະເຈົ້າຂໍໃຫ້ຄຳຄິດເຫັນສຸດທ້າຍ ສຳລັບຜູ້ຄົນທີ່ຮັກສະມາຊິກໃນຄອບຄົວ ຜູ້ທີ່ບໍ່ໄດ້ເລືອກເຮັດສິ່ງດີ. ສິ່ງນີ້ສາມາດທ້າທາຍຄວາມອົດທົນ ແລະ ຄວາມອົດກັ້ນຂອງເຮົາໄດ້. ເຮົາຕ້ອງໄວ້ວາງໃຈໃນພຣະຜູ້ເປັນເຈົ້າ ແລະ ໃນວັນເວລາຂອງພຣະອົງວ່າ ຄຳຕອບຕໍ່ຄຳອະທິຖານ ແລະ ຄວາມພະຍາຍາມທີ່ຈະຊ່ອຍ ເຫລືອຂອງເຮົາ ສາມາດເກີດຂຶ້ນໄດ້. ເຮົາເຮັດທຸກສິ່ງທຸກຢ່າງ ທີ່ເຮົາເຮັດໄດ້ ເພື່ອຮັບໃຊ້, ເປັນພອນ, ແລະ ຍອມຮັບພຣະປະສົງຂອງພຣະເຈົ້າ ໃນທຸກສິ່ງຢ່າງອ່ອນນ້ອມຖ່ອມຕົນ. ເຮົາໃຊ້ສັດທາ ແລະ ຈື່ຈຳວ່າ ຍັງມີບາງສິ່ງບາງຢ່າງທີ່ຕ້ອງໃຫ້ຂຶ້ນຢູ່ກັບພຣະຜູ້ເປັນເຈົ້າ. ພຣະອົງເຊື້ອເຊີນເຮົາໃຫ້ວາງພາລະຂອງເຮົາໄວ້ທີ່ພຣະບາດຂອງພຣະອົງ. ດ້ວຍສັດທາ ເຮົາສາມາດຮູ້ໄດ້ວ່າ ຄົນທີ່ເຮົາຮັກ ຜູ້ທີ່ໄດ້ຫລົງທາງໄປນັ້ນ ບໍ່ໄດ້ຖືກປະຖິ້ມ ແຕ່ຍັງຢູ່ໃນການດູແລຂອງພຣະຜູ້ຊ່ອຍໃຫ້ລອດທີ່ຊົງຮັກຢູ່.
ຂໍໃຫ້ຮັບຮູ້ຄວາມດີງາມໃນຕົວຄົນອື່ນ, ບໍ່ແມ່ນຄວາມຜິດພາດ ຫລື ບາບຂອງເຂົາເຈົ້າ. ບາງເທື່ອ ບາບນັ້ນຕ້ອງການ ການເອົາໃຈໃສ່ທີ່ສົມຄວນ ເພື່ອຈະເຮັດໃຫ້ສະອາດ, ແຕ່ຂໍຈົ່ງ ເສີມສ້າງ ແລະ ສົ່ງເສີມຄຸນຄວາມດີໃນຕົວເຂົາເຈົ້າສະເໝີ.
ເມື່ອທ່ານຮູ້ສຶກວ່າມີຄວາມຫວັງພຽງແຕ່ນ້ອຍດຽວ, ຄວາມຫວັງນັ້ນບໍ່ໄດ້ນ້ອຍ, ແຕ່ມັນເປັນສາຍສຳພັນເສັ້ນໃຫຍ່ທີ່ຕິດຕໍ່ກັນ, ເໝືອນດັ່ງເຄື່ອງມືຊູຊີວິດ ທີ່ເຮັດໃຫ້ທ່ານເຂັ້ມແຂງ ແລະ ເຊີດຊູທ່ານຂຶ້ນ. ມັນຈະໃຫ້ຄວາມປອບໂຍນ ເພື່ອວ່າທ່ານຈະເຊົາຢ້ານກົວ. ຂໍໃຫ້ພະຍາຍາມດຳລົງຊີວິດຢ່າງຄູ່ຄວນ ແລະ ໃຫ້ໄວ້ວາງໃຈໃນພຣະຜູ້ເປັນເຈົ້າ.
ເຮົາບໍ່ຈຳເປັນຕ້ອງກັງວົນ ຖ້າຫາກເຮົາບໍ່ສາມາດເຮັດທຸກສິ່ງທຸກຢ່າງ ທີ່ພຣະຜູ້ເປັນເຈົ້າໄດ້ແນະນຳໃຫ້ເຮົາເຮັດໃນເວລາດຽວກັນນັ້ນ. ພຣະອົງຍັງໄດ້ກ່າວວ່າ ມີເວລາ ແລະ ລະດູການສຳລັບທຸກສິ່ງທຸກຢ່າງ. ໃນຄຳຕອບຕໍ່ຄຳອະທິຖານຫາການຊີ້ນຳທີ່ຈິງໃຈ, ພຣະອົງຈະຊີ້ນຳເຮົາໃນສິ່ງທີ່ເຮົາຄວນເນັ້ນໜັກເຖິງ ໃນແຕ່ລະຂັ້ນຕອນໃນຊີວິດຂອງເຮົາ. ເຮົາສາມາດຮຽນຮູ້, ເຕີບໂຕ, ແລະ ກາຍເປັນເໝືອນດັ່ງພຣະອົງ ໃນແຕ່ລະ ບາດກ້າວຢ່າງສະໝ່ຳສະເໝີ.
ຂ້າພະເຈົ້າຂໍສະແດງປະຈັກພະຍານວ່າ ການດຳລົງຊີວິດທີ່ເຊື່ອຟັງ, ຍຶດໝັ້ນຢູ່ໃນພຣະກິດຕິຄຸນຂອງພຣະເຢຊູຄຣິດ, ຈະໃຫ້ເຮົາມີຄວາມສະຫງົບສຸກທີ່ຍິ່ງໃຫຍ່ແນ່ນອນ ແລະ ໃຫ້ການລີ້ໄພຢູ່ໃນບ້ານເຮືອນຂອງເຮົາ. ຍັງຈະມີການທ້າທາຍ ແລະ ຄວາມໂສກເສົ້າຢ່າງຫລວງຫລາຍ, ແຕ່, ແມ່ນແຕ່ໃນທ່າມກາງ ຄວາມຍາກລຳບາກ, ເຮົາກໍຍັງສາມາດມີຄວາມສະຫງົບສຸກໃນຈິດໃຈ ແລະ ມີຄວາມສຸກທີ່ເລິກຊຶ້ງໄດ້. ຂ້າພະເຈົ້າເປັນພະຍານວ່າ ການຊົດໃຊ້ຂອງພຣະເຢຊູຄຣິດ ເປັນແຫລ່ງຂອງຄວາມສະຫງົບສຸກທີ່ລົ້ນເຫລືອນັ້ນ, ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.