ຍຶດໝັ້ນໃນຄຳສັນຍາ ແລະ ພັນທະສັນຍາຂອງເຮົາ
ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ພິຈາລະນາຄຳສັນຍາ ແລະ ພັນທະສັນຍາ ທີ່ທ່ານໄດ້ເຮັດກັບພຣະຜູ້ເປັນເຈົ້າ, ແລະ ກັບຄົນອື່ນໆ, ດ້ວຍຄວາມຊື່ສັດແທ້ໆ, ໂດຍທີ່ຮູ້ວ່າທ່ານຈະເຮັດຕາມຄຳເວົ້າຂອງທ່ານ.
ອ້າຍເອື້ອຍນ້ອງທັງຫລາຍຂອງຂ້າພະເຈົ້າ, ໃນທ້າຍກອງປະຊຸມພາກນີ້, ຂໍໃຫ້ເຮົາຈົ່ງເກັບປະຈັກພະຍານທີ່ເຮົາໄດ້ຍິນໃນມື້ນີ້ໄວ້ໃນໃຈເຮົາ ເຖິງຄວາມຈິງຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ. ເຮົາໄດ້ຮັບພອນຫລາຍທີ່ໄດ້ໃຊ້ເວລາທີ່ສັກສິດນີ້ນຳກັນ ເພື່ອເສີມກຳລັງຄຳສັນຍາຂອງເຮົາຕໍ່ອົງພຣະເຢຊູຄຣິດເຈົ້າ ວ່າເຮົາເປັນຜູ້ຮັບໃຊ້ຂອງພຣະອົງ ແລະ ພຣະອົງຄືພຣະຜູ້ຊ່ວຍໃຫ້ລອດຂອງເຮົາ.
ລະຫວ່າງນີ້ ຂ້າພະເຈົ້າໄດ້ຄິດນຳຫລາຍ ກ່ຽວກັບຄວາມສຳຄັນຂອງການເຮັດ ແລະ ຮັກສາຄຳສັນຍາ ແລະ ພັນທະສັນຍາ. ມັນສຳຄັນຕໍ່ທ່ານຫລາຍປານໃດ ທີ່ຈະຮັກສາຄຳເວົ້າຂອງທ່ານ? ທີ່ຈະໄວ້ວາງໃຈໄດ້? ທີ່ຈະເຮັດຕາມສິ່ງທີ່ທ່ານເວົ້າວ່າທ່ານຈະເຮັດ? ວ່າຈະພະຍາຍາມໃຫ້ກຽດແກ່ພັນທະສັນຍາທີ່ສັກສິດຂອງທ່ານ? ວ່າຈະຊື່ສັດ? ໂດຍການດຳລົງຊີວິດຢ່າງຈິງໃຈຕໍ່ຄຳສັນຍາຂອງເຮົາ ກັບພຣະຜູ້ເປັນເຈົ້າ ແລະ ກັບຄົນອື່ນໆ, ເຮົາໄດ້ເດີນຢູ່ໃນເສັ້ນທາງແຫ່ງພັນທະສັນຍາ ກັບຄືນໄປຫາພຣະບິດາເທິງສະຫວັນຂອງເຮົາ ແລະ ເຮົາຮູ້ສຶກເຖິງຄວາມຮັກຂອງພຣະອົງ ໃນຊີວິດຂອງເຮົາ.
ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ ພຣະເຢຊູຄຣິດ ເປັນຕົວຢ່າງທີ່ຍິ່ງໃຫຍ່ຂອງເຮົາ ກ່ຽວກັບການຮັກສາຄຳສັນຍາ ແລະ ພັນທະສັນຍາ. ພຣະອົງໄດ້ມາສູ່ໂລກ ໂດຍທີ່ສັນຍາວ່າຈະເຮັດຕາມພຣະປະສົງຂອງພຣະບິດາ. ພຣະອົງໄດ້ສິດສອນຫລັກທຳພຣະກິດຕິຄຸນ ໃນວາຈາ ແລະ ໃນການກະທຳ. ພຣະອົງໄດ້ຊົດໃຊ້ແທນບາບຂອງເຮົາ ເພື່ອວ່າເຮົາຈະມີຊີວິດຄືນອີກ. ພຣະອົງໄດ້ໃຫ້ກຽດແກ່ຄຳສັນຍາທຸກຂໍ້ຂອງພຣະອົງ.
ສ່ວນເຮົາແຕ່ລະຄົນເດ ຈະຖືກກ່າວເຖິງໃນທາງດຽວກັນນັ້ນໄດ້ບໍ? ຈະມີສິ່ງອັນຕະລາຍຢ່າງໃດແດ່ຖ້າຫາກເຮົາສໍ້ໂກງເລັກນ້ອຍ, ຍອມຕໍ່ການລໍ້ລວງເລັກນ້ອຍ, ຫລື ບໍ່ເຮັດຕາມຄຳໝັ້ນສັນຍາຢ່າງຈິງຈັງ? ຖ້າເຮົາເດີນໜີຈາກພັນທະສັນຍາຂອງເຮົາ ແລ້ວຈະເປັນຈັ່ງໃດ? ຈະມີຄົນອື່ນ ມາຫາພຣະຄຣິດ ເພາະຕົວຢ່າງຂອງເຮົາບໍ? ທ່ານຍຶດໝັ້ນໃນຖ້ອຍຄຳຂອງທ່ານບໍ? ການຮັກສາຄຳສັນຍາ ບໍ່ແມ່ນນິໄສ; ມັນແມ່ນຄຸນລັກສະນະຂອງການເປັນສານຸສິດຂອງພຣະເຢຊູຄຣິດ.
ໂດຍທີ່ຄິດເຖິງຄວາມອ່ອນແອຂອງເຮົາຢູ່ໃນຊີວິດມະຕະ ພຣະຜູ້ເປັນເຈົ້າໄດ້ສັນຍາວ່າ, “ຈົ່ງເບີກບານເຖີດ, ແລະ ຢ່າສູ່ຢ້ານ, ເພາະເຮົາພຣະຜູ້ເປັນເຈົ້າຢູ່ກັບພວກເຈົ້າ, ແລະ ຈະຢືນຢູ່ກັບພວກເຈົ້າ.”1 ຂ້າພະເຈົ້າໄດ້ຮູ້ສຶກເຖິງການປະທັບຢູ່ຂອງພຣະອົງ ເວລາທີ່ຕ້ອງການຄວາມໝັ້ນໃຈ, ການປອບໂຍນ, ຫລື ຄວາມຮູ້ ຫລື ຄວາມເຂັ້ມແຂງເພີ່ມເຕີມທາງວິນຍານ, ແລະ ຂ້າພະເຈົ້າໄດ້ຖ່ອມຕົວຫລາຍທີ່ສຸດ ແລະ ຮູ້ບຸນຄຸນສຳລັບການເປັນເພື່ອນຈາກສະຫວັນຂອງພຣະອົງ.
ພຣະຜູ້ເປັນເຈົ້າໄດ້ກ່າວວ່າ, “ທຸກຄົນທີ່ໄດ້ປະຖິ້ມບາບຂອງຕົນ ແລະ ມາຫາເຮົາ, ແລະ ເອີ້ນຫານາມຂອງເຮົາ, ແລະ ເຊື່ອຟັງສຽງຂອງເຮົາ, ແລະ ຮັກສາບັນຍັດຂອງເຮົາ, ຈະເຫັນໜ້າຂອງເຮົາ ແລະ ຮູ້ວ່າເຮົາເປັນຢູ່.”2 ນັ້ນອາດເປັນຄຳສັນຍາທີ່ສູງສຸດຂອງພຣະອົງ.
ຂ້າພະເຈົ້າໄດ້ຮຽນຮູ້ເຖິງຄວາມສຳຄັນຂອງການຮັກສາຖ້ອຍຄຳຂອງຂ້າພະເຈົ້າ ຕອນທີ່ຂ້າພະເຈົ້າເປັນໄວລຸ້ນ. ຕົວຢ່າງໜຶ່ງແມ່ນຕອນທີ່ຂ້າພະເຈົ້າໄດ້ຢືນກ່າວຄຳສາບານຂອງລູກເສືອ. ຄວາມສຳພັນຂອງເຮົາກັບໂຄງການລູກເສືອຂອງສະຫະລັດອາເມຣິກາ, ຊຶ່ງຈະສິ້ນສຸດລົງໃນເວລານີ້, ຈະເປັນມໍລະດົກທີ່ສຳຄັນຢ່າງໜຶ່ງຕະຫລອດໄປຕໍ່ຂ້າພະເຈົ້າ ແລະ ສາດສະໜາຈັກນີ້. ຕໍ່ອົງການລູກເສືອ, ຕໍ່ຫລາຍໆຄົນທັງຊາຍ ແລະ ຍິງ ທີ່ໄດ້ຮັບໃຊ້ຢ່າງພາກພຽນ ເປັນຜູ້ນຳລູກເສືອ, ຕໍ່ຜູ້ເປັນແມ່—ຊຶ່ງສົມຄວນໄດ້ຮັບການຊົມເຊີຍ—ແລະ ຊາຍໜຸ່ມຜູ້ທີ່ມີສ່ວນຮ່ວມໃນໂຄງການລູກເສືອ, ພວກເຮົາ, “ຂໍຂອບໃຈ.”
ໃນພາກນີ້, ສາດສະດາທີ່ຮັກແພງຂອງພວກເຮົາ, ປະທານຣະໂຊ ເອັມ ແນວສັນ, ແລະ ແອວເດີ ຄວິນຕິນ ແອວ ຄຸກ ໄດ້ປະກາດເຖິງການປ່ຽນແປງ ທີ່ຈະເອົາໃຈໃສ່ຕໍ່ຊາວໜຸ່ມຂອງພວກເຮົາ ແລະ ໃຫ້ອົງການຂອງພວກເຮົາສອດຄ່ອງກັບຄວາມຈິງທີ່ໄດ້ຖືກເປີດເຜີຍ. ນອກເໜືອຈາກນີ້, ພຽງແຕ່ວັນອາທິດແລ້ວນີ້, ປະທານແນວສັນ ແລະ ປະທານ ເອັມ ຣະໂຊ ບາເລີດ ໄດ້ອະທິບາຍກ່ຽວກັບໂຄງການໃໝ່ສຳລັບເດັກນ້ອຍ ແລະ ຊາວໜຸ່ມ ຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ສຳລັບທັງສາດສະໜາຈັກ. ມັນເປັນການລິເລີ່ມທົ່ວໂລກ ເພື່ອເຈາະຈົງໃສ່ພຣະຜູ້ເປັນເຈົ້າ ແລະ ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ. ຝ່າຍປະທານສູງສຸດ ແລະ ກຸ່ມອັກຄະສາວົກສິບສອງ ໄດ້ເປັນນ້ຳໜຶ່ງໃຈດຽວກັນ ໃນໂຄງການໃໝ່ນີ້, ແລະ ຂ້າພະເຈົ້າຂໍເປັນພະຍານວ່າ ພຣະຜູ້ເປັນເຈົ້າໄດ້ນຳພາທຸກບາດກ້າວ ຢູ່ໃນເສັ້ນທາງ. ຂ້າພະເຈົ້າຕື່ນເຕັ້ນແທນເດັກນ້ອຍ ແລະ ຊາວໜຸ່ມຂອງສາດສະໜາຈັກເຮົາ ທີ່ຈະຖືກເອົາໃຈໃສ່ຕໍ່ ໂດຍສະເພາະຢູ່ທີ່ບ້ານ ແລະ ຢູ່ທີ່ໂບດ—ຜ່ານທາງການຮຽນຮູ້ພຣະກິດຕິຄຸນ, ການຮັບໃຊ້ ແລະ ກິດຈະກຳ, ແລະ ການພັດທະນາສ່ວນຕົວ.
ຫົວຂໍ້ສຶກສາຂອງຊາວໜຸ່ມສຳລັບປີ 2020 ທີ່ຈະມາເຖິງນີ້, ແມ່ນຖ້ອຍຄຳຂອງນີໄຟ ທີ່ສັນຍາວ່າຈະ “ໄປ ແລະ ເຮັດ.” ເພິ່ນໄດ້ຂຽນວ່າ, “ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້ານີໄຟໄດ້ເວົ້າກັບບິດາຂອງຂ້າພະເຈົ້າວ່າ: ເຮົາ ຈະໄປ ແລະ ເຮັດສິ່ງທີ່ພຣະຜູ້ເປັນເຈົ້າບັນຊາ ເພາະເຮົາຮູ້ວ່າພຣະຜູ້ເປັນເຈົ້າຈະບໍ່ໃຫ້ພຣະບັນຍັດກັບລູກຫລານມະນຸດ ນອກຈາກພຣະອົງຈະຕຽມທາງໄວ້ໃຫ້ເຂົາ ເພື່ອເຂົາຈະໄດ້ສຳເລັດໃນສິ່ງທີ່ພຣະອົງບັນຊາເຂົາ.”3 ເຖິງແມ່ນວ່າ ມັນເປັນເວລາດົນນານມາແລ້ວ, ແຕ່ເຮົາຜູ້ຢູ່ໃນສາດສະໜາຈັກ ຍັງຍຶດໝັ້ນໃນຄຳສັນຍານັ້ນຢູ່ ໃນທຸກວັນນີ້.
ການທີ່ຈະ “ໄປ ແລະ ເຮັດ” ໝາຍເຖິງການຢູ່ສູງກວ່າວິທີທາງຂອງໂລກ, ການຮັບ ແລະ ການເຮັດຕາມການເປີດເຜີຍສ່ວນຕົວ, ການດຳລົງຊີວິດຢ່າງຊອບທຳ ດ້ວຍຄວາມຫວັງ ແລະ ສັດທາ ໃນອະນາຄົດ, ການເຮັດ ແລະ ການຮັກສາພັນທະສັນຍາ ທີ່ຈະຕິດຕາມພຣະເຢຊູຄຣິດ, ແລະ ຍ້ອນແນວນັ້ນ ຈຶ່ງມີຄວາມຮັກຕໍ່ພຣະອົງ, ພຣະຜູ້ຊ່ວຍໃຫ້ລອດຂອງໂລກ ຫລາຍກວ່າເກົ່າ.
ພັນທະສັນຍາເປັນຄຳສັນຍາສອງທາງ ລະຫລ່າງເຮົາກັບ ພຣະຜູ້ເປັນເຈົ້າ. ໃນຖານະສະມາຊິກຂອງສາດສະໜາຈັກ, ເຮົາໄດ້ເຮັດພັນທະສັນຍາຕອນຮັບບັບຕິສະມາ ທີ່ຈະຮັບເອົາພຣະນາມຂອງພຣະເຢຊູຄຣິດ, ທີ່ຈະດຳລົງຊີວິດເໝືອນດັ່ງພຣະອົງ. ຄືກັນກັບຜູ້ທີ່ໄດ້ຮັບບັບຕິສະມາຢູ່ທີ່ນ້ຳມໍມອນ, ເຮົາເຮັດພັນທະສັນຍາທີ່ຈະກາຍເປັນຜູ້ຄົນຂອງພຣະອົງ, “ເຕັມໃຈຈະແບກຫາບພາລະຂອງກັນແລະກັນ, ເພື່ອຈະໄດ້ແບ່ງເບົາ; … ເປັນທຸກກັບຄົນທີ່ເປັນທຸກ; ແທ້ຈິງແລ້ວ, ຈະປອບໃຈຄົນທີ່ຕ້ອງການຄວາມປອບໃຈ, ແລະ ຈະຢືນເປັນພະຍານຂອງພຣະເຈົ້າໃນທຸກເວລາ ແລະ ໃນທຸກສິ່ງ, ແລະ ໃນທຸກບ່ອນ.”4 ການປະຕິບັດສາດສະໜາກິດຂອງເຮົາຕໍ່ກັນແລະກັນຢູ່ໃນສາດສະໜາຈັກ ຈະສະທ້ອນເຖິງຄວາມຕັ້ງໃຈຂອງເຮົາທີ່ຈະໃຫ້ກຽດແກ່ຄຳສັນຍາເຫລົ່ານັ້ນ.
ເມື່ອເຮົາຮັບສ່ວນສິນລະລຶກ, ເຮົາໄດ້ຕໍ່ພັນທະສັນຍາ ທີ່ຈະຮັບເອົາພຣະນາມຂອງພຣະອົງ ແລະ ເຮັດຄຳສັນຍາເພີ່ມເຕີມ ເພື່ອປັບປຸງຕົວເອງ. ຄວາມຄິດ ແລະ ການກະທຳປະຈຳວັນຂອງເຮົາ, ທັງໃຫຍ່ ແລະ ນ້ອຍ, ຈະສະທ້ອນເຖິງຄວາມຕັ້ງໃຈຂອງເຮົາຕໍ່ພຣະອົງ. ຄຳສັນຍາທີ່ສັກສິດຂອງພຣະອົງ ໃນການຕອບຄືນແມ່ນ “ຖ້າຫາກເຈົ້າລະນຶກເຖິງເຮົາຢູ່ຕະຫລອດເວລາ ເຈົ້າຈະມີວິນຍານຂອງເຮົາຢູ່ນຳເຈົ້າ.”5
ໃນມື້ນີ້ ຂ້າພະເຈົ້າຢາກຖາມວ່າ, ເຮົາຍຶດໝັ້ນໃນຄຳສັນຍາ ແລະ ພັນທະສັນຍາຂອງເຮົາຢູ່ບໍ ຫລື ບາງເທື່ອເຮົາຍຶດໝັ້ນພຽງເຄິ່ງໜຶ່ງເທົ່ານັ້ນ, ຫລື ເຮັດຄຳສັນຍາແບບທຳມະດາ ແລະ ຖິ້ມມັນໄປແບບງ່າຍໆ? ເມື່ອເຮົາເວົ້າວ່າ, “ຂ້ອຍຊິອະທິຖານເພື່ອເຈົ້າ,” ເຮົາໄດ້ເຮັດແທ້ບໍ? ເມື່ອເຮົາຮັບປາກວ່າ, “ຂ້ອຍຊິໄປຊ່ວຍເຈົ້າ,” ເຮົາຊິໄປແທ້ບໍ? ເມື່ອເຮົາຍິນຍອມທີ່ຈະຈ່າຍໜີ້ສິນຂອງເຮົາ, ເຮົາໄດ້ເຮັດແທ້ບໍ? ເມື່ອເຮົາຍົກມືຂຶ້ນສະໜັບສະໜູນເພື່ອນສະມາຊິກດ້ວຍກັນ ໃນການເອີ້ນໃໝ່, ຊຶ່ງໝາຍເຖິງການສົ່ງເສີມ, ເຮົາໄດ້ເຮັດແທ້ບໍ?
ມີຄືນໜຶ່ງ ຕອນຂ້າພະເຈົ້າເປັນໄວລຸ້ນ, ແມ່ຂອງຂ້າພະເຈົ້າໄດ້ນັ່ງຢູ່ກັບຂ້າພະເຈົ້າ ຢູ່ສົ້ນຕຽງນອນຂອງເພິ່ນ ແລະ ກ່າວກັບຂ້າພະເຈົ້າຢ່າງແຮງກ້າ ເຖິງຄວາມສຳຄັນຂອງການດຳລົງຊີວິດຕາມພຣະວາຈາແຫ່ງປັນຍາ. “ແມ່ຮູ້ຈາກປະສົບການຂອງຄົນອື່ນ, ຫລາຍປີມາແລ້ວ,” ເພິ່ນເວົ້າ, “ເຖິງການສູນເສຍທາງວິນຍານ ແລະ ຄວາມຮູ້ສຶກໄວ ທີ່ບໍ່ໄດ້ເຮັດຕາມພຣະວາຈາແຫ່ງປັນຍາ.” ເພິ່ນໄດ້ຈ້ອງຕາຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າຮູ້ສຶກວ່າ ຄຳເວົ້າຂອງເພິ່ນທະລຸເຂົ້າໄປໃນຫົວໃຈຂອງຂ້າພະເຈົ້າ: “ສັນຍາກັບແມ່ດຽວນີ້, ຣອນນີ [ເພິ່ນເອີ້ນຂ້າພະເຈົ້າ ຣອນນີ], ວ່າລູກຊິເຮັດຕາມພຣະວາຈາແຫ່ງປັນຍາຕະຫລອດໄປ.” ຂ້າພະເຈົ້າໄດ້ສັນຍາກັບແມ່ຢ່າງໜັກແໜ້ນ, ແລະ ກໍໄດ້ຮັກສາຄຳສັນຍານັ້ນຕະຫລອດມາ.
ຄວາມຕັ້ງໃຈນັ້ນໄດ້ຊ່ວຍຂ້າພະເຈົ້າຫລາຍ ຕອນຂ້າພະເຈົ້າຢູ່ກັບໝູ່ເພື່ອນຕອນເປັນໄວລຸ້ນ ແລະ ໃນປີຕໍ່ໆມາ ຕອນຂ້າພະເຈົ້າຢູ່ໃນວົງທຸລະກິດ ບ່ອນທີ່ຜູ້ຄົນກິນດື່ມຢ່າງເພີດເພີນ. ຂ້າພະເຈົ້າໄດ້ຕັດສິນໃຈລ່ວງໜ້າ ທີ່ຈະເຮັດຕາມກົດຂອງພຣະເຈົ້າ, ແລະ ກໍບໍ່ເຄີຍກັບໄປຄິດອີກ. ພຣະຜູ້ເປັນເຈົ້າໄດ້ກ່າວວ່າ, “ເຮົາ, ພຣະຜູ້ເປັນເຈົ້າ, ຈະເຮັດຕາມຄຳສັນຍາເມື່ອພວກເຈົ້າເຮັດຕາມສິ່ງທີ່ເຮົາກ່າວ; ແຕ່ເມື່ອພວກເຈົ້າບໍ່ເຮັດຕາມສິ່ງທີ່ເຮົາກ່າວ, ແລ້ວພວກເຈົ້າກໍບໍ່ມີຄຳສັນຍາ.”6 ພຣະອົງກ່າວຫຍັງກັບຜູ້ທີ່ເຮັດຕາມພຣະວາຈາແຫ່ງປັນຍາ? ວ່າເຮົາຈະມີຄຳສັນຍາກ່ຽວກັບ ສຸຂະພາບ, ກຳລັງ, ສະຕິປັນຍາ, ຄວາມຮູ້, ແລະ ເຫລົ່າທູດຈະປົກປ້ອງເຮົາ.7
ເມື່ອຫລາຍປີກ່ອນ, ຊິດສະເຕີ ແຣັສ໌ແບນ ກັບຂ້າພະເຈົ້າໄດ້ໄປພຣະວິຫານເຊົາເລັກ ສຳລັບການຜະນຶກຂອງລູກສາວຄົນໜຶ່ງຂອງພວກເຮົາ. ຂະນະທີ່ພວກເຮົາຢືນຢູ່ນອກພຣະວິຫານກັບລູກສາວຜູ້ນ້ອຍ ທີ່ຍັງບໍ່ສາມາດເຂົ້າໄປຮ່ວມພິທີການເທື່ອ, ພວກເຮົາໄດ້ເວົ້າເຖິງຄວາມສຳຄັນຂອງການຜະນຶກຢູ່ໃນພຣະວິຫານທີ່ສັກສິດຂອງພຣະເຈົ້າ. ດັ່ງທີ່ແມ່ຂອງຂ້າພະເຈົ້າໄດ້ສິດສອນຂ້າພະເຈົ້າຫລາຍປີມາແລ້ວ, ພວກເຮົາໄດ້ເວົ້າກັບລູກສາວວ່າ, “ພໍ່ແມ່ຢາກໃຫ້ລູກໄດ້ຮັບການຜະນຶກຢູ່ໃນພຣະວິຫານ, ແລະ ຢາກໃຫ້ລູກສັນຍາກັບພໍ່ແມ່ວ່າ ລູກຊິຊອກຫາຄູ່ຄອງນິລັນດອນ, ລູກຊິຫາມື້ຫາວັນໄວ້ ເພື່ອຜະນຶກເຂົ້າກັບລາວຢູ່ໃນພຣະວິຫານ.” ນາງກໍໄດ້ສັນຍາ.
ນັບແຕ່ນັ້ນມາ ນາງໄດ້ບອກພວກເຮົາວ່າ ການເວົ້າລົມກັນ ແລະ ການສັນຍາເທື່ອນັ້ນ ໄດ້ປົກປ້ອງນາງ ແລະ ເຕືອນນາງ “ເຖິງສິ່ງທີ່ສຳຄັນທີ່ສຸດ.” ຕໍ່ມານາງໄດ້ເຮັດພັນທະສັນຍາທີ່ສັກສິດ ແລະ ນາງກໍໄດ້ຜະນຶກເຂົ້າກັບສາມີຂອງນາງຢູ່ໃນພຣະວິຫານ.
ປະທານແນວສັນໄດ້ສິດສອນວ່າ: “ເຮົາ … ເພີ່ມພະລັງຂອງພຣະຜູ້ຊ່ວຍໃຫ້ລອດ ໃນຊີວິດຂອງເຮົານຳອີກ ເມື່ອເຮົາເຮັດພັນທະສັນຍາທີ່ສັກສິດ ແລະ ຮັກສາພັນທະສັນຍາເຫລົ່ານັ້ນ ດ້ວຍຄວາມຊັດເຈນ. ພັນທະສັນຍາຂອງເຮົາ ຜູກມັດເຮົາໄວ້ກັບພຣະອົງ ແລະ ມອບພະລັງແຫ່ງຄວາມເປັນພຣະເຈົ້າໃຫ້ແກ່ເຮົາ.”8
ເມື່ອເຮົາຮັກສາຄຳສັນຍາຕໍ່ກັນ, ສ່ວນຫລາຍເຮົາຈະຮັກສາຄຳສັນຍາຕໍ່ພຣະຜູ້ເປັນເຈົ້າ. ຈົ່ງຈື່ຈຳພຣະຄຳຂອງພຣະຜູ້ເປັນເຈົ້າ ທີ່ວ່າ: “ເມື່ອພວກເຈົ້າໄດ້ເຮັດສິ່ງເຫລົ່ານີ້ ແກ່ຜູ້ທີ່ຕ່ຳຕ້ອຍທີ່ສຸດຄົນໜຶ່ງໃນພວກພີ່ນ້ອງເຫລົ່ານີ້ຂອງເຮົາ, ພວກເຈົ້າກໍໄດ້ເຮັດແກ່ເຮົາເໝືອນກັນ.”9
ໃຫ້ມາພິຈາລະນາກັບຂ້າພະເຈົ້າ ກ່ຽວກັບຕົວຢ່າງຂອງຄຳສັນຍາຢູ່ໃນພຣະຄຳພີ. ອຳໂມນ ແລະ ພວກລູກຊາຍຂອງໂມໄຊຢາ ຢູ່ໃນພຣະຄຳພີມໍມອນ ໄດ້ຕັ້ງໃຈ “ສັ່ງສອນພຣະຄຳຂອງພຣະເຈົ້າ.”10 ເມື່ອອຳໂມນຖືກຈັບກຸມໂດຍພວກທະຫານຂອງຊາວເລມັນ, ລາວໄດ້ຖືກພາໄປຢູ່ຕໍ່ໜ້າກະສັດຂອງຊາວເລມັນຊື່ ລາໂມໄນ. ລາວໄດ້ເວົ້າຕໍ່ກະສັດວ່າ, “ຂ້ານ້ອຍຈະເປັນຂ້າໃຊ້ທ່ານ.”11 ເມື່ອພວກໂຈນໄດ້ມາລັກເອົາຝູງແກະຂອງກະສັດ, ອຳໂມນໄດ້ຕັດແຂນຂອງພວກເຂົາ. ໂດຍທີ່ກະສັດປະຫລາດໃຈຫລາຍ, ເພິ່ນໄດ້ຮັບຟັງຂ່າວສານແຫ່ງພຣະກິດຕິຄຸນຂອງອຳໂມນ ແລະ ໄດ້ປ່ຽນໃຈເຫລື້ອມໃສ.
ນາງຣຸດ, ຢູ່ໃນພຣະຄຳພີເດີມ, ໄດ້ສັນຍາກັບແມ່ຍ່າຂອງນາງວ່າ, “ແມ່ໄປທີ່ໃດ ລູກກໍຈະໄປທີ່ນັ້ນ.”12 ນາງໄດ້ຮັກສາຄຳເວົ້າຂອງນາງ. ໄທຊາມາເຣຍຜູ້ໃຈດີ, ຢູ່ໃນຄຳອຸປະມາ ໃນພຣະຄຳພີໃໝ່, ໄດ້ສັນຍາກັບເຈົ້າຂອງໂຮງແຮມ ຜູ້ດູແລຄົນເດີນທາງທີ່ບາດເຈັບວ່າ, “ຖ້າເຈົ້າຈ່າຍເກີນນີ້ໄປເທົ່າໃດ ເມື່ອຂ້ອຍກັບມາ ຂ້ອຍຈະຈ່າຍຄືນໃຫ້.”13 ໂຊຣຳ, ຢູ່ໃນພຣະຄຳພີມໍມອນ, ໄດ້ສັນຍາວ່າຈະເຂົ້າໄປໃນຖິ່ນແຫ້ງແລ້ງກັນດານກັບນີໄຟ ແລະ ພວກອ້າຍຂອງເພິ່ນ. ນີໄຟໄດ້ບອກວ່າ, “ເມື່ອໂຊຣຳໄດ້ໃຫ້ຄຳສາບານກັບພວກເຮົາແລ້ວ, ຄວາມຢ້ານກົວຂອງພວກເຮົາກ່ຽວກັບລາວກໍໝົດໄປ.”14
ຄຳສັນຍາໃນສະໄໝບູຮານ “ທີ່ໄດ້ເຮັດກັບພໍ່” ແມ່ນກ່ຽວກັບຫຍັງ ດັ່ງທີ່ມີບັນຍາຍຢູ່ໃນພຣະຄຳພີວ່າ “ໃຈລູກຈະຫັນໄປຫາພໍ່”?15 ຢູ່ໃນໂລກກ່ອນເກີດ ຕອນເຮົາເລືອກເອົາແຜນຂອງພຣະເຈົ້າ, ເຮົາໄດ້ສັນຍາທີ່ຈະຊ່ວຍເຕົ້າໂຮມອິດສະຣາເອນ ຢູ່ທັງສອງຟາກມ່ານ. “ພວກເຮົາໄດ້ເຂົ້າຮ່ວມຝ່າຍພຣະຜູ້ເປັນເຈົ້າ,” ແອວເດີ ຈອນ ເອ ວິດໂຊ ໄດ້ອະທິບາຍ ຫລາຍປີມາແລ້ວ. “ເວລານັ້ນ ການບັນລຸແຜນດັ່ງກ່າວບໍ່ໄດ້ເປັນພຽງວຽກງານຂອງພຣະບິດາ, ແລະ ຂອງພຣະຜູ້ຊ່ວຍໃຫ້ລອດເທົ່ານັ້ນ, ແຕ່ກໍເປັນວຽກງານຂອງພວກເຮົາຄືກັນ.”16
“ການເຕົ້າໂຮມເປັນສິ່ງທີ່ສຳຄັນທີ່ສຸດ ທີ່ກຳລັງດຳເນີນຢູ່ໃນທຸກວັນນີ້,” ປະທານແນວສັນໄດ້ກ່າວໃນຂະນະທີ່ເພິ່ນເດີນທາງໄປຢ້ຽມຢາມທົ່ວໂລກ. “ເມື່ອເຮົາກ່າວເຖິງ ການເຕົ້າໂຮມ, ເຮົາພຽງກ່າວເຖິງຄວາມຈິງຂັ້ນພື້ນຖານນີ້: ລູກໆທຸກຄົນຂອງພຣະບິດາເທິງສະຫວັນຂອງເຮົາ, ຢູ່ທັງສອງຟາກມ່ານ, ມີສິດທີ່ຈະໄດ້ຍິນຂ່າວສານຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດທີ່ຖືກຟື້ນຟູ.”17
ໃນຖານະອັກຄະສາວົກຄົນໜຶ່ງຂອງອົງພຣະເຢຊູຄຣິດເຈົ້າ, ຂ້າພະເຈົ້າຂໍຈົບດ້ວຍຄຳເຊື້ອເຊີນ ແລະ ຄຳສັນຍາ. ທຳອິດ, ການເຊື້ອເຊີນ: ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ພິຈາລະນາຄຳສັນຍາ ແລະ ພັນທະສັນຍາ ທີ່ທ່ານໄດ້ເຮັດກັບພຣະຜູ້ເປັນເຈົ້າ, ແລະ ກັບຄົນອື່ນໆ, ດ້ວຍຄວາມຊື່ສັດແທ້ໆ, ໂດຍທີ່ຮູ້ວ່າທ່ານຈະເຮັດຕາມຄຳເວົ້າຂອງທ່ານ. ທີສອງ, ຂ້າພະເຈົ້າສັນຍາກັບທ່ານວ່າ ເມື່ອທ່ານເຮັດສິ່ງນີ້, ແລ້ວພຣະຜູ້ເປັນເຈົ້າຈະສະຖາປະນາຄຳເວົ້າຂອງທ່ານ ແລະ ຮັບຮອງການກະທຳຂອງທ່ານ ຂະນະທີ່ທ່ານພະຍາຍາມເສີມສ້າງຊີວິດຂອງທ່ານ, ຂອງຄອບຄົວທ່ານ, ແລະ ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ຢ່າງພາກພຽນແບບບໍ່ເມື່ອຍລ້າ. ພຣະອົງຈະສະຖິດຢູ່ກັບທ່ານ, ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ແລະ ທ່ານຈະສາມາດລໍຄອຍດ້ວຍຄວາມໝັ້ນໃຈ ທີ່ຈະຖືກ “ຮັບເຂົ້າສູ່ສະຫວັນ, ໄດ້ຢູ່ກັບພຣະເຈົ້າໃນສະພາບແຫ່ງຄວາມສຸກທີ່ບໍ່ມີວັນສິ້ນສຸດ … ເພາະອົງພຣະຜູ້ເປັນເຈົ້າໄດ້ກ່າວໄວ້.”18
ຂ້າພະເຈົ້າເປັນພະຍານເຖິງສິ່ງເຫລົ່ານີ້ ແລະ ສັນຍາໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.