ຄວາມຕັ້ງໃຈທີ່ບໍ່ຫວັ່ນໄຫວຕໍ່ພຣະເຢຊູຄຣິດ
ພຣະເຈົ້າເຊື້ອເຊີນເຮົາໃຫ້ໂຍນວິທີເກົ່າຂອງເຮົາອອກໄປໄກໆ ແລະ ເລີ່ມຕົ້ນຊີວິດໃໝ່ໃນພຣະຄຣິດ.
ເດືອນເມສາແລ້ວນີ້, ຂ້າພະເຈົ້າໄດ້ມີໂອກາດໄປຮ່ວມການອຸທິດພຣະວິຫານ ຄິນສາຊາ ຂອງສາທາລະນະລັດປະຊາທິປະໄຕ ຄອງໂກ.1 ບໍ່ມີຄຳໃດທີ່ສາມາດເອົາມາກ່າວໄດ້ ເຖິງຄວາມສຸກຂອງຊາວຄອງໂກທີ່ຊື່ສັດ ແລະ ຄວາມຮູ້ສຶກຂອງຂ້າພະເຈົ້າ ທີ່ໄດ້ເຫັນພຣະວິຫານຖືກອຸທິດຢູ່ໃນປະເທດຂອງເຂົາເຈົ້າ.
ຜູ້ທີ່ເຂົ້າໄປໃນພຣະວິຫານ ຄິນສາຊາ ໄດ້ເຫັນຮູບແຕ້ມຕົ້ນສະບັບ ຊື່ວ່າ ນ້ຳຕົກຄອງໂກ.2 ມັນເຕືອນຜູ້ມັກໄປພຣະວິຫານສະເພາະ ເຖິງຄວາມຕັ້ງໃຈທີ່ບໍ່ຫວັ່ນໄຫວ ຊຶ່ງຈຳເປັນຕໍ່ການຍຶດໝັ້ນຢູ່ທີ່ພຣະເຢຊູຄຣິດ ແລະ ເດີນຕາມເສັ້ນທາງແຫ່ງພັນທະສັນຍາ ໃນແຜນຂອງພຣະບິດາເທິງສະຫວັນ. ນ້ຳຕົກຢູ່ໃນຮູບແຕ້ມເຮັດໃຫ້ຄິດກ່ຽວກັບການປະຕິບັດ ຊຶ່ງເປັນເລື່ອງທຳມະດາ ຫລາຍກວ່າໜຶ່ງສັດຕະວັດມາແລ້ວ ໃນບັນດາຜູ້ປ່ຽນໃຈເຫລື້ອມໃສຊາວຄຣິດ ຢູ່ໃນຄອງໂກ.
ກ່ອນການປ່ຽນໃຈເຫລື້ອມໃສ, ເຂົາເຈົ້າໄດ້ນະມັດສະການສິ່ງທີ່ບໍ່ມີຊີວິດ, ໂດຍທີ່ເຊື່ອວ່າ ສິ່ງເຫລົ່ານັ້ນມີລິດເດດ ທີ່ເໜືອທຳມະຊາດ.3 ຫລັງຈາກການປ່ຽນໃຈເຫລື້ອມໃສ, ຫລາຍຄົນໄດ້ເດີນທາງໄປຫານ້ຳຕົກຫລາຍບ່ອນທີ່ນັບບໍ່ຖ້ວນ ຢູ່ໃກ້ແມ່ນ້ຳຄອງໂກ, ດັ່ງເຊັ່ນນ້ຳຕົກເອັນຊອງໂກ.4 ຜູ້ປ່ຽນໃຈເຫລື້ອມໃສເຫລົ່ານີ້ໄດ້ໂຍນຮູບປັ້ນເກົ່າລົງໃນນ້ຳຕົກ ຊຶ່ງເປັນສັນຍາລັກຕໍ່ພຣະເຈົ້າ ແລະ ຄົນອື່ນໆວ່າ ເຂົາເຈົ້າເຊົາເຊື່ອຖືຕາມປະເພນີທີ່ເກົ່າແກ່ຂອງເຂົາເຈົ້າແລ້ວ ແລະ ໄດ້ຮັບເອົາພຣະເຢຊູຄຣິດ. ເຂົາເຈົ້າບໍ່ໄດ້ຄິດທີ່ຈະໂຍນຮູບປັ້ນເຫລົ່ານັ້ນລົງໃນນ້ຳບ່ອນຕື້ນໆ; ເຂົາເຈົ້າໄດ້ໂຍນມັນລົງໃນນ້ຳແກ່ງ, ຈົນບໍ່ມີໃຜສາມາດຊອກມັນເຫັນ. ການກະທຳເຫລົ່ານັ້ນເປັນສັນຍາລັກຂອງການເລີ່ມຕົ້ນເຮັດຕາມຄວາມຕັ້ງໃຈທີ່ບໍ່ຫວັ່ນໄຫວຕໍ່ພຣະເຢຊູຄຣິດ.
ຜູ້ຄົນໃນຫລາຍບ່ອນ ແລະ ໃນຫລາຍຍຸກສະໄໝ ກໍໄດ້ສະແດງຄວາມຕັ້ງໃຈຂອງເຂົາເຈົ້າຕໍ່ພຣະເຢຊູຄຣິດ ໃນທາງທີ່ຄ້າຍຄືກັນນີ້.5 ຜູ້ຄົນໃນພຣະຄຳພີມໍມອນ ຊາວອານໄທ-ນີໄຟ-ລີໄຮ ໄດ້ “ວາງອາວຸດແຫ່ງການກະບົດຂອງພວກເຂົາ,” ໂດຍການຝັງມັນ “ໄວ້ໃຫ້ເລິກລົງໃນແຜ່ນດິນ” ເປັນ “ປະຈັກພະຍານຕໍ່ພຣະເຈົ້າ … ບໍ່ໄດ້ໃຊ້ອາວຸດຂອງ [ພວກເຂົາ] ອີກເລີຍ.”6 ໃນການເຮັດເຊັ່ນນັ້ນ, ພວກເຂົາໄດ້ສັນຍາທີ່ຈະເຮັດຕາມຄຳສອນຂອງພຣະເຈົ້າ ແລະ ຈະບໍ່ຫັນເຫຈາກຄວາມຕັ້ງໃຈຂອງພວກເຂົາ. ການກະທຳນີ້ ເປັນການເລີ່ມຕົ້ນ ທີ່ຈະ “ປ່ຽນໃຈເຫລື້ອມໃສໃນພຣະຜູ້ເປັນເຈົ້າ” ແລະ ບໍ່ເຄີຍຕົກໄປ.7
ການ “ປ່ຽນໃຈເຫລື້ອມໃສໃນພຣະຜູ້ເປັນເຈົ້າ” ໝາຍເຖິງການປະຖິ້ມການກະທຳ, ຊຶ່ງເຄີຍເຮັດຕາມຄວາມເຊື່ອເກົ່າ, ແລະ ຮັບເອົາຄວາມເຊື່ອໃໝ່ ອີງຕາມສັດທາໃນແຜນຂອງພຣະບິດາເທິງສະຫວັນ ແລະ ໃນພຣະເຢຊູຄຣິດ ແລະ ການຊົດໃຊ້ຂອງພຣະອົງ. ການປ່ຽນແປງນີ້ແມ່ນເກີນກວ່າການພຽງແຕ່ຍອມຮັບເອົາຄຳສອນຂອງພຣະກິດຕິຄຸນເທົ່ານັ້ນ. ມັນຫລໍ່ຫລອມເອກະລັກຂອງເຮົາ, ປ່ຽນແປງຄວາມເຂົ້າໃຈຂອງເຮົາ ກ່ຽວກັບຄວາມໝາຍຂອງຊີວິດ, ແລະ ນຳພາໄປສູ່ຄວາມຊື່ສັດທີ່ບໍ່ປ່ຽນແປງຕໍ່ພຣະເຈົ້າ. ຄວາມປາດຖະໜາສ່ວນຕົວທີ່ຂັດກັບການຍຶດໝັ້ນຢູ່ກັບພຣະຜູ້ຊ່ວຍໃຫ້ລອດ ແລະ ການເດີນຕາມເສັ້ນທາງແຫ່ງພັນທະສັນຍາ ຈະຈາງຫາຍໄປ ແລະ ທົດແທນດ້ວຍຄວາມຕັ້ງໃຈທີ່ຈະເຮັດຕາມພຣະປະສົງຂອງພຣະບິດາເທິງສະຫວັນ.
ການປ່ຽນໃຈເຫລື້ອມໃສໃນພຣະຜູ້ເປັນເຈົ້າ ເລີ່ມຕົ້ນດ້ວຍຄວາມຕັ້ງໃຈທີ່ບໍ່ຫວັ່ນໄຫວຕໍ່ພຣະເຈົ້າ, ໂດຍການເຮັດໃຫ້ຄວາມຕັ້ງໃຈນັ້ນເປັນພາກສ່ວນຂອງຜູ້ທີ່ເຮົາເປັນ. ການເຮັດໃຫ້ຄວາມຕັ້ງໃຈນັ້ນເປັນພາກສ່ວນໃນຊີວິດຂອງເຮົາ ຈະຕ້ອງໃຊ້ເວລາຕະຫລອດຊີວິດ ທີ່ຮຽກຮ້ອງຄວາມອົດທົນ ແລະ ການກັບໃຈອັນຕໍ່ເນື່ອງ. ໃນທີ່ສຸດ, ຄວາມຕັ້ງໃຈນີ້ຈະກາຍເປັນພາກສ່ວນຂອງຜູ້ທີ່ເຮົາເປັນ, ຈະຝັງແໜ້ນຢູ່ໃນຄວາມຮູ້ສຶກ, ແລະ ສະແດງອອກຢູ່ໃນຊີວິດຂອງເຮົາ. ຄືກັນກັບທີ່ເຮົາບໍ່ເຄີຍລືມຊື່ຂອງຕົວເອງ ບໍ່ວ່າເຮົາຈະຄິດກ່ຽວກັບຫຍັງກໍຕາມ, ເຮົາຈະບໍ່ເຄີຍລືມຄວາມຕັ້ງໃຈທີ່ຈາລຶກຢູ່ໃນໃຈຂອງເຮົາ.8
ພຣະເຈົ້າເຊື້ອເຊີນເຮົາໃຫ້ໂຍນວິທີເກົ່າຂອງເຮົາອອກໄປໄກໆ ແລະ ເລີ່ມຕົ້ນຊີວິດໃໝ່ໃນພຣະຄຣິດ. ສິ່ງນີ້ເກີດຂຶ້ນ ຂະນະທີ່ເຮົາພັດທະນາສັດທາໃນພຣະຜູ້ຊ່ວຍໃຫ້ລອດ, ຊຶ່ງເລີ່ມຕົ້ນໂດຍການໄດ້ຍິນປະຈັກພະຍານຂອງຄົນທີ່ມີສັດທາ.9 ຫລັງຈາກນັ້ນ, ສັດທາຈະເລິກຊຶ້ງຫລາຍກວ່າເກົ່າ ຂະນະທີ່ເຮົາກະທຳໃນທາງທີ່ຍຶດໝັ້ນເຮົາໄວ້ກັບພຣະອົງ.10
ບັດນີ້ ມັນອາດດີຫລາຍຖ້າຫາກສັດທາຫລາຍກວ່າເກົ່າ ສາມາດລາມຕໍ່ໄປຫາຄົນອື່ນໄດ້ ຄືກັນກັບການຕິດໄຂ້ຫວັດ. ແລ້ວພຽງແຕ່ “ການຈາມທາງວິນຍານ” ກໍຈະຊ່ວຍໃຫ້ຄົນອື່ນມີສັດທາຫລາຍຂຶ້ນໄດ້. ແຕ່ມັນບໍ່ເປັນຄືຈັ່ງຊັ້ນ. ທາງດຽວທີ່ສັດທາເຕີບໂຕໄດ້ ແມ່ນບຸກຄົນຕ້ອງກະທຳໃນສັດທາ. ການກະທຳເຫລົ່ານີ້ ສ່ວນຫລາຍແລ້ວຈະຖືກກະຕຸ້ນໂດຍການເຊື້ອເຊີນຂອງຄົນອື່ນ, ແຕ່ເຮົາບໍ່ສາມາດເຮັດໃຫ້ສັດທາຂອງຄົນອື່ນ “ເຕີບໂຕ” ຂຶ້ນໄດ້ ຫລື ເພິ່ງອາໄສໃຫ້ຄົນອື່ນມາຜັກດັນເຮົາ. ກ່ອນສັດທາຂອງເຮົາຈະເຕີບໂຕໄດ້ນັ້ນ, ເຮົາຕ້ອງເລືອກເຮັດໃນສິ່ງທີ່ຈະເສີມສ້າງສັດທາ, ດັ່ງເຊັ່ນ ການອະທິຖານ, ການສຶກສາພຣະຄຳພີ, ການຮັບສ່ວນສິນລະລຶກ, ການຮັກສາພຣະບັນຍັດ, ແລະ ການຮັບໃຊ້ຄົນອື່ນ.
ເມື່ອສັດທາຂອງເຮົາໃນພຣະເຢຊູຄຣິດເຕີບໂຕຂຶ້ນ, ພຣະເຈົ້າຈະເຊື້ອເຊີນເຮົາໃຫ້ເຮັດຄຳສັນຍານຳພຣະອົງ. ດັ່ງທີ່ຄຳສັນຍາເຊັ່ນນັ້ນເປັນທີ່ຮູ້ຈັກກັນ, ພັນທະສັນຍາເຫລົ່ານີ້ ຖືກສະແດງອອກໃນການປ່ຽນໃຈເຫລື້ອມໃສຂອງເຮົາ. ພັນທະສັນຍາຍັງສ້າງພື້ນຖານທີ່ແນ່ນອນສຳລັບຄວາມກ້າວໜ້າທາງວິນຍານນຳອີກ. ເມື່ອເຮົາເລືອກທີ່ຈະຮັບບັບຕິສະມາ, ເຮົາເລີ່ມຕົ້ນຮັບເອົາພຣະນາມຂອງພຣະເຢຊູຄຣິດ,11 ເຮົາກໍໄດ້ເລືອກທີ່ຈະຢູ່ກັບພຣະອົງ. ເຮົາປະຕິຍານທີ່ຈະກາຍເປັນເໝືອນດັ່ງພຣະອົງ ແລະ ພັດທະນາຕົນໃຫ້ມີຄຸນລັກສະນະຢ່າງພຣະອົງ.
ພັນທະສັນຍາຍຶດໝັ້ນເຮົາໄວ້ກັບພຣະຜູ້ຊ່ວຍໃຫ້ລອດ, ແລະ ຜັກດັນເຮົາໃຫ້ເດີນຕາມເສັ້ນທາງ ທີ່ພາເຮົາກັບໄປຫາບ້ານແຫ່ງສະຫວັນຂອງເຮົາ. ພະລັງຂອງພັນທະສັນຍາຊ່ວຍເຮົາໃຫ້ຮັກສາການປ່ຽນແປງອັນຍິ່ງໃຫຍ່ໃນໃຈ, ເຮັດໃຫ້ການປ່ຽນໃຈເຫລື້ອມໃສຂອງເຮົາໃນພຣະຜູ້ເປັນເຈົ້າເລິກຊຶ້ງຫລາຍກວ່າເກົ່າ, ແລະ ຮັບເອົາເງົາຂອງພຣະຄຣິດໄວ້ໃນໃບໜ້າຂອງເຮົາຫລາຍກວ່າເກົ່າ.12 ແຕ່ຄວາມຕັ້ງໃຈ ແລະ ການເຮັດພັນທະສັນຍາແບບສອງຈິດສອງໃຈ ຈະບໍ່ຮັບປະກັນຫຍັງເຮົາໄດ້.13 ເຮົາອາດຄິດຢາກເຮັດແບບຫລິ້ນໆ, ຖິ້ມວິທີເກົ່າຂອງເຮົາລົງໃນນ້ຳຕື້ນ, ຫລື ຝັງອາວຸດແຫ່ງການກະບົດຂອງເຮົາ ໃຫ້ດ້າມຂອງມັນເດ່ອອກມາ. ແຕ່ຄວາມຕັ້ງໃຈແບບບໍ່ແນ່ນອນຕໍ່ພັນທະສັນຍາຂອງເຮົາຈະບໍ່ເປີດປະຕູໄປສູ່ອຳນາດແຫ່ງການຊຳລະລ້າງຂອງພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດ.
ຄວາມຕັ້ງໃຈຂອງເຮົາທີ່ຈະຮັກສາພັນທະສັນຍາຂອງເຮົາ ບໍ່ຄວນມີເງື່ອນໄຂ ຫລື ແຕກຕ່າງໄປກັບສະພາບການປ່ຽນແປງໃນຊີວິດຂອງເຮົາ. ຄວາມໝັ້ນຄົງຂອງເຮົາຕໍ່ພຣະເຈົ້າ ຄວນເປັນຄືກັນກັບແມ່ນ້ຳຄອງໂກທີ່ເຊື່ອຖືໄດ້ ຊຶ່ງໄຫລຜ່ານໃກ້ພຣະວິຫານ ຄິນສາຊາ. ແມ່ນ້ຳສາຍນີ້, ບໍ່ເໝືອນແມ່ນ້ຳສ່ວນຫລາຍຢູ່ໃນໂລກ, ໄດ້ໄຫລສະໝ່ຳສະເໝີຕະຫລອດປີ,14 ເທນ້ຳເກືອບເຖິງ 11 ລ້ານກາລອນ (41.5 ລ້ານລີດ) ຕໍ່ວິນາທີ ລົງສູ່ມະຫາສະໝຸດ ແອັດແລນຕິກ.
ພຣະຜູ້ເປັນເຈົ້າໄດ້ເຊື້ອເຊີນສານຸສິດຂອງພຣະອົງໃຫ້ເປັນຄົນທີ່ເຊື່ອຖືໄດ້ ແລະ ໝັ້ນຄົງ. ພຣະອົງໄດ້ກ່າວວ່າ, “ດັ່ງນັ້ນ, ຈົ່ງຕົກລົງໃຈ, ວ່າພວກເຈົ້າຈະເຮັດສິ່ງທີ່ເຮົາຈະສິດສອນ, ແລະ ບັນຊາພວກເຈົ້າ.”15 ຄວາມຕັ້ງໃຈ ທີ່ “ໝັ້ນຄົງ” ທີ່ຈະຮັກສາພັນທະສັນຍາຂອງເຮົາ ຈະຊ່ວຍເຮົາໃຫ້ຮູ້ເຖິງຄຳສັນຍາຂອງພຣະເຈົ້າ ກ່ຽວກັບຄວາມສຸກອັນຍາວນານ.16
ໄພ່ພົນຍຸກສຸດທ້າຍທີ່ຊື່ສັດຫລາຍຄົນ ໄດ້ສະແດງໃຫ້ເຫັນວ່າ ເຂົາເຈົ້າ “ໝັ້ນຄົງ” ໃນການຮັກສາພັນທະສັນຍາຂອງເຂົາເຈົ້າກັບພຣະເຈົ້າ ແລະ ໄດ້ປ່ຽນແປງຕະຫລອດໄປ. ຂ້າພະເຈົ້າຂໍເລົ່າເລື່ອງຂອງສາມຄົນ—ບຣາເດີ ບານສາ ມູຊີໂອໂກ, ຊິດສະເຕີ ບານສາ ຣີຈີນ, ແລະ ບຣາເດີ ເອັມບູຢີ ເອັນຄີຕາບັນຈີ.
ໃນປີ 1977, ຄອບຄົວ ບານສາ ໄດ້ອາໄສຢູ່ເມືອງ ຄິນສາຊາ ໃນປະເທດ ຊາເອຍ, ຊຶ່ງເວລານີ້ເອີ້ນວ່າ ສາທາລະນະລັດປະຊາທິປະໄຕ ຄອງໂກ. ເຂົາເຈົ້າເປັນບຸກຄົນທີ່ໜ້ານັບຖື ຢູ່ໃນໂບດ ໂປເຕສະຕັງ ຂອງເຂົາເຈົ້າ. ເພາະພອນສະຫວັນຂອງເຂົາເຈົ້າ, ໂບດຂອງເຂົາເຈົ້າຈຶ່ງໄດ້ຫາວິທີໃຫ້ເຂົາເຈົ້າພາຄອບຄົວໄປປະເທດສະວິດເຊີແລນ ເພື່ອສຶກສາ ພ້ອມດ້ວຍຈັດຫາໃຫ້ໄດ້ທຶນການສຶກສາ ທີ່ມະຫາວິທະຍາໄລ.
ຂະນະທີ່ອາໄສຢູ່ເມືອງ ຈີນີວາ, ຕອນຂີ່ລົດເມໄປໂຮງຮຽນ, ບຣາເດີ ບານສາ ໄດ້ເຫັນຕຶກໂບດນ້ອຍແຫ່ງໜຶ່ງເລື້ອຍໆ ທີ່ມີປ້າຍຊື່ວ່າ “ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ.” ລາວຄິດວ່າ, “ພຣະເຢຊູຄຣິດກໍມີໄພ່ພົນໃນເວລານີ້, ໃນຍຸກສຸດທ້າຍນີ້ຫວະ?” ໃນທີ່ສຸດລາວໄດ້ຕັດສິນໃຈໄປເບິ່ງ.
ບຣາເດີ ແລະ ຊິດສະເຕີ ບານສາ ໄດ້ຖືກຮັບຕ້ອນດ້ວຍຄວາມອົບອຸ່ນຢູ່ທີ່ສາຂາ. ເຂົາເຈົ້າເຄີຍຖາມແລ້ວຖາມອີກກ່ຽວກັບທຳມະຊາດຂອງພຣະເຈົ້າ, ດັ່ງເຊັ່ນ, “ພຣະເຈົ້າເປັນວິນຍານບໍ, ເປັນຄືລົມບໍ, ເຮົາໄດ້ຖືກສ້າງຕາມຮູບລັກສະນະຂອງພຣະອົງແນວໃດ? ພຣະອົງນັ່ງຢູ່ເທິງບັນລັງແນວໃດ?” ເຂົາເຈົ້າບໍ່ເຄີຍໄດ້ຮັບຄຳຕອບທີ່ພໍໃຈ ຈົນກວ່າຜູ້ສອນສາດສະໜາໄດ້ອະທິບາຍຄຳສອນທີ່ຖືກຟື້ນຟູ ໃນບົດຮຽນອັນສັ້ນໆ. ເມື່ອຜູ້ສອນສາດສະໜາຈາກໄປ, ຄອບຄົວ ບານສາ ໄດ້ຫລຽວເບິ່ງໜ້າກັນ ແລະ ເວົ້າວ່າ “ພວກເຮົາຫາກໍໄດ້ຍິນຄວາມຈິງ ແມ່ນບໍ?” ເຂົາເຈົ້າໄດ້ທຽວໄປໂບດ ແລະ ພົບກັບຜູ້ສອນສາດສະໜາ. ເຂົາເຈົ້າຮູ້ວ່າ ການຮັບບັບຕິສະມາເຂົ້າໃນສາດສະໜາຈັກທີ່ຟື້ນຟູຂອງພຣະເຢຊູຄຣິດ ຈະມີຜົນສະທ້ອນ. ເຂົາເຈົ້າຈະສູນເສຍທຶນການສຶກສາ, ບັດວີຊ້າຈະຖືກຍຶດຄືນ, ແລະ ເຂົາເຈົ້າພ້ອມທັງລູກນ້ອຍສອງຄົນ ຕ້ອງຖືກສັ່ງໃຫ້ໜີຈາກປະເທດສະວິດເຊີແລນ ເຂົາເຈົ້າໄດ້ເລືອກຮັບບັບຕິສະມາ ແລະ ຮັບການຢືນຢັນ ໃນເດືອນຕຸລາ ປີ 1979.
ສອງອາທິດຫລັງຈາກການບັບຕິສະມາຂອງເຂົາເຈົ້າ, ບຣາເດີ ແລະ ຊິດສະເຕີ ບານສາ ໄດ້ກັບໄປເມືອງ ຄິນສາຊາ ໃນຖານະສະມາຊິກຂອງສາດສະໜາຈັກຄົນທຳອິດ ແລະ ຄົນທີສອງ ຢູ່ໃນປະເທດຂອງເຂົາເຈົ້າ. ສະມາຊິກຂອງສາຂາ ຈີນີວາ ໄດ້ຕິດຕໍ່ຫາເຂົາເຈົ້າ ແລະ ໄດ້ຊ່ວຍເຫລືອເຂົາເຈົ້າຕິດຕໍ່ຫາຜູ້ນຳຂອງສາດສະໜາຈັກ. ຄອບຄົວ ບານສາ ໄດ້ຮັບກຳລັງໃຈໃຫ້ຄອຍຖ້າເວລາທີ່ສັນຍາໄວ້ຢ່າງຊື່ສັດ ຕອນທີ່ພຣະເຈົ້າຈະສະຖາປະນາສາດສະໜາຈັກຂອງພຣະອົງຢູ່ປະເທດ ຊາເອຍ.
ໃນຂະນະດຽວກັນ, ບຣາເດີ ເອັມບູຢີ ນັກຮຽນແລກປ່ຽນຄົນໜຶ່ງຈາກປະເທດ ຊາເອຍ, ກຳລັງສຶກສາຢູ່ປະເທດແບນຊິກ. ລາວໄດ້ຮັບບັບຕິສະມາໃນປີ 1980 ຢູ່ໃນຫວອດ ບຣູໂຊ. ບໍ່ດົນຈາກນັ້ນ, ລາວໄດ້ຮັບໃຊ້ເຜີຍແຜ່ເຕັມເວລາຢູ່ປະເທດອັງກິດ. ແລະ ພຣະເຈົ້າໄດ້ກະທຳການມະຫັດສະຈັນຂອງພຣະອົງ. ບຣາເດີ ເອັມບູຢີ ໄດ້ກັບໄປປະເທດ ຊາເອຍ ໃນຖານະສະມາຊິກຂອງສາດສະໜາຈັກຄົນທີສາມ ໃນປະເທດຂອງລາວ. ໂດຍໄດ້ຮັບອະນຸຍາດຈາກພໍ່ແມ່ຂອງລາວ, ການປະຊຸມໂບດໄດ້ຖືກຈັດຕັ້ງຂຶ້ນຢູ່ທີ່ບ້ານຂອງລາວ. ໃນເດືອນກຸມພາ 1986 ໃບຄຳຮ້ອງໄດ້ຖືກສົ່ງຂຶ້ນໄປຫາຝ່າຍລັດຖະບານ ເພື່ອຂໍໃຫ້ຮັບຮູ້ສາດສະໜາຈັກເປັນທາງການ. ໃບຄຳຮ້ອງຕ້ອງມີລາຍເຊັນຂອງປະຊາຊົນສາມຄົນ. ຜູ້ທີ່ເຕັມໃຈເຊັນສາມຄົນແມ່ນ ບຣາເດີ ບານສາ, ຊິດສະເຕີ ບານສາ, ແລະ ບຣາເດີ ເອັມບູຢີ.
ສະມາຊິກທີ່ເຂັ້ມແຂງເຫລົ່ານີ້ຮູ້ຈັກຄວາມຈິງ ເມື່ອເຂົາເຈົ້າໄດ້ຍິນມັນ; ເຂົາເຈົ້າໄດ້ເຮັດພັນທະສັນຍາໃນຕອນຮັບບັບຕິສະມາ ທີ່ຈະຍຶດໝັ້ນຢູ່ກັບພຣະຜູ້ຊ່ວຍໃຫ້ລອດ. ເມື່ອປຽບທຽບແລ້ວ ເຂົາເຈົ້າໄດ້ໂຍນວິທີເກົ່າລົງໃນແກ່ງຂອງນ້ຳຕົກ ດ້ວຍຄວາມຕັ້ງໃຈທີ່ຈະບໍ່ລົງໄປງົມເອົາມັນຄືນມາອີກ. ເສັ້ນທາງແຫ່ງພັນທະສັນຍາບໍ່ເຄີຍງ່າຍຈັກເທື່ອ. ຄວາມວຸ້ນວາຍທາງການເມືອງ, ການຂາດການຕິດຕໍ່ກັບຜູ້ນຳຂອງສາດສະໜາຈັກ, ແລະ ການທ້າທາຍຊຶ່ງເປັນເລື່ອງທຳມະດາ ໃນການສ້າງຊຸມຊົນຂອງໄພ່ພົນ ອາດເຮັດໃຫ້ບຸກຄົນທີ່ບໍ່ຈິງຈັງຫລາຍປານໃດທໍ້ຖອຍໃຈ. ແຕ່ບຣາເດີ ແລະ ຊິດສະເຕີ ບານສາ ແລະ ບຣາເດີ ເອັມບູຢີ ພາກພຽນໃນສັດທາຂອງເຂົາເຈົ້າ. ເຂົາເຈົ້າກໍໄດ້ໄປຮ່ວມພິທີອຸທິດພຣະວິຫານຄິນສາຊາ, ຫລັງຈາກ 33 ປີ ທີ່ເຂົາເຈົ້າໄດ້ເຊັນໃບຄຳຮ້ອງ ທີ່ຊ່ວຍໃຫ້ສາດສະໜາຈັກໄດ້ຖືກຮັບຮູ້ເປັນທາງການ ຢູ່ໃນປະເທດ ຊາເອຍ.
ຄອບຄົວບານສາ ກໍໄດ້ຢູ່ໃນສູນກາງປະຊຸມໃຫຍ່ ມື້ນີ້. ເຂົາເຈົ້າມາກັບທ້າວ ຈູເນຍ ແລະ ທ້າວຟຽວ ລູກຊາຍສອງຄົນຂອງເຂົາເຈົ້າ, ພ້ອມກັບ ນາງແອນນີ ແລະ ນາງຢູຢູ ລູກໄພ້ຂອງເຂົາເຈົ້າ. ໃນປີ 1986, ທ້າວຈູເນຍ ແລະ ທ້າວຟຽວ, ໄດ້ເປັນສອງຄົນທຳອິດທີ່ໄດ້ຮັບບັບຕິສະມາເຂົ້າໃນສາດສະໜາຈັກ ຢູ່ປະເທດ ຊາເອຍ. ບຣາເດີ ເອັມບູຢີ ກໍກຳລັງຮັບຊົມກອງປະຊຸມຢູ່ເມືອງ ຄິນສາຊາ ກັບນາງແມກາຍ ພັນລະຍາຂອງລາວ, ພ້ອມທັງລູກຫ້າຄົນຂອງເຂົາເຈົ້າ.
ຜູ້ບຸກເບີກເຫລົ່ານີ້ເຂົ້າໃຈເຖິງຄວາມໝາຍ ແລະ ຜົນສະທ້ອນຂອງພັນທະສັນຍາ ຊຶ່ງມັນ “ໄດ້ຊັກນຳພວກເຂົາມາສູ່ຄວາມຮູ້ເລື່ອງພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ, ແລະ ເພື່ອຈະໄດ້ປິຕິຍິນດີໃນພຣະເຢຊູຄຣິດພຣະຜູ້ໄຖ່ຂອງພວກເຂົາ.”17
ເຮົາຈະສາມາດຍຶດຕົວເອງໄວ້ກັບພຣະຜູ້ຊ່ວຍໃຫ້ລອດ ແລະ ຊື່ສັດຢູ່ຄືເກົ່າ ຄືກັນກັບເຂົາເຈົ້າ ແລະ ຄືກັນກັບຊາວຄອງໂກຫລາຍສິບພັນຄົນ ຜູ້ຕິດຕາມເຂົາເຈົ້າ ແລະ ຫລາຍລ້ານຄົນອື່ນອີກ ຕະຫລອດທົ່ວໂລກໄດ້ແນວໃດ? ພຣະຜູ້ຊ່ວຍໃຫ້ລອດ ໄດ້ສິດສອນວິທີໃຫ້ເຮົາ. ແຕ່ລະອາທິດເຮົາໄດ້ຮັບສ່ວນສິນລະລຶກ ແລະ ເຮັດພັນທະສັນຍາກັບພຣະບິດາເທິງສະຫວັນຂອງເຮົາ. ເຮົາສັນຍາທີ່ຈະເຊື່ອມໂຍງເອກະລັກຂອງເຮົາໃສ່ກັບຂອງພຣະຜູ້ຊ່ວຍໃຫ້ລອດ ໂດຍການປະຕິຍານວ່າ ເຮົາເຕັມໃຈທີ່ຈະຮັບເອົາພຣະນາມຂອງພຣະອົງ, ຈະລະນຶກເຖິງພຣະອົງຕະຫລອດເວລາ, ແລະ ຮັກສາພຣະບັນຍັດຂອງພຣະອົງ.18 ການກະກຽມຢ່າງຮອບຄອບ ແລະ ການເຮັດພັນທະສັນຍາເຫລົ່ານີ້ຢ່າງມີຄ່າຄວນ ໃນແຕ່ລະອາທິດ ຈະຊ່ວຍເຮົາ ຍຶດຕົວເອງໃຫ້ຢູ່ກັບພຣະຜູ້ຊ່ວຍໃຫ້ລອດ, ຊ່ວຍເຮົາໃຫ້ມີຄວາມຕັ້ງໃຈຢູ່ພາຍໃນ,19 ແລະ ຜັກດັນເຮົາຢ່າງມີພະລັງໄປໃນເສັ້ນທາງແຫ່ງພັນທະສັນຍາ.
ຂ້າພະເຈົ້າເຊື້ອເຊີນທ່ານໃຫ້ຕັ້ງໃຈທີ່ຈະເປັນສານຸສິດຕະຫລອດຊີວິດ. ເຮັດ ແລະ ຮັກສາພັນທະສັນຍາ. ໂຍນວິທີເກົ່າຂອງທ່ານລົງໃນນ້ຳເລິກ, ລົງໃນແກ່ງຂອງນ້ຳຕົກ. ຝັງອາວຸດແຫ່ງການກະບົດຂອງທ່ານໄວ້ຈົນໝົດສິ້ນ ໂດຍບໍ່ໃຫ້ດ້າມຂອງມັນເດ່ອອກມາ. ເພາະການຊົດໃຊ້ຂອງພຣະເຢຊູຄຣິດ, ການເຮັດພັນທະສັນຍາດ້ວຍເຈດຕະນາອັນແທ້ຈິງ ທີ່ຈະໃຫ້ກຽດພັນທະສັນຍາເຫລົ່ານັ້ນ ຈະເປັນພອນໃຫ້ແກ່ຊີວິດຂອງທ່ານຕະຫລອດໄປ. ທ່ານຈະກາຍເປັນເໝືອນດັ່ງພຣະຜູ້ຊ່ວຍໃຫ້ລອດຫລາຍກວ່າເກົ່າ ເມື່ອທ່ານລະນຶກເຖິງພຣະອົງ, ຕິດຕາມພຣະອົງ, ແລະ ຮັກພຣະອົງຕະຫລອດເວລາ. ຂ້າພະເຈົ້າເປັນພະຍານວ່າ ພຣະອົງເປັນພື້ນຖານທີ່ໝັ້ນຄົງ. ເຮົາສາມາດເພິ່ງອາໄສພຣະອົງໄດ້, ແລະ ຄຳສັນຍາຂອງພຣະອົງກໍແນ່ນອນ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.