ອາຫານແຫ່ງຊີວິດ ທີ່ໄດ້ລົງມາຈາກສະຫວັນ
ຖ້າເຮົາຢາກມີຊີວິດຢູ່ໃນພຣະຄຣິດ ແລະ ຢາກໃຫ້ພຣະອົງມີຊີວິດຢູ່ໃນເຮົາ, ແລ້ວຄວາມບໍລິສຸດຄືສິ່ງທີ່ເຮົາສະແຫວງຫາ.
ມື້ຕໍ່ມາຫລັງຈາກທີ່ພຣະເຢຊູໄດ້ລ້ຽງເຂົ້າ5,000ຄົນ ໃນເມືອງຄາລີເລ ຢ່າງອັດສະຈັນໃຈ ດ້ວຍພຽງແຕ່ “ເຂົ້າຈີ່ຫ້າກ້ອນ ແລະ ປາສອງໂຕ,”1 ພຣະອົງໄດ້ກ່າວກັບຜູ້ຄົນອີກໃນເມືອງ ກາເປນາອູມ. ພຣະຜູ້ຊ່ວຍໃຫ້ລອດ ໄດ້ເຫັນຫລາຍຄົນບໍ່ສົນໃຈກັບຄຳສອນຂອງພຣະອົງ ຫລາຍເທົ່າກັບການທີ່ຢາກໃຫ້ພຣະອົງລ້ຽງເຂົ້າພວກເຂົາອີກ.2 ດ້ວຍເຫດນັ້ນ, ພຣະອົງຈຶ່ງພະຍາຍາມຊ່ວຍເຂົາເຈົ້າໃຫ້ເຂົ້າໃຈເຖິງຄຸນຄ່າອັນລົ້ນເຫລືອຂອງ “ອາຫານທີ່ຕັ້ງໝັ້ນຢູ່ ຄືອາຫານສຳລັບຊີວິດນິລັນດອນ, ອາຫານນີ້ແມ່ນບຸດມະນຸດທີ່ຈະໃຫ້ແກ່ພວກເຈົ້າ.”3 ພຣະເຢຊູໄດ້ປະກາດວ່າ:
“ເຮົາເປັນອາຫານແຫ່ງຊີວິດ.
“ປູ່ຍ່າຕາຍາຍຂອງພວກເຈົ້າໄດ້ກິນມານາໃນຖິ່ນແຫ້ງແລ້ງກັນດານ, ແລະ ພວກເຂົາໄດ້ຕາຍໄປ.
“ນີ້ແຫລະເປັນອາຫານທີ່ລົງມາຈາກສະຫວັນ ເພື່ອຜູ້ທີ່ກິນແລ້ວຈະບໍ່ຕາຍ.
“ເຮົາເປັນອາຫານແຫ່ງຊີວິດ ທີ່ໄດ້ລົງມາຈາກສະຫວັນ ຖ້າຜູ້ໃດກິນອາຫານນີ້ແລ້ວ ຜູ້ນັ້ນຈະມີຊີວິດນິລັນດອນ ແຕ່ອາຫານທີ່ເຮົາຈະໃຫ້ນັ້ນ ແມ່ນເນື້ອກາຍຂອງເຮົາເອງ, ຊຶ່ງເຮົາໃຫ້ເພື່ອວ່າໂລກຈະໄດ້ມີຊີວິດຢູ່.”4
ຜູ້ມາຟັງພຣະອົງກ່າວ ບໍ່ເຂົ້າໃຈຄວາມໝາຍເຈດຕະນາທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ກ່າວໄປນັ້ນ ເພາະພວກເຂົາເຂົ້າໃຈພຽງແຕ່ຄວາມຄຳເວົ້າເທົ່ານັ້ນ. ເພາະຢ້ານກົວກ່ຽວກັບສິ່ງທີ່ໄດ້ຍິນນັ້ນ, ພວກເຂົາຈຶ່ງໄດ້ຖາມກັນວ່າ, “ຄົນນີ້ຈະເອົາເນື້ອກາຍຂອງຕົນໃຫ້ພວກເຮົາກິນໄດ້ຢ່າງໃດ?”5 ພຣະເຢຊູໄດ້ກ່າວຕື່ມວ່າ:
“ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຖ້າພວກເຈົ້າບໍ່ກິນເນື້ອກາຍ ແລະ ບໍ່ດື່ມເລືອດຂອງບຸດມະນຸດແລ້ວ, ພວກເຈົ້າກໍຈະບໍ່ມີຊີວິດໃນພວກເຈົ້າເອງ.
“ຜູ້ທີ່ກິນເນື້ອກາຍຂອງເຮົາ, ແລະ ດື່ມເລືອດຂອງເຮົາ ກໍມີຊີວິດນິລັນດອນ ແລະ ເຮົາຈະໃຫ້ຜູ້ນັ້ນ ເປັນຄືນມາສູ່ຊີວິດໃນວັນສຸດທ້າຍ.
“ດ້ວຍວ່າ ເນື້ອກາຍຂອງເຮົາເປັນອາຫານອັນແທ້ ແລະ ເລືອດຂອງເຮົາກໍເປັນເຄື່ອງດື່ມອັນແທ້.”6
ແລ້ວພຣະອົງໄດ້ກ່າວເຖິງຄວາມໝາຍໃນຄຳປຽບທຽບຂອງພຣະອົງວ່າ:
“ຜູ້ທີ່ກິນເນື້ອກາຍຂອງເຮົາ ແລະ ດື່ມເລືອດຂອງເຮົາ ກໍມີຊີວິດຢູ່ໃນເຮົາ, ແລະ ເຮົາກໍມີຊີວິດຢູ່ໃນຜູ້ນັ້ນ.
“ພຣະບິດາຜູ້ຊົງພຣະຊົນຢູ່ໄດ້ໃຊ້ເຮົາມາສັນໃດ, ແລະ ເຮົາມີຊີວິດຢູ່ເພາະພຣະບິດາສັນໃດ, ຜູ້ທີ່ກິນເຮົາກໍມີຊີວິດຢູ່ເພາະເຮົາສັນນັ້ນເໝືອນກັນ.”7
ແຕ່ຜູ້ມາຟັງພຣະອົງກໍຍັງບໍ່ເຂົ້າໃຈ ສິ່ງທີ່ພຣະເຢຊູ ໄດ້ກ່າວ, ແລະ “ຫລາຍຄົນ … , ເມື່ອໄດ້ຍິນເລື່ອງນີ້ ຈຶ່ງເວົ້າກັນວ່າ, ຄຳເວົ້ານີ້ຮຸນແຮງໂພດ ຜູ້ໃດຈະເຂົ້າໃຈໄດ້? … [ແລະ] ຈາກເວລານັ້ນ ພວກທີ່ຕິດຕາມພຣະອົງຫລາຍຄົນຈຶ່ງທໍ້ຖອຍ, ແລະ ບໍ່ໄປກັບພຣະອົງອີກ.”8
ການກິນພຣະກາຍຂອງພຣະອົງ ແລະ ດື່ມໂລຫິດຂອງພຣະອົງ ເປັນວິທີທີ່ເຮົາເວົ້າວ່າ ເຮົາຕ້ອງຮັບເອົາພຣະຜູ້ຊ່ວຍໃຫ້ລອດເຂົ້າມາໃນຊີວິດຂອງເຮົາແທ້ໆ—ເຂົ້າມາຢູ່ໃນຕົວເຮົາ—ເພື່ອວ່າເຮົາກັບພຣະອົງຈະໄດ້ເປັນອັນໜຶ່ງດຽວກັນ. ສິ່ງນີ້ຈະເກີດຂຶ້ນໄດ້ແນວໃດ?
ທຳອິດ, ເຮົາເຂົ້າໃຈວ່າ ໃນການເສຍສະລະພຣະກາຍ ແລະ ໂລຫິດຂອງພຣະອົງ, ພຣະເຢຊູໄດ້ຊົດໃຊ້ແທນບາບຂອງເຮົາ ແລະ ໄດ້ເອົາຊະນະຄວາມຕາຍ, ທັງພຣະກາຍ ແລະ ພຣະວິນຍານ.9 ແລ້ວເຫັນໄດ້ຢ່າງແຈ່ມແຈ້ງວ່າ, ເຮົາຮັບກິນພຣະກາຍ ແລະ ດື່ມໂລຫິດຂອງພຣະອົງ ເມື່ອເຮົາຮັບເອົາພະລັງ ແລະ ພອນຂອງການຊົດໃຊ້ຂອງພຣະອົງ ຈາກພຣະອົງ.
ຄຳສອນຂອງພຣະຄຣິດ ບອກເຖິງສິ່ງທີ່ເຮົາຕ້ອງເຮັດ ກ່ອນຈະໄດ້ຮັບພຣະຄຸນຂອງການຊົດໃຊ້. ມັນຄືການເຊື່ອ ແລະ ມີສັດທາໃນພຣະຄຣິດ, ເພື່ອກັບໃຈ ແລະ ຮັບບັບຕິສະມາ, ແລະ ເພື່ອຮັບເອົາພຣະວິນຍານບໍລິສຸດ, “ແລະ ເວລານັ້ນການປົດບາບຂອງພວກທ່ານຈະມາເຖິງໂດຍໄຟ ແລະ ໂດຍພຣະວິນຍານບໍລິສຸດ.”10 ນີ້ຄືປະຕູໂຂງ, ທາງທີ່ພາໄປຫາພຣະຄຸນແຫ່ງການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ໄປສູ່ເສັ້ນທາງທີ່ຄັບ ແລະ ແຄບ ຊຶ່ງພາໄປຫາອານາຈັກຂອງພຣະອົງ.
“ດັ່ງນັ້ນ, ພວກທ່ານຕ້ອງມຸ້ງໜ້າ [ຢູ່ໃນເສັ້ນທາງນັ້ນ], ດ້ວຍຄວາມໝັ້ນຄົງໃນພຣະຄຣິດ, ແລະ ອົດທົນຈົນເຖິງທີ່ສຸດແລ້ວ, ຈົ່ງເບິ່ງ ພຣະບິດາໄດ້ກ່າວໄວ້ດັ່ງນີ້: ເຈົ້າຈະມີຊີວິດນິລັນດອນ.
“… ຈົ່ງເບິ່ງ, ນີ້ຄືຄຳສອນຂອງພຣະຄຣິດ, ແລະ ຄືຄຳສອນອັນດຽວ ແລະ ແທ້ຈິງຂອງພຣະບິດາ ແລະ ຂອງພຣະບຸດ ແລະ ຂອງພຣະວິນຍານບໍລິສຸດ, ຊຶ່ງເປັນພຣະເຈົ້າອົງດຽວ, ທີ່ເປັນຢູ່ຕະຫລອດການ.”11
ເຄື່ອງໝາຍຂອງພິທີສິນລະລຶກ ຂອງເຂົ້າແລງຂອງພຣະຜູ້ເປັນເຈົ້າ ເປັນສິ່ງສວຍງາມ ເພື່ອໃຫ້ໄຕ່ຕອງ. ເຂົ້າຈີ່ ແລະ ນ້ຳ ເປັນຕົວແທນໃຫ້ແກ່ ພຣະກາຍ ແລະ ໂລຫິດ ຂອງພຣະອົງ ຜູ້ຊຶ່ງເປັນ ອາຫານແຫ່ງຊີວິດ ແລະ ນ້ຳທີ່ປະກອບດ້ວຍຊີວິດ,12 ເຕືອນເຮົາຢ່າງຄົມຄາຍ ເຖິງຄ່າທີ່ພຣະອົງໄດ້ຈ່າຍເພື່ອໄຖ່ຖອນເຮົາ. ເມື່ອເຂົ້າຈີ່ໄດ້ຖືກຈີກເປັນຕ່ອນໆ, ເຮົາຈື່ຈຳພຣະກາຍຂອງພຣະຜູ້ຊ່ວຍໃຫ້ລອດ ທີ່ໄດ້ສີກຂາດ. ແອວເດີ ດາລິນ ເອັຈ ໂອກສ໌ ຄັ້ງໜຶ່ງໄດ້ສັງເກດວ່າ “ເພາະມັນໄດ້ຖືກຈີກເປັນຕ່ອນໆ, ແຕ່ລະຕ່ອນຈຶ່ງໂດດເດັ່ນ, ເຊັ່ນດຽວກັບທຸກຄົນຜູ້ຮັບສ່ວນ ກໍໂດດເດັ່ນ. ເຮົາທຸກຄົນມີຄວາມຜິດບາບທີ່ແຕກຕ່າງກັນ ເພື່ອກັບໃຈ. ເຮົາທຸກຄົນມີຄວາມຕ້ອງການທີ່ແຕກຕ່າງກັນ ເພື່ອເຮັດໃຫ້ເຂັ້ມແຂງຂຶ້ນ ຜ່ານການຊົດໃຊ້ຂອງອົງພຣະຜູ້ເປັນເຈົ້າ, ຜູ້ເຮົາຈື່ຈຳໃນພິທີການນີ້.”13 ເມື່ອເຮົາດື່ມນ້ຳ, ເຮົາຄິດເຖິງໂລຫິດທີ່ພຣະອົງທີ່ໄດ້ຫລັ່ງຢູ່ໃນສວນເຄັດເຊມາເນ ແລະ ຢູ່ເທິງໄມ້ກາງແຂນ ແລະ ເຖິງພະລັງແຫ່ງການຊຳລະໃຫ້ສະອາດຂອງໂລຫິດນັ້ນ.14 ໂດຍທີ່ຮູ້ວ່າ “ສິ່ງທີ່ບໍ່ສະອາດຈະບໍ່ສາມາດເຂົ້າໄປໃນອານາຈັກຂອງພຣະອົງໄດ້,” ເຮົາຈຶ່ງຢາກກາຍເປັນ “ຜູ້ທີ່ໄດ້ຊຳລະລ້າງອາພອນຂອງເຂົາໃຫ້ສະອາດແລ້ວໃນໂລຫິດ [ຂອງພຣະຜູ້ຊ່ວຍໃຫ້ລອດ], ເພາະສັດທາ ແລະ ການກັບໃຈຈາກບາບທັງໝົດ, ແລະ ຄວາມຊື່ສັດຈົນເຖິງທີ່ສຸດຂອງເຂົາ.”15
ຂ້າພະເຈົ້າເຄີຍໄດ້ກ່າວກ່ຽວກັບການຮັບພຣະຄຸນແຫ່ງການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ ເພື່ອຍົກບາບຂອງເຮົາໄປ ແລະ ລຶບຮອຍບາບໃນຕົວເຮົາໄປ. ແຕ່ ການຮັບກິນພຣະກາຍ ແລະ ດື່ມໂລຫິດຂອງພຣະອົງດັ່ງໃນຄຳປຽບທຽບ ມີຄວາມໝາຍ ແລະ ມີຄວາມສຳຄັນຫລາຍກວ່ານັ້ນ, ແລະ ນັ້ນຄື ທີ່ຈະມີລັກສະນະ ແລະ ຄຸນສົມບັດເໝືອນດັ່ງພຣະຄຣິດ, ປະຖິ້ມມະນຸດທີ່ມີຈິດໃຈທຳມະດາ ແລະ ກາຍເປັນໄພ່ພົນ “ຜ່ານການຊົດໃຊ້ຂອງພຣະຄຣິດ ອົງເປັນພຣະຜູ້ເປັນເຈົ້າ.”16 ເມື່ອເຮົາຮັບສ່ວນສິນລະລຶກ ທີ່ເປັນເຂົ້າຈີ່ ແລະ ນ້ຳ ໃນແຕ່ລະອາທິດ, ເຮົາຈະເຮັດໄດ້ດີຫລາຍ ເມື່ອເຮົາປະສົມປະສານລັກສະນະຂອງພຣະອົງ ແລະ ແບບແຜນຊີວິດທີ່ປາດສະຈາກບາບຂອງພຣະອົງ ໃສ່ກັບຊີວິດ ແລະ ຕົວເຮົາ. ພຣະເຢຊູ ບໍ່ສາມາດຊົດໃຊ້ແທນບາບຂອງເຮົາ ຖ້າຫາກພຣະອົງບໍ່ປາດສະຈາກບາບ. ເພາະຄວາມຍຸດຕິທຳ ບໍ່ສາມາດຕັດສິນລົງໂທດພຣະອົງ, ພຣະອົງຈຶ່ງສາມາດຊົດໃຊ້ແທນເຮົາ ເພື່ອສະໜອງຄວາມຍຸດຕິທຳ ແລະ ຈາກນັ້ນ ໄດ້ມອບຄວາມເມດຕາໃຫ້. ເມື່ອເຮົາຈື່ຈຳ ແລະ ໃຫ້ກຽດແກ່ການເສຍສະລະຊົດໃຊ້ຂອງພຣະອົງ, ເຮົາຄວນໄຕ່ຕອງຊີວິດທີ່ປາດສະຈາກບາບຂອງພຣະອົງນຳອີກ.
ສິ່ງນີ້ ແນະນຳເຖິງຄວາມຈຳເປັນທີ່ເຮົາຕ້ອງໃຊ້ຄວາມພະຍາຍາມ. ເຮົາຈະພໍໃຈກັບສິ່ງທີ່ເຮົາເປັນຢູ່ໃນເວລານີ້ບໍ່ໄດ້ ເຮົາຕ້ອງດຳເນີນໄປໜ້າສະເໝີ “ຈົນກວ່າຈະເຕັມເຖິງຂະໜາດຄວາມສົມບູນຂອງພຣະຄຣິດ.”17 ເຊັ່ນດຽວກັບບິດາຂອງກະສັດລາໂມໄນ ໃນພຣະຄຳພີມໍມອນ, ເຮົາຕ້ອງເຕັມໃຈທີ່ຈະຖິ້ມບາບທັງໝົດຂອງເຮົາ18 ແລະ ເອົາໃຈໃສ່ກັບສິ່ງທີ່ພຣະຜູ້ເປັນເຈົ້າຄາດໝາຍຈາກເຮົາ, ເປັນສ່ວນບຸກຄົນ ຫລື ເປັນກຸ່ມນຳກັນ.
ເມື່ອບໍ່ດົນມານີ້, ເພື່ອນຄົນໜຶ່ງຂອງຂ້າພະເຈົ້າ ໄດ້ເລົ່າໃຫ້ຂ້າພະເຈົ້າຟັງ ເຖິງປະສົບການທີ່ເພິ່ນໄດ້ມີ ຕອນຮັບໃຊ້ເປັນປະທານເຜີຍແຜ່. ເພິ່ນໄດ້ຮັບການຜ່າຕັດ ແລະ ຕ້ອງໄດ້ພັກຟື້ນຫລາຍອາທິດ. ໃນໄລຍະທີ່ພັກຟື້ນນັ້ນ, ເພິ່ນໄດ້ໃຊ້ເວລາສຶກສາພຣະຄຳພີ. ໃນຕອນບ່າຍຂອງມື້ໜຶ່ງ ໃນຂະນະທີ່ເພິ່ນໄຕ່ຕອງພຣະຄຳຂອງພຣະຜູ້ຊ່ວຍໃຫ້ລອດ ໃນ ບົດທີ 27 ຂອງ 3 ນີໄຟ ຢູ່ນັ້ນ, ເພິ່ນໄດ້ເຊືອບຫລັບໄປ. ຕໍ່ມາເພິ່ນໄດ້ເລົ່າວ່າ:
“ຂ້ອຍໄດ້ຝັນ, ຊຶ່ງໃນຄວາມຝັນນັ້ນ ຂ້ອຍໄດ້ເຫັນພາບທີ່ແຈ້ງຊັດຂອງເຫດການທີ່ເກີດຂຶ້ນໃນຊີວິດຂອງຂ້ອຍ. ຂ້ອຍໄດ້ເຫັນການບາບ, ການເລືອກທີ່ຜິດ, ເຫັນຕອນ … ຂ້ອຍໄດ້ເຮັດກັບຜູ້ຄົນແບບບໍ່ມີຄວາມອົດທົນ, ເຫັນທັງການລະເວັ້ນຂອງສິ່ງດີໆ ທີ່ຂ້ອຍຄວນເວົ້າ ແລະ ຄວນເຮັດ. … [ພາບ] ຢ່າງກວ້າງຂວາງຄົບຖ້ວນ … [ຊຶ່ງທົບທວນ] ຊີວິດຂອງຂ້ອຍ ໄດ້ຖືກສະແດງໃຫ້ຂ້ອຍເຫັນ ພາຍໃນສອງສາມນາທີ, ແຕ່ເບິ່ງຄືວ່າດົນຫລາຍກວ່ານັ້ນ. ຂ້ອຍໄດ້ຕື່ນຂຶ້ນມາ, ຕົກໃຈ, ແລະ … ທັນໃດນັ້ນ ຂ້ອຍໄດ້ຄຸເຂົ່າລົງຢູ່ຂ້າງຕຽງນອນ ເລີ່ມຕົ້ນອະທິຖານ, ອ້ອນວອນຂໍການໃຫ້ອະໄພ, ດ້ວຍສຸດຄວາມຮູ້ສຶກໃນໃຈຂອງຂ້ອຍ ດັ່ງທີ່ບໍ່ເຄີຍເຮັດມາກ່ອນ.
“ກ່ອນໜ້ານັ້ນ, ຂ້ອຍບໍ່ຮູ້ວ່າ ຂ້ອຍ [ມີ] ຄວາມຕ້ອງການຫລາຍຂະໜາດໃດ ທີ່ຕ້ອງກັບໃຈ. ຄວາມຜິດ ແລະ ຄວາມອ່ອນແອຂອງຂ້ອຍ ໄດ້ຖືກເຮັດໃຫ້ແຈ່ມແຈ້ງຕໍ່ຂ້ອຍ ຊຶ່ງເຮັດໃຫ້ຊ່ອງວ່າງລະຫວ່າງຄົນທີ່ຂ້ອຍເປັນຢູ່ ກັບຄວາມບໍລິສຸດ ແລະ ພຣະກະລຸນາທິຄຸນຂອງພຣະເຈົ້າ ເບິ່ງ [ຄືວ່າ] ໄກກັນຫລາຍລ້ານກິໂລແມັດ. ໃນຄຳອະທິຖານຂອງຂ້ອຍ ໃນບ່າຍມື້ນັ້ນ, ຂ້ອຍໄດ້ສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫລືອ ຕໍ່ພຣະບິດາເທິງສະຫວັນ ແລະ ຕໍ່ພຣະຜູ້ຊ່ວຍໃຫ້ລອດ ດ້ວຍສຸດຫົວໃຈ ສຳລັບສິ່ງທີ່ພວກພຣະອົງໄດ້ກະທຳເພື່ອຂ້ອຍ ແລະ ເພື່ອຄວາມສຳພັນ ທີ່ຂ້ອຍມີກັບພັນລະຍາ ແລະ ລູກໆ. ໃນຂະນະທີ່ຄຸເຂົ່າຢູ່ນັ້ນ ຂ້ອຍຍັງຮູ້ສຶກເຖິງຄວາມຮັກ ແລະ ຄວາມເມດຕາຂອງພຣະເຈົ້ານຳອີກ ທີ່ເຫັນໄດ້ຢ່າງແຈ້ງຊັດ, ເຖິງແມ່ນຂ້ອຍຮູ້ສຶກວ່າຕົວເອງບໍ່ມີຄຸນຄ່າພຽງພໍກໍຕາມ. …
“ຂ້ອຍສາມາດເວົ້າໄດ້ວ່າ ຂ້ອຍບໍ່ເໝືອນເດີມຫລັງຈາກນັ້ນມາ. … ຈິດໃຈຂ້ອຍໄດ້ປ່ຽນໄປ. … ສິ່ງທີ່ຕິດຕາມມາ ແມ່ນວ່າ ຂ້ອຍຮູ້ສຶກອີດູຕົນຄົນອື່ນຫລາຍຂຶ້ນ, ມີຄວາມຮັກຫລາຍກວ່າເກົ່າ, ມີຄວາມກະຕືລືລົ້ນ ທີ່ຈະສັ່ງສອນພຣະກິດຕິຄຸນຫລາຍກວ່າທີ່ຜ່ານມາ. … ຂ້ອຍສາມາດເຂົ້າໃຈຂ່າວສານແຫ່ງສັດທາ, ຄວາມຫວັງ, ແລະ ຂອງປະທານແຫ່ງການກັບໃຈ ທີ່ມີຢູ່ໃນພຣະຄຳພີມໍມອນ [ຢ່າງ] ທີ່ບໍ່ເຄີຍເປັນມາກ່ອນ.”19
ມັນສຳຄັນທີ່ຈະຮັບຮູ້ວ່າ ການເປີດເຜີຍຂອງຊາຍທີ່ດີຄົນນີ້ ກ່ຽວກັບການບາບ ແລະ ຄວາມຂາດຕົກບົກພ່ອງຂອງເພິ່ນ ບໍ່ໄດ້ເຮັດໃຫ້ເພິ່ນທໍ້ຖອຍໃຈ ຫລື ເຮັດໃຫ້ເພິ່ນໝົດຫວັງ. ແມ່ນແລ້ວ, ເພິ່ນຮູ້ສຶກຕົກໃຈ ແລະ ເສຍໃຈ. ເພິ່ນຮູ້ສຶກເຖິງຄວາມຈຳເປັນຕ້ອງໄດ້ກັບໃຈ. ເພິ່ນໄດ້ຖ່ອມຕົວລົງ, ແຕ່ໄດ້ຮູ້ສຶກເຖິງຄວາມກະຕັນຍູ, ຄວາມສະຫງົບ, ແລະ ຄວາມຫວັງ—ຄວາມຫວັງທີ່ແທ້ຈິງ—ເພາະພຣະເຢຊູຄຣິດ ເປັນ, “ອາຫານແຫ່ງຊີວິດທີ່ໄດ້ລົງມາຈາກສະຫວັນ.”20
ເພື່ອນຂອງຂ້າພະເຈົ້າ ໄດ້ກ່າວເຖິງຊ່ອງວາງທີ່ເພິ່ນໄດ້ເຫັນຢູ່ໃນຄວາມຝັນ ລະຫວ່າງຊີວິດຂອງເພິ່ນ ກັບຄວາມບໍລິສຸດຂອງພຣະເຈົ້າ. ຄວາມບໍລິສຸດ ເປັນຄຳທີ່ຖືກຕ້ອງ. ການຮັບກິນພຣະກາຍ ແລະ ດື່ມໂລຫິດຂອງພຣະຄຣິດ ໝາຍເຖິງການສະແຫວງຫາຄວາມບໍລິສຸດ. ພຣະເຈົ້າບັນຊາວ່າ, “ເຈົ້າທັງຫລາຍຈົ່ງບໍລິສຸດ, ເພາະຝ່າຍເຮົາບໍລິສຸດ.”21
ເອນົກ ໄດ້ແນະນຳເຮົາວ່າ, ໃຫ້ສິດສອນລູກໆຂອງເຮົາ, ວ່າມະນຸດທຸກຄົນ, ໃນທຸກແຫ່ງຫົນ, ຈະຕ້ອງກັບໃຈ, ຖ້າບໍ່ດັ່ງນັ້ນ ພວກເຂົາຈະບໍ່ມີທາງສາມາດໄດ້ຮັບອານາຈັກຂອງພຣະເຈົ້າເປັນມູນມໍລະດົກ, ເພາະວ່າສິ່ງທີ່ບໍ່ສະອາດຈະບໍ່ສາມາດຢູ່ໃນທີ່ນັ້ນ, ຫລື ຢູ່ໃນທີ່ປະທັບຂອງພຣະອົງ; ເພາະວ່າ, ໃນພາສາຂອງອາດາມ, ພຣະຜູ້ບໍລິສຸດຄືພຣະນາມຂອງພຣະອົງ, ແລະ ພຣະນາມຂອງພຣະອົງດຽວທີ່ຖືກຳເນີດຂອງພຣະອົງຄື ບຸດມະນຸດ, ແມ່ນແຕ່ ພຣະເຢຊູຄຣິດ, ຜູ້ພິພາກສາທີ່ຊອບທຳ, ຜູ້ຈະສະເດັດມາໃນເວລາອັນຮຸ່ງໂລດ.22 ຕອນຍັງນ້ອຍ, ຂ້າພະເຈົ້າໄດ້ຄິດສົງໄສວ່າ ເປັນຫຍັງໃນພຣະຄຳພີເດີມ ພຣະເຢຊູ ມັກຖືກກ່າວເຖິງ (ແລະ ແມ່ນແຕ່ພຣະອົງເອງໄດ້ກ່າວເຖິງຕົວເອງ) ວ່າເປັນບຸດມະນຸດ ເຖິງແມ່ນພຣະອົງເປັນພຣະບຸດຂອງພຣະເຈົ້າແທ້ໆ, ແຕ່ຂໍ້ຄວາມຂອງເອນົກ ໄດ້ບອກຢ່າງແຈ່ມແຈ້ງວ່າແທ້ຈິງແລ້ວ ມັນເປັນການຮັບຮູ້ເຖິງຄວາມເປັນພຣະເຈົ້າ ແລະ ຄວາມບໍລິສຸດຂອງພຣະອົງ—ພຣະອົງເປັນພຣະບຸດຂອງພຣະຜູ້ບໍລິສຸດ, ພຣະເຈົ້າອົງເປັນພຣະບິດາ.
ຖ້າເຮົາຢາກມີຊີວິດຢູ່ໃນພຣະຄຣິດ ແລະ ຢາກໃຫ້ພຣະອົງມີຊີວິດຢູ່ໃນເຮົາ,23 ແລ້ວ ຄວາມບໍລິສຸດຄືສິ່ງທີ່ເຮົາສະແຫວງຫາ, ທັງໃນທາງຮ່າງກາຍ ແລະ ວິນຍານ.24 ເຮົາສະແຫວງຫາມັນ ໃນພຣະວິຫານ, ບ່ອນທີ່ມີຖ້ອຍຄຳຂຽນໄວ້ວ່າ “ບໍລິສຸດແດ່ພຣະຜູ້ເປັນເຈົ້າ.” ເຮົາສະແຫວງຫາມັນໃນການແຕ່ງງານ, ຄອບຄົວ, ແລະ ບ້ານເຮືອນຂອງເຮົາ. ເຮົາສະແຫວງຫາມັນໃນທຸກອາທິດ ເມື່ອເຮົາຊື່ນຊົມກັບວັນສັກສິດຂອງພຣະຜູ້ເປັນເຈົ້າ.25 ເຮົາສະແຫວງຫາມັນ ແມ່ນແຕ່ໃນສິ່ງເລັກນ້ອຍ ໃນຊີວິດປະຈຳວັນຂອງເຮົາ ເຊັ່ນ: ການປາກເວົ້າ, ການນຸ່ງຖື, ແລະ ຄວາມຄິດຂອງເຮົາ. ດັ່ງທີ່ປະທານທອມມັສ ແອັສ ມອນສັນ ໄດ້ກ່າວ, “ເຮົາອ່ານ, ເຮົາເບິ່ງ, ແລະ ເຮົາຄິດຢ່າງໃດ ເຮົາກໍຈະເປັນຢ່າງນັ້ນ.”26 ເຮົາສະແຫວງຫາຄວາມບໍລິສຸດ ເມື່ອເຮົາແບກຫາບໄມ້ກາງແຂນຂອງເຮົາໃນແຕ່ລະວັນ.27
ຊິດສະເຕີ ແຄວໂຣ ແອັຟ ມັກຄອງກີ ໄດ້ສັງເກດວ່າ: “ເຮົາຮັບຮູ້ເຖິງຄວາມສຳຄັນຂອງການທົດສອບ, ການລໍ້ລວງ, ຄວາມທຸກຍາກລຳບາກ ວ່າສາມາດດຶງເຮົາອອກຈາກທຸກສິ່ງ ທີ່ເປັນຄຸນນະທຳ ແລະ ຄວນສັນລະເສີນ ຢູ່ຕໍ່ພຣະພັກຂອງພຣະເຈົ້າໄດ້. ແຕ່ປະສົບການໃນຊ່ວງມະຕະ ຈະໃຫ້ໂອກາດເຮົາເລືອກເອົາຄວາມບໍລິສຸດ. ສ່ວນຫລາຍແລ້ວ ມັນແມ່ນການເສຍສະລະທີ່ເຮົາໄດ້ເຮັດ ເພື່ອຮັກສາພັນທະສັນຍາຂອງເຮົາ ທີ່ຊຳລະເຮົາ ແລະ ເຮັດໃຫ້ເຮົາບໍລິສຸດ.”28 ແລະ ກັບ “ການເສຍສະລະທີ່ເຮົາໄດ້ເຮັດ” ຂ້າພະເຈົ້າຈະຕື່ມການຮັບໃຊ້ທີ່ເຮົາໄດ້ກະທຳ ໃສ່ນຳອີກ.
ເຮົາຮູ້ວ່າ “ເມື່ອ [ເຮົາ] ຮັບໃຊ້ເພື່ອນມະນຸດ [ຂອງເຮົາ] [ເຮົາ] ກໍຮັບໃຊ້ພຣະເຈົ້າ [ຂອງເຮົາ] ນັ້ນເອງ.”29 ແລະ ພຣະຜູ້ເປັນເຈົ້າເຕືອນເຮົາວ່າ ການຮັບໃຊ້ເຊັ່ນນັ້ນ ເປັນໃຈກາງຂອງລັກສະນະ ແລະ ຊີວິດຂອງພຣະອົງ—“ເພາະບຸດມະນຸດບໍ່ໄດ້ມາ ເພື່ອໃຫ້ຄົນອື່ນຮັບໃຊ້ຕົນ, ແຕ່ປະທານຊີວິດຂອງຕົນ ເປັນຄ່າໄຖ່ຄົນຈຳນວນຫລວງຫລາຍ.”30 ປະທານແມຣິອອນ ຈີ ຣອມນີ ໄດ້ອະທິບາຍຢ່າງສະຫລາດວ່າ: “ການຮັບໃຊ້ບໍ່ໄດ້ເປັນບາງຢ່າງທີ່ເຮົາອົດທົນເຮັດ ຢູ່ໃນໂລກນີ້ ເພື່ອວ່າເຮົາຈະສາມາດຢູ່ໃນອານາຈັກຊັ້ນສູງ. ການຮັບໃຊ້ເປັນທຸກສິ່ງທຸກຢ່າງ ຊຶ່ງດ້ວຍການຮັບໃຊ້ນີ້ ຊີວິດທີ່ສູງສົ່ງ ໃນອານາຈັກຊັ້ນສູງຈຶ່ງຖືກສ້າງຂຶ້ນ.”31
ເຊຂາຣີຢາໄດ້ທຳນາຍວ່າ ໃນມື້ແຫ່ງການປົກຄອງໃນຊ່ວງພັນປີຂອງພຣະຜູ້ເປັນເຈົ້າ, ແມ່ນແຕ່ກະດິງຄ້ອງຄໍໍມ້າ ກໍຈະມີຖ້ອຍຄຳຂຽນໄວ້ວ່າ, “ບໍລິສຸດແດ່ພຣະຜູ້ເປັນເຈົ້າ”32 ໃນວິນຍານນັ້ນ, ໄພ່ພົນຜູ້ບຸກເບີກ ໃນຮ່ອມພູນີ້ ຈຶ່ງໄດ້ຕິດຄຳເຕືອນທີ່ວ່າ, “ບໍລິສຸດແດ່ພຣະຜູ້ເປັນເຈົ້າ,” ໄວ້ກັບສິ່ງທີ່ເບິ່ງຄືວ່າ ທຳມະດາ ຫລື ບໍ່ຕື່ນເຕັ້ນ ແລະ ໄວ້ກັບສິ່ງທີ່ກ່ຽວພັນກັບການປະຕິບັດທາງສາດສະໜານຳອີກ. ມັນມີຂຽນໄວ້ຢູ່ໃນຈອກ ແລະ ຖາດສິນລະລຶກ, ແລະ ຖືກພິມໃສ່ໃນໃບຮັບຮອງພິທີການແຕ່ງຕັ້ງສູ່ການເປັນສາວົກເຈັດສິບ ແລະ ມີຢູ່ໃນປ້າຍທຸງສະມາຄົມສະຕີສົງເຄາະ. “ບໍລິສຸດແດ່ພຣະຜູ້ເປັນເຈົ້າ” ກໍຍັງປະກົດຢູ່ຂອບປ່ອງຢ້ຽມຂອງສະຖາບັນສິນຄ້າຊີໂອນ, ຫ້າງສິນຄ້າ ZCMI ນຳອີກ. ມັນມີຂຽນໄວ້ຢູ່ຫົວຄ້ອນຕີແລະ ເຫັນຂຽນຢູ່ໃນໜ່ວຍກອງ. “ບໍລິສຸດແດ່ພຣະຜູ້ເປັນເຈົ້າ” ມີຂຽນໄວ້ຢູ່ທີ່ຫົວກອນປະຕູບ້ານ ຂອງທ່ານບຣິກຳ ຢັງ. ເຮົາຈະພົບເຫັນຄຳວ່າ ບໍລິສຸດ ຢູ່ໃນບ່ອນທີ່ແປກໆ ແລະ ບໍ່ຄາດຄິດ, ແຕ່ມັນເຕືອນເຮົາໃຫ້ເອົາໃຈໃສ່ຕໍ່ຄວາມຈຳເປັນຕ້ອງມີຄວາມບໍລິສຸດ.
ການຮັບສ່ວນພຣະກາຍຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ການດື່ມໂລຫິດຂອງພຣະອົງ ໝາຍເຖິງການດຳລົງຊີວິດໃຫ້ສອດຄ່ອງກັບລັກສະນະທີ່ເໝືອນພຣະຄຣິດ ແລະ ເຮັດໃຫ້ຄຸນສົມບັດຂອງພຣະອົງ ເປັນຄຸນສົມບັດຂອງເຮົາເອງ. ສິ່ງນີ້ຄືການກັບໃຈ ບໍ່ແມ່ນແຕ່ພຽງການຫັນໜີຈາກບາບໃນອະດີດເທົ່ານັ້ນ ແຕ່ “ຫັນຫົວໃຈ ແລະ ຄວາມປະສົງຂອງເຮົາ ໄປຫາພຣະເຈົ້າ”33 ດຳເນີນໄປໜ້ານຳອີກ. ດັ່ງທີ່ໄດ້ເກີດກັບເພື່ອນຂອງຂ້າພະເຈົ້າ ໃນຄວາມຝັນທີ່ເປີດເຜີຍຈາກສະຫວັນນັ້ນ, ພຣະເຈົ້າຈະສະແດງໃຫ້ເຮົາເຫັນຄວາມບົກພ່ອງ ແລະ ຄວາມອ່ອນແອຂອງເຮົາ, ແຕ່ພຣະອົງຈະຊ່ວຍເຮົາປ່ຽນຄວາມອ່ອນແອ ເປັນຄວາມເຂັ້ມແຂງ.34 ຖ້າຫາກເຮົາທູນຂໍດ້ວຍຄວາມຈິງໃຈວ່າ, “ມີສິ່ງໃດອີກແດ່ທີ່ຂ້ານ້ອຍຍັງຂາດຢູ່?”35 ແລ້ວພຣະອົງຈະບໍ່ປ່ອຍໃຫ້ເຮົາເດົາ, ແຕ່ດ້ວຍຄວາມຮັກ ພຣະອົງຈະຕອບເພື່ອເຫັນແກ່ຄວາມສຸກຂອງເຮົາ. ແລະ ພຣະອົງຈະປະທານຄວາມຫວັງໃຫ້ເຮົາ.
ມັນແມ່ນຄວາມພະຍາຍາມທີ່ຕ້ອງໃຊ້ເວລາ, ແລະ ມັນຈະເປັນຕາຢ້ານຫລາຍ ຖ້າຫາກເຮົາສະແຫວງຫາຄວາມບໍລິສຸດດ້ວຍຕົວຄົນດຽວ. ຄວາມຈິງທີ່ຮຸ່ງໂລດຄື ເຮົາບໍ່ໄດ້ຢູ່ຄົນດຽວ. ເຮົາມີຄວາມຮັກຂອງພຣະເຈົ້າ, ມີພຣະຄຸນຂອງພຣະຄຣິດ, ມີການປອບໂຍນ ແລະ ການຊີ້ນຳຂອງພຣະວິນຍານບໍລິສຸດ, ແລະ ມີມິດຕະພາບຂອງໝູ່ເພື່ອນທີ່ເປັນໄພ່ພົນ ໃນພຣະກາຍຂອງພຣະຄຣິດ. ຂໍໃຫ້ເຮົາຢ່າພໍໃຈຢູ່ກັບສິ່ງທີ່ເຮົາເປັນຢູ່ໃນເວລານີ້ ແລະ ຢ່າທໍ້ຖອຍໃຈ. ນີ້ເປັນເພງສວດທຳມະດາ ແຕ່ມີຄວາມໝາຍ ຊຸກຍູ້ເຮົາໃຫ້:
ໃຊ້ເວລາເພື່ອໃຫ້ບໍລິສຸດ, ໃນໂລກທີ່ຟ້າວຟັ່ງ;
ໃຊ້ເວລາໃນທີ່ລັບ ກັບພຣະເຢຊູຕາມລຳພັງ.
ໂດຍການຫລຽວເບິ່ງທີ່ພຣະເຢຊູ, ຈະກາຍເປັນເໝືອນດັ່ງພຣະອົງ;
ເປັນເພື່ອນໃນການກະທຳ ເປັນຢ່າງພຣະອົງໃນການປະກົດ.36
ຂ້າພະເຈົ້າເປັນພະຍານເຖິງພຣະເຢຊູຄຣິດ ວ່າພຣະອົງເປັນ, “ອາຫານແຫ່ງຊີວິດ ທີ່ໄດ້ລົງມາຈາກສະຫວັນ,”37 ຜູ້ທີ່ຮັບກິນ ພຣະກາຍຂອງ[ພຣະອົງ], ແລະ ດື່ມໂລຫິດຂອງ[ພຣະອົງ] ຈະມີຊີວິດນິລັນດອນ,”38 ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.