​2010–2019
ເຮົາ​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ​ບໍ່? ຄວາມ​ລຳ​ບາກ​ແມ່ນ​ດີ
ເດືອນ​ຕຸລາ 2017


2:3

ເຮົາ​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ​ບໍ່? ຄວາມ​ລຳ​ບາກ​ແມ່ນ​ດີ

ບໍ່​ວ່າ​ບັນ​ຫາ​ຈະ​ເປັນ​ຢ່າງ​ໃດ, ຄວາມ​ລຳ​ບາກ​ສາ​ມາດ​ເປັນ​ສິ່ງ​ທີ່ດີ ສຳ​ລັບ​ບຸກ​ຄົນ​ທີ່​ຈະ​ດຳ​ເນີນ​ໄປ​ໜ້າ ດ້ວຍ​ສັດ​ທາ ແລະ ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ແລະ ແຜນ​ຂອງ​ພຣະ​ອົງ.

ກ່ອນ​ທີ່​ຂ້າ​ພະ​ເຈົ້າ​ຈະ​ເລີ່ມ​ຕົ້ນ​ປາ​ໄສ, ໂດຍ​ທີ່​ເປັນຜູ້​ໜຶ່ງ​ທີ່​ຕາງ​ໜ້າ​ໃຫ້​ຜູ້​ຮັບ​ເຄາະ​ທຸກ​ຄົນ ທີ່​ຖືກ​ກະ​ທົບ​ກະ​ເທືອນ​ໂດຍ​ລົມ​ພະ​ຍຸ​ຮ້າຍ ແລະ ແຜ່ນ​ດິນ​ໄຫວ​ຢ່າງ​ໜັກ ເມື່ອບໍ່​ດົນ​ມານີ້, ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ກະ​ຕັນ​ຍູ​ຕໍ່​ກຸ່ມ​ມື​ທີ່​ຊ່ວຍ​ເຫລືອ ແລະ ອົງ​ການ​ທັງ​ຫລາຍ, ຜູ້​ໄດ້​ໃຫ້​ຄວາມ​ຊ່ວຍ​ເຫລືອ ແລະ ໃຫ້​ຄວາມ​ຫວັງ.

ໃນ​ເດືອນ​ຕຸລາ ປີ 2006, ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ປາ​ໄສ​ຢູ່ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ເປັນ​ເທື່ອ​ທຳ​ອິດ. ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ຂ່າວ​ສານ​ສຳ​ລັບ​ສາດ​ສະ​ໜາ​ຈັກ​ທົ່ວ​ໂລກ ຮ່ວມ​ທັງ​ການ​ຢືນ​ຢັນ​ທີ່​ວ່າ “ພຣະ​ຜູ້​ເປັນ​ເຈົ້າ​ໄວ້ວາງ​ພຣະ​ໄທ​ໃນ​ຕົວ​ເຮົາ!”

ພຣະ​ອົງ​ໄວ້​ວາງ​ພຣະ​ໄທ​ໃນ​ຕົວ​ເຮົາ​ແທ້ໆ ໃນ​ຫລາຍ​ວິ​ທີ​ທາງ. ພຣະ​ອົງ​ໄດ້​ມອບ​ພຣະ​ກິດ​ຕິ​ຄຸນຂອງ​ພຣະ​ເຢ​ຊູ​ຄຣິດໃຫ້ ແລະ, ໃນ​ຍຸກນີ້, ໄດ້​ມອບ​ຄວາມ​ສົມ​ບູນ​ຂອງ​ພຣະ​ກິດ​ຕິ​ຄຸນ​ໃຫ້. ພຣະ​ອົງ​ໄດ້​ໄວ້​ວາງພຣະ​ໄທ​ໃນ​ຕົວ​ເຮົາ​ກັບ​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ອົງ, ພ້ອມ​ດ້ວຍ​ຂໍ​ກະ​ແຈ​ສຳ​ລັບ​ຈຸດ​ປະ​ສົງ​ຂອງ​ມັນ. ດ້ວຍອຳ​ນາດ​ນັ້ນ ເຮົາ​ສາ​ມາດ​ໃຫ້​ພອນ, ຮັບ​ໃຊ້, ຮັບ​ເອົາ​ພິ​ທີ​ການ, ແລະ ເຮັດ​ພັນ​ທະ​ສັນ​ຍາ. ພຣະ​ອົງ​ໄວ້​ວາງ​ພຣະ​ໄທ​ໃນ​ຕົວ​ເຮົາ​ດ້ວຍ​ສາດ​ສະ​ໜາ​ຈັກ​ທີ່​ພຣະ​ອົງ​ໄດ້​ຟື້ນ​ຟູ​ຄືນ​ມາ​ໃໝ່, ຮ່ວມ​ທັງ​ພຣະ​ວິ​ຫານ​ທີ່​ສັກ​ສິດ. ພຣະ​ອົງ​ໄວ້​ວາງ​ພຣະ​ໄທ​ໃນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ດ້ວຍ​ອຳ​ນາດ​ແຫ່ງ​ການ​ຜະ​ນຶກ—​ເພື່ອ​ຜູກ​ມັດ​ຢູ່​ໃນແຜ່ນ​ດິນ​ໂລກ ແລະ ໃຫ້​ມັນ​ຖືກ​ຜູກ​ມັດ​ຢູ່​ໃນ​ສະ​ຫວັນ! ພຣະ​ອົງ​ໄວ້​ວາງ​ພຣະ​ໄທ​ໃນ​ຕົວ​ເຮົາ ແມ່ນ​ແຕ່​ໃຫ້​ເປັນພໍ່​ແມ່​ຢູ່​ໃນ​ໂລກ, ເປັນຄູ​ສອນ, ແລະ ຜູ້​ດູ​ແລ​ລູກໆ​ຂອງ​ພຣະ​ອົງ.

ຫລັງ​ຈາກ​ຫລາຍ​ປີ​ໃນ​ການ​ຮັບ​ໃຊ້​ເປັນ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່ ໃນ​ຫລາຍ​ພາກ​ສ່ວນ​ຂອງ​ໂລກ, ຂ້າ​ພະ​ເຈົ້າ​ສາ​ມາດ​ປະ​ກາດ​ດ້ວຍ​ຄວາມ​ແນ່ນອນ​ໃຈ​ຫລາຍກວ່າ​ເກົ່າ​ວ່າ: ພຣະ​ອົງ​ໄວ້​ວາງພຣະ​ໄທ​ໃນ​ຕົວເຮົາ.

ບັດ​ນີ້ ຄຳ​ຖາມ​ສຳ​ລັບ​ກອງ​ປະ​ຊຸມ​ເທື່ອນີ້​ແມ່ນ “ເຮົາ​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ​ບໍ່?”

ເຮົາ​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ​ບໍ່?

ປະທານ​ທອມມັສ ແອັສ ມອນສັນ ໄດ້​ເຕືອນ​ເຮົາ​ເລື້ອຍໆ​ວ່າ “ຈົ່ງ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ສຸດ​ໃຈ​ຂອງ​ເຈົ້າ; ຢ່າ​ເຊື່ອ​ໝັ້ນ​ຈັກ​​ເທື່ອ​ໃນ​ສິ່ງ​ທີ່​ເຈົ້າ​ຄິດ​ວ່າ​ເຈົ້າ​ຮູ້​ຈັກ.

“ຈົ່ງ​ລະ​ນຶກ​ເຖິງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ທຸກ​ສິ່ງ​ທີ່​ເຈົ້າ​ກະ​ທຳ, ແລະ ພຣະ​ອົງ​ຈະ​ໃຫ້​ເຈົ້າ​ເຫັນ​ຫົນ​ທາງ​ອັນ​ຖືກ​ຕ້ອງ.

“ຢ່າ​ຄິດ​ເລີຍ​ວ່າ​ຕົນ​ເປັນ​ຄົນ​ມີ​ປັນ​ຍາ​ກວ່າ​ທີ່​ຕົນ​ມີ​ຢູ່” (ສຸພາສິດ 3:5–7).

ເຮົາ​ໄວ້​ວາງ​ໃຈ​ໃນ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ​ບໍ່ ວ່າ​ເພື່ອ​ຄວາມ​ດີ​ຂອງ​ເຮົາ? ຜູ້​ນຳ​ຂອງ​ພຣະ​ອົງ, ເຖິງ​ແມ່ນບໍ່​ດີ​ພ້ອມ, ຈະ​ນຳ​ພາ​ເຮົາ​ດີ​ບໍ່? ຄຳ​ສັນ​ຍາ​ຂອງ​ພຣະ​ອົງ​ແນ່ນອນ​ບໍ່? ເຮົາ​ໄວ້​ວາງ​ໃຈ​ວ່າ​ພຣະ​ບິ​ດາ​ເທິງ​ສະຫວັນ ແລະ ພຣະ​ເຢຊູ​ຄຣິດ ຮູ້ຈັກ​ເຮົາ ແລະ ປະ​ສົງ​ທີ່​ຈະ​ຊ່ວຍ​ເຮົາ​ບໍ່? ແມ່ນ​ແຕ່​ໃນ​ທ່າມ​ກາງ​ການ​ທົດ​ລອງ, ການ​ທ້າ​ທາຍ, ແລະ ຍາມ​ລຳ​ບາກ, ເຮົາ​ຍັງ​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ​ຢູ່​ບໍ່?

ເມື່ອ​ຫວນ​ຄິດ​ຄືນ​ຫລັງ, ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ບົດ​ຮຽນ​ທີ່​ດີ​ຫລາຍ​ຢ່າງ ໃນ​ໄລ​ຍະ​ທີ່​ມີ​ຄວາມ​ລຳ​ບາກ—ບໍ່​ວ່າ​ຕອນ​ເປັນ​ໜຸ່ມ, ຕອນ​ເຜີຍ​ແຜ່, ຕອນ​ເລີ່ມ​ຕົ້ນ​ການ​ງານ, ພະ​ຍາ​ຍາມ​ຂະ​ຫຍາຍ​ການ​ເອີ້ນ, ດູ​ແລ​ຄອບ​ຄົວ​ໃຫຍ່, ຫລື ດີ້ນ​ລົນ​ທີ່​ຈະກຸ້ມ​ຕົນ​ເອງ. ເຫັນ​ໄດ້​ຢ່າງແຈ່ມ​ແຈ້ງວ່າ ຄວາມ​ລຳ​ບາກ​ແມ່ນ​ດີ!

ຄວາມ​ລຳ​ບາກ​ແມ່ນ​ດີ

ຄວາມ​ລຳ​ບາກ​ເຮັດ​ໃຫ້​ເຮົາ​ເຂັ້ມ​ແຂງ, ຖ່ອມ​ຕົວ, ແລະ ໃຫ້​ໂອ​ກາດ​ເຮົາ​ທີ່​ຈະ​ພິ​ສູດ​ຕົວ​ເອງ. ຜູ້​ບຸກ​ເບີກ​ຂະ​ບວນ​ລໍ້​ທີ່​ຮັກ​ແພງ​ຂອງ​ເຮົາ ໄດ້​ມາ​ຮູ້​ຈັກ​ພຣະ​ເຈົ້າ ຕອນ​ມີ​ຄວາມ​ທຸກຍາກ​ລຳ​ບາກ​ຫລາຍ​ທີ່​ສຸດ. ເປັນ​ຫຍັງ​ຈຶ່ງ​ຕ້ອງ​ໃຊ້​ສອງ​ບົດ​ສຳ​ລັບ​ນີໄຟ ແລະ ພວກ​ອ້າຍ​ຂອງ​ເພິ່ນ ໃນ​ການ​ໄປ​ເອົາ​ແຜ່ນ​ຈາ​ລຶກ​ທອງ​ເຫລືອງ ແລະ ມີ​ແຕ່​ສາມ​ຂໍ້​ກ່ຽວ​ກັບ​ຄອບ​ຄົວ​ຂອງ​ອິດ​ຊະ​ມາ​ເອນ ໄດ້​ມາ​ເຂົ້າ​ຮ່ວມ​ເດີນ​ທາງ​ກັບ​ເຂົາ​ເຈົ້າ ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ? (ເບິ່ງ 1 ນີໄຟ 34; 7:3–5). ເບິ່ງ​ຄື​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ທີ່​ຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ນີໄຟ ຜ່ານ​ການ​ດີ້ນ​ລົນ ເພື່ອ​ໃຫ້​ໄດ້​ແຜ່ນ​ຈາ​ລຶກ​ມາ.

ຄວາມ​ລຳ​ບາກ​ໃນ​ຊີ​ວິດ​ຂອງ​ເຮົາ ບໍ່​ຄວນ​ເປັນ​ສິ່ງ​ປະ​ຫລາດ​ໃຈ​ເລີຍ. ພັນ​ທະ​ສັນ​ຍາ​ທຳ​ອິດ​ຢ່າງ​ໜຶ່ງ​ທີ່​ເຮົາ​ໄດ້​ເຮັດ​ນຳ​ພຣະ​ຜູ້​ເປັນ​ເຈົ້າ​ແມ່ນ​ທີ່​ຈະ​ຮັກ​ສາ​ກົດ​ແຫ່ງ​ການ​ເສຍ​ສະ​ລະ. ການ​ເສຍ​ສະ​ລະ, ເມື່ອ​ແປ​ຄວາມ​ໝາຍ, ແມ່ນ​ກ່ຽວ​ພັນ​ກັບ​ການຍອມ​ສະ​ລະ​ບາງ​ສິ່ງ​ທີ່​ເຮົາ​ປາດ​ຖະ​ໜາ. ດ້ວຍ​ປະ​ສົບ​ການ ເຮົາ​ຈຶ່ງຍອມ​ຮັບ​ຄ່າ​ເລັກ​ໜ້ອຍ​ທີ່​ເຮົາ​ຕ້ອງ​ຈ່າຍ ກ່ຽວ​ກັບ​ພອນ​ທີ່​ຕິດ​ຕາມ​ມານັ້ນ. ພາຍ​ໃຕ້​ການ​ຊີ້​ນຳ​ຂອງໂຈເຊັບ ສະມິດ, ມີ​ກ່າວ​ໄວ້ວ່າ, “ສາດ​ສະ​ໜາ​ທີ່​ບໍ່​ຮຽກ​ຮ້ອງ​ການ​ເສຍ​ສະ​ລະ​ທັງ​ໝົດ ຈະ​ບໍ່​ມີ​ພະ​ລັງ​ພຽງ​ພໍ​ທີ່​ຈະ​ກໍ່​ໃຫ້​ເກີດ​ສັດ​ທາ ທີ່​ຈຳ​ເປັນ​ຕໍ່​ຊີ​ວິດ ແລະ ຄວາມ​ລອດ.”1

ສະ​ມາ​ຊິກ​ໃນ​ຝ່າຍ​ພຣະ​ເຈົ້າ ກໍ​ຮູ້​ຈັກ​ກ່ຽວ​ກັບ​ຄວາມ​ລຳ​ບາກ​ຄື​ກັນ. ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ ໄດ້​ເສຍ​ສະ​ລະ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ອົງ ໃຫ້​ມາ​ຮັບ​ທຸກ​ທໍ​ລະ​ມານ​ຢ່າງ​ແສນ​ສາ​ຫັດ ເພື່ອ​ຊົດ​ໃຊ້, ຮ່ວມ​ທັງ​ສິ້ນ​ພຣະ​ຊົນ​ຢູ່​ເທິງ​ໄມ້​ກາງ​ແຂນ. ພຣະ​ຄຳ​ພີ​ກ່າວ​ວ່າ ພຣະ​ເຢຊູ​ໄດ້​ຮຽນ​ຮູ້​ທີ່​ຈະ “ນອບນ້ອມຍອມ​ເຊື່ອ​ຟັງ ໂດຍ​ຄວາມ​ທຸກ​ລຳ​ບາກ ທີ່​ພຣະ​ອົງ​ໄດ້​ທົນ” (ເຮັບເຣີ 5:8). ພຣະ​ອົງ​ໄດ້​ຮັບ​ທຸກ​ທໍ​ລະ​ມານດ້ວຍ​ຄວາມ​ເຈັບ​ປວດ​ຂອງການ​ຊົດ​ໃຊ້. ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຄົງ​ຈະ​ຕ້ອງ​ມີ​ຄວາມ​ອົດ​ກັ້ນ​ຫລາຍ​ທີ່​ສຸດ ເພື່ອ​ກະ​ຕຸ້ນ, ເຕືອນ, ແລະ ຊີ້​ນຳ​ເຮົາ, ຊຶ່ງ​ບາງ​ເທື່ອ​ເຮົາ​ກໍ​ບໍ່​ສົນ​ໃຈ, ​ເຂົ້າ​ໃຈຜິດ, ຫລື ລືມ​ໄປ.

ພາກ​ສ່ວນ​ຂອງ​ແຜນ

ຄວາມ​ລຳ​ບາກ​ແມ່ນ​ພາກ​ສ່ວນ​ຂອງ​ແຜນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ. ຈຸດ​ປະ​ສົງ​ຢ່າງ​ໜຶ່ງ​ຂອງ​ຊີ​ວິດນີ້​ແມ່ນ​ສຳ​ລັບ​ເຮົາເພື່ອພິສູດ​ຕົວ​ເອງ (ເບິ່ງ Abraham 3:25). ມີໜ້ອຍ​ຄົນ​ທີ່ໄດ້​ຮັບ​ທຸກ​ທໍ​ລະ​ມານ​ຢ່າງບໍ່​ຄວນ​ໄດ້​ຮັບ ດັ່ງ​ຜູ້​ຄົນ​ຂອງ​ແອວມາ. ພວກ​ເຂົາ​ໄດ້​ໜີ​ຈາກ​ກະ​ສັດ​ໂນອາ,​ທີ່​ຊົ່ວ​ຮ້າຍ ແຕ່​ໄດ້​ກາຍ​ເປັນ​ທາດ​ຂອງ​ຊາວ​ເລມັນ! ຜ່ານ​ການ​ທົດ​ລອງ​ເຫລົ່າ​ນັ້ນ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສອນ​ພວກ​ເຂົາ​ວ່າ ພຣະ​ອົງ​ຕີ​ສອນ​ຜູ້​ຄົນ​ຂອງ​ພຣະ​ອົງ ແລະ ທົດ​ສອບ “ຄວາມ​ອົດ​ທົນ ແລະ ສັດ​ທາ​ຂອງ​ພວກ​ເຂົາ” (ໂມໄຊຢາ 23:21).

ໃນ​ໄລ​ຍະ​ຢູ່​ໃນ​ຄຸກ​ລີເບີຕີ ທີ່​ຮ້າຍ​ກາດນັ້ນ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສອນ​ໂຈເຊັບ ສະມິດ​ໃຫ້ ອົດ​ທົນກັບ​ມັນ​ໃຫ້​ດີ (ເບິ່ງ D&C 121:8) ແລະ ໄດ້​ສັນ​ຍາ​ວ່າ ຖ້າ​ຫາກ​ເພິ່ນ​ເຮັດ​ໄດ້, ທຸກ​ສິ່ງ​ຈະ​ເປັນ​ປະ​ສົບ​ການ​ໃຫ້​ແກ່​ເພິ່ນ, ແລະ ຈະ​ເປັນສິ່ງ​ດີ​ສຳ​ລັບ​ເພິ່ນ (ເບິ່ງ D&C 122:7).

ປະທານ​ທອມມັສ ແອັສ ມອນສັນ ໄດ້​ອ້ອນວອນ​ວ່າ, “ຂໍໃຫ້ເຮົາຈົ່ງເລືອກສິ່ງທີ່ຖືກຕ້ອງ ເຖິງແມ່ນຈະຍາກກວ່າ, ແທນການເລືອກສິ່ງທີ່ຜິດ ເຖິງແມ່ນຈະງ່າຍກວ່າ.”2 ກ່ຽວ​ກັບ​ພຣະ​ວິ​ຫານ, ເພິ່ນ​ໄດ້​ກ່າວ​ວ່າ “ບໍ່​ມີ​ການ​ເສຍ​ສະ​ລະ​ໃດ​ທີ່​ຍາກ​ເກີນ​ໄປ, ບໍ່​ມີ​ຄ່າ​ໃດ​ທີ່​ສູງ​ເກີນ​ໄປ, ບໍ່​ມີ​ການດີ້ນ​ລົນ​ໃດ​ທີ່​ລຳ​ບາກ​ເກີນ​ໄປ, ​ສຳ​ລັບ​ການ​ຮັບ​ເອົາ​ພອນ​ຂອງ [ພຣະ​ວິ​ຫານ].”3

ຕາມ​ສະ​ພາບ​ຂອງ​ໂລກ, ຄວາມ​ລຳ​ບາກ​ເປັນ​ພາກ​ສ່ວນ​ຂອງ​ວົງ​ວຽນ​ແຫ່ງຊີ​ວິດ. ມັນ​ຍາກ​ສຳ​ລັບ​ລູກ​ໄກ່​ທີ່​ຈະ​ຟັກ​ອອກ​ຈາກ​ເປືອກ​ອັນ​ແຂງແກ່ນນັ້ນ. ແຕ່​ເມື່ອ​ມີ​ຄົນ​ມາ​ຊ່ວຍ​ເຮັດ​ໃຫ້​ມັນ​ງ່າຍ​ຂຶ້ນ, ລູກ​ໄກ່​ຈະບໍ່​ມີ​ສຸກ​ຂະ​ພາບ​ທີ່​ເຂັ້ມ​ແຂງ ທີ່​ຈະ​ມີ​ຊີ​ວິດຢູ່. ໃນ​ທາງ​ທີ່​ຄ້າຍ​ຄື​ກັນ​ນີ້, ການດີ້ນ​ລົນ​ຂອງ​ແມງ​ກະ​ເບື້ອ​ທີ່​ຈະ​ອອກ​ມາ​ຈາກ​ສິ່ງ​ຫຸ້ມ​ຫໍ່ ເຮັດ​ໃຫ້​ມັນ​ເຂັ້ມ​ແຂງ​ທີ່​ຈະ​ມີ​ຊີ​ວິດ​ຢູ່.

ຜ່ານ​ຕົວ​ຢ່າງ​ເຫລົ່າ​ນີ້, ເຮົາເຫັນ​ໄດ້​ວ່າ ຄວາມ​ລຳ​ບາກ ຈະ​ມີ​ຢູ່​ສະ​ເໝີ! ເຮົາ​ທຸກ​ຄົນ​ມີ​ການ​ທ້າ​ທາຍ. ການ​ປ່ຽນ​ແປງ ແມ່ນ​ຂຶ້ນ​ຢູ່​ກັບ​ການ​ປະ​ພຶດ​ຂອງ​ເຮົາ​ຕໍ່​ຄວາມ​ລຳ​ບາກ.

ມີ​ຈຸດ​ໜຶ່ງ​ຢູ່​ໃນ​ພຣະ​ຄຳ​ພີ​ມໍມອນ ​ທີ່ຜູ້​ຄົນ​ໄດ້​ປະ​ເຊີນ​ກັບ “ການ​ຂົ່ມ​ເຫັງ​ຢ່າງ​ສາ​ຫັດ” ແລະ “ຄວາມ​ຍາກ​ລຳ​ບາກ​ຫລາຍ​ທີ່​ສຸດ” (ຮີລາມັນ 3:34). ພວກ​ເຂົາ​ໄດ້​ປະ​ພຶດ​ແນວ​ໃດ? “ພວກ​ເຂົາ​ຖື​ສິນ​ອົດ​ເຂົ້າ ແລະ ອະ​ທິ​ຖານ​ຢູ່​ເລື້ອຍໆ ແລະ ໄດ້​ເຂັ້ມ​ແຂງ​ໄປ​ເລື້ອຍໆ​ໃນ​ຄວາມ​ຖ່ອມ​ຕົວ​ຂອງ​ພວກ​ເຂົາ, ແລະ ໝັ້ນ​ຄົງ​ຂຶ້ນ​ໄປ​ເລື້ອຍໆ​ນຳ​ສັດ​ທາ​ໃນ​ພຣະ​ຄຣິດ, ຈົນ​ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ພວກ​ເຂົາ​ເຕັມ​ໄປ​ດ້ວຍ​ຄວາມ​ສຸກ ແລະ ຄວາມ​ປອບ​ໃຈ” (ຮີລາມັນ 3:35). ຕົວ​ຢ່າງ​ໜຶ່ງ​ອີກ​ທີ່​ໄດ້​ເກີດ​ຂຶ້ນ ຫລັງ​ຈາກມີ​ສົງ​ຄາມ​ເປັນ​ເວ​ລາ​ຫລາຍ​ປີ: “ຍ້ອນ​ວ່າ​ໄລ​ຍະ​ຂອງ​ເວ​ລາ​ຂອງ​ສົງ​ຄາມ​ນັ້ນ​ຍາວ​ນານ​ຫລາຍ​ລະ​ຫວ່າງ​ຊາວ​ນີໄຟ ແລະ ຊາວ​ເລມັນ ຄົນ​ຈຳ​ນວນ​ຫລວງ​ຫລາຍ​ຈຶ່ງ​ແຂງ​ກະ​ດ້າງ​ຂຶ້ນ, … ແລະ ຄົນ​ຈຳ​ນວນ​ຫລວງ​ຫລາຍ​ຈຶ່ງ​ອ່ອນ​ໂຍນ​ລົງ​ເພາະ​ຄວາມ​ທຸກ​ຂອງ​ພວກ​ເຂົາ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ໄດ້​ຖ່ອມ​ຕົວ​ລົງ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ” (ແອວມາ 62:41).

ເຮົາ​ແຕ່​ລະ​ຄົນ​ເລືອກ​ທີ່​ຈະ​ປະ​ພຶດ​ຕໍ່​ຄວາມ​ລຳ​ບາກ.

ໃຫ້​ລະ​ວັງ​ກັບ​ຄວາມ​ສະ​ບາຍ

ກ່ອນ​ການ​ເອີ້ນນີ້ ຂ້າ​ພະ​ເຈົ້າ​ໄດ້​ເປັນ​ຜູ້​ໃຫ້​ຄຳ​ແນະ​ນຳ​ຝ່າຍ​ການ​ເງິນ ຢູ່​ເມືອງຮູສະຕັນ, ລັດເທັກຊັດ. ໜ້າ​ທີ່​ສ່ວນ​ໃຫຍ່​ຂອງ​ຂ້າ​ພະ​ເຈົ້າ​ແມ່ນ​ກ່ຽວ​ພັນ​ກັບ​ເສດ​ຖີ​ເງິນລ້ານ ທີ່​ເປັນ​ເຈົ້າ​ຂອງ​ທຸ​ລະ​ກິດ. ເກືອບ​ທຸກ​ຄົນ​ໄດ້​ສ້າງ​ຄວາມ​ສຳ​ເລັດ​ຜົນ​ໃຫ້​ຕົວ​ເອງ ຈາກຕອນ​ທີ່ບໍ່​ມີ​ຫຍັງ ແລະ ຕ້ອງ​ທຳ​ງານ​ຢ່າງ​ໜັກ. ສິ່ງ​ທີ່​ໜ້າ​ໂສກ​ເສົ້າ​ສຳ​ລັບ​ຂ້າ​ພະ​ເຈົ້າ​ແມ່ນຕອນ​ໄດ້​ຍິນ​ເຂົາ​ເຈົ້າ​ເວົ້າ​ວ່າ ເຂົາ​ເຈົ້າ​ຢາກ​ໃຫ້​ຊີ​ວິດ​ຂອງ​ລູກໆ​ຂອງ​ເຂົາເຈົ້າ​ຢູ່​ຢ່າງ​ສະ​ບາຍ. ເຂົາ​ເຈົ້າ​ບໍ່​ຢາກ​ໃຫ້​ລູກໆ​ຂອງ​ເຂົາ​ເຈົ້າ​ຕ້ອງ​ທຸກ​ທໍ​ລະ​ມານ​ຄື​ກັນ​ກັບ​ເຂົາ​ເຈົ້າ. ອີກ​ຄຳ​ໜຶ່ງ, ເຂົາ​ເຈົ້າ​ໄດ້​ກີດ​ກັນ​ລູກໆ​ຈາກ​ສິ່ງ​ທີ່​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ປະ​ສົບ​ຜົນ​ສຳ​ເລັດ.

ກົງ​ກັນ​ຂ້າມ, ພວກ​ເຮົາ​ຮູ້ຄອບ​ຄົວ​ໜຶ່ງ​ທີ່​ມີ​ແນວ​ຄິດ​ແຕກ​ຕ່າງ. ພໍ່​ແມ່ຄູ່ນີ້​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ປະ​ສົບ​ການ​ຂອງ J. C. Penney ເມື່ອ​ພໍ່​ບອກ​ເພິ່ນ​ຕອນ​ເພິ່ນ​ມີ​ອາ​ຍຸ​ແປດ​ປີ​ວ່າ ເພິ່ນ​ຕ້ອງ​ຮັບ​ຜິດ​ຊອບ​ເລື່ອງ​ການ​ເງິນ​ຂອງ​ເພິ່ນ. ເຂົາ​ເຈົ້າ​ໄດ້​ມີ​ແນວ​ຄິດ​ຂອງ​ຕົວ​ເອງ: ເມື່ອ​ລູກ​ຂອງ​ເຂົາ​ເຈົ້າ​ຈົບ​ຊັ້ນ​ມັດ​ທະ​ຍົມແລ້ວ, ພວກ​ເຂົາ​ຕ້ອງ​ຮັບ​ຜິດ​ຊອບ​ເລື່ອງ​ການ​ເງິນ​ຂອງ​ຕົວ​ເອງ—ສຳ​ລັບ​ການ​ສຶກ​ສາ (ວິ​ທະ​ຍາ​ໄລ, ປະ​ລິນ​ຍາ​ສູງ, ແລະ ອື່ນໆ) ແລະ ສຳ​ລັບ​ເງິນ​ໃຊ້​ຈ່າຍ (ກຸ້ມ​ຕົວ​ເອງແທ້ໆ) (ເບິ່ງ D&C 83:4). ລູກໆ​ກໍ​ປະ​ຕິ​ບັດ​ຕາມ​ດ້ວຍ​ຄວາມ​ດີ​ໃຈ ແລະ ຢ່າງ​ສະ​ຫລາດ. ທຸກ​ຄົນ​ກໍ​ໄດ້ເຂົ້າ​ຮຽນ​ຢູ່​ມະ​ຫາວິ​ທະ​ຍາ​ໄລ, ແລະ ບາງ​ຄົນ​ກໍ​ໄດ້​ຮັບ​ປະ​ລິນ​ຍາ​ແລ້ວ—ທຸກ​ຄົນ​ກໍ​ຊ່ວຍ​ຕົວ​ເອງ. ມັນ​ບໍ່​ເປັນ​ສິ່ງ​ງ່າຍ, ແຕ່​ທຸກ​ຄົນ​ກໍ​ເຮັດ​ສຳ​ເລັດ. ເຂົາ​ເຈົ້າ​ໄດ້​ເຮັດ​ຢ່າງ​ຂະ​ຫຍັນ ແລະ ດ້ວຍ​ສັດ​ທາ.

ສັດ​ທາ​ທີ່​ຈະ​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ

ຄຳ​ຖາມ​ທີ່​ວ່າ “ເຮົາ​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ​ບໍ່?” ອາດ​ດີກວ່າ ຖ້າປ່ຽນ​ເປັນ, “ເຮົາ​ມີ ສັດ​ທາ ທີ່​ຈະ​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ​ບໍ່?”

ເຮົາ​ມີ ສັດ​ທາ ທີ່​ຈະ​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ​ບໍ່ ກ່ຽວ​ກັບ​ເງິນ​ສ່ວນ​ສິບ ໃນຈຳ​ນວນ 90 ເປີ​ເຊັນ​ທີ່​ເຫລືອ​ຢູ່ ຈາກລາຍ​ໄດ້​ຂອງ​ເຮົາ ພ້ອມ​ທັງ​ຄວາມ​ຊ່ວຍ​ເຫລືອ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຫລື ເຮົາ​ຢາກ​ເກັບ​ມັນ​ໄວ້ໝົດ 100 ເປີ​ເຊັນ ແລະ ເພິ່ງ​ຕົວ​ເອງ?

ເຮົາ​ມີ​ສັດ​ທາ ພຽງ​ພໍ​ແລ້ວ​ບໍ ທີ່​ຈະ​ໄວ້​ວາງ​ໃຈ​ວ່າ ພຣະ​ອົງ​ຈະ​ມາ​ຢ້ຽມ​ຢາມ​ເຮົາ ໃນ​ຄວາມ​ຍາກ​ລຳ​ບາກ​ຂອງ​ເຮົາ (ເບິ່ງ ໂມໄຊຢາ 24:14), ວ່າ​ພຣະ​ອົງ​ຈະ​ຕໍ່​ສູ້​ກັບ​ຄົນ​ທີ່​ຕໍ່​ສູ້​ກັບ​ເຮົາ (ເບິ່ງ ເອຊາຢາ 49:25; 2 ນີໄຟ 6:17), ແລະ ວ່າ​ພຣະ​ອົງ​ໄດ້​ຕັ້ງ​ຄວາມ​ທຸກ​ໄວ້ ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ເຮົາ (ເບິ່ງ 2 ນີໄຟ 2:2)? (ເບິ່ງ 2 ນີໄຟ 2:2).

ເຮົາ​ຈະ​ໃຊ້ ສັດ​ທາ ທີ່​ຈຳ​ເປັນ​ບໍ ເພື່ອ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ ເພື່ອ​ວ່າ​ພຣະ​ອົງ​ຈະ​ອວຍ​ພອນ​ເຮົາ​ທັງ​ທາງ​ໂລກ ແລະ ທາງວິນ​ຍານ? ແລະ ເຮົາ​ຈະ​ຊື່​ສັດ​ຕໍ່​ໄປ​ບໍ​ຈົນ​ເຖິງ​ທີ່​ສຸດ ເພື່ອ​ວ່າ​ພຣະ​ອົງ​ຈະ​ໄດ້​ຮັບ​ເອົາ​ເຮົາ​ເຂົ້າ​ໄປ​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ອົງ? (ເບິ່ງ ໂມໄຊຢາ 2:41).

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ເຮົາ​ສາ​ມາດ​ມີ​ສັດ​ທາ ທີ່​ຈະ​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ! ພຣະ​ອົງ​ປະ​ສົງ​ໃຫ້ເຮົາ​ໄດ້​ຮັບ​ສິ່ງ​ທີ່​ດີ​ທີ່​ສຸດ (ເບິ່ງ Moses 1:39). ພຣະ​ອົງ​ຈະ​ຕອບ​ຄຳ​ອະ​ທິ​ຖານ​ຂອງ​ເຮົາ (ເບິ່ງ D&C 112:10). ພຣະ​ອົງ​ຈະ​ຮັກ​ສາ​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ (ເບິ່ງ D&C 1:38). ພຣະອົງ​ມີ​ອຳ​ນາດ​ທີ່​ຈະ​ຮັກ​ສາ​ຄຳ​ສັນ​ຍາ​ເຫລົ່າ​ນັ້ນ (ເບິ່ງ ແອວມາ 37:16). ພຣະ​ອົງ​ຮູ້​ທຸກ​ສິ່ງ! ແລະ​ສິ່ງສຳ​ຄັນ​ທີ່​ສຸດ, ພຣະ​ອົງ​ຮູ້​ວ່າ​ສິ່ງ​ໃດ​ດີ​ທີ່​ສຸດ (ເບິ່ງ ເອຊາຢາ 55:8–9).

ໂລກ​ທີ່​ອັນ​ຕະລາຍ

ໂລກ​ຂອງເຮົາ​ໃນ​ທຸກວັນ​ນີ້​ແມ່ນ​ຫຍຸ້ງ​ຍາກ​ຫລາຍ. ມີ​ທັງ​ຄວາມ​ຊົ່ວ​ຮ້າຍ​ທີ່​ແຜ່​ຂະ​ຫຍາຍ​ໄປ​ທົ່ວ, ການ​ສໍ້​ລາດ​ບັງ​ຫລວງ​ໃນ​ຫລາຍ​ປະ​ຊາ​ຊາດ, ຜູ້ກໍ່​ການ​ຮ້າຍ​ເຂົ້າ​ເຖິງ​ແມ່ນ​ແຕ່​ບ່ອນ​ສະ​ຫງົບ, ເສດ​ຖະ​ກິດ​ຕົກ​ຕ່ຳ, ວ່າງງານ, ໂຣກ​ພະ​ຍາດ, ໄພ​ທຳ​ມະ​ຊາດ, ສົງ​ຄາມ​ກາງ​ເມືອງ, ຜູ້​ນຳ​ທີ່​ໂຫດ​ຮ້າຍ, ແລະ ອື່ນໆ. ເຮົາ​ຄວນ​ເຮັດ​ສິ່ງ​ໃດ? ເຮົາ​ຕ້ອງ​ຜ່າຍ​ໜີ ຫລື ຕໍ່​ສູ້? ອັນ​ໃດ​ຖືກ​ຕ້ອງ? ການ​ເລືອກ​ເອົາ​ອັນ​ໃດ ກໍ​ອາດ​ເປັນ​ສິ່ງ​ອັນ​ຕະ​ລາຍໄດ້. ມັນ​ເປັນ​ສິ່ງ​ອັນ​ຕະ​ລາຍ​ສຳ​ລັບ​ທ່ານ ໂຈດ ວໍຊິງຕັນ ແລະ ກອງ​ທັບ​ຂອງ​ເພິ່ນ ທີ່​ຈະ​ຕໍ່​ສູ້ ແລະ ເປັນ​ສິ່ງ​ອັນ​ຕະ​ລາຍ​ສຳ​ລັບ​ບັນ​ພະ​ບຸ​ລຸດ ຜູ້​ບຸກ​ເບີກ​ຂອງ​ເຮົາ​ທີ່​ຈະ​ຜ່າຍ​ໜີ. ມັນ​ເປັນ​ສິ່ງ​ອັນ​ຕະ​ລາຍ​ສຳ​ລັບ​ທ່ານ​ແນວສັນ ແມນເດລາ ທີ່​ຈະ​ດີ້ນ​ລົນ​ເພື່ອ​ເສ​ລີ​ພາບ. ມີ​ຄຳ​ກ່າວ​ໄວ້​ວ່າ ຖ້າ​ຢາກໃຫ້​ຄວາມ​ຊົ່ວ​ຮ້າຍ​ມີໄຊ​ຊະ​ນະ, ໃຫ້​ຄົນ​ດີ​ນັ່ງ​ຢູ່ເສີຍໆ.4

ຢ່າສູ່ຢ້ານ!

ໃນ​ສິ່ງ​ໃດ​ກໍ​ຕາມ​ທີ່​ເຮົາ​ເຮັດ, ເຮົາບໍ່​ຄວນ​ຕັດ​ສິນ​ໃຈ ຫລື ກະ​ທຳ​ລົງ​ໄປ ດ້ວຍ​ຄວາມ​ຢ້ານ​ກົວ. ແນ່ນອນ, “ພຣະ​ເຈົ້າ​ບໍ່​ໄດ້​ປະ​ທານ​ໃຈ​ອັນ​ຢ້ານ​ກົວ​ໃຫ້​ແກ່​ເຮົາ” (2 ຕີໂມທຽວ 1:7). (ທ່ານ​ຮູ້​ບໍ​ວ່າ ຄຳ​ວ່າ “ຢ່າ​ສູ່​ຢ້ານ” ຖືກ​ເນັ້ນ​ໜັກ​ຕະ​ຫລອດ​ທົ່ວ​ພຣະ​ຄຳ​ພີ?) ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສອນ​ເຮົາ​ວ່າ ຄວາມ​ທໍ້​ຖອຍ ແລະ ຄວາມ​ຢ້ານ​ກົວ ເປັນ​ເຄື່ອງ​ມື​ຂອງ​ຜູ້​ປໍ​ລະ​ປັກ. ຄຳ​ຕອບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສຳ​ລັບ ເວ​ລາ​ມີ​ຄວາມ​ລຳ​ບາກ ຄື​ການ​ດຳ​ເນີນ​ໄປ​ໜ້າ​ດ້ວຍ​ສັດ​ທາ.

ຄວາມ​ລຳ​ບາກ​ຄືຫຍັງ?

ເຮົາ​ແຕ່​ລະ​ຄົນ​ອາດ​ມີ​ຄວາມ​ຄິດ​ທີ່​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​ຄວາມ​ລຳ​ບາກ. ບາງ​ຄົນ​ອາດເຫັນ​ວ່າ ບໍ່​ສາ​ມາດ​ຈ່າຍ​ສ່ວນ​ສິບ ຕອນ​ມີ​ບັນ​ຫາ​ເລື່ອງ​ການ​ເງິນ. ບາງ​ເທື່ອ​ຜູ້​ນຳ​ອາດ​ພົບ​ຄວາມ​ຫຍຸ້ງ​ຍາກ ທີ່​ຈະ​ຫວັງ​ໃຫ້​ຄົນ​ທຸກ​ມາ​ຈ່າຍ​ສ່ວນສິບ. ອາດ​ເປັນ​ສິ່ງ​ລຳ​ບາກ​ສຳ​ລັບ​ບາງ​ຄົນ ທີ່​ຈະ​ດຳ​ເນີນ​ໄປ​ດ້ວຍ​ສັດ​ທາ ເພື່ອ​ແຕ່ງ​ງານ ຫລື ສ້າງ​ຄອບ​ຄົວ. ບາງ​ຄົນ​ອາດ​ຍາກ​ທີ່​ຈະ “ພໍ​ໃຈ​ກັບ [ສິ່ງ​ທີ່] ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ແບ່ງ​ປັນ​ໃຫ້ [ເຂົາ​ເຈົ້າ]” (ແອວມາ 29:3). ອາດ​ຍາກ​ທີ່​ຈະພໍ​ໃຈ​ກັບ​ການ​ເອີ້ນ​ໃນ​ປະ​ຈຸ​ບັນ​ຂອງ​ເຮົາ (ເບິ່ງ ​ແອວມາ 29:6). ວິ​ໄນ​ຂອງ​ສາດ​ສະ​ໜາ​ຈັກ ອາດ​ເບິ່ງ​ຄື​ວ່າ ເປັນ​ສິ່ງ​ລຳ​ບາກ, ແຕ່​ສຳ​ລັບ​ບາງ​ຄົນ ມັນ​ເປັນ​ຈຸດ​ເລີ່ມ​ຕົ້ນ​ຂອງ​ຂັ້ນ​ຕອນ​ຂອງການ​ກັບ​ໃຈ​ທີ່​ແທ້​ຈິງ.

ບໍ່​ວ່າ​ບັນ​ຫາ​ຈະ​ເປັນ​ຢ່າງ​ໃດ, ຄວາມ​ລຳ​ບາກ​ສາ​ມາດ​ເປັນ​ສິ່ງ​ທີ່ດີ ສຳ​ລັບ​ບຸກ​ຄົນ​ທີ່​ຈະ​ດຳ​ເນີນ​ໄປ​ໜ້າ ດ້ວຍ​ສັດ​ທາ ແລະ ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ແລະ ແຜນ​ຂອງ​ພຣະ​ອົງ.

ພະ​ຍານ​ຂອງ​ຂ້າ​ພະ​ເຈົ້າ

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ຜູ້​ນຳ​ເຫລົ່າ​ນີ້ ທີ່​ນັ່ງຢູ່​ທາງ​ຫລັງ​ຂ້າ​ພະ​ເຈົ້າ ໄດ້​ຖືກ​ເອີ້ນ​ຈາກ​ພຣະ​ເຈົ້າ. ຄວາມ​ປາດ​ຖະ​ໜາ​ຂອງ​ພວກ​ເພິ່ນ ແມ່ນ​ທີ່​ຈະ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ດີ ແລະ ຊ່ວຍ​ເຮົາ​ໃຫ້​ມີ​ພຣະ​ກິດ​ຕິ​ຄຸນ​ຢູ່​ໃນ​ໃຈ​ເຮົາ. ຂ້າ​ພະ​ເຈົ້າ​ຮັກ ແລະ ສະ​ໜັບ​ສະ​ໜູນ​ພວກເພິ່ນ.

ຂ້າ​ພະ​ເຈົ້າ​ຮັກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ເຢຊູ​ຄຣິດ. ຂ້າ​ພະ​ເຈົ້າ​ປະ​ຫລາດ​ໃຈ​ທີ່​ພຣະ​ອົງ​ຮັກ​ພຣະ​ບິ​ດາ ແລະ ຮັກ​ເຮົາ ຫລາຍ​ພໍ ຈົນ​ກາຍ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ; ໂດຍ​ການ​ເຮັດ​ສິ່ງນັ້ນ, ພຣະ​ອົງ​ຈຶ່ງ​ໄດ້​ຮັບ​ທຸກ​ທໍ​ລະ​ມານ ເຖິງ​ຂະ​ໜາດ​ທີ່ພຣະ​ອົງ​ສັ່ນສາຍ​ເພາະ​ຄວາມ​ເຈັບ​ປວດ, ແລະ ໂລ​ຫິດ​ໄຫລ​ອອກ​ຈາກ​ທຸກ​ຂຸມ​ຂົນ, ແລະ ທົນ​ທຸກ​ທໍ​ລະ​ມານ ທັງ​ພຣະ​ກາຍ ແລະ ພຣະ​ວິນ​ຍານ (ເບິ່ງ D&C 19:18). ເຖິງ​ແມ່ນ​ຕ້ອງໄດ້​ປະ​ເຊີນ​ກັບ​ສິ່ງ​ທີ່​ຖືກ​ກຳ​ນົດ​ໄວ້ ຊຶ່ງເປັນ​ຕາ​ຢ້ານ ແລະ ຈຳ​ເປັນ, ແຕ່​ພຣະ​ອົງ​ໄດ້​ຢືນ​ຢັນ​ຕໍ່ພຣະ​ບິ​ດາ​ວ່າ, “ຂໍ​ຢ່າ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ລູກ, ແຕ່​ຂໍ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະ​ສົງ​ຂອງ​ພຣະ​ບິ​ດາ​ເທີ້ນ” (ລູກາ 22:42). ຂ້າ​ພະ​ເຈົ້າ​ສັນ​ລະ​ເສີນ​ຖ້ອຍ​ຄຳ​ຂອງ​ທູດ​ສະ​ຫວັນ ທີ່​ວ່າ: “ພຣະ​ອົງ​ບໍ່​ຢູ່​ທີ່ນີ້ ພຣະ​ອົງ​ເປັນ​ຄືນ​ມາ​ຈາກ​ຕາຍ​ແລ້ວ” (ມັດທາຍ 28:6).

ຕົວ​ຢ່າງ​ຂອງ​ພຣະ​ອົງ ແມ່ນ​“ເປັນ​ທາງນັ້ນ, ເປັນ​ຄວາມ​ຈິງ, ແລະ ເປັນ​ຊີ​ວິດ” ແທ້ໆ (ໂຢຮັນ 14:6). ພຽງ​ແຕ່​ໂດຍ​ການ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ອົງ​ເທົ່າ​ນັ້ນ ທີ່​ເຮົາ​ຈະ​ສາ​ມາດ​ພົບ​ເຫັນ ສັນ​ຕິ​ສຸກໃນ​ໂລກ​ນີ້, ແລະ ຊີ​ວິດ​ນິ​ລັນ​ດອນໃນ​ໂລກ​ທີ່​ຈະ​ມາ​ເຖິງ” (ເບິ່ງ D&C 59:23). ເມື່ອ​ຂ້າ​ພະ​ເຈົ້າ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ອົງ ແລະ ນຳ​ໃຊ້​ຄຳ​ສອນ​ຂອງ​ພຣະ​ອົງ, ຂ້າ​ພະ​ເຈົ້າ​ຈຶ່ງໄດ້​ຮຽນ​ຮູ້​ດ້ວຍ​ຕົວ​ເອງວ່າ “ຄຳ​ສັນ​ຍາ​ທີ່​ປະ​ເສີດ​ອັນ​ໃຫຍ່​ຫລວງ” (2 ເປໂຕ 1:4) ແຕ່​ລະ​ຢ່າງ​ຂອງ​ພຣະ​ອົງ ເປັນ​ຄວາມ​ຈິງ.

ຄວາມ​ປາດ​ຖະ​ໜາ​ອັນ​ສູງ​ສຸດ​ຂອງ​ຂ້າ​ພະ​ເຈົ້າ ຄື​ທີ່​ຈະ​ຢືນ​ຢູ່​ກັບ​ມໍມອນ ເປັນ​ສາ​ນຸ​ສິດ​ທີ່​ແທ້​ຈິງ ຂອງ​ພຣະ​ເຢຊູ​ຄຣິດ (ເບິ່ງ 3 ນີໄຟ 5:13) ແລະ ໃນ​ມື້​ໜຶ່ງ ໄດ້​ຍິນ​ພຣະ​ອົງ​ກ່າວວ່າ, “ດີ​ແລ້ວ, ຄົນ​ຮັບ​ໃຊ້​ທີ່​ດີ ແລະ ຊື່​ສັດ​ເອີຍ” (ມັດທາຍ 25:21). ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. Lectures on Faith (1985), 69.

  2. Thomas S. Monson, “Choices,” Liahona, May 2016, 86.

  3. Thomas S. Monson, “The Holy Temple—a Beacon to the World,” Liahona, May 2011, 92.

  4. ເບິ່ງ John Stuart Mill, Inaugural Address: Delivered to the University of St. Andrews, Feb. 1, 1867 (1867), 36.