ຄວາມໄວ້ວາງໃຈຢ່າງສະໝ່ຳສະເໝີ ແລະ ໝັ້ນຄົງ
ການໄວ້ວາງໃຈໃນພຣະຜູ້ເປັນເຈົ້າ ແມ່ນລວມທັງການໄວ້ວາງໃຈໃນເວລາຂອງພຣະອົງ ແລະ ເຮົາຕ້ອງອົດທົນດົນນານ ເພື່ອຜ່ານຜ່າມໍລະສຸມຊີວິດ.
ແດນ ລູກຊາຍຂອງພວກເຮົາໄດ້ເຈັບປ່ວຍໜັກ ຕອນລາວໄປສອນສາດສະໜາ ໃນປະເທດອາຟຣິກາ ແລະ ຖືກນຳສົ່ງໂຮງໝໍທີ່ຂາດເຂີນແຫ່ງໜຶ່ງ. ເມື່ອພວກເຮົາອ່ານຈົດໝາຍສະບັບທຳອິດກ່ຽວກັບການເຈັບປ່ວຍຂອງລູກ, ພວກເຮົາຄິດວ່າ ລູກຈະທໍ້ຖອຍ ແຕ່ລູກຂຽນວ່າ “ເຖິງວ່າລູກນອນໃນຫ້ອງສຸກເສີນ, ແຕ່ລູກຍັງຮູ້ສຶກມີຄວາມສະຫງົບຢູ່. ລູກບໍ່ເຄີຍມີຄວາມສຸກຢ່າງສະໝ່ຳສະເໝີ ແລະ ໝັ້ນຄົງ ແບບນີ້ໃນຊີວິດເລີຍ.
ເມື່ອພັນລະຍາ ແລະ ຂ້າພະເຈົ້າໄດ້ອ່ານຖ້ອຍຄຳນັ້ນ ພວກເຮົາຮູ້ສຶກຕື້ນຕັນໃຈຫລາຍ. ມີຄວາມສຸກຢ່າງສະໝ່ຳສະເໝີ ແລະ ໝັ້ນຄົງ. ພວກເຮົາບໍ່ເຄີຍໄດ້ຍິນການບັນລະຍາຍຄວາມສຸກແນວນີ້ມາກ່ອນເລີຍ, ແຕ່ຄຳເວົ້ານັ້ນແມ່ນແທ້. ພວກເຮົາຮູ້ວ່າ ຄວາມສຸກທີ່ໄດ້ບັນລະຍາຍໄປນັ້ນບໍ່ແມ່ນຄວາມດີໃຈ ຫລື ຄວາມເພີດເພີນຊື່ໆ, ແຕ່ແມ່ນ ຄວາມສະຫງົບ ແລະ ມີຄວາມຊື່ນຊົມເມື່ອເຮົາຝາກຝັງຕົນເອງໄວ້ກັບພຣະອົງ ແລະ ໄວ້ວາງໃຈໃນພຣະອົງໝົດ ທຸກຢ່າງ.1 ພວກເຮົາມີຊ່ວງເວລາແບບນັ້ນໃນຊີວິດ ເມື່ອພຣະເຈົ້າໄດ້ເວົ້າໃຫ້ເຮົາມີຄວາມສະຫງົບໃນຈິດໃຈ ແລະ ບັນດານໃຫ້ມີຄວາມຫວັງໃນພຣະຄຣິດ ເຖິງແມ່ນວ່າຊີວິດນີ້ຈະຍາກ ແລະ ບໍ່ແນ່ນອນກໍຕາມ.2
ລີໄຮສິດສອນວ່າ ຖ້າອາດາມ ແລະ ເອວາ ບໍ່ຕົກ, “ພວກເຂົາຈະຄົງຢູ່ໃນສະພາບຂອງຄວາມໄຮ້ດຽງສາ, ບໍ່ມີຄວາມສຸກ, ເພາະພວກເຂົາບໍ່ຮູ້ຈັກຄວາມທຸກທໍລະມານ; …
“ແຕ່ຈົ່ງເບິ່ງ, ທຸກຢ່າງ ເປັນໄປໂດຍຄວາມສະຫລຽວສະຫລາດຂອງພຣະອົງຜູ້ຮູ້ຈັກ ທຸກເລື່ອງ.
“ອາດາມ ຕົກເພື່ອມະນຸດຈະໄດ້ເປັນຢູ່; ແລະ ມະນຸດເປັນຢູ່ກໍເພື່ອພວກເຂົາຈະໄດ້ມີຄວາມສຸກ.”3
ໃນທາງກົງກັນຂ້າມ, ຄວາມລຳບາກ ແລະ ຄວາມໂສກເສົ້າໄດ້ກະກຽມເຮົາໃຫ້ມີຄວາມຊື່ນຊົມ ຖ້າພວກເຮົາໄວ້ວາງໃຈໃນພຣະຜູ້ເປັນເຈົ້າ ແລະ ໃນແຜນຂອງພຣະອົງສຳລັບພວກເຮົາ. ຄວາມຈິງນີ້ໄດ້ສະແດງໃຫ້ເຫັນໃນບົດກະວີ ໂດຍນັກກະວີໃນສັດຕະວັດທີ 13 ວ່າ: “ຄວາມໂສກເສົ້າກະກຽມທ່ານສຳລັບຄວາມຊື່ນຊົມ. ມັນພັດທຸກສິ່ງອອກຈາກບ້ານຢ່າງກະໜ່ຳ ນຳຄວາມຊື່ນຊົມໃໝ່ມາແທນທີ່. ມັນພັດໃບໄມ້ສີເຫລືອງໃຫ້ຫລຸດຈາກງ່າໄມ້ໃນຫົວໃຈຂອງທ່ານ, ເພື່ອໃບໄມ້ໃໝ່ ໃສຂຽວຈະປົ່ງຂຶ້ນມາແທນທີ່ຂອງມັນ. ມັນຖອນຮາກເນົ່າເປື່ອຍອອກ ເພື່ອຮາກໃໝ່ທີ່ເຊື່ອງຊ້ອນທາງລຸ່ມຈະມີບ່ອນເຕີບໂຕໄດ້. ຄວາມໂສກເສົ້າໃດໆທີ່ສັ່ນຄອນຫລຸດຈາກໃຈທ່ານ ສິ່ງໃໝ່ທີ່ດີກວ່າຈະມາແທນທີ່ຂອງມັນ.”4
ປະທານຣະໂຊ ເອັມ ແນວສັນ ໄດ້ສິດສອນວ່າ, “ຄວາມສຸກທີ່ພຣະຜູ້ຊ່ວຍໃຫ້ລອດສະເໜີມອບໃຫ້ [ເຮົາ] … ແມ່ນສະໝ່ຳສະເໝີ, ໃຫ້ເຮົາແນ່ໃຈວ່າ ‘ຄວາມທຸກທໍລະມານຂອງເຮົາຈະເປັນຢູ່ພຽງຊົ່ວຄາວ’ [ຄຳສອນ ແລະ ພັນທະສັນຍາ 121:7] ແລະ ຖືກຕັ້ງໄວ້ເພື່ອຜົນປະໂຫຍດຂອງເຮົາ.”5 ການທົດລອງ ແລະ ຄວາມຍາກລຳບາກຂອງເຮົາ ສາມາດນຳຄວາມຊື່ນຊົມທີ່ຍິ່ງໃຫຍ່ກວ່າມາໃຫ້.6
ຂ່າວດີຂອງພຣະກິດຕິຄຸນ ບໍ່ແມ່ນຄຳສັນຍາທີ່ຈະເສກໃຫ້ປາດສະຈາກຄວາມໂສກເສົ້າ ແລະ ເດືອດຮ້ອນ ແຕ່ຊີວິດທີ່ໂສກເສົ້າ ທໍລະມານນີ້ ສາມາດຜ່ານພົ້ນໄປໄດ້ “ໂດຍຖືກກືນເຂົ້າໄປໃນຄວາມສຸກຂອງພຣະຄຣິດ.”7 ພຣະຜູ້ຊ່ວຍໃຫ້ລອດເອງ ໄດ້ປະກາດວ່າ, “ໃນໂລກນີ້ພວກເຈົ້າຈະມີຄວາມທຸກລຳບາກ ແຕ່ຈົ່ງຊື່ນໃຈເທາະ; ເພາະຝ່າຍເຮົາໄດ້ຊະນະໂລກແລ້ວ.”8 ພຣະກິດຕິຄຸນຂອງພຣະອົງ ຄືຂ່າວສານແຫ່ງຄວາມຫວັງ. ຄວາມໂສກເສົ້າ ຄຽງຄູ່ກັບຄວາມຫວັງໃນພຣະເຢຊູຄຣິດ ເປັນສັນຍາແຫ່ງຄວາມຊື່ນຊົມທີ່ຍາວນານ.
ເລື່ອງລາວການເດີນທາງຂອງຊາວຢາເຣັດໄປສູ່ແຜ່ນດິນແຫ່ງຄຳສັນຍາ ສາມາດໃຊ້ເປັນການປຽບທຽບ ໃສ່ການເດີນທາງຂອງເຮົາໃນຊີວິດມະຕະນີ້ໄດ້. ພຣະຜູ້ເປັນເຈົ້າໄດ້ສັນຍາກັບນ້ອງຊາຍຂອງຢາເຣັດ ແລະ ຜູ້ຄົນຂອງເພິ່ນວ່າ ພຣະອົງຈະ “ນຳທາງ [ພວກເຂົາ] ໄປຫາແຜ່ນດິນອັນປະເສີດເລີດລ້ຳກວ່າແຜ່ນດິນທັງໝົດໃນໂລກ.”9 ພຣະອົງໄດ້ສັ່ງໃຫ້ເຂົາເຈົ້າສ້າງເຮືອ ແລະ ເຂົາເຈົ້າກໍສ້າງເຮືອຕາມຄຳສັ່ງຂອງພຣະຜູ້ເປັນເຈົ້າ. ເຖິງຢ່າງໃດກໍຕາມ, ຂະນະທີ່ສ້າງເຮືອຢູ່ນັ້ນ ນ້ອງຊາຍຂອງຢາເຣັດເປັນຫ່ວງຢ້ານວ່າ ເຮືອທີ່ພຣະຜູ້ເປັນເຈົ້າອອກແບບໃຫ້ ອາດໃຊ້ການບໍ່ໄດ້. ລາວເລີຍທູນພຣະອົງວ່າ:
“ໂອ້ ພຣະຜູ້ເປັນເຈົ້າ, ຂ້ານ້ອຍໄດ້ເຮັດວຽກຊຶ່ງພຣະອົງບັນຊາຂ້ານ້ອຍແລ້ວ, ແລະ ຂ້ານ້ອຍໄດ້ເຮັດເຮືອຕາມທີ່ພຣະອົງແນະນຳໃຫ້ຂ້ານ້ອຍເຮັດ.
“ແລະ ຈົ່ງທອດພຣະເນດເບິ່ງ, ໂອ້ ພຣະຜູ້ເປັນເຈົ້າ, ມັນບໍ່ມີແສງສະຫວ່າງຢູ່ໃນເຮືອເລີຍ.”10
“ໂອ້ ພຣະຜູ້ເປັນເຈົ້າ, ພຣະອົງຈະປ່ອຍໃຫ້ພວກຂ້ານ້ອຍຂ້າມນ້ຳ ອັນກວ້າງໃຫຍ່ດ້ວຍຄວາມມືດບໍ?”11
ທ່ານເຄີຍທຸ່ມເທຈິດໃຈຂອງທ່ານແບບນັ້ນຕໍ່ພຣະເຈົ້າບໍ? ເມື່ອພະຍາຍາມທີ່ຈະໃຊ້ຊີວິດຕາມພຣະບັນຍັດຂອງພຣະຜູ້ເປັນເຈົ້າ ແລະ ເຮັດຕາມການຄາດຫວັງຄວາມຊອບທຳບໍ່ໄດ້ ທ່ານເຄີຍຄິດບໍ່ວ່າທ່ານຕ້ອງໃຊ້ຊີວິດນີ້ ໂດຍປາດສະຈາກການນຳພາ?12
ແລ້ວນ້ອງຊາຍຂອງຢາເຣັດ ໄດ້ເວົ້າວ່າ ລາວເປັນຫ່ວງຫລາຍວ່າຈະຢູ່ໃນເຮືອໄດ້ແນວໃດ. ລາວໄດ້ທູນວ່າ, “ແລະ ພວກຂ້ານ້ອຍຈະຕ້ອງຕາຍເພາະວ່າພວກຂ້ານ້ອຍຫາຍໃຈບໍ່ໄດ້ໃນເຮືອ, ນອກຈາກດ້ວຍອາກາດທີ່ຢູ່ໃນນັ້ນ.”13 ທ່ານເຄີຍລຳບາກໃນຊີວິດ ຈົນຫາຍໃຈບໍ່ອອກບໍ? ແລະ ຕົນເອງເຄີຍຄິດບໍ່ວ່າມື້ນີ້ຈະໄຫວບໍ່, ເລື່ອງກັບຄືນໄປສະຫວັນ ແຮ່ງແລ້ວເນາະ?
ຫລັງຈາກພຣະຜູ້ເປັນເຈົ້າ ໄດ້ຮ່ວມມືກັບນ້ອງຊາຍຂອງຢາເຣັດເພື່ອແກ້ໄຂບັນຫາແຕ່ລະອັນ ແລ້ວພຣະອົງໄດ້ອະທິບາຍວ່າ, “ເຈົ້າຈະຂ້າມຄວາມເລິກອັນກວ້າງໃຫຍ່ນີ້ໄປບໍ່ໄດ້ ນອກຈາກວ່າ ເຮົາຈະຕຽມ [ວິທີ] ໃຫ້ເຈົ້າຕໍ່ສູ້ກັບຄື້ນທະເລ ແລະ ລົມທີ່ພັດມາ ແລະ ນ້ຳຖ້ວມທີ່ຈະມາຫາເຈົ້າເສຍກ່ອນ.”14
ພຣະຜູ້ເປັນເຈົ້າໄດ້ບອກຢ່າງແຈ່ມແຈ້ງວ່າ ຖ້າບໍ່ມີພຣະອົງ ຊາວຢາເຣັດ ຈະບໍ່ສາມາດໄປເຖິງແຜ່ນດິນແຫ່ງຄຳສັນຍາໄດ້. ເຂົາເຈົ້າບໍ່ສາມາດຄວບຄຸມສິ່ງຕ່າງໆໄດ້ ແລະ ທາງດຽວທີ່ເຂົາເຈົ້າສາມາດຂ້າມທະເລໄດ້ ຄືການໄວ້ວາງໃຈໃນພຣະອົງ. ປະສົບການເຫລົ່ານີ້ ແລະ ການນຳພາຈາກພຣະຜູ້ເປັນເຈົ້າ ເບິ່ງຄືວ່າເສີມສ້າງສັດທາຂອງນ້ອງຊາຍຂອງຢາເຣັດ ແລະ ສ້າງຄວາມໄວ້ໃຈຂອງລາວເພີ່ມຂຶ້ນໃນພຣະຜູ້ເປັນເຈົ້າ.
ສັງເກດບໍ່ວ່າ ຄຳອະທິຖານຂອງເພິ່ນປ່ຽນໄປ ຈາກຄຳຖາມ ແລະ ການເປັນຫ່ວງ ໄປເປັນການສະແດງສັດທາ ແລະ ຄວາມໄວ້ວາງໃຈ.
“ຂ້ານ້ອຍຮູ້, ໂອ້ ພຣະຜູ້ເປັນເຈົ້າ, ວ່າພຣະອົງມີອຳນາດທຸກຢ່າງ, ແລະ ສາມາດເຮັດອັນໃດກໍໄດ້ຕາມທີ່ພຣະອົງປາດຖະໜາເພື່ອຜົນປະໂຫຍດຂອງມະນຸດ. …
“ຈົ່ງທອດພຣະເນດດ້ວຍເຖີດ, ໂອ້ ພຣະອົງເຈົ້າເອີຍ, ພຣະອົງເຮັດສິ່ງນີ້ໄດ້. ພວກຂ້ານ້ອຍຮູ້ວ່າ ພຣະອົງສາມາດສະແດງລິດເດດອັນຍິ່ງໃຫຍ່ໄດ້, ຊຶ່ງເບິ່ງເປັນເລື່ອງເລັກນ້ອຍໃນຄວາມເຂົ້າໃຈຂອງມະນຸດ.”15
ມີບັນທຶກວ່າ ຕໍ່ມາຊາວຢາເຣັດ “ໄດ້ລົງໄປຫາ … ເຮືອຂອງພວກເຂົາ ແລະ ອອກທະເລໄປ, ໂດຍ ມອບຕົນ ໄວ້ກັບພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ.”16 ຄຳວ່າ ມອບຕົນ ແປວ່າ ໄວ້ວາງໃຈ ຫລື ຍິນຍອມ. ຊາວຢາເຣັດ ບໍ່ໄດ້ເຂົ້າໄປໃນເຮືອເພາະເຂົາເຈົ້າຮູ້ຈັກທຸກສິ່ງທຸກຢ່າງ ວ່າການເດີນທາງຈະເປັນແນວໃດ. ເຂົາເຈົ້າເຂົ້າໄປໃນເຮືອ ເພາະວ່າເຂົາເຈົ້າໄດ້ຮຽນຮູ້ທີ່ຈະໄວ້ວາງໃຈໃນອຳນາດ, ໃນພຣະກະລຸນາທິຄຸນ, ແລະ ໃນຄວາມເມດຕາຂອງພຣະຜູ້ເປັນເຈົ້າ, ແລະ ດັ່ງນັ້ນ ເຂົາເຈົ້າຈຶ່ງເຕັມໃຈທີ່ຈະຝາກເນື້ອຝາກຕົວ ແລະ ປະຄວາມສົງໃສ ຫລື ຄວາມຢ້ານທີ່ຕົນມີໄວ້ກັບພຣະຜູ້ເປັນເຈົ້າ.
ເມື່ອບໍ່ດົນມານີ້ ທ້າວເອບ ຫລານຊາຍຂອງພວກເຮົາ ບໍ່ກ້າຂີ່ມ້າໝຸນ ທີ່ຂຶ້ນໆ ລົງໆ. ລາວຢາກຂີ່ມ້າໂຕທີ່ນິ້ງຢູ່. ແມ່ຕູ້ຂອງລາວກໍໄດ້ຍົວະລາວວ່າ ລາວຊິປອດໄພ, ໃຫ້ໄວ້ວາງໃຈໃນແມ່ຕູ້, ແລ້ວລາວກໍໄດ້ລອງຂີ່. ຈາກນັ້ນລາວໄດ້ເວົ້າດ້ວຍຮອຍຍິ້ມວ່າ, “ເຮົາບໍ່ຮູ້ສຶກປອດໄພ, ແຕ່ເຮົາກໍປອດໄພ.” ບາງທີຊາວຢາເຣັດອາດຮູ້ສຶກແບບນັ້ນຄືກັນ. ການໄວ້ວາງໃຈໃນພຣະເຈົ້າອາດບໍ່ຮູ້ສຶກປອດໄພສະເໝີໄປ, ແຕ່ຈະມີຄວາມສຸກໃນພາຍຫລັງ.
ການເດີນທາງບໍ່ໄດ້ເປັນເລື່ອງງ່າຍສຳລັບຊາວຢາເຣັດ. “ພວກເຂົາຖືກຝັງຢູ່ໃນຄວາມເລິກຂອງທະເລຫລາຍເທື່ອ ຍ້ອນວ່າຟອງນ້ຳຂະໝາດໃຫຍ່ຊຶ່ງພັດພວກເຂົາ.”17 ແຕ່ມັນໄດ້ຖືກບັນທຶກໄວ້ວ່າ “ລົມບໍ່ໄດ້ຢຸດພັດ [ເຂົາເຈົ້າ] ໄປທາງ ແຜ່ນດິນແຫ່ງຄຳສັນຍາ.”18 ເມື່ອມັນຍາກທີ່ຈະເຂົ້າໃຈ ໂດຍສະເພາະເວລາທີ່ຊີວິດເຮົາຍັງຢູ່ໃນຂັ້ນວິກິດ, ເຮົາກໍສະບາຍໃຈໄດ້ເລີຍ ເມື່ອຮູ້ວ່າພຣະເຈົ້າທີ່ເຕັມໄປດ້ວຍພຣະກະລຸນາທິຄຸນອັນເປັນນິດ ໄດ້ພັດພາເຮົາໄປຫາບ້ານແຫ່ງສະຫວັນສະເໝີ.
ບັນທຶກບອກອີກວ່າ, “ພວກເຂົາໄດ້ຖືກພັດໄປດັ່ງນັ້ນ; ແລະ ບໍ່ມີຜີສາດທະເລຕົວໃດ ສາມາດທຳລາຍພວກເຂົາໄດ້ເລີຍ, ທັງປາວານກໍເຮັດໃຫ້ພວກເຂົາເສຍຫາຍບໍ່ໄດ້; ແລະ ພວກເຂົາມີແສງສະຫວ່າງຢູ່ຕະຫລອດເວລາເຖິງແມ່ນຈະຢູ່ເທິງນ້ຳ ຫລື ໃຕ້ນ້ຳ.”19 ເຮົາຢູ່ໃນໂລກທີ່ມີຄື້ນແຫ່ງຄວາມມໍລະນະ, ຄວາມເຈັບປ່ວຍທາງກາຍ ແລະ ໃຈ, ແລະ ການທົດລອງ ແລະ ຄວາມທຸກຮ້ອນທຸກຢ່າງ ມາປະທະເຮົາ. ແຕ່ຖ້າເຮົາມີສັດທາໃນພຣະເຢຊູຄຣິດ ແລະ ໄວ້ວາງໃຈໃນພຣະອົງ, ເຮົາກໍເໝືອນກັນ ສາມາດມີແສງສະຫວ່າງຕະຫລອດ, ເຖິງແມ່ນວ່າຈະຢູ່ເທິງນ້ຳ ຫລື ໃຕ້ນ້ຳ. ເຮົາ ກໍສາມາດອຸ່ນໃຈໄດ້ວ່າ ພຣະເຈົ້າບໍ່ເຄີຍຢຸດຊ່ວຍເຮົາໃຫ້ໄປເຖິງບ້ານແຫ່ງສະຫວັນຂອງເຮົາ.
ຂະນະທີ່ຖືກຊັດໄປຊັດມາຢູ່ໃນເຮືອ, ຊາວຢາເຣັດ “ໄດ້ຮ້ອງສັນລະເສີນພຣະຜູ້ເປັນເຈົ້າ;… [ພວກເຂົາ] ໄດ້ຂອບພຣະຄຸນ ແລະ ສັນລະເສີນພຣະຜູ້ເປັນເຈົ້າຕະຫລອດທັງວັນ; ແລະ ເມື່ອຮອດຕອນກາງຄືນ, ພວກເຂົາກໍບໍ່ໄດ້ຢຸດສັນລະເສີນພຣະຜູ້ເປັນເຈົ້າ.”20 ພວກເຂົາມີຄວາມຊື່ນຊົມ ແລະ ຄວາມຂອບຄຸນ ເຖິງແມ່ນວ່າພວກເຂົາຢູ່ທ່າມກາງຄວາມທຸກຮ້ອນຂອງພວກເຂົາກໍຕາມ. ພວກເຂົາຍັງບໍ່ທັນໄປຮອດແຜ່ນດິນແຫ່ງຄຳສັນຍາເທື່ອ, ແຕ່ພວກເຂົາດີໃຈທີ່ໄດ້ຮັບພອນທີ່ສັນຍາໄວ້ ເປັນເພາະຄວາມໄວ້ວາງໃຈຢ່າງ ສະໝ່ຳສະເໝີ ແລະ ໝັ້ນຄົງ ຂອງພວກເຂົາ ໃນພຣະອົງ.21
ຊາວຢາເຣັດຖືກພັດໄປມາຢູ່ທະເລເປັນເວລາ 344 ມື້.22 ທ່ານນຶກພາບອອກບໍ່? ການໄວ້ວາງໃຈໃນພຣະຜູ້ເປັນເຈົ້າ ແມ່ນລວມທັງການໄວ້ວາງໃຈໃນເວລາຂອງພຣະອົງ ແລະ ເຮົາຕ້ອງອົດທົນດົນນານ ເພື່ອຜ່ານຜ່າມໍລະສຸມຊີວິດ.23
ໃນທີ່ສຸດ, ຊາວຢາເຣັດກໍ “ໄດ້ຂຶ້ນຝັ່ງຂອງແຜ່ນດິນແຫ່ງຄຳສັນຍາ. ແລະ ເມື່ອພວກເຂົາກ້າວຕີນຂຶ້ນຝັ່ງຂອງແຜ່ນດິນແຫ່ງຄຳສັນຍາແລ້ວ, ພວກເຂົາກໍກົ້ມຂາບລົງຢູ່ກັບພື້ນດິນ, ແລະ ໄດ້ຖ່ອມຕົວຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າ, ແລະ ໄດ້ຫລັ່ງນ້ຳຕາຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າ, ເພາະຄວາມສຸກຍ້ອນວ່າພຣະກະລຸນາທິຄຸນອັນລົ້ນເຫລືອຂອງພຣະອົງທີ່ມີຕໍ່ພວກເຂົາ.”24
ຖ້າພວກເຮົາຮັກສາພັນທະສັນຍາໄດ້ດີ, ມື້ໜຶ່ງເຮົາຈະກັບບ້ານຢ່າງປອດໄພ ແລະ ຈະກົ້ມຂາບຢູ່ຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າ ແລະ ຮ້ອງໄຫ້ຍ້ອນດີໃຈ ຍ້ອນວ່າພຣະກະລຸນາທິຄຸນອັນລົ້ນເຫລືອຂອງພຣະອົງໃນຊີວິດເຮົາ, ທີ່ມີທັງຄວາມໂສກເສົ້າ ຊຶ່ງນຳຄວາມຊື່ນຊົມຫລາຍກວ່າມາໃຫ້.25
ຂ້າພະເຈົ້າເປັນພະຍານວ່າ ເມື່ອເຮົາມອບຕົວໃຫ້ແກ່ພຣະຜູ້ເປັນເຈົ້າ ແລະ ໄວ້ວາງໃຈຢ່າງສະໝ່ຳສະເໝີ ແລະ ໝັ້ນຄົງໃນພຣະເຢຊູ ແລະ ໃນຈຸດປະສົງອັນສັກສິດຂອງພຣະອົງ ໃນຊີວິດຂອງເຮົາ, ແລ້ວພຣະອົງຈະມາຢາມເຮົາ ແລະ ຮັບຮອງເຮົາ, ກ່າວຄຳທີ່ນຳຄວາມສະຫງົບມາສູ່ຈິດວິນຍານເຮົາ, ແລະ ເຮັດໃຫ້ເຮົາມີ “ຄວາມໝັ້ນໃຈວ່າພຣະອົງຈະປົດປ່ອຍເຮົາ.”26
ຂ້າພະເຈົ້າຮູ້ວ່າ ພຣະເຢຊູຄື ພຣະຄຣິດ. ພຣະອົງເປັນແຫລ່ງຂອງຄວາມສຸກທັງໝົດ.27 ພຣະຄຸນຂອງພຣະອົງແມ່ນພຽງພໍ, ແລະ ພຣະອົງກໍມີອານຸພາບທີ່ຈະຊ່ວຍໃຫ້ເຮົາລອດ.28 ພຣະອົງເປັນແສງສະຫວ່າງ, ຊີວິດ, ແລະ ຄວາມຫວັງ ຂອງໂລກ.29 ພຣະອົງຈະບໍ່ປ່ອຍໃຫ້ເຮົາຕາຍ.30 ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.