​2010–2019
ພະ​ຍານ, ກຸ່ມ​ຖາ​ນະ​ປະ​ໂລ​ຫິດແຫ່ງ​ອາ​ໂຣນ, ແລະ ຫ້ອງ​ຮຽນ​ກຸ່ມ​ຍິງ​ໜຸ່ມ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸລາ 2019


ພະ​ຍານ, ກຸ່ມ​ຖາ​ນະ​ປະ​ໂລ​ຫິດແຫ່ງ​ອາ​ໂຣນ, ແລະ ຫ້ອງ​ຮຽນ​ກຸ່ມ​ຍິງ​ໜຸ່ມ

ການ​ປ່ຽນ​ແປງ​ທີ່​ພວກ​ເຮົາ​ຈະ​ປະ​ກາດ​ໃນ​ເວ​ລານີ້ ຈະ​ຊ່ວຍ​ກຸ່ມ​ຊາຍ​ໜຸ່ມ ແລະ ກຸ່ມ​ຍິງ​ໜຸ່ມ ໃຫ້​ພັດ​ທະ​ນາ​ສັກ​ກະ​ຍະ​ພາບ​ສ່ວນ​ຕົວ​ທີ່​ສັກ​ສິດ​ຂອງ​ເຂົາ​ເຈົ້າ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ດີ​ໃຈ​ຫລາຍ​ທີ່​ໄດ້​ມາຮ່ວມ​ກັບ​ທ່ານ ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ມື້ນີ້. ໃນ​ຕົ້ນ​ອາ​ທິດນີ້, ໄດ້​ມີ​ການ​ປະ​ກາດ​ຕໍ່​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ ເລື່ອງ​ການ​ປ່ຽນ​ແປງ​ນະ​ໂຍ​ບາຍ ກ່ຽວ​ກັບຜູ້​ທີ່​ສາ​ມາດ​ຮັບ​ໃຊ້​ເປັນ​ພະ​ຍານ ຢູ່​ໃນ​ພິ​ທີ​ການ​ບັບ​ຕິ​ສະ​ມາ ແລະ ການ​ຜະ​ນຶກ. ຂ້າ​ພະ​ເຈົ້າ​ຂໍ​ເນັ້ນ​ສາມ​ຈຸດເຫລົ່າ​ນັ້ນ.

  1. ​ໃນການ​ບັບ​ຕິ​ສະ​ມາ​ແທນ​ຜູ້​ທີ່​ລ່ວງ​ລັບ​ໄປ​ແລ້ວ ​ຈະ​ໃຫ້ຜູ້​ໃດ​ເປັນພະ​ຍານ​ກໍ​ໄດ້ ທີ່ມີ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ທີ່​ໃຊ້​ການ​ໄດ້, ລວມ​ທັງ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ທີ່​ຊົ່ວ​ຄາວ.

  2. ສະ​ມາ​ຊິກ​ຄົນ​ໃດ​ກໍ​ໄດ້ ທີ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ແລ້ວ ພ້ອມ​ທັງ​ມີ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ທີ່​ໃຊ້​ການ​ໄດ້ ສາ​ມາດ​ຮັບ​ໃຊ້​ເປັນ​ພະ​ຍານ ສຳ​ລັບ​ພິ​ທີ​ການ​ຜະ​ນຶກ​ຜູ້​ທີ່​ຍັງມີ​ຊີ​ວິດ​ຢູ່ ແລະ ການ​ຜະ​ນຶກ​ແທນ.

  3. ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຄົນ​ໃດ​ກໍ​ໄດ້ ທີ່​ໄດ້​ຮັບ​ບັບ​ຕິ​ສະ​ມາ​ແລ້ວ ສາມາດ​ຮັບ​ໃຊ້​ເປັນ​ພະ​ຍານ ຢູ່​ທີ່​ພິ​ທີ​ການບັບ​ຕິ​ສະ​ມາ​ສຳ​ລັບຜູ້​ທີ່​ຍັງ​ມີ​ຊີ​ວິດ​ຢູ່. ການ​ປ່ຽນ​ແປງນີ້​ແມ່ນ​ກ່ຽວ​ກັບ​ການ​ບັບ​ຕິ​ສະ​ມາ​ທັງ​ໝົດ ທີ່​ຢູ່ນອກ​ພຣະ​ວິ​ຫານ.

ການ​ປ່ຽນ​ແປງ​ນະ​ໂຍ​ບາຍ​ເຫລົ່າ​ນີ້ ແມ່ນ​ເປັນ​ໄປຕາມ​ລະ​ບຽບ​ການ. ຄຳ​ສອນ​ພື້ນ​ຖານ ແລະ ພັນ​ທະ​ສັນ​ຍາ ຍັງ​ເໝືອນ​ເດີມ. ມັນມີ​ປະ​ສິດ​ທິ​ພາບ​ເທົ່າ​ທຽມ​ກັນ ໃນ​ພິ​ທີ​ການ​ທັງໝົດ. ການ​ປ່ຽນ​ແປງ​ດັ່ງ​ກ່າວ ຄວນ​ສົ່ງ​ເສີມ​ຄອບ​ຄົວ​ໃຫ້​ມີ​ສ່ວນ​ຮ່ວມ ໃນ​ພິ​ທີ​ການ​ເຫລົ່າ​ນີ້.

ຂ້າ​ພະ​ເຈົ້າ​ຂໍ​ກ່າວ​ກັບ​ທ່ານ ໃນ​ເວ​ລານີ້ ເພື່ອ​​ແຈ້ງ​ໃຫ້​ຮູ້​ກ່ຽວ​ກັບການ​ປ່ຽນ​ແປງ ທີ່​ກ່ຽວ​​ຂ້ອງ​ກັບຊາວ​ໜຸ່ມຂອງ​ພວກ​ເຮົາ ແລະ ຜູ້​ນຳ​ຂອງ​ເຂົາ​ເຈົ້າ.

ທ່ານ​ຄົງ​ຈື່​ໄດ້ວ່າ ຂ້າ​ພະ​ເຈົ້າ​ໄດ້​ເຊື້ອ​ເຊີນ​ຊາວ​ໜຸ່ມ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ໃຫ້​ເຂົ້າ​ຮ່ວມກອງ​ທັບ​ຊາວໜຸ່ມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ມີ​ສ່ວນ​ຮ່ວມ​ໃນ​ອຸ​ດົມ​ການ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ ຢູ່​ໃນ​ໂລກ​ທຸກວັນ​ນີ້—ນັ້ນ​ຄື ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ.1 ຂ້າ​ພະ​ເຈົ້າ​ໄດ້​ເຊື້ອ​ເຊີນ​ຊາວ​ໜຸ່ມ​ຂອງ​ພວກ​ເຮົາ ເພາະ​ເຂົາ​ເຈົ້າ​ມີ​ພອນ​ສະ​ຫວັນ​ພິ​ເສດ ໃນ​ການ​ເອື້ອມ​ອອກ​ໄປ​ຫາ​ຄົນ​ອື່ນ ແລະ ແບ່ງ​ປັນ​ສິ່ງ​ທີ່​ເຂົາ​ເຈົ້າ​ເຊື່ອ ໃນ​ວິ​ທີ​ທາງ​ທີ່ໜ້າ​ເຊື່ອ​ຖື​ໄດ້. ອຸດົມ​ການ​ເຕົ້າ​ໂຮມ​ເປັນ​ພາກ​ສ່ວນ​ຈຳ​ເປັນ​ຂອງ​ການ​ຊ່ວຍ​ກະ​ກຽມ​ໂລກນີ້ ແລະ ຜູ້ຄົນ​ທັງ​ຫລາຍ ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ໃນ​ແຕ່​ລະ​ຫວອດ, ກອງ​ທັບ​ຊາວໜຸ່ມ​ຈະ​ຖືກ​ນຳ​ພາ​ໂດຍ​ອະ​ທິ​ການ, ຜູ້​ຮັບ​ໃຊ້​ທີ່​ອຸ​ທິດ​ຕົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ໜ້າ​ທີ່​ຮັບ​ຜິດ​ຊອບ​​​ທຳ​ອິດ ແລະ ສຳ​ຄັນ​ທີ່​ສຸດຂອງ​ເພິ່ນ​ຄື ທີ່​ຈະ​ດູ​ແລ​ຊາຍ​ໜຸ່ມ ແລະ ຍິງ​ໜຸ່ມ ຂອງ​ຫວອດ​ເພິ່ນ. ອະ​ທິ​ການ ແລະ ທີ່​ປຶກ​ສາ​ຂອງ​ເພິ່ນ ຈະຄວບ​ຄຸມ​ວຽກ​ງານ​ຂອງ​ກຸ່ມ​ຖາ​ນະ​ປະ​ໂລ​ຫິດແຫ່ງ​ອາ​ໂຣນ ແລະ ຫ້ອງ​ຮຽນ​ກຸ່ມ​ຍິງ​ໜຸ່ມ ຢູ່​ໃນ​ຫວອດ.

ການ​ປ່ຽນ​ແປງ​ທີ່​ພວກ​ເຮົາ​ຈະ​ປະ​ກາດ​ໃນ​ເວ​ລານີ້ ຈະ​ຊ່ວຍ​ກຸ່ມ​ຊາຍ​ໜຸ່ມ ແລະ ກຸ່ມ​ຍິງ​ໜຸ່ມ ໃຫ້​ພັດ​ທະ​ນາ​ສັກ​ກະ​ຍະ​ພາບ​ສ່ວນ​ຕົວ​ທີ່​ສັກ​ສິດ​ຂອງ​ເຂົາ​ເຈົ້າ. ພວກ​ເຮົາ​ກໍ​ຢາກ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ແລະ ຫ້ອງ​ຮຽນ​ກຸ່ມ​ຍິງ​ໜຸ່ມ​ນຳ​ອີກ ແລະ ສະ​ໜັບ​ສະ​ໜູນ​ອະ​ທິ​ການ ແລະ ຜູ້​ນຳ​ຜູ້​ໃຫຍ່​ຄົນ​ອື່ນໆ ຂະ​ນະ​ທີ່​ເຂົາ​ເຈົ້າ​ຮັບ​ໃຊ້​ຄົນ​ລຸ້ນ​ໃໝ່.

ບັດ​ນີ້ ​ແອວ​ເດີ ຄວິນ​ຕິນ ແອວ ຄຸກ ຈະ​ກ່າວ​ເຖິງ​ການ​ປ່ຽນ​ແປງ ທີ່​ກ່ຽວ​ຂ້ອງ​ກັບ​ກຸ່ມ​ຊາຍ​ໜຸ່ມ. ແລະ ຕອນ​ແລງມື້​ນີ້, ຢູ່​ໃນກອງ​ປະ​ຊຸມ​ພາກ​ສະ​ຕີ, ຊິດສະເຕີ ບອນນີ ເອັຈ ຄໍດອນ, ປະ​ທານ​ອົງ​ການ​ຍິງ​ໜຸ່ມ​ສາ​ມັນ, ຈະ​ກ່າວ​ເຖິງ​ການ​ປ່ຽນ​ແປງ​ທີ່ກ່ຽວ​ຂ້ອງ​ກັບ​ກຸ່ມ​ຍິງ​ໜຸ່ມ.

ຝ່າຍ​ປະ​ທານ​ສູງ​ສຸດ ແລະ ອັກ​ຄະ​ສາ​ວົກ​ສິບ​ສອງ ໄດ້​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນໃນ​ການ​ຮັບ​ຮອງ ໂຄງ​ການ​ເຫລົ່າ​ນີ້ ເພື່ອ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຊາວ​ໜຸ່ມ​ຂອງ​ພວກ​ເຮົາ. ພວກ​ເຮົາ​ຮັກ​ເຂົາເຈົ້າ​ຫລາຍ ແລະ ກໍ​ອະ​ທິ​ຖານ​ເພື່ອ​ເຂົາ​ເຈົ້າ! ເຂົາ​ເຈົ້າ​ເປັນ “ຄວາມ​ຫວັງ​ຂອງ​ອິດ​ສະ​ຣາ​ເອນ, ກອງ​ທັບ​ຊີ​ໂອນ, ເຜົ່າ​ພັນ​ຂອງວັນ​ທີ່​ສັນ​ຍາ.”2 ພວກ​ເຮົາ​ຂໍ​ສະ​ແດງຄວາມ​ໝັ້ນໃຈ​ຫລາຍ​ທີ່​ສຸດ​ໃນ​ກຸ່ມ​ຊາວ​ໜຸ່ມ​ຂອງ​ພວກ​ເຮົາ ແລະ ສະ​ແດງ​ຄວາມຮູ້​ບຸນ​ຄຸນຕໍ່​ເຂົາ​ເຈົ້າ. ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. ເບິ່ງ Russell M. Nelson, “Hope of Israel” (worldwide devotional for youth, June 3, 2018), HopeofIsrael.ChurchofJesusChrist.org.

  2. “Hope of Israel,” Hymns, no. 259.

ພິມ