ວິທີທາງຂອງພຣະຜູ້ເປັນເຈົ້າ
ວິທີທາງຂອງພຣະຜູ້ເປັນເຈົ້ານັ້ນແມ່ນວ່າ ເຮົາເຊື່ອຟັງຕໍ່ຄຳສອນຂອງຜູ້ນຳຂອງເຮົາ, ເຂົ້າໃຈຫລັກທຳທີ່ຖືກຕ້ອງ, ແລະ ແລ້ວປົກຄອງຕົວເຮົາເອງ.
ສາວົກເຈັດສິບ
ຂ້າພະເຈົ້າຮັບໃຊ້ເປັນສາວົກເຈັດສິບ. ສາວົກເຈັດສິບຖືກເອີ້ນ ໃຫ້ເປັນຜູ້ປະກາດຂ່າວ—ໃຫ້ແບ່ງປັນພຣະຄຳຂອງພຣະຜູ້ເປັນເຈົ້າ ດັ່ງທີ່ພວກເຮົາໄດ້ຮັບມັນຈາກອັກຄະສາວົກ ແລະ ສາດສະດາ ແລະ ຈາກພຣະວິນຍານ ແລະ ໃຫ້ເປັນສັກຂີພະຍານພິເສດເຖິງພຣະນາມຂອງພຣະຄຣິດ, ໃນການສັ່ງສອນພຣະກິດຕິຄຸນ ໃນຕະຫລອດທົ່ວໂລກ, ໃນການເສີມສ້າງສາດສະໜາຈັກ, ແລະ ການຄວບຄຸມວຽກງານໃນນັ້ນ. (ເບິ່ງ D&C 107:25, 34).
ເດັກຊາວໄຮ່ຊາວນາ
ຂ້າພະເຈົ້າໄດ້ເຕີບໂຕຂຶ້ນຢູ່ເຂດຊົນນະບົດ ໃກ້ເມືອງ ເບີລີ ລັດໄອດາໂຮ—“ເປັນເດັກຊາວໄຮ່ຊາວນາຈາກໄອດາໂຮ” ແທ້ໆ! ໃນຖານະເດັກບ້ານນອກ ຂ້າພະເຈົ້າໄດ້ຮຽນຮູ້:
-
ທີ່ຈະເຮັດວຽກ—ຖ້າເຮົາບໍ່ໄດ້ປູກ, ເຮົາຈະບໍ່ໄດ້ເກັບກ່ຽວ.
-
ເຮັດວຽກຢ່າງສະຫລາດ—ຖ້າເຮົາປ່ອຍນ້ຳເຂົ້າທົ່ງ ແລະ ໃສ່ປຸຍ, ເຮົາຈະໄດ້ເກັບກ່ຽວຫລາຍຂຶ້ນ.
-
ຄວາມສຳຄັນຂອງເວລາ—ຖ້າເຮົາບໍ່ປູກໃນເວລາທີ່ຕ້ອງປູກ, ນ້ຳໝອກແຂງທີ່ມາໄວຈະທຳລາຍຜົນເກັບກ່ຽວນັ້ນ.
-
ທີ່ຈະເຮັດສິ່ງທີ່ຈຳເປັນ ຫລື ທີ່ຕ້ອງເຮັດ ບໍ່ວ່າມັນຈະມ່ວນ, ເປັນທີ່ມັກ, ຫລື ສະດວກກໍຕາມ—ເຮົາຕ້ອງບີບນ້ຳນົມງົວ ຕາມເວລາ, ບໍ່ແມ່ນເມື່ອເຮົາຢາກເຮັດ.
-
ຈະເວົ້າຢ່າງກົງໄປກົງມາ—ກັບສັດລ້ຽງ ແລະ ເຄື່ອງຈັກ, ເພາະເຮົາບໍ່ມີເວລາທີ່ຈະ “ເວົ້າອ້ອມຄ້ອມ” ຫລື ຈະ ກັງວົນເລື່ອງການເວົ້າບໍ່ໃຫ້ຜິດໃຈຄົນໃດ. ຕາມຫລັກທຳນີ້, ຂະນະທີ່ຂ້າພະເຈົ້າໄດ້ຮັບໃຊ້ຕະຫລອດທົ່ວສາດສະໜາຈັກ, ຂ້າພະເຈົ້າໄດ້ຖາມເລື້ອຍໆວ່າ, “ທ່ານຢາກໃຫ້ຂ້າພະເຈົ້າເວົ້າກົງໄປກົງມາ ຫລື ວ່າໃຫ້ເວົ້າຫວານໆອ້ອມຄ້ອມ?” ໂດຍທົ່ວໄປແລ້ວ ໄພ່ພົນທັງຫລາຍໄດ້ເລືອກໃຫ້ຂ້າພະເຈົ້າເວົ້າຢ່າງ “ກົງໄປກົງມາ”! ຂ້າພະເຈົ້າກໍຈະເວົ້າຢ່າງກົງໄປກົງມາໃນມື້ນີ້ຄືກັນ.
-
ໃນທີ່ສຸດ, ຕາມທີ່ເປັນເດັກຊາວໄຮ່ຊາວນາຈາກລັດໄອດາໂຮ, ຂ້າພະເຈົ້າໄດ້ຮຽນຮູ້ ທີ່ຈະເອົາໃຈໃສ່ຫລັກທຳຂັ້ນພື້ນຖານ.
ບໍ່ມີສິ່ງໃດທີ່ຈະເປັນຫລັກທຳຂັ້ນພຶ້ນຖານສຳລັບເຮົາທຸກຄົນ, ແລະ ຫລັກຄຳສອນຂອງເຮົາ, ກວ່າຄວາມຈິງຂອງຂໍ້ທຳອິດຂອງຫລັກແຫ່ງຄວາມເຊື່ອທີ່ວ່າ: “ພວກເຮົາເຊື່ອໃນພຣະຜູ້ເປັນເຈົ້າ ພຣະບິດາຜູ້ສະຖິດນິລັນດອນ ແລະ ໃນພຣະບຸດຂອງພຣະອົງ ພຣະເຢຊູຄຣິດ ແລະ ໃນພຣະວິນຍານບໍລິສຸດ” (ຫລັກແຫ່ງຄວາມເຊື່ອ 1:1).
ນອກເໜືອໄປຈາກນີ້, ພຣະອົງເປັນພຣະບິດາເທິງສະຫວັນ ຂອງເຮົາ, ຜູ້ທີ່ຮູ້ຈັກເຮົາ, ຮັກເຮົາ, ແລະ ປະສົງໃຫ້ເຮົາກັບຄືນໄປຫາພຣະອົງ. ພຣະເຢຊູຄຣິດເປັນພຣະຜູ້ຊ່ອຍໃຫ້ລອດ ແລະ ພຣະຜູ້ໄຖ່ ຂອງເຮົາ, ຜູ້ທີ່ຜ່ານການຊົດໃຊ້ໄດ້ເຮັດໃຫ້ແນ່ນອນວ່າ ເຮົາ ຈະເອົາຊະນະຄວາມຕາຍໄດ້ ແລະ ມີຊີວິດອີກ ແລະ ເຮັດໃຫ້ເປັນໄປໄດ້ທີ່ ເຮົາ ຈະຖືກເຮັດໃຫ້ສູງສົ່ງ ແລະ ມີຊີວິດນິລັນດອນ. ພຣະວິນຍານບໍລິສຸດເປັນຜູ້ປອບໂຍນ, ຜູ້ເປີດເຜີຍ, ຄູສອນ, ເປັນພະຍານ, ແລະ ຜູ້ນຳທາງ ຂອງເຮົາ.
ຂໍໃຫ້ຄິດເບິ່ງ, ອ້າຍເອື້ອຍນ້ອງທັງຫລາຍ—ເຮົາບໍ່ໄດ້ເປັນເດັກກຳພ້າທາງວິນຍານເລີຍ! ເຮົາບໍ່ໄດ້ຢູ່ຢ່າງໂດດດ່ຽວ.
ແມ່ນຫຍັງຄືຜົນປະໂຫຍດຂອງການມີພໍ່ແມ່—ການທີ່ບໍ່ໄດ້ເປັນເດັກກຳພ້າ? ເຮົາສາມາດຮຽນຮູ້ຈາກພວກເພິ່ນ, ໄດ້ຮັບຜົນປະໂຫຍດຈາກປະສົບການຂອງພວກເພິ່ນ, ຫລີກລ້້ຽງອັນຕະລາຍທີ່ຊ້ອນຢູ່ ທີ່ພວກເພິ່ນເຕືອນເຮົາ, ແລະ ເຂົ້າໃຈໄດ້ຫລາຍຂຶ້ນ ເພາະສິ່ງທີ່ພວກເພິ່ນຮູ້. ເຮົາບໍ່ຕ້ອງຫລົງທາງ, ສັບສົນ, ຖືກຫລອກລວງ, ຫລື ມີປະສິດທິພາບນ້ອຍ. ສິ່ງນີ້ແຮ່ງຈິງເປັນພິເສດ ໃນກໍລະນີຂອງພຣະບິດາເທິງສະຫວັນຂອງເຮົາ, ຜູ້ທີ່ໄດ້ສອນ ແລະ ໄດ້ສະແດງໃຫ້ເຮົາເຫັນບໍ່ແມ່ນພຽງແຕ່ວິທີທາງໜຶ່ງ ແຕ່ ເປັນ ວິທີທາງດຽວນັ້ນ.
ພຣະເຈົ້າມີວິທີທາງນັ້ນ
ຕາມຈິງແລ້ວ ພຣະເຈົ້າມີວິທີທາງທີ່ຈະດຳລົງຊີວິດ,1 ທີ່ຈະຮັກ,2 ທີ່ຈະຊ່ອຍເຫລືອ,3 ທີ່ຈະອະທິຖານ,4 ທີ່ຈະກ່າວ,5 ທີ່ຈະປະຕິບັດຕໍ່ກັນແລະກັນ,6 ທີ່ຈະນຳພາ,7 ທີ່ຈະແຕ່ງງານ,8 ທີ່ຈະລ້ຽງດູລູກໆ,9 ທີ່ຈະຮຽນຮູ້,10 ທີ່ຈະຮູ້ຄວາມຈິງ,11 ທີ່ຈະແບ່ງປັນພຣະກິດຕິຄຸນ,12 ທີ່ຈະເລືອກສິ່ງທີ່ເຮົາກິນຢ່າງສະຫລາດ,13 ແລະ ອື່ນໆ.
ພ້ອມທັງພຣະຄຳພີ, ຍັງມີແຫລ່ງທີ່ດີສຳລັບການຄົ້ນພົບວິທີທາງຂອງພຣະຜູ້ເປັນເຈົ້າ ໃນປຶ້ມ True to the Faith (ຈິງໃຈຕໍ່ຄວາມເຊື່ອຖື), ສຳລັບຄວາມເຂັ້ມແຂງຂອງຊາວໜຸ່ມ, ແລະ ຄຳສອນອື່ນໆຂອງສາດສະດາ ແລະ ອັກຄະສາວົກທີ່ມີຊີວິດຢູ່.
-
ຍົກຕົວຢ່າງ, ພຣະຜູ້ເປັນເຈົ້າໄດ້ສອນເຮົາໃນພຣະຄຳພີວ່າ: “ຄວາມຄິດເຮົານັ້ນ ພຣະຜູ້ເປັນເຈົ້າກ່າວຈາ ບໍ່ຄືຄວາມຄິດຂອງພວກເຈົ້າ ແລະ ວິທີທາງຂອງເຮົານັ້ນກໍແຕກຕ່າງ ບໍ່ຄືວິທີທາງຂອງພວກເຈົ້າ. ສະຫວັນຊັ້ນຟ້າສູງກວ່າແຜ່ນດິນໂລກສັນໃດ ວິທີທາງທັງຄວາມຄິດຂອງເຮົາກໍສູງກວ່າສັນນັ້ນ” (ເອຊາຢາ 55:8–9).
-
ຄວາມຊົ່ວຮ້າຍໃນວັນເວລາສຸດທ້າຍນີ້ຄືວ່າ ມະນຸດທຸກຄົນໄດ້ເດີນໄປໃນເສັ້ນທາງຂອງຕົນເອງ (ເບິ່ງ D&C 1:16). ໃນພຣະທຳສຸພາສິດ ເຮົາຖືກເຕືອນວ່າ “ຢ່າຄິດເລີຍວ່າ ຕົນເປັນຄົນມີປັນຍາ” ແລະ “ຢ່າເຊື່ອໝັ້ນຈັກເທື່ອໃນສິ່ງທີ່ເຈົ້າຄິດວ່າເຈົ້າຮູ້ຈັກ” (ເບິ່ງ ສຸພາສິດ 3:5–7).
-
ເຮົາໄດ້ຮັບການສອນວ່າ ຖ້າຫາກເຮົາເຮັດສິ່ງຕ່າງໆຕາມວິທີທາງຂອງພຣະຜູ້ເປັນເຈົ້າ, ພຣະອົງຖືກຜູກມັດຈະໃຫ້ພອນເຮົາແນ່ນອນ ແລະ ເຮົາມີສິດຮຽກຮ້ອງຄຳສັນຍາຂອງພຣະອົງ; ແລະ ຖ້າເຮົາບໍ່ເຮັດຕາມວິທີທາງຂອງພຣະອົງ, ເຮົາກໍບໍ່ມີຄຳສັນຍານັ້ນ (ເບິ່ງ D&C 82:10).
-
ພຣະຜູ້ເປັນເຈົ້າໄດ້ປຽບທຽບວິທີທາງຂອງພຣະອົງ ກັບວິທີທາງຂອງເຮົາໃນການອົບຮົມສາດສະດາຊາມູເອນ, ຜູ້ທີ່ຖືກສົ່ງໄປຊອກຫາກະສັດຄົນໃໝ່ວ່າ: “ແຕ່ພຣະຜູ້ເປັນເຈົ້າກ່າວຕໍ່ເພິ່ນວ່າ, ຢ່າໄດ້ສົນໃຈນຳຄວາມສູງ ແລະ ຄວາມງາມຂອງລາວເລີຍ, ເຮົາບໍ່ຮັບເອົາລາວເພາະການຕັດສິນຂອງເຮົາບໍ່ຄືການຕັດສິນ ຂອງມະນຸດ; ມະນຸດເບິ່ງພາຍນອກ ແຕ່ເຮົາເບິ່ງພາຍໃນຈິດໃຈ” (1 ຊາມູເອນ 16:7).
-
ແມ່ນແຕ່ທາງດ້ານຄວາມປາດຖະໜາທີ່ເປັນທີ່ເຫັນຊອບກັບທຸກຄົນທີ່ຈະຊ່ອຍເຫລືອຄົນຍາກຈົນ ແລະ ຄົນຂັດສົນ, ພຣະຜູ້ເປັນເຈົ້າກໍເຫັນດີກັບເປົ້າໝາຍຂອງເຮົາ ແຕ່ຍັງເຕືອນວ່າ ແຕ່ມັນຕ້ອງເປັນໄປໃນວິທີທາງຂອງພຣະອົງເອງ (ເບິ່ງ D&C 104:16). ຖ້າບໍ່ດັ່ງນັ້ນ ໃນຄວາມພະຍາຍາມຂອງເຮົາ ທີ່ຈະຊ່ອຍເຫລືອ, ເຮົາອາດທຳຮ້າຍເຂົາເຈົ້າກໍໄດ້. ພຣະຜູ້ເປັນເຈົ້າໄດ້ສອນເຮົາ ເຖິງຄວາມຈຳເປັນທີ່ຕ້ອງສົ່ງເສີມໃຫ້ເຮົາເພິ່ງຕົນເອງ. ແມ່ນແຕ່ຖ້າເຮົາສາມາດຊ່ອຍ, ເຮົາບໍ່ຄວນຈະໃຫ້ ຫລື ຈັດຫາສິ່ງທີ່ເຂົາເຈົ້າສາມາດ ແລະ ຄວນເຮັດເພື່ອຕົວເຂົາເຈົ້າເອງ. ໃນທຸກບ່ອນທີ່ມັນຖືກທົດລອງ, ທັງໂລກຮຽນຮູ້ເຖິງຄວາມຊົ່ວຮ້າຍທີ່ມາຈາກການໃຫ້ໂດຍບໍ່ຮຽກຮ້ອງ ໃຫ້ຄົນຄົນນັ້ນເຮັດບາງສິ່ງເປັນການຕອບແທນ. ຈິງໆແລ້ວ ພຣະເຈົ້າຮູ້ດີທີ່ສຸດ.
ໃຫ້ເຮົາມາພິຈາລະນາເຖິງຕົວຢ່າງອື່ນໆ. ພຣະຜູ້ເປັນເຈົ້າມີວິທີທາງທີ່ຈະປະຕິບັດວຽກງານການເຜີຍແຜ່. ມັນຖືກອະທິບາຍໄວ້ໃນພຣະຄຳພີ ແລະ ໃນປຶ້ມ ຈົ່ງສອນພຣະກິດຕິຄຸນຂອງເຮົາ ແລະ ຖືກນຳໃຊ້ຕາມທີ່ຖືກຊີ້ນຳໂດຍພຣະວິນຍານ.
ພຣະຜູ້ເປັນເຈົ້າມີວິທີທາງຂອງພຣະອົງ, ຫລື ເປັນ ວິທີ, ທີ່ຈະຮັກຢ່າງຖືກຕ້ອງ. ຄົນທາງໂລກນັ້ນກ່າວວ່າ ສິ່ງທີ່ສຳຄັນແມ່ນທີ່ສອງຄົນຮັກກັນ. ພຣະບິດາໃນສະຫວັນຂອງເຮົາສອນວ່າ ນັ້ນກໍສຳຄັນແທ້, ແຕ່ພຣະອົງຍັງສອນເຮົາຫລາຍກວ່າວ່າ: ຍັງມີວິທີທາງ ແລະ ເວລາທີ່ຖືກຕ້ອງ ທີ່ຈະສະແດງຄວາມຮັກນັ້ນ.
ການປົກຄອງຕົວເຮົາເອງ
ໂຈເຊັບ ສະມິດ ຖືກສອນຕັ້ງແຕ່ເພິ່ນຍັງນ້ອຍ ເຖິງວິທີທາງຂອງພຣະຜູ້ເປັນເຈົ້າ. ເມື່ອຄົນໜຶ່ງໄດ້ຖາມເພິ່ນວ່າ ເພິ່ນນຳພາສາດສະໜາຈັກແນວໃດ, ເພິ່ນໄດ້ອະທິບາຍວ່າ ເພິ່ນໄດ້ສອນຫລັກທຳທີ່ຖືກຕ້ອງ ແລະ ແລ້ວສະມາຊິກກໍໄດ້ປົກຄອງຕົວເຂົາເຈົ້າເອງ.14 ອ້າຍເອື້ອຍນ້ອງທັງຫລາຍ, ອັກຄະສາວົກ ແລະ ສາດສະດາຂອງເຮົາຍັງສອນຫລັກທຳທີ່ຖືກຕ້ອງຢູ່. ຄຳຖາມມີຢູ່ວ່າ “ເຮົາໃຊ້ຫລັກທຳເຫລົ່ານີ້ເພື່ອປົກຄອງຕົວເອງຫລືບໍ່?”
ສິ່ງໜຶ່ງທີ່ເຮົາຖືກສອນເລື້ອຍໆກໍຄື ໃຫ້ເຕີບໂຕບໍ່ວ່າ ເຮົາຈະອາໄສຢູ່ບ່ອນໃດກໍຕາມ. ແຕ່ບາງເທື່ອເຮົາກໍຖືກລໍ້ລວງໃຫ້ຍົກຍ້າຍໄປເຂດອື່ນ, ໂດຍຄິດວ່າລູກໆຂອງເຮົາຈະມີໝູ່ເພື່ອນຫລາຍ ແລະ ສະນັ້ນ ຈະມີໂຄງການຂອງຊາວໜຸ່ມທີ່ດີກວ່າ.
ອ້າຍເອື້ອຍນ້ອງທັງຫລາຍ, ເຮົາຄິດແທ້ໆບໍວ່າ ຄວາມລອດຂອງລູກໆຂອງເຮົານັ້ນ ຂຶ້ນຢູ່ກັບໝູ່ບ້ານ ທີ່ເຮົາອາໄສຢູ່? ອັກຄະສາວົກ ແລະ ສາດສະດາໄດ້ສອນເລື້ອຍໆວ່າ ສິ່ງທີ່ເກີດຂື້ນພາຍໃນບ້ານນັ້ນແມ່ນສຳຄັນຫລາຍກວ່າສິ່ງທີ່ລູກຂອງທ່ານປະເຊີນຢູ່ນອກບ້ານ. ວິທີ ທີ່ເຮົາລ້ຽງດູລູກໆຂອງເຮົານັ້ນ ສຳຄັນກວ່າ ບ່ອນ ທີ່ເຮົາລ້ຽງດູພວກເຂົາ.
ແນ່ນອນວ່າ ຍັງມີບາງຢ່າງທີ່ກ່ຽວຂ້ອງໃນການຕັດສິນໃຈເຖິງບ່ອນທີ່ເຮົາຈະອາໄສຢູ່, ແລະ ເປັນຈັ່ງບຸນທີ່, ພຣະຜູ້ເປັນເຈົ້າຈະຊີ້ນຳເຮົາ ຖ້າຫາກເຮົາສະແຫວງຫາການຢືນຢັນຂອງພຣະອົງ.
ອີກຄຳຖາມໜຶ່ງແມ່ນ “ບ່ອນໃດຕ້ອງການເຮົາ?” ຂ້າພະເຈົ້າໄດ້ຮັບໃຊ້ໃນຝ່າຍປະທານສະເຕກຂອງສະເຕກ ຮິວສະຕັນ ລັດເທັກຊັດ ເໜືອ ເປັນເວລາ 16 ປີ. ຫລາຍຄົນໄດ້ຍ້າຍເຂົ້າມາຢູ່ເຂດຂອງພວກເຮົາ ໃນລະຫວ່າງປີເຫລົ່ານັ້ນ. ພວກເຮົາໄດ້ຮັບໂທລະສັບເລື້ອຍໆ ທີ່ບອກໃຫ້ຮູ້ເຖິງຄົນທີ່ຍ້າຍເຂົ້າມາ ແລະ ຖາມວ່າ ຫວອດໃດໄດ້ມີໂຄງການທີ່ດີທີ່ສຸດສຳລັບຊາວໜຸ່ມ ຫລືວ່າຫວອດໃດດີທີ່ສຸດ. ມີພຽງເທື່ອດຽວໃນເວລາ 16 ປີນັ້ນ ທີ່ຂ້າພະເຈົ້າໄດ້ຮັບໂທລະສັບ ທີ່ຄົນຄົນໜຶ່ງໄດ້ຖາມຂ້າພະເຈົ້າວ່າ, “ມີຫວອດໃດແດ່ທີ່ຕ້ອງການຄອບຄົວທີ່ດີຄອບຄົວໜຶ່ງ? ພວກເຮົາສາມາດຊ່ອຍເຫລືອຢູ່ໃສແດ່?”
ໃນຕອນເລີ່ມຕົ້ນຂອງສາດສະໜາຈັກ, ປະທານບຣິກຳ ຢັງ ແລະ ຄົນອື່ນໆ ໄດ້ເອີ້ນໃຫ້ສະມາຊິກອອກໄປໃນສະຖານທີ່ໃດໜຶ່ງໂດຍສະເພາະ ເພື່ອສ້າງຕັ້ງສາດສະໜາຈັກຢູ່ທີ່ນັ້ນ. ສິ່ງທີ່ແປກປະຫລາດກໍຄື ແມ່ນແຕ່ໃນເວລານີ້ ເຮົາກໍມີສະມາຊິກຜູ້ຊື່ສັດຂອງສາດສະໜາຈັກໃນທຸກຫົນທຸກແຫ່ງ ຜູ້ທີ່ຈະອອກໄປບ່ອນໃດກໍຕາມທີ່ສາດສະດາໄດ້ຂໍຮ້ອງໃຫ້ເຂົາເຈົ້າໄປ. ເຮົາຄາດຫວັງໃຫ້ປະທານມອນສັນ ບອກແຕ່ລະບຸກຄົນ ທີ່ຫລາຍກວ່າ 14 ລ້ານຄົນ ໃນບັນດາພວກເຮົາແທ້ໆບໍ ເຖິງບ່ອນທີ່ຄອບຄົວຂອງເຮົາຖືກຕ້ອງການ? ວິທີທາງຂອງພຣະຜູ້ເປັນເຈົ້ານັ້ນແມ່ນວ່າ ເຮົາເຊື່ອຟັງຕໍ່ຄຳສອນຂອງຜູ້ນຳຂອງເຮົາ, ເຂົ້າໃຈຫລັກທຳທີ່ຖືກຕ້ອງ, ແລະ ແລ້ວປົກຄອງຕົວເຮົາເອງ.
ສຳຄັນທີ່ສຸດ
ດ້ວຍທຸກສິ່ງ ທີ່ກຳລັງເກີດຂຶ້ນຢູ່ໃນສາດສະໜາຈັກໃນວັນເວລານີ້, ແລະ ດັ່ງທີ່ພຣະຜູ້ເປັນເຈົ້າກຳລັງເລັ່ງງານຂອງພຣະອົງຢູ່ໃນທຸກໆວິທີທາງ ແລະ ສະພາບການ, ມັນແຮ່ງສຳຄັນທີ່ສຸດ ທີ່ເຮົາຈະເຮັດທຸກສິ່ງທີ່ເຮົາເຮັດໃນວິທີທາງຂອງພຣະອົງ!
ໂດຍສະເພາະ ໃນວຽກງານຂອງຄວາມລອດ ເຮົາຮຽນຮູ້ວ່າ “ດ້ວຍຂອງປະທານຂອງພຣະບຸດຂອງພຣະອົງ ພຣະເຈົ້າຈຶ່ງໄດ້ຕຽມເສັ້ນທາງອັນປະເສີດທີ່ສຸດໃຫ້” (ອີເທີ 12:11). ຄຳສອນຂອງພຣະຄຣິດ “ຄືທາງນັ້ນ ແລະ ບໍ່ມີທາງ ຫລື ພຣະນາມອື່ນໃດຈະປະທານໃຫ້ພາຍໃຕ້ສະຫວັນອີກເລີຍ ຊຶ່ງໂດຍທາງນັ້ນມະນຸດຈະລອດໄດ້ໃນອານາຈັກຂອງພຣະເຈົ້າ” (2 ນີໄຟ 31:21).
ສະຫລຸບ
ຂະນະທີ່ເຮົາໄດ້ເຫັນຄົນທັງຫລາຍໃນໂລກ ໃນວັນເວລານີ້ທີ່ດຳລົງຊີວິດຢູ່ໃນຄວາມສັບສົນ, ຫລື ຮ້າຍກວ່ານັ້ນ, ດຳລົງຊີວິດຢູ່ໃນບາບ, ແລະ ທົນທຸກຢູ່ໃນຜົນສະທ້ອນທີ່ບໍ່ຈຳເປັນຂອງການເລືອກທີ່ບໍ່ດີ, ມັນເຮັດໃຫ້ຂ້າພະເຈົ້າຢາກປະກາດດັ່ງທີ່ແອວມາໄດ້ປະກາດວ່າ:
“ໂອ້ ຖ້າຫາກຂ້າພະເຈົ້າເປັນທູດ, ແລະ ສາມາດປາດຖະໜາໄດ້ຕາມໃຈຊອບຂອງຂ້າພະເຈົ້າ, ແລ້ວຂ້າພະເຈົ້າຈະອອກໄປເວົ້າດ້ວຍສຽງແກຂອງພຣະເຈົ້າ, ດ້ວຍສຽງທີ່ສັ່ນສະເທືອນແຜ່ນດິນໂລກ, ແລະ ຮ້ອງປ່າວການກັບໃຈຕໍ່ທຸກໆຄົນ!
“ແທ້ຈິງແລ້ວ, ຂ້າພະເຈົ້າຈະປະກາດເຖິງເລື່ອງການກັບໃຈ ແລະ ແຜນແຫ່ງການໄຖ່ແກ່ທຸກຈິດວິນຍານ ເພື່ອພວກເຂົາຈະກັບໃຈ ແລະ ມາຫາພຣະເຈົ້າຂອງພວກເຮົາ [ແລະ ວິທີທາງຂອງພຣະອົງ], ເພື່ອພວກເຂົາຈະບໍ່ມີຄວາມເສົ້າສະຫລົດໃຈໃນທົ່ວຜືນແຜ່ນດິນໂລກອີກເລີຍ” (ແອວມາ 29:1–2).
ອີກເທື່ອໜຶ່ງ, ຂ້າພະເຈົ້າເປັນພະຍານວ່າ ພຣະຜູ້ເປັນເຈົ້າມີວິທີທາງຂອງພຣະອົງເອງ! ພຣະບິດາເທິງສະຫວັນຂອງເຮົາ ຮູ້ຈັກເຮົາ, ຮັກເຮົາ, ແລະ ປະສົງຈະຊ່ອຍເຫລືອ. ພຣະອົງຮູ້ຈັກວິທີທີ່ດີທີ່ສຸດທີ່ຈະຊ່ອຍເຫລືອ. ເຮົາບໍ່ໄດ້ເປັນເດັກກຳພ້າທາງວິນຍານ!
ພຣະຜູ້ຊ່ອຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດເປັນ “ຄວາມຈິງ ແລະ ເປັນຊີວິດ” (ໂຢຮັນ 14:6; ເບິ່ງ ແອວມາ ນຳອີກ). ວິທີທາງຂອງພຣະອົງນັ້ນຂຶ້ນຢູ່ກັບຄວາມຈິງນິລັນດອນ ແລະ ຈະນຳພາເຮົາໄປສູ່ສັນຕິສຸກໃນໂລກນີ້ ແລະ ຊີວິດນິລັນດອນໃນໂລກທີ່ຈະມາເຖິງ. (ເບິ່ງ D&C 59:23). ຂ້າພະເຈົ້າເປັນພະຍານໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.