ເອື້ອຍນ້ອງສາມຄົນ
ເຮົາເປັນຜູ້ຮັບຜິດຊອບຕໍ່ ການເປັນສານຸສິດຂອງເຮົາເອງ, ແລະ ມັນບໍ່ມີສ່ວນກ່ຽວຂ້ອງ—ແນວໃດເລີຍ—ກັບວິທີທີ່ຄົນອື່ນເຮັດກັບເຮົາ.
ເອື້ອຍນ້ອງ, ໝູ່ເພື່ອນທີ່ຮັກແພງ, ການເລີ່ມຕົ້ນກອງປະຊຸມໃຫຍ່ສາມັນດ້ວຍພາກສະຕີທົ່ວໂລກ ເປັນສິ່ງທີ່ສຳຄັນ ແລະ ປະເສີດຫລາຍ. ໃຫ້ເຮົາວາດພາບເຫັນວ່າ: ເອື້ອຍນ້ອງໃນທຸກໄວ, ທຸກພາກພື້ນ, ທຸກປະຊາຊາດ, ແລະ ທຸກພາສາ ໄດ້ມາຮ່ວມກັນໃນສັດທາ ແລະ ໃນຄວາມຮັກ ຕໍ່ອົງພຣະເຢຊູຄຣິດເຈົ້າ.
ເມື່ອບໍ່ດົນມານີ້ ພວກເຮົາໄດ້ພົບກັບສາດສະດາທີ່ຮັກແພງຂອງພວກເຮົາ, ປະທານ ທອມມັສ ແອັສ ມອນສັນ, ເພິ່ນໄດ້ບອກວ່າ ເພິ່ນຮັກພຣະຜູ້ເປັນເຈົ້າຫລາຍທີ່ສຸດ. ແລະ ຂ້າພະເຈົ້າຮູ້ວ່າ ປະທານມອນສັນ ກະຕັນຍູຫລາຍສຳລັບຄວາມຮັກ, ການອະທິຖານ, ແລະ ຄວາມອຸທິດຕົນຂອງທ່ານ ທີ່ມີຕໍ່ພຣະຜູ້ເປັນເຈົ້າ.
ດົນນານມາແລ້ວ ຢູ່ໃນແຜ່ນດິນທີ່ຫ່າງໄກ ມີຄອບຄົວໜຶ່ງ ທີ່ມີເອື້ອຍນ້ອງຢູ່ດ້ວຍກັນສາມຄົນ.
ເອື້ອຍນ້ອງຄົນທີໜຶ່ງເປັນຄົນ ໂສກເສົ້າ. ທຸກສິ່ງຈາກດັງ, ຈາກຄາງ, ແລະ ຈາກຜິວໜັງຂອງນາງ ຈົນເຖິງດິ້ວຕີນ ເບິ່ງຄືວ່າ ບໍ່ດີພໍສຳລັບນາງ. ເມື່ອນາງເວົ້າ, ບາງເທື່ອ ບາງຄຳກໍອອກມາແບບເຂີນໆ, ແລະ ຜູ້ຄົນກໍຫົວ. ເມື່ອບາງຄົນເວົ້າວິຈານນາງ ຫລື “ລືມ” ເຊື້ອເຊີນນາງໄປຮ່ວມບາງສິ່ງ, ນາງຈະໜ້າແດງ, ແລະ ຍ່າງໜີ, ແລະ ໄປຫາບ່ອນລີ້ລັບ ບ່ອນທີ່ນາງໄດ້ປ່ອຍຄວາມໂສກເສົ້າອອກມາ ແລະ ສົງໄສວ່າເປັນຫຍັງຊີວິດຂອງນາງຈຶ່ງເປົ່າປ່ຽວ ແລະ ໂສກເສົ້າຫລາຍແທ້.
ເອື້ອຍນ້ອງຄົນທີສອງເປັນຄົນ ໃຈຮ້າຍ. ນາງໄດ້ຄິດກ່ຽວກັບຕົນເອງວ່າເປັນຄົນສະຫລາດ, ແຕ່ຍັງມີຄົນອື່ນທີ່ໄດ້ຄະແນນສູງກວ່ານາງ ຕອນສອບເສັງຢູ່ໂຮງຮຽນ. ນາງຄິດວ່າຕົນເອງເປັນຄົນຕະຫລົກ, ຈົບງາມ, ນຸ່ງຖືທັນສະໄໝ, ແລະ ຊວນໃຫ້ຫລົງໄຫລ. ແຕ່ກໍຍັງມີຄົນອື່ນອີກທີ່ຕະຫລົກກວ່າ, ຈົບງາມກວ່າ, ນຸ່ງຖືທັນສະໄໝກວ່າ, ແລະ ຊວນໃຫ້ຫລົງໄຫລກວ່າ.
ນາງບໍ່ເຄີຍຢູ່ໃນອັນດັບໜຶ່ງໃນສິ່ງໃດເລີຍ ແລະ ນາງທົນກັບສິ່ງນີ້ບໍ່ໄດ້. ຊີວິດບໍ່ຄວນເປັນແບບນີ້ເລີຍ!
ບາງເທື່ອ ນາງໄດ້ເວົ້າໃຫ້ຄົນອື່ນ, ແລະ ເບິ່ງຄືວ່າ ຕະຫລອດເວລາ ນາງເກືອບເຖິງຈຸດໃຈຮ້າຍທີ່ສຸດ ຖ້າບໍ່ແມ່ນນຳສິ່ງໃດ ກໍແມ່ນນຳອີກສິ່ງໜຶ່ງ.
ແນ່ນອນ, ສິ່ງນີ້ບໍ່ໄດ້ຊ່ວຍໃຫ້ຄົນອື່ນມາຮັກແພງ ນາງ ຫລື ເປັນທີ່ນິຍົມເລີຍ. ບາງເທື່ອ ນາງໄດ້ຂົບແຂ້ວຄ້ຽວຟັນ, ກຳ ກຳປັ້ນ, ແລະ ຄິດວ່າ, “ຊີວິດບໍ່ຍຸດຕິທຳ!”
ແລ້ວກໍມີເອື້ອຍນ້ອງຄົນທີສາມ. ບໍ່ຄືກັນກັບເອື້ອຍນ້ອງຜູ້ທີ່ໂສກເສົ້າ ແລະ ໃຈຮ້າຍ, ນາງເປັນຄົນ—ທີ່, ເບີກບານ. ແລະ ມັນບໍ່ໄດ້ເປັນເພາະວ່ານາງເປັນຄົນສະຫລາດກວ່າ ຫລື ງາມກວ່າ ຫລື ມີຄວາມສາມາດຫລາຍກວ່າ ພວກເອື້ອຍຂອງນາງ. ບາງເທື່ອຜູ້ຄົນກໍບໍ່ສົນໃຈນາງຄືກັນ. ບາງເທື່ອຜູ້ຄົນໄດ້ຫົວເຍາະເຍີ້ຍສິ່ງທີ່ນາງນຸ່ງຖື ຫລື ສິ່ງທີ່ນາງໄດ້ເວົ້າອອກມາ. ບາງເທື່ອ ພວກເຂົາໄດ້ເວົ້າຄຳຫຍາບຄາຍຕໍ່ນາງ ຫລື ກ່ຽວກັບນາງ. ແຕ່ນາງບໍ່ໄດ້ປ່ອຍໃຫ້ສິ່ງເຫລົ່ານັ້ນມາລົບກວນນາງ.
ນາງຜູ້ນີ້ມັກຮ້ອງເພງ. ນາງບໍ່ມີສຽງທີ່ມ່ວນອອນຊອນ, ແລະ ຜູ້ຄົນໄດ້ຫົວຂວັນນາງຕອນນາງຮ້ອງ, ແຕ່ກໍບໍ່ໄດ້ຢຸດນາງຈາກການຮ້ອງເພງ. ນາງໄດ້ເວົ້າວ່າ, “ເຮົາຊິບໍ່ປ່ອຍໃຫ້ຄຳຕິຊົມຂອງຄົນອື່ນ ຢຸດຢັ້ງເຮົາຈາກການຮ້ອງເພງ!”
ເປັນຍ້ອນການຮ້ອງເພງຂອງນາງນີ້ແຫລະ ທີ່ເຮັດໃຫ້ເອື້ອຍຄົນທີໜຶ່ງໂສກເສົ້າ ແລະ ເອື້ອຍຄົນທີສອງຂອງນາງ ໃຈຮ້າຍ.
ຫລາຍໄປໄດ້ຜ່ານໄປ, ແລະ ໃນທີ່ສຸດ ເອື້ອຍນ້ອງແຕ່ລະຄົນ ກໍໄດ້ໄປເຖິງບັ້ນປາຍຊີວິດຢູ່ໃນໂລກນີ້.
ເອື້ອຍນ້ອງຄົນທີໜຶ່ງ ຜູ້ຄົ້ນພົບເທື່ອແລ້ວເທື່ອອີກວ່າ ມີແຕ່ຄວາມຜິດຫວັງໃນຊີວິດ, ໃນທີ່ສຸດກໍໄດ້ຕາຍໄປດ້ວຍຄວາມ ໂສກເສົ້າ.
ຄົນທີສອງ, ຜູ້ທີ່ທຸກມື້ພົບເຫັນແຕ່ບາງສິ່ງໃໝ່ໃຫ້ບໍ່ພໍໃຈ, ໄດ້ຕາຍໄປດ້ວຍຄວາມ ໃຈຮ້າຍ.
ແລະ ເອື້ອຍນ້ອງຄົນທີສາມ ຜູ້ໄດ້ໃຊ້ຊີວິດຮ້ອງເພງຈົນສຸດພະລັງຂອງນາງ ດ້ວຍຄວາມໝັ້ນໃຈຢູ່ເທິງໃບໜ້າຂອງນາງ, ໄດ້ຕາຍໄປດ້ວຍຄວາມ ເບີກບານ.
ແນ່ນອນ, ຊີວິດຈະບໍ່ງ່າຍສະເໝີໄປ, ແລະ ຜູ້ຄົນກໍບໍ່ມີ ມິຕິດຽວແບບເອື້ອຍນ້ອງສາມຄົນ ຢູ່ໃນເລື່ອງນີ້. ແຕ່ຕົວຢ່າງອັນສຸດຂີດທີ່ກ່າວມານັ້ນ ສາມາດສອນເຮົາບາງສິ່ງກ່ຽວກັບຕົວເຮົາເອງໄດ້. ຖ້າຫາກທ່ານເປັນຄືກັນກັບພວກເຮົາສ່ວນຫລາຍ, ທ່ານອາດຮູ້ຈັກພາກສ່ວນໃດໜຶ່ງໃນຕົວທ່ານວ່າຄືກັນກັບເອື້ອຍນ້ອງໜຶ່ງຄົນ, ສອງຄົນ, ຫລື ອາດຄືທັງສາມເອື້ອຍນ້ອງເຫລົ່ານັ້ນ. ໃຫ້ເຮົາມາເບິ່ງແຕ່ລະຄົນຢ່າງໃກ້ໆ.
ຜູ້ຮັບເຄາະ
ເອື້ອຍນ້ອງຄົນທຳອິດເຫັນຕົວເອງວ່າເປັນຜູ້ຮັບເຄາະ—ເປັນຄົນທີ່ຖືກກະທຳຕໍ່.1 ເບິ່ງຄືວ່າ ສິ່ງໃດສິ່ງໜຶ່ງຈະເກີດຂຶ້ນສະເໝີ ເພື່ອເຮັດໃຫ້ນາງໂສກເສົ້າ. ເມື່ອຄິດກັບຊີວິດໃນແບບນີ້, ນາງໄດ້ຍອມໃຫ້ຄົນອື່ນຄວບຄຸມຄວາມຮູ້ສຶກ ແລະ ການປະພຶດຂອງນາງ. ເມື່ອເຮົາເຮັດແບບນີ້, ເຮົາໄດ້ຖືກພັດໄປຕາມລົມປາກຂອງຜູ້ຄົນ—ແລະ ໃນຍຸກນີ້ ທີ່ມີການສື່ສານໃນສັງຄົມຫລາຍ, ລົມປາກເຫລົ່ານັ້ນ ກາຍເປັນລົມພະຍຸໃຫຍ່ ທີ່ຮ້າຍແຮງ.
ເອື້ອຍນ້ອງທີ່ຮັກແພງ, ເປັນຫຍັງເຮົາຈຶ່ງຈະຍອມສະລະຄວາມສຸກຂອງເຮົາໃຫ້ກັບຄົນອື່ນ, ຫລື ໃຫ້ກຸ່ມໃດໜຶ່ງ, ຜູ້ບໍ່ສົນໃຈເຮົາ—ຫລື ສົນໃຈກັບຄວາມສຸກຂອງເຮົາເລີຍ?
ຖ້າຫາກທ່ານພົບເຫັນຕົນເອງເປັນຫ່ວງກັບສິ່ງທີ່ຄົນອື່ນເວົ້າກ່ຽວກັບທ່ານ, ຂ້າພະເຈົ້າຂໍແນະນຳຫວ້ານຢານີ້: ຈົ່ງຈື່ຈຳວ່າທ່ານເປັນໃຜ. ຈົ່ງຈື່ຈຳວ່າ ທ່ານເປັນທາຍາດຂອງກະສັດໃນອານາຈັກສະຫວັນຂອງພຣະເຈົ້າ, ເປັນທິດາຂອງພຣະບິດາມານດາເທິງສະຫວັນ, ຜູ້ປົກຄອງຕະຫລອດທົ່ວຈັກກະວານ.
ທ່ານເປັນສາຍເລືອດຂອງພຣະເຈົ້າ. ທ່ານມີຂອງປະທານພິເສດ ນັບແຕ່ວິນຍານຂອງທ່ານຖືກສ້າງຂຶ້ນ ແລະ ໄດ້ຈະເລີນເຕີບໂຕໃນໄລຍະເວລາກ່ອນຊີວິດມະຕະຂອງທ່ານ. ທ່ານເປັນທິດາຂອງພຣະບິດາເທິງສະຫວັນ ທີ່ມີເມດຕາ ແລະ ເປັນນິດຂອງເຮົາ, ຜູ້ຊຶ່ງເປັນຈອມໂຍທາ, ເປັນພຣະຜູ້ສ້າງຈັກກະວານ, ທີ່ໄດ້ກະຈາຍດວງດາວໄວ້ໃນທ້ອງນະພາ, ແລະ ໄດ້ວາງດາວພະເຄາະໄວ້ໃນສະຖານທີ່ວົງຈອນຂອງມັນ.
ທ່ານຢູ່ໃນພຣະຫັດຂອງພຣະອົງ.
ໃນພຣະຫັດທີ່ດີເລີດ.
ໃນພຣະຫັດທີ່ຊົງຮັກ.
ໃນພຣະຫັດທີ່ເປັນຫ່ວງເປັນໃຍ.
ແລະ ບໍ່ມີສິ່ງໃດທີ່ບຸກຄົນໃດເວົ້າກັບທ່ານ ຈະສາມາດປ່ຽນແປງຄວາມຈິງນີ້ໄດ້. ຖ້ອຍຄຳເຫລົ່ານີ້ບໍ່ມີຄ່າຫຍັງເລີຍ ເມື່ອປຽບທຽບໃສ່ກັບພຣະຄຳຂອງພຣະເຈົ້າ ທີ່ໄດ້ກ່າວກ່ຽວກັບທ່ານ.
ທ່ານເປັນທິດາຜູ້ປະເສີດຂອງພຣະອົງ.
ພຣະອົງຮັກທ່ານ.
ແມ່ນແຕ່ຕອນທ່ານສະດຸດລົ້ມ, ແມ່ນແຕ່ຕອນທ່ານຫັນໜີຈາກພຣະອົງ, ພຣະເຈົ້າກໍຍັງຮັກທ່ານຢູ່. ຖ້າຫາກທ່ານຮູ້ສຶກວ່າຕົວເອງຫລົງທາງ, ຖືກປະຖິ້ມ, ຫລື ຖືກລືມ—ຢ່າສູ່ຢ້ານ. ພຣະຜູ້ລ້ຽງທີ່ດີຈະຊອກຫາທ່ານ. ພຣະອົງຈະຍົກທ່ານໃສ່ບ່າຂອງພຣະອົງ. ແລະ ພຣະອົງຈະແບກທ່ານກັບບ້ານ.2
ເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂໍໃຫ້ທ່ານຈົ່ງປ່ອຍໃຫ້ຄວາມຈິງເຫລົ່ານີ້ ແຊກຊຶມເຂົ້າໄປໃນໃຈຂອງທ່ານ. ແລະ ທ່ານຈະພົບວ່າ ມີຫລາຍເຫດຜົນ ທີ່ບໍ່ຄວນໂສກເສົ້າ, ເພາະວ່າທ່ານມີຈຸດໝາຍປາຍທາງນິລັນດອນ ທີ່ທ່ານຕ້ອງບັນລຸ.
ພຣະຜູ້ຊ່ວຍໃຫ້ລອດທີ່ຊົງຮັກຂອງໂລກ ໄດ້ປະທານພຣະຊົນຂອງພຣະອົງເອງ ເພື່ອວ່າເຮົາຈະສາມາດເລືອກເຮັດໃຫ້ຈຸດໝາຍປາຍທາງນັ້ນ ກາຍເປັນຈິງ. ທ່ານໄດ້ຮັບເອົາພຣະນາມຂອງພຣະອົງໄວ້ກັບຕົວເອງ, ທ່ານເປັນສານຸສິດຂອງພຣະອົງ. ແລະ ເປັນເພາະພຣະອົງ, ທ່ານຈຶ່ງສາມາດຮັບເອົາລັດສະໝີພາບນິລັນດອນ.
ຄົນຊັງ
ເອື້ອຍນ້ອງຄົນທີສອງ ເປັນຄົນໃຈຮ້າຍໃຫ້ໂລກ. ຄືກັນກັບເອື້ອຍຂອງນາງທີ່ໂສກເສົ້າ, ນາງຮູ້ສຶກວ່າ ບັນຫາໃນຊີວິດຂອງນາງ ມາຈາກຄົນອື່ນ. ນາງໄດ້ກ່າວໂທດຄອບຄົວ, ໝູ່ເພື່ອນ, ນາຍຈ້າງ ແລະ ເພື່ອນທຳງານ, ຕຳຫລວດ, ເພື່ອນບ້ານ, ຜູ້ນຳໃນສາດສະໜາຈັກ, ການນິຍົມເສື້ອຜ້າໃນປະຈຸບັນ, ແມ່ນແຕ່ໂລກທີ່ຮ້ອນຮົນ, ແລະ ໂຊກຮ້າຍຂອງນາງ. ແລະ ນາງໄດ້ເວົ້າໃຫ້ທຸກຄົນ.
ນາງບໍ່ຄິດວ່າ ຕົວນາງເອງເປັນຄົນຮ້າຍກາດ. ແຕ່ກົງກັນຂ້າມ, ນາງຮູ້ສຶກວ່າ ນາງພຽງແຕ່ປົກປ້ອງຕົວເອງເທົ່ານັ້ນ. ນາງເຊື່ອວ່າ ສ່ວນຄົນອື່ນໆ ຖືກຈູງໃຈໂດຍຄວາມເຫັນແກ່ຕົວ, ໜ້າສົງສານ, ແລະ ກຽດຊັງ. ສ່ວນຕົວນາງແລ້ວ, ນາງຖືກຈູງໃຈໂດຍເຈດຕະນາທີ່ດີ—ຍຸດຕິທຳ, ຄຸນນະທຳ, ແລະ ຄວາມຮັກ.
ເປັນໜ້າເສຍໃຈ ທີ່, ເອື້ອຍນ້ອງຄົນທີ່ໃຈຮ້າຍນີ້ ມີແນວຄິດທີ່ຫລາຍຄົນກໍມີຄືກັນ. ສິ່ງນີ້ໄດ້ຖືກສັງເກດ ໃນການຄົ້ນຄວ້າເມື່ອບໍ່ດົນມານີ້ ທີ່ພົບເຫັນໃນກຸ່ມທີ່ເປັນຄູ່ແຂ່ງ. ໃນພາກສ່ວນໜຶ່ງຂອງການຄົ້ນຄວ້າ, ນັກຄົ້ນຄວ້າໄດ້ສອບຖາມຊາວຟີລິດສະຕິນ ແລະ ຊາວອິດສະຣາເອນ ຢູ່ເຂດຕາເວັນອອກກາງ ແລະ ລະຫວ່າງຝ່າຍພັກສາທາລະນະລັດ ແລະ ຝ່າຍພັກປະຊາທິປະໄຕ ຂອງສະຫະລັດອາເມຣິກາ. ເຂົາເຈົ້າພົບເຫັນວ່າ “ແຕ່ລະຝ່າຍຮູ້ສຶກວ່າ ກຸ່ມຕົວເອງ [ໄດ້] ຖືກຈູງໃຈ ໂດຍຄວາມຮັກ ຫລາຍກວ່າຄວາມກຽດຊັງ, ແຕ່ເມື່ອຖືກຖາມວ່າ ເປັນຫຍັງຄູ່ແຂ່ງຂອງເຂົາເຈົ້າ [ຈຶ່ງ]ມີສ່ວນກ່ຽວຂ້ອງກັບການຂັດແຍ້ງນີ້, [ເຂົາເຈົ້າ] ໄດ້ຊີ້ບອກວ່າເປັນເພາະຄວາມກຽດຊັງ ທີ່ [ຄູ່ແຂ່ງ] ໄດ້ຖືກຈູງໃຈ.”3
ໃນອີກຄຳໜຶ່ງ, ທຸກຝ່າຍກໍຄິດວ່າຕົວເອງເປັນ “ຄົນດີ”—ຍຸດຕິທຳ, ມີເມດຕາ, ແລະ ຊື່ສັດ. ກົງກັນຂ້າມ, ເຂົາເຈົ້າເຫັນຄູ່ແຂ່ງຂອງຕົນວ່າເປັນ “ຄົນຊົ່ວ”—ໂງ່ຈ້າ, ບໍ່ຊື່ສັດ, ແມ່ນແຕ່ຊົ່ວຮ້າຍ.
ໃນປີທີ່ຂ້າພະເຈົ້າເກີດ, ໂລກກຳລັງເຂົ້າສູ່ສົງຄາມອັນຮ້າຍກາດ ທີ່ນຳຄວາມໂສກເສົ້າອັນເຈັບປວດ ແລະ ຄວາມເສຍໃຈອັນສາຫັດມາໃຫ້ໂລກ. ສົງຄາມນີ້ ໄດ້ເກີດຂຶ້ນຈາກປະເທດຂອງຂ້າພະເຈົ້າ—ໂດຍກຸ່ມຜູ້ຄົນທີ່ເຫັນກຸ່ມຄົນອື່ນວ່າ ເປັນຄົນຊົ່ວຮ້າຍ ແລະ ຊັກຊວນຜູ້ຄົນໃຫ້ກຽດຊັງເຂົາເຈົ້າ.
ພວກເຂົາໄດ້ຂ້າຄົນທີ່ພວກເຂົາບໍ່ມັກ. ພວກເຂົາໄດ້ເຮັດໃຫ້ເຂົາເຈົ້າອັບອາຍ ແລະ ເຮັດໃຫ້ຄົນອື່ນເຊື່ອວ່າ ເຂົາເຈົ້າຊົ່ວຮ້າຍ. ພວກເຂົາຖືວ່າເຂົາເຈົ້າຕ່ຳກວ່າ—ແມ່ນແຕ່ຕ່ຳກວ່າມະນຸດ. ເມື່ອທ່ານຫລຸດຊັ້ນກຸ່ມໃດໜຶ່ງລົງ, ສ່ວນຫລາຍແລ້ວ ທ່ານຈະເວົ້າ ແລະ ປະຕິບັດໃນວິທີທີ່ໃຊ້ຄວາມຮຸນແຮງຕໍ່ຕ້ານພວກເຂົາ.
ຂ້າພະເຈົ້າສັ່ນສາຍ ເມື່ອໃດທີ່ຂ້າພະເຈົ້າຄິດກ່ຽວກັບສິ່ງທີ່ໄດ້ເກີດຂຶ້ນໃນສັດຕະວັດທີ 20 ໃນປະເທດເຢຍລະມັນ.
ເມື່ອມີຄົນຂັດຄ້ານ ຫລື ບໍ່ເຫັນດ້ວຍກັບເຮົາ, ເຮົາມັກຈະຄິດວ່າ ຄົງມີບາງສິ່ງທີ່ຜິດປົກກະຕິກັບເຂົາເຈົ້າ. ແລະ ຈາກນັ້ນໄປ ມັນຈະເປັນຂັ້ນຕອນທີ່ງ່າຍໆ ໃນການໂຈມຕີຖ້ອຍຄຳ ແລະ ການກະທຳຂອງເຂົາເຈົ້າ.
ແນ່ນອນ, ເຮົາຕ້ອງຍຶດໝັ້ນໃນສິ່ງທີ່ຖືກຕ້ອງສະເໝີ, ແລະ ຈະມີບາງເວລາ ເມື່ອເຮົາຕ້ອງອອກປາກອອກສຽງ ເພື່ອອຸດົມນັ້ນ. ເຖິງຢ່າງໃດກໍຕາມ, ເມື່ອເຮົາເຮັດເຊັ່ນນັ້ນ ດ້ວຍຄວາມໃຈຮ້າຍ ຫລື ກຽດຊັງ ຢູ່ໃນໃຈ—ເມື່ອເຮົາເວົ້າໃຫ້ຄົນອື່ນ ເພື່ອໃຫ້ເຈັບປວດ, ອັບອາຍ, ຫລື ມິດງຽບ—ເຮົາບໍ່ໄດ້ເຮັດໄປໃນທາງທີ່ຊອບທຳ.
ພຣະຜູ້ຊ່ວຍໃຫ້ລອດໄດ້ສອນຫຍັງແດ່?
“ເຮົາບອກເຈົ້າທັງຫລາຍວ່າ, ຈົ່ງຮັກສັດຕູຂອງເຈົ້າ, ຈົ່ງໃຫ້ພອນແກ່ຄົນທີ່ປ້ອຍດ່າເຈົ້າ, ຈົ່ງເຮັດດີຕໍ່ຜູ້ທີ່ກຽດຊັງເຈົ້າ, ແລະ ອະທິຖານເພື່ອຜູ້ທີ່ໃຊ້ເຈົ້າຢ່າງໝິ່ນປະໝາດ ແລະ ຂົ່ມເຫັງເຈົ້າ;
“ເພື່ອວ່າເຈົ້າຈະໄດ້ເປັນລູກຂອງພຣະບິດາ ຜູ້ປະທັບຢູ່ໃນສະຫວັນ.”4
ນີ້ຄືທາງຂອງພຣະຜູ້ຊ່ວຍໃຫ້ລອດ. ມັນເປັນຂັ້ນຕອນທຳອິດ ທີ່ພັງສິ່ງກີດກັນລົງ ອັນທີ່ກໍ່ໃຫ້ເກີດຄວາມໃຈຮ້າຍ, ຄວາມກຽດຊັງ, ຄວາມແຕກແຍກ, ແລະ ຄວາມຮຸນແຮງ ຢູ່ໃນໂລກ.
“ແມ່ນແລ້ວ,” ທ່ານອາດກ່າວ, “ຂ້ານ້ອຍຈະເຕັມໃຈຮັກສັດຕູຂອງຂ້ານ້ອຍ—ຖ້າຫາກເຂົາຈະເຮັດຄືກັນ.”
ແຕ່ສິ່ງນີ້ບໍ່ສຳຄັນ, ແມ່ນບໍ? ເຮົາເປັນຜູ້ຮັບຜິດຊອບຕໍ່ ການເປັນສານຸສິດຂອງເຮົາເອງ, ແລະ ມັນບໍ່ມີສ່ວນກ່ຽວຂ້ອງ—ແນວໃດເລີຍ—ກັບວິທີທີ່ຄົນອື່ນເຮັດກັບເຮົາ. ເຮົາຫວັງຢ່າງແນ່ນອນວ່າ ຄົນອື່ນຈະເຂົ້າໃຈ ແລະ ມີໃຈເພື່ອແຜ່ຕໍ່ເຮົາ, ແຕ່ຄວາມຮັກຂອງເຮົາສຳລັບ ເຂົາ ບໍ່ໄດ້ຂຶ້ນກັບຄວາມຮູ້ສຶກຂອງເຂົາທີ່ມີຕໍ່ ເຮົາ.
ບາງທີຄວາມພະຍາຍາມຂອງເຮົາທີ່ຈະຮັກສັດຕູຂອງເຮົາ ຈະເຮັດໃຫ້ໃຈຂອງເຂົາອ່ອນລົງ ແລະ ເປັນອິດທິພົນຕໍ່ເຂົາ ໄປໃນທາງດີ. ບາງທີມັນຈະບໍ່ເປັນແບບນັ້ນ. ແຕ່ມັນຈະບໍ່ປ່ຽນຄວາມຕັ້ງໃຈຂອງເຮົາທີ່ຈະຕິດຕາມພຣະເຢຊູຄຣິດ.
ສະນັ້ນ, ໃນຖານະທີ່ເປັນສະມາຊິກຂອງສາດສະໜາຈັກຂອງພຣະຄຣິດ, ເຮົາຈະຮັກສັດຕູຂອງເຮົາ.
ເຮົາຈະເອົາຊະນະຄວາມໃຈຮ້າຍ ແລະ ຄວາມກຽດຊັງ.
ເຮົາຈະເຮັດໃຫ້ໃຈຂອງເຮົາເຕັມໄປດ້ວຍຄວາມຮັກຕໍ່ລູກໆທຸກຄົນຂອງພຣະເຈົ້າ.
ເຮົາຈະເອື້ອມອອກໄປຫາຄົນອື່ນ ເພື່ອໃຫ້ພອນ ແລະ ປະຕິບັດຕໍ່ເຂົາເຈົ້າ—ແມ່ນແຕ່ຄົນທີ່ອາດ“ໝິ່ນປະໝາດ [ເຮົາ] ແລະ ຂົ່ມເຫັງ [ເຮົາ].”5
ສານຸສິດທີ່ແທ້ຈິງ
ເອື້ອຍນ້ອງຄົນທີສາມ ເປັນຕົວແທນໃຫ້ແກ່ສານຸສິດທີ່ແທ້ຈິງຂອງພຣະເຢຊູຄຣິດ. ນາງໄດ້ເຮັດບາງສິ່ງທີ່ເຮັດຍາກທີ່ສຸດ—ນາງໄດ້ໄວ້ວາງໃຈໃນພຣະເຈົ້າ ແມ່ນແຕ່ຕອນຖືກເຍາະເຍີ້ຍ ແລະ ຕອນຫຍຸ້ງຍາກ. ດ້ວຍວິທີໃດວິທີໜຶ່ງ ນາງໄດ້ຍຶດໝັ້ນໃນສັດທາ ແລະ ຄວາມຫວັງຂອງນາງ, ເຖິງແມ່ນຈະຖືກດູຖູກ ແລະ ຖາກຖາງ ກໍຕາມ. ນາງໄດ້ດຳລົງຊີວິດດ້ວຍຄວາມສະໜຸກສະໜານ ບໍ່ແມ່ນເປັນເພາະສະພາບແວດລ້ອມຂອງນາງ ເປັນໜ້າສະໜຸມສະໜານ, ແຕ່ເປັນເພາະ ນາງ ເປັນຄົນສະໜຸກສະໜານ.
ບໍ່ມີຄົນໃດໃນພວກເຮົາທີ່ເດີນໄປໃນເສັ້ນທາງຊີວິດ ໂດຍປາດສະຈາກການຕໍ່ຕ້ານ. ໂດຍທີ່ມີພະລັງຢ່າງຫລວງຫລາຍ ທີ່ພະຍາຍາມດຶງດູດເຮົາອອກໄປ, ແລ້ວເຮັດແນວໃດ ເຮົາຈຶ່ງຈະສາມາດຍຶດໝັ້ນຢູ່ທີ່ຄວາມສຸກອັນຮຸ່ງເຫລື້ອມ ຊຶ່ງສັນຍາແກ່ຄົນຊື່ສັດ?
ຂ້າພະເຈົ້າເຊື່ອວ່າ ຄຳຕອບມີຢູ່ໃນຄວາມຝັນຂອງສາດສະດາ ເມື່ອຫລາຍພັນປີກ່ອນ. ສາດສະດາທີ່ຊື່ ລີໄຮ, ແລະ ຄວາມຝັນຂອງເພິ່ນ ໄດ້ຖືກບັນທຶກໄວ້ ຢູ່ໃນພຣະຄຳພີມໍມອນ ທີ່ມີຄ່າ ແລະ ດີເລີດນັ້ນ.
ໃນຄວາມຝັນຂອງເພິ່ນ, ລີໄຮໄດ້ເຫັນທົ່ງອັນກວ້າງໄຫຍ່, ແລະ ໃນນັ້ນ, ມີຕົ້ນໄມ້ທີ່ສວຍງາມທີ່ສຸດ ເກີນກວ່າຈະພັນລະນາໄດ້. ເພິ່ນກໍໄດ້ເຫັນຄົນກຸ່ມໃຫຍ່ໜຶ່ງອີກ, ກຳລັງເດີນທາງມາຫາຕົ້ນໄມ້. ພວກເຂົາຢາກຊີມໝາກໄມ້ທີ່ມີຄ່ານັ້ນ. ພວກເຂົາຮູ້ສຶກ ແລະ ໄວ້ວາງໃຈວ່າ ມັນຈະນຳຄວາມສຸກແລະ ຄວາມສະຫງົບມາໃຫ້.
ມີເສັ້ນທາງແຄບເສັ້ນໜຶ່ງທີ່ພາໄປຫາຕົ້ນໄມ້, ແລະ ຢູ່ໃນເສັ້ນທາງກໍມີຮາວເຫລັກ ທີ່ຊ່ວຍພວກເຂົາໃຫ້ຢູ່ໃນເສັ້ນທາງ. ແຕ່ມັນກໍມີໝອກແຫ່ງຄວາມມືດນຳອີກ ທີ່ບັງຕາ ແລະ ປົກຄຸມເສັ້ນທາງ ແລະ ຕົ້ນໄມ້. ແລະ ອັນຕະລາຍຍິ່ງໄປກວ່ານັ້ນ ແມ່ນສຽງຫົວ ແລະ ຄຳເວົ້າເຍາະເຍີ້ຍ ທີ່ມາຈາກອາຄານໃຫຍ່ ແລະ ກວ້າງຂວາງ ທີ່ຢູ່ໃກ້ນັ້ນ. ບໍ່ນຶກບໍ່ຝັນທີ່, ຄຳເວົ້າເຍາະເຍີ້ຍເຫລົ່ານັ້ນ ໄດ້ເຮັດໃຫ້ຫລາຍຄົນຜູ້ໄດ້ໄປເຖິງຕົ້ນໄມ້ ແລະ ໄດ້ຊີມໝາກໄມ້ທີ່ປະເສີດແລ້ວ ເລີ່ມຕົ້ນຮູ້ສຶກອັບອາຍ ແລະ ໄດ້ເດີນໜີໄປ.6
ບາງທີພວກເຂົາອາດເລີ່ມສົງໄສວ່າ ຕົ້ນໄມ້ບໍ່ສວຍງາມເລີຍດັ່ງທີ່ພວກເຂົາຄິດ. ບາງທີພວກເຂົາເລີ່ມມີຄຳຖາມ ກ່ຽວກັບຄວາມຈິງແທ້ຂອງປະສົບການທີ່ພວກເຂົາມີ.
ບາງທີພວກເຂົາອາດຄິດວ່າ ຖ້າຫາກພວກເຂົາໜີໄປຈາກຕົ້ນໄມ້, ຊີວິດຈະງ່າຍຂຶ້ນ. ບາງທີພວກເຂົາຈະບໍ່ຖືກເຍາະເຍີ້ຍ ຫລື ຖືກຫົວຂວັນ ອີກຕໍ່ໄປ.
ແລະ ຕາມຈິງແລ້ວ, ຜູ້ຄົນທີ່ເຍາະເຍີ້ຍພວກເຂົາ ເບິ່ງຄືວ່າເປັນຄົນມີຄວາມສຸກ ແລະ ກຳລັງມ່ວນຊື່ນຢູ່. ສະນັ້ນບາງທີຖ້າຫາກພວກເຂົາປະຖິ້ມຕົ້ນໄມ້, ພວກເຂົາຈະຖືກຕ້ອນຮັບ ເຂົ້າເປັນພັກພວກດຽວກັນ ຂອງອາຄານໃຫຍ່ ແລະ ກວ້າງຂວາງນັ້ນ ແລະ ຖືກສັນລະເສີນສຳລັບການຕັດສິນໃຈ, ຄວາມຮູ້ແຈ້ງ, ແລະ ການມີປະສົບການໃນຊີວິດຫລາຍຂອງພວກເຂົາ.
ຈົ່ງຢູ່ໃນເສັ້ນທາງ
ເອື້ອຍນ້ອງແລະ ໝູ່ເພື່ອນທີ່ຮັກແພງທັງຫລາຍ, ຖ້າຫາກທ່ານພົບວ່າ ມັນເປັນສິ່ງຫຍຸ້ງຍາກຫລາຍທີ່ຈະຍຶດຮາວເຫລັກໄວ້ໃຫ້ໝັ້ນ ແລະ ເດີນໄປຢ່າງຊື່ຕົງ ມຸ້ງໜ້າໄປຫາຄວາມລອດ; ຖ້າຫາກສຽງຫົວ ແລະ ຄຳເວົ້າເຍາະເຍີ້ຍຂອງຄົນອື່ນ ຜູ້ເບິ່ງຄືວ່າ ມີຄວາມໝັ້ນໃຈແທ້ໆ ເຮັດໃຫ້ທ່ານຫວັ່ນໄຫວ, ຖ້າຫາກທ່ານບໍ່ສະບາຍໃຈ ເພາະບໍ່ໄດ້ຮັບຄຳຕອບ ຫລື ເພາະຄຳສອນທີ່ທ່ານບໍ່ເຂົ້າໃຈເທື່ອ, ຖ້າຫາກທ່ານຮູ້ສຶກໂສກເສົ້າ ເພາະຄວາມຜິດຫວັງ, ຂ້າພະເຈົ້າຂໍໃຫ້ທ່ານຈົ່ງຈື່ຈຳຄວາມຝັນຂອງລີໄຮ.
ຈົ່ງຢູ່ໃນເສັ້ນທາງ.
ຢ່າປ່ອຍຮາວເຫລັກ—ພຣະຄຳຂອງພຣະເຈົ້າ.
ແລະ ເມື່ອຄົນໃດພະຍາຍາມເຮັດໃຫ້ທ່ານອັບອາຍ ເພາະການຮັບສ່ວນທີ່ເປັນຄວາມຮັກຂອງພຣະເຈົ້າ, ຢ່າຫົວຊາພວກເຂົາເລີຍ.
ຢ່າລືມວ່າ ທ່ານເປັນລູກຂອງພຣະເຈົ້າ; ພຣະພອນເຝົ້າຄອຍລໍຖ້າ, ຫາກເຮົາຮຽນເຮັດຕາມພຣະບັນຊາ ຈະໄດ້ຢູ່ກັບພຣະອົງອີກ!7
ຄຳສັນຍາທີ່ໂລກບອກວ່າຈະສັນລະເສີນ ແລະ ຮັບຕ້ອນເຮົານັ້ນ ເພິ່ງອາໄສບໍ່ໄດ້, ບໍ່ຈິງ, ແລະ ໃນທີ່ສຸດ ບໍ່ເປັນທີ່ພໍໃຈ. ຄຳສັນຍາຂອງພຣະເຈົ້າ ເປັນສິ່ງແນ່ນອນ, ຈິງແທ້, ແລະ ປິຕິຍິນດີ—ໃນເວລານີ້ ແລະ ຕະຫລອດການ.
ຂ້າພະເຈົ້າຂໍເຊື້ອເຊີນທ່ານ ໃຫ້ພິຈາລະນາສາດສະໜາ ແລະ ສັດທາ ຈາກມຸມມອງທີ່ສູງກວ່າ. ບໍ່ມີສິ່ງໃດທີ່ອາຄານໃຫຍ່ ແລະ ກວ້າງຂວາງສາມາດມອບໃຫ້ ທີ່ສາມາດປຽບທຽບໄດ້ເທົ່າກັບໝາກໄມ້ຂອງການດຳລົງຊີວິດຕາມພຣະກິດຕິຄຸນຂອງພຣະເຢຊູຄຣິດໄດ້.
ແນ່ນອນ, “ສິ່ງທີ່ຕາບໍ່ເຫັນ, ຫູບໍ່ໄດ້ຍິນ, ແລະ ສິ່ງທີ່ມະນຸດຄິດບໍ່ອອກ ແມ່ນສິ່ງນັ້ນແຫລະ ທີ່ພຣະເຈົ້າໄດ້ຈັດຕຽມໄວ້ ໃຫ້ແກ່ຄົນທັງຫລາຍທີ່ຮັກພຣະອົງ.”8
ຂ້າພະເຈົ້າໄດ້ຮຽນຮູ້ດ້ວຍຕົວເອງ ວ່າເສັ້ນທາງຂອງການເປັນສານຸສິດ ໃນພຣະກິດຕິຄຸນຂອງພຣະເຢຊູຄຣິດ ເປັນທາງທີ່ພາໄປສູ່ຄວາມຊື່ນຊົມ. ມັນເປັນທາງທີ່ພາໄປສູ່ຄວາມປອດໄພ ແລະ ສັນຕິສຸກ. ມັນເປັນທາງທີ່ພາໄປສູ່ຄວາມຈິງ.
ຂ້າພະເຈົ້າເປັນພະຍານວ່າ ໂດຍຂອງປະທານ ແລະ ອຳນາດຂອງພຣະວິນຍານບໍລິສຸດ, ທ່ານສາມາດຮຽນຮູ້ເຖິງເລື່ອງນີ້ດ້ວຍຕົວເອງ.
ໃນເວລາດຽວກັນ, ຖ້າຫາກເສັ້ນທາງກັບຫຍຸ້ງຍາກສຳລັບທ່ານ, ຂ້າພະເຈົ້າຫວັງວ່າ ທ່ານຈະພົບບ່ອນຫລົບໄພ ແລະ ໄດ້ຮັບຄວາມເຂັ້ມແຂງຢູ່ໃນອົງການທີ່ດີເລີດຂອງສາດສະໜາຈັກ—ປະຖົມໄວ, ຍິງໜຸ່ມ, ແລະ ສະມາຄົມສະຕີສົງເຄາະ. ອົງການເຫລົ່ານີ້ເປັນປ້າຍຊີ້ບອກທາງ, ໃນບ່ອນທີ່ຊ່ວຍທ່ານໃຫ້ໝັ້ນໃຈຫລາຍຂຶ້ນ ແລະ ມີສັດທາໃນການເດີນທາງຕໍ່ໄປ. ອົງການເຫລົ່ານີ້ ເປັນບ້ານທີ່ປອດໄພ, ບ່ອນທີ່ທ່ານຈະຮູ້ສຶກເປັນພາກສ່ວນ ແລະ ໄດ້ຮັບກຳລັງໃຈຈາກເອື້ອຍນ້ອງ ແລະ ເພື່ອນສານຸສິດດ້ວຍກັນ.
ສິ່ງທີ່ພວກເຈົ້າໄດ້ຮຽນໃນຊັ້ນປະຖົມໄວ ຈະຕຽມພວກເຈົ້າສຳລັບຄວາມຈິງເພີ່ມເຕີມ ທີ່ພວກເຈົ້າຈະໄດ້ຮຽນຢູ່ຊັ້ນຍິງໜຸ່ມ. ເສັ້ນທາງຂອງການເປັນສານຸສິດ ທີ່ພວກເຈົ້າໄດ້ເດີນໄປໃນຊັ້ນຍິງໜຸ່ມ ຈະນຳພາພວກເຈົ້າໄປຫາການເປັນເພື່ອນ ແລະ ເປັນເອື້ອຍນ້ອງຂອງສະມາຄົມສະຕີສົງເຄາະ. ດ້ວຍແຕ່ລະບາດກ້າວໃນເສັ້ນທາງ, ທ່ານໄດ້ຮັບໂອກາດເພີ່ມເຕີມ ທີ່ຈະສະແດງຄວາມຮັກຂອງທ່ານຕໍ່ຄົນອື່ນ ຜ່ານທາງການກະທຳ ທີ່ເຫັນອົກເຫັນໃຈດ້ວຍສັດທາ, ຄວາມໃຈບຸນ, ຄຸນນະທຳ, ແລະ ການຮັບໃຊ້.
ການເລືອກເສັ້ນທາງແຫ່ງການເປັນສານຸສິດນີ້ ຈະນຳໄປສູ່ຄວາມສຸກ ແລະ ຄວາມເພິ່ງພໍໃຈ ຂອງທຳມະຊາດແຫ່ງສະຫວັນຂອງທ່ານ.
ມັນບໍ່ເປັນເລື່ອງງ່າຍ. ມັນຈະຮຽກຮ້ອງຄວາມສາມາດທັງໝົດຂອງທ່ານ—ຄວາມຮູ້ແຈ້ງ, ສັດທາ, ຄຸນນະທຳ, ພະລັງ, ຄວາມຕັ້ງໃຈ, ແລະ ຄວາມຮັກທັງໝົດຂອງທ່ານ. ແຕ່ມື້ໜຶ່ງທ່ານຈະຫວນຄິດຄືນຫລັງເບິ່ງຄວາມພະຍາຍາມຂອງທ່ານ, ແລະ ໂອ້, ທ່ານຈະມີຄວາມກະຕັນຍູຫລາຍຂະໜາດໃດ ທີ່ທ່ານໄດ້ຍຶດໝັ້ນ, ທີ່ທ່ານບໍ່ໄດ້ໜີໄປຈາກເສັ້ນທາງ.
ຈົ່ງດຳເນີນຕໍ່ໄປ
ອາດມີຫລາຍສິ່ງກ່ຽວກັບຊີວິດທີ່ເກີນກວ່າທ່ານຈະຄວບຄຸມໄດ້. ແຕ່ໃນທີ່ສຸດ, ທ່ານຈະມີພະລັງທີ່ຈະເລືອກທັງຈຸດໝາຍປາຍທາງ ແລະ ປະສົບການຂອງທ່ານ ຢູ່ໃນເສັ້ນທາງ. ມັນບໍ່ໄດ້ກ່ຽວຂ້ອງກັບຄວາມສາມາດຂອງທ່ານ, ແຕ່ແມ່ນການເລືອກທີ່ສ້າງຄວາມແຕກຕ່າງໃນຊີວິດຂອງທ່ານ.9
ຢ່າປ່ອຍໃຫ້ສະພາບການເຮັດໃຫ້ທ່ານໂສກເສົ້າ.
ຢ່າປ່ອຍໃຫ້ມັນເຮັດໃຫ້ທ່ານໃຈຮ້າຍ.
ທ່ານສາມາດປິຕິຍິນດີ ທີ່ທ່ານເປັນທິດາຂອງພຣະເຈົ້າ. ທ່ານສາມາດພົບຄວາມຊື່ນຊົນ ແລະ ຄວາມສຸກໄດ້ ໃນພຣະຄຸນຂອງພຣະເຈົ້າ ແລະ ໃນຄວາມຮັກຂອງພຣະເຢຊູຄຣິດ.
ທ່ານສາມາດເບີກບານໄດ້.
ຂ້າພະເຈົ້າຂໍຊັກຊວນທ່ານ ຈົ່ງເຮັດໃຫ້ໃຈຂອງທ່ານເຕັມໄປດ້ວຍຄວາມກະຕັນຍູສຳລັບພຣະກະລຸນາທິຄຸນຢ່າງລົ້ນເຫລືອ ແລະ ບໍ່ມີຂອບເຂດຂອງພຣະເຈົ້າ. ເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ທ່ານສາມາດເຮັດສິ່ງນີ້ໄດ້! ຂ້າພະເຈົ້າອະທິຖານດ້ວຍສຸດຈິດສຸດໃຈວ່າ ທ່ານຈະເລືອກທີ່ຈະກ້າວເດີນຕໍ່ໄປ ມຸ້ງໜ້າໄປຫາຕົ້ນໄມ້ແຫ່ງຊີວິດ. ຂ້າພະເຈົ້າອະທິຖານວ່າ ທ່ານຈະເລືອກທີ່ຈະເປັ່ງສຽງ ເຮັດໃຫ້ຊີວິດຂອງທ່ານ ເປັນສຽງເພງສັນລະເສີນ, ປິຕິຍິນດີ ໃນສິ່ງທີ່ເປັນຄວາມຮັກຂອງພຣະເຈົ້າ, ໃນຄວາມມະຫັດສະຈັນ ຂອງສາດສະໜາຈັກ,ແລະ ພຣະກິດຕິຄຸນຂອງພຣະເຢຊູຄຣິດ ສາມາດນຳມາໃຫ້ແກ່ໂລກ.
ເພງແຫ່ງການເປັນສານຸສິດທີ່ແທ້ຈິງ ອາດບໍ່ມ່ວນອອນຊອນ ຫລື ແມ່ນແຕ່ດັງເກີນໄປສຳລັບບາງຄົນ. ມັນກໍເປັນແບບນີ້ມາແຕ່ດຶກດຳບັນແລ້ວ.
ແຕ່ຕໍ່ພຣະບິດາເທິງສະຫວັນຂອງເຮົາ ແລະ ຕໍ່ຄົນທີ່ຮັກ ແລະ ໃຫ້ກຽດພຣະອົງ, ມັນເປັນເພງທີ່ມີຄ່າປະເສີດລ້ຳ ແລະ ສວຍງາມທີ່ສຸດ—ເລິກຊຶ້ງ ແລະ ສັກສິດເຖິງຄວາມຮັກທີ່ໄຖ່ ແລະ ການຮັບໃຊ້ຕໍ່ພຣະເຈົ້າ ແລະ ເພື່ອນມະນຸດ.10
ຂ້າພະເຈົ້າຂໍມອບພອນໃຫ້ແກ່ທ່ານ ໃນຖານະທີ່ເປັນອັກຄະສາວົກຄົນໜຶ່ງຂອງພຣະຜູ້ເປັນເຈົ້າ ວ່າທ່ານຈະພົບຄວາມເຂັ້ມແຂງ ແລະ ກ້າຫານ ແລະ ເຕີບໂຕດ້ວຍຄວາມປິຕິຍິນດີໃນຖານະທີ່ເປັນທິດາຂອງພຣະເຈົ້າ ໃນຂະນະທີ່ເດີນໄປທຸກວັນດ້ວຍຄວາມເຕັມໃຈ ໃນເສັ້ນທາງທີ່ຮຸ່ງເຫລື້ອມ ຂອງການເປັນສານຸສິດ. ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.