ໃນຍາມທຸກ ຫລື ສຸກ, ໂປດຊົງສະຖິດກັບຂ້າ!
ຂ້າພະເຈົ້າເປັນພະຍານວ່າ ໃນ “ຍາມທຸກ ຫລື ສຸກ” ພຣະຜູ້ເປັນເຈົ້າຈະຢູ່ກັບເຮົາ, ວ່າ “ຄວາມຍາກລຳບາກ [ຂອງເຮົາ ຈະຖືກ] ກືນເຂົ້າໄປໃນຄວາມສຸກຂອງພຣະຄຣິດ.”
ເພງສວດເພງໜຶ່ງທີ່ເຮົາມັກ ອ້ອນວອນວ່າ “ຍາມທຸກ ຫລື ສຸກ, ໂປດຊົງສະຖິດກັບຂ້າ!”1 ມີເທື່ອໜຶ່ງ ຂະນະທີ່ຂ້າພະເຈົ້າຢູ່ໃນຍົນ ພວກເຮົາກຳລັງມຸ້ງໄປຫາລົມພະຍຸໃຫຍ່. ເມື່ອຫລຽວອອກໄປທາງປ່ອງຢ້ຽມ, ຂ້າພະເຈົ້າໄດ້ເຫັນກ້ອນເມກຜືນໃຫຍ່ ຢູ່ກ້ອງຍົນ. ແສງຕາເວັນທີ່ສະທ້ອນອອກຈາກກ້ອນເມກ ໄດ້ເຮັດໃຫ້ກ້ອນເມກປະກາຍແສງທີ່ເຈີດຈ້າ. ບໍ່ດົນ ຍົນກໍໄດ້ບິນລົງຜ່ານກ້ອນເມກ, ແລະ ທັນໃດນັ້ນພວກເຮົາກໍຢູ່ໃນຄວາມມືດອັນຕຶບໜາ ເມື່ອປຽບທຽບໃສ່ກັບຄວາມສະຫວ່າງທີ່ພວກເຮົາຫາກໍໄດ້ເຫັນ.2
ກ້ອນເມກດຳເຫລົ່ານີ້ ອາດເກີດຂຶ້ນໃນຊີວິດຂອງເຮົາຄືກັນ, ຊຶ່ງສາມາດເຮັດໃຫ້ເຮົາຫລຽວບໍ່ເຫັນແສງສະຫວ່າງຂອງພຣະເຈົ້າໄດ້ ແລະ ແມ່ນແຕ່ເຮັດໃຫ້ເຮົາສົງໃສຖ້າຫາກວ່າ ແສງສະຫວ່າງນັ້ນຍັງມີຢູ່ບໍ. ກ້ອນເມກບາງກ້ອນເຫລົ່ານັ້ນ ແມ່ນ ໂຣກຊຶມເສົ້າ, ຄວາມກັງວົນ, ແລະ ບັນຫາທາງຈິດໃຈ ແລະ ອາລົມອື່ນໆອີກ. ມັນສາມາດບິດເບືອນວິທີທີ່ເຮົາເຫັນຕົວເອງ, ຄົນອື່ນ, ແລະ ແມ່ນແຕ່ພຣະເຈົ້າ. ມັນກະທົບກະເທືອນຕໍ່ຍິງ ແລະ ຊາຍ ໃນທຸກໄວ ໃນທຸກມຸມຂອງໂລກ.
ເຊັ່ນດຽວກັນ ຄວາມເສຍຫາຍທີ່ມາຈາກຄວາມສົງໃສສາມາດກະທົບກະເທືອນຄົນອື່ນຜູ້ຍັງບໍ່ເຄີຍປະສົບກັບການທ້າທາຍເຫລົ່ານີ້ເທື່ອ. ຄືກັນກັບພາກສ່ວນຂອງຮ່າງກາຍ, ສະໝອງມັກຈະປະສົບກັບການເປັນພະຍາດຕ່າງໆ, ຄວາມເຈັບປວດ, ແລະ ສານເຄມີບໍ່ສົມດູນ. ເມື່ອຈິດໃຈຂອງເຮົາໄດ້ຮັບທຸກທໍລະມານ, ເປັນສິ່ງສົມຄວນທີ່ຈະຂໍຄວາມຊ່ວຍເຫລືອຈາກພຣະເຈົ້າ, ຈາກຄົນທີ່ຢູ່ອ້ອມຮອບເຮົາ, ແລະ ຈາກຝ່າຍແພດ ແລະ ຜູ້ຊ່ຽວຊານຝ່າຍສຸຂະພາບຈິດນຳອີກ.
“ມະນຸດທຸກຄົນ—ຊາຍ ແລະ ຍິງ—ໄດ້ຖືກສ້າງຂຶ້ນຕາມຮູບຮ່າງລັກສະນະຂອງພຣະເຈົ້າ. ແຕ່ລະຄົນກໍເປັນບຸດ ຫລື ທິດາທາງວິນຍານ ທີ່ຮັກຫອມຂອງພຣະບິດາມານດາເທິງສະຫວັນ ແລະ … ແຕ່ລະຄົນຈຶ່ງມີທຳມະຊາດແຫ່ງສະຫວັນ ແລະ ມີຈຸດໝາຍປາຍທາງ.”3 ຄືກັນກັນພຣະບິດາມານດາເທິງສະຫວັນ ແລະ ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ເຮົາມີຮ່າງກາຍທີ່ເປັນເນື້ອໜັງ4 ແລະ ປະສົບກັບອາລົມ.5
ເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ມັນເປັນເລື່ອງທຳມະດາທີ່ຈະຮູ້ສຶກໂສກເສົ້າ ຫລື ກຸ້ມໃຈ ເປັນບາງຄັ້ງ. ຄວາມໂສກເສົ້າ ແລະ ຄວາມກັງວົນ ເປັນອາລົມຂອງມະນຸດໂດຍທຳມະຊາດ.6 ເຖິງຢ່າງໃດກໍຕາມ, ຖ້າຫາກເຮົາໂສກເສົ້າຕະຫລອດເວລາ ແລະ ຖ້າຫາກຄວາມເຈັບປວດຂອງເຮົາ ກີດກັນຄວາມສາມາດຂອງເຮົາ ທີ່ຈະຮູ້ສຶກເຖິງຄວາມຮັກຂອງພຣະບິດາເທິງສະຫວັນ ແລະ ພຣະບຸດຂອງພຣະອົງ ແລະ ເຖິງອິດທິພົນຂອງພຣະວິນຍານບໍລິສຸດ, ແລ້ວເຮົາອາດເປັນໂຣກຊຶມເສົ້າ, ມີຄວາມກັງວົນ, ຫລື ມີອາການທາງອາລົມຢ່າງອື່ນໆ.
ເທື່ອໜຶ່ງລູກສາວຂອງຂ້າພະເຈົ້າໄດ້ຂຽນວ່າ: “ມີເທື່ອໜຶ່ງ … ຂ້ອຍມີຄວາມໂສກເສົ້າຫລາຍ ຕະຫລອດເວລາ. ຂ້ອຍຄິດວ່າ ຄວາມໂສກເສົ້າເປັນບາງສິ່ງທີ່ໜ້າອັບອາຍ, ແລະ ວ່າມັນເປັນເຄື່ອງໝາຍຂອງຄວາມອ່ອນແອ. ສະນັ້ນ ຂ້ອຍຈຶ່ງບໍ່ໄດ້ເວົ້າສູ່ໃຜຟັງ. … ຂ້ອຍຮູ້ສຶກວ່າໄຮ້ຄ່າ.”7
ເພື່ອນຄົນໜຶ່ງໄດ້ບັນຍາຍໃນທາງນີ້ວ່າ: “ນັບແຕ່ນ້ອຍໆມາ, ຂ້ອຍໄດ້ປະເຊີນກັບຄວາມຮູ້ສຶກທີ່ໝົດຫວັງ, ຄວາມມືດ, ຄວາມໂດດດ່ຽວ, ແລະ ຄວາມຢ້ານກົວ ແລະ ຄວາມຮູ້ສຶກວ່າຂ້ອຍເປັນບ້າໄປ ຫລື ຜິດປົກກະຕິ. ຂ້ອຍໄດ້ເຮັດທຸກສິ່ງ ເພື່ອເຊື່ອງຄວາມເຈັບປວດຂອງຂ້ອຍໄວ້ ມີແຕ່ສະແດງອອກວ່າ ຂ້ອຍກ້າວໜ້າ ແລະ ເຂັ້ມແຂງ.”8
ເພື່ອນທີ່ຮັກແພງຂອງຂ້າພະເຈົ້າ, ມັນສາມາດເກີດຂຶ້ນກັບເຮົາທຸກຄົນ—ໂດຍສະເພາະ ຜູ້ທີ່ເຊື່ອໃນແຜນແຫ່ງຄວາມສຸກ, ເຮົາມັກຊອກຫາພາລະທີ່ບໍ່ຈຳເປັນມາໃຫ້ຕົວເອງ ໂດຍການຄິດວ່າເຮົາຕ້ອງເປັນຄົນດີພ້ອມໃນເວລານີ້. ຄວາມຄິດແນວນັ້ນອາດເຮັດໃຫ້ໜັກໃຈ. ການບັນລຸຄວາມດີພ້ອມທຸກຢ່າງ ເປັນຂັ້ນຕອນທີ່ຕ້ອງເຮັດຕະຫລອດຊີວິດນີ້ ແລະ ຫລັງຈາກນັ້ນອີກ—ແລະ ພຽງແຕ່ຜ່ານທາງພຣະຄຸນຂອງພຣະເຢຊູຄຣິດເທົ່ານັ້ນ.9
ກົງກັນຂ້າມ, ເມື່ອເຮົາເປີດໃຈບອກກ່ຽວກັບການທ້າທາຍທາງອາລົມ, ຍອມຮັບວ່າເຮົາບໍ່ດີພ້ອມທຸກຢ່າງ, ແລ້ວເຮົາຈະເປີດໂອກາດໃຫ້ຄົນອື່ນບອກເຖິງການດີ້ນລົນຂອງເຂົາເຈົ້າຄືກັນ. ພ້ອມກັນ ເຮົາຈະຮັບຮູ້ວ່າ ເຮົາມີຄວາມຫວັງຢູ່ ແລະ ເຮົາບໍ່ຈຳເປັນຕ້ອງຮັບທຸກທໍລະມານພຽງລຳພັງ.10
ໃນຖານະສານຸສິດຂອງພຣະເຢຊູຄຣິດ, ເຮົາໄດ້ເຮັດພັນທະສັນຍານຳພຣະເຈົ້າ ວ່າເຮົາ “ເຕັມໃຈຈະແບກຫາບພາລະຂອງກັນແລະກັນ” ແລະ “ເປັນທຸກກັບຄົນທີ່ເປັນທຸກ.”11 ສິ່ງນີ້ອາດຮ່ວມດ້ວຍການບອກກ່າວເຖິງຄວາມເຈັບປ່ວຍທາງອາລົມ, ການຊອກຫາແຫລ່ງຕ່າງໆ ທີ່ສາມາດຊ່ວຍເຫລືອກັບການດີ້ນລົນເຫລົ່ານີ້, ແລະ ໃນທີ່ສຸດນຳຕົວເອງ ແລະ ຄົນອື່ນໆມາຫາພຣະຄຣິດ, ຜູ້ເປັນພຣະອາຈານແຫ່ງການປິ່ນປົວ.12 ແມ່ນແຕ່ຖ້າຫາກເຮົາບໍ່ຮູ້ຈະປຽບທຽບບັນຫາຂອງເຮົາໃສ່ກັບຂອງຄົນອື່ນກໍຕາມ, ແຕ່ການຢືນຢັນວ່າ ຄວາມເຈັບປວດຂອງເຂົາເຈົ້າມີຈິງ ກໍສາມາດເປັນບາດກ້າວທຳອິດ ທີ່ຈະພົບເຫັນຄວາມເຂົ້າໃຈ ແລະ ການປິ່ນປົວ.13
ໃນບາງກໍລະນີ, ເຮົາສາມາດຮູ້ຈັກສາເຫດຂອງໂຣກຊຶມເສົ້າ ຫລື ຄວາມກັງວົນໄດ້, ແຕ່ບາງເທື່ອມັນກໍຍາກທີ່ຈະເບິ່ງອອກ.14 ສະໝອງຂອງເຮົາອາດເຈັບປວດເພາະຄວາມຕຶງຄຽດ15 ຫລື ອ່ອນເພຍຫລາຍທີ່ສຸດ,16 ຊຶ່ງບາງເທື່ອສາມາດດີຂຶ້ນໄດ້ ທາງການອຸປະໂພກອາຫານ, ການຫລັບນອນ, ແລະ ການອອກກຳລັງກາຍ. ບາງເທື່ອ, ອາດຕ້ອງໄດ້ຮັບການບຳບັດ ຫລື ການກິນຢາ ພາຍໃຕ້ການຊີ້ນຳຂອງຜູ້ຊ່ຽວຊານ.
ການບໍ່ປິ່ນປົວການເຈັບປ່ວຍທາງຈິດໃຈ ແລະ ອາລົມ ສາມາດນຳໄປສູ່ການແຍກຕົວຢູ່ຄົນດຽວ, ການເຂົ້າໃຈຜິດ, ການແຕກແຍກຄວາມສຳພັນ, ການທຳຮ້າຍຕົວເອງ, ແລະ ແມ່ນແຕ່ການຂ້າຕົວຕາຍ. ຂ້າພະເຈົ້າຮູ້ຈັກສິ່ງນີ້ດ້ວຍຕົວເອງ, ເພາະພໍ່ຂອງຂ້າພະເຈົ້າໄດ້ຂ້າຕົວຕາຍ ເມື່ອຫລາຍປີກ່ອນ. ການຕາຍຂອງເພິ່ນເຮັດໃຫ້ຄອບຄົວ ແລະ ຂ້າພະເຈົ້າຊ໊ອກ ແລະ ເຈັບປວດໃຈ. ຕ້ອງໄດ້ໃຊ້ເວລາຫລາຍປີ ກ່ອນຂ້າພະເຈົ້າຈະຫາຍຈາກການໂສກເສົ້າ, ເມື່ອບໍ່ດົນມານີ້ ຂ້າພະເຈົ້າໄດ້ຮຽນຮູ້ວ່າ ການເວົ້າລົມກ່ຽວກັບການຂ້າຕົວຕາຍ ຈະຊ່ວຍປ້ອງກັນ ແລະ ບໍ່ແມ່ນການຊຸກຍູ້ ເລື່ອງການຂ້າຕົວຕາຍ.17 ຂ້າພະເຈົ້າໄດ້ເວົ້າລົມຢ່າງເປີດເຜີຍກັບລູກໆເລື່ອງການຂ້າຕົວຕາຍຂອງພໍ່ຂອງຂ້າພະເຈົ້າ ແລະ ໄດ້ເຫັນການປິ່ນປົວຂອງພຣະຜູ້ຊ່ວຍໃຫ້ລອດ ແກ່ທັງສອງຝ່າຍ ຢູ່ສອງຟາກມ່ານ.18
ໜ້າເສຍດາຍທີ່ຫລາຍຄົນຜູ້ເປັນໂຣກຊຶມເສົ້າ ໄດ້ແຍກຕົວເອງອອກຈາກໝູ່ເພື່ອນໃນສາດສະໜາຈັກ ເພາະຮູ້ສຶກວ່າ ເຂົາເຈົ້າເຂົ້າກັບໝູ່ເພື່ອນເຫລົ່ານັ້ນບໍ່ໄດ້. ເຮົາສາມາດຊ່ວຍເຂົາເຈົ້າໃຫ້ຮູ້ຈັກ ແລະ ຮູ້ສຶກວ່າ ເຂົາເຈົ້າເປັນພາກສ່ວນກັບພວກເຮົາ. ມັນສຳຄັນທີ່ຈະຮັບຮູ້ວ່າ ໂຣກຊຶມເສົ້າບໍ່ໄດ້ເກີດຈາກຄວາມອ່ອນແອ, ຫລື ຈາກຄວາມຜິດບາບ.19 ມັນ “ໜັກໜ້າຖ້າປິດບັງໄວ້, ແຕ່ດີຂຶ້ນເມື່ອມີຄົນເຫັນໃຈ.”20 ພ້ອມກັນ, ເຮົາສາມາດຜ່ານຜ່າກ້ອນເມກແຫ່ງຄວາມເຫງົາ ແລະ ມົນທິນນີ້ໄປໄດ້ ເພື່ອວ່າຄວາມໜັກໜ່ວງຂອງການອັບອາຍຈະຖືກຍົກອອກໄປ ແລະ ປະຕິຫານຂອງການປິ່ນປົວຈະເກີດຂຶ້ນ.
ລະຫວ່າງການປະຕິບັດສາດສະໜາກິດໃນຊ່ວງມະຕະຂອງພຣະອົງ, ພຣະເຢຊູຄຣິດໄດ້ປິ່ນປົວຄົນເຈັບປ່ວຍ ແລະ ຄົນເປັນທຸກ, ແຕ່ທຸກຄົນຕ້ອງໃຊ້ສັດທາໃນພຣະອົງ ແລະ ຕ້ອງເຮັດບາງຢ່າງ ເພື່ອຮັບການປິ່ນປົວຈາກພຣະອົງ. ບາງຄົນໄດ້ຍ່າງເປັນໄລຍະໄກ, ບາງຄົນພຽງແຕ່ເດ່ມືອອກໄປບາຍເສື້ອຄຸມຂອງພຣະອົງ, ແລະ ບາງຄົນໄດ້ຖືກຫາມໄປຫາພຣະອົງ ກ່ອນຈະໄດ້ຮັບການປິ່ນປົວ.21 ເມື່ອເວົ້າເຖິງເລື່ອງການປິ່ນປົວ, ເຮົາທຸກຄົນກໍຕ້ອງການພຣະອົງຫລາຍທີ່ສຸດ, ບໍ່ແມ່ນບໍ? “ເຮົາບໍ່ໄດ້ເປັນຄົນຂໍທານທັງໝົດບໍ?”22
ຂໍໃຫ້ເຮົາຈົ່ງເດີນຕາມເສັ້ນທາງຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ມີຄວາມເຫັນອົກເຫັນໃຈຫລາຍຂຶ້ນ, ມີແນວໂນ້ມທີ່ຈະຕັດສິນໜ້ອຍລົງ, ແລະ ເຊົາເປັນຜູ້ກວດກາຝ່າຍວິນຍານຂອງຄົນອື່ນ. ການຮັບຟັງດ້ວຍຄວາມຮັກ ເປັນຂອງປະທານທີ່ຍິ່ງໃຫຍ່ທີ່ສຸດຢ່າງໜຶ່ງ ທີ່ເຮົາສາມາດສະເໜີມອບໃຫ້, ແລະ ເຮົາອາດສາມາດຊ່ວຍແບກຫາບ ຫລື ຊ່ວຍປັດປ່າຍກ້ອນເມກ ທີ່ຕຶບໜາອອກຈາກຄົນທີ່ເຮົາຮັກ ແລະ ໝູ່ເພື່ອນຂອງເຮົາ23 ເພື່ອວ່າ, ຜ່ານທາງຄວາມຮັກຂອງເຮົາ, ເຂົາເຈົ້າຈະສາມາດຮູ້ສຶກເຖິງພຣະວິນຍານບໍລິສຸດຄືນອີກ ແລະ ໄດ້ຮັບຄວາມສະຫວ່າງທີ່ສ່ອງອອກມາຈາກພຣະເຢຊູຄຣິດ.
ຖ້າຫາກທ່ານຖືກຫຸ້ມລ້ອມໄປດ້ວຍ “ໝອກແຫ່ງຄວາມມືດ,” ຕະຫລອດເວລາ24 ໃຫ້ຫັນໄປຫາພຣະບິດາເທິງສະຫວັນ. ບໍ່ມີສິ່ງໃດທີ່ທ່ານປະເຊີນ ສາມາດປ່ຽນຄວາມຈິງນິລັນດອນ ທີ່ວ່າທ່ານເປັນລູກຂອງພຣະອົງ ແລະ ວ່າພຣະອົງຮັກທ່ານ.25 ຈົ່ງຈື່ຈຳໄວ້ວ່າ ພຣະຄຣິດຄືພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງທ່ານ, ແລະ ພຣະເຈົ້າເປັນພຣະບິດາຂອງທ່ານ. ພວກພຣະອົງເຂົ້າໃຈ. ໃຫ້ວາດພາບເຫັນພວກພຣະອົງຢູ່ໃກ້ທ່ານ, ຮັບຟັງ ແລະ ສະໜັບສະໜູນທ່ານ.26 “[ພວກພຣະອົງ] ຈະປອບໂຍນທ່ານໃນຄວາມທຸກຂອງທ່ານ.”27 ຈົ່ງເຮັດທຸກສິ່ງທີ່ທ່ານສາມາດເຮັດໄດ້, ແລະ ໄວ້ວາງໃຈໃນພຣະຄຸນແຫ່ງການຊົດໃຊ້ຂອງພຣະຜູ້ເປັນເຈົ້າ.
ການດີ້ນລົນບໍ່ກຳນົດທ່ານ, ແຕ່ມັນສາມາດ ຫລໍ່ຫລອມ ທ່ານ.28 ເພາະ “ສ້ຽນໜາມໃນເນື້ອໜັງ,”29 ທ່ານອາດມີຄວາມສາມາດທີ່ຈະເຫັນອົກເຫັນໃຈຄົນອື່ນຫລາຍຂຶ້ນ. ເມື່ອໄດ້ຮັບການດົນໃຈຈາກພຣະວິນຍານບໍລິສຸດ, ໃຫ້ທ່ານແບ່ງປັນເລື່ອງລາວຂອງທ່ານ ເພື່ອ “ຊ່ວຍເຫລືອຄົນທີ່ອ່ອນແອ, ຍົກມືທີ່ເມື່ອຍລ້າ, ແລະ ໃຫ້ກຳລັງຫົວເຂົ່າທີ່ອ່ອນເພຍ.”30
ສຳລັບພວກເຮົາຜູ້ກຳລັງດີ້ນລົນ ຫລື ກຳລັງຊ່ວຍເຫລືອຄົນອື່ນທີ່ດີ້ນລົນຢູ່, ໃຫ້ເຮົາເຕັມໃຈຮັກສາພຣະບັນຍັດຂອງພຣະເຈົ້າ ເພື່ອວ່າເຮົາຈະມີພຣະວິນຍານຂອງພຣະອົງສະຖິດຢູ່ນຳເຮົາຕະຫລອດເວລາ.31 ຂໍໃຫ້ເຮົາເຮັດ “ສິ່ງເລັກນ້ອຍ ແລະ ງ່າຍໆ”32 ອັນທີ່ຈະເພີ່ມຄວາມເຂັ້ມແຂງໃຫ້ຝ່າຍວິນຍານຂອງເຮົາ. ດັ່ງທີ່ປະທານຣະໂຊ ເອັມ ແນວສັນ ໄດ້ກ່າວວ່າ, “ບໍ່ມີສິ່ງໃດ ສາມາດເປີດສະຫວັນ ໄດ້ດີໄປກວ່າ ຄວາມບໍລິສຸດ, ການເຊື່ອຟັງແທ້ໆ, ການສະແຫວງຫາຢ່າງພາກພຽນ, ການຊື່ນຊົມຢູ່ກັບພຣະຄຳຂອງພຣະຄຣິດ ໃນພຣະຄຳພີມໍມອນ, ແລະ ຄວາມຕັ້ງໃຈທີ່ຈະໄປພຣະວິຫານ ແລະ ເຮັດວຽກງານສືບປະຫວັດຄອບຄົວ ເປັນປະຈຳ.”33
ຂໍໃຫ້ເຮົາຈົ່ງຈື່ຈຳວ່າ ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ, “[ໄດ້ຮັບເອົາ] ຄວາມບົກພ່ອງ [ຂອງເຮົາ], ເພື່ອອຸທອນຂອງພຣະອົງຈະເຕັມໄປດ້ວຍຄວາມເມດຕາຕາມທາງຂອງເນື້ອໜັງ ເພື່ອພຣະອົງຈະຮູ້ຈັກ … ຊ່ວຍເຫລືອ [ເຮົາ] ຕາມຄວາມບົກພ່ອງ [ຂອງເຮົາ].”34 ພຣະອົງໄດ້ສະເດັດມາ “ເພື່ອປິ່ນປົວຄົນລະທົມໃຈ, … ເພື່ອອອຍໃຈຜູ້ເສົ້າໂສກ; … ເພື່ອໃຫ້ເຮົາຊົມຊື່ນຍິນດີ ແທນທີ່ຈະໂສກເສົ້າ.”35
ຂ້າພະເຈົ້າເປັນພະຍານຕໍ່ທ່ານວ່າ ໃນ “ຍາມທຸກ ຫລື ສຸກ” ພຣະຜູ້ເປັນເຈົ້າຈະຢູ່ກັບເຮົາ, ວ່າ “ຄວາມທຸກ [ຂອງເຮົາ ຈະຖືກ] ກືນເຂົ້າໄປໃນຄວາມສຸກຂອງພຣະຄຣິດ,”36 ແລະ “ຫລັງຈາກພວກເຮົາເຮັດທຸກຢ່າງໄດ້ແລ້ວ ໂດຍພຣະຄຸນພວກເຮົາຈຶ່ງລອດ.”37 ຂ້າພະເຈົ້າເປັນພະຍານວ່າ ພຣະເຢຊູຄຣິດ ຈະສະເດັດກັບມາຍັງໂລກອີກ ເພື່ອ “ນຳເອົາການປິ່ນປົວມາສູ່ພວກເຮົາ.”38 ໃນທີ່ສຸດ, ພຣະອົງຈະ “ເຊັດນ້ຳຕາທຸກຢົດຈາກຕາ [ຂອງເຮົາ], ແລະ ຄວາມໂສກເສົ້າ … ຈະບໍ່ມີອີກຕໍ່ໄປ.”39 ສຳລັບທຸກຄົນທີ່ຈະ “ມາຫາພຣະຄຣິດ, ແລະ ຖືກເຮັດໃຫ້ເປັນຄົນດີພ້ອມໃນພຣະອົງ,”40 “ມື້ທີ່ [ເຮົາ] ໂສກເສົ້າຈະສິ້ນສຸດໄປ; … ພຣະຜູ້ເປັນເຈົ້າເປັນຄວາມສະຫວ່າງ [ຂອງເຮົາ] ຕະຫລອດໄປ.”41 ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.