ຮັບແບກໄມ້ກາງແຂນຂອງເຮົາ
ການຮັບແບກໄມ້ກາງແຂນຂອງທ່ານ ແລະ ຕິດຕາມພຣະຜູ້ຊ່ວຍໃຫ້ລອດ ໝາຍເຖິງການເດີນຕໍ່ໄປໃນເສັ້ນທາງຂອງພຣະຜູ້ເປັນເຈົ້າ ດ້ວຍສັດທາ ແລະ ບໍ່ປ່ອຍຕົວໃຫ້ມີນິໄສທາງໂລກ.
ອ້າຍເອື້ອຍນ້ອງທີ່ຮັກແພງ, ເຮົາໄດ້ຮັບຄຳສອນທີ່ດີເລີດຈາກຜູ້ນຳຂອງເຮົາ ລະຫວ່າງສອງວັນນີ້. ຂ້າພະເຈົ້າເປັນພະຍານຕໍ່ທ່ານວ່າ ຖ້າຫາກເຮົາພະຍາຍາມນຳໃຊ້ຄຳສອນທີ່ດົນໃຈ ແລະ ເໝາະກັບເວລາເຫລົ່ານີ້ ໃນຊີວິດຂອງເຮົາ, ແລ້ວພຣະຜູ້ເປັນເຈົ້າ, ຜ່ານທາງພຣະຄຸນຂອງພຣະອົງ, ຈະຊ່ວຍເຮົາແຕ່ລະຄົນ ແບກໄມ້ກາງແຂນຂອງເຮົາ ແລະ ເຮັດໃຫ້ພາລະຂອງເຮົາເບົາບາງລົງ.1
ຂະນະທີ່ຢູ່ໃນຂົງເຂດ ກາຍຊາເຣຍແຫ່ງ ຟີລິບປອຍ, ພຣະຜູ້ຊ່ວຍໃຫ້ລອດໄດ້ເປີດເຜີຍຕໍ່ສານຸສິດຂອງພຣະອົງ ເຖິງສິ່ງທີ່ພຣະອົງຈະຮັບທຸກທໍລະມານ ເພາະພວກເຖົ້າແກ່, ຫົວໜ້າປະໂລຫິດ, ແລະ ພວກທຳມະຈານ ຢູ່ໃນເມືອງເຢຣູຊາເລັມ. ພຣະອົງໄດ້ສິດສອນພວກເຂົາໂດຍສະເພາະ ກ່ຽວກັບການສິ້ນພຣະຊົນ ແລະ ການຟື້ນຄືນພຣະຊົນທີ່ສະຫງ່າລາສີຂອງພຣະອົງ.2 ໃນເວລານັ້ນ, ສານຸສິດຂອງພຣະອົງ ບໍ່ເຂົ້າໃຈຄັກແນ່ເຖິງພາລະກິດອັນສູງສົ່ງ ຢູ່ໃນໂລກຂອງພຣະອົງ. ເປໂຕເອງ, ເມື່ອເພິ່ນໄດ້ຍິນສິ່ງທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ກ່າວ, ເພິ່ນຈຶ່ງພາພຣະອົງຫລີກໄປຕ່າງຫາກ ແລະ ເລີ່ມຕຳໜິຫ້າມພຣະອົງວ່າ, “ຂໍພຣະເຈົ້າຢ່າໃຫ້ເປັນດັ່ງນັ້ນເລີຍ: ເຫດການຢ່າງນີ້ຈະບໍ່ເກີດຂຶ້ນກັບພຣະອົງຈັກເທື່ອ.”3
ເພື່ອຊ່ວຍສານຸສິດຂອງພຣະອົງໃຫ້ເຂົ້າໃຈເຖິງຄວາມອຸທິດຕົນຕໍ່ວຽກງານຂອງພຣະອົງ ຮ່ວມທັງການຍິນຍອມ ແລະ ການຮັບທຸກທໍລະມານ, ພຣະຜູ້ຊ່ວຍໃຫ້ລອດ ຈຶ່ງໄດ້ປະກາດຢ່າງໜັກແໜ້ນວ່າ:
“ຖ້າຜູ້ໃດຜູ້ໜຶ່ງຢາກຕາມເຮົາມາ ຜູ້ນັ້ນຕ້ອງຕັດສິດຂອງຕົນເສຍ ແລະ ຮັບແບກໄມ້ກາງແຂນຂອງຕົນ ແລະ ຕາມເຮົາມາ.
“ເພາະຜູ້ໃດທີ່ຢາກຊ່ວຍຊີວິດຂອງຕົນໃຫ້ພົ້ນ ຜູ້ນັ້ນກໍຈະເສຍຊີວິດ, ແລະ ຜູ້ໃດທີ່ສະລະຊີວິດຂອງຕົນ ເພື່ອເຫັນແກ່ເຮົາ ກໍຈະຖືກຊ່ວຍຊີວິດໃຫ້ພົ້ນໄດ້.
“ເພາະຖ້າຄົນໃດຄົນໜຶ່ງຈະໄດ້ຊັບສົມບັດ, ຖ້າຫາກເຂົາຈະໄດ້ໝົດທັງໂລກ, ແຕ່ຕ້ອງເສຍຈິດວິນຍານຂອງຕົນ ຄົນນັ້ນຈະໄດ້ປະໂຫຍດອັນໃດ? ຫລື ຄົນນັ້ນຈະເອົາສິ່ງໃດມາແລກເອົາຈິດວິນຍານຂອງຕົນຄືນໄດ້?”4
ຜ່ານທາງການປະກາດນີ້, ພຣະຜູ້ຊ່ວຍໃຫ້ລອດຈຶ່ງໄດ້ເນັ້ນວ່າ ທຸກຄົນທີ່ເຕັມໃຈທີ່ຈະຕິດຕາມພຣະອົງ ຕ້ອງຕັດສິດຂອງຕົນເອງ ແລະ ຄວບຄຸມຄວາມປາດຖະໜາ, ຄວາມຢາກ, ແລະ ຄວາມໄຝ່ຝັນຂອງຕົນເອງ, ຕ້ອງເສຍສະລະທຸກສິ່ງ, ແມ່ນແຕ່ຊີວິດຖ້າຈຳເປັນ, ຕ້ອງຍິນຍອມຕໍ່ພຣະປະສົງຂອງພຣະບິດາທັງໝົດ—ເໝືອນດັ່ງພຣະອົງໄດ້ກະທຳ.5 ນີ້ຄື, ຕາມຈິງແລ້ວ, ສິ່ງທີ່ຕ້ອງຈ່າຍສຳລັບຄວາມລອດຂອງຈິດວິນຍານ. ພຣະເຢຊູໄດ້ໃຊ້ສັນຍາລັກຂອງໄມ້ກາງແຂນ ດ້ວຍເຈດຕະນາ ແລະ ດ້ວຍການປຽບທຽບ ເພື່ອຊ່ວຍສານຸສິດຂອງພຣະອົງໃຫ້ເຂົ້າໃຈວ່າ ການເສຍສະລະ ແລະ ການອຸທິດຕົນຕໍ່ອຸດົມການຂອງພຣະຜູ້ເປັນເຈົ້າ ໝາຍຄວາມວ່າແນວໃດ. ຮູບພາບຂອງໄມ້ກາງແຂນແມ່ນຮູ້ຈັກກັນດີໃນບັນດາສານຸສິດຂອງພຣະອົງ ແລະ ປະຊາຊົນຂອງຈັກກະພັດໂຣມ ເພາະຊາວໂຣມໄດ້ບັງຄົບນັກໂທດທີ່ຈະຖືກຄຶງ ໃຫ້ແບກໄມ້ກາງແຂນ ຫລື ໄມ້ຂວາງຂອງຫລັກກາງແຂນ ໄປຕາມທາງ ຫາບ່ອນທີ່ພວກເຂົາຈະຖືກຄຶງ.6
ຫລັງຈາກການຟື້ນຄືນພຣະຊົນຂອງພຣະຜູ້ຊ່ວຍໃຫ້ລອດ ແລ້ວຈິດໃຈຂອງສານຸສິດຈຶ່ງເຂົ້າໃຈທຸກສິ່ງທັງໝົດທີ່ໄດ້ຖືກຂຽນໄວ້ກ່ຽວກັບພຣະອົງ7 ແລະ ກ່ຽວກັບສິ່ງທີ່ພວກເຂົາຖືກຮຽກຮ້ອງໃຫ້ເຮັດ ຫລັງຈາກເວລານັ້ນມາ.8
ໃນແບບດຽວກັນ, ເຮົາທຸກຄົນ, ອ້າຍເອື້ອຍນ້ອງທັງຫລາຍ, ຕ້ອງເປີດຈິດເປີດໃຈ ເພື່ອຈະສາມາດເຂົ້າໃຈຫລາຍກວ່າເກົ່າເຖິງຄວາມສຳພັນຂອງການຮັບແບກໄມ້ກາງແຂນຂອງເຮົາເອງ ແລະ ການຕິດຕາມພຣະອົງ. ເຮົາຮຽນຮູ້ຜ່ານທາງພຣະຄຳພີວ່າ ຜູ້ທີ່ຮັບແບກໄມ້ກາງແຂນຂອງເຂົາເຈົ້າ ຮັກພຣະເຢຊູຄຣິດໃນທາງທີ່ເຂົາເຈົ້າຕັດສິດຕົວເອງຈາກທຸກສິ່ງທີ່ອະທຳ ແລະ ກິເລດຕັນຫາທາງໂລກທັງໝົດ ແລະ ຮັກສາພຣະບັນຍັດຂອງພຣະອົງ.9
ຄວາມຕັ້ງໃຈຂອງເຮົາທີ່ຈະກຳຈັດທຸກສິ່ງທີ່ບໍ່ສອດຄ່ອງກັບພຣະປະສົງຂອງພຣະເຈົ້າ ແລະ ທີ່ຈະເສຍສະລະທຸກສິ່ງທີ່ເຮົາຖືກຂໍໃຫ້ເຮັດ ແລະ ທີ່ຈະພະຍາຍາມເຮັດຕາມຄຳສອນຂອງພຣະອົງ ຈະຊ່ວຍເຮົາໃຫ້ສາມາດອົດທົນຢູ່ໃນເສັ້ນທາງຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ—ແມ່ນແຕ່ເວລາປະເຊີນກັບຄວາມທຸກຍາກລຳບາກ, ຄວາມອ່ອນແອຂອງຈິດວິນຍານ, ຫລື ຄວາມກົດດັນຂອງສັງຄົມ ແລະ ທິດສະດີຂອງໂລກ ທີ່ຕໍ່ຕ້ານຄຳສອນຂອງພຣະອົງ.
ຍົກຕົວຢ່າງ, ສຳລັບຜູ້ທີ່ຍັງບໍ່ພົບຄູ່ຄອງນິລັນດອນເທື່ອ ແລະ ອາດຮູ້ສຶກໂດດດ່ຽວ ແລະ ໝົດຫວັງ, ຫລື ສຳລັບຜູ້ທີ່ໄດ້ຢ່າຮ້າງ ແລະ ຮູ້ສຶກຖືກປະຖິ້ມ ແລະ ຖືກລືມ, ຂ້າພະເຈົ້າຂໍໃຫ້ທ່ານແນ່ໃຈໄດ້ວ່າ ການຮັບເອົາຄຳເຊື້ອເຊີນຂອງພຣະຜູ້ຊ່ວຍໃຫ້ລອດ ທີ່ຈະຮັບແບກໄມ້ກາງແຂນຂອງທ່ານເອງ ແລະ ຕິດຕາມພຣະອົງໄປ ໝາຍເຖິງການສືບຕໍ່ເດີນໄປໃນເສັ້ນທາງຂອງພຣະຜູ້ເປັນເຈົ້າດ້ວຍສັດທາ, ຮັກສາແບບແຜນຂອງກຽດຕິຍົດ, ແລະ ບໍ່ປ່ອຍຕົວໄປຕາມນິໄສຂອງຊາວໂລກ ທີ່ຈະເອົາຄວາມຫວັງຂອງເຮົາ ໃນຄວາມຮັກ ແລະ ຄວາມເມດຕາຂອງພຣະເຈົ້າ ໄປຈາກເຮົາໃນທີ່ສຸດ.
ຫລັກທຳຢ່າງດຽວກັນນີ້ກໍກ່ຽວພັນກັບທ່ານຜູ້ທີ່ສົນໃຈຄົນເພດດຽວກັນ ແລະ ຮູ້ສຶກທໍ້ຖອຍໃຈ ແລະ ໝົດຫວັງ. ແລະ ບາງທີເພາະເຫດຜົນນີ້ ພວກທ່ານບາງຄົນຈຶ່ງຮູ້ສຶກວ່າ ພຣະກິດຕິຄຸນຂອງພຣະເຢຊູຄຣິດ ບໍ່ແມ່ນສຳລັບທ່ານອີກຕໍ່ໄປ. ຖ້າເປັນແນວນັ້ນ, ຂ້າພະເຈົ້າຢາກໃຫ້ທ່ານແນ່ໃຈໄດ້ວ່າ ມັນຍັງມີຄວາມຫວັງຢູ່ ໃນພຣະເຈົ້າອົງເປັນພຣະບິດາ ແລະ ໃນແຜນແຫ່ງຄວາມສຸກຂອງພຣະອົງ, ໃນພຣະເຢຊູຄຣິດ ແລະ ການເສຍສະລະຊົດໃຊ້ຂອງພຣະອົງ, ແລະ ໃນການດຳລົງຊີວິດຕາມພຣະບັນຍັດທີ່ຊົງຮັກຂອງພວກພຣະອົງ. ໃນປັນຍາ, ຄວາມທ່ຽງທຳ, ແລະ ຄວາມເມດຕາອັນບໍລິບູນຂອງພຣະອົງ, ພຣະຜູ້ເປັນເຈົ້າຈະຜະນຶກຕົວເຮົາ, ເພື່ອວ່າເຮົາຈະໄດ້ຖືກນຳມາສູ່ທີ່ປະທັບຂອງພຣະອົງ ແລະ ໄດ້ຮັບຄວາມລອດອັນເປັນນິດ, ຖ້າຫາກເຮົາແນ່ວແນ່ ແລະ ບໍ່ຫວັ່ນໄຫວ ໃນການຮັກສາພຣະບັນຍັດ10 ແລະ ເຕັມໄປດ້ວຍວຽກງານດີຢູ່ສະເໝີ.11
ຕໍ່ຜູ້ທີ່ໄດ້ເຮັດການບາບທີ່ຮ້າຍແຮງ, ການຮັບເອົາຄຳເຊື້ອເຊີນອັນດຽວກັນນີ້ ໝາຍຄວາມວ່າ, ໃນບັນດາຫລາຍໆຢ່າງ, ຄືການຖ່ອມຕົວເອງລົງຢູ່ຕໍ່ພຣະພັກຂອງພຣະເຈົ້າ, ຄືການປຶກສາຫາລືກັບຜູ້ນຳຂອງສາດສະໜາຈັກທີ່ເໝາະສົມ, ແລະ ຄືການກັບໃຈ ແລະ ປະຖິ້ມບາບຂອງທ່ານ. ຂັ້ນຕອນນີ້ຈະຍັງເປັນພອນໃຫ້ແກ່ທຸກຄົນທີ່ກຳລັງຕໍ່ສູ້ກັບການຕິດແສດ, ຮ່ວມທັງຢາແກ້ປວດ, ຢາເຖື່ອນ, ເຫລົ້າ, ແລະ ຮູບພາບລາມົກ. ການເຮັດຕາມຂັ້ນຕອນເຫລົ່ານີ້ ຈະພາທ່ານເຂົ້າໃກ້ພຣະຜູ້ຊ່ວຍໃຫ້ລອດຫລາຍກວ່າເກົ່າ, ຜູ້ສາມາດປົດປ່ອຍທ່ານຈາກຄວາມຮູ້ສຶກຜິດ, ຄວາມໂສກເສົ້າ, ແລະ ຄວາມເປັນທາດທາງວິນຍານ ແລະ ທາງຮ່າງກາຍ ໃນທີ່ສຸດ. ນອກເໜືອຈາກນີ້, ທ່ານອາດປາດຖະໜາທີ່ຈະສະແຫວງຫາກຳລັງໃຈຈາກຄອບຄົວ, ໝູ່ເພື່ອນ, ແລະ ຝ່າຍການແພດ ແລະ ຜູ້ໃຫ້ຄຳແນະນຳທີ່ຊ່ຽວຊານຂອງທ່ານນຳອີກ.
ຢ່າຍອມແພ້ ຫລັງຈາກທີ່ໄດ້ທໍ້ຖອຍມາໄດ້ຫລາຍເທື່ອແລ້ວ ແລະ ເຄີຍຄິດວ່າຕົວເອງບໍ່ສາມາດປະຖິ້ມບາບ ແລະ ເອົາຊະນະການຕິດແສດໄດ້. ທ່ານຈະເຊົາພະຍາຍາມ ແລະ ຢູ່ໃນຄວາມອ່ອນແອ ແລະ ເຮັດບາບຕໍ່ໄປບໍ່ໄດ້! ໃຫ້ພະຍາຍາມເຮັດໃຫ້ດີທີ່ສຸດຢູ່ສະເໝີ, ສະແດງໃຫ້ປະຈັກຜ່ານທາງວຽກງານຂອງທ່ານ ວ່າທ່ານຢາກຊຳລະ ພາຊະນະຂ້າງໃນ, ດັ່ງທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ສິດສອນ.12 ບາງເທື່ອການແກ້ບັນຫາຕໍ່ການທ້າທາຍບາງຢ່າງ ຈະມາເຖິງຫລັງຈາກການໃຊ້ຄວາມພະຍາຍາມສະເໝີເປັນເວລາຫລາຍໆເດືອນ. ຄຳສັນຍາທີ່ພົບເຫັນຢູ່ໃນພຣະຄຳພີມໍມອນ ທີ່ວ່າ “ຫລັງຈາກເຮົາເຮັດທຸກຢ່າງໄດ້ແລ້ວ ໂດຍພຣະຄຸນພວກເຮົາຈຶ່ງລອດ,”13 ກໍໃຊ້ໄດ້ ໃນສະຖານະການເຫລົ່ານີ້. ຈົ່ງຈື່ຈຳໄວ້ວ່າ ຂອງປະທານແຫ່ງພຣະຄຸນຂອງພຣະຜູ້ຊ່ວຍໃຫ້ລອດ “ບໍ່ແມ່ນຈຳກັດສະເພາະ ‘ຫລັງຈາກ’ ເຮົາເຮັດທຸກຢ່າງໄດ້ແລ້ວ. ເຮົາອາດໄດ້ຮັບພຣະຄຸນຂອງພຣະອົງກ່ອນທີ່ຈະເຮັດ, ລະຫວ່າງເຮັດ, ແລະ ຫລັງຈາກເຮັດ ເມື່ອເຮົາຂະຫຍາຍຄວາມພະຍາຍາມຂອງເຮົາ.”14
ຂ້າພະເຈົ້າເປັນພະຍານວ່າ ເມື່ອເຮົາພະຍາຍາມເອົາຊະນະການທ້າທາຍຂອງເຮົາສະເໝີ, ແລ້ວພຣະເຈົ້າຈະອວຍພອນເຮົາ ດ້ວຍຂອງປະທານແຫ່ງສັດທາ ເພື່ອຮັບການປິ່ນປົວ ແລະ ດ້ວຍຜົນຂອງການມະຫັດສະຈັນ.15 ພຣະອົງຈະເຮັດແທນ ໃນສິ່ງທີ່ເຮົາບໍ່ສາມາດເຮັດເພື່ອຕົວເອງ.
ນອກເໜືອຈາກນັ້ນ, ສຳລັບຜູ້ທີ່ຮູ້ສຶກຂົມຂື່ນ, ໃຈຮ້າຍ, ຖືກກະທຳຜິດຕໍ່, ຫລື ບໍ່ສາມາດກຳຈັດຄວາມໂສກເສົ້າກັບບາງສິ່ງທີ່ທ່ານຮູ້ສຶກວ່າບໍ່ຍຸດຕິທຳ, ໃນການຮັບແບກໄມ້ກາງແຂນຂອງຕົນ ແລະ ຕິດຕາມພຣະຜູ້ຊ່ວຍໃຫ້ລອດໄປ ໝາຍເຖິງການພະຍາຍາມທີ່ຈະປະຖິ້ມຄວາມຮູ້ສຶກເຫລົ່ານີ້ ແລະ ຫັນໄປຫາພຣະຜູ້ເປັນເຈົ້າ ເພື່ອວ່າພຣະອົງຈະປົດປ່ອຍເຮົາຈາກສະພາບຈິດໃຈນີ້ ແລະ ຊ່ວຍເຮົາໃຫ້ພົບເຫັນຄວາມສະຫງົບສຸກ. ໜ້າເສຍດາຍທີ່ ຖ້າຫາກເຮົາບໍ່ປ່ອຍຄວາມຮູ້ສຶກຮ້າຍ ແລະ ອາລົມຮ້າຍເຫລົ່ານີ້ໄປ, ແລ້ວເຮົາຈະພົບເຫັນຕົວເອງປາດສະຈາກອິດທິພົນຂອງພຣະວິນຍານຂອງພຣະຜູ້ເປັນເຈົ້າ ໃນຊີວິດຂອງເຮົາ. ເຮົາບໍ່ສາມາດກັບໃຈ ແທນ ຄົນອື່ນ, ແຕ່ເຮົາສາມາດອະໄພໃຫ້ເຂົາເຈົ້າ—ໂດຍການປະຕິເສດບໍ່ຍອມຖືກກັກຂັງ ໂດຍຜູ້ທີ່ເຮັດໃຫ້ເຮົາເຈັບປວດ.16
ພຣະຄຳພີສິດສອນວ່າ ມັນມີທາງໜີຈາກສະຖານະການເຫລົ່ານີ້ຢູ່—ໂດຍການເຊື້ອເຊີນພຣະຜູ້ຊ່ວຍໃຫ້ລອດຂອງເຮົາ ໃຫ້ຊ່ວຍເຮົາປ່ຽນໃຈທີ່ແຂງກະດ້າງຂອງເຮົາ ດ້ວຍຫົວໃຈໜ່ວຍໃໝ່.17 ກ່ອນຈະເກີດສິ່ງນີ້ໄດ້, ເຮົາຕ້ອງມາຢູ່ຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າ ດ້ວຍຄວາມອ່ອນແອຂອງເຮົາ,18 ແລະ ວິງວອນຂໍໃຫ້ພຣະອົງຊ່ວຍເຫລືອ ແລະ ອະໄພໃຫ້ເຮົາ,19 ໂດຍສະເພາະໃນຊ່ວງເວລາທີ່ສັກສິດ ຕອນທີ່ເຮົາຮັບສ່ວນສິນລະລຶກ ທຸກອາທິດ. ຂໍໃຫ້ເຮົາຈົ່ງເລືອກທີ່ຈະສະແຫວງຫາຄວາມຊ່ວຍເຫລືອຈາກພຣະອົງ, ແລະ ຈົ່ງຮັບເອົາຂັ້ນຕອນທີ່ສຳຄັນ ແລະ ຍາກນັ້ນ ໂດຍການໃຫ້ອະໄພແກ່ຜູ້ທີ່ເຮັດໃຫ້ເຮົາເຈັບປວດ ເພື່ອວ່າບາດແຜຂອງເຮົາຈະເລີ່ມຫາຍດີ. ຂ້າພະເຈົ້າສັນຍາວ່າ ເມື່ອທ່ານເຮັດເຊັ່ນນີ້, ຄ່ຳຄືນຂອງທ່ານຈະເຕັມໄປດ້ວຍຄວາມບັນເທົາ ທີ່ມາຈາກຈິດໃຈທີ່ສະຫງົບສຸກ ຢູ່ກັບພຣະຜູ້ເປັນເຈົ້າ.
ຂະນະທີ່ຢູ່ໃນຄຸກລີເບີຕີ ໃນປີ 1839, ສາດສະດາໂຈເຊັບ ສະມິດ ໄດ້ຂຽນສານເຖິງສະມາຊິກຂອງສາດສະໜາຈັກ ສະບັບທີ່ບັນຈຸຄຳທຳນາຍ ຊຶ່ງກ່ຽວຂ້ອງກັບທຸກສະພາບການ ແລະ ສະຖານະການເຫລົ່ານີ້. ເພິ່ນໄດ້ຂຽນວ່າ, “ພຣະບັນລັງ ແລະ ການຄອບຄອງ, ເຂດປົກຄອງ ແລະ ອຳນາດທັງໝົດ, ຈະຖືກເປີດເຜີຍ ແລະ ຖືກມອບໃຫ້ແກ່ທຸກຄົນທີ່ອົດທົນຢ່າງກ້າຫານເພື່ອພຣະກິດຕິຄຸນຂອງພຣະເຢຊູຄຣິດ.”20 ສະນັ້ນ, ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຜູ້ທີ່ຮັບເອົາພຣະນາມຂອງພຣະຜູ້ຊ່ວຍໃຫ້ລອດ, ໄວ້ວາງໃຈໃນຄຳສັນຍາຂອງພຣະອົງ ແລະ ອົດທົນຈົນເຖິງທີ່ສຸດ, ຈະລອດ21 ແລະ ຈະໄດ້ຢູ່ກັບພຣະເຈົ້າ ໃນສະພາບທີ່ມີຄວາມສຸກອັນບໍ່ສິ້ນສຸດ.22
ເຮົາທຸກຄົນຈະປະເຊີນກັບສະຖານະການທີ່ກົງກັນຂ້າມ ໃນຊີວິດຂອງເຮົາ ທີ່ເຮັດໃຫ້ເຮົາຮູ້ສຶກໂສກເສົ້າ, ໝົດຫົນທາງ, ໝົດຫວັງ, ແລະ ບາງເທື່ອແມ່ນແຕ່ອ່ອນແອ. ຄວາມຮູ້ສຶກບາງຢ່າງເຫລົ່ານີ້ ຈະເຮັດໃຫ້ເຮົາຖາມພຣະຜູ້ເປັນເຈົ້າວ່າ: “ເປັນຫຍັງຂ້ານ້ອຍຈຶ່ງຕົກຢູ່ໃນສະຖານະການແບບນີ້?” ຫລື “ເປັນຫຍັງມັນຈຶ່ງບໍ່ເປັນຄືດັ່ງທີ່ຂ້ານ້ອຍຄາດໝາຍ? ເຖິງແມ່ນຂ້ານ້ອຍໄດ້ເຮັດທຸກສິ່ງທຸກຢ່າງທີ່ຂ້ານ້ອຍສາມາດເຮັດໄດ້ແລ້ວ ເພື່ອແບກໄມ້ກາງແຂນຂອງຂ້ານ້ອຍເອງ ແລະ ຕິດຕາມພຣະຜູ້ຊ່ວຍໃຫ້ລອດໄປ!”
ເພື່ອນທີ່ຮັກແພງຂອງຂ້າພະເຈົ້າ, ເຮົາຕ້ອງຈື່ຈຳວ່າ ການຮັບແບກໄມ້ກາງແຂນຂອງເຮົາເອງ ແມ່ນຮ່ວມດ້ວຍການຖ່ອມຕົວ ແລະ ການໄວ້ວາງໃຈໃນພຣະເຈົ້າ ແລະ ໃນປັນຍາອັນເປັນນິດຂອງພຣະອົງ. ເຮົາຕ້ອງຮັບຮູ້ວ່າ ພຣະອົງຮູ້ຈັກເຮົາທຸກຄົນ ແລະ ຮູ້ເຖິງຄວາມຕ້ອງການຂອງເຮົາ. ມັນກໍຈຳເປັນທີ່ຈະຍອມຮັບຄວາມຈິງທີ່ວ່າ ເວລາຂອງພຣະຜູ້ເປັນເຈົ້າແມ່ນແຕກຕ່າງຈາກເວລາຂອງເຮົາ. ບາງເທື່ອເຮົາສະແຫວງຫາພອນ ແລະ ກຳນົດເວລາໄວ້ ເພື່ອໃຫ້ພຣະຜູ້ເປັນເຈົ້າຕອບສະໜອງ. ເຮົາບໍ່ສາມາດວາງເງື່ອນໄຂຂອງຄວາມຊື່ສັດຂອງເຮົາຕໍ່ພຣະອົງ ໂດຍການກຳນົດເວລາໃຫ້ພຣະອົງຕອບ ຕາມຄວາມປາດຖະໜາຂອງເຮົາ. ເມື່ອເຮົາເຮັດແນວນັ້ນ, ເຮົາຄ້າຍຄືກັນກັບຊາວນີໄຟທີ່ບໍ່ເຊື່ອໃນສະໄໝບູຮານ, ຜູ້ໄດ້ເວົ້າເຍາະເຍີ້ຍອ້າຍເອື້ອຍນ້ອງຂອງຕົນວ່າ ເວລາໄດ້ຜ່ານພົ້ນໄປແລ້ວ ສຳລັບຄຳຊຶ່ງຊາມູເອນຊາວເລມັນ ເວົ້າໄວ້ວ່າ ຈະເກີດເປັນຈິງ, ໄດ້ສ້າງຄວາມສັບສົນໃນບັນດາຜູ້ທີ່ເຊື່ອ.23 ເຮົາຕ້ອງໄວ້ວາງໃຈໃນພຣະຜູ້ເປັນເຈົ້າໃຫ້ພຽງພໍ ທີ່ຈະງຽບສະຫງົບຢູ່ ແລະ ຮູ້ວ່າພຣະອົງເປັນພຣະເຈົ້າ, ວ່າພຣະອົງຮູ້ທຸກສິ່ງທັງປວງ, ແລະ ວ່າພຣະອົງຮູ້ຈັກເຮົາທຸກຄົນ.24
ເມື່ອບໍ່ດົນມານີ້ ຂ້າພະເຈົ້າໄດ້ມີໂອກາດໄປປະຕິບັດສາດສະໜາກິດຕໍ່ແມ່ໝ້າຍຄົນໜຶ່ງຊື່ ຟຣານກາ ຄາລາມາສີ, ຜູ້ເປັນພະຍາດອ່ອນເພຍ. ຊິດສະເຕີ ຄາລາມາສີ ເປັນສະມາຊິກຄົນທຳອິດໃນຄອບຄົວຂອງນາງ ທີ່ໄດ້ເຂົ້າຮ່ວມສາດສະໜາຈັກທີ່ຟື້ນຟູຂອງພຣະເຢຊູຄຣິດ. ເຖິງແມ່ນວ່າສາມີຂອງນາງບໍ່ເຄີຍຮັບບັບຕິສະມາ, ແຕ່ລາວກໍຍອມພົບກັບຜູ້ສອນສາດສະໜາ ແລະ ໄດ້ໄປໂບດເລື້ອຍໆ. ເຖິງແມ່ນເປັນແບບນັ້ນ, ແຕ່ຊິດສະເຕີ ຄາລາມາສີ ກໍຍັງຊື່ສັດເໝືອນເດີມ ແລະ ໄດ້ລ້ຽງດູລູກສີ່ຄົນໃນພຣະກິດຕິຄຸນຂອງພຣະເຢຊູຄຣິດ. ໜຶ່ງປີຫລັງຈາກສາມີຂອງນາງໄດ້ເສຍຊີວິດໄປ, ຊິດສະເຕີ ຄາລາມາສີ ໄດ້ພາລູກໄປພຣະວິຫານ ແລະ ເຂົາເຈົ້າໄດ້ຮ່ວມເຮັດພິທີການສັກສິດ ແລະ ໄດ້ຜະນຶກເຂົ້າກັນເປັນຄອບຄົວ. ຄຳສັນຍາທີ່ກ່ຽວຂ້ອງກັບພິທີການເຫລົ່ານີ້ ໄດ້ນຳຄວາມຫວັງ, ຄວາມຊື່ນຊົມ, ແລະ ຄວາມສຸກ ມາໃຫ້ນາງ ຊຶ່ງຊ່ວຍນາງໃຫ້ດຳລົງຊີວິດຕໍ່ໄປ.
ເມື່ອອາການທຳອິດຂອງພະຍາດນີ້ໄດ້ກຳເລີບ, ອະທິການຂອງນາງໄດ້ມອບພອນໃຫ້ນາງ. ໃນເວລານັ້ນ ນາງໄດ້ບອກອະທິການວ່າ ນາງພ້ອມແລ້ວທີ່ຈະເຮັດຕາມພຣະປະສົງຂອງພຣະຜູ້ເປັນເຈົ້າ, ໂດຍການສະແດງສັດທາຂອງນາງທີ່ຈະຮັບເອົາການປິ່ນປົວ ພ້ອມທັງສັດທາທີ່ຈະອົດທົນກັບຄວາມເຈັບປ່ວຍຂອງນາງ ຈົນເຖິງທີ່ສຸດ.
ລະຫວ່າງການໄປຢ້ຽມຢາມ, ຂະນະທີ່ຈັບມືຂອງຊິດສະເຕີ ຄາລາມາສີ ແລະ ຈ້ອງຕານາງ, ຂ້າພະເຈົ້າໄດ້ເຫັນແສງທູດສະຫວັນສ່ອງອອກມາຈາກໃບໜ້າຂອງນາງ—ສະທ້ອນໃຫ້ເຫັນຄວາມໝັ້ນໃຈຂອງນາງໃນແຜນຂອງພຣະເຈົ້າ ແລະ ຄວາມສະຫວ່າງຢ່າງບໍລິບູນຂອງຄວາມຫວັງຂອງນາງ ໃນຄວາມຮັກ ແລະ ໃນແຜນຂອງພຣະບິດາສຳລັບນາງ.25 ຂ້າພະເຈົ້າໄດ້ຮູ້ສຶກເຖິງຄວາມຕັ້ງໃຈທີ່ຈິງຈັງຂອງນາງ ທີ່ຈະອົດທົນດ້ວຍສັດທາ ຈົນເຖິງທີ່ສຸດ ໂດຍການຮັບແບກໄມ້ກາງແຂນຂອງນາງ, ແມ່ນແຕ່ກັບການທ້າທາຍທີ່ນາງກຳລັງປະເຊີນຢູ່. ຊີວິດຂອງເອື້ອຍຄົນນີ້ ເປັນປະຈັກພະຍານເຖິງພຣະຄຣິດ, ເປັນການຢືນຢັນເຖິງສັດທາ ແລະ ການອຸທິດຕົນຂອງນາງຕໍ່ພຣະອົງ.
ອ້າຍເອື້ອຍນ້ອງທັງຫລາຍ, ຂ້າພະເຈົ້າເປັນພະຍານຕໍ່ທ່ານວ່າ ການຮັບແບກໄມ້ກາງແຂນຂອງເຮົາ ແລະ ການຕິດຕາມພຣະຜູ້ຊ່ວຍໃຫ້ລອດໄປ ຮຽກຮ້ອງເຮົາໃຫ້ເຮັດຕາມຕົວຢ່າງຂອງພຣະອົງ ແລະ ພະຍາຍາມກາຍເປັນເໝືອນດັ່ງພຣະອົງ,26 ປະເຊີນກັບສະພາບການຂອງຊີວິດດ້ວຍຄວາມອົດທົນ, ປົດສິດຕົນ ແລະ ຄວບຄຸມຄວາມຢາກຂອງມະນຸດທີ່ມີຈິດໃຈທຳມະດາ, ແລະ ລໍຖ້າພຣະຜູ້ເປັນເຈົ້າ. ເພງສັນລະເສີນບອກວ່າ:
“ຈົ່ງໄວ້ວາງໃຈ ແລະ ມີຄວາມເຊື່ອໃນພຣະຜູ້ເປັນເຈົ້າ ຈົ່ງເຂັ້ມແຂງ ແລະ ຢ່າໝົດຫວັງໃນພຣະຜູ້ເປັນເຈົ້າຈັກເທື່ອ.”27
“ພຣະອົງຮັກສາ ແລະ ຊ່ວຍເຫລືອພວກຂ້ານ້ອຍໄວ້.”28
ຂ້າພະເຈົ້າເປັນພະຍານຕໍ່ທ່ານວ່າ ການເດີນໄປຕາມພຣະບາດຂອງພຣະອາຈານ ແລະ ລໍຖ້າພຣະອົງ ຜູ້ປິ່ນປົວຊີວິດຂອງເຮົາ ຈະໃຫ້ບ່ອນພັກຜ່ອນແກ່ຈິດວິນຍານຂອງເຮົາ ແລະ ເຮັດໃຫ້ພາລະໜັກຂອງເຮົາງ່າຍຂຶ້ນ ແລະ ເບົາບາງລົງ.29 ຂ້າພະເຈົ້າເປັນພະຍານເຖິງສິ່ງເຫລົ່ານີ້ ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.