ຕ່າງກັນ, ແຕ່ຍັງເປັນນ້ຳໜຶ່ງໃຈດຽວກັນ
ຢູ່ໃນສາດສະໜາຈັກ, ເຖິງແມ່ນເຮົາຈະແຕກຕ່າງກັນ, ແຕ່ພຣະຜູ້ເປັນເຈົ້າຍັງຄາດຫວັງ ໃຫ້ເຮົາເປັນນ້ຳໜຶ່ງໃຈດຽວກັນ!
ໃນເດືອນມິຖຸນາ ປີ 1994, ຂ້າພະເຈົ້າກຳລັງຂັບລົດເມືອບ້ານດ້ວຍຄວາມຮ້ອນໃຈ ເພື່ອເບິ່ງທີມຊາດແຂ່ງຂັນເຕະບານ ໃນ ແຊ້ມປ້ຽນໂລກ. ຂ້າພະເຈົ້າເລີ່ມໄປບໍ່ດົນປານໃດ ກໍໄດ້ເຫັນໄກໆຢູ່ທາງເດີນ ມີຊາຍຄົນໜຶ່ງກຳລັງເຂັນຕັ່ງລໍ້ຂອງລາວ ໄປທາງໜ້າ, ຊຶ່ງເອ້ດ້ວຍທຸງຊາດບຣາຊິນ ຂອງພວກເຮົາ. ທັນໃດນັ້ນຂ້າພະເຈົ້າຮູ້ວ່າ ລາວກຳລັງກັບບ້ານໄປເບິ່ງກິລາຄືກັນ!
ເມື່ອທາງເດີນຂອງພວກເຮົາໄດ້ຕັດກັນ ແລະ ພວກເຮົາໄດ້ສົບຕາກັນ, ເປັນແຕ່ວິນາທີດຽວ ຂ້າພະເຈົ້າຮູ້ສຶກໄດ້ຮ່ວມສາມັກຄີນຳຊາຍຜູ້ນັ້ນແລ້ວ! ພວກເຮົາກຳລັງໄປຄົນລະທິດລະທາງ, ບໍ່ໄດ້ຮູ້ຈັກກັນ, ແລະ ມີສະພາບການແຕກຕ່າງກັນ ທັງດ້ານສັງຄົມ ແລະ ດ້ານຮ່າງກາຍ, ແຕ່ຄວາມກະຕືລືລົ້ນອັນດຽວກັນສຳລັບກິລາເຕະບານ ແລະ ຄວາມຮັກຊາດຂອງພວກເຮົາ ໄດ້ເຮັດໃຫ້ພວກເຮົາຮູ້ສຶກຄືເປັນນ້ຳໜຶ່ງໃຈດຽວກັນ ໃນຕອນນັ້ນ. ຂ້າພະເຈົ້າບໍ່ໄດ້ເຫັນຊາຍຄົນນັ້ນອີກ ນັບແຕ່ມື້ນັ້ນ, ແຕ່ມື້ນີ້, ເຖິງແມ່ນຫລາຍກວ່າສິບປີແລ້ວ, ຂ້າພະເຈົ້າຍັງສາມາດເຫັນດວງຕາຄູ່ນັ້ນ ແລະ ຮູ້ສຶກເຖິງຄວາມສາມັກຄີທີ່ແຮງກ້າກັບຊາຍຜູ້ນັ້ນ. ພວກເຮົາໄດ້ຊະນະເກມແລ້ວ ແລະ ໄດ້ຊະນະເຕະບານແຊ້ມປ້ຽນໂລກໃນປີນັ້ນ!
ຢູ່ໃນສາດສະໜາຈັກ, ເຖິງແມ່ນເຮົາຈະແຕກຕ່າງກັນ, ແຕ່ພຣະຜູ້ເປັນເຈົ້າຍັງຄາດຫວັງ ໃຫ້ເຮົາເປັນນ້ຳໜຶ່ງໃຈດຽວກັນ! ພຣະອົງໄດ້ກ່າວໃນ Doctrine and Covenants ວ່າ; ເຮົາຕ້ອງເປັນນ້ຳໜຶ່ງໃຈດຽວກັນ ແລະ ຖ້າຫາກເຮົາບໍ່ເປັນນ້ຳໜຶ່ງໃຈດຽວກັນ ເຮົາບໍ່ແມ່ນຂອງພຣະອົງ.1
ເມື່ອເຮົາທຸກຄົນເຂົ້າໄປໂບດ ເພື່ອນະມັດສະການກັບກຸ່ມ, ເຮົາປະຄວາມແຕກຕ່າງໄວ້ຂ້າງຫລັງ, ແມ່ນແຕ່ເລື່ອງເຊື້ອຊາດ, ລະດັບທາງສັງຄົມ, ເລື່ອງການເມືອງ, ແລະ ລະດັບການສຶກສາ ແລະ ຕຳແໜ່ງການງານ, ແລະ ໃຫ້ເອົາໃຈໃສ່ກັບຈຸດເປົ້າໝາຍທາງວິນຍານແບບດຽວທີ່ພວກເຮົາມີ. ຢູ່ດ້ວຍກັນເຮົາຮ້ອງເພງສວດ, ໄຕ່ຕອງພັນທະສັນຍາອັນດຽວກັນ ໃນລະຫວ່າງພິທີສິນລະລຶກ, ແລະ ອອກສຽງເວົ້າວ່າ “ອາແມນ” ຫລັງຈາກຄຳປາໄສ, ບົດຮຽນ, ແລະ ການອະທິຖານ—ຊຶ່ງໝາຍຄວາມວ່າ ເຮົາເຫັນດ້ວຍກັບສິ່ງທີ່ໄດ້ແບ່ງປັນ.
ສິ່ງເຫລົ່ານີ້ທີ່ເຮົາເຮັດນຳກັນ ຈະຊ່ວຍສ້າງຄວາມຮູ້ສຶກແຫ່ງຄວາມເປັນນ້ຳໜຶ່ງໃຈດຽວກັນ ຢູ່ທີ່ໂບດ.
ແຕ່ສິ່ງທີ່ຈະຊ່ວຍເຮັດໃຫ້ຄວາມເປັນນ້ຳໜຶ່ງໃຈດຽວກັນ ຂອງເຮົາແໜ້ນແຟ້ນ, ເຂັ້ມແຂງ, ຫລື ຖືກທຳລາຍ ແມ່ນຂຶ້ນຢູ່ກັບວິທີທີ່ເຮົາກະທຳ ຕອນທີ່ເຮົາຢູ່ຫ່າງຈາກສະມາຊິກຂອງສາດສະໜາຈັກຂອງເຮົາ. ດັ່ງທີ່ເຮົາທຸກຄົນຮູ້, ມັນເປັນເລື່ອງທຳມະດາ ແລະ ຫລີກລ້ຽງບໍ່ໄດ້ ທີ່ໃນທີ່ສຸດ ເຮົາຈະເວົ້າກ່ຽວກັບກັນແລະກັນ.
ມັນຂຶ້ນກັບສິ່ງທີ່ເຮົາເລືອກເວົ້າກ່ຽວກັບກັນແລະກັນ ຄຳຂອງເຮົາອາດເປັນໃນທາງທີ່ເຮັດໃຫ້ “ໃຈຜູກພັນກັນໄວ້ ໃນຄວາມເປັນອັນໜຶ່ງດຽວກັນ”2 ຕາມທີ່ແອວມາໄດ້ສອນຜູ້ຄົນທີ່ເພິ່ນໄດ້ໃຫ້ບັບຕິສະມາຢູ່ນ້ຳມໍມອນ, ຫລື ອາດລົດຄວາມຮັກ, ຄວາມຫວັງ, ແລະ ຄວາມເປັນມິດລົງ ຊຶ່ງຄວນມີລະຫວ່າງພວກເຮົາ.
ມີຄວາມຄິດເຫັນທີ່ທຳລາຍຄວາມເປັນອັນໜຶ່ງດຽວກັນຄື, “ແມ່ນແລ້ວ, ລາວເປັນອະທິການທີ່ດີຢູ່; ແຕ່ເຈົ້າຮູ້ຈັກລາວ ຕອນລາວຍັງໜຸ່ມ!”
ແບບທີ່ດີກວ່ານີ້ອາດຈະແມ່ນ, “ອະທິການແສນດີ, ແລະ ເພິ່ນໄດ້ເຕີບໂຕຂຶ້ນຫລາຍ ໃນດ້ານການເປັນຜູ້ໃຫຍ່ ແລະ ດ້ານສະຕິປັນຍາໃນຫລາຍປີທີ່ຜ່ານມາ.”
ຫລາຍເທື່ອເຮົາມັກໃຊ້ຄຳທີ່ບໍ່ມ່ວນຫູ ດັ່ງເຊັ່ນ, “ປະທານສະມາຄົມສະຕີສົງເຄາະເປັນຄົນຫົວແຂງ; ລາວດື້ດ້ານຫລາຍຂະໜາດ!” ກົງກັນຂ້າມ, ເຮົາຄວນເວົ້າວ່າ, “ໃນຊ່ວງໄລຍະນີ້ ປະທານສະມາຄົມສະຕີສົງເຄາະບໍ່ຄ່ອຍມີເວລາປານໃດ; ບາງທີລາວກຳລັງປະສົບຄວາມຫຍຸ້ງຍາກ. ໃຫ້ເຮົາພາກັນຊ່ວຍລາວ ແລະ ສະໜັບສະໜູນລາວເດີ້!”
ອ້າຍເອື້ອຍນ້ອງທັງຫລາຍ, ເຮົາບໍ່ມິສິດທີ່ຈະກ່າວຫາຜູ້ໃດເລີຍ, ຮ່ວມທັງຄົນໃນໂບດຂອງເຮົາ ວ່າເຂົາເຈົ້າບໍ່ດີ. ແຕ່ຄຳຂອງເຮົາກ່ຽວກັບເພື່ອນມະນຸດຂອງເຮົາ ຄວນສະແດງເຖິງຄວາມເຊື່ອຂອງເຮົາ ໃນພຣະເຢຊູຄຣິດ ແລະ ການຊົດໃຊ້ຂອງພຣະອົງ ແລະ ວ່າໃນພຣະອົງ ແລະ ໂດຍທາງຂອງພຣະອົງ ເຮົາຈະສາມາດ ປ່ຽນໄປໃນທາງທີ່ດີກວ່າໄດ້ສະເໝີ.
ບາງຄົນເລີ່ມຕິຕຽນ ແລະ ເລີ່ມແຕກແຍກຈາກຜູ້ນຳ ແລະ ສະມາຊິກຂອງສາດສະໜາຈັກ ຍ້ອນເລື່ອງເລັກໆນ້ອຍໆ.
ກໍລະນີເຊັ່ນນີ້ໄດ້ເກີດກັບຊາຍຄົນໜຶ່ງຊື່ ໄຊມອນສ໌ ໄຣເດີ, ທີ່ໄດ້ກາຍເປັນສະມາຊິກຂອງ ສາດສະໜາຈັກໃນປີ 1831. ຫລັງຈາກໄດ້ອ່ານການເປີດເຜີຍກ່ຽວກັບລາວ, ລາວໄດ້ເກີດຄວາມບໍ່ພໍໃຈກັບການສະກົດຊື່ຂອງລາວຜິດໃຣເດີ, ດ້ວຍສະລະ ໃ ແທນທີ່ ຈະເປັນ ໄ. ການປະພຶດຂອງລາວກ່ຽວກັບເລື່ອງນັ້ນ ໄດ້ສ້າງຄວາມສົງໄສກ່ຽວກັບສາດສະດາ ແລະ ໃນທີ່ສຸດ ໄດ້ນຳໄປສູ່ການຂົ່ມເຫັງໂຈເຊັບ ແລະ ໄດ້ໜີຈາກສາດສະໜາຈັກໄປ.3
ກໍເປັນໄປໄດ້ທີ່ເຮົາທຸກຄົນຈະມີໂອກາດໄດ້ຮັບການແກ້ໄຂຈາກຜູ້ນຳທາງສາດສະໜາຈັກ, ຊຶ່ງຈະເປັນການທົດສອບວ່າ ເຮົາເປັນອັນໜຶ່ງດຽວກັນກັບເຂົາເຈົ້າຫລາຍເທົ່າໃດ.
ຂ້າພະເຈົ້າພຽງແຕ່ 11 ປີ, ແຕ່ຂ້າພະເຈົ້າຈື່ໄດ້ 44 ປີມາແລ້ວ, ໂບດທີ່ຄອບຄົວຂອງຂ້າພະເຈົ້າໄປນັ້ນ ກຳລັງຈະມີການສ້ອມແປງຫລາຍຢ່າງ. ກ່ອນເລີ່ມຕົ້ນສ້ອມແປງ, ໄດ້ມີການປະຊຸມເພື່ອຜູ້ນຳທ້ອງຖິ່ນ ແລະ ຜູ້ນຳເຂດ ຈະໄດ້ສົນທະນາກັນ ກ່ຽວກັບວິທີທີ່ສະມາຊິກຈະຮ່ວມກັນໃນວຽກນັ້ນ. ພໍ່ຂ້າພະເຈົ້າ ຜູ້ທີ່ເຄີຍເປັນຜູ້ນຳຫລາຍປີ ໄດ້ສະແດງຄວາມຄິດຄວາມເຫັນຢ່າງໜັກແໜ້ນຂອງເພິ່ນວ່າ ວຽກນີ້ຄວນຈະເຮັດໂດຍຊ່າງ ບໍ່ຄວນມີຄົນສະໝັກມາເຮັດ.
ບໍ່ພຽງແຕ່ຄວາມເຫັນຂອງເພິ່ນຖືກປະຕິເສດເທົ່ານັ້ນ, ແຕ່ພວກເຮົາໄດ້ຍິນວ່າ ເພິ່ນໄດ້ຮັບການຕີສອນຢ່າງແຮງຕໍ່ໜ້າຄົນອື່ນໃນການປະຊຸມນັ້ນ. ນີ້ຄືຊາຍຜູ້ທີ່ໄດ້ອຸທິດຕົນຕໍ່ສາດສະໜາຈັກ ແລະ ໄດ້ເປັນທະຫານຜ່ານສົງຄາມໂລກ ຄັ້ງທີສອງຢູ່ທະວີບເອີຣົບ ຄົນທີ່ລື້ງເຄີຍກັບການຕໍ່ຕ້ານ ແລະ ຕໍ່ສູ້ເພື່ອສິ່ງທີ່ເພິ່ນເຊື່ອ!. ຄົນໄດ້ສົງໄສວ່າ ເພິ່ນຈະຕອບຮັບຢ່າງໃດຫລັງຈາກເຫດກັນດັ່ງກ່າວ. ເພິ່ນຈະເຮັດຕາມຄວາມຄິດເຫັນຂອງຕົນ ແລະ ຕໍ່ຕ້ານການຕັດສິນໃຈທີ່ເຮັດລົງໄປແລ້ວບໍ?
ພວກເຮົາເຄີຍເຫັນຄອບຄົວຢູ່ໃນຫວອດຂອງພວກເຮົາທີ່ອ່ອນແອກວ່າ ໃນພຣະກິຕິຄຸນ ແລະ ໄດ້ຢຸດໄປໂບດ ຍ້ອນວ່າເຂົາເຈົ້າບໍ່ສາມາດເປັນນ້ຳໜຶ່ງໃຈດຽວກັນກັບຄົນທີ່ນຳພາ. ອີກຢ່າງໜຶ່ງຂ້າພະເຈົ້າເອງໄດ້ມີເພື່ອນໃນຊັ້ນປະຖົມໄວ ທີ່ບໍ່ຊື່ສັດໃນໄວໜຸ່ມ ເພາະວ່າພໍ່ແມ່ຂອງພວກເຂົາໄດ້ຫາເລື່ອງກັບຄົນໃນສາດສະໜາຈັກຢູ່ຕະຫລອດ.
ເຖິງຢ່າງໃດກໍຕາມ, ໄດ້ຕັດສິນໃຈຢູ່ເປັນນ້ຳໜຶ່ງໃຈດຽວກັນ ກັບໄພ່ພົນດ້ວຍກັນ. ຫລາຍມື້ຈາກນັ້ນ ເມື່ອສະມາຊິກຫວອດໄດ້ໄປຊ່ວຍສ້ອມແປງຕຶກໂບດ, ພໍ່ໄດ້ “ຊວນ” ຄອບຄົວພວກເຮົາໃຫ້ຕິດຕາມພໍ່ໄປໂບດ ເພື່ອພວກເຮົາຈະໄດ້ຊ່ວຍກັນ ໃນທາງໃດກໍຕາມ.
ຂ້າພະເຈົ້າໃຈຮ້າຍ. ຂ້າພະເຈົ້າກໍຄິດຢາກຖາມພໍ່ວ່າ, “ພໍ່ເອີຍ, ເປັນຫຍັງພວກເຮົາຈຶ່ງຊິໄປຊ່ວຍສ້ອມແປງຕຶກໂບດ ຖ້າຫາກພໍ່ບໍ່ເຫັນດ້ວຍທີ່ສະມາຊິກຈະເຮັດເອງ?” ແຕ່ສີໜ້າຂອງເພິ່ນ ເຮັດໃຫ້ຂ້າພະເຈົ້າບໍ່ກ້າເວົ້າອອກມາ. ຂ້າພະເຈົ້າຢາກມີຊີວິດຢູ່ສຳລັບການອຸທິດຕຶກໂບດ. ສະນັ້ນ, ຂ້າພະເຈົ້າກໍເລີຍຕັດສິນໃຈມິດງຽບຢູ່ ແລະ ພຽງແຕ່ໄປຊ່ວຍສ້ອມແປງໂບດກັບເພິ່ນ!
ພໍ່ບໍ່ໄດ້ເຫັນຕຶກໂບດໃໝ່, ເພາະພໍ່ໄດ້ເສຍຊີວິດໄປກ່ອນສຳເລັດການສ້ອມແປງ. ແຕ່ພວກເຮົາໃນຄອບຄົວ, ຊຶ່ງແມ່ເປັນຜູ້ນຳພາ ໃນຕອນນັ້ນ, ໄດ້ສືບຕໍ່ສ້ອມແປງຕຶກໂບດ ຈົນມັນສຳເລັດ, ແລະ ສິ່ງນັ້ນ ໄດ້ເຮັດໃຫ້ພວກເຮົາເປັນອັນໜຶ່ງດຽວກັນກັບພໍ່, ກັບສະມາຊິກໂບດ, ກັບຜູ້ນຳຂອງພວກເຮົາ, ແລະ ສຳຄັນກວ່າໝູ່ໝົດ ກັບພຣະຜູ້ເປັນເຈົ້າ!
ບໍ່ດົນກ່ອນປະສົບການອັນແສນເຈັບປວດຂອງພຣະອົງທີ່ເຄັດເຊມາເນ, ພຣະເຢຊູໄດ້ ອ້ອນວອນຫາ ພຣະບິດາ ເພື່ອພວກສາວົກຂອງພຣະອົງ ແລະ ເພື່ອເຮົາທຸກຄົນ, ພຣະອົງໄດ້ກ່າວວ່າ, “ໃຫ້ພວກເຂົາຮ່ວມເຂົ້າໃນໝູ່ເຮົາດ້ວຍເທີ້ນ, ດັ່ງພຣະອົງຢູ່ໃນລູກ ແລະ ລູກຢູ່ໃນພຣະອົງ.”4
ອ້າຍເອື້ອຍນ້ອງທັງຫລາຍ, ຂ້າພະເຈົ້າເປັນພະຍານວ່າ ເມື່ອເຮົາເລືອກທີ່ຈະເປັນນ້ຳໜຶ່ງໃຈດຽວ ກັນກັບສະມາຊິກ ແລະ ກັບຜູ້ນຳຂອງສາດສະໜາຈັກ—ທັງຕອນທີ່ພວກເຮົາມາເຕົ້າໂຮມກັນ, ແລະ ໂດຍສະເພາະ ຕອນທີ່ພວກເຮົາຢູ່ຫ່າງກັນ—ແລ້ວເຮົາຈະຮູ້ສຶກເປັນອັນໜຶ່ງອັນດຽວກັນ ຢ່າງສົມບູນນຳພຣະບິດາເທິງສະຫວັນ ແລະ ພຣະຜູ້ຊ່ວຍໃຫ້ລອດ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.