ດ້ວຍເຫດນັ້ນ ເຈົ້າທັງຫລາຍຈົ່ງເປັນຄົນດີ—ໃນທີ່ສຸດ
ຖ້າຫາກເຮົາພາກພຽນ, ແລ້ວ ບ່ອນໃດບ່ອນໜຶ່ງໃນນິລັນດອນ ການຫລໍ່ຫລອມຂອງເຮົາຈະສຳເລັດ ແລະ ສົມບູນແບບ.
ພຣະຄຳພີໄດ້ຖືກຂຽນໄວ້ເພື່ອເປັນພອນ ແລະ ຊຸກຍູ້ເຮົາ, ແລະ ມັນກໍເປັນແນວນັ້ນແທ້. ເຮົາຂອບຄຸນສະຫວັນສຳລັບທຸກບົດ ແລະ ທຸກຂໍ້ ທີ່ເຮົາເຄີຍໄດ້ຮັບ. ແຕ່ບາງຄັ້ງທ່ານເຄີຍສັງເກດບໍວ່າ ຂໍ້ຄວາມຈະເບິ່ງຄືເປັນສິ່ງເຕືອນເຮົາວ່າ ເຮົາຂາດຕົກບົກພ່ອງຢູ່? ຍົກຕົວຢ່າງ, ການເທດສະໜາທີ່ໂນນພູ ເລີ່ມຕົ້ນດ້ວຍຄຳບູລົມສຸກທີ່ມ່ວນຫູ ແລະ ອ່ອນໂຍນ, ແຕ່ໃນຂໍ້ຕໍ່ໆໄປ, ເຮົາໄດ້ຖືກບອກວ່າ—ໃນບັນດາຫລາຍເລື່ອງ—ບໍ່ພຽງແຕ່ບໍ່ໃຫ້ຂ້າເທົ່ານັ້ນ ແຕ່ບໍ່ຄວນໃຈຮ້າຍນຳອີກ. ເຮົາບໍ່ພຽງແຕ່ຖືກບອກວ່າ ບໍ່ໃຫ້ຫລິ້ນຊູ້ເທົ່ານັ້ນ ແຕ່ຍັງບໍ່ໃຫ້ຄິດເລື່ອງຊູ້ສາວນຳອີກ. ຕໍ່ຜູ້ທີ່ຟ້ອງເອົາເສື້ອຊັ້ນໃນຂອງເຮົາ, ເຮົາຕ້ອງເອົາເສື້ອຊັ້ນນອກໃຫ້ເຂົານຳອີກ. ເຮົາຕ້ອງຮັກສັດຕູຂອງເຮົາ, ອວຍພອນຄົນທີ່ສາບແຊ່ງເຮົາ, ແລະ ເຮັດຄວາມດີກັບຄົນທີ່ກຽດຊັງເຮົາ.1
ຖ້າຫາກນັ້ນແມ່ນການສຶກສາພຣະຄຳພີໃນຕອນເຊົ້າຂອງທ່ານ, ແລະ ຫລັງຈາກໄດ້ອ່ານມາຮອດຈຸດນັ້ນແລ້ວ ທ່ານກໍແນ່ໃຈໄດ້ວ່າ ທ່ານຈະບໍ່ໄດ້ຄະແນນດີຫລາຍປານໃດ ໃນໃບລາຍງານເລື່ອງພຣະກິດຕິຄຸນຂອງທ່ານ, ແລ້ວພຣະບັນຍັດຂໍ້ສຸດທ້າຍໃນຄຳເທດສະໜານີ້ ເຫັນໄດ້ວ່າ ທ່ານເຮັດຕາມບໍ່ໄດ້: “ດ້ວຍເຫດນີ້ ເຈົ້າທັງຫລາຍຕ້ອງດີພ້ອມ, ເໝືອນຢ່າງພຣະບິດາຂອງເຈົ້າ … ໃນສະຫວັນເປັນຜູ້ດີພ້ອມ.”2 ດ້ວຍຄຳສັ່ງໃນທ້າຍບົດ, ເຮົາຢາກກັບຄືນໄປນອນ ແລະ ເອົາຜ້າຫົ່ມປົກຫົວໄວ້. ເປົ້າໝາຍຊັ້ນສູງນັ້ນ ເບິ່ງຄືວ່າເກີນກວ່າທີ່ເຮົາຈະບັນລຸໄດ້. ແຕ່ພຣະຜູ້ເປັນເຈົ້າບໍ່ເຄີຍປະທານພຣະບັນຍັດຂໍ້ໃດ ທີ່ພຣະອົງຮູ້ວ່າ ເຮົາບໍ່ສາມາດຮັກສາ. ໃຫ້ມາເບິ່ງວ່າ ຄວາມຫຍຸ້ງຍາກໃຈນີ້ ຈະພາເຮົາໄປຮອດໃສ.
ຢູ່ໃນສາດສະໜາຈັກ ຂ້າພະເຈົ້າໄດ້ຍິນຫລາຍຄົນເວົ້າວ່າ: “ຂ້ານ້ອຍບໍ່ດີພໍ.” “ຂ້ານ້ອຍບົກພ່ອງຫລາຍ.” “ຂ້ານ້ອຍເປັນໄປບໍ່ໄດ້.” ຂ້າພະເຈົ້າໄດ້ຍິນຈາກຄົນໄວລຸ້ນ. ຂ້າພະເຈົ້າໄດ້ຍິນຈາກຜູ້ສອນສາດສະໜາ. ຂ້າພະເຈົ້າໄດ້ຍິນຈາກຜູ້ປ່ຽນໃຈເຫລື້ອມໃສໃໝ່. ຂ້າພະເຈົ້າໄດ້ຍິນຈາກສະມາຊິກເກົ່າແກ່. ຊິດສະເຕີ ດາລາ ໄອເຊັກສັນ, ເອື້ອຍນ້ອງໄພ່ພົນຍຸກສຸດທ້າຍທີ່ມີຄວາມເຂົ້າໃຈ ໄດ້ສັງເກດວ່າ, ຊາຕານຮູ້ຈັກວິທີທາງ ທີ່ຈະເຮັດໃຫ້ພັນທະສັນຍາ ແລະ ພຣະບັນຍັດ ເບິ່ງຄືວ່າເປັນຄຳສາບແຊ່ງ ແລະ ເປັນການກ່າວໂທດ. ສຳລັບບາງຄົນ ມັນໄດ້ປ່ຽນອຸດົມຄະຕິ ແລະ ການດົນໃຈຂອງພຣະກິດຕິຄຸນ ເປັນຄວາມລັງກຽດຕົນເອງ ແລະ ເຮັດໃຫ້ຄົນອື່ນທຸກໂສກ.3
ສິ່ງທີ່ຂ້າພະເຈົ້າກ່າວຢູ່ນີ້ ບໍ່ໄດ້ໝາຍເຖິງການປະຕິເສດ ຫລື ລົດຄຸນຄ່າຂອງພຣະບັນຍັດຂໍ້ໃດໆ ທີ່ພຣະເຈົ້າໄດ້ປະທານໃຫ້ເຮົາ. ຂ້າພະເຈົ້າເຊື່ອໃນຄວາມດີພ້ອມຂອງພຣະອົງ, ແລະ ຂ້າພະເຈົ້າຮູ້ວ່າ ເຮົາເປັນບຸດ ແລະ ທິດາທາງວິນຍານຂອງພຣະອົງ ພ້ອມດ້ວຍສັກກະຍະພາບແຫ່ງສະຫວັນ ທີ່ຈະກາຍເປັນເໝືອນດັ່ງພຣະອົງເປັນ. ຂ້າພະເຈົ້າກໍຮູ້ວ່າ, ໃນຖານະທີ່ເປັນລູກໆຂອງພຣະເຈົ້າ, ເຮົາບໍ່ຄວນລົດຄ່າ ຫລື ປະນາມຕົວເອງ, ເພາະການທຳຮ້າຍຕົວເອງ ຈະບໍ່ຊ່ວຍເຮົາໃຫ້ເປັນຄົນທີ່ພຣະເຈົ້າປະສົງໃຫ້ເຮົາກາຍເປັນ. ຢ່າເຮັດເລີຍ! ດ້ວຍຄວາມເຕັມໃຈທີ່ຈະກັບໃຈ ແລະ ມີຄວາມປາດຖະໜາທີ່ຈະມີຄວາມຊອບທຳຫລາຍຂຶ້ນໃນໃຈສະເໝີ, ຂ້າພະເຈົ້າຫວັງວ່າ ເຮົາຈະສະແຫວງຫາການພັດທະນາຕົນ ໃນທາງທີ່ບໍ່ຮ່ວມດ້ວຍການເປັນໂຣກກະເພາະ ຫລື ພະຍາດບໍ່ຢາກກິນອາຫານ, ຮູ້ສຶກເສົ້າໃຈ ຫລື ທຳລາຍການນັບຖືຕົວເອງ. ນັ້ນ ບໍ່ ໄດ້ເປັນສິ່ງທີ່ພຣະຜູ້ເປັນເຈົ້າປະສົງສຳລັບເດັກໃນຊັ້ນປະຖົມໄວ ຫລື ສຳລັບຄົນໃດທີ່ຮ້ອງເພງ, “ເຮົາພະຍາຍາມເປັນເໝືອນດັ່ງພຣະຄຣິດ.”4
ໃນການເຮັດໃຫ້ເລື່ອງນີ້ ເປັນທີ່ແຈ່ມແຈ້ງ, ຂ້າພະເຈົ້າຂໍເຕືອນທ່ານວ່າ ເຮົາມີຊີວິດຢູ່ໃນໂລກທີ່ກຳລັງເສື່ອມໂຊມ ແລະ ໃນເວລານີ້ເຮົາກໍເປັນຜູ້ຄົນທີ່ກຳລັງຕົກໄປ. ເຮົາຢູ່ໃນອານາຈັກ ຊັ້ນຕ່ຳ; ຊຶ່ງສະກົດ ຕ່ຳ, ບໍ່ແມ່ນ ສູງ. ດັ່ງທີ່ ປະທານຣະໂຊ ເອັມ ແນວສັນ ໄດ້ສອນ, ຢູ່ໃນຊ່ວງມະຕະນີ້ ຄຳວ່າ ດີພ້ອມ ແມ່ນຍັງຢູ່ໃນຂັ້ນ “ຍັງຄ້າງຄາຢູ່.”5
ສະນັ້ນ ຂ້າພະເຈົ້າເຊື່ອວ່າ ພຣະເຢຊູບໍ່ໄດ້ມີເຈດຕະນາໃຫ້ຄຳເທດສະໜາຂອງພຣະອົງ ກ່ຽວກັບຫົວຂໍ້ນີ້ ເປັນພຣະຄຳທີ່ຂ້ຽນຕີເຮົາເພາະຄວາມຂາດຕົກບົກພ່ອງຂອງເຮົາ. ບໍ່, ຂ້າພະເຈົ້າເຊື່ອວ່າ ພຣະອົງມີເຈດຕະນາໃຫ້ມັນເປັນຄຳສັນລະເສີນຕໍ່ສິ່ງທີ່ພຣະເຈົ້າ ພຣະບິດານິລັນດອນເປັນ ແລະ ສິ່ງທີ່ເຮົາສາມາດບັນລຸໄດ້ກັບພຣະອົງໃນຊ່ວງນິລັນດອນ. ບໍ່ວ່າຈະເປັນກໍລະນີໃດ, ຂ້າພະເຈົ້າຮູ້ບຸນຄຸນ ທີ່ຮູ້ວ່າ ເຖິງແມ່ນໃນຄວາມບໍ່ດີພ້ອມ ຂອງຂ້າພະເຈົ້າ, ຢ່າງໜ້ອຍພຣະເຈົ້າກໍດີພ້ອມ—ວ່າຢ່າງໜ້ອຍພຣະອົງ, ຍົກຕົວຢ່າງ, ຍັງສາມາດຮັກສັດຕູຂອງພຣະອົງ, ເພາະສ່ວນຫລາຍ, ຍ້ອນຄວາມເປັນ “ມະນຸດທີ່ມີຈິດໃຈທຳມະດາ,”6 ບາງເທື່ອ ທ່ານແລະ ຂ້າພະເຈົ້າກໍເປັນສັດຕູທີ່ກ່າວມານັ້ນ. ຂ້າພະເຈົ້າຮູ້ບຸນຄຸນທີ່ຢ່າງໜ້ອຍພຣະເຈົ້າສາມາດອວຍພອນຄົນທີ່ໃຊ້ພຣະອົງຢ່າງມິ່ນປະໝາດ ເພາະ, ເຖິງແມ່ນໂດຍທີ່ບໍ່ຕ້ອງການ ຫລື ໂດຍເຈດຕະນາ, ບາງເທື່ອເຮົາ ທຸກຄົນ ກໍໄດ້ໃຊ້ພຣະອົງຢ່າງມິ່ນປະໝາດ. ຂ້າພະເຈົ້າຮູ້ບຸນຄຸນ ທີ່ພຣະເຈົ້າມີເມດຕາ ແລະ ມັກສະຫງົບ ເພາະຂ້າພະເຈົ້າຕ້ອງການຄວາມເມດຕາ ແລະ ໂລກຕ້ອງການຄວາມສະຫງົບ. ແນ່ນອນທຸກສິ່ງທີ່ເຮົາກ່າວກ່ຽວກັບຄຸນນະທຳຂອງພຣະບິດາ ເຮົາກໍກ່າວເຖິງພຣະບຸດອົງດຽວທີ່ຖືກຳເນີດຂອງພຣະອົງຄືກັນ, ຜູ້ໄດ້ມີພຣະຊົນ ແລະ ສິ້ນພຣະຊົນ ດ້ວຍຄວາມດີພ້ອມ.
ຂ້າພະເຈົ້າໄວທີ່ຈະກ່າວວ່າ ການເອົາໃຈໃສ່ຕໍ່ຄວາມສຳເລັດຜົນຂອງພຣະບິດາ ແລະ ຂອງພຣະບຸດ ແທນທີ່ຈະເອົາໃຈໃສ່ຕໍ່ຄວາມລົ້ມເຫລວຂອງເຮົາ ຈະບໍ່ຊ່ວຍຫຍັງໄດ້ເລີຍແມ່ນແຕ່ໜ້ອຍດຽວ ຖ້າເຮົາຫາຄຳແກ້ຕົວໃຫ້ແກ່ການປະພຶດທີ່ບໍ່ດີຂອງເຮົາ ຫລື ການລົດມາດຕະຖານຂອງເຮົາລົງຕ່ຳ. ບໍ່, ນັບແຕ່ດຶກດຳບັນ ພຣະກິດຕິຄຸນແມ່ນ “ເພື່ອຕຽມໄພ່ພົນໃຫ້ດີພ້ອມທຸກຢ່າງ, … ຈົນເຮົາ … ບັນລຸ … ຈົນເຕັມຂະໜາດຄວາມສົມບູນຂອງພຣະຄຣິດ.”7 ຂ້າພະເຈົ້າຂໍພຽງແນະນຳວ່າ ຢ່າງໜ້ອຍຈຸດປະສົງໜຶ່ງຂອງພຣະຄຳພີ ຫລື ພຣະບັນຍັດ ອາດເປັນສິ່ງທີ່ເຕືອນເຮົາວ່າ “ຖານະແຫ່ງຄວາມສົມບູນຂອງພຣະຄຣິດຮຸ່ງໂລດຫລາຍຂະໜາດໃດ”8 ເພື່ອດົນໃຈເຮົາໃຫ້ຮັກ ແລະ ຍົກຍ້ອງພຣະອົງໃຫ້ຫລາຍກວ່າເກົ່າ ແລະ ມີຄວາມປາດຖະໜາທີ່ຈະເປັນເໝືອນດັ່ງພຣະອົງ.
“ແທ້ຈິງແລ້ວ, ຈົ່ງມາຫາພຣະຄຣິດ, ແລະ ຖືກເຮັດໃຫ້ເປັນຄົນດີພ້ອມ … ,” ໂມໂຣໄນໄດ້ອ້ອນວອນ. “ຈົ່ງຮັກພຣະເຈົ້າດ້ວຍສຸດພະລັງ, ຄວາມນຶກຄິດ, ແລະ ກຳລັງຂອງທ່ານ, ເມື່ອນັ້ນ … ໂດຍພຣະຄຸນຂອງພຣະເຈົ້າທ່ານຈະດີພ້ອມໃນພຣະຄຣິດ.”9 ຄວາມຫວັງຢ່າງດຽວຂອງເຮົາສຳລັບຄວາມດີພ້ອມທຸກຢ່າງ ແມ່ນຂໍໃຫ້ສະຫວັນປະທານໃຫ້—ເຮົາບໍ່ສາມາດ “ຊອກຫາ” ມາໄດ້ດ້ວຍຕົວເອງ. ດັ່ງນັ້ນ, ພຣະຄຸນຂອງພຣະຄຣິດບໍ່ພຽງແຕ່ມອບຄວາມລອດໃຫ້ເຮົາຈາກຄວາມໂສກເສົ້າ ແລະ ຈາກບາບ ແລະ ຄວາມຕາຍຂອງເຮົາເທົ່ານັ້ນ ແຕ່ມອບຄວາມລອດຈາກການວິຈານຕົວເອງຢ່າງບໍ່ລົດລະນຳອີກ.
ຂ້າພະເຈົ້າຂໍໃຊ້ຄຳອຸປະມາເລື່ອງໜຶ່ງຂອງພຣະຜູ້ຊ່ວຍໃຫ້ລອດ ໃນທາງທີ່ແຕກຕ່າງໜ້ອຍໜຶ່ງ. ຄົນຮັບໃຊ້ໄດ້ເປັນໜີ້ກະສັດຂອງຕົນ ຈຳນວນ 10,000 ຕາລັນຕົນ. ໂດຍທີ່ໄດ້ຍິນຄຳຂອງຄົນຮັບໃຊ້ອ້ອນວອນຂໍຜ່ອນຜັນ ແລະ ຄວາມເມດຕາ, “ກະສັດຂອງຄົນຮັບໃຊ້ຄົນນັ້ນ ກໍຄິດອີດູຕົນ, ແລະ … ໄດ້ຍົກ … ໜີ້ໃຫ້ລາວ.” ແຕ່ຄົນຮັບໃຊ້ຄົນດຽວກັນນັ້ນ ບໍ່ຍອມຍົກໜີ້ໃຫ້ເພື່ອນຄົນໜຶ່ງຂອງຕົນ ຜູ້ເປັນໜີ້ລາວພຽງແຕ່ 100 ເພັນສ໌. ເມື່ອໄດ້ຍິນເຖິງເລື່ອງນີ້, ກະສັດຈຶ່ງໄດ້ຕຳນິຄົນຮັບໃຊ້ຂອງເພິ່ນວ່າ, “ເຈົ້າຄວນຈະສົງສານເພື່ອນຜູ້ຮັບໃຊ້ດ້ວຍກັນ ເໝືອນດັ່ງທີ່ເຮົາໄດ້ສົງສານເຈົ້າບໍ່ແມ່ນບໍ?”10
ມີຄວາມຄິດຄວາມເຫັນທີ່ແຕກຕ່າງກັນໃນບັນດາຜູ້ມີຄວາມຮູ້ສູງກ່ຽວກັບຄຸນຄ່າຂອງເງິນຕາ ທີ່ກ່າວມານັ້ນ—ແລະ ຂໍໂທດທີ່ຕ້ອງໃຊ້ຕົວຢ່າງເງິນຕາຂອງສະຫະລັດ—ແຕ່ເພື່ອເຮັດໃຫ້ເຮົາເຂົ້າໃຈງ່າຍຂຶ້ນ, ເຮົາຈະປຽບທຽບເງິນ 100 ເພັນສ໌ ເທົ່າກັບ 100 ໂດລາ ໃນປະຈຸບັນ, ແລ້ວ ເງິນ 10,000 ຕາລັນຕົນ ອາດປະມານ 1 ພັນລ້ານ ໂດລາ—ຫລື ຫລາຍກວ່ານັ້ນ!
ຖ້າເປັນໜີ້ສ່ວນຕົວ, ກໍເປັນຈຳນວນຫລວງຫລາຍທີ່ສຸດ—ເກີນກວ່າຈະເຂົ້າໃຈໄດ້. (ຄົງບໍ່ມີໃຜ ເລາະຊື້ຈົນໝົດຫລາຍປານນັ້ນນໍ!) ແຕ່ສຳລັບຈຸດປະສົງຂອງຄຳອຸປະມານີ້, ມັນ ຄວນ ເປັນສິ່ງທີ່ບໍ່ສາມາດເຂົ້າໃຈໄດ້; ມັນ ຄວນ ເກີນກວ່າຄວາມສາມາດຂອງເຮົາທີ່ຈະຄິດ, ຊຶ່ງເກີນກວ່າເຮົາຈະສາມາດໃຊ້ຄືນໄດ້. ເພາະມັນບໍ່ແມ່ນເລື່ອງທີ່ກ່ຽວກັບຄົນໃຊ້ສອງຄົນຜິດຖຽງກັນຢູ່ໃນພຣະຄຳພີໃໝ່. ມັນກ່ຽວກັບເຮົາ, ຜູ້ເປັນຄອບຄົວມະນຸດທີ່ກຳລັງຕົກໄປ—ຜູ້ເປັນໜີ້ຢູ່ໃນຊ່ວງມະຕະ, ຜູ້ລະເມີດ, ແລະ ທຸກຄົນກໍຢູ່ໃນຄຸກ. ເຮົາທຸກຄົນເປັນໜີ້, ແລະ ການຕັດສິນຄືທຸກຄົນຕ້ອງຖືກຈຳຄຸກ. ແລະ ເຮົາທຸກຄົນກໍຈະຢູ່ໃນນັ້ນຕະຫລອດໄປ ຖ້າຫາກບໍ່ເປັນເພາະພຣະຄຸນຂອງອົງກະສັດ ຜູ້ໄດ້ໄຖ່ຖອນເອົາເຮົາອອກຈາກຄຸກ ເພາະຄວາມຮັກທີ່ພຣະອົງມີຕໍ່ເຮົາ ແລະ “ເກີດມີຄວາມເມດຕາສົງສານເຮົາ.”11
ພຣະເຢຊູໄດ້ໃຊ້ການວັດແທກທີ່ບໍ່ສາມາດເຂົ້າໃຈໄດ້ ເພາະການຊົດໃຊ້ຂອງພຣະອົງ ເປັນຂອງປະທານທີ່ບໍ່ສາມາດເຂົ້າໃຈໄດ້ ດ້ວຍການຈ່າຍຄ່າທີ່ເກີນກວ່າຈະເຂົ້າໃຈໄດ້. ສິ່ງນັ້ນ, ຕໍ່ຂ້າພະເຈົ້າແລ້ວ ເບິ່ງຄືວ່າ, ຢ່າງໜ້ອຍມັນເປັນພາກສ່ວນໜຶ່ງຂອງຄວາມໝາຍທີ່ເຊື່ອງຊ້ອນຢູ່ຂອງການມອບໝາຍຂອງພຣະເຢຊູ ທີ່ໃຫ້ເປັນຄົນດີພ້ອມ. ເຮົາອາດຍັງບໍ່ສາມາດສະແດງໃຫ້ເຫັນ 10,000 ຕາລັນຕົນ ເໝືອນດັ່ງພຣະບິດາ ແລະ ພຣະບຸດຂອງພຣະອົງສະແດງມາແລ້ວ, ແຕ່ມັນກໍ ບໍ່ ເປັນສິ່ງທີ່ພວກພຣະອົງຂໍຮ້ອງຈາກເຮົາຫລາຍເກີນໄປ ທີ່ວ່າ ໃຫ້ເປັນຢ່າງພຣະເຈົ້າຫລາຍຂຶ້ນໃນສິ່ງເລັກນ້ອຍຈັກໜ້ອຍໜຶ່ງ, ວ່າໃຫ້ເຮົາກ່າວ ແລະ ກະທຳ, ຮັກ ແລະ ໃຫ້ອະໄພ, ກັບໃຈ ແລະ ພັດທະນາ ຢ່າງໜ້ອຍ 100 ເພັນສ໌ ຂອງລະດັບຄວາມສົມບູນ, ຊຶ່ງເຫັນຢ່າງແຈ່ມແຈ້ງວ່າ ເຮົາສາມາດເຮັດໄດ້.
ອ້າຍເອື້ອຍນ້ອງຂອງຂ້າພະເຈົ້າ, ຍົກເວັ້ນແຕ່ພຣະເຢຊູເທົ່ານັ້ນ, ບໍ່ເຄີຍມີການກະທຳໃດທີ່ປາດສະຈາກຂໍ້ບົກພ່ອງ ຢູ່ໃນໂລກທີ່ເຮົາອາໄສຢູ່ນີ້, ສະນັ້ນ ໃນຊ່ວງມະຕະນີ້ ຂໍໃຫ້ເຮົາພະຍາຍາມພັດທະນາຕົນເລື້ອຍໄປ ແຕ່ບໍ່ຄວນເກີນຂອບເຂດ ຕາມທີ່ນັກວິທະຍາສາດຝ່າຍການປະພຶດ ເອີ້ນວ່າ “ການຢາກເປັນຄົນດີພ້ອມຈົນເປັນພິດ.”12 ເຮົາຄວນຫລີກເວັ້ນໃຫ້ຫລາຍທີ່ສຸດ ຈາກຂໍ້ສຸດທ້າຍ ກັບຕົວເອງ ແລະ ກັບຄົນອື່ນ, ແລະ ຂ້າພະເຈົ້າຂໍຕື່ມໃສ່ອີກວ່າ, ກັບຄົນທີ່ຖືກເອີ້ນໃຫ້ຮັບໃຊ້ຢູ່ໃນສາດສະໜາຈັກ—ຊຶ່ງຄຳວ່າ ໄພ່ພົນຍຸກສຸດທ້າຍ ໝາຍເຖິງ ທຸກຄົນ, ເພາະເຮົາໄດ້ຖືກເອີ້ນໃຫ້ຮັບໃຊ້ ໃນບາງບ່ອນ.
ກ່ຽວກັບເລື່ອງນີ້, ທ່ານ ລຽວ ໂທນສະທອຍ ຄັ້ງໜຶ່ງໄດ້ຂຽນ ກ່ຽວກັບຄຸນພໍ່ຜູ້ໄດ້ຖືກສະມາຊິກໂບດຂອງເພິ່ນ ກ່າວວິຈານ ເພາະເພິ່ນບໍ່ໄດ້ດຳລົງຊີວິດຕາມທີ່ຄວນ, ຜູ້ກ່າວວິຈານໄດ້ກ່າວວ່າ ຫລັກທຳທີ່ຄຸນພໍ່ໄດ້ສອນ ບໍ່ຖືກຕ້ອງ ແລະ ສະນັ້ນ ມັນບໍ່ເປັນໜ້າເຊື່ອຖື.
ໃນການຕອບໂຕ້ການກ່າວວິຈານນັ້ນ, ຄຸນພໍ່ໄດ້ ຂຽນວ່າ: “ໃຫ້ເບິ່ງຊີວິດຂອງຂ້າພະເຈົ້າໃນຕອນນີ້ແມ ແລະ ໃຫ້ປຽບທຽບມັນໃສ່ກັບເມື່ອກ່ອນ. ທ່ານຈະເຫັນວ່າ ຂ້າພະເຈົ້າພະຍາຍາມດຳລົງຊີວິດຕາມຄວາມຈິງ ທີ່ຂ້າພະເຈົ້າປະກາດ.” ໂດຍທີ່ບໍ່ສາມາດດຳລົງຊີວິດຕາມອຸດົມຄະຕິສູງ ທີ່ເພິ່ນໄດ້ສອນ, ຄຸນພໍ່ຈຶ່ງຍອມຮັບວ່າ ເພິ່ນບໍ່ປະສົບຜົນສຳເລັດ. ແຕ່ເພິ່ນໄດ້ອ້ອນວອນວ່າ:
“ຕຳນິຂ້າພະເຈົ້າໄດ້, [ຖ້າພວກທ່ານປາດຖະໜາ,] ຂ້າພະເຈົ້າກໍເຮັດຢູ່ແລ້ວ, ແຕ່ [ຢ່າ] ຕຳນິ … ເສັ້ນທາງທີ່ຂ້າພະເຈົ້າເດີນ. … ຖ້າຫາກຂ້າພະເຈົ້າຮູ້ທາງກັບບ້ານ [ແຕ່] ຂ້າພະເຈົ້າເດີນໄປຢ່າງຄົນເມົາເຫລົ້າ, ມັນຍັງເປັນທາງທີ່ຖືກຕ້ອງໜ້ອຍໄປບໍ ເຖິງແມ່ນວ່າຂ້າພະເຈົ້າຍ່າງເຊຊ້າຍເຊຂວາ?
“… ຢ່າຮ້ອງອອກມາຢ່າງດີອົກດີໃຈວ່າ, ‘ເບິ່ງລາວແມ! … ລາວຄານຢູ່ໃນບຶງ!’ ຢ່າດີໃຈໃນຄວາມສຳເລັດຜົນ, ແຕ່ໃຫ້ມາ … ຊ່ວຍ [ຄົນທີ່ພະຍາຍາມກຳລັງເດີນກັບໄປຫາພຣະເຈົ້າ.]”13
ອ້າຍເອື້ອຍນ້ອງທັງຫລາຍ, ເຮົາແຕ່ລະຄົນກໍຢາກມີຊີວິດທີ່ເປັນເໝືອນດັ່ງພຣະຄຣິດ ຫລາຍກວ່າທີ່ເຮົາຈະສຳເລັດຜົນໃນການດຳລົງຊີວິດ. ຖ້າຫາກເຮົາຍອມຮັບດ້ວຍຄວາມຊື່ສັດ ແລະ ພະຍາຍາມພັດທະນາຕົນ, ແລ້ວເຮົາກໍບໍ່ໄດ້ເປັນຄົນໜ້າຊື່ໃຈຄົດ; ເຮົາເປັນມະນຸດ. ຂໍໃຫ້ເຮົາຈົ່ງຢ່າປ່ອຍໃຫ້ຄວາມໂງ່ຈ້າແຫ່ງຄວາມເປັນມະຕະຂອງເຮົາ, ຄວາມຂາດຕົກບົກພ່ອງຢ່າງຫລີກລ້ຽງບໍ່ໄດ້ຂອງເຮົາ ເຖິງແມ່ນໄດ້ເຮັດດີທີ່ສຸດແລ້ວ, ເຮັດໃຫ້ເຮົາເຍາະເຍີ້ຍຄວາມຈິງຂອງພຣະກິດຕິຄຸນ, ຄວາມຈິງຂອງສາດສະໜາຈັກ, ຄວາມຫວັງ ສຳລັບອະນາຄົດຂອງເຮົາ, ຫລື ຄວາມສາມາດທີ່ຈະກາຍເປັນຢ່າງພຣະເຈົ້າໄດ້. ຖ້າຫາກເຮົາພາກພຽນ, ແລ້ວ ໃນຈຸດໃດຈຸດໜຶ່ງໃນນິລັນດອນ ການຫລໍ່ຫລອມຂອງເຮົາຈະສຳເລັດ ແລະ ສົມບູນແບບ—ຊຶ່ງເປັນຄວາມໝາຍຢູ່ໃນພຣະຄຳພີໃໝ່ ຂອງຄຳວ່າ ດີພ້ອມ.14
ຂ້າພະເຈົ້າເປັນພະຍານເຖິງຈຸດໝາຍປາຍທາງທີ່ຮຸ່ງໂລດນັ້ນ, ຊຶ່ງເຮັດໃຫ້ເປັນໄປໄດ້ສຳລັບເຮົາ ຜ່ານການຊົດໃຊ້ຂອງອົງພຣະເຢຊູຄຣິດເຈົ້າ, ຜູ້ໄດ້ເລີ່ມຕົ້ນ “ຈາກພຣະຄຸນສູ່ພຣະຄຸນ”15 ຈົນໃນຄວາມເປັນອະມະຕະຂອງພຣະອົງ16 ພຣະອົງໄດ້ຮັບລັດສະໝີພາບຊັ້ນສູງອັນດີພ້ອມສົມບູນແບບ.17 ຂ້າພະເຈົ້າເປັນພະຍານວ່າ ໃນເວລານີ້ ແລະ ໃນທຸກຊົ່ວໂມງ ພຣະອົງໄດ້ເດ່ພຣະຫັດ ທີ່ມີຮອຍຕະປູ ອອກມາຫາເຮົາ ດ້ວຍພຣະຄຸນອັນດຽວກັນນັ້ນ, ຈັບເຮົາໄວ້ ແລະ ຊຸກຍູ້ເຮົາ, ປະຕິເສດບໍ່ຍອມປ່ອຍເຮົາໄປ ຈົນກວ່າເຮົາຈະກັບເຖິງບ້ານຢ່າງປອດໄພ ເຂົ້າສູ່ອ້ອມແຂນຂອງພຣະບິດາມານດາເທິງສະຫວັນ. ເພື່ອເວລາທີ່ປະເສີດນັ້ນ, ຂ້າພະເຈົ້າຈຶ່ງສືບຕໍ່ພະຍາຍາມ, ເຖິງແມ່ນຈະລົ້ມລຸກຄຸກຄານກໍຕາມ. ເພື່ອຂອງປະທານທີ່ປະເສີດນັ້ນ, ຂ້າພະເຈົ້າຈຶ່ງສືບຕໍ່ຂອບພຣະໄທ, ເຖິງແມ່ນຈະບໍ່ພຽບພ້ອມກໍຕາມ. ຂ້າພະເຈົ້າເຮັດເຊັ່ນນັ້ນ ໃນພຣະນາມຂອງພຣະຜູ້ດີພ້ອມ, ຜູ້ທີ່ບໍ່ເຄີຍລົ້ມລຸກຄຸກຄານ ຫລື ບໍ່ພຽບພ້ອມ ແຕ່ ຮັກເຮົາທຸກຄົນທີ່ລົ້ມລຸກຄຸກຄານ ແລະ ບໍ່ພຽບພ້ອມ, ແມ່ນແຕ່ອົງພຣະເຢຊູຄຣິດເຈົ້າ, ອາແມນ.