“ຈົ່ງມາຫາເຮົາ”
ໂດຍພຣະວາຈາ ແລະ ຕົວຢ່າງຂອງພຣະອົງ, ພຣະຄຣິດໄດ້ສະແດງໃຫ້ເຮົາເຫັນວິທີທີ່ຈະເຂົ້າໃກ້ພຣະອົງ.
ຂ້າພະເຈົ້າມີຄວາມກະຕັນຍູຫລາຍທີ່ໄດ້ມາຮ່ວມກັບທ່ານໃນກອງປະຊຸມໃຫຍ່ສາມັນຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ. ນີ້ແມ່ນສາດສະໜາຈັກຂອງພຣະອົງ. ເຮົາໄດ້ຮັບເອົາພຣະນາມຂອງພຣະອົງ ເມື່ອເຮົາເຂົ້າມາໃນອານາຈັກຂອງພຣະອົງ. ພຣະອົງເປັນພຣະເຈົ້າ, ເປັນພຣະຜູ້ສ້າງ, ແລະ ດີພ້ອມທຸກຢ່າງ. ເຮົາເປັນມະຕະ ແລະ ຕ້ອງຕາຍ ແລະ ເຮັດບາບ. ເພາະພຣະອົງຮັກເຮົາ ແລະ ຮັກຄອບຄົວຂອງເຮົາ, ພຣະອົງຈຶ່ງໄດ້ເຊື້ອເຊີນເຮົາໃຫ້ເຂົ້າໃກ້ພຣະອົງ. ນີ້ຄືຖ້ອຍຄຳຂອງພຣະອົງ: ຈົ່ງເຂົ້າມາໃກ້ເຮົາ ແລະ ເຮົາຈະເຂົ້າໃກ້ພວກເຈົ້າ; ຈົ່ງສະແຫວງຫາເຮົາດ້ວຍຄວາມພາກພຽນ ແລະ ພວກເຈົ້າຈະພົບເຮົາ; ຈົ່ງໝັ່ນຂໍ ແລ້ວພວກເຈົ້າຈະໄດ້ຮັບ; ຈົ່ງເຄາະ ແລ້ວຈະມີຜູ້ໄຂປະຕູໃຫ້.1
ໃນຍາມອິດສະເຕີນີ້ ເຮົາໄດ້ຖືກເຕືອນໃຈວ່າເປັນຫຍັງເຮົາຈຶ່ງຮັກພຣະອົງ ແລະ ເຖິງຄຳສັນຍາຂອງພຣະອົງທີ່ໄດ້ເຮັດໄວ້ກັບສານຸສິດທີ່ຊື່ສັດຂອງພຣະອົງ ທີ່ໄດ້ກາຍເປັນເພື່ອນຮັກຂອງພຣະອົງ. ພຣະຜູ້ຊ່ອຍໃຫ້ລອດໄດ້ສັນຍາ ແລະ ໄດ້ບອກເຮົາໃຫ້ຮູ້ວິທີ, ໃນການຮັບໃຊ້ພຣະອົງ, ພຣະອົງໄດ້ມາຫາເຮົາ. ຕົວຢ່າງໜຶ່ງໃນພາບນິມິດຕໍ່ອໍລີເວີ ຄາວເດີຣີ ຕອນທີ່ລາວໄດ້ຮັບໃຊ້ສາດສະດາໂຈເຊັບ ສະມິດ ໃນການແປພຣະຄຳພີມໍມອນວ່າ ເພາະຄວາມປາດຖະໜາຂອງອໍລີເວີ; ພຣະຜູ້ເປັນເຈົ້າໄດ້ກ່າວວ່າ ສະນັ້ນ ຈົ່ງສະສົມຄຳເຫລົ່ານີ້ໄວ້ໃນໃຈຂອງເຈົ້າ. ຈົ່ງຊື່ສັດ ແລະ ພາກພຽນໃນການຮັກສາພຣະບັນຍັດຂອງພຣະເຈົ້າ, ແລະ ພຣະເຈົ້າຈະອ້ອມເຈົ້າໄວ້ໃນອ້ອມແຂນແຫ່ງຄວາມຮັກຂອງພຣະເຈົ້າ.2
ຂ້າພະເຈົ້າໄດ້ປະສົບກັບຄວາມຊື່ນຊົມເມື່ອໄດ້ເຂົ້າໃກ້ພຣະຜູ້ຊ່ອຍໃຫ້ລອດ ແລະ ພຣະອົງໄດ້ເຂົ້າໃກ້ຂ້າພະເຈົ້າ ສ່ວນຫລາຍແລ້ວແມ່ນຜ່ານການກະທຳທີ່ລຽບງ່າຍຂອງການເຊື່ອຟັງຕໍ່ພຣະບັນຍັດຂອງພຣະອົງ.
ທ່ານກໍເຄີຍມີປະສົບການເຊັ່ນນັ້ນ. ອາດເປັນຕອນທີ່ທ່ານເລືອກໄປຮ່ວມກອງປະຊຸມສິນລະລຶກ. ມັນເປັນແນວນັ້ນກັບຂ້າພະເຈົ້າຕອນເປັນໜຸ່ມ. ໃນຕອນນັ້ນພວກເຮົາໄດ້ຮັບສິນລະລຶກໃນກອງປະຊຸມຕອນຄ່ຳ. ຄວາມຊົງຈຳກ່ຽວກັບມື້ນັ້ນ ຊຶ່ງເປັນເວລາຫລາຍກວ່າ 65 ປີ ຜ່ານມາແລ້ວ, ຕອນຂ້າພະເຈົ້າໄດ້ຮັກສາພຣະບັນຍັດ ໄປຮ່ວມນຳຄອບຄົວ ແລະ ໄພ່ພົນຂອງພຣະເຈົ້າ, ຍັງເຮັດໃຫ້ຂ້າພະເຈົ້າເຂົ້າໃກ້ພຣະຜູ້ຊ່ອຍໃຫ້ລອດຢູ່.
ຂ້າງນອກມືດຕຶບ ແລະ ໜາວເຢັນ. ຂ້າພະເຈົ້າຍັງຈື່ຈຳຄວາມສະຫວ່າງ ແລະ ຄວາມອົບອຸ່ນຢູ່ໃນຕຶກໂບດໃນຄ່ຳຄືນນັ້ນ ຮ່ວມກັບພໍ່ແມ່ຂອງຂ້າພະເຈົ້າ. ພວກເຮົາໄດ້ຮັບສິນລະລຶກ, ປະຕິບັດໂດຍຜູ້ດຳລົງຖານະປະໂລຫິດແຫ່ງອາໂຣນ, ເຮັດພັນທະສັນຍານຳພຣະບິດາເທິງສະຫວັນຂອງເຮົາວ່າ ຈະລະລຶກເຖິງພຣະບຸດຂອງພຣະອົງ ແລະ ຮັກສາພຣະບັນຍັດຂອງພຣະອົງຕະຫລອດເວລາ.
ໃນທ້າຍກອງປະຊຸມ ພວກເຮົາໄດ້ຮ້ອງເພງສວດຊື່ວ່າ “Abide with Me; ’Tis Eventide,” ທີ່ມີຂໍ້ຄວາມນີ້ ໃນບົດເພງວ່າ: “ໂອ້ ພຣະຜູ້ຊ່ອຍໃຫ້ລອດ, ຈົ່ງຢູ່ກັບຂ້ານ້ອຍໃນຄືນນີ້.”3
ຂ້າພະເຈົ້າໄດ້ຮູ້ສຶກເຖິງຄວາມຮັກຂອງພຣະຜູ້ຊ່ອຍໃຫ້ລອດ ແລະ ຄວາມໃກ້ຊິດໃນຄືນນັ້ນ. ແລະ ຂ້າພະເຈົ້າໄດ້ຮູ້ສຶກເຖິງການປອບໂຍນຂອງພຣະວິນຍານບໍລິສຸດ.
ຂ້າພະເຈົ້າຢາກຮື້ຟື້ນຄວາມຮູ້ສຶກນັ້ນຄືນໃໝ່ເຖິງຄວາມຮັກຂອງພຣະຜູ້ຊ່ອຍໃຫ້ລອດ ແລະ ຄວາມໃກ້ຊິດຂອງພຣະອົງ ທີ່ຂ້າພະເຈົ້າໄດ້ຮູ້ສຶກລະຫວ່າງກອງປະຊຸມສິນລະລຶກນັ້ນ. ດັ່ງນັ້ນ ບໍ່ດົນມານີ້ ຂ້າພະເຈົ້າຈຶ່ງໄດ້ຮັກສາພຣະບັນຍັດອີກຢ່າງໜຶ່ງ. ຂ້າພະເຈົ້າໄດ້ຄົ້ນຄວ້າພຣະຄຳພີ. ໃນນັ້ນ, ຂ້າພະເຈົ້າຮູ້ວ່າ ຂ້າພະເຈົ້າສາມາດກັບຄືນໄປເພື່ອໃຫ້ພຣະວິນຍານບໍລິສຸດຊ່ອຍຂ້າພະເຈົ້າໃຫ້ຮູ້ສຶກເຖິງຄວາມຮູ້ສຶກຂອງສານຸສິດສອງຄົນຂອງພຣະຜູ້ເປັນເຈົ້າ ທີ່ໄດ້ຟື້ນຄືນຊີວິດແລ້ວ ຕອນພຣະອົງໄດ້ຕອບຮັບການເຊື້ອເຊີນຂອງເຂົາເຈົ້າໃຫ້ເຂົ້າໄປໃນເຮືອນ ແລະ ພັກຢູ່ກັບເຂົາເຈົ້າ.
ຂ້າພະເຈົ້າໄດ້ອ່ານກ່ຽວກັບວັນຖ້ວນສາມຫລັງຈາກພຣະອົງໄດ້ຖືກຄຶງ ແລະ ໄດ້ຖືກຝັງໄວ້. ກຸ່ມຜູ້ຍິງທີ່ຊື່ສັດ ແລະ ຄົນອື່ນໆໄດ້ພົບເຫັນວ່າ ແຜ່ນຫີນທີ່ອັດປາກອຸບໂມງໄດ້ຖືກຍ້າຍອອກ ແລະ ໄດ້ເຫັນພຣະສົບຂອງພຣະອົງບໍ່ໄດ້ຢູ່ໃນນັ້ນ. ເຂົາເຈົ້າໄດ້ມາເພາະຄວາມຮັກ ແລະ ເພື່ອຫົດສົງພຣະສົບຂອງພຣະອົງ.
ທູດສອງອົງໄດ້ຢືນຢູ່ໃກ້ແຖວນັ້ນ ແລະ ໄດ້ຖາມວ່າເປັນຫຍັງເຂົາເຈົ້າຈຶ່ງມີຄວາມຢ້ານກົວ, ໂດຍກ່າວວ່າ:
“ເປັນຫຍັງພວກເຈົ້າຈຶ່ງຊອກຫາຄົນເປັນຢູ່ໃນໝູ່ຄົນຕາຍ?
“ພຣະອົງເປັນຄືນມາສູ່ຊີວິດແລ້ວ, ຈົ່ງລະນຶກເຖິງຖ້ອຍຄຳທີ່ພຣະອົງກ່າວແກ່ພວກເຈົ້າ ເມື່ອພຣະອົງຢູ່ໃນແຂວງຄາລີເລ,
“ກ່າວວ່າ, ບຸດມະນຸດຕ້ອງຖືກມອບໄວ້ໃນມືຂອງບັນດາຄົນບາບ ແລະ ຖືກຄຶງໄວ້ທີ່ໄມ້ກາງແຂນ ແລ້ວໃນວັນຖ້ວນສາມກໍຈະເປັນຄືນມາສູ່ຊີວິດ.”4
ພຣະທຳມາຣະໂກໄດ້ຕື່ມຄຳແນະນຳຂອງທູດສະຫວັນໃສ່ວ່າ: “ຈົ່ງໄປບອກສານຸສິດຂອງພຣະອົງຮ່ວມທັງເປໂຕດ້ວຍວ່າ: ພຣະອົງຈະໄປຍັງແຂວງຄາລີເລກ່ອນເຈົ້າທັງຫລາຍ: ເຈົ້າທັງຫລາຍຈະເຫັນພຣະອົງຢູ່ທີ່ນັ້ນ, ຕາມທີ່ພຣະອົງໄດ້ບອກພວກເຈົ້າໄວ້ແລ້ວ.”5
ອັກຄະສາວົກ ແລະ ສານຸສິດ ໄດ້ເຕົ້າໂຮມກັນຢູ່ທີ່ເມືອງເຢຣູຊາເລັມ. ດັ່ງທີ່ອາດເປັນ, ເຂົາເຈົ້າຄົງເກີດມີຄວາມຢ້ານກົວ ແລະ ປະຫລາດໃຈ ໃນຂະນະທີ່ເຂົາເຈົ້າເວົ້າລົມກັນກ່ຽວກັບການຕາຍ ແລະ ຄຳລາຍງານບອກວ່າພຣະອົງໄດ້ຟື້ນຄືນຊີວິດແລ້ວ.
ສານຸສິດຂອງພຣະອົງສອງຄົນໄດ້ພາກັນຍ່າງຈາກເມືອງເຢຣູຊາເລັມໄປຫາເມືອງເອມາອຸດໃນຕອນບ່າຍມື້ນັ້ນ. ພຣະຄິດທີ່ຟື້ນຄືນຊີວິດແລ້ວໄດ້ມາປະກົດຢູ່ໃນເສັ້ນທາງ ແລະ ຍ່າງໄປກັບເຂົາເຈົ້າ. ພຣະຜູ້ເປັນເຈົ້າໄດ້ສະເດັດມາຫາເຂົາເຈົ້າ.
ພຣະທຳລູກາໄດ້ໃຫ້ເຮົາຍ່າງໄປນຳເຂົາເຈົ້າ:
“ໃນຂະນະທີ່ເຂົາສົນທະນາ ແລະ ໂຕ້ຖຽງກັນໄປນັ້ນ ພຣະເຢຊູກໍສະເດັດມາໃກ້ ແລະ ຮ່ວມເດີນທາງໄປກັບເຂົາ.
“ພວກເຂົາເຫັນພຣະເຢຊູ, ແຕ່ມີສິ່ງປິດບັງບໍ່ໃຫ້ພວກເຂົາຈື່ພຣະອົງໄດ້.
“ພຣະອົງໄດ້ຖາມພວກເຂົາວ່າ ຂະນະທີ່ຍ່າງຕາມທາງ ພວກເຈົ້າໂຕ້ຖຽງກັນເຖິງເລື່ອງຫຍັງ?
“ແລ້ວຄົນໜຶ່ງຊື່ກະໂລປາ ໄດ້ທູນຖາມພຣະອົງວ່າ ໃນບັນດາແຂກເມືອງທີ່ມາອາໄສຢູ່ໃນນະຄອນເຢຣູຊາເລັມ ມີແຕ່ທ່ານຜູ້ດຽວຫລື ທີ່ບໍ່ຮູ້ເຫດການຊຶ່ງເກີດຂຶ້ນທີ່ນັ້ນ?”6
ເຂົາເຈົ້າໄດ້ບອກພຣະອົງເຖິງຄວາມໂສກເສົ້າຂອງເຂົາເຈົ້າທີ່ພຣະເຢຊູໄດ້ສິ້ນພຣະຊົນໄປ ເຖິງແມ່ນເຂົາເຈົ້າໝັ້ນໃຈວ່າພຣະອົງຈະເປັນພຣະຜູ້ໄຖ່ຂອງອິດສະຣາເອນ.
ສຸລະສຽງຂອງພຣະຜູ້ເປັນເຈົ້າທີ່ໄດ້ຟື້ນຄືນຊີວິດແລ້ວ ຄົງເປັນສຽງດ້ວຍຄວາມຮັກແພງ ຕອນພຣະອົງກ່າວກັບສານຸສິດສອງຄົນທີ່ໂສກເສົ້າ ແລະ ໄວ້ທຸກ.
“ແລ້ວພຣະອົງໄດ້ກ່າວກັບເຂົາເຈົ້າວ່າ, ໂອ້ ຄົນໂງ່ເອີຍ ພວກເຈົ້າຊ່າງມີໃຈເສີຍຊ້າແທ້ ທີ່ຈະເຊື່ອຟັງທຸກຖ້ອຍຄຳທີ່ບັນດາຜູ້ທຳນາຍໄດ້ປະກາດໄວ້:
“ພຣະຄຣິດຕ້ອງທົນທຸກທໍລະມານຕໍ່ສິ່ງເຫລົ່ານີ້ ແລ້ວເຂົ້າໄປໃນລັດສະໝີພາບຂອງພຣະອົງ ໃນສະຫວັນ ບໍ່ແມ່ນບໍ?
“ແລ້ວພຣະອົງຈະອະທິບາຍພຣະຄຳພີທຸກຕອນທີ່ກ່າວເຖິງເລື່ອງພຣະອົງສູ່ເຂົາຟັງ ຄືເລີ່ມແຕ່ໂມເຊ ຕະຫລອດເຖິງພວກຜູ້ທຳນາຍ.”7
ແລ້ວມາເຖິງຕອນທີ່ປະທັບໃຈຂ້າພະເຈົ້າຫລາຍ ນັບແຕ່ຕອນຂ້າພະເຈົ້າຍັງນ້ອຍ ມີຄຳວ່າ:
“ພໍມາໃກ້ບ້ານທີ່ເຂົາກຳລັງຈະໄປນັ້ນ ພຣະເຢຊູເຮັດຄືຈະສະເດັດຜ່ານໄປເລີຍ.
“ແຕ່ເຂົາທັງສອງໄດ້ຊັກຊວນໃຫ້ພຣະອົງຢູ່ ໂດຍເວົ້າວ່າ, ເຊີນພັກຄ້າງຄືນຢູ່ກັບພວກເຮົາສາ, ເພາະໃກ້ຈະຄ່ຳມືດແລ້ວ. ດັ່ງນັ້ນພຣະອົງຈຶ່ງເຂົ້າໄປພັກຢູ່ກັບພວກເຂົາ.”8
ພຣະຜູ້ຊ່ອຍໃຫ້ລອດໄດ້ຮັບເອົາການເຊື້ອເຊີນ ທີ່ຈະເຂົ້າໄປໃນເຮືອນຂອງສານຸສິດ ຢູ່ໃກ້ເມືອງເອມາອຸດ.
ພຣະອົງໄດ້ນັ່ງກິນເຂົ້າກັບເຂົາເຈົ້າ. ພຣະອົງໄດ້ເອົາເຂົ້າຈີ່ກ້ອນໜຶ່ງມາ, ໃຫ້ພອນ, ຫັກເປັນກ້ອນໆ ແລະ ຍື່ນໃຫ້ເຂົາເຈົ້າກິນ. ຕາຂອງເຂົາເຈົ້າໄດ້ເປີດອອກ ເພື່ອວ່າເຂົາເຈົ້າຈະໄດ້ຮູ້ຈັກພຣະອົງ. ແລ້ວພຣະອົງໄດ້ຫາຍວັບໄປທັນທີ. ລູກາໄດ້ບັນທຶກເຖິງຄວາມຮູ້ສຶກຂອງສານຸສິດໄວ້ດັ່ງນີ້: “ເຂົາຈຶ່ງເວົ້າກັນວ່າ ເມື່ອພຣະອົງເວົ້ານຳເຮົາຕາມທາງ ແລະ ໄດ້ອະທິບາຍພຣະຄຳພີໃຫ້ເຮົາຟັງນັ້ນ ໃຈຂອງເຮົາກໍຮ້ອນຮົນເໝືອນໄຟພາຍໃນເຮົາບໍ່ແມ່ນຫລື?”9
ໃນທັນໃດນັ້ນ ສານຸສິດທັງສອງໄດ້ຟ້າວກັບຄືນໄປເມືອງເຢຣູຊາເລັມ ແຈ້ງບອກອັກຄະສາວົກສິບເອັດຄົນ ເຖິງສິ່ງທີ່ໄດ້ເກີດຂຶ້ນກັບເຂົາເຈົ້າ. ແລ້ວພຣະຜູ້ຊ່ອຍໃຫ້ລອດກໍໄດ້ປະກົດຂຶ້ນທັນທີ.
ພຣະອົງໄດ້ທົບທວນພາລະກິດຂອງພຣະອົງທີ່ມີທຳນາຍໄວ້ ເຖິງການຊົດໃຊ້ສຳລັບບາບຂອງລູກໆຂອງພຣະບິດາຂອງພຣະອົງ ແລະ ເຖິງການຕັດສາຍຫັດແຫ່ງຄວາມຕາຍ.
“ແລະ ກ່າວແກ່ພວກເຂົາວ່າ, ນີ້ແຫລະແມ່ນສິ່ງທີ່ຂຽນໄວ້, ພຣະຄຣິດຕ້ອງທົນທຸກທໍລະມານ ແລະ ຕ້ອງເປັນຄືນມາຈາກຕາຍໃນວັນຖ້ວນສາມ:
“ຈົ່ງປະກາດພຣະນາມຂອງພຣະອົງແກ່ຄົນທຸກຊົນຊາດ, ໂດຍເລີ່ມຈາກນະຄອນເຢຣູຊາເລັມໄປ ໃຫ້ເຂົາຖິ້ມໃຈເກົ່າເອົາໃຈໃໝ່ ແລະ ຮັບເອົາການອະໄພບາບ.
“ພວກເຈົ້າກໍເປັນພະຍານໃນເລື່ອງເຫລົ່ານີ້.”10
ພຣະຄຳຂອງພຣະຜູ້ຊ່ອຍໃຫ້ລອດເປັນຄວາມຈິງສຳລັບເຮົາ ເທົ່າໆກັບຕໍ່ສານຸສິດຂອງພຣະອົງໃນຕອນນັ້ນ. ເຮົາເຫັນເປັນພະຍານເຖິງສິ່ງເຫລົ່ານີ້. ແລະ ການມອບໝາຍອັນສຳຄັນທີ່ເຮົາຍອມຮັບ ເມື່ອເຮົາຮັບບັບຕິສະມາເຂົ້າໃນສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ໄດ້ເຮັດໃຫ້ເປັນທີ່ຮູ້ຈັກແກ່ເຮົາ ໂດຍສາດສະດາແອວມາ ໃນຫລາຍສັດຕະວັດກ່ອນ ທີ່ນ້ຳມໍມອນວ່າ:
“ແລະ ເຫດການໄດ້ບັງເກີດຂຶ້ນຄື ເພິ່ນໄດ້ເວົ້າກັບພວກເຂົາວ່າ: ຈົ່ງເບິ່ງ, ນີ້ຄືນ້ຳມໍມອນ (ເພາະເອີ້ນຊື່ມັນແບບນັ້ນ) ແລະ ບັດນີ້, ຍ້ອນວ່າພວກທ່ານປາດຖະໜາຈະເຂົ້າມາຫາຝູງຊົນຂອງພຣະເຈົ້າ, ແລະ ມີຊື່ວ່າຜູ້ຄົນຂອງພຣະອົງ, ແລະ ເຕັມໃຈຈະແບກຫາບພາລະຂອງກັນແລະກັນ, ເພື່ອຈະໄດ້ແບ່ງເບົາ;
“ແທ້ຈິງແລ້ວ, ແລະ ເຕັມໃຈທີ່ຈະເປັນທຸກກັບຄົນທີ່ເປັນທຸກ; ແທ້ຈິງແລ້ວ, ຈະປອບໃຈຄົນທີ່ຕ້ອງການຄວາມປອບໃຈ, ແລະ ຈະຢືນເປັນພະຍານຂອງພຣະເຈົ້າໃນທຸກເວລາ ແລະ ໃນທຸກສິ່ງ, ແລະ ໃນທຸກບ່ອນທີ່ພວກທ່ານຢູ່, ເຖິງແມ່ນຈົນເຖິງຄວາມຕາຍ, ເພື່ອພວກທ່ານຈະຖືກໄຖ່ໂດຍພຣະເຈົ້າ, ແລະ ຖືກນັບເຂົ້າຢູ່ກັບບັນດາຜູ້ຄົນຂອງການຟື້ນຄືນຊີວິດຄັ້ງທຳອິດ, ເພື່ອພວກທ່ານຈະມີຊີວິດນິລັນດອນ—
“ບັດນີ້ຂ້າພະເຈົ້າກ່າວກັບພວກທ່ານວ່າ, ຖ້າຫາກສິ່ງນີ້ເປັນຄວາມປາດຖະໜາຂອງໃຈຂອງພວກທ່ານ ແລ້ວ, ພວກທ່ານມີຫຍັງແດ່ຂັດຂ້ອງທີ່ຈະຮັບບັບຕິສະມາໃນພຣະນາມຂອງພຣະຜູ້ເປັນເຈົ້າ, ເພື່ອຈະເປັນພະຍານຕໍ່ພຣະອົງ, ວ່າພວກທ່ານໄດ້ເຂົ້າເຮັດພັນທະສັນຍາກັບພຣະອົງ, ວ່າພວກທ່ານຈະຮັບໃຊ້ພຣະອົງ ແລະ ຮັກສາພຣະບັນຍັດຂອງພຣະອົງ, ເພື່ອພຣະອົງຈະໄດ້ທຸ້ມເທພຣະວິນຍານຂອງພຣະອົງລົງມາເທິງພວກທ່ານຢ່າງຫລວງຫລາຍຍິ່ງຂຶ້ນ?
“ແລະ ບັດນີ້ເມື່ອຜູ້ຄົນໄດ້ຍິນຂໍ້ຄວາມນີ້ແລ້ວ, ພວກເຂົາຕົບມືດ້ວຍຄວາມສຸກ ແລະ ຮ້ອງອອກມາວ່າ: ນີ້ຄືຄວາມປາດຖະໜາຂອງໃຈຂອງພວກເຮົາ.”11
ເຮົາຢູ່ໃນພັນທະສັນຍາ ທີ່ຈະຊ່ອຍເຫລືອຄົນທີ່ຂັດສົນ ແລະ ເປັນພະຍານເຖິງພຣະຜູ້ຊ່ອຍໃຫ້ລອດ ຕະຫລອດຊີວິດຂອງເຮົາ.
ເຮົາຈະເຮັດສິ່ງນີ້ໄດ້ຢ່າງບໍ່ລົ້ມເຫລວ ເມື່ອເຮົາມີຄວາມຮັກຕໍ່ພຣະຜູ້ຊ່ອຍໃຫ້ລອດ ແລະ ຮູ້ສຶກເຖິງຄວາມຮັກຂອງພຣະອົງທີ່ມີຕໍ່ເຮົາ. ເມື່ອເຮົາຊື່ສັດຕໍ່ຄຳສັນຍາທີ່ເຮົາໄດ້ເຮັດໄວ້, ແລ້ວເຮົາຈະຮູ້ສຶກເຖິງຄວາມຮັກຂອງເຮົາຕໍ່ພຣະອົງ. ມັນຈະເພີ່ມທະວີຂຶ້ນ ເພາະວ່າເຮົາຈະຮູ້ສຶກເຖິງອຳນາດຂອງພຣະອົງ ແລະ ການສະຖິດຢູ່ໃກ້ຂອງພຣະອົງ ໃນການຮັບໃຊ້ຂອງພຣະອົງ.
ປະທານທອມມັສ ແອັສ ມອນສັນ ໄດ້ເຕືອນເຮົາເລື້ອຍໆ ເຖິງຄຳສັນຍາຂອງພຣະຜູ້ເປັນເຈົ້າຕໍ່ສານຸສິດທີ່ຊື່ສັດຂອງພຣະອົງ ດັ່ງນີ້: ຜູ້ໃດກໍຕາມທີ່ຮັບເອົາພວກເຈົ້າ, ທີ່ນັ້ນພຣະອົງຈະຢູ່ນຳຄືກັນ, ເພາະພຣະອົງຈະອອກໜ້າພວກເຈົ້າ. ພຣະອົງຈະຢູ່ທາງຂວາມືພວກເຈົ້າ ແລະ ທາງຊ້າຍມືພວກເຈົ້າ, ແລະ ວິນຍານຂອງພຣະອົງຈະຢູ່ໃນໃຈຂອງພວກເຈົ້າ, ແລະ ທູດຂອງພຣະອົງຈະອ້ອມຮອບພວກເຈົ້າໄວ້, ເພື່ອຄ້ຳຊູພວກເຈົ້າ.12
ມີທາງໜຶ່ງອີກທີ່ທ່ານ ແລະ ຂ້າພະເຈົ້າໄດ້ຮູ້ສຶກເຖິງຄວາມໃກ້ຊິດຂອງພຣະອົງກັບເຮົາ. ເມື່ອເຮົາອຸທິດຕົນໃນການຮັບໃຊ້ພຣະອົງ, ພຣະອົງຈະເຂົ້າໃກ້ຄົນທີ່ເຮົາຮັກຢູ່ໃນຄອບຄົວຂອງເຮົາ. ທຸກເທື່ອທີ່ຂ້າພະເຈົ້າໄດ້ຖືກເອີ້ນໃຫ້ຮັບໃຊ້ພຣະຜູ້ເປັນເຈົ້າ ທີ່ຈະຕ້ອງໄດ້ຍ້າຍ ຫລື ຈາກຄອບຄົວໄປ, ຂ້າພະເຈົ້າເຫັນວ່າ ພຣະຜູ້ເປັນເຈົ້າໄດ້ອວຍພອນພັນລະຍາ ແລະ ລູກໆຂອງຂ້າພະເຈົ້າ. ພຣະອົງໄດ້ຕຽມຜູ້ຮັບໃຊ້ທີ່ດີຂອງພຣະອົງ ແລະ ໂອກາດທີ່ຈະດຶງດູດຄອບຄົວຂອງຂ້າພະເຈົ້າໃຫ້ເຂົ້າມາໃກ້ພຣະອົງ.
ທ່ານກໍເຄີຍຮູ້ສຶກໄດ້ພອນເຊັ່ນນີ້ໃນຊີວິດຂອງທ່ານຄືກັນ. ຫລາຍຄົນໃນພວກທ່ານກໍມີບາງຄົນທີ່ທ່ານຮັກ ຜູ້ໄດ້ເດີນອອກນອກທາງແຫ່ງຊີວິດນິລັນດອນໄປ. ທ່ານກໍຢາກຮູ້ວ່າ ທ່ານຈະຕ້ອງເຮັດສິ່ງໃດອີກ ເພື່ອຈະນຳເຂົາເຈົ້າກັບຄືນມາ. ທ່ານສາມາດເພິ່ງພາພຣະຜູ້ເປັນເຈົ້າ ເພື່ອຈະໄດ້ເຂົ້າໃກ້ເຂົາເຈົ້າ ໃນຂະນະທີ່ທ່ານຮັບໃຊ້ພຣະອົງຢ່າງຊື່ສັດ.
ທ່ານຈື່ຄຳສັນຍາຂອງພຣະຜູ້ເປັນເຈົ້າກັບໂຈເຊັບ ສະມິດ ແລະ ຊິດນີ ຣິກດອນ ໄດ້ບໍ ຕອນພວກເພິ່ນໄດ້ຢູ່ຫ່າງໄກຈາກຄອບຄົວຂອງພວກເພິ່ນ. ພຣະຜູ້ເປັນເຈົ້າໄດ້ບອກວ່າ ຄອບຄົວຂອງພວກເພິ່ນສະບາຍດີ; ພວກເຂົາຢູ່ໃນພຣະຫັດຂອງພຣະອົງ, ແລະ ພຣະອົງຈະຈັດການກັບພວກເຂົາດັ່ງທີ່ພຣະອົງເຫັນວ່າດີ; ເພາະພຣະອົງມີອຳນາດໃນທຸກສິ່ງທັງປວງ.13
ເຊັ່ນດຽວກັບແອວມາ ແລະ ກະສັດໂມໄຊຢາ, ພໍ່ແມ່ທີ່ດີບາງຄົນໄດ້ຮັບໃຊ້ພຣະຜູ້ເປັນເຈົ້າເປັນຢ່າງດີ ແລະ ດົນນານ ກໍມີລູກຜູ້ໄດ້ອອກນອກທາງໄປ ເຖິງແມ່ນພໍ່ແມ່ໄດ້ເສຍສະລະສຳລັບພຣະຜູ້ເປັນເຈົ້າກໍຕາມ. ພວກເພິ່ນກໍໄດ້ເຮັດຈົນສຸດຄວາມສາມາດ, ແຕ່ກໍບໍ່ໄດ້ຜົນ, ແມ່ນແຕ່ໄດ້ຮັບຄວາມຊ່ອຍເຫລືອຈາກໝູ່ເພື່ອນທີ່ຮັກແພງ ແລະ ຊື່ສັດ.
ແອວມາ ແລະ ໄພ່ພົນຂອງພຣະເຈົ້າໃນວັນເວລາຂອງເພິ່ນ ໄດ້ອະທິຖານເພື່ອລູກເພິ່ນ ແລະ ພວກລູກຊາຍຂອງກະສັດໂມໄຊຢາ. ທູດສະຫວັນອົງໜຶ່ງໄດ້ມາປະກົດ. ຄຳອະທິຖານຂອງທ່ານ ແລະ ຂອງຄົນທີ່ໃຊ້ສັດທາ ຈະນຳຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າມາຊ່ອຍເຫລືອຄົນໃນຄອບຄົວຂອງທ່ານ. ເຂົາເຈົ້າຈະຊ່ອຍເຫລືອລູກຂອງທ່ານໃຫ້ເລືອກເສັ້ນທາງທີ່ຈະກັບຄືນໄປບ້ານ ຫາພຣະເຈົ້າ, ເຖິງແມ່ນໃນຕອນທີ່ເຂົາເຈົ້າຖືກມານ ແລະ ບໍລິວານຂອງມັນໂຈມຕີ, ຜູ້ຊຶ່ງມີຈຸດປະສົງທີ່ຈະທຳລາຍຄອບຄົວໃນຊີວິດນີ້ ແລະ ໃນນິລັນດອນ.
ທ່ານຈື່ຖ້ອຍຄຳຂອງທູດສະຫວັນທີ່ໄດ້ກ່າວກັບແອວມາຜູ້ລູກ ແລະ ພວກລູກຊາຍຂອງໂມໄຊຢາໄດ້ບໍ ກັບຄວາມກະບົດຂອງເຂົາເຈົ້າ: “ແລະ ອີກຢ່າງໜຶ່ງທູດກ່າວວ່າ: ຈົ່ງເບິ່ງ, ພຣະຜູ້ເປັນເຈົ້າໄດ້ຍິນຄຳອະທິຖານຂອງຜູ້ຄົນຂອງພຣະອົງ, ແລະ ຄຳອະທິຖານຂອງຜູ້ຮັບໃຊ້ຂອງພຣະອົງ, ແອວມາ, ຜູ້ເປັນບິດາຂອງເຈົ້ານຳອີກ; ເພາະວ່າເພິ່ນໄດ້ອະທິຖານດ້ວຍສັດທາກ່ຽວກັບເຈົ້າ ເພື່ອເຈົ້າຈະໄດ້ຖືກນຳມາໃຫ້ຮູ້ເລື່ອງຄວາມຈິງ; ດັ່ງນັ້ນ, ເພື່ອຈຸດປະສົງນີ້ ເຮົາຈຶ່ງມາເຮັດໃຫ້ເຈົ້າສຳນຶກເຖິງອຳນາດ ແລະ ສິດອຳນາດຂອງພຣະເຈົ້າ, ເພື່ອໃຫ້ຄຳອະທິຖານຂອງຜູ້ຮັບໃຊ້ຂອງພຣະອົງໄດ້ຮັບຄຳຕອບຕາມສັດທາຂອງພວກເຂົາ.”14
ຄຳສັນຍາຂອງຂ້າພະເຈົ້າຕໍ່ຜູ້ທີ່ອະທິຖານ ແລະ ຮັບໃຊ້ພຣະຜູ້ເປັນເຈົ້າແມ່ນ ທ່ານອາດຈະບໍ່ໄດ້ຮັບພອນທຸກປະການທີ່ທ່ານປາດຖະໜາສຳລັບຕົນເອງ ແລະ ສຳລັບຄອບຄົວ. ແຕ່ຂ້າພະເຈົ້າສັນຍາທ່ານວ່າ ພຣະຜູ້ຊ່ອຍໃຫ້ລອດຈະຢູ່ໃກ້ທ່ານ ແລະ ອວຍພອນທ່ານ ແລະ ຄອບຄົວທ່ານ ໃນທາງທີ່ດີທີ່ສຸດ ສຳລັບທ່ານ. ທ່ານຈະໄດ້ຮັບຄວາມຮັກຂອງພຣະອົງ ແລະ ຮູ້ສຶກວ່າພຣະອົງຢູ່ໃກ້ ເມື່ອທ່ານເອື້ອມອອກໄປຊ່ອຍເຫລືອຄົນອື່ນ. ເມື່ອທ່ານພັນແຜຂອງຄົນທີ່ຂັດສົນ ແລະ ສະເໜີການຊົດໃຊ້ແຫ່ງການຊຳລະລ້າງຂອງພຣະອົງຕໍ່ຄົນທີ່ໂສກເສົ້າຢູ່ໃນບາບ, ແລ້ວອຳນາດຂອງພຣະຜູ້ເປັນເຈົ້າຈະຄ້ຳຊູທ່ານ. ພຣະຫຸຂອງພຣະອົງຈະເດ່ອອກມາ ພ້ອມກັບທ່ານ ເພື່ອຊ່ອຍເຫລືອ ແລະ ເປັນພອນໃຫ້ແກ່ລູກໆຂອງພຣະບິດາເທິງສະຫວັນຂອງເຮົາ, ຮ່ວມທັງຄົນທີ່ຢູ່ໃນຄອບຄົວຂອງທ່ານ.
ມີການຕຽມພ້ອມໄວ້ແລ້ວເພື່ອຕ້ອນຮັບເຮົາ ຕອນເຮົາກັບບ້ານ. ຕອນນັ້ນ ເຮົາຈະເຫັນວ່າ ເປັນດັ່ງທີ່ພຣະຜູ້ເປັນເຈົ້າທີ່ເຮົາຮັກໄດ້ສັນຍາໄວ້. ພຣະອົງຈະຕ້ອນຮັບເຮົາເຂົ້າໃນຊີວິດນິລັນດອນ ຢູ່ກັບພຣະອົງ ແລະ ພຣະບິດາເທິງສະຫວັນຂອງເຮົາ. ພຣະເຢຊູຄຣິດໄດ້ບັນຍາຍກ່ຽວກັບເລື່ອງນີ້ວ່າ:
ໃຫ້ເຮົາສະແຫວງຫາທີ່ຈະນຳສີໂອນຂອງພຣະອົງອອກມາ ແລະ ສະຖາປະນາມັນຂຶ້ນ. ໃຫ້ຮັກສາພຣະບັນຍັດຂອງພຣະອົງໃນທຸກສິ່ງ.
ແລະ, ຖ້າເຮົາຮັກສາພຣະບັນຍັດຂອງພຣະອົງ ແລະ ອົດທົນຈົນເຖິງທີ່ສຸດ ເຮົາຈະມີຊີວິດນິລັນດອນ, ຊຶ່ງເປັນຂອງປະທານອັນຍິ່ງໃຫຍ່ທີ່ສຸດໃນຂອງປະທານທັງໝົດຂອງພຣະເຈົ້າ.15
ເພາະຄົນທີ່ມີຊີວິດຢູ່ຈະໄດ້ຮັບແຜ່ນດິນໂລກເປັນມູນມໍລະດົກ, ແລະ ຄົນທີ່ຕາຍໄປແລ້ວ ຈະໄດ້ພັກຜ່ອນຈາກວຽກງານທັງໝົດຂອງພວກເຂົາ, ແລະ ວຽກງານຂອງພວກເຂົາຈະຕິດຕາມພວກເຂົາໄປ; ແລະ ພວກເຂົາຈະໄດ້ຮັບມົງກຸດໃນຜາສາດຂອງພຣະບິດາຂອງພຣະອົງ, ຊຶ່ງພຣະອົງໄດ້ຕຽມໄວ້ໃຫ້ພວກເຂົາແລ້ວ.16
ຂ້າພະເຈົ້າເປັນພະຍານວ່າ ໂດຍພຣະວິນຍານ ເຮົາສາມາດຮັບເອົາຄຳເຊື້ອເຊີນຂອງພຣະບິດາເທິງສະຫວັນ ທີ່ວ່າ: “ນີ້ຄືບຸດທີ່ຮັກຂອງເຮົາ. ຈົ່ງຟັງທ່ານ!”17
ໂດຍພຣະວາຈາ ແລະ ຕົວຢ່າງຂອງພຣະອົງ, ພຣະຄຣິດໄດ້ສະແດງໃຫ້ເຮົາເຫັນວິທີທີ່ຈະເຂົ້າໃກ້ພຣະອົງ. ລູກທຸກຄົນຂອງພຣະບິດາເທິງສະຫວັນຜູ້ໄດ້ເລືອກທີ່ຈະເຂົ້າໄປໃນປະຕູແຫ່ງການບັບຕິສະມາ ເພື່ອເຂົ້າໃນສາດສະໜາຈັກຂອງພຣະອົງ ຈະມີໂອກາດໃນຊີວິດນີ້ທີ່ຈະໄດ້ຮັບການສິດສອນເຖິງພຣະກິດຕິຄຸນຂອງພຣະອົງ ແລະ ໄດ້ຍິນຈາກຄຳເຊື້ອເຊີນຂອງພຣະອົງ ຈາກຜູ້ຮັບໃຊ້ຂອງພຣະອົງວ່າ “ຈົ່ງມາຫາເຮົາ.”18
ຜູ້ຮັບໃຊ້ແຫ່ງພັນທະສັນຍາແຕ່ລະຄົນຂອງພຣະອົງຢູ່ໃນອານາຈັກຂອງພຣະອົງຢູ່ໃນໂລກນີ້, ຈະໄດ້ຮັບການຊີ້ນຳຈາກພຣະອົງໂດຍທາງພຣະວິນຍານ ເມື່ອເຂົາເຈົ້າໃຫ້ພອນ ແລະ ຮັບໃຊ້ຄົນອື່ນແທນພຣະອົງ. ແລະ ເຂົາເຈົ້າຈະຮູ້ສຶກເຖິງຄວາມຮັກຂອງພຣະອົງ, ແລະ ພົບຄວາມສຸກໃນການໄດ້ຢູ່ໃກ້ພຣະອົງ.
ຂ້າພະເຈົ້າຂໍເປັນພະຍານເຖິງການຟື້ນຄືນຊີວິດຂອງພຣະຜູ້ເປັນເຈົ້າ ວ່າເປັນຄວາມຈິງ ເທົ່າກັບຄ່ຳຄືນນັ້ນ ກັບສານຸສິດສອງຄົນຢູ່ໃນເຮືອນ ໃກ້ເມືອງເອມາອຸດ. ຂ້າພະເຈົ້າຮູ້ວ່າ ພຣະອົງຊົງພຣະຊົນຢູ່ ເທົ່າກັບໂຈເຊັບ ສະມິດ ໄດ້ເຫັນພຣະບິດາ ແລະ ພຣະບຸດ ໃນຄວາມສະຫວ່າງໃນຍາມເຊົ້າຢູ່ໃນປ່າ ໃນເມືອງພາໄມຣານັ້ນ.
ນີ້ແມ່ນສາດສະໜາຈັກທີ່ແທ້ຈິງຂອງພຣະເຢຊູຄຣິດ. ປະທານທອມມັສ ແອັສ ມອນສັນ ມີຂໍກະແຈຂອງຖານະປະໂລຫິດທີ່ສາມາດຜະນຶກຄອບຄົວເຂົ້າກັນ ເພື່ອຈະໄດ້ຢູ່ນຳກັນຕະຫລອດການ ນຳພຣະບິດາເທິງສະຫວັນຂອງເຮົາ ແລະ ອົງພຣະເຢຊູຄຣິດເຈົ້າ. ເຮົາຈະໄດ້ຢືນຢູ່ໃນການພິພາກສາຢູ່ຕໍ່ພຣະພັກຂອງພຣະຜູ້ຊ່ອຍໃຫ້ລອດ, ໜ້າຕໍ່ໜ້າ. ມັນຈະເປັນເວລາທີ່ຊື່ນຊົມຫລາຍສຳລັບຄົນທີ່ເຂົ້າໃກ້ພຣະອົງ ໃນການຮັບໃຊ້ພຣະອົງໃນຊີວິດນີ້. ຄົງຈະຊື່ນຊົມຫລາຍທີ່ຈະໄດ້ຍິນຄຳວ່າ: “ດີແລ້ວ, ຄົນໃຊ້ທີ່ດີ ແລະ ສັດຊື່ເອີຍ.”19 ຂ້າພະເຈົ້າຂໍເປັນພະຍານໃນຖານະທີ່ເປັນພະຍານຄົນໜຶ່ງຂອງພຣະຜູ້ຊ່ອຍໃຫ້ລອດທີ່ຟື້ນຄືນຊີວິດແລ້ວ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.