​2010–2019
ການກັບໃຈເປັນເລື່ອງບວກສະເໝີ
ເດືອນ​ຕຸລາ 2017


2:3

ການກັບໃຈ​ເປັນເລື່ອງ​ບວກສະເໝີ

ໃນເວລາທີ່​ເຮົາເລີ່ມເດີນໄປ​ຢູ່ໃນເສັ້ນທາງ​ຂອງການກັບໃຈ, ເຮົາຈະເຊື້ອເຊີນ​ອຳນາດແຫ່ງ​ການໄຖ່ ຂອງພຣະຜູ້ຊ່ວຍ​ໃຫ້ລອດ​ເຂົ້າມາສູ່ຊີວິດ​ຂອງເຮົາ.

ເມື່ອຫລາຍປີກ່ອນ, ປະທານ​ກໍດອນ ບີ ຮິງລີ ໄດ້ໄປຊົມ​ເກມຟຸດບານ​ທີ່ມະຫາ​ວິທະຍາໄລ. ເພິ່ນໄດ້ໄປ​ທີ່ນັ້ນ​ເພື່ອປະກາດວ່າ ສະໜາມກິລາ​ຈະຖືກ​ເອີ້ນຕາມ​ຊື່ຂອງຄູສອນ​ກິລາມາເປັນ​ເວລາດົນນານ ແລະ ເປັນທີ່ຮັກ, ຜູ້ທີ່ກຳລັງ​ຈະອອກ​ກິນບຳນານ. ທີມ​ກໍ​ຢາກ​ຊະ​ນະ​ຫລາຍ​ທີ່​ສຸດ ເພື່ອ​ໃຫ້​ກຽດ​ແກ່​ຫົວ​ໜ້າ​ທີມ. ປະທານ​ຮິງລີ​ໄດ້​ຖືກ​ເຊື້ອ​ເຊີນ​ໃຫ້​ໄປ​ຢ້ຽມ​ຢາມ​ຫ້ອງຕູ້ໄວ້ເຄື່ອງ ຂອງນັກກິລາ ເພື່ອໃຫ້ກຳລັງໃຈ​ເຂົາເຈົ້າ. ໂດຍ​ທີ່​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ຖ້ອຍ​ຄຳ​ຂອງ​ເພິ່ນ, ທີມນັ້ນ​ໄດ້​ຊະ​ນະ​ເກມ ແລະ ​ຈົບ​ການ​ຫລິ້ນ​ປະ​ຈຳ​ປີ ດ້ວຍ​ຄະ​ແນນ​ຊະ​ນະ​ເລີດ.

ມື້ນີ້, ຂ້າພະເຈົ້າ​ຢາກກ່າວຕໍ່​ຜູ້ທີ່ອາດກັງວົນວ່າ​ເຂົາເຈົ້າ ຈະ​ບໍ່ມີຊີ​ວິດ​ທີ່​ມີ​ໄຊ​ຊະ​ນະ. ຄວາມຈິງກໍຄື, ແນ່ນອນ ວ່າເຮົາ “ທຸກຄົນໄດ້ເຮັດ​ຜິດບາບ ແລະ ຂາດຈາກ​ລັດສະໝີ​ພາບຂອງ​ພຣະເຈົ້າ.”1 ເຖິງແມ່ນວ່າອາດ​ໄດ້ມີຊ່ວງປີ​ທີ່ບໍ່​ໄດ້​ຜ່າຍແພ້​ໃນເກມກິ​ລາ, ແຕ່ຈະບໍ່ມີຊ່ວງປີ​ແບບນັ້ນເລີຍ​ໃນຊີວິດ. ແຕ່ຂ້າພະເຈົ້າ​ຂໍເປັນພະຍານວ່າ ພຣະຜູ້ຊ່ວຍ​ໃຫ້ລອດ ພຣະເຢຊູຄຣິດ ໄດ້ສຳເລັດ​ການຊົດໃຊ້ ທີ່ດີພ້ອມ ແລະ ໄດ້ປະທານ​ຂອງປະທານແຫ່ງ​ການກັບໃຈ—ເສັ້ນທາງຂອງເຮົາ​ທີ່ຈະ ນຳໄປສູ່ຄວາມ​ສະຫວ່າງທີ່​ດີພ້ອມ ແຫ່ງຄວາມຫວັງ ແລະ ຊີວິດທີ່ມີ​ໄຊຊະນະ.

ການໃຫ້ອະໄພ​ນຳຄວາມສຸກມາໃຫ້

ສ່ວນຫລາຍແລ້ວ​ເຮົາມັກຈະຄິດເຖິງການ​ກັບໃຈວ່າ​ເປັນເລື່ອງທີ່​ໂສກເສົ້າ ແລະ ງ່ວມເຫງົາ. ແຕ່ແຜນຂອງພຣະເຈົ້າ​ເປັນແຜນແຫ່ງຄວາມສຸກ, ບໍ່ແມ່ນແຜນແຫ່ງ​ຄວາມທຸກໃຈ. ການກັບໃຈເຮັດ​ໃຫ້ເຮົາເບີກບານ ແລະ ຍົກລະດັບຈິດໃຈ. ບາບນັ້ນແຫລະ​ທີ່ນຳຄວາມທຸກໃຈ​ມາໃຫ້.2 ການກັບໃຈເປັນ​ເສັ້ນທາງການໜີໄພ​ຂອງເຮົາ! ດັ່ງທີ່ ແອວເດີ ດີ ທອດ ຄຣິສໂຕເຟີສັນ ໄດ້ອະທິບາຍວ່າ: “ປາດສະຈາກ​ການກັບໃຈແລ້ວ ຈະບໍ່ມີຄວາມກ້າວໜ້າ​ທີ່ແທ້ຈິງ ຫລື ການພັດທະນາ​ໃນຊີວິດ. … ພຽງແຕ່ຜ່ານ​ການກັບໃຈ​ເທົ່ານັ້ນ ທີ່ເຮົາຈະເຂົ້າເຖິງ​ພຣະຄຸນຂອງການ​ຊົດໃຊ້ຂອງ​ພຣະເຢຊູຄຣິດ ແລະ ຄວາມລອດໄດ້. ການກັບໃຈ … ນຳເຮົາໄປສູ່​ອິດສະລະພາບ, ຄວາມໝັ້ນໃຈ, ແລະ ຄວາມສະຫງົບສຸກ.”3 ຂ່າວສານຂອງ​ຂ້າພະເຈົ້າ​ຕໍ່ທຸກຄົນ—ໂດຍສະເພາະ​ຊາວໜຸ່ມ—ກໍຄືວ່າ ການກັບໃຈ​ເປັນເລື່ອງ​ບວກສະເໝີ.

ເມື່ອເຮົາກ່າວເຖິງ​ການກັບໃຈ, ເຮົາບໍ່ພຽງແຕ່​ກ່າວກ່ຽວກັບ​ຄວາມພະຍາຍາມ ຂອງການພັດທະນາ​ຕົວເອງເທົ່ານັ້ນ. ການກັບໃຈທີ່ແທ້ຈິງ​ມີຄວາມໝາຍຫລາຍ​ກວ່ານັ້ນ—ມັນຖືກດົນໃຈ​ໂດຍສັດທາທີ່ມີ​ໃນອົງພຣະເຢຊູຄຣິດເຈົ້າ ແລະ ອຳນາດຂອງ​ພຣະອົງທີ່ຈະໃຫ້​ອະໄພບາບຂອງເຮົາ. ດັ່ງທີ່ ແອວເດີ ແດວ ຈີ ເຣັນລັນ ໄດ້ສອນເຮົາວ່າ, “ປາດສະຈາກ​ພຣະຜູ້ໄຖ່, …ການກັບໃຈ​ຈະກາຍເປັນພຽງແຕ່​ການປ່ຽນແປງ​ພຶດຕິກຳທີ່​ຊົ່ວຊ້າເທົ່ານັ້ນ.”4 ເຮົາສາມາດ​ພະຍາຍາມປ່ຽນ​ພຶດຕິກຳຂອງເຮົາ​ດ້ວຍຕົວເອງໄດ້, ແຕ່ມີພຽງແຕ່​ພຣະຜູ້ຊ່ວຍໃຫ້ລອດ​ເທົ່ານັ້ນ ທີ່ສາມາດລຶບຄວາມ​ດ່າງພ້ອຍຂອງເຮົາ ແລະ ຍົກພາລະແບກຫາບ​ຂອງເຮົາອອກໄປ, ເຮັດໃຫ້ເຮົາ​ສາມາດດຳເນີນ​ຕໍ່ໄປໄດ້ ໃນເສັ້ນທາງ​ແຫ່ງການເຊື່ອຟັງ​ດ້ວຍຄວາມໝັ້ນໃຈ ແລະ ພະລັງ. ຄວາມຊື່ນ​ຊົມທີ່ມາຈາກ​ການກັບໃຈມີ​ຄວາມໝາຍຫລາຍກວ່າ​ຄວາມ​ຊື່ນ​ຊົມ ທີ່ມາຈາກການ​ດຳລົງຊີວິດທີ່ດີ. ມັນເປັນຄວາມ​ຊື່ນ​ຊົມຂອງ​ການໄດ້ຮັບການ​ໃຫ້ອະໄພ, ຂອງການໄດ້ເປັນ​ຄົນທີ່ສະອາດ​ຄືນອີກ, ແລະ ການເຂົ້າໃກ້​ພຣະເຈົ້າຫລາຍຂຶ້ນ. ເມື່ອທ່ານໄດ້ປະສົບກັບ​ຄວາມ​ຊື່ນ​ຊົມນີ້ແລ້ວ, ຈະບໍ່ມີສິ່ງໃດໆ​ທີ່ໜ້ອຍກວ່ານັ້ນ​ມາແທນໄດ້.

ການກັບໃຈທີ່ແທ້ຈິງ​ດົນໃຈເຮົາ ໃຫ້ເຮັດການເຊຶ່ອຟັງ​ຂອງເຮົາເປັນຄຳ​ໝັ້ນສັນຍາ—ເປັນພັນທະສັນຍາ, ທີ່ເລີ່ມຕົ້ນ​ດ້ວຍການຮັບ​ບັບຕິສະມາ ແລະ ການເຊື່ອມຕໍ່​ແຕ່ລະອາທິດ​ຢູ່ທີ່ເຂົ້າ​ແລງຂອງ​ພຣະຜູ້ເປັນເຈົ້າ, ຊຶ່ງເປັນສິນລະລຶກ. ຢູ່​ທີ່ນັ້ນ ເຮົາ​ໄດ້​ຮັບ​ຄຳ​ສັນ​ຍາ​ວ່າ ເຮົາ​ຈະ “ມີ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ຢູ່ [ກັບ​ເຮົາ] ຕະ​ຫລອດ​ເວລາ,”5 ພ້ອມ​ທັງ​ຄວາມ​ຊື່ນ​ຊົມ ແລະ ຄວາມ​ສະ​ຫງົບ​ທັງ​ໝົດ​ທີ່​ມາ​ຈາກ​ຄວາມ​ເປັນ​ເພື່ອນ​ຂອງ​ພຣະ​ອົງ​ຕະ​ຫລອດ​ເວ​ລາ. ນີ້ຄືຜົນຂອງ​ການກັບໃຈ, ແລະ ສິ່ງນີ້ແຫລະທີ່​ເຮັດໃຫ້ການກັບໃຈ​ເຕັມໄປດ້ວຍຄວາມ​ຊື່ນ​ຊົມ!

ການກັບໃຈຮຽກຮ້ອງ​ຄວາມທົນທານ

ຂ້າພະເຈົ້າມັກ​ຄຳອຸປະມາເລື່ອງ​ລູກຊາຍທີ່ເສຍ.6 ມັນມີອັນໃດບາງຢ່າງ​ທີ່ຕື້ນຕັນໃຈ​ກ່ຽວກັບເວລາ​ທີ່ສຳຄັນສຸດ ເມື່ອລູກຊາຍ​ທີ່ເສຍ “ສຳນຶກຕົວໄດ້.” ຕອນນັ່ງຢູ່​ໃນຄອກໝູ, ຢາກຈະ “ກິນໝາກຖົ່ວ​ທີ່ໝູກິນ​ໃຫ້ອີ່ມທ້ອງ,” ໃນທີ່ສຸດ​ລາວໄດ້ຮັບຮູ້ວ່າ ລາວບໍ່ພຽງແຕ່​ໄດ້ຜານຊັບສິນ​ຂອງພໍ່ລາວ​ເທົ່ານັ້ນ ແຕ່ໄດ້ຜານ​ຊີວິດຂອງລາວເອງ​ນຳ​ອີກ. ດ້ວຍສັດທາທີ່ວ່າ​ພໍ່ຂອງລາວອາດ​ຈະຍອມຮັບ​ລາວຢູ່—ຖ້າບໍ່ຮັບ​ເປັນລູກຊາຍ ຢ່າງ​ນ້ອຍກໍໄດ້​ເປັນຄົນຮັບໃຊ້—ລາວຈຶ່ງ​ໄດ້ຕັ້ງໃຈທີ່ຈະ​ປະຖິ້ມອະດີດ​ກະບົດຂອງລາວ ແລະ ກັບບ້ານ.

ຂ້າພະເຈົ້າ​ມັກຈະຄິດຢູ່​ເລື້ອຍໆກ່ຽວກັບ​ການເດີນທາງ​ກັບບ້ານທີ່ຍາວໄກ​ຂອງລູກຊາຍ​ຄົນນັ້ນ. ໄດ້ມີເວລາໃດບໍ​ຕອນທີ່ລາວໄດ້ລັ່ງເລ ແລະ ໄດ້ຄິດວ່າ, “ພໍ່ຈະຕ້ອນ​ຮັບເຮົາແນວໃດ?” ບາງທີ່ລາວອາດ​ຍ່າງ​ສອງ​ສາມ​ບາດ​ກ້າວກັບຄືນໄປ​ຫາຝູງໝູກໍໄດ້. ຂໍໃຫ້ວາດພາບ​ເຫັນວ່າເລື່ອງນີ້​ຈະແຕກຕ່າງບໍ​ຖ້າຫາກລາວ​ໄດ້ທໍ້ຖອຍ. ແຕ່ສັດທາໄດ້​ຊ່ວຍໃຫ້ລາວ​ກ້າວໄປໜ້າ, ແລະ ສັດທາໄດ້ຊ່ວຍ​ໃຫ້ພໍ່ຂອງລາວ​ແນມເບິ່ງ ແລະ ລໍຖ້າດ້ວຍ​ຄວາມອົດທົນ, ຈົນວ່າໃນທີ່ສຸດ:

“ຂະນະທີ່ຍັງຢູ່ຫ່າງໄກ​ຈາກບ້ານພໍສົມຄວນ, ພໍ່ກໍແນມ​ເຫັນລາວ, ແລ້ວມີ​ຄວາມເມດ​ຕາສົງສານ ຈຶ່ງແລ່ນອອກໄປ​ກອດລູກໄວ້​ດ້ວຍຄວາມຮັກແພງ.

“ຜູ້ເປັນລູກ​ຈຶ່ງເວົ້າວ່າ, ພໍ່ເອີຍ, ລູກໄດ້ເຮັດບາບ​ຕໍ່ພຣະເຈົ້າ, ແລະ ຕໍ່ພໍ່ແລ້ວ, ລູກບໍ່ສົມຄວນ​ທີ່ຈະມີຊື່ວ່າ​ເປັນລູກຂອງພໍ່​ອີກຕໍ່ໄປ.

“ແຕ່ຜູ້ເປັນພໍ່​ເອີ້ນບັນດາ​ຄົນຮັບໃຊ້ຂອງຕົນ​ໃຫ້ ຟ້າວເອົາເຄື່ອງ​ຢ່າງດີທີ່ສຸດ​ມາ​ນຸ່ງ​ໃຫ້​ລາວ, ຈົ່ງເອົາແຫວນມາ​ສວມໃສ່ນິ້ວມື, ແລະ ສຸບເກີບໃສ່​ຕີນ​ຂອງລາວ: …

“ດ້ວຍວ່າ, ລູກຂອງເຮົາ​ຄົນນີ້ຕາຍແລ້ວ ແຕ່ບັດນີ້ລາວ​ມີຊີວິດຢູ່; ລາວເສຍໄປແລ້ວ ແຕ່ບັດນີ້ເຮົາ​ໄດ້ພົບລາວອີກ.”

ການກັບໃຈແມ່ນ​ສຳລັບທຸກຄົນ

ອ້າຍເອື້ອຍນ້ອງ​ທັງຫລາຍ, ເຮົາທຸກຄົນ​ເປັນລູກທີ່​ເສຍໄປ. ເຮົາທຸກຄົນໄດ້ “ສຳນຶກຕົວ”—ສ່ວນຫລາຍແລ້ວ​ແມ່ນຫລາຍກວ່າ​ໜຶ່ງເທື່ອ—ແລະ ເລືອກເສັ້ນທາງ​ທີ່ນຳເຮົາກັບບ້ານ. ມັນເປັນການເລືອກ​ທີ່ເຮົາເລືອກເຮັດ​ທຸກໆວັນ, ຕະຫລອດ​ຊົ່ວຊີວິດ​ຂອງເຮົາ.

ເຮັາມັກຈະເອົາ​ການກັບໃຈ​ມາພົວພັນກັບບາບ​ທີ່ຮ້າຍແຮງ ທີ່ຮຽກຮ້ອງ “ການປ່ຽນແປງ​ທີ່ຍິ່ງໃຫຍ່.”7 ແຕ່​ການ​ກັບ​ໃຈ​ແມ່ນ​ສຳ​ລັບ​ທຸກ​ຄົນ—​ສຳ​ລັບ​ຜູ້​ທີ່​ກຳ​ລັງ​ຍ່າງ​ໄປ​ຢູ່​ໃນ “ທາງ​ຕ້ອງ​ຫ້າມ ແລະ [ກຳ​ລັງ] ຫລົງ​ທາງ​ຢູ່”8 ແລະ ສຳ​ລັບ​ຜູ້​ທີ່ “ເຂົ້າ​ໄປ​ໃນ​ທາງ​ຄັບ ແລະ [ແຄບ]” ແລ້ວ ແລະ ບັດ​ນີ້​ຕ້ອງ “ມຸ້ງ​ໜ້າ.”9 ການກັບໃຈ​ທັງນຳເຮົາໄປສູ່ເສັ້ນທາງ​ທີ່ຖືກຕ້ອງ ແລະ ຮັກສາເຮົາໄວ້​ຢູ່ໃນເສັ້ນທາງ​ທີ່ຖືກຕ້ອງ.ມັນແມ່ນສຳລັບ​ຜູ້ທີ່ກຳລັງ​ເລີ່ມທີ່ຈະເຊື່ອ, ສຳລັບຜູ້ທີ່​ໄດ້ເຊື່ອມາ​ຕະຫລອດ, ແລະ ສຳລັບຜູ້ທີ່​ຈຳເປັນຕ້ອງກັບ​ມາເລີ່ມເຊື່ອອີກ. ດັ່ງທີ່ ແອວເດີ ເດວິດ ເອ ແບ໊ດນາ ໄດ້ສອນວ່າ: “ເຮົາສ່ວນຫລາຍ​ກໍເຂົ້າໃຈ​ຢ່າງແຈ່ມແຈ້ງວ່າ ການຊົດໃຊ້ນັ້ນ​ແມ່ນສຳລັບຄົນບາບ. ແຕ່ ຂ້າພະເຈົ້າ​ບໍ່ແນ່ໃຈວ່າ ເຮົາຮູ້ ແລະ ເຂົ້າໃຈວ່າ​ການຊົດໃຊ້ນັ້ນ​ກໍແມ່ນສຳລັບ​ນັກບຸນຄືກັນ—ສຳລັບຊາຍ ແລະ ຍິງທີ່ດີ ຜູ້ທີ່ເຊື່ອຟັງ, ມີຄ່າຄວນ, ແລະ … ພະຍາຍາມ​ຈະກາຍເປັນຄົນ​ທີ່ດີກວ່າເກົ່າ.”10

ເມື່ອບໍ່ດົນມານີ້ ຂ້າພະເຈົ້າໄດ້​ໄປຢ້ຽມຢາມ​ສູນອົບລົມ​ຜູ້ສອນສາດສະໜາ ຕອນທີ່ກຸ່ມ​ຜູ້ສອນສາດສະໜາ​ກຸ່ມໃໝ່ໄດ້ມາເຖິງ. ຂ້າ​ພະ​ເຈົ້າ​ຊາບ​ຊຶ້ງ​ໃຈ​ຫລາຍ ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເບິ່ງ ແລະ ໄດ້​ສັງ​ເກດ​ເຫັນ​ຄວາມ​ສະ​ຫວ່າງ​ຢູ່​ໃນ​ແວວ​ຕາ​ຂອງ​ເຂົາ​ເຈົ້າ. ເຂົາເຈົ້າເບິ່ງຄືວ່າ​ເບີກບານ ແລະ ມີຄວາມສຸກ ແລະ ຕື່ນເຕັ້ນ. ແລ້ວຄວາມຄິດ​ຢ່າງໜຶ່ງໄດ້ເຂົ້າມາ​ໃນໃຈຂອງຂ້າພະເຈົ້າວ່າ: “ເຂົາເຈົ້າໄດ້ປະສົບ​ສັດທາ ທີ່ນຳໄປສູ່​ການກັບໃຈແລ້ວ.” ສິ່ງນີ້ແຫລະ​ຄືເຫດຜົນທີ່ເຮັດ​ໃຫ້ເຂົາເຈົ້າເຕັມໄປ​ດ້ວຍຄວາມປິຕິຍິນດີ ແລະ ຄວາມຫວັງ.”

ຂ້າພະເຈົ້າບໍ່ໄດ້​ໝາຍຄວາມວ່າ​ເຂົາເຈົ້າທຸກຄົນເຄີຍ​ໄດ້ມີການລ່ວງລະເມີດ ທີ່ຮ້າຍແຮງໃນອະດີດ, ແຕ່ຂ້າພະເຈົ້າ​ຄິດວ່າເຂົາເຈົ້າໄດ້​ຮູ້ວິທີທີ່ຈະກັບໃຈ; ເຂົາເຈົ້າໄດ້ຮຽນຮູ້ວ່າ​ການກັບໃຈເປັນ​ເລື່ອງບວກ; ແລະ ເຂົາເຈົ້າກໍພ້ອມແລ້ວ ແລະ ຕື່ນເຕັ້ນທີ່​ຈະແບ່ງປັນຂ່າວສານ ທີ່ເຕັມໄປດ້ວຍ​ສຸກນີ້ກັບ​ຊາວໂລກ.

ນີ້ແຫລະຄື​ສິ່ງທີ່ເກີດຂຶ້ນ​ເມື່ອເຮົາຮູ້ສຶກ​ເຖິງຄວາມ​ສຸກ​ຂອງການກັບໃຈ. ຂໍໃຫ້ພິຈາລະນາ​ຕົວຢ່າງຂອງເອໂນດ. ເພິ່ນໄດ້ມີເວລາ “ສຳນຶກຕົວ” ຂອງເພິ່ນເອງ, ແລະ ຫລັງຈາກ “ຄວາມຜິດຂອງເພິ່ນ​ຖືກກວາດລ້າງໄປ,” ໃນທັນທີ ຈິດໃຈຂອງເພິ່ນ​ໄດ້ຫັນໄປຫາ​ຄວາມຜາສຸກຂອງຄົນອື່ນ. ເອໂນດໄດ້ທຸ້ມເທ​ຊີວິດຂອງເພິ່ນ​ໃນການເຊື້ອເຊີນ​ທຸກໆຄົນ​ໃຫ້ກັບໃຈ ແລະ “ປິຕິຍິນດີ​ໃນສິ່ງເຫລົ່ານີ້ ເໜືອກວ່າສິ່ງໃດໆ​ໃນໂລກ.”11 ການກັບໃຈ​ເຮັດໃຫ້ເກີດ​ສິ່ງນັ້ນ; ມັນຫັນຫົວໃຈ​ຂອງເຮົາໄປສູ່​ເພື່ອນມະນຸດ​ຂອງເຮົາ ເພາະວ່າເຮົາຮູ້ວ່າ​ຄວາມ​ສຸກທີ່ເຮົາ​ຮູ້ສຶກນັ້ນ​ແມ່ນສຳລັບທຸກຄົນ.

ການກັບໃຈ​ເປັນການສະແຫວງຫາ​ຕະຫລອດຊີວິດ

ຂ້າພະເຈົ້າມີເພື່ອນ​ຄົນໜຶ່ງທີ່ໄດ້ເຕີບໂຕ​ມາໃນຄອບຄົວໄພ່ພົນ​ຍຸກສຸດທ້າຍ​ທີ່ບໍ່ເຂັ້ມແຂງ. ຕອນລາວເປັນ​ຄົນໜຸ່ມ ລາວກໍໄດ້ “ສຳນຶກຕົວ” ຄືກັນ ແລະ ໄດ້ຕັດສິນໃຈໄປ​ເຜີຍແຜ່​ສາດສະໜາ.

ລາວໄດ້ກາຍ​ເປັນຜູ້ສອນສາດສະໜາ​ທີ່ດີ​ເລີດ. ໃນວັນສຸດທ້າຍ​ກ່ອນລາວຈະກັບບ້ານ, ປະທານເຜີຍແຜ່​ໄດ້ສຳພາດລາວ ແລະ ໄດ້ຂໍໃຫ້ລາວສະແດງ​ປະຈັກພະຍານ. ລາວໄດ້ເຮັດດັ່ງນັ້ນ ແລະ ຫລັງຈາກການ​ໂອບກອດທີ່ເຕັມໄປ​ດ້ວຍນ້ຳຕາ, ປະທານໄດ້ກ່າວວ່າ, “ແອວເດີ, ເຈົ້າສາມາດລືມ ຫລື ປະຕິເສດທຸກສິ່ງ​ທີ່ເຈົ້າໄດ້ກ່າວ​ເປັນພະຍານເຖິງ ພາຍໃນສາມ​ສີ່ເດືອນເທົ່ານັ້ນ ຖ້າຫາກເຈົ້າ​ບໍ່ເຮັດຕາມສິ່ງທີ່​ໄດ້ເສີມສ້າງ ປະຈັກພະຍານ​ຂອງເຈົ້າ​ໃນຕອນຕົ້ນນັ້ນ.”

ຕໍ່ມາເພື່ອນ​ຂອງຂ້າພະເຈົ້າ​ໄດ້ບອກຂ້າພະເຈົ້າວ່າ ລາວໄດ້ອະທິຖານ ແລະ ໄດ້ອ່ານພຣະຄຳພີ​ທຸກໆມື້​ຕັ້ງແຕ່ລາວ​ໄດ້ກັບຈາກການ​ເຜີຍແຜ່່ຂອງລາວ. ການທີ່ໄດ້ຮັບ “ການບຳລຸງລ້ຽງ​ດ້ວຍພຣະຄຳ​ອັນປະເສີດ​ຂອງພຣະເຈົ້າ” ໄດ້ຮັກສາລາວໄວ້ “ຢູ່ໃນທາງ​ທີ່ຖືກຕ້ອງ.”12

ທ່ານຜູ້ທີ່​ກຳລັງຕຽມຕົວ​ສຳລັບການ​ເຜີຍແຜ່​ເຕັມເວລາ ແລະ ທ່ານຜູ້ທີ່ກຳລັງ​ຈະກັບບ້ານ, ຂໍໃຫ້ຈື່ຈຳ​ສິ່ງນີ້ເດີ້! ມັນບໍ່ພຽງພໍທີ່​ຈະພຽງແຕ່ມີ​ປະຈັກພະຍານ​ເທົ່ານັ້ນ; ທ່ານຕ້ອງ​ຮັກສາມັນໄວ້ ແລະ ເສີມສ້າງມັນ​ໃຫ້ເຂັ້ມແຂງ. ດັ່ງທີ່ຜູ້ສອນ​ສາດສະໜາ​ທຸກຄົນຮູ້, ຖ້າຫາກທ່ານ​ຢຸດຖີບລົດຖີບ, ມັນຈະລົ້ມລົງ, ແລະ ຖ້າຫາກທ່ານ​ຢຸດບຳລຸງລ້ຽງ​ປະຈັກພະຍານ​ຂອງທ່ານ, ມັນຈະອ່ອນແອລົງ. ຫລັກທຳອັນດຽວກັນນີ້​ກໍກ່ຽວພັນກັບ​ການກັບໃຈ—ມັນເປັນການ​ສະແຫວງຫາ​ຕະຫລອດຊີວິດ, ບໍ່ແມ່ນເປັນ​ປະສົບການ​ພຽງເທື່ອດຽວ​ໃນຊີວິດ.

ຕໍ່ທຸກໆຄົນທີ່​ສະແຫວງຫາການ​ໃຫ້ອະໄພ—ຊາວໜຸ່ມ, ຜູ້​ໃຫຍ່ໂສດ, ພໍ່ແມ່, ພໍ່​ຕາ​ແມ່​ຍາຍ, ແລະ ແນ່ນອນ ແມ່ນແຕ່​ພໍ່ຕູ້ແມ່ຕູ້ທວດ—ຂ້າພະເຈົ້າ​ຂໍເຊື້ອເຊີນທ່ານ​ໃຫ້ກັບບ້ານ. ດຽວນີ້ແຫລະຄື​ເວລາທີ່ຈະ​ເລີ່ມຕົ້ນ. ຢ່າເລື່ອນວັນ​ແຫ່ງການກັບໃຈ​ຂອງພວກທ່ານເລີຍ.13

ແລ້ວ, ຫລັງຈາກທ່ານ​ໄດ້ຕັດສິນໃຈແລ້ວ, ຂໍໃຫ້ຍຶດໝັ້ນ​ຢູ່ໃນເສັ້ນທາງນັ້ນ​ຕໍ່ໄປ. ພຣະບິດາຂອງເຮົາ​ກຳລັງລໍຖ້າຢູ່, ປະສົງຢາກຮັບ​ຕ້ອນທ່ານ. ແຂນຂອງພຣະອົງ​ໄດ້ຍື່ນອອກໄປ​ຫາທ່ານ “ຕະຫລອດທັງວັນ.”14 ລາງວັນນັ້ນ​ແມ່ນກຸ້ມຄ່າກັບ​ຄວາມພະຍາຍາມ.

ຂໍໃຫ້ຈື່ຈຳຖ້ອຍຄຳ​ເຫລົ່ານີ້ຈາກ ນີໄຟວ່າ: “ພວກທ່ານຕ້ອງ​ມຸ້ງໜ້າດ້ວຍ​ຄວາມໝັ້ນຄົງ​ໃນພຣະຄຣິດ, ໂດຍມີຄວາມສະຫວ່າງ​ຢ່າງບໍລິບູນ​ຂອງຄວາມຫວັງ ແລະ ຄວາມຮັກຂອງ​ພຣະເຈົ້າ ແລະ ຂອງມະນຸດ​ທັງປວງ. ດັ່ງນັ້ນ ຫາກທ່ານ​ຈະມຸ້ງໜ້າ, ຊື່ນຊົມຢູ່​ດ້ວຍ​ພຣະຄຳ​ຂອງພຣະ​ຄຣິດ, ແລະ ອົດທົນຈົນ​ເຖິງທີ່ສຸດແລ້ວ, ຈົ່ງເບິ່ງ ພຣະບິດາ​ກ່າວດັ່ງນີ້: ເຈົ້າຈະມີຊີວິດ​ນິລັນດອນ.”15

ບາງເທື່ອ​ການເດີນທາງ​ຈະເບິ່ງຄືວ່າດົນນານ—ມັນເປັນດັ່ງນັ້ນ​ເພາະວ່າ ມັນເປັນການ​ເດີນທາງໄປ​ສູ່ຊີວິດນິລັນດອນ. ແຕ່ມັນສາມາດ​ເປັນການເດີນທາງ​ທີ່ຊື່ນ​ຊົມໄດ້ ຖ້າຫາກເຮົາ​ສະແຫວງຫາມັນ​ດ້ວຍສັດທາໃນ​ພຣະເຢຊູຄຣິດ ແລະ ຄວາມຫວັງໃນ​ການຊົດໃຊ້​ຂອງພຣະອົງ. ຂ້າພະເຈົ້າ​ເປັນພະຍານວ່າ ໃນເວລາທີ່​ເຮົາເລີ່ມເດີນໄປ​ຢູ່ໃນເສັ້ນທາງ​ຂອງການກັບໃຈ, ເຮົາຈະເຊື້ອເຊີນ​ອຳນາດແຫ່ງການໄຖ່​ຂອງພຣະຜູ້ຊ່ວຍ​ໃຫ້ລອດເຂົ້າມາສູ່​ຊີວິດຂອງເຮົາ. ອຳນາດນັ້ນ​ຈະເຮັດໃຫ້ຕີນ​ຂອງເຮົາໝັ້ນຄົງ, ຂະຫຍາຍວິໄສທັດ​ຂອງເຮົາ, ແລະ ເຮັດໃຫ້ຄວາມຕັ້ງໃຈ​ຂອງເຮົາເລິກຊຶ້ງ​ທີ່ຈະກ້າວໄປໜ້າ, ເທື່ອລະບາດກ້າວ, ຈົນກວ່າວັນ​ທີ່ຮຸ່ງໂລດວັນນັ້ນ ເມື່ອໃນທີ່ສຸດ​ເຮົາໄດ້ກັບໄປສູ່ບ້ານ​ແຫ່ງສະຫວັນຂອງເຮົາ ແລະ ໄດ້ຍິນພຣະບິດາ​ເທິງສະຫວັນ​ຂອງເຮົາກ່າວ​ຕໍ່ເຮົາວ່າ, “ດີແລ້ວ.”16 ໃນພຣະນາມ​ຂອງພຣະເຢຊູຄຣິດ, ອາແມນ.