ໄວ້ວາງໃຈໃນພຣະຜູ້ເປັນເຈົ້າ
ສິ່ງດຽວທີ່ເຮົາເພິ່ງອາໄສໄດ້ ແມ່ນການໄວ້ວາງໃຈໃນພຣະຜູ້ເປັນເຈົ້າ ແລະ ຄວາມຮັກຂອງພຣະອົງທີ່ມີໃຫ້ລູກໆຂອງພຣະອົງ.
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຈົດໝາຍທີ່ຂ້າພະເຈົ້າໄດ້ຮັບດົນເຕີບແລ້ວ ໄດ້ແນະນຳຫົວຂໍ້ຂອງຄຳປາໄສຂອງຂ້າພະເຈົ້າ. ຜູ້ຂຽນໄດ້ຄິດກ່ຽວກັບການແຕ່ງງານຂອງນາງໃນພຣະວິຫານກັບຊາຍຄົນໜຶ່ງ ທີ່ຄູ່ຄອງຊົ່ວນິລັນດອນຂອງລາວໄດ້ເສຍຊີວິດໄປແລ້ວ. ນາງຈະເປັນພັນລະຍາຄົນທີສອງ. ນາງໄດ້ຖາມວ່າ: ນາງຊິມີເຮືອນຂອງຕົວເອງຢູ່ບໍໃນຊີວິດໜ້າ, ຫລື ນາງຕ້ອງໄດ້ຢູ່ເຮືອນດຽວກັນກັບສາມີຂອງນາງ ກັບເມຍຄົນທຳອິດຂອງລາວ? ຂ້າພະເຈົ້າພຽງແຕ່ບອກນາງໃຫ້ໄວ້ວາງໃຈໃນພຣະຜູ້ເປັນເຈົ້າ.
ຂ້າພະເຈົ້າຈະກ່າວຕໍ່ດ້ວຍປະສົບການໜຶ່ງ ທີ່ຂ້າພະເຈົ້າໄດ້ຍິນຈາກເພື່ອນທີ່ດີຄົນໜຶ່ງ, ຜູ້ອະນຸຍາດໃຫ້ຂ້າພະເຈົ້າແບ່ງປັນ. ຫລັງຈາກພັນລະຍາ ແລະ ແມ່ຂອງລູກລາວໄດ້ເສຍຊີວິດໄປ, ລາວໄດ້ແຕ່ງງານໃໝ່. ລູກຜູ້ໃຫຍ່ບາງຄົນໄດ້ຂັດຄ້ານຢ່າງໜັກກັບການແຕ່ງງານ ແລະ ໄດ້ໄປຂໍຄຳແນະນຳຈາກຍາດພີ່ນ້ອງໃກ້ຊິດ ຊຶ່ງເປັນຜູ້ນຳຂອງສາດສະໜາຈັກ ທີ່ໜ້ານັບຖື. ຫລັງຈາກໄດ້ຍິນເຫດຜົນສຳລັບການຂັດຄ້ານຂອງເຂົາເຈົ້າ, ຊຶ່ງເຈາະຈົງຢູ່ທີ່ສະພາບການ ແລະ ຄວາມສຳພັນ ຢູ່ໃນໂລກວິນຍານ ຫລື ໃນລັດສະໝີພາບຂອງອານາຈັກ ທີ່ເກີດຂຶ້ນຫລັງຈາກການພິພາກສາຄັ້ງສຸດທ້າຍ, ຜູ້ນຳໄດ້ເວົ້າວ່າ: “ພວກເຈົ້າເປັນຫ່ວງນຳສິ່ງທີ່ບໍ່ຄວນເປັນຫ່ວງ. ພວກເຈົ້າຄວນເປັນຫ່ວງວ່າ ພວກເຈົ້າ ຈະໄປເຖິງສະຖານທີ່ເຫລົ່ານັ້ນໄດ້ຫລືບໍ່. ໃຫ້ເອົາໃຈໃສ່ກັບສິ່ງນັ້ນ. ຖ້າຫາກພວກເຈົ້າໄປເຖິງ, ແລ້ວທຸກສິ່ງຈະເລີດກວ່າທີ່ພວກເຈົ້າຈິນຕະນາການໄດ້.”
ຊ່າງເປັນຄຳສອນທີ່ປອບໃຈແທ້ໆ! ໃຫ້ໄວ້ວາງໃຈໃນພຣະຜູ້ເປັນເຈົ້າ!
ຈາກຈົດໝາຍທີ່ຂ້າພະເຈົ້າໄດ້ຮັບ, ຂ້າພະເຈົ້າຮູ້ວ່າ ຄົນອື່ນກໍຂ້ອງໃຈກ່ຽວກັບໂລກວິນຍານ ທີ່ເຮົາຈະໄປຢູ່ຫລັງຈາກເຮົາຕາຍໄປ ແລະ ກ່ອນທີ່ເຮົາຈະຟື້ນຄືນຊີວິດ. ບາງຄົນສັນນິຖານວ່າ ໂລກວິນຍານຈະມີສະຖານະການ ແລະ ບັນຫາຫລາຍຢ່າງ ຄືຢູ່ໃນຊ່ວງຊີວິດມະຕະນີ້. ເຮົາຮູ້ຫຍັງແດ່ກ່ຽວກັບສະພາບການຢູ່ໃນໂລກວິນຍານ? ຂ້າພະເຈົ້າເຊື່ອບົດຄວາມສັ້ນຂອງອາຈານສອນຝ່າຍສາດສະໜາທີ່ມະຫາວິທະຍາໄລ ບຣິກຳ ຢັງ ໃນເລື່ອງນີ້ ເພິ່ນເວົ້າຖືກທີ່ວ່າ: “ເມື່ອເຮົາຖາມຕົວເອງວ່າ ເຮົາຮູ້ຫຍັງແດ່ກ່ຽວກັບໂລກວິນຍານ ຈາກໜັງສືມາດຕະຖານສາມເຫລັ້ມ, ຄຳຕອບແມ່ນ ‘ບໍ່ຫລາຍເທົ່າກັບເຮົາຄິດ.’”1
ແນ່ນອນ, ເຮົາຮູ້ຈາກພຣະຄຳພີວ່າ ຫລັງຈາກຮ່າງກາຍຂອງເຮົາຕາຍໄປ ເຮົາຈະມີຊີວິດຕໍ່ ຢູ່ໃນໂລກວິນຍານ. ພຣະຄຳພີກໍຍັງສອນວ່າ ໂລກວິນຍານແຫ່ງນີ້ ຖືກແຍກອອກເປັນສອງບ່ອນ, ບ່ອນໜຶ່ງແມ່ນສຳລັບຄົນທີ່ “ຊອບທຳ” ຫລື “ທ່ຽງທຳ” ຕອນມີຊີວິດຢູ່ ແລະ ອີກບ່ອນໜຶ່ງແມ່ນສຳລັບຄົນຊົ່ວ. ພຣະຄຳພີຍັງບອກເຖິງວິທີທີ່ບັນດາວິນຍານທີ່ຊື່ສັດ ສິດສອນພຣະກິດຕິຄຸນໃຫ້ແກ່ບັນດາວິນຍານທີ່ຊົ່ວຮ້າຍ ຫລື ກະບົດ (ເບິ່ງ 1 ເປໂຕ 3:19; ຄຳສອນ ແລະ ພັນທະສັນຍາ 138:19–20, 29, 32, 37). ສິ່ງທີ່ສຳຄັນທີ່ສຸດແມ່ນ, ການເປີດເຜີຍຂອງຍຸກນີ້ ເປີດເຜີຍວ່າ ວຽກງານແຫ່ງຄວາມລອດ ຈະດຳເນີນຕໍ່ໄປຢູ່ໃນໂລກວິນຍານ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 138:30–34, 58), ແລະ ເຖິງແມ່ນວ່າເຮົາຖືກກະຕຸ້ນ ບໍ່ໃຫ້ຊັກຊ້າໃນການກັບໃຈຂອງເຮົາ ລະຫວ່າງຊ່ວງມະຕະ (ເບິ່ງ ແອວມາ 13:27), ເຮົາກໍຖືກສິດສອນວ່າ ການກັບໃຈບາງຢ່າງແມ່ນເປັນໄປໄດ້ຢູ່ທີ່ນັ້ນ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 138:58).
ວຽກງານແຫ່ງຄວາມລອດຢູ່ໃນໂລກວິນຍານ ຮ່ວມດ້ວຍການປົດປ່ອຍບັນດາວິນຍານ ຈາກສິ່ງທີ່ພຣະຄຳພີບັນຍາຍເລື້ອຍໆວ່າເປັນ “ການຈ່ອງຈຳ.” ວິນຍານທຸກດວງຢູ່ໃນໂລກວິນຍານ ແມ່ນຢູ່ພາຍໃຕ້ ການຈ່ອງຈຳບາງຢ່າງ. ປະທານໂຈເຊັບ ແອັຟ ສະມິດ ໄດ້ຮັບການເປີດເຜີຍທີ່ຍິ່ງໃຫຍ່, ຊຶ່ງກາຍເປັນ ພາກທີ 138 ຂອງ ຄຳສອນ ແລະ ພັນທະສັນຍາ, ກ່າວວ່າ ຄົນຊອບທຳທີ່ຕາຍໄປ, ຜູ້ຢູ່ໃນສະພາວະແຫ່ງ “ສັນຕິສຸກ” (ຄຳສອນ ແລະ ພັນທະສັນຍາ 138:22) ຂະນະທີ່ເຂົາເຈົ້າຄອຍຖ້າການຟື້ນຄືນຊີວິດ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 138:16), “ຄິດວ່າການແຍກຂອງວິນຍານ ແລະ ຮ່າງກາຍຂອງພວກເຂົາເປັນເວລາດົນນານ ເປັນການຈ່ອງຈຳ” (ຄຳສອນ ແລະ ພັນທະສັນຍາ 138:50).
ຄົນຊົ່ວກໍຮັບທຸກທໍລະມານຢູ່ໃນການຈ່ອງຈຳເພີ່ມເຕີມ. ເພາະການບໍ່ກັບໃຈຈາກບາບ, ພວກເຂົາຈຶ່ງໄດ້ຢູ່ໃນໂລກວິນຍານບ່ອນທີ່ ອັກຄະສາວົກເປໂຕ ກ່າວເຖິງວ່າເປັນ “ຄຸກ” (1 ເປໂຕ 3:19; ເບິ່ງ ຄຳສອນ ແລະ ພັນທະສັນຍາ 138:42 ນຳອີກ). ວິນຍານເຫລົ່ານີ້ ຄື “ຜູ້ຖືກມັດໄວ້” ຫລື ເປັນ “ຊະເລີຍ” (ຄຳສອນ ແລະ ພັນທະສັນຍາ 138:31, 42) ຫລື ຜູ້ທີ່ຖືກ “ຂັບໄລ່ອອກໄປຫາຄວາມມືດພາຍນອກ” ພ້ອມທັງມີ “ການຮ້ອງໄຫ້, ແລະ ການຄວນຄາງ, ແລະ ການຂົບແຂ້ວຄ້ຽວຟັນ” ຂະນະທີ່ພວກເຂົາລໍຖ້າການຟື້ນຄືນຊີວິດ ແລະ ການພິພາກສາ (ແອວມາ 40:13–14).
ວິນຍານທັງໝົດທີ່ຢູ່ໃນໂລກວິນຍານ ຈະຟື້ນຄືນຊີວິດ ເພາະການຟື້ນຄືນພຣະຊົນຂອງພຣະເຢຊູຄຣິດ (ເບິ່ງ 1 ໂກຣິນໂທ 15:22), ເຖິງແມ່ນວ່າ ມັນຈະເກີດຂຶ້ນໃນເວລາທີ່ແຕກຕ່າງກັນ ສຳລັບແຕ່ລະກຸ່ມກໍຕາມ. ຈົນກວ່າເວລາທີ່ຖືກກຳນົດໄວ້ໄດ້ມາເຖິງ, ສິ່ງທີ່ພຣະຄຳພີບອກເຮົາກ່ຽວກັບກິດຈະກຳຢູ່ໃນໂລກວິນຍານ ສ່ວນຫລາຍແມ່ນກ່ຽວກັບວຽກງານແຫ່ງຄວາມລອດ. ສ່ວນແນວອື່ນ ບໍ່ໄດ້ເປີດເຜີຍຫຍັງຫລາຍ. ພຣະກິດຕິຄຸນໄດ້ຖືກສັ່ງສອນໃຫ້ແກ່ວິນຍານທີ່ໂງ່ຈ້າ, ທີ່ບໍ່ກັບໃຈ, ແລະ ກະບົດ ເພື່ອວ່າພວກເຂົາຈະເປັນອິດສະລະຈາກການຈ່ອງຈຳຂອງພວກເຂົາ ແລະ ກ້າວໜ້າໄປສູ່ພອນຂອງພຣະບິດາເທິງສະຫວັນທີ່ຊົງຮັກ ທີ່ມີໃຫ້ແກ່ພວກເຂົາ.
ການຈ່ອງຈຳຢູ່ໃນໂລກວິນຍານທີ່ກ່ຽວພັນກັບບັນດາວິນຍານທີ່ຊອບທຳ ແມ່ນການຄອຍຖ້າ—ແລະ ບາງທີ ຖືກອະນຸຍາດໃຫ້ກະຕຸ້ນ—ການເຮັດພິທີການແທນເຂົາເຈົ້າຢູ່ເທິງໂລກນີ້ ເພື່ອວ່າເຂົາເຈົ້າຈະໄດ້ຮັບບັບຕິສະມາ ແລະ ຊື່ນຊົມກັບພອນຂອງພຣະວິນຍານບໍລິສຸດ.(ເບິ່ງ ຄຳສອນ ແລະ ພັນທະສັນຍາ 138:30–37, 57–58).2 ພິທີການກະທຳແທນຢູ່ໃນຊ່ວງມະຕະເຫລົ່ານີ້ ຍັງໃຫ້ອຳນາດແກ່ເຂົາເຈົ້າດຳເນີນໄປໜ້າພາຍໃຕ້ສິດອຳນາດຂອງຖານະປະໂລຫິດ ເພື່ອຂະຫຍາຍຈຳນວນພົນທີ່ຊອບທຳ ຜູ້ສາມາດສັ່ງສອນພຣະກິດຕິຄຸນ ໃຫ້ແກ່ບັນດາວິນຍານ ທີ່ຢູ່ໃນຄຸກ.
ນອກເໜືອຈາກສິ່ງເຫລົ່ານີ້ແລ້ວ, ພຣະຄຳພີຂອງເຮົາບໍ່ໄດ້ບັນຈຸຫຍັງຫລາຍກ່ຽວກັບໂລກວິນຍານ ຫລັງຈາກຄວາມຕາຍ ແລະ ກ່ອນການພິພາກສາຄັ້ງສຸດທ້າຍ.3 ມີສິ່ງໃດອີກແດ່ທີ່ເຮົາຮູ້ຈັກກ່ຽວກັບໂລກວິນຍານ? ສະມາຊິກຫລາຍຄົນຂອງສາດສະໜາຈັກ ກໍໄດ້ຮັບພາບນິມິດ ຫລື ການດົນໃຈອື່ນໆ ທີ່ບອກເຂົາເຈົ້າກ່ຽວກັບການບໍລິຫານງານ ຫລື ການຈັດຕັ້ງຢູ່ໃນໂລກວິນຍານ, ແຕ່ປະສົບການສ່ວນຕົວທາງວິນຍານເຫລົ່ານັ້ນ ບໍ່ຖືກນັບວ່າເປັນຄຳສອນເປັນທາງການຂອງສາດສະໜາຈັກ. ແລະ, ແນ່ນອນ, ກໍມີການຄາດເດົາຢ່າງຫລວງຫລາຍ ໂດຍສະມາຊິກ ແລະ ຄົນອື່ນໆ ຢູ່ໃນແຫລ່ງຕ່າງໆທີ່ຖືກຈັດພິມ ດັ່ງເຊັ່ນຢູ່ໃນປຶ້ມ ປະສົບການໃກ້ຕາຍຕ່າງໆ.4
ຕາມທີ່ກ່າວມາທັງໝົດ, ຄຳເຕືອນຂອງແອວເດີ ດີ ທອດ ຄຣິສໂຕເຟີສັນ ແລະ ແອວເດີ ນຽວ ແອວ ແອນເດີເຊັນ ຢູ່ໃນກອງປະຊຸມໃຫຍ່ສາມັນ ທີ່ຜ່ານມາ ແມ່ນສຳຄັນທີ່ຈະຈື່ຈຳ. ແອວເດີ ຄຣິສໂຕເຟີສັນ ໄດ້ສິດສອນວ່າ: “ຄວນຈື່ຈຳວ່າ ບໍ່ແມ່ນການຖະແຫລງທຸກຢ່າງຂອງຜູ້ນຳຂອງສາດສະໜາຈັກ, ໃນອະດີດ ຫລື ໃນປະຈຸບັນ, ເປັນຄຳສອນທີ່ຈຳເປັນ. ມັນເປັນຄວາມເຂົ້າໃຈທົ່ວໄປໃນສາດສະໜາຈັກວ່າ ການຖະແຫລງທີ່ກ່າວໂດຍຜູ້ນຳຄົນໜຶ່ງ ໃນໂອກາດໃດໜຶ່ງ ສ່ວນຫລາຍແລ້ວຈະກ່ຽວພັນກັບໂອກາດນັ້ນ ໂດຍສະເພາະ, ຊຶ່ງໄດ້ໄຕ່ຕອງຢ່າງຖີ່ຖ້ວນ, ໄດ້ໃຫ້ຄວາມຄິດຄວາມເຫັນ, ແຕ່ບໍ່ໄດ້ຄາດຫວັງໃຫ້ເປັນການຖະແຫລງເປັນທາງການສຳລັບສາດສະໜາຈັກທັງໝົດ.”5
ໃນກອງປະຊຸມໃຫຍ່ຕິດຕາມມານັ້ນ, ແອວເດີ ແອນເດີເຊັນ ໄດ້ສອນຫລັກທຳນີ້ວ່າ: “ຄຳສອນໄດ້ຖືກສອນໂດຍສະມາຊິກ 15 ຄົນ ຈາກຝ່າຍປະທານສູງສຸດ ແລະ ກຸ່ມອັກຄະສາວົກສິບສອງ. ມັນບໍ່ໄດ້ຖືກເຊື່ອງຊ້ອນໄວ້ຢູ່ໃນວັກໃດວັກໜຶ່ງຂອງບົດປາໄສໃດໜຶ່ງ.”6 ໃບປະກາດກ່ຽວກັບຄອບຄົວ, ໄດ້ຖືກເຊັນໂດຍສາດສະດາ, ຜູ້ພະຍາກອນ, ແລະ ຜູ້ເປີດເຜີຍ 15 ທ່ານ, ຊຶ່ງເປັນການສະແດງໃຫ້ເຫັນເຖິງຫລັກທຳທີ່ດີເລີດນັ້ນ.
ເກີນກວ່າສິ່ງທີ່ເປັນທາງການ ດັ່ງເຊັ່ນ ໃບປະກາດກ່ຽວກັບຄອບຄົວ, ຄຳສອນຂອງສາດສະດາ ປະທານຂອງສາດສະໜາຈັກ, ທີ່ໄດ້ຖືກຢືນຢັນໂດຍບັນດາສາດສະດາ ແລະ ອັກຄະສາວົກ, ກໍເປັນຕົວຢ່າງເຖິງເລື່ອງນີ້ຄືກັນ. ສ່ວນສະຖານະການຢູ່ໃນໂລກວິນຍານ, ສາດສະດາໂຈເຊັບ ສະມິດ ໄດ້ໃຫ້ຄຳສອນຢູ່ສອງຢ່າງ ໃກ້ທ້າຍການປະຕິບັດສາດສະໜາກິດຂອງເພິ່ນ ທີ່ໄດ້ຖືກສິດສອນເລື້ອຍໆ ໂດຍບັນດາສາດສະດາຕໍ່ຈາກເພິ່ນ. ຄຳສອນຢ່າງໜຶ່ງຂອງເພິ່ນຢູ່ໃນການເທດສະໜາ ຄິງ ໂຟເລັດ ແມ່ນວ່າ ສະມາຊິກໃນຄອບຄົວທີ່ຊອບທຳ ຈະໄດ້ຢູ່ນຳກັນໃນໂລກວິນຍານ.7 ຂໍ້ຄວາມໜຶ່ງຂອງເພິ່ນ ຢູ່ພິທີສົ່ງສະການ ໃນປີສຸດທ້າຍຂອງຊີວິດເພິ່ນ ແມ່ນ: “ບັນດາວິນຍານທີ່ຊອບທຳ ຈະໄດ້ຮັບວຽກງານທີ່ຍິ່ງໃຫຍ່ ແລະ ສຳຄັນກວ່າ … [ຢູ່ໃນ] ໂລກວິນຍານ. … ເຂົາເຈົ້າບໍ່ຢູ່ໄກຈາກເຮົາ, ແລະ ຮູ້ຈັກ ແລະ ເຂົ້າໃຈຄວາມຄິດ, ຄວາມຮູ້ສຶກ, ແລະ ການກະທຳຂອງເຮົາ, ແລະ ສ່ວນຫລາຍຈະຮູ້ສຶກເຈັບປວດກັບສິ່ງເຫລົ່ານັ້ນ.”8
ສະນັ້ນ, ຄຳຖາມທີ່ຂ້າພະເຈົ້າກ່າວມາກ່ອນນັ້ນ ກ່ຽວກັບບ່ອນທີ່ບັນດາວິນຍານອາໄສຢູ່ ເປັນຈັ່ງໃດ? ຖ້າຫາກຄຳຖາມນັ້ນເບິ່ງຄືວ່າແປກປະຫລາດ ຫລື ບໍ່ເປັນສາລະຕໍ່ທ່ານ, ແລ້ວໃຫ້ພິຈາລະນາຄຳຖານຂອງທ່ານເອງ, ຫລື ແມ່ນແຕ່ຄຳຖາມທີ່ທ່ານພະຍາຍາມຕອບ ກ່ຽວກັບບາງສິ່ງທີ່ທ່ານໄດ້ຍິນຈາກບາງຄົນ ໃນອະດີດ. ສຳລັບຄຳຖາມທັງໝົດກ່ຽວກັບໂລກວິນຍານ, ຂ້າພະເຈົ້າຂໍແນະນຳສອງຢ່າງ. ທຳອິດ, ໃຫ້ຈື່ຈຳວ່າ ພຣະເຈົ້າຮັກລູກໆຂອງພຣະອົງ ແລະ ຈະເຮັດທຸກສິ່ງທີ່ດີທີ່ສຸດ ສຳລັບເຮົາແຕ່ລະຄົນ. ສອງ, ໃຫ້ຈື່ຈຳຄຳສອນຂອງພຣະຄຣິສຕະທຳຄຳພີນີ້ ທີ່ເຮົາຮູ້ຈັກດີ, ຊຶ່ງເປັນປະໂຫຍດຫລາຍຕໍ່ຂ້າພະເຈົ້າ ກ່ຽວກັບຄຳຖາມຫລາຍຢ່າງທີ່ຕອບບໍ່ໄດ້:
“ຈົ່ງໄວ້ວາງໃຈໃນພຣະຜູ້ເປັນເຈົ້າດ້ວຍສຸດຫົວໃຈເຈົ້າ; ຢ່າເຊື່ອໝັ້ນຈັກເທື່ອໃນສິ່ງທີ່ເຈົ້າຄິດວ່າເຈົ້າຮູ້ຈັກ.
“ຈົ່ງລະນຶກເຖິງພຣະຜູ້ເປັນເຈົ້າໃນທຸກສິ່ງທີ່ເຈົ້າກະທຳ, ແລະ ພຣະອົງຈະໃຫ້ເຈົ້າເຫັນຫົນທາງອັນຖືກຕ້ອງ” (ສຸພາສິດ 3:5–6).
ຄ້າຍຄືກັນນີ້, ນີໄຟໄດ້ສະຫລຸບເພງສັນລະເສີນຂອງເພິ່ນ ດ້ວຍຖ້ອຍຄຳເຫລົ່ານີ້, “ໂອ້ ພຣະອົງເຈົ້າເອີຍ, ຂ້ານ້ອຍໄວ້ວາງໃຈໃນພຣະອົງ, ແລະ ຂ້ານ້ອຍຈະໄວ້ວາງໃຈໃນພຣະອົງຕະຫລອດໄປ. ຂ້ານ້ອຍຈະບໍ່ວາງຄວາມໄວ້ວາງໃຈຂອງຂ້ານ້ອຍໄວ້ໃນແຂນຂອງມະນຸດ” (2 ນີໄຟ 4:34).
ເຮົາທຸກຄົນສາມາດສົງໃສຢ່າງງຽບໆກ່ຽວກັບສະຖານະການຢູ່ໃນໂລກວິນຍານ ຫລື ແມ່ນແຕ່ສົນທະນາເລື່ອງເຫລົ່ານີ້ ຫລື ຄຳຖາມທີ່ຕອບບໍ່ໄດ້ ກັບຄອບຄົວ ຫລື ຄົນອື່ນໆ ໃນບັນຍາກາດທີ່ໃກ້ຊິດ. ແຕ່ເຮົາບໍ່ຄວນສິດສອນສິ່ງໃດ ຫລື ໃຊ້ມັນເປັນຄຳສອນເປັນທາງການ ຖ້າມັນບໍ່ແມ່ນຄຳສອນເປັນທາງການ. ເຖິງແມ່ນເຮັດໄປກໍບໍ່ຊ່ວຍໃຫ້ວຽກງານຂອງພຣະຜູ້ເປັນເຈົ້າກ້າວໜ້າ ແລະ ອາດເຮັດໃຫ້ບາງຄົນທໍ້ຖອຍໃຈ ຈາກການສະແຫວງຫາການປອບໂຍນ ແລະ ການຮຽນຮູ້ແຜນຂອງພຣະຜູ້ເປັນເຈົ້າ ຜ່ານທາງການເປີດເຜີຍສ່ວນຕົວ ທີ່ມີໃຫ້ເຮົາແຕ່ລະຄົນ. ການເຊື່ອໝັ້ນກັບການສິດສອນສ່ວນຕົວຫລາຍເກີນໄປ ຫລື ການຄາດເດົາ ອາດດຶງເຮົາອອກຈາກຄວາມຕັ້ງໃຈທີ່ຈະຮຽນຮູ້ ແລະ ພະຍາຍາມ ຊຶ່ງ ຈະ ໃຫ້ເຮົາເຂົ້າໃຈຫລາຍຂຶ້ນ ແລະ ຊ່ວຍເຮົາໃຫ້ກ້າວໜ້າຢູ່ໃນເສັ້ນທາງແຫ່ງພັນທະສັນຍາ.
ການໄວ້ວາງໃຈໃນພຣະຜູ້ເປັນເຈົ້າ ເປັນຄຳສອນທີ່ຄຸ້ນເຄີຍ ແລະ ຈິງແທ້ ໃນສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ. ນັ້ນແມ່ນຄຳສອນຂອງໂຈເຊັບ ສະມິດ ເມື່ອໄພ່ພົນລຸ້ນທຳອິດໄດ້ປະເຊີນກັບການຂົ່ມເຫັງທີ່ຮ້າຍກາດ ແລະ ເບິ່ງຄືວ່າມີອຸປະສັກຢ່າງຫລວງຫລາຍ.9 ນັ້ນຍັງເປັນຫລັກທຳທີ່ດີທີ່ສຸດ ທີ່ເຮົາສາມາດໃຊ້ ເມື່ອເຮົາພະຍາຍາມທີ່ຈະຮຽນຮູ້ ຫລື ຊອກຫາການປອບໂຍນ ເມື່ອປະເຊີນກັບອຸປະສັກ ໃນເລື່ອງທີ່ຍັງບໍ່ເປີດເຜີຍເທື່ອ ຫລື ຍັງບໍ່ໄດ້ເຫັນຄຳສອນເປັນທາງການຂອງສາດສະໜາຈັກເທື່ອ.
ຫລັກທຳຢ່າງດຽວກັນນັ້ນ ກ່ຽວຂ້ອງກັບຄຳຖາມທີ່ຕອບບໍ່ໄດ້ ກ່ຽວກັບການຜະນຶກຢູ່ໃນຊີວິດໜ້າ ຫລື ຄວາມປາດຖະໜາທີ່ຈະປັບໃໝ່ ເພາະເຫດການ ຫລື ການລ່ວງລະເມີດຢູ່ໃນຊ່ວງມະຕະ. ມີຫລາຍໆສິ່ງທີ່ເຮົາບໍ່ຮູ້ຈັກ ສະນັ້ນສິ່ງທີ່ເຮົາເພິ່ງອາໄສໄດ້ ແມ່ນການໄວ້ວາງໃຈໃນພຣະຜູ້ເປັນເຈົ້າ ແລະ ຄວາມຮັກຂອງພຣະອົງສຳລັບລູກໆຂອງພຣະອົງ.
ທ້າຍສຸດນີ້, ສິ່ງທີ່ເຮົາຮູ້ກ່ຽວກັບໂລກວິນຍານແມ່ນວຽກງານແຫ່ງຄວາມລອດຂອງພຣະບິດາ ແລະ ຂອງພຣະບຸດ ຈະດຳເນີນຕໍ່ຢູ່ທີ່ນັ້ນ. ພຣະຜູ້ຊ່ວຍໃຫ້ລອດຂອງເຮົາໄດ້ລິເລີ່ມວຽກງານຂອງການປະກາດການປົດປ່ອຍແກ່ວິນຍານທີ່ຢູ່ໃນຄຸກ (ເບິ່ງ 1 ເປໂຕ 3:18–19; 4:6; ຄຳສອນ ແລະ ພັນທະສັນຍາ 138:6–11, 18–21, 28–37), ແລະ ວຽກງານນັ້ນຍັງດຳເນີນຕໍ່ໄປ ໂດຍຜູ້ສົ່ງຂ່າວທີ່ມີຄ່າຄວນ ແລະ ເໝາະສົມ ເພື່ອສັ່ງສອນພຣະກິດຕິຄຸນ, ຮ່ວມທັງການກັບໃຈ, ຕໍ່ບັນດາວິນຍານທີ່ຕ້ອງຖືກຊຳລະໃຫ້ສະອາດ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 138:57). ເປົ້າໝາຍຂອງທັງໝົດນີ້ ໄດ້ຖືກບັນຍາຍໄວ້ຢູ່ໃນຄຳສອນຂອງສາດສະໜາຈັກ, ຊຶ່ງມອບໃຫ້ຢູ່ໃນການເປີດເຜີຍຂອງຍຸກນີ້.
“ຄົນຕາຍຜູ້ທີ່ກັບໃຈຈະຖືກໄຖ່, ໂດຍການເຊື່ອຟັງຕໍ່ພິທີການຂອງບ້ານຂອງພຣະເຈົ້າ,
“ແລະ ຫລັງຈາກພວກເຂົາໄດ້ຮັບໂທດຂອງການລ່ວງລະເມີດຂອງພວກເຂົາແລ້ວ, ແລະ ໄດ້ຖືກຊຳລະໃຫ້ສະອາດແລ້ວ, ຈະໄດ້ຮັບລາງວັນຕາມວຽກງານຂອງພວກເຂົາ, ເພາະວ່າພວກເຂົາເປັນທາຍາດແຫ່ງຄວາມລອດ” (ຄຳສອນ ແລະ ພັນທະສັນຍາ 138:58–59).
ໜ້າທີ່ຂອງເຮົາແຕ່ລະຄົນແມ່ນທີ່ຈະສິດສອນຄຳສອນຂອງພຣະກິດຕິຄຸນທີ່ຟື້ນຟູ, ຮັກສາພຣະບັນຍັດ, ຮັກ ແລະ ຊ່ວຍເຫລືອກັນແລະກັນ, ແລະ ເຮັດວຽກງານແຫ່ງຄວາມລອດ ໃນພຣະວິຫານທີ່ສັກສິດ.
ຂ້າພະເຈົ້າເປັນພະຍານເຖິງຄວາມຈິງ ທີ່ຂ້າພະເຈົ້າຫາກໍໄດ້ກ່າວມານັ້ນ ແລະ ເຖິງຄວາມຈິງທີ່ຖືກສິດສອນ ແລະ ຈະຖືກສິດສອນຢູ່ໃນກອງປະຊຸມນີ້. ການກັບໃຈແມ່ນເປັນໄປໄດ້ ເພາະການຊົດໃຊ້ຂອງພຣະເຢຊູຄຣິດ. ດັ່ງທີ່ເຮົາຮູ້ຈັກຈາກການເປີດເຜີຍຂອງຍຸກນີ້, ພຣະອົງ “ສັນລະເສີນພຣະບິດາ, ແລະ ຊ່ວຍໃຫ້ວຽກງານທຸກຢ່າງໃນພຣະຫັດຂອງພຣະອົງລອດ” (ຄຳສອນ ແລະ ພັນທະສັນຍາ 76:43; ເນັ້ນຄຳເນີ້ງ). ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.