ຖານະປະໂລຫິດ ແລະ ອຳນາດແຫ່ງການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ
ກ່ອນຈຸດປະສົງຂອງພຣະບິດາເທິງສະຫວັນຈະສຳເລັດ, ອຳນາດແຫ່ງການຊົດໃຊ້ຂອງພຣະຄຣິດ ຕ້ອງມີໄວ້ສຳລັບລູກໆຂອງພຣະເຈົ້າ. ຖານະປະໂລຫິດເປັນສິ່ງຂົນສົ່ງລຳລຽງໂອກາດເຫລົ່ານີ້.
ໃຫ້ວາດພາບກັບຂ້າພະເຈົ້າເຫັນຈະຫລວດທີ່ກຳລັງຖືກນຳໄປຫາບ່ອນຍິງ ເພື່ອວ່າມັນຈະຖືກຕຽມພ້ອມສຳລັບການຍິງຂຶ້ນ. ບັດນີ້ ໃຫ້ວາດພາບເຫັນການຍິງ. ນ້ຳມັນ, ຢູ່ໃນຖັງ, ໄດ້ຖືກປ່ຽນເປັນແກ໊ດຮ້ອນ ທີ່ຜົ່ນອອກມາ, ຊຶ່ງຈຳເປັນຕໍ່ການຜັກດັນຈະຫລວດຂຶ້ນໄປອາວະກາດ. ສຸດທ້າຍ, ໃຫ້ວາດພາບເຫັນ ວັດຖຸປະສົງ, ຫລື ສັບພະສິ່ງ, ທີ່ຢອງຢູ່ເທິງຈະຫລວດ. ຄຸນຄ່າຂອງວັດຖຸປະສົງນັ້ນແມ່ນສຳຄັນພຽງແຕ່ເມື່ອມັນໄປເຖິງຈຸດທີ່ມັນຄວນໄປເຖິງ ແລະ ທຳງານຕາມທີ່ມັນຄວນເປັນ. ທ່ານບໍ່ຈຳເປັນຕ້ອງເປັນນັກສ້າງຈະຫລວດ ກ່ອນທີ່ຈະຮູ້ຈັກບຸນຄຸນ ຂອງດາວທຽມທີ່ມີລາຄາແພງນັ້ນ ຖ້າຫາກມັນຖືກເກັບໄວ້ຢູ່ໃນສາງ, ມັນກໍບໍ່ມີຄຸນຄ່າຫຍັງໝົດ. ພາລະກິດຂອງຈະຫລວດ ຄືການຂົນສົ່ງລຳລຽງວັດຖຸປະສົງເທົ່ານັ້ນ.
ຄ່ຳຄືນນີ້ ຂ້າພະເຈົ້າຢາກປຽບທຽບ ຖານະປະໂລຫິດ ທີ່ເຮົາດຳລົງຢູ່ ໃສ່ກັບຈະຫລວດ ແລະ ໂອກາດທີ່ຈະໄດ້ຮັບຜົນປະໂຫຍດຈາກອຳນາດແຫ່ງການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ ໃສ່ກັບວັດຖຸປະສົງທີ່ຈະຫລວດຂົນສົ່ງລຳລຽງ.
ເພາະການເສຍສະລະຊົດໃຊ້ຂອງພຣະອົງ, ພຣະເຢຊູຄຣິດ ຈຶ່ງມີອຳນາດ ແລະ ສິດອຳນາດ ທີ່ຈະໄຖ່ມະນຸດຊາດທັງປວງ. ເພື່ອໃຫ້ເຮົາໄດ້ຮັບອຳນາດແຫ່ງການຊົດໃຊ້ຂອງພຣະອົງ, ພຣະອົງຈຶ່ງໄດ້ມອບພາກສ່ວນໜຶ່ງຂອງອຳນາດແລະ ສິດອຳນາດຂອງພຣະອົງໃຫ້ແກ່ພວກຜູ້ຊາຍຢູ່ເທິງແຜ່ນດິນໂລກ. ອຳນາດ ແລະ ສິດອຳນາດທີ່ພຣະອົງໄດ້ມອບໃຫ້ນັ້ນ ເອີ້ນວ່າ ຖານະປະໂລຫິດ. ມັນອະນຸຍາດໃຫ້ຜູ້ດຳລົງຖານະປະໂລຫິດຊ່ວຍເຫລືອພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດ ໃນວຽກງານຂອງພວກພຣະອົງ—ເພື່ອນຳຄວາມລອດ ແລະ ຄວາມສູງສົ່ງມາໃຫ້ລູກໆຂອງພຣະອົງ. ມັນເຮັດແນວນັ້ນ ເພາະວ່າມັນໃຫ້ໂອກາດລູກໆຂອງພຣະອົງຮັບເອົາພອນຂອງອຳນາດແຫ່ງການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ.
ອຳນາດແຫ່ງການຊົດໃຊ້ຂອງພຣະເຢຊູຄຣິດແມ່ນສຳຄັນຫລາຍ ເພາະວ່າ ບໍ່ມີຄົນໃດໃນພວກເຮົາ ທີ່ສາມາດກັບຄືນໄປຫາບ້ານໃນສະຫວັນຂອງເຮົາ ປາດສະຈາກຄວາມຊ່ວຍເຫລືອ. ໃນຊ່ວງມະຕະ, ເຮົາຈະເຮັດຄວາມຜິດ ແລະ ລະເມີດກົດຂອງພຣະເຈົ້າສະເໝີ. ເຮົາເປື້ອນເປິດ້ວຍບາບ ແລະ ບໍ່ສາມາດກັບຄືນໄປຢູ່ໃນທີ່ປະທັບຂອງພຣະເຈົ້າ. ເຮົາຕ້ອງການອຳນາດແຫ່ງການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ ເພື່ອວ່າເຮົາຈະສາມາດຄືນດີກັບພຣະບິດາເທິງສະຫວັນ. ພຣະເຢຊູຄຣິດໄດ້ເຮັດໃຫ້ສາຍຮັດແຫ່ງຄວາມຕາຍທາງຮ່າງກາຍຂາດອອກ, ຊຶ່ງ ອະນຸຍາດໃຫ້ມີການຟື້ນຄືນຊີວິດ. ພຣະອົງສະເໜີທີ່ຈະໃຫ້ອະໄພແກ່ບາບ, ຕາມເງື່ອນໄຂທີ່ຕ້ອງເຊື່ອຟັງຕໍ່ກົດ ແລະ ພິທີການຂອງພຣະກິດຕິຄຸນຂອງພຣະອົງ. ຜ່ານທາງພຣະອົງ, ຄວາມລອດຈຶ່ງມີມາ. ໂອກາດທີ່ຈະໄດ້ຮັບຜົນປະໂຫຍດຈາກອຳນາດແຫ່ງການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ ຄືການສ້າງວັດຖຸປະສົງທີ່ສຳຄັນທີ່ສຸດ.
ເຖິງຢ່າງໃດກໍຕາມ, ກ່ອນຈຸດປະສົງຂອງພຣະບິດາເທິງສະຫວັນຈະສຳເລັດ, ອຳນາດແຫ່ງການຊົດໃຊ້ຂອງພຣະຄຣິດ ຕ້ອງມີສຳລັບລູກໆຂອງພຣະເຈົ້າ.1 ຖານະປະໂລຫິດເປັນສິ່ງຂົນສົ່ງລຳລຽງໂອກາດເຫລົ່ານີ້. ມັນເປັນຈະຫລວດ. ຖານະປະໂລຫິດແມ່ນສຳຄັນ ເພາະພິທີການ ແລະ ພັນທະສັນຍາທີ່ຈຳເປັນຢູ່ໃນໂລກນີ້ ໄດ້ຖືກປະຕິບັດພຽງແຕ່ໂດຍສິດອຳນາດຂອງມັນເທົ່ານັ້ນ. ຖ້າຫາກຖານະປະໂລຫິດບໍ່ສາມາດຂົນສົ່ງລຳລຽງໂອກາດທີ່ເປັນຜົນປະໂຫຍດຈາກອຳນາດແຫ່ງການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ, ແລ້ວມັນຈະມີປະໂຫຍດຫຍັງ? ມັນຈະເປັນພຽງໝາກກະໂພກທີ່ຊັບຊ້ອນ ແລະ ສ້າງຄວາມສົນໃຈເທົ່ານັ້ນບໍ? ພຣະເຈົ້າມີເຈດຕະນາໃຫ້ຖານະປະໂລຫິດຖືກໃຊ້ຫລາຍກວ່າພຽງແຕ່ຢູ່ໃນຫ້ອງຮຽນໃນວັນອາທິດ ຫລື ໃນໂອກາດທີ່ໄດ້ຮັບໃຊ້ເທົ່ານັ້ນ. ພຣະອົງມີເຈດຕະນາໃຫ້ມັນຂົນສົ່ງລຳລຽງວັດຖຸປະສົງ.
ຖ້າມີສິ່ງຜິດປົກກະຕິນຳຈະຫລວດ ແມ່ນແຕ່ພຽງໜ້ອຍໜຶ່ງ ກໍອາດບໍ່ສາມາດຂົນສົ່ງລຳລຽງໄດ້. ຝາອັດທີ່ເກົ່າ ແລະ ອຸປະກອນທີ່ບໍ່ໝັ້ນ ອາດເຮັດໃຫ້ຈະຫລວດໃຊ້ການບໍ່ໄດ້. ໃນການຮັກສາຖານະປະໂລຫິດໄວ້ຈາກຝາອັດທີ່ເກົ່າ ດັ່ງຄຳອຸປະມາ, ພຣະເຈົ້າຈຶ່ງໄດ້ຮັກສາທັງການມອບໝາຍ ແລະ ການໃຊ້ມັນ.2 ການມອບໝາຍຖານະປະໂລຫິດ ແມ່ນຖືກປ້ອງກັນໄວ້ໂດຍຂໍກະແຈຂອງຖານະປະໂລຫິດ, ຊຶ່ງເປັນສິດຂອງຝ່າຍປະທານ ທີ່ຈະມອບໃຫ້ແກ່ຜູ້ຊາຍ.3 ເຊັ່ນດຽວກັນ ການໃຊ້ຖານະປະໂລຫິດ ແມ່ນຖືກປ້ອງກັນໄວ້ໂດຍຂໍກະແຈຂອງຖານະປະໂລຫິດ ແລະ ໂດຍພັນທະສັນຍາ ທີ່ຜູ້ດຳລົງຖານະປະໂລຫິດໄດ້ເຮັດ. ດັ່ງນັ້ນ ການໃຊ້ຖານະປະໂລຫິດ ຈຶ່ງຖືກປ້ອງກັນໄວ້ໂດຍຂໍກະແຈຂອງຖານະປະໂລຫິດ ແລະ ໂດຍພັນທະສັນຍາ. ໜ້າທີ່ຮັບຜິດຊອບຂອງຜູ້ດຳລົງຖານະປະໂລຫິດ ແມ່ນຖືກມອບໃຫ້ເປັນສ່ວນບຸກຄົນ ແລະ ກ່ຽວຂ້ອງກັບຕົວລາວ;4 ຖານະປະໂລຫິດບໍ່ແມ່ນແຫລ່ງທີ່ບໍ່ມີຮູບຮ່າງ ຂອງອຳນາດທີ່ເປັນອິດສະລະ.
ຖານະປະໂລຫິດແຫ່ງອາໂຣນ ແລະ ແຫ່ງເມນຄີເສເດັກ ທັງສອງຢ່າງ ຕ້ອງຖືກຮັບເອົາໂດຍພັນທະສັນຍາ.5 ພຣະເຈົ້າເປັນຜູ້ພິຈາລະນາເງື່ອນໄຂ ແລະ ມະນຸດເປັນຜູ້ຮັບເອົາ. ຕາມຄວາມຈິງແລ້ວ, ຜູ້ດຳລົງຖານະປະໂລຫິດເຮັດພັນທະສັນຍາ ທີ່ຈະຊ່ວຍພຣະເຈົ້າໃນວຽກງານຂອງພຣະອົງ. ໃນຕອນຕົ້ນຂອງສະໄໝນີ້, ພຣະເຢຊູຄຣິດໄດ້ອະທິບາຍວ່າ ພັນທະສັນຍາຂອງຖານະປະໂລຫິດ ໄດ້ຖືກຢືນຢັນໄວ້ເທິງເຮົາເພື່ອເຫັນແກ່ເຮົາ, ແລະ ບໍ່ແມ່ນເພື່ອເຫັນແກ່ເຮົາພຽງເທົ່ານັ້ນ, ແຕ່ເພື່ອເຫັນແກ່ໂລກທັງໂລກນຳອີກ … ເພາະວ່າພວກເຂົາບໍ່ໄດ້ໄປຫາພຣະອົງ.6
ສິ່ງນີ້ສອນເຮົາວ່າ ຈຸດປະສົງຂອງຖານະປະໂລຫິດ ແມ່ນເພື່ອເຊື້ອເຊີນຄົນອື່ນໃຫ້ມາຫາພຣະຄຣິດ ໂດຍການຊ່ວຍເຂົາເຈົ້າໃຫ້ຮັບເອົາພຣະກິດຕິຄຸນທີ່ຟື້ນຟູຄືນມາໃໝ່. ເຮົາມີຖານະປະໂລຫິດ ເພື່ອວ່າເຮົາຈະໄດ້ຊ່ວຍລູກໆຂອງພຣະບິດາເທິງສະຫວັນຈາກບາບອັນໜັກໜ່ວງ ແລະ ກາຍເປັນເໝືອນດັ່ງພຣະອົງ. ຜ່ານທາງຖານະປະໂລຫິດ, ອຳນາດແຫ່ງການເປັນພຣະເຈົ້າໄດ້ຖືກສະແດງໃຫ້ປະຈັກ ໃນຊີວິດຂອງທຸກຄົນ ຜູ້ທີ່ເຮັດ ແລະ ຮັກສາພັນທະສັນຍາແຫ່ງພຣະກິດຕິຄຸນ ແລະ ຮັບເອົາພິທີການທີ່ກ່ຽວພັນກັນນັ້ນ.7 ນີ້ຄືທາງນັ້ນທີ່ເຮົາແຕ່ລະຄົນມາຫາພຣະຄຣິດ, ຖືກເຮັດໃຫ້ບໍລິສຸດ, ແລະ ຄືນດີກັບພຣະເຈົ້າ. ອຳນາດແຫ່ງການຊົດໃຊ້ຂອງພຣະຄຣິດ ກໍມີໄວ້ໃຫ້ຜ່ານທາງຖານະປະໂລຫິດ, ຊຶ່ງເປັນສິ່ງຂົນສົ່ງລຳລຽງວັດຖຸປະສົງ.
ການເຮັດພັນທະສັນຍານຳພຣະເຈົ້າ ແມ່ນຈິງຈັງ ແລະ ສັກສິດ. ບຸກຄົນຕ້ອງຕຽມຕົວ, ຮຽນຮູ້, ແລະ ເຂົ້າເຮັດພັນທະສັນຍາດ້ວຍຄວາມຕັ້ງໃຈທີ່ຈະໃຫ້ກຽດມັນ. ພັນທະສັນຍາກາຍເປັນຄຳປະຕິຍານໃນຕົວ. ໃນການຖອດຄວາມຂອງທ່ານຣໍເບີດ ໂບ້ ນັກຂຽນບົດລະຄອນ ຄົນອັງກິດ ກ່າວວ່າ, ບຸກຄົນຈະເຮັດພັນທະສັນຍາ ພຽງແຕ່ເມື່ອເຂົາຢາກສະແດງໃຫ້ເຫັນວ່າເຂົາເໝາະສົມກັບຄຳສັນຍາ. ເຂົາຈະສ້າງຄວາມສຳພັນທີ່ດີລະຫວ່າງຄວາມຈິງຂອງຄຳສັນຍາ ແລະ ຄຸນນະທຳຂອງເຂົາເອງ. ເມື່ອບຸກຄົນເຮັດພັນທະສັນຍາ, ກໍປຽບເໝືອນເຂົາກອບນ້ຳໄວ້ຢູ່ໃນມືທັງສອງຂ້າງ. ແລະ ຖ້າຫາກເຂົາວາງມື, ກໍຢ່າຫວັງເລີຍວ່າເຂົາຈະມີນ້ຳນັ້ນ. ບຸກຄົນທີ່ລະເມີດພັນທະສັນຍາ ຈະບໍ່ສາມາດເຮັດ ຫລື ຖືກຮັບປະກັນວ່າຈະໄດ້ຮັບຄືນອີກ.8
ຜູ້ດຳລົງຖານະປະໂລຫິດ ເຮັດພັນທະສັນຍາວ່າ ຈະຫລີກເວັ້ນຈາກຄວາມຊົ່ວຮ້າຍ, ຈະຊ່ວຍຄົນອື່ນຄືນດີກັບພຣະເຈົ້າ, ແລະ ຕຽມທີ່ຈະຮັບເອົາຖານະປະໂລຫິດແຫ່ງເມນຄີເສເດັກ.9 ໜ້າທີ່ຮັບຜິດຊອບທີ່ສັກສິດເຫລົ່ານີ້ ສຳເລັດຜົນ ເມື່ອລາວສອນ, ໃຫ້ບັບຕິສະມາ, ເພີ່ມຄວາມເຂັ້ມແຂງໃຫ້ແກ່ສະມາຊິກຂອງສາດສະໜາຈັກ, ແລະ ເຊື້ອເຊີນຄົນອື່ນໃຫ້ຮັບເອົາພຣະກິດຕິຄຸນ. ນີ້ຄືໜ້າທີ່ຂອງ “ຈະຫລວດ” ຂອງລາວ. ແລ້ວພຣະເຈົ້າສັນຍາວ່າຈະປະທານຄວາມຫວັງ, ການໃຫ້ອະໄພ, ແລະ ການປະຕິບັດຂອງເຫລົ່າທູດ, ແລະ ຂໍກະແຈຂອງພຣະກິດຕິຄຸນ ເລື່ອງການກັບໃຈ ແລະ ບັບຕິສະມາໃຫ້.10
ຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກ ເຮັດພັນທະສັນຍາວ່າ ຈະບັນລຸໜ້າທີ່ຮັບຜິດຊອບ ທີ່ກ່ຽວພັນກັບຖານະປະໂລຫິດແຫ່ງອາໂຣນ ແລະ ຂະຫຍາຍການເອີ້ນຂອງຕົນ ໃນຖານະປະໂລຫິດແຫ່ງເມນຄີເສເດັກ.11 ລາວເຮັດດັ່ງນັ້ນໂດຍການຮັກສາພຣະບັນຍັດ ທີ່ກ່ຽວພັນກັບພັນທະສັນຍາ. ພຣະບັນຍັດເຫລົ່ານີ້ແມ່ນຮ່ວມດ້ວຍການເອົາໃຈໃສ່ “ຢ່າງພາກພຽນຕໍ່ພຣະຄຳແຫ່ງຊີວິດນິລັນດອນ” ໂດຍການດຳລົງຊີວິດຕາມພຣະຄຳ ທີ່ ອອກມາ ຈາກພຣະໂອດຂອງພຣະເຈົ້າ,12 ໂດຍການກ່າວປະຈັກພະຍານເຖິງພຣະເຢຊູຄຣິດ ແລະ ເຖິງວຽກງານຂອງພຣະອົງໃນຍຸກສຸດທ້າຍ,13 ບໍ່ເວົ້າໂອ້ອວດກ່ຽວກັບຕົວເອງ,14 ແລະ ກາຍເປັນເພື່ອນຂອງພຣະຜູ້ຊ່ວຍໃຫ້ລອດ, ໄວ້ວາງໃຈໃນພຣະອົງ ຄືກັບເພື່ອນຄົນໜຶ່ງໄວ້ໃຈເພື່ອນ.15
ແລ້ວພຣະເຈົ້າສັນຍາວ່າ ຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກ ຈະໄດ້ຮັບຂໍກະແຈທີ່ຈະເຂົ້າໃຈສິ່ງລຶກລັບຂອງພຣະເຈົ້າ. ລາວຈະເປັນຄົນດີຂຶ້ນກວ່າເກົ່າ ເພື່ອວ່າລາວຈະສາມາດຢືນຢູ່ໃນທີ່ປະທັບຂອງພຣະເຈົ້າ. ລາວຈະສາມາດບັນລຸບົດບາດຂອງລາວ ໃນວຽກງານແຫ່ງຄວາມລອດ. ພຣະເຢຊູຄຣິດ ຈະຕຽມທາງໄວ້ໃຫ້ຜູ້ດຳລົງຖານະປະໂລຫິດ ແລະ ຈະສະຖິດຢູ່ກັບລາວ. ພຣະວິນຍານບໍລິສຸດຈະສະຖິດຢູ່ໃນໃຈຂອງຜູ້ດຳລົງຖານະປະໂລຫິດ, ແລະ ເຫລົ່າທູດຈະອູ້ມລາວໄວ້. ຮ່າງກາຍຂອງລາວຈະຖືກເຮັດໃຫ້ເຂັ້ມແຂງ ແລະ ມີຊີວິດຊີວາ. ລາວຈະມີສິດຮັບເອົາພອນຂອງອັບຣາຮາມ ແລະ ພ້ອມດ້ວຍພັນລະຍາຂອງລາວ, ຈະໄດ້ຮັບມູນມໍລະດົກນຳພຣະເຢຊູຄຣິດ ໃນອານາຈັກຂອງພຣະບິດາເທິງສະຫວັນ.16 ນີ້ຄື “ຄຳສັນຍາທີ່ຍິ່ງໃຫຍ່ ແລະ ປະເສີດແທ້ໆ.”17 ບໍ່ມີຄຳສັນຍາອື່ນໃດ ທີ່ປະເສີດຫລາຍກວ່ານີ້.
ຕໍ່ຊາຍທຸກຄົນ ຜູ້ຮັບເອົາຖານະປະໂລຫິດແຫ່ງເມນຄີເສເດັກ, ພຣະເຈົ້າໄດ້ຢືນຢັນພັນທະສັນຍາຂອງພຣະອົງ ຊຶ່ງສັນຍາດ້ວຍຄຳສາບານ.18 ຄຳສາບານນີ້ກ່ຽວພັນພຽງແຕ່ກັບຖານະປະໂລຫິດແຫ່ງເມນຄີເສເດັກເທົ່ານັ້ນ,19 ແລະ ແມ່ນພຣະເຈົ້າເອງ ທີ່ກ່າວຄຳສາບານ, ບໍ່ແມ່ນຜູ້ດຳລົງຖານະປະໂລຫິດ.20 ເພາະກໍລະນີທີ່ພິເສດນີ້ ກ່ຽວພັນກັບອຳນາດ ແລະ ສິດອຳນາດແຫ່ງສະຫວັນຂອງພຣະອົງ, ພຣະເຈົ້າຈຶ່ງໃຊ້ຄຳສາບານ, ໃຊ້ພາສາທີ່ມີພະລັງທີ່ສຸດທີ່ພຣະອົງສາມາດເຮັດໄດ້, ເພື່ອໃຫ້ເຮົາແນ່ໃຈເຖິງການຜູກມັດ ແລະ ລັກສະນະຂອງຄຳສັນຍາຂອງພຣະອົງ ທີ່ບໍ່ສາມາດລົບລ້າງໄດ້.
ຜົນສະທ້ອນທີ່ຮ້າຍແຮງຈະມາເຖິງ ຈາກການລະເມີດພັນທະສັນຍາຂອງຖານະປະໂລຫິດ ແລະ ການຫັນໜີຈາກມັນ.21 ການບໍ່ເອົາໃຈໃສ່ ຫລື ການເສີຍເມີຍຈາກການເອີ້ນໃນຖານະປະໂລຫິດ ກໍຄືກັນກັບການເອົາອຸປະກອນທີ່ບໍ່ໝັ້ນເຂົ້າໄປໃສ່ໃນສ່ວນປະກອບຂອງຈະຫລວດ. ມັນຈະສ້າງຄວາມເສຍຫາຍໃຫ້ແກ່ພັນທະສັນຍາຂອງຖານະປະໂລຫິດ ເພາະມັນຈະກໍ່ໃຫ້ເກີດການຕິດຂັດໄດ້. ການບໍ່ເຊື່ອຟັງຕໍ່ພຣະບັນຍັດຂອງພຣະເຈົ້າ ຄືການລະເມີດຕໍ່ພັນທະສັນຍາ. ສຳລັບຜູ້ລະເມີດພັນທະສັນຍາ ເທື່ອແລ້ວເທື່ອອີກ, ພອນຂອງຄຳສັນຍາຈະຖືກຖອນໄປ.
ຂ້າພະເຈົ້າເຂົ້າໃຈຫລາຍຂຶ້ນກ່ຽວກັບຄວາມສຳພັນລະຫວ່າງຈະຫລວດ ຄື “ຖານະປະໂລຫິດ” ແລະ ວັດຖຸປະສົງ ຄື “ໂອກາດທີ່ຈະໄດ້ຮັບປະໂຫຍດຈາກອຳນາດແຫ່ງການຊົດໃຊ້ຂອງພຣະຄຣິດ” ເມື່ອຫລາຍປີກ່ອນ. ພາຍໃນອາທິດ, ຂ້າພະເຈົ້າໄດ້ຮັບມອບໝາຍສອງຢ່າງ. ຢ່າງໜຶ່ງຄືການຈັດຕັ້ງສະເຕກທຳອິດຢູ່ໃນປະເທດ, ແລະ ອີກຢ່າງໜຶ່ງ ຄືການສຳພາດຊາຍໜຸ່ມຄົນໜຶ່ງ, ຖ້າທຸກສິ່ງຮຽບຮ້ອຍດີ, ມອບຖານະປະໂລຫິດ ແລະ ພອນຂອງພຣະວິຫານ ຄືນໃຫ້ລາວ. ຊາຍຜູ້ອາຍຸ 30 ປີຄົນນີ້ ໄດ້ເຂົ້າຮ່ວມສາດສະໜາຈັກ ຕອນເປັນໄວລຸ້ນ. ລາວໄດ້ຮັບໃຊ້ເຜີຍແຜ່ຢ່າງມີກຽດ. ແຕ່ຫລັງຈາກລາວກັບມາບ້ານ, ລາວໄດ້ອອກນອກທາງ, ແລະ ໄດ້ສູນເສຍການເປັນສະມາຊິກຂອງລາວ ໃນສາດສະໜາຈັກ. ຫລັງຈາກຫລາຍປີຜ່ານໄປ, “ລາວກໍສຳນຶກຕົວໄດ້,”22 ແລະ ດ້ວຍຄວາມຊ່ວຍເຫລືອຈາກຜູ້ດຳລົງຖານະປະໂລຫິດທີ່ຮັກແພງ ແລະ ສະມາຊິກທີ່ມີເມດຕາ, ລາວໄດ້ກັບໃຈ ແລະ ໄດ້ຮັບບັບຕິສະມາຄືນໃໝ່ ເຂົ້າສູ່ສາດສະໜາຈັກ.
ຕໍ່ມາ, ລາວໄດ້ອຸທອນຂໍຖານະປະໂລຫິດ ແລະ ພອນຂອງພຣະວິຫານຄືນ. ພວກເຮົາໄດ້ນັດພົບກັນ ໃນວັນເສົາ ເວລາ 10 ໂມງເຊົ້າ ຢູ່ຕຶກໂບດ. ຕອນຂ້າພະເຈົ້າໄປຮອດເພື່ອສຳພາດຄົນອື່ນ, ລາວໄດ້ຢູ່ທີ່ນັ້ນແລ້ວ. ລາວຕື່ນເຕັ້ນຫລາຍທີ່ຈະໄດ້ຮັບຖານະປະໂລຫິດຄືນອີກ, ຈົນວ່າອົດໃຈລໍບໍ່ໄດ້.
ລະຫວ່າງການສຳພາດ, ຂ້າພະເຈົ້າໄດ້ເອົາຈົດໝາຍໃຫ້ລາວເບິ່ງ ທີ່ບອກວ່າປະທານທອມມັສ ແອັສ ມອນສັນ ໄດ້ກວດກາເບິ່ງໃບອຸທອນຂອງລາວ ແລະ ໄດ້ອະນຸຍາດໃຫ້ສຳພາດລາວໄດ້. ສິ່ງນີ້ໄດ້ເຮັດໃຫ້ຊາຍໜຸ່ມຄົນນີ້ນ້ຳຕາໄຫລ. ແລ້ວ ຂ້າພະເຈົ້າໄດ້ບອກລາວວ່າ ວັນທີນັດພົບສຳພາດຂອງພວກເຮົາ ບໍ່ມີຄວາມໝາຍພິເສດແນວໃດໃນຊີວິດຂອງລາວ. ລາວງົງ. ຂ້າພະເຈົ້າໄດ້ບອກລາວວ່າ, ຫລັງຈາກທີ່ຂ້າພະເຈົ້າໄດ້ມອບພອນໃຫ້ລາວຄືນ, ບັນທຶກການເປັນສະມາຊິກຂອງລາວ ຈະມີພຽງແຕ່ ວັນທີຂອງການຮັບບັບຕິສະມາເທື່ອທຳອິດ, ການຢືນຢັນ, ການແຕ່ງຕັ້ງຕໍ່ຖານະປະໂລຫິດ, ແລະ ວັນທີທີ່ລາວໄດ້ໄປຮັບເອົາຂອງປະທານສັກສິດ. ລາວນ້ຳຕາໄຫລຕື່ມອີກ.
ຂ້າພະເຈົ້າໄດ້ຂໍໃຫ້ລາວອ່ານຈາກ Doctrine and Covenants ວ່າ:
ຄົນໃດທີ່ກັບໃຈຈາກບາບຂອງເຂົາ, ຄົນໆນັ້ນໄດ້ຮັບການໃຫ້ອະໄພ, ແລະ ພຣະຜູ້ເປັນເຈົ້າ, ບໍ່ຈື່ຈຳບາບຂອງຄົນນັ້ນອີກເລີຍ.
ໂດຍການນັ້ນ ເຮົາຈະຮູ້ວ່າຄົນໆນັ້ນໄດ້ກັບໃຈຈາກບາບຂອງເຂົາຫລືບໍ່—ວ່າເຂົາຈະສາລະພາບ ແລະ ປະຖິ້ມມັນ.23
ລາວໄດ້ນ້ຳຕາໄຫລອີກເປັນເທື່ອທີສາມ. ແລ້ວ ຂ້າພະເຈົ້າໄດ້ວາງມືໃສ່ເທິງຫົວລາວ ແລະ ໃນພຣະນາມຂອງພຣະເຢຊູຄຣິດ ແລະ ໂດຍສິດອຳນາດຂອງຖານະປະໂລຫິດແຫ່ງເມນຄີເສເດັກ, ແລະ ດ້ວຍສິດອຳນາດຂອງປະທານຂອງສາດສະໜາຈັກ, ຂ້າພະເຈົ້າໄດ້ມອບຖານະປະໂລຫິດ ແລະ ພອນຂອງຖານະປະໂລຫິດຄືນໃຫ້ລາວ.
ຄວາມສຸກທີ່ມາສູ່ພວກເຮົາແມ່ນເລິກຊຶ້ງທີ່ສຸດ. ລາວຮູ້ວ່າ ລາວໄດ້ຖືກອະນຸຍາດໃຫ້ດຳລົງ ແລະ ໃຊ້ຖານະປະໂລຫິດຂອງພຣະເຈົ້າຄືນອີກ. ລາວຮູ້ວ່າ ພອນຂອງພຣະວິຫານຂອງລາວ ທຳງານຢ່າງສົມບູນຄືນອີກ. ລາວຍ່າງໄປແບບຕື່ນເຕັ້ນ ແລະ ມີໃບໜ້າທີ່ແຈ່ມໃສ. ຂ້າພະເຈົ້າພູມໃຈກັບລາວຫລາຍ, ແລະ ຂ້າພະເຈົ້າຮູ້ວ່າພຣະບິດາເທິງສະຫວັນ ກໍພູມໃຈກັບລາວຄືກັນ.
ຫລັງຈາກນັ້ນ, ສະເຕກໄດ້ຖືກຈັດຕັ້ງ. ມີໄພ່ພົນທີ່ຊື່ສັດ ແລະ ກະຕືລືລົ້ນຢ່າງຫລວງຫລາຍມາຮ່ວມ, ແລະ ຝ່າຍປະທານສະເຕກທີ່ດີເລີດ ໄດ້ຖືກແຕ່ງຕັ້ງ. ເຖິງຢ່າງໃດກໍຕາມ, ສຳລັບຂ້າພະເຈົ້າແລ້ວ, ຄວາມສຸກກັບໂອກາດແຫ່ງປະຫວັດສາດ ຂອງການຈັດຕັ້ງສະເຕກທຳອິດນີ້ຢູ່ໃນປະເທດ ກໍຍັງບໍ່ເທົ່າກັບຄວາມສຸກ ທີ່ຂ້າພະເຈົ້າຮູ້ສຶກ ຕອນມອບພອນຄືນໃຫ້ຊາຍໜຸ່ມຄົນນັ້ນ.
ຂ້າພະເຈົ້າຮັບຮູ້ວ່າ ຈຸດປະສົງຂອງການຈັດຕັ້ງສະເຕກຂຶ້ນ, ຫລື ການໃຊ້ຖານະປະໂລຫິດຂອງພຣະເຈົ້າ ໃນທາງໃດກໍຕາມ, ແມ່ນເພື່ອຮັບໃຊ້ພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດ ໃນວຽກງານຂອງພວກພຣະອົງ—ເພື່ອໃຫ້ໂອກາດສຳລັບການໄຖ່ ແລະ ນຳຄວາມລອດມາໃຫ້ລູກແຕ່ລະຄົນຂອງພຣະເຈົ້າ. ເຊັ່ນດຽວກັບຈະຫລວດ ຊຶ່ງມີໜ້າທີ່ຂົນສົ່ງລຳລຽງວັດຖຸປະສົງ, ຖານະປະໂລຫິດກໍຂົນສົ່ງລຳລຽງພຣະກິດຕິຄຸນຂອງພຣະເຢຊູຄຣິດ, ເພື່ອໃຫ້ທຸກຄົນສາມາດເຮັດພັນທະສັນຍາ ແລະ ຮັບເອົາພິທີການທີ່ກ່ຽວພັນກັນນັ້ນ. ເພື່ອວ່າ “ໂລຫິດແຫ່ງການຊົດໃຊ້ຂອງພຣະຄຣິດ”24 ຈະສາມາດຖືກນຳໃຊ້ໃນຊີວິດຂອງເຮົາ ເມື່ອເຮົາມີປະສົບການກັບອິດທິພົນທີ່ເຮັດໃຫ້ບໍລິສຸດ ຂອງພຣະວິນຍານບໍລິສຸດ ແລະ ຮັບເອົາພອນທີ່ພຣະເຈົ້າສັນຍາ.
ນອກເໜືອໄປຈາກການເຊື່ອຟັງຕໍ່ກົດ ແລະ ພິທີການຂອງພຣະກິດຕິຄຸນແລ້ວ, ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ເຮັດ ແລະ ຮັກສາພັນທະສັນຍາຂອງຖານະປະໂລຫິດ. ຈົ່ງຮັບເອົາຄຳສາບານຂອງພຣະເຈົ້າ ແລະ ຄຳສັນຍາຂອງພຣະອົງ. ຈົ່ງຂະຫຍາຍໜ້າທີ່ຮັບຜິດຊອບຂອງທ່ານ ໃນຖານະປະໂລຫິດ ໂດຍການຊ່ວຍເຫລືອພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດ. ຈົ່ງໃຊ້ຖານະປະໂລຫິດ ເພື່ອຊ່ວຍຂົນສົ່ງລຳລຽງໂອກາດ ທີ່ເປັນຜົນປະໂຫຍດຈາກອຳນາດແຫ່ງການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ ໄປໃຫ້ຄົນອື່ນ! ເມື່ອທ່ານເຮັດເຊັ່ນນັ້ນ, ພອນອັນຍິ່ງໃຫຍ່ ຈະມາສູ່ທ່ານ ແລະ ຄອບຄົວຂອງທ່ານ. ຂ້າພະເຈົ້າເປັນພະຍານວ່າ ພຣະຜູ້ໄຖ່ຊົງພຣະຊົນຢູ່ ແລະ ຊີ້ນຳວຽກງານນີ້, ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.