ພົບເຫັນຄວາມສຸກໃນການແບ່ງປັນພຣະກິດຕິຄຸນ
ເຮົາມີພຣະບິດາຜູ້ສະຖິດຢູ່ໃນສະຫວັນທີ່ຊົງຮັກ, ທີ່ລໍຖ້າໃຫ້ເຮົາກັບຄືນໄປຫາພຣະອົງ ເພື່ອຈະອວຍພອນຊີວິດຂອງເຮົາ ແລະ ຊີວິດຂອງຜູ້ຄົນທີ່ຢູ່ອ້ອມຂ້າງເຮົາ.
ເພງປະຖົມໄວທີ່ໂປດຂອງຂ້າພະເຈົ້າເພງໜຶ່ງເລີ່ມດ້ວຍຖ້ອຍຄຳເຫລົ່ານີ້:
ເຮົາເປັນສະມາຊິກຂອງ ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ.
ເຮົາຮູ້ວ່າເຮົາເປັນໃຜ.
ເຮົາຮູ້ແຜນຂອງພຣະເຈົ້າ.
ເຮົາຈະຕິດຕາມພຣະອົງດ້ວຍສັດທາ.
ເຮົາເຊື່ອໃນພຣະຜູ້ຊ່ວຍໃຫ້ລອດ, ພຣະເຢຊູຄຣິດ.1
ຊ່າງເປັນຄວາມຈິງທີ່ລຽບງ່າຍ ແລະ ສວຍງາມແທ້ໆ ເຖິງຄວາມຈິງທີ່ເຮົາເຊື່ອ!
ໃນຖານະສະມາຊິກຂອງ ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ, ເຮົາຮູ້ວ່າເຮົາເປັນໃຜ. ເຮົາຮູ້ວ່າ “ພຣະເຈົ້າເປັນພຣະບິດາຂອງເຮົາທາງວິນຍານ. ເຮົາເປັນ … ລູກຂອງພຣະອົງແທ້ໆ, ແລະ ພຣະອົງກໍຮັກເຮົາ. ເຮົາໄດ້ຢູ່ [ກັບພຣະອົງໃນສະຫວັນ] ກ່ອນເຮົາ [ໄດ້ລົງມາຢູ່ເທິງ] ໂລກ.”
ເຮົາຮູ້ຈັກແຜນຂອງພຣະເຈົ້າ. ເຮົາໄດ້ຢູ່ກັບພຣະອົງເມື່ອພຣະອົງໄດ້ສະເໜີແຜນນັ້ນ. “ຈຸດປະສົງທັງໝົດຂອງພຣະບິດາໃນສະຫວັນຂອງເຮົາ—ວຽກງານ ແລະ ລັດສະໝີພາບຂອງພຣະອົງ—ແມ່ນເພື່ອໃຫ້ເຮົາແຕ່ລະຄົນສາມາດຊື່ນຊົມກັບພອນທັງຫລາຍຂອງພຣະອົງ. ພຣະອົງ … ໄດ້ໃຫ້ມີແຜນທີ່ດີພ້ອມ ເພື່ອເຮັດໃຫ້ຈຸດປະສົງຂອງພຣະອົງບັນລຸຜົນສຳເລັດ. ເຮົາໄດ້ເຂົ້າໃຈ ແລະ ໄດ້ຮັບເອົາແຜນ … ແຫ່ງຄວາມສຸກ, … ແຫ່ງການໄຖ່, ແລະ … ແຫ່ງຄວາມລອດນີ້” ກ່ອນທີ່ເຮົາຈະລົງມາຢູ່ໃນໂລກ.
“ພຣະເຢຊູຄຣິດເປັນຜູ້ສຳຄັນໃນແຜນຂອງພຣະເຈົ້າ. ຜ່ານທາງການຊົດໃຊ້ຂອງພຣະອົງ, ພຣະເຢຊູຄຣິດເຮັດໃຫ້ຈຸດປະສົງຂອງພຣະບິດາຂອງພຣະອົງປະສົບຜົນສຳເລັດ ແລະ ເຮັດໃຫ້ເຮົາແຕ່ລະຄົນສາມາດຊື່ນຊົມກັບຄວາມເປັນອະມະຕະ ແລະ ຄວາມສູງສົ່ງ. ຊາຕານ, ຫລື ມານ, ເປັນສັດຕູຂອງແຜນຂອງພຣະເຈົ້າ” ແລະ ໄດ້ເປັນມາຕັ້ງແຕ່ຕອນຕົ້ນ.
“ອຳເພີໃຈ, ຫລື ຄວາມສາມາດທີ່ຈະເລືອກ, ແມ່ນໜຶ່ງໃນຂອງປະທານທີ່ຍິ່ງໃຫຍ່ທີ່ສຸດ ທີ່ພຣະເຈົ້າໄດ້ມອບໃຫ້ລູກໆຂອງພຣະອົງ. … ເຮົາຕ້ອງເລືອກວ່າ ເຮົາຈະເຮັດຕາມພຣະເຢຊູຄຣິດ ຫລື ເຮັດຕາມຊາຕານ.”2
ນີ້ຄືສິ່ງທີ່ລຽບງ່າຍທີ່ເຮົາສາມາດແບ່ງປັນກັບຄົນອື່ນໄດ້.
ຂ້າພະເຈົ້າຂໍແບ່ງປັນຕົວຢ່າງໜຶ່ງກັບທ່ານ ຕອນແມ່ຂອງຂ້າພະເຈົ້າໄດ້ແບ່ງປັນຄວາມຈິງທີ່ລຽບງ່າຍດັ່ງກ່າວ ໂດຍການເປີດໃຈໃຫ້ແກ່ການສົນທະນາ, ແລະ ຮັບຮູ້ໂອກາດນັ້ນ.
ເມື່ອຫລາຍປີກ່ອນ, ແມ່ຂອງຂ້າພະເຈົ້າໄດ້ກັບຄືນໄປຢາມປະເທດອາກຊັງຕີນ ກັບນ້ອງຊາຍຂອງຂ້າພະເຈົ້າ. ແມ່ຂອງຂ້າພະເຈົ້າບໍ່ມັກຂີ່ຍົນແທ້ໆ, ສະນັ້ນເພິ່ນຈຶ່ງໄດ້ຂໍໃຫ້ລູກຊາຍຄົນໜຶ່ງຂອງຂ້າພະເຈົ້າ ໃຫ້ພອນແຫ່ງການປອບໂຍນ ແລະ ການຄຸ້ມຄອງໃຫ້ເພິ່ນ. ລູກຊາຍຂອງຂ້າພະເຈົ້າໄດ້ຮັບການກະຕຸ້ນວ່າ ໃຫ້ອວຍພອນໃຫ້ແມ່ຕູ້ຍ່າຂອງລາວ ດ້ວຍການນຳພາ ແລະ ການຊີ້ນຳພິເສດຈາກພຣະວິນຍານບໍລິສຸດ ທີ່ຈະເພີ່ມຄວາມເຂັ້ມແຂງ ແລະ ສຳພັດຫົວໃຈຂອງຄົນທັງຫລາຍທີ່ຢາກຮຽນຮູ້ກ່ຽວກັບພຣະກິດຕິຄຸນ.
ຢູ່ທີ່ສະໜາມບິນເມືອງເຊົາເລັກ, ແມ່ ແລະ ນ້ອງຊາຍຂອງຂ້າພະເຈົ້າໄດ້ພົບເດັກຍິງຄົນໜຶ່ງ ອາຍຸເຈັດປີ ທີ່ກຳລັງຈະກັບບ້ານຈາກການໄປທ່ຽວຫລິ້ນສະກີ້ກັບຄອບຄົວຂອງນາງ. ເມື່ອພໍ່ແມ່ຂອງນາງໄດ້ສັງເກດເຫັນວ່ານາງໄດ້ເວົ້າລົມກັບແມ່ ແລະ ນ້ອງຊາຍຂອງຂ້າພະເຈົ້າເປັນເວລາດົນນານ, ເຂົາເຈົ້າກໍໄດ້ຕັດສິນໃຈໄປຮ່ວມລູກສາວຂອງເຂົາເຈົ້າ. ເຂົາເຈົ້າໄດ້ແນະນຳຕົວເອງ ແລະ ລູກສາວ ວ່າເຂົາເຈົ້າຄື ແອດວາໂດ, ມາຣີອາ ຊູຊານນາ, ແລະ ກີອາດາ ໂພ. ໄດ້ມີຄວາມສຳພັນທີ່ອົບອຸ່ນກັບຄອບຄົວທີ່ໜ້າຮັກນີ້.
ທັງສອງຄອບຄົວກໍຕື່ນເຕັ້ນທີ່ຈະໄດ້ເດີນທາງໃນຖ້ຽວບິນດຽວກັນ ໄປເມືອງບວຍໂນສ໌ ອາເຣສ໌ ປະເທດອາກຊັງຕີນ. ຂະນະທີ່ການສົນທະນາຂອງເຂົາເຈົ້າໄດ້ສືບຕໍ່, ແມ່ຂອງຂ້າພະເຈົ້າໄດ້ສັງເກດເຫັນວ່າ ເຂົາເຈົ້າບໍ່ເຄີຍຮູ້ຫຍັງເລີຍກ່ຽວກັບສາດສະໜາຈັກຂອງພຣະເຢຊູຄຣິດມາກ່ອນ.
ຄຳຖາມຄຳທຳອິດທີ່ ນາງຊູຊານນາ ໄດ້ຖາມກໍຄື “ເຈົ້າເລົ່າໃຫ້ຂ້ອຍຟັງໄດ້ບໍ ກ່ຽວກັບຫໍພິພິດທະພັນທີ່ສວຍງາມ ທີ່ມີຮູບປັ້ນສີຄຳ ຢູ່ເທິງຍອດຫັ້ນນ່າ?”
ແມ່ຂອງຂ້າພະເຈົ້າໄດ້ອະທິບາຍວ່າ ອາຄານທີ່ສວຍງາມນັ້ນບໍ່ໄດ້ເປັນຫໍພິພິດທະພັນ ແຕ່ເປັນພຣະວິຫານຂອງພຣະຜູ້ເປັນເຈົ້າ ບ່ອນທີ່ເຮົາເຮັດພັນທະສັນຍາກັບພຣະເຈົ້າ ເພື່ອວ່າເຮົາຈະສາມາດກັບຄືນໄປຢູ່ກັບພຣະອົງອີກໃນມື້ໜຶ່ງ. ນາງຊູຊານນາ ໄດ້ສາລະພາບກັບແມ່ຂອງຂ້າພະເຈົ້າວ່າ ກ່ອນການມາທ່ຽວທີ່ເມືອງເຊົາເລັກ, ນາງໄດ້ອະທິຖານໃຫ້ມີບາງສິ່ງມາເຮັດໃຫ້ວິນຍານຂອງນາງເຂັ້ມແຂງຂຶ້ນ.
ໃນລະຫວ່າງການບິນຖ້ຽວນັ້ນ, ແມ່ຂອງຂ້າພະເຈົ້າໄດ້ສະແດງປະຈັກພະຍານທີ່ລຽບງ່າຍ ແຕ່ເຂັ້ມແຂງ ເຖິງພຣະກິດຕິຄຸນ ແລະ ໄດ້ເຊື້ອເຊີນ ນາງຊູຊານນາ ໃຫ້ຊອກຫາຜູ້ສອນສາດສະໜາຢູ່ໃນເມືອງຂອງນາງ. ນາງຊູຊານນາ ໄດ້ຖາມແມ່ຂອງຂ້າພະເຈົ້າວ່າ, “ຂ້ອຍຈະຊອກຫາເຂົາເຈົ້າໄດ້ແນວໃດ?”
ແມ່ຂອງຂ້າພະເຈົ້າໄດ້ຕອບວ່າ, “ເຈົ້າຈະຫາເຂົາເຈົ້າໄດ້ງ່າຍໆ; ເຂົາເຈົ້າຈະເປັນຄູ່ຊາຍໜຸ່ມທີ່ໃສ່ເສື້ອສີຂາວ ແລະ ມັດກາລະວັດ ຫລື ເປັນຄູ່ຍິງໜຸ່ມທີ່ໃສ່ກະໂປ່ງ, ແລະ ເຂົາເຈົ້າຈະໃສ່ປ້າຍຊື່ທີ່ສະແດງຊື່ຂອງຕົນ ແລະ ຊື່ ‘ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ’” ນຳອີກ.
ຄອບຄົວໄດ້ແລກປ່ຽນເລກໂທລະສັບກັນ ແລະ ໄດ້ສັ່ງລາກັນໄປເມື່ອໄປເຖິງສະໜາມບິນ ເມືອງບວຍໂນສ໌ ອາເຣສ໌. ແລ້ວນາງຊູຊານນາ, ຜູ້ທີ່ນັບແຕ່ເວລານັ້ນມາໄດ້ກາຍເປັນເພື່ອນທີ່ດີຂອງຂ້າພະເຈົ້າ, ໄດ້ບອກຂ້າພະເຈົ້າຫລາຍເທື່ອວ່າ ນາງໄດ້ຮູ້ສຶກເສົ້າໃຈທີ່ຈະຈາກແມ່ຂອງຂ້າພະເຈົ້າໄປຢູ່ທີ່ສະໜາມບິນ. ນາງໄດ້ບອກວ່າ, “ແມ່ເຈົ້າໄດ້ມີຄວາມສະຫວ່າງ. ຂ້ອຍອະທິບາຍບໍ່ໄດ້, ແຕ່ເພິ່ນໄດ້ມີຄວາມສະຫວ່າງ ແລະ ແວວຕາທີ່ຂ້ອຍບໍ່ຢາກຈາກໄປເລີຍ.”
ເມື່ອນາງຊູຊານນາ ກັບເຖິງບ້ານ, ນາງ ແລະ ລູກສາວ, ນາງ ກີອາດາ, ໄດ້ໄປແບ່ງປັນປະສົບການນີ້ກັບແມ່ຂອງນາງຊູຊານນາ, ຜູ້ທີ່ອາໄສຢູ່ໃກ້ໆບ້ານຂອງເຂົາເຈົ້າ. ຂະນະທີ່ເຂົາເຈົ້າກຳລັງຂັບລົດໄປ, ບັງເອີນນາງຊູຊານນາ ໄດ້ເຫັນຊາຍໜຸ່ມສອງຄົນຍ່າງຕາມຖະໜົນ ນຸ່ງຖືຕາມທີ່ແມ່ຂອງຂ້າພະເຈົ້າໄດ້ບັນຍາຍ. ນາງໄດ້ຢຸດລົດຢູ່ໃນກາງຖະໜົນ, ອອກຈາກລົດ, ແລະ ໄດ້ຖາມຊາຍໜຸ່ມສອງຄົນນັ້ນວ່າ, “ພວກເຈົ້າມາຈາກສາດສະໜາຈັກຂອງພຣະເຢຊູຄຣິດບໍ?”
ເຂົາເຈົ້າຕອບວ່າ, “ແມ່ນແລ້ວ.”
“ຜູ້ສອນສາດສະໜາແມ່ນບໍ?” ນາງໄດ້ຖາມ.
ເຂົາເຈົ້າທັງສອງໄດ້ຕອບວ່າ, “ແມ່ນແລ້ວ!”
ແລ້ວນາງໄດ້ເວົ້າວ່າ, “ຂຶ້ນລົດຂ້ອຍ; ພວກເຈົ້າຈະໄປບ້ານຂ້ອຍ ແລະ ສອນຂ້ອຍ.”
ສອງເດືອນຕໍ່ມາ, ນາງມາຣີອາ ຊູຊານນາ ກໍໄດ້ຮັບບັບຕິສະມາ. ລູກສາວຂອງນາງ, ນາງກີອາດາ, ກໍໄດ້ຮັບບັບຕິສະມາຄືກັນເມື່ອນາງມີອາຍຸເກົ້າປີ. ພວກເຮົາຍັງລໍຖ້າ ແອດວາໂດຢູ່, ຜູ້ທີ່ພວກເຮົາຮັກ ບໍ່ວ່າຈະເປັນຈັ່ງໃດກໍຕາມ.
ຕັ້ງແຕ່ເວລານັ້ນ, ນາງຊູຊານນາ ກໍໄດ້ກາຍເປັນຜູ້ສອນສາດສະໜາທີ່ດີເລີດຄົນໜຶ່ງ ທີ່ຂ້າພະເຈົ້າເຄີຍພົບເຫັນ. ນາງເປັນເໝືອນດັ່ງພວກລູກຊາຍຂອງໂມໄຊຢາ, ນຳພາຈິດວິນຍານຫລາຍດວງມາຫາພຣະຄຣິດ.
ໃນການເວົ້າລົມຂອງພວກເຮົາຄັ້ງໜຶ່ງ, ຂ້າພະເຈົ້າໄດ້ຖາມນາງວ່າ, “ແມ່ນຫຍັງຄືເຄັດລັບຂອງເຈົ້າ? ເຈົ້າແບ່ງປັນພຣະກິດຕິຄຸນກັບຄົນອື່ນດ້ວຍວິທີໃດ?
ນາງໄດ້ບອກວ່າ, “ມັນເປັນເລື່ອງງ່າຍໆ. ທຸກໆມື້ກ່ອນຂ້ອຍອອກຈາກບ້ານຂ້ອຍໄປ, ຂ້ອຍອະທິຖານ, ຂໍໃຫ້ພຣະບິດາເທິງສະຫວັນ ຊີ້ນຳຂ້ອຍໃຫ້ໄປຫາຄົນໃດຄົນໜຶ່ງ ທີ່ຕ້ອງການພຣະກິດຕິຄຸນໃນຊີວິດຂອງເຂົາເຈົ້າ. ບາງເທື່ອຂ້ອຍຈະເອົາພຣະຄຳພີມໍມອນໄປແບ່ງປັນກັບເຂົາເຈົ້າ ຫລື ບັດນ້ອຍສົ່ງຕໍ່ຈາກຜູ້ສອນສາດສະໜາ—ແລະ ເມື່ອຂ້ອຍເລີ່ມເວົ້າລົມກັບເຂົາເຈົ້າ, ຂ້ອຍກໍພຽງແຕ່ຖາມເຂົາເຈົ້າ ຖ້າຫາກເຂົາເຈົ້າເຄີຍໄດ້ຍິນຫຍັງແດ່ກ່ຽວກັບສາດສະໜາຈັກ.”
ນາງຊູຊານນາ ກໍໄດ້ເວົ້າອີກວ່າ, “ບາງເທື່ອຂ້ອຍກໍພຽງແຕ່ຍິ້ມຂະນະທີ່ລໍຖ້າລົດໄຟ. ມື້ໜຶ່ງມີຜູ້ຊາຍຄົນໜຶ່ງໄດ້ຫລຽວເບິ່ງຂ້ອຍ ແລະ ໄດ້ເວົ້າວ່າ, ‘ເຈົ້າຍິ້ມເລື່ອງຫຍັງຢູ່ນໍ?’ ລາວໄດ້ເຮັດໃຫ້ຂ້ອຍຕົກໃຈ.
“ຂ້ອຍໄດ້ຕອບລາວວ່າ, ‘ຂ້ອຍຍິ້ມຢູ່ ເພາະວ່າຂ້ອຍມີຄວາມສຸກ!’
“ແລະ ແລ້ວລາວໄດ້ເວົ້າວ່າ, ‘ແລະ ເຈົ້າມີຄວາມສຸກເລື່ອງຫຍັງລະ?’
“ຂ້ອຍໄດ້ຕອບໄປວ່າ, ‘ຂ້ອຍເປັນສະມາຊິກຂອງ ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ, ແລະ ນັ້ນເຮັດໃຫ້ຂ້ອຍມີຄວາມສຸກ. ເຈົ້າເຄີຍໄດ້ຍິນກ່ຽວກັບສາດສະໜາຈັກນີ້ບໍ?’”
ເມື່ອລາວໄດ້ເວົ້າວ່າ ບໍ່ເຄີຍ, ນາງກໍໄດ້ເອົາບັດສົ່ງຕໍ່ໃຫ້ລາວ ແລະ ໄດ້ເຊື້ອເຊີນລາວໃຫ້ໄປຮ່ວມກອງປະຊຸມວັນອາທິດຈະມານັ້ນ. ວັນອາທິດຕໍ່ມານັ້ນ, ນາງໄດ້ທັກທາຍຊາຍຄົນນັ້ນຢູ່ທີ່ປະຕູເຂົ້າໂບດ.
ປະທານດາລິນ ເອັຈ ໂອກສ໌ ໄດ້ສິດສອນວ່າ:
“ມີສາມຢ່າງທີ່ສະມາຊິກທຸກຄົນສາມາດເຮັດໄດ້ ເພື່ອຊ່ວຍແບ່ງປັນພຣະກິດຕິຄຸນ. …
“ໜຶ່ງ, ເຮົາສາມາດອະທິຖານ ເພື່ອຂໍຄວາມປາດຖະໜາທີ່ຈະຊ່ວຍ ໃນພາກສ່ວນທີ່ຈຳເປັນຂອງວຽກງານແຫ່ງຄວາມລອດ. …
“ສອງ, ເຮົາສາມາດຮັກສາພຣະບັນຍັດ. … ສະມາຊິກທີ່ຊື່ສັດຈະມີພຣະວິນຍານ ຂອງພຣະຜູ້ຊ່ວຍໃຫ້ລອດ … ສະຖິດຢູ່ນຳເຂົາເຈົ້າຕະຫລອດເວລາ ເພື່ອຊີ້ນຳເຂົາເຈົ້າ ຂະນະທີ່ເຂົາເຈົ້າສະແຫວງຫາ ທີ່ຈະມີພາກສ່ວນໃນວຽກງານທີ່ຍິ່ງໃຫຍ່ ຂອງການແບ່ງປັນພຣະກິດຕິຄຸນທີ່ຟື້ນຟູຂອງພຣະເຢຊູຄຣິດ.
“ສາມ, ເຮົາສາມາດອະທິຖານເພື່ອຂໍການດົນໃຈເຖິງສິ່ງທີ່ ເຮົາ ສາມາດເຮັດ … ທີ່ຈະແບ່ງປັນພຣະກິດຕິຄຸນກັບຄົນອື່ນ … [ແລະ] ອະທິຖານດ້ວຍຄຳໝັ້ນສັນຍາທີ່ຈະກະທຳ ຕາມການດົນໃຈທີ່ [ເຮົາ] ໄດ້ຮັບ.”3
ອ້າຍ, ເອື້ອຍນ້ອງ, ເດັກນ້ອຍ, ແລະ ຊາວໜຸ່ມທັງຫລາຍ, ເຮົາຈະເປັນເໝືອນດັ່ງ ນາງຊູຊານນາ ເພື່ອນຂອງຂ້າພະເຈົ້າ ແລະ ແບ່ງປັນພຣະກິດຕິຄຸນກັບຄົນອື່ນໄດ້ບໍ? ເຮົາຈະສາມາດເຊື້ອເຊີນເພື່ອນຄົນໜຶ່ງ ຜູ້ທີ່ບໍ່ໄດ້ເປັນສະມາຊິກຂອງສາດສະໜາຈັກຂອງເຮົາ ໃຫ້ມາໂບດນຳເຮົາໃນວັນອາທິດໄດ້ບໍ? ຫລືວ່າ ບາງທີເຮົາຈະສາມາດແບ່ງປັນພຣະຄຳພີມໍມອນໃຫ້ກັບຍາດພີ່ນ້ອງ ຫລື ໝູ່ເພື່ອນຄົນໜຶ່ງໄດ້ບໍ? ເຮົາຈະຊ່ວຍຄົນອື່ນໃຫ້ພົບເຫັນບັນພະບຸລຸດຂອງເຂົາເຈົ້າຢູ່ທີ່ FamilySearch ຫລື ແບ່ງປັນສິ່ງທີ່ເຮົາໄດ້ຮຽນຮູ້ກາງອາທິດເມື່ອເຮົາສຶກສາຈາກປຶ້ມ ຈົ່ງຕາມເຮົາມາ ໄດ້ບໍ? ເຮົາຈະເປັນຄືກັນກັບພຣະຜູ້ຊ່ວຍໃຫ້ລອດ, ພຣະເຢຊູຄຣິດ, ຫລາຍກວ່າເກົ່າ, ແລະ ແບ່ງປັນສິ່ງທີ່ນຳຄວາມຊື່ນຊົມມາໃຫ້ເຮົາ ກັບຄົນອື່ນໄດ້ບໍ? ຄຳຕອບຕໍ່ຄຳຖາມທຸກຂໍ້ເຫລົ່ານີ້ຄື ໄດ້! ເຮົາສາມາດເຮັດໄດ້!
ຢູ່ໃນພຣະຄຳພີ ເຮົາອ່ານວ່າ “ສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດ ໄດ້ຖືກສົ່ງໄປ ‘ເພື່ອເຮັດວຽກງານໃນສວນອະງຸ່ນຂອງພຣະອົງ ເພື່ອຄວາມລອດຂອງຈິດວິນຍານຂອງມະນຸດ’ (ຄຳສອນ ແລະ ພັນທະສັນຍາ 138:56). ວຽກງານແຫ່ງຄວາມລອດນີ້ແມ່ນຮ່ວມດ້ວຍວຽກງານການເຜີຍແຜ່ຂອງສະມາຊິກ, ການຮັກສາຜູ້ປ່ຽນໃຈເຫລື້ອມໃສເອົາໄວ້, ການຊ່ວຍສະມາຊິກທີ່ບໍ່ເຂັ້ມແຂງໃຫ້ກັບມາ, ວຽກງານພຣະວິຫານ ແລະ ປະຫວັດຄອບຄົວ, ແລະ ການສິດສອນພຣະກິດຕິຄຸນ.”4
ເພື່ອນທີ່ຮັກແພງຂອງຂ້າພະເຈົ້າ, ພຣະຜູ້ເປັນເຈົ້າຕ້ອງການເຮົາ ໃຫ້ຊ່ວຍເຕົ້າໂຮມອິດສະຣາເອນ. ຢູ່ໃນ ຄຳສອນ ແລະ ພັນທະສັນຍາ ພຣະອົງໄດ້ກ່າວວ່າ, “ທັງບໍ່ໃຫ້ພວກເຈົ້າຄິດລ່ວງໜ້າວ່າພວກເຈົ້າຈະກ່າວຫຍັງ; ແຕ່ໃຫ້ສະສົມຖ້ອຍຄຳແຫ່ງຊີວິດໄວ້ໃນຈິດໃຈຂອງພວກເຈົ້າເລື້ອຍໄປ, ແລະ ມັນຈະຖືກມອບໃຫ້ແກ່ພວກເຈົ້າໃນຊົ່ວໂມງນັ້ນເອງ ສ່ວນທີ່ຈະຜອງໃຫ້ແກ່ມະນຸດທຸກຄົນ.”5
ນອກເໜືອໄປຈາກນີ້, ພຣະອົງໄດ້ສັນຍາກັບເຮົາວ່າ:
“ແລະ ຖ້າຫາກວ່າພວກເຈົ້າຕ້ອງອອກແຮງຕະຫລອດວັນເວລາຂອງພວກເຈົ້າ ໃນການປ່າວປະກາດ ການກັບໃຈແກ່ຄົນພວກນີ້, ແລະ ນຳຈິດວິນຍານດວງໜຶ່ງມາຫາເຮົາ, ຄວາມຊື່ນຊົມຂອງພວກເຈົ້າຈະໃຫຍ່ຍິ່ງພຽງໃດນຳເຂົາ ໃນອານາຈັກຂອງພຣະບິດາຂອງເຮົາ!
“ແລະ ບັດນີ້, ຖ້າຫາກພວກເຈົ້າຈະມີຄວາມຊື່ນຊົມຫລາຍພຽງນັ້ນນຳຈິດວິນຍານດວງໜຶ່ງ ທີ່ພວກເຈົ້າໄດ້ນຳມາຫາເຮົາໃນອານາຈັກຂອງພຣະບິດາຂອງເຮົາ, ແລ້ວພວກເຈົ້າຈະມີຄວາມຊື່ນຊົມຫລາຍພຽງໃດ ຖ້າຫາກພວກເຈົ້າໄດ້ນຳຈິດວິນຍານຫລາຍດວງມາຫາເຮົາ!”6
ເພງຊັ້ນປະຖົມໄວທີ່ຂ້າພະເຈົ້າໄດ້ກ່າວເຖິງໃນຕອນຕົ້ນ ກໍຈົບລົງດ້ວຍຖ້ອຍຄຳທີ່ເລິກຊຶ້ງດັ່ງນີ້ວ່າ:
ເຮົາເຊື່ອໃນພຣະຜູ້ຊ່ວຍໃຫ້ລອດ, ພຣະເຢຊູຄຣິດ.
ເຮົາຈະໃຫ້ກຽດພຣະນາມຂອງພຣະອົງ.
ເຮົາຈະເຮັດສິ່ງທີ່ຖືກຕ້ອງ;
ເຮົາຈະຕິດຕາມຄວາມສະຫວ່າງຂອງພຣະອົງ.
ເຮົາຈະປະກາດຄວາມຈິງຂອງພຣະອົງ.7
ຂ້າພະເຈົ້າເປັນພະຍານວ່າ ຖ້ອຍຄຳເຫລົ່ານີ້ຈິງ ແລະ ວ່າເຮົາມີພຣະບິດາຜູ້ສະຖິດຢູ່ໃນສະຫວັນທີ່ຊົງຮັກ, ທີ່ລໍຖ້າໃຫ້ເຮົາກັບຄືນໄປຫາພຣະອົງ ເພື່ອຈະອວຍພອນຊີວິດຂອງເຮົາ ແລະ ຊີວິດຂອງຜູ້ຄົນທີ່ຢູ່ອ້ອມຂ້າງເຮົາ. ຂໍໃຫ້ເຮົາຈົ່ງມີຄວາມປາດຖະໜາທີ່ຈະນຳອ້າຍເອື້ອຍນ້ອງຂອງເຮົາມາຫາພຣະຄຣິດ ນີ້ຄືຄຳອະທິຖານຂອງຂ້າພະເຈົ້າ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.