ໃຫ້ກຽດພຣະນາມຂອງພຣະອົງ
ດ້ວຍເອກະລັກແຫ່ງພັນທະສັນຍາ ແລະ ການເປັນພາກສ່ວນ, ເຮົາຈຶ່ງຖືກເອີ້ນຕາມພຣະນາມຂອງພຣະເຢຊູຄຣິດ.
ຂະນະທີ່ພໍ່ແມ່ລໍຖ້າການເກີດຂອງລູກດ້ວຍຄວາມຕື່ນເຕັ້ນ, ເຂົາເຈົ້າມີຄວາມຮັບຜິດຊອບໃນການເລືອກຊື່ ໃຫ້ແກ່ລູກນ້ອຍຄົນໃໝ່ຂອງເຂົາເຈົ້າ. ບາງທີເມື່ອທ່ານເກີດມາ, ທ່ານໄດ້ຮັບຊື່ທີ່ໄດ້ສືບທອດກັນມາໃນຄອບຄົວຂອງທ່ານ ເປັນເວລາຫລາຍລຸ້ນຄົນ. ຫລື ບາງທີຊື່ທີ່ທ່ານໄດ້ຮັບນັ້ນແມ່ນເປັນທີ່ນິຍົມຊົມຊອບໃນປີ ຫລື ໃນເຂດທີ່ທ່ານໄດ້ເກີດມາ.
ສາດສະດາຮີລາມັນ ແລະ ພັນລະຍາຂອງເພິ່ນ ໄດ້ຕັ້ງຊື່ທີ່ມີຄວາມໝາຍໃຫ້ແກ່ລູກຊາຍນ້ອຍສອງຄົນ ຂອງພວກເພິ່ນວ່າ ນີໄຟ ແລະ ລີໄຮ. ຕໍ່ມາ ຮີລາມັນໄດ້ບອກລູກຊາຍຂອງເພິ່ນວ່າ:
“ພໍ່ໄດ້ຕັ້ງຊື່ໃຫ້ລູກຕາມຊື່ຂອງບິດາມານດາຄົນທຳອິດ … ເພື່ອຢາກໃຫ້ລູກຈື່ຈຳຊື່ຂອງລູກ ແລ້ວລູກກໍຈະຈື່ຈຳພວກເພິ່ນ; ແລະ ເວລາລູກຈື່ຈຳພວກເພິ່ນ ລູກກໍຈະຈື່ຈຳຜົນງານຂອງພວກເພິ່ນ … ວ່າມັນຖືກເວົ້າເຖິງ, ແລະ ຂຽນໄວ້ວ່າພວກເພິ່ນນັ້ນເປັນຜູ້ປະເສີດ.
“ສະນັ້ນ, ລູກຂອງພໍ່, ພໍ່ຢາກໃຫ້ລູກເຮັດສິ່ງທີ່ດີ.”1
ຊື່ຂອງ ນີໄຟ ແລະ ລີໄຮ ໄດ້ຊ່ວຍພວກເພິ່ນໃຫ້ຈື່ຈຳຜົນງານທີ່ດີຂອງບັນພະບຸລຸດຂອງພວກເພິ່ນ ແລະ ຊຸກຍູ້ພວກເພິ່ນໃຫ້ເຮັດສິ່ງທີ່ດີຄືກັນ.
ເອື້ອຍນ້ອງທັງຫລາຍ, ບໍ່ວ່າເຮົາຈະອາໄສຢູ່ໃສກໍຕາມ, ບໍ່ວ່າເຮົາຈະເວົ້າພາສາໃດກໍຕາມ, ຫລື ບໍ່ວ່າເຮົາຈະມີອາຍຸ 8 ປີ ຫລື 108 ກໍຕາມ, ເຮົາທຸກຄົນກໍມີຊື່ພິເສດຮ່ວມກັນ ທີ່ມີຈຸດປະສົງອັນດຽວກັນ.
“ເພາະວ່າ ຄົນໃດໃນ [ພວກເຮົາ] ໄດ້ຮັບບັບຕິສະມາໃນພຣະຄຣິດແລ້ວ ຄົນນັ້ນກໍໄດ້ສວມຊີວິດຂອງພຣະຄຣິດ … : ເພາະ [ພວກເຮົາ] ທຸກຄົນເປັນອັນໜຶ່ງອັນດຽວກັນໃນພຣະເຢຊູຄຣິດ.”2
ໃນຖານະສະມາຊິກຂອງ ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ, “ທຳອິດເຮົາໃຫ້ສັນຍາເຖິງຄວາມເຕັມໃຈທີ່ຈະຮັບເອົາພຣະນາມຂອງພຣະຄຣິດ … ໂດຍພິທີການແຫ່ງການບັບຕິສະມາ.”3 ຜ່ານພັນທະສັນຍາຂໍ້ນີ້, ເຮົາໄດ້ສັນຍາວ່າຈະລະນຶກເຖິງພຣະອົງຕະຫລອດເວລາ, ຮັກສາພຣະບັນຍັດຂອງພຣະອົງ, ແລະ ຮັບໃຊ້ຄົນອື່ນ. ຄວາມເຕັມໃຈຂອງເຮົາທີ່ຈະຮັກສາພັນທະສັນຍາກໍຖືກສືບຕໍ່ທຸກໆວັນຊະບາໂຕ ເມື່ອເຮົາຮັບສ່ວນສິນລະລຶກ ແລະ ຊື່ນຊົມອີກຄັ້ງກັບ ພອນ ຂອງການ “[ດຳເນີນ] ຕາມຊີວິດໃໝ່.”4
ຊື່ທີ່ເຮົາໄດ້ຮັບຕອນເຮົາເກີດ ສະທ້ອນເຖິງເອກະລັກສ່ວນຕົວຂອງເຮົາ ແລະ ໃຫ້ເຮົາເປັນພາກສ່ວນພາຍໃນຄອບຄົວຂອງເຮົາຢູ່ເທິງໂລກ. ເຖິງຢ່າງໃດກໍຕາມ, ເມື່ອເຮົາ “ເກີດໃໝ່” ຕອນຮັບບັບຕິສະມາ, ຄວາມເຂົ້າໃຈວ່າເຮົາເປັນໃຜຂະຫຍາຍກວ້າງ. “ເພາະພັນທະສັນຍາທີ່ພວກທ່ານເຮັດໄວ້ ທ່ານຈະຖືກເອີ້ນວ່າລູກຂອງພຣະຄຣິດ, ... ເພາະຈົ່ງເບິ່ງ, ... ພຣະອົງໄດ້ໃຫ້ກຳເນີດພວກທ່ານທາງວິນຍານ; ເພາະພວກທ່ານເວົ້າວ່າ ໃຈຂອງພວກທ່ານປ່ຽນແປງແລ້ວ ໂດຍມີສັດທາໃນພຣະນາມຂອງພຣະອົງ; ສະນັ້ນ, ພວກທ່ານຈຶ່ງຖືກກຳເນີດຈາກພຣະອົງ.”5
ສະນັ້ນ, ດ້ວຍເອກະລັກແຫ່ງພັນທະສັນຍາ ແລະ ການເປັນພາກສ່ວນ, ເຮົາຈຶ່ງຖືກເອີ້ນຕາມພຣະນາມຂອງພຣະເຢຊູຄຣິດ. ແລະ “ບໍ່ມີນາມອື່ນໃດໃຫ້ໄວ້ ຫລື ທາງອື່ນໃດ ຫລື ວິທີໃດທີ່ຄວາມລອດຈະມາຫາລູກຫລານມະນຸດໄດ້ ນອກຈາກໃນ ແລະ ໂດຍພຣະນາມຂອງພຣະຄຣິດ, ພຣະຜູ້ເປັນເຈົ້າອົງຊົງລິດອຳນາດຍິ່ງໃຫຍ່.”6
ພຣະນາມຂອງພຣະເຢຊູແມ່ນຖືກຮັບຮູ້ດົນນານກ່ອນການກຳເນີດຂອງພຣະອົງ. ຕໍ່ກະສັດເບັນຢາມິນ, ທູດສະຫວັນໄດ້ພະຍາກອນວ່າ, “ແລະ ພຣະອົງຈະໄດ້ຮັບພຣະນາມວ່າ ພຣະເຢຊູຄຣິດ, ພຣະບຸດຂອງພຣະເຈົ້າ, ... ແລະ ມານດາຂອງພຣະອົງຈະມີຊື່ວ່າ ມາຣີ.”7 ວຽກງານແຫ່ງ “ຄວາມຮັກທີ່ໄຖ່” ຂອງພຣະອົງ8 ກໍເປັນທີ່ຮູ້ຈັກຕໍ່ລູກໆຂອງພຣະເຈົ້າ ໃນບ່ອນໃດກໍຕາມທີ່ພຣະກິດຕິຄຸນໄດ້ມີຢູ່ເທິງໂລກ, ຈາກວັນເວລາຂອງອາດາມ ແລະ ເອວາ ຈົນເຖິງວັນເວລາຂອງເຮົາ, ເພື່ອວ່າພວກເຂົາຈະ “ຮູ້ໄດ້ວ່າ ພວກເຂົາຈະຫລຽວຫາແຫລ່ງໃດເພື່ອການປົດບາດຂອງພວກເຂົາ.”9
ປີແລ້ວນີ້, ປະທານ ຣະໂຊ ເອັມ ແນວສັນ ໄດ້ເຊື້ອເຊີນເອື້ອຍນ້ອງ “ດ້ວຍຄຳຂໍຮ້ອງຂອງສາດສະດາ” ໃຫ້ “ຫລໍ່ຫລອມອະນາຄົດ ໂດຍການຊ່ວຍເຕົ້າໂຮມອິດສະຣາເອນທີ່ກະຈັດກະຈາຍໄປ.” ເພິ່ນໄດ້ເຊື້ອເຊີນເຮົາໃຫ້ອ່ານພຣະຄຳພີມໍມອນ ແລະ “ໝາຍແຕ່ລະຂໍ້ທີ່ເຮັດໃຫ້ທ່ານປະທັບໃຈ ຫລື ອ້າງເຖິງພຣະຜູ້ຊ່ວຍໃຫ້ລອດ.” ເພິ່ນໄດ້ຂໍໃຫ້ເຮົາ “ມີຄວາມຕັ້ງໃຈກ່ຽວກັບການເວົ້າເຖິງພຣະຄຣິດ, ການປິຕິຍິນດີໃນພຣະຄຣິດ, ແລະ ການສັ່ງສອນເລື່ອງພຣະຄຣິດກັບ [ຄອບຄົວຂອງເຮົາ] ແລະ ໝູ່ເພື່ອນຂອງເຮົາ.” ບາງທີທ່ານໄດ້ເລີ່ມຮັບຮູ້ໝາກຜົນຂອງຄຳສັນຍາຂອງເພິ່ນທີ່ວ່າ “ທ່ານ ແລະ ເຂົາເຈົ້າຈະເຂົ້າໃກ້ພຣະຜູ້ຊ່ວຍໃຫ້ລອດຫລາຍຂຶ້ນ … ແລະ ການປ່ຽນແປງ, ແມ່ນແຕ່ສິ່ງມະຫັດສະຈັນ, ກໍຈະເລີ່ມເກີດຂຶ້ນ.”10
ຄຳສັນຍາຂອງເຮົາທີ່ຈະລະນຶກເຖິງພຣະຜູ້ຊ່ວຍໃຫ້ລອດຕະຫລອດເວລາ ໃຫ້ເຮົາມີພະລັງທີ່ຈະຢຶດໝັ້ນຢູ່ໃນຄວາມຈິງ ແລະ ຄວາມຊອບທຳ—ບໍ່ວ່າເຮົາຈະຢູ່ໃນກຸ່ມໃຫຍ່ ຫລື ຢູ່ຕາມລຳພັງ, ບ່ອນທີ່ບໍ່ມີໃຜຮູ້ຈັກການກະທຳຂອງເຮົາ ຍົກເວັ້ນແຕ່ພຣະເຈົ້າເທົ່ານັ້ນ. ເມື່ອເຮົາລະນຶກເຖິງພຣະອົງ ແລະ ພຣະນາມຂອງພຣະອົງທີ່ເຮົາຮັບເອົາໄວ້, ເຮົາຈະບໍ່ມີບ່ອນໃຫ້ແກ່ການດູຖູກ ປຽບທຽບຕົວເອງ ຫລື ການຕັດສິນຢ່າງອວດອົ່ງ. ດ້ວຍການຈ້ອງຕາຢູ່ທີ່ພຣະຜູ້ຊ່ວຍໃຫ້ລອດ, ເຮົາຈະເຫັນຕົວເອງເປັນຜູ້ຄົນທີ່ເຮົາເປັນແທ້ໆ—ເປັນລູກຜູ້ລ້ຳຄ່າຂອງພຣະເຈົ້າ.
ການຈື່ຈຳພັນທະສັນຍາຂອງເຮົາຈະເຮັດໃຫ້ຄວາມກັງວົນທາງໂລກສະຫງົບລົງ, ປ່ຽນຄວາມສົງໃສຕົວເອງໃຫ້ກາຍເປັນຄວາມກ້າຫານ, ແລະ ໃຫ້ຄວາມຫວັງໃນຊ່ວງເວລາທີ່ມີການທົດລອງ.
ແລະ ເມື່ອເຮົາສະດຸດ ແລະ ລົ້ມລົງໃນຄວາມກ້າວໜ້າຂອງເຮົາຕາມເສັ້ນທາງແຫ່ງພັນທະສັນຍາ, ເຮົາພຽງແຕ່ລະນຶກເຖິງພຣະນາມຂອງພຣະອົງ ແລະ ຄວາມຮັກທີ່ເມດຕາທີ່ພຣະອົງມີໃຫ້ເຮົາ. “ເພາະພຣະອົງມີອຳນາດທຸກຢ່າງ, ມີຄວາມສະຫລຽວສະຫລາດທຸກຢ່າງ, ແລະ ມີຄວາມເຂົ້າໃຈທຸກຢ່າງ; ແລະ ມີຄວາມເມດຕາ … ໃຫ້ແກ່ຜູ້ທີ່ກັບໃຈ ແລະ ເຊື່ອໃນພຣະນາມຂອງພຣະອົງ.”11 ແນ່ນອນວ່າບໍ່ມີສຽງໃດທີ່ຫວານຊື່ນໄປກວ່າພຣະນາມຂອງພຣະເຢຊູ ສຳລັບທຸກຄົນຜູ້ທີ່ມີຫົວໃຈທີ່ຊອກຊ້ຳ ແລະ ວິນຍານທີ່ສຳນຶກຜິດ, ເພື່ອສະແຫວງຫາທີ່ຈະ “ເຮັດໃຫ້ດີກວ່າເກົ່າ ແລະ ເປັນຄົນດີກວ່າເກົ່າ.”12
ປະທານແນວສັນ ໄດ້ສິດສອນວ່າ: “ວັນເວລາທີ່ທ່ານສາມາດເປັນຊາວຄຣິດຢູ່ງຽບໆ ແລະ ເພິ່ງພໍໃຈນັ້ນໄດ້ສິ້ນສຸດລົງແລ້ວ. ສາດສະໜາຂອງທ່ານບໍ່ໄດ້ເປັນພຽງແຕ່ການໄປໂບດໃນວັນອາທິດເທົ່ານັ້ນ. ມັນກ່ຽວຂ້ອງກັບການເປັນສານຸສິດທີ່ແທ້ຈິງຈາກເຊົ້າວັນອາທິດ ຈົນເຖິງຄືນວັນເສົາ. … ຈະບໍ່ມີການເປັນສານຸສິດຂອງອົງພຣະເຢຊູຄຣິດພຽງແຕ່ ‘ບາງເວລາ’ ເທົ່ານັ້ນ.”13
ຄວາມເຕັມໃຈຂອງເຮົາທີ່ຈະຮັບເອົາພຣະນາມຂອງພຣະຄຣິດ ແມ່ນສຳຄັນໄປກວ່າການປະຕິສຳພັນທາງການ. ມັນບໍ່ໄດ້ເປັນຄຳສັນຍາທີ່ຈະຢູ່ຢ່າງງຽບໆ ຫລື ວັດທະນະທຳປອມໆ. ມັນບໍ່ໄດ້ເປັນຂັ້ນຕອນຂອງພິທີທີ່ຕ້ອງຜ່ານຜ່າຕາມໄວ ຫລື ປ້າຍຊື່ທີ່ເຮົາໃສ່. ມັນບໍ່ໄດ້ເປັນຄຳເວົ້າທີ່ເຮົາວາງໄວ້ຢູ່ຖ້ານວາງຂອງ ຫລື ແຂວນຢູ່ທີ່ຝາເຮືອນ. ພຣະນາມຂອງພຣະອົງຄືພຣະນາມທີ່ ເຮົາ “ສວມໃສ່,”14 ຊຶ່ງຈາລຶກໄວ້ໃນຫົວໃຈຂອງເຮົາ, ແລະ “ຈາລຶກໄວ້ໃນໃບໜ້າ [ຂອງເຮົາ].”15
ການເສຍສະລະຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດຄວນຖືກລະນຶກເຖິງ, ຢູ່ສະເໝີ, ຜ່ານທາງຄວາມນຶກຄິດ, ການກະທຳ, ແລະ ການປະຕິບັດຕໍ່ກັນກັບຄົນອື່ນ. ພຣະອົງບໍ່ພຽງແຕ່ຈື່ຈຳ ຊື່ຂອງເຮົາ, ເທົ່ານັ້ນ ແຕ່ພຣະອົງຍັງຈື່ຈຳ ເຮົາ ສະເໝີ ນຳອີກ. ພຣະຜູ້ຊ່ວຍໃຫ້ລອດ ໄດ້ປະກາດວ່າ:
“ຜູ້ຍິງຈະລືມລູກທີ່ຍັງກິນນົມຂອງນາງ ແລະ ຈະບໍ່ມີເມດຕາສົງສານລູກທີ່ເກີດຈາກອຸທອນຂອງນາງບໍ? ແທ້ຈິງແລ້ວ, ນາງອາດລືມໄດ້, ແຕ່ເຮົາຈະບໍ່ລືມເຈົ້າ, ໂອ້ ເຊື້ອສາຍອິດສະຣາເອນ.
“ຈົ່ງເບິ່ງ, ເຮົາຈາລຶກເຈົ້າໄວ້ໃນຝາມືຂອງເຮົາ.”16
ປະທານ ໂຈດ ອາວເບີດ ສະມິດ ໄດ້ສິດສອນວ່າ, “ຈົ່ງໃຫ້ກຽດຊື່ທີ່ທ່ານໄດ້ຮັບ, ເພາະວ່າມື້ໜຶ່ງທ່ານຈະມີສິດທິພິເສດ ແລະ ຂໍ້ຜູກມັດຂອງການລາຍງານ … ຕໍ່ພຣະບິດາຜູ້ສະຖິດຢູ່ໃນສະຫວັນຂອງທ່ານ … ເຖິງສິ່ງທີ່ທ່ານໄດ້ເຮັດລົງໄປກັບ [ຊື່ເຫລົ່ານັ້ນ].”17
ເໝືອນດັ່ງທີ່ຊື່ຂອງ ນີໄຟ ແລະ ລີໄຮ ທີ່ຖືກເລືອກຢ່າງລະມັດລະວັງ, ມັນຈະຖືກກ່າວເຖິງ ແລະ ຂຽນໄວ້ວ່າ ເຮົາເປັນສານຸສິດທີ່ແທ້ຈິງຂອງອົງພຣະເຢຊູຄຣິດເຈົ້າຢູ່ບໍ? ເຮົາໃຫ້ກຽດແກ່ພຣະນາມຂອງພຣະເຢຊູຄຣິດ ທີ່ເຮົາໄດ້ຮັບເອົາໄວ້ຢ່າງເຕັມໃຈບໍ? ເຮົາບໍ່ໄດ້ເປັນທັງ “ຜູ້ປະຕິບັດ ແລະ ພະຍານ”18 ເຖິງຄວາມຮັກທີ່ເມດຕາ ແລະ ອຳນາດທີ່ໄຖ່ຂອງພຣະອົງບໍ?
ເມື່ອບໍ່ດົນມານີ້, ຂ້າພະເຈົ້າໄດ້ຟັງພຣະຄຳພີມໍມອນ. ຢູ່ໃນບົດສຸດທ້າຍຂອງ 2 ນີໄຟ, ຂ້າພະເຈົ້າ ໄດ້ຍິນ ນີໄຟ ກ່າວເຖິງສິ່ງທີ່ຂ້າພະເຈົ້າບໍ່ເຄີຍໄດ້ ອ່ານ ມາກ່ອນ ໃນວິທີດຽວກັນກັບຕັ້ງແຕ່ກ່ອນ. ຕະຫລອດທັງບັນທຶກຂອງເພິ່ນ, ເພິ່ນໄດ້ສິດສອນ ແລະ ເປັນພະຍານເຖິງ “ພຣະຜູ້ໄຖ່,” “ພຣະອົງທີ່ສັກສິດແຫ່ງອິດສະຣາເອນ,” “ພຣະເມສານ້ອຍຂອງພຣະເຈົ້າ,” ແລະ “ພຣະເມຊີອາ.” ແຕ່ຕອນເພິ່ນໄດ້ຈົບບັນທຶກຂອງເພິ່ນ, ຂ້າພະເຈົ້າໄດ້ຍິນເພິ່ນກ່າວຖ້ອຍຄຳເຫລົ່ານີ້ວ່າ: “ຂ້າພະເຈົ້າປາບປື້ມໃນຄວາມແຈ່ມແຈ້ງ; ຂ້າພະເຈົ້າປາບປື້ມໃຈຄວາມຈິງ; ຂ້າພະເຈົ້າປາບປື້ມໃນ ພຣະເຢຊູຂອງຂ້າພະເຈົ້າ, ເພາະພຣະອົງໄດ້ໄຖ່ຈິດວິນຍານຂອງຂ້າພະເຈົ້າ.”19 ເມື່ອຂ້າພະເຈົ້າໄດ້ຍິນຖ້ອຍຄຳເຫລົ່ານີ້, ຫົວໃຈຂອງຂ້າພະເຈົ້າກໍປິຕິຍິນດີ ແລະ ຂ້າພະເຈົ້າຕ້ອງໄດ້ກັບໄປຟັງອີກຫລາຍເທື່ອ. ຂ້າພະເຈົ້າໄດ້ຮັບຮູ້ ແລະ ຂານຕອບຕໍ່ຂໍ້ນັ້ນ ດັ່ງທີ່ຂ້າພະເຈົ້າຮັບຮູ້ ແລະ ຂານຕອບຕໍ່ຊື່ຂອງຂ້າພະເຈົ້າເອງ.
ພຣະຜູ້ເປັນເຈົ້າໄດ້ກ່າວວ່າ, “ແທ້ຈິງແລ້ວ, ຜູ້ຄົນພວກນີ້ຜູ້ທີ່ເຕັມໃຈຮັບ ພຣະນາມຂອງເຮົາຈະໄດ້ຮັບພອນ; ເພາະວ່າພວກເຂົາຈະຖືກເອີ້ນໃນພຣະນາມຂອງເຮົາ; ແລະ ພວກເຂົາເປັນຂອງເຮົາ.”20
ໃນຖານະສະມາຊິກຂອງ ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ, ຂໍໃຫ້ເຮົາຈົ່ງ “[ຮັບເອົາ] ພຣະນາມຂອງພຣະຄຣິດດ້ວຍຄວາມຍິນດີ”21 ໂດຍການໃຫ້ກຽດພຣະນາມຂອງພຣະອົງດ້ວຍຄວາມຮັກ, ຄວາມອຸທິດຕົນ, ແລະ ວຽກງານດີ. ຂ້າພະເຈົ້າເປັນພະຍານວ່າພຣະອົງຄື “ພຣະເມສານ້ອຍຂອງພຣະເຈົ້າ, ແທ້ຈິງແລ້ວ, ແມ່ນພຣະບຸດຂອງພຣະບິດາຜູ້ສະຖິດນິລັນດອນ.”22 ໃນພຣະນາມຂອງພຣະບຸດອົງສັກສິດຂອງພຣະອົງ, ພຣະເຢຊູຄຣິດ, ອາແມນ.