​2010–2019
ພະລັງທີ່ຈະເອົາຊະນະຜູ້ປໍລະປັກ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸລາ 2019


ພະລັງທີ່ຈະເອົາຊະນະຜູ້ປໍລະປັກ

ເຮົາຈະພົບເຫັນສັນຕິສຸກ, ຈື່ຈຳວ່າເຮົາເປັນໃຜ, ແລະ ເອົາຊະນະຄວາມຮູ້ສຶກໃນສຳນວນສາມຢ່າງ ຂອງຜູ້ປໍລະປັກໄດ້ແນວໃດ?

ອ້າຍເອື້ອຍນ້ອງທັງຫລາຍ, ຂໍຂອບໃຈສຳລັບການ​ກາຍຜູ້​ຕິດ​ຕາມ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢ​ຊູ​ຄຣິດຂອງ​ທ່ານ​, ແລະ ການ​ຊ່ວຍ​ຄົນ​ອື່ນ​ໃຫ້​ກາຍ​ເປັນ​ຄື​ກັນ, ແລະ ຊື່ນ​ຊົມ​ກັບ​ພອນ​ຂອງ​ພຣະ​ວິ​ຫານ​ທີ່​ສັກ​ສິດ. ຂໍຂອບໃຈສຳລັບຄວາມດີງາມຂອງທ່ານ. ທ່ານດີ​ແທ້ໆ; ທ່ານ​​ງົດ​ງາມ​ແທ້ໆ.

ຂ້າພະເຈົ້າອະທິຖານວ່າ ເຮົາຈະຮັບຮູ້ອິດທິພົນທີ່ ຢືນຢັນ ຂອງພຣະວິນຍານບໍລິສຸດ ໃນເມື່ອເຮົາເຂົ້າໃຈຢ່າງເຕັມທີ່ ວ່າເຮົາເປັນລູກຂອງພຣະເຈົ້າ. ໃບ “ຄອບຄົວ: ການປະກາດຕໍ່ໂລກ” ກ່າວວ່າ: “ມະນຸດທຸກຄົນ—ຊາຍ ແລະ ຍິງ—ໄດ້ຖືກສ້າງຂຶ້ນຕາມຮູບຮ່າງລັກສະນະຂອງພຣະເຈົ້າ. ແຕ່ລະຄົນກໍເປັນບຸດ ຫລື ທິດາທາງວິນຍານ ທີ່ຮັກຫອມຂອງພຣະບິດາມານດາເທິງສະຫວັນ ແລະ ເມື່ອເປັນເຊັ່ນນັ້ນ, ເຮົາແຕ່ລະຄົນຈຶ່ງມີທຳມະຊາດແຫ່ງສະຫວັນ ແລະ ມີຈຸດໝາຍປາຍທາງ.”1 ເຮົາເປັນ “ວິນຍານທີ່ໂປດປານ ຜູ້ທີ່ຖືກຮັກສາໄວ້ ເພື່ອໃຫ້ອອກມາໃນຄວາມສົມບູນແຫ່ງເວລາ ເພື່ອມີສ່ວນໃນການວາງຮາກຖານຂອງວຽກງານອັນຍິ່ງໃຫຍ່ ໃນຍຸກສຸດທ້າຍ.”2 ປະທານຣະໂຊ ເອັມ ແນວສັນ ໄດ້ປະກາດວ່າ: “ທ່ານໄດ້ຖືກສິດສອນຢູ່ໃນໂລກວິນຍານ ເພື່ອກະກຽມທ່ານສຳລັບສິ່ງໃດກໍຕາມ ແລະ ທຸກສິ່ງທີ່ທ່ານຈະໄດ້ປະເຊີນ ໃນຊ່ວງສຸດທ້າຍຂອງຍຸກສຸດທ້າຍນີ້ (ເບິ່ງ ຄ&ພ 138:56). ຄຳສອນນີ້ກໍຍັງຄົງຢູ່ພາຍໃນຕົວທ່ານ!”3

ທ່ານເປັນບຸດ ແລະ ທິດາທີ່ຖືກເລືອກຂອງພຣະເຈົ້າ. ທ່ານມີພະລັງທີ່ຈະເອົາຊະນະຜູ້ປໍລະປັກ. ເຖິງຢ່າງໃດກໍຕາມ, ຜູ້ປໍລະປັກກໍຮັບຮູ້ວ່າທ່ານເປັນໃຜ. ມັນຮູ້ເຖິງມໍລະດົກແຫ່ງສະຫວັນຂອງທ່ານ ແລະ ສະແຫວງຫາທີ່ຈະຈຳກັດສັກກະຍະພາບແຫ່ງໂລກ ແລະ ແຫ່ງສະຫວັນຂອງທ່ານ ໂດຍການນຳໃຊ້ຄວາມຮູ້ສຶກໃນສຳນວນສາມຢ່າງຕໍ່ໄປນີ້.

  • ການຫລອກລວງ

  • ການລົບກວນ

  • ການທໍ້ຖອຍໃຈ

ການຫລອກລວງ

ຜູ້ປໍລະປັກໄດ້ໃຊ້ເຄື່ອງມືຂອງການຫລອກລວງໃນວັນເວລາຂອງໂມເຊ. ພຣະຜູ້ເປັນເຈົ້າໄດ້ປະກາດຕໍ່ໂມເຊວ່າ:

“ຈົ່ງ​ເບິ່ງ, ເຈົ້າ​ເປັນ​ບຸດ​ຂອງ​ເຮົາ. …

“ເຮົາມີວຽກງານຢ່າງໜຶ່ງສຳລັບເຈົ້າ, … ແລະ ເຈົ້າຈະເໝືອນພຣະອົງດຽວທີ່ຖືກຳເນີດຂອງເຮົາ.”4

ບໍ່ດົນຫລັງຈາກພາບນິມິດທີ່ຮຸ່ງໂລດ, ຊາຕານໄດ້ພະຍາຍາມ​ທີ່ຈະຫລອກລວງໂມເຊ. ​ຖ້ອຍ​ຄຳ​ທີ່​ມັນ​ໃຊ້​ແມ່ນ​ໜ້າ​ສົນ​ໃຈ: “ໂມເຊ, ບຸດມະນຸດ, ຈົ່ງນະມັດສະການເຮົາ.”5 ການຫລອກລວງນັ້ນບໍ່ພຽງແຕ່ຢູ່ໃນການຊັກຊວນໃຫ້ນະມັດສະການຊາຕານເທົ່ານັ້ນ, ແຕ່ໃນວິທີທີ່ມັນໄດ້ບັນຍາຍເຖິງໂມເຊ ວ່າເປັນບຸດມະນຸດນຳ​ອີກ. ຂໍໃຫ້ຈຳໄວ້ວ່າ, ພຣະຜູ້ເປັນເຈົ້າໄດ້ບອກໂມເຊ ວ່າເພິ່ນເປັນບຸດຂອງພຣະເຈົ້າ, ຖືກສ້າງຂຶ້ນມາຕາມຮູບຮ່າງ​ລັກ​ສະ​ນະຂອງພຣະອົງດຽວທີ່ຖືກກຳເນີດ.

ຜູ້ປໍລະປັກກໍບໍ່ໄດ້ລົດລະໃນຄວາມພະຍາຍາມຂອງມັນທີ່ຈະຫລອກລວງໂມເຊ, ແຕ່ໂມເຊກໍໄດ້ຕໍ່ຕ້ານວ່າ: “ຈົ່ງໄປຈາກຂ້າພະເຈົ້າ, ຊາຕານ, ເພາະວ່າພຣະເຈົ້າອົງດຽວນີ້ເທົ່ານັ້ນທີ່ຂ້າພະເຈົ້າຈະນະມັດສະການ, ຊຶ່ງເປັນພຣະເຈົ້າແຫ່ງລັດສະໝີພາບ.”6 ໂມໂຊຈື່ຈຳໄດ້ວ່າ ເພິ່ນເປັນໃຜ—ເປັນບຸດຂອງພຣະເຈົ້າ.

ພຣະຄຳຂອງພຣະຜູ້ເປັນເຈົ້າກໍກ່ຽວຂ້ອງກັບທ່ານ ແລະ ຂ້າພະເຈົ້າ. ເຮົາຖືກສ້າງຂຶ້ນມາຕາມຮູບຮ່າງລັກສະນະຂອງພຣະເຈົ້າ, ແລະ ພຣະອົງມີວຽກງານໃຫ້ເຮົາເຮັດ. ຜູ້ປໍລະປັກພະຍາຍາມທີ່ຈະຫລອກລວງໂດຍການເຮັດໃຫ້ເຮົາລືມວ່າເຮົາເປັນໃຜແທ້ໆ. ຖ້າຫາກເຮົາບໍ່ເຂົ້າໃຈວ່າເຮົາເປັນໃຜ, ແລ້ວມັນຍາກທີ່ຈະຮັບຮູ້ຜູ້ຄົນທີ່ເຮົາຈະກາຍເປັນ.

ການລົບກວນ

ຜູ້ປໍລະປັກກໍພະຍາຍາມທີ່ຈະລົບກວນເຮົາໃຫ້ຫັນໜີຈາກພຣະຄຣິດ ແລະ ເສັ້ນທາງແຫ່ງພັນທະສັນຍາຂອງພຣະອົງ. ແອວເດີ ຣອນໂນ ເອ ແຣັສ໌ແບນ ໄດ້ແບ່ງປັນຂໍ້ຄວາມດັ່ງຕໍ່ໄປນີ້ວ່າ: “ຄວາມປາດຖະໜາຂອງຜູ້ປໍລະປັກແມ່ນ ຢາກກີດກັນເຮົາຈາກພະຍານຕ່າງໆທາງວິນຍານ, ກົງກັນຂ້າມ ຄວາມປາດຖະໜາຂອງພຣະຜູ້ເປັນເຈົ້າແມ່ນ ທີ່ຈະໃຫ້ຄວາມຮູ້ແຈ້ງ ແລະ ໃຫ້ເຮົາມີພາກສ່ວນໃນວຽກງານຂອງພຣະອົງ.”7

ໃນວັນເວລາຂອງເຮົາ, ມັນມີການລົບກວນຢ່າງຫລວງຫລາຍ, ລວມທັງ ທວີດເທີ, ເຟສບຸກ, ເກມ​ທີ່​ເໝືອນ​ຈິງ, ແລະ ອື່ນໆອີກຫລາຍຢ່າງ. ຄວາມກ້າວໜ້າທາງດ້ານເທັກໂນໂລ​ຈີກໍໜ້າປະຫລາດໃຈ, ແຕ່ຖ້າຫາກເຮົາບໍ່ລະວັງໃຫ້ດີ, ມັນສາມາດລົບກວນເຮົາຈາກການບັນລຸສັກກະຍະພາບແຫ່ງສະຫວັນຂອງເຮົາໄດ້. ການນຳໃຊ້ສິ່ງເຫລົ່ານີ້ຢ່າງຖືກຕ້ອງສາມາດນຳພະລັງຈາກສະຫວັນມາໃຫ້ ແລະ ອະນຸຍາດໃຫ້ເຮົາເປັນພະຍານເຖິງສິ່ງມະຫັດສະຈັນ ຂະນະທີ່ເຮົາສະແຫວງຫາທີ່ຈະເຕົ້າໂຮມອິດສະຣາເອນ ທີ່ກະຈັດ​ກະຈາຍໄປ ຢູ່​ທັງ​ສອງ​ຟາກ​ມ່ານ.

ຂໍໃຫ້ເຮົາຈົ່ງລະມັດລະວັງ ແລະ ບໍ່ລະເລີຍໃນການໃຊ້ເທັກໂນໂລຈີ.8 ຂໍໃຫ້ສະແຫວງຫາວິທີທີ່ເທັກໂນໂລ​ຈີ ຈະສາມາດນຳເຮົາໃຫ້ເຂົ້າໃກ້ພຣະຜູ້ຊ່ວຍໃຫ້ລອດ​ຫລາຍ​ກວ່າ​ເກົ່າ ແລະ ຊ່ວຍ​ໃຫ້​ເຮົາສຳເລັດວຽກງານຂອງພຣະອົງ ຂະນະທີ່ເຮົາກະກຽມສຳລັບການສະເດັດມາຄັ້ງທີສອງຂອງພຣະອົງ.

ການທໍ້ຖອຍໃຈ

ສຸດທ້າຍ, ຜູ້ປໍລະປັກຢາກໃຫ້ເຮົາທໍ້ຖອຍໃຈ. ເຮົາອາດທໍ້ຖອຍໃຈເມື່ອເຮົາປຽບທຽບຕົວເຮົາເອງ​ກັບຄົນອື່ນ ຫລື ຮູ້ສຶກວ່າບໍ່ດີພໍຕາມຄວາມຄາດຫວັງ​ຂອງ​ຄົນ​ອື່ນ, ລວມທັງຄວາມຄາດຫວັງຂອງເຮົາເອງ.

ຕອນຂ້າພະເຈົ້າໄດ້ເລີ່ມ​ຕົ້ນໂຄງ​ການສຶກສາລະດັບປະລິນຍາເອກ, ຂ້າພະເຈົ້າໄດ້ຮູ້ສຶກທໍ້ຖອຍໃຈ. ໂຄງການນັ້ນຮັບເອົາພຽງແຕ່ນັກສຶກສາສີ່ຄົນໃນປີນັ້ນ, ແລະ ຄົນອື່ນໆກໍສະຫລາດຫລັກແຫລມຫລາຍ. ເຂົາເຈົ້າໄດ້ມີຄະແນນທີ່ສູງກວ່າ ແລະ ມີປະສົບການໃນຕຳແໜ່ງຫົວໜ້ວ​ຄວບ​ຄຸມ, ແລະ ເຂົາເຈົ້າມີຄວາມໝັ້ນໃຈສູງໃນຄວາມສາມາດຂອງຕົນ. ຫລັງຈາກສອງອາທິດໃນໂຄງການນັ້ນ, ຄວາມຮູ້ສຶກທໍ້ຖອຍໃຈ ແລະ ຄວາມສົງໃສກໍໄດ້ເລີ່ມເຂົ້າມາເຮັດໃຫ້ຂ້າພະເຈົ້າອຸກອັ່ງໃຈ, ຂ້າພະເຈົ້າເກືອບທົນບໍ່ໄຫວ.

ຂ້າພະເຈົ້າໄດ້ຕັດສິນໃຈວ່າ ຖ້າຫາກຂ້າພະເຈົ້າຈະສຳເລັດໂຄງການນີ້ໄດ້ພາຍໃນສີ່ປີ, ຂ້າພະເຈົ້າຄວນອ່ານພຣະຄຳພີມໍມອນໃຫ້ຈົບທຸກໆເທີມ. ແຕ່ລະວັນຂະນະທີ່ຂ້າພະເຈົ້າໄດ້ອ່ານ, ຂ້າພະເຈົ້າໄດ້ຮັບຮູ້​ການປະກາດຂອງພຣະຜູ້ຊ່ວຍໃຫ້ລອດທີ່ວ່າ ພຣະວິນຍານບໍລິສຸດຈະ​ສອນຂ້າພະເຈົ້າເຖິງທຸກສິ່ງ ແລະ ຈະນຳທຸກສິ່ງມາສູ່ຄວາມຊົງຈຳຂອງຂ້າພະເຈົ້າ.9 ມັນໄດ້ຢືນຢັນອີກວ່າ ຂ້າພະເຈົ້າເປັນບຸດຂອງພຣະເຈົ້າ, ເຕືອນໃຈຂ້າພະເຈົ້າວ່າ ບໍ່ໃຫ້ປຽບທຽບຕົວເອງກັບຄົນອື່ນ, ແລະ ໃຫ້ຂ້າພະເຈົ້າມີຄວາມໝັ້ນໃຈ ໃນບົດບາດແຫ່ງສະຫວັນຂອງຂ້າພະເຈົ້າ ທີ່ຈະປະສົບຜົນສຳເລັດ.10

ເພື່ອນທີ່ຮັກແພງທັງ​ຫລາຍຂອງຂ້າພະເຈົ້າ, ຢ່າປ່ອຍໃຫ້ຄົນໃດມາລັກເອົາຄວາມສຸກຂອງທ່ານໄປ. ຢ່າປຽບທຽບຕົວເອງກັບຄົນອື່ນ. ຂໍໃຫ້ຈື່ຈຳພຣະຄຳແຫ່ງຄວາມຮັກຂອງພຣະຜູ້ຊ່ວຍໃຫ້ລອດ ທີ່ວ່າ: “ເຮົາມອບ “ສັນ​ຕິ​ສຸກ ໄວ້ກັບພວກເຈົ້າ, ເປັນ ສັນ​ຕິ​ສຸກ ຂອງເຮົາ, ທີ່ເຮົາມອບໃຫ້ພວກເຈົ້າ, ສັນຕິສຸກທີ່ເຮົາໃຫ້ນັ້ນ: ບໍ່ເໝືອນສັນຕິສຸກທີ່ໂລກໃຫ້. ຢ່າວຸ້ນວາຍ ເປັນ​ທຸກ​ໃຈ, ແລະ ຢ່າສູ່ຢ້ານ.”11

ສະ​ນັ້ນ ເຮົາ​ຈະ​ເຮັດແນວ​ໃດ? ເຮົາຈະພົບເຫັນສັນຕິສຸກນີ້, ຈື່ຈຳວ່າເຮົາເປັນໃຜ, ແລະ ເອົາຊະນະຄວາມຮູ້ສຶກໃນສຳນວນສາມຢ່າງຂອງຜູ້ປໍລະປັກໄດ້ແນວໃດ?

ທຳອິດ, ຂໍໃຫ້ຈື່ຈຳວ່າ ພຣະບັນຍັດຂໍ້ໃຫຍ່ ແລະ ຂໍ້ຕົ້ນ ແມ່ນທີ່ຈະຮັກພຣະເຈົ້າດ້ວຍສຸດໃຈ, ພະ​ລັງ, ຄວາມ​ນຶກ​ຄິດ, ແລະ ກຳ​ລັງຂອງເຮົາ.12 ທຸກສິ່ງທີ່ເຮົາເຮັດລົງໄປຄວນຖືກກະຕຸ້ນໂດຍຄວາມຮັກທີ່ເຮົາມີໃຫ້ແກ່ພຣະອົງ ແລະ ພຣະບຸດຂອງພຣະອົງ. ເມື່ອເຮົາພັດທະນາຄວາມຮັກທີ່ເຮົາມີໃ​ຫ້​ແກ່ພວກພຣະອົງ ໂດຍ​ການ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພວກ​ພຣະ​ອົງ, ​ແລ້ວຄວາມສາມາດຂອງເຮົາທີ່ຈະຮັກຕົນເອງ ແລະ ຮັກຄົນອື່ນ ຈະເພີ່ມທະວີຂຶ້ນ. ເຮົາຈະເລີ່ມຮັບໃຊ້ຄອບຄົວ, ໝູ່ເພື່ອນ, ແລະ ເພື່ອນ​ບ້ານ ເພາະເຮົາຈະເຫັນເຂົາເຈົ້າດັ່ງທີ່ພຣະຜູ້ຊ່ວຍໃຫ້ລອດເຫັນເຂົາເຈົ້າ—ໃນຖານະບຸດ ແລະ ທິດາຂອງພຣະເຈົ້າ.13

ສອງ, ຂໍໃຫ້ອະທິຖານຫາພຣະບິດາໃນພຣະນາມຂອງພຣະເຢຊູຄຣິດທຸກໆວັນ, ທຸກໆວັນ, ທຸກໆວັນ.14 ຜ່ານທາງການອະທິຖານ ເຮົາສາມາດຮູ້ສຶກເຖິງຄວາມຮັກຂອງພຣະເຈົ້າ ແລະ ສະແດງຄວາມຮັກຂອງເຮົາທີີ່ມີໃຫ້​ແກ່ພຣະອົງ. ຜ່ານ​ທາງການອະທິຖານ ເຮົາສະແດງຄວາມກະຕັນຍູ ແລະ ທູນຂໍພະລັງ ແລະ ຄວາມກ້າຫານ ທີ່ຈະຍອມຕໍ່ພຣະປະສົງຂອງພຣະເຈົ້າ ແລະ ໄດ້ຮັບການຊີ້ນຳ ແລະ ການນຳພາໃນທຸກສິ່ງ.

ຂ້າພະເຈົ້າຂໍຊຸກຍູ້ທ່ານໃຫ້ “ອະ​ທິ​ຖານ ຫາພຣະບິດາດ້ວຍສຸດພະລັງແຫ່ງໃຈ, ເພື່ອທ່ານຈະເຕັມໄປດ້ວຍຄວາມຮັກນີ້, … ເພື່ອທ່ານຈະໄດ້ກາຍເປັນບຸດ [ແລະ ທິດາ] ຂອງພຣະເຈົ້າ; ເພື່ອວ່າເມື່ອພຣະອົງສະເດັດມາ ເຮົາຈະ ເປັນ ເໝືອນດັ່ງພຣະອົງ.”15

ສາມ, ຂໍໃຫ້ອ່ານ ແລະ ສຶກສາພຣະຄຳພີມໍມອນທຸກໆວັນ, ທຸກໆວັນ, ທຸກໆວັນ.16 ການສຶກສາພຣະຄຳພີມໍມອນຂອງຂ້າພະເຈົ້າມັກຈະດີຂຶ້ນເລື້ອຍໆ ເມື່ອຂ້າພະເຈົ້າອ່ານມັນດ້ວຍຄຳຖາມຢູ່ໃນໃຈ. ເມື່ອເຮົາອ່ານດ້ວຍຄຳຖາມ, ເຮົາສາມາດໄດ້ຮັບການເປີດເຜີຍ ແລະ ຮັບຮູ້ວ່າ ສາດສະດາໂຈເຊັບ ສະມິດ ໄດ້ກ່າວຄວາມຈິງ ເມື່ອເພິ່ນໄດ້ປະກາດວ່າ, “ພຣະຄຳພີມໍມອນ [ເປັນ] ໜັງ​ສືທີ່ຖືກຕ້ອງທີ່ສຸດໃນໂລກ ເໜືອກວ່າ​ໜັງ​ສືໃດໆ, … ແລະ ມະນຸດທຸກຄົນ [ທັງຊາຍ ແລະ ຍິງຈະ] ເຂົ້າໃກ້ພຣະເຈົ້າຫລາຍ​ກວ່າ​ເກົ່າ ໂດຍການປະຕິບັດຕາມຄຳສັ່ງສອນຂອງໜັງ​ສືນີ້, ຫລາຍກວ່າປະຕິບັດຕາມໜັງສືເຫລັ້ມອື່ນໆ.”17 ພຣະຄຳພີມໍມອນບັນຈຸພຣະຄຳຂອງພຣະຄຣິດ ແລະ ຊ່ວຍເຮົາໃຫ້ຈື່ຈຳວ່າ ເຮົາເປັນໃຜ.

ທ້າຍສຸດ, ຂໍໃຫ້ຮັບສ່ວນສິນລະລຶກດ້ວຍການອະທິຖານທຸກໆອາທິດ, ທຸກໆອາທິດ, ທຸກໆອາທິດ. ມັນແມ່ນຜ່ານ​ທາງ​ພັນ​ທະ​ສັນ​ຍາ ແລະ ພິທີການຂອງຖານະປະໂລຫິດ, ລວມທັງສິນລະລຶກ, ທີ່ອຳນາດຂອງຄວາມເປັນເໝືອນພຣະເຈົ້າ ຈະສະແດງໃຫ້ປະຈັກຢູ່ໃນຊີວິດຂອງເຮົາ.18 ແອວເດີ ເດວິດ ເອ ແບ໊ດນາ ໄດ້ສິດສອນວ່າ: “ພິທີສິນລະລຶກເປັນການເຊື້ອເຊີນທີ່ສັກສິດ ແລະ ຊ້ຳ​ເກົ່າ ເພື່ອໃຫ້ກັບໃຈຢ່າງຈິງ​ໃຈ ແລະ ເກີດໃໝ່ທາງວິນຍານ. ພຽງແຕ່ການຮັບສ່ວນສິນລະລຶກ​ເທົ່ານັ້ນ, ຈະບໍ່ປົດບາບ. ແຕ່ຖ້າຫາກເຮົາກະກຽມ ແລະ ມີສ່ວນຮ່ວມໃນພິທີການທີ່ສັກສິດນີ້ ດ້ວຍໃຈອັນຊອກຊ້ຳ ແລະ ວິນຍານທີ່ສຳນຶກຜິດ, ແລ້ວເຮົາຈະໄດ້ຮັບຕາມທີ່ຖືກສັນຍາໄວ້ວ່າ ເຮົາຈະມີພຣະວິນຍານຂອງພຣະຜູ້ເປັນເຈົ້າສະຖິດຢູ່ນຳ ຕະຫລອດເວລາ.”19

ເມື່ອເຮົາຮັບສ່ວນສິນລະລຶກຢ່າງຖ່ອມໃຈ, ເຮົາຈື່ຈຳຄວາມທຸກທໍລະມານຂອງພຣະເຢ​ຊູ ຢູ່ໃນສວນສັກສິດ ທີ່ເອີ້ນວ່າ ເຄັດເຊມາເນ ແລະ ການເສຍສະລະຂອງພຣະອົງຢູ່ເທິງໄມ້ກາງແຂນ. ເຮົາສະແດງຄວາມກະຕັນຍູຕໍ່ພຣະບິດາ ທີ່ໄດ້ສົ່ງພຣະບຸດອົງດຽວທີ່ຖືກຳເນີດຂອງ​ພຣະ​ອົງ, ພຣະຜູ້ໄຖ່ຂອງເຮົາ​ມາ, ແລະ ສະແດງຄວາມເຕັມໃຈຂອງເຮົາ ທີ່ຈະຮັກສາພຣະບັນຍັດຂອງພຣະອົງ ແລະ ລະນຶກເຖິງພຣະອົງຕະຫລອດເວ​ລາ.20 ມີຄວາມຮູ້ແຈ້ງທາງວິນຍານທີ່ກ່ຽວພັນກັບສິນລະລຶກ—ມັນເປັນເລື່ອງສ່ວນຕົວ, ມັນມີພະລັງ, ແລະ ມັນ​ຈຳເປັນ.

ເພື່ອນ​ທັງ​ຫລາຍຂອງຂ້າພະເຈົ້າ, ຂ້າພະເຈົ້າສັນຍາວ່າ ຂະນະທີ່ເຮົາພະ​ຍາຍາມ​ຈົນສຸດໃຈຂອງເຮົາ, ​ຈົ່ງອະທິຖານໃນພຣະນາມຂອງພຣະເຢຊູຄຣິດ, ສຶກສາພຣະຄຳພີມໍມອນ, ແລະ ຮັບສ່ວນສິນລະລຶກດ້ວຍຄຳອະທິຖານ, ​ແລ້ວເຮົາຈະມີຄວາມສາມາດ, ພ້ອມດ້ວຍຄວາມເຂັ້ມແຂງຂອງພຣະຜູ້ເປັນເຈົ້າ, ທີ່ຈະເອົາຊະນະ​ຍຸດ​ທະ​ວິ​ທີ ການຫລອກລວງ ຂອງຜູ້ປໍລະປັກ, ເພື່ອເຮັດໃຫ້ ການລົບກວນ ໜ້ອຍລົງ ທີ່ຈຳກັດສັກກະຍະພາບແຫ່ງສະຫວັນ​ຂອງ, ແລະ ຕໍ່ຕ້ານ ການທໍ້ຖອຍໃຈ ທີ່ເຮັດໃຫ້ຄວາມສາມາດຂອງເຮົາມີໜ້ອຍ ທີ່ຈະຮູ້ສຶກເຖິງຄວາມຮັກຂອງພຣະບິດາເທິງສະຫວັນຂອງ​ເຮົາ ແລະ ພຣະບຸດຂອງພຣະອົງ. ເຮົາຈະເຂົ້າໃຈ ຢ່າງເຕັມທີ່ ວ່າເຮົາເປັນໃຜ ໃນຖານະບຸດ ແລະ ທິດາຂອງພຣະເຈົ້າ.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຂ້າ​ພະ​ເຈົ້າ​ຂໍ​ແບ່ງ​ປັນ​ຄວາມ​ຮັກ​ຂອງ​ຂ້າ​ພະ​ເຈົ້າ​ໃຫ້​ທ່ານ ແລະ ປະ​ກາດພະຍານຂອງຂ້າພະເຈົ້າແກ່​ທ່ານ ວ່າຂ້າພະເຈົ້າຮູ້ວ່າ ພຣະບິດາເທິງສະຫວັນຊົງພຣະຊົນຢູ່ ແລະ ວ່າພຣະເຢຊູ ຄືພຣະຄຣິດ. ຂ້າພະເຈົ້າຮັກພວກພຣະອົງ. ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ເປັນອານາຈັກຂອງພຣະເຈົ້າຢູ່ເທິງແຜ່ນ​ດິນໂລກ. ເຮົາມີ ການ​​ກຳ​ນົດແຫ່ງສະຫວັນ ທີ່ຈະ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ ແລະ ກະກຽມໂລກສຳລັບການສະເດັດມາຄັ້ງທີສອງຂອງພຣະເມຊີອາ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ພິມ