ຄວາມສຸກຂອງໄພ່ພົນ
ຄວາມສຸກມາຈາກການຮັກສາພຣະບັນຍັດຂອງພຣະຄຣິດ, ຈາກການເອົາຊະນະຄວາມໂສກເສົ້າ ແລະ ຄວາມອ່ອນແອ ຜ່ານທາງພຣະອົງ, ແລະ ຈາກການຮັບໃຊ້ ເໝືອນດັ່ງພຣະອົງ.
ສາດສະດາໃນພຣະຄຳພີມໍມອນ ຊື່ ເອໂນດ, ຫລານຊາຍຂອງລີໄຮ, ໄດ້ຂຽນເຖິງປະສົບການໜຶ່ງທີ່ໄດ້ເກີດຂຶ້ນຕອນເພິ່ນຍັງນ້ອຍ. ຂະນະທີ່ລ່າສັດຢູ່ໃນປ່າຄົນດຽວ, ເອໂນດໄດ້ເລີ່ມຕົ້ນໄຕ່ຕອງຄຳສອນຂອງຢາໂຄບ, ບິດາຂອງເພິ່ນ. ເພິ່ນໄດ້ກ່າວວ່າ, “ຄຳເວົ້າຊຶ່ງຂ້າພະເຈົ້າໄດ້ຍິນຈາກບິດາເລື້ອຍໆກ່ຽວກັບຊີວິດນິລັນດອນ, ແລະ ຄວາມສຸກຂອງໄພ່ພົນຂອງພຣະເຈົ້າໄດ້ ຝັງເລິກຢູ່ໃນໃຈຂອງຂ້າພະເຈົ້າ.”1 ໂດຍທີ່ຈິດວິນຍານຂອງເພິ່ນຫິວໂຫຍ, ເອໂນດຈຶ່ງໄດ້ຄຸເຂົ່າລົງອະທິຖານ, ໃນຄຳອະທິຖານທີ່ໜ້າອັດສະຈັນ ຂອງການໃຊ້ເວລາໝົດມື້ ຈົນເຖິງຕອນຄ່ຳ, ເປັນຄຳອະທິຖານທີ່ໃຫ້ການເປີດເຜີຍອັນສຳຄັນ, ໃຫ້ຄວາມໝັ້ນໃຈ, ແລະ ໃຫ້ຄຳສັນຍາ ແກ່ເພິ່ນ.
ມີຫລາຍສິ່ງທີ່ຕ້ອງຮຽນຮູ້ ຈາກປະສົບການຂອງເອໂນດ, ແຕ່ມື້ນີ້ ສິ່ງທີ່ຢູ່ໃນຈິດໃຈຂອງຂ້າພະເຈົ້າ ແມ່ນຄວາມຊົງຈຳຂອງເອໂນດ ເຖິງຖ້ອຍຄຳທີ່ບິດາຂອງເພິ່ນໄດ້ກ່າວເລື້ອຍໆກ່ຽວກັບ “ຄວາມສຸກຂອງໄພ່ພົນ.”
ຢູ່ໃນກອງປະຊຸມນີ້ ເມື່ອສາມປີກ່ອນ, ປະທານຣະໂຊ ເອັມ ແນວສັນ ໄດ້ກ່າວເຖິງຄວາມສຸກ.2 ໃນຈຳນວນຫລາຍສິ່ງ, ເພິ່ນໄດ້ກ່າວວ່າ:
“ຄວາມສຸກທີ່ເຮົາຮູ້ສຶກ ບໍ່ຂຶ້ນກັບສະຖານະການໃນຊີວິດຂອງເຮົາ ແຕ່ມັນຂຶ້ນກັບວ່າ ເຮົາເອົາໃຈໃສ່ຕໍ່ສິ່ງໃດ ໃນຊີວິດຂອງເຮົາ.
“ເມື່ອເຮົາເຮັດໃຫ້ຊີວິດຂອງເຮົາເອົາໃຈໃສ່ຕໍ່ ແຜນແຫ່ງຄວາມລອດຂອງພຣະເຈົ້າ, … ແລະ ພຣະເຢຊູຄຣິດ ແລະ ພຣະກິດຕິຄຸນຂອງພຣະອົງ, ເຮົາສາມາດຮູ້ສຶກເຖິງຄວາມສຸກໄດ້ ບໍ່ວ່າແມ່ນຫຍັງຈະເກີດຂຶ້ນ—ຫລື ບໍ່ເກີດຂຶ້ນກໍຕາມ—ໃນຊີວິດຂອງເຮົາ. ຄວາມສຸກມາຈາກພຣະອົງ ແລະ ເພາະພຣະອົງ. … ສຳລັບໄພ່ພົນຍຸກສຸດທ້າຍແລ້ວ, ພຣະເຢຊູຄຣິດຄື ຜູ້ໃຫ້ຄວາມສຸກນັ້ນ!”3
ໄພ່ພົນແມ່ນຜູ້ທີ່ໄດ້ເຂົ້າເຮັດພັນທະສັນຍາແຫ່ງພຣະກິດຕິຄຸນ ຜ່ານທາງການບັບຕິສະມາ ແລະ ການພະຍາຍາມຕິດຕາມພຣະຄຣິດ ໃນຖານະສານຸສິດຂອງພຣະອົງ.4 ດັ່ງນັ້ນ, “ຄວາມສຸກຂອງໄພ່ພົນ” ຈຶ່ງສະແດງໃຫ້ເຫັນເຖິງຄວາມສຸກຂອງການກາຍເປັນເໝືອນດັ່ງພຣະຄຣິດ.
ຂ້າພະເຈົ້າຈະກ່າວເຖິງຄວາມສຸກທີ່ມາຈາກການຮັກສາພຣະບັນຍັດຂອງພຣະອົງ, ຄວາມສຸກຈາກການເອົາຊະນະຄວາມໂສກເສົ້າ ແລະ ຄວາມອ່ອນແອ ຜ່ານທາງພຣະອົງ, ແລະ ຄວາມສຸກໂດຍທຳມະຊາດໃນການຮັບໃຊ້ ເໝືອນດັ່ງພຣະອົງ.
ຄວາມສຸກຂອງການຮັກສາພຣະບັນຍັດຂອງພຣະຄຣິດ
ເຮົາດຳລົງຊີວິດຢູ່ໃນສະໄໝທີ່ຜູ້ຄົນເຮັດຕາມຄວາມພໍໃຈ ຊຶ່ງຫລາຍຄົນມີຄຳຖາມເຖິງຄວາມສຳຄັນກ່ຽວກັບພຣະບັນຍັດຂອງພຣະຜູ້ເປັນເຈົ້າ ຫລື ບໍ່ສົນໃຈເລີຍ. ສ່ວນຫລາຍແລ້ວ, ຜູ້ຄົນທີ່ບໍ່ສົນໃຈກັບຄຳແນະນຳຈາກສະຫວັນ ດັ່ງເຊັ່ນກົດພົມມະຈັນ, ມາດຕະຖານຂອງຄວາມຊື່ສັດ, ແລະ ຄວາມສັກສິດຂອງວັນຊະບາໂຕ ເບິ່ງຄືວ່າຈະເລີນກ້າວໜ້າ ແລະ ເພີດເພີນກັບສິ່ງທີ່ດີໃນຊີວິດ, ບາງຄັ້ງແມ່ນຫລາຍກວ່າຜູ້ທີ່ພະຍາຍາມເຊື່ອຟັງ. ບາງຄົນກໍເລີ່ມສົງໃສວ່າ ຄວາມພະຍາຍາມ ແລະ ການເສຍສະລະ ແມ່ນກຸ້ມຄ່າຫລືບໍ່. ຊາວອິດສະຣາເອນໃນສະໄໝບູຮານ ຄັ້ງໜຶ່ງໄດ້ຈົ່ມວ່າ:
“ການຮັບໃຊ້ພຣະເຈົ້ານັ້ນບໍ່ມີປະໂຫຍດ, ແລະ ມີປະໂຫຍດຫຍັງທີ່ຈະປະຕິບັດຕາມ ພິທີການຕ່າງໆຂອງພຣະອົງ ແລະ ເສຍໃຈຕໍ່ສິ່ງທີ່ພວກເຮົາໄດ້ເຮັດມາຕໍ່ພຣະພັກຂອງຈອມໂຍທາ?
“ແລະ ບັດນີ້ພວກເຮົາເອີ້ນຄົນອວດດີ ວ່າຄົນມີຄວາມສຸກ; ແທ້ຈິງແລ້ວ, ຄົນທີ່ເຮັດຄວາມຊົ່ວຮ້າຍ ວ່າສູງສົ່ງ; ແທ້ຈິງແລ້ວ, ວ່າແຕ່ຄົນທົດລອງພຣະເຈົ້າກໍບໍ່ໄດ້ຮັບໂທດຫຍັງເລີຍ.”5
ພຣະຜູ້ເປັນເຈົ້າໄດ້ກ່າວວ່າ, ໃຫ້ລໍຖ້າຈັກໜ່ອຍ “ໃນມື້ນັ້ນເມື່ອເຮົາ ຮວບຮວມເຄື່ອງເພັດຂອງເຮົາ. … ເມື່ອນັ້ນເຈົ້າຈະ … ຫລິງເຫັນຄວາມແຕກຕ່າງລະຫວ່າງຄົນຊອບທຳ ແລະ ຄົນຊົ່ວ, ລະຫວ່າງຜູ້ຮັບໃຊ້ພຣະເຈົ້າ ແລະ ຜູ້ທີ່ບໍ່ຮັບໃຊ້ພຣະອົງ.”6 ຄົນຊົ່ວອາດ “ມີຄວາມສຸກໃນວຽກງານຂອງພວກເຂົາພຽງຊົ່ວໄລຍະໜຶ່ງ,” ແຕ່ມັນຈະເປັນພຽງຊົ່ວຄາວສະເໝີໄປ.7 ຄວາມສຸກຂອງໄພ່ພົນແມ່ນຍາວນານ.
ພຣະເຈົ້າເຫັນທຸກສິ່ງໃນທັດສະນະທີ່ແທ້ຈິງຂອງມັນ, ແລະ ພຣະອົງແບ່ງປັນທັດສະນະນັ້ນກັບເຮົາ ຜ່ານທາງພຣະບັນຍັດຂອງພຣະອົງ, ຊຶ່ງນຳພາເຮົາຢ່າງມີປະສິດທິພາບ ໃຫ້ຫລີກເວັ້ນຈາກ ຂຸມດັກ ແລະ ຂຸມຕາມທາງຂອງຊ່ວງມະຕະ ຂະນະທີ່ເດີນທາງມຸ້ງໄປຫາຄວາມສຸກນິລັນດອນ. ສາດສະດາໂຈເຊັບ ສະມິດ ໄດ້ອະທິບາຍວ່າ: “ເມື່ອພຣະບັນຍັດຂອງພຣະອົງສິດສອນເຮົາ ມັນເປັນພາບແຫ່ງນິລັນດອນ; ເພາະພຣະເຈົ້າຫລຽວເບິ່ງເຮົາ ຄືກັບວ່າເຮົາໄດ້ຢູ່ໃນນິລັນດອນ; ພຣະເຈົ້າສະຖິດຢູ່ໃນນິລັນດອນ, ແລະ ບໍ່ເບິ່ງດັ່ງທີ່ເຮົາເບິ່ງ.”8
ຂ້າພະເຈົ້າບໍ່ເຄີຍພົບເຫັນຜູ້ໃດທີ່ໄດ້ຮັບເອົາພຣະກິດຕິຄຸນຕອນອາຍຸແກ່ ທີ່ບໍ່ຢາກຮັບເອົາພຣະກິດຕິຄຸນຕອນຍັງໜຸ່ມຢູ່. ເຂົາເຈົ້າຊິເວົ້າວ່າ, “ຂ້ອຍຄົງບໍ່ເຮັດການເລືອກ ແລະ ຄວາມຜິດທີ່ຮ້າຍແຮງເຫລົ່ານັ້ນ.” ພຣະບັນຍັດຂອງພຣະຜູ້ເປັນເຈົ້າ ເປັນສິ່ງຊີ້ນຳໃຫ້ເລືອກເອົາສິ່ງທີ່ດີກວ່າ ແລະ ໄດ້ຮັບຜົນທີ່ໜ້າເພິ່ງພໍໃຈກວ່າ. ເຮົາຄວນປິຕິຍິນດີ ແລະ ຂອບພຣະໄທພຣະອົງຫລາຍຂະໜາດໃດ ສຳລັບການສະແດງໃຫ້ເຮົາເຫັນຫົນທາງທີ່ດີກວ່າ.
ຊິດສະເຕີ ຄາລົມໂບ ໂຣແຊັດ ຄຳວັນຢາ ຈາກສາທາລະນະລັດປະຊາທິປະໄຕ ຄອງໂກ, ປະຈຸບັນກຳລັງຮັບໃຊ້ເຜີຍແຜ່ຢູ່ເຂດເຜີຍແຜ່ ໂຄເທ ດິໂວຣາ ອາບິດຈານ ພາກຕາເວັນຕົກ, ໄດ້ຖືສິນອົດເຂົ້າ ແລະ ອະທິຖານເປັນເວລາສາມມື້ ເພື່ອຂໍການຊີ້ນຳຈາກພຣະເຈົ້າ. ໃນພາບນິມິດທີ່ໜ້າອັດສະຈັນ ທີ່ໄດ້ຮັບຕອນກາງຄືນ, ນາງໄດ້ເຫັນອາຄານສອງຫລັງ, ຫລັງໜຶ່ງແມ່ນຕຶກໂບດ ແລະ ອີກຫລັງໜຶ່ງ ຊຶ່ງບັດນີ້ ນາງຮູ້ວ່າແມ່ນພຣະວິຫານ. ນາງໄດ້ຊອກຫາ ແລະ ບໍ່ດົນນາງກໍໄດ້ເຫັນອາຄານຫລັງນັ້ນ ທີ່ນາງໄດ້ເຫັນຢູ່ໃນຄວາມຝັນ. ມີປ້າຍຂຽນວ່າ, “ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ.” ຊິດສະເຕີ ຄຳວັນຢາ ໄດ້ຮັບບັບຕິສະມາ ແລະ ຈາກນັ້ນແມ່ນ ແມ່ ແລະ ນ້ອງຊາຍຫົກຄົນຂອງນາງ. ຊິດສະເຕີ ຄຳວັນຢາ ໄດ້ເວົ້າວ່າ, “ຕອນຂ້າພະເຈົ້າໄດ້ຮັບພຣະກິດຕິຄຸນ, ຂ້າພະເຈົ້າຮູ້ສຶກເປັນນົກທີ່ຖືກປົດປ່ອຍຈາກການຄຸມຂັງ. ຫົວໃຈຂອງຂ້າພະເຈົ້າເຕັມໄປດ້ວຍຄວາມສຸກ. … ຂ້າພະເຈົ້າໝັ້ນໃຈວ່າ ພຣະເຈົ້າຮັກຂ້າພະເຈົ້າ.”9
ການຮັກສາພຣະບັນຍັດຂອງພຣະຜູ້ເປັນເຈົ້າ ຊ່ວຍໃຫ້ເຮົາຮູ້ສຶກເຖິງຄວາມຮັກຂອງພຣະອົງຢ່າງເຕັມປ່ຽມ ແລະ ງ່າຍຂຶ້ນກວ່າເກົ່າ. ເສັ້ນທາງຄັບ ແລະ ແຄບ ແຫ່ງພຣະບັນຍັດທີ່ນຳພາຕົງໄປຫາຕົ້ນໄມ້ແຫ່ງຊີວິດ, ແລະ ຕົ້ນໄມ້ນັ້ນ ພ້ອມທັງໝາກຂອງມັນ, ທີ່ຫວານທີ່ສຸດ ແລະ “ໜ້າເພິ່ງປາດຖະໜາເໜືອກວ່າໝາກໄມ້ອື່ນໃດທັງສິ້ນ,”10 ເປັນຕົວແທນໃຫ້ແກ່ຄວາມຮັກຂອງພຣະເຈົ້າ ແລະ ເຮັດໃຫ້ຈິດວິນຍານຂອງເຮົາ “ເຕັມໄປດ້ວຍຄວາມຊື່ນຊົມຢ່າງໃຫຍ່ຫລວງ.”11 ພຣະຜູ້ຊ່ວຍໃຫ້ລອດໄດ້ກ່າວວ່າ:
“ຖ້າພວກເຈົ້າເຊື່ອຟັງບັນຍັດຂອງເຮົາ, ພວກເຈົ້າກໍຈະຕັ້ງຢູ່ໃນຄວາມຮັກຂອງເຮົາ ເໝືອນດັ່ງເຮົາໄດ້ເຊື່ອຟັງບັນຍັດຂອງພຣະບິດາຂອງເຮົາ ແລະ ຕັ້ງຢູ່ໃນຄວາມຮັກຂອງພຣະອົງ.
“ເຮົາໄດ້ບອກຂໍ້ຄວາມເຫລົ່ານີ້ແກ່ພວກເຈົ້າ, ເພື່ອ ຄວາມຊົມຊື່ນຍິນດີ ຂອງເຮົາຈະໄດ້ຢູ່ໃນພວກເຈົ້າ, ແລະ ເພື່ອວ່າ ຄວາມຊົມຊື່ນຍິນດີ ຂອງພວກເຈົ້າຈະໄດ້ຄົບເຕັມບໍລິບູນ.”12
ຄວາມສຸກຈາກການເອົາຊະນະ ຜ່ານທາງພຣະຄຣິດ
ເຖິງແມ່ນຕອນທີ່ເຮົາຖືກພົບເຫັນວ່າ ເຮົາຮັກສາພຣະບັນຍັດຢ່າງຊື່ສັດ, ແຕ່ກໍຍັງມີການທົດລອງ ແລະ ເລື່ອງເສົ້າມາລົບກວນຄວາມສຸກຂອງເຮົາຢູ່. ແຕ່ເມື່ອເຮົາພະຍາຍາມເອົາຊະນະການທ້າທາຍເຫລົ່ານີ້ ດ້ວຍຄວາມຊ່ວຍເຫລືອຈາກພຣະຜູ້ຊ່ວຍໃຫ້ລອດ, ມັນຈະຮັກສາຄວາມສຸກທີ່ເຮົາຮູ້ສຶກໃນເວລານີ້ ແລະ ຄວາມສຸກທີ່ເຮົາຈະມີ ໃນອະນາຄົດໄວ້ໄດ້. ພຣະເຢຊູຄຣິດໄດ້ໃຫ້ສານຸສິດຂອງພຣະອົງແນ່ໃຈວ່າ, “ໃນໂລກນີ້ພວກເຈົ້າຈະມີຄວາມທຸກລຳບາກ: ແຕ່ຈົ່ງຊື່ນໃຈເທາະ ເພາະຝ່າຍເຮົາໄດ້ຊະນະໂລກແລ້ວ.”13 ມັນແມ່ນການຫັນໄປຫາພຣະອົງ, ເຊື່ອຟັງພຣະອົງ, ຜູກມັດຕົວເອງໄວ້ກັບພຣະອົງ ທີ່ຈະຊ່ວຍໃຫ້ການທົດລອງ ແລະ ຄວາມໂສກເສົ້າປ່ຽນເປັນຄວາມສຸກ. ຂ້າພະເຈົ້າຈະກ່າວເຖິງຕົວຢ່າງໜຶ່ງ.
ໃນປີ 1989, ແຈ໊ກ ຣັສຕັນ ໄດ້ຮັບໃຊ້ເປັນປະທານສະເຕກ ໄອວີນ ແຄລີໂຟເນຍ ໃນສະຫະລັດອາເມຣິກາ. ຕອນໄປທ່ຽວຫລິ້ນທະເລກັບຄອບຄົວ ຢູ່ລັດ ແຄລີໂຟເນຍ, ແຈ໊ກໄດ້ລົງໄປຂີ່ແຜ່ນກະດານຕ້ານຄື້ນ ແລະ ລາວໄດ້ຖືກຊັດໄປໃສ່ໂງ່ນຫີນ, ທີ່ໄດ້ຫັກກະດູກຄໍ ແລະ ເສັ້ນສັນຫລັງຂອງລາວ. ຕໍ່ມາ ແຈ໊ກໄດ້ເວົ້າວ່າ, “ທັນທີທີ່ຂ້າພະເຈົ້າໄປຕຳເອົາໂງ່ນຫີນ, ຂ້າພະເຈົ້າກໍບໍ່ຮູ້ສຶກຫຍັງເລີຍ.”14 ລາວເວົ້າບໍ່ໄດ້ ແລະ ຫາຍໃຈດ້ວຍຕົວເອງກໍບໍ່ໄດ້.15
ຄອບຄົວ, ໝູ່ເພື່ອນ, ແລະ ສະມາຊິກໃນສະເຕກ ກໍໄດ້ໃຫ້ກຳລັງໃຈແກ່ ບຣາເດີ ຣັສຕັນ ແລະ ນາງໂຈແອນ ພັນລະຍາຂອງລາວ, ແລະ, ໃນຈຳນວນຫລາຍສິ່ງ, ເຂົາເຈົ້າໄດ້ດັດແປງສ່ວນໜຶ່ງຂອງເຮືອນເຂົາເຈົ້າ ເພື່ອອຳນວຍຄວາມສະດວກໃຫ້ລໍ້ເຂັນຂອງແຈ໊ກ. ນາງໂຈແອນ ໄດ້ກາຍເປັນຜູ້ດູແລຫລັກຂອງແຈ໊ກ ເປັນເວລາ 23 ປີ. ເມື່ອກ່າວເຖິງເລື່ອງລາວໃນພຣະຄຳພີມໍມອນ ເຖິງຕອນທີ່ພຣະຜູ້ເປັນເຈົ້າໄດ້ໄປຢ້ຽມຢາມຜູ້ຄົນຂອງພຣະອົງ ໃນທ່າມກາງຄວາມທຸກຂອງພວກເຂົາ ແລະ ເຮັດໃຫ້ພາລະຂອງພວກເຂົາເບົາບາງລົງ,16 ນາງໂຈແອນ ໄດ້ເວົ້າວ່າ, “ຂ້າພະເຈົ້າໄດ້ແປກໃຈສະເໝີກັບຄວາມຮູ້ສຶກທີ່ດີ ຂະນະທີ່ດູແລສາມີຂອງຂ້າພະເຈົ້າ.”17
ຫລັງຈາກທີ່ໄດ້ຮັບການດັດແປງລະບົບການຫາຍໃຈ, ແຈ໊ກກໍສາມາດເວົ້າໄດ້, ແລະ ພາຍໃນໜຶ່ງປີ, ແຈ໊ກກໍໄດ້ຖືກເອີ້ນໃຫ້ເປັນຄູສອນ ຫ້ອງຄຳສອນພຣະກິດຕິຄຸນ ແລະ ເປັນປິຕຸປະຈຳສະເຕກ. ໃນເວລາທີ່ລາວໃຫ້ພອນ, ຜູ້ດຳລົງຖານະປະໂລຫິດຄົນໜຶ່ງຈະຍົກມືຂອງ ບຣາເດີ ຣັສຕັນ ໃສ່ເທິງຫົວຂອງຜູ້ທີ່ມາຮັບພອນ ແລະ ຈະຈັບມືຂອງລາວໄວ້ ຂະນະທີ່ໃຫ້ພອນ. ແຈ໊ກໄດ້ເສຍຊີວິດໄປ ໃນວັນຄຣິດສະມາດ ຂອງປີ 2012, ຫລັງຈາກໄດ້ຮັບໃຊ້ຢ່າງອຸທິດຕົນ ເປັນເວລາ 22 ປີ.
ຢູ່ໃນການສຳພາດເທື່ອໜຶ່ງ, ແຈ໊ກໄດ້ບອກວ່າ: “ບັນຫາຈະມາສູ່ເຮົາທຸກຄົນ; ມັນເປັນພາກສ່ວນຂອງການຢູ່ໃນໂລກນີ້. ແລະ ບາງຄົນຈະຄິດວ່າ ສາດສະໜາ ຫລື ການມີສັດທາໃນພຣະເຈົ້າ ຈະປົກປ້ອງເຂົາເຈົ້າຈາກສິ່ງທີ່ບໍ່ດີ. ຂ້າພະເຈົ້າບໍ່ຄິດວ່າແນວນັ້ນ. ຂ້າພະເຈົ້າຄິດວ່າ ຖ້າຫາກເຮົາມີສັດທາທີ່ເຂັ້ມແຂງ, ເມື່ອມີສິ່ງທີ່ບໍ່ດີເກີດຂຶ້ນ, ຊຶ່ງມັນຈະເກີດຂຶ້ນ, ແລ້ວເຮົາຈະສາມາດຈັດການກັບມັນໄດ້. … ສັດທາຂອງຂ້າພະເຈົ້າບໍ່ເຄີຍຫວັ່ນໄຫວ, ແຕ່ກໍບໍ່ໄດ້ໝາຍຄວາມວ່າ ຂ້າພະເຈົ້າບໍ່ເຄີຍຊຶມເສົ້າ. ຂ້າພະເຈົ້າຄິດວ່າ ມັນເປັນເທື່ອທຳອິດໃນຊີວິດທີ່ຂ້າພະເຈົ້າຖືກຜັກດັນຈົນເກີນຂີດ, ແລະ ບໍ່ຮູ້ຈັກຊິຫັນໄປຫາທາງໃດ, ຈຶ່ງໄດ້ຫັນໄປຫາພຣະຜູ້ເປັນເຈົ້າ, ແລະ ຈົນເຖິງທຸກວັນນີ້, ຂ້າພະເຈົ້າຍັງຮູ້ສຶກມີຄວາມສຸກແບບທຳມະຊາດຢູ່.”18
ນີ້ເປັນວັນເວລາທີ່ບາງເທື່ອຄວາມບໍ່ມີເມດຕາຈະໂຈມຕີໃນສື່ສານມວນຊົນ ແລະ ໃນຕົວບຸກຄົນ ຜູ້ທີ່ສະແຫວງຫາທີ່ຈະຍຶດໝັ້ນຢູ່ກັບມາດຕະຖານຂອງພຣະຜູ້ເປັນເຈົ້າ ໃນການນຸ່ງຖື, ການບັນເທີງ, ແລະ ຄວາມບໍລິສຸດທາງເພດ. ສ່ວນຫລາຍແມ່ນຊາວໜຸ່ມ ແລະ ຜູ້ໃຫຍ່ໜຸ່ມ ໃນບັນດາໄພ່ພົນ, ຕະຫລອດທັງພວກຜູ້ຍິງ ແລະ ແມ່ທັງຫລາຍ, ທີ່ຕ້ອງທົນກັບການເຍາະເຍີ້ຍ ແລະ ການຂົ່ມເຫັງນີ້. ມັນບໍ່ເປັນເລື່ອງງ່າຍທີ່ຈະເອົາຊະນະການຂົ່ມເຫັງເຊັ່ນນັ້ນ, ແຕ່ໃຫ້ຈື່ຈຳຖ້ອຍຄຳຂອງເປໂຕ ທີ່ວ່າ: “ຖ້າເຈົ້າທັງຫລາຍຖືກໝິ່ນປະໝາດ ເພາະພຣະນາມຂອງພຣະຄຣິດ ພວກເຈົ້າກໍເປັນສຸກ ເພາະວ່າພຣະວິນຍານຜູ້ສະຫງ່າລາສີຄື ພຣະວິນຍານຂອງພຣະເຈົ້າສະຖິດຢູ່ກັບພວກເຈົ້າ.”19
ຢູ່ໃນສວນເອເດນ, ອາດາມ ແລະ ເອວາ ໄດ້ “ຢູ່ໃນສະພາບທີ່ໄຮ້ດຽງສາ, ບໍ່ມີຄວາມສຸກ, ເພາະພວກເຂົາບໍ່ຮູ້ຈັກຄວາມທຸກທໍລະມານ.”20 ບັດນີ້, ເມື່ອກາຍເປັນບຸກຄົນທີ່ຕ້ອງຮັບຜິດຊອບ, ເຮົາຈຶ່ງພົບຄວາມສຸກ ໃນການເອົາຊະນະຄວາມທຸກທໍລະມານ ບໍ່ວ່າຈະເປັນໃນຮູບແບບໃດ, ບໍ່ວ່າຈະເປັນການບາບ, ການທົດລອງ, ຄວາມອ່ອນແອ, ຫລື ອຸປະສັກຕໍ່ຄວາມສຸກໃດໆກໍຕາມ. ນີ້ຄືຄວາມສຸກຂອງການຮູ້ສຶກເຖິງຄວາມກ້າວໜ້າ ຢູ່ໃນເສັ້ນທາງແຫ່ງການເປັນສານຸສິດ; ເປັນຄວາມສຸກທີ່ “ໄດ້ຮັບການປົດ … ບາບ, ແລະ ໂດຍຄວາມສະຫງົບໃນຈິດສຳນຶກ”;21 ເປັນຄວາມສຸກທີ່ຮູ້ສຶກວ່າຈິດວິນຍານຂອງຕົນຂະຫຍາຍກວ້າງ ແລະ ເຕີບໂຕຜ່ານທາງພຣະຄຸນຂອງພຣະຄຣິດ.22
ຄວາມສຸກຂອງການຮັບໃຊ້ເໝືອນດັ່ງພຣະຄຣິດ
ພຣະຜູ້ຊ່ວຍໃຫ້ລອດໄດ້ພົບເຫັນຄວາມສຸກໃນການເຮັດໃຫ້ເກີດຄວາມເປັນອະມະຕະ ແລະ ຊີວິດນິລັນດອນຂອງເຮົາ.23 ໃນການກ່າວເຖິງການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ, ປະທານຣະໂຊ ເອັມ ແນວສັນ ໄດ້ກ່າວວ່າ:
“ດັ່ງໃນທຸກສິ່ງ, ພຣະເຢຊູຄຣິດເປັນຕົວຢ່າງທີ່ຍອດຍ້ຽມ, ‘ພຣະອົງໄດ້ອົດທົນຕໍ່ໄມ້ກາງແຂນ ເພາະເຫັນແກ່ຄວາມຍິນດີທີ່ຕັ້ງໄວ້ຕໍ່ພຣະພັກຂອງພຣະອົງ’ [ເຮັບເຣີ 12:2]. ໃຫ້ຄິດກ່ຽວກັບສິ່ງນີ້! ກ່ອນທີ່ພຣະອົງຈະສາມາດອົດທົນກັບການຄຶງທີ່ໂຫດຮ້າຍທີ່ສຸດ ຢູ່ເທິງໂລກໄດ້ນັ້ນ, ພຣະຜູ້ຊ່ວຍໃຫ້ລອດໄດ້ເອົາໃຈໃສ່ເລື່ອງ ຄວາມສຸກ!
“ແລະ ແມ່ນຫຍັງທີ່ເປັນຄວາມສຸກ ທີ່ຕັ້ງໄວ້ຢູ່ຕໍ່ພຣະພັກຂອງພຣະອົງ? ແນ່ນອນວ່າ ມັນຮ່ວມທັງຄວາມສຸກຂອງການຊຳລະໃຫ້ສະອາດ, ການປິ່ນປົວ, ແລະ ການເພີ່ມຄວາມເຂັ້ມແຂງໃຫ້ແກ່ເຮົາ; ຄວາມສຸກຂອງການຈ່າຍຄ່າບາບຂອງທຸກຄົນທີ່ຈະກັບໃຈ; ຄວາມສຸກຂອງການເຮັດໃຫ້ເປັນໄປໄດ້ສຳລັບທ່ານ ແລະ ຂ້າພະເຈົ້າ ທີ່ຈະກັບຄືນໄປສູ່ບ້ານ—ສະອາດ ແລະ ມີຄຸນຄ່າດີພໍ—ທີ່ຈະດຳລົງຊີວິດຢູ່ກັບພຣະບິດາມານດາ ແລະ ຄອບຄົວແຫ່ງສະຫວັນຂອງເຮົາ.”24
ຄ້າຍຄືກັນນັ້ນ, ຄວາມສຸກ “ຕັ້ງໄວ້ຢູ່ຕໍ່ໜ້າເຮົາ” ແມ່ນຄວາມສຸກຂອງການຊ່ວຍເຫລືອພຣະຜູ້ຊ່ວຍໃຫ້ລອດ ໃນວຽກງານແຫ່ງການໄຖ່ຂອງພຣະອົງ. ໃນຖານະທີ່ເປັນທາຍາດຂອງອັບຣາຮາມ,25 ເຮົາມີພາກສ່ວນໃນການເປັນພອນໃຫ້ແກ່ຄອບຄົວທັງໝົດຢູ່ໃນໂລກ “ດ້ວຍພອນແຫ່ງພຣະກິດຕິຄຸນ, ຊຶ່ງເປັນພອນແຫ່ງຄວາມລອດ, ແມ່ນແຕ່ແຫ່ງຊີວິດນິລັນດອນ.”26
ຖ້ອຍຄຳຂອງແອວມາ ໄດ້ເຂົ້າມາໃນຄວາມຄິດ ທີ່ວ່າ:
“ນີ້ຄືຄວາມປາບປື້ມຂອງຂ້າພະເຈົ້າ, ເພື່ອບາງທີຂ້າພະເຈົ້າອາດຈະເປັນເຄື່ອງມືໃນພຣະຫັດຂອງພຣະເຈົ້າໃນການນຳຈິດວິນຍານດວງໜຶ່ງມາສູ່ການກັບໃຈ; ແລະ ນີ້ຄືຄວາມສຸກຂອງຂ້າພະເຈົ້າ.
“ແລະ ຈົ່ງເບິ່ງ, ເມື່ອຂ້າພະເຈົ້າເຫັນພີ່ນ້ອງຂອງຂ້າພະເຈົ້າຫລາຍຄົນທີ່ສຳນຶກຜິດດ້ວຍຄວາມຈິງໃຈ, ແລ້ວເຂົ້າມາຫາພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ, ເວລານັ້ນຈິດວິນຍານຂອງຂ້າພະເຈົ້າເຕັມໄປດ້ວຍຄວາມສຸກ. …
“ແຕ່ຂ້າພະເຈົ້າບໍ່ໄດ້ປິຕິຍິນດີໃນຄວາມສຳເລັດຂອງຂ້າພະເຈົ້າແຕ່ຝ່າຍດຽວເທົ່ານັ້ນ, ແຕ່ຂ້າພະເຈົ້າເຕັມປ່ຽມໄປດ້ວຍຄວາມສຸກໃນ ຄວາມສຳເລັດຂອງພີ່ນ້ອງຂອງຂ້າພະເຈົ້າ, ຜູ້ທີ່ໄດ້ຂຶ້ນໄປຫາແຜ່ນດິນນີໄຟນຳອີກ. …
“ບັດນີ້, ເມື່ອຂ້າພະເຈົ້າຄິດເຖິງຄວາມສຳເລັດຂອງພີ່ນ້ອງເຫລົ່ານີ້ຂອງຂ້າພະເຈົ້າ ຈິດວິນຍານຂອງຂ້າພະເຈົ້າກໍຖືກພາໄປ, ຈົນວ່າມັນຖືກແຍກອອກຈາກຮ່າງກາຍ, ຄືກັບວ່າ ມັນເປັນຄວາມສຸກທີ່ສຸດຂອງຂ້າພະເຈົ້າ.”27
ຜົນຂອງການຮັບໃຊ້ຂອງເຮົາຕໍ່ກັນແລະກັນ ຢູ່ໃນສາດສະໜາຈັກ ເປັນພາກສ່ວນຂອງຄວາມສຸກ ທີ່ “ຕັ້ງໄວ້ຢູ່ຕໍ່ໜ້າເຮົາ.” ແມ່ນແຕ່ໃນເວລາທີ່ຮູ້ສຶກທໍ້ຖອຍໃຈ ຫລື ຕຶງຄຽດ, ເຮົາກໍສາມາດປະຕິບັດສາດສະໜາກິດດ້ວຍຄວາມອົດທົນ ຖ້າຫາກເຮົາເອົາໃຈໃສ່ຕໍ່ຄວາມສຸກທີ່ຈະເຮັດໃຫ້ພຣະເຈົ້າພໍພຣະໄທ ແລະ ນຳຄວາມສະຫວ່າງ, ຄວາມບັນເທົາ, ແລະ ຄວາມສຸກມາໃຫ້ລູກໆຂອງພຣະອົງ, ຜູ້ຊຶ່ງເປັນອ້າຍເອື້ອຍນ້ອງຂອງເຮົາ.
ຂະນະທີ່ຢູ່ປະເທດ ໄຮຕີ ເດືອນແລ້ວນີ້ ສຳລັບການອຸທິດພຣະວິຫານ ຜອດ-ອໍ-ພຣິນສ໌, ແອວເດີ ເດວິດ ແລະ ຊິດສະເຕີ ຊູແຊນ ແບ໊ດນາ ໄດ້ພົບກັບຍິງໜຸ່ມຄົນໜຶ່ງ ທີ່ສາມີໄດ້ເສຍຊີວິດໄປ ສອງສາມມື້ກ່ອນໜ້ານັ້ນ ຢູ່ໃນອຸປະຕິເຫດທີ່ໜ້າໂສກເສົ້າ. ພວກເພິ່ນໄດ້ຮ້ອງໄຫ້ກັບນາງ. ແຕ່ໃນວັນອາທິດ ຍິງໜຸ່ມຜູ້ນີ້ໄດ້ໄປປະຕິບັດງານຂອງນາງເປັນຜູ້ຕ້ອນຮັບ ຢູ່ພິທີອຸທິດ ຮັບໃຊ້ດ້ວຍສຽງທີ່ອ່ອນຫວານ, ຍິ້ມຕ້ອນຮັບທຸກຄົນທີ່ເຂົ້າມາໃນພຣະວິຫານ.
ຂ້າພະເຈົ້າເຊື່ອວ່າ “ຄວາມສຸກຂອງໄພ່ພົນ” ທີ່ສູງສຸດມາຈາກການຮູ້ວ່າ ພຣະຜູ້ຊ່ວຍໃຫ້ລອດໄດ້ອ້ອນວອນແທນເຂົາເຈົ້າ,28 “ແລະ ບໍ່ມີຜູ້ໃດເຂົ້າໃຈໄດ້ເຖິງຄວາມສຸກ ຊຶ່ງ [ຈະເຕັມ] ຈິດວິນຍານ [ຂະນະທີ່] ເຮົາ [ໄດ້ຍິນພຣະເຢຊູ] ອະທິຖານຕໍ່ພຣະບິດາເພື່ອພວກເຮົາ.”29 ຂ້າພະເຈົ້າຂໍເປັນພະຍານຮ່ວມກັບປະທານຣະໂຊ ເອັມ ແນວສັນ ວ່າ, ຄວາມສຸກເປັນຂອງປະທານສຳລັບໄພ່ພົນທີ່ຊື່ສັດ “ຜູ້ທີ່ອົດທົນຕໍ່ກາງແຂນຂອງໂລກ”30 ຜູ້ທີ່ “ພະຍາຍາມຢ່າງຕັ້ງໃຈ ທີ່ຈະດຳລົງຊີວິດທີ່ຊອບທຳ, ຕາມວິທີທີ່ພຣະເຢຊູຄຣິດໄດ້ສອນ.”31 ຂໍໃຫ້ທ່ານຈົ່ງເຕັມປ່ຽມໄປດ້ວຍຄວາມສຸກ, ຂ້າພະເຈົ້າອະທິຖານໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.