ນິລັນດອນໃນແຕ່ລະວັນ
ການຖ່ອມຕົວກ່ຽວກັບວ່າເຮົາເປັນໃຜ ແລະ ຈຸດປະສົງຂອງພຣະເຈົ້າສຳລັບເຮົາ ເປັນສິ່ງສຳຄັນ.
ນັບແຕ່ການໄປເຜີຍແຜ່ສາດສະໜາຂອງຂ້າພະເຈົ້າຢູ່ປະເທດອັງກິດ ຕອນເປັນໜຸ່ມ, ຂ້າພະເຈົ້າຍັງມັກຄຳຕະຫລົກຂອງຊາວອັງກິດຢູ່. ບາງເທື່ອມັນບົ່ງບອກເຖິງການຄັດຄ້ານຕົນເອງ, ຄວາມສຸພາບ, ການເຂົ້າຫາຊີວິດດ້ວຍຄວາມຖ່ອມຕົວ. ຕົວຢ່າງເຖິງສິ່ງນີ້ແມ່ນເຫັນຢູ່ໃນລະດູແລ້ງ. ລະດູແລ້ງຂອງປະເທດອັງກິດແມ່ນສັ້ນໆ ແລະ ອາກາດປ່ຽນແປງກະທັນຫັນ. ນັກຂຽນຄົນໜຶ່ງໄດ້ກ່າວແບບຕະຫລົກວ່າ, “ຂ້ອຍມັກລະດູແລ້ງໃນປະເທດອັງກິດ, ມັນເປັນ ມື້ ທີ່ຂ້ອຍມັກຫລາຍພາຍໃນປີ.”1 ຮູບກາຕູນຂອງຄົນອັງກິດ ທີ່ຂ້າພະເຈົ້າມັກ ແມ່ນຮູບຂອງຜູ້ຍິງຄົນໜຶ່ງທີ່ໄດ້ຕື່ນນອນສວຍ ໃນເຊົ້າມື້ໜຶ່ງ ແລ້ວເວົ້າກັບໝາຂອງນາງວ່າ, “ໂອ້ຍ ຕາຍແລ້ວ! ຂ້ອຍນອນລືມຕື່ນ ແລະ ລະດູແລ້ງກໍໄດ້ຜ່ານໄປແລ້ວ.”2
ຄຳຕະຫລົກນີ້ສາມາດເອົາມາປຽບທຽບໃສ່ກັບຊີວິດຂອງເຮົາ ຢູ່ໃນໂລກທີ່ສວຍງາມນີ້ໄດ້. ພຣະຄຳພີບອກໄວ້ຢ່າງແຈ່ມແຈ້ງວ່າ ການເປັນຢູ່ທີ່ມີຄ່າຂອງເຮົາຢູ່ໃນໂລກນີ້ ແມ່ນສັ້ນທີ່ສຸດ. ສາມາດເວົ້າໄດ້ວ່າ ເມື່ອປຽບທຽບໃສ່ກັບນິລັນດອນແລ້ວ, ເວລາຂອງເຮົາຢູ່ໃນໂລກ ແມ່ນເປັນຄືກັນກັບລະດູແລ້ງທີ່ສັ້ນໆ ຂອງປະເທດອັງກິດນັ້ນແຫລະ.3
ບາງເທື່ອຈຸດປະສົງຂອງມະນຸດ ແລະ ການເປັນຢູ່ ກໍໄດ້ຖືກບັນຍາຍໄວ້ ໃນຄຳທີ່ຖ່ອມຕົວແທ້ໆ. ຖ້າປຽບທຽບໃສ່ກັບວັນເວລາຂອງເຮົາ, ສາດສະດາໂມເຊ ໄດ້ຖືກລ້ຽງດູ ຢ່າງສຸກສະບາຍ. ດັ່ງທີ່ມີບັນທຶກໄວ້ຢູ່ໃນໜັງສື Pearl of Great Price, ພຣະຜູ້ເປັນເຈົ້າໄດ້ຕຽມໂມເຊສຳລັບໜ້າທີ່ເປັນສາດສະດາຂອງເພິ່ນ, ໄດ້ໃຫ້ເພິ່ນເຫັນໂລກ ແລະ ລູກຫລານມະນຸດທີ່ເປັນຢູ່ ແລະ ໄດ້ຖືກສ້າງຂຶ້ນມາ.4 ໂມເຊໄດ້ບອກເຖິງຄວາມງົງງັນຂອງເພິ່ນວ່າ, ບັດນີ້ … ເພິ່ນຈຶ່ງຮູ້ວ່າ ມະນຸດບໍ່ໄດ້ເປັນອັນໃດເລີຍ, ຊຶ່ງເລື່ອງນີ້ເພິ່ນບໍ່ເຄີຍຄິດມາກ່ອນ.5
ຕໍ່ມາ, ໃນການຕໍ່ຕ້ານກັບຄວາມຮູ້ສຶກໃດໆຂອງໂມເຊ ທີ່ຄິດວ່າຕົນເອງບໍ່ສຳຄັນ, ພຣະເຈົ້າໄດ້ບອກເຖິງຈຸດປະສົງທີ່ແທ້ຈິງຂອງພຣະອົງວ່າ, ນີ້ຄືວຽກງານຂອງພຣະເຈົ້າ ແລະ ລັດສະໝີພາບຂອງພຣະອົງ—ຄືການທີ່ຈະເຮັດໃຫ້ເກີດຄວາມເປັນອະມະຕະ ແລະ ຊີວິດນິລັນດອນຂອງມະນຸດ.6
ເຮົາທຸກຄົນເທົ່າທຽມກັນ ຢູ່ຕໍ່ພຣະພັກຂອງພຣະເຈົ້າ. ຄຳສອນຂອງພຣະອົງແມ່ນແຈ່ມແຈ້ງ. ໃນພຣະຄຳພີມໍມອນ, ເຮົາອ່ານວ່າ, “ທຸກຄົນເທົ່າທຽມກັນສຳລັບພຣະເຈົ້າ,” ຮ່ວມທັງ “ດຳ ແລະ ຂາວ, ຂ້າທາດ ແລະ ຜູ້ເປັນອິດສະລະ, ຊາຍ ແລະ ຍິງ.”7 ຕາມຈິງແລ້ວ, ທຸກຄົນໄດ້ຖືກເຊື້ອເຊີນໃຫ້ມາຫາພຣະຜູ້ເປັນເຈົ້າ.8
ບຸກຄົນທີ່ຄິດວ່າຕົນເອງເໜືອກວ່າແຜນຂອງພຣະບິດາ ເພາະຈຸດພິເສດເຊັ່ນ ເຊື້ອຊາດ, ເພດ, ສັນຊາດ, ພາສາ, ຫລື ຖານະຄວາມຮັ່ງມີ ໄດ້ຄິດຜິດແລ້ວ ແລະ ບໍ່ເຂົ້າໃຈຈຸດປະສົງທີ່ແທ້ຈິງຂອງພຣະຜູ້ເປັນເຈົ້າ ສຳລັບລູກໆທຸກຄົນຂອງພຣະບິດາ.9
ໜ້າເສຍໃຈທີ່ ໃນວັນເວລາຂອງເຮົາ ເກືອບໃນທຸກພາກສ່ວນຂອງສັງຄົມ, ເຮົາເຫັນ ການນຶກວ່າຕົນເອງສຳຄັນ ແລະ ການອວດດີ ຖືກຍົກຍ້ອງ ແລະ ຄວາມຖ່ອມຕົວ ແລະ ຄວາມຮັບຜິດຊອບຕໍ່ພຣະເຈົ້າ ຖືກດູຖູກ. ສັງຄົມສ່ວນຫລາຍໄດ້ສູນເສຍຄວາມຈິງຂັ້ນພື້ນຖານ ແລະ ບໍ່ເຂົ້າໃຈວ່າ ເປັນຫຍັງເຮົາຈຶ່ງມາຢູ່ໃນໂລກນີ້. ຄວາມຖ່ອມຕົວທີ່ແທ້ຈິງ, ຊຶ່ງສຳຄັນຕໍ່ການບັນລຸຈຸດປະສົງຂອງພຣະຜູ້ເປັນເຈົ້າສຳລັບເຮົາ ສ່ວນໜ້ອຍທີ່ຈະແຈ່ມແຈ້ງ.10
ມັນສຳຄັນທີ່ຈະເຂົ້າໃຈຄວາມໃຫຍ່ໂຕຂອງຄວາມຖ່ອມຕົວ, ຄວາມຊອບທຳ, ບຸກຄະລິກລັກສະນະ, ແລະ ຄວາມຮູ້ແຈ້ງຂອງພຣະຄຣິດ, ໃນການເປັນຕົວຢ່າງ ຢູ່ໃນພຣະຄຳພີ. ມັນເປັນສິ່ງໂງ່ຈ້າ ທີ່ຈະໝິ່ນປະໝາດຄວາມຈຳເປັນ ທີ່ຈະພະຍາຍາມໃຫ້ມີທັດສະນະ ແລະ ມີຄຸນສົມບັດຢ່າງພຣະຄຣິດ ໃນແຕ່ລະມື້, ໂດຍສະເພາະ ມີຄວາມຖ່ອມຕົວ.11
ພຣະຄຳພີບອກຢ່າງແຈ່ມແຈ້ງວ່າ ເຖິງແມ່ນຊີວິດນີ້ຈະສັ້ນຫລາຍ, ແຕ່ມັນກໍມີຄວາມສຳຄັນຫລາຍທີ່ສຸດ. ແອມມິວເລັກ ຜູ້ເປັນຄູ່ ສອນສາດສະໜາຂອງແອວມາ ໃນພຣະຄຳພີມໍມອນ, ໄດ້ກ່າວວ່າ, “ຈົ່ງເບິ່ງ, ຊີວິດນີ້ເປັນເວລາສຳລັບມະນຸດທີ່ຈະຕຽມພ້ອມພົບກັບພຣະເຈົ້າ, ແທ້ຈິງແລ້ວ, ຈົ່ງເບິ່ງ, ວັນແຫ່ງຊີວິດນີ້ ເປັນວັນສຳລັບມະນຸດທີ່ຈະສະແດງຜົນງານຂອງຕົນເອງ.”12 ຄືກັນກັບຮູບກາຕູນທີ່ຂ້າພະເຈົ້າມັກ, ເຮົາບໍ່ຄວນນອນຫລັບໄຫລຕະຫລອດຊີວິດນີ້.
ຕົວຢ່າງຂອງພຣະຜູ້ຊ່ວຍໃຫ້ລອດເລື່ອງຄວາມຖ່ອມຕົວ ແລະ ການເສຍສະລະ ສຳລັບມວນມະນຸດ ເປັນເຫດການທີ່ປະທັບໃຈຫລາຍ ໃນປະຫວັດສາດ. ພຣະຜູ້ຊ່ວຍໃຫ້ລອດ, ແມ່ນແຕ່ສະມາຊິກອົງໜຶ່ງໃນຝ່າຍພຣະເຈົ້າ, ກໍຍັງເຕັມພຣະໄທມາສູ່ໂລກ ເປັນກຸມມານນ້ອຍທີ່ຕ່ຳຕ້ອຍ ແລະ ເລີ່ມຕົ້ນການເປັນຢູ່ ທີ່ຮ່ວມດ້ວຍການສິດສອນ ແລະ ປິ່ນປົວອ້າຍເອື້ອຍນ້ອງ ແລະ ໃນທີ່ສຸດ ໄດ້ຮັບທຸກທໍລະມານ ຈົນເກີນກວ່າຈະພັນລະນາໄດ້ ຢູ່ໃນສວນເຄັດເຊມາເນ ແລະ ຢູ່ເທິງໄມ້ກາງແຂນ ເພື່ອເຮັດໃຫ້ການຊົດໃຊ້ຂອງພຣະອົງສຳເລັດຄົບຖ້ວນ. ການກະທຳດ້ວຍຄວາມຮັກແລະ ດ້ວຍຄວາມຖ່ອມຕົວຂອງພຣະຄຣິດ ຖືກຮູ້ຈັກກັນວ່າ ພຣະເມດຕາກະລຸນາຂອງພຣະອົງ.13 ພຣະອົງໄດ້ເຮັດສິ່ງນີ້ເພື່ອຊາຍ ແລະ ຍິງ ທຸກຄົນ ທີ່ພຣະເຈົ້າໄດ້ສ້າງ ຫລື ຈະສ້າງຂຶ້ນມາ.
ພຣະບິດາເທິງສະຫວັນຂອງເຮົາ ບໍ່ປະສົງໃຫ້ລູກໆຂອງພຣະອົງ ຢ້ານກົວ ຫລື ຍອມແພ້ ກັບການສະແຫວງຫາລັດສະໝີພາບຊັ້ນສູງຂອງພວກເຂົາ. ເມື່ອເຮົາໄຕ່ຕອງກ່ຽວກັບພຣະເຈົ້າ ພຣະບິດາ ແລະ ພຣະຄຣິດ ພຣະບຸດ, ວ່າພວກພຣະອົງເປັນໃຜ, ແລະ ເຖິງສິ່ງທີ່ພວກພຣະອົງໄດ້ສຳເລັດ ເພື່ອເຮົາ, ມັນໄດ້ເຮັດໃຫ້ເຮົາເຕັມໄປດ້ວຍຄວາມຄາລະວະ, ຄວາມພິສະຫວົງ, ຄວາມກະຕັນຍູ, ແລະ ຄວາມຖ່ອມຕົວ.
ຄວາມຖ່ອມຕົວແມ່ນສຳຄັນຫລາຍໃນການຊ່ວຍພຣະຜູ້ເປັນເຈົ້າສ້າງຕັ້ງສາດສະໜາຈັກຂອງພຣະອົງຂຶ້ນ.
ແອວມາໄດ້ຖາມຄຳຖາມ ໃນວັນເວລາຂອງເພິ່ນ ທີ່ກ່ຽວພັນກັບວັນເວລາຂອງເຮົາ ດັ່ງນີ້: “ຖ້າຫາກພວກທ່ານເຄີຍປະສົບກັບການປ່ຽນແປງໃນໃຈ ແລະ ຖ້າຫາກພວກທ່ານຮູ້ສຶກຢາກຮ້ອງເພງສັນລະເສີນຄວາມຮັກທີ່ໄຖ່, ຂ້າພະເຈົ້າຈະຖາມວ່າ, ພວກທ່ານຮູ້ສຶກເຊັ່ນນັ້ນບໍໃນຂະນະນີ້?”14 ແອວມາໄດ້ກ່າວຕື່ມວ່າ, “ຖ້າຫາກພວກທ່ານຖືກເອີ້ນໃຫ້ຕາຍໃນເວລານີ້, … ພວກທ່ານຖ່ອມຕົວພຽງພໍແລ້ວບໍ?”15
ທຸກເທື່ອທີ່ຂ້າພະເຈົ້າອ່ານກ່ຽວກັບແອວມາຜູ້ເປັນລູກ ໄດ້ສະລະບົດບາດຂອງເພິ່ນ ໃນການເປັນຫົວໜ້າຜູ້ຕັດສິນ ເພື່ອໄປສອນພຣະຄຳຂອງພຣະເຈົ້າ,16 ມັນເຮັດໃຫ້ຂ້າພະເຈົ້າປະທັບໃຈຫລາຍ. ເຫັນໄດ້ຢ່າງແຈ່ມແຈ້ງວ່າ ແອວມາມີປະຈັກພະຍານທີ່ເລິກຊຶ້ງ ເຖິງພຣະເຈົ້າອົງເປັນພຣະບິດາ ແລະ ເຖິງພຣະເຢຊູຄຣິດ ແລະ ຮູ້ສຶກມີຄວາມຮັບຜິດຊອບທັງໝົດຕໍ່ພວກພຣະອົງແທ້ໆ ແລະ ປາດສະຈາດຄວາມລັ່ງເລໃຈ. ເພິ່ນຮູ້ຈັກລຳດັບຄວາມສຳຄັນ ແລະ ມີຄວາມຖ່ອມຕົວຫລາຍ ຈົນຍອມລາຈາກຖານະ ແລະ ຕຳແໜ່ງ ເພາະເພິ່ນຮູ້ວ່າ ການຮັບໃຊ້ພຣະຜູ້ເປັນເຈົ້າແມ່ນສຳຄັນກວ່າ.
ການມີຄວາມຖ່ອມຕົວພຽງພໍໃນຊີວິດຂອງເຮົາ ເພື່ອຊ່ວຍສະຖາປະນາສາດສະໜາຈັກ ເປັນສິ່ງມີຄ່າຫລາຍທີ່ສຸດ. ຕົວຢ່າງໃນປະຫວັດສາດຂອງສາດສະໜາຈັກ ກໍສະແດງໃຫ້ເຫັນຢ່າງແຈ່ມແຈ້ງ. ໃນເດືອນມິຖຸນາ ຂອງປີ 1837, ສາດສະດາໂຈເຊັບ ໄດ້ຮັບການດົນໃຈ ຂະນະທີ່ຢູ່ໃນພຣະວິຫານເຄີດແລນ ເພື່ອເອີ້ນອັກຄະສາວົກຮີເບີ ຊີ ຄິມໂບ ໃຫ້ນຳເອົາພຣະກິດຕິຄຸນຂອງພຣະເຢຊູຄຣິດ ໄປ “ປະເທດອັງກິດ … ແລະ ເປີດປະຕູແຫ່ງຄວາມລອດ ໃຫ້ແກ່ປະຊາຊາດນັ້ນ.”17 ອັກຄະສາວົກ ອໍສັນ ຮາຍດ໌ ແລະ ຄົນອື່ນສອງສາມຄົນໄດ້ຖືກມອບໝາຍ ໃຫ້ໄປນຳເພິ່ນ. ຄຳຕອບຂອງແອວເດີ ຄິມໂບ ແມ່ນໜ້າອັດສະຈັນໃຈຫລາຍ. “ຄວາມຄິດເຖິງການມອບໝາຍຕໍ່ພາລະກິດທີ່ສຳຄັນນີ້ ເຮັດໃຫ້ຂ້າພະເຈົ້າເກືອບຮັບເອົາມັນບໍ່ໄດ້. … [ຂ້າພະເຈົ້າ] ເກືອບປະຕິເສດບໍ່ຮັບເອົາພາລະອັນໜັກໜ່ວງນີ້ແລ້ວ ທີ່ຖືກມອບໝາຍໃຫ້ຂ້າພະເຈົ້າ.”18 ເຖິງຢ່າງໃດກໍຕາມ, ເພິ່ນໄດ້ໄປເຜີຍແຜ່ ດ້ວຍສັດທາ, ດ້ວຍຄວາມຕັ້ງໃຈ, ແລະ ດ້ວຍຄວາມຖ່ອມຕົວທີ່ສຸດ.
ບາງເທື່ອ ຄວາມຖ່ອມຕົວ ຄືການຮັບເອົາການເອີ້ນ ທີ່ເຮົາຮູ້ສຶກວ່າ ບໍ່ພຽບພ້ອມ. ບາງເທື່ອ ຄວາມຖ່ອມຕົວ ຄືການຮັບໃຊ້ຢ່າງຊື່ສັດ ຕອນເຮົາຮູ້ສຶກວ່າ ເຮົາສາມາດເຮັດໜ້າທີ່ມອບໝາຍທີ່ສູງກວ່ານັ້ນໄດ້. ຜູ້ນຳທີ່ຖ່ອມຕົວໄດ້ກ່າວ ແລະ ໄດ້ກະທຳ ສິ່ງທີ່ສະແດງໃຫ້ເຫັນວ່າ ບໍ່ສຳຄັນວ່າເຮົາຮັບໃຊ້ຢູ່ໃສ, ແຕ່ສິ່ງສຳຄັນແມ່ນການຮັບໃຊ້ຢ່າງຊື່ສັດ.19 ບາງເທື່ອ ຄວາມຖ່ອມຕົວ ຄືການເອົາຊະນະຄວາມຮູ້ສຶກທີ່ບໍ່ດີຕໍ່ກັນ ເມື່ອຮູ້ສຶກວ່າ ຜູ້ນຳ ຫລື ສະມາຊິກຄົນອື່ນໆ ປະພຶດຕໍ່ເຮົາໃນທາງທີ່ບໍ່ຖືກຕ້ອງ.
ໃນວັນທີ 23 ເດືອນກໍລະກົດ, 1837, ສາດສະດາໂຈເຊັບ ສະມິດ ໄດ້ພົບກັບແອວເດີ ທອມມັສ ບີ ມາສ໌, ປະທານຂອງກຸ່ມອັກຄະສາວົກສິບສອງ. ແອວເດີ ມາສ໌ ບໍ່ພໍໃຈກັບສາດສະດາ ທີ່ໄດ້ເອີ້ນໃຫ້ສະມາຊິກໃນກຸ່ມອັກຄະສາວົກສິບສອງ ໄປປະເທດອັງກິດ ໂດຍບໍ່ປຶກສາຫາລືກັບເພິ່ນກ່ອນ. ເມື່ອໂຈເຊັບ ໄດ້ພົບກັບແອວເດີ ມາສ໌, ຄວາມຮູ້ສຶກທີ່ບໍ່ດີຕໍ່ກັນ ໄດ້ລົງເອີ່ຍດ້ວຍດີ, ແລະ ສາດສະດາໄດ້ຮັບການເປີດເຜີຍທີ່ໜ້າອັດສະຈັນໃຈ. ບັດນີ້ ມັນບັນຈຸຢູ່ໃນ ພາກທີ 112 ຂອງ Doctrine and Covenants.20 ມັນໃຫ້ການຊີ້ນຳທີ່ໜ້າເຫລືອເຊື່ອ ຈາກສະຫວັນ ກ່ຽວກັບຄວາມຖ່ອມຕົວ ແລະ ວຽກງານເຜີຍແຜ່. ຂໍ້ທີ 10 ອ່ານວ່າ, ຈົ່ງຖ່ອມຕົວ; ແລະ ພຣະຜູ້ເປັນເຈົ້າຂອງເຈົ້າ ຈະຈູງມືພາເຈົ້າໄປ, ແລະ ໃຫ້ຄຳຕອບແກ່ຄຳອະທິຖານຂອງເຈົ້າ.”21
ການເປີດເຜີຍນີ້ໄດ້ເກີດຂຶ້ນໃນມື້ດຽວກັນກັບທີ່ແອວເດີ ຄິມໂບ, ແອວເດີ ຮາຍດ໌, ແລະ ແອວເດີ ຈອນ ກູດຊັນ, ທີ່ເຕັມໄປດ້ວຍຄວາມຖ່ອມຕົວ, ໄດ້ປະກາດການຟື້ນຟູພຣະກິດຕິຄຸນຂອງພຣະເຢຊູຄຣິດ ໃນຕຶກໂບດ ວ໊ອກສ໌ຮໍ ໃນເມືອງ ເພຣສ໌ຕັນ, ປະເທດອັງກິດ.22 ນີ້ແມ່ນເທື່ອທຳອິດທີ່ຜູ້ສອນສາດສະໜາ ໄດ້ປະກາດການຟື້ນຟູພຣະກິດຕິຄຸນ ຢູ່ນອກອາເມຣິກາເໜືອ ໃນຍຸກສະໄໝນີ້. ວຽກງານເຜີຍແຜ່ຂອງພວກເພິ່ນ ໄດ້ເກີດຜົນຢ່າງໄວ ທີ່ມີຜູ້ຮັບບັບຕິສະມາ ແລະ ກໍ່ໃຫ້ເກີດມີສະມາຊິກທີ່ຊື່ສັດເປັນຈຳນວນຫລວງຫລາຍ.23
ພາກສ່ວນໜຶ່ງຂອງການເປີດເຜີຍ ທີ່ຕິດຕາມມາ ຊີ້ນຳການເຜີຍແຜ່ ໃນວັນເວລາຂອງເຮົາ. ພວກເພິ່ນໄດ້ອ່ານສ່ວນນີ້ ທີ່ວ່າ, ຜູ້ໃດກໍຕາມທີ່ເຈົ້າຈະສົ່ງໄປໃນນາມຂອງເຮົາ … ຈະມີອຳນາດທີ່ຈະເປີດປະຕູຂອງອານາຈັກຂອງເຮົາ … ຕາບໃດທີ່ພວກເຂົາຍັງຖ່ອມຕົວ ຢູ່ຕໍ່ໜ້າເຮົາ, ແລະ ຍຶດໝັ້ນຢູ່ໃນຄຳຂອງເຮົາ, ແລະ ເຊື່ອຟັງສຸລະສຽງຂອງພຣະວິນຍານຂອງເຮົາ.24
ຄວາມຖ່ອມຕົວທີ່ຜູກພັນກັບວຽກງານເຜີຍແຜ່ ທີ່ໜ້າເຫລືອເຊື່ອນີ້ ເຮັດໃຫ້ພຣະຜູ້ເປັນເຈົ້າສະຖາປະນາສາດສະໜາຈັກຂອງພຣະອົງຂຶ້ນ ໃນວິທີທີ່ໜ້າອັດສະຈັນໃຈ.
ດ້ວຍຄວາມຮູ້ບຸນຄຸນ, ເຮົາສືບຕໍ່ເຫັນສິ່ງນີ້ ໃນສາດສະໜາຈັກ ໃນປະຈຸບັນ. ສະມາຊິກ, ຮ່ວມທັງຄົນລຸ້ນໃໝ່, ສະລະເວລາຂອງເຂົາເຈົ້າ ແລະ ໂຈະການສຶກສາ ແລະ ວຽກການຂອງຕົນ ເພື່ອໄປຮັບໃຊ້ເຜີຍແຜ່. ສະມາຊິກຜູ້ສູງອາຍຸຫລາຍຄົນ ໄດ້ປະວຽກການ ແລະ ເສຍສະລະຫລາຍຢ່າງ ເພື່ອຮັບໃຊ້ພຣະເຈົ້າ ໃນບ່ອນທີ່ເຂົາເຈົ້າຖືກເອີ້ນ ໃຫ້ໄປຮັບໃຊ້. ເຮົາບໍ່ປ່ອຍໃຫ້ບັນຫາສ່ວນຕົວ ມາກີດກັນ ຫລື ປ່ຽນທິດທາງເຮົາ ຈາກການບັນລຸພຣະປະສົງຂອງພຣະອົງ.25 ການຮັບໃຊ້ສາດສະໜາຈັກ ຮຽກຮ້ອງຄວາມຖ່ອມຕົວ. ເຮົາຮັບໃຊ້ຢ່າງຖ່ອມຕົວ ເມື່ອຖືກເອີ້ນ ດ້ວຍສຸດພະລັງ, ຄວາມຄິດ, ແລະ ກຳລັງ. ໃນທຸກລະດັບຂອງສາດສະໜາຈັກ, ມັນສຳຄັນທີ່ຕ້ອງເຂົ້າໃຈຄຸນສົມບັດທີ່ຖ່ອມຕົວ ຢ່າງພຣະຄຣິດ.
ຄວາມຖ່ອມຕົວໃນແຕ່ລະວັນ ເປັນສິ່ງສຳຄັນໃນການຊ່ວຍຕຽມບຸກຄົນເພື່ອພົບກັບພຣະເຈົ້າ.
ເປົ້າໝາຍຂອງການໃຫ້ກຽດແກ່ພຣະຜູ້ເປັນເຈົ້າ ແລະ ຍອມເຮັດຕາມພຣະປະສົງຂອງພຣະອົງ26 ບໍ່ມີຄ່າໃນສັງຄົມປະຈຸບັນ ເທົ່າກັບດັ່ງທີ່ມັນເຄີຍເປັນມາໃນອະດີດ. ຜູ້ນຳຊາວຄຣິດບາງຄົນ ຂອງສາດສະໜາອື່ນ ເຊື່ອວ່າ ເຮົາດຳລົງຊີວິດຢູ່ໃນໂລກ ທີ່ບໍ່ກ່ຽວພັນກັບຊາວຄຣິດ.27
ເປັນເວລາຫລາຍລຸ້ນຄົນ, ຄຸນນະທຳເລື່ອງຄວາມຖ່ອມຕົວ ຂອງ ສາດສະໜາ ແລະ ຄຸນນະທຳເລື່ອງຄວາມສຸພາບຂອງສັງຄົມ ແລະ ຄຳເວົ້າທີ່ບໍ່ຮຸນແຮງ ໄດ້ເປັນມາດຕະຖານທີ່ມີອຳນາດຫລາຍ.
ໃນໂລກປະຈຸບັນ, ມີການເວົ້າເນັ້ນໜັກຫລາຍຂຶ້ນເລື່ອງຄວາມທະນົງຕົວ, ມີການເຮັດໃຫ້ຕົວເອງສຳຄັນ, ແລະ ມີຄຳທີ່ວ່າ “ເຊື່ອຖືໄດ້” ຊຶ່ງບາງເທື່ອ ພາໄປຫາການຂາດຄວາມຖ່ອມຕົວທີ່ແທ້ຈິງ. ບາງຄົນແນະນຳຄຸນຄ່າທາງສິນທຳ ສຳລັບຄວາມສຸກໃນປະຈຸບັນ ຮ່ວມດ້ວຍ “ເປັນຈິງ, ເຂັ້ມແຂງ, ເປັນປະໂຫຍດ—ແລະ ສຳຄັນທີ່ສຸດ, ຢ່າເພິ່ງຄົນອື່ນ … ເພາະພົມລິຂິດຂອງທ່ານແມ່ນ … ຢູ່ໃນມືຂອງທ່ານເອງ.”28
ພຣະຄຳພີໄດ້ສົ່ງເສີມການເຂົ້າຫາແບບໃໝ່. ມັນແນະນຳວ່າ ເຮົາຄວນເປັນສານຸສິດທີ່ແທ້ຈິງຂອງພຣະເຢຊູຄຣິດ. ສິ່ງນີ້ກ່ຽວພັນກັບການສ້າງຄວາມຮູ້ສຶກທີ່ມີພະລັງ ເຖິງຄວາມຮັບຜິດຊອບຕໍ່ພຣະເຈົ້າ ແລະ ເຂົ້າຫາຊີວິດຢ່າງຖ່ອມຕົວ. ກະສັດເບັນຢາມິນໄດ້ສອນວ່າ ມະນຸດທີ່ມີຈິດໃຈທຳມະດາ ເປັນສັດຕູຂອງພຣະເຈົ້າ ແລະ ສົ່ງເສີມເຮົາໃຫ້ຍອມຕົວຕໍ່ “ການຊັກຈູງຂອງພຣະວິນຍານສັກສິດ.” ເພິ່ນໄດ້ອະທິບາຍ, ພ້ອມກັບຫລາຍໆສິ່ງ, ວ່າສິ່ງນີ້ຮຽກຮ້ອງການກາຍເປັນຄົນທີ່ “ບອກລອນສອນງ່າຍ, ອ່ອນໂຍນ, ຖ່ອມຕົວ, ອົດທົນ, [ແລະ] ເຕັມໄປດ້ວຍຄວາມຮັກ.”29
ບາງຄົນໃຊ້ຄຳວ່າ ເຊື່ອຖືໄດ້ ໃນທາງທີ່ຜິດ ເພື່ອສະເຫລີມສະຫລອງການເປັນມະນຸດທີ່ມີຈິດໃຈທຳມະດາ ແລະ ຄຸນນະພາບທີ່ກົງກັນຂ້າມກັບ ຄວາມຖ່ອມຕົວ, ຄວາມກະລຸນາ, ຄວາມເມດຕາ, ການໃຫ້ອະໄພ, ແລະ ຄວາມສຸພາບ. ເຮົາສາມາດສະເຫລີມສະຫລອງຄວາມໂດດເດັ່ນຂອງເຮົາ ໃນຖານະທີ່ເປັນລູກຂອງພຣະເຈົ້າໄດ້ ໂດຍບໍ່ຕ້ອງໃຊ້ຄຳວ່າ ເຊື່ອຖືໄດ້ ເປັນຄຳແກ້ຕົວ ສຳລັບການປະພຶດທີ່ບໍ່ເປັນເໝືອນດັ່ງພຣະຄຣິດ.
ໃນການສະແຫວງຄວາມຖ່ອມຕົວຂອງເຮົາ, ອິນເຕີເນັດສະໄໝໃໝ່ ມັນເຮັດໃຫ້ຍາກ ທີ່ຈະຫລີກເວັ້ນຈາກຄວາມທະນົງຕົວ. ສອງຕົວຢ່າງແມ່ນ ຫລົງໄຫລກັບຕົວເອງ “ເບິ່ງຂ້ອຍນີ້ແມ” ຫລື ໂຈມຕີຄົນອື່ນ ໂດຍເວົ້າແບບຮຸນແຮງໃນສັງຄົມສື່ສານ. ອີກຕົວຢ່າງໜຶ່ງ ແມ່ນ“ການເວົ້າຂີ້ຄຸຍທີ່ຖ່ອມຕົວ.” ຄຳບັນຍາຍສຳລັບຕົວຢ່າງນີ້ແມ່ນ “ການອວດແບບສຸພາບ ຫລື ຂໍ້ຄວາມທີ່ກ່າວຄັດຄ້ານຕົວເອງ [ຫລື ຮູບພາບ] ຊຶ່ງຈຸດປະສົງທີ່ແທ້ຈິງ ແມ່ນເພື່ອສ້າງຄວາມສົນໃຈ ໃຫ້ແກ່ບາງສິ່ງທີ່ເຂົາພູມໃຈ.”30 ສາດສະດາໄດ້ເຕືອນສະເໝີມາກ່ຽວກັບຄວາມທະນົງຕົວ ແລະ ໄດ້ເນັ້ນເຖິງ ສິ່ງທີ່ບໍ່ມີປະໂຫຍດຂອງໂລກ.31
ຄວາມເສື່ອມໂຊມເລື່ອງການເວົ້າຈາໃນສັງຄົມ ກໍໜ້າເປັນຫ່ວງຄືກັນ. ຫລັກທຳນິລັນດອນຂອງອຳເພີໃຈ ຮຽກຮ້ອງວ່າ ເຮົາຕ້ອງນັບຖືການເລືອກຫລາຍຢ່າງ ທີ່ເຮົາບໍ່ເຫັນດ້ວຍ. ການຂັດແຍ້ງ ແລະ ການຜິດຖຽງກັນ ໃນປະຈຸບັນນີ້ ມັກຈະລະເມີດ “ເຂດຂອງຄວາມມີມາລະຍາດໂດຍທົ່ວໄປ.”32 ເຮົາຕ້ອງການຄວາມສຸພາບ ແລະ ຄວາມຖ່ອມຕົວຫລາຍກວ່າເກົ່າ.
ແອວມາ ໄດ້ເຕືອນຕໍ່ຕ້ານການເປັນຄົນ “ອວດອົ່ງໃນຄວາມທະນົງໃຈ,” “ການຝືນຄິດວ່າ ຕົນເປັນຄົນດີກວ່າຄົນອື່ນ,” ແລະ ຂົ່ມເຫັງຄົນຖ່ອມຕົວ ຜູ້ “ເດີນໄປຕາມລະບຽບອັນສັກສິດຂອງພຣະເຈົ້າ.”33
ຂ້າພະເຈົ້າເຄີຍພົບເຫັນຄວາມດີທີ່ແທ້ຈິງ ໃນບັນດາຜູ້ຄົນ ຈາກທຸກສາດສະໜາ ຜູ້ຖ່ອມຕົວ ແລະ ຮູ້ສຶກຮັບຜິດຊອບຕໍ່ພຣະເຈົ້າ. ຫລາຍຄົນກໍເຫັນດ້ວຍກັບສາດສະດາມີກາ ໃນພຣະຄຳພີເດີມ, ຜູ້ໄດ້ປະກາດວ່າ, “ສິ່ງທີ່ພຣະຜູ້ເປັນເຈົ້າຕ້ອງການຈາກພວກເຮົານັ້ນແມ່ນ ໃຫ້ເຮັດສິ່ງທີ່ຖືກຕ້ອງ, ສະແດງຄວາມຮັກອັນໝັ້ນຄົງ ແລະ ໃຊ້ຊີວິດໃນຄວາມສາມັກຄີທຳກັບພຣະເຈົ້າຂອງພວກເຮົາ.”34
ເມື່ອເຮົາຖ່ອມຕົວແທ້ໆ, ເຮົາຈະອະທິຖານເພື່ອຂໍການໃຫ້ອະໄພ ແລະ ໃຫ້ອະໄພຄົນອື່ນ. ເມື່ອເຮົາອ່ານໃນໂມໄຊຢາ, ແອວມາ ໄດ້ສອນວ່າ ເມື່ອເຮົາກັບໃຈເລື້ອຍເທົ່າໃດ, ແລ້ວ ພຣະຜູ້ເປັນເຈົ້າຈະອະໄພໃຫ້ແກ່ການລ່ວງລະເມີດຂອງເຮົາ.35 ກົງກັນຂ້າມ, ດັ່ງທີ່ມີຢູ່ໃນຄຳອະທິຖານຂອງພຣະຜູ້ເປັນເຈົ້າ,36 ເມື່ອເຮົາບໍ່ອະໄພໃຫ້ຄົນອື່ນທີ່ເຮັດຜິດຕໍ່ເຮົາ, ແລ້ວເຮົາຈະຖືກນຳລົງມາຫາການກ່າວໂທດ.37 ເພາະການຊົດໃຊ້ຂອງພຣະເຢຊູຄຣິດ, ຜ່ານການກັບໃຈ, ບາບຂອງເຮົາຈຶ່ງຖືກອະໄພໃຫ້. ເມື່ອເຮົາບໍ່ໃຫ້ອະໄພຄົນທີ່ເຮັດຜິດຕໍ່ເຮົາ, ເຮົາກໍໄດ້ປະຕິເສດບໍ່ຍອມຮັບເອົາຜົນຂອງການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ. ການບໍ່ຫາຍແຄ້ນ ແລະ ການບໍ່ຍອມໃຫ້ອະໄພ ແລະ ການບໍ່ຍອມຖ່ອມຕົວ ຕໍ່ຄວາມສຳພັນ ໃນທາງທີ່ເປັນແບບພຣະຄຣິດ ຈະນຳເຮົາລົງມາຫາການກ່າວໂທດ. ການບໍ່ຫາຍແຄ້ນ ເປັນຢາເບື່ອຕໍ່ຈິດວິນຍານຂອງເຮົາ.38
ຂ້າພະເຈົ້າຂໍເຕືອນກ່ຽວກັບຄວາມອວດດີໃນທຸກຮູບແບບນຳອີກ. ພຣະຜູ້ເປັນເຈົ້າ, ຜ່ານສາດສະດາໂມໂຣໄນ, ໄດ້ປຽບທຽບຄວາມແຕກຕ່າງລະຫວ່າງ ຄວາມອວດດີ ກັບຄວາມຖ່ອມຕົວ ດັ່ງນີ້: “ຄົນໂງ່ຈະເຍາະເຍີ້ຍ, ແຕ່ວ່າເຂົາຈະເປັນທຸກ; ແລະ ຄຸນງາມຄວາມດີຂອງເຮົາມີພຽງພໍສຳລັບຄົນທີ່ອ່ອນໂຍນ.” ພຣະຜູ້ເປັນເຈົ້າໄດ້ປະກາດອີກວ່າ, “ເຮົາຈະມອບຄວາມອ່ອນແອໃຫ້ມະນຸດ ເພື່ອເຂົາຈະໄດ້ ຖ່ອມຕົວ; ແລະ ພຣະຄຸນຂອງເຮົາມີພຽງພໍສຳລັບຄົນທັງປວງທີ່ຖ່ອມຕົວຕໍ່ໜ້າເຮົາ; ເພາະຖ້າຫາກເຂົາຖ່ອມຕົວຕໍ່ໜ້າເຮົາ, ແລະ ມີສັດທາໃນເຮົາ, ເວລານັ້ນເຮົາຈະເຮັດໃຫ້ສິ່ງທີ່ອ່ອນແອນັ້ນກັບມາເຂັ້ມແຂງສຳລັບເຂົາ.”39
ຄວາມຖ່ອມຕົວກໍຮ່ວມດ້ວຍການເປັນຄົນຮູ້ບຸນຄຸນຕໍ່ພອນຢ່າງຫລວງຫລາຍ ແລະ ຄວາມຊ່ວຍເຫລືອຈາກສະຫວັນ ທີ່ເຮົາໄດ້ຮັບ. ຄວາມຖ່ອມຕົວບໍ່ໄດ້ເປັນຄວາມສຳເລັດຜົນອັນຍິ່ງໃຫຍ່ທີ່ພິສູດໄດ້ ຫລື ການເອົາຊະນະການທ້າທາຍບາງຢ່າງທີ່ໃຫຍ່ໂຕ. ມັນເປັນເຄື່ອງໝາຍຂອງຄວາມເຂັ້ມແຂງທາງວິນຍານ. ມັນເປັນຄວາມໝັ້ນໃຈທີ່ມິດງຽບ ໃນແຕ່ລະວັນ ໃນແຕ່ລະຊົ່ວໂມງ ວ່າເຮົາສາມາດເພິ່ງອາໄສພຣະຜູ້ເປັນເຈົ້າ, ຮັບໃຊ້ພຣະອົງ, ແລະ ບັນລຸຈຸດປະສົງຂອງພຣະອົງໄດ້. ນີ້ຄືຄຳອະທິຖານຂອງຂ້າພະເຈົ້າ ວ່າໃນໂລກທີ່ເຕັມໄປດ້ວຍການຂັດແຍ້ງນີ້ ເຮົາຈະພະຍາຍາມເປັນຄົນຖ່ອມຕົວໃນແຕ່ລະວັນ. ບົດກະວີທີ່ຂ້າພະເຈົ້າມັກ ກ່າວໃນທາງນີ້:
ການທົດສອບຄວາມຍິ່ງໃຫຍ່ແມ່ນວິທີ
ທີ່ບຸກຄົນພົບເຫັນນິລັນດອນໃນທຸກວັນ.40
ຂ້າພະເຈົ້າເປັນພະຍານເຖິງຄວາມຈິງແທ້ຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ການຊົດໃຊ້ຂອງພຣະອົງ ແລະ ເຖິງຄວາມສຳຄັນຫລາຍທີ່ສຸດ ຂອງຄວາມຖ່ອມຕົວ ໃນແຕ່ລະວັນ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.