​2010–2019
ສານຸສິດທີ່ແທ້ຈິງຂອງພຣະຜູ້ຊ່ວຍໃຫ້ລອດ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸລາ 2019


2:3

ສານຸສິດທີ່ແທ້ຈິງຂອງພຣະຜູ້ຊ່ວຍໃຫ້ລອດ

ເຮົາສາມາດຮູ້ສຶກເຖິງຄວາມສຸກ​ທີ່​ຍາວ​ນານ ເມື່ອພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະກິດຕິຄຸນຂອງພຣະອົງກາຍເປັນໂຄງຮ່າງ ທີ່ເຮົາສ້າງຕັ້ງຊີວິດຂອງເຮົາຢູ່ເທິງນັ້ນ.

ຢູ່​ໃນ​ບ່ອນ​ໃດ​ບ່ອນ​ໜຶ່ງ​ທີ່ຊ້ອນຢູ່ໃນພຣະທຳຮັກກາຍ ໃນພຣະຄຳພີເດີມ ຄື​ການ​ບັນ​ຍາຍ​ເຖິງ​ຜູ້​ຄົນ​ກຸ່ມ​ໜຶ່ງ ທີ່ສາ​ມາດ​ໃຊ້​ຄຳ​ແນະ​ນຳ​ຂອງ ແອວເດີ ຮໍແລນ. ພວກ​ເຂົາ​ເຮັດ​ຜິດ​ທີ່ບໍ່​ໄດ້​ໃຫ້​ພຣະ​ຄຣິດ ເປັນ​ຈຸດ​ໃຈ​ກາງຢູ່​ໃນ​ຊີ​ວິດ ແລະ ໃນການ​ຮັບ​ໃຊ້​ຂອງ​ພວກ​ເຂົາ. ຮັກກາຍໄດ້ວາດພາບດ້ວຍຖ້ອຍຄຳທີ່ກະ​ຕຸ້ນຄວາມຄິດ ຂະ​ນະ​ທີ່​ເພິ່ນຕິຕຽນຜູ້ຄົນ​ເຫລົ່າ​ນີ້ ທີ່ຄົງຢູ່ໃນບ້ານເຮືອນທີ່ສວຍ​ສົດ​ງົດ​ງາມຂອງເຂົາເຈົ້າ ແ​ທນທີ່ຈະກໍ່ສ້າງພຣະວິຫານຂອງພຣະຜູ້ເປັນເຈົ້າ ວ່າ:

“ປະຊາຊົນຂອງເຮົາເອີຍ, ເປັນຫຍັງພວກເຈົ້າຈຶ່ງຢູ່ໃນເຮືອນທີ່ກໍ່ສ້າງຢ່າງດີ ໃນເມື່ອວິຫານຂອງເຮົາຍັງຮົກຮ້າງເພພັງຢູ່?

“ພຣະຜູ້ເປັນເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ກ່າວວ່າ; ພວກເຈົ້າບໍ່ເຫັນຫລືວ່າ ແມ່ນຫຍັງພວມເກີດຂຶ້ນກັບພວກເຈົ້າ.

“ພວກເຈົ້າຫວ່ານເມັດພືດຢ່າງຫລວງຫລາຍ, ແຕ່ເກັບກ່ຽວໄດ້ໜ້ອຍດຽວ; ພວກເຈົ້າມີອາຫານ ແຕ່ກໍກິນບໍ່ພໍອີ່ມ; ພວກເຈົ້າມີເຫລົ້າອະງຸ່ນ, ແຕ່ກໍດື່ມບໍ່ພໍເມົາ; ພວກເຈົ້າຈະມີເຄື່ອງນຸ່ງຫົ່ມ, ແຕ່ກໍອົບອຸ່ນບໍ່ພຽງພໍ; ຄົນເຮັດວຽກໜັກກໍລ້ຽງຊີບຕົນບໍ່ພໍກຸ້ມ.

“ພຣະຜູ້ເປັນເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ; ພວກເຈົ້າເຫັນບໍ່ວ່າ ເປັນຫຍັງເຫດການເຊັ່ນນີ້ຈຶ່ງເກີດຂຶ້ນ.”1

ທ່ານກໍ​ມັກຄຳບັນຍາຍເຫລົ່າ​ນັ້ນ​ຄື​ກັນບໍ ເຖິງຄວາມໄຮ້ປະໂຫຍດ ຂອງການຈັດລຳດັບຄວາມສຳຄັນ ຂອງສິ່ງທີ່ບໍ່ມີຄວາມສຳຄັນຊົ່ວນິລັນດອນ ໃຫ້ຢູ່ເໜືອເລື່ອງລາວຂອງພຣະເຈົ້າ?

ໃນກອງປະຊຸມສິນລະລຶກທີ່ຂ້າພະເຈົ້າໄດ້ໄປຮ່ວມເມື່ອບໍ່ດົນມານີ້, ອະດີດຜູ້ສອນສາດສະໜາຄົນໜຶ່ງ ໄດ້ອ້າງເຖິງພໍ່ຄົນໜຶ່ງທີ່ໄດ້ໃຫ້ຄວາມຄິດເຫັນ ທີ່ດີເລີດເມື່ອລາວໄດ້ບອກລູກໆຂອງລາວວ່າ, “ພວກ​ເຈົ້າ​ຕ້ອງການ ວາຍຟາຍ ໜ້ອຍລົງ ແລະ ຕ້ອງການ ນີໄຟ ຫລາຍກວ່າ​ເກົ່າ!”

ໂດຍທີ່ໄດ້ອາໄສຢູ່ທີ່ອາຟຣິກາຕາເວັນຕົກເປັນເວລາຫ້າປີ, ຂ້າພະເຈົ້າໄດ້ເຫັນຕົວຢ່າງ ຢ່າງຫລວງຫລາຍ ຂອງຜູ້ຄົນທີ່ໄດ້ຈັດລຳດັບຄວາມສຳຄັນ ໃຫ້ແກ່ພຣະກິດຕິຄຸນຢ່າງເປັນທຳມະຊາດ ແລະ ຢ່າງບໍ່ອັບອາຍ. ໜຶ່ງ​ໃນ​ຕົວ​ຢ່າງ​ແມ່ນຊື່ຂອງທຸລະກິດສ້ອມແປງ ແລະ ຈັດລໍ້ລົດແຫ່ງໜຶ່ງ ໃນປະເທດການາ. ເຈົ້າຂອງທຸລະກິດຕັ້ງຊື່ຮ້ານວ່າ, “Thy Will Alignment” ແປວ່າ ຕາມພຣະປະສົງຂອງພຣະອົງ.

ເຮົາສາມາດຮູ້ສຶກເຖິງຄວາມ​ສຸກ​ທີ່​ຍາວ​ນານ2 ເມື່ອພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະກິດຕິຄຸນຂອງພຣະອົງກາຍເປັນໂຄງຮ່າງທີ່ເຮົາສ້າງຕັ້ງຊີວິດຂອງເຮົາຢູ່ເທິງນັ້ນ. ເຖິງຢ່າງໃດກໍຕາມ, ມັນກໍງ່າຍທີ່ໂຄງຮ່າງນັ້ນຈະກາຍເປັນເລື່ອງລາວທາງໂລກ, ບ່ອນທີ່ພຣະກິດຕິຄຸນຖືກຈັດໄວ້ເປັນທາງເລືອກເພີ່ມເຕີມ, ຫລື ເປັນພຽງແຕ່ການໄປຮ່ວມກອງປະຊຸມສອງຊົ່ວໂມງ ໃນວັນອາທິດເທົ່ານັ້ນ. ໃນກໍລະນີນີ້, ມັນກໍເທົ່າກັບວ່າເຮົາເອົາຄ່າແຮງງານຂອງເຮົາໃສ່ໄວ້ໃນ “ຖົງທີ່ມີຮູ.”

ຮັກກາຍ ກຳລັງບອກເຮົາໃຫ້ເປັນຄົນທີ່ຮັກສາຄຳໝັ້ນສັນຍາ—ໃຫ້ເຮັດໃຫ້ດີທີ່ສຸດ, ໃຫ້ເປັນຜູ້ຄົນ, ດັ່ງທີ່ເຮົາກ່າວກັນໃນປະເທດອົດສະຕາ​ລີ ວ່າ, “fair dinkum” ແປວ່າ ຈິງໃຈ ແລະ ຈິງຈັງໃນການດຳລົງຊີວິດຕາມພຣະກິດຕິຄຸນ. ຜູ້ຄົນກໍ ແຟວ ດິນກຳ ເມື່ອເຂົາເຈົ້າເປັນຜູ້ຄົນດັ່ງທີ່ເຂົາເຈົ້າກ່າວວ່າຕົນເອງເປັນ.

ຂ້າພະເຈົ້າໄດ້ຮຽນຮູ້ເລັກນ້ອຍກ່ຽວກັບການເປັນຜູ້ຄົນ ແຟວ ດິນກຳ ແລະ ເຮັດໃຫ້ດີທີ່ສຸດໂດຍການຫລິ້ນບານຣັກບີ້. ຂ້າພະເຈົ້າໄດ້ຮຽນຮູ້ວ່າ ເມື່ອຂ້າພະເຈົ້າໄດ້ຫລິ້ນໃຫ້ດີທີ່ສຸດ, ເມື່ອຂ້າພະເຈົ້າໄດ້ຫລິ້ນສຸດກຳລັງ, ຄວາມປິຕິຍິນດີຂອງຂ້າພະເຈົ້າ ກັບການຫລິ້ນເກມນັ້ນແມ່ນມີຫລາຍທີ່ສຸດ.

ແອວເດີ ວິນສັນ ກັບ​ທີມຫລິ້ນ​ບານ​ຣັກບີ້

ຊ່ວງປີຫລິ້ນບານຣັກບີ້ທີ່ຂ້າພະເຈົ້າມັກຫລາຍທີ່ສຸດ ແມ່ນປີຫລັງຈົບໂຮງຮຽນມັດທະຍົມປາຍ. ທີມ​ທີ່ຂ້າພະເຈົ້າເປັນສະມາຊິກນັ້ນມີທັງພອນສະຫວັນ ແລະ ຄຳໝັ້ນສັນຍາ. ພວກເຮົາໄດ້ເປັນທີມທີ່ຊະນະເລີດໃນປີນັ້ນ. ເຖິງຢ່າງໃດກໍຕາມ, ມື້ໜຶ່ງພວກເຮົາໄດ້ຫລິ້ນແຂ່ງກັບທີມທີ່ບໍ່ເກັ່ງປານໃດ, ແລະ ຫລັງຈາກເກມສິ້ນສຸດລົງແລ້ວ ພວກເຮົາກໍມີການທ່ຽວ​ອອກ​ເດດ ຢູ່ທີ່ງານເຕັ້ນລຳປະຈຳປີ ທີ່ວິທະຍາໄລ. ຂ້າພະເຈົ້າໄດ້ຄິດວ່າ ເພາະນັ້ນຈະເປັນການແຂ່ງຂັນທີ່ງ່າຍດາຍ, ຂ້າພະເຈົ້າຄວນພະຍາຍາມປ້ອງກັນຕົວເອງບໍ່ໃຫ້ຖຶກບາດເຈັບ ເພື່ອວ່າຂ້າພະເຈົ້າຈະໄດ້ມີຄວາມມ່ວນຊື່ນເຕັມທີ່ຢູ່ທີ່ງານເຕັ້ນລຳ. ໃນການແຂ່ງຂັນເທື່ອນັ້ນ, ພວກເຮົາບໍ່ໄດ້ຕັ້ງໃຈເອົາຈິງເອົາຈັງກັບການປະທະດັ່ງທີ່ຄວນ, ແລະ ພວກເຮົາກໍເລີຍບໍ່​ຊະ​ນະ. ຮ້າຍແຮງກວ່ານັ້ນ, ຂ້າພະເຈົ້າໄດ້ຈົບການແຂ່ງຂັນດ້ວຍຮິມສົບທີໄຄ່ບວມ ທີ່ບໍ່ໄດ້ຊ່ວຍໃຫ້ໜ້າຕາຂອງຂ້າພະເຈົ້າ​ເຈົ້າ​ຊູ ໃນສາຍຕາຂອງຄູ່ອອກເດດຂອງຂ້າພະເຈົ້າເລີຍ. ບາງທີຂ້າພະເຈົ້າຈຳເປັນຕ້ອງຮຽນຮູ້ບົດຮຽນບາງຢ່າງ.

ປະສົບການທີ່ແຕກຕ່າງໄດ້ເກີດຂຶ້ນໃນການແຂ່ງຂັນຕໍ່ຈາກນັ້ນ ເມື່ອຂ້າພະເຈົ້າໄດ້ຕັ້ງໃຈເອົາຈິງເອົາຈັງຢ່າງເຕັມ​ທີ່. ໃນຈຸດໜຶ່ງຂ້າພະເຈົ້າໄດ້ແລ່ນດ້ວຍຄວາມຕັ້ງໃຈເຕັມ​ທີ່ໃນການປະທະ; ໃນທັນທີຂ້າພະເຈົ້າກໍໄດ້ຮູ້ສຶກເຈັບໃນໃບໜ້າ. ໂດຍທີ່ໄດ້ຖືກສິດສອນ​ຈາກພໍ່ຂອງຂ້າພະເຈົ້າ ວ່າບໍ່ໃຫ້ຄູ່ແຂ່ງຮູ້ວ່າຂ້າພະເຈົ້າໄດ້ຮັບບາດເຈັບ, ຂ້າພະເຈົ້າ​ຈຶ່ງໄດ້ສືບຕໍ່ຫລິ້ນເກມຕໍ່ໄປ. ຄືນນັ້ນ, ເມື່ອພະຍາຍາມຈະກິນເຂົ້າ, ຂ້າພະເຈົ້າໄດ້ພົບເຫັນວ່າຕົວເອງກັດຫຍັງບໍ່ໄດ້. ເຊົ້າຕໍ່ມາ, ຂ້າພະເຈົ້າໄດ້ໄປໂຮງໝໍ, ແລະ ການຊ່ອງໄຟຟ້າຢືນ​ຢັນວ່າ ຄາງກະໄຕຂອງຂ້າພະເຈົ້າແຕກຫັກ. ປາກຂ້າພະເຈົ້າຖືກເຫລັກມັດປິດໄວ້ເປັນເວລາຫົກອາທິດ.

ຂ້າພະເຈົ້າໄດ້ຮຽນບົດຮຽນຈາກຄຳອຸປະມາຂອງຮິມສົບໄຄ່ບວມ ແລະ ຄາງກະໄຕແຕກຫັກເທື່ອນັ້ນ. ເຖິງແມ່ນວ່າຂ້າພະເຈົ້າຈື່ຈຳໄດ້ດີ ທີ່ຢາກຫຍ້ຳກິນອາຫານແຂງເປັນເວລາຫົກອາທິດ ຕອນທີ່ຂ້າພະເຈົ້າກິນໄດ້ແຕ່ຂອງແຫລວ, ຂ້າພະເຈົ້າບໍ່ໄດ້ເສຍໃຈຫຍັງກ່ຽວກັບຄາງກະໄຕທີ່ແຕກຫັກ ເພາະມັນເປັນຜົນທີ່ຂ້າພະເຈົ້າໄດ້ເຮັດທຸກສິ່ງ ຈົນສຸດຄວາມສາມາດ. ແຕ່ຂ້າພະເຈົ້າຍັງເສຍໃຈກ່ຽວກັບຮິມສົບທີ່ໄຄ່ບວມ ເພາະມັນເປັນເຄື່ອງບົ່ງບອກວ່າຂ້າພະເຈົ້າໄດ້​ລັງເລໃຈ.

ການທີ່ເຮັດທຸກສິ່ງ​ຈົນສຸດຄວາມສາມາດ ບໍ່ໄດ້ໝາຍຄວາມວ່າ ເຮົາຈະໄດ່ຮັບພອນຢ່າງຕໍ່ເນື່ອງ ຫລື ຈະປະ​ສົບຜົນສຳເລັດສະເໝີໄປ. ແຕ່ມັນໝາຍຄວາມວ່າເຮົາຈະມີຄວາມ​ຊື່ນ​ຊົມ. ຄວາມ​ຊື່ນ​ຊົມບໍ່ແມ່ນຄວາມເພິ່ງພໍໃຈ ທີ່ສູນຫາຍໄປໄດ້ງ່າຍໆ, ຫລື ແມ່ນແຕ່ຄວາມສຸກທີ່ຊົ່ວຄາວ. ຄວາມ​ຊື່ນ​ຊົມທົນທານ, ແລະ ມີພື້ນຖານຢູ່ທີ່ຄວາມພະຍາຍາມຂອງເຮົາ ໃຫ້ເປັນທີ່ຍອມຮັບ​ໂດຍພຣະຜູ້ເປັນເຈົ້າ.3

ຕົວຢ່າງຂອງການຖືກຍອມຮັບດັ່ງກ່າວກໍແມ່ນເລື່ອງລາວຂອງ ອໍລີເວີ ກະແຣນເຈີ. ດັ່ງທີ່ປະທານບອຍ ເຄ ແພ໊ກເກີ ໄດ້ກ່າວ: “ເມື່ອໄພ່ພົນຖືກຂັບໄລ່ອອກຈາກເມືອງເຄີດແລນ, … ອໍລີເວີ ຖືກມອບ​ໝາຍໃຫ້ຢູ່ຂາຍຊັບສິນຂອງເຂົາເຈົ້າເທົ່າທີ່ລາວຈະເຮັດໄດ້. ມີໂອກາດໜ້ອຍທີ່ລາວຈະເຮັດໃຫ້ສຳເລັດໄດ້. ແລະ, ຕາມຈິງແລ້ວ, ລາວບໍ່ໄດ້ເຮັດໃຫ້ສຳເລັດເລີຍ!”4 ລາວໄດ້ຖືກມອບໝາຍໂດຍຝ່າຍປະທານສູງສຸດໃຫ້ເຮັດທຸລະທີ່ຍາກລຳບາກ, ອາດຈະເປັນໄປບໍ່ໄດ້ດ້ວຍຊ້ຳ. ແຕ່ພຣະຜູ້ເປັນເຈົ້າໄດ້ຊົມເຊີຍລາວ ເຖິງແມ່ນເມື່ອເບິ່ງຄືວ່າລາວບໍ່ໄດ້ສຳເລັດຫຍັງເລີຍ ດ້ວຍພຣະຄຳເຫລົ່ານີ້ວ່າ:

“ເຮົາ​ຈື່​ຈຳ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ອໍລີເວີ ກະແຣນເຈີ; ຈົ່ງ​ເບິ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ລາວ​ວ່າ ຊື່​ຂອງ​ລາວ​ຈະ​ມີ​ຢູ່​ໃນ​ຄວາມ​ຊົງ​ຈຳ​ອັນ​ສັກ​ສິດ​ຈາກ​ລຸ້ນ​ສູ່​ລຸ້ນ, ຕະຫລອດ​ການ ແລະ ຕະຫລອດ​ໄປ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ.

“ສະນັ້ນ, ໃຫ້​ລາວ​ທຳ​ງານ​ຢ່າງ​ພາກ​ພຽນ​ເພື່ອ​ການ​ໄຖ່​ຝ່າຍ​ປະທານ​ສູງ​ສຸດ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, … ແລະ ເມື່ອ​ລາວ​ລົ້ມ ລາວ​ຈະ​ລຸກ​ຂຶ້ນ​ອີກ, ເພາະ ການ​ເສຍ​ສະລະ​ຂອງ​ລາວ​ຈະ​ສັກ​ສິດ​ຕໍ່​ເຮົາ​ຫລາຍ​ກວ່າ​ລາຍ​ໄດ້​ຂອງ​ລາວ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ.”5

ສິ່ງນັ້ນອາດເປັນຈິງກັບເຮົາທຸກຄົນ—ມັນບໍ່ແມ່ນຄວາມສຳເລັດຂອງເຮົາ, ແຕ່ມັນເປັນການເສຍສະລະ ແລະ ຄວາມພະຍາຍາມຂອງເຮົາ, ທີ່ສຳຄັນຕໍ່ພຣະຜູ້ເປັນເຈົ້າ.

ອີກຕົວຢ່າງໜຶ່ງເຖິງສານຸສິດທີ່ແທ້ຈິງຂອງພຣະເຢຊູຄຣິດ ແມ່ນເພື່ອນທີ່ຮັກຄົນໜຶ່ງ ຂອງຂ້າພະເຈົ້າຢູ່ປະເທດ ໂກເຕ ດີບົວ ໃນອາຟຣິກາຕາເວັນຕົກ. ຊິດສະເຕີຜູ້ປະເສີດ ແລະ ຊື່ສັດຄົນນີ້ ໄດ້ທົນທຸກຕໍ່ການທຳຮ້າຍທາງອາລົມ ແລະ ແມ່ນແຕ່ທາງຮ່າງກາຍຈາກສາມີຂອງນາງ ເປັນເວລາດົນນານພໍ, ແລະ ໃນທີ່ສຸດເຂົາເຈົ້າກໍໄດ້ຢ່າຮ້າງກັນ. ນາງບໍ່ເຄີຍຫວັ່ນໄຫວໃນສັດທາ ແລະ ຄວາມດີງາມຂອງນາງ, ແຕ່ເປັນເພາະການທາລຸນທີ່ຖືກກະທຳຕໍ່ນາງ, ນາງໄດ້ມີຄວາມເຈັບປວດເປັນເວລາດົນນານ. ດ້ວຍຖ້ອຍຄຳຂອງນາງເອງ, ນາງບັນຍາຍສິ່ງທີ່ໄດ້ເກີດຂຶ້ນວ່າ:

“ເຖິງແມ່ນວ່າຂ້ອຍໄດ້ເວົ້າວ່າຂ້ອຍໃຫ້ອະໄພລາວ, ແຕ່ຂ້ອຍຍັງໄດ້ຫລັບນອນດ້ວຍບາດແຜ; ຂ້ອຍໄດ້ໃຊ້ວັນເວລາຂອງຂ້ອຍຢູ່ກັບບາດແຜນັ້ນ. ມັນເປັນເໝືອນແປ້ວທີ່ເຜົາ​ໄໝ້ຢູ່ໃນຫົວໃຈຂອງຂ້ອຍ. ຂ້ອຍໄດ້ອະທິຖານຫລາຍເທື່ອຕໍ່ພຣະຜູ້ເປັນເຈົ້າ ທູນຂໍໃຫ້ພຣະອົງເອົາມັນໄປຈາກຂ້ອຍ, ແຕ່ມັນເຈັບປວດຫລາຍຈົນຂ້ອຍເຊື່ອວ່າ ຂ້ອຍຈະຕ້ອງທົນກັບມັນຕະຫລອດຊີວິດ. ມັນເຈັບປວດຫລາຍກວ່າຕອນຂ້ອຍໄດ້ເສຍແມ່ໄປຕອນຍັງນ້ອຍ; ມັນເຈັບປວດຫລາຍກວ່າຕອນຂ້ອຍໄດ້ສູນເສຍພໍ່ ແລະ ແມ່ນແຕ່ລູກຊາຍຂອງຂ້ອຍໄປ. ເບິ່ງຄືວ່າມັນຂະຫຍາຍອອກໄປປົກຄຸມຫົວໃຈຂອງຂ້ອຍ, ເຮັດໃຫ້ຂ້ອຍຮູ້ສຶກຄືວ່າ ຂ້ອຍຈະຕາຍໃນເວລາໃດກໍໄດ້.

“ບາງເທື່ອຂ້ອຍໄດ້ຖາມຕົວເອງວ່າ ພຣະຜູ້ຊ່ວຍໃຫ້ລອດຈະເຮັດແນວໃດໃນສະພາບການຂອງຂ້ອຍ, ແລະ ຂ້ອຍຈະເວົ້າວ່າ, ‘ມັນໜັກໜ່ວງຫລາຍ, ພຣະຜູ້ເປັນເຈົ້າເອີຍ.’

“ແລ້ວເຊົ້າມື້ໜຶ່ງຂ້ອຍໄດ້ຊອກຫາຄວາມເຈັບປວດທີ່ມາຈາກທຸກສິ່ງນີ້ຢູ່ໃນຫົວໃຈຂອງຂ້ອຍ ແລະ ໄດ້ຊອກເບິ່ງອີກເລິກໆ, ຊອກຫາມັນຢູ່ໃນຈິດວິນຍານຂອງຂ້ອຍ. ຫາມັນບໍ່ເຫັນຢູ່ໃສເລີຍ. ຄວາມຄິດຂອງຂ້ອຍໄດ້ກັບໄປທົບທວນໄວໆເຖິງເຫດຜົນທັງໝົດທີ່ຂ້ອຍ [ໄດ້ມີ] ທີ່ຈະຮູ້ສຶກເຈັບປວດ, ແຕ່ຂ້ອຍບໍ່ໄດ້ຮູ້ສຶກເຈັບປວດເລີຍ. ຂ້ອຍໄດ້ລໍຖ້າທັງວັນວ່າຈະຮູ້ສຶກຄວາມເຈັບປວດນັ້ນໃນຫົວໃຈຂອງຂ້ອຍບໍ; ຂ້ອຍບໍ່ໄດ້ຮູ້ສຶກເຈັບປວດເລີຍ. ແລ້ວຂ້ອຍໄດ້ຄຸເຂົ່າລົງ ແລະ ໄດ້ຂອບພຣະໄທພຣະເຈົ້າທີ່ໄດ້ເຮັດໃຫ້ການເສຍສະລະຊົດໃຊ້ ຂອງພຣະຜູ້ເປັນເຈົ້າມີຜົນດີສຳລັບຂ້ອຍ.”6

ບັດນີ້ເອື້ອຍນ້ອງຄົນນີ້ກໍໄດ້ຜະນຶກກັບຜູ້ຊາຍທີ່ປະເສີດ ແລະ ຊື່ສັດທີ່ຮັກນາງຫລາຍແທ້ໆ.

ສະນັ້ນ ທັດສະນະຄະຕິຂອງເຮົາຄວນເປັນແບບໃດຖ້າຫາກເຮົາ ເປັນສານຸສິດທີ່ແທ້ຈິງຂອງພຣະຄຣິດ? ແລະ ພຣະກິດຕິຄຸນມີຄຸນຄ່າຫລາຍເທົ່າໃດຕໍ່ເຮົາເມື່ອ “[ເຮົາ] ເຫັນວ່າເປັນຫຍັງເຫດການເຊັ່ນນີ້ຈຶ່ງເກີດຂຶ້ນ,” ດັ່ງທີ່ຮັກກາຍໄດ້ແນະນຳ?

ຂ້າພະເຈົ້າມັກຕົວຢ່າງຈາກທັດສະນະຄະຕິທີ່ຖືກຕ້ອງ ທີ່ບິດາຂອງກະສັດລາໂມໄນໄດ້ສະແດງໃຫ້ເຫັນ. ທ່ານ​ຄົງຈຳຄວາມໂກດຮ້າຍຂອງເພິ່ນໄດ້ໃນຕອນຕົ້ນ ເມື່ອພົບເຫັນວ່າລູກຊາຍຂອງເພິ່ນ ໄດ້ມີອຳໂມນໄປເປັນເພື່ອນ, ຄົນນີໄຟ—ຜູ້ຄົນທີ່ຊາວເລມັນໄດ້ກຽດຊັງ. ເພິ່ນໄດ້ຊັກດາບອອກມາສູ້ກັບອຳໂມນ ແລະ ບໍ່ດົນກໍໄດ້ພົບເຫັນດາບຂອງອຳໂມນຢູ່ທີ່ຄໍຂອງເພິ່ນ. “ບັດ​ນີ້​ກະສັດ, ໂດຍ​ທີ່​ຢ້ານ​ຕາຍ, ຈຶ່ງ​ກ່າວ​ວ່າ: ຖ້າ​ຫາກ​ເຈົ້າ​ໄວ້​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຈະ​ອະ​ນຸ​ຍາດ​ໃຫ້​ເຈົ້າ ບໍ່​ວ່າ​ອັນ​ໃດ​ກໍ​ຕາມ​ທີ່​ເຈົ້າ​ຕ້ອງ​ການ​ຈົນ​ກະ​ທັ້ງ​ເຄິ່ງ​ໜຶ່ງ​ຂອງ​ອາ​ນາ​ຈັກ​ຂອງ​ຂ້າ​ພະ​ເຈົ້າ.”7

ໃຫ້ສັງເກດເບິ່ງຂໍ້ສະເໜີຂອງເພິ່ນ—ເຄິ່ງໜຶ່ງຂອງອານາຈັກຂອງເພິ່ນເພື່ອໄວ້ຊີວິດເພິ່ນ.

ແຕ່ຕໍ່ຈາກນັ້ນ, ຫລັງຈາກໄດ້ເຂົ້າໃຈພຣະກິດຕິຄຸນແລ້ວ, ເພິ່ນໄດ້ໃຫ້ຂໍ້ສະເໜີອີກຂໍ້ໜຶ່ງ. “ກະສັດໄດ້ເວົ້າວ່າ: ຂ້າພະເຈົ້າຈະເຮັດແນວໃດເພື່ອຂ້າພະເຈົ້າຈະມີຊີວິດນິລັນດອນ ຊຶ່ງເຈົ້າໄດ້ເວົ້າມານັ້ນ? ແທ້ຈິງແລ້ວ, ຂ້າພະເຈົ້າຈະເຮັດແນວໃດເພື່ອຈະໄດ້ເກີດຈາກພຣະເຈົ້າ, ໂດຍຂຸດເອົາຮາກຂອງວິນຍານຊົ່ວນີ້ອອກຈາກໜ້າເອິກຂອງຂ້າພະເຈົ້າ, ແລະ ຮັບເອົາພຣະວິນຍານຂອງພຣະອົງ, ເພື່ອຂ້າພະເຈົ້າຈະເຕັມໄປດ້ວຍຄວາມປິຕິຍິນດີ, ເພື່ອຂ້າພະເຈົ້າຈະບໍ່ຖືກປະຖິ້ມໃນວັນສຸດທ້າຍ? ຈົ່ງເບິ່ງ, ກະສັດໄດ້ເວົ້າວ່າ ຂ້າພະເຈົ້າຈະສະລະທຸກສິ່ງທຸກຢ່າງທີ່ຂ້າພະເຈົ້າເປັນເຈົ້າຂອງ, ແທ້ຈິງແລ້ວ, ຂ້າພະເຈົ້າຈະປະຖິ້ມລາຊາອານາຈັກຂອງຂ້າພະເຈົ້າ, ເພື່ອຈະໄດ້ຮັບຄວາມຜາສຸກອັນຍິ່ງໃຫຍ່ນີ້.”8

ເທື່ອນີ້, ເພິ່ນກໍພ້ອມແລ້ວທີ່ຈະສະລະລາ​ຊາອານາຈັກ ທັງໝົດ ຂອງເພິ່ນ, ເພາະພຣະກິດຕິຄຸນນັ້ນມີຄຸນຄ່າຫລາຍກວ່າທຸກສິ່ງທຸກຢ່າງທີ່ເພິ່ນມີ! ເພິ່ນ ແຟວ ດິນກຳ ກ່ຽວກັບພຣະກິດຕິຄຸນ.

ສະນັ້ນ, ຄຳຖາມສຳລັບເຮົາທຸກຄົນກໍຄື: ເຮົາກໍ ແຟວ ດິນກຳ ກ່ຽວກັບພຣະກິດຕິຄຸນຢູ່ບໍ? ເພາະການເປັນຄົນສອງຈິດສອງໃຈນັ້ນບໍ່ແມ່ນການ ແຟວ ດິນກຳ ເລີຍ! ແລະ ພຣະເຈົ້າກໍບໍ່ມັກຊົມເຊີຍຄົນທີ່ເຄິ່ງຮ້ອນ​ເຄິ່ງ​ເຢັນ.9

ບໍ່ມີສົມບັດໃດ, ຫລື ງານອະດິເລກ, ຫລື ສະຖານະໃດໆ, ຫລື ການສື່ສານມວນ​ຊົນໃດໆ, ບໍ່ມີເກມວິດີໂອໃດໆ, ຫລື ກິລາໃດໆ, ຫລື ຄວາມພົວພັນໃດໆກັບດາລາຄົນໃດ, ຫລື ສິ່ງໃດໆຢູ່ເທິງໂລກ​ນີ້ ທີ່ລ້ຳຄ່າຫລາຍໄປກວ່າຊີວິດນິລັນດອນ. ສະນັ້ນຄຳແນະນຳຂອງພຣະຜູ້ເປັນເຈົ້າຕໍ່ທຸກຄົນແມ່ນໃຫ້ເຮົາ “ເຫັນວ່າ ເປັນຫຍັງເຫດການເຊັ່ນນີ້ຈຶ່ງເກີດຂຶ້ນ.”

ຄວາມຮູ້ສຶກຂອງຂ້າພະເຈົ້າກໍຖືກບັນຍາຍໄດ້ດີທີ່ສຸດໃນຖ້ອຍຄຳຂອງນີໄຟ ວ່າ: ຂ້າພະເຈົ້າປາບປື້ມໃນຄວາມແຈ່ມແຈ້ງ; ຂ້າພະເຈົ້າປາບປື້ມໃນຄວາມຈິງ; ຂ້າພະເຈົ້າປາບປື້ມໃນພຣະເຢຊູຂອງຂ້າພະເຈົ້າ, ເພາະພຣະອົງໄດ້ໄຖ່ຈິດວິນຍານຂອງຂ້າພະເຈົ້າຈາກນະລົກ.”10

ເຮົາເປັນຜູ້ຕິດຕາມທີ່ແທ້ຈິງຂອງພຣະອົງບໍ ອົງທີ່ໄດ້ປະທານທຸກສິ່ງໃຫ້ແກ່ເຮົາ? ພຣະອົງຜູ້ເປັນພຣະຜູ້ໄຖ່ຂອງເຮົາ ແລະ ພຣະຜູ້ວິງວອນແທນເຮົາກັບພຣະບິດາ? ພຣະອົງ​ເອົງໄດ້ຕັ້ງພຣະໄທຢ່າງເຕັມທີ່ ໃນການເສຍສະລະຊົດໃຊ້ຂອງພຣະອົງ ແລະ ບັດນີ້ໃນຄວາມຮັກຂອງພຣະອົງ, ຄວາມເມດຕາຂອງພຣະອົງ, ແລະ ພຣະປະສົງຂອງພຣະອົງ ໃຫ້ເຮົາມີຄວາມ​ສຸກນິລັນດອນ? ຂ້າພະເຈົ້າຂໍອ້ອນວອນກັບທຸກຄົນ​ທີ່ໄດ້ຍິນ ແລະ ອ່ານຖ້ອຍຄຳເຫລົ່ານີ້ວ່າ: ຢ່າຜັດ​ມື້​ຜັດ​ວັນ ທີ່ຈະໃຫ້ຄຳໝັ້ນສັນຍາທຸກຢ່າງ ຈົນເຖິງເວລາໃນອະນາຄົດທີ່ບໍ່ມີຈິງ. ຂໍຈົ່ງໃຫ້ເປັນຄົນ ແຟວ ດິນກຳ ແລະ ໃຫ້ຮູ້ສຶກຊື່ນ​ຊົມ ໃນເວລານີ້. ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.