ຜູ້ຕິດຕາມຂອງພຣະຄຣິດ
ການຕິດຕາມພຣະຄຣິດບໍ່ໄດ້ເປັນເລື່ອງຫລິ້ນໆ ຫລື ການກະທຳເປັນບາງຄັ້ງບາງຄາວ, ແຕ່ເປັນຄຳໝັ້ນສັນຍາທີ່ຕໍ່ເນື່ອງ ແລະ ວິທີທາງຂອງຊີວິດທີ່ໃຊ້ໄດ້ໃນທຸກໆເວລາ ແລະ ໃນທຸກໆສະຖານທີ່.
ເພງສວດເພງໜຶ່ງທີ່ເຮົາມັກຫລາຍທີ່ສຸດ ເລີ່ມຕົ້ນດ້ວຍຖ້ອຍຄຳເຫລົ່ານີ້ວ່າ:
ຈົ່ງຕາມເຮົາມາ, ພຣະອົງກ່າວໄວ້.
ໃຫ້ເຮົາເດີນຕາມຮອຍບາດພູມີ,
ດ້ວຍການນີ້ ເຮົາຈະເປັນໜຶ່ງດຽວ
ກັບພຣະບຸດດຽວຂອງພຣະອົງພຣະເຈົ້າ.1
ຈອນ ນິກໂກສັນ, ຜູ້ປ່ຽນໃຈເຫລື້ອມໃສໃໝ່ຊາວສະກາດ ໄດ້ປະພັນຖ້ອຍຄຳທີ່ດົນໃຈໂດຍຄຳເຊື້ອເຊີນຂອງພຣະຜູ້ຊ່ອຍໃຫ້ລອດ ໃນຕອນຕົ້ນ ຕໍ່ສານຸສິດຂອງພຣະອົງ (ເບິ່ງ ມັດທາຍ 4:19), ເໝືອນດັ່ງຜູ້ນຳຂອງເຮົາໃນຕອນເລີ່ມຕົ້ນຂອງສາດສະໜາຈັກ, ເພິ່ນໄດ້ມີການສຶກສາເປັນທາງການໜ້ອຍ ແຕ່ ໄດ້ມີຄວາມຮັກທີ່ເລິກຊຶ້ງຕໍ່ພຣະຜູ້ຊ່ອຍໃຫ້ລອດ ແລະ ແຜນແຫ່ງຄວາມລອດ.2
ຂ່າວສານທັງໝົດໃນກອງປະຊຸນນີ້ ໄດ້ຊ່ອຍເຮົາໃຫ້ຕິດຕາມຮອຍພຣະບາດຂອງພຣະຜູ້ຊ່ອຍໃຫ້ລອດ, ທີ່ຕົວຢ່າງ ແລະ ຄຳສອນຂອງພຣະອົງກໍກຳນົດຄວາມໝາຍຂອງເສັ້ນທາງສຳລັບຜູ້ຕິດຕາມຂອງພຣະເຢຊູຄຣິດທຸກຄົນ.
ເຊັ່ນດຽວກັບຊາວຄຣິດສະຕຽນຄົນອື່ນໆ, ສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນ ຍຸກສຸດທ້າຍ ກໍສຶກສາພຣະຊົນຊີບຂອງພຣະຜູ້ຊ່ອຍໃຫ້ລອດ ຕາມທີ່ໄດ້ລາຍງານໄວ້ໃນໜັງສືຂອງມັດທາຍ, ມາຣະໂກ, ລູກາ, ແລະ ໂຢຮັນ ໃນພຣະສັນຍາໃໝ່. ຂ້າພະເຈົ້າຈະທົບທວນຕົວຢ່າງ ແລະ ຄຳສອນທີ່ມີຢູ່ໃນໜັງສືສີ່ສະບັບຈາກພຣະຄຣິສຕະທຳຄຳພີ ແລະ ເຊື້ອເຊີນເຮົາແຕ່ລະຄົນ ແລະ ຊາວຄຣິດສະຕຽນທັງຫລາຍໃຫ້ພິຈາລະນາສາດສະໜາຈັກທີ່ໄດ້ຮັບການຟື້ນຟູນີ້ ແລະ ວ່າເຮົາແຕ່ລະຄົນຈະມີສິດເປັນຜູ້ຕິດຕາມຂອງພຣະຄຣິດແນວໃດ.
ພຣະເຢຊູໄດ້ສອນວ່າ ການບັບຕິສະມາແມ່ນຈຳເປັນເພື່ອຈະເຂົ້າໄປໃນອານາຈັກຂອງພຣະເຈົ້າ (ເບິ່ງ ໂຢຮັນ 3:5). ພຣະອົງໄດ້ເລີ່ມການປະຕິບັດສາດສະໜາກິດຂອງພຣະອົງ ໂດຍການຮັບບັບຕິສະມາ (ເບິ່ງ ມາຣະໂກ 1:9), ແລະ ພຣະອົງ ແລະ ຜູ້ຕິດຕາມຂອງພຣະອົງ ໄດ້ໃຫ້ບັບຕິສະມາຄົນອື່ນ (ເບິ່ງ ໂຢຮັນ 3:22–26). ເຮົາກໍເຮັດແບບນີ້ເໝືອນກັນ.
ພຣະເຢຊູໄດ້ເລີ່ມການສັ່ງສອນຂອງພຣະອົງ ໂດຍການເຊື້ອເຊີນຜູ້ຮັບຟັງຂອງພຣະອົງໃຫ້ກັບໃຈ (ເບິ່ງ ມັດທາຍ 4:17). ນັ້ນຍັງເປັນຂ່າວສານຂອງຜູ້ຮັບໃຊ້ຂອງພຣະອົງຢູ່ ທີ່ມີໃຫ້ແກ່ຄົນໃນໂລກ.
ຕະຫລອດເວລາຂອງການປະຕິບັດສາດສະໜາກິດຂອງພຣະອົງ ພຣະເຢຊູໄດ້ປະທານພຣະບັນຍັດໃຫ້. ແລະ ພຣະອົງໄດ້ສອນວ່າ, “ຖ້າພວກທ່ານຮັກເຮົາ, ພວກທ່ານກໍຈະເຊື່ອຟັງຂໍ້ຄຳສັ່ງຂອງເຮົາ” (ໂຢຮັນ 14:15; ເບິ່ງ ຂໍ້ທີ 21, 23) ນຳອີກ. ພຣະອົງໄດ້ຢືນຢັນວ່າ ການຮັກສາພຣະບັນຍັດຂອງພຣະອົງຈະຮຽກຮ້ອງໃຫ້ຜູ້ຕິດຕາມຂອງພຣະອົງ ປະຖິ້ມສິ່ງທີ່ພຣະອົງໄດ້ເອີ້ນວ່າ “ສິ່ງທີ່ມະນຸດຖືວ່າມີຄຸນຄ່າສູງ” (ລູກາ 16:15) ແລະ “ທຳນຽມຂອງມະນຸດ” (ມາຣະໂກ 7:8; ເບິ່ງ ຂໍ້ທີ 13) ນຳອີກ. ພຣະອົງໄດ້ເຕືອນອີກວ່າ: “ຖ້າພວກທ່ານເປັນຝ່າຍໂລກ, ໂລກກໍຈະຮັກພວກທ່ານ ເພາະພວກທ່ານເປັນຂອງໂລກ: ແຕ່ເຮົາໄດ້ເລືອກພວກທ່ານຈາກໂລກນີ້, ແລະ ພວກທ່ານບໍ່ໄດ້ເປັນຂອງໂລກ, ສະນັ້ນແຫລະ ໂລກຈຶ່ງກຽດຊັງພວກທ່ານ” (ໂຢຮັນ 15:19). ຕາມທີ່ອັກຄະສາວົກ ເປໂຕໄດ້ປະກາດຕໍ່ມາວ່າ, ຜູ້ຕິດຕາມຂອງພຣະເຢຊູ ຕ້ອງເປັນຄົນທີ່ແຕກຕ່າງ (1 ເປໂຕ 2:9).
ໄພ່ພົນຍຸກສຸດທ້າຍເຂົ້າໃຈວ່າ ເຮົາບໍ່ຄວນ “ເປັນຂອງໂລກ,” ຫລື ຜູກມັດຕົວຕິດຢູ່ກັບ “ທຳນຽມຂອງມະນຸດ,” ແຕ່ເໝືອນດັ່ງຜູ້ຕິດຕາມຂອງພຣະຄຣິດຄົນອື່ນໆ, ບາງເທື່ອເຮົາພົບເຫັນວ່ານີ້ເປັນສິ່ງຍາກທີ່ຈະແຍກຕົວອອກຈາກໂລກ ແລະ ທຳນຽມຂອງມັນ. ບາງຄົນກໍດຳລົງຊີວິດຕາມວິທີທາງຂອງໂລກເພາະວ່າ, ຕາມທີ່ພຣະເຢຊູໄດ້ກ່າວເຖິງກ່ຽວກັບຜູ້ຄົນທີ່ພຣະອົງໄດ້ສອນວ່າ, “ພວກເຂົາມັກໃຫ້ມະນຸດພໍໃຈຫລາຍກວ່າໃຫ້ພຣະເຈົ້າພໍໃຈ” (ໂຢຮັນ 12:43). ການລົ້ມເຫລວທີ່ຈະບໍ່ຕິດຕາມພຣະຄຣິດ ແມ່ນນັບບໍ່ຖ້ວນ ແລະ ຍາກທີ່ຈະບັນລຸລາຍຊື່ໃນນີ້. ມັນຮ່ວມທັງທຸກສິ່ງທັງໝົດ ຈາກການກະທຳຂອງໂລກ ດັ່ງການປັບຕົວໃຫ້ເຂົ້າກັບເລື່ອງການເມືອງໃນປະຈຸບັນ ແລະ ການນຸ່ງຖື ແລະ ການແຕ່ງຕົວທີ່ແຕກຕ່າງເກີນໄປຈາກສິນທຳພື້ນຖານ ດັ່ງເຊັ່ນ ທຳມະຊາດນິລັນດອນ ແລະ ໜ້າທີ່ຂອງຄອບຄົວ.
ຄຳສອນຂອງພຣະເຢຊູບໍ່ໄດ້ເຈດຕະນາໃຫ້ເປັນທິດສະດີ. ມັນຕ້ອງຖືກລົງມືປະຕິບັດສະເໝີ. ພຣະເຢຊູໄດ້ສອນອີກວ່າ, “ຜູ້ໃດກໍຕາມທີ່ຍິນຖ້ອຍຄຳເຫລົ່ານີ້ຂອງເຮົາແລ້ວ ແລະ ປະຕິບັດຕາມ ກໍເປັນດັ່ງຄົນສະຫລາດ” (ມັດທາຍ 7:24; ເບິ່ງ ລູກາ 11:28 ນຳອີກ). ແລະ “ຄົນໃຊ້ຜູ້ນີ້ຈະເປັນສຸກສ່ຳໃດ, ຖ້າຜູ້ເປັນນາຍເມື່ອເຫັນເພິ່ນກັບມາຍັງເຮືອນຂອງຕົນ ພົບລາວພວມປະຕິບັດໜ້າທີ່ຂອງຕົນຢູ່” (ມັດທາຍ 24:46). ໃນອີກເພງສວດໜຶ່ງທີ່ເຮົາມັກຫລາຍ ເຮົາຮ້ອງວ່າ:
ພຣະຜູ້ຊ່ອຍ, ຂໍຂ້າຮຽນຮັກພຣະອົງ,
ເດີນຕາມທາງ ຊົງສອນສັ່ງ, ...
ພຣະຜູ້ຊ່ອຍ, ຂໍຂ້າຮຽນຮັກພຣະອົງ—
ພຣະເຈົ້າ, ຂໍຂ້າຕາມພຣະອົງ.3
ດັ່ງທີ່ພຣະເຢຊູໄດ້ສອນ, ຜູ້ຄົນທີ່ຮັກພຣະອົງຈະຮັກສາພຣະບັນຍັດຂອງພຣະອົງ. ເຂົາເຈົ້າຈະເຊື່ອຟັງ, ດັ່ງທີ່ປະທານມອນສັນ ໄດ້ສອນໃນເຊົ້າມື້ນີ້. ການຕິດຕາມພຣະຄຣິດບໍ່ໄດ້ເປັນເລື່ອງຫລິ້ນໆ ຫລື ການກະທຳເປັນບາງຄັ້ງບາງຄາວ, ແຕ່ເປັນຄຳໝັ້ນສັນຍາທີ່ຕໍ່ເນື່ອງ ແລະ ວິທີທາງຂອງຊີວິດ ທີ່ໃຊ້ໄດ້ໃນທຸກໆເວລາ ແລະ ໃນທຸກໆສະຖານທີ່. ພຣະຜູ້ຊ່ອຍໃຫ້ລອດ ໄດ້ສອນຫລັກທຳນີ້ ແລະ ວ່າເຮົາຄວນຖືກເຕືອນໃຈ ແລະ ເຮັດໃຫ້ເຂັ້ມແຂງແນວໃດ ເພື່ອຈະຕິດຕາມມັນ ເມື່ອພຣະອົງໄດ້ຈັດຕັ້ງພິທີສິນລະລຶກ (ຫລືວ່າ ພິທີແຈກເຂົ້າຈີ່ ແລະ ເຫລົ້າອະງຸ່ນ ດັ່ງທີ່ຄົນອື່ນເອີ້ນມັນ). ເຮົາຮູ້ຈາກການເປີດເຜີຍໃນສະໄໝໃໝ່ວ່າ ພຣະອົງໄດ້ບັນຊາຜູ້ຕິດຕາມຂອງພຣະອົງວ່າ ໃຫ້ຮັບສ່ວນສັນຍາລັກໃນຄວາມລະນຶກເຖິງພຣະອົງ (ເບິ່ງ Joseph Smith Translation, Matthew 26:22 [in Matthew 26:26, footnote c], 24 [in the Bible appendix]; Joseph Smith Translation, Mark 14:21–24 [in the Bible appendix]). ສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ເຮັດຕາມພຣະບັນຍັດນັ້ນແຕ່ລະທິດ ໂດຍການໄປຮ່ວມການນະມັດສະການ ບ່ອນທີ່ເຮົາຮັບສ່ວນເຂົ້າຈີ່ ແລະ ນ້ຳ ແລະ ເຮັດພັນທະສັນຍາວ່າ ເຮົາຈະລະນຶກເຖິງພຣະອົງຕະຫລອດເວລາ ແລະ ຮັກສາພຣະບັນຍັດຂອງພຣະອົງ.
ພຣະເຢຊູໄດ້ສອນວ່າ “ຈຳເປັນຕ້ອງໝັ່ນອ້ອນວອນຢູ່ສະເໝີ” (ລູກາ 18:1). ພຣະອົງໄດ້ເປັນຕົວຢ່າງນັ້ນນຳອີກ, ດັ່ງທີ່ເມື່ອພຣະອົງ “ໄດ້ໃຊ້ເວລາຕະຫລອດຄືນຢູ່ທີ່ນັ້ນ ອ້ອນວອນພຣະເຈົ້າ” (ລູກາ 6:12) ກ່ອນພຣະອົງໄດ້ເອີ້ນອັກຄະສາວົກສິບສອງຂອງພຣະອົງ. ເໝືອນດັ່ງຊາວຄຣິດສະຕຽນຄົນອື່ນໆ, ເຮົາກໍອະທິຖານໃນການນະມັດສະການຂອງເຮົາ. ເຮົາອະທິຖານ ເພື່ອການຊີ້ນຳນຳອີກ, ແລະ ເຮົາສອນວ່າເຮົາຄວນມີການອະທິຖານສ່ວນຕົວເລື້ອຍໆ ແລະ ການຄຸເຂົ່າລົງອະທິຖານເປັນຄອບ ຄົວ. ເໝືອນດັ່ງພຣະເຢຊູ, ເຮົາອະທິຖານຫາພຣະບິດາໃນສະຫວັນຂອງເຮົາ, ແລະ ເຮົາເຮັດສິ່ງດັ່ງກ່າວໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ.
ພຣະຜູ້ຊ່ອຍໃຫ້ລອດໄດ້ເອີ້ນອັກຄະສາວົກສິບສອງ ໃຫ້ຊ່ອຍເຫລືອໃນສາດສະໜາຈັກຂອງພຣະອົງ ແລະ ໄດ້ປະທານຂໍກະແຈ ແລະ ສິດອຳນາດທີ່ຈະດຳເນີນຕໍ່ໄປ ຫລັງຈາກການສິ້ນພຣະຊົນຂອງພຣະອົງ (ເບິ່ງ ມັດທາຍ 16:18–19; ມາຣະໂກ 3:14–15; 6:7; ລູກາ 6:13). ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ, ເປັນສາດສະໜາຈັກຂອງພຣະເຢຊູຄຣິດ ທີ່ໄດ້ຮັບການຟື້ນຟູແລ້ວ, ກໍເຮັດຕາມຕົວຢ່າງນີ້ ໃນການຈັດຕັ້ງ ແລະ ໃນການມອບຂໍກະແຈ ແລະ ສິດອຳນາດໃຫ້ແກ່ອັກຄະສາວົກ.
ຄົນທີ່ພຣະເຢຊູໄດ້ເອີ້ນໃຫ້ຕິດຕາມພຣະອົງ ບໍ່ໄດ້ຕອບຮັບຢ່າງທັນທີທັນໃດ ແຕ່ໄດ້ສະແຫວງຫາການຊັກຊ້າທີ່ຈະຈັດການກັບພັນທະທີ່ສົມຄວນຂອງຄອບຄົວ. ພຣະເຢຊູໄດ້ຕອບວ່າ, “ຜູ້ໃດຜູ້ໜຶ່ງທີ່ລົງມືງ້ອນໄຖແລ້ວ, ກັບຫລຽວຄືນຫລັງ ກໍໃຊ້ການບໍ່ໄດ້ ສຳລັບອານາຈັກຂອງພຣະເຈົ້າ” (ລູກາ 9:62). ໄພ່ພົນຍຸກສຸດທ້າຍສ່ວນຫລາຍກໍປະຕິບັດຕາມລະດັບຄວາມສຳຄັນທີ່ພຣະເຢຊູໄດ້ສອນ. ສິ່ງນີ້ຮ່ວມດ້ວຍຕົວຢ່າງທີ່ປະເສີດຂອງຄູ່ສອນສາດສະໜາອາວຸໂສຫລາຍໆພັນຄູ່ ແລະ ຄົນອື່ນໆທີ່ໄດ້ປະລູກໆ ແລະ ຫລານໆໄປ ເພື່ອປະຕິບັດໜ້າທີ່ຂອງຜູ້ສອນສາດສະໜາ ທີ່ເຂົາເຈົ້າໄດ້ຮັບການເອີ້ນແລ້ວ.
ພຣະເຢຊູໄດ້ສອນວ່າພຣະເຈົ້າໄດ້ສ້າງມະນຸດໃຫ້ເປັນຊາຍ ແລະ ຍິງ, ແລະ ວ່າ ຜູ້ຊາຍ ຄວນຈາກພໍ່ແມ່ ແລະ ໄປຕິດພັນຢູ່ກັບ ເມຍ ຂອງຕົນ (ເບິ່ງ ມາຣະໂກ 10:6–8). ຄຳໝັ້ນສັນຍາຂອງເຮົາທີ່ຈະສອນເລື່ອງນີ້ກໍເປັນທີ່ຮູ້ຈັກກັນດີ.
ໃນຄຳອຸປະມາເລື່ອງແກະທີ່ເສຍ, ພຣະເຢຊູໄດ້ສອນວ່າ ເຮົາຄວນເຮັດຈົນສຸດຄວາມສາມາດ ເພື່ອອອກໄປຕິດຕາມຫາຝູງໃດກໍຕາມທີ່ໄດ້ຫລົງທາງໄປ (ເບິ່ງ ມັດທາຍ 18:11–14; ລູກາ 15:3–7). ດັ່ງທີ່ເຮົາຮູ້, ປະທານທອມມັສ ແອັສ ມອນສັນ ໄດ້ໃຫ້ຄຳເນັ້ນໜັກຕໍ່ການຊີ້ນຳນີ້ ໃນຕົວຢ່າງທີ່ໜ້າຈື່ຈຳ ແລະ ຄຳສອນກ່ຽວກັບການຊ່ອຍກູ້ຊີວິດຂອງເພື່ອນມະນຸດຊາຍ ແລະ ຍິງ.4
ໃນຄວາມພະຍາຍາມຂອງເຮົາທີ່ຈະຊ່ອຍກູ້ ແລະ ຮັບໃຊ້, ເຮົາຕິດຕາມຕົວຢ່າງພິເສດທີ່ບໍ່ມີອັນປຽບທຽບຂອງພຣະຜູ້ຊ່ອຍໃຫ້ລອດກ່ຽວກັບຄວາມຮັກ. “ຈົ່ງຮັກເພື່ອນມະນຸດຂອງເຈົ້າເໝືອນຮັກຕົນເອງ” (ມັດທາຍ 22:39). ພຣະອົງຍັງໄດ້ບັນຊາເຮົາໃຫ້ຮັກສັດຕູຂອງເຮົາດ້ວຍ ລູກາ 6:27–28). ແລະ, ໃນຄຳສອນທີ່ຍິ່ງໃຫຍ່ຂອງພຣະອົງ ໃນຕອນທ້າຍການປະຕິບັດສາດສະໜາກິດຂອງພຣະອົງ, ພຣະອົງໄດ້ກ່າວວ່າ:
“ບັດນີ້ ເຮົາມອບພຣະບັນຍັດຂໍ້ໃຫຍ່ໃຫ້ພວກທ່ານ, ຈົ່ງຮັກຊຶ່ງກັນແລະກັນ; ເຮົາຮັກພວກທ່ານຢ່າງໃດ ພວກທ່ານກໍຈົ່ງຮັກຊຶ່ງກັນແລະກັນຢ່າງນັ້ນ.
“ຖ້າພວກທ່ານຮັກຊຶ່ງກັນແລະກັນ ທຸກຄົນກໍຈະຮູ້ວ່າພວກທ່ານເປັນສາວົກຂອງເຮົາ” (ໂຢຮັນ 13:34–35).
ໃນພາກສ່ວນໜຶ່ງຂອງການຮັກຊຶ່ງກັນແລະກັນ, ພຣະເຢຊູໄດ້ສອນວ່າ ເມື່ອເຮົາຖືກເຮັດຜິດຕໍ່ ເຮົາຄວນໃຫ້ອະໄພເຂົາເຈົ້າ (ເບິ່ງ ມັດທາຍ 18:21–35; ມາຣະໂກ 11:25–26; ລູກາ 6:37). ໃນຂະນະທີ່ຫລາຍຄົນມີບັນຫາກັບພຣະບັນຍັດທີ່ຍາກຂໍ້ນີ້, ເຮົາທຸກຄົນຮູ້ເຖິງຕົວຢ່າງທີ່ດົນໃຈຂອງໄພ່ພົນ ຜູ້ທີ່ໄດ້ໃຫ້ອະໄພດ້ວຍຄວາມຮັກ, ແມ່ນແຕ່ສຳລັບຄວາມຜິດພາດທີ່ຮ້າຍແຮງ. ຍົກຕົວຢ່າງ, ຄຣິສ ວຽວລຽມສ໌ ໄດ້ອາໄສສັດທາຂອງລາວໃນພຣະເຢຊູຄຣິດ ເພື່ອໃຫ້ອະໄພຄົນທີ່ຂັບລົດຍາມເມົາ ຜູ້ທີ່ໄດ້ເຮັດໃຫ້ພັນລະຍາ ແລະ ລູກຂອງລາວສອງຄົນຕ້ອງຕາຍ. ພຽງແຕ່ສອງມື້ ຫລັງຈາກເຫດການໂສກເສົ້ານັ້ນ ແລະ ຍັງອຸກໃຈຫລາຍ, ຜູ້ຊາຍທີ່ໃຫ້ອະໄພຄົນນີ້, ທີ່ຕອນນັ້ນ ໄດ້ຮັບໃຊ້ເປັນອະທິການຄົນໜຶ່ງຂອງເຮົາ, ໄດ້ກ່າວວ່າ, “ໃນຖານະຜູ້ເປັນສານຸສິດຂອງພຣະຄຣິດ, ຂ້າພະເຈົ້າບໍ່ມີທາງເລືອກອື່ນ.”5
ຊາວຄຣິດສະຕຽນທັງຫລາຍໃຫ້ທານແກ່ຄົນຍາກຈົນ ແລະ ຄົນຂັດສົນ, ດັ່ງທີ່ພຣະເຢຊູໄດ້ສອນ (ເບິ່ງ ມັດທາຍ 25:31–46; ມາຣະໂກ 14:7). ໃນການຕິດຕາມຄຳສອນຂອງພຣະຜູ້ຊ່ອຍໃຫ້ລອດຂໍ້ນີ້, ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ແລະ ສະມາຊິກໃນນັ້ນເຮັດໄດ້ຢ່າງດີເລີດ. ສະມາຊິກຂອງເຮົາບໍລິຈາກໃຫ້ອົງການກຸສົນຢ່າງເພື່ອແຜ່ ແລະ ຍັງໃຫ້ການຮັບໃຊ້ສ່ວນຕົວ ແລະ ຂອງປະທານອື່ນໆ ໃຫ້ແກ່ຄົນຍາກຈົນ ແລະ ຄົນຂັດສົນ. ນອກເໜືອໄປຈາກນີ້, ສະມາຊິກຂອງເຮົາຍັງອົດເຂົ້າເປັນຈຳນວນສອງຄາບ ແຕ່ລະເດືອນ ແລະ ແລ້ວບໍລິຈາກຈຳນວນເງິນທີ່ເທົ່າກັບຄ່າ ອາຫານສອງຄາບນັ້ນ ເປັນເງິນບໍລິຈາກ, ທີ່ອະທິການ ແລະ ປະທານສາຂາຂອງເຮົານຳໃຊ້ເພື່ອຊ່ອຍເຫລືອສະມາຊິກຜູ້ຂັດສົນຂອງເຮົາເອງ. ການຖືສິນອົດເຂົ້າຂອງເຮົາ ເພື່ອຈະຊ່ອຍຄົນທີ່ຫິວໂຫຍ ເປັນການກະທຳຂອງຄວາມໃຈບຸນ ແລະ, ເມື່ອເຮົາເຮັດດ້ວຍເຈດຕະນາທີ່ບໍລິສຸດ, ມັນຈະເຮັດໃຫ້ເຮົາເຂັ້ມແຂງທາງຝ່າຍວິນຍານ.
ເລື່ອງທີ່ເປັນທີ່ຮູ້ຈັກກັນນ້ອຍ ແມ່ນການຮັບໃຊ້ມະນຸດສະທຳຂອງສາດສະໜາຈັກຕະຫລອດທົ່ວໂລກ. ໂດຍການນຳໃຊ້ເງິນທຶນທີ່ສະມາຊິກຜູ້ມີໃຈເພື່ອແຜ່ໄດ້ບໍລິຈາກ, ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍໄດ້ສົ່ງອາຫານ, ເສື້ອຜ້າ, ແລະ ສິ່ງຂອງຈຳເປັນອື່ນໆ ໄປຊ່ອຍບັນເທົາຄວາມທຸກທໍລະມານຂອງຜູ້ໃຫຍ່ ແລະ ເດັກນ້ອຍຕະຫລອດທົ່ວໂລກ. ຂອງບໍລິຈາກຝ່າຍມະນຸດສະທຳເຫລົ່ານີ້, ທີ່ເປັນຈຳນວນເງິນຫລາຍຮ້ອຍລ້ານໂດລາ ພາຍໃນສິບປີຜ່ານມານີ້, ແມ່ນບໍລິຈາກໂດຍບໍ່ໄດ້ຄຳນຶງເຖິງສາດສະໜາ, ເຊື້ອຊາດ, ຫລື ຊົນຊາດໃດ.
ຄວາມພະຍາຍາມຊ່ອຍບັນເທົາທຸກທີ່ໃຫຍ່ຫລວງຂອງເຮົາ ໃນປີ 2011 ຫລັງຈາກແຜ່ນດິນໄຫວ ແລະ ຊູນາມີ ເຮົາໄດ້ບໍລິຈາກຈຳນວນເງິນ 13 ລ້ານໂດລາ ແລະ ອຸປະກອນບັນເທົາທຸກ. ພ້ອມນີ້, ຫລາຍກວ່າ 31,000 ຄົນທີ່ສາດສະໜາຈັກຮັບເປັນຜູ້ອາສາສະໝັກ ໄດ້ໃຫ້ເວລາບໍລິຈາກຫລາຍກວ່າ 600,000 ຊົ່ວໂມງ. ຄວາມຊ່ອຍເຫລືອດ້ານມະນຸດສະທຳຂອງເຮົາໃຫ້ແກ່ຜູ້ທີ່ໄດ້ຮັບເຄາະຮ້າຍ ເນື່ອງຈາກລົມພະຍຸ ເຮີຣິເຄນ ແຊນດີ ໃນທິດຕາເວັນອອກຂອງສະຫະລັດ ຮ່ວມດ້ວຍການບໍລິຈາກຢ່າງຫລວງຫລາຍຂອງແຫລ່ງຕ່າງໆ, ພ້ອມທັງເກືອບ 300,000 ຊົ່ວໂມງໃນການຮັບໃຊ້ທຳຄວາມສະອາດມ້ຽນມັດ ໂດຍຈຳ ນວນສະມາຊິກ 28,000 ຄົນ. ໃນທ່າມກາງຕົວຢ່າງ ຢ່າງຫລວງຫລາຍໃນປີທີ່ຜ່ານມາ, ເຮົາໄດ້ບໍລິຈາກເສື້ອຜ້າ ແລະ ເກີບ 136,000 ກິໂລ ໃຫ້ແກ່ຄົນອົບພະຍົບ ໃນປະເທດຈາດ ແຫ່ງປະຊາຊາດອາຟຣິກາ. ໃນລະຫວ່າງເວລາ 25 ປີ ເຮົາໄດ້ຊ່ອຍເກືອບ 30 ລ້ານຄົນ ໃນ 179 ປະເທດ.6 ແນ່ນອນວ່າ ຜູ້ຄົນທີ່ເອີ້ນວ່າຊາວ “ມໍມອນ” ຮູ້ວິທີທີ່ຈະບໍລິຈາກ ໃຫ້ແກ່ຄົນຍາກຈົນ ແລະ ຄົນຂັດສົນ.
ໃນຄຳສອນຂອງພຣະອົງໃນພຣະຄຣິສຕະທຳຄຳພີ, ພຣະຜູ້ຊ່ອຍໃຫ້ລອດໄດ້ຊີ້ນຳໃຫ້ຜູ້ຕິດຕາມຂອງພຣະອົງນຳເອົາຄຳສອນຂອງພຣະອົງອອກໄປສູ່ທຸກປະເທດ ແລະ ມະນຸດທຸກຄົນ. ເລີ່ມຈາກຕອນຕົ້ນຂອງການຟື້ນຟູ, ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ໄດ້ສະແຫວງຫາທີ່ຈະຕິດຕາມຄຳສອນນັ້ນ. ແມ່ນແຕ່ຕອນເຮົາກໍເປັນຄົນຍາກຈົນ ແລະ ດີ້ນລົນໃນສາດສະໜາຈັກໃໝ່ ທີ່ມີສະມາຊິກພຽງແຕ່ສອງສາມພັນຄົນ, ຜູ້ນຳຂອງເຮົາໃນຕອນຕົ້ນ ໄດ້ສົ່ງຜູ້ສອນສາດສະໜາອອກໄປ ຂ້າມນ້ຳຂ້າມທະເລ, ຂ້າມທິດຕາເວັນອອກ ແລະ ທິດຕາເວັນຕົກ. ໃນຖານະມະນຸດຄົນໜຶ່ງ, ເຮົາໄດ້ສອນຂ່າວສານຂອງຊາວຄຣິດສະຕຽນຕໍ່ມາຈົນເຖິງວັນເວລານີ້ ບ່ອນທີ່ໂຄງການຜູ້ສອນສາດສະໜາທີ່ພິເສດ ທີ່ມີຜູ້ສອນສາດສະໜາ ເຕັມເວລາ ເປັນຈຳນວນ 60,000 ຄົນ, ພ້ອມທັງຈຳນວນຄົນ ຜູ້ທີ່ຮັບໃຊ້ບໍ່ເຕັມເວລາຫລາຍໆພັນຄົນ. ເຮົາມີຜູ້ສອນສາດສະໜາໃນ ຫລາຍກວ່າ 150 ປະເທດ ແລະ ເຂດແດນ, ຕະຫລອດທົ່ວໂລກ.
ໃນຕອນສະຫລຸບການເທດສະໜາທີ່ໂນນພູ, ພຣະເຢຊູໄດ້ສອນວ່າ, “ສະນັ້ນພວກທ່ານຈຶ່ງຕ້ອງເປັນຄົນດີຄົບຖ້ວນ, ຢ່າງພຣະບິດາຂອງພວກທ່ານໃນສະຫວັນດີຄົບຖ້ວນທຸກປະການ” (ມັດທາຍ 5:48). ຈຸດປະສົງຂອງການສອນນີ້ ແລະ ຈຸດປະສົງຂອງການຕິດຕາມພຣະຜູ້ຊ່ອຍໃຫ້ລອດແມ່ນ ໃຫ້ມາສູ່ພຣະ ບິດາ, ອົງທີ່ພຣະຜູ້ຊ່ອຍໃຫ້ລອດໄດ້ອ້າງເຖິງວ່າ “ພຣະບິດາຂອງເຮົາ, ແລະ ພຣະບິດາຂອງພວກທ່ານ, ແລະ ... ພຣະເຈົ້າຂອງເຮົາ, ແລະ ພຣະເຈົ້າຂອງພວກທ່ານ” (ໂຢຮັນ 20:17).
ຈາກການເປີດເຜີຍໃນສະໄໝໃໝ່, ສິ່ງພິເສດສະເພາະຕົວຕໍ່ພຣະກິດຕິຄຸນທີ່ໄດ້ຟື້ນຟູແລ້ວ, ເຮົາຮູ້ວ່າ ພຣະບັນຊາທີ່ໃຫ້ສະແຫວງຫາການດີພ້ອມທຸກຢ່າງ ເປັນພາກສ່ວນໃນແຜນຂອງພຣະເຈົ້າພຣະບິດາ ສຳລັບຄວາມລອດຂອງລູກໆຂອງພຣະອົງ. ພາຍໃຕ້ແຜນນັ້ນ ເຮົາທຸກຄົນເປັນ ຜູ້ຮັບມໍລະດົກ ຂອງບິດາມານດາໃນສະຫວັນຂອງເຮົາ. “ພວກເຮົາເປັນລູກຂອງພຣະເຈົ້າ,” ອັກຄະສາວົກໂປໂລໄດ້ ສອນ, “ແລະ ໃນເມື່ອເປັນລູກຂອງພຣະອົງແລ້ວ, ພວກເຮົາກໍຈະໄດ້ມີສ່ວນຮ່ວມຮັບພອນຕ່າງໆ, ແລະ ພວກເຮົາກໍຍັງຈະມີສ່ວນຮ່ວມກັບພຣະຄຣິດ” (ໂຣມ 8:16–17). ນີ້ກໍໝາຍຄວາມວ່າ, ດັ່ງທີ່ເຮົາຖືກບອກຢູ່ໃນພຣະສັນຍາໃໝ່ວ່າ ເຮົາ “ຈະໄດ້ຮັບມໍລະດົກ ... ຄືຊີວິດນິລັນດອນ” (ຕີໂຕ 3:7) ແລະວ່າຖ້າຫາກເຮົາມາສູ່ພຣະບິດາ, ເຮົາກໍຈະໄດ້ “ຮັບສິ່ງນີ້” (ພຣະນິມິດ 21:7)—ທຸກສິ່ງທີ່ພຣະອົງມີຢູ່—ທີ່ເປັນຄວາມຄິດທີ່ຈິດໃຈມະຕະຂອງເຮົາເຂົ້າໃຈໄດ້ນ້ອຍ. ແຕ່ວ່າຢ່າງນ້ອຍ ເຮົາສາມາດເຂົ້າໃຈວ່າການບັນລຸຈຸດໝາຍປາຍທາງສຸດທ້າຍນີ້ ໃນຊົ່ວນິລັນດອນ ກໍເປັນໄປໄດ້ພຽງແຕ່ ຖ້າຫາກເຮົາຕິດຕາມພຣະຜູ້ຊ່ອຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ, ອົງທີ່ໄດ້ສອນວ່າ “ບໍ່ມີຜູ້ໃດມາເຖິງພຣະບິດາໄດ້ ນອກຈາກມາທາງເຮົາ” (ໂຢຮັນ 14:6). ເຮົາສະແຫວງຫາທີ່ຈະຕິດຕາມພຣະອົງ ແລະ ກາຍເປັນເໝືອນດັ່ງພຣະອົງຫລາຍຂຶ້ນ, ໃນຊີວິດນີ້ ແລະ ໃນຊີວິດທີ່ຈະມາເຖິງ. ສະນັ້ນ ໃນຂໍ້ສຸດທ້າຍຂອງເພງສວດຂອງເຮົາ ຊື່, “ຈົ່ງຕາມເຮົາມາ,” ເຮົາຮ້ອງວ່າ:
ພຽງພໍບໍທີ່ຈະຮູ້ເທົ່ານັ້ນ
ວ່າຕ້ອງໝັ້ນຕາມພຣະອົງຢູ່ໃນຫລ້າ,
ຄາ ຜາຫຸບເຂົາແຫ່ງຄວາມໂສກເສົ້າ?
ບໍ່, ຕ້ອງຕໍ່ໄປໃນແດນສັກສິດ. ...
ເພາະອານາຈັກ, ອຳນາດ, ບັນລັງ,
ທັງສີຣິ ແລະ ພອນ ເປັນຂອງເຮົາ,
ຖ້າເຮົາເຊື່ອຟັງ ຊົ່ວການນິລັນ,
ເຊື່ອຟັງຄຳນັ້ນ, “ຈົ່ງຕາມເຮົາມາ.”7
ຂ້າພະເຈົ້າເປັນພະຍານເຖິງພຣະຜູ້ຊ່ອຍໃຫ້ລອດ, ພຣະເຢຊູຄຣິດ, ຊຶ່ງຄຳສອນ ແລະ ຕົວຢ່າງຂອງພຣະອົງ ເຮົາສະແຫວງຫາ. ພຣະອົງເຊື້ອເຊີນເຮົາທຸກຄົນ ຜູ້ທີ່ມີພາລະໜັກໃຫ້ມາເຝົ້າພຣະອົງ, ເພື່ອຈະຮຽນຮູ້ກ່ຽວກັບພຣະອົງ, ຕິດຕາມພຣະອົງ, ແລະ ແລ້ວພົບເຫັນຄວາມພັກຜ່ອນຕໍ່ຈິດວິນຍານຂອງເຮົາ (see ມັດທາຍ 4:19; 11:28). ຂ້າພະເຈົ້າເປັນພະຍານເຖິງຄວາມຈິງຂອງຂ່າວສານຂອງພຣະອົງ ແລະ ເຖິງພາລະ ແລະ ສິດອຳນາດຈາກສະຫວັນຂອງສາດສະໜາຈັກທີ່ໄດ້ຮັບການຟື້ນຟູຂອງພຣະອົງ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.