ເຮົາເປັນໜຶ່ງ
ຂ້າພະເຈົ້າອະທິຖານວ່າ ບໍ່ວ່າເຮົາຈະອາໄສຢູ່ບ່ອນໃດ ແລະ ເຮົາມີໜ້າທີ່ໃດກໍຕາມ ໃນຖານະປະໂລຫິດຂອງພຣະເຈົ້າ, ເຮົາຈະເປັນໜຶ່ງໃນອຸດົມການ ເພື່ອນຳພຣະກິດຕິຄຸນໄປສູ່ໂລກ.
ພຣະຜູ້ເປັນເຈົ້າໄດ້ບອກຢ່າງແຈ່ມແຈ້ງເຖິງຍຸກສຸດທ້າຍນັບແຕ່ຕົ້ນ ວ່າເຮົາຈະນຳພຣະກິດຕິຄຸນໄປຫາທົ່ວໂລກ. ສິ່ງທີ່ພຣະອົງໄດ້ກ່າວກັບຜູ້ດຳລົງຖານະປະໂລຫິດຈຳນວນໜຶ່ງໃນປີ 1831 ເທົ່າກັບພຣະອົງໄດ້ກ່າວກັບຫລາຍໆຄົນໃນເວລານີ້. ບໍ່ວ່າເຮົາຈະມີອາຍຸ, ຄວາມສາມາດ, ການເອີ້ນໃນໂບດຫລາຍນ້ອຍປານໃດ, ຫລື ອາໄສຢູ່ບ່ອນໃດກໍຕາມ, ເຮົາຈະເປັນໜຶ່ງໃນວຽກງານທີ່ຊ່ອຍພຣະອົງກູ້ຈິດວິນຍານ ຈົນກວ່າພຣະອົງຈະສະເດັດຄືນມາອີກ. ພຣະອົງໄດ້ກ່າວກັບຜູ້ຄົນລຸ້ນທຳອິດທີ່ໄດ້ທຳງານໃນສວນອະງຸ່ນວ່າ:
ພຣະອົງໄດ້ມອບພຣະບັນຍັດຂໍ້ໜຶ່ງໃຫ້ເຂົາເຈົ້າ, ວ່າມະນຸດທຸກຄົນ, ທັງແອວເດີ, ປະໂລຫິດ, ຄູສອນ, ແລະ ສະມາຊິກນຳອີກ, ຈະໄປດ້ວຍສຸດພະລັງຂອງຕົນ, ດ້ວຍເຫື່ອແຮງຂອງມືຕົນ, ເພື່ອຕຽມ ແລະ ບັນລຸສິ່ງຊຶ່ງພຣະອົງໄດ້ບັນຊາ.
ໃຫ້ການສັ່ງສອນຂອງເຂົາເຈົ້າເປັນສຽງເຕືອນ, ມະນຸດທຸກຄົນເຕືອນເພື່ອນບ້ານຂອງຕົນ, ດ້ວຍຄວາມນິ້ມນວນ ແລະ ດ້ວຍຄວາມອ່ອນໂຍນ.
ໃຫ້ເຂົາເຈົ້າອອກໄປຈາກບັນດາຄົນຊົ່ວ. ຊ່ອຍຕົວເອງໃຫ້ລອດ. ຜູ້ທີ່ຖືພາສະນະຂອງພຣະຜູ້ເປັນເຈົ້າຕ້ອງຮັກສາຕົວໃຫ້ສະອາດ.1
ບັດນີ້, ພວກເຈົ້າ ຜູ້ດຳລົງຢູ່ໃນຖານະປະໂລຫິດແຫ່ງອາໂຣນ ສາມາດເຫັນໄດ້ວ່າ ພຣະບັນຊາຂອງພຣະຜູ້ເປັນເຈົ້າແມ່ນຮ່ວມດ້ວຍພວກເຈົ້າ. ໂດຍທີ່ພວກເຈົ້າຮູ້ວ່າ ພຣະຜູ້ເປັນເຈົ້າຈະຕຽມທາງໄວ້ໃຫ້ສະເໝີ ເພື່ອຈະໄດ້ສຳເລັດໃນສິ່ງທີ່ພຣະອົງບັນຊາ, ພວກເຈົ້າຈຶ່ງສາມາດຄາດຫວັງໄດ້ວ່າ ພຣະອົງຈະເຮັດສິ່ງນັ້ນສຳລັບພວກເຈົ້າທຸກຄົນ.
ຂ້າພະເຈົ້າຈະບອກທ່ານວ່າພຣະອົງເຮັດແນວໃດ ສຳລັບຊາຍໜຸ່ມຄົນໜຶ່ງ ຜູ້ຕອນນີ້ດຳລົງຢູ່ໃນຕຳແໜ່ງປະໂລຫິດໃນຖານະປະໂລຫິດແຫ່ງອາໂຣນ. ລາວມີອາຍຸ 16 ປີ. ລາວອາໄສຢູ່ປະເທດໜຶ່ງ ບ່ອນທີ່ຜູ້ສອນສາດສະໜາຄູ່ທຳອິດໄດ້ໄປເຖິງພຽງແຕ່ໜຶ່ງປີກ່ອນ. ເຂົາເຈົ້າຖືກສົ່ງໄປຫາສອງເມືອງ, ແຕ່ບໍ່ແມ່ນເມືອງທີ່ຊາຍໜຸ່ມຄົນນີ້ອາໄສຢູ່.
ຕອນລາວຍັງນ້ອຍ, ພໍ່ແມ່ຂອງລາວໄດ້ພາລາວມາຢູ່ລັດຢູທາເພື່ອຄວາມປອດໄພ. ຄອບຄົວໄດ້ຖືກສິດສອນ ແລະ ໄດ້ຮັບບັບຕິສະມາໂດຍຜູ້ສອນສາດສະໜາ. ລາວບໍ່ໄດ້ຮັບບັບຕິສະມາເຂົ້າໃນສາດສະໜາຈັກ ເພາະລາວຍັງບໍ່ເຖິງແປດປີເທື່ອຕອນນັ້ນ.
ພໍ່ແມ່ຂອງລາວໄດ້ຕາຍໄປຢູ່ໃນອຸປະຕິເຫດ. ສະນັ້ນແມ່ຕູ້ຂອງລາວຈຶ່ງໄດ້ໃຫ້ລາວກັບຄືນບ້ານ, ຂ້າມນ້ຳຂ້າມທະເລ, ກັບຄືນໄປຫາບ້ານເກີດເມືອງນອນຂອງລາວ.
ໃນເດືອນມິນາປີກາຍນີ້ ລາວໄດ້ຍ່າງໄປຕາມຖະໜົນສາຍໜຶ່ງ ແລະ ຮູ້ສຶກວ່າລາວຄວນເວົ້າກັບຜູ້ຍິງແປກໜ້າຄົນໜຶ່ງ. ລາວໄດ້ເວົ້າລົມກັບຜູ້ຍິງຄົນນັ້ນເປັນພາສາອັງກິດຕາມທີ່ລາວຍັງຈື່ໄດ້. ນາງເປັນນາຍແພດທີ່ປະທານເຜີຍແຜ່ໄດ້ສົ່ງໄປຫາຕົວເມືອງ ເພື່ອຊອກຫາທີ່ພັກ ແລະ ເພື່ອໃຊ້ເປັນບ່ອນປະຖົມພະຍາບານຜູ້ສອນສາດສະໜາຜູ້ໄດ້ຖືກສົ່ງໄປຫາເຂດນັ້ນ. ທັງສອງໄດ້ກາຍເປັນເພື່ອນໃນຂະນະທີ່ເວົ້າລົມກັນ. ເມື່ອນາງກັບຄືນໄປຫາຫ້ອງການເຜີຍແຜ່, ນາງໄດ້ບອກຜູ້ສອນສາດສະໜາກ່ຽວກັບຊາຍໜຸ່ມຄົນນີ້.
ແອວເດີສອງຄົນທຳອິດໄດ້ໄປເຖິງໃນເດືອນກັນຍາ, ປີ 2012. ເດັກກຳພ້າຄົນນີ້ເປັນຜູ້ຮັບບັບຕິສະມາຄົນທຳອິດເຂົ້າໃນສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ. ເມື່ອເຖິງເດືອນມິນາປີນີ້ ລາວໄດ້ເປັນສະມາຊິກໄດ້ສີ່ເດືອນແລ້ວ. ລາວໄດ້ຖືກແຕ່ງຕັ້ງເປັນປະໂລຫິດໃນຖານະປະໂລຫິດແຫ່ງອາໂຣນ ແລະ ກໍສາມາດໃຫ້ບັບຕິສະມາແກ່ຜູ້ປ່ຽນໃຈເຫລື້ອມໃສຄົນທີສອງ. ລາວເປັນຊາຍຄົນທຳອິດທີ່ໄດ້ຮັບຖານະປະໂລຫິດ ເພື່ອເຕົ້າໂຮມລູກຄົນອື່ນໆຂອງພຣະບິດາເທິງສະຫວັນ ເພື່ອຈັດຕັ້ງສາດສະໜາຈັກຢູ່ໃນເມືອງທີ່ມີປະຊາຊົນປະມານ 130,000 ຄົນ.
ໃນວັນອາທິດຂອງເທດສະການອິດສະເຕີ, ວັນທີ 31 ເດືອນມິນາ, ປີ 2013, ສະມາຊິກຂອງສາດສະໜາຈັກຢູ່ທີ່ນັ້ນໄດ້ເຕີບໂຕຂຶ້ນ ມີສະມາຊິກຢູ່ດ້ວຍກັນຫົກຄົນ. ລາວເປັນພຽງສະມາຊິກຄົນດຽວທີ່ໄປໂບດໃນມື້ນັ້ນ. ຫົວເຂົ່າຂອງລາວໄດ້ຮັບບາດເຈັບໃນຄືນກ່ອນ, ແຕ່ລາວໄດ້ຕັ້ງໃຈທີ່ຈະໄປໂບດ. ລາວໄດ້ອະທິຖານຂໍໃຫ້ລາວສາມາດຍ່າງໄປໄດ້. ລາວຮັບສິນລະລຶກຮ່ວມກັບພວກແອວເດີສີ່ຄົນ ແລະ ຜູ້ສອນສາດສະໜາຄູ່ອາວຸໂສຄູ່ໜຶ່ງ.
ເລື່ອງນີ້ອາດຟັງຄືວ່າບໍ່ໄດ້ເປັນເລື່ອງໜ້າອັດສະຈັນໃຈແນວໃດ ຍົກເວັ້ນແຕ່ທ່ານຮູ້ເຖິງແບບແຜນຂອງພຣະຫັດຂອງພຣະເຈົ້າໃນການສ້າງອານາຈັກຂອງພຣະອົງ. ຂ້າພະເຈົ້າເຄີຍເຫັນມາແລ້ວຫລາຍເທື່ອ.
ຂ້າພະເຈົ້າໄດ້ເຫັນມັນຢູ່ລັດນິວເມັກຊິໂກ ຕອນຂ້າພະເຈົ້າຍັງນ້ອຍ. ເປັນເວລາຫລາຍລຸ້ນຄົນ ບັນດາສາດສະດາໄດ້ບອກເຮົາວ່າ ເຮົາຕ້ອງຊ່ອຍຜູ້ສອນສາດສະໜາຊອກຫາ ແລະ ສອນຜູ້ມີໃຈທີ່ຊື່ສັດ ແລະ ແລ້ວຮັກຄົນທີ່ເຂົ້າມາໃນອານາຈັກ.
ຂ້າພະເຈົ້າໄດ້ເຫັນດ້ວຍຕົວເອງສິ່ງທີ່ຜູ້ນຳຖານະປະໂລຫິດ ແລະ ສະມາຊິກທີ່ຊື່ສັດສາມາດເຮັດ. ໃນປີ 1955 ຂ້າພະເຈົ້າໄດ້ເຂົ້າເປັນທະຫານອາກາດຂອງສະຫະລັດ. ອະທິການຂອງຂ້າພະເຈົ້າໄດ້ມອບພອນໃຫ້ຂ້າພະເຈົ້າ ກ່ອນຂ້າພະເຈົ້າໄປປະຈຳການຢູ່ຄ້າຍບ່ອນທຳອິດ, ໃນເມືອງອາເບີເຄີກີ, ລັດນິວເມັກຊິໂກ.
ໃນພອນຂອງເພິ່ນ, ເພິ່ນໄດ້ກ່າວວ່າ ການຮັບໃຊ້ຂອງຂ້າພະເຈົ້າເປັນທະຫານອາກາດ ຈະເປັນການຮັບໃຊ້ເຜີຍແຜ່. ຂ້າພະເຈົ້າໄດ້ໄປໂບດໃນວັນອາທິດ ຢູ່ເມືອງອາເບີເຄີກີ ຫວອດທີໜຶ່ງ. ຊາຍຄົນໜຶ່ງໄດ້ຍ່າງມາຫາຂ້າພະເຈົ້າ, ໄດ້ແນະນຳຕົວວ່າ ເພິ່ນເປັນປະທານທ້ອງຖິ່ນ, ແລະ ໄດ້ບອກຂ້າພະເຈົ້າວ່າ ເພິ່ນຢາກຂໍໃຫ້ຂ້າພະເຈົ້າເປັນຜູ້ສອນສາດສະໜາປະຈຳທ້ອງຖິ່ນ.
ຂ້າພະເຈົ້າໄດ້ບອກເພິ່ນວ່າ ຂ້າພະເຈົ້າມາຝຶກຢູ່ທີ່ນັ້ນ ແລະ ບໍ່ດົນກໍຈະຖືກສົ່ງໄປຫາບ່ອນໃໝ່. ເພິ່ນເວົ້າວ່າ, “ເລື່ອງນັ້ນ ຂ້ອຍບໍ່ຮູ້, ແຕ່ພວກເຮົາຢາກເອີ້ນເຈົ້າໃຫ້ຮັບໃຊ້.” ໃນໄລຍະຝຶກເປັນທະຫານອາກາດຢູ່ນັ້ນ, ເປັນແບບບັງເອີນ, ຈາກທະຫານຈຳນວນຫລາຍຮ້ອຍຄົນ ຂ້າພະເຈົ້າໄດ້ຖືກເລືອກໃຫ້ຮັບຕຳແໜ່ງແທນທະຫານຄົນໜຶ່ງຢູ່ສູນກາງໃຫຍ່ ຜູ້ທີ່ໄດ້ເສຍຊີວິດໄປແບບກະທັນຫັນ.
ສະນັ້ນ, ຂ້າພະເຈົ້າຈຶ່ງໄດ້ໃຊ້ເວລາຢູ່ທີ່ນັ້ນສອງປີ, ເຮັດວຽກຢູ່ໃນຫ້ອງການ. ສ່ວນຫລາຍແລ້ວໃນຕອນແລງ ແລະ ໃນທ້າຍອາທິດ, ຂ້າພະເຈົ້າໄດ້ສອນພຣະກິດຕິຄຸນຂອງພຣະເຢຊູຄຣິດໃຫ້ຜູ້ຄົນທີ່ສະມາຊິກໄດ້ພາມາຫາພວກເຮົາ.
ຄູສອນຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າໄດ້ໃຊ້ເວລາປະມານ 40 ຊົ່ວໂມງຕໍ່ເດືອນໃນການຮັບໃຊ້ເຜີຍແຜ່ ໂດຍບໍ່ຈຳເປັນຕ້ອງໄປເຄາະປະຕູ ເພື່ອຊອກສອນຄົນ. ຜູ້ຄົນໄດ້ມາຫາພວກເຮົາບໍ່ຂາດ ຈົນບາງເທື່ອພວກເຮົາຕ້ອງໄດ້ສອນສອງຄອບຄົວພ້ອມກັນ. ຂ້າພະເຈົ້າໄດ້ເຫັນດ້ວຍຕົນເອງ ເຖິງອຳນາດ ແລະ ພອນໃນການເອີ້ນຂອງສາດສະດາ ໃຫ້ສະມາຊິກເປັນຜູ້ສອນສາດສະໜາ.
ໃນມື້ວັນອາທິດສຸດທ້າຍ ກ່ອນຂ້າພະເຈົ້າອອກຈາກເມືອງອາເບີເຄີກີ, ສະເຕກແຫ່ງທຳອິດໄດ້ຖືກຈັດຕັ້ງຂຶ້ນໃນເມືອງນັ້ນ. ຕອນນີ້ມີພຣະວິຫານທີ່ສັກສິດ, ບ້ານຂອງພຣະຜູ້ເປັນເຈົ້າຕັ້ງຢູ່, ຢູ່ໃນເມືອງບ່ອນທີ່ພວກເຮົາໄດ້ພົບກັບໄພ່ພົນຂອງພຣະເຈົ້າຢູ່ໃນໂບດ ຜູ້ໄດ້ພາໝູ່ເພື່ອນມາໃຫ້ສອນ ແລະ ມາຮູ້ສຶກເຖິງພຣະວິນຍານ. ເຂົາເຈົ້າຮູ້ສຶກສະບາຍໃຈຢູ່ໃນສາດສະໜາຈັກທີ່ແທ້ຈິງຂອງພຣະຜູ້ເປັນເຈົ້າ.
ເທື່ອໜຶ່ງອີກ ຂ້າພະເຈົ້າໄດ້ເຫັນຢູ່ລັດນິວອິງແລນ ຕອນຂ້າພະເຈົ້າໄປເຂົ້າໂຮງຮຽນ. ຂ້າພະເຈົ້າໄດ້ຖືກເອີ້ນໃຫ້ເປັນທີ່ປຶກສາຂອງປະທານທ້ອງຖິ່ນທີ່ດີເດັ່ນຄົນໜຶ່ງ ຜູ້ຊຶ່ງແຕ່ກ່ອນບໍ່ສົນໃຈສາດສະໜາຈັກ ແຕ່ບັດນີ້ກາຍເປັນຊາຍທີ່ເຂັ້ມແຂງຫລາຍຄົນໜຶ່ງ. ກ່ອນໜ້ານັ້ນ ຄູສອນປະຈຳບ້ານຂອງເພິ່ນຮັກແພງເພິ່ນຫລາຍ ຈົນວ່າບໍ່ສົນໃຈກັບການສູບກອກຂອງເພິ່ນ ແລະ ເບິ່ງວ່າພຣະຜູ້ເປັນເຈົ້າຈະເຮັດແນວໃດກັບເພິ່ນ. ປະທານທ້ອງຖິ່ນ ແລະ ຂ້າພະເຈົ້າໄດ້ຂີ່ລົດຂຶ້ນຄ້ອຍ ແລະ ເລາະໄປຕາມແຄມທະເລ ເພື່ອໄປຢ້ຽມຢາມສາຂານ້ອຍ ທີ່ມີເຕັມໄປທົ່ວລັດມາຊາສຸເຊດ ແລະ ລັດໂລດໄອແລນ ເພື່ອເສີມສ້າງ ແລະ ເປັນພອນໃຫ້ແກ່ອານາຈັກຂອງພຣະເຈົ້າ.
ໃນຊ່ວງໄລຍະປີທີ່ຂ້າພະເຈົ້າໄດ້ຮັບໃຊ້ຮ່ວມກັບຊາຍທີ່ດີເດັ່ນຄົນນີ້, ພວກເຮົາໄດ້ເຫັນສະມາຊິກພາໝູ່ເພື່ອນມາໂບດ ໂດຍຕົວຢ່າງ ແລະ ຄຳເຊື້ອເຊີນໃຫ້ມາຟັງຜູ້ສອນສາດສະໜາ. ຕາມທີ່ຂ້າພະເຈົ້າໄດ້ສັງເກດເຫັນ, ການເຕີບໂຕຂອງສາຂາເຫລົ່ານັ້ນເບິ່ງຄືຊ້າໆ ແລະ ບໍ່ໝັ້ນຄົງ. ແຕ່ໃນວັນອາທິດມື້ທີ່ຂ້າພະເຈົ້າຈາກໄປ, ຊຶ່ງເປັນເວລາຫ້າປີທີ່ໄດ້ຢູ່ນຳເຂົາເຈົ້າ, ອັກຄະສາວົກສອງຄົນໄດ້ມາປ່ຽນທ້ອງຖິ່ນຂອງພວກເຮົາເປັນສະເຕກ, ໃນຕຶກ ລອງເຟໂລ ພາກ ໃນເມືອງແຄມບຣີຈ໌.
ຫລາຍປີຈາກນັ້ນຂ້າພະເຈົ້າໄດ້ກັບຄືນໄປຮ່ວມກອງປະຊຸມສະເຕກຢູ່ທີ່ນັ້ນ. ປະທານສະເຕກໄດ້ພາຂ້າພະເຈົ້າໄປເບິ່ງຄ້ອຍທີ່ເຕັມໄປດ້ວຍກ້ອນຫີນ ຢູ່ໃນເມືອງ ແບວມ້ອນ. ເພິ່ນເວົ້າວ່າ ບ່ອນນັ້ນເໝາະສົມສຳລັບພຣະວິຫານຂອງພຣະເຈົ້າ. ຊຶ່ງຕອນນີ້ພຣະວິຫານຫລັງໜຶ່ງໄດ້ຕັ້ງຢູ່ທີ່ນັ້ນ. ເມື່ອຂ້າພະເຈົ້າຫລຽວເບິ່ງບ່ອນນັ້ນ, ຂ້າພະເຈົ້າຈື່ຈຳສະມາຊິກຜູ້ຖ່ອມຕົນໃນສາຂານ້ອຍໆທີ່ຂ້າພະເຈົ້າເຄີຍນັ່ງຢູ່ນຳ, ເພື່ອນບ້ານທີ່ເຂົາເຈົ້າໄດ້ເຊື້ອເຊີນມາ, ແລະ ຜູ້ສອນສາດສະໜາທີ່ໄດ້ສອນເຂົາເຈົ້າ.
ຢູ່ໃນກອງປະຊຸມນີ້ກໍມີມັກຄະນາຍົກໃໝ່ຄົນໜຶ່ງມາຮ່ວມນຳ. ຂ້າພະເຈົ້າໄດ້ຢູ່ນຳປະໂລຫິດຄົນທີ່ຂ້າພະເຈົ້າໄດ້ກ່າວເຖິງຕອນທຳອິດ ທີ່ມີແຕ່ລາວໄປໂບດໃນວັນອາທິດອິດສະເຕີມື້ນັ້ນ. ມັກຄະນາຍົກໃໝ່ຄົນນີ້ ດີໃຈຫລາຍທີ່ພໍ່ຂອງລາວບອກວ່າ ລາວສາມາດໄປຮ່ວມກອງປະຊຸມຖານະປະໂລຫິດນຳພໍ່ຄືນນີ້. ພໍ່ຂອງລາວເປັນຜູ້ສອນສາດສະໜາທີ່ເກັ່ງກ້າຢູ່ໃນເຂດເຜີຍແຜ່ທີ່ພໍ່ຕູ້ຂອງລາວໄດ້ເປັນປະທານ. ຂ້າພະເຈົ້າໄດ້ເຫັນຢູ່ໃນປຶ້ມ ຄູ່ມືຂອງຜູ້ສອນສາດສະໜາ ສະບັບປີ 1937 ເຖິງຄວາມດີເດັ່ນຂອງພໍ່ຕູ້ທວດຂອງລາວ. ຄອບຄົວຂອງລາວມີມໍລະດົກອັນດີງາມເລື່ອງການນຳຜູ້ຄົນມາຫາສາດສະໜາຈັກ.
ຂ້າພະເຈົ້າໄດ້ເວົ້າລົມນຳອະທິການຂອງມັກຄະນາຍົກຄົນນັ້ນ ເພື່ອຈະໄດ້ຮູ້ຈັກວ່າເພິ່ນຄາດຫວັງແນວໃດ ໃນຖານະປະໂລຫິດ ໃນການເຕົ້າໂຮມຈິດວິນຍານສຳລັບພຣະຜູ້ເປັນເຈົ້າ. ອະທິການກໍມີຄວາມກະຕືລືລົ້ນ ເມື່ອເພິ່ນບອກກ່ຽວກັບຜູ້ນຳເຜີຍແຜ່ປະຈຳຫວອດທີ່ໄດ້ຕິດຕາມເບິ່ງຜູ້ສົນໃຈ. ເພິ່ນໄດ້ຮັບຂໍ້ມູນນັ້ນເປັນປະຈຳ ໂດຍການຕິດຕໍ່ກັບຜູ້ສອນສາດສະໜາ.
ອະທິການ ແລະ ສະພາຫວອດຂອງເພິ່ນໄດ້ສົນທະນາກັນກ່ຽວກັບຄວາມກ້າວໜ້າຂອງຜູ້ສົນໃຈ. ເຂົາເຈົ້າໄດ້ຕັດສິນໃຈກ່ຽວກັບສິ່ງທີ່ເຂົາເຈົ້າສາມາດເຮັດໄດ້ສຳລັບແຕ່ລະຄົນ ແລະ ຄອບຄົວຂອງເຂົາ ເພື່ອຜູກມິດກັບເຂົາ ກ່ອນການບັບຕິສະມາ, ເພື່ອໃຫ້ເຂົາມີສ່ວນຮ່ວມໃນກິດຈະກຳຕ່າງໆ, ແລະ ເພື່ອລ້ຽງດູຄົນທີ່ໄດ້ຮັບບັບຕິສະມາແລ້ວ. ເພິ່ນໄດ້ເວົ້າວ່າ ບາງເທື່ອຜູ້ສອນສາດສະໜາມີນັດຫລາຍ ຈົນວ່າຕ້ອງໄດ້ແຍກກັນສອນ ໂດຍເອົາຜູ້ດຳລົງຖານະປະໂລຫິດແຫ່ງອາໂຣນໄປນຳເພື່ອເປັນຄູ່.
ແຜນການເຜີຍແຜ່ຂອງຫວອດແມ່ນຮ່ວມດ້ວຍຈຸດເປົ້າໝາຍຂອງກຸ່ມໂຄຣຳ ທີ່ຈະເຊື້ອເຊີນຄົນທີ່ເຂົາເຈົ້າຮູ້ຈັກ ໃຫ້ພົບກັບຜູ້ສອນສາດສະໜາ. ແມ່ນແຕ່ຝ່າຍປະທານກຸ່ມມັກຄະນາຍົກ ກໍຖືກເຊື້ອເຊີນໃຫ້ຕັ້ງເປົ້າໝາຍ ແລະ ວາງແຜນໃຫ້ສະມາຊິກໃນກຸ່ມໂຄຣຳຂອງຕົນ ຊ່ອຍນຳຄົນທີ່ເຂົາເຈົ້າຮູ້ຈັກມາຫາອານາຈັກຂອງພຣະເຈົ້າ.
ບັດນີ້, ມັກຄະນາຍົກຢູ່ໃນຫວອດທີ່ເຂັ້ມແຂງ ແລະ ປະໂລຫິດທີ່ຢູ່ໃນກຸ່ມສະມາຊິກໃໝ່ ແລະ ນ້ອຍ ເບິ່ງຄືວ່າບໍ່ມີຫຍັງທີ່ຄ້າຍຄືກັນຫລາຍ. ແລະ ທ່ານອາດບໍ່ເຄີຍເຫັນສິ່ງທີ່ຄ້າຍຄືກັນຫລາຍໃນປະສົບການຂອງທ່ານ ໃນການສ້າງສາສາດສະໜາຈັກ ກັບປະສົບການທີ່ເກີດຂຶ້ນຢູ່ໃນລັດນິວເມັກຊິໂກ ແລະ ໃນລັດນິວອິງແລນ.
ແຕ່ມີວິທີໜຶ່ງ ຊຶ່ງເຮົາເປັນໜຶ່ງໃນຖານະປະໂລຫິດຂອງເຮົາ. ເຮົາຊຳລະລ້າງຕົນເອງ ແລະ ປະຕິບັດໜ້າທີ່ຂອງເຮົາ ຕາມພຣະບັນຊາທີ່ໃຫ້ນຳພຣະກິດຕິຄຸນໄປຫາລູກທຸກຄົນຂອງພຣະບິດາເທິງສະຫວັນຂອງເຮົາ.
ເຮົາແບ່ງປັນປະສົບການ ໃນວິທີທີ່ພຣະຜູ້ເປັນເຈົ້າສ້າງອານາຈັກຂອງພຣະອົງຢູ່ໃນໂລກ. ຢູ່ໃນສາດສະໜາຈັກຂອງພຣະອົງ, ດ້ວຍເຄື່ອງມືທີ່ດີເດັ່ນ ແລະ ດ້ວຍອົງການຊ່ອຍເຫລືອ ເຮົາມີຄວາມຈິງທີ່ບັນດາສາດສະດາທັງຫລາຍໄດ້ສອນ ເຖິງວິທີທີ່ຈະບັນລຸວຽກງານເຜີຍແຜ່ໃນຖານະປະໂລຫິດຂອງເຮົາ.
ໃນກອງປະຊຸມໃຫຍ່ສາມັນ ເດືອນເມສາ ປີ 1959, ປະທານເດວິດ ໂອ ມິກເຄ ໄດ້ສອນຫລັກທຳນີ້, ເຊັ່ນດຽວກັບສາດສະດາທ່ານອື່ນໆນັບແຕ່ວັນເວລາຂອງເພິ່ນ, ຮ່ວມທັງປະທານທອມມັສ ແອັສ ມອນສັນ. ປະທານມິກເຄ ໄດ້ເລົ່າເລື່ອງໃນທ້າຍຄຳປາໄສຂອງເພິ່ນວ່າ ໃນປີ 1923 ໃນເຂດເຜີຍແຜ່ຢູ່ອັງກິດ, ສະມາຊິກຂອງສາດສະໜາຈັກໄດ້ຮັບຄຳແນະນຳໂດຍທົ່ວໄປ. ເຂົາເຈົ້າຖືກບອກວ່າ ບໍ່ໃຫ້ໃຊ້ຈ່າຍເງິນຄຳໃນການໂຄສະນາເພື່ອຕໍ່ສູ້ກັບຜູ້ຄົນທີ່ຕໍ່ຕ້ານສາດສະໜາຈັກ. ປະທານມິກເຄ ໄດ້ກ່າວວ່າ: “ໃຫ້ມອບໜ້າທີ່ຮັບຜິດຊອບໃຫ້ແກ່ສະມາຊິກທຸກຄົນຂອງສາດສະໜາຈັກ ວ່າໃນປີຕໍ່ໄປຫລັງຈາກ 1923 ສະມາຊິກທຸກຄົນຈະເປັນຜູ້ສອນສາດສະໜາ. ສະມາຊິກທຸກຄົນຈະເປັນຜູ້ສອນສາດສະໜາ! ບໍ່ວ່າຈະເປັນການພາແມ່ມາໂບດ, ຫລື ອາດເປັນພໍ່; ບາງທີສາມີ ຫລື ພັນລະຍາ. ບາງຄົນຈະໄດ້ຍິນຂ່າວປະເສີດແຫ່ງຄວາມຈິງຜ່ານທາງຕົວທ່ານ.”
ແລະ ປະທານມິກເຄ ໄດ້ກ່າວຕື່ມວ່າ: “ແລະ ນັ້ນຄືຂ່າວສານຂອງມື້ນີ້. ສະມາຊິກທຸກຄົນ—ໜຶ່ງລ້ານເຄິ່ງ—ເປັນຜູ້ສອນສາດສະໜາ!”2
ເມື່ອມັນຖືກປະກາດໃນປີ 2002 ວ່າວຽກງານເຜີຍແຜ່ເປັນໜ້າທີ່ຮັບຜິດຊອບຂອງອະທິການ, ຂ້າພະເຈົ້າມີຄວາມປະຫລາດໃຈຫລາຍ. ຂ້າພະເຈົ້າເຄີຍເປັນອະທິການ. ເບິ່ງຄືວ່າ ພວກເພິ່ນກໍມີໜ້າທີ່ຢ່າງອື່ນຫລາຍແລ້ວທີ່ຈະປະຕິບັດສຳລັບສາດສະໜາຈັກ ໃນການປະຕິບັດຕໍ່ສະມາຊິກ ແລະ ໃນການຄວບຄຸມການຈັດຕັ້ງຢູ່ໃນຫວອດ.
ອະທິການຄົນໜຶ່ງທີ່ຂ້າພະເຈົ້າຮູ້ຈັກ ໄດ້ເຫັນມັນວ່າ ບໍ່ໄດ້ເປັນສິ່ງເພີ່ມເຕີມພາລະ ແຕ່ເປັນໂອກາດທີ່ຈະໃຫ້ຫວອດມີຄວາມເປັນໜຶ່ງໃນອຸດົມການອັນຍິ່ງໃຫຍ່ ຊຶ່ງສະມາຊິກທຸກຄົນກາຍເປັນຜູ້ສອນສາດສະໜາ. ເພິ່ນໄດ້ເອີ້ນໃຫ້ມີຜູ້ນຳເຜີຍແຜ່ປະຈຳຫວອດ. ເພິ່ນໄດ້ພົບກັບຜູ້ສອນສາດສະໜາທຸກວັນເສົາ ເພື່ອຮຽນຮູ້ກ່ຽວກັບວຽກງານຂອງເຂົາເຈົ້າ ແລະ ຊຸກຍູ້ເຂົາເຈົ້າ ແລະ ຈະຮຽນຮູ້ເຖິງຄວາມກ້າວໜ້າຂອງຜູ້ສົນໃຈຂອງເຂົາເຈົ້າ. ສະພາຫວອດໄດ້ພົບວິທີທີ່ຈະໃຫ້ອົງການຕ່າງໆ ແລະ ກຸ່ມໂຄຣຳໃຊ້ປະສົບການຮັບໃຊ້ໃນການຕຽມວຽກງານເຜີຍແຜ່. ແລະ ໃນການເປັນຜູ້ຕັດສິນໃນອິດສະຣາເອນ, ເພິ່ນໄດ້ຊ່ອຍຊາວໜຸ່ມໃຫ້ຮູ້ສຶກເຖິງພອນຂອງການຊົດໃຊ້ ເພື່ອຮັກສາຕົນໃຫ້ບໍລິສຸດ.
ບໍ່ດົນມານີ້ ຂ້າພະເຈົ້າໄດ້ຂໍໃຫ້ເພິ່ນອະທິບາຍກ່ຽວກັບຈຳນວນຂອງສະມາຊິກໃໝ່ຢູ່ໃນຫວອດຂອງເພິ່ນ ແລະ ຈຳນວນຊາຍໜຸ່ມທີ່ຕຽມພ້ອມແລ້ວ ແລະ ຕື່ນເຕັ້ນທີ່ຈະນຳພຣະກິດຕິຄຸນຂອງພຣະເຢຊູຄຣິດອອກໄປສູ່ໂລກ. ເພິ່ນເວົ້າວ່າ ເບິ່ງຄືວ່າມັນບໍ່ເປັນພາລະຂອງຄົນໃດ, ແຕ່ມັນເປັນສິ່ງທີ່ເຮັດໃຫ້ເຂົາເຈົ້າກາຍເປັນໜຶ່ງໃນຄວາມກະຕືລືລົ້ນທີ່ຈະນຳຜູ້ຄົນເຂົ້າມາສູ່ຊຸມຊົນຂອງໄພ່ພົນຂອງພຣະເຈົ້າ ຊຶ່ງນຳຄວາມສຸກມາໃຫ້ເຂົາເຈົ້າຫລາຍທີ່ສຸດ.
ສຳລັບບາງຄົນແມ່ນເພື່ອແນວນັ້ນ. ເຊັ່ນດຽວກັບພວກລູກຊາຍຂອງໂມໄຊຢາ, ເຂົາເຈົ້າໄດ້ໜີຈາກບາບ ແລະ ໄດ້ຮັບການປິ່ນປົວໂດຍການຊົດໃຊ້ຢູ່ໃນສາດສະໜາຈັກຂອງພຣະເຈົ້າ. ດ້ວຍຄວາມຮັກ ແລະ ຄວາມກະຕັນຍູສຳລັບຂອງປະທານຂອງພຣະຜູ້ຊ່ອຍໃຫ້ລອດ, ເຂົາເຈົ້າຢາກຊ່ອຍເຫລືອທຸກຄົນທີ່ເຂົາເຈົ້າສາມາດຊ່ອຍໄດ້ ໃຫ້ໜີຈາກຄວາມໂສກເສົ້າເນື່ອງດ້ວຍບາບ, ຮູ້ສຶກເຖິງຄວາມສຸກແຫ່ງການໃຫ້ອະໄພ, ແລະ ຮ່ວມກັບເຂົາເຈົ້າຢູ່ໃນບ່ອນປອດໄພໃນອານາຈັກຂອງພຣະເຈົ້າ.
ມັນເປັນຄວາມຮັກຂອງພຣະເຈົ້າ ແລະ ຄວາມຮັກຕໍ່ໝູ່ເພື່ອນ ແລະ ເພື່ອນບ້ານຂອງເຂົາເຈົ້າ ທີ່ເຮັດໃຫ້ເຂົາເຈົ້າເປັນໜຶ່ງໃນການຮັບໃຊ້ຜູ້ຄົນ. ເຂົາເຈົ້າໄດ້ຕັດສິນໃຈເອົາພຣະກິດຕິຄຸນໄປຫາທຸກຄົນຢູ່ໃນບ່ອນທີ່ເຂົາເຈົ້າອາໄສຢູ່. ແລະ ເຂົາເຈົ້າຕຽມລູກໆໃຫ້ມີຄ່າຄວນຕໍ່ການເອີ້ນຂອງພຣະຜູ້ເປັນເຈົ້າທີ່ໃຫ້ໄປສອນ, ເພື່ອເປັນພະຍານ, ແລະ ເພື່ອຮັບໃຊ້ຢູ່ໃນເຂດອື່ນໃນສວນອະງຸ່ນຂອງພຣະອົງ.
ບໍ່ວ່າຈະເປັນຢູ່ໃນຫວອດໃຫຍ່ທີ່ມັກຄະນາຍົກຄົນໃໝ່ເຮັດໜ້າທີ່ຂອງລາວ ເພື່ອແບ່ງປັນພຣະກິດຕິຄຸນ ແລະ ເພື່ອສ້າງສາອານາຈັກ ຫລື ໃນກຸ່ມນ້ອຍໆຢູ່ແດນໄກ ບ່ອນທີ່ປະໂລຫິດຄົນໃໝ່ຮັບໃຊ້, ແຕ່ເຂົາເຈົ້າຈະເປັນໜຶ່ງໃນຈຸດປະສົງ. ມັກຄະນາຍົກຈະຖືກດົນໃຈດ້ວຍຄວາມຮັກຕໍ່ພຣະເຈົ້າ ທີ່ຈະເອື້ອມອອກໄປຫາເພື່ອນທີ່ຍັງບໍ່ໄດ້ເປັນສະມາຊິກ. ລາວຈະພາເພື່ອນມາຮ່ວມກິດຈະກຳບາງຢ່າງຂອງສາດສະໜາຈັກນຳ ແລະ ເຊື້ອເຊີນເຂົາ ແລະ ຄອບຄົວຂອງເຂົາໃຫ້ຮຽນຈາກຜູ້ສອນສາດສະໜາ. ຕໍ່ຄົນທີ່ໄດ້ຮັບບັບຕິສະມາ, ລາວຈະເປັນເພື່ອນທີ່ເຂົາເຈົ້າຕ້ອງການ.
ປະໂລຫິດຈະເຊື້ອເຊີນຄົນອື່ນໆໃຫ້ມາຮ່ວມກັບໄພ່ພົນຂອງພຣະເຈົ້າໃນກຸ່ມນ້ອຍໆຂອງລາວ ບ່ອນທີ່ລາວຮູ້ສຶກເຖິງຄວາມຮັກຂອງພຣະເຈົ້າ ແລະ ພອນແຫ່ງຄວາມສະຫງົບຂອງການຊົດໃຊ້.
ຖ້າຫາກລາວຊື່ສັດຕໍ່ໄປໃນໜ້າທີ່ຖານະປະໂລຫິດຂອງລາວ, ແລ້ວລາວຈະເຫັນກຸ່ມນ້ອຍໆຂອງລາວ ກາຍເປັນສາຂາ, ແລ້ວສະເຕກຂອງສີໂອນຈະມາຕັ້ງຢູ່ໃນເມືອງຂອງລາວ. ຈະມີຫວອດທີ່ມີອະທິການທີ່ດີຄອຍດູແລ. ອາດເປັນລູກຊາຍຄົນໜຶ່ງຂອງລາວ ຫລື ຫລານຊາຍຜູ້ໃນມື້ໜຶ່ງຈະພາຜູ້ຮັບໃຊ້ຂອງພຣະເຈົ້າຂຶ້ນໄປເທິງຄ້ອຍ ແລະ ເວົ້າວ່າ, “ບ່ອນນີ້ຄົງເປັນບ່ອນທີ່ເໝາະສົມສຳລັບພຣະວິຫານນໍ.”
ຂ້າພະເຈົ້າອະທິຖານວ່າ ບໍ່ວ່າເຮົາຈະອາໄສຢູ່ບ່ອນໃດ ແລະ ເຮົາມີໜ້າທີ່ໃດກໍຕາມ ໃນຖານະປະໂລຫິດຂອງພຣະເຈົ້າ, ເຮົາຈະເປັນໜຶ່ງໃນອຸດົມການ ເພື່ອນຳພຣະກິດຕິຄຸນໄປສູ່ໂລກ ແລະວ່າເຮົາຈະຊຸກຍູ້ຜູ້ຄົນທີ່ເຮົາຮັກໃຫ້ສະອາດຈາກບາບ ແລະ ມີຄວາມສຸກກັບເຮົາໃນອານາຈັກຂອງພຣະເຈົ້າ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.