ມັນເປັນສິ່ງມະຫັດສະຈັນ
ຖ້າວ່າທ່ານບໍ່ໄດ້ເປັນຜູ້ສອນສາດສະໜາເຕັມເວລາ ທີ່ມີປ້າຍຊື່ຕິດຢູ່ກັບເສື້ອກັນໜາວຂອງທ່ານ, ບັດນີ້ກໍເປັນເວລາທີ່ຈະແຕ້ມມັນໃສ່ໄວ້ໃນຫົວໃຈຂອງທ່ານ—ຖືກຂຽນໄວ້ດັ່ງທີ່ໂປໂລໄດ້ກ່າວວ່າ, “ບໍ່ໄດ້ຂຽນຕົວໜັງສືນັ້ນດ້ວຍນ້ຳມຶກ, ແຕ່ຂຽນດ້ວຍພຣະວິນຍານຂອງພຣະເຈົ້າອົງຊົງມີຊີວິດຢູ່.”
ພຣະຊົນຊີບມະຕະຂອງພຣະເຢຊູຄຣິດ ໄດ້ເຕັມໄປດ້້ວຍສິ່ງມະຫັດສະຈັນ: ມານດາພົມມະຈັນ, ດາວດວງໃໝ່, ທູດສະຫວັນມາປະກົດຕໍ່ຄົນລ້ຽງແກະ, ຄົນຕາບອດໄດ້ເຫັນຮຸ່ງ, ຄົນຂາເຄຍ່າງໄດ້, ທູດສະຫວັນຢູ່ສວນເຄັດເຊມາເນ ແລະ ຢູ່ທີ່ອຸບໂມງ, ແລະ ສິ່ງມະຫັດສະຈັນທີ່ຍິ່ງໃຫຍ່ທີ່ສຸດແມ່ນ: ການຟື້ນຄືນພຣະຊົນທີ່ຮຸ່ງໂລດຂອງພຣະອົງ.
ທ່ານນຶກຄິດເຖິງເຫດການຂອງອັກຄະສາວົກສິບເອັດຄົນ ຢູ່ເທິງພູໃກ້ຄາລີເລໄດ້ບໍ, ເມື່ອພຣະຜູ້ເປັນເຈົ້າທີ່ຟື້ນຄືນຊີວິດແລ້ວ ໄດ້ມາປະກົດຕໍ່ເຂົາເຈົ້າ ແລະ ໄດ້ກ່າວວ່າ, “ດັ່ງນັ້ນ ຈົ່ງໄປທົ່ວໂລກ, ສັ່ງສອນຄົນທຸກຊາດທຸກພາສາ ໃຫ້ເປັນສາວົກຂອງເຮົາ, ໃຫ້ເຂົາຮັບບັບຕິສະມາໃນນາມຂອງພຣະບິດາ, ແລະ ຂອງພຣະບຸດ, ແລະ ຂອງພຣະວິນຍານບໍລິສຸດ”?1 “ຈົ່ງໄປທົ່ວໂລກ ປະກາດຂ່າວປະເສີດແກ່ມະນຸດທຸກຄົນ.”2
“ທຸກປະຊາຊາດ?” “ຕະຫລອດທົ່ວໂລກ?” “ມະນຸດທຸກຄົນ?” ມັນເປັນໄປໄດ້ບໍ? ເຖິງແມ່ນວ່າ ພຣະເຢຊູໄດ້ໃຫ້ຄວາມໝັ້ນໃຈຕໍ່ເຂົາເຈົ້າ, ເຂົາເຈົ້າຕ້ອງໄດ້ສົງໃສຢູ່ແນ່ ວ່າສິ່ງມະຫັດສະຈັນຈະໄປກັບເຂົາເຈົ້າຫລືບໍ ໃນການປ່າວປະກາດພຣະກິດຕິຄຸນ.3
ສັດທາໄດ້ເອົາຊະນະຄວາມສົງໃສ, ແລະ ເປໂຕໄດ້ສົ່ງສຽງຂອງລາວຂຶ້ນ, ກ່າວວ່າ:
“ຊາວຢິວທັງຫລາຍພ້ອມກັນທຸກໆຄົນ, ... ໂຜດຟັງຂ້າພະເຈົ້າກ່າວໃຫ້ດີ: ...
“... ພຣະເຢຊູ ໄທນາສາເຫລັດນັ້ນ, … [ຜູ້ທີ່] ພວກທ່ານໄດ້ປະຫານ, ໂດຍມອບໃຫ້ບັນດາຄົນບາບຄຶງພຣະອົງທີ່ໄມ້ກາງແຂນ: ...
“ພຣະເຈົ້າໄດ້ບັນດານໃຫ້ພຣະເຢຊູຜູ້ນີ້ແຫລະ … ເປັນຄືນມາຈາກຕາຍ, [ແລະ] ພວກຂ້າພະເຈົ້າທຸກຄົນກໍເປັນພະຍານໃນຄວາມຈິງນີ້.”4
ແນ່ນອນວ່າ ມື້ນັ້ນໄດ້ເຕັມໄປດ້ວຍພຣະວິນຍານຢ່າງຫລວງຫລາຍ, ແລະ ຄົນເປັນຈຳນວນ 3,000 ຄົນໄດ້ຮັບບັບຕິສະມາ. ດັ່ງທີ່ພຣະເຢຊູໄດ້ສັນຍາໄວ້, ເຄື່ອງໝາຍ ແລະ ສິ່ງມະຫັດສະຈັນໄດ້ເກີດຂຶ້ນ ຕິດຕາມສັດທາຂອງຜູ້ຄົນທີ່ເຊື່ອ.
ຂະນະທີ່ສາດສະໜາຈັກຂອງພຣະເຢຊູຄຣິດ ຖືກຟື້ນຟູຄືນມາໃໝ່ ຢູ່ເທິງໂລກເມື່ອ 183 ປີກ່ອນ, ພຣະບັນຊາຂອງພຣະອົງຕໍ່ສານຸສິດກຸ່ມນ້ອຍໆ ໄດ້ສະທ້ອນເຖິງພຣະຄຳຂອງພຣະອົງ ທີ່ໄດ້ກ່າວເມື່ອຫລາຍສັດຕະວັດຜ່ານມາວ່າ ສຽງເຕືອນຈະມາເຖິງທຸກຜູ້ຄົນ.5 ເພາະຕາມຈິງແລ້ວ, ສຽງຈະຕ້ອງອອກໄປຈາກບ່ອນນີ້ ໄປທົ່ວໂລກ, ແລະ ໄປຫາບ່ອນໄກສຸດຂອງແຜ່ນດິນໂລກ.6
“ທຸກຜູ້ຄົນບໍ?” “ຕະຫລອດທົ່ວໂລກບໍ?” “ໄປຫາບ່ອນໄກສຸດຂອງແຜ່ນດິນໂລກບໍ”? ມັນເປັນໄປໄດ້ບໍ?
ພຣະຜູ້ຊ່ອຍໃຫ້ລອດໄດ້ໃຫ້ຄວາມໝັ້ນໃຈ ຕໍ່ໄພ່ພົນຍຸກສຸດທ້າຍຂອງພຣະອົງ,7 ແຕ່ເຂົາເຈົ້າສາມາດເຫັນລ່ວງໜ້າເຖິງຂອບເຂດ ແລະ ຈຸດໝາຍປາຍທາງຂອງວຽກງານທີ່ໜ້າອັດສະຈັນນີ້ໄດ້ບໍ? ເຂົາເຈົ້າຕ້ອງໄດ້ສົງໃສ ຖ້າຫາກວ່າສິ່ງມະຫັດສະຈັນນີ້ ຈະຕິດຕາມເຂົາເຈົ້າໄປໃນການເຜີຍແຜ່ພຣະກິດຕິຄຸນແທ້ໆ.
ອີກເທື່ອໜຶ່ງ, ສັດທາໄດ້ເອົາຊະນະຄວາມສົງໃສ, ແລະ ຄົນເປັນຈຳນວນຫລາຍໆ ພັນຄົນໄດ້ຮັບບັບຕິສະມາ. ໃນປະເທດອັງກິດ, ແອວເດີ ວຽວໂຟດ ວູດດຣັບ ໄດ້ພົບຜູ້ຄົນທັງຊຸມຊົນໜຶ່ງ ທີ່ໄດ້ລໍຖ້າການມາເຖິງຂອງເພິ່ນ. ພຣະວິນຍານຂອງພຣະຜູ້ເປັນເຈົ້າ ໄດ້ເຂົ້າຄວບຄຸມເຂົາເຈົ້າ, ແລະ ເພິ່ນໄດ້ໃຫ້ບັບຕິສະມາ ຜູ້ສະແດງທຳ 45 ຄົນ ແລະ ສະມາຊິກຫລາຍໆຮ້ອຍຄົນ ໃນລະຫວ່າງເວລາເດືອນທຳອິດ ທີ່ເພິ່ນໄດ້ຢູ່ທີ່ບ້ານສວນຂອງເບັນໂບ.8
ມັນກໍເປັນເໝືອກັນໃນວັນເວລາຂອງເຮົາ. ເມື່ອແອວເດີ ເດວິດ ເອ ເບັດນາ ແລະ ຂ້າພະເຈົ້າໄດ້ເປັນຜູ້ສອນສາດສະໜາປະມານ 40 ກ່ອນ (ແລະ ຂ້າພະເຈົ້າສາມາດຮັບຮອງຕໍ່ທ່ານໄດ້ວ່າ ພວກເຮົາບໍ່ໄດ້ເປັນຜູ້ສູງອາຍຸທີ່ສຸດ ໃນບັນດາອາດີດຜູ້ສອນສາດສະໜາທີ່ນັ່ງຢູ່ເທິງຕັ່ງສີແດງນີ້ແນ່ນອນ), ໄດ້ມີຜູ້ສອນສາດສະໜາ 16,000 ຄົນ. ບັດນີ້ ດັ່ງທີ່ປະທານທອມມັສ ແອັສ ມອນສັນ ໄດ້ລາຍງານໃນມື້ວານນີ້, ເຮົາມີຜູ້ສອນສາດສະໜາ 65,000 ຄົນ—ຫລາຍກວ່າແຕ່ກ່ອນ. ຕອນນັ້ນ ມີ 562 ສະເຕກ. ໃນເວລານີ້ ກໍມີຫລາຍກວ່າ 3,000 ສະເຕກ. ໃນເວລານັ້ນ, ໄດ້ມີຫວອດ ແລະ ສາຂາຂອງເຮົາໃນ 59 ປະເທດ. ໃນເວລານີ້ ເຮົາມີ 189 ສາຂາ ຢູ່ໃນ 224 ປະເທດ ແລະ ດິນແດນຕະຫລອດທົ່ວໂລກ. ເຮົາເປັນຈຳນວນເລັກນ້ອຍ, ດັ່ງທີ່ນີໄຟໄດ້ພະຍາກອນລ່ວງໜ້າ.9 ແຕ່ໃນເວລາດຽວກັນນັ້ນ, ທ່ານ ແລະ ຂ້າພະເຈົ້າກໍເປັນສັກຂີພະຍານ ໃນການບັນລຸຄວາມສຳເລັດຂອງຖ້ອຍຄຳຂອງດານີເອນວ່າ: “ຫີນໃຫຍ່ກ້ອນໜຶ່ງ ... ແຕກອອກມາເອງ ... ໂດຍບໍ່ມີໃຜເຮັດ ... [ກໍກຳລັງເຕັມ] ພື້ນແຜ່ນດິນໂລກ.”10
ນີ້ເປັນວັນເວລາທີ່ດີເປັນພິເສດຂອງສິ່ງມະຫັດສະຈັນ. ເມື່ອຫົກເດືອນກ່ອນ ເມື່ອປະທານມອນສັນໄດ້ປະກາດການປ່ຽນອາຍຸສຳລັບຊາຍ ແລະ ຍິງໜຸ່ມ ທີ່ປາດຖະໜາຢາກໄດ້ຮັບໃຊ້ໃນການເຜີຍແຜ່ສາດສະໜາ, ອິດທິພົນຂອງພຣະວິນຍານຖືກປະທານໃຫ້ຊາວໜຸ່ມຢ່າງຫລວງຫລາຍ. ສັດທາໄດ້ເອົາຊະນະຄວາມສົງໃສ, ແລະ ຊາຍ ແລະ ຍິງໜຸ່ມກໍໄດ້ກ້າວໄປໜ້າ. ວັນພະຫັດຫລັງຈາກກອງປະຊຸມໃຫຍ່ນັ້ນ, ຂ້າພະເຈົ້າຖືກມອບໝາຍໃຫ້ສະເໜີການເອີ້ນຂອງຜູ້ສອນສາດສະໜາ ຕໍ່ຝ່າຍປະທານສູງສຸດ, ຂ້າພະເຈົ້າໄດ້ປະຫລາດໃຈ ທີ່ໄດ້ເຫັນໃບສະໝັກຂອງຊາຍໜຸ່ມອາຍຸ 18 ປີ ແລະ ຍິງໜຸ່ມອາຍຸ 19 ປີ ຜູ້ທີ່ໄດ້ວາງແຜນການຂອງເຂົາເຈົ້າແລ້ວ, ໄດ້ໄປຫາທ່ານໝໍຂອງເຂົາເຈົ້າ, ໄດ້ຮັບການສຳພາດຈາກອະທິການ ແລະ ປະທານສະເຕກຂອງເຂົາເຈົ້າ, ແລະ ໄດ້ສົ່ງໃບສະໝັກເປັນຜູ້ສອນສາດສະໜາແລ້ວ—ທັງໝົດນີ້ພາຍໃນຫ້າວັນ. ບັດນີ້ ອີກຫລາຍໆພັນຄົນກໍໄດ້ເຂົ້າຮ່ວມນຳເຂົາເຈົ້າ. ມັນເປັນສິ່ງ ມະຫັດສະຈັນ.
ເຮົາມີຄວາມກະຕັນຍູ ສຳລັບສັດທາຂອງບັນດາຜູ້ສອນສາດສະໜາຍິງສາວ ທີ່ມີຊີວິດຊີວາ, ຈຳນວນຜູ້ສອນສາດສະໜາຈາກຫລາຍໆປະເທດ ຕະຫລອດທົ່ວໂລກ ທີ່ມີຫລາຍຂຶ້ນ, ແລະ ຈຳນວນຂອງຄູ່ສາມີພັນລະຍາ ຜູ້ພ້ອມແລ້ວຈະຮັບໃຊ້. ສະໜາມເຜີຍແຜ່ໃໝ່ ອີກຫ້າສິບແປດແຫ່ງຖືກປະກາດ, ແລະ ນອກເໜືອໄປຈາກສູນອົບຮົມຜູ້ສອນສາດສະໜາທີ່ເຕັມອັດຈັດ ໃນເມືອງໂພຣໂວ ກໍຈະມີສູນອົບຮົມອີກແຫ່ງໜຶ່ງ ຢູ່ທີ່ເມືອງ ແມັກຊີໂກຊີຕີ້.
ປະທານທອມມັສ ແອັສ ມອນສັນ ໄດ້ກ່າວວ່າ: “ພວກເຮົາຮັບຟັງພຣະບັນຊາຂອງພຣະຜູ້ຊ່ອຍໃຫ້ລອດຢ່າງເອົາຈິງເອົາຈັງ ... ‘ດັ່ງນັ້ນ ຈົ່ງໄປທົ່ວໂລກ, ສັ່ງສອນຄົນທຸກຊາດທຸກພາສາ ໃຫ້ເປັນສາວົກຂອງເຮົາ, ໃຫ້ເຂົາຮັບບັບຕິສະມາໃນນາມຂອງພຣະບິດາ, ຂອງພຣະບຸດ, ແລະ ຂອງພຣະວິນຍານ ບໍລິສຸດ’”11 “ອຸດົມການ ... ນີ້ ... ຈະອອກໄປຢ່າງຕໍ່ເນື່ອງ, ປ່ຽນແປງ ແລະ ເປັນພອນໃຫ້ແກ່ຊີວິດຂອງຄົນ ... ບໍ່ມີພະລັງໃດຕະຫລອດທົ່ວທັງໂລກນີ້ ຈະສາມາດຢຸດຢັ້ງວຽກງານຂອງພຣະເຈົ້າໄດ້.”12
ເຮົາກຳລັງເຫັນສິ່ງມະຫັດສະຈັນຂອງພຣະຜູ້ເປັນເຈົ້າ ໃນຂະນະທີ່ພຣະກິດຕິຄຸນຂອງພຣະອົງ ກຳລັງແຜ່ຂະຫຍາຍອອກໄປຕະຫລອດທົ່ວໂລກ.
ອ້າຍເອື້ອຍນ້ອງທັງຫລາຍ, ພຣະຜູ້ເປັນເຈົ້າໄດ້ດົນໃຈຜູ້ສອນສາດສະໜາຫລາຍຄົນກວ່າແຕ່ກ່ອນ ໃຫ້ອອກໄປຮັບໃຊ້ສັນໃດ, ພຣະອົງກໍຍັງປຸກຄວາມຄິດ ແລະ ຫົວໃຈຫລາຍດວງຂອງຜູ້ຄົນທີ່ດີ ແລະ ຊື່ສັດຫລາຍຂຶ້ນສັນນັ້ນ ເພື່ອໃຫ້ຮັບເອົາຜູ້ສອນສາດສະໜາຂອງພຣະອົງ. ພວກທ່ານກໍຮູ້ຈັກເຂົາເຈົ້າແລ້ວ ຫລື ຈະຮູ້ຈັກເຂົາເຈົ້າ. ເຂົາເຈົ້າຢູ່ໃນຄອບຄົວຂອງທ່ານ ແລະ ອາໄສຢູ່ໃນໝູ່ບ້ານຂອງທ່ານ. ເຂົາເຈົ້າຍ່າງກາຍພວກທ່ານຕາມຖະໜົນຫົນທາງ, ນັ່ງຄຽງຂ້າງພວກທ່ານ ໃນໂຮງຮຽນ, ແລະ ຕິດຕໍ່ຢູ່ກັບພວກທ່ານທາງອິນເຕີແນັດ. ພວກທ່ານກໍເປັນພາກສ່ວນທີ່ສຳຄັນຄືກັນ ໃນສິ່ງມະຫັດສະຈັນທີ່ກຳລັງເກີດຂຶ້ນຢູ່ນີ້.
ຖ້າວ່າທ່ານບໍ່ໄດ້ເປັນຜູ້ສອນສາດສະໜາເຕັມເວລາ ທີ່ມີປ້າຍຊື່ຕິດຢູ່ກັບເສື້ອກັນໜາວຂອງທ່ານ, ບັດນີ້ກໍເປັນເວລາທີ່ຈະແຕ້ມມັນໃສ່ໄວ້ໃນຫົວໃຈຂອງທ່ານ—ຖືກຂຽນໄວ້ດັ່ງທີ່ໂປໂລໄດ້ກ່າວວ່າ, “ບໍ່ໄດ້ຂຽນຕົວໜັງສືນັ້ນດ້ວຍນ້ຳມຶກ, ແຕ່ຂຽນດ້ວຍພຣະວິນຍານຂອງພຣະເຈົ້າອົງຊົງຊີວິດຢູ່.”13 ແລະ ອາດີດຜູ້ສອນສາດສະໜາ, ຈົ່ງໄປຊອກຫາປ້າຍຊື່ເກົ່າຂອງທ່ານ. ຢ່າໃສ່ມັນ, ແຕ່ວາງມັນໄວ້ໃນບ່ອນທີ່ທ່ານຈະສາມາດເຫັນມັນໄດ້. ພຣະຜູ້ເປັນເຈົ້າຕ້ອງການພວກທ່ານໃນເວລານີ້ ຫລາຍກວ່າເວລາອື່ນ ເພື່ອເປັນເຄື່ອງມືໃນພຣະຫັດຂອງພຣະອົງ. ພວກທ່ານມີສ່່ວນບໍລິຈາກທີ່ຈະມາມອບໃສ່ກັບສິ່ງມະຫັດສະຈັນນີ້.
ສະມາຊິກຂອງສາດສະໜາຈັກ ຜູ້ຊອບທຳທຸກຄົນ ໄດ້ເຄີຍຄິດກ່ຽວກັບວິທີທີ່ຈະແບ່ງປັນພຣະກິດຕິຄຸນ. ບາງຄົນແບ່ງປັນພຣະກິດຕິຄຸນຢ່າງທຳມະຊາດ, ແລະ ເຮົາສາມາດຮຽນຮູ້ຫລາຍຈາກເຂົາເຈົ້າ.14 ບາງຄົນມີບັນຫາ ແລະ ຄິດວ່າຈະເຮັດແບບໃດເພື່ອຈະເຮັດໃຫ້ໄດ້ດີຂຶ້ນ, ຫວັງວ່າຄວາມຮູ້ສຶກຜິດທີ່ເຮົາຮູ້ສຶກເປັນບາງຄັ້ງບາງຄາວຈະຫາຍໜີໄປຈາກເຮົາ.
ຄວາມປາດຖະໜາຂອງເຮົາ ທີ່ຈະແບ່ງປັນພຣະກິດຕິຄຸນ ບັງຄັບໃຫ້ເຮົາທຸກຄົນຄຸເຂົ່າອະທິຖານ, ແລະ ມັນຄວນເປັນແບບນັ້ນ, ເພາະວ່າເຮົາຕ້ອງການຄວາມຊ່ອຍເຫລືອຂອງພຣະອົງ.
ປະທານມອນສັນ ໄດ້ຂໍຮ້ອງໃຫ້ເຮົາອະທິຖານເພື່ອ “ເຂດແດນ ບ່ອນທີ່ອິດທິພົນຂອງເຮົາມີນ້ອຍ ແລະ ບ່ອນທີ່ເຮົາຍັງບໍ່ໄດ້ຮັບອະນຸຍາດ ໃຫ້ແບ່ງປັນພຣະກິດຕິຄຸນຢ່າງເປັນອິດສະລະເທື່ອ.”15 ເມື່ອເຮົາອ້ອນວອນຫາພຣະບິດາໃນສະຫວັນຂອງເຮົາຢ່າງຈິງໃຈ ແລະ ດ້ວຍເປັນນ້ຳໜຶ່ງໃຈດຽວກັນ, ພຣະຜູ້ເປັນເຈົ້າຈະເປີດໂອກາດທີ່ສຳຄັນໃຫ້ເຮົາໄດ້ສອນສາດສະໜາ.
ເຮົາກໍອະທິຖານເພື່ອໂອກາດສຳລັບຕົວເຮົາເອງ ເພື່ອຈະແບ່ງປັນພຣະກິດຕິຄຸນນຳອີກ. ອັກຄະສາວົກ ເປໂຕ ໄດ້ກ່າວວ່າ, “ຈົ່ງຕຽມພ້ອມຢູ່ທຸກເວລາ ເພື່ອຕອບຜູ້ຂໍຮ້ອງພວກທ່ານ … ໃຫ້ອະທິບາຍ [ເຖິງ] ຄວາມຫວັງທີ່ພວກທ່ານມີຢູ່ໃນນັ້ນ.”16
ດ້ວຍຄວາມສັບສົນ17 ແລະ ຄວາມວຸ້ນວາຍ18 ຂອງໂລກໃນວັນເວລານີ້, ມັນບໍ່ໄດ້ເປັນເລື່ອງປະຫລາດໃຈ ທີ່ຄົນເປັນຈຳນວນນ້ອຍ ຍັງໄປຮ່ວມສະຖານທີ່ນະມັດສະການຂອງເຂົາເຈົ້າ. ເຖິງແມ່ນວ່າ ຄົນທັງຫລາຍຢາກເຂົ້າໃກ້ພຣະເຈົ້າ ແລະ ເຂົ້າໃຈຈຸດປະສົງຂອງຊີວິດຫລາຍຂຶ້ນ, ເຂົາເຈົ້າຍັງມີຄຳຖາມທີ່ຍັງບໍ່ມີຄຳຕອບ. ຄົນທັງຫລາຍກໍເປີດຫົວໃຈໃຫ້ແກ່ຄວາມຈິງ, ແຕ່ດັ່ງທີ່ສາດສະດາອາໂມດໄດ້ບັນຍາຍວ່າ, “ເຂົາຈະ [ແລ່ນ ໄປມາ] ຊອກຫາທຸກທີ່ທຸກບ່ອນ [ສະແຫວງຫາ] ຖ້ອຍຄຳຈາກພຣະຜູ້ເປັນເຈົ້າ ແຕ່ເຂົາຈະ [ບໍ່ສາມາດ] ພົບ.”19 ທ່ານສາມາດຕອບຄຳຖາມຂອງເຂົາເຈົ້າໄດ້. ໃນການເວົ້າລົມທຸກໆວັນຂອງທ່ານ, ທ່ານສາມາດເພີ່ມໃສ່ສັດທາຂອງເຂົາເຈົ້າ ທີ່ມີໃນພຣະຄຣິດ.20
ພຣະຜູ້ຊ່ອຍໃຫ້ລອດໄດ້ກ່າວວ່າ: “ຈົ່ງຍົກແສງສະຫວ່າງຂອງເຈົ້າຂຶ້ນ ເພື່ອມັນຈະສ່ອງແສງໄປທົ່ວໂລກ. ຈົ່ງເບິ່ງ ເຮົາຄືຄວາມສະຫວ່າງ ຊຶ່ງເຈົ້າຈະຍົກຂຶ້ນ.”21
ຂ້າພະເຈົ້າສັນຍາກັບທ່ານວ່າ, ເມື່ອທ່ານອະທິຖານເພື່ອຈະຮູ້ວ່າ ທ່ານຄວນເວົ້າລົມກັບຄົນໃດ, ຊື່ ແລະ ໃບໜ້າຈະເຂົ້າມາສູ່ຈິດໃຈຂອງທ່ານ. ຄຳທີ່ທ່ານຕ້ອງກ່າວຈະຖືກມອບໃຫ້ທ່ານ ໃນວິນາທີທີ່ທ່ານຕ້ອງການມັນ.22 ໂອກາດທັງຫລາຍຈະເປີດໃຫ້ແກ່ທ່ານ. ສັດທາຈະເອົາຊະນະຄວາມສົງໃສ, ແລະ ພຣະຜູ້ເປັນເຈົ້າຈະໃຫ້ພອນທ່ານ ດ້ວຍສິ່ງມະຫັດສະຈັນຂອງທ່ານເອງ.
ພຣະຜູ້ຊ່ອຍໃຫ້ລອດໄດ້ສອນເຮົາ ເຖິງວິທີທີ່ຈະແບ່ງປັນພຣະກິດຕິຄຸນ. ຂ້າພະເຈົ້າມັກເລື່ອງຂອງອັນເດອາ, ຜູ້ທີ່ໄດ້ຖາມວ່າ, “ອາຈານ, ທ່ານພັກຢູ່ໃສ?”23 ພຣະເຢຊູສາມາດຕອບດ້ວຍສະຖານທີ່ກໍໄດ້ ເຖິງບ່ອນທີ່ພຣະອົງໄດ້ອາໄສຢູ່. ແຕ່ແທນນັ້ນ ພຣະອົງໄດ້ກ່າວຕໍ່ອັນເດອາວ່າ, “ເຊີນມາ ແລະ ເບິ່ງເອົາ.”24 ຂ້າພະເຈົ້າຄິດວ່າ ພຣະຜູ້ຊ່ອຍໃຫ້ລອດໝາຍຄວາມວ່າ, “ເຊີນມາ ແລະ ເບິ່ງເອົາ ບໍ່ແມ່ນພຽງແຕ່ວ່າເຮົາອາໄສຢູ່ໃສ ແຕ່ວິທີທີ່ເຮົາດຳລົງຊີວິດນຳອີກ. ເຊີນມາ ແລະ ເບິ່ງເອົາ ວ່າເຮົາເປັນໃຜ. ເຊີນມາ ແລະ ຮູ້ສຶກເຖິງພຣະວິນຍານ.” ເຮົາບໍ່ຮູ້ທຸກສິ່ງກ່ຽວກັບວັນເວລານັ້ນ, ແຕ່ເຮົາຮູ້ວ່າ ເມື່ອອັນເດອາໄດ້ເຫັນຊີໂມນ ອ້າຍຂອງລາວ, ລາວໄດ້ປະກາດວ່າ, “ໝູ່ຂ້ອຍພົບ ... ພຣະຄຣິດແລ້ວ.”25
ຕໍ່ຜູ້ທີ່ສະແດງຄວາມສົນໃຈໃນການສົນທະນາຂອງເຮົາ, ເຮົາສາມາດຕິດຕາມຕົວຢ່າງຂອງພຣະຜູ້ຊ່ອຍໃຫ້ລອດ ໂດຍການເຊື້ອເຊີນເຂົາເຈົ້າໃຫ້ “ມາ ແລະ ເບິ່ງເອົາ.” ບາງຄົນຈະຍອມຮັບການເຊື້ອເຊີນຂອງເຮົາ, ແລະ ອີກຄົນອື່ນຈະບໍ່ຍອມຮັບ. ເຮົາທຸກຄົນຮູ້ ຄົນບາງຄົນທີ່ຖືກເຊື້ອເຊີນແລ້ວຫລາຍເທື່ອ ກ່ອນຈະຍອມຮັບການເຊື້ອເຊີນໃຫ້ “ມາ ແລະ ເບິ່ງເອົາ.” ຂໍໃຫ້ເຮົາຈົ່ງຄິດເຖິງຜູ້ທີ່ເຄີຍໄດ້ຢູ່ກັບພວກເຮົາ ແຕ່ບັດນີ້ ເຮົາບໍ່ເຫັນເລື້ອຍປານໃດ, ຂໍໃຫ້ເຊື້ອເຊີນເຂົາເຈົ້າໃຫ້ກັບມາ ແລະ ເບິ່ງເອົາອີກຄັ້ງ.
ເຮົານັບຖືການເລືອກ ແລະ ເວລາຂອງແຕ່ລະຄົນ. ພຣະຜູ້ເປັນເຈົ້າໄດ້ກ່າວວ່າ, ໃຫ້ມະນຸດທຸກຄົນເລືອກເພື່ອຕົນເອງ.26 ການຂາດຄວາມສົນໃຈຂອງຄົນໆໜຶ່ງ ບໍ່ຈຳເປັນຕ້ອງເຮັດໃຫ້ຄວາມຜູກພັນທາງມິດຕະພາບ ແລະ ຄວາມຮັກມີນ້ອຍລົງ. ບໍ່ວ່າການເຊື້ອເຊີນຈະຖືກຍອມຮັບ ຫລື ບໍ່ ຂະນະທີ່ທ່ານເຊື້ອເຊີນຄົນອື່ນໃຫ້ “ມາ ແລະ ເບິ່ງເອົາ” ທ່ານຈະຮູ້ສຶກເຖິງການເຫັນດີເຫັນຊອບຂອງພຣະຜູ້ເປັນເຈົ້າ ແລະ, ພ້ອມດ້ວຍຄວາມເຫັນຊອບນັ້ນ, ຈະມີສັດທາຫລາຍຂຶ້ນ ເພື່ອຈະແບ່ງປັນຄວາມເຊື່ອຂອງທ່ານເທື່ອແລ້ວເທື່ອເລົ່າ.
ສຳລັບຜູ້ທີ່ໃຊ້ອິນເຕີແນັດ ແລະ ໂທລະສັບມືຖື, ຍັງມີວິທີທາງໃໝ່ໆ ທີ່ຈະເຊື້ອເຊີນຄົນອື່ນໃຫ້ “ມາ ແລະ ເບິ່ງເອົາ.” ເຮົາຄວນໃຫ້ການແບ່ງປັນຄວາມເຊື່ອຂອງເຮົາທາງອອນລາຍ ທາງອິນເຕີແນັດ ໃຫ້ເປັນພາກສ່ວນຂອງການດຳລົງຊີວິດປະຈຳວັນຂອງເຮົາ. LDS.org, Mormon.org, Facebook, Twitter—ທັງໝົດນີ້ເປີດໂອກາດໃຫ້ເຮົາແບ່ງປັນ.
ເພື່ອຈະແບ່ງປັນພຣະກິດຕິຄຸນ, ສະມາຊິກຄົນໜຸ່ມໃນເມືອງບໍສະຕັນ ໄດ້ເລີ່ມ ບະລອກ (ການບັນທຶກທາງສື່ສານສັງຄົມ).27 ຜູ້ທີ່ໄດ້ເຂົ້າຮ່ວມສາດສະໜາຈັກໃໝ່ ກໍໄດ້ເລີ່ມຮຽນຮູ້ເລື່ອງພຣະກິດຕິຄຸນຢູ່ທີ່ ອອນລາຍ ໃນອິນເຕີແນັດ), ແລ້ວຕິດຕາມດ້ວຍການສົນທະນາກັບຜູ້ສອນສາດສະໜາ. ປະສົບການນີ້ ກໍໄດ້ຊ່ອຍໃຫ້ຄົນໜຸ່ມມີສັດທາຫລາຍຂຶ້ນນຳອີກ ໃນການສົນທະນາເລື່ອງພຣະກິດຕິຄຸນໜ້າຕໍ່ໜ້າ. ຄົນໜຶ່ງໃນບັນດາພວກເຂົາໄດ້ກ່າວວ່າ: “ນີ້ບໍ່ແມ່ນວຽກງານຂອງການສອນສາດສະໜາ. ນີ້ເປັນຄວາມສະໜຸກສະໜານຂອງການເປັນຜູ້ສອນສາດສະໜາ.”28
ພວກເຮົາໄດ້ເຮັດວຽກງານນີ້ດ້ວຍກັນ. ພ້ອມທັງສະມາຊິກ ແລະ ຜູ້ສອນສາດສະໜາໃນຫວອດ, ພວກເຮົາວາງແຜນ ແລະ ອະທິຖານ ແລະ ຊ່ອຍກັນແລະກັນ. ຂໍໃຫ້ຄິດເຖິງ ແລະ ອະທິຖານ ເພື່ອຜູ້ສອນສາດສະໜາເຕັມເວລາສະເໝີ. ຂໍໃຫ້ໄວ້ວາງໃຈເຂົາເຈົ້າກັບຄອບຄົວ ແລະ ໝູ່ເພື່ອຂອງທ່ານ. ພຣະຜູ້ເປັນ ເຈົ້າໄວ້ວາງໃຈເຂົາເຈົ້າ ແລະ ໄດ້ເອີ້ນເຂົາເຈົ້າໃຫ້ສອນ ແລະ ເປັນພອນໃຫ້ແກ່ຜູ້ທີ່ສະແຫວງຫາພຣະອົງ.
ປະທານພາວໂລ ຄະແຣັດລີ ຈາກເຂດເຜີຍແຜ່ທີ່ ປະເທດໂມຊາມບິກ ເມືອງມາພູໂຕ ໄດ້ແບ່ງປັນປະສົບການຕໍ່ໄປນີ້ວ່າ: “ມັນເປັນເລື່ອງທຳມະດາໃນປະເທດໂມຊາມບິກ [ສຳລັບ] ຄູ່ຮັກຈະອາໄສຢູ່ນຳກັນ [ໂດຍບໍ່ຕ້ອງແຕ່ງງານ ເພາະວ່າ] ປະເພນີຂອງຊາວອາຟຣິກາ ຮຽກຮ້ອງຄ່າດອງທີ່ແພງຫລາຍ ເພື່ອຈະແຕ່ງງານ, ຄ່າດອງທີ່ຄູ່ແຕ່ງງານທັງຫລາຍບໍ່ມີຈະໃຫ້ໄດ້.”29
ສະມາຊິກ ແລະ ຜູ້ສອນສາດສະໜາໄດ້ຄິດ ແລະ ໄດ້ອະທິຖານກ່ຽວກັບວິທີທີ່ຈະຊ່ອຍເຂົາເຈົ້າ.
ຄຳຕອບຕໍ່ຄຳອະທິຖານຂອງເຂົາເຈົ້າ ກໍຄືວ່າເຂົາເຈົ້າຕ້ອງເນັ້ນໜັກເຖິງກົດພົມມະຈັນ ແລະ ຄວາມສຳຄັນຂອງການແຕ່ງງານ ແລະ ຄອບຄົວນິລັນດອນ. ແລະ ຂະນະທີ່ຊ່ອຍຄູ່ສາມີພັນລະຍາ ໃຫ້ກັບໃຈ ແລະ ແຕ່ງງານກັນໃຫ້ຖືກຕ້ອງຕາມກົດໝາຍຢູ່ນັ້ນ, ເຂົາເຈົ້າຈະສອນເຖິງຄວາມສຸກ ທີ່ຈະມີມາຜ່ານທາງການຕິດຕາມພຣະເຢຊູຄຣິດເທົ່ານັ້ນ.
ນີ້ຄືຮູບພາບຂອງຄູ່ສາມີພັນລະຍາ ທີ່ມາຈາກສອງເມືອງທີ່ແຕກຕ່າງກັນ ໃນປະເທດໂມຊາມບິກ. ເຂົາເຈົ້າໄດ້ແຕ່ງງານກັນເມື່ອວັນສຸກ, ໄດ້ຮັບບັບຕິສະມາ ພ້ອມກັບລູກໆຜູ້ໃຫຍ່ຂອງເຂົາເຈົ້າ ເມື່ອວັນເສົາ.30 ໝູ່ເພື່ອນ ແລະ ຄອບຄົວຖືກເຊື້ອເຊີນໃຫ້ “ມາ ແລະ ເບິ່ງເອົາ,” ແລະ ຄົນເປັນຈຳນວນຫລາຍຮ້ອຍຄົນກໍໄດ້ “ມາ ແລະ ເບິ່ງເອົາ.”
ຫລັງຈາກການບັບຕິສະມາ, ຊິດສະເຕີຄົນໜຶ່ງໄດ້ກ່າວວ່າ, “ພວກຂ້າພະເຈົ້າຈຳເປັນຕ້ອງເລືອກວ່າ ຈະເຮັດຕາມວັດທະນະທຳຂອງພໍ່ແມ່ຂອງເຮົາ ຫລື ວ່າຈະຕິດຕາມພຣະເຢຊູຄຣິດ. ພວກຂ້າພະເຈົ້າໄດ້ເລືອກ ທີ່ຈະຕິດຕາມພຣະຄຣິດ.”31
ທ່ານອາດບໍ່ໄດ້ອາໄສຢູ່ທີ່ປະເທດໂມຊາມບິກ, ແຕ່ໃນວິທີທາງຂອງທ່ານເອງ, ໃນວັດທະນະທຳຂອງທ່ານເອງ, ທ່ານສາມາດແບ່ງປັນພຣະກິດຕິຄຸນຂອງພຣະເຢຊູຄຣິດ ທີ່ໄດ້ຮັບການຟື້ນຟູແລ້ວ.
ຂໍໃຫ້ອະທິຖານຫາພຣະບິດາເທິງສະຫວັນຂອງທ່ານ. ນີ້ເປັນວຽກງານອັນສັກສິດຂອງພຣະອົງ. ພຣະອົງຈະນຳພາທ່ານໃນສິ່ງທີ່ທ່ານຕ້ອງເຮັດ. ພຣະອົງຈະເປີດໂອກາດໃຫ້, ຈະເອົາຄວາມຍາກລຳບາກນັ້ນໄປ, ແລະ ຊ່ອຍທ່ານໃຫ້ເອົາຊະນະອຸປະສັກ. ພຣະຜູ້ເປັນເຈົ້າໄດ້ປະກາດວ່າ ສຽງເຕືອນຈະອອກໄປເຖິງທຸກຜູ້ຄົນ, ໂດຍປາກຂອງສານຸສິດຂອງເຮົາ, ... ແລະ ບໍ່ມີຄົນໃດຈະສາມາດຢຸດຢັ້ງເຂົາໄດ້.32
ຂ້າພະເຈົ້າເປັນພະຍານວ່າ ສຸລະສຽງຂອງພຣະຜູ້ເປັນເຈົ້າ [ຈະມາ] ເຖິງທີ່ສຸດຂອງແຜ່ນດິນໂລກ, ເພື່ອທຸກຄົນທີ່ຢາກໄດ້ຍິນ ກໍຈະໄດ້ຍິນ.33 ມັນເປັນສິ່ງມະຫັດສະຈັນ. ມັນເປັນສິ່ງມະຫັດສະຈັນແທ້ໆ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.