​2010–2019
ຈົ່ງຕາມເຮົາມາ—ແຜນຕໍ່ຕ້ານ ແລະ ແຜນຊ່ວຍເຫລືອຂອງພຣະຜູ້ເປັນເຈົ້າ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸລາ 2019


ຈົ່ງຕາມເຮົາມາ—ແຜນຕໍ່ຕ້ານ ແລະ ແຜນຊ່ວຍເຫລືອຂອງພຣະຜູ້ເປັນເຈົ້າ

ພຣະ​ຜູ້​ເປັນ​ເຈົ້າ​ກະ​ກຽມ​ຜູ້​ຄົນ​ຂອງ​ພຣະ​ອົງ ເພື່ອ​ຕ້ານ​ທານ​ກັບ​ການ​ໂຈມ​ຕີ​ຂອງ​ຜູ້​ປໍ​ລະ​ປັກ. ຈົ່ງຕາມເຮົາມາ ຄືແຜນຕໍ່ຕ້ານ ແລະ ແຜນຊ່ວຍເຫລືອຂອງພຣະຜູ້ເປັນເຈົ້າ.

ເຮົາປິຕິຍິນດີໃນການເຕົ້າໂຮມກັນ ຢູ່ໃນກອງປະຊຸມໃຫຍ່ສາມັນຂອງສາດສະໜາຈັກ ຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ. ມັນເປັນພອນທີ່ໄດ້ຮັບຄວາມຄິດ ແລະ ພຣະປະສົງຂອງພຣະຜູ້ເປັນເຈົ້າ ຜ່ານຄຳສິດສອນຂອງສາດສະດາ ແລະ ອັກຄະສາວົກຂອງພຣະອົງ. ປະທານ ຣະໂຊ ເອັມ ແນວສັນ ຄືສາດສະດາທີ່ມີຊີວິດຢູ່ຂອງພຣະຜູ້ເປັນເຈົ້າ. ເຮົາກະຕັນຍູຫລາຍສຳລັບຄຳແນະນຳ ແລະ ການຊີ້ນຳທີ່ດົນໃຈຂອງເພິ່ນທີ່ເຮົາໄດ້ຮັບໃນມື້ນີ້.

ຂ້າພະເຈົ້າຂໍຕື່ມພະຍານຂອງຂ້າພະເຈົ້າໃສ່ກັບພະຍານທີ່ໄດ້ແບ່ງປັນມາກ່ອນໜ້ານີ້. ຂ້າພະເຈົ້າສະແດງປະຈັກພະຍານເຖິງພຣະເຈົ້າ, ພຣະບິດານິລັນດອນຂອງເຮົາ. ພຣະອົງຊົງພຣະຊົນຢູ່ ແລະ ຮັກເຮົາ ແລະ ເຝົ້າດູແລເຮົາ. ແຜນແຫ່ງຄວາມສຸກຂອງພຣະອົງຈັດໃຫ້ເຮົາໄດ້ຮັບພອນຂອງຊີວິດມະຕະນີ້ ແລະ ການກັບຄືນໄປສູ່ທີ່ປະທັບຂອງພຣະອົງໃນທີ່ສຸດ.

ຂ້າພະເຈົ້າກ່າວປະຈັກພະຍານເຖິງພຣະເຢຊູຄຣິດນຳອີກ. ພຣະ​ອົງ​ເປັນ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ເຈົ້າ. ພຣະອົງ ໄດ້ຊ່ວຍໃຫ້ເຮົາລອດ ຈາກຄວາມຕາຍ, ແລະ ພຣະອົງໄຖ່ເຮົາຈາກບາບ ເມື່ອເຮົາໃຊ້ສັດທາໃນພຣະອົງ ແລະ ກັບໃຈ. ການເສຍສະລະຊົດໃຊ້ທີ່ບໍ່ມີຂອບເຂດຂອງພຣະອົງແທນເຮົາ ຈະນຳພອນຂອງຄວາມເປັນອະມະຕະ ແລະ ຊີວິດນິລັນດອນມາໃຫ້. ແນ່ນອນ, “ຂອບ​ຄຸນ​ພຣະ​ເຈົ້າ​ສຳ​ລັບ​ຂອງ​ປະ​ທານ​ທີ່​ຫາ​ອັນ​ປຽບ​ບໍ່​ໄດ້​ຂອງ​ພຣະ​ບຸດ​ແຫ່ງ​ສະ​ຫວັນ​ຂອງ​ພຣະ​ອົງ” (“The Living Christ: The Testimony of the Apostles,” Liahona, May 2017, ຫລັງ​ໜ້າ​ປົກ).

ໄພ່ພົນຍຸກສຸດທ້າຍຕະຫລອດທົ່ວໂລກ ໄດ້ຮັບພອນທີ່ຈະນະມັດສະການພຣະເຢຊູຄຣິດ ຢູ່ໃນພຣະວິຫານຂອງພຣະອົງ. ພຣະວິຫານແຫ່ງໜຶ່ງໃນນັ້ນກໍກຳລັງຖືກກໍ່ສ້າງຂຶ້ນຢູ່ທີ່ ເມືອງວິນນີແພັກ ປະເທດການາດາ. ແອນ ເມີຣີ ພັນລະຍາຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າໄດ້ມີໂອກາດໄປຢ້ຽມຢາມສະຖານທີ່ກໍ່ສ້າງນັ້ນ ເມື່ອເດືອນສິງຫາຜ່ານມານີ້. ພຣະວິຫານຖືກອອກແບບຢ່າງສວຍງາມ ແລະ ແນ່ນອນວ່າຈະສະຫງ່າງາມແທ້ໆ ເມື່ອສ້າງສຳເລັດແລ້ວ. ເຖິງຢ່າງໃດກໍຕາມ, ເຮົາຈະມີພຣະວິຫານທີ່ສະຫງ່າງາມຢູ່ທີ່ ເມືອງວິນນີແພັກບໍ່ໄດ້, ຫລື ຢູ່ແຫ່ງໃດກໍຕາມ, ປາດສະຈາກ​ຮາກຖານທີ່ແໜ້ນໜາ ແລະ ໝັ້ນຄົງ.

ວົງຈອນແຂງເຢັນ ເປື່ອຍລະລາຍ ແລະ ສະພາບດິນທີ່ກວ້າງໃຫຍ່ ຢູ່ທີ່ເມືອງວິນນີແພັກ ເຮັດໃຫ້ເປັນການທ້າທາຍທີ່ຈະກະກຽມພື້​ນຖານຂອງພຣະວິຫານ. ສະນັ້ນ, ຈຶ່ງກຳນົດໄວ້ວ່າ​ຮາກຖານສຳລັບພຣະວິຫານ ຈະປະກອບດ້ວຍເສົາເຫລັກ 70 ເສົາ ທີ່ໂອບດ້ວຍຫີນຊີມັງ. ເສົາເຫລັກເຫລົ່ານີ້ມີລວງຍາວ 60 ຟີດ (18 ແມັດ) ແລະ ເສັ້ນຜ່າສູນກາງແມ່ນ 12 ເຖິງ 20 ນີ້ວ (30 ເຖິງ 50 ຊັງ​ຕີ​ແມັດ). ມັນຖືກ​ຢັ່ງລົງໄປໃນຮາກຈົນກວ່າມັນໄປເຖິງດານຫີນແຂງແກ່ນ, ເລິກລົງໄປປະມານ 50 ຟີດ (15 ແມັດ). ໃນວິທີນີ້, ເສົາເຫລັກ 70 ເສົາຈະເຮັດໃຫ້​ຮາກຖານຂອງພຣະວິຫານວິນນີແພັກ ທີ່ສວຍງາມນັ້ນແໜ້ນໜາ ແລະ ໝັ້ນຄົງ.

ໃນຖານະໄພ່ພົນຍຸກສຸດທ້າຍ, ເຮົາສະແຫວງຫາ​ຮາກຖານທີ່ໝັ້ນຄົງ ແລະ ແນ່ນອນຄ້າຍຄືກັນນີ້ໃນຊີວິດຂອງເຮົາ—​ຮາກຖານແຫ່ງວິນຍານ ທີ່ຈຳເປັນສຳລັບການເດີນທາງຂອງເຮົາ ຜ່ານຊ່ວງມະຕະ ແລະ ກັບຄືນໄປຫາບ້ານແຫ່ງສະຫວັນຂອງເຮົາ. ຮາກຖານນັ້ນຖືກຕັ້ງຂຶ້ນຢູ່ເທິງດານຫີນແຂງແກ່ນ ຂອງການປ່ຽນໃຈເຫລື້ອມໃສຂອງເຮົາ ຕໍ່ອົງພຣະເຢຊູຄຣິດເຈົ້າ.

ເຮົາ​ຈື່​ຈຳ​ຄຳ​ສອນ​ຂອງ​ຮີ​ລາ​ມັນ ຈາກ​ພຣະ​ຄຳ​ພີ​ມໍ​ມອນ ທີ່​ວ່າ: “ແລະ ບັດນີ້, ຈົ່ງຈື່ໄວ້, ລູກຂອງພໍ່, ຈົ່ງຈື່ໄວ້ວ່າ ລູກຈະຕ້ອງສ້າງຮາກຖານຂອງລູກເທິງດານຫີນຂອງພຣະຜູ້ໄຖ່ຂອງພວກເຮົາ, ຄື ພຣະຄຣິດ, ພຣະບຸດຂອງພຣະເຈົ້າ; ເພື່ອວ່າເມື່ອມານສົ່ງລົມພາຍຸຮ້າຍຂອງມັນມາ, … ມັນຈະບໍ່ມີອຳນາດອັນໃດເໜືອລູກເລີຍທີ່ຈະແກ່ລູກລົງໄປຫາເຫວເລິກແຫ່ງຄວາມທຸກທໍລະມານ ແລະ ຄວາມຈິບຫາຍອັນບໍ່ສິ້ນສຸດ, ເພາະດານຫີນບ່ອນທີ່ລູກຖືກສ້າງຂຶ້ນເທິງມັນ ຊຶ່ງເປັນຮາກຖານທີ່ແໜ້ນໜາ, ເປັນຮາກຖານຊຶ່ງຫາກມະນຸດສ້າງຂຶ້ນເທິງມັນ ພວກເຂົາຈະຕົກໄປບໍ່ໄດ້” (ຮີ​ລາ​ມັນ 5:12).

ດ້ວຍຄວາມກະຕັນຍູ, ເຮົາມີຊີວິດຢູ່ໃນວັນເວລາເມື່ອສາດສະດາ ແລະ ອັກຄະສາວົກສິດສອນເຮົາ ເຖິງພຣະຜູ້ຊ່ວຍໃຫ້ລອດພຣະເຢຊູຄຣິດ. ການເຮັດຕາມຄຳແນະນຳຂອງພວກເພິ່ນ ຈະຊ່ວຍເຮົາໃຫ້ສ້າງຮາກຖານທີ່ໝັ້ນຄົງໃນພຣະຄຣິດ.

ປີ​ແລ້ວນີ້, ໃນ​ຄຳ​ປາ​ໄສ​ເປີດກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸລາ 2018, ປະທານ​ຣະໂຊ ເອັມ ແນວສັນ ໄດ້ປະ​ກາດ ແລະ ເຕືອນ​ວ່າ: “ຈຸດ​ປະ​ສົງ​ຂອງ​ສາດ​ສະ​ໜາ​ຈັກ ເປັນ​ເວ​ລາ​ດົນ​ນານ ແມ່ນ​ເພື່ອ​ຮັບ​ໃຊ້​ສະ​ມາ​ຊິກ​ທຸກ​ຄົນ ໃຫ້​ມີ​ສັດ​ທາ​ຫລາຍ​ຂຶ້ນ​ໃນ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ແລະ ໃນ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ເພື່ອ​ຮັບ​ໃຊ້​ເຂົາ​ເຈົ້າ ໃນ​ການ​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຂົາ​ເຈົ້າ​ນຳ​ພຣະ​ເຈົ້າ ແລະ ເພື່ອ​ໃຫ້​ມີຄວາມ​ເຂັ້ມ​ແຂງ ແລະ ຜະ​ນຶກ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ເຂົ້າ​ກັນ. ໃນ​ໂລກ​ທີ່​ສັບ​ສົນ ທຸກວັນ​ນີ້, ສິ່ງນີ້ ບໍ່​ໄດ້​ເປັນ​ເລື່ອງ​ງ່າຍ. ຜູ້ປໍ​ລະ​ປັກ ກໍ​ເພີ່ມ​ການ​ໂຈມ​ຕີ ເລື່ອງ​ສັດ​ທາ ແລະ ໂຈມ​ຕີ​ເຮົາເລື່ອງ​ຄອບ​ຄົວ ໃນ​ລະ​ດັບທີ່ໄວ​ກວ່າ​ເກົ່າ. ໃນການເອົາຕົວລອດທາງວິນຍານ, ເຮົາຕ້ອງມີ ແຜນຕໍ່ຕ້ານ ແລະ ແຜນຊ່ວຍເຫລືອ” (“Opening Remarks,” Liahona, Nov. 2018, 7; ເນັ້ນ​ຄຳ​ເນີ້ງ).

ຕິດຕາມຂ່າວສານຂອງ ປະທານແນວສັນ, ແອວເດີ ຄວິນຕິນ ແອວ ຄຸກ ແຫ່ງກຸ່ມອັກຄະສາວົກສິບສອງ ກໍໄດ້ນຳສະເໜີປຶ້ມຊື່ວ່າ ຈົ່ງຕາມເຮົາມາ ແຫລ່ງຊ່ວຍເຫລືອສຳລັບບຸກຄົນ ແລະ ຄອບຄົວ. ຄຳປາໄສຂອງເພິ່ມແມ່ນຮ່ວມດ້ວຍຂໍ້ຄວາມດັ່ງຕໍ່ໄປນີ້:

  • “ແຫລ່ງຊ່ວຍເຫລືອໃໝ່ທີ່ໃຊ້ສຶກສາຢູ່ທີ່ບ້ານ ຊື່ ຈົ່ງຕາມເຮົາມາ … ຖືກກະກຽມໄວ້ເພື່ອຊ່ວຍສະມາຊິກໃຫ້ຮຽນຮູ້ພຣະກິດຕິຄຸນຢູ່ໃນບ້ານເຮືອນ.”

  • “‘ແຫລ່ງຊ່ວຍເຫລືອເຫລັ້ມນີ້ແມ່ນສຳລັບບຸກຄົນ ແລະ ຄອບຄົວໃນສາດສະໜາຈັກ’ [ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ (2019), vi].”

  • “ຈຸດ​ປະ​ສົງ​ຂອງ​ພວກ​ເຮົາ ຄື​ໃຫ້​ປະ​ສົບການ​ທີ່​ໂບດ ແລະ ທີ່​ບ້ານ​ເທົ່າ​ທຽມ​ກັນ ໃນ​ວິ​ທີ​ທີ່​ຈະ​ເພີ່ມ​ສັດ​ທາ ເພີ່ມ​ທາງວິນ​ຍານ ແລະ ຄວາມເຫລື້ອມ​ໃສຢ່າງ​ເລິກ​ຊຶ້ງ​ຕໍ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ.” (“Deep and Lasting Conversion to Heavenly Father and the Lord Jesus Christ,” Liahona, Nov. 2018, 9–10.)

ເລີ່ມຕົ້ນໃນເດືອນມັງກອນປີນີ້, ໄພ່ພົນຍຸກສຸດທ້າຍຕະຫລອດທົ່ວໂລກ ກໍໄດ້ເລີ່ມສຶກສາພຣະຄຳພີໃໝ່, ພ້ອມດ້ວຍ ຈົ່ງຕາມເຮົາມາ ທີ່ເປັນແຫລ່ງຄູ່ມືຂອງເຮົາ. ພ້ອມດ້ວຍຕາຕະລາງປະຈຳອາທິດ, ຈົ່ງຕາມເຮົາມາ ຊ່ວຍເຮົາໃຫ້ສຶກສາພຣະຄຳພີ, ຄຳສອນຂອງພຣະກິດຕິຄຸນ, ແລະ ຄຳສອນຂອງສາດສະດາ ແລະ ອັກຄະສາວົກ. ມັນເປັນແຫລ່ງຊ່ວຍເຫລືອທີ່ປະເສີດສຳລັບເຮົາທຸກຄົນ.

ຫລັງຈາກເກົ້າເດືອນຂອງຄວາມພະຍາຍາມສຶກສາພຣະຄຳພີຕະຫລອດທົ່ວໂລກນີ້, ເຮົາໄດ້ເຫັນຫຍັງແດ່? ເຮົາໄດ້ເຫັນໄພ່ພົນຍຸກສຸດທ້າຍໃນທຸກແຫ່ງຫົນເຕີບໂຕໃນສັດທາ ແລະ ການອຸທິດຕົນຕໍ່ອົງພຣະເຢຊູຄຣິດເຈົ້າ. ເຮົາໄດ້ເຫັນບຸກຄົນ ແລະ ຄອບຄົວຈັດເວລາເອົາໄວ້ຕະຫລອດອາທິດ ເພື່ອສຶກສາພຣະຄຳຂອງພຣະຜູ້ຊ່ວຍໃຫ້ລອດ. ເຮົາໄດ້ເຫັນການສັ່ງສອນພຣະກິດຕິຄຸນທີ່ດີຂຶ້ນໃນຫ້ອງຮຽນວັນອາທິດ ຂະນະທີ່ເຮົາສຶກສາພຣະຄຳພີຢູ່ທີ່ບ້ານເຮືອນ ແລະ ແບ່ງປັນຄວາມຮູ້ຂອງເຮົາຢູ່ທີ່ໂບດ. ເຮົາໄດ້ເຫັນຄວາມສຸກ ແລະ ຄວາມປຸ້ມລຸມເປັນໜຶ່ງດຽວຂອງຄອບຄົວມີຫລາຍຂຶ້ນ ຂະນະທີ່ເຮົາໄດ້ກ້າວໄປຈາກການພຽງແຕ່ອ່ານພຣະຄຳພີ ໄປສູ່ການສຶກສາພຣະຄຳພີໃນວິທີທາງທີ່ເລິກຊຶ້ງ.

ຂ້າພະເຈົ້າໄດ້ຮັບສິດທິພິເສດທີ່ໄດ້ຢ້ຽມຢາມກັບໄພ່ພົນຍຸກສຸດທ້າຍ ແລະ ໄດ້ຍິນເຖິງປະສົບການຂອງເຂົາເຈົ້າດ້ວຍຕົວເອງ ກ່ຽວກັບປຶ້ມ ຈົ່ງຕາມເຮົາມາ. ການສະແດງອອກເຖິງສັດທາຂອງເຂົາເຈົ້າເຮັດໃຫ້ຫົວໃຈຂອງຂ້າພະເຈົ້າເຕັມໄປດ້ວຍຄວາມຊື່ນ​ຊົມ. ຕໍ່ໄປນີ້ຄືຄວາມຄິດເຫັນສາມ​ຢ່າງ ທີ່ຂ້າພະເຈົ້າໄດ້ຍິນຈາກສະມາຊິກຂອງສາດສະໜາຈັກ ຢູ່​ໃນ​ພາກ​ສ່ວນ​ຕ່າງໆ​ຂອງ​ໂລກ:

  • ພໍ່ຄົນໜຶ່ງໄດ້ບອກວ່າ: “ຂ້ອຍມັກປຶ້ມ ຈົ່ງຕາມເຮົາມາ, ເພາະມັນໃຫ້ຂ້ອຍມີໂອກາດເປັນພະຍານ ເຖິງພຣະຜູ້ຊ່ວຍໃຫ້ລອດຕໍ່ລູກໆຂອງຂ້ອຍ.”

  • ໃນອີກບ້ານເຮືອນແຫ່ງໜຶ່ງ, ເດັກຄົນໜຶ່ງໄດ້ກ່າວວ່າ: “ນີ້ເປັນໂອກາດທີ່ຈະໄດ້ຍິນພໍ່ແມ່ຂອງຂ້ານ້ອຍ ສະແດງປະຈັກພະຍານ.”

  • ແມ່ຄົນໜຶ່ງໄດ້ບອກວ່າ: “ພວກເຮົາໄດ້ຮັບການດົນໃຈ ວ່າຈະຈັດໃຫ້ພຣະເຈົ້າມາກ່ອນທຸກສິ່ງທັງໝົດ. ເວລາທີ່ພວກເຮົາ [ໄດ້ຄິດວ່າພວກເຮົາ] ‘ບໍ່ໄດ້ມີ’ ກໍ [ເຕັມໄປດ້ວຍ] ຄວາມຫວັງ, ຄວາມປິຕິຍິນດີ, ຄວາມສະຫງົບ, ແລະ ຄວາມສຳເລັດຜົນໃນວິທີທີ່ພວກເຮົາບໍ່ໄດ້ຮູ້ວ່າຈະເປັນໄປໄດ້.”

  • ຄູ່ໜຶ່ງໄດ້ສັງເກດເຫັນວ່າ: “ພວກເຮົາພາກັນອ່ານພຣະຄຳພີໃນວິທີທີ່ແຕກຕ່າງ ຈາກທີ່ພວກເຮົາເຄີຍໄດ້ອ່ານມັນຕັ້ງແຕ່ກ່ອນ. ພວກເຮົາກຳລັງຮຽນຮູ້ຫລາຍກວ່າທີ່ເຄີຍໄດ້ຮຽນຮູ້ມາກ່ອນ. ພຣະຜູ້ເປັນເຈົ້າປະສົງໃຫ້ພວກເຮົາເຫັນທຸກສິ່ງໃນທາງທີ່ແຕກຕ່າງ. ພຣະຜູ້ເປັນເຈົ້າກຳລັງກະກຽມພວກເຮົາ.”

  • ແມ່ຄົນໜຶ່ງໄດ້ກ່າວວ່າ: “ຂ້ອຍມັກຫລາຍທີ່ພວກເຮົາກຳລັງຮຽນຮູ້ສິ່ງດຽວກັນ. ແຕ່ກ່ອນ, ພວກເຮົາພາກັນອ່ານພຣະຄຳພີ. ໃນເວລານີ້, ພວກເຮົາພາກັນຮຽນຮູ້ພຣະຄຳພີ.”

  • ເອື້ອຍນ້ອງຄົນໜຶ່ງໄດ້ແບ່ງປັນມຸມມອງແຫ່ງຄວາມເຂົ້າໃຈວ່າ: “ແຕ່ກ່ອນ, ພວກເຮົາໄດ້ຮຽນບົດຮຽນ, ແລະ ພຣະຄຳພີກໍເປັນເຄື່ອງເສີມຂອງມັນ. ບັດນີ້, ພວກເຮົາມີພຣະຄຳພີ ແລະ ບົດຮຽນເປັນເຄື່ອງເສີມຂອງມັນ.”

  • ເອື້ອຍນ້ອງອີກຄົນໜຶ່ງໄດ້ໃຫ້ຄວາມຄິດເຫັນວ່າ: “ຂ້ອຍຮູ້ສຶກເຖິງຄວາມແຕກຕ່າງເມື່ອຂ້ອຍໄດ້ສຶກສາມັນ [ປຽບທຽບໃສ່ກັບ] ຕອນຂ້ອຍບໍ່ໄດ້ເຮັດແບບນັ້ນ. ຂ້ອຍພົບເຫັນວ່າມັນງ່າຍຂຶ້ນທີ່ຈະເວົ້າລົມກັບຄົນອື່ນ ກ່ຽວກັບພຣະເຢຊູຄຣິດ ແລະ ຄວາມເຊື່ອຖືຂອງເຮົາ.”

  • ແມ່ຕູ້ຄົນໜຶ່ງໄດ້ເວົ້າວ່າ: “ຂ້ອຍໂທຫາລູກໆ ແລະ ຫລານໆໃນວັນອາທິດ ແລະ ພວກເຮົາໄດ້ແບ່ງປັນຄວາມຮູ້ຈາກປຶ້ມ ຈົ່ງຕາມເຮົາມາ ນຳກັນ.”

  • ເອື້ອຍນ້ອງຄົນໜຶ່ງໄດ້ສັງເກດເຫັນວ່າປຶ້ມ: “ຈົ່ງຕາມເຮົາມາ ຄືກັນກັບວ່າ ພຣະຜູ້ຊ່ວຍໃຫ້ລອດກຳລັງປະຕິບັດສາດສະໜາກິດ ຕໍ່ຂ້ອຍຢ່າງເປັນສ່ວນຕົວ. ມັນເປັນສິ່ງທີ່ຖືກດົນໃຈຈາກສະຫວັນ.”

  • ພໍ່ຄົນໜຶ່ງໄດ້ອອກຄວາມຄິດເຫັນວ່າ: “ເມື່ອພວກເຮົານຳໃຊ້ປຶ້ມ ຈົ່ງຕາມເຮົາມາ, ພວກເຮົາກໍເໝືອນລູກຫລານຂອງອິດສະຣາເອນ, ທີ່ໝາຍປະຕູເຂົ້າບ້ານຂອງເຮົາ, ປົກປ້ອງຄອບຄົວຂອງເຮົາຈາກອິດທິພົນຂອງຜູ້ທຳລາຍ.”

ອ້າຍເອື້ອຍນ້ອງທັງຫລາຍ, ມັນເປັນຄວາມປິຕິຍິນດີທີ່ໄດ້ໄປຢ້ຽມຢາມພວກທ່ານ ແລະ ໄດ້ຍິນເຖິງຄວາມພະຍາຍາມຂອງທ່ານກັບປຶ້ມ ຈົ່ງຕາມເຮົາມາ ທີ່ເປັນພອນໃຫ້ແກ່ຊີວິດຂອງທ່ານ. ຂໍຂອບໃຈສຳລັບຄວາມອຸທິດຕົນຂອງທ່ານ.

ການສຶກສາພຣະຄຳພີກັບປຶ້ມ ຈົ່ງຕາມເຮົາມາ ໃຫ້ເປັນຄູ່ມື ກໍເສີມຄວາມເຂັ້ມແຂງໃຫ້ແກ່ ການປ່ຽນໃຈເຫລື້ອໃສຂອງເຮົາຕໍ່ພຣະເຢຊູຄຣິດ ແລະ ພຣະກິດຕິຄຸນຂອງພຣະອົງ. ເຮົາບໍ່ໄດ້ພຽງແຕ່ແລກປ່ຽນໜຶ່ງຊົ່ວໂມງຢູ່ທີ່ໂບດໃນວັນອາທິດ ແທນໜຶ່ງຊົ່ວໂມງເພີ່ມຂຶ້ນໃນການສຶກສາພຣະຄຳພີຢູ່ທີ່ບ້ານເທົ່ານັ້ນ. ການຮຽນຮູ້ພຣະກິດຕິຄຸນເປັນຄວາມພະຍາຍາມທີ່ສະໝ່ຳສະເໝີຕະຫລອດທັງອາທິດ. ດັ່ງທີ່ເອື້ອຍນ້ອງຄົນໜຶ່ງໄດ້ແບ່ງປັນກັບຂ້າພະເຈົ້າຢ່າງ​ລະ​ອຽດ​ວ່າ, “ເປົ້າໝາຍບໍ່ໄດ້ແມ່ນວ່າ ຈະຢູ່ທີ່ໂບດໜ້ອຍລົງໜຶ່ງຊົ່ວໂມງ, ມັນແມ່ນທີ່ຈະເຮັດໃຫ້ໂບດນັ້ນດົນກວ່າຫົກມື້!”

ບັດນີ້, ໃຫ້ເຮົາມາພິຈາລະນານຳກັນອີກ ເຖິງຄຳຕັກເຕືອນຂອງສາດສະດາຂອງເຮົາ, ປະທານແນວສັນ, ທີ່ໄດ້ກ່າວຕອນເພິ່ນເປີດກອງປະຊຸມໃຫຍ່ສາມັນເມື່ອເດືອນຕຸລາ ປີ 2018:

“ຜູ້​ປໍ​ລະ​ປັກກໍ​ເພີ່ມ​ການ​ໂຈມ​ຕີເລື່ອງ​ສັດ​ທາ ແລະ ໂຈມ​ຕີ​ເຮົາເລື່ອງ​ຄອບ​ຄົວ ໃນ​ລະ​ດັບທີ່ໄວ​ກວ່າ​ເກົ່າ. ໃນ​ການ​ເອົາ​ຕົວ​ລອດ​ທາງວິນ​ຍານ, ເຮົາ​ຕ້ອງ​ມີ​ແຜນ​ຕໍ່​ຕ້ານ ແລະ ແຜນ​ຊ່ວຍ​ເຫລືອ” (Opening Remarks,” 7).

ແລ້ວ (ປະມານ 29 ຊົ່ວໂມງຕໍ່ມາ) ໃນຕອນບ່າຍວັນອາທິດ, ເພິ່ນໄດ້ປິດກອງປະຊຸມດ້ວຍຄຳສັນຍານີ້ວ່າ: “ເມື່ອທ່ານທຳງານຢ່າງພາກພຽນ ເພື່ອສ້ອມແປງບ້ານເຮືອນຂອງທ່ານ ໃຫ້ເປັນສູນກາງຂອງການຮຽນຮູ້ພຣະກິດຕິຄຸນ, ... ອິດທິພົນຂອງຜູ້ປໍລະປັກໃນຊີວິດຂອງທ່ານ ແລະ ໃນບ້ານເຮືອນຂອງທ່ານຈະລົດນ້ອຍຖອຍລົງ” (“Becoming Exemplary Latter-day Saints,” Liahona, Nov. 2018, 113).

ການໂຈມຕີຂອງຜູ້ປໍລະປັກຈະເພີ່ມທະວີຂຶ້ນໃນລະດັບທີ່ໄວກວ່າເກົ່າໄດ້ແນວໃດ, ເມື່ອຕາມຄວາມຈິງແລ້ວ ໃນເວລາດຽວກັນນັ້ນ ອິດທິພົນຂອງຜູ້ປໍລະປັກກໍລົດນ້ອຍຖອຍລົງຢູ່? ມັນເກີດຂຶ້ນໄດ້, ແລະ ມັນກໍກຳລັງເກີດຂຶ້ນຕະຫລອດທົ່ວສາດສະໜາຈັກ, ເພາະພຣະຜູ້ເປັນເຈົ້າກະກຽມຜູ້ຄົນຂອງພຣະອົງ ເພື່ອຕໍ່ຕ້ານກັບການໂຈມຕີຂອງຜູ້ປໍລະປັກ.. ຈົ່ງຕາມເຮົາມາ ຄືແຜນຕໍ່ຕ້ານ ແລະ ແຜນຊ່ວຍເຫລືອຂອງພຣະຜູ້ເປັນເຈົ້າ. ດັ່ງທີ່ ປະທານແນວສັນ ໄດ້ສິດສອນ, “ຫລັກສູດກ່ຽວກັບການເຮັດໃຫ້ບ້ານເຮືອນເປັນສູນກາງ, ໂດຍມີສາດສະໜາຈັກສະໜັບສະໜູນ ມີສັກກະຍະພາບທີ່ຈະປ່ອຍພະລັງຂອງຄອບຄົວອອກໄປ.” ເຖິງຢ່າງໃດກໍຕາມ, ມັນຮຽກຮ້ອງ ແລະ ຈະຮຽກຮ້ອງຄວາມພະຍາຍາມທັງໝົດຂອງເຮົາ; ເຮົາຕ້ອງ “[ປະຕິບັດ] ດ້ວຍຄວາມເອົາໃຈໃສ່ ແລະ ດ້ວຍຄວາມຮອບຄອບ ເພື່ອປ່ຽນບ້ານເຮືອນ [ຂອງເຮົາ] ໃຫ້ເປັນສະຖານທີ່ສັກສິດແຫ່ງສັດທາ” (“Becoming Exemplary Latter-day Saints,” 113).

ໃນທີ່ສຸດ, ດັ່ງທີ່ປະທານແນວສັນ ໄດ້ກ່າວນຳອີກວ່າ, “ເຮົາແຕ່ລະຄົນມີຄວາມຮັບຜິດຊອບຕໍ່ການເຕີບໂຕ ທາງວິນຍານຂອງເຮົາເອງ” (“Opening Remarks,” 8).

ດ້ວຍແຫລ່ງຊ່ວຍເຫລືອ ຈົ່ງຕາມເຮົາມາ ພຣະຜູ້ເປັນເຈົ້າກຳລັງຕຽມເຮົາສຳລັບ ເວລາທີ່ຫຍຸ້ງຍາກ ທີ່ເຮົາກຳລັງປະເຊີນຢູ່” (Quentin L. Cook, “Deep and Lasting Conversion,” 10). ພຣະອົງກຳລັງຊ່ວຍເຮົາໃຫ້ສ້າງຕັ້ງ “ຮາກຖານທີ່ແໜ້ນໜາ, ເປັນຮາກຖານຊຶ່ງຫາກມະນຸດສ້າງຂຶ້ນເທິງມັນ ພວກເຂົາຈະຕົກໄປບໍ່ໄດ້” (ຮີ​ລາ​ມັນ 5:12)—ເປັນຮາກຖານແຫ່ງປະຈັກພະຍານ ຊຶ່ງຢັ້ງຢູ່ຢ່າງໝັ້ນຄົງ ຢູ່ໃນດານຫີນທີ່ແຂງແກ່ນຂອງການປ່ຽນໃຈເຫລື້ອໃສຂອງເຮົາ ຕໍ່ອົງພຣະເຢຊູຄຣິດເຈົ້າ.

ຂໍໃຫ້ຄວາມພະຍາຍາມໃນການສຶກສາພຣະຄຳພີປະຈຳວັນຂອງເຮົາ ຈົ່ງເສີມຄວາມເຂັ້ມແຂງໃຫ້ແກ່ເຮົາ ແລະ ພິສູດເຮົາວ່າມີຄ່າຄວນດີພໍສຳລັບພອນທີ່ຖືກສັນຍາໄວ້ເຫລົ່ານີ້ດ້ວຍເທີ້ນ. ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ຂໍໃຫ້​ເປັນ​ເຊັ່ນນັ້ນ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.

ພິມ