ຮາກຖານທີ່ແໜ້ນໜາ
ຂໍໃຫ້ເຮົາຈົ່ງຮັບເອົາການເຊື້ອເຊີນຂອງພຣະຜູ້ຊ່ອຍໃຫ້ລອດທີ່ໃຫ້ມາສູ່ພຣະອົງ. ຂໍໃຫ້ເຮົາຈົ່ງສ້າງຊີວິດຂອງເຮົາຂຶ້ນຢູ່ເທິງຮາກຖານທີ່ປອດໄພ ແລະ ແໜ້ນໜາ.
ເມື່ອວັນທີ 17 ເດືອນຕຸລາ ປີ 1989, ຕອນຂ້າພະເຈົ້າຂັບລົດກັບບ້ານ, ຂ້າພະເຈົ້າກຳລັງຈະໄປເຖິງໄຟຂອງທາງສີ່ແຍກ ລະຫວ່າງຖະໜົນ ມາເກັດ ແລະ ບຽວ ໃນເມືອງແຊນຟະແຣນຊິສະໂກ້, ລັດຄາລິຟໍເນຍ. ໃນວິນາທີນັ້ນ ຂ້າພະເຈົ້າໄດ້ຮູ້ສຶກວ່າລົດສັ່ນ ແລະ ໄດ້ຄິດວ່າ, “ຕີນລົດເຮົາຕ້ອງແວບແນ່ນອນ.” ເມື່ອລົດນັ້ນສັ່ນຕໍ່ໄປ, ຂ້າພະເຈົ້າໄດ້ເຫັນລົດເມຢູ່ໃກ້ໆຂ້າພະເຈົ້າ ແລະ ໄດ້ຄິດອີກວ່າ, “ລົດເມຄັນນັ້ນຕຳເຮົາ!” ແລ້ວ ລົດຂອງຂ້າພະເຈົ້າກໍໄດ້ສັ່ນອີກຕໍ່ໄປ, ແລະ ຂ້າພະເຈົ້າໄດ້ຄິດວ່າ, “ຕີນລົດເຮົາຕ້ອງແວບທັງສີ່ເບື້ອງແນ່!” ແຕ່ມັນບໍ່ໄດ້ແມ່ນຕີນລົດແວບ ຫລື ລົດເມ—ນັ້ນ ແມ່ນແຜ່ນດິນໄຫວທີ່ຮ້າຍແຮງ! ເມື່ອຂ້າພະເຈົ້າໄດ້ຢຸດຢູ່ທີ່ໄຟແດງ, ກໍໄດ້ເຫັນຄື້ນນ້ອຍໆ ຕາມທາງຍ່າງ ທີ່ຄ້າຍຄືຄື້ນຂອງທະເລທີ່ກິ້ງລົງມາຕາມຖະໜົນມາເກັດ. ຢູ່ຂ້າງໜ້າຂອງຂ້າພະເຈົ້າຕຶກຫ້ອງການສູງໆແກວ່ງໄກວໄປມາ, ແລະ ກ້ອນດິນຈີ່ເລີ່ມຕົກຈາກຕຶກເກົ່າໆ ລົງມາທາງດ້ານຊ້າຍຂອງຂ້າພະເຈົ້າ ຂະນະທີ່ແຜ່ນດິນນັ້ນສັ່ນຕໍ່ໄປ.
ແຜ່ນດິນໄຫວ ໂລມາ ພຣີເອຕາ ໄດ້ເກີດຂຶ້ນໃນເຂດແຊນຟະແຣນຊິສະໂກ້ ເມື່ອເວລາ 5:04 ຕອນບ່າຍ ຂອງວັນນັ້ນ, ແລະ ໄດ້ເຮັດໃຫ້ຄົນເປັນຈຳນວນ 12,000 ຄົນບໍ່ມີບ້ານຢູ່ອາໄສ.
ແຜ່ນດິນໄຫວນັ້ນ ໄດ້ກໍ່ໃຫ້ເກີດຄວາມເສຍຫາຍ ທີ່ສາຫັດໃນເຂດອ່າວ ແຊນຟະແຣນຊິສະໂກ້, ທີ່ສັງເກດເຫັນໄດ້ດີໃນທີ່ດິນທີ່ບໍ່ໝັ້ນຄົງໃນເມືອງແຊນຟະແຣນຊິສະໂກ້ ແລະ ອົກແລນ. ໃນເມືອງແຊນຟະແຣນຊິສະ ໂກ້, ເຂດແຄມຝັ່ງນ້ຳ ມາຣີນາ ໄດ້ຖືກສ້າງຂຶ້ນເທິງບ່ອນຖິ້ມຂີ້ເຫຍື່ອ ທີ່ປະສົມດ້ວຍດິນຊາຍ, ດິນທຳມະດາ, ເສດດິນຈີ່, ແລະ ວັດຖຸອື່ນໆ ທີ່ມີນ້ຳຢູ່ທີ່ພື້ນຫລາຍ. ບາງບ່ອນກໍເຕັມໄປດ້ວຍເສດດິນຈີ່ ທີ່ຖືກຖິ້ມໃສ່ອ່າວແຊນຟະແຣນຊິສະໂກ້ ຫລັງຈາກແຜ່ນດິນໄຫວໃນເມືອງແຊນຟະແຣນຊິສະໂກ້ ເມື່ອປີ 1906.”1
ໃນປະມານປີ 1915, ອາຄານຫ້ອງແຖວໄດ້ຖືກສ້າງຂຶ້ນຢູ່ທີ່ແຖວຖິ້ມຂີ້ເຫຍື່ອນັ້ນ. ຕອນແຜ່ນດິນໄຫວໃນປີ 1989, ຂີ້ຕົມ, ດິນຊາຍ, ແລະ ເສດດິນຈີ່ ທີ່ເຕັມໄປດ້ວຍນ້ຳນັ້ນ ໄດ້ປ່ຽນເປັນກ້ອນ ຄືທາດແຫລວເປັນນ້ຳ, ທີ່ເຮັດໃຫ້ຕຶກອາຄານເພພັງລົງ. ຕຶກອາຄານເຫລົ່ານັ້ນ ບໍ່ໄດ້ຖືກສ້າງຂຶ້ນເທິງຮາກຖານທີ່ແໜ້ນໜາ.
ແຜ່ນດິນໄຫວ ໂລມາ ພຣີເອຕາ ໄດ້ກະທົບກະເທືອນຕໍ່ຄົນທັງຫລາຍ, ຮ່ວມດ້ວຍຕົວຂ້າພະເຈົ້າເອງ. ເມື່ອມາໄຕ່ຕອງເຖິງເຫດການຂອງວັນນັ້ນ ມັນໄດ້ຢືນຢັນອີກ ໃນຄວາມຄິດຂອງຂ້າພະເຈົ້າ ວ່າເພື່ອຈະທົນຕໍ່ລົມພະຍຸ, ແຜ່ນດິນໄຫວ, ແລະ ໄພພິບັດຂອງຊີວິດນີ້ໄດ້ຢ່າງສຳເລັດຜົນ, ເຮົາຕ້ອງສ້າງຂຶ້ນເທິງຮາກຖານທີ່ແໜ້ນໜາ.
ຮີລາມັນ ສາດສະດາຊາວນີໄຟ ໄດ້ອະທິບາຍຄວາມແຈ່ມແຈ້ງ ຢ່າງບໍ່ຜິດພາດ ເຖິງຄວາມສຳຄັນຂອງການສ້າງຊີວິດຂອງເຮົາຢູ່ເທິງຮາກຖານທີ່ແໜ້ນໜາ, ແມ່ນແຕ່ຮາກຖານຂອງພຣະເຢຊູຄຣິດວ່າ: “ແລະ ບັດນີ້, ຈົ່ງຈື່ໄວ້, ລູກຂອງພໍ່, ຈົ່ງຈື່ໄວ້ວ່າ ລູກຈະຕ້ອງສ້າງຮາກຖານຂອງລູກເທິງດານຫີນຂອງພຣະຜູ້ໄຖ່ຂອງພວກເຮົາ, ຄື ພຣະຄຣິດ, ພຣະບຸດຂອງພຣະເຈົ້າ; ເພື່ອວ່າເມື່ອມານສົ່ງລົມພະຍຸຮ້າຍຂອງມັນມາ, ແທ້ຈິງແລ້ວ, ຟ້າແມບເຫລື້ອມກັບລົມບ້າໝູຂອງມັນມາ, ແທ້ຈິງແລ້ວ, ເມື່ອໝາກເຫັບທັງໝົດ ແລະ ລົມຝົນອັນແຮງກ້າຂອງມັນລົງມາຕີລູກ, ມັນຈະບໍ່ມີອຳນາດອັນໃດເໜືອລູກເລີຍທີ່ຈະແກ່ລູກລົງໄປຫາເຫວເລິກແຫ່ງຄວາມທຸກທໍລະມານ ແລະ ຄວາມຈິບຫາຍອັນບໍ່ສິ້ນສຸດ, ເພາະດານຫີນບ່ອນທີ່ລູກຖືກສ້າງຂຶ້ນເທິງມັນ ຊຶ່ງເປັນຮາກຖານທີ່ແໜ້ນໜາ, ເປັນຮາກຖານຊຶ່ງຫາກມະນຸດສ້າງຂຶ້ນເທິງມັນ ພວກເຂົາຈະຕົກໄປບໍ່ໄດ້” (ຮີລາມັນ 5:12).
ໃນການກໍ່ສ້າງພຣະວິຫານໃນຍຸກສະໄໝໃໝ່ນີ້, ກໍມີຄວາມເອົາໃຈໃສ່ຢ່າງລະມັດລະວັງຕໍ່ການອອກແບບ, ການກໍ່ສ້າງ, ແລະ ການນຳໃຊ້ວັດຖຸການກໍ່ສ້າງ. ການກວດສອບດິນ ແລະ ທໍລະນີວິທະຍາຢ່າງລະອຽດກໍເກີດຂຶ້ນຢູ່ທີ່ສະຖານທີ່ ບ່ອນທີ່ພຣະວິຫານນັ້ນຈະຖືກສ້າງຂຶ້ນມາ. ການສຶກສາສາຍລົມ, ຝົນ, ແລະ ການປ່ຽນແປງໃນອາກາດສຳລັບເຂດນັ້ນ ກໍຖືກຄຳນຶງເຖິງ ເພື່ອວ່າພຣະວິຫານທີ່ສຳເລັດແລ້ວ ຈະສາມາດທົນຕໍ່ ບໍ່ພຽງແຕ່ພະຍຸ ແລະ ດິນຟ້າອາກາດທີ່ເກີດຂຶ້ນໃນເຂດນັ້ນເທົ່ານັ້ນ, ແຕ່ພຣະວິຫານນັ້ນຖືກອອກແບບ ແລະ ສ້າງຂຶ້ນໃຫ້ທົນຕໍ່ແຜ່ນດິນໄຫວ, ພະຍຸໃຕ້ຝຸ່ນ, ນ້ຳຖ້ວມ, ແລະ ໄພພິບັດທຳມະຊາດອື່ນໆ ທີ່ອາດຈະເກີດຂຶ້ນ ທີ່ບໍ່ໄດ້ຄາດຄິດໄວ້. ໃນພຣະວິຫານຫລາຍໆແຫ່ງ, ດິນເປຕັງ ຫລື ເສົາໃຫຍ່ຄ້ຳຖືກຝັງລົງໄປເລິກໆໃນດິນເພື່ອເປັນຮາກຖານທີ່ແໜ້ນໜາໃຫ້ແກ່ພຣະວິຫານແຫ່ງນັ້ນ.
ເໝືອນດັ່ງຜູ້ອອກແບບ ແລະ ຜູ້ກໍ່ສ້າງໃນວັນເວລາຂອງເຮົາ, ພຣະບິດາໃນສະຫວັນທີ່ຮັກ ແລະ ມີເມດຕາຂອງເຮົາ ແລະ ພຣະບຸດຂອງພຣະອົງໄດ້ຈັດຕຽມແຜນການ, ເຄື່ອງມື, ແລະ ຊັບພະຍາກອນອື່ນໆ ສຳລັບການນຳໃຊ້ຂອງເຮົາ ເພື່ອວ່າເຮົາຈະສາມາດກໍ່ສ້າງ ແລະ ຈັດໂຄງຮ່າງຂອງຊີວິດຂອງເຮົາໃຫ້ແນ່ ນອນ ແລະ ບໍ່ຫວັ່ນໄຫວ. ແຜນການນີ້ກໍຄືແຜນແຫ່ງຄວາມລອດ, ແຜນແຫ່ງຄວາມສຸກອັນຍິ່ງໃຫຍ່ນັ້ນເອງ. ແຜນການໄດ້ໃຫ້ເຮົາເຫັນຮູບພາບ ແລະ ຄວາມເຂົ້າໃຈທີ່ແຈ້ງຊັດເຖິງຂັ້ນຕອນການເລີ່ມຕົ້ນ ແລະ ການສິ້ນສຸດ, ແລະ ຂັ້ນຕອນທີ່ຈຳເປັນ, ຮ່່ວມທັງພິທີການຕ່າງໆ, ຊຶ່ງຈຳເປັນສຳລັບລູກໆຂອງພຣະບິດາ ເພື່ອຈະສາມາດກັບຄືນໄປຫາທີ່ປະທັບຂອງພຣະອົງ ແລະ ອາໄສຢູ່ກັບພຣະອົງຕະຫລອດໄປ.
ສັດທາ, ການກັບໃຈ, ບັບຕິສະມາ, ຂອງປະທານແຫ່ງພຣະວິນຍານບໍລິສຸດ, ແລະ ການອົດທົນຈົນເຖິງທີ່ສຸດກໍເປັນພາກສ່ວນຂອງ “ແຜນໂຄງຮ່າງ” ຂອງຊີວິດ. ມັນຊ່ອຍຫລໍ່ຫລອມຫລັກທຳທີ່ຈຳເປັນຢ່າງສົມຄວນ ທີ່ຈະເປັນຫລັກສະໝໍຕໍ່ຊີວິດຂອງເຮົາ ໃສ່ກັບການຊົດໃຊ້ຂອງພຣະຄຣິດ. ສິ່ງເຫລົ່ານີ້ຈະຈັດຮູບ ຮ່າງ ແລະ ເປັນໂຄງຮ່າງທີ່ຄ້ຳຈູນຂອງໂຄງສ້າງຊີວິດຂອງຄົນ. ແລ້ວ, ດັ່ງທີ່ແຜນຜັງຂອງພຣະວິຫານໄດ້ມີ “ລາຍລະອຽດທີ່ລະບຸໄວ້” ທີ່ໃຫ້ການສັ່ງສອນຢ່າງລະອຽດກ່ຽວກັບວິທີທີ່ຈະຈັດຮູບແບບ ແລະ ຮວມສ່ວນປະກອບທີ່ຈຳເປັນ, ດັ່ງການ ອະທິຖານ, ການອ່ານພຣະຄຳພີ, ການຮັບສ່ວນສິນລະລຶກ, ແລະ ການຮັບເອົາພິທີການ ທີ່ຈຳເປັນຂອງຖານະປະໂລຫິດ ກໍກາຍເປັນ “ລາຍລະອຽດທີ່ລະບຸໄວ້” ທີ່ຈະຊ່ອຍຮວມ ແລະ ຜູກມັດໂຄງສ້າງຂອງຊີວິດເຂົ້າກັນ.
ຄວາມສົມດຸນໃນການນຳໃຊ້ລາຍລະອຽດ ທີ່ລະບຸໄວ້ເຫລົ່ານີ້ ແມ່ນຈຳເປັນຕໍ່ຊີວິດ. ຍົກຕົວຢ່າງ, ໃນຂັ້ນຕອນຂອງການເຮັດດິນເປຕັງ, ສ່ວນຕ່າງໆຂອງດິນຊາຍ, ຫີນແຮ່, ຊີມັງ, ແລະ ນ້ຳທີ່ແນ່ຊັດພໍດີ ກໍຖືກນຳໃຊ້ ເພື່ອວ່າຈະໄດ້ມີຄວາມແຂງແກ່ນຫລາຍທີ່ສຸດ. ສ່ວນທີ່ບໍ່ຖືກຕ້ອງ ຫລື ການບໍ່ປະສົມເອົາສ່ວນໃດສ່ວນ ໜຶ່ງຂອງທາດເຫລົ່ານີ້ໃສ່ ຈະເຮັດໃຫ້ດິນເປຕັງອ່ອນແອ ແລະ ບໍ່ສາມາດເຮັດໜ້າທີ່ໃຊ້ງານທີ່ສຳຄັນຂອງມັນໄດ້.
ໃນທຳນອງດຽວກັນ, ຖ້າຫາກເຮົາບໍ່ຈັດໃຫ້ມີຄວາມສົມດຸນ ທີ່ສົມຄວນໃນຊີວິດຂອງເຮົາ ຈາກການອະທິຖານສ່ວນຕົວ ແລະ ການຊື່ນຊົມຈາກພຣະຄຳພີ, ການເພີ່ມຄວາມເຂັ້ມແຂງທຸກໆທິດຈາກການຮັບສ່ວນສິນລະລຶກ, ແລະ ການມີສ່ວນຮ່ວມໃນພິທີການຂອງຖານະປະໂລຫິດ ດັ່ງເຊັ່ນ ພິທີການພຣະວິຫານ, ເຮົາກໍຈະອ່ອນແອລົງ ໃນຄວາມເຂັ້ມແຂງຂອງໂຄງສ້າງທາງວິນຍານຂອງເຮົາກໍຄືກັນ.
ໂປໂລ, ໃນຈົດໝາຍທີ່ຂຽນເຖິງຊາວເອເຟໂຊ, ໄດ້ກ່າວໃນທຳນອງນີ້ ຊຶ່ງເຮົາສາມາດນຳໃຊ້ກັບຄວາມຕ້ອງການຂອງການພັດທະນາທີ່ສົມດຸນ ແລະ ສົມຮວມບຸກຄະລັກສະນະ ແລະ ຈິດວິນຍານຂອງເຮົາ ເຂົ້າກັນວ່າ: “ແມ່ນພຣະອົງນັ້ນແຫລະ ທີ່ຄ້ຳຊູຕົວຕຶກທັງໝົດເຂົ້າກັນ ແລະ ເຮັດໃຫ້ຈະເລີນຂຶ້ນ ເພື່ອປະກອບເປັນພຣະວິຫານອັນສັກສິດ ຖະຫວາຍແກ່ພຣະຜູ້ເປັນເຈົ້າ” (ເອເຟໂຊ 2:21).
ການອະທິຖານເປັນສ່ວນໜຶ່ງໃນຫລັກທຳພື້ນຖານ ແລະ ສຳຄັນຂອງສັດທາ ແລະ ບຸກຄະລັກສະນະຂອງເຮົາ. ຜ່ານການອະທິຖານ ເຮົາຈະສາມາດສະແດງຄວາມກະຕັນຍູ, ຄວາມຮັກ, ແລະ ຄວາມອຸທິດຕົນຂອງເຮົາຕໍ່ພຣະເຈົ້າ. ຜ່ານການອະທິຖານເຮົາສາມາດຍິນຍອມຄວາມປະສົງຂອງເຮົາຕໍ່ຂອງພຣະອົງ ແລະ ໃນການຕອບແທນ ຈະໄດ້ຮັບຄວາມເຂັ້ມແຂງທີ່ຈະປັບຊີວິດຂອງເຮົາ ເຂົ້າກັບຄຳສອນຂອງພຣະອົງ. ການອະທິຖານຄືເສັ້ນທາງທີ່ເຮົາສາມາດຕິດຕາມໄດ້ ເພື່ອຈະສະແຫວງຫາອິດທິພົນຂອງພຣະອົງໃນຊີວິດຂອງເຮົາ, ແມ່ນແຕ່ການເປີດເຜີຍ.
ແອວມາໄດ້ສອນວ່າ: “ຈົ່ງປຶກສານຳພຣະຜູ້ເປັນເຈົ້າໃນການກະທຳທັງໝົດຂອງລູກ, ແລະ ພຣະອົງຈະຊີ້ທາງໃຫ້ລູກເພື່ອຄວາມດີ; ແທ້ຈິງແລ້ວ, ເວລາລູກນອນລົງຕອນກາງຄືນກໍຈົ່ງນອນຢູ່ກັບພຣະຜູ້ເປັນເຈົ້າ, ເພື່ອພຣະອົງຈະໄດ້ດູແລລູກເວລາລູກນອນ; ແລະ ເວລາລູກຕື່ນຂຶ້ນຕອນເຊົ້າ ກໍຂໍໃຫ້ໃຈຂອງລູກເຕັມໄປດ້ວຍຄວາມຂອບພຣະໄທພຣະຜູ້ເປັນເຈົ້າ; ແລະ ຖ້າຫາກລູກເຮັດສິ່ງເຫລົ່ານີ້, ລູກຈະຖືກຍົກຂຶ້ນໃນວັນສຸດທ້າຍ” (ແອວມາ 37:37).
ການແບ່ງປັນຄວາມຄິດ, ຄວາມຮູ້ສຶກ, ແລະ ຄວາມປາດຖະໜາຂອງເຮົາກັບພຣະເຈົ້າ ຜ່ານການອະທິຖານທີ່ແທ້ຈິງ ແລະ ຈິງໃຈຄວນກາຍເປັນເລື່ອງສຳຄັນ ແລະ ທຳມະດາສຳລັບເຮົາແຕ່ລະຄົນ ດັ່ງການຫັນໃຈ ແລະ ການກິນເຂົ້າ.
ການຄົ້ນຫາພຣະຄຳພີປະຈຳວັນ ຈະເຮັດໃຫ້ສັດທາ ແລະ ບຸກຄະລັກສະນະຂອງເຮົາເຂັ້ມແຂງຄືກັນ. ດັ່ງທີ່ເຮົາຕ້ອງການອາຫານມາບຳລຸງລ້ຽງຮ່າງກາຍຂອງເຮົາ, ວິນຍານ ແລະ ຈິດວິນຍານຂອງເຮົາກໍຈະຖືກເພີ່ມຕື່ມ ແລະ ເຂັ້ມແຂງຂຶ້ນ ໂດຍການຊື່ນຊົມດ້ວຍພຣະຄຳຂອງພຣະຄຣິດ ທີ່ບັນຈຸໄວ້ໃນການຂຽນຂອງສາດສະດາທັງຫລາຍ. ນີໄຟໄດ້ສອນວ່າ, “ຈົ່ງຊື່ນຊົມດ້ວຍພຣະຄຳຂອງພຣະຄຣິດ; ເພາະຈົ່ງເບິ່ງ, ພຣະຄຳຂອງພຣະຄຣິດຈະບອກພວກທ່ານທຸກຢ່າງທີ່ພວກທ່ານຄວນເຮັດ (2 ນີໄຟ 32:3).
ເຖິງແມ່ນວ່າການອ່ານພຣະຄຳພີນັ້ນດີ, ແຕ່ການອ່ານມັນເທົ່ານັ້ນກໍບໍ່ພຽງພໍ ເພື່ອຈະເຂົ້າໃຈຂອບເຂດຂອງຄຳສອນຂອງພຣະຜູ້ຊ່ອຍໃຫ້ລອດຢ່າງສົມບູນ. ການຄົ້ນຫາ, ການໄຕ່ຕອງ, ແລະ ການນຳໃຊ້ພຣະຄຳຂອງພຣະຄຣິດ ດັ່ງທີ່ຖືກສອນຢູ່ໃນພຣະຄຳພີ ຈະນຳປັນຍາ ແລະ ຄວາມຮູ້ມາໃຫ້ ເກີນກວ່າຄວາມເຂົ້າໃຈຂອງມະນຸດ. ສິ່ງນີ້ຈະເຮັດໃຫ້ຄຳໝັ້ນສັນຍາຂອງເຮົາເຂັ້ມແຂງ ແລະ ໃຫ້ເຮົາມີການຖະໜອມໄວ້ທາງວິນຍານ ເພື່ອວ່າເຮົາຈະເຮັດໃຫ້ດີທີ່ສຸດ ໃນທຸກໆສະພາບການ.
ຂັ້ນຕອນທີ່ສຳຄັນສຸດຂັ້ນໜຶ່ງ ທີ່ເຮົາສາມາດເຮັດໄດ້ ເພື່ອຈະເຮັດໃຫ້ຊີວິດຂອງເຮົາເຂັ້ມແຂງ ແລະ ຕິດຢູ່ຢ່າງໝັ້ນຄົງຕໍ່ຮາກຖານຂອງພຣະຜູ້ຊ່ອຍໃຫ້ລອດ ຄືທີ່ຈະຮັບສ່ວນສິນລະລຶກແຕ່ລະອາທິດຢ່າງມີຄຸນຄ່າດີພໍ. ພິທີການສິນລະລຶກໃຫ້ໂອກາດແກ່ສະມາຊິກຂອງສາດສະໜາຈັກທຸກໆຄົນ ທີ່ຈະໄຕ່ຕອງຊີວິດຂອງຕົນລ່ວງໜ້າ, ເພື່ອຄຳນຶງເຖິງການກະທຳ ຫລື ສິ່ງທີ່ເຮົາຄວນເຮັດແຕ່ບໍ່ໄດ້ເຮັດ ທີ່ອາດຕ້ອງການການກັບໃຈ, ແລະ ແລ້ວຮັບສ່ວນເຂົ້າຈີ່ ແລະ ນ້ຳທີ່ເປັນສັນຍາລັກສັກສິດ ໃນການລະນຶກເຖິງພຣະກາຍ ແລະ ໂລຫິດຂອງພຣະເຢຊູຄຣິດ, ເປັນສັກຂີພະຍານເຖິງການຊົດໃຊ້ຂອງພຣະອົງ. ຖ້າເຮົາຮັບສ່ວນດ້ວຍຄວາມຈິງໃຈ ແລະ ໃນຄວາມຖ່ອມຕົນ, ເຮົາຈະຕໍ່ພັນທະສັນຍານິລັນດອນ, ຖືກເຮັດໃຫ້ສະອາດ ແລະ ສັກສິດ, ແລະ ໄດ້ຮັບຄຳສັນຍາ ທີ່ວ່າເຮົາຈະມີພຣະວິນຍານຂອງພຣະອົງຢູ່ດ້ວຍຕະຫລອດເວລາ. ພຣະວິນຍານເປັນຊີມັງ, ເປັນສາຍເຊື່ອມທີ່ບໍ່ພຽງແຕ່ຈະເຮັດໃຫ້ສັກສິດ ແຕ່ຈະນຳທຸກສິ່ງມາສູ່ຄວາມຊົງຈຳຂອງເຮົາ ແລະ ເປັນພະຍານອີກເທື່ອແລ້ວເທື່ອເລົ່າ ເຖິງພຣະເຢຊູຄຣິດ. ການຮັບສ່ວນສິນລະລຶກຢ່າງມີຄຸນຄ່າດີພໍ ຈະເຮັດໃຫ້ຄວາມສຳພັນສ່ວນຕົວຂອງເຮົາເຂັ້ມແຂງຂຶ້ນ ຕໍ່ດານຫີນຮາກຖານນັ້ນ, ຊຶ່ງເປັນພຣະເຢຊູຄຣິດ.
ລະຫວ່າງການປະຕິບັດສາດສະໜາກິດຂອງພຣະອົງ ພຣະຜູ້ຊ່ອຍໃຫ້ລອດໄດ້ສອນຄຳສອນ, ຫລັກທຳ, ແລະ ການກະທຳທີ່ຈຳເປັນ ດ້ວຍຄວາມຮັກ ແລະ ຄວາມແຈ່ມແຈ້ງ ທີ່ຈະຮັກສາຊີວິດຂອງເຮົາເອົາໄວ້ ແລະ ເຮັດໃຫ້ບຸກຄະລັກສະນະຂອງເຮົາເຂັ້ມແຂງຂຶ້ນ. ໃນທ້າຍການເທດສະໜາທີ່ໂນນພູ, ພຣະອົງໄດ້ ກ່າວວ່າ:
“ດັ່ງນັ້ນ, ຜູ້ໃດກໍຕາມທີ່ໄດ້ຍິນຄຳເຫລົ່ານີ້ຂອງເຮົາ ແລະ ປະຕິບັດຕາມ, ຜູ້ນັ້ນກໍປຽບເໝືອນຄົນສະຫລາດຜູ້ປຸກເຮືອນຂອງຕົນໃສ່ເທິງດານຫີນ—
“ແລະ ຝົນຖັ່ງເທລົງມາ, ແລະ ນ້ຳກໍນອງ, ແລະ ລົມກໍພັດ, ແລະ ປະທະເຮືອນນັ້ນ; ແລະ ມັນບໍ່ພັງ, ເພາະວ່າມັນຖືກສ້າງໃສ່ເທິງດານຫີນ.
“ແຕ່ທຸກຄົນທີ່ໄດ້ຍິນຄຳເຫລົ່ານີ້ຂອງເຮົາ ແລ້ວບໍ່ປະຕິບັດຕາມກໍປຽບເໝືອນຄົນໂງ່, ຜູ້ປຸກເຮືອນຂອງຕົນໃສ່ເທິງດິນຊາຍ—
“ແລະ ຝົນຖັ່ງເທລົງມາ, ແລະ ນ້ຳກໍນອງ, ແລະ ລົມກໍພັດ, ແລະ ປະທະເຮືອນນັ້ນ; ແລະ ມັນພັງ, ແລະ ການພັງນັ້ນໃຫຍ່ຫລວງ” (3 ນີໄຟ 14:24–27; ເບິ່ງ ມັດທາຍ 7:24–27) ນຳອີກ.
ອ້າຍເອື້ອຍນ້ອງທັງຫລາຍ, ບໍ່ມີຄົນໃດໃນບັນດາພວກເຮົາ ທີ່ຈະຕັ້ງສ້າງບ້ານເຮືອນຂອງເຮົາ, ບ່ອນທີ່ເຮົາເຮັດວຽກ, ຫລື ບ້ານອັນສັກສິດແຫ່ງການນະມັດສະການ ຢ່າງມີຄວາມຮູ້ຢູ່ ເທິງດິນຊາຍ, ເສດດິນຈີ່, ຫລື ປາດສະຈາກແບບແຜນ ແລະ ວັດຖຸທີ່ດີສົມຄວນ. ຂໍໃຫ້ເຮົາຈົ່ງຮັບເອົາການເຊື້ອເຊີນຂອງພຣະຜູ້ຊ່ອຍໃຫ້ລອດ ທີ່ໃຫ້ມາສູ່ພຣະອົງ. ຂໍໃຫ້ເຮົາຈົ່ງສ້າງຊີວິດຂອງເຮົາຂຶ້ນຢູ່ເທິງຮາກຖານທີ່ປອດໄພ ແລະ ແໜ້ນໜາ.
ຂ້າພະເຈົ້າເປັນພະຍານຢ່າງຖ່ອມຕົນວ່າ ໂດຍການສ້າງຕັ້ງຊີວິດຂອງເຮົາຢູ່ເທິງພຣະເຢຊູຄຣິດ ແລະ ການຊົດໃຊ້ຂອງພຣະອົງ ແລະ ໂດຍການຕິດຕາມແຜນການຂອງພຣະອົງຢ່າງລະມັດລະວັງເພື່ອຄວາມສຸກຂອງເຮົາ, ຮ່ວມທັງການອະທິຖານປະຈຳວັນ, ການສຶກສາພຣະຄຳພີປະຈຳວັນ, ແລະ ການຮັບ ສ່ວນສິນລະລຶກທຸກໆທິດ, ເຮົາຈະໄດ້ເຂັ້ມແຂງຂຶ້ນ; ເຮົາຈະປະສົບການເຕີບໂຕສ່ວນຕົວ ແລະ ການເຫລື້ອມໃສທີ່ຍືນຍົງ; ເຮົາຈະຕຽມພ້ອມທີ່ຈະທົນຕໍ່ພະຍຸ ແລະ ໄພພິບັດຂອງຊີວິດໄດ້ຢ່າງສຳເລັດຜົນ; ເຮົາຈະໄດ້ປະສົບຄວາມປິຕິຍິນດີ ແລະ ຄວາມສຸກທີ່ຖືກສັນຍາໄວ້, ແລະ ເຮົາຈະມີຄວາມໝັ້ນໃຈວ່າຊີວິດຂອງເຮົາ ຖືກສ້າງຂຶ້ນເທິງຮາກຖານທີ່ແໜ້ນໜາ: ຮາກຖານທີ່ຈະບໍ່ພັງທະລາຍຈັກເທື່ອເລີຍ. ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.