ຫລັງຈາກການທົດລອງສັດທາຂອງເຮົາ
ເມື່ອເຮົາເຮັດຕາມສຸລະສຽງຂອງພຣະເຈົ້າ ແລະ ເດີນໄປໃນເສັ້ນທາງແຫ່ງພັນທະສັນຍາຂອງພຣະອົງ, ແລ້ວພຣະອົງຈະເພີ່ມຄວາມເຂັ້ມແຂງໃຫ້ເຮົາ ໃນການທົດລອງຂອງເຮົາ.
ຕອນຂ້າພະເຈົ້າຍັງນ້ອຍ, ຝະແຣ້ງ ທາລີ ສະມາຊິກຂອງສາດສະໜາຈັກທີ່ດີຄົນໜຶ່ງໄດ້ສະເໜີຊ່ວຍຄອບຄົວຂອງຂ້າພະເຈົ້າ ໃຫ້ບິນຈາກເຂດແຄວ້ນ ພວດໂຕ ຣິໂກ ໄປເມືອງເຊົາເລັກ ເພື່ອວ່າພວກເຮົາຈະໄດ້ຜະນຶກເຂົ້າກັນຢູ່ໃນພຣະວິຫານ, ແຕ່ບໍ່ດົນ ອຸປະສັກກໍໄດ້ປະກົດຂຶ້ນ. ເອື້ອຍນ້ອງຄົນໜຶ່ງຂອງຂ້າພະເຈົ້າຊື່, ມາຣີວິດ, ໄດ້ລົ້ມປ່ວຍ. ເມື່ອບໍ່ຮູ້ວ່າຊິເຮັດແນວໃດ, ພໍ່ແມ່ຂອງຂ້າພະເຈົ້າໄດ້ອະທິຖານກ່ຽວກັບສິ່ງທີ່ຈະເຮັດ ແລະ ກໍຍັງຮູ້ສຶກວ່າ ຍັງຖືກກະຕຸ້ນໃຫ້ເດີນທາງຢູ່. ພວກເພິ່ນໄວ້ວາງໃຈວ່າ ເມື່ອພວກເພິ່ນເຮັດຕາມການກະຕຸ້ນຂອງພຣະຜູ້ເປັນເຈົ້າ, ແລ້ວຄອບຄົວຂອງພວກເຮົາຈະໄດ້ຮັບການດູແລ ແລະ ໄດ້ຮັບພອນ—ແລະ ມັນກໍເປັນແນວນັ້ນ.
ບໍ່ວ່າເຮົາຈະປະເຊີນກັບອຸປະສັກໃດກໍຕາມໃນຊີວິດ, ແຕ່ເຮົາສາມາດໄວ້ວາງໃຈວ່າ ພຣະເຢຊູຄຣິດຈະກະກຽມທາງໄວ້ລ່ວງໜ້າ ເພື່ອເຮົາຈະໄດ້ເດີນໄປດ້ວຍສັດທາ. ພຣະເຈົ້າໄດ້ສັນຍາວ່າ ທຸກຄົນທີ່ດຳລົງຊີວິດຕາມພັນທະສັນຍາ ທີ່ເຂົາເຈົ້າໄດ້ເຮັດໄວ້ກັບພຣະອົງ, ແລ້ວເຂົາເຈົ້າຈະໄດ້ຮັບພອນທີ່ສັນຍາໄວ້ ຕາມເວລາຂອງພຣະອົງ. ແອວເດີ ແຈັບຟະຣີ ອາ ຮໍແລນ ໄດ້ສິດສອນວ່າ, “ເຮົາຈະໄດ້ຮັບພອນບາງຢ່າງໄວ, ບາງຢ່າງຊ້າ, ແລະ ພອນບາງຢ່າງກໍຈະບໍ່ໄດ້ຮັບຈົນກວ່າຮອດສະຫວັນ; ແຕ່ສຳລັບຜູ້ຍຶດໝັ້ນໃນພຣະກິດຕິຄຸນຂອງພຣະເຢຊູຄຣິດ, ແມ່ນຈະໄດ້ຮັບ ພອນແທ້ໆ.”1
ໂມໂຣໄນໄດ້ສິດສອນວ່າ “ສັດທາຄືສິ່ງທີ່ມຸ້ງຫວັງໄວ້ ແລະ ຍັງບໍ່ທັນເຫັນ; ດັ່ງນັ້ນ ຈົ່ງຢ່າໄດ້ໂຕ້ຖຽງກັນເລີຍ, ເພາະທ່ານບໍ່ເຫັນຍ້ອນວ່າທ່ານຈະບໍ່ໄດ້ຮັບພະຍານຈົນກວ່າຫລັງຈາກການທົດລອງສັດທາຂອງທ່ານ.”2
ຄຳຖາມຂອງເຮົາແມ່ນ, ເຮົາຄວນເຮັດແນວໃດ ຈຶ່ງຈະສາມາດປະເຊີນກັບການທົດລອງທີ່ມາສູ່ເຮົາ?
ໃນການຖະແຫລງຕໍ່ສາທາລະນະເປັນເທື່ອທຳອິດຂອງເພິ່ນ ໃນຖານະປະທານຂອງສາດສະໜາຈັກ, ປະທານຣະໂຊ ເອັມ ແນວສັນ ໄດ້ສິດສອນວ່າ: “ໃນຖານະຝ່າຍປະທານໃໝ່, ພວກເຮົາຢາກເລີ່ມຕົ້ນ ໂດຍມີທີ່ສຸດຢູ່ໃນໃຈ. ເພາະດ້ວຍເຫດນີ້, ພວກເຮົາຈຶ່ງກ່າວກັບທ່ານໃນມື້ນີ້ ຈາກພຣະວິຫານ. ທີ່ສຸດດັ່ງກ່າວ ທີ່ເຮົາແຕ່ລະຄົນພະຍາຍາມໄປເຖິງ ແມ່ນການຮັບເອົາຂອງປະທານສັກສິດ ພ້ອມດ້ວຍພະລັງ ຢູ່ໃນບ້ານຂອງພຣະຜູ້ເປັນເຈົ້າ, ໄດ້ຜະນຶກເຂົ້າກັບຄອບຄົວ, ຊື່ສັດຕໍ່ພັນທະສັນຍາ ທີ່ໄດ້ເຮັດຢູ່ໃນພຣະວິຫານ ຊຶ່ງຊ່ວຍເຮົາໃຫ້ເໝາະສົມກັບຂອງປະທານທີ່ຍິ່ງໃຫຍ່ທີ່ສຸດຂອງພຣະເຈົ້າ—ຄືຊີວິດນິລັນດອນ. ພິທີການຂອງພຣະວິຫານ ແລະ ພັນທະສັນຍາທີ່ທ່ານເຮັດຢູ່ໃນນັ້ນ ຄືສິ່ງສຳຄັນທີ່ຈະເພີ່ມຄວາມເຂັ້ມແຂງໃຫ້ແກ່ຊີວິດ, ການແຕ່ງງານ ແລະ ຄອບຄົວ, ແລະ ຄວາມສາມາດຂອງທ່ານ ໃນການຕໍ່ຕ້ານກັບການໂຈມຕີຂອງຜູ້ປໍລະປັກ. ການນະມັດສະການຂອງທ່ານ ໃນພຣະວິຫານ ແລະ ການຮັບໃຊ້ຂອງທ່ານຢູ່ໃນນັ້ນ ສຳລັບບັນພະບຸລຸດຂອງທ່ານ ຈະເພີ່ມການເປີດເຜີຍສ່ວນຕົວ ແລະ ຄວາມສະຫງົບໃຫ້ທ່ານ ແລະ ຈະປົກປ້ອງຄວາມຕັ້ງໃຈຂອງທ່ານ ທີ່ຈະຍຶດໝັ້ນຢູ່ໃນເສັ້ນທາງແຫ່ງພັນທະສັນຍາຂອງທ່ານ.”3
ເມື່ອເຮົາເຮັດຕາມສຸລະສຽງຂອງພຣະເຈົ້າ ແລະ ເດີນໄປໃນເສັ້ນທາງແຫ່ງພັນທະສັນຍາຂອງພຣະອົງ, ແລ້ວພຣະອົງຈະເພີ່ມຄວາມເຂັ້ມແຂງໃຫ້ເຮົາ ໃນການທົດລອງຂອງເຮົາ.
ການເດີນທາງຂອງຄອບຄົວຂອງຂ້າພະເຈົ້າໄປພຣະວິຫານ ເມື່ອຫລາຍປີກ່ອນ ແມ່ນລຳບາກຫລາຍ, ແຕ່ເມື່ອພວກເຮົາໃກ້ຊິຮອດ ພຣະວິຫານເຊົາເລັກ, ລັດຢູທາ, ແມ່ຂອງຂ້າພະເຈົ້າ ຜູ້ເຕັມໄປດ້ວຍຄວາມຊື່ນຊົມ ແລະ ສັດທາ ໄດ້ເວົ້າວ່າ, “ພວກເຮົາຊິບໍ່ເປັນຫຍັງ; ພຣະຜູ້ເປັນເຈົ້າຊິປົກປ້ອງພວກເຮົາ.” ພວກເຮົາໄດ້ຜະນຶກເຂົ້າກັນເປັນຄອບຄົວ ແລະ ເອື້ອຍຂອງຂ້າພະເຈົ້າໄດ້ຫາຍດີ. ສິ່ງນີ້ໄດ້ເກີດຂຶ້ນ ພຽງແຕ່ຫລັງຈາກການທົດລອງສັດທາຂອງພໍ່ແມ່ຂອງຂ້າພະເຈົ້າ ແລະ ຫລັງຈາກການເຮັດຕາມການກະຕຸ້ນຂອງພຣະຜູ້ເປັນເຈົ້າ.
ຕົວຢ່າງຂອງພໍ່ແມ່ຂອງຂ້າພະເຈົ້າກໍຍັງເປັນອິດທິພົນໃນຊີວິດຂອງພວກເຮົາຢູ່ ໃນທຸກວັນນີ້. ຕົວຢ່າງຂອງພວກເພິ່ນໄດ້ສິດສອນພວກເຮົາເຖິງ ເຫດຜົນ ຂອງຄຳສອນພຣະກິດຕິຄຸນ ແລະ ໄດ້ຊ່ວຍພວກເຮົາໃຫ້ເຂົ້າໃຈຄວາມໝາຍ, ຈຸດປະສົງ, ແລະ ພອນທີ່ພຣະກິດຕິຄຸນນຳມາໃຫ້. ການເຂົ້າໃຈ ເຫດຜົນ ຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ ສາມາດຊ່ວຍເຮົາໃຫ້ປະເຊີນກັບການທົດລອງ ດ້ວຍສັດທາໄດ້.
ໃນທີ່ສຸດ, ທຸກສິ່ງທີ່ພຣະເຈົ້າເຊື້ອເຊີນ ແລະ ບັນຊາເຮົາໃຫ້ເຮັດ ແມ່ນເປັນການສະແດງອອກເຖິງຄວາມຮັກຂອງພຣະອົງທີ່ມີຕໍ່ເຮົາ ແລະ ເຖິງພຣະປະສົງຂອງພຣະອົງທີ່ຈະປະທານພອນທຸກປະການໃຫ້ເຮົາ ຊຶ່ງພຣະອົງໄດ້ຮັກສາໄວ້ໃຫ້ຜູ້ທີ່ຊື່ສັດ. ເຮົາຈະຄິດເອງບໍ່ໄດ້ວ່າ ລູກໆຂອງເຮົາຈະຮຽນຮັກພຣະກິດຕິຄຸນດ້ວຍຕົວເຂົາເອງ; ມັນເປັນໜ້າທີ່ຮັບຜິດຊອບຂອງເຮົາ ທີ່ຈະສິດສອນເຂົາ. ເມື່ອເຮົາຊ່ວຍລູກຂອງເຮົາໃຫ້ຮຽນຮູ້ວິທີໃຊ້ອຳເພີໃຈຂອງເຂົາຢ່າງສະຫລາດ, ແລ້ວຕົວຢ່າງຂອງເຮົາ ຈະສາມາດດົນໃຈເຂົາໃຫ້ເລືອກເຮັດສິ່ງທີ່ຖືກຕ້ອງ. ການດຳລົງຊີວິດທີ່ຊື່ສັດຂອງເຂົາ ຈະຊ່ວຍລູກໆຂອງເຂົາເອງໃນພາຍຂ້າງໜ້າ ໃຫ້ຮູ້ຄວາມຈິງຂອງພຣະກິດຕິຄຸນດ້ວຍຕົວເອງ.
ຊາຍໜຸ່ມ ແລະ ຍິງໜຸ່ມທັງຫລາຍ, ພວກເຈົ້າໄດ້ຍິນສາດສະດາກ່າວກັບພວກເຈົ້າໃນມື້ນີ້. ຈົ່ງສະແຫວງຫາທີ່ຈະຮຽນຮູ້ເຖິງຄວາມຈິງແຫ່ງສະຫວັນ ແລະ ສະແຫວງຫາທີ່ຈະເຂົ້າໃຈພຣະກິດຕິຄຸນດ້ວຍຕົວພວກເຈົ້າເອງ. ເມື່ອບໍ່ດົນມານີ້ ປະທານແນວສັນ ໄດ້ແນະນຳວ່າ: “ທ່ານຂາດສະຕິປັນຍາໃນເລື່ອງອັນໃດ? … ໃຫ້ເຮັດຕາມຕົວຢ່າງຂອງສາດສະດາໂຈເຊັບ. ໃຫ້ຊອກຫາບ່ອນທີ່ງຽບສະຫງົບ. … ໃຫ້ຖ່ອມຕົວລົງຢູ່ຕໍ່ພຣະພັກຂອງພຣະເຈົ້າ. ໃຫ້ເປີດໃຈຕໍ່ພຣະບິດາເທິງສະຫວັນຂອງທ່ານ. ໃຫ້ຫັນໄປຫາພຣະອົງ ເພື່ອຄຳຕອບ.”4 ເມື່ອພວກເຈົ້າສະແຫວງຫາການນຳພາຈາກພຣະບິດາເທິງສະຫວັນທີ່ຊົງຮັກ, ເຮັດຕາມຄຳແນະນຳຂອງສາດສະດາທີ່ມີຊີວິດຢູ່, ແລະ ເບິ່ງເອົາຕົວຢ່າງຂອງພໍ່ແມ່ທີ່ຊອບທຳ, ແລ້ວພວກເຈົ້າຈະສາມາດກາຍເປັນບ້ວງແຫ່ງສັດທາທີ່ແຂງແກ່ນ ໃນຄອບຄົວຂອງພວກເຈົ້າໄດ້.
ຕໍ່ພໍ່ແມ່ ຜູ້ທີ່ລູກໄດ້ເດີນອອກຈາກເສັ້ນທາງແຫ່ງພັນທະສັນຍາ, ຈົ່ງຊ່ວຍເຂົາເຈົ້າກັບຄືນດ້ວຍຄວາມອ່ອນໂຍນ. ຈົ່ງຊ່ວຍເຂົາເຈົ້າໃຫ້ເຂົ້າໃຈຄວາມຈິງຂອງພຣະກິດຕິຄຸນ. ໃຫ້ເລີ່ມຕົ້ນໃນຕອນນີ້; ມັນຍັງບໍ່ສາຍເກີນໄປ.
ຕົວຢ່າງທີ່ຊອບທຳຂອງເຮົາ ສາມາດສ້າງຄວາມແຕກຕ່າງໄດ້. ປະທານແນວສັນ ໄດ້ກ່າວວ່າ: “ໃນຖານະໄພ່ພົນຍຸກສຸດທ້າຍ, ເຮົາມັກຄິດກ່ຽວກັບ “ສາດສະໜາຈັກ” ວ່າເປັນ ບາງສິ່ງທີ່ເກີດຂຶ້ນຢູ່ໃນໂບດ, ທີ່ສະໜັບສະໜູນໂດຍສິ່ງທີ່ເກີດຂຶ້ນຢູ່ທີ່ບ້ານ. ເຮົາຕ້ອງໄດ້ປັບຕົວເຂົ້າກັບແບບແຜນນີ້. ມັນເຖິງເວລາແລ້ວ ສຳລັບ ສາດສະໜາຈັກ ທີ່ເຮັດໃຫ້ບ້ານເຮືອນເປັນສູນກາງ, ທີ່ໄດ້ຮັບການສະໜັບສະໜູນຈາກ ສິ່ງທີ່ເກີດຂຶ້ນ ໃນຕຶກສາຂາ, ຫວອດ, ແລະ ສະເຕກຂອງເຮົາ.”5
ພຣະຄຳພີສິດສອນວ່າ “ຈົ່ງສັ່ງສອນລູກໃຫ້ຮູ້ທາງດຳເນີນຊີວິດ ແລະ ເຂົາຈະຈື່ຈຳໄປຕະຫລອດຊີວິດ.”6
ແລະ ຍັງສິດສອນອີກວ່າ, “ແລະ ບັດນີ້, ເມື່ອການສັ່ງສອນພຣະຄຳອັນຍິ່ງໃຫຍ່ນີ້ໄດ້ນຳພາຜູ້ຄົນມາເຮັດໃນສິ່ງທີ່ຖືກຕ້ອງແລ້ວ—ແທ້ຈິງແລ້ວ, ມັນໄດ້ໃຫ້ຜົນທີ່ມີອຳນາດແກ່ຈິດໃຈຂອງຜູ້ຄົນຍິ່ງກວ່າດາບ, ຫລື ເໜືອກວ່າສິ່ງໃດໆທີ່ໄດ້ເກີດຂຶ້ນກັບພວກເຂົາ—ສະນັ້ນ ແອວມາຈຶ່ງຄິດວ່າ ມັນສົມຄວນແລ້ວ ທີ່ພວກເພິ່ນຈະທົດລອງຄຸນນະທຳແຫ່ງພຣະຄຳຂອງພຣະເຈົ້າ.”7
ມີເລື່ອງເລົ່າເລື່ອງໜຶ່ງກ່ຽວກັບຜູ້ຍິງຄົນໜຶ່ງ ທີ່ໃຈຮ້າຍໃຫ້ລູກ ເພາະລູກກິນເຂົ້າໜົມຫລາຍ. ເຖິງແມ່ນນາງໄດ້ບອກລູກຊາຍຫລາຍເທື່ອແລ້ວກໍຕາມ, ແຕ່ລາວກໍຍັງກິນຢູ່ຄືເກົ່າ. ເມື່ອບໍ່ຮູ້ຈັກຊິເຮັດແນວໃດ, ນາງຈຶ່ງໄດ້ຕັດສິນໃຈພາລູກຊາຍໄປຫາ ຊາຍຄົນໜຶ່ງທີ່ລູກຊາຍຂອງນາງນັບຖື.
ນາງໄດ້ເຂົ້າຫາຊາຍຄົນນັ້ນ ແລະ ເວົ້າວ່າ, “ທ່ານເອີຍ, ລູກຂອງຂ້ານ້ອຍກິນເຂົ້າໜົມຫລາຍ. ຂໍໃຫ້ທ່ານບອກລາວໃຫ້ເຊົາກິນ ຊິໄດ້ບໍ?”
ເພິ່ນໄດ້ຕັ້ງໃຈຟັງຜູ້ຍິງຄົນນັ້ນເວົ້າ ແລ້ວໄດ້ເວົ້າກັບລູກຊາຍຂອງນາງວ່າ, “ໃຫ້ກັບເມືອບ້ານ ແລ້ວໃຫ້ກັບມາອີກໃນສອງອາທິດ.”
ນາງໄດ້ພາລູກຊາຍກັບບ້ານ, ບໍ່ເຂົ້າໃຈວ່າເປັນຫຍັງຊາຍຄົນນັ້ນຈຶ່ງບໍ່ຂໍໃຫ້ລູກຊາຍຂອງນາງ ເຊົາກິນເຂົ້າໜົມຫລາຍ.
ສອງອາທິດຈາກນັ້ນ ເຂົາເຈົ້າໄດ້ກັບຄືນໄປ. ຊາຍທີ່ສະຫລາດໄດ້ຫລຽວເບິ່ງທ້າວນ້ອຍ ແລ້ວເວົ້າວ່າ, “ທ້າວເອີຍ, ເຈົ້າຕ້ອງເຊົາກິນເຂົ້າໜົມຫລາຍ. ມັນບໍ່ດີຕໍ່ສຸຂະພາບຂອງເຈົ້າ.”
ທ້າວນ້ອຍໄດ້ງຶກຫົວ ແລະ ສັນຍາ.
ແມ່ທ້າວນ້ອຍນັ້ນຖາມວ່າ, “ເປັນຫຍັງທ່ານຈຶ່ງບໍ່ບອກລາວ ສອງອາທິດແລ້ວນີ້?”
ຊາຍທີ່ສະຫລາດໄດ້ຍິ້ມ. “ສອງອາທິດແລ້ວນີ້ ຂ້ອຍເອງກໍຍັງກິນເຂົ້າໜົມຫລາຍຢູ່.”
ຊາຍຄົນນີ້ໄດ້ດຳລົງຊີວິດຢ່າງຊື່ສັດແທ້ໆ ຊຶ່ງລາວຮູ້ວ່າ ຄຳແນະນຳຂອງລາວຈະເປັນຜົນສັກສິດ ພຽງແຕ່ເມື່ອຕົວລາວເອງກໍເຮັດຄືກັນ.
ອິດທິພົນທີ່ເຮົາມີຕໍ່ລູກໆຂອງເຮົາ ຈະມີພະລັງຫລາຍກວ່າ ຖ້າຫາກເຂົາເຫັນເຮົາເດີນໄປໃນເສັ້ນທາງແຫ່ງພັນທະສັນຍາຢ່າງຊື່ສັດ. ສາດສະດາຢາໂຄບໃນພຣະຄຳພີມໍມອນ ກໍເປັນຕົວຢ່າງຂອງຄວາມຊອບທຳເຊັ່ນນັ້ນຄືກັນ. ເອໂນດ ລູກຊາຍຂອງເພິ່ນໄດ້ຂຽນເຖິງຜົນກະທົບຂອງຄຳສອນຂອງບິດາຂອງເພິ່ນ ດັ່ງນີ້:
“ຂ້າພະເຈົ້າ ເອໂນດ ໂດຍທີ່ຮູ້ຈັກບິດາຂອງຂ້າພະເຈົ້າວ່າ ເພິ່ນເປັນຄົນທ່ຽງທຳ—ເພາະເພິ່ນໄດ້ສິດສອນຂ້າພະເຈົ້າໃນພາສາຂອງເພິ່ນ, ແລະ ໃນການລ້ຽງດູ ແລະ ການຕັກເຕືອນຂອງພຣະຜູ້ເປັນເຈົ້ານຳອີກ—ແລະ ຂໍພຣະນາມຂອງພຣະເຈົ້າຂອງຂ້າພະເຈົ້າຈົ່ງພຣະກະເສີມສຳລານເພາະການນີ້ເຖີດ. …
“… ແລະ ຄຳເວົ້າຊຶ່ງຂ້າພະເຈົ້າໄດ້ຍິນຈາກບິດາເລື້ອຍໆກ່ຽວກັບຊີວິດນິລັນດອນ, ແລະ ຄວາມສຸກຂອງໄພ່ພົນຂອງພຣະເຈົ້າໄດ້ຝັງເລິກຢູ່ໃນໃຈຂອງຂ້າພະເຈົ້າ.”8
ພວກແມ່ຂອງນັກຮົບໜຸ່ມ ກໍໄດ້ດຳລົງຊີວິດຕາມພຣະກິດຕິຄຸນ, ແລະ ລູກໆຂອງເຂົາເຈົ້າກໍເຕັມໄປດ້ວຍຄວາມເຊື່ອໝັ້ນ. ຜູ້ນຳຂອງນັກຮົບເຫລົ່ານັ້ນໄດ້ລາຍງານວ່າ:
“ພວກເຂົາໄດ້ຮັບການສິດສອນຈາກແມ່ຂອງພວກເຂົາ, ວ່າຖ້າຫາກພວກເຂົາບໍ່ສົງໃສ, ແລ້ວພຣະເຈົ້າຈະປົດປ່ອຍພວກເຂົາ.
“ແລະ ພວກເຂົາໄດ້ທົບທວນຄຳເວົ້າຂອງແມ່ຂອງພວກເຂົາກັບຂ້າພະເຈົ້າ, ໂດຍກ່າວວ່າ: ພວກເຮົາບໍ່ສົງໃສເລີຍວ່າ ແມ່ຂອງພວກເຮົາຮູ້ຈັກເລື່ອງນີ້.”9
ເອໂນດ ແລະ ນົກຮົບໜຸ່ມ ໄດ້ຮັບພະລັງໂດຍສັດທາຂອງພໍ່ແມ່ຂອງເຂົາເຈົ້າ, ຊຶ່ງຊ່ວຍເຂົາເຈົ້າໃຫ້ສາມາດປະເຊີນກັບການທົດລອງຂອງເຂົາເຈົ້າໄດ້ດ້ວຍສັດທາ.
ເຮົາໄດ້ຮັບພອນຫລາຍດ້ວຍພຣະກິດຕິຄຸນທີ່ຟື້ນຟູຂອງພຣະເຢຊູຄຣິດ ໃນວັນເວລາຂອງເຮົາ, ຊຶ່ງຍົກເຮົາຂຶ້ນເມື່ອເຮົາຮູ້ສຶກທໍ້ຖອຍໃຈ ແລະ ມີບັນຫາ. ເຮົາໄດ້ຮັບຄວາມໝັ້ນໃຈວ່າ ຄວາມພະຍາຍາມຂອງເຮົາ ຈະເກີດຜົນ ໃນເວລາຂອງພຣະຜູ້ເປັນເຈົ້າເອງ ຖ້າຫາກເຮົາດຳເນີນຕໍ່ໄປຜ່ານຜ່າການທົດລອງສັດທາຂອງເຮົາ.
ເມື່ອບໍ່ດົນມານີ້ ພັນລະຍາຂອງຂ້າພະເຈົ້າ ກັບຂ້າພະເຈົ້າ, ພ້ອມດ້ວຍຝ່າຍປະທານເຂດ, ໄດ້ເດີນທາງໄປກັບແອວເດີ ເດວິດ ເອ ແບ໊ດນາ ເພື່ອໄປຮ່ວມການອຸທິດພຣະວິຫານ ໄຮຕີ ຜອດ-ອໍ-ພຣິນສ໌. ໂຮເຮ ລູກຊາຍຂອງພວກເຮົາ ທີ່ໄດ້ໄປກັບພວກເຮົາ, ເວົ້າວ່າ: “ພໍ່ເອີຍ, ໜ້າອັດສະຈັນຂະໜາດ! ທັນທີທີ່ ແອວເດີ ແບ໊ດນາ ເລີ່ມຕົ້ນກ່າວຄຳອະທິຖານອຸທິດ, ຂ້າພະເຈົ້າຮູ້ສຶກວ່າ ຫ້ອງນັ້ນເຕັມໄປດ້ວຍຄວາມອົບອຸ່ນ ແລະ ແສງສະຫວ່າງ. ຄຳອະທິຖານນັ້ນໄດ້ເຮັດໃຫ້ຂ້າພະເຈົ້າເຂົ້າໃຈຫລາຍຂຶ້ນ ກ່ຽວກັບຈຸດປະສົງຂອງພຣະວິຫານ. ມັນແມ່ນບ້ານຂອງພຣະຜູ້ເປັນເຈົ້າແທ້ໆ.
ໃນພຣະຄຳພີມໍມອນ, ນີໄຟໄດ້ສິດສອນວ່າ ເມື່ອເຮົາປາດຖະໜາທີ່ຈະຮູ້ຈັກພຣະປະສົງຂອງພຣະເຈົ້າ, ແລ້ວພຣະອົງຈະເພີ່ມຄວາມເຂັ້ມແຂງໃຫ້ເຮົາ. ເພິ່ນໄດ້ຂຽນວ່າ, “ຂ້າພະເຈົ້ານີໄຟໂດຍທີ່ມີອາຍຸໜ້ອຍຢູ່ … ແລະ ມີຄວາມປາດຖະໜາອັນແຮງກ້າຢາກຮູ້ຈັກ ຄວາມລຶກລັບຂອງພຣະເຈົ້າ, ດັ່ງນັ້ນ ຂ້າພະເຈົ້າຈຶ່ງໄດ້ຮ້ອງທູນຕໍ່ພຣະຜູ້ເປັນເຈົ້າ; ແລະ ຈົ່ງເບິ່ງ ພຣະອົງໄດ້ສະເດັດມາຫາຂ້າພະເຈົ້າ, ແລະ ເຮັດໃຫ້ໃຈຂອງຂ້າພະເຈົ້າອ່ອນລົງຈົນວ່າຂ້າພະເຈົ້າ ເຊື່ອຄຳເວົ້າທີ່ບິດາຂອງຂ້າພະເຈົ້າເວົ້າມາທັງໝົດ; ດັ່ງນັ້ນ, ຂ້າພະເຈົ້າຈຶ່ງບໍ່ໄດ້ກະບົດຕໍ່ເພິ່ນ ເໝືອນດັ່ງພວກອ້າຍຂອງຂ້າພະເຈົ້າ.”10
ອ້າຍເອື້ອຍນ້ອງທັງຫລາຍ, ຂໍໃຫ້ເຮົາຈົ່ງຊ່ວຍລູກໆຂອງເຮົາ ແລະ ທຸກຄົນທີ່ຢູ່ອ້ອມຮອບເຮົາ ໃຫ້ເດີນຕາມເສັ້ນທາງແຫ່ງພັນທະສັນຍາຂອງພຣະເຈົ້າ ເພື່ອວ່າພຣະວິນຍານຈະສາມາດສິດສອນເຂົາເຈົ້າ ແລະ ເຮັດໃຫ້ໃຈຂອງເຂົາເຈົ້າອ່ອນລົງ ເພື່ອຈະມີໃຈປາດຖະໜາທີ່ຈະຕິດຕາມພຣະອົງໄປຕະຫລອດຊີວິດຂອງເຂົາເຈົ້າ.
ເມື່ອຂ້າພະເຈົ້າໄຕ່ຕອງກ່ຽວກັບຕົວຢ່າງຂອງພໍ່ແມ່ຂອງຂ້າພະເຈົ້າ, ຂ້າພະເຈົ້າຮັບຮູ້ວ່າ ສັດທາຂອງເຮົາໃນອົງພຣະເຢຊູຄຣິດເຈົ້າ ຈະສະແດງໃຫ້ເຮົາເຫັນຫົນທາງທີ່ຈະພາເຮົາກັບບ້ານແຫ່ງສະຫວັນຂອງເຮົາ. ຂ້າພະເຈົ້າຮູ້ວ່າ ການມະຫັດສະຈັນເກີດຂຶ້ນ ຫລັງຈາກການທົດລອງສັດທາຂອງເຮົາ.
ຂ້າພະເຈົ້າເປັນພະຍານເຖິງພຣະເຢຊູຄຣິດ ແລະ ເຖິງການຊົດໃຊ້ຂອງພຣະອົງ. ຂ້າພະເຈົ້າຮູ້ວ່າ ພຣະອົງຄືພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ປົດປ່ອຍ. ພຣະອົງ ແລະ ພຣະບິດາເທິງສະຫວັນຂອງພຣະອົງ ໄດ້ສະເດັດມາໃນເຊົ້າມື້ນັ້ນ ໃນລະດູໃບໄມ້ປົ່ງ ຂອງປີ 1820 ເພື່ອມາຫາຊາຍໜຸ່ມ ໂຈເຊັບ ສະມິດ, ສາດສະດາແຫ່ງການຟື້ນຟູ. ປະທານຣະໂຊ ເອັມ ແນວສັນ ເປັນສາດສະດາໃນວັນເວລາຂອງເຮົາ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.