ການໃຫ້ວິນຍານຂອງເຮົາຄວບຄຸມຮ່າງກາຍຂອງເຮົາ
ສິ່ງໜຶ່ງທີ່ສຳຄັນທີ່ສຸດ ທີ່ເຮົາສາມາດຮຽນຮູ້ໃນຊີວິດນີ້ ແມ່ນການເອົາໃຈໃສ່ຕໍ່ສະພາບທາງວິນຍານນິລັນດອນຂອງເຮົາ ແລະ ຄວບຄຸມຄວາມປາດຖະໜາທີ່ຊົ່ວຮ້າຍຂອງເຮົາ.
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ເມື່ອກອງປະຊຸມໃຫຍ່ສາມັນ ເດືອນຕຸລາ ປີກາຍນີ້ ເລື່ອນເຂົ້າມາໃກ້, ຂ້າພະເຈົ້າກໍໄດ້ກະກຽມຄຳປາໄສຂອງຂ້າພະເຈົ້າ ເພື່ອກ່າວເຖິງວັນຄົບຮອບ 100 ປີ ຂອງພາບນິມິດກ່ຽວກັບໂລກວິນຍານ ທີ່ປະທານໂຈເຊັບ ແອັຟ ສະມິດ ໄດ້ຮັບ ເມື່ອວັນທີ 3 ເດືອນຕຸລາ, 1918.
ສອງສາມວັນຫລັງຈາກທີ່ຂ້າພະເຈົ້າໄດ້ສົ່ງຄຳປາໄສໄປໃຫ້ພະແນກແປພາສາແລ້ວ, ບາບາຣາ ຄູ່ຄອງນິລັນດອນຂອງຂ້າພະເຈົ້າ ກໍໄດ້ຈາກຊ່ວງມະຕະນີ້ໄປ ສູ່ໂລກວິນຍານ.
ເມື່ອວັນກາຍເປັນອາທິດ, ແລ້ວກາຍເປັນເດືອນ, ແລະ ບັດນີ້ ກາຍເປັນປີ ນັບແຕ່ ບາບາຣາ ໄດ້ຈາກໄປ, ມັນຍິ່ງເຮັດໃຫ້ຂ້າພະເຈົ້າຮູ້ບຸນຄຸນຕໍ່ຂໍ້ພຣະຄຳພີນີ້ຫລາຍທີ່ສຸດ ທີ່ວ່າ: “ຈົ່ງຢູ່ນຳກັນໃນຄວາມຮັກ: ເຖິງຂະໜາດທີ່ພວກເຈົ້າຈະຮ້ອງໄຫ້ນຳຄົນທີ່ຕາຍໄປ.”1 ບາບາຣາ ແລະ ຂ້າພະເຈົ້າໄດ້ຮັບພອນຫລາຍ ທີ່ໄດ້ “ຢູ່ນຳກັນໃນຄວາມຮັກ” ເປັນເວລາ 67 ປີ. ແຕ່ຂ້າພະເຈົ້າໄດ້ຮຽນຮູ້ວ່າ ໃນທາງທີ່ແທ້ຈິງ ມັນໝາຍຄວາມວ່າ ມັນແມ່ນການ “ຮ້ອງໄຫ້ນຳຄົນທີ່ຕາຍໄປ” ທີ່ເຮົາຮັກ. ຂ້າພະເຈົ້າຮັກ ແລະ ຄິດຮອດນາງຫລາຍທີ່ສຸດ!
ຂ້າພະເຈົ້າຄິດວ່າ ເຮົາສ່ວນຫລາຍບໍ່ຮູ້ບຸນຄຸນຂອງຄົນທີ່ເຮັດເພື່ອເຮົາ ຈົນກະທັ້ງເຂົາເຈົ້າໄດ້ຈາກເຮົາໄປແລ້ວ. ຂ້າພະເຈົ້າຮູ້ວ່າ ບາບາຣາ ຫຍຸ້ງຢູ່ຕະຫລອດ, ແຕ່ຂ້າພະເຈົ້າບໍ່ເຂົ້າໃຈຄັກແນ່ວ່າ ວຽກງານທີ່ນາງຕ້ອງເຮັດເພື່ອຄອບຄົວ, ສາດສະໜາຈັກ, ແລະ ຊຸມຊົນນັ້ນ ມີຫລາຍຂະໜາດໃດ. ນາງໄດ້ອຸທິດຕົນເຮັດແບບເກົ່າຫລາຍພັນເທື່ອໃນແຕ່ລະປີ ເພື່ອໃຫ້ຄອບຄົວໝັ້ນຄົງ. ແລະ ໃນທຸກສິ່ງ, ບໍ່ມີຄົນໃດໃນຄອບຄົວຂອງພວກເຮົາ ໄດ້ຍິນນາງສົ່ງສຽງດັງ ຫລື ເວົ້າຈາຫຍາບຄາຍ.
ຄວາມຊົງຈຳຢ່າງຫລວງຫລາຍ ໄດ້ກັບຄືນມາຫາຂ້າພະເຈົ້າ ໃນໄລຍະໜຶ່ງປີນີ້. ຂ້າພະເຈົ້າໄດ້ຄິດກ່ຽວກັບວ່າ ການທ້າທາຍທາງຮ່າງກາຍ ທີ່ເປັນແມ່ຂອງລູກເຈັດຄົນ ຄົງໜັກໜ່ວງຫລາຍທີ່ສຸດ. ການເປັນແມ່ບ້ານ ເປັນອາຊີບດຽວທີ່ນາງຢາກມີ, ແລະ ນາງກໍຊ່ຽວຊານທີ່ສຸດ ໃນທຸກດ້ານ.
ຫລາຍເທື່ອ ຂ້າພະເຈົ້າກໍສົງໃສວ່າ ນາງເຮັດຈັ່ງໃດ ຈຶ່ງສາມາດດູແລລູກໆຂອງພວກເຮົາໄດ້ ທັງຂ້າພະເຈົ້ານຳອີກ. ພຽງແຕ່ການເຮັດຂອງກິນ ກໍເປັນວຽກໜັກຢູ່ແລ້ວ, ແຕ່ກໍຍັງຕ້ອງຊັກເສື້ອຜ້າຢ່າງຫລວງຫລາຍໃຫ້ຄອບຄົວນຳອີກທຸກອາທິດ ແລະ ທັງຈັດຫາເກີບ ແລະ ເຄື່ອງນຸ່ງຫົ່ມທີ່ເໝາະສົມໃຫ້ລູກໆນຳອີກ. ພວກເຮົາໄດ້ຫັນໄປຫານາງ ກັບບັນຫາຕ່າງໆທີ່ສຳຄັນຕໍ່ພວກເຮົາ. ແລະ ເປັນເພາະມັນສຳຄັນຕໍ່ພວກເຮົາ, ມັນຈຶ່ງສຳຄັນຕໍ່ນາງຄືກັນ. ນາງດີເລີດແທ້ໆ—ໃນຖານະພັນລະຍາ, ແມ່, ໝູ່ເພື່ອນ, ເພື່ອນບ້ານ, ແລະ ທິດາຂອງພຣະເຈົ້າ.
ບັດນີ້ ນາງໄດ້ຈາກໄປແລ້ວ ຫາໂລກວິນຍານ, ຂ້າພະເຈົ້າດີໃຈທີ່ໄດ້ນັ່ງຢູ່ກັບນາງຕອນກັບມາບ້ານຈາກບ່ອນທຳງານ ສອງສາມເດືອນກ່ອນນາງເສຍຊີວິດ, ໄດ້ຈັບມືນາງ ແລະ ເບິ່ງໜັງລະຄອນເພງກັບນາງ ເລື່ອງທີ່ນາງມັກ—ເບິ່ງແລ້ວເບິ່ງອີກ ເພາະຄວາມຈຳເສື່ອມ ເຮັດໃຫ້ນາງຈື່ບໍ່ໄດ້ວ່າ ນາງຫາກໍໄດ້ເບິ່ງໜັງເລື່ອງນັ້ນ ໃນຕອນບ່າຍມື້ນັ້ນແລ້ວ. ຄວາມຊົງຈຳເຖິງຕອນໄດ້ນັ່ງຈັບມືກັນ ມີຄ່າຫລາຍແທ້ໆຕໍ່ຂ້າພະເຈົ້າ.
ອ້າຍເອື້ອຍນ້ອງທັງຫລາຍ, ຢ່າພາດໂອກາດ ທີ່ຈະຈ້ອງຕາສະມາຊິກໃນຄອບຄົວຂອງທ່ານດ້ວຍຄວາມຮັກເດີ. ທັງລູກ ແລະ ພໍ່ແມ່, ຈົ່ງເອື້ອມອອກໄປຫາກັນ ແລະ ສະແດງຄວາມຮັກ ແລະ ຄວາມຮູ້ບຸນຄຸນຕໍ່ກັນ. ຄືກັນກັບຂ້າພະເຈົ້າ, ພວກທ່ານບາງຄົນອາດຕື່ນຂຶ້ນມາໃນມື້ໜຶ່ງ ແລະ ພົບເຫັນວ່າເວລາທີ່ສຳຄັນເຊັ່ນນັ້ນ ທີ່ຈະເວົ້າລົມກັນ ໄດ້ໝົດໄປແລ້ວ. ໃຫ້ໃຊ້ຊີວິດນຳກັນໃນແຕ່ລະວັນ ດ້ວຍຫົວໃຈທີ່ເຕັມໄປດ້ວຍຄວາມກະຕັນຍູ, ຄວາມຊົງຈຳທີ່ດີ, ການຮັບໃຊ້, ແລະ ຄວາມຮັກຢ່າງຫລວງຫລາຍ.
ລະຫວ່າງໜຶ່ງປີຜ່ານມານີ້, ຂ້າພະເຈົ້າໄດ້ໄຕ່ຕອງຫລາຍກວ່າທີ່ຜ່ານມາ ກ່ຽວກັບແຜນຂອງພຣະບິດາເທິງສະຫວັນ. ໃນການສິດສອນໂຄຣິອານທັນ ລູກຊາຍຂອງເພິ່ນ, ແອວມາໄດ້ອ້າງເຖິງແຜນນີ້ວ່າ ເປັນ “ແຜນແຫ່ງຄວາມສຸກອັນຍິ່ງໃຫຍ່.”2
ບັດນີ້ ຖ້ອຍຄຳທີ່ເຂົ້າມາສູ່ຈິດໃຈຂອງຂ້າພະເຈົ້າຕະຫລອດເວລາ ເມື່ອຂ້າພະເຈົ້າໄຕ່ຕອງກ່ຽວກັບແຜນນັ້ນ ແມ່ນ “ການຢູ່ນຳກັນ.” ມັນເປັນແຜນທີ່ຖືກອອກແບບໂດຍພຣະບິດາຜູ້ສະຖິດຢູ່ໃນສະຫວັນທີ່ຊົງຮັກຂອງເຮົາ, ຊຶ່ງຈຸດໃຫຍ່ໃຈກາງແມ່ນຄວາມເປັນໄປໄດ້ອັນຍິ່ງໃຫຍ່ ແລະ ສະຫງ່າລາສີ ທີ່ຄອບຄົວຈະໄດ້ຢູ່ນຳກັນ—ເພື່ອໃຫ້ສາມີພັນລະຍາ, ພໍ່ແມ່ ແລະ ລູກໆ, ຫລາຍໆລຸ້ນຄົນ ຢູ່ໃນຄອບຄົວຂອງພຣະເຈົ້າ ໄດ້ຢູ່ນຳກັນ.
ຄວາມຄິດນັ້ນໄດ້ນຳການປອບໂຍນມາໃຫ້ຂ້າພະເຈົ້າ ແລະ ໃຫ້ຄວາມໝັ້ນໃຈວ່າ ຂ້າພະເຈົ້າຈະໄດ້ຢູ່ກັບ ບາບາຣາ ອີກ. ເຖິງແມ່ນວ່ານາງໄດ້ຮັບທຸກທໍລະມານທາງຮ່າງກາຍ ໃນບັ້ນປາຍຊີວິດຂອງນາງກໍຕາມ, ແຕ່ວິນຍານຂອງນາງຍັງເຂັ້ມແຂງ, ສະຫງ່າງາມ, ແລະ ບໍລິສຸດຢູ່. ນາງໄດ້ກະກຽມຕົວເອງໃນທຸກສິ່ງ ເພື່ອວ່າເມື່ອວັນນັ້ນມາເຖິງ, ນາງຈະໄດ້ຢືນຢູ່ຕໍ່ໜ້າ “ບ່ອນພິພາກສາອັນໜ້າພໍພຣະໄທຂອງພຣະເຈົ້າ,”3 ເຕັມໄປດ້ວຍຄວາມໝັ້ນໃຈ ແລະ ຄວາມເຊື່ອໝັ້ນທີ່ສະຫງົບສຸກ. ສ່ວນຂ້າພະເຈົ້າ, ໃນສອງວັນຂ້າງໜ້ານີ້, ຂ້າພະເຈົ້າກໍຈະເຖິງ 91 ປີແລ້ວ, ແລະ ຂ້າພະເຈົ້າກໍຍັງສົງໃສວ່າ “ເຮົາພ້ອມແລ້ວບໍ? ເຮົາໄດ້ເຮັດທຸກສິ່ງທີ່ຈຳເປັນແລ້ວບໍ ເພື່ອຈະສາມາດຈັບມືຂອງນາງອີກ?”
ຄວາມແນ່ນອນທີ່ລຽບງ່າຍ ແລະ ຂັ້ນພື້ນຖານທີ່ສຸດຂອງຊີວິດແມ່ນ: ເຮົາທຸກຄົນຈະຕາຍ. ບໍ່ວ່າເຮົາຈະຕາຍເຖົ້າ ຫລື ຕາຍໜຸ່ມ, ຕາຍງ່າຍ ຫລື ຕາຍຍາກ, ຮັ່ງມີ ຫລື ຍາກຈົນ, ມີຄົນຮັກ ຫລື ໂດດດ່ຽວ, ບໍ່ມີໃຜໜີພົ້ນຄວາມຕາຍ.
ບໍ່ເທົ່າໃດປີມານີ້, ປະທານກໍດອນ ບີ ຮິງລີ ໄດ້ກ່າວບາງສິ່ງທີ່ມີຄວາມໝາຍກ່ຽວກັບເລື່ອງນີ້ໂດຍສະເພາະ: “ຫວານຊື່ນແທ້ໆຄືຄວາມເຊື່ອໝັ້ນ, ປອບໂຍນແທ້ໆຄືສັນຕິສຸກ ທີ່ມາຈາກການຮູ້ວ່າ ຖ້າຫາກເຮົາແຕ່ງງານຖືກຕ້ອງ ແລະ ດຳເນີນຊີວິດຢ່າງຖືກຕ້ອງ, ແລ້ວຄວາມສຳພັນຂອງເຮົາຈະດຳເນີນຕໍ່ໄປ, ເຖິງແມ່ນຄວາມຕາຍນັ້ນແນ່ນອນ ແລະ ເວລາຈະລ່ວງເລີຍໄປກໍຕາມ.”4
ຂ້າພະເຈົ້າແນ່ໃຈເລື່ອງການແຕ່ງງານຖືກຕ້ອງ. ໃນເລື່ອງນັ້ນ ແມ່ນບໍ່ມີຂໍ້ສົງໃສ. ແຕ່ກໍຍັງບໍ່ພຽງພໍ, ດັ່ງທີ່ປະທານຮິງລີ ໄດ້ກ່າວ. ຂ້າພະເຈົ້າຕ້ອງດຳເນີນຊີວິດຢ່າງຖືກຕ້ອງນຳອີກ.5
ທຸກວັນນີ້, “ການດຳເນີນຊີວິດຢ່າງຖືກຕ້ອງ” ສາມາດເປັນແນວຄິດທີ່ສັບສົນ, ໂດຍສະເພາະຖ້າຫາກທ່ານໃຊ້ເວລາຫລາຍນຳການສື່ສານມວນຊົນ, ບ່ອນທີ່ຈະໄດ້ຍິນທັງຄວາມຈິງແທ້ ແລະ ແນວຄິດປອມກ່ຽວກັບພຣະເຈົ້າ ແລະ ແຜນຂອງພຣະອົງສຳລັບລູກໆຂອງພຣະອົງ. ໂຊກດີແຕ່ສະມາຊິກຂອງສາດສະໜາຈັກມີຫລັກທຳພຣະກິດຕິຄຸນທີ່ເປັນຄວາມຈິງນິລັນດອນ ເພື່ອຈະໄດ້ຮູ້ວິທີດຳລົງຊີວິດ ໃນທາງທີ່ເຮົາຈະສາມາດກະກຽມຕົວເອງໃຫ້ດີກວ່າເກົ່າ ເວລາເຮົາຕ້ອງຕາຍ.
ສອງສາມເດືອນກ່ອນຂ້າພະເຈົ້າໄດ້ເກີດມາ, ແອວເດີ ມາວິນ ເຈ ບາເລີດ ພໍ່ຕູ້ຂອງຂ້າພະເຈົ້າ ທີ່ເປັນອັກຄະສາວົກ, ໄດ້ກ່າວປາໄສທີ່, ຕໍ່ບາງຄົນແລ້ວ, ແມ່ນກ່າວເຖິງຈຸດສຳຄັນຂອງຄວາມໝາຍຂອງການດຳລົງຊີວິດທີ່ຖືກຕ້ອງ. ຫົວຂໍ້ຄຳປາໄສແມ່ນ “ການດີ້ນລົນຂອງຈິດວິນຍານ,” ທີ່ເຈາະຈົງໃສ່ກັບການຕໍ່ສູ້ທີ່ມີຢູ່ຕະຫລອດ ລະຫວ່າງຮ່າງກາຍທີ່ເປັນເນື້ອໜັງ ແລະ ວິນຍານອັນເປັນນິດຂອງເຮົາ.
ເພິ່ນໄດ້ກ່າວວ່າ, “ການຂັດແຍ້ງທີ່ຮ້າຍແຮງທີ່ສຸດ ທີ່ຜູ້ຊາຍ ຫລື ຜູ້ຍິງເຄີຍມີ … ແມ່ນການຕໍ່ສູ້ກັບຕົວເອງ,” ຊຶ່ງອະທິບາຍວ່າ ຊາຕານ “ສັດຕູຂອງຈິດວິນຍານຂອງເຮົາ,” ໂຈມຕີເຮົາຜ່ານທາງ “ຄວາມໄຄ່, ຄວາມຢາກ, ຄວາມທະເຍີທະຍານຂອງຮ່າງກາຍ.”6 ສະນັ້ນ ການຕໍ່ສູ້ຕົ້ນຕໍແມ່ນລະຫວ່າງສະພາບທາງວິນຍານແຫ່ງສະຫວັນຂອງເຮົາ ກັບກາມມະລົມຂອງມະນຸດທີ່ມີຈິດໃຈທຳມະດາ. ອ້າຍເອື້ອຍນ້ອງທັງຫລາຍ, ຈົ່ງຈື່ຈຳວ່າ ເຮົາສາມາດໄດ້ຮັບຄວາມຊ່ວຍເຫລືອທາງວິນຍານໄດ້ ຜ່ານທາງອິດທິພົນຂອງພຣະວິນຍານບໍລິສຸດ ທີ່ສາມາດ “ສິດສອນພວກເຈົ້າທຸກສິ່ງ.”7 ຄວາມຊ່ວຍເຫລືອກໍສາມາດມາເຖິງ ຜ່ານທາງອຳນາດ ແລະ ພອນຂອງຖານະປະໂລຫິດຄືກັນ.
ບັດນີ້ ຂ້າພະເຈົ້າຈະຖາມວ່າ, ການຕໍ່ສູ້ນີ້ເປັນຈັ່ງໃດສຳລັບທ່ານແຕ່ລະຄົນ?
ປະທານເດວິດ ໂອ ມິກເຄ ໄດ້ກ່າວວ່າ: “ການເປັນຢູ່ຂອງມະນຸດຢູ່ໃນໂລກນີ້ ເປັນການທົດສອບ ເພື່ອຈະໄດ້ຮູ້ວ່າ ເຂົາຈະສຸມຄວາມພະຍາຍາມ, ຄວາມຄິດ, ແລະ ຈິດວິນຍານຂອງເຂົາ ໃສ່ກັບຄວາມສະໜຸກສຸກສະບາຍ ແລະ ຄວາມພໍໃຈຂອງສະພາບທາງຮ່າງກາຍ, ຫລື ຈຸດປະສົງໃນຊີວິດຂອງເຂົາ ຄືການສະແຫວງຫາຄຸນນະພາບຝ່າຍວິນຍານ.”8
ການຕໍ່ສູ້ລະຫວ່າງສະພາບແຫ່ງກາມມະລົມ ແລະ ສະພາບທາງວິນຍານຂອງເຮົາ ບໍ່ໄດ້ເປັນເລື່ອງທີ່ຫາກໍເກີດຂຶ້ນ. ໃນຄຳເທດສະໜາເທື່ອສຸດທ້າຍຕໍ່ຜູ້ຄົນຂອງເພິ່ນ, ກະສັດເບັນຢາມິນໄດ້ສິດສອນວ່າ “ມະນຸດທີ່ມີຈິດໃຈທຳມະດາເປັນສັດຕູກັບພຣະເຈົ້າ, ແລະ ເປັນມາແລ້ວຕັ້ງແຕ່ການຕົກຂອງອາດາມ, ແລະ ຈະເປັນໄປຕະຫລອດການ ແລະ ຕະຫລອດໄປ, ເວັ້ນເສຍແຕ່ພວກເຂົາຈະຍອມຕໍ່ການຊັກຈູງຂອງພຣະວິນຍານສັກສິດ, ແລະ ປະຖິ້ມມະນຸດທີ່ມີຈິດໃຈທຳມະດາ ແລະ ກາຍມາເປັນໄພ່ພົນຂອງພຣະເຈົ້າໂດຍການຊົດໃຊ້ຂອງອົງພຣະຄຣິດ.”9
ອັກຄະສາວົກໂປໂລໄດ້ສິດສອນວ່າ “ຄົນທີ່ດຳເນີນຊີວິດຝ່າຍເນື້ອໜັງ ກໍໃສ່ໃຈໃນສິ່ງທີ່ເປັນຝ່າຍເນື້ອໜັງ; ຄົນທີ່ດຳເນີນຊີວິດຕາມພຣະວິນຍານ ກໍໃສ່ໃຈສິ່ງທີ່ເປັນຝ່າຍພຣະວິນຍານ.
“ດ້ວຍວ່າ, ການເອົາໃຈໃສ່ຢູ່ກັບຝ່າຍເນື້ອໜັງ ກໍຄືຄວາມຕາຍ; ແຕ່ການໃສ່ໃຈກັບຝ່າຍພຣະວິນຍານນັ້ນ ກໍຄືຊີວິດ ແລະ ສັນຕິສຸກ.”10
ສຳລັບຂ້າພະເຈົ້າແລ້ວ ເຫັນໄດ້ຢ່າງແຈ່ມແຈ້ງວ່າ ສິ່ງໜຶ່ງທີ່ສຳຄັນທີ່ສຸດ ທີ່ເຮົາສາມາດຮຽນຮູ້ໃນຊີວິດນີ້ ແມ່ນການເອົາໃຈໃສ່ຕໍ່ສະພາບທາງວິນຍານນິລັນດອນຂອງເຮົາ ແລະ ຄວບຄຸມຄວາມປາດຖະໜາທີ່ຊົ່ວຮ້າຍຂອງເຮົາ. ສິ່ງນີ້ບໍ່ຄວນເປັນເລື່ອງຍາກ. ເຖິງແນວໃດວິນຍານຂອງເຮົາ, ຊຶ່ງເປັນຢູ່ດົນນານກ່ອນຮ່າງກາຍຂອງເຮົາ, ກໍໄດ້ບັນລຸຄວາມສຳເລັດແລ້ວ ເລື່ອງການເລືອກຄວາມຊອບທຳ ແທນຄວາມຊົ່ວ ຢູ່ໃນໂລກກ່ອນເກີດ. ກ່ອນແຜ່ນດິນໂລກໄດ້ຖືກສ້າງຂຶ້ນ, ເຮົາໄດ້ຢູ່ໃນໂລກວິນຍານ ເປັນບຸດ ແລະ ທິດາຂອງພຣະບິດາມານດາໃນສະຫວັນ, ຜູ້ຮັກເຮົາ ແລະ ກໍຍັງຮັກເຮົາຢູ່ໃນທຸກວັນນີ້.
ແລະ ແມ່ນແລ້ວ, ເຮົາຕ້ອງໄດ້ຕັດສິນໃຈ ແລະ ເລືອກເຮັດສິ່ງທີ່ປ່ຽນແປງຊີວິດ ຢູ່ໃນໂລກກ່ອນເກີດນັ້ນ. ທຸກຄົນຜູ້ເຄີຍມີຊີວິດຢູ່ ຫລື ຈະມີຊີວິດຢູ່ໃນໂລກນີ້ ໄດ້ຕັດສິນໃຈທີ່ສຳຄັນ ເພື່ອເລືອກທີ່ຈະຮັບເອົາແຜນແຫ່ງຄວາມລອດຂອງພຣະບິດາເທິງສະຫວັນ. ສະນັ້ນ ເຮົາທຸກຄົນຈຶ່ງໄດ້ມາສູ່ໂລກ ດ້ວຍປະຫວັດທີ່ຖືກພິສູດແລ້ວກ່ຽວກັບສະພາບທາງວິນຍານ ທີ່ປະສົບຄວາມສຳເລັດ ແລະ ມີຈຸດໝາຍປາຍທາງນິລັນດອນ.
ໃຫ້ເຮົາຄິດກ່ຽວກັບເລື່ອງນີ້ຈັກບຶດໜຶ່ງ. ນີ້ຄືຜູ້ທີ່ທ່ານ ແລະ ຂ້າພະເຈົ້າເປັນຢູ່ ແລະ ຜູ້ທີ່ທ່ານຈະເປັນຕະຫລອດໄປ: ເປັນບຸດ ແລະ ທິດາຂອງພຣະເຈົ້າ, ພ້ອມດ້ວຍຮາກເຫງົ້າວິນຍານໃນນິລັນດອນ ແລະ ອະນາຄົດທີ່ເຕັມໄປດ້ວຍຄວາມເປັນໄປໄດ້ອັນເປັນນິດ. ທ່ານເປັນ—ກ່ອນອື່ນໝົດ, ແລະ ສະເໝີໄປ—ສິ່ງທີ່ມີຊີວິດທາງວິນຍານ. ແລະ ສະນັ້ນ ເມື່ອເຮົາເລືອກທີ່ຈະໃຫ້ສະພາບແຫ່ງກາມມະລົມ ສຳຄັນກວ່າສະພາບທາງວິນຍານ, ແລ້ວເຮົາໄດ້ເລືອກເອົາບາງສິ່ງທີ່ຕໍ່ຕ້ານກັບຄວາມແທ້ຈິງ, ຄວາມຖືກຕ້ອງ, ຄວາມໜ້າເຊື່ອຖື, ທາງວິນຍານຂອງເຮົາ.
ແຕ່ເຮົາຮູ້ຢ່າງບໍ່ຕ້ອງສົງໃສວ່າ ຮ່າງກາຍ ແລະ ແຮງກະຕຸ້ນທາງໂລກ ຈະເຮັດໃຫ້ການຕັດສິນໃຈຂອງເຮົາສັບສົນ. ໂດຍທີ່ເຮົາໄດ້ລືມອະດີດຢູ່ໃນໂລກກ່ອນເກີດ, ເຮົາອາດລືມຄວາມສຳພັນລະຫວ່າງພຣະເຈົ້າກັບສະພາບທາງວິນຍານຂອງເຮົາ, ແລະ ສະພາບແຫ່ງກາມມະລົມຂອງເຮົາສາມາດໃຫ້ຄວາມສຳຄັນແກ່ ສິ່ງທີ່ເຮົາຢາກໄດ້ດຽວນີ້. ການຮຽນຮູ້ທີ່ຈະເລືອກສິ່ງທີ່ເປັນທາງວິນຍານ ແທນສິ່ງທີ່ເປັນທາງຮ່າງກາຍ ເປັນເຫດຜົນຕົ້ນຕໍຂອງປະສົບການຢູ່ໃນໂລກນີ້ ຊຶ່ງເປັນພາກສ່ວນໃນແຜນຂອງພຣະບິດາເທິງສະຫວັນ. ດ້ວຍເຫດນີ້ ແຜນຈຶ່ງຖືກສ້າງຂຶ້ນຢູ່ເທິງພື້ນຖານທີ່ແຂງແກ່ນ ແລະ ແນ່ນອນຂອງການຊົດໃຊ້ຂອງພຣະຜູ້ເປັນພຣະເຈົ້າ ແລະ ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ ພຣະເຢຊູຄຣິດ ເພື່ອວ່າຄວາມຜິດບາບຂອງເຮົາ, ລວມທັງຄວາມຜິດພາດ ທີ່ເຮົາໄດ້ເຮັດໄປ ຕອນເຮົາຍອມຕໍ່ຮ່າງກາຍ, ສາມາດເອົາຊະນະໄດ້ ຜ່ານທາງການກັບໃຈຢູ່ສະເໝີ ແລະ ເຮົາສາມາດດຳລົງຊີວິດໂດຍການເອົາໃຈໃສ່ຕໍ່ທາງວິນຍານ. ຕອນນີ້ເປັນເວລາທີ່ຈະຄວບຄຸມຄວາມຢາກຂອງຮ່າງກາຍ ເພື່ອໃຫ້ເປັນໄປຕາມຄຳສອນທາງວິນຍານຂອງພຣະຄຣິດ. ເພາະສະນັ້ນ ເຮົາຈຶ່ງບໍ່ຄວນຜັດວັນແຫ່ງການກັບໃຈ.11
ດັ່ງນັ້ນ, ການກັບໃຈ ຈຶ່ງກາຍເປັນອາວຸດທີ່ສຳຄັນ ໃນການຕໍ່ສູ້ກັບຕົວເຮົາເອງ. ຢູ່ໃນກອງປະຊຸມໃຫຍ່ສາມັນເທື່ອແລ້ວນີ້, ປະທານຣະໂຊ ເອັມ ແນວສັນ ໄດ້ອ້າງເຖິງການຕໍ່ສູ້ດັ່ງກ່າວ ແລະ ໄດ້ເຕືອນເຮົາວ່າ “ເມື່ອເຮົາເລືອກທີ່ຈະກັບໃຈ, ເຮົາເລືອກທີ່ຈະປ່ຽນແປງ! ເຮົາໃຫ້ພຣະຜູ້ຊ່ວຍໃຫ້ລອດປ່ຽນເຮົາເປັນບຸກຄົນທີ່ດີທີ່ສຸດ. ເຮົາເລືອກທີ່ຈະເຕີບໂຕທາງວິນຍານ ແລະ ຮັບເອົາຄວາມຊື່ນຊົມ—ເປັນຄວາມຊື່ນຊົມຂອງການໄຖ່ ໃນພຣະອົງ. ເມື່ອເຮົາເລືອກທີ່ຈະກັບໃຈ, ເຮົາເລືອກທີ່ຈະກາຍເປັນເໝືອນດັ່ງພຣະເຢຊູຄຣິດ!12
ທຸກຄືນ ຂະນະທີ່ຂ້າພະເຈົ້າທົບທວນສິ່ງທີ່ໄດ້ເຮັດໄປໃນມື້ນັ້ນ ໃນຄຳອະທິຖານຫາພຣະບິດາຜູ້ສະຖິດຢູ່ໃນສະຫວັນ, ຂ້າພະເຈົ້າໄດ້ທູນຂໍການໃຫ້ອະໄພ ຖ້າຫາກຂ້າພະເຈົ້າໄດ້ເຮັດສິ່ງໃດທີ່ບໍ່ຖືກຕ້ອງ ແລະ ສັນຍາວ່າ ຈະພະຍາຍາມເຮັດໃຫ້ດີກວ່າເກົ່າ ໃນມື້ອື່ນ. ຂ້າພະເຈົ້າເຊື່ອວ່າ ການກັບໃຈທຸກວັນຊ່ວຍໃຫ້ວິນຍານຂອງຂ້າພະເຈົ້າ ເຕືອນຮ່າງກາຍຂອງຂ້າພະເຈົ້າວ່າ ແມ່ນໃຜເປັນນາຍຂ້າພະເຈົ້າ.
ອີກແຫລ່ງໜຶ່ງທີ່ເປັນໂອກາດໃນທຸກອາທິດ ທີ່ເຮົາສາມາດເຮັດໃຫ້ທາງວິນຍານສົດຊື່ນຄືນໃໝ່ ຄືການຮັບສ່ວນສິນລະລຶກ ໃນການຈື່ຈຳການຊົດໃຊ້ ແລະ ຄວາມຮັກທີ່ສົມບູນ ທີ່ພຣະຜູ້ເປັນເຈົ້າ ແລະ ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ, ມີໃຫ້ເຮົາ.
ອ້າຍເອື້ອຍນ້ອງທັງຫລາຍ, ຂ້າພະເຈົ້າຊັກຊວນທ່ານໃຫ້ຢຸດບຶດໜຶ່ງ ແລະ ຄິດກ່ຽວກັບວ່າທ່ານຢູ່ຈຸດໃດໃນເວລານີ້ ກ່ຽວກັບການເອົາຊະນະສະພາບແຫ່ງກາມມະລົມຂອງທ່ານ ແລະ ໃຫ້ອຳນາດແກ່ສະພາບທາງວິນຍານແຫ່ງສະຫວັນຂອງທ່ານ, ເພື່ອວ່າ ເມື່ອເວລາມາເຖິງ, ທ່ານຈະສາມາດຜ່ານເຂົ້າໄປໃນໂລກວິນຍານ ເພື່ອຢູ່ກັບຄົນທີ່ທ່ານຮັກດ້ວຍຄວາມປິຕິຍິນດີ—ຊຶ່ງຂ້າພະເຈົ້າເປັນພະຍານເຖິງ ແລະ ອະທິຖານດ້ວຍຄວາມຖ່ອມຕົວ ໃນພຣະນາມອັນສັກສິດຂອງອົງຂອງພຣະເຢຊູຄຣິດເຈົ້າ, ອາແມນ.