ສຸລະສຽງຂອງພຣະຜູ້ເປັນເຈົ້າ
ຂ້າພະເຈົ້າເປັນພະຍານວ່າ ໃນກອງປະຊຸມນີ້ ເຮົາໄດ້ຍິນສຸລະສຽງຂອງພຣະຜູ້ເປັນເຈົ້າ. ການທົດສອບສຳລັບເຮົາແຕ່ລະຄົນ ແມ່ນວິທີທີ່ເຮົາຈະຕອບຮັບ.
ທຳອິດ, ແມ່ນຖ້ອຍຄຳທີ່ອ່ອນຫວານສຳລັບເດັກນ້ອຍ. ແມ່ນແລ້ວ, ນີ້ແມ່ນພາກສຸດທ້າຍ, ແລະ ແມ່ນແລ້ວ, ຂ້າພະເຈົ້າເປັນຜູ້ກ່າວປາໄສຄົນສຸດທ້າຍ.
ເມື່ອບໍ່ດົນມານີ້, ຕອນຂ້າພະເຈົ້າໄດ້ໄປຢ້ຽມຢາມພຣະວິຫານກາງເມືອງໂພຣໂວ, ຂ້າພະເຈົ້າປະທັບໃຈຫລາຍກັບຮູບພາບ ທີ່ຊື່ວ່າ ພາບທີ່ມາໃຫ້ເຫັນ ຈາກແດນໄກ. ຮູບພາບນັ້ນສະແດງເຖິງຄວາມສະຫວ່າງ ແລະ ອຳນາດຈາກສະຫວັນ ເມື່ອພຣະບິດາ ແລະ ພຣະບຸດ ໄດ້ມາຢ້ຽມຢາມຊາຍໜຸ່ມໂຈເຊັບ ສະມິດ.
ໂດຍທີ່ບໍ່ປຽບທຽບກັບເຫດການສັກສິດທີ່ໄດ້ເກີດຂຶ້ນກ່ອນການຟື້ນຟູສາດສະໜາຈັກ, ຂ້າພະເຈົ້າກໍສາມາດວາດພາບເຫັນພາບທີ່ຄ້າຍຄືກັນນັ້ນ ທີ່ສະທ້ອນເຖິງຄວາມສະຫວ່າງ ແລະ ອຳນາດທາງວິນຍານຂອງພຣະເຈົ້າ ທີ່ລົງມາສະຖິດຢູ່ໃນກອງປະຊຸມໃຫຍ່ສາມັນນີ້, ແລະ ຜົນສະທ້ອນຄື, ອຳນາດ ແລະ ຄວາມສະຫວ່າງນັ້ນໄດ້ຂະຫຍາຍອອກໄປທົ່ວໂລກ.
ຂ້າພະເຈົ້າຂໍເປັນພະຍານຕໍ່ທ່ານວ່າ ພຣະເຢຊູຄືພຣະຄຣິດ, ວ່າພຣະອົງໄດ້ມອບວຽກງານສັກສິດນີ້ໃຫ້ເຮົາ, ແລະ ວ່າກອງປະຊຸມໃຫຍ່ສາມັນ ເປັນເວລາທີ່ສຳຄັນທີ່ສຸດ ເວລາໜຶ່ງທີ່ພຣະອົງໃຫ້ການຊີ້ນຳຕໍ່ສາດສະໜາຈັກຂອງພຣະອົງ ແລະ ຕໍ່ເຮົາເປັນສ່ວນຕົວ.
ໄດ້ຮັບການສິດສອນຈາກເບື້ອງບົນ
ໃນມື້ທີ່ສາດສະໜາຈັກໄດ້ຖືກຈັດຕັ້ງຂຶ້ນ, ພຣະຜູ້ເປັນເຈົ້າໄດ້ມອບໝາຍໃຫ້ໂຈເຊັບ ສະມິດ ເປັນສາດສະດາ, ຜູ້ພະຍາກອນ, ຜູ້ເປີດເຜີຍ, ແລະ ອັກຄະສາວົກຂອງອົງພຣະເຢຊູຄຣິດເຈົ້າ1 ແລະ ໄດ້ກ່າວກັບສາດສະໜາຈັກວ່າ:
ເຮົາຄວນຈະຮັບເອົາຖ້ອຍຄຳຂອງສາດສະດາ, ຄືກັນກັບວ່າມັນມາຈາກພຣະໂອດຂອງພຣະອົງເອງ, ດ້ວຍຄວາມອົດທົນທີ່ສຸດ ແລະ ດ້ວຍສັດທາທັງໝົດ.
ເພາະໂດຍການເຮັດສິ່ງເຫລົ່ານີ້ ປະຕູນະລົກຈະເອົາຊະນະເຮົາບໍ່ໄດ້; … ແລະ ອົງພຣະຜູ້ເປັນເຈົ້າຈະເຮັດໃຫ້ອຳນາດແຫ່ງຄວາມມືດກະຈາຍໄປຕໍ່ໜ້າເຮົາ ແລະ ເຮັດໃຫ້ຟ້າສະຫວັນສັ່ນສະເທືອນເພື່ອຄວາມດີຂອງເຮົາ.2
ຕໍ່ມາ, ຝ່າຍປະທານສູງສຸດ ແລະ ກຸ່ມອັກຄະສາວົກສິບສອງ ໄດ້ຖືກສະໜັບສະໜູນ ແລະ ແຕ່ງຕັ້ງເປັນສາດສະດາ, ຜູ້ພະຍາກອນ, ແລະ ຜູ້ເປີດເຜີຍນຳອີກ.3
ບັດນີ້, ເມື່ອເຮົາມາເຕົ້າໂຮມກັນພາຍໃຕ້ການຊີ້ນຳຂອງປະທານທອມມັສ ແອັສ ມອນສັນ, ເຮົາຄາດລ່ວງໜ້າວ່າ ຈະໄດ້ຍິນພຣະປະສົງຂອງພຣະຜູ້ເປັນເຈົ້າ, … ພຣະດຳລັດຂອງພຣະຜູ້ເປັນເຈົ້າ, … ສຸລະສຽງຂອງພຣະຜູ້ເປັນຈົ້າ, ແລະ ອຳນາດຂອງພຣະເຈົ້າໄປສູ່ຄວາມລອດ.4 ເຮົາໄວ້ວາງໃຈໃນຄຳສັນຍາຂອງພຣະອົງວ່າ, ບໍ່ວ່າຈະເປັນໂດຍສຸລະສຽງຂອງພຣະອົງ ຫລື ໂດຍສຽງຂອງຜູ້ຮັບໃຊ້ຂອງພຣະອົງ, ມັນກໍເໝືອນກັນ.5
ໃນຄວາມວຸ້ນວາຍ ແລະ ຄວາມສັບສົນຂອງໂລກໃນປະຈຸບັນ, ການໄວ້ວາງໃຈ ແລະ ການເຊື່ອໃນຖ້ອຍຄຳຂອງຝ່າຍປະທານສູງສຸດ ແລະ ກຸ່ມອັກຄະສາວົກສິບສອງ ເປັນສິ່ງສຳຄັນຫລາຍຕໍ່ຄວາມເຕີບໂຕທາງວິນຍານ ແລະ ຕໍ່ຄວາມອົດທົນຂອງເຮົາ.6
ເຮົາໄດ້ມາເຕົ້າໂຮມກັນສຳລັບກອງປະຊຸມໃຫຍ່ທີ່ດີເລີດນີ້. ໄພ່ພົນຍຸກສຸດທ້າຍຫລາຍລ້ານຄົນ ແລະ ສະມາຊິກຂອງສາດສະໜາອື່ນໆ ຫລາຍກວ່າ 200 ປະເທດ, ເວົ້າຫລາຍກວ່າ 93 ພາສາ, ໄດ້ມາຮ່ວມກອງປະຊຸມໃຫຍ່ສາມັນ ຫລື ອ່ານຂ່າວສານຂອງກອງປະຊຸມ.
ພວກເຮົາໄດ້ມາດ້ວຍການອະທິຖານ ແລະ ການຕຽມພ້ອມ. ສຳລັບພວກເຮົາຫລາຍຄົນ, ກໍມາພ້ອມກັບຄວາມກັງວົນ ແລະ ຄຳຖາມ. ເຮົາກໍຢາກຕໍ່ເຕີມສັດທາໃນພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ, ແລະ ເພື່ອເພີ່ມຄວາມເຂັ້ມແຂງໃຫ້ແກ່ຄວາມສາມາດຂອງເຮົາ ທີ່ຈະຕ້ານທານກັບການລໍ້ລວງ ແລະ ຫລີກເວັ້ນຈາກສິ່ງລົບກວນໄດ້. ເຮົາມາເພື່ອຮັບການສິດສອນຈາກເບື້ອງບົນ.
ພຣະດຳລັດ ແລະ ພຣະປະສົງຂອງພຣະຜູ້ເປັນເຈົ້າ
ເພາະຝ່າຍປະທານສູງສຸດ ແລະ ອັກຄະສາວົກສິບສອງ, ຜູ້ທີ່ຕາມປົກກະຕິແລ້ວ ຈະກ່າວໃນແຕ່ລະກອງປະຊຸມ, ໜ້າທີ່ຮັບຜິດຊອບອັນໃຫຍ່ຫລວງຂອງການຕຽມຂ່າວສານ ແມ່ນເປັນພາລະທີ່ເກີດຂຶ້ນເປັນປະຈຳ ແລະ ເປັນຄວາມໄວ້ວາງໃຈທີ່ສັກສິດ.
ຫລາຍປີມາແລ້ວ, ກ່ອນໄດ້ຮັບໃຊ້ເປັນເຈົ້າໜ້າທີ່ຊັ້ນຜູ້ໃຫຍ່, ຂ້າພະເຈົ້າໄດ້ຖາມແອວເດີ ດາລິນ ເອັຈ ໂອກສ໌ ຖ້າຫາກວ່າເພິ່ນໄດ້ຕຽມບົດປາໄສສຳລັບກອງປະຊຸມສະເຕກ ແຕ່ລະເທື່ອ. ເພິ່ນໄດ້ຕອບວ່າ ບໍ່ ແລະ ໄດ້ກ່າວຕື່ມວ່າ, “ແຕ່ບົດປາໄສສຳລັບກອງປະຊຸມໃຫຍ່ ແມ່ນແຕກຕ່າງທຸກເທື່ອ. ຂ້ອຍຕ້ອງໄດ້ກວດແກ້ 12 ເຖິງ 15 ເທື່ອ ເພື່ອໃຫ້ແນ່ໃຈວ່າ ຂ້ອຍກ່າວສິ່ງທີ່ພຣະຜູ້ເປັນເຈົ້າ ປະສົງໃຫ້ຂ້ອຍກ່າວ.”7
ບົດປາໄສສຳລັບກອງປະຊຸມໃຫຍ່ສາມັນ ໄດ້ຮັບການດົນໃຈເມື່ອໃດ ແລະ ແບບໃດ?
ໂດຍທີ່ ບໍ່ໄດ້ຖືກກຳນົດຫົວຂໍ້ໃຫ້ກ່າວ, ເຮົາຈຶ່ງເຫັນຄວາມປະສົມປະສານຂອງສະຫວັນຢູ່ໃນຫົວຂໍ້ ແລະ ເນື້ອຫາແຫ່ງຄວາມຈິງນິລັນດອນ ໃນກອງປະຊຸມໃຫຍ່ແຕ່ລະເທື່ອ.
ເຈົ້າໜ້າທີ່ຊັ້ນຜູ້ໃຫຍ່ຄົນໜຶ່ງໄດ້ບອກຂ້າພະເຈົ້າວ່າ ເພິ່ນໄດ້ຮັບຫົວຂໍ້ສຳລັບກອງປະຊຸມນີ້ທັນທີ ຫລັງຈາກກອງປະຊຸມໃຫຍ່ເດືອນເມສາທີ່ຜ່ານມາ. ອີກຄົນໜຶ່ງໄດ້ບອກວ່າ ເມື່ອສາມອາທິດກ່ອນ ເພິ່ນຍັງອະທິຖານ ແລະ ຄອຍຖ້າຈາກພຣະຜູ້ເປັນເຈົ້າຢູ່. ອີກຄົນໜຶ່ງ, ເມື່ອຖາມວ່າ ຕ້ອງໃຊ້ເວລາດົນປານໃດ ສຳລັບການຂຽນ ໂດຍສະເພາະຄຳປາໄສທີ່ຕ້ອງລະວັງທີ່ສຸດ, ເພິ່ນໄດ້ຕອບວ່າ, “ຊາວຫ້າປີ.”
ບາງເທື່ອແນວຄິດສຳຄັນອາດມາເຖິງຢ່າງໄວ, ແຕ່ສ່ວນເນື້ອຫາ ແລະ ຂໍ້ປີກຫຍ່ອຍອາດຮຽກຮ້ອງການປີນໄຕ່ທາງວິນຍານຢ່າງລຳບາກ. ການຖືສິນອົດເຂົ້າ ແລະ ການອະທິຖານ, ການສຶກສາ ແລະ ການມີສັດທາ ຈະເປັນພາກສ່ວນຂອງຂັ້ນຕອນສະເໝີ. ພຣະຜູ້ເປັນເຈົ້າບໍ່ປະສົງໃຫ້ມີການຫລອກຫລວງ ຊຶ່ງເຮັດໃຫ້ສຸລະສຽງຂອງພຣະອົງໝົດຄ່າຕໍ່ໄພ່ພົນຂອງພຣະອົງ.
ການຊີ້ນຳກ່ຽວກັບຄຳປາໄສສຳລັບກອງປະຊຸມໃຫຍ່ ສ່ວນຫລາຍແລ້ວຈະມາເຖິງໃນຕອນກາງຄືນ ຫລື ໃນຕອນເຊົ້າມືດ, ເມື່ອຄຳປາໄສນັ້ນແມ່ນໄກຈາກຄວາມຄິດຂອງຈິດໃຈ. ທັນໃດນັ້ນ, ກໍໄດ້ຮັບຄວາມຮູ້ທີ່ບໍ່ຄາດລ່ວງໜ້າ, ແລະ ບາງເທື່ອ ຖ້ອຍຄຳ ແລະ ສຳນວນຈະຫລັ່ງໄຫລມາ ຊຶ່ງເປັນການເປີດເຜີຍແທ້ໆ.8
ເມື່ອທ່ານຟັງ, ຂ່າວສານທີ່ທ່ານໄດ້ຍິນອາດເປັນຄຳທີ່ກົງໄປກົງມາ ຫລື ເຈາະຈົງໃສ່ສະເພາະທ່ານເທົ່ານັ້ນ.
ໃນຄຳປາໄສຢູ່ກອງປະຊຸມໃຫຍ່ສາມັນດົນນານມາແລ້ວ, ຂ້າພະເຈົ້າໄດ້ຍິນສຳນວນໜຶ່ງ ທີ່ຕອບຄຳຖາມຂ້າພະເຈົ້າ ວ່າຄວນໄປສອນສາດສະໜາຫລືບໍ່. ສຳນວນນັ້ນແມ່ນ “ເຈົ້າບໍ່ຮູ້ທຸກສິ່ງ, ແຕ່ເຈົ້າຮູ້ພຽງພໍ!”9 ຍິງໜຸ່ມຄົນໜຶ່ງທີ່ນັ່ງຢູ່ໃນກອງປະຊຸມໃຫຍ່ສາມັນ ໃນມື້ນັ້ນ ໄດ້ບອກຂ້າພະເຈົ້າວ່າ ນາງໄດ້ອະທິຖານວ່ານາງຄວນແຕ່ງງານຫລືບໍ່, ແລະ ກໍເປັນຫ່ວງວ່າ ນາງຮູ້ຈັກຜູ້ຊາຍຄົນນັ້ນດີພໍຫລືບໍ່. ເມື່ອຂ້າພະເຈົ້າກ່າວຄຳວ່າ, “ເຈົ້າບໍ່ຮູ້ທຸກສິ່ງ, ແຕ່ເຈົ້າຮູ້ພຽງພໍ,” ພຣະວິນຍານໄດ້ຢືນຢັນຕໍ່ນາງວ່າ ນາງຮູ້ຈັກຊາຍຄົນນັ້ນພຽງພໍ. ເຂົາເຈົ້າໄດ້ແຕ່ງງານກັນ ແລະ ມີຄວາມສຸກເປັນເວລາຫລາຍປີ.
ຂ້າພະເຈົ້າສັນຍາກັບທ່ານວ່າ ເມື່ອທ່ານຕຽມວິນຍານຂອງທ່ານ, ແລະ ມາດ້ວຍຄວາມຄາດລ່ວງໜ້າວ່າ ທ່ານຈະໄດ້ຍິນສຸລະສຽງຂອງພຣະຜູ້ເປັນເຈົ້າ, ແລ້ວຄວາມຄິດ ແລະ ຄວາມຮູ້ສຶກ ຈະມາສູ່ຈິດໃຈຂອງທ່ານ ຊຶ່ງເຈາະຈົງໃສ່ສະເພາະທ່ານເທົ່ານັ້ນ. ທ່ານໄດ້ຮູ້ສຶກມັນແລ້ວ ໃນກອງປະຊຸມນີ້, ຫລື ທ່ານຈະຮູ້ສຶກ ເມື່ອທ່ານສຶກສາຂ່າວສານ ໃນຫລາຍອາທິດຂ້າງໜ້າ.
ສຳລັບເວລານີ້ ແລະ ຫລາຍເດືອນຂ້າງໜ້າ
ປະທານມອນສັນ ໄດ້ກ່າວວ່າ:
“ຈົ່ງໃຊ້ເວລາອ່ານຂ່າວສານຈາກກອງປະຊຸມໃຫຍ່.”10
“ຈົ່ງໄຕ່ຕອງ [ຂ່າວສານ]. … ຂ້າພະເຈົ້າພົບ … ວ່າ ຂ້າພະເຈົ້າໄດ້ຮັບຄວາມຮູ້ເພີ່ມຂຶ້ນຈາກຄຳເທດສະໜາທີ່ດົນໃຈເຫລົ່ານີ້ ເມື່ອຂ້າພະເຈົ້າສຶກສາມັນຕື່ມອີກ.”11
ຂ່າວສານຂອງກອງປະຊຸມໃຫຍ່ສາມັນ ເປັນສິ່ງທີ່ພຣະຜູ້ເປັນເຈົ້າປະສົງໃຫ້ເຮົາໄຕ່ຕອງໃນເວລານີ້ ແລະ ຫລາຍເດືອນຂ້າງໜ້າ.
ຜູ້ລ້ຽງ “ກໍນຳໜ້າ [ຝູງແກະຂອງພຣະອົງໄປ], ແລະ ຝູງແກະກໍຕາມພຣະອົງໄປ ເພາະຮູ້ຈັກສຸລະສຽງຂອງພຣະອົງ.”12
ສ່ວນຫລາຍແລ້ວ ສຸລະສຽງຂອງພຣະອົງນຳພາເຮົາໃຫ້ປ່ຽນບາງສິ່ງໃນຊີວິດຂອງເຮົາ. ພຣະອົງເຊື້ອເຊີນເຮົາໃຫ້ກັບໃຈ. ພຣະອົງເຊື້ອເຊີນເຮົາໃຫ້ຕິດຕາມພຣະອົງ.
ຂໍໃຫ້ຄິດກ່ຽວກັບຖ້ອຍຄຳຈາກກອງປະຊຸມນີ້:
ປະທານເຮັນຣີ ບີ ໄອຣິງ ໄດ້ກ່າວໃນມື້ເຊົ້ານີ້ວ່າ: “ຂ້າພະເຈົ້າເປັນພະຍານວ່າ ພຣະເຈົ້າອົງເປັນພຣະບິດາ ຊົງພຣະຊົນຢູ່ ແລະ ປະສົງໃຫ້ທ່ານກັບຄືນບ້ານຫາພຣະອົງ. ນີ້ແມ່ນສາດສະໜາຈັກທີ່ແທ້ຈິງຂອງອົງພຣະເຢຊູຄຣິດເຈົ້າ. ພຣະອົງຮູ້ຈັກທ່ານ; ພຣະອົງຮັກທ່ານ; ພຣະອົງເຝົ້າດູແລທ່ານ.”13
ປະທານດີເດີ ແອັຟ ອຸກດອບ ໄດ້ກ່າວໃນມື້ວານນີ້ວ່າ: “ຂ້າພະເຈົ້າເປັນພະຍານວ່າ ເມື່ອເຮົາເລີ່ມຕົ້ນ ຫລື ສືບຕໍ່ເດີນທາງທີ່ເຫລືອເຊື່ອ ທີ່ພາໄປຫາພຣະເຈົ້າ, ແລ້ວຊີວິດຂອງເຮົາຈະດີຂຶ້ນ … ແລະ ພຣະຜູ້ເປັນເຈົ້າຈະໃຊ້ເຮົາໃນວິທີທີ່ໜ້າອັດສະຈັນໃຈ ເພື່ອເປັນພອນໃຫ້ແກ່ຄົນທີ່ຢູ່ອ້ອມຮອບເຮົາ ແລະ ນຳຈຸດປະສົງນິລັນດອນຂອງພຣະອົງມາ.”14
ປະທານຣະໂຊ ເອັມ ແນວສັນ ໄດ້ກ່າວໃນຕອນບ່າຍ ຂອງມື້ວານນີ້ວ່າ: “ຂ້າພະເຈົ້າສັນຍາວ່າ ເມື່ອທ່ານສຶກສາພຣະຄຳພີມໍມອນທຸກວັນ, ທ່ານຈະມີພູມຕ້ານທານສິ່ງຊົ່ວຮ້າຍທຸກວັນ, ທັງໂຣກລະບາດຂອງຮູບພາບລາມົກ ແລະ ການຕິດແສດທາງຈິດໃຈອື່ນໆ.”15
ແອວເດີ ດາລິນ ເອັຈ ໂອກສ໌ ໄດ້ກ່າວໃນມື້ວານນີ້ວ່າ: “ຂ້າພະເຈົ້າເປັນພະຍານວ່າໃບປະກາດກ່ຽວກັບຄອບຄົວ ເປັນເອກະສານເຖິງຄວາມຈິງນິລັນດອນ, ເປັນພຣະປະສົງຂອງພຣະຜູ້ເປັນເຈົ້າສຳລັບລູກໆຂອງພຣະອົງ ຜູ້ສະແຫວງຫາຊີວິດນິລັນດອນ.”16
ແອວເດີ ເອັມ ຣະໂຊ ບາເລີດ ຫາກໍກ່າວມື້ກີ້ນີ້ວ່າ: “ເຮົາຕ້ອງຮັບຕ້ອນລູກໆຂອງພຣະເຈົ້າ ດ້ວຍຄວາມເຫັນອົກເຫັນໃຈ ແລະ ບໍ່ແຍກຊັ້ນວັນນະ, ຮ່ວມທັງເຊື້ອຊາດ, ເພດ, ແລະ ສັນຊາດ.”17
ເພາະພວກເຮົາຍັງມີເວລາຫລາຍຢູ່, ຂ້າພະເຈົ້າຂໍກ່າວເລັກໜ້ອຍກ່ຽວກັບແອວເດີ ຣໍເບີດ ດີ ແຮວສ໌. ຝ່າຍປະທານສູງສຸດໄດ້ບອກແອວເດີ ແຮວສ໌ ວ່າ ເພິ່ນສາມາດກ່າວປາໄສສັ້ນໆ ໃນວັນອາທິດ ພາກເຊົ້າ ຖ້າຫາກເພິ່ນຍັງມີແຮງພໍ. ເຖິງແມ່ນເພິ່ນອ່ອນເພຍ, ແຕ່ເພິ່ນກໍໄດ້ຕຽມບົດປາໄສ, ຊຶ່ງເພິ່ນໄດ້ຕຽມສຳເລັດເມື່ອອາທິດແລ້ວນີ້ ແລະ ໄດ້ບອກໃຫ້ຂ້າພະເຈົ້າຮູ້. ໂດຍທີ່ຊາບວ່າ ເພິ່ນໄດ້ເສຍຊີວິດໄປແລ້ວ ເມື່ອສາມຊົ່ວໂມງຜ່ານມານີ້, ຂ້າພະເຈົ້າຈຶ່ງຂໍອ່ານສອງສາມແຖວ ຈາກບົດປາໄສຂອງເພິ່ນ.
ຖ້ອຍຄຳຂອງແອວເດີ ແຮວສ໌ ມີດັ່ງນີ້: “ເມື່ອເຮົາເລືອກທີ່ຈະມີສັດທາ, ເຮົາໄດ້ຕຽມທີ່ຈະຢືນຢູ່ໃນທີ່ປະທັບຂອງພຣະເຈົ້າ. … ຫລັງຈາກການຄຶງຂອງພຣະຜູ້ຊ່ວຍໃຫ້ລອດ, ພຣະອົງໄດ້ປະກົດຕົວຕໍ່ຜູ້ທີ່ ‘ຊື່ສັດ ໃນປະຈັກພະຍານເຖິງ [ພຣະອົງ] ໃນຕອນທີ່ເຂົາເຈົ້າມີຊີວິດຢູ່ໃນຄວາມເປັນມະຕະ.’ (ເບິ່ງ D&C 138:12). ‘ຜູ້ປະຕິເສດປະຈັກພະຍານຂອງ … ສາດສະດາ … ໃນສະໄໝບູຮານ ກໍ [ບໍ່ສາມາດ] ໄດ້ເຫັນທີ່ປະທັບ [ຂອງພຣະຜູ້ຊ່ວຍໃຫ້ລອດ], ຫລື ຫລຽວເບິ່ງພຣະພັກຂອງພຣະອົງ.’ [ເບິ່ງ D&C 138:21.] … ສັດທາຂອງເຮົາ ຕຽມເຮົາສຳລັບການໄປຢູ່ໃນທີ່ປະທັບຂອງພຣະຜູ້ເປັນເຈົ້າ.”
ພຣະຜູ້ເປັນເຈົ້າຊ່າງມີເມດຕາຫລາຍແທ້ໆ ທີ່ໄດ້ດົນໃຈປະທານຣະໂຊ ເອັມ ແນວສັນ ໃຫ້ອອກຈາກກອງປະຊຸມພາກເຊົ້າມື້ນີ້ ຈາກສູນກາງປະຊຸມໃຫຍ່ໄວໆ, ໂດຍທີ່ບໍ່ໄດ້ກິນເຂົ້າສວຍ, ເພາະຟ້າວ ໄປຫາ ແອວເດີ ແຮວສ໌, ເພື່ອວ່າເພິ່ນຈະໄດ້ໄປຮອດ ແລະ ຢູ່ທີ່ນັ້ນ, ໃນຖານະປະທານກຸ່ມ, ຢູ່ກັບທ່ານນາງແມຣີ ແຮວສ໌ ໃນຂະນະທີ່ແອວເດີ ແຮວສ໌ ອອກຈາກໂລກມະຕະນີ້ໄປ.
ການຕອບຮັບຕໍ່ສຸລະສຽງຂອງພຣະຜູ້ເປັນເຈົ້າ
ຂ້າພະເຈົ້າເປັນພະຍານວ່າ ໃນກອງປະຊຸມນີ້, ເຮົາໄດ້ຍິນສຸລະສຽງຂອງພຣະຜູ້ເປັນເຈົ້າ.
ເຮົາບໍ່ຕ້ອງຕົກໃຈ ເມື່ອພຣະຄຳຂອງຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າ ກົງກັນຂ້າມກັບຄວາມຄິດຂອງຊາວໂລກ ແລະ, ບາງເທື່ອ, ກັບຄວາມຄິດຂອງເຮົາເອງ. ມັນເປັນແບບນີ້ຢູ່ແລ້ວ. ຂ້າພະເຈົ້າໄດ້ຄຸເຂົ່າຢູ່ໃນພຣະວິຫານກັບບັນດາອ້າຍນ້ອງຂອງຂ້າພະເຈົ້າ. ຂ້າພະເຈົ້າເປັນພະຍານເຖິງຈິດວິນຍານທີ່ດີງາມຂອງພວກເພິ່ນ. ຄວາມປາດຖະໜາອັນແຮງກ້າຂອງພວກເພິ່ນ ຄືການເຮັດໃຫ້ພຣະຜູ້ເປັນເຈົ້າພໍພຣະໄທ ແລະ ຊ່ວຍເຫລືອລູກໆຂອງພຣະເຈົ້າ ໃຫ້ກັບຄືນໄປຫາທີ່ປະທັບຂອງພຣະອົງ.
ສາວົກເຈັດສິບ; ຝ່າຍອະທິການ; ຝ່າຍປະທານສະມາຄົມສະຕີສົງເຄາະສາມັນ, ຝ່າຍປະທານອົງການຍິງໜຸ່ມ, ແລະ ຝ່າຍປະທານອົງການປະຖົມໄວ; ແລະ ຜູ້ນຳຊ່ວຍເຫລືອຄົນອື່ນໆ ໄດ້ກ່າວຄຳດົນໃຈຫລາຍຢ່າງ ຢູ່ທີ່ກອງປະຊຸມນີ້, ພ້ອມທັງເພງທີ່ມ່ວນອອນຊອນ ແລະ ຄຳອະທິຖານທີ່ປະທັບໃຈນຳອີກ.
ມີຫີບສົມບັດຊີ້ທາງຂອງສະຫວັນ ລໍໃຫ້ທ່ານຄົ້ນພົບຢູ່ ໃນຂ່າວສານຂອງກອງປະຊຸມໃຫຍ່ສາມັນ. ການທົດສອບສຳລັບເຮົາແຕ່ລະຄົນ ແມ່ນວິທີທີ່ເຮົາຈະຕອບຮັບຕໍ່ສິ່ງທີ່ເຮົາໄດ້ຍິນ, ສິ່ງທີ່ເຮົາໄດ້ອ່ານ, ແລະ ສິ່ງທີ່ເຮົາຮູ້ສຶກ.
ຂ້າພະເຈົ້າຂໍແບ່ງປັນປະສົບການໜຶ່ງ ກ່ຽວກັບການຕອບຮັບຖ້ອຍຄຳຂອງສາດສະດາ ຈາກຊີວິດຂອງປະທານຣະໂຊ ເອັມ ແນວສັນ:
ໃນປີ 1979, ຫ້າປີ ກ່ອນໄດ້ຖືກເອີ້ນໃຫ້ມາເປັນເຈົ້າໜ້າທີ່ຊັ້ນຜູ້ໃຫຍ່, ບຣາເດີ ແນວສັນ ໄດ້ໄປຮ່ວມການປະຊຸມ ກ່ອນກອງປະຊຸມໃຫຍ່ສາມັນ. “ປະທານ ສະເປັນເຊີ ດັບເບິນຢູ ຄິມໂບ ໄດ້ທ້າທາຍທຸກຄົນທີ່ໄປຮ່ວມ ໃຫ້ມີຄວາມພະຍາຍາມຫລາຍຂຶ້ນ ໃນການນຳພຣະກິດຕິຄຸນໄປໃຫ້ທົ່ວໂລກ. ໃນບັນດາປະເທດທີ່ປະທານຄິມໂບ ໄດ້ກ່າວເຖິງ ແມ່ນປະເທດຈີນ, ໂດຍປະກາດວ່າ, ‘ເຮົາຄວນຮັບໃຊ້ຄົນຈີນ. ເຮົາຄວນຮຽນພາສາຂອງເຂົາເຈົ້າ. ເຮົາຄວນອະທິຖານເພື່ອເຂົາເຈົ້າ ແລະ ຊ່ວຍເຫລືອເຂົາເຈົ້າ.’”18
ຕອນມີອາຍຸ 54 ປີ, ບຣາເດີ ແນວສັນ ໄດ້ຮູ້ສຶກຢູ່ທີ່ກອງປະຊຸມວ່າ ເພິ່ນຄວນຮຽນພາສາຈີນ. ເຖິງແມ່ນເປັນໝໍຜ່າຕັດຫົວໃຈທີ່ຫຍຸ້ງຫລາຍກໍຕາມ, ເພິ່ນໄດ້ເລີ່ມຕົ້ນຊອກຫາຄູສອນພາສາຈີນທັນທີ.
ບໍ່ດົນຫລັງຈາກໄດ້ຮຽນພາສາ, ດຣ. ແນວສັນ ໄດ້ໄປຮ່ວມການປະຊຸມ, ຢ່າງບໍ່ຄາດຄິດ ເພິ່ນໄດ້ເຫັນຕົວເອງນັ່ງຢູ່ທາງຂ້າງຂອງ “ໝໍຜ່າຕັດ, ດຣ. ວູ ຢິງຄ່າຍ. … ເພາະ [ບຣາເດີ ແນວສັນ] ໄດ້ຮຽນພາສາຈີນ, ເພິ່ນຈຶ່ງໄດ້ເລີ່ມຕົ້ນເວົ້າລົມ [ກັບ ດຣ. ວູ].”19
ເພາະການຕັດສິນໃຈເຮັດຕາມສາດສະດາ, ດຣ. ແນວສັນ ຈຶ່ງໄດ້ມີໂອກາດເຊີນ ດຣ. ວູ ມາຢາມເມືອງເຊົາເລັກ ແລະ ດຣ. ແນວສັນ ກໍໄດ້ເດີນທາງໄປປາໄສ ແລະ ທຳການຜ່າຕັດຢູ່ປະເທດຈີນ.
ຄວາມຮັກຂອງເພິ່ນທີ່ມີຕໍ່ຄົນຈີນ, ແລະ ຄວາມຮັກ ແລະ ຄວາມນັບຖືຂອງເຂົາເຈົ້າທີ່ມີຕໍ່ເພິ່ນ ໄດ້ເຕີບໂຕຂຶ້ນ.
ໃນເດືອນກຸມພາ ປີ 1985, ສິບເດືອນຫລັງຈາກເພິ່ນໄດ້ຖືກເອີ້ນໃຫ້ເປັນອັກຄະສາວົກສິບສອງ, ແອວເດີ ແນວສັນ ໄດ້ຮັບໂທລະສັບພິເສດຈາກປະເທດຈີນ ຂໍຮ້ອງໃຫ້ ດຣ. ແນວສັນ ໄປ ນະຄອນປາກກິ່ງ ເພື່ອຜ່າຕັດຫົວໃຈຂອງນັກຮ້ອງພື້ນເມືອງ ທີ່ມີຊື່ສຽງໂດ່ງດັງ. ໂດຍທີ່ໄດ້ຮັບການສະໜັບສະໜູນຈາກປະທານກໍດອນ ບີ ຮິງລີ, ແອວເດີ ແນວສັນ ໄດ້ກັບໄປປະເທດຈີນ. ການຜ່າຕັດເທື່ອສຸດທ້າຍທີ່ເພິ່ນໄດ້ກະທຳ ແມ່ນຢູ່ທີ່ສາທາລະນະລັດຈີນ
ພຽງແຕ່ສອງປີຜ່ານມານີ້, ໃນເດືອນຕຸລາ ປີ 2015, ປະທານ ຣະໂຊ ເອັມ ແນວສັນ ໄດ້ຮັບການຍ້ອງຍໍ ເປັນທາງການ, ໃນຖານະທີ່ເປັນ “ເພື່ອນເກົ່າແກ່ຂອງປະເທດຈີນ.”
ແລ້ວ ມື້ວານນີ້ ພວກເຮົາໄດ້ຍິນປະທານຣະໂຊ ເອັມ ແນວສັນ ຜູ້ອາຍຸ 93 ປີ ກ່າວເຖິງຄຳອ້ອນວອນຂອງປະທານທອມມັສ ແອັສ ມອນສັນ ຂໍໃຫ້ “ເຮົາແຕ່ລະຄົນ [ໃນກອງປະຊຸມໃຫຍ່ສາມັນ ເດືອນເມສາ ຜ່ານມານີ້] ສຶກສາ ແລະ ໄຕ່ຕອງພຣະຄຳພີມໍມອນດ້ວຍການອະທິຖານ ທຸກວັນ.”
ດັ່ງທີ່ເພິ່ນໄດ້ເຮັດຕອນເປັນໝໍຜ່າຕັດທີ່ຫຍຸ້ງຫລາຍ, ຕອນເພິ່ນໄດ້ຈ້າງຄູສອນພາສາຈີນ, ປະທານແນວສັນ ໄດ້ຮັບເອົາຄຳແນະນຳຂອງປະທານມອນສັນ ທັນທີ ແລະ ໄດ້ນຳໃຊ້ມັນໃນຊີວິດຂອງເພິ່ນ. ຫລາຍກວ່າການພຽງແຕ່ອ່ານເທົ່ານັ້ນ, ເພິ່ນໄດ້ເວົ້າວ່າ ເພິ່ນ “ຍັງໄດ້ຂຽນສິ່ງທີ່ພຣະຄຳພີມໍມອນເປັນ, ສິ່ງທີ່ມັນ ຢືນຢັນ, ສິ່ງທີ່ມັນ ພິສູດ, ສິ່ງທີ່ມັນ ບັນລຸ, ສິ່ງທີ່ມັນ ເຮັດໃຫ້ແຈ່ມແຈ້ງ, ແລະ ສິ່ງທີ່ມັນ ເປີດເຜີຍ” ນຳອີກ.20
ແລະ ແລ້ວ, ສິ່ງທີ່ໜ້າສົນໃຈຄື, ເຊົ້າມື້ນີ້, ໂດຍທີ່ເປັນພະຍານຄົນທີສອງ, ປະທານເຮັນຣີ ບີ ໄອຣິງ ໄດ້ກ່າວເຖິງການຕອບຮັບຂອງເພິ່ນ ຕໍ່ຄຳແນະນຳຂອງປະທານມອນສັນ. ທ່ານຈື່ຈຳຖ້ອຍຄຳເຫລົ່ານີ້ໄດ້ບໍ? “ເຊັ່ນດຽວກັບພວກທ່ານຫລາຍຄົນ, ຂ້າພະເຈົ້າໄດ້ຍິນຖ້ອຍຄຳຂອງສາດສະດາ ວ່າເປັນສຸລະສຽງຂອງພຣະຜູ້ເປັນເຈົ້າຕໍ່ຂ້າພະເຈົ້າ. ແລະ ເຊັ່ນດຽວກັບພວກທ່ານຫລາຍຄົນ, ຂ້າພະເຈົ້າໄດ້ຕັດສິນໃຈທີ່ຈະເຮັດຕາມຖ້ອຍຄຳເຫລົ່ານັ້ນ,”21
ຂໍໃຫ້ເຮົາເຫັນສິ່ງເຫລົ່ານີ້ເປັນຕົວຢ່າງໃຫ້ແກ່ຊີວິດຂອງເຮົາ.
ຄຳສັນຍາ ແລະ ພອນ
ຂ້າພະເຈົ້າສັນຍາວ່າ ເມື່ອທ່ານໄດ້ຍິນສຸລະສຽງຂອງພຣະຜູ້ເປັນເຈົ້າ ຢູ່ໃນຄຳສອນຂອງກອງປະຊຸມໃຫຍ່ສາມັນ, ແລະ ແລ້ວເຮັດຕາມການກະຕຸ້ນເຫລົ່ານັ້ນ, ແລ້ວທ່ານຈະຮູ້ສຶກເຖິງພຣະຫັດຂອງສະຫວັນຢູ່ເທິງທ່ານ, ແລະ ຊີວິດຂອງທ່ານ ແລະ ຊີວິດຂອງຄົນທີ່ຢູ່ອ້ອມຮອບທ່ານ ຈະໄດ້ຮັບພອນ.22
ລະຫວ່າງກອງປະຊຸມໃຫຍ່ນີ້, ເຮົາໄດ້ຄິດເຖິງສາດສະດາທີ່ຮັກແພງຂອງເຮົາ. ພວກເຮົາຮັກທ່ານ, ປະທານມອນສັນ. ຂ້າພະເຈົ້າຂໍຈົບດ້ວຍຖ້ອຍຄຳຂອງເພິ່ນ ທີ່ໄດ້ກ່າວຈາກແທ່ນປາໄສນີ້. ຂ້າພະເຈົ້າເຊື່ອວ່າ ຖ້າເພິ່ນສາມາດມາຢູ່ກັບພວກເຮົາໄດ້ ມັນຄົງເປັນພອນທີ່ເພິ່ນຢາກມອບໃຫ້ພວກເຮົາແຕ່ລະຄົນ ໃນມື້ນີ້. ເພິ່ນໄດ້ກ່າວວ່າ: “ເມື່ອເຮົາຈາກກອງປະຊຸມນີ້ໄປ, ຂ້າພະເຈົ້າຂໍມອບພອນຂອງສະຫວັນໃຫ້ແກ່ທ່ານທຸກຄົນ. … ຂ້າພະເຈົ້າອະທິຖານຂໍໃຫ້ພຣະບິດາເທິງສະຫວັນປະທານພອນໃຫ້ທ່ານ ແລະ ຄອບຄົວຂອງທ່ານ. ຂໍໃຫ້ຂ່າວສານ ແລະ ວິນຍານຂອງກອງປະຊຸມນີ້ຖືກເອົາໄປນຳໃຊ້ໃນທຸກສິ່ງ ທີ່ທ່ານເຮັດ—ໃນບ້ານເຮືອນ, ໃນບ່ອນທຳງານ, ໃນການປະຊຸມ, ແລະ ໃນການໄປມາຂອງທ່ານ.”
ເພິ່ນໄດ້ກ່າວມ້ວນທ້າຍວ່າ: “ຂ້າພະເຈົ້າຮັກທ່ານ. ຂ້າພະເຈົ້າອະທິຖານເພື່ອທ່ານ. ຂໍໃຫ້ພຣະເຈົ້າຈົ່ງອວຍພອນທ່ານ. ຂໍໃຫ້ຄວາມສະຫງົບສຸກທີ່ພຣະອົງໄດ້ສັນຍາໄວ້ມາສູ່ທ່ານໃນຕອນນີ້ ແລະ ຕະຫລອດໄປດ້ວຍເທີ້ນ.”23
ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.