ຄວາມບໍລິສຸດ ແລະ ແຜນແຫ່ງຄວາມສຸກ
ຄວາມສຸກທີ່ຍິ່ງໃຫຍ່ກວ່າ ມາຈາກຄວາມບໍລິສຸດສ່ວນຕົວຫລາຍກວ່າເກົ່າ.
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້ອະທິຖານຂໍພະລັງ ເພື່ອຊ່ວຍທ່ານ ໃນການຄົ້ນຫາຄວາມສຸກສ່ວນຕົວຂອງທ່ານ. ບາງຄົນອາດຮູ້ສຶກມີຄວາມສຸກພຽງພໍແລ້ວ, ແຕ່ແນ່ນອນ ບໍ່ມີໃຜຈະປະຕິເສດການຈະມີຄວາມສຸກຫລາຍກວ່າເກົ່າ. ທຸກຄົນຈະຟ້າວຮັບເອົາ ຖ້າຮັບປະກັນວ່າ ຈະມີຄວາມສຸກອັນຍາວນານ.
ນັ້ນແຫລະຄືສິ່ງທີ່ພຣະບິດາເທິງສະຫວັນ; ພຣະບຸດທີ່ຮັກຂອງພຣະອົງ, ພຣະເຢຊູຄຣິດ; ແລະ ພຣະວິນຍານບໍລິສຸດ ໄດ້ສະເໜີມອບໃຫ້ລູກໆທາງວິນຍານຂອງພຣະບິດາເທິງສະຫວັນທຸກຄົນ ຜູ້ມີຊີວິດຢູ່ໃນເວລານີ້, ຜູ້ຈະມີຊີວິດຢູ່, ຫລື ຜູ້ເຄີຍມີຊີວິດຢູ່ໃນໂລກນີ້. ຄຳສະເໜີນັ້ນ ບາງເທື່ອເອີ້ນວ່າ ແຜນແຫ່ງຄວາມສຸກ. ມັນໄດ້ຖືກເອີ້ນຈັ່ງຊັ້ນ ໂດຍສາດສະດາແອວມາ ຂະນະທີ່ເພິ່ນໄດ້ສິດສອນລູກຊາຍຂອງເພິ່ນ, ຜູ້ເປັນທຸກຢູ່ກັບຄວາມຜິດບາບ. ແອວມາຮູ້ວ່າ ຄວາມຊົ່ວຮ້າຍບໍ່ເຄີຍເປັນຄວາມສຸກເລີຍສຳລັບລູກຊາຍຂອງເພິ່ນ—ຫລື ສຳລັບລູກຄົນໃດຂອງພຣະບິດາເທິງສະຫວັນ.1
ເພິ່ນໄດ້ສິດສອນລູກຊາຍຂອງເພິ່ນວ່າ ການມີຄວາມບໍລິສຸດຫລາຍກວ່າເກົ່າ ເປັນພຽງທາງດຽວເທົ່ານັ້ນທີ່ພາໄປສູ່ຄວາມສຸກ. ເພິ່ນໄດ້ບອກຢ່າງແຈ່ມແຈ້ງວ່າ ການມີຄວາມບໍລິສຸດຫລາຍກວ່າເກົ່າ ແມ່ນເປັນໄປໄດ້ຜ່ານທາງການຊົດໃຊ້ຂອງພຣະເຢຊູຄຣິດ ທີ່ເຮັດໃຫ້ເຮົາສະອາດ ແລະ ດີພ້ອມ.2 ພຽງແຕ່ໂດຍສັດທາໃນພຣະເຢຊູຄຣິດ, ການກັບໃຈສະເໝີ, ແລະ ການຮັກສາພັນທະສັນຍາເທົ່ານັ້ນ ທີ່ຈະຊ່ວຍເຮົາໃຫ້ສາມາດທວງເອົາຄວາມສຸກອັນຍາວນານໄດ້ ທີ່ເຮົາທຸກຄົນຢາກມີ ແລະ ຢາກຮັກສາ.
ຄຳອະທິຖານຂອງຂ້າພະເຈົ້າສຳລັບມື້ນີ້ ແມ່ນຢາກຊ່ວຍທ່ານໃຫ້ເຂົ້າໃຈວ່າ ຄວາມສຸກທີ່ຍິ່ງໃຫຍ່ກວ່າ ມາຈາກຄວາມບໍລິສຸດສ່ວນຕົວຫລາຍກວ່າເກົ່າ ເພື່ອວ່າທ່ານຈະເຮັດຕາມຄວາມເຊື່ອນັ້ນ. ແລ້ວຂ້າພະເຈົ້າຈະແບ່ງປັນສິ່ງທີ່ຂ້າພະເຈົ້າຮູ້ດ້ວຍຕົວເອງ ກ່ຽວກັບສິ່ງທີ່ເຮົາສາມາດເຮັດ ເພື່ອຈະເໝາະສົມກັບຂອງປະທານຂອງການກາຍເປັນຄົນບໍລິສຸດຫລາຍກວ່າເກົ່າ.
ພຣະຄຳພີສິດສອນເຮົາວ່າ ໃນບັນດາສິ່ງຕ່າງໆ, ເຮົາສາມາດຖືກເຮັດໃຫ້ສະອາດ ຫລື ກາຍເປັນຄົນທີ່ບໍລິສຸດຫລາຍກວ່າເກົ່າໄດ້ ເມື່ອເຮົາໃຊ້ສັດທາໃນພຣະຄຣິດ,3 ສະແດງຄວາມເຊື່ອຟັງຂອງເຮົາ,4 ກັບໃຈ,5 ເສຍສະລະເພື່ອພຣະອົງ,6 ຮັບເອົາພິທີການທີ່ສັກສິດ, ແລະ ຮັກສາພັນທະສັນຍາກັບພຣະອົງ.7 ຄວາມເໝາະສົມສຳລັບຂອງປະທານແຫ່ງຄວາມບໍລິສຸດ ຮຽກຮ້ອງຄວາມຖ່ອມຕົວ,8 ຄວາມອ່ອນນ້ອມ,9 ແລະ ຄວາມອົດທົນ.10
ປະສົບການໜຶ່ງເຖິງການຢາກມີຄວາມບໍລິສຸດຫລາຍກວ່າເກົ່າ ໄດ້ເກີດກັບຂ້າພະເຈົ້າຢູ່ໃນພຣະວິຫານເຊົາເລັກ. ຂ້າພະເຈົ້າໄດ້ເຂົ້າໄປໃນພຣະວິຫານເປັນເທື່ອທຳອິດ ໂດຍບໍ່ຮູ້ຫຍັງຫລາຍ. ຂ້າພະເຈົ້າໄດ້ເຫັນຖ້ອຍຄຳຢູ່ເທິງອາຄານ: “ສັກສິດແດ່ພຣະຜູ້ເປັນເຈົ້າ” ແລະ “ບ້ານຂອງພຣະຜູ້ເປັນເຈົ້າ.” ຂ້າພະເຈົ້າຮູ້ສຶກເຖິງຄວາມຄາດໝາຍທີ່ດີ. ແຕ່ຂ້າພະເຈົ້າສົງໃສວ່າ ຂ້າພະເຈົ້າພ້ອມທີ່ຈະເຂົ້າໄປຫລືບໍ່.
ແມ່ກັບພໍ່ຂອງຂ້າພະເຈົ້າໄດ້ນຳໜ້າ ຂະນະທີ່ພວກເຮົາກຳລັງຈະເຂົ້າໄປໃນພຣະວິຫານ. ພວກເຮົາໄດ້ຖືກຂໍໃຫ້ສະແດງໃບຮັບຮອງ, ເພື່ອຢືນຢັນການມີຄ່າຄວນຂອງພວກເຮົາ.
ພໍ່ແມ່ຂອງຂ້າພະເຈົ້າຮູ້ຈັກຜູ້ຊາຍຄົນທີ່ກວດກາໃບຮັບຮອງ. ສະນັ້ນພວກເພິ່ນຈຶ່ງໄດ້ລົມກັບລາວບຶດໜຶ່ງ. ຂ້າພະເຈົ້າກໍເລີຍຍ່າງເຂົ້າໄປຫາຫ້ອງໂຖງກ່ອນ ບ່ອນທີ່ທຸກສິ່ງຂາວສະອາດ. ຂ້າພະເຈົ້າໄດ້ຫລຽວຂຶ້ນເບິ່ງເພດານ ທີ່ສູງເໜືອຫົວ ຊຶ່ງເບິ່ງຄືທ້ອງຟ້າເປີດ. ໃນວິນາທີນັ້ນເອງ, ຄວາມຮູ້ສຶກທີ່ແຈ້ງຊັດໄດ້ເກີດຂຶ້ນກັບຂ້າພະເຈົ້າ ຄືກັບວ່າຂ້າພະເຈົ້າເຄີຍຢູ່ທີ່ນັ້ນມາກ່ອນ.
ແຕ່ແລ້ວ, ຂ້າພະເຈົ້າໄດ້ຍິນສຽງແຜ່ວເບົາ—ມັນບໍ່ແມ່ນສຽງຂອງຂ້າພະເຈົ້າເອງ. ສຽງແຜ່ວເບົາກ່າວວ່າ: “ເຈົ້າບໍ່ເຄີຍມາບ່ອນນີ້ເລີຍ. ເຈົ້າຈື່ຈຳເວລາກ່ອນເຈົ້າໄດ້ເກີດມາ. ເຈົ້າເຄີຍຢູ່ໃນບ່ອນທີ່ສັກສິດແບບນີ້. ເຈົ້າຮູ້ສຶກວ່າ ພຣະຜູ້ຊ່ວຍໃຫ້ລອດຈະມາສູ່ບ່ອນທີ່ເຈົ້າຢືນຢູ່ນີ້. ແລະ ເຈົ້າຮູ້ສຶກມີຄວາມສຸກ ເພາະເຈົ້າຢາກພົບພຣະອົງ.”
ປະສົບການນັ້ນຢູ່ໃນພຣະວິຫານເຊົາເລັກ ແມ່ນບຶດດຽວເທົ່ານັ້ນ. ແຕ່ຄວາມຊົງຈຳກ່ຽວກັບມັນຍັງນຳຄວາມສະຫງົບ, ຄວາມຊື່ນຊົມ, ແລະ ຄວາມສຸກທີ່ງຽບໆ ມາໃຫ້ຂ້າພະເຈົ້າຢູ່.
ຂ້າພະເຈົ້າໄດ້ຮຽນຮູ້ຫລາກຫລາຍບົດຮຽນໃນມື້ນັ້ນ. ບົດຮຽນໜຶ່ງແມ່ນ ພຣະວິນຍານບໍລິສຸດໄດ້ກ່າວໃນສຸລະສຽງທີ່ແຜ່ວເບົາ. ຂ້າພະເຈົ້າໄດ້ຍິນພຣະອົງ ຕອນຂ້າພະເຈົ້າມີຄວາມສະຫງົບຢູ່ໃນໃຈ. ພຣະອົງໄດ້ໃຫ້ຂ້າພະເຈົ້າຮູ້ສຶກເຖິງຄວາມສຸກ ແລະ ມີຄວາມໝັ້ນໃຈວ່າ ຂ້າພະເຈົ້າໄດ້ກາຍເປັນຄົນບໍລິສຸດຫລາຍກວ່າເກົ່າ. ແລະ ສິ່ງນັ້ນໄດ້ນຳຄວາມສຸກມາໃຫ້ສະເໝີ ຊຶ່ງຂ້າພະເຈົ້າໄດ້ຮູ້ສຶກບຶດໜຶ່ງ ຢູ່ໃນພຣະວິຫານຂອງພຣະເຈົ້າ.
ທ່ານກໍເຄີຍໄດ້ສັງເກດເຫັນຢູ່ໃນຊີວິດຂອງທ່ານເອງ ແລະ ໃນຊີວິດຂອງຄົນອື່ນ ເຖິງການມະຫັດສະຈັນຂອງຄວາມສຸກທີ່ມາຈາກການເປັນຄົນບໍລິສຸດຫລາຍກວ່າເກົ່າ, ກາຍເປັນເໝືອນດັ່ງພຣະຜູ້ຊ່ວຍໃຫ້ລອດຫລາຍກວ່າເກົ່າ. ເມື່ອຫລາຍອາທິດກ່ອນ, ຂ້າພະເຈົ້າໄດ້ໄປຢ້ຽມຢາມຜູ້ຄົນທີ່ຈະຈາກໂລກນີ້ໄປ ພ້ອມດ້ວຍມີສັດທາອັນເຕັມປ່ຽມ ໃນພຣະຜູ້ຊ່ວຍໃຫ້ລອດ ແລະ ດ້ວຍຄວາມເບີກບາກໃຈ.
ຄົນໜຶ່ງແມ່ນຜູ້ຊາຍທີ່ຖືກຫຸ້ມລ້ອມດ້ວຍຄອບຄົວຂອງລາວ. ລາວກັບພັນລະຍາຂອງລາວ ໄດ້ເວົ້າລົມກັນຄ່ອຍໆ ຂະນະທີ່ລູກຊາຍຂອງຂ້າພະເຈົ້າ ກັບຂ້າພະເຈົ້າໄດ້ຍ່າງເຂົ້າໄປ. ຂ້າພະເຈົ້າຮູ້ຈັກເຂົາເຈົ້າເປັນເວລາຫລາຍປີ. ຂ້າພະເຈົ້າໄດ້ເຫັນການຊົດໃຊ້ຂອງພຣະເຢຊູຄຣິດ ມີຜົນໃນຊີວິດຂອງເຂົາເຈົ້າ ແລະ ສະມາຊິກໃນຄອບຄົວຂອງເຂົາເຈົ້າ.
ເຂົາເຈົ້າທັງສອງໄດ້ຕັດສິນໃຈເຊົາຮັບການປິ່ນປົວ ທີ່ຈະຍືດຊີວິດຂອງລາວໄວ້. ມັນມີຄວາມຮູ້ສຶກທີ່ສະຫງົບງຽບ ຂະນະທີ່ລາວເວົ້າກັບພວກເຮົາ. ລາວຍິ້ມ ແລະ ກ່າວສະແດງຄວາມຮູ້ບຸນຄຸນ ສຳລັບພຣະກິດຕິຄຸນ ແລະ ຜົນຂອງການເຮັດໃຫ້ສະອາດບໍລິສຸດ ແກ່ລາວ ແລະ ຄອບຄົວທີ່ລາວຮັກ. ລາວໄດ້ກ່າວເຖິງຊ່ວງໄລຍະທີ່ມີຄວາມສຸກ ຢູ່ໃນພຣະວິຫານ. ຕາມຄຳຂໍຮ້ອງຂອງຊາຍຄົນນັ້ນ, ລູກຊາຍຂອງຂ້າພະເຈົ້າໄດ້ເຈີມນ້ຳມັນສັກສິດໃສ່ເທິງຫົວຂອງລາວ. ຂ້າພະເຈົ້າໄດ້ຜະນຶກການເຈີມນັ້ນ. ຂະນະທີ່ຂ້າພະເຈົ້າເຮັດ, ຂ້າພະເຈົ້າໄດ້ຮັບການດົນໃຈທີ່ແຈ້ງຊັດໃຫ້ບອກລາວວ່າ ບໍ່ດົນລາວຈະໄດ້ເຫັນພຣະຜູ້ຊ່ວຍໃຫ້ລອດ, ໜ້າຕໍ່ໜ້າ.
ຂ້າພະເຈົ້າໄດ້ສັນຍາກັບລາວວ່າ ລາວຈະຮູ້ສຶກມີຄວາມສຸກ, ໄດ້ຮັບຄວາມຮັກ, ແລະ ຮັບການເຫັນພ້ອມຈາກພຣະຜູ້ຊ່ວຍໃຫ້ລອດ. ລາວຍິ້ມຢ່າງອົບອຸ່ນ ຂະນະທີ່ພວກເຮົາຈາກໄປ. ຄຳເວົ້າສຸດທ້າຍຂອງລາວຕໍ່ຂ້າພະເຈົ້າແມ່ນ “ບອກແຄທີ ແດ່ເດີວ່າຂ້ອຍຮັກລາວ.” ເປັນເວລາຫລາຍປີທີ່ ແຄທະລິນ ພັນລະຍາຂອງຂ້າພະເຈົ້າໄດ້ຊຸກຍູ້ຫລາຍລຸ້ນຄົນຂອງຄອບຄົວລາວໃຫ້ຮັບເອົາຄຳເຊື້ອເຊີນຂອງພຣະຜູ້ຊ່ວຍໃຫ້ລອດ ເພື່ອມາຫາພຣະອົງ, ເຮັດ ແລະ ຮັກສາພັນທະສັນຍາອັນສັກສິດ, ແລະ ເໝາະສົມສຳລັບຄວາມສຸກທີ່ມາຈາກການມີຄວາມບໍລິສຸດຫລາຍຂຶ້ນນັ້ນ.
ຫລາຍຊົ່ວໂມງຈາກນັ້ນ ລາວກໍໄດ້ເສຍຊີວິດໄປ. ສອງສາມອາທິດຕໍ່ມາ, ພັນລະຍາຂອງລາວໄດ້ເອົາຂອງຂວັນມາຝາກພັນລະຍາກັບຂ້າພະເຈົ້າ. ນາງຍິ້ມຂະນະທີ່ເວົ້າລົມກັບພວກເຮົາ. ນາງເວົ້າຢ່າງເບີກບານວ່າ, “ຂ້ອຍຄິດວ່າ ຂ້ອຍຊິຮູ້ສຶກໂສກເສົ້າ ແລະ ໂດດດ່ຽວ. ແຕ່ຂ້ອຍຮູ້ສຶກມີຄວາມສຸກ. ພວກເຈົ້າຄິດວ່າ ມັນຖືກຕ້ອງຢູ່ບໍ?”
ໂດຍທີ່ຮູ້ວ່າ ນາງຮັກສາມີຂອງນາງຫລາຍຂະໜາດໃດ ແລະ ເຂົາເຈົ້າທັງສອງໄດ້ມາຮູ້ຈັກ, ຮັກ, ແລະ ຮັບໃຊ້ພຣະຜູ້ເປັນເຈົ້າ, ຂ້າພະເຈົ້າໄດ້ບອກນາງວ່າ ຄວາມຮູ້ສຶກນັ້ນແມ່ນຂອງປະທານທີ່ສັນຍາໄວ້ ເພາະດ້ວຍການຮັບໃຊ້ທີ່ຊື່ສັດຂອງນາງ, ນາງຈຶ່ງໄດ້ຖືກເຮັດໃຫ້ບໍລິສຸດຫລາຍກວ່າເກົ່າ. ຄວາມບໍລິສຸດຂອງນາງໄດ້ເຮັດໃຫ້ນາງເໝາະສົມກັບຄວາມສຸກນັ້ນ.
ບາງຄົນທີ່ຮັບຊົມໃນມື້ນີ້ ອາດສົງໃສວ່າ: “ເປັນຫຍັງຂ້ອຍຈຶ່ງບໍ່ຮູ້ສຶກສະຫງົບ ແລະ ມີຄວາມສຸກ ທີ່ສັນຍາກັບຜູ້ທີ່ຊື່ສັດ? ຂ້ອຍໄດ້ຊື່ສັດແມ່ນແຕ່ໃນຕອນຍາກລຳບາກ, ແຕ່ຂ້ອຍກໍບໍ່ເຄີຍຮູ້ສຶກມີຄວາມສຸກ.”
ແມ່ນແຕ່ສາດສະດາໂຈເຊັບ ສະມິດ ກໍໄດ້ປະເຊີນກັບການທົດສອບນີ້. ເພິ່ນໄດ້ອະທິຖານຂໍການບັນເທົາ ຕອນເພິ່ນຖືກຄຸມຂັງຢູ່ໃນຄຸກ ໃນເມືອງລີເບີຕີ, ລັດມີເຊີຣີ. ເພິ່ນໄດ້ຊື່ສັດຕໍ່ພຣະຜູ້ເປັນເຈົ້າ. ເພິ່ນໄດ້ເຕີບໂຕໃນຄວາມບໍລິສຸດ. ແຕ່ເພິ່ນກໍຍັງຮູ້ສຶກວ່າ ເພິ່ນບໍ່ມີຄວາມສຸກ.
ພຣະຜູ້ເປັນເຈົ້າໄດ້ສິດສອນເພິ່ນເຖິງຄວາມອົດທົນ ທີ່ເຮົາທຸກຄົນຈະຕ້ອງມີເປັນບາງເວລາ, ແລະ ບາງທີເປັນເວລາດົນນານ, ໃນໄລຍະການທົດສອບໃນຊ່ວງມະຕະຂອງເຮົາ. ຕໍ່ໄປນີ້ແມ່ນຂ່າວສານຂອງພຣະຜູ້ເປັນເຈົ້າຕໍ່ສາດສະດາທີ່ຊື່ສັດ ແລະ ຮັບທຸກທໍລະມານ ຂອງພຣະອົງ:
“ແລະ ຖ້າຫາກເຈົ້າຖືກໂຍນລົງໄປໃນຫລຸມ, ຫລື ໃນມືຂອງຄາດຕະກອນ, ແລະ ຖືກຕັດສິນປະຫານຊີວິດ; ຖ້າຫາກເຈົ້າຖືກໂຍນລົງໄປໃນເຫວເລິກ; ຖ້າຫາກຄື້ນໃຫຍ່ຊັດກະໜ່ຳເຈົ້າ; ຖ້າຫາກພະຍຸຮ້າຍກາຍເປັນສັດຕູຂອງເຈົ້າ; ຖ້າຫາກຟ້າສະຫວັນເຕົ້າໂຮມຄວາມມືດ, ແລະ ທາດທັງປວງຮ່ວມກັນຕັນທາງເຈົ້າ; ແລະ ເໜືອທຸກສິ່ງອື່ນໝົດ, ຖ້າຫາກປາກນະລົກຈະເປີດກວ້າງງັບເອົາເຈົ້າ, ເຈົ້າຈົ່ງຮູ້ໄວ້ເຖີດ, ລູກຂອງພໍ່, ວ່າສິ່ງທັງໝົດເຫລົ່ານີ້ຈະເປັນປະສົບການໃຫ້ແກ່ເຈົ້າ, ແລະ ຈະເກີດຂຶ້ນເພື່ອຄວາມດີຂອງເຈົ້າ.
“ບຸດມະນຸດໄດ້ລົງຕ່ຳກວ່າທຸກສິ່ງເຫລົ່ານັ້ນທັງໝົດ. ເຈົ້າຍິ່ງໃຫຍ່ກວ່າພຣະອົງບໍ?
“ສະນັ້ນ, ຈົ່ງຍຶດໝັ້ນຢູ່ໃນທາງຂອງເຈົ້າ, ແລະ ຖານະປະໂລຫິດຈະຄົງຢູ່ກັບເຈົ້າ; ເພາະຂອບເຂດຂອງມັນໄດ້ຖືກຕັ້ງໄວ້ແລ້ວ, ມັນບໍ່ສາມາດຜ່ານຂ້າມ. ວັນເວລາຂອງເຈົ້າໄດ້ຖືກຮັບຮູ້, ແລະ ປີຂອງເຈົ້າຈະບໍ່ຖືກນັບໃຫ້ໜ້ອຍລົງ; ສະນັ້ນ, ຢ່າຢ້ານກົວສິ່ງທີ່ມະນຸດສາມາດເຮັດໄດ້, ເພາະພຣະເຈົ້າຈະຢູ່ກັບເຈົ້າຕະຫລອດການ ແລະ ຕະຫລອດໄປ.”11
ນັ້ນແມ່ນຄຳແນະນຳອັນດຽວກັນກັບທີ່ພຣະອົງໄດ້ມອບໃຫ້ແກ່ໂຢບ, ຜູ້ໄດ້ຈ່າຍຄ່າຢ່າງຫລວງຫລາຍ ເພື່ອປ່ອຍໃຫ້ການຊົດໃຊ້ເຮັດໃຫ້ເພິ່ນບໍລິສຸດຫລາຍກວ່າເກົ່າ. ເຮົາຮູ້ຈັກວ່າໂຢບບໍລິສຸດ, ຈາກຄຳແນະນຳກ່ຽວກັບເພິ່ນ ທີ່ວ່າ: “ຢູ່ໃນດິນແດນອູເຊ ມີຊາຍຜູ້ໜຶ່ງຊື່ວ່າ ໂຢບ. ລາວນະມັດສະການພຣະເຈົ້າ ແລະ ຊື່ສັດຕໍ່ພຣະອົງ. ລາວເປັນຄົນດີ ແລະ ລະມັດລະວັງຕົວບໍ່ເຮັດຊົ່ວ.”12
ແລ້ວໂຢບໄດ້ສູນເສຍຊັບສົມບັດ, ຄອບຄົວ, ແລະ ແມ່ນແຕ່ສຸຂະພາບຂອງເພິ່ນໄປ. ທ່ານອາດຈື່ໄດ້ ທີ່ໂຢບຄິດສົງໃສວ່າ ຄວາມບໍລິສຸດຫລາຍກວ່າເກົ່າຂອງເພິ່ນ, ທີ່ໄດ້ມາຈາກການຜ່ານຜ່າຄວາມຍາກລຳບາກຢ່າງຫລວງຫລາຍ, ຈະບໍ່ຊ່ວຍເພິ່ນໃຫ້ເໝາະສົມກັບຄວາມສຸກອັນຍິ່ງໃຫຍ່ກວ່າ. ສຳລັບໂຢບແລ້ວ ເບິ່ງຄືວ່າຄວາມບໍລິສຸດນັ້ນໄດ້ນຳຄວາມທຸກທໍລະມານມາໃຫ້ເພິ່ນ.
ແຕ່ພຣະຜູ້ເປັນເຈົ້າໄດ້ມອບບົດຮຽນໃຫ້ໂຢບ ຊຶ່ງເປັນບົດຮຽນດຽວກັນກັບທີ່ໄດ້ມອບໃຫ້ໂຈເຊັບ ສະມິດ. ພຣະອົງໄດ້ປ່ອຍໃຫ້ໂຢບເຫັນສະພາບທີ່ເຈັບປວດໃຈຂອງຕົນ ດ້ວຍຕາທາງວິນຍານ. ພຣະອົງໄດ້ກ່າວວ່າ:
“ຈົ່ງລຸກຂຶ້ນດັ່ງລູກຜູ້ຊາຍຜູ້ໜຶ່ງ ແລະ ຕອບຄຳທີ່ເຮົາຈະຖາມເຈົ້າເບິ່ງດູ.
“ເມື່ອເຮົາສ້າງຈັກກະວານນັ້ນ ເຈົ້າຢູ່ບ່ອນນັ້ນບໍ? ຖ້າເຈົ້າຮູ້ຫຍັງຫລາຍຈົ່ງບອກເຮົາມາເບິ່ງ.
“ຜູ້ໃດຊີ້ຂາດວ່າໂລກກວ້າງເທົ່າໃດ? ເຈົ້າຮູ້ບໍ? ຜູ້ໃດເໜັ່ງສາຍແທກເທິງນັ້ນ? ຕອບມາດູ?
“ຜູ້ໃດຖືເສົາທັງຫລາຍໄວ້ ທີ່ໃຊ້ຄ້ຳຈັກກະວານ? ຜູ້ໃດວາງຮາກຖານເສົາຫີນຂອງຈັກກະວານໄວ້?
“ໃນຮຸ່ງເຊົ້າຂອງວັນນັ້ນ ໝູ່ດວງດາວຮ້ອງເພງນຳກັນ, ເຫລົ່າທູດຂອງພຣະອົງກໍເປັ່ງສຽງໂຮຮ້ອງຍິນດີທັງນັ້ນ?”13
ແລ້ວ, ຫລັງຈາກທີ່ໂຢບໄດ້ກັບໃຈ ຈາກການທີ່ໄດ້ເອີ້ນພຣະເຈົ້າວ່າບໍ່ທ່ຽງທຳ, ໂຢບກໍໄດ້ຖືກອະນຸຍາດໃຫ້ເຫັນການທົດລອງຂອງເພິ່ນ ໃນວິທີທີ່ສູງກວ່າ ແລະ ບໍລິສຸດກວ່າເກົ່າ. ເພິ່ນໄດ້ກັບໃຈ.
“ແລ້ວໂຢບກໍໄດ້ຕອບພຣະຜູ້ເປັນເຈົ້າວ່າ,
“ຂ້ານ້ອຍຮູ້ວ່າ ພຣະອົງມີລິດອຳນາດຍິ່ງໃຫຍ່ ແລະ ພຣະອົງເຮັດທຸກໆສິ່ງຕາມໃຈມັກດ້ວຍ.
“ພຣະອົງກ່າວວ່າ ເປັນຫຍັງກ້າຖາມເຖິງປັນຍາ ເພາະຂ້ານ້ອຍເອງໂງ່ຈ້າທີ່ສຸດ. ຂ້ານ້ອຍໄດ້ເວົ້າເຖິງສິ່ງທີ່ຂ້ານ້ອຍບໍ່ເຂົ້າໃຈ ເຖິງສິ່ງທີ່ອັດສະຈັນຍິ່ງໃຫຍ່ ທີ່ຂ້ານ້ອຍບໍ່ຮູ້ໄດ້.
“ພຣະອົງໄດ້ບອກໃຫ້ຂ້ານ້ອຍຟັງເມື່ອພຣະອົງເວົ້າຈາ ແລະ ໃຫ້ຊອກຕອບຄຳຖາມທີ່ພຣະອົງຖາມນັ້ນ.
“ແລ້ວກໍພຽງແຕ່ໄດ້ຮູ້ສິ່ງທີ່ຄົນອື່ນໄດ້ບອກຂ້ານ້ອຍ: ແຕ່ບັດນີ້ຂ້ານ້ອຍເຫັນພຣະອົງດ້ວຍຕາແລ້ວ.
“ດັ່ງນັ້ນ ຂ້ານ້ອຍຈຶ່ງອັບອາຍຕໍ່ສິ່ງທີ່ໄດ້ກ່າວຈາ. ຂ້ານ້ອຍເສຍໃຈຈຶ່ງນັ່ງທີ່ຂີ້ຝຸ່ນດິນ ແລະ ຂີ້ເຖົ່າ.”14
ຫລັງຈາກໂຢບໄດ້ກັບໃຈ ແລະ ກັບມາບໍລິສຸດຫລາຍກວ່າເກົ່າ, ພຣະຜູ້ເປັນເຈົ້າໄດ້ມອບທຸກສິ່ງໃຫ້ຫລາຍກວ່າທີ່ເພິ່ນໄດ້ສູນເສຍໄປ. ແຕ່ບາງທີ ພອນທີ່ຍິ່ງໃຫຍ່ທີ່ສຸດສຳລັບໂຢບແມ່ນ ເພິ່ນໄດ້ບໍລິສຸດຫລາຍກວ່າເກົ່າ ຜ່ານທາງຄວາມຍາກລຳບາກ ແລະ ການກັບໃຈ. ເພິ່ນເໝາະສົມກັບການມີຄວາມສຸກຫລາຍກວ່າເກົ່າໃນຊ່ວງຊີວິດທີ່ເຫລືອຢູ່ຂອງເພິ່ນ.
ຄວາມບໍລິສຸດຫລາຍກວ່າເກົ່າຈະບໍ່ມາເຖິງແບບງ່າຍໆ ໂດຍການພຽງແຕ່ທູນຂໍເທົ່ານັ້ນ. ມັນຈະມາເຖິງໂດຍການເຮັດສິ່ງທີ່ຈຳເປັນສຳລັບພຣະເຈົ້າທີ່ຈະປ່ຽນແປງເຮົາ.
ປະທານຣະໂຊ ເອັມ ແນວສັນ ໄດ້ໃຫ້ຄຳແນະນຳທີ່ຂ້າພະເຈົ້າຖືວ່າດີທີ່ສຸດ ເຖິງການເດີນໄປໃນເສັ້ນທາງແຫ່ງພັນທະສັນຍາໃນຄວາມບໍລິສຸດຫລາຍກວ່າເກົ່າ. ເພິ່ນໄດ້ຊີ້ບອກວິທີ ເມື່ອເພິ່ນຊຸກຍູ້ວ່າ:
“ໃຫ້ສຳພັດພະລັງທີ່ເສີມກຳລັງຂອງການກັບໃຈທຸກວັນ—ການເຮັດ ແລະ ການເປັນຄົນທີ່ດີຂຶ້ນເລັກນ້ອຍ ໃນແຕ່ລະວັນ.
“ເມື່ອເຮົາເລືອກທີ່ຈະກັບໃຈ, ເຮົາເລືອກທີ່ຈະປ່ຽນແປງ! ເຮົາໃຫ້ພຣະຜູ້ຊ່ວຍໃຫ້ລອດປ່ຽນເຮົາເປັນບຸກຄົນທີ່ດີທີ່ສຸດ. ເຮົາເລືອກທີ່ຈະເຕີບໂຕທາງວິນຍານ ແລະ ຮັບເອົາຄວາມຊື່ນຊົມ—ເປັນຄວາມຊື່ນຊົມຂອງການໄຖ່ ໃນພຣະອົງ. ເມື່ອເຮົາເລືອກທີ່ຈະກັບໃຈ, ເຮົາເລືອກທີ່ຈະກາຍເປັນເໝືອນດັ່ງພຣະເຢຊູຄຣິດຫລາຍກວ່າເກົ່າ!
ປະທານແນວສັນ ໄດ້ຊຸກຍູ້ເຮົາຕື່ມອີກ ໃນຄວາມພະຍາຍາມຂອງເຮົາທີ່ຈະກາຍເປັນຄົນທີ່ບໍລິສຸດຫລາຍກວ່າເກົ່າ ດັ່ງນີ້: “ພຣະຜູ້ເປັນເຈົ້າບໍ່ໄດ້ຄາດໝາຍໃຫ້ເຮົາດີພ້ອມໃນເວລານີ້. … ແຕ່ພຣະອົງຄາດໝາຍໃຫ້ເຮົາ ກາຍເປັນຄົນບໍລິສຸດຫລາຍຂຶ້ນ. ການກັບໃຈທຸກວັນ ເປັນເສັ້ນທາງທີ່ນຳໄປສູ່ຄວາມບໍລິສຸດ.”15
ປະທານດາລິນ ເອັຈ ໂອກສ໌, ໃນການກ່າວປາໄສຢູ່ໃນກອງປະຊຸມທີ່ຜ່ານມາ, ກໍໄດ້ຊ່ວຍຂ້າພະເຈົ້າໃຫ້ເຫັນຢ່າງແຈ້ງຊັດຫລາຍຂຶ້ນ ເຖິງວິທີທີ່ເຮົາເຕີບໂຕໃນຄວາມບໍລິສຸດ ແລະ ວິທີທີ່ເຮົາຮູ້ວ່າ ເຮົາກ້າວເຂົ້າໄປໃກ້. ເພິ່ນໄດ້ກ່າວວ່າ: “ເຮົາຈະບັນລຸທາງວິນຍານໄດ້ແນວໃດ? ເຮົາຈະໄດ້ຮັບລະດັບຄວາມບໍລິສຸດນັ້ນໄດ້ແນວໃດ ທີ່ຈະສາມາດມີພຣະວິນຍານບໍລິສຸດເປັນເພື່ອນຕະຫລອດເວລາ? ເຮົາຈະສາມາດເບິ່ງ ແລະ ປະເມີນສິ່ງທີ່ເປັນຂອງໂລກນີ້ ດ້ວຍທັດສະນະແຫ່ງນິລັນດອນແນວໃດ?”16
ຄຳຕອບຂອງປະທານໂອກສ໌ ເລີ່ມຕົ້ນດ້ວຍສັດທາທີ່ຍິ່ງໃຫຍ່ ໃນພຣະເຢຊູຄຣິດ ໃນຖານະພຣະຜູ້ຊ່ວຍໃຫ້ລອດທີ່ຊົງຮັກຂອງເຮົາ. ສິ່ງນັ້ນຈະພາເຮົາໃຫ້ສະແຫວງຫາການໃຫ້ອະໄພທຸກວັນ ແລະ ຈື່ຈຳພຣະອົງທຸກວັນ ໂດຍການຮັກສາພຣະບັນຍັດຂອງພຣະອົງ. ສັດທາທີ່ຍິ່ງໃຫຍ່ນັ້ນໃນພຣະເຢຊູຄຣິດ ມາເຖິງເມື່ອເຮົາຊື່ນຊົມຢູ່ດ້ວຍພຣະຄຳຂອງພຣະອົງທຸກວັນ.
ເພງສວດຊື່ວ່າ “ເພີ່ມຄວາມສັກສິດໃຫ້ເຮົາ” ແນະນຳວິທີທີ່ຈະອະທິຖານຂໍຄວາມຊ່ວຍເຫລືອ ໃນການກາຍເປັນຄົນທີ່ບໍລິສຸດຫລາຍກວ່າເກົ່າ. ຜູ້ແຕ່ງເພງໄດ້ແນະນຳຢ່າງສະຫລາດວ່າ ຄວາມບໍລິສຸດທີ່ເຮົາສະແຫວງຫາ ແມ່ນຂອງປະທານຈາກພຣະເຈົ້າທີ່ຊົງຮັກ, ໄດ້ມອບໃຫ້ຫລັງຈາກທີ່ເຮົາໄດ້ເຮັດທຸກສິ່ງທຸກຢ່າງແລ້ວ. ທ່ານຄົງຈື່ຈຳວັກສຸດທ້າຍນີ້ໄດ້:
ເພີ່ມບໍລິສຸດໃຫ້ເຮົາ,
ເພີ່ມແຂງຂັນມີໄຊ,
ເພີ່ມເສລີຈາກອຸບາຍ,
ເພີ່ມແຮງໝາຍຄືນເຮືອນ.
ເພີ່ມຄຳສອນອານາຈັກ,
ເພີ່ມເຮົາມັກຖືກໃຊ້,
ເພີ່ມສັກສິດ ແລະ ພອນເດັ່ນ—
ເພີ່ມເຊັ່ນພຣະຜູ້ໄຖ່.17
ບໍ່ວ່າສະຖານະການຂອງເຮົາຈະເປັນແນວໃດ, ບໍ່ວ່າເຮົາຈະຢູ່ໃນເສັ້ນທາງແຫ່ງພັນທະສັນຍາເພື່ອກັບບ້ານ, ຂໍໃຫ້ຄຳອະທິຖານຂອງເຮົາ ທີ່ຂໍຄວາມບໍລິສຸດຫລາຍກວ່າເກົ່າ ໄດ້ຮັບຄຳຕອບ. ຂ້າພະເຈົ້າຮູ້ວ່າ ເມື່ອຄຳອ້ອນວອນຂອງເຮົາໄດ້ຮັບຄຳຕອບ, ຄວາມສຸກຂອງເຮົາກໍຈະເພີ່ມທະວີຫລາຍຂຶ້ນ. ມັນອາດມາເຖິງຊ້າແດ່ຈັກໜ່ອຍ, ແຕ່ມັນຈະມາເຖິງຢ່າງແນ່ນອນ. ຂ້າພະເຈົ້າໝັ້ນໃຈໃນເລື່ອງນີ້ ຈາກຄວາມຮັກຂອງພຣະບິດາເທິງສະຫວັນ ແລະ ພຣະບຸດທີ່ຮັກຂອງພຣະອົງ, ພຣະເຢຊູຄຣິດ.
ຂ້າພະເຈົ້າເປັນພະຍານວ່າ ໂຈເຊັບ ສະມິດ ໄດ້ເປັນສາດສະດາຂອງພຣະເຈົ້າ, ປະທານຣະໂຊ ເອັມ ແນວສັນ ເປັນສາດສະດາທີ່ມີຊີວິດຢູ່ໃນທຸກວັນນີ້. ພຣະເຈົ້າອົງເປັນພຣະບິດາຊົງພຣະຊົນຢູ່ ແລະ ຮັກເຮົາ. ພຣະອົງປະສົງໃຫ້ເຮົາກັບບ້ານໄປຫາພຣະອົງ ຢູ່ກັບຄອບຄົວ. ພຣະຜູ້ຊ່ວຍໃຫ້ລອດທີ່ຊົງຮັກຂອງເຮົາ ເຊື້ອເຊີນເຮົາໃຫ້ຕິດຕາມພຣະອົງ ໃນການເດີນທາງກັບບ້ານຂອງເຮົາ. ພວກພຣະອົງໄດ້ກະກຽມທາງໄວ້ໃຫ້. ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.