​2010–2019
ຈົ່ງມີສັດທາ, ບໍ່ແມ່ນຂາດສັດທາ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸລາ 2019


2:3

ຈົ່ງມີສັດທາ, ບໍ່ແມ່ນຂາດສັດທາ

ເຮົາຕ້ອງຕັ້ງໃຈໃຊ້ເວລາຖອນຕົວເຮົາຈາກທາງໂລກ ແລ້ວມາເຊື່ອມ​ໂຍງ​ກັບສະຫວັນ.

ຫວ່າງບໍ່ດົນມານີ້ ຂ້າພະເຈົ້າຕື່ນມາຕຽມສຶກສາພຣະຄຳພີ. ຂ້າພະເຈົ້າໄດ້ຈັບມືຖືມາ ແລ້ວໄປນັ່ງຕັ່ງໃກ້ຕຽງນອນ ຕັ້ງໃຈວ່າຈະເປີດແອພ ຫ້ອງສະໝຸດພຣະກິດຕິຄຸນ. ເມື່ອເປີດລ໊ອກໂທລະສັບ ຕອນພວມຈະສຶກສາພຣະຄຳພີຢູ່ນັ້ນ ເຈົ້າຂອງເລີຍເຫັນການແຈ້ງ ເປັນຫ້າຫົກອັນວ່າມີຂໍ້ຄວາມ ແລະ ອີເມວເຂົ້າມາໃນຕອນກາງຄືນ. ເລີຍຄິດວ່າ “ຊິຟ້າວກວດເບິ່ງຂໍ້ຄວາມນັ້ນໄວໆກ່ອນ ແລ້ວຈຶ່ງຈະສຶກສາພຣະຄຳພີ.” ໂອ້ຍ ສອງຊົ່ວໂມງຕໍ່ມາ ຕົນເອງກະຍັງອ່ານຂໍ້ຄວາມ ທັງອີເມວ ຂ່າວ ແລະ ໂພ​ສ໌ທາງ​ສື່​ສານມວນ​ຊົນຢູ່. ເມື່ອສະເດືອກຮູ້ວ່າມັນຈັກໂມງແລ້ວ ຈຶ່ງຟ້າວໄປຕຽມຕົວ. ເຊົ້າມື້ນັ້ນ ຕົນເອງເລີຍບໍ່ໄດ້ສຶກສາພຣະຄຳພີ ແລະ ກໍບໍ່ໄດ້ຮັບການບຳລຸງ​ທາງວິນຍານຕາມຄວາມຕັ້ງໃຈຊ້ຳ.

ການບຳລຸງທາງວິນຍານ

ມີຫລາຍຄົນອາດຈະເປັນຄືກັນ. ເທັກໂນໂລຈີສະໄໝໃໝ່ສາມາດຊ່ວຍເຮົາໃນຫລາຍທາງ. ມັນສາມາດຊ່ວຍເຮົາໃຫ້ຕິດຕໍ່ກັບໝູ່ຄູ່ ແລະ ຄອບຄົວໄດ້ ແລະ ເຮົາກໍໄດ້ຮັບຂໍ້ມູນ ແລະ ຂ່າວກ່ຽວກັບເຫດການປະຈຸບັນທົ່ວໂລກນຳອີກ. ເຖິງຢ່າງໃດກໍ​ຕາມ, ມັນຍັງສາມາດດຶງດູດຄວາມສົນໃຈຂອງເຮົາ ຈາກການເຊື່ອມ​ໂຍງທີ່ສຳຄັນທີ່ສຸດໄດ້ ນັ້ນຄືການເຊື່ອມໂຍງ​ກັບສະຫວັນ.

ຂ້າພະເຈົ້າຂໍຢ້ຳເຖິງຄຳຂອງສາດສະດາຂອງພວກເຮົາ, ປະທານຣະໂຊ ເອັມ ແນວສັນ ໄດ້ເວົ້າວ່າ: “ເຮົາ​ມີ​ຊີ​ວິດ​ຢູ່​ໃນ​ໂລກ ທີ່​ຊັບ​ຊ້ອນ ແລະ ມີ​ຄວາມ​ຂັດ​ແຍ້ງ​ກັນ​ຫລາຍ. ສື່​ສານ​ມວນ​ຊົນກໍ​ມີ​ບໍ​ລິ​ການ​ຕະ​ຫລອດ 24 ຊົ່ວ​ໂມງ, ບຸກ​ລຸກ​ເຮົາ​ດ້ວຍ​ຂ່າວ​ສານ ຢ່າງບໍ່​ເຫືອດ​ຫາຍ. ຖ້າ​ເຮົາຍັງ​ມີ​ຫວັງ​ທີ່​ຈະ​ສາ​ມາດໃຈ້​ແຍກສຽງ ແລະ ທິດ​ສະ​ດີ​ຂອງ​ມະ​ນຸດ ທີ່​ໂຈມ​ຕີ​ຄວາມ​ຈິງ, ແລ້ວ​ເຮົາ​ຕ້ອງ​ຮຽນ​ຮູ້​ວິ​ທີທີ່​ຈະ​ໄດ້​ຮັບ​ການ​ເປີດ​ເຜີຍ.”

ປະທານແນວສັນ ໄດ້ສອນວ່າ, “ແຕ່ໃນອະນາຄົດ, ມັນຈະເປັນໄປບໍ່ໄດ້ ທີ່ເຮົາຈະປອດໄພທາງວິນຍານ ຖ້າປາດສະຈາກການນຳພາ, ການຊີ້ນຳ, ການປອບໂຍນ, ແລະ ອິດທິພົນອັນຕໍ່ເນື່ອງຂອງພຣະວິນຍານບໍລິສຸດ.”1

ຫລາຍປີມາແລ້ວ, ປະທານບອຍ ເຄ ແພ໊ກເກີ ໄດ້ເລົ່າກ່ຽວກັບກວາງຝູງໜຶ່ງ ທີ່ຖືກກັກຈາກບ່ອນຢູ່ທຳມະຊາດຂອງມັນ ຍ້ອນວ່າມີຫິມະຕົກໜັກ ແລະ ມັນກໍອາດຈະອຶດຫິວຕາຍ. ຄົນທີ່ຫວັງດີ ໄດ້ພະຍາຍາມຊ່ວຍກວາງ ໂດຍການເອົາເຟືອງເປັນລົດມາເທອ້ອມແຖວນັ້ນ—ທຳມະດາ ເຟືອງບໍ່ແມ່ນອາຫານທີ່ກວາງກິນ, ແຕ່ເຂົາເຈົ້າຫວັງວ່າເຟືອງຈະຊ່ວຍປະທັງຊີວິດກວາງໃຫ້ກຸ້ມລະດູໜາວ. ໜ້າເສຍດາຍ ຕໍ່ມາກວາງສ່ວນຫລາຍໄດ້ຕາຍ. ກວາງກໍກິນເຟືອງຢູ່ ແຕ່ເຟືອງບໍ່ມີຄຸນປະໂຫຍດຕໍ່ກວາງ ມັນຕາຍອຶດຫິວຢູ່ ເຖິງວ່າຈະມີເຟືອງເຕັມທ້ອງກໍຕາມ.2

ຂ່າວສານຕ່າງໆ ທີ່ເຮົາໄດ້ຮັບຢ່າງລົ້ນເຫລືອໃນຍຸກຂໍ້ມູນນີ້ ຄືການປຽບໃສ່ທາງວິນຍານ ທີ່ເອົາເຟືອງໃຫ້ກວາງກິນ—ເຮົາຈະກິນໝົດມື້ກະໄດ້ ແຕ່ມັນຈະບໍ່ມີປະໂຫຍດແກ່ເຮົາເລີຍ.

ເຮົາຈະຫາສິ່ງ​ບຳ​ລຸງທີ່ແທ້ຈິງທາງວິນຍານໄດ້ຢູ່ໃສ? ສ່ວນຫລາຍແລ້ວ ສິ່ງນີ້ບໍ່ເປັນສິ່ງທີ່ນິຍົມທາງ​ສື່​ສານມວນ​ຊົນ. ເຮົາຈະເຫັນມັນ ເມື່ອເຮົາກ້າວໄປໜ້າຕາມເສັ້ນທາງແຫ່ງພັນທະສັນຍາ, ຈັບຮາວເຫຼັກໃຫ້ແໜ້ນເລື້ອຍໆ ແລະ ຮັບສ່ວນໝາກໄມ້ແຫ່ງຊີວິດ.3 ນີ້ໝາຍຄວາມວ່າ ເຮົາຕ້ອງຕັ້ງໃຈໃຊ້ເວລາຖອນຕົວເຮົາຈາກທາງໂລກ ແລ້ວມາເຊື່ອມ​ໂຍງ​ກັບສະຫວັນ.

ລີໄຮໄດ້ເຫັນຄົນຢ່າງຫລວງຫລາຍໃນຄວາມຝັນ ເຂົາເຈົ້າໄດ້ກິນໝາກໄມ້ ແລ້ວເຊົາກິນເພາະວ່າຕຶກໃຫຍ່ ກ້ວາງຂວາງ ແລະ ຄວາມນິຍົມຂອງໂລກລໍ້ໃຈເຂົາເຈົ້າໄປ.4 ມັນເປັນໄປໄດ້ສຳລັບຄົນໜຸ່ມທີ່ເຕີບໃຫຍ່ໃນຄອບຄົວໄພ່ພົນຍຸກສຸດທ້າຍ, ໄປການປະຊຸມ ແລະ ຫ້ອງຮຽນໃນໂບດ, ແມ່ນ​ແຕ່​ມີ​ສ່ວນ​ຮ່ວມໃນ​ພິ​ທີ​ການ​ຂອງ​ພຣະ​ວິ​ຫານ, ແລະ ແລ້ວຫັນເຫ “ຕົກ​ລົງໄປທາງຕ້ອງຫ້າມ ແລະ [ໄດ້] ສູນ​ຫາຍ​ໄປ.”5 ສິ່ງນີ້ເກີດຂຶ້ນໄດ້ແນວໃດ? ສຳລັບຫລາຍຄົນແລ້ວ ແມ່ນຍ້ອນເຂົາເຈົ້າປ່ຽນໃຈທາງວິນຍານແບບຜິວເຜີນຊື່ໆ ແຕ່ບໍ່ໄດ້ປ່ຽນໃຈຢ່າງແທ້ຈິງ. ເຂົາເຈົ້າໄດ້ຮັບສ່ວນ ແຕ່ຂາດການບຳລຸງ.

ກິດ​ຈະ​ກຳ​ຂອງ​ຊາວ​ໜຸ່ມ

ກົງກັນຂ້າມ, ຂ້າພະເຈົ້າໄດ້ພົບພໍ້​ພວກ​ເຈົ້າ​ຫລາຍ​ຄົນ ທີ່​ເປັນຊາວໜຸຸ່ມໄພ່ພົນຍຸກສຸດທ້າຍທີ່ສະ​ຫລາດ, ເຂັ້ມແຂງ, ແລະ ມີ​ສັດ​ທາ. ພວກເຈົ້າຮູ້ບໍ່ວ່າ ພວກ​ເຈົ້າເປັນບຸດ ແລະ ທິດາ ຂອງພຣະຜູ້ເປັນເຈົ້າ ແລະ ພຣະອົງມີວຽກໃຫ້ພວກເຈົ້າເຮັດ. ພວກ​ເຈົ້າຮັກ ແລະ ຮັບໃຊ້ພຣະເຈົ້າດ້ວຍ “​ສຸດ​ໃຈ, ພະ​ລັງ, ຄວາມ​ນຶກ​ຄິດ ແລະ ກຳ​ລັງ.”6 ພວກ​ເຈົ້າຮັກສາພັນທະສັນຍາຂອງ​ພວກ​ເຈົ້າ ແລະ ຮັບ​ໃຊ້​ຄົນ​ອື່ນ, ໂດຍ​ການ​ເລີ່ມ​ຕົ້ນ​ຢູ່​ທີ່​ບ້ານ. ​ພວກ​ເຈົ້າ​ໃຊ້​ສັດ​ທາ, ກັບ​ໃຈ, ແລະ ປັບ​ປຸງທຸກມື້, ແລະ ສິ່ງນີ້​ນຳ​ຄວາມ​ສຸກ​ທີ່​ຍືນ​ຍາວ​ມາ​ໃຫ້​​ພວກ​ເຈົ້າ. ​ພວກ​ເຈົ້າກຳລັງກະ​ກຽມ​ສຳ​ລັບ​ພອນ​ຂອງ​ພຣະ​ວິ​ຫານ ແລະ ໂອ​ກາດ​ອື່ນໆ ທີ່​ພວກ​ເຈົ້າຈະ​ມີ ໃນ​ຖາ​ນະ​ຜູ້​ຕິດ​ຕາມ​ທີ່​ແທ້​ຈິງ​ຂອງ​ພຣະຜູ້ຊ່ວຍໃຫ້ລອດ. ແລະ ​ພວກ​ເຈົ້າຊ່ວຍຄົນໃນໂລກນີ້ກະ​ກຽມ​ສຳ​ລັບ​ການສະເດັດມາຄັ້ງທີສອງ, ໂດຍການເຊື້ອເຊີນທຸກ​ຄົນໃຫ້ມາ​ຫາພຣະຄຣິດ ແລະ ມາ​ຮັບ​ເອົາ​ພອນ​ຂອງການຊົດໃຊ້ຂອງພຣະອົງ. ພວກ​ເຈົ້າມີການເຊື່ອມ​ໂຍງ​ກັບສະຫວັນ.

ການ​ໄປ​ພຣະ​ວິ​ຫານ​ຂອງ​ຊາວ​ໜຸ່ມ

ແມ່ນແລ້ວ, ພວກ​ເຈົ້າ​ຈະປະເຊີນກັບ​ການທ້າທາຍ. ແຕ່ທຸກໆລຸ້ນກໍປະເຊີນຄືກັນ. ນີ້ແມ່ນຍຸກຂອງເຮົາ, ແລະ ເຮົາຕ້ອງມີສັດທາ, ບໍ່ແມ່ນຂາດສັດທາ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຮູ້​ຈັກ​ກ່ຽວ​ກັບ​ການ​ທ້າ​ທາຍ​ຂອງ​ເຮົາ, ແລະ ຜ່ານ​ທາງ​ການ​ເປັນ​ຜູ້​ນຳ​ຂອງ​ປະ​ທານ​ແນວ​ສັນ, ພຣະ​ອົງ​ກຳ​ລັງ​ກະ​ກຽມ​ເຮົາ​ເພື່ອພົບ​ກັບ​ພຣະ​ອົງ. ຂ້າພະເຈົ້າເຊື່ອວ່າ ການເອີ້ນຂອງສາດສະດາ​ເມື່ອບໍ່​ດົນ​ມານີ້ ເລື່ອງສາດສະໜາ​ຈັກ​ໃຫ້​ບ້ານ​ເຮືອນ​ເປັນ​ສູນ​ກາງ, ຊຶ່ງສົ່ງ​ເສີມ​ໂດຍສິ່ງທີ່​ພວກເຮົາເຮັດໃນອາຄານຂອງພວກເຮົາ,7 ເປັນການອອກແບບເພື່ອຊ່ວຍໃຫ້ເຮົາລອດ—ໃຫ້ໝັ້ນແກ່ນ—ໃນຍຸກທີ່ຂາດການບຳລຸງທາງວິນຍານນີ້.

ບ້ານເຮືອນເປັນສູນກາງ

ສາດສະໜາ​ຈັກທີ່​ໃຫ້​ບ້ານ​ເຮືອນ​ເປັນ​ສູນ​ກາງ ໝາຍຄວາມວ່າແນວໃດ? ຄອບຄົວຕ່າງໆຈະມີຄວາມແຕກຕ່າງກັນໃນທົ່ວໂລກ. ທ່ານອາດມາຈາກຄອບຄົວທີ່ເປັນສະມາຊິກໂບດມາຫລາຍລຸ້ນ​ແລ້ວ. ຫລື ທ່ານອາດເປັນສະມາຊິກໂບດຄົນດຽວໃນຄອບຄົວຂອງທ່ານ. ​ທ່ານອາດແຕ່ງງານ ຫລື ເປັນໂສດ, ມີລູກ ຫລື ບໍ່ມີລູກໃນຄອບຄົວ.

ບໍ່ວ່າທ່ານຈະຢູ່ໃນສະຖານະການໃດ ທ່ານສາມາດເຮັດໃຫ້ບ້ານເຮືອນເປັນສູນກາງການຮຽນຮູ້ ແລະ ການ​ດຳ​ລົງ​ຊີ​ວິດ​ຕາມພຣະກິດຕິຄຸນໄດ້. ມັນໝາຍຄວາມວ່າ ທ່ານມີຄວາມຮັບຜິດຊອບຕໍ່ການປ່ຽນໃຈ​ເຫລື້ອມ​ໃສ ແລະ ຄວາມກ້າວໜ້າທາງວິນຍານຂອງທ່ານ. ມັນໝາຍຄວາມວ່າ ທ່ານເຮັດຕາມຄຳແນະນຳຂອງປະທານແນວສັນ ຄື “ເຮັດ​ໃຫ້ບ້ານເຮືອນຂອງທ່ານເປັນ​ສະຖາ​ນທີ່ແຫ່ງສັດທາ.”8

​ຜູ້ປໍລະປັກຈະພະຍາຍາມໂນ້ມນ້າວທ່ານວ່າ ການ​ບຳລຸງທາງວິນຍານບໍ່ຈຳເປັນ ຫລື ຫລອກວ່າ ສິ່ງນັ້ນສາມາດລໍຖ້າໄດ້. ມັນຄືໂຕການແຫ່ງການລໍ້ໃຈ ແລະ ເປັນແຊ້ມແຫ່ງການຜັດມື້ຜັດວັນ. ມັນພະຍາຍາມຫລອກທ່ານວ່າ ສິ່ງອື່ນດ່ວນກວ່າ ແຕ່ແທ້ຈິງແລ້ວ ມັນບໍ່ສຳຄັນເລີຍ. ມັນຈະພະຍາຍາມເຮັດໃຫ້ທ່ານ “ຫຍຸ້ງກັບຫລາຍສິ່ງ​ຫລາຍຢ່າງ” ຈົນວ່າທ່ານລະເລີຍ “ສິ່ງ​ໜຶ່ງ [ທີ່] ຈຳເປັນ.”9

ຂ້າພະເຈົ້າຂອບຄຸນທີ່ມີ “ພໍ່ແມ່ທີ່​ປະ​ເສີດ,”10 ທີ່ເບິ່ງແຍງຄອບຄົວໃຫ້ມີການບຳລຸງທາງວິນຍານສະເໝີ, ໃຫ້ມີຄວາມຮັກຫອມກັນ, ແລະ ເຮັດກິດຈະກຳທີ່ດີນຳກັນ. ສິ່ງທີ່ເພິ່ນ​ສິດສອນຂ້າພະເຈົ້າຕອນຍັງ​ນ້ອຍ ໄດ້ຊ່ວຍໃຫ້ຕົນເອງເປັນຄົນດີ. ພໍ່ແມ່ທັງຫລາຍ, ຈົ່ງສ້າງຄວາມສຳພັນອັນເຂັ້ມແຂງກັບລູກໆຂອງທ່ານ. ລູກຕ້ອງການເວລາຂອງທ່ານຫລາຍກວ່າເກົ່າ ບໍ່ແມ່ນໜ້ອຍກວ່າເກົ່າ.

ການ​ສະ​ໜັບ​ສະ​ໜູນ​ໂດຍ​ສາດ​ສະ​ໜາ​ຈັກ

ເມື່ອທ່ານເຮັດ​ເຊັ່ນ​ນັ້ນ, ສາດ​ສະ​ໜາ​ຈັກ​ກໍຈະຄອຍ​ຊ່ວຍ​ເຫລືອທ່ານ. ປະສົບການຂອງເຮົາຈາກໂບດ ສາມາດເຮັດໃຫ້ການບໍາລຸງທາງວິນຍານໃນຄອບຄົວເຂັ້ມແຂງຂຶ້ນໄດ້. ໃນປີນີ້, ເຮົາກໍໄດ້ເຫັນການຊ່ວຍເຫລືອແບບນີ້​ໃນ​ສາດ​ສະ​ໜາ​ຈັກ, ໃນໂຮງຮຽນວັນອາທິດ, ແລະ ໃນຊັ້ນປະຖົມໄວ. ເຮົາຈະເຫັນແບບນີ້ໃນຖານະປະໂລຫິດແຫ່ງອາໂຣນ ແລະ ໃນການປະຊຸມຂອງ​ກຸ່ມຍິງໜຸ່ມນຳອີກ. ເລີ່ມຕົ້ນໃນເດືອນມັງກອນທີ່​ຈະ​ມາ​ເຖິງນີ້, ຫລັກສູດຂອງການ​ປະ​ຊຸມ​ເຫລົ່າ​ນີ້ ຈະມີການດັດແປງເລັກນ້ອຍ. ເຮົາຍັງຈະເນັ້ນໃສ່ຫົວຂໍ້ພຣະກິດຕິຄຸນຢູ່, ແຕ່ມັນຈະຖືກຈັດໃໝ່ ເຂົ້າ​ກັບ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ. ນີ້ແມ່ນການປ່ຽນແປງເລັກນ້ອຍ, ແຕ່ມັນຈະສົ່ງຜົນຍິ່ງໃຫຍ່ຕໍ່ການບໍາລຸງທາງວິນຍານຂອງຊາວ​ໜຸ່ມ.

ການ​ສະ​ໜັບ​ສະ​ໜູນ​ຢ່າງ​ໃດ​ແດ່ ທີ່ສາດສະໜາຈັກມີ​ໃຫ້? ຢູ່​ທີ່​ໂບດ ເຮົາຮັບ​ສ່ວນ​ສິນ​ລະ​ລຶກ​, ຊຶ່ງຊ່ວຍໃຫ້ເຮົາຕໍ່ພັນທະສັນຍາກັບພຣະຜູ້ຊ່ວຍໃຫ້ລອດ ໃນແຕ່ລະອາທິດ. ຢູ່​ທີ່​ໂບດ ເຮົາເຕົ້າໂຮມກັບຜູ້ເຫລື້ອມໃສຄົນອື່ນໆ ທີ່​ໄດ້ເຮັດພັນທະສັນຍາອັນດຽວກັນ. ຄວາມສຳພັນອັນຮັກແພງກັນ ຊຶ່ງເຮົາໄດ້ສ້າງມາກັບເພື່ອນສານຸສິດຂອງພຣະເຢຊູ​ຄຣິດ ສາມາດເປັນສິ່ງຄ້ຳຈູນອັນເຂັ້ມແຂງ ຕໍ່ການເປັນສານຸສິດທີ່​ໃຫ້ບ້ານເຮືອນເປັນສູນກາງ.

ຕອນ​ຂ້າ​ພະ​ເຈົ້າ​ມີ​ອາ​ຍຸ​ໄດ້ 14 ປີ, ຄອບຄົວຂອງຂ້າພະເຈົ້າ​ໄດ້ຍ້າຍໄປຢູ່​ເມືອງໃໝ່. ບັດ​ນີ້, ເມື່ອທ່ານຟັງແລ້ວ ກໍບໍ່ຊົງຮ້າຍແຮງປານໃດເນາະ, ແຕ່ຂ້າ​ພະ​ເຈົ້າຄິດວ່າ ຕອນນັັ້ນຕົນເອງເສຍໃຈຫລາຍ. ເພາະວ່າ ຕົນເອງບໍ່ຮູ້ຈັກໃຜເລີຍແຖວນັ້ນ. ທັງຊາຍໜຸ່ມໃນຫວອດຂອງຕົນເອງກໍໄປໂຮງຮຽນຕ່າງຈາກຕົນເອງ. ແລະ ຕາມປະສາເດັກນ້ອຍອາຍຸ 14 ປີ, ຂ້າ​ພະ​ເຈົ້າກໍຄິດວ່າ “ພໍ່ແມ່ ຄືເຮັດແນວນີ້ກັບລູກເນາະ?” ຕອນນັ້ນຄິດວ່າ ຊີວິດຕົນເອງພັງທະລາຍ.

ເຖິງຢ່າງໃດກໍດີ, ຕະຫລອດການຮ່ວມກິດຈະກຳຂອງຊາຍໜຸ່ມ, ຂ້າພະເຈົ້າໄດ້​ຜູກ​ມິດ ກັບສະມາຊິກໃນກຸ່ມຂອງຕົນ, ແລະ ໄດ້ເປັນໝູ່ກັນ. ນອກຈາກນັ້ນ, ສະມາຊິກໃນຝ່າຍອະທິການ ແລະ ຜູ້ໃຫ້​ຄຳ​ແນະ​ນຳ​ຂອງຖານະປະໂລຫິດແຫ່ງອາໂຣນ ກໍໄດ້ເລີ່ມສົນໃຈໃນຊີວິດຂອງຂ້າພະເຈົ້າ. ເຂົາເຈົ້າໄດ້ໄປເບິ່ງກິລາຂອງຂ້າພະເຈົ້າ. ເຂົາເຈົ້າໄດ້ຂຽນຈົດ​ໝາຍ​ນ້ອຍໃຫ້ກຳລັງໃຈ ຊຶ່ງຕົນເອງເກັບໄວ້ຈົນເຖິງເທົ່າທຸກວັນນີ້. ເຂົາເຈົ້າຍັງໄດ້ຕິດຕໍ່ກັບຂ້າພະເຈົ້າຫລັງຈາກທີ່ໄປວິທະຍາໄລ ແລະ ຕອນໄປສອນສາດສະໜາ. ມີຄົນ​ໜຶ່ງໄດ້ໄປຮັບຂ້າພະເຈົ້າຢູ່ສະໜາມບິນຕອນກັບມາບ້ານ. ຂ້າພະເຈົ້າຈະບໍ່ລືມບຸນຄຸນ ທີ່ອ້າຍນ້ອງເຫລົ່ານີ້ມີຄວາມຮັກແພງ ແລະ ຫວັງດີຕໍ່ຂ້າພະເຈົ້າ. ເຂົາເຈົ້ານຳພາຂ້າພະເຈົ້າສູ່ທາງສະຫວັນ, ແລະ ຊີວິດຂອງຂ້າພະເຈົ້າກໍກ້າວໜ້າ, ມີຄວາມສຸກ, ແລະ ດີໃຈ.

ພວກເຮົາ, ໃນຖານະຜູ້ນຳ ແລະ ພໍ່ແມ່, ຈະຊ່ວຍຊາວໜຸ່ມໃຫ້ຮູ້ວ່າ ເຂົາເຈົ້າບໍ່ໄດ້ໂດດດ່ຽວ ເມື່ອເຂົາເຈົ້າເດີນຕາມທາງແຫ່ງພັນທະສັນຍາ ໄດ້ແນວໃດ? ນອກເໜືອຈາກການສ້າງຄວາມສຳພັນສ່ວນຕົວແລ້ວ, ເຮົາສາມາດເຊື້ອເຊີນເຂົາເຈົ້າໃຫ້ໄປເຕົ້າ​ໂຮມ​ກັນ ບໍ່ວ່ານ້ອຍ ຫລື ໃຫຍ່ໄດ້—ຄືຈາກການໄປກອງປະຊຸມເພື່ອຄວາມເຂັ້ມແຂງຂອງຊາວໜຸ່ມ ແລະ ໄປຄ້າຍຊາວໜຸ່ມ ຈົນເຖິງການໄປກິດຈະກຳຂອງກຸ່ມ ແລະ ກິດຈະກຳຫ້ອງຮຽນທຸກ​ອາ​ທິດ. ຢ່າປະໝາດພະລັງທີ່ມາຈາກການ​ໄປ​ເຕົ້າ​ໂຮມກັບຄົນອື່ນທີ່ຢາກເພີ່ມພະລັງຄືກັນ. ອະທິການ ແລະ ຜູ້ນຳທັງຫລາຍ, ກະລຸນາ​ເອົາ​ໃຈ​ໃສ່​ຕໍ່ການບຳລຸງເດັກນ້ອຍ ແລະ ຊາວໜຸ່ມ ໃນຫວອດຂອງພວກທ່ານ. ລູກຕ້ອງການເວລາຂອງທ່ານຫລາຍກວ່າເກົ່າ ບໍ່ແມ່ນໜ້ອຍກວ່າເກົ່າ.

ບໍ່ວ່າທ່ານຈະເປັນຜູ້ນຳ, ເປັນເພື່ອນບ້ານ, ເປັນສະມາຊິກຂອງ​ກຸ່ມ, ຫລື ເປັນພຽງສະມາຊິກນຳກັນກໍ​ຕາມ, ຖ້າຫາກທ່ານມີໂອກາດ​ທີ່​ຈະໄດ້ຊ່ວຍເຫລືອຄົນໜຸ່ມຜູ້​ໜຶ່ງ, ໃຫ້ຊ່ວຍເຂົາ​ເຈົ້າເຊື່ອມໂຍງກັບສະຫວັນ. ອິດທິພົນຂອງທ່ານອາດເປັນ “ການສະ​ໜັບ​ສະ​ໜູນຂອງສາດສະໜາ” ທີ່ຄົນໜຸ່ມຕ້ອງການ.

ອ້າຍເອື້ອຍນ້ອງທັງຫລາຍ, ຂ້າພະເຈົ້າເປັນພະຍານວ່າ ພຣະເຢຊູ​ຄື​ພຣະປະ​ມຸກ​ຂອງສາດສະໜາ​ຈັກນີ້. ພຣະອົງ​ດົນ​ໃຈຜູ້ນຳຂອງເຮົາ ແລະ ນຳເຮົາໄປສູ່ການບຳລຸງທາງວິນຍານ ທີ່ເຮົາຕ້ອງມີເພື່ອຄວາມຢູ່ລອດ ແລະ ມີຊີວິດຢູ່ໃນຍຸກສຸດທ້າຍ. ການບຳລຸງທາງວິນຍານນັ້ນ ຈະຊ່ວຍເຮົາໃຫ້ມີສັດທາ ບໍ່ແມ່ນຂາດສັດທາ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.