​2010–2019
ການ​ປ່ຽນ​ແປງ​ເພື່ອ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຊາວ​ໜຸ່ມ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸລາ 2019


ການ​ປ່ຽນ​ແປງ​ເພື່ອ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຊາວ​ໜຸ່ມ

ຊາຍ​ໜຸ່ມ ແລະ ຍິງ​ໜຸ່ມຫລາຍ​ຄົນ​ຈະ​ລຸກ​ຂຶ້ນ​ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ ແລະ ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ ເພາະການ​ເອົາ​ໃຈ​ໃສ່​ຢ່າງ​ໃກ້​ຊິດນີ້ ຕໍ່ຊາວ​ໜຸ່ມ​ຂອງ​ພວກ​ເຮົາ.

ຂອບ​ໃຈ​ຫລາຍໆ, ປະທານ​ແນວສັນທີ່​ຮັກ​ແພງ, ສຳ​ລັບ​ການ​ນຳ​ພາ​ໂດຍ​ການ​ເປີດ​ເຜີຍ​ທີ່​ໜ້າ​ປິ​ຕິ​ຍິນ​ດີນັ້ນ ກ່ຽວ​ກັບ ພະ​ຍານ​ຢູ່​ທີ່​ພິ​ທີ​ບັບ​ຕິ​ສະ​ມາ ແລະ ສຳ​ລັບ​ການ​ຊີ້​ນຳ​ທີ່​ທ່ານ​ມອບ​ໝາຍ​ໃຫ້​ພວກ​ເຮົາ​ແບ່ງ​ປັນ ເພື່ອ​ຊ່ວຍ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຊາວ​ໜຸ່ມ ແລະ ພັດ​ທະ​ນາ​ສັກ​ກະ​ຍະ​ພາບ​ທີ່​ສັກ​ສິດ​ຂອງ​ເຂົາ​ເຈົ້າ.

ກ່ອນ​ທີ່​ຂ້າ​ພະ​ເຈົ້າ​ຈະ​ກ່າວ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ເຫລົ່າ​ນັ້ນ, ພວກ​ເຮົາ​ຂໍ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ດ້ວຍ​ຄວາມ​ຈິງ​ໃຈ ສຳ​ລັບ​ການ​ຕອບ​ຮັບ​ຂອງ​ສະ​ມາ​ຊິກ​ໃນ​ວິ​ທີ​ທີ່​ເກີນ​ຄາດ​ໝາຍ ຕໍ່​ການ​ພັດ​ທະ​ນາ​ທີ່​ຕໍ່​ເນື່ອງ​ໃນ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ. ຕາມ​ທີ່​ປະທານ ແນວສັນ ໄດ້​ແນະ​ນຳ​ປີ​ກາຍນີ້, ຊ່ຳ​ກັບ​ວ່າ​ທ່ານ​ໄດ້​ກິນ​ຢາ​ວິຕາມິນ ເນາະ!1

ທ່ານ​ໄດ້​ສຶກ​ສາ​ປຶ້ມ ຈົ່ງ​ຕາມ​ເຮົາ​ມາ ຢູ່​ທີ່​ບ້ານ2 ດ້ວຍ​ຄວາມ​ຊື່ນ​ຊົມ. ທ່ານ​ກໍ​ໄດ້​ຮັບ​ເອົາ​ການ​ປ່ຽນ​ແປງ​ຢູ່​ທີ່​ໂບດ​ນຳ​ອີກ. ສະ​ມາ​ຊິກ​ໃນ​ກຸ່ມ​ແອວເດີ ແລະ ເອື້ອຍ​ນ້ອງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ກໍ​ໄດ້​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ ໃນ​ການ​ເຮັດ​ວຽກ​ງານ​ແຫ່ງ​ຄວາມ​ລອດ.3

ພວກ​ເຮົາ​ມີ​ຄວາມ​ກະ​ຕັນ​ຍູຢ່າງ​ລົ້ນ​ເຫລືອ.4 ພວກ​ເຮົາ​ກໍ​ກະ​ຕັນ​ຍູ​ຫລາຍ​ຕໍ່​ຊາວ​ໜຸ່ມ​ຂອງ​ພວກ​ເຮົາ​ໂດຍ​ສະ​ເພາະ ທີ່​ຍັງ​ເຂັ້ມ​ແຂງ ແລະ ຊື່​ສັດເໝືອນ​ເດີມ.

ຊາວ​ໜຸ່ມ​ຂອງ​ພວກ​ເຮົາ​ມີ​ຊີ​ວິດ​ຢູ່​ໃນ​ຊ່ວງ​ເວ​ລາ​ທີ່​ໜ້າ​ຕື່ນ​ເຕັ້ນ ແຕ່​ກໍ​ມີ​ການ​ທ້າ​ທາຍນຳ​ອີກ. ມີ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ໃຫ້​ເລືອກ ຫລາຍກວ່າ​ທີ່ຜ່ານ​ມາ. ຍົກ​ຕົວ​ຢ່າງ: ມື​ຖື​ທີ່​ທັນ​ສະ​ໄໝ ກໍ​ມີ​ຂໍ້​ມູນ​ທີ່​ສຳ​ຄັນ ແລະ ເຊີດ​ຊູ​ໃຈ ຈົນ​ໜ້າ​ເຫລືອ​ເຊື່ອ, ລວມ​ທັງ​ປະ​ຫວັດ​ຄອບ​ຄົວ ແລະ ພຣະ​ຄຳ​ພີ​ທີ່​ສັກ​ສິດ. ​ກົງ​ກັນ​ຂ້າມ, ມັນ​ກໍ​ມີ​ເລື່ອງ​ທີ່​ໂງ່​ຈ້າ, ຜິດ​ສິນ​ທຳ, ແລະ ຊົ່ວ​ຮ້າຍ ບັນ​ຈຸ​​ຢູ່ໃນ​ນັ້ນ​ຄື​ກັນ ຊຶ່ງບໍ່​ເຄີຍ​ເປີດ​ເຜີຍ​ມາ​ກ່ອນ.

ຮູບ​ພາບ
ຫລັກ​ສູດ​ການ​ເຮັດ​ໃຫ້​ບ້ານ​ເຮືອນ​ເປັນ​ສູນ​ກາງ
ຮູບ​ພາບ
ກິດ​ຈະ​ກຳຂອງ​ຊາວ​ໜຸ່ມ

ເພື່ອ​ຊ່ວຍ​ຊາວ​ໜຸ່ມ​ຂອງ​ພວກ​ເຮົາ​ໃຫ້​ເລືອກ​ໃຊ້​ສິ່ງເຫລົ່າ​ນີ້​ຢ່າງ​ຖືກ​ຕ້ອງ, ສາດ​ສະ​ໜາ​ຈັກ​ຈຶ່ງ​ໄດ້​ຈັດ​​ຕັ້ງ​ໂຄງການ​ລິ​ເລີ່ມ​ສາມ​ຢ່າງ ທີ່​ເລິກ​ຊຶ້ງ ແລະ ເຂົ້າ​ໃຈ​ງ່າຍ. ຢ່າງ​ທຳ​ອິດ, ຫລັກສູດ​ໄດ້​ຖືກ​ດັດ​ແປງ​ໃຫ້​ດີ​ຂຶ້ນກວ່າ​ເກົ່າ ແລະ ຂະ​ຫຍາຍ​ໄປ​ເຖິງ​ບ້ານ​ເຮືອນ. ຢ່າງ​ທີ​ສອງ, ໂຄງ​ການ​ສຳ​ລັບເດັກ​ນ້ອຍ ແລະ ຊາວ​ໜຸ່ມ ຊຶ່ງ​ຮ່ວມດ້ວຍ​ກິດ​ຈະ​ກຳ​ທີ່​ໜ້າ​ສົນ​ໃຈ ແລະ ການ​ພັດ​ທະ​ນາ​ສ່ວນ​ຕົວ ໄດ້​ຖືກ​ນຳ​ສະ​ເໜີ ໃນວັນ​ອາ​ທິດ​ແລ້ວນີ້ ໂດຍ​ປະທານ​ຣະ​ໂຊ ເອັມ ແນວສັນ, ປະທານ​ເອັມ ຣະໂຊ ບາເລີດ, ແລະ ເຈົ້າ​ໜ້າ​ທີ່​ສາ​ມັນ. ໂຄງການ​ລິ​ເລີ່ມ​ຢ່າງ​ທີ​ສາມ ແມ່ນ​ການ​ປ່ຽນ​ແປງ​ການ​ຈັດ​ຕັ້ງ ເພື່ອ​ເຮັດ​ໃຫ້​ກຸ່ມ​ຊາວ​ໜຸ່ມ ເປັນ​ຈຸດ​ສຸມ​ຂອງ​ອະ​ທິ​ການ ແລະ ຜູ້​ນຳ​ຄົນ​ອື່ນໆ. ຈຸດ​ສຸມນີ້​ຈະ​ເປັນ​ທາງວິນ​ຍານ​ທີ່​ມີ​ພະ​ລັງ ແລະ ຊ່ວຍ​ຊາວ​ໜຸ່ມ​ຂອງ​ພວກ​ເຮົາ ໃຫ້​ກາຍ​ເປັນ​ກອງ​ທັບ​ຊາວໜຸ່ມ ທີ່​ປະ​ທານ​ແນວສັນ ​ໄດ້​ຂໍ​ຮ້ອງ​ເຂົາ​ເຈົ້າ​ໃຫ້​ກາຍ​ເປັນ.

ແບບ​ແຜນ​ທີ່​ກ່ຽວ​ພັນ​ກັນ

ໂຄງ​ການ​ເຫລົ່າ​ນີ້, ພ້ອມ​ທັງ​ສິ່ງ​ທີ່​ໄດ້​ປະ​ກາດ​ໄປ​ແລ້ວ ລະ​ຫວ່າງ​ເມື່ອບໍ່​ຫລາຍ​ປີ​ຜ່ານ​ມານີ້, ແມ່ນ​ກ່ຽວ​ພັນ​ກັນ. ການ​ປ່ຽນ​ແປງ​ແຕ່​ລະ​ຢ່າງ ກໍ​ເປັນ​ພາກ​ສ່ວນ​ທີ່​ສຳ​ຄັນ​ຂອງ​ແບບ​ແຜນ​ທີ່​ກ່ຽວ​ພັນ​ກັນ ເພື່ອ​ເປັນ​ພອນ​ໃຫ້​ແກ່​ໄພ່​ພົນ ແລະ ກະ​ກຽມ​ເຂົາ​ເຈົ້າ​ເພື່ອ​ພົບ​ກັບ​ພຣະ​ເຈົ້າ.

ພາກ​ສ່ວນ​ໜຶ່ງ​ຂອງ​ແບບ​ແຜນ ແມ່ນ​ກ່ຽວ​ກັບ​ຄົນ​ລຸ້ນ​ໃໝ່. ຊາວ​ໜຸ່ມ​ຂອງ​ພວກ​ເຮົາ​ໄດ້​ຖືກ​ຂໍ​ໃຫ້​ຮັບ​ເອົາ​ໜ້າ​ທີ່​ຮັບ​ຜິດ​ຊອບເປັນ​ສ່ວນ​ຕົວ ໃນ​ໄວ​ເຍົາ—ໂດຍ​ທີ່ພໍ່​ແມ່ ແລະ ຜູ້​ນຳບໍ່​ໄດ້​ເຮັດແທນ ໃນ​ສິ່ງ​ທີ່​ຊາວ​ໜຸ່ມ​ສາ​ມາດ​ເຮັດ​ໄດ້​ດ້ວຍ​ຕົວ​ເອງ.5

ການ​ປະ​ກາດ

ມື້ນີ້ ພວກ​ເຮົາ​ຂໍ​ປະ​ກາດ​ການ​ປ່ຽນ​ແປງ​ການ​ຈັດ​ຕັ້ງສຳ​ລັບ​ຊາວ​ໜຸ່ມ ໃນ​ລະ​ດັບ​ຫວອດ ແລະ ລະ​ດັບສະເຕກ. ດັ່ງ​ທີ່​ປະ​ທານ​ແນວສັນ​ ໄດ້​ອະ​ທິ​ບາຍ, ຊິດສະເຕີ ບອນນີ ເອັຈ ຄໍດອນ ຈະ​ກ່າວ​ເຖິງການ​ປ່ຽນ​ແປງ​ສຳ​ລັບ​ກຸ່ມ​ຍິງ​ໜຸ່ມ ໃນ​ຕອນ​ແລງນີ້. ຈຸດ​ປະ​ສົງ​ໜຶ່ງ​ຂອງ​ການ​ປ່ຽນ​ແປງ ທີ່​ຂ້າ​ພະ​ເຈົ້າ​ຈະ​ກ່າວ​ຕໍ່​ໄປ​ນີ້ ແມ່ນ​ເພື່ອ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຜູ້​ດຳ​ລົງ, ໃຫ້​ແກ່ກຸ່ມ, ແລະ ໃຫ້​ແກ່​ຝ່າຍ​ປະ​ທານ​ກຸ່ມຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາໂຣນ. ການ​ປ່ຽນ​ແປງນີ້ ຈະ​ເຮັດ​ໃຫ້​ການ​ປະ​ຕິ​ບັດຂອງ​ເຮົາ​ສອດ​ຄ່ອງ​ກັບ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 107:15, ທີ່​ອ່ານ​ວ່າ, “ຝ່າຍ​ອະ​ທິ​ການ​ເປັນ​ຝ່າຍ​ປະ​ທານ​ຂອງ​ຖາ​ນະ​ປະ​ໂລ​ຫິດ [ແຫ່ງ​ອາໂຣນ] ນີ້, ຖື​ຂໍ​ກະແຈ ຫລື ສິດ​ອຳນາດ​ຂອງ​ຖານະ​ປະ​ໂລ​ຫິດ​ດັ່ງ​ກ່າວ.”

ໜ້າ​ທີ່​ຢ່າງ​ໜຶ່ງ​ຂອງ​ອະ​ທິ​ການຕາມ​ພຣະ​ຄຳ​ພີ​ແມ່ນ ເພື່ອ​ຄວບ​ຄຸມ ແລະ ນັ່ງ​ຢູ່​ໃນ​ສະ​ພາ​ກັບ​ພວກ​ເຂົາ, ເພື່ອສິດ​ສອນ​ໜ້າ​ທີ່​ໃຫ້​ພວກ​ເຂົາ.6 ນອກ​ເໜືອ​ຈາກນີ້ແລ້ວ, ທີ່​ປຶກ​ສາ​ທີ​ໜຶ່ງ​ໃນ​ຝ່າຍ​ອະ​ທິ​ການ ຈະ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ສະ​ເພາະຕໍ່​​ກຸ່ມຄູ​ສອນ ແລະ ທີ່​ປຶກ​ສາ​ທີ​ສອງ​ຕໍ່​ກຸ່ມມັກ​ຄະ​ນາ​ຍົກ.

ຕາມນັ້ນ, ເພື່ອ​ໃຫ້​ສອດ​ຄ່ອງ​ກັບ​ການ​ເປີດ​ເຜີຍ​ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ, ຝ່າຍ​ປະ​ທານ​ກຸ່ມ​ຊາຍ​ໜຸ່ມ ໃນ​ລະ​ດັບ​ຫວອດ​ຈະຖືກ​ຍົກ​ເລີກ. ອ້າຍ​ນ້ອງ​ທີ່​ຊື່​ສັດ​ເຫລົ່າ​ນີ້ ​ໄດ້​ເຮັດ​ຄວາມ​ດີ​ຢ່າງ​ຫລວງ​ຫລາຍ, ແລະ ພວກ​ເຮົາ​ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ນຳ​ເຂົາ​ເຈົ້າ.

ມັນ​ເປັນ​ຄວາມ​ຫວັງ​ຂອງ​ພວກ​ເຮົາ​ທີ່​ຈະ​ໃຫ້​ຝ່າຍ​ອະ​ທິ​ການ ເນັ້ນໜັກ ແລະ ເອົາ​ໃຈ​ໃສ່​ຕໍ່​ໜ້າ​ທີ່​ຮັບ​ຜິດ​ຊອບ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ກຸ່ມ​ຊາຍ​ໜຸ່ມ ແລະ ຊ່ວຍ​ເຂົາ​ເຈົ້າ​ໃນ​ໜ້າ​ທີ່​ກຸ່ມ​ຂອງ​ເຂົາ​ເຈົ້າ. ຜູ້​ໃຫຍ່​ທີ່​ມີ​ຄວາມ​ສາ​ມາດ ທີ່​ເປັນຜູ້​ໃຫ້​ຄຳ​ແນະ​ນຳ​ກຸ່ມ​ຊາຍ​ໜຸ່ມ ຈະ​ຖືກ​ເອີ້ນ​ໃຫ້​ເປັນ​ຜູ້​ຊ່ວຍຝ່າຍ​ປະ​ທານກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາໂຣນ ແລະ ຝ່າຍ​ອະ​ທິ​ການ ໃນ​ໜ້າ​ທີ່​ຂອງ​ພວກ​ເພິ່ນ.7 ພວກ​ເຮົາ​ໝັ້ນ​ໃຈ​ວ່າ ຊາຍ​ໜຸ່ມ ແລະ ຍິງ​ໜຸ່ມຫລາຍ​ຄົນ​ຈະ​ລຸກ​ຂຶ້ນ​ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ ແລະ ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ ເພາະການ​ເອົາ​ໃຈ​ໃສ່​ຢ່າງ​ໃກ້​ຊິດນີ້ ຕໍ່ຊາວ​ໜຸ່ມ​ຂອງ​ພວກ​ເຮົາ.

ໃນ​ແບບ​ແຜນ​ທີ່​ດົນ​ໃຈ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ອະ​ທິ​ການ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຕໍ່​ທຸກ​ຄົນ​ຢູ່​ໃນ​ຫວອດ. ເພິ່ນ​ເປັນ​ພອນ​ໃຫ້​ແກ່​ພໍ່​ແມ່​ຂອງ​ຊາວໜຸ່ມ ​ທັງຊາວ​ໜຸ່ມ​ດ້ວຍ. ອະ​ທິ​ການ​ຄົນ​ໜຶ່ງ​ໄດ້​ພົບ​ເຫັນ​ວ່າ ຂະ​ນະ​ທີ່​ເພິ່ນ​ເວົ້າ​ລົມ​ກັບ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ຜູ້​ທີ່​ມີ​ບັນ​ຫາ​ເລື່ອງ​ການ​ເບິ່ງຮູບ​ພາບ​ລາ​ມົກ, ເພິ່ນ​ຈະ​ສາ​ມາດ​ຊ່ວຍ​ເຫລືອ​ຊາຍ​ໜຸ່ມ​ຄົນ​ນັ້ນ ໃນ​ການ​ກັບ​ໃຈ​ຂອງ​ລາວໄດ້ ພຽງ​ແຕ່​ເມື່ອ​ເພິ່ນຊ່ວຍ​ພໍ່​ແມ່​ຂອງ​ລາວ​ໃຫ້​ປະ​ພຶດ​ດ້ວຍ​ຄວາມຮັກ ແລະ ຄວາມ​ເຂົ້າ​ໃຈ. ການ​ປິ່ນ​ປົວ​ຂອງ​ຊາຍ​ໜຸ່ມ ກໍ​ເປັນ​ການ​ປິ່ນ​ປົວ​ຂອງ​ຄອບ​ຄົວ​ລາວ​ຄື​ກັນ ແລະ ເປັນ​ໄປ​ໄດ້​ຜ່ານ​ທາງ​ອະ​ທິ​ການ ທີ່​ທຳ​ງານ​ເພື່ອ​ຕາງ​ໜ້າ​ໃຫ້ຄອບ​ຄົວ​ທັງ​ໝົດ. ຕອນນີ້ ຊາຍ​ໜຸ່ມ​ຄົນ​ນັ້ນ​ໄດ້​ກາຍ​ເປັນ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ທີ່​ມີ​ຄ່າ​ຄວນ ແລະ ເປັນ​ຜູ້​ສອນ​ສາດ​ສະ​ໜາ​ເຕັມ​ເວ​ລາ.

ດັ່ງ​ທີ່​ເລື່ອງນີ້​ແນະ​ນຳ, ການ​ປ່ຽນ​ແປງ​ເຫລົ່າ​ນີ້​ຈະ:

  • ຊ່ວຍ​ອະ​ທິ​ການ ແລະ ທີ່​ປຶກ​ສາ​ຂອງ​ເພິ່ນ ໃຫ້ສຸມ​ໃສ່​ໜ້າ​ທີ່​ຮັບ​ຜິດ​ຊອບ​ຫລັກຂອງ​ພວກ​ເພິ່ນ ຕໍ່​ຊາວ​ໜຸ່ມ ແລະ ເດັກ​ນ້ອຍ​ຊັ້ນ​ປະ​ຖົມ​ໄວ.

  • ວາງອຳ​ນາດ ແລະ ໜ້າ​ທີ່​ຂອງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາໂຣນ​ໄວ້​ຢູ່​ທີ່ຈຸດ​ໃຈ​ກາງ​ຊີ​ວິດ​ສ່ວນ​ຕົວ ແລະ ເປົ້າ​ໝາຍ​ຂອງ​ຊາຍ​ໜຸ່ມ.

ການ​ປ່ຽນ​ແປງ​ເຫລົ່າ​ນີ້​ກໍ​ຍັງ:

  • ເນັ້ນ​​ໜັກ​ເຖິງ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ຝ່າຍ​ປະ​ທານ​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາໂຣນ ແລະ ການ​ລາຍ​ງານ​ໂດຍ​ກົງ​ຕໍ່​ຝ່າຍ​ອະ​ທິ​ການ​ຂອງ​ເຂົາ​ເຈົ້າ​ນຳ​ອີກ.

  • ຈູງ​ໃຈ​ຜູ້​ນຳຜູ້​ໃຫຍ່ ໃຫ້ເປັນ​ຜູ້​ຊ່ວຍ ແລະ ເປັນ​ຜູ້​ແນະ​ນຳ​ຂອງ​ຝ່າຍ​ປະ​ທານ​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາໂຣນ ໃນ​ການ​ຂະ​ຫຍາຍ​ອຳ​ນາດ ແລະ ສິດ​ອຳ​ນາດ​ຂອງ​ຕຳ​ແໜ່ງ​ຂອງ​ເຂົາ​ເຈົ້າ.

ຕາມ​ທີ່​ເຫັນ, ການ​ປ່ຽນ​ແປງ​ເຫລົ່າ​ນີ້ ບໍ່​ໄດ້​ລົດ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ຝ່າຍ​ອະ​ທິ​ການ​ໃຫ້​ໜ້ອຍ​ລົງ​ສຳ​ລັບ ກຸ່ມ​ຍິງ​ໜຸ່ມ. ດັ່ງ​ທີ່​ປະ​ທານ​ແນວສັນ ຫາ​ກໍ​ໄດ້​ສິດ​ສອນ​ວ່າ, “ໜ້າ​ທີ່​ຮັບ​ຜິດ​ຊອບທຳ​ອິດ ແລະ ສຳ​ຄັນ​ທີ່​ສຸດ [ຂອງ​ອະ​ທິ​ການ] ຄື ທີ່​ຈະ​ດູ​ແລ​ຊາຍ​ໜຸ່ມ ແລະ ຍິງ​ໜຸ່ມ ຂອງ​ຫວອດ​ເພິ່ນ.”8

ອະ​ທິ​ການທີ່​ເຮົາ​ຮັກ ຜູ້​ທຳ​ງານ​ຢ່າງ​ຂະ​ຫຍັນ ຈະ​ບັນ​ລຸ​ໜ້າ​ທີ່​ຮັບ​ຜິດ​ຊອບນີ້​ໄດ້​ແນວ​ໃດ? ດັ່ງ​ທີ່​ທ່ານ​ຈື່​ໄດ້, ໃນ​ປີ 2018 ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ໄດ້​ຖືກ​ປ່ຽນ​ແປງ ເພື່ອໃຫ້ທຳ​ງານ​ຮ່ວມ​ກັບ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ຢ່າງ​ໃກ້​ຊິດ ເພື່ອ​ວ່າ​ກຸ່ມ​ແອວເດີ ແລະ ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ, ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ອະ​ທິ​ການ, ຈະ​ຊ່ວຍ​ແບ່ງ​ເບົາ​ໜ້າ​ທີ່​ຮັບ​ຜິດ​ຊອບອັນ​ສຳ​ຄັນ ຊຶ່ງ​ແຕ່​ກ່ອນ​ອະ​ທິ​ການໄດ້​ໃຊ້​ເວ​ລາ​ນຳ​ຫລາຍ. ໜ້າ​ທີ່​ຮັບ​ຜິດ​ຊອບ​ເຫລົ່າ​ນີ້​ແມ່ນ​ລວມ​ທັງ​ວຽກ​ງານ​ເຜີຍ​ແຜ່ ແລະ ວຽກ​ງານ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ ຢູ່​ໃນ​ຫວອດ9—ພ້ອມ​ທັງ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ສະ​ມາ​ຊິກ​ຂອງ​ຫວອດ.

ຮູບ​ພາບ
ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ອະ​ທິ​ການ

ອະ​ທິ​ການ ບໍ່​ສາ​ມາດ ມອບ​ໝາຍ​ໜ້າ​ທີ່​ຮັບ​ຜິດ​ຊອບ, ດັ່ງ​ເຊັ່ນ ການ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຊາວ​ໜຸ່ມ, ການ​ເປັນ​ຜູ້​ຕັດ​ສິນ​ທົ່ວ​ໄປ, ການ​ດູ​ແລ​ຄົນ​ຂັດ​ສົນ, ແລະ ການ​ດູ​ແລ​ຝ່າຍ​ການ​ເງິນ ແລະ ​ວຽກ​ການຝ່າຍ​ໂລກ ໃຫ້​ຄົນ​ອື່ນ​ດູ​ແລ​ແທນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ສິ່ງ​ເຫລົ່າ​ນີ້​ແມ່ນ​ໜ້ອຍກວ່າ​ທີ່​ເຮົາ​ເຄີຍ​ເຂົ້າ​ໃຈ​ໃນ​ອະ​ດີດ. ດັ່ງ​ທີ່ ແອວເດີ ແຈັບຟະຣີ ອາ ຮໍແລນ ໄດ້​ອະ​ທິ​ບາຍ​ປີ​ກາຍນີ້ ຕອນປະ​ກາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຕໍ່​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ທີ່ວ່າ: “ແນ່ນອນ, ອະ​ທິ​ການ​​ຍັງ​ຄົງເປັນ​ຜູ້​ຄວບ​ຄຸມ​ກຸ່ມ​ມະ​ຫາ​ປະ​ໂລ​ຫິດ​ຂອງ​ຫວອດ​ຢູ່. ການ​ປ່ຽນ​ແປງ​ໃໝ່ນີ້ [ຂອງກຸ່ມ​ແອວເດີ ແລະ ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ] ຈະ​ໃຫ້​ອະ​ທິ​ການ​ສາ​ມາດຄວບ​ຄຸມ​ວຽກ​ງານ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ແລະ ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ໂດຍ​ທີ່ບໍ່​ຕ້ອງ​ເຮັດ​ວຽກໃຫ້​ທັງ​ສອງ​ກຸ່ມນີ້.10

ຍົກ​ຕົວ​ຢ່າງ, ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ແລະ ປະ​ທານ​ກຸ່ມ​ແອວເດີ, ຕາມ​ທີ່​ຖືກມອບ​ໝາຍ, ສາ​ມາດ​ຮັບ​ເອົາ​ບົດ​ບາດ​ທີ່​ສູງກວ່າ ໃນການ​ໃຫ້​ຄຳ​ແນະ​ນຳ​ແກ່​ຜູ້​ໃຫຍ່—ເຊັ່ນ​ດຽວ​ກັນ​ກັບ​ປະ​ທານ​ກຸ່ມ​ຍິງ​ໜຸ່ມ ສາ​ມາດ​ໃຫ້​ຄຳ​ແນະ​ນຳ​ແກ່​ຍິງໜຸ່ມ. ຂະ​ນະ​ທີ່​ອະ​ທິ​ການ​ເປັນ​ຄົນ​ດຽວ​ເທົ່າ​ນັ້ນ​ທີ່​ສາ​ມາດ​ຮັບ​ໃຊ້​ເປັນ​ຜູ້​ຕັດ​ສິນ​ທົ່ວ​ໄປ, ສ່ວນ​ຜູ້​ນຳຄົນ​ອື່ນໆ​ເຫລົ່າ​ນີ້ ກໍ​ສາ​ມາດ​ຮັບ​ເອົາ​ການ​ເປີດ​ເຜີຍ​ຈາກ​ສະ​ຫວັນ​ໄດ້ ເພື່ອ​ຊ່ວຍ​ກັບ​ການ​ທ້າ​ທາຍ​ຕ່າງໆ ທີ່ບໍ່​ຈຳຕ້ອງເຂົ້າ​ຫາ​ຜູ້​ຕັດ​ສິນ​ທົ່ວ​ໄປ ຫລື ໃນ​ສິ່ງ​ທີ່ບໍ່​ກ່ຽວ​ພັນ​ກັບ​ການ​ຂົ່ມ​ເຫັງ​ໃດໆ.11

ແຕ່​ກໍ​ບໍ່​ໄດ້​ໝາຍ​ຄວາມ​ວ່າ ຍິງ​ໜຸ່ມບໍ່​ສາ​ມາດ ຫລື ບໍ່​ຄວນ​ເວົ້າ​ລົມ​ກັບ​ອະ​ທິ​ການ ຫລື ພໍ່​ແມ່​ຂອງ​ເຂົາ​ເຈົ້າ. ຈຸດ​ສຸມ​ຂອງ​ພວກ​ເພິ່ນ​ແມ່ນ​ຊາວ​ໜຸ່ມ! ແຕ່​ມັນ​ໝາຍ​ຄວາມ​ວ່າ ຜູ້​ນຳ​ກຸ່ມ​ຍິງ​ໜຸ່ມ​ອາດ​ເປັນ​ຜູ້​ທີ່​ເໝາະ​ສົມ​ຫລາຍ​ທີ່​ສຸດ ທີ່​ຈະ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຍິງໜຸ່ມ​ແຕ່​ລະ​ຄົນ. ຝ່າຍ​ອະ​ທິ​ການ​ກໍ​ມີ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ​ກັບ​ຍິງ​ໜຸ່ມ ເທົ່າໆ​ກັບ​ຊາຍ​ໜຸ່ມ, ແຕ່​ພວກ​ເຮົາ​ຮັບ​ຮູ້​ເຖິງ​ພະ​ລັງ​ທີ່​ມາ​ຈາກ​ຜູ້​ນຳ​ກຸ່ມ​ຍິງໜຸ່ມ​ທີ່​ເຂັ້ມ​ແຂງ, ຫ້າວ​ຫັນ, ເອົາ​ໃຈ​ໃສ່, ​ຮັກ, ແລະ ໃຫ້​ຄຳ​ແນະ​ນຳ, ໂດຍ​ທີ່ບໍ່​ກ້າວ​ກ່າຍ​ບົດ​ບາດ​ຂອງ​ຝ່າຍ​ປະ​ທານ​ຫ້ອງ ແຕ່​ຊ່ວຍ​ຊາວ​ໜຸ່ມ​ໃຫ້​ບັນ​ລຸ​ບົດ​ບາດ​ຂອງ​ເຂົາ​ເຈົ້າ.

ຊິດສະເຕີ ຄໍດອນ ຈະ​ກ່າວ​ເຖິງ​ການ​ປ່ຽນ​ແປງ​ເພີ່ມ​ເຕີມ​ທີ່​ໜ້າ​ຕື່ນ​ເຕັ້ນ ສຳ​ລັບ​ກຸ່ມ​ຍິງ​ໜຸ່ມ ໃນ​ຕອນ​ແລງນີ້. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂ້າ​ພະ​ເຈົ້າ​ຂໍ​ປະ​ກາດ​ວ່າ ຕໍ່​ໄປ​ນີ້ ປະ​ທານ​ກຸ່ມ​ຍິງ​ໜຸ່ມ​ຂອງຫວອດ ຈະ​ລາຍ​ງານ ແລະ ປຶກ​ສາ​ຫາ​ລື​ກັບ​ອະ​ທິ​ການ​ຂອງ​ຫວອດໂດຍ​ກົງ. ແຕ່​ຜ່ານ​ມາ, ການມອບ​ໝາຍນີ້ ສາ​ມາດ​ໃຫ້​ທີ່​ປຶກ​ສາ​ເປັນ​ຜູ້​ເຮັດແທນ​ໄດ້, ນັບຈາກນີ້​ໄປ, ໜ້າ​ທີ່​ຮັບ​ຜິດ​ຊອບກຸ່ມ​ຍິງ​ໜຸ່ມ​ໂດຍ​ກົງ ຈະ​ຕົກ​ຢູ່​ທີ່​ຜູ້​ດຳ​ລົງ​ຂໍ​ກະ​ແຈຄວບ​ຄຸມ​ຫວອດ. ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ຈະ​ລາຍ​ງານ​ຕໍ່​ອະ​ທິ​ການ​ໂດຍ​ກົງຢູ່​ຄື​ເກົ່າ.12

ໃນ​ລະ​ດັບ​ສາ​ມັນ ແລະ ລະ​ດັບ​ສະເຕກ, ພວກ​ເຮົາ​ຈະ​ມີ​ຝ່າຍ​ປະ​ທານ​ອົງ​ການ​ຊາຍ​ໜຸ່ມ​ຢູ່​ຄື​ເກົ່າ. ໃນ​ລະ​ດັບ​ສະເຕກ, ສະ​ມາ​ຊິກ​ສະ​ພາ​ສູງ​ຈະ​ເປັນ​ປະ​ທານ​ອົງ​ການ​ຊາຍໜຸ່ມ13 ແລະ, ພ້ອມ​ດ້ວຍ​ສະ​ມາ​ຊິກ​ສະ​ພາ​ສູງ​ທີ່​ຖືກມອບ​ໝາຍ​ຕໍ່​ອົງ​ການ​ຍິງ​ໜຸ່ມ ແລະ ອົງ​ການ​ປະ​ຖົມ​ໄວ, ຈະ​ເປັນ​ພາກ​ສ່ວນ​ໃນ​ຄະ​ນະ​ກຳ​ມະ​ການ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາໂຣນ–ອົງ​ການ​ຍິງໜຸ່ມຂອງ​ສະເຕກ. ອ້າຍ​ນ້ອງ​ເຫລົ່າ​ນີ້​ຈະ​ທຳ​ງານ​ຮ່ວມ​ກັບ​ຝ່າຍ​ປະ​ທານ​ອົງ​ການ​ຍິງໜຸ່ມ​ຂອງ​ສະເຕກ ໃນ​ຄະ​ນະ​ກຳ​ມະ​ການນີ້. ໂດຍ​ມີ​ທີ່​ປຶກ​ສາ​ຂອງ​ປະ​ທານ​ສະເຕກ​ເປັນ​ປະ​ທານ​ຄະ​ນະ​ກຳ​ມະ​ການ, ຄະ​ນະ​ກຳ​ມະ​ການ​ນີ້​ຈະ​ເພີ່ມ​ຄວາມ​ສຳ​ຄັນ ເພາະ​ລາຍ​ການ ແລະ ກິດ​ຈະ​ກຳ​ຫລາຍ​ຢ່າງ ໃນ​ໂຄງ​ການ​ລິ​ເລີ່ມໃໝ່​ສຳ​ລັບ​ເດັກ​ນ້ອຍ ແລະ ຊາຍໜຸ່ມ ຈະຢູ່​ໃນ​ລະ​ດັບ​ສະເຕກ.

ສະ​ມາ​ຊິກ​ສະ​ພາ​ສູງ​ເຫລົ່າ​ນີ້, ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ຝ່າຍ​ປະ​ທານ​ສະເຕກ, ສາ​ມາດ​ຮັບ​ໃຊ້​ເປັນ​ແຫລ່ງ​​ຊ່ວຍ​ເຫລືອ​ແກ່​ອະ​ທິ​ການ ແລະ ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາໂຣນ ໃນ​ທາງ​ທີ່​ຄ້າຍ​ຄື​ກັນ​ກັບ ການ​ບໍ​ລິ​ການ​ທີ່​ສະ​ມາ​ຊິກ​ສະ​ພາ​ສູງ​ຈັດ​ຫາໃຫ້​ກຸ່ມ​ແອວເດີ​ຂອງ​ຫວອດ.

ໃນ​ເລື່ອງ​ທີ່​ກ່ຽວ​ຂ້ອງ, ສະ​ມາ​ຊິກ​ສະ​ພາ​ສູງ​ອີກ​ຄົນ​ໜຶ່ງ​ຈະ​ຮັບ​ໃຊ້​ເປັນ​ປະ​ທານ​ໂຮງ​ຮຽນ​ວັນ​ອາ​ທິດ​ຂອງ​ສະເຕກ ແລະ, ເມື່ອ​ຈຳ​ເປັນ, ສາ​ມາດ​ຮັບ​ໃຊ້​ຢູ່​ໃນ​ຄະ​ນະ​ກຳ​ມະ​ການ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາໂຣນ–ອົງ​ການ​ຍິງໜຸ່ມ​ຂອງ​ສະເຕກ.14

ການ​ປ່ຽນ​ແປງ​ການ​ຈັດ​ຕັ້ງ​ເພີ່ມ​ເຕີມ ຈະຖືກ​ອະ​ທິ​ບາຍ​ຕື່ມ​ອີກ ຢູ່​ໃນ​ຂໍ້​ມູນ​ທີ່​ສົ່ງ​ໄປ​ໃຫ້​ຜູ້​ນຳ. ການ​ປ່ຽນ​ແປງ​ເຫລົ່າ​ນີ້​ແມ່ນລວມ​ທັງ:

  • ການ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ຊາວ​ໜຸ່ມ​ຂອງ​ຝ່າຍ​ອະ​ທິ​ການ ຈະປ່ຽນ​ເປັນ ສະ​ພາ​ຊາວ​ໜຸ່ມ​ຂອງ​ຫວອດ.

  • ຄຳ​ວ່າ “ກິດ​ຈະ​ກຳ​ຮ່ວມ​ກຸ່ມ” ຈະ​ປ່ຽນ​ເປັນ “ກິດ​ຈະ​ກຳ​ກຸ່ມ​ຍິງໜຸ່ມ,” “ກິດ​ຈະ​ກຳ​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາໂຣນ,” ຫລື “ກິດ​ຈະ​ກຳ​ຂອງ​ຊາວໜຸ່ມ” ຊຶ່ງຈະ​ຖືກ​ຈັດ​ຂຶ້ນ​ອາ​ທິດ​ລະ​ເທື່ອ ໃນ​ບ່ອນ​ທີ່​ເປັນ​ໄປໄດ້.

  • ເງິນ​ງົບ​ປະ​ມານ​ສຳ​ລັບ​ກິດ​ຈະ​ກຳ​ຂອງ​ຊາວ​ໜຸ່ມ​ໃນ​ຫວອດ ຈະ​ຖືກ​ແບ່ງ​ປັນ​ໃຫ້​ຢ່າງ​ສະ​ເໝີ​ພາບ ລະ​ຫວ່າງ​ກຸ່ມ​ຊາຍໜຸ່ມ ແລະ ກຸ່ມ​ຍິງ​ໜຸ່ມ ອີງ​ຕາມ​ຈຳ​ນວນ​ຂອງ​ຊາວ​ໜຸ່ມ​ໃນ​ແຕ່​ລະ​ອົງ​ການ. ເງິນ​ທຶນ​ຈຳ​ນວນ​ທີ່ພຽງ​ພໍ​ຈະ​ມີ​ໃຫ້​ສຳ​ລັບ​ກິດ​ຈະ​ກຳ​ຂອງ​ອົງ​ການ​ປະ​ຖົມ​ໄວ.

  • ໃນ​ທຸກ​ລະ​ດັບ—ຫວອດ, ສະເຕກ, ແລະ ສາ​ມັນ—ພວກ​ເຮົາ​ຈະ​ໃຊ້​ຄຳ​ວ່າ “ອົງ​ການ” ແທນ​ຄຳ​ວ່າ “ອົງ​ການ​ຊ່ວຍ​ເຫລືອ.” ບຸກ​ຄົນ​ທີ່ນຳ​ພາສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ສາ​ມັນ, ອົງ​ການ​ຊາຍ​ໜຸ່ມ​ສາ​ມັນ, ອົງ​ການ​ຍິງໜຸ່ມ​ສາ​ມັນ, ອົງ​ການ​ປະ​ຖົມ​ໄວ​ສາ​ມັນ, ແລະ ໂຮງ​ຮຽນ​ວັນ​ອາ​ທິດ​ສາ​ມັນ ຈະ​ຖືກ​ເອີ້ນ​ວ່າ “ເຈົ້າ​ໜ້າ​ທີ່​ສາ​ມັນ.” ບຸກ​ຄົນ​ທີ່​ນຳ​ພາ​ອົງ​ການ​ໃນ​ລະ​ດັບ​ຫວອດ ແລະ ສະເຕກ ຈະ​ຖືກ​ເອີ້ນ​ວ່າ “ເຈົ້າ​ໜ້າ​ທີ່​ຫວອດ” ແລະ “ເຈົ້າ​ໜ້າ​ທີ່​ສະເຕກ.”15

ການ​ປ່ຽນ​ແປງ​ທີ່​ປະ​ກາດ​ໃນ​ມື້ນີ້ ສາ​ມາດ​ເລີ່ມ​ຕົ້ນ ທັນ​ທີ​ທີ່​ສາຂາ, ຫວອດ, ທ້ອງ​ຖິ່ນ, ແລະ ສະເຕກ ພ້ອມ​ແລ້ວ ແຕ່​ຄວນ​ເລີ່ມ​ຕົ້ນ​ບໍ່​ໃຫ້​ກາຍ​ວັນ​ທີ 1 ເດືອນ​ມັງກອນ, 2020. ການ​ປ່ຽນ​ແປງ​ເຫລົ່າ​ນີ້, ເມື່ອ​ລວມ ແລະ ປະສົມ​ປະ​ສານ​ເຂົ້າ​ກັບ​ການ​ປ່ຽນ​ແປງ​ທີ່​ຜ່ານ​ມາ, ຈະ​ເປັນ​ຕົວ​ແທນ​ໃຫ້​ແກ່ຄວາມ​ພະ​ຍາ​ຍາມ​ທາງວິນ​ຍານ ແລະ ການ​ຈັດ​ຕັ້ງ ທີ່​ໃຫ້​ສອດ​ຄ່ອງ​ກັບ​ຄຳ​ສອນ ເພື່ອ​ເປັນ​ພອນ ແລະ ເປັນ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຊາຍ ແລະ ຍິງທຸກ​ຄົນ, ຜູ້​ໃຫຍ່, ຊາວ​ໜຸ່ມ, ແລະ ເດັກ​ນ້ອຍ, ເພື່ອ​ຊ່ວຍ​ກັນເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ເຢ​ຊູ​ຄຣິດ, ຂະ​ນະ​ທີ່​ເຮົາ​ເດີນ​ໄປ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ຂ້າ​ພະ​ເຈົ້າ​ສັນ​ຍາ ແລະ ເປັນ​ພະ​ຍານ​ວ່າ ການ​ປ່ຽນ​ແປງ​ທີ່​ສົມ​ບູນ​ແບບ​ເຫລົ່າ​ນີ້, ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ປະ​ທານ ແລະ ສາດ​ສະ​ດາ, ຣະໂຊ ເອັມ ແນວສັນ, ຈະ​ເສີມພະ​ລັງ ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສະ​ມາ​ຊິກ​ທຸກ​ຄົນ​ຂອງ​ສາດ​ສະ​ໜາ​ຈັກ. ຊາວ​ໜຸ່ມ​ຂອງ​ເຮົາ​ຈະ​ມີ​ສັດ​ທາ​ຫລາຍກວ່າ​ເກົ່າ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ໄດ້​ຮັບ​ການ​ປົກ​ປ້ອງ​ຈາກ​ການ​ລໍ້​ລວງ​ຂອງ​ຜູ້​ປໍ​ລະ​ປັກ, ແລະ ສາ​ມາດ​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ໃນ​ຊີ​ວິດໄດ້. ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. ເບິ່ງ Russell M. Nelson, in “Latter-day Saint Prophet, Wife and Apostle Share Insights of Global Ministry,” Newsroom, Oct. 30, 2018, newsroom.ChurchofJesusChrist.org.

  2. ນອກ​ເໜືອ​ຈາກນັ້ນ, ທ່ານ​ຍັງ​ໄດ້​ໃຊ້​ຄວາມ​ພະ​ຍາ​ຍາມ​ໂດຍ​ສະ​ເພາະ ເພື່ອ​​ໃຊ້ຊື່​ແທ້​ຂອງ​ສາດ​ສະ​ໜາ​ຈັກ ຕາມ​ທີ່​ປະ​ທານ​ຣະໂຊ ເອັມ ແນວສັນ ໄດ້​ສິດ​ສອນ ແລະ ລະ​ນຶກ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ດ້ວຍ​ຄວາມ​ຮັກ ແລະ ດ້ວຍ​ຄວາມ​ຄາ​ລະ​ວະ.

  3. “ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ ໄດ້​ຖືກ​ສົ່ງ​ອອກ​ໄປ ‘ເພື່ອ​ເຮັດ​ວຽກ​ງານ​ໃນ​ສວນ​ອະ​ງຸ່ນ​ຂອງ​ພຣະ​ອົງ ເພື່ອ​ຄວາມ​ລອດ​ຂອງ​ຈິດ​ວິນ​ຍານ​ຂອງ​ມະ​ນຸດ’ (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 138:56). ວຽກ​ງານ​ແຫ່ງ​ຄວາມ​ລອດນີ້ ແມ່ນ​ລວມ​ທັງ​ວຽກ​ງານ​ການ​ເຜີຍ​ແຜ່​ຂອງ​ສະ​ມາ​ຊິກ, ການ​ຮັກ​ສາ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໄວ້, ແລະ ການ​ນຳ​ສະ​ມາ​ຊິກ​ທີ່​ບໍ່​ເຂັ້ມ​ແຂງ​ກັບ​ຄືນ​ມາ, ວຽກ​ງານ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ, ແລະ ການ​ສິດສອນ​ພຣະ​ກິດ​ຕິ​ຄຸນ. ຝ່າຍ​ອະ​ທິ​ການ​ຈະ​ນຳ​ພາ​ວຽກ​ງານນີ້ ຢູ່​ໃນ​ຫວອດ, ຊຶ່ງ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫລືອ​ຈາກ​ສະ​ມາ​ຊິກ​ຂອງ​ສະ​ພາ​ຫວອດ” (ປຶ້ມ​ຄູ່​ມື 2: ການ​ບໍ​ລິ​ຫານ​ງານ​ຂອງ​ສາດ​ສະ​ໜາ​ຈັກ, 5.0, ChurchofJesusChrist.org).

  4. ໃນ​ຖາ​ນະ​ຜູ້​ນຳ, ​ພວກເຮົາ​ຮັກ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ສຳ​ລັບ​ຄວາມ​ດີ​ງາມ ແລະ ການ​ເປັນ​ສາ​ນຸ​ສິດ​ຂອງ​ທ່ານ. ພວກ​ເຮົາຍ້ອງ​ຍໍ​ທຸກ​ຄົນ, ຜູ້​ເປັນ​ແມ່, ຜູ້​ເປັນ​ພໍ່, ຊາວ​ໜຸ່ມ, ແລະ ເດັກ​ນ້ອຍ​ທັງ​ຫລາຍ ທີ່​ກຳ​ລັງ​ເດີນ​ໄປ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ—ແລະ ກໍ​ໄດ້​ເຮັດ​ດ້ວຍ​ຄວາມ​ອຸ​ທິດ​ຕົນ ແລະ ຄວາມ​ຊື່ນ​ຊົນ.

  5. ໃນ​ປີ 2019, ມັກ​ຄະ​ນາ​ຍົກ ອາ​ຍຸ 11 ປີ ​ໄດ້ເລີ່ມ​ຕົ້ນ​ຢາຍ​ສິນ​ລະ​ລຶກ, ແລະ ຍິງ​ໜຸ່ມ ແລະ ຊາຍ​ໜຸ່ມ​ອາ​ຍຸ 11 ປີ ໄດ້​ຮັບ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ທີ່​ຊົ່ວ​ຄາວ. ປີ​ກາຍນີ້, ປະ​ທານ​ແນວສັນ ໄດ້​ທ້າ​ທາຍ​ຊາຍ​ໜຸ່ມ ແລະ ຍິງ​ໜຸ່ມ ໃຫ້​ເປັນ​ພາກ​ສ່ວນ​ຂອງກອງ​ທັບ​ຊາວ​ໜຸ່ມ ເພື່ອ​ເຕົ້າ​ໂຮມອິດ​ສະ​ຣາ​ເອນ​ທີ່​ກະ​ຈັດ​ກະ​ຈາຍ ຢູ່​ທັງ​ສອງ​ຟາກ​ມ່ານ (ເບິ່ງ “Hope of Israel” [worldwide devotional for youth, June 3, 2018], HopeofIsrael.ChurchofJesusChrist.org). ການ​ຕອບ​ຮັບ​ແມ່ນ​ໜ້າ​ຕື່ນ​ເຕັ້ນ.

    ບັດ​ນີ້ ຜູ້​ສອນ​ສາດ​ສະ​ໜາ​ເຕັມ​ເວ​ລາ ໄດ້ຮັບ​ໃຊ້​ໃນ​ວິ​ທີ​ທາງ​ທີ່ພິ​ເສດ ໃນ​ໄວ​ເຍົາ. ນັບ​ແຕ່ວັນ​ທີ 6 ເດືອນ​ຕຸລາ, 2012 ເປັນ​ຕົ້ນ​ມາ, ຊາຍໜຸ່ມ​ສາ​ມາດ​ຮັບ​ໃຊ້ ເມື່ອເຖິງ 18 ປີ ແລະ ຍິງ​ໜຸ່ມ​ສາ​ມາດ​ຮັບ​ໃຊ້ ເມື່ອ​ເຖິງ 19 ປີ.

  6. “ໜ້າ​ທີ່​ຂອງ​ປະທານ​ເໜືອ​ຖານະ​ປະ​ໂລ​ຫິດ​ແຫ່ງ​ອາໂຣນ​ນຳ​ອີກ ຄື​ຄວບ​ຄຸມ ປະ​ໂລ​ຫິດ, ແລະ ນັ່ງ​ຢູ່​ໃນ​ສະພາ​ກັບ​ພວກ​ເຂົາ, ເພື່ອ​ສິດ​ສອນ​ໜ້າ​ທີ່​ໃຫ້​ພວກ​ເຂົາ, ດັ່ງ​ທີ່​ມັນ​ຖືກ​ມອບ​ໃຫ້​ໄວ້​ໃນ​ພັນທະ​ສັນ​ຍາ. … ປະທານ​ຄົນ​ນີ້​ຕ້ອງ​ເປັນ ອະ​ທິ​ການ; ເພາະ​ນີ້​ຄື​ໜ້າ​ທີ່​ໜຶ່ງ​ຂອງ​ຖານະ​ປະ​ໂລ​ຫິດ​ນີ້ (​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 107:87–88).

  7. ຜູ້​ນຳຜູ້​ໃຫຍ່ຈະ​ຖືກ​ເອີ້ນ​ໃຫ້​ເປັນ​ຜູ້​ຊ່ຽວ​ຊານ​ຂອງ​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາໂຣນ​ນຳ​ອີກ ເພື່ອ​ຊ່ວຍ​ໃນ​ລາຍ​ການ ແລະ ກິດ​ຈະ​ກຳ ແລະ ໄປ​ຮ່ວມ​ການ​ປະ​ຊຸມ​ກຸ່ມ ເພື່ອ​ວ່າ​ຝ່າຍ​ອະ​ທິ​ການ​ຈະ​ສາ​ມາດ​ໄປ​ຢ້ຽມ​ຢາມ​ຫ້ອງ​ຮຽນ ແລະ ກິດ​ຈະ​ກຳ​ຂອງ​ກຸ່ມ​ຍິງ​ໜຸ່ມ​ເປັນ​ປະ​ຈຳ ແລະ ໄປ​ຢ້ຽມ​ຢາມ​ຊັ້ນ​ປະ​ຖົມ​ໄວ​ເປັນ​ບາງ​ຄັ້ງ. ຜູ້​ຊ່ຽວ​ຊານ​ບາງ​ຄົນ​ອາດ​ຖືກ​ເອີ້ນ​ໃຫ້​ຊ່ວຍ​ເຫລືອ​ໃນ​ກິດ​ຈະ​ກຳ​ໃດ​ໜຶ່ງ​ໂດຍ​ສະ​ເພາະ, ດັ່ງ​ເຊັ່ນ ການ​ໄປ​ນອນ​ປ່າ; ບາງ​ຄົນ​ອາດ​ຖືກ​ເອີ້ນ​ເປັນ​ໄລ​ຍະ​ຍາວ ເພື່ອເປັນ​ຜູ້​ຊ່ວຍ​ຂອງ​ຜູ້​ໃຫ້​ຄຳ​ແນະ​ນຳ​ຂອງ​ກຸ່ມ. ຈະ​ຕ້ອງ​ມີ​ຜູ້​ຊາຍ​ຜູ້​ໃຫຍ່​ຢ່າງ​ໜ້ອຍ​ສອງ​ຄົນຢູ່​ນຳ​ສະ​ເໝີ ໃນ​ການ​ປະ​ຊຸມ​ກຸ່ມ, ລາຍ​ການ, ຫລື ກິດ​ຈະ​ກຳ. ເຖິງ​ແມ່ນ​ບົດ​ບາດ ແລະ ຕຳ​ແໜ່ງ​ອາດ​ປ່ຽນ​ໄປ, ແຕ່​ພວກ​ເຮົາ​ບໍ່​ຄິດ​ທີ່​ຈະ​ລົດ​ຈຳ​ນວນ​ຜູ້​ຊາຍ​ຜູ້ໃຫຍ່ ຈາກ​ການຮັບ​ໃຊ້ ແລະ ສົ່ງ​ເສີມ​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາໂຣນ.

  8. Russell M. Nelson, “Witnesses, Aaronic Priesthood Quorums, and Young Women Classes,” Liahona, Nov. 2019, 39, ເນັ້ນ​ຄຳ​ເນີ້ງ; ເບິ່ງ Ezra Taft Benson, “To the Young Women of the Church,” Ensign, Nov. 1986, 85 ນຳ​ອີກ.

  9. ພວກ​ເຮົາ​ກໍ​ແນະ​ນຳ​ອະ​ທິ​ການ​ໃຫ້​ໃຊ້​ເວ​ລາ​ຕື່ມ​ອີກ​ກັບ​ສະ​ມາ​ຊິກ​ຜູ້​ໃຫຍ່ໜຸ່ມ​ໂສດ ແລະ ຄອບ​ຄົວ​ຂອງ​ຕົນ.

  10. Jeffrey R. Holland, general conference leadership meeting, Apr. 2018; ເບິ່ງ “Effective Ministering,” ministering.ChurchofJesusChrist.org ນຳ​ອີກ. ແອວເດີ ຮໍ​ແລນ ໄດ້​ສິດ​ສອນ​ວ່າ ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ອະ​ທິ​ການ ທີ່ບໍ່​ສາ​ມາດມອບ​ໝາຍ​ໃຫ້​ຄົນ​ອື່ນ​ເຮັດ​ແທນ ແມ່ນ​ການ​ຄວບ​ຄຸມ​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາໂຣນ ແລະ ກຸ່ມ​ຍິງ​ໜຸ່ມ, ການ​ເປັນ​ຜູ້​ຕັດ​ສິນທົ່ວ​ໄປ, ການ​ດູ​ແລ​ຝ່າຍ​ການ​ເງິນ ແລະ ວຽກ​ການຝ່າຍ​ໂລກ​ຂອງ​ສາດ​ສະ​ໜາ​ຈັກ, ແລະ ການ​ດູ​ແລ​ຄົນ​ຍາກ​ຈົນ ແລະ ຄົນ​ຂັດ​ສົນ. ຝ່າຍ​ປະ​ທານກຸ່ມ​ແອວເດີ ແລະ ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ແລະ ຄົນ​ອື່ນໆ ສາ​ມາດ​ຮັບ​ເອົາ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຕົ້ນ​ຕໍ ໃນ​ການເຮັດ​ວຽກ​ງານ​ເຜີຍ​ແຜ່, ວຽກ​ງານ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ, ຄຸນ​ນະ​ພາບ​ຂອງ​ການ​ສິດ​ສອນ​ຢູ່​ໃນ​ຫວອດ, ແລະ ການ​ດູ​ແລ ແລະ ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ.

  11. ນອກ​ເໜືອ​ຈາກ​ສະ​ຖາ​ນະ​ການ​ທີ່​ຮຽກ​ຮ້ອງ​ຂໍ​ກະ​ແຈ​ຂອງ​ຜູ້​ຕັດ​ສິນ​ທົ່ວ​ໄປ​ແລ້ວ, ບັນ​ຫາກ່ຽວ​ກັບ​ການ​ຂົ່ມ​ເຫັງ ໃນ​ທຸກ​ຮູບ​ແບບ ຈະ​ຕ້ອງ​ໃຫ້​ອະ​ທິ​ການ​ເປັນ​ຜູ້​ຈັດ​ການ ອີງ​ຕາມ​ນະ​ໂຍ​ບາຍ​ຂອງ​ສາດ​ສະ​ໜາ​ຈັກ.

  12. ປະ​ທານ​ສະ​ມາ​ຄົມສະ​ຕີ​ສົງ​ເຄາະ​ຂອງ​ສະເຕກ ຈະ​ລາຍ​ງານ​ຕໍ່​ປະ​ທານ​ສະເຕກ​ໂດຍ​ກົງ​ຄື​ເກົ່າ.

  13. ທີ່​ປຶກ​ສາ​ຂອງປະ​ທານ​ກຸ່ມ​ຊາຍ​ໜຸ່ມ​ຂອງ​ສະເຕກ ສາ​ມາດເປັນ​ອ້າຍ​ນ້ອງ​ຄົນ​ໃດ​ກໍ​ໄດ້ ຢູ່​ໃນ​ສະເຕກ ຫລື, ຖ້າ​ຈຳ​ເປັນ, ສາ​ມາດ​ໃຫ້ສະ​ມາ​ຊິກ​ສະ​ພາ​ສູງ​ຜູ້​ທີ່​ຖືກມອບ​ໝາຍ​ໃຫ້​ດູ​ແລ​ອົງ​ການ​ຍິງ​ໜຸ່ມ ແລະ ສະ​ມາ​ຊິກ​ສະ​ພາ​ສູງ​ຜູ້​ທີ່​ຖືກມອບ​ໝາຍ​ໃຫ້​ດູ​ແລ​ອົງການ​ປະ​ຖົມ​ໄວ ມາ​ເປັນ​ທີ່​ປຶກ​ສາ​ກໍ​ໄດ້.

  14. ອ້າຍ​ນ້ອງ​ທີ່​ຮັບ​ໃຊ້​ເປັນ​ປະ​ທານ​ໂຮງ​ຮຽນ​ວັນ​ອາ​ທິດ ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ສຳ​ຄັນ ໃນ​ການ​ດູ​ແລ​ການ​ສິດ​ສອນ​ຊາວ​ໜຸ່ມ​ໃນ​ສອງ​ອາ​ທິດ ຕໍ່ເດືອນ.

  15. ຝ່າຍ​ປະ​ທານ​ສະ​ມາຄົມ​ສະ​ຕີ​ສົງ​ເຄາະ, ຝ່າຍ​ປະ​ທານ​ອົງ​ການ​ຊາຍ​ໜຸ່ມ, ຝ່າຍ​ປະ​ທານ​ອົງ​ການ​ຍິງໜຸ່ມ, ຝ່າຍ​ປະ​ທານ​ໂຮງ​ຮຽນ​ວັນ​ອາ​ທິດ, ແລະ ຝ່າຍ​ປະ​ທານ​ອົງ​ການ​ປະ​ຖົມ​ໄວ ໃນ​ລະ​ດັບ​ສາ​ມັນ ແລະ ສະເຕກ ຈະ​ຖືກ​ເອີ້ນ​ວ່າ ເຈົ້າ​ໜ້າ​ທີ່​ສາ​ມັນ ຫລື ເຈົ້າ​ໜ້າ​ທີ່​ສະເຕກ. ໃນ​ລະ​ດັບ​ຫວອດ, ຝ່າຍອະ​ທິ​ການ​ເປັນ​ຜູ້ນຳ​ພາ​ກຸ່ມ​ຊາຍ​ໜຸ່ມ, ສະ​ນັ້ນ​ຜູ້​ໃຫ້​ຄຳ​ແນະ​ນຳຂອງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາໂຣນ ຈຶ່ງບໍ່​ແມ່ນ “ເຈົ້າ​ໜ້າ​ທີ່​ຫວອດ.”

ພິມ