​2010–2019
ການ​ສຳ​ພັດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸລາ 2019


2:3

ການ​ສຳ​ພັດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ

ເມື່ອເຮົາມາຫາພຣະອົງ, ພຣະເຈົ້າຈະມາຊ່ວຍກູ້ເຮົາ, ບໍ່​ວ່າ​ຈະ​ເປັນ​ການປິ່ນປົວ ຫລື ປະທານຄວາມເຂັ້ມແຂງໃຫ້ເຮົາ ເພື່ອປະເຊີນກັບສະຖາ​ນະ​ການໃດໆກໍຕາມ.

ປະມານ 2,000 ຜ່ານມາແລ້ວ, ພຣະຜູ້ຊ່ວຍໃຫ້ລອດໄດ້ສະເດັດລົງມາຈາກພູ ຫລັງຈາກໄດ້ສິດສອນຄຳບູ​ລົມ​ສຸກ ແລະ ຫລັກທຳພຣະກິດຕິຄຸນ. ຂະນະທີ່ພຣະອົງຍ່າງໄປ, ຊາຍຄົນໜຶ່ງທີ່ເຈັບປ່ວຍດ້ວຍພະຍາດຂີ້ທູດໄດ້ເຂົ້າ​ມາຫາພຣະອົງ. ຊາຍຄົນນັ້ນໄດ້ສະແດງຄວາມຄາລະວະ ແລະ ຄວາມນັບຖື ຂະນະທີ່ລາວໄດ້ກົ້ມຂາບລົງ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ຄຣິດ, ສະແຫວງຫາຄວາມບັນເທົາຈາກຄວາມເຈັບປ່ວຍຂອງລາວ. ຄຳຂໍຮ້ອງຂອງລາວກໍລຽບງ່າຍວ່າ: “ພຣະອົງເຈົ້າເອີຍ, ຖ້າພຣະອົງພໍໃຈໂຜດຂ້ານ້ອຍ ພຣະອົງກໍໂຜດໃຫ້ຂ້ານ້ອຍດີສະອາດໄດ້.”

ແລ້ວພຣະຜູ້ຊ່ວຍໃຫ້ລອດກໍໄດ້ເດ່ພຣະຫັດຂອງພຣະອົງອອກໄປ, ແລະ ໄດ້​ສຳ​ພັດລາວ, ກ່າວວ່າ, “ເຮົາພໍໃຈໃຫ້ເຈົ້າດີ; ຈົ່ງດີສະອາດສາ.”1

ເຮົາຮຽນ​ຮູ້​ຢູ່ນີ້ວ່າ ພຣະຜູ້ຊ່ວຍໃຫ້ລອດຂອງເຮົາປະສົງ​ຈະ​ອວຍພອນເຮົາສະເໝີ. ພອນບາງຢ່າງອາດມີມາທັນທີ, ແຕ່ບາງຢ່າງກໍຕ້ອງໃຊ້ເວລາດົນນານ, ແລະ ອີກບາງຢ່າງຈະມີມາຫລັງຈາກຊີວິດນີ້, ແຕ່ພອນເຫລົ່ານັ້ນຈະມີມາໃນເວລາທີ່ສົມຄວນ.

ເໝືອນດັ່ງຄົນ​ຂີ້ທູດ, ເຮົາກໍສາມາດພົບເຫັນຄວາມ​ເຂັ້ມ​ແຂງ ແລະ ການປອບໂຍນໃນຊີວິດນີ້​ໄດ້ ໂດຍການຍອມຮັບພຣະປະສົງຂອງພຣະອົງ ແລະ ຮູ້ວ່າພຣະອົງປະສົງຈະອວຍພອນເຮົາ. ເຮົາສາມາດພົບເຫັນຄວາມ​ເຂັ້ມ​ແຂງທີ່ຈະປະເຊີນກັບການທ້າທາຍ, ເອົາ​ຊະ​ນະ​ການ​ລໍ້​ລວງ, ແລະ ເຂົ້າໃຈ ແລະ ອົດທົນກັບສະ​ຖາ​ນະ​ການ​ທີ່​ຫຍຸ້ງ​ຍາກ​ຂອງ​ເຮົາ ແນ່ນອນ, ໃນ​ເວ​ລາທີ່ເຈັບປວດທີ່ສຸດ​ເທື່ອ​ໜຶ່ງ ໃນພຣະຊົນຊີບຂອງພຣະອົງ, ຄວາມ​ເຂັ້ມ​ແຂງຂອງພຣະຜູ້​ຊ່ວຍ​ໃຫ້​ລອດ ທີ່ຈະອົດທົນນັ້ນແມ່ນເລິກຊຶ້ງຫລາຍ ຂະນະທີ່ພຣະອົງໄດ້ກ່າວຕໍ່ພຣະບິດາຂອງພຣະອົງວ່າ, “ໃຫ້ເປັນໄປຕາມຄວາມປະສົງຂອງພຣະອົງເທີ້ນ.”2

ຄົນຂີ້ທູດຄົນນັ້ນບໍ່ໄດ້ທູນຂໍໃນວິທີທີ່ອວດອົ່ງ ຫລື ແບບບັງຄັບ. ຄຳ​ເວົ້າ​ຂອງ​ລາວໄດ້ສະແດງໃຫ້ເຫັນທັດສະນາ​ຄະ​ຕິທີ່ຖ່ອມຕົວ, ພ້ອມດ້ວຍຄວາມຄາດຫວັງສູງ ແຕ່ພ້ອມດ້ວຍຄວາມປາດຖະໜາທີ່ຈິງໃຈ ເພື່ອ​ໃຫ້​​ເປັນ​ໄປ​ຕາມ​ພຣະ​ປະ​ສົງ​ຂອງພຣະຜູ້ຊ່ວຍໃຫ້ລອດ. ນີ້ຄືຕົວຢ່າງຂອງທັດສະນະ​ຄະ​ຕິທີ່ເຮົາຄວນ​ມາ​ຫາພຣະຄຣິດ. ເຮົາສາ​ມາດ​ມາ​ຫາ​ພຣະ​ຄຣິດ ດ້ວຍຄວາມໝັ້ນໃຈວ່າ ພຣະປະສົງຂອງພຣະ​ອົງໃນເວລານີ້ ແລະ ຕະຫລອດໄປ ຈະເປັນສິ່ງ​ທີ່ດີທີ່ສຸດສຳລັບຊີວິດມະຕະ ແລະ ຊີວິດນິລັນດອນຂອງເຮົາ. ພຣະອົງມີທັດສະນະນິລັນດອນທີ່ເຮົາບໍ່ມີ. ເຮົາຕ້ອງມາຫາພຣະຄຣິດດ້ວຍຄວາມປາດຖະໜາທີ່ຈິງໃຈວ່າ ​ຄວາມປະສົງຂອງເຮົາຈະຖືກກືນເຂົ້າໄປໃນພຣະປະສົງຂອງພຣະບິດາ, ດັ່ງພຣະປະສົງຂອງພຣະ​ຄຣິດ.3 ສິ່ງນີ້ຈະ​ກະກຽມເຮົາສຳລັບຊີວິດນິລັນດອນ.

ມັນເປັນເລື່ອງຍາກທີ່ຈະວາດພາບເຫັນການທົນທຸກທໍລະມານທາງຮ່າງກາຍ ແລະ ​ທາງອາລົມ ທີ່ເຮັດໃຫ້ຄົນ​ຂີ້ທູດຄົນນັ້ນໜັກໃຈ ຜູ້ທີ່ໄດ້ມາຫາພຣະຜູ້ຊ່ວຍໃຫ້ລອດ. ພະຍາດຂີ້ທູດກະທົບກະເທືອນຕໍ່ເສັ້ນປະສາດ ແລະ ຜິວໜັງ, ເຮັດໃຫ້ຮ່າງກາຍພິການ ແລະ ເສຍອົງຄະ. ນອກເໜືອໄປຈາກນັ້ນ, ມັນເຮັດໃຫ້ຜູ້ຄົນຖືກລັງກຽດໃນສັງຄົມ. ຜູ້ຄົນທີ່ເປັນ​ພະ​ຍາດຂີ້ທູດຈຳເປັນຕ້ອງ​ໜີຈາກຜູ້ຄົນທີ່ເຂົາເຈົ້າຮັກໄປ ແລະ ອາໄສຢູ່ຢ່າງໂດດດ່ຽວຈາກສັງຄົມ. ຄົນຂີ້ທູດແມ່ນຖືກຕັດສິນວ່າ​ມີ​ມົນ​ທິນ, ທັງທາງຮ່າງກາຍ ແລະ ວິນຍານ. ເພາະເຫດນີ້, ກົດຂອງໂມເຊ​ຈຶ່ງຮຽກຮ້ອງໃຫ້ຄົນຂີ້ທູດໃສ່ເຄື່ອງນຸ່ງຂາດ ແລະ ຮ້ອງໄປວ່າ, “​​ເປັນ​ມົນ​ທິນ!” ຂະນະທີ່ເຂົາເຈົ້າຍ່າງໄປ.4 ​ດ້ວຍ​ຄວາມເຈັບປ່ວຍ ແລະ ຖືກລັງກຽດ, ຄົນຂີ້ທູດຈຶ່ງໄດ້ອາໄສຢູ່ໃນບ້ານເຮືອນທີ່ຮ້າງເປົ່າ ຫລື ຢູ່​ໃນອຸບມຸງ.5 ມັນບໍ່ເປັນເລື່ອງຍາກທີ່ຈະວາດພາບເຫັນຄົນຂີ້ທູດ ຜູ້ທີ່ໄດ້ເຂົ້າໄປຫາພຣະຜູ້ຊ່ວຍໃຫ້ລອດ ວ່າເປັນຄົນທີ່ເປັນທຸກ.

ບາງ​ເທື່ອ—ໃນທາງໃດທາງໜຶ່ງ—ເຮົາກໍສາມາດຮູ້ສຶກວ່າ ເຮົາເປັນທຸກຄືກັນ, ບໍ່ວ່າເປັນເພາະການກະທຳຂອງເຮົາເອງ ຫລື ຂອງຄົນອື່ນ, ເປັນເພາະສະຖານະການທີ່ເຮົາສາມາດ ຫລື ບໍ່ສາມາດຄວບຄຸມກໍ​ຕາມ. ໃນເວລາດັ່ງກ່າວ, ເຮົາສາມາດວາງຄວາມປະສົງຂອງເຮົາ​ໄວ້​ໃນພຣະຫັດຂອງພຣະອົງ.

ເມື່ອຫລາຍປີກ່ອນ, ນາງຊູນມາ—ພັນລະຍາ​ຂອງ​ຂ້າ​ພະ​ເຈົ້າ, ເຄິ່ງ​ທີ່​ດີກວ່າ, ເຄິ່ງ​ທີ່​ດີ​ທີ່​ສຸດຂອງ​ຂ້າ​ພະ​ເຈົ້າ—ໄດ້ຮັບຂ່າວ​ຮ້າຍ ສອງ​ອາ​ທິດ​ກ່ອນ​ການ​ແຕ່ງ​ງານ​ຂອງ​ລູກຄົນ​ໜຶ່ງ​ຂອງ​ພວກ​ເຮົາ. ນາງໄດ້ມີເນື້ອງອກຢູ່ໃນຕ່ອມນ້ຳລາຍ, ແລະ ມັນກໍໃຫຍ່ຂຶ້ນຢ່າງໄວວາ. ໜ້າຂອງນາງໄດ້ເລີ່ມໄຄ່ບວມຂຶ້ນ, ແລະ ນາງຕ້ອງໄດ້ຮັບການຜ່າຕັດທີ່ອັນຕະລາຍທັນທີ. ຄວາມຄິດຫລາຍຢ່າງໄດ້ເຂົ້າມາສູ່ຄວາມຄິດຂອງນາງ ແລະ ເຮັດໃຫ້ນາງໜັກໃຈ. ເນື້ອງອກນັ້ນຈະເປັນມະເລັງບໍ? ຮ່າງກາຍຂອງນາງຈະຟື້ນຕົວໄດ້ແນວໃດ? ໜ້າຂອງນາງຈະເປັນອຳມະພາດບໍ? ຄວາມເຈັບປວດນັ້ນຈະຮ້າຍແຮງເທົ່າໃດ? ໜ້າຂອງນາງຈະເປັນຮອຍແປ້ວຕະຫລອດໄປບໍ? ເນື້ອງອກນັ້ນຈະກັບມາບໍເມື່ອຖືກຜ່າອອກໄປແລ້ວ? ນາງ​ຈະ​ສາ​ມາດ​ໄປ​ຮ່ວມ​ງານດອງ​ຂອງ​ລູກ​ຊາຍ​ຂອງ​ພວກ​ເຮົາ​ບໍ? ຂະນະທີ່ນາງໄດ້ນອນຢູ່ໃນຫ້ອງຜ່າຕັດ, ນາງໄດ້ຮູ້ສຶກວ່າເປັນທຸກ.

ໃນເວລາທີ່ສຳຄັນນັ້ນ, ພຣະວິນຍານໄດ້ສື່ມໃຫ້ນາງຮູ້ວ່າ ນາງ​ຕ້ອງຍອມຮັບເອົາພຣະປະສົງຂອງພຣະບິ​ດາ. ​ແລ້ວນາງ​ໄດ້​ຕັດ​ສິນ​ໃຈ ​ທີ່​ຈະ​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ. ນາງ​ເຊື່ອ​ໝັ້ນວ່າ ບໍ່​ວ່າ​ຜົນ​ອອກ​ມາ​ຈະ​ເປັນ​ແບບ​ໃດ, ແຕ່​ພຣະ​ປະ​ສົງ​ຂອງ​ພຣະ​ອົງ ຈະ​ດີ​ທີ່​ສຸດ​ຕໍ່​ນາງ. ບໍ່ດົນຈາກນັ້ນນາງກໍໄດ້ຫລັບໄປ.

ຕໍ່ມາ, ນາງໄດ້ຂຽນໄວ້ໃນປຶ້ມບັນທຶກສ່ວນຕົວຂອງນາງເປັນບົດກະວີວ່າ: “ຢູ່ທີ່ໂຕະຜ່າຕັດຂ້ານ້ອຍໄດ້ກົ້ມຂາບຢູ່​ຕໍ່​ພຣະ​ພັກຂອງພຣະອົງ, ແລະ ຍິນຍອມຕໍ່ພຣະປະສົງຂອງພຣະອົງ, ແລ້ວ​ໄດ້​ຫລັບ​ໄປ. ຂ້ານ້ອຍຮູ້ວ່າ ຂ້ານ້ອຍສາມາດໄວ້​ວາງ​ໃຈ​ໃນພຣະອົງ, ໂດຍທີ່ຮູ້ວ່າບໍ່ມີຫຍັງຮ້າຍຈະມາຈາກພຣະອົງເລີຍ.”

ນາງໄດ້ພົບເຫັນ​ຄວາມ​ເຂັ້ມ​ແຂງ ແລະ ການປອບໂຍນຈາກການຍິນຍອມເຮັດ​ຕາມພຣະປະສົງຂອງພຣະບິດາ. ໃນວັນນັ້ນ, ພຣະເຈົ້າໄດ້ອວຍພອນນາງຫລາຍ.

ບໍ່ວ່າສະຖານະການຂອງເຮົາຈະເປັນແນວໃດກໍຕາມ, ເຮົາສາມາດໃຊ້ສັດທາຂອງເຮົາທີ່ຈະມາຫາພຣະຄຣິດ ແລະ ພົບເຫັນພຣະເຈົ້າທີ່ເຮົາສາມາດໄວ້ວາງໃຈໄດ້. ດັ່ງ​ທີ່ທ້າວ​ຄັບລີເອນ ລູກ​ຄົນ​ໜຶ່ງ​ຂອງ​ຂ້າ​ພະ​ເຈົ້າ, ຄັ້ງ​ໜຶ່ງ​ໄດ້​ຂຽນ​ວ່າ:

ອີງຕາມສາດສະດາ, ພຣະພັກຂອງພຣະເຈົ້ານັ້ນກໍເຈີດຈ້າກວ່າຕາເວັນ

ແລະ ພຣະເກສາຂອງພຣະອົງນັ້ນກໍຂາວກວ່າຫິມະ

ແລະ ສຸລະສຽງຂອງພຣະອົງກໍດັງເໝືອນດັ່ງສຽງນ້ຳທີ່ໄຫລລ່ອງຕາມລຳທານ,

ແລະ ທຽບໃສ່ພຣະອົງແລ້ວ ມະນຸດບໍ່ສຳຄັນຫຍັງເລີຍ. …

ຂ້າພະເຈົ້າເສຍໃຈຫລາຍເມື່ອຂ້າພະເຈົ້າຮັບຮູ້ວ່າ ແມ່ນແຕ່ຂ້າພະເຈົ້າກໍບໍ່ສຳຄັນຫຍັງເລີຍ.

ແລະ ພຽງແຕ່ໃນເວລານັ້ນ ທີ່ຂ້າພະເຈົ້າໄດ້ຄານເຂົ້າໄປຫາພຣະເຈົ້າ ທີ່ຂ້າພະເຈົ້າໄວ້​ວາງໃຈໄດ້.

ແລະ ພຽງແຕ່ໃນເວລານັ້ນ ທີ່ຂ້າພະເຈົ້າໄດ້ພົບເຫັນພຣະເຈົ້າ ທີ່ຂ້າພະເຈົ້າໄວ້ວາງໃຈໄດ້.6

ພຣະ​ເຈົ້າ​ທີ່​ເຮົາ​ສາ​ມາດ​ໄວ້​ວາງ​ໃຈ​ໄດ້ ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ຫວັງ. ເຮົາສາມາດໄວ້ວາງໃຈ​ໃນພຣະອົງ ເພາະວ່າພຣະອົງຮັກເຮົາ ແລະ ປະສົງໃຫ້ເຮົາໄດ້ຮັບແຕ່ສິ່ງທີ່ດີທີ່ສຸດ ໃນທຸກໆສະຖານະການ.

ຄົນຂີ້ທູດ​ທີ່ໄດ້ອອກມາເພາະອຳນາດຂອງຄວາມຫວັງ. ໂລກບໍ່ໄດ້ໃຫ້ການແກ້ໄຂ​ແກ່ລາວ, ແມ່ນແຕ່ການປອບໂຍນ. ສະນັ້ນ, ການສຳ​ພັດທີ່​​ງ່າຍໆຂອງພຣະຜູ້ຊ່ວຍໃຫ້ລອດ ຄົງເປັນດັ່ງການ​ສຳ​ພັດທີ່ລະອຽດອ່ອນຕໍ່ຈິດວິນຍານຂອງລາວ. ເຮົາພຽງແຕ່ວາດພາບເຫັນຄວາມຮູ້ສຶກກະຕັນຍູທີ່ເລິກຊຶ້ງຂອງຄົນຂີ້ທູດຄົນນັ້ນ ທີ່ການສຳ​ພັດຂອງພຣະຜູ້ຊ່ວຍໃຫ້ລອດມີຕໍ່ຄົນຂີ້ທູດຄົນນັ້ນ, ໂດຍສະເພາະເມື່ອລາວໄດ້ຍິນພຣະຄຳທີ່ວ່າ, “ເຮົາພໍໃຈໃຫ້ເຈົ້າດີ; ຈົ່ງດີສະອາດສາ.”

ເລື່ອງລາວໄດ້ກ່າວວ່າ “ໃນທັນໃດນັ້ນ ຊາຍຜູ້ນັ້ນກໍດີພະຍາດ.”7

ເຮົາກໍສາມາດຮູ້ສຶກເຖິງການສຳ​ພັດຂອງພຣະຫັດທີ່ມີຄວາມຮັກ, ແລະ ​ການປິ່ນປົວ​ ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດໄດ້ຄືກັນ. ຊ່າງເປັນຄວາມ​ຊື່ນ​ຊົມ, ຄວາມຫວັງ, ແລະ ຄວາມກະຕັນຍູ​ຫລາຍ​ແທ້ໆ ທີ່ມາສູ່ຈິດວິນຍານຂອງເຮົາ ໃນການທີ່ຮູ້ວ່າພຣະອົງປະສົງຈະຊ່ວຍເຮົາໃຫ້ຫາຍດີສະອາດ! ເມື່ອເຮົາມາຫາພຣະອົງ, ພຣະເຈົ້າຈະມາຊ່ວຍກູ້ເຮົາ, ບໍ່ວ່າທີ່ຈະປິ່ນປົວເຮົາ ຫລື ປະທານຄວາມເຂັ້ມແຂງໃຫ້ເຮົາປະເຊີນກັບສະພາບການໃດໆກໍຕາມ.

ເຖິງຢ່າງໃດກໍຕາມ, ການຍອມຮັບພຣະປະສົງຂອງພຣະອົງ—ບໍ່ແມ່ນຄວາມປະສົງຂອງເຮົາເອງ—ຈະຊ່ວຍເຮົາໃຫ້ເຂົ້າໃຈສະຖານະການຂອງເຮົາ. ບໍ່ມີຫຍັງທີ່ຮ້າຍມາຈາກພຣະເຈົ້າ. ພຣະອົງຮູ້ສິ່ງທີ່ດີທີ່ສຸດສຳລັບເຮົາ. ບາງທີ ພຣະອົງຈະບໍ່ເອົາຄວາມລຳບາກຂອງເຮົາອອກໄປໃນທັນທີ. ບາງເທື່ອພຣະອົງສາມາດເຮັດໃຫ້ພາລະ​ໜັກຂອງເຮົາຮູ້ສຶກຄືວ່າເບົາບາງລົງ, ດັ່ງທີ່ພຣະອົງໄດ້ເຮັດກັບແອວມາ ແລະ ຜູ້ຄົນຂອງເພິ່ນ.8 ໃນທີ່ສຸດ, ເປັນເພາະພັນທະສັນຍາ, ພາລະໜັກນັ້ນຈະຖືກຍົກອອກໄປ,9 ບໍ່ວ່າໃນຊີວິດນີ້ ຫລື ໃນການຟື້ນຄືນພຣະຊົນທີ່ສັກສິດກໍຕາມ.

ຄວາມປາດຖະໜາທີ່ຈິງໃຈ ທີ່​ຈະ​ເຮັດ​ຕາມ​ພຣະ​ປະ​ສົງຂອງພຣະອົງ, ພ້ອມທັງຄວາມເຂົ້າໃຈເຖິງທຳມະຊາດແຫ່ງສະຫວັນຂອງພຣະຜູ້ໄຖ່ຂອງເຮົາ, ຈະຊ່ວຍເຮົາໃຫ້ພັດທະນາສັດທາທີ່ຄົນຂີ້ທູດໄດ້ສະແດງໃຫ້ເຫັນ ເພື່ອຈະໄດ້ຫາຍດີສະອາດ. ພຣະເຢຊູຄຣິດຄືພຣະເຈົ້າແຫ່ງຄວາມຮັກ, ພຣະເຈົ້າແຫ່ງຄວາມຫວັງ, ພຣະເຈົ້າແຫ່ງການປິ່ນປົວ, ພຣະເຈົ້າອົງທີ່ປະສົງຈະອວຍພອນເຮົາ ແລະ ຊ່ວຍເຮັດໃຫ້ເຮົາສະອາດ. ນັ້ນຄືສິ່ງທີ່ພຣະອົງ​ໄດ້ປະສົງກ່ອນໄດ້ສະເດັດລົງມາເທິງໂລກນີ້ ເມື່ອພຣະອົງໄດ້ອາສາສະໝັກ ທີ່ຈະມາຊ່ວຍກູ້ເຮົາ ເມື່ອເຮົາຕົກຢູ່ໃນການລ່ວງລະເມີດ. ນັ້ນກໍເປັນສິ່ງທີ່ພຣະອົງ​ໄດ້ປະສົງຢູ່​ທີ່ເຄັດເຊມາເນ ເມື່ອພຣະອົງໄດ້ປະເຊີນກັບຄວາມເຈັບປວດ ທີ່ເກີນກວ່າ​ມະ​ນຸດຈະເຂົ້າໃຈໄດ້ ລະຫວ່າງຄວາມທຸກທໍລະມານແຫ່ງການຈ່າຍຄ່າບາບ. ນັ້ນຄືສິ່ງທີ່ພຣະອົງປະສົງໃນເວລານີ້ ເມື່ອພຣະອົງອ້ອນວອນແທນເຮົາຕໍ່ພຣະບິດາ.10 ​ດ້ວຍ​ເຫດນີ້ ສຸ​ລະ​ສຽງ​ຂອງ​ພຣະ​ອົງ​ຈຶ່ງ​ດັງ​ກ້ອງ​ຢູ່ວ່າ, “ຈົ່ງມາຫາເຮົາ, ທຸກຄົນທີ່ອິດເມື່ອຍຈາກການແບກຫາບພາລະໜັກ ແລະ ເຮົາຈະໃຫ້ພວກເຈົ້າໄດ້ພັກຜ່ອນ.”11

ພຣະອົງສາມາດປິ່ນປົວເຮົາ ແລະ ຍົກເຮົາຂຶ້ນ ເພາະວ່າພຣະອົງມີຄວາມສາມາດທີ່ຈະເຮັດດັ່ງນັ້ນ. ພຣະອົງໄດ້ຮັບເອົາຄວາມເຈັບປວດທາງຮ່າງກາຍ ແລະ ວິນຍານທັງໝົດ ເພື່ອວ່າອຸທອນຂອງພຣະອົງ ຈະເຕັມໄປດ້ວຍຄວາມເມດຕາ ເພື່ອຈະສາມາດຊ່ວຍເຮົາໃນທຸກສິ່ງທັງ​ປວງ ແລະ ເພື່ອປິ່ນປົວເຮົາ ແລະ ຍົກເຮົາຂຶ້ນ.12 ຖ້ອຍ​ຄຳຂອງເອຊາຢາ, ດັ່ງທີ່​ອະ​ບີນາໄດ ໄດ້ອ້າງເຖິງ, ກໍໄດ້ກ່າວຢ່າງງົດງາມ ແລະ ຊາບຊຶ້ງວ່າ:

“ແນ່​ນອນ ເພິ່ນ​ຈະແບກ​ຫາບ​ເອົາຄວາມ​ໂສກ​ເສົ້າ, ແລະ ຄວາມ​ເສົ້າ​ສະ​ຫລົດ​ໃຈ​ຂອງ​ພວກ​ເຮົາ​ໄວ້. …

“… ເພິ່ນ​ໄດ້​ຮັບ​ບາດ​ເຈັບ​ເພາະການ​ລ່ວງ​ລະເມີດ​ຂອງ​ພວກ​ເຮົາ, ເພິ່ນ​ມີ​ຮອຍ​ຟົກ​ຊ້ຳ​ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຮົາ; ການ​ຕີ​ສອນ​ເພື່ອ​ສັນ​ຕິ​ສຸກ​ຂອງ​ພວກ​ເຮົາ​ຢູ່​ກັບ​ເພິ່ນ; ແລະ ດ້ວຍ​ຮອຍ​ຖືກ​ຕີ​ຂອງ​ເພິ່ນ ພວກ​ເຮົາ​ຈຶ່ງ​ຖືກປິ່ນ​ປົວ​ໃຫ້​ດີ.”13

ຄວາມຄິດແບບດຽວກັນນັ້ນກໍຖືກສິດສອນຢູ່ໃນຄຳກະວີນີ້ວ່າ:

“ໂອ້ ພຣະຊ່າງໄມ້ແຫ່ງນາຊາເຣັດ,

ຫົວໃຈດວງນີ້, ທີ່ແຕກຫັກເກີນການສ້ອມແປງ,

ຊີວິດນີ້, ທີ່ແຕກສະຫລາຍໃກ້ຈະຕາຍຢູ່ແລ້ວ,

ໂອ້, ພຣະອົງສ້ອມແປງມັນໄດ້ບໍ, ພຣະຊ່າງໄມ້ເອີຍ?”

ແລະ ໂດຍຄວາມເມດຕາ ແລະ ພຣະຫັດທີ່ພ້ອມຂອງພຣະອົງ,

ຊີວິດທີ່ຫວານຊື່ນຂອງພຣະອົງເອງກໍຖືກປະສານຜ່ານ

ຊີວິດທີ່ແຕກສະຫລາຍຂອງເຮົາ, ຈົນກວ່າມັນລຸກຂຶ້ນ

ການສ້າງໃໝ່ໆ—“ທຸກສິ່ງໃໝ່ໝົດ.”

“[ແກ່ນສານ] ທີ່ແຕກຫັກຂອງຫົວໃຈ,

ຄວາມປາດຖະໜາ, ຄວາມໄຝ່ຝັນ, ຄວາມຫວັງ, ແລະ ສັດທາ,

ຖືກຫລໍ່ຫລອມໃຫ້ເປັນສ່ວນທີ່ສົມບູນແບບ,

ໂອ້, ພຣະຊ່າງໄມ້ແຫ່ງນາຊາເຣັດ!”14

ຖ້າຫາກທ່ານຮູ້ສຶກ ໃນທາງໃດທາງໜຶ່ງ​ວ່າ ທ່ານບໍ່ສະອາດ, ຂໍໃຫ້ຮູ້ໄວ້ວ່າ ທ່ານສາມາດສະອາດໄດ້, ຖ້າຫາກທ່ານຮູ້ສຶກເປັນ​ທຸກ, ທ່ານສາມາດ​ເປັນສຸກ​ໄດ້, ເພາະພຣະອົງຮັກທ່ານ. ຂໍໃຫ້ໄວ້ວາງໃຈໄດ້ວ່າ ບໍ່ມີສິ່ງຮ້າຍມາຈາກພຣະອົງ.

ເພາະພຣະອົງໄດ້ “ສະເດັດລົງຕ່ຳກວ່າທຸກສິ່ງ,”15 ພຣະອົງຈຶ່ງສາ​ມາດເຮັດໃຫ້ທຸກສິ່ງທີ່ແຕກຫັກໃນຊີວິດຂອງເຮົາ ໄດ້ຮັບການສ້ອມແປງໄດ້, ແລະ ດັ່ງນັ້ນ ເຮົາຈຶ່ງສາມາດຄືນດີກັບພຣະເຈົ້າໄດ້. ຜ່ານ​ທາງພຣະອົງ, ທຸກສິ່ງຈະກັບຄືນດີ, ທັງສິ່ງທີ່ຢູ່​ໃນໂລກ ແລະ ສິ່ງທີ່ຢູ່ໃນສະຫວັນ, ຈະສ້າງ “ສັນຕິພາບດ້ວຍພຣະໂລຫິດ ຊຶ່ງໄຫລທີ່ໄມ້ກາງແຂນຂອງພຣະອົງ.”16

ຂໍໃຫ້ຈົ່ງມາຫາພຣະຄຣິດ, ໂດຍການເຮັດຕາມທຸກຂັ້ນຕອນທີ່ຈຳເປັນ. ເມື່ອເຮົາເຮັດເຊັ່ນນັ້ນ, ຂໍໃຫ້ທັດສະນະຄະ​ຕິຂອງເຮົາຈົ່ງເປັນດັ່ງຄຳກ່າວຂໍ້ໜຶ່ງວ່າ, “ພຣະອົງເຈົ້າເອີຍ, ຖ້າພຣະອົງພໍໃຈໂຜດຂ້ານ້ອຍ ພຣະອົງກໍໂຜດໃຫ້ຂ້ານ້ອຍດີສະອາດໄດ້.” ຖ້າຫາກເຮົາເຮັດດັ່ງນີ້, ເຮົາ​ຈະສາມາດຮັບ​ເອົາ​ການ​ສຳ​ພັດທີ່ປິ່ນປົວຂອງພຣະອາຈານໄດ້, ຄຽງຄູ່ກັນໄປກັບສຸລະສຽງສະທ້ອນທີ່ອ່ອນ​ໂຍນຂອງພຣະອົງວ່າ: “ເຮົາພໍໃຈໃຫ້ເຈົ້າດີ; ຈົ່ງດີສະອາດສາ.”

ພຣະຜູ້ຊ່ວຍໃຫ້ລອດ ຄືພຣະເຈົ້າທີ່ເຮົາໄວ້ວາງໃຈໄດ້. ພຣະອົງຄືພຣະຄຣິດ, ພຣະອົງທີ່​ຖືກເຈີມໄວ້, ພຣະເມຊີອາ, ອົງທີ່ຂ້າພະເຈົ້າເປັນພະຍານເຖິງ ໃນພຣະນາມອັນສັກສິດຂອງພຣະອົງ, ແມ່ນແຕ່ພຣະເຢຊູຄຣິດ, ອາແມນ.